Wednesday, September 24, 2025
Home Blog Page 905

ສືບຕໍ່ປົກປັກຮັກສາ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ

0

ພະອາຈານ ບຸນສີ ເທບບົວລີ ເຈົ້າອະທິການວັດທົ່ງສີບຸນເຮືອງໄຊຍະຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ: ການອອກພັນສາປາວໍລະນາໃນທາງສາດສະໜາ ໃນເມື່ອພະພິກຂຸສົງໄດ້ອະທິຖານຈິດເຂົ້າພັນສາຄົບໄຕມາດ 3 ເດືອນແລ້ວ ພະພິກຂຸສົງເຫຼົ່ານັ້ນ ກໍ່ໄດ້ປາວໍລະນາຕົນອອກຈາກການຈໍາພັນສາ ເຊິ່ງໄດ້ກໍານົດເອົາມື້ 15 ຄໍ່າເດືອນ 11 ເພັງ ເປັນມື້ປາວໍລະນາອອກພັນສາ ໂດຍບາງທ້ອງຖິ່ນແມ່ນໄດ້ປາວໍລະນາອອກພັນສາແຕ່ 4 ໂມງເຊົ້າ, ບາງທ້ອງຖິ່ນແມ່ນກໍານົດເອົາຕອນບ່າຍ ເພື່ອເຕົ້າໂຮມພະພິກຂຸສົງປາວໍລະນາອອກພັນສາພ້ອມກັນ ສະເພາະພະພິກຂຸສົງທີ່ນອນຢູ່ໃນວັດທີ່ຂຶ້ນເມືອງຈັນທະບູລີ 31 ວັດ ແມ່ນໄດ້ກໍານົດເອົາວັດອົງຕື້ ເປັນຈຸລວມໃນການປາວໍລະນາອອກພັນສາ ໄປຄຽງຄູ່ກັນນີ້ທາງຮີດຄອງປະເພນີໃນຕອນເຊົ້າຄົນລາວມວນຊົນຊາວພຸດ ກໍ່ໄດ້ພາກັນທໍາບຸນ, ຕັກບາດ, ຢາດນໍ້າ, ຖວາຍທານຕາມສັດທາ ຢູ່ຕາມວັດຕ່າງໆ ຈາກນັ້ນຕອນບ່າຍກໍ່ມີການເຮັດກິດຈະກໍາຕາມຮີດຄອງປະເພນີ – ວັດທະນະທໍາອັນດີງາມຂອງຄົນລາວທີ່ເຄີຍປະຕິບັດມາແຕ່ບັນພະບູລຸດ ຢູ່ທ້ອງຖິ່ນຂອງຕົນ

ນອກຈາກນີ້ພະອາຈານ ບຸນສີ ເທບບົວລີ ເຈົ້າອະທິການວັດທົ່ງສີບຸນເຮືອງໄຊຍະຣາມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນຍັງໄດ້ຮຽກຮ້ອງໃຫ້ລູກຫຼານຊາວໜຸ່ມຮຸ້ນສືບທອດຈົ່ງພ້ອມກັນປົກປັກຮັກສາ, ຮີດຄອງປະເພນີ – ວັດທະນະທໍາອັນດີງາມຂອງຊາດ, ຝາກເຖິງຄົນລາວຊາວພຸດທີ່ໄດ້ຕັ້ງຈິດອະທິຖານທໍາແຕ່ສິ່ງດີ, ງົດຈາກສິ່ງມຶ່ນເມົາ, ອະໄວຍະມົກຕ່າງໆ ໃນຊ່ວງເຂົ້າພັນສາ ຈົນເຖິງມື້ອອກພັນສາ ຈົ່ງພ້ອມກັນສືບຕໍ່ປະຕິບັດຕາມ ຈິດອະທິຖານທີ່ຕົນໄດ້ປະຕິບັດຜ່ານມາ ເພື່ອເປັນທີ່ຍຶດນ່ຽວຈິດໃຈ, ເປັນແນວທາງໃນການດໍາລົງຊີວິດ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມສະຫງົບ, ຮຸ່ງເຮື່ອງສີວິໄລຍິ່ງໆຂຶ້ນ.

ຂ່າວ: ຄຳໃໝ່ ສັງທອງເພັດ

ບັນຍາກາດການວຽນທຽນ ແລະ ໄຫລເຮືອໄຟ ໃນບຸນອອກພັນສາຢູ່ ນວ

0

ໃນຕອນຄໍ່າວັນທີ 10 ຕຸລາ 2022 ເຊິ່ງເປັນມື້ອອກພັນສາປະວໍລະນາ ກົງກັບ 15 ຄຳເດືອນ 11 ສະເພາະຢູ່ນະຄອນຫລວງວຽງຈັນ (ນວ) ມວນຊົນຫລາຍໝື່ນຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາຮ່ວມງານວຽນທຽນ ຢູ່ຕາມວັດວາອາຣາມຕ່າງໆ ພ້ອມທັງໄຫລເຮືອໄຟ ທີ່ທ່າວັດຈັນ ຢ່າງຫລວງຫລາຍ.

ບຸນປະເພນີໄຫລເຮືອໄຟ ເປັນປະເພນີ ທີ່ປະຕິບັດສືບທອດກັນມາແດ່ດຶກດຳບັນ ເມື່ອຮອດບຸນອອກພັນສາປະວໍລະນາ ແຕ່ລະປີ, ຄົນລາວເຮົາ ຕ່າງກໍພາກັນໄຫລເຮືອໄຟ ບູຊາແມ່ນໍ້າ ໂດຍເຊື່ອວ່າມີສິ່ງສັກສິດຢູ່ໃຕ້ນໍ້າ ນັ້ນກໍຄື ພະຍານາກ, ແຕ່ໃນທາງວິທະຍາສາດ ໃຫ້ຄວາມໝາຍຂອງຄຳວ່າ ນາກທີ່ແທ້ຈິງຄືຜູ້ທີ່ນັບຖືສາສະໜາ, ເປັນຜູ້ທີ່ຖືສິນຖືທຳ, ເຊິ່ງຕາມຄວາມເຊື່ອບຸນໄຫລເຮືອໄຟ ແມ່ນການບູຊາແມ່ນໍ້າ ກໍຄື ທາດທັງ 4 ມີ: ດິນ, ນໍ້າ, ລົມ, ໄຟ ໂດຍສະເພາະແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດ ເປັນຕົ້ນແມ່ນມະນຸດ ແລະ ຊີວະນາໆພັນ. ນອກຈາກນີ້, ຍັງເປັນການບູຊາພະຍານາກ ຕາມຕໍານານເລົ່າຂານກັນວ່າ ພະຍານາກ ເປັນສັດທີ່ມີອິດທິລິດ ແລະ ມີຄວາມສັດທາຕໍ່ພຸດທະສາສະໜາ.

ການບູຊາທີ່ແທ້ຈິງ ຄືການບູຊາທີ່ຖືກຕ້ອງ ເປັນຕົ້ນ ສິ່ງທີ່ບູຊາຕ້ອງບູຊາຢ່າງວິທະຍາສາດ ບູຊາດ້ວຍສິ່ງຂອງຈາກທຳມະຊາດ ໂດຍສະເພາະຕົ້ນກວ້ຍ, ຕົ້ນອ້ອຍ ທີ່ສາມາດລະລາຍໄດ້ງ່າຍ, ຖ້າເອົາປລາສະຕິກ ຫລື ໂຟມມາໃສ່ສິ່ງຂອງບູຊາແມ່ນ້ຳ ມັນຈະເປື່ອຍ ຫລື ຍ່ອຍສະຫລາຍຍາກ ເຮັດໃຫ້ແມ່ນໍ້າເປື້ອນ ສິ່ງສັກສິດທີ່ເຮົາເຊື່ອຖືກໍຈະບໍ່ຢູ່ ລວມທັງປູປານານ້ຳ ທີ່ອາໄສຢູ່ແມ່ນ້ຳ ກໍຈະສູນຫາຍໄປ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

ນາຍົກມາເລເຊຍ ປະກາດຍຸບສະພາເລືອກຕັ້ງໃໝ່ພາຍໃນ 60 ວັນ

0

ສຳນັກ​ຂ່າວ ຣອຍ​ເຕີ, ທ່ານ Ismail Sabri Yakob, ນາຍົກລັດຖະມົນຕີ ມາເລເຊຍ ປະກາດຍຸບ​ສະພາ​ ​ໃນ​ວັນ​ທີ 10 ​ຕຸລາ​ນີ້ ເພື່ອ​ເປີດ​ທາງ​ ໃຫ້​ມີ​ການ​ເລືອກ​ຕັ້ງ​ໃໝ່​ ທີ່​ຄາດ​ວ່າ​ຈະ​ຈັດ​ຂຶ້ນ ພາຍ​ໃນ 60 ວັນ ຫລັງ​ຈາກ​ ການ​ປະກາດ​ ຍຸບ​ສະພາ​ແລ້ວ ຈາກ​ທີ່​​ເຄີຍມີ​ ການ​ກຳນົດ​ ການ​ເລືອກ​ຕັ້ງ​ໃໝ່ ​ໃນ​ເດືອນ​ກັນຍາ​ ປີໜ້າ ​ຍ້ອນ​ໄດ້​ຮັບ​ແຮງ​ກົດ​ດັນທີ່​ເພີ່ມ​ຂຶ້ນຈາກ​ສະມາຊິກ​ພັກ ອົງການ​ສະຫະມາ​ເລເຊຍ​ ແຫ່ງ​ຊາດ (UMNO) ຊຶ່ງ​ເປັນ​ພັກ ທີ່​ມີ​ອັດຕາ​ສ່ວນ​ໃຫຍ່​ສຸດ​ ໃນ​ລັດຖະບານ​ ປະສົມ ​ແລະ ພັກ​ ຮ່ວມ​ລັດຖະບານ ທີ່​ຕ້ອງການ​ໃຫ້​ ຈັດການ ​ເລືອກ​ຕັ້ງ ຄັ້ງ​ໃໝ່​ ກ່ອນ​ໝົດ​ ອາຍຸ​ການ ​ເນື່ອງ​ຈາກ ປະ​ເທດ ຜະ​ເຊີນ​ກັບ ບັນຫາ​ ຄ່າ​ຄອງ​ຊີບ ​ແພງ​ຂຶ້ນ ​ແລະ ​ເສດຖະກິດ ​ຖົດຖອຍ​ ທົ່ວ​ໂລກ ລວມທັງ​ ບັນຫາ ​ອື່ນໆ​ອີກ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ສະພາບອາກາດທົ່ວໄປ ປະຈໍາວັນທີ 11 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນປະເທດຈີນ ຍັງສືບຕໍ່ແພ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງຢູ່ໃນແຕ່ລະພາກ.

ບຸນຊ່ວງເຮືອທີ່ເມືອງຂວາປີນີ້ຈັດຂຶ້ນຢ່າງຄຶກຄື້ນພາຍຫລັງໂຈະ 2 ປິ

0

ວັນທີ 11 ຕຸລາ 2022 ນີ້, ອົງການປົກຄອງເມືອງຂວາ ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ເຊິ່ງມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.

ທຸກປີພໍເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າເມືອງຂວາ ທີ່ຢູ່ລຽບສາຍນ້ຳອູ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖິງພາລະກຳລັງຂອງນັກສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານພາຍໃນເມືອງ ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະ ຢູ່ເຢັນເປັນສຸກຕະຫລອດໄປ. ສຳລັບ 2 ປີຜ່ານມາປະຊາຊົນເມືອງຂວາ ບໍ່ໄດ້ຈັດບຸນຊ່ວງເຮືອ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-​19 ຈຶ່ງເຮັດພຽງຄອບໄຂ່ວສາຍນ້ຳຕາມປະເພນີເທົ່ານັ້ນ. ພາຍຫລັງລັດຖະບານໄດ້ເປີດປະເທດເຕັມຮູບແບບເພື່ອຕ້ອນຮັບນັກທ່ອງທ່ຽວ ອົງການປົກຄອງເມືອງ ຈຶ່ງຕົກລົງຈັດບຸນຊ່ວງເຮືອຂຶ້ນອີກຄັ້ງເພື່ອຊຸກຍູ້ດ້ານການທ່ອງທ່ຽວຂອງເມືອງໃຫ້ມີຄວາມເບີກບານມ່ວນຊື່ນ ແລະມີຄວາມເຂັ້ມແຂງ.

ສຳລັບການແຂ່ງປີນີ້ ແມ່ນອົງການປົກຄອງບ້ານສົບກາຍ ເປັນເຈົ້າພາບ ໂດຍມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລຳຄື:

1.ເຮືອຊ່ວງ ບ້ານເມືອງຂວາ

2.ບ້ານໂພໄຊເໜືອ

3.ບ້ານໂພໄຊໃຕ້

4.ບ້ານໂພນໄຊ

5.ບ້ານສະຫລອງໄຊ

6.ບ້ານຫາດເດືອ

7.ບ້ານນາຕູ່ນ

8.ບ້ານທ່າບັກ

9.ບ້ານຫ້ວຍຍາງ

10.ບ້ານສົບອັດ

11.ບ້ານສົບກ່າຍ​

ເຊິ່ງເຮືອດັ່ງກ່າວແມ່ນມາຈາກບັນດາບ້ານ ພາຍໃນເມືອງຂວາ.

ພາບ-ຂ່າວ: ແສງຄຳ ສາລີວັນ

0

ສື່ມວນຊົນລາວ-ໄທ ພົບປະແລກປ່ຽນຂໍ້ມູນຂ່າວສານ

ຂປລ. ໃນວັນທີ 11 ຕຸລາ 2022 ນີ້, ຄະນະສື່ມວນຊົນລາວ-ໄທ ພົບປະແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ຢູ່ນະຄອນຫລວງວຽງຈັນ ເພື່ອຮັດແໜ້ນການພົວພັນຮ່ວມມື ວຽກງານດ້ານສື່ມວນຊົນ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ໄດ້ຮັບການພັດ ທະນາ ເຊິ່ງຝ່າຍລາວນຳໂດຍ ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ, ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຝ່າຍໄທນຳໂດຍ ທ່ານ ພົນໂທ ສັນເສີນ ແກ້ວກຳເນີດ ອະທິບໍດີກົມປະຊາສຳພັນ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.

ການພົບປະໃນຄັ້ງນີ້, ຄະນະສື່ມວນຊົນຂອງລາວ ແລະ ໄທ ກໍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ການເຄື່ອນໄຫວຂອງສື່ມວນຊົນຂອງແຕ່ລະປະເທດໃຫ້ກັນຊາບພ້ອມນັ້ນ, ທັງສອງຝ່າຍກໍໄດ້ປຶກສາຫາລື ເພື່ອຊອກຫາແນວ ທາງແລກປ່ຽນຂໍ້ມູນຂ່າວສານຕ່າງໆ ໃນຕໍ່ໜ້າ ໂດຍສະເພາະ ການຜະລິດລາຍການທີ່ນຳສະເໜີກ່ຽວກັບ ວິທີຊີວິດຂອງພໍ່-ແມ່ປະຊາຊົນ, ວັດທະນະທຳ, ທ່ອງທ່ຽວລວມໄປເຖິງການຄ້າ ແລະ ການລົງທຶນ ໂດຍຜ່ານໂທລະພາບ, ວິທະຍຸ ແລະ ສື່ສິ່ງພິມຕ່າງໆຂອງທັງສອງ ປະເທດ ແນໃສ່ເຮັດໃຫ້ປະຊາຊົນຂອງສອງປະເທດ ມີຄວາມເຂົ້າອົກເຂົ້າໃຈກັນຫລາຍຂຶ້ນ.

ການພົບປະກັນໃນຄັ້ງນີ້, ເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງຂະແໜງສື່ມວນຊົນຂອງ ສປປ ລາວ ແລະ ຣາຊະອານາໄທ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວ ສານໃນດ້ານຕ່າງໆ ເຊິ່ງກັນ ແລະ ກັນຕະຫລອດໄປ ໃນອະນາຄົດ ແລະ ຍາວນານ ທັງເປັນການຮັດແໜ້ນ ການພົວພັນຮ່ວມມືລະຫວ່າງປະຊາຊົນຂອງປະເທດ ລາວ-ໄທ, ໄທ-ລາວ ຖານບ້ານໃກ້ເຮືອນຄຽງ ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

ຂ່າວ: ກິດຕາ

ພາບ: ຂັນໄຊ

ບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄີ

0

ການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາຂອງທຸກໆປີ ແມ່ນກິລາທາງໜ້ານ້ຳປະເພດໜຶ່ງ, ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດພີ່ນ້ອງທີ່ມາຈາກທົ່ວສາລະທິດ ໄດ້ມາຜັກຜ່ອນຍ່ອນໃຈ ພາຍຫລັງທີ່ເຮັດວຽກຢູ່ກັບການຜະລິດຕະຫລອດໄລຍະລະດູຝົນໃນຫລາຍເດືອນທີ່ຜ່ານມາ. ນອກນັ້ນຍັງເປັນໂອກາດໃຫ້ປະຊາຊົນ ໄດ້ເຕົ້າໂຮມຄວາມສາມັກຄິເຊິ່ງກັນ ແລະ ກັນ.

ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ຮອງຫົວໜ້າຄະນະຊີ້ນຳຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈຳປີ 2022 ໄດ້ກ່າວໂອກາດເປີດການແຂ່ງຂັນຊ່ວງເຮືອທ່າວັດຈັນ ໃນວັນທີ 11 ຕຸລາ 2022 ນີ້ວ່າ: ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ໂດຍສະເພາະ ແມ່ນບຸນຊ່ວງເຮືອທ່າວັດຈັນ ເມືອງຈັນທະບູລີ ແມ່ນຮີດ 12 ຄອງ 14 ແລະ ແມ່ນຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ຊຶ່ງມີປະວັດຄວາມເປັນມາອັນຍາວນານ. ຕາມການເລົ່າຂານສືບຕໍ່ກັນມາ ແຕ່ສະໄໝອານາຈັກລາວລ້ານຊ້າງ, ບາງທ່ານ ກໍເວົ້າວ່າມີມາແຕ່ສະໄໝເຈົ້າສຸລິຍະວົງສາ ແລະ ບາງທ່ານກໍເວົ້າວ່າມີມາແຕ່ເລື່ອງກ່ຳພ້າຜີນ້ອຍ, ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຢືນຢັນວ່າ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ແມ່ນຮີດຄອງປະເພນີຂອງຊາດລາວ ທີ່ໄດ້ສືບທອດມາຫລາຍເຊັ່ນຄົນ, ເຊິ່ງມີມາໄດ້ 2.560 ປີແລ້ວ, ມີບຸນອອກພັນສາ ກໍຕ້ອງມີບຸນຊ່ວງເຮືອຄ່ຽງຄູ່ກັນໄປ.

ຄໍາວ່າ: ອອກພັນສາ ມີຕົ້ນເຫດມາຈາກການເຂົ້າພັນສາຂອງຄູບາອາຈານ ຊຶ່ງຕາມພຸດທານຸຍາດ ໄດ້ກ່າວວ່າ: ມີມາໄດ້ 2560 ປີແລ້ວ ໂດຍຖືເອົາມື້ຂຶ້ນ 15 ຄ່ຳ ຂອງເດືອນ 8 ລາວ ເປັນມື້ນິມົນພະພຸດທະເຈົ້າເຂົ້າພັນສາ, ມື້ແຮມ 1 ຄ່ຳ ເດືອນ 8 ແມ່ນມື້ພະສົງເຂົ້າຈຳພັນສາ, ເມື່ອຮອດມື້ເພັງ 15 ຄ່ຳ ເດືອນ 11 ລາວ ເປັນມື້ອອກພັນສາປະວໍລະນາ ພໍດີຄົບ 3 ເດືອນເຕັມ, ໃນໄລຍະເວລາ 3 ເດືອນນີ້ ເປັນໄລຍະທີ່ປະຊາຊົນເຮັດການຜະລິດ ບໍ່ໃຫ້ພະສົງໄປສັບສົນກັບການຜະລິດຂອງປະຊາຊົນ. ພ້ອມກັນນີ້, ກໍເປັນໂອກາດໃຫ້ພະສົງ ໄດ້ສຶກສາຮ່ຳຮຽນຕາມຫລັກທຳຕ່າງໆ, ພິທີອອກພັນສາຂອງຄູບາອາຈານແມ່ນເລີ່ມແຕ່ 3:00-4:00 ໂມງເຊົ້າຂອງມື້ຂຶ້ນ 15 ຄ່ຳ ເດືອນ 11 ກົງກັບວັນທີ 11 ຕຸລາ (ສຳລັບປີ 2022) ພໍຮອດເວລາ 07:00 ໂມງ ກໍມີພິທີໃສ່ບາດ, ຖວາຍສັງຂະທານຢ່າງຄືກຄື້ນ ຢູ່ຕາມວັດວາອາຮາມຕ່າງໆ.

ຄ່ຽງຄູກັບການອອກພັນສາ ກໍມີ ປະວໍລະນາ, ປະວໍລະນາໝາຍຄວາມວ່າ: ການເປີດໂອກາດໃຫ້ພະສົງ ໄດ້ມີການຕຳນິສົ່ງຂ່າວ ແລະ ກໍມີການໃຫ້ອະໄພເຊິ່ງກັນ ແລະ ກັນ ໃນໄລຍະຈຳພັນສາ ແມ່ນແຕ່ພຣະຜູ້ໃຫຍ່ ກໍໄດ້ໃຫ້ໂອກາດແກ່ພຣະຜູ້ນ້ອຍ ຕຳນິສົ່ງຂ່າວໄດ້ເພາະຊ່ວງຈຳພັນສາ 3 ເດືອນ ຍ່ອມມີຄວາມສົ້ມ, ຄວາມເຄັມ, ມີດີ ແລະ ອ່ອນຄ່ຽງຄູ່ກັນໄປ, ດັ່ງນັ້ນຈຶ່ງມີຄຳວ່າ ປະວໍລະນາ. ພ້ອມກັນນີ້, ໃນໄລຍະອອກພັນສາ ຍັງມີການວຽນທຽນ, ໄຫລເຮືອໄຟໂຄກ, ໄຫລເຮືອໄຟນ້ຳ, ສຳລັບການໄຫລເຮືອໄຟ ກໍເພື່ອສະແດງເຖິງ ຄວາມກະຕັນຍູ້ຮູ້ບຸນຄຸນ ເຖິງພະພຸດທະເຈົ້າ, ພະສີຣັດຕະນະໄຕ ເພື່ອບູຊາເຈົ້າແມ່ຄົງຄ່າ(ແມ່ນ້ຳ) ທີ່ຫລໍ່ລ້ຽງມະນຸດຊາດ ແລະ ຂໍຂະມາລາໂທດ ຕໍ່ເຈົ້າແມ່ຄົງຄາທີ່ພວກເຮົາໄດ້ຖິ້ມສິ່ງອັບປະມົງຄຸນ ລົງໄປໃນແມ່ນ້ຳຕ່າງໆໃນໄລຍະຜ່ານມາ.

ຂ່າວ: ສຸກສະຫວັດ

ມວນຊົນທ່ຽວຊົມງານບຸນຊ່ວງເຮືອທີ່ທ່າວັດຈັນ

0

ບັນຍາກາດເຊົ້າວັນທີ 10 ຕຸລາ 2022 ທີ່ງານບຸນອອກພັນສາປະວໍຣະນາ – ຊ່ວງເຮືອປະເພນີ ປະຈຳປີ 2022 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ຊຶ່ງງານບຸນດັ່ງກ່າວໄດ້ເລີ່ມແຕ່ວັນທີ 8 ຕຸລາ ຫາ 11 ຕຸລາ 222 ເຫັນວ່າມີມວນຊົນມາທ່ຽວຊົມການຊ່ວງເຮືອຢ່າງຄຶກຄື້ນ ແລະ ກໍມີຮ້ານຄ້າເປັນຈໍານວນຫຼາຍ ເປັນຕົ້ນຕອນຄໍ່າມື້ນີ້ ຈະໄດ້ມີການລອຍກະທົງ ຢູ່ຕາມແຄມແມ່ນໍ້າຂອງກໍໄດ້ມີບ່ອນບໍລິການໄວ້ໃຫ້ມວນຊົນລົງລອຍກະທົງໄດ້ສະດວກສະບາຍຫຼາຍຈຸດ ແລະ ກໍມີຊາວຄ້າຂາຍທີ່ກະກຽມເຮັດກະທົງໄວ້ຂາຍຫຼາຍຮ້ານ ນີ້ກໍເປັນການຮັກສາມູນເຊື້ອວັດທະນະທຳ ຮີດຄອງ ອັນດີງາມຂອງຊາດເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຫັນປະເພນີການລອຍກະທົງ ແລະ ໄຫຼເຮືອໄຟ ອັນເປັນປະເພນີສືບທອດກັນມາແຕ່ບັນພະບູລຸດຂອງຊາດລາວ.

ນາງ ກ້ອງ ພົມດວງສີ ແລະ ຄອບຄົວ ປະຊາຊົນ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ອາຊີບຄ້າຂາຍ ໄດ້ໃຫ້ສໍາພາດວ່າ: ຕົນເອງ ແລະ ຄອບຄົວໄດ້ມາຂາຍກະທົງຢູ່ງານບຸນຊ່ວງເຮືອເລີ່ມແຕ່ປີ 2007 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ອນຈະມີການແຜ່ລະບາດຂອງພະຍາດໂຄວິດ-19; ເປັນໄລຍະສອງສາມປີທີ່ບໍ່ໄດ້ມາເຮັດກະທົງຂາຍ ມື້ນີ້ຮູ້ສຶກດີໃຈຫຼາຍທີ່ສະພາບບັນຍາກາດງານບຸນກັບມາເປັນປົກກະຕິຄືໃນເມື່ອກ່ອນທີ່ຈະມີພະຍາດໂຄວິດ-19, ເຮັດໃຫ້ຕົນເອງ ແລະຄອບຄົວໄດ້ພ້ອມພາກັນມາເຮັດກະທົງຂາຍ ອາຊີບນີ້ແມ່ນໄດ້ເຮັດມາແຕ່ຮຸ່ນພໍ່ແມ່ສືບທອດກັນມາ. ສໍາລັັບງານບຸນປີນີ້ ເຫັນວ່າມີຜູ້ຄົນມາທ່ຽວຢ່າງຫຼວງຫຼາຍ ກະທົງທີ່ກະກຽມເຮັດມື້ນີ້ປະມານ 100 ກວ່າອັນ ເພາະໄລຍະຜ່ານມາເຄີຍໄດ້ຂາຍຫຼາຍກວ່າ 150 ອັນ ຊຶ່ງລາຄາເລີ່ມຕົ້ນແມ່ນ 15 ພັນກີບ ຫາ 60 ພັນກີບ ຕໍ່ອັນ ຕາມຂະໜາດນ້ອຍໃຫຍ່.

ສຳລັບ ສະຖານທີ່ວາງສະແດງ ແລະ ຂາຍສິນຄ້າ ຄະນະກຳມະການຈັດງານ ໄດ້ກຳນົດເອົາເຂດສວນເຈົ້າອານຸວົງ ແລະ ເສັ້ນທາງເຈົ້າຟ້າງຸ່ມທັງ 2 ຟາກທາງ ນັບແຕ່ໂຮງແຮມລ້ານຊ້າງ ຂຶ້ນມາຫາສາມແຍກປາກປາສັກ ແລະ ເສັ້ນທາງດ້ານໜ້າ ແລະ ດ້ານຫຼັງຂອງໂຮງຮຽນປາກປ່າສັກ.

ສ່ວນບ່ອນຈອດລົດຈັກ ແລະ ລົດໃຫຍ່ ໄດ້ກຳນົດເອົາບາງຈຸດຢູ່ເສັ້ນທາງ 4 ແຍກທະນາຄານພັດທະນາລາວ ລົງມາສີ່ແຍກໄຟແດງບ້ານສີຫອມ, ສາມແຍກໄຟແດງວັດອິນແປງ, ເສັ້ນທາງເສດຖາທິລາດ ໄປຫາສີ່ແຍກໄຟແດງວັດສີສະເກດ ຊຶ່ງແຕ່ລະບ່ອນກໍໄດ້ມີປ້າຍແຈ້ງລາຄາເປັນຢ່າງດີ.

ໂດຍ: ຍຸພິນທອງ

ອິນໂດເນເຊຍ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ເສດຖະກິດທົ່ວໂລກຟື້ນຕົວຄືນ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ໃນກອງປະຊຸມປະທານລັດຖະສະພາກຸ່ມ 20 (G20) ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ໄດ້ຮຽກຮ້ອງໃຫ້ລັດຖະສະພາຂອງບັນດາປະເທດຈົ່ງເພີ່ມທະວີການຮ່ວມມືກັນ ເພື່ອຜ່ານຜ່າວິກິດການທົ່ວໂລກ ແລະ ຊຸກຍູ້ໃຫ້ເສດຖະກິດທົ່ວໂລກຟື້ນຕົວຄືນ.

ທ່ານ ໂຈໂກ ວິໂດໂດ ກ່າວວ່າ: ລັດຖະສະພາບັນດາປະເທດຕ້ອງກາຍເປັນພາກສ່ວນໜຶ່ງຂອງແຜນການແກ້ໄຂວິກິດການທົ່ວໂລກ ເພື່ອບັນລຸໃຫ້ສ້າງຕັ້ງການສົນທະນາກັນ, ຊຸກຍູ້ຄວາມສາມັກຄີ ແລະຫຼີກລ່ຽງຄວາມແຕກແຍກກັນ. ລັດທິຫຼາຍຝ່າຍເປັນວິທີທີ່ມີປະສິດທິຜົນຫຼາຍທີ່ສຸດໃນການຜ່ານຜ່າສິ່ງທ້າທາຍຮ່ວມ, ບໍ່ມີປະເທດໃດ ຫຼື ເທົ່າໃດປະເທດສາມາດແກ້ໄຂບັນຫາໃດໆພຽງແຕ່ຝ່າຍດຽວ. ໃນກອງປະຊຸມປະທານລັດຖະສະພາ G20 ມີຈຸດປະສົງຊຸກຍູ້ການຮ່ວມມືກັນລະຫວ່າງລັດຖະສະພາຂອງບັນດາປະເທດເພື່ອສະໜັບສະໜູນວາລະປະຊຸມຂອງກອງປະຊຸມສຸດຍອດ G20 ແລະ ຈັດຕັ້ງປະຕິບັດສັນຍາທີ່ກ້າວເຖິງຂັ້ນຕົກລົງຮ່ວມກັນ.

ປະທານ ສນຊ ເຂົ້າຮ່ວມພິທີໃສ່ບາດ ໃນວັນບຸນອອກພັນສາ ປະຈໍາປີ ພ.ສ 2565

0

ເນື່ອງໃນໂອກາດວັນບຸນອອກພັນສາ ປະວໍລະນາ, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີໃສ່ບາດ ແລະ ຖວາຍສັງຄະທານ ທີ່ວັດລັດຕະນະວະນາຣາມ ບ້ານນາໂງມເກົ່າ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີການນຳຂອງນະຄອນຫຼວງວຽງຈັນ, ການນຳຂອງເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງໄຊທານີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຄຳວ່າ ອອກພັນສານັ້ນ ໄດ້ແກ່ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫຼັງຈາກການ ເຂົ້າຈໍາພັນສາຄົບ 3 ເດືອນ ເພື່ອອອກໄປປະຕິບັດໜ້າທີ່ ຢູ່ບ່ອນອື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ: ການອອກຈາກລະດູຝົນ. ເມື່ອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫຼາຍ ພາກັນຈັດຫາວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາຂອງຕົນ. ເມື່ອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້າ ມວນຊົນຊາວພຸດກໍມາເຕົ້າໂຮມກັນຖວາຍຂອງທານທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ໃນວັດ ພ້ອມທັງຖວາຍຜ້າຈີວອນ ຫຼື ຜ້າຈຳນຳພັນສາໃຫ້ແກ່ພະພິກຂຸສົງ.

(ຂ່າວ-ພາບ: ສນຊ)