Wednesday, September 24, 2025
Home Blog Page 904

ຫວຽດນາມ ຈັດຢູ່ໃນອັນດັບ 3 ທີ່ມີການລົງທຶນຢູ່ລາວ

0

ປັດຈຸບັນ, ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ ສປປ ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4,3 ຕື້ໂດລາສະຫະລັດ ແລະ ຖືກຈັດຢູ່ໃນອັນດັບ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນຢູ່ລາວ.

ທ່ານ ຣວ່າງ ວັນ ກວັນ ຮອງປະທານກຸ່ມນັກທຸລະກິດຫວຽດນາມ ປະຈຳນະຄອນ ຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມຜູ້ແທນທົ່ວປະເທດ ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສະໄໝ III (2022-2027) ໃນວັນທີ 12 ຕຸລາ 2022 ນີ້ວ່າ: ສະມາຄົມນັກທຸລະກິດຫວຽດນາມ ຢູ່ ລາວ ແມ່ນອົງການຈັດຕັ້ງສັງຄົມ-ວິຊາຊີບ ຂອງບັນດານິຕິບຸກຄົນວິສາຫະກິດ, ນັກລົງທຶນ, ນັກທຸລະກິດຫວຽດນາມ ທີ່ດຳລົງຊີ ວິດຢູ່ລາວ, ທີ່ກຳລັງເຄື່ອນໄຫວລົງທຶນ ແລະ ເຮັດການຜະລິດ, ດຳເນີນທຸລະກິດໃນບັນດາຂະແໜງການເສດຖະກິດ ຢູ່ ສປປ ລາວ ປະກອບສ່ວນເຂົ້າໃນການຮ່ວມມື ພັດທະນາເສດຖະກິດຂອງສອງປະເທດລາວ-ຫວຽດນາມ. ການເຄື່ອນໄຫວວຽກງານ ຂອງສະມາຄົມນັກທຸລະກິດຫວຽດນາມຢູ່ລາວ ສະໄໝທີ II (2016-2021) ເຖິງແມ່ນວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ພັກ, ລັດຖະບານລາວ ກໍໄດ້ສະໜັບສະໜູນ ຊຸກຍູ້ສົ່ງເສີມການລົງທຶນ, ການຜະລິດ, ການດຳເນີນທຸລະກິດຕ່າງໆ ໃຫ້ມີຄວາມສະດວກສະຫລາຍຂຶ້ນ ເປັນຕົ້ນ ຂະແໜງການບໍລິການທະນາຄານ, ປະກັນໄພ, ສາທາລະນະສຸກ, ໂຄງການເຂື່ອນໄຟຟ້າ, ການຂຸດຄົ້ນແຮ່ທາດ, ວິສາຫະກິດ, ການລົງທຶນຕ່າງໆ ເຫັນວ່າມີສະຖຽນລະພາບ ຕາມແຜນການຄາດໝາຍທີ່ວາງໄວ້.

ສຳທິດທາງແຜນການ ສະໄໝທີ III (2022-2027) ຂອງສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ສືບຕໍ່ໃຫ້ຄຳປຶກສາ, ການຊ່ວຍເຫລືອດ້ານນິຕິກໍາກົດໝາຍ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງສະມາຊິກຂອງສະມາຄົມ; ສະໜອງຂໍ້ມູນກ່ຽວກັບກົດໝາຍ, ນະໂຍບາຍ, ວັດທະນະທໍາ ຮີດຄອງປະເພນີ ແລະ ແວດລ້ອມການລົງທຶນ ຢູ່ ສປປ ລາວ ໃຫ້ກັບບັນດານັກລົງທຶນຫວຽດນາມ ເພື່ອສົ່ງເສີມການລົງທຶນ, ດໍາເນີນທຸລະກິດ, ການຜະລິດ ຢູ່ ສປປ ລາວ; ຈັດຕັ້ງຝຶກອົບຮົມ, ກໍ່ສ້າງ, ບຳລຸງວິຊາສະເພາະກ່ຽວກັບບັນດາຂະແໜງການລົງທຶນ, ການຜະ ລິດ, ການດຳເນີນທຸລະກິດ, ການບໍລິການ, ໃຫ້ການສະໜັບສະໜູນຊ່ວຍເຫລືອ ບັນດາສະມາຊິກສະມາຄົມ ໃຫ້ໄດ້ເຂົ້າຮ່ວມບັນດາລາຍການຕະຫລາດນັດ, ແນະນໍາຜະລິດຕະພັນບໍລິການ, ການຕະຫລາດ ແລະ ການພັດທະນາທ້ອງຕະຫລາດ ເພື່ອຈຸດປະສົງໃຫ້ບັນດາສະມາຊິກສະມາຄົມ ມີເງື່ອນໄຂສະດວກໃນການຜະລິດ ການດຳເນີນທຸລະກິດ ແລະ ການໂຄສະນາເຄື່ອງໝາຍການຄ້າ.

ໃນໂອກາດດຽວກັນ, ກໍໄດ້ຄັດເລືອກເອົາຄະນະບໍລິຫານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ ຊຸດໃໝ່ ສະໄໝທີ III(2022-2027) ເຊິ່ງ ທ່ານ ເຍື່ອງດິງບາງ ເປັນປະທານ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ, ທ່ານ ຝາມກວ່າງຝູ ເປັນຮອງປະທານຜູ້ປະຈຳການ, ທ່ານ ໂດ໋ດັ່ງຄ່າງ ຮອງປະທານ ເລຂາທິການ ສະມາຄົມນັກທຸລະກິດຫວຽດນາມຮ່ວມມື ແລະ ລົງທຶນຢູ່ລາວ.

ຂ່າວ: ກິດຕາ; ພາບ: ຂັນໄຊ (ສຳນັກຂ່າວສານປະເທດລາວ)

Medialaos MMD

ຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ

0

ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າຮ່າງນິຕິກໍາ ແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ຂຶ້ນໃນວັນທີ 10 ຕຸລາ 2022 ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ສົມກຽດ ພາສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມີຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ທີ່ໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ ຄະນະຮັບຜິດຊອບວຽກງານດັ່ງກ່າວ ຈຶ່ງໄດ້ພ້ອມກັນປຶກສາຫາລືຫຼາຍບັນຫາ ໃນການກໍານົດໂຄງສ້າງ ເນື້ອໃນ ແລະ ບັນດາຄໍາສັບຕ່າງໆທີ່ໃຊ້ໃນການສ້າງນິຕິກໍາດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ນໍາໃຊ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ ພ້ອມທັງໃຫ້ມີຄວາມເປັນເອກະພາບກັບຂະແໜງ ການທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ຂັດກັບນະໂຍບາຍຕ່າງໆໃນການນໍາໃຊ້ລົດຂອງລັດ..

# ຂ່າວ – ພາບ : ເພັດສະໝອນ

ຜົນການວິເຄາະສະຖານະການພະລັງງານໃນອັງກິດ ອາດຈະເຖິງຂັ້ນຕັດໄຟ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ເນເຊິນແນວ ກຣິດ ອີເອສໂອ (National Grid ESO) ຜູ້ຄວບຄຸມລະບົບໄຟຟ້າຂອງອັງກິດໄດ້ເປີດເຜີຍບົດລາຍງານທ່າອ່ຽງສະຖານະການລະດູໜາວ (Winter Outlook Report) ໂດຍລະບຸວ່າ ຄົວເຮືອນພາຍໃນອັງກິດອາດຈະຖືກຕັດໄຟຟ້າໃນໄລຍະລະດູໜາວນີ້ຖ້າຫາກການນຳເຂົ້າກະແສໄຟຟ້າຈາກເອີຣົບຫຼຸດລົງ ແລະ ການສະໜອງແກັສບໍ່ພຽງພໍ.

ໃນກໍລະນີທີ່ຮ້າຍແຮງຜູ້ບໍລິໂພກບາງສ່ວນອາດຈະບໍ່ມີໄຟຟ້າໃຊ້ໃນໄລຍະເວລາທີ່ກຳນົດໄວ້ລ່ວງໜ້າ ແຕ່ທ່າອ່ຽງດັ່ງກ່າວບໍ່ໜ້າຈະເປັນໄປໄດ້ ໂດຍການຮັບຮອງຄວາມໝັ້ນຄົງ ແລະ ຄຸນນະພາບຂອງລະບົບໄຟຟ້າທົ່ວອັງກິດໃນພາບລວມເປັນສິ່ງສຳຄັນ ພາກລັດຕ້ອງດຳເນີນກົນລະຍຸດບັນເທົາຜົນກະທົບທີ່ອາດຈະເກີດຂຶ້ນທັງໝົດ ເພື່ອຫຼຸດຜ່ອນການຢຸດສະງັກຂອງການຈ່າຍໄຟຟ້າ. ຂະນະທີ່ຜົນການວິເຄາະໂດຍບໍລິສັດທີ່ປຶກສາດ້ານພະລັງງານ ວັດ-ໂລຈິກ (Watt-Logic) ລະບຸວ່າ ສະຖານະການໃນອັງກິດບໍ່ໜ້າຈະເຖິງຂັ້ນຕ້ອງຕັດໄຟຟ້າໃນໄລຍະລະດູໜາວນີ້ ເນື່ອງຈາກມີການໃຊ້ຫຼາກຫຼາຍມາດຕະການກ່ອນໄປເຖິງຈຸດນັ້ນເຊັ່ນ ການຮຽກຮ້ອງໃຫ້ຄົວເຮືອນຫຼຸດການໃຊ້ໄຟຟ້າແບບສະໝັກໃຈໂດຍບໍ່ມີຄ່າຕອບແທນ. ທັງນີ້, ມາດຕະການຂ້າງເທິງຈະມີປະສິດທິພາບຫຼາຍຖ້າຫາກມີການສື່ສານຢ່າງຖືກຕ້ອງ ສິ່ງສຳຄັນຄື ອັງກິດຕ້ອງຄຳນຶງເຖິງຄວາມສ່ຽງ ແລະ ຈັດການຄວາມສ່ຽງຢ່າງຖືກຕ້ອງແທນທີ່ຈະອາໄສການຫຼຸດຄວາມຕ້ອງການໃນໄລຍະສັ້ນ ເພື່ອຫຼີກລ່ຽງການຕັດໄຟ.

ຂະນະທີ່ບົດລາຍງານຄວາມໝັ້ນຄົງດ້ານການຈັດຫາແກັສໂດຍລັດຖະບານອັງກິດລະບຸວ່າ ໂຄງສ້າງພື້ນຖານທີ່ກ່ຽວຂ້ອງຍັງຄົງສາມາດຕອບສະໜອງຄວາມຕ້ອງການແກັສໄດ້ໃນຫຼາຍສະຖານະການ ຊຶ່ງລວມເຖິງຄວາມຕ້ອງການພິເສດກໍລະນີເກີດສະພາບອາກາດຮຸນແຮງ ແລະ ກໍລະນີອຸປະກອນຂະໜາດໃຫຍ່ທີ່ສຸດຂອງໂຄງສ້າງພື້ນຖານເທິງເຄືອຂ່າຍແກັສຫຼົ່ມ.

ສະພາບອາກາດທົ່ວໄປ ປະຈໍາວັນທີ 12 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຍັງສືບຕໍ່ແພ່ລົງມາ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດ ຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ເຂດພູພຽງ ບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ຍອດຈຳນວນຜູ້ປະກອບອາຊີບຢູ່ຕົວເມືອງຈີນ ໃນ 10 ປີຜ່ານມາເພີ່ມຂຶ້ນ 94,86 ລ້ານຄົນ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 10 ຕຸລາ 2022, ອົງການສະຖິຕິແຫ່ງຊາດຈີນ ໄດ້ເຜີຍແພ່ບົດລາຍງານຕ່າງໆ ກ່ຽວກັບຜົນສຳເລັດແຫ່ງການພັດທະນາເສດຖະກິດສັງຄົມ ນັບແຕ່ກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນ ມາໂດຍໄດ້ສະແດງໃຫ້ເຫັນວ່າ ປີ 2021 ຍອດຈຳນວນຜູ້ປະກອບອາຊີບ ຢູ່ຕົວເມືອງຂອງຈີນ ມີເຖິງ 467,73 ລ້ານຄົນ, ເພີ່ມຂຶ້ນຫລາຍກວ່າປີ 2012 ເຖິງ 94,86 ລ້ານຄົນ.

ບົດລາຍງານດັ່ງກ່າວຍັງສະແດງໃຫ້ເຫັນວ່າ ການປະກອບອາຊີບຂອງ ກຸ່ມຄົນສຳຄັນມີການຄ້ຳປະກັນຢ່າງແຂງແຮງ. ໃນລະຫວ່າງປີ 2012-2021, ຍອດຈຳນວນກະສິກອນທີ່ເຮັດວຽກຢູ່ຕົວເມືອງໄດ້ເພີ່ມຂຶ້ນຈາກ 262,61 ລ້ານຄົນເປັນ 292,51 ລ້ານຄົນ, ການປະກອບອາຊີບຂອງກຸ່ມຄົນນີ້ໄດ້ ຂະຫຍາຍຕົວຢ່າງໝັ້ນທ່ຽງ. ໂດຍແນໃສ່ກຸ່ມຄົນທີ່ມີຄວາມຫຍຸ້ງຍາກ ໄດ້ເພີ່ມທະວີການຊ່ວຍເຫລືອໃນການປະກອບອາຊີບຢ່າງບໍ່ຢຸດຢັ້ງ. ນັບແຕ່ປີ 2021 ເປັນຕົ້ນມາ, ແຕ່ລະປີມີຜູ້ວ່າງງານຫລາຍກວ່າ 5,5 ລ້ານຄົນໄດ້ຊອກຫາວຽກເຮັດງານທຳໃໝ່, ມີຜູ້ມີຄວາມຫຍຸ້ງຍາກຫລາຍ ກວ່າ 1,7 ລ້ານຄົນໄດ້ປະກອບອາຊີບ ແລະມີປະມານ 50.000 ຄອບຄົວ ທີ່ບໍ່ມີຄົນມີວຽກເຮັດງານທຳນັ້ນໄດ້ບັນລຸໃຫ້ທຸກຄອບຄົວຢ່າງໜ້ອຍມີ 1 ຄົນໄດ້ປະກອບອາຊີບ.

ນອກນີ້ການປະກັນໄພແຮງງານໄດ້ຮັບການເພີ່ມທະວີເປັນກ້າວໆ. ໃນທ້າຍປີ2021, ໃນທົ່ວປະເທດມີ 480,74 ລ້ານຄົນເຂົ້າຮ່ວມການປະກັນໄພ ບຳນານພື້ນຖານຂອງພະລາກອນຢູ່ຕົວເມືອງ ມີ 354,31 ລ້ານຄົນເຂົ້າຮ່ວມ ການປະກັນໄພປິ່ນປົວພະຍາດພື້ນຖານຂອງພະລາກອນຢູ່ຕົວເມືອງ ມີ 229,58 ລ້ານຄົນເຂົ້າຮ່ວມການປະກັນໄພວ່າງງານ ມີ 282,87 ລ້ານຄົນ ເຂົ້າຮ່ວມການປະກັນໄພອຸປະຕິເຫດແຮງງານ ແລະມີ 237,52 ລ້ານຄົນ ເຂົ້າຮ່ວມການປະກັນໄພຈະເລີນພັນ.

ກອງພັນໃຫຍ່ 201 ເຂົ້າຮ່ວມການແຂ່ງຂັນຊ່ວງເຮືອປະຈໍາປີ 2022

0

ໃນວັນທີ 10 ຕຸລາ 2022 ນີ້, ກອງພັນໃຫຍ່ 201 ແລະ 3 ກອງພັນ ນ້ອຍທີ່ຂື້ນກັບກອງພັນໃຫຍ່ 201 ໃນກອງພົນທີ 2 ເຂົ້າຮ່ວມການແຂ່ງຂັນ ເຮືອຊ່ວງໃນງານບຸນວັນອອກພັນສາປະຈໍາປີ 2022, ເຊິ່ງໃນປີນີ້, ກອງພັນໃຫຍ່ 201 ຂອງພວກເຮົາກໍໄດ້ເຂົ້າຮ່ວມ, ໂດຍໄດ້ຄັດເລືອກເອົາ ນັກສີພາຍເຂົ້າມາຝຶກຊ້ອມເພື່ອເຂົ້າຮ່ວມການແຂ່ງຂັນ ທັງນີ້ກໍ່ເພື່ອເປັນ ການອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ສືບສານຮີດຄອງ ປະເພນີທາງດ້ານວັດທະນະທຳ ທັງເປັນການເຕົ້າໂຮມຄວາມສາມັກຄີຂອງ ພະນັກງານ-ນັກຮົບກັບພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ເປັນການປະກອບ ສ່ວນຢ່າງແຂງແຮງໃນການຟື້ນຟູເສດຖະກິດ-ການທ່ອງທ່ຽວ ກໍຄືປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການແຂ່ງຂັນເຮືອຊ່ວງໃນຄັ້ງນີ້ ເປັນປະເພດ 27-29 ສີພາຍ (ທັງຍິງ ແລະ ຊາຍ), ປະເພດຍິງ ມີເຮືອເຂົ້າແຂ່ງຂັນທັງໝົດ 3 ລໍາ ແລະ ປະເພດ ຊາຍມີເຮືອເຂົ້າແຂ່ງຂັນທັງໝົດ 11 ລໍາ, ຜ່ານການແຂ່ງຂັນເຮືອທີ່ສາມາດ ຍາດໄດ້ແຊ້ມປີ 2022 ນີ້, ປະເພດຍິງ ອັນດັບ 1 ໄດ້ແກ່ເຮືອ ບ້ານສຸວັນນະພູມ, ອັນດັບ 2 ໄດ້ແກ່ເຮືອໂຮງຮຽນປະຖົມບ້ານສຸວັນນະພູມ, ອັນດັບ 3 ໄດ້ແກ່ເຮືອບ້ານຫາດດ້າຍ, ສ່ວນປະເພດຊາຍ ອັນດັບ 1 ໄດ້ແກ່ເຮືອ ປກຊ ບ້ານສຸວັນນະພູມ, ອັນດັບ 2 ໄດ້ແກ່ເຮືອບ້ານຫາດດ້າຍ, ອັນດັບ 3 ໄດ້ແກ່ເຮືອຊາວໜຸ່ມບ້ານສຸວັນນະພູມ ແລະ ມີລາງວັນຊົມເຊີຍ ມອບໃຫ້ເຮືອທີ່ຕົກຮອບໄປ.

ພາບ-ຂ່າວ: ເກດ ອານຸສອນ

ຜົນກອງປະຊຸມຮ່ວມລະຫວ່າງ ຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ

0

ກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ກັບຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2 ປະຈໍາປີ 2022 ໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີການເຂົ້າຮ່ວມຂອງບັນດາທ່ານຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ, ສະມາຊິກລັດຖະບານ, ປະທານ, ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າຈາກບັນດາກະຊວງ.

ກອງປະຊຸມຄັ້ງນີ້ ດໍາເນີນດ້ວຍບັນຍາ ກາດ ອັນເອົາການເອົາງານ ແລະ ຮັບ ຜິດຊອບສູງ ສາມາດບັນລຸຜົນສໍາເລັດ ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້. ໃນກອງປະຊຸມບັນດາທ່ານສະມາຊິກລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນ ແລະ ໄດ້ສ້າງຄວາມເປັນເອກະພາບສູງ ຕໍ່ 10 ຫົວຂໍ້ ທີ່ສໍາຄັນນອນຢູ່ໃນຄວາມຮັບຜິດຊອບ ຂອງລັດຖະບານ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX. ກອງປະຊຸມ ໄດ້ຊີ້ນໍາມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ທະນາ ຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນນຳເອົາຜົນກອງປະຊຸມຄັ້ງນີ້ໄປປັບປຸງບົດລາຍງານພ້ອມທັງໃຫ້ກະຊວງກ່ຽວຂ້ອງ ແລະ ກຳມາທິການກ່ຽວຂ້ອງຂອງສະພາແຫ່ງຊາດ ສືບຕໍ່ເຮັດວຽກນຳກັນ ເພື່ອກ້າວໄປເຖິງສ້າງຄວາມເປັນເອກະພາບທາງດ້ານຕົວເລກຄາດໝາຍໃຫຍ່ໆ ມີບ່ອນອີງໜັກແໜ້ນ. ພ້ອມດຽວກັນນີ້, ລັດຖະບານ ຈະລົງເລິກຄົ້ນຄວ້າ ແລະ ກໍານົດມາດຕະການປະຕິບັດຕົວຈິງ ເພື່ອສູ້ຊົນບັນລຸຕົວເລກຄາດໝາຍດັ່ງກ່າວ.

ກອງປະຊຸມຮ່ວມລະຫວ່າງຄະນະລັດຖະ ບານ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຂຶ້ນກ່ອນຈະເປີດກອງປະຊຸມສະ ໄໝສາມັນຂອງສະພາແຫ່ງຊາດ ແຕ່ລະຄັ້ງໂດຍໄດ້ພັດປ່ຽນກັນເປັນເຈົ້າພາບນັ້ນແມ່ນມີຄວາມສໍາຄັນ ແລະ ເປັນປະ ໂຫຍດຫຼາຍ, ທັງເປັນກົນໄກເຮັດວຽກຮ່ວມກັນທີ່ມີປະສິດທິຜົນສູງ. ຜ່ານກອງປະຊຸມສາມາດເຮັດໃຫ້ລັດຖະບານ ແລະ ສະພາແຫ່ງຊາດມີຄວາມເຂົ້າໃຈ, ເປັນເອກະ ພາບກັນ ໃນບັນຫາສໍາຄັນຍິ່ງຂອງຊາດ ພ້ອມທັງ ເປັນການຮ່ວມກັນຄົ້ນຫາວິທີແກ້ໄຂທາງອອກທີ່ຖືກຕ້ອງທີ່ສຸດ ເພື່ອແກ້ໄຂບັນຫາທີ່ຕັ້ງຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນ.

ພາບ ແລະ ຂ່າວ ໂດຍ: ກົມປະຊາສໍາພັນ, ຫສນຍ

ເຮືອຣີສອດປາກນໍ້າຄານ ຄວ້າແຊັມຊ່ວງເຮືອປະເພນີ ປະຈໍາປີ 2022 ຢູ່ທ່າວັດຈັນ

0

ງານບຸນອອກພັນສາ ປະວໍລະນາ ແລະ ແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ປະ ເພດ 55 ສີພາຍ (ຊາຍ-ຍິງ) ໄດ້ຈັດຂຶ້ນວັນທີ 11 ຕຸລາ 2022 ຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ການແຂ່ງຂັນຊ່ວງເຮືອປະເພນີ ປະ ເພດ 55 ສີພາຍ ຊາຍ ມີເຮືອ 7 ລໍາ ແບ່ງ ອອກເປັນ 2 ກຸ່ມ ຄື:ກຸ່ມ ກ ມີນະ ຄອນຫຼວງ ອຸດສາຫະກຳເຫຼັກ (ຊຽງຄວນ) ບ້ານຫາດສວນ ຣີສອດປາກນໍ້າຄານ (ບໍລິສັດແສງເພັດ ເກັບກູ້ລະເບີດ) ແຊັມເກົ່າ ແລະ ເມືອງໄຊທານີ (ບ້ານຫາດກ້ຽງ) ກຸ່ມ ຂ ທິດາສາຍແວວ (ທະນາຄານພັດ ທະນາລາວ) ທິດາສ້ອຍຟ້າ (ບ້ານຫາຍໂສກ ເມືອງສີສັດຕະນາກ) ແລະ ສີຖານໃຕ້ (ພອນພຣະແກ້ວ)

ຜ່ານການແຂ່ງຂັນ, ຊະນະເລີດ ໄດ້ແກ່ເຮືອຣີສອດປາກນໍ້າຄານ ໄດ້ຮັບຂັນໜູນວຽນ ອັນດັບ 2 ເຮືອນະຄອນຫຼວງອຸດສາຫະກໍາ ອັນດັບ 3 ເຮືອທິດາສາຍແວວ ອັນດັບ 4 ເຮືອພອນພະແກ້ວ.

ຂະນະທີ່ປະເພດເຮືອ 55 ສີພາຍ ຍິງ ມີເຮືອ 5 ລໍາ ແບ່ງອອກເປັນ 2 ກຸ່ມ ຄື:ກຸ່ມ ກ ມີ ບ້ານຫາດສ້ຽວ (ທິດາສາຍແວວ) ບ້ານຫາດສວນ (ແຂວງວຽງຈັນ) ແລະ ເມືອງໄຊທານີ ກຸ່ມ ຂ ບໍສັດ ດວງຕາ ຫີນ-ຊາຍ (ຊຽງຄວນ) ແລະ ບ້ານທ່າພະ ຜົນປາກົດ, ຊະນະເລີດ ໄດ້ແກ່ເຮືອບໍລິ ສັດດວງຕາ ຫີນ-ຊາຍ ອັນດັບ 2 ເຮືອທິດາສາຍແວວ (ບ້ານຫາດສ້ຽວ) ອັນດັບ 3 ເຮືອ 3B ຂຸດຄົ້ນບໍ່ແຮ່ (ບ້ານທ່າພະ) ແລະ ອັນດັບ 4 ເຮືອເມືອງໄຊທານີ.

ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ຄື:ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລ ມູນຄ່າ 19,7 ລ້ານກີບ ພ້ອມເງິນລາງວັນ 20 ລ້ານກີບ ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15,25 ລ້ານກີບ ພ້ອມເງິນລາງວັນ 15 ລ້ານກີບ ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12 ລ້ານກີບ ພ້ອມເງິນລາງວັນ 10 ລ້ານກີບ ແລະ ລາງວັນທີ 4 ໄດ້ຮັບເງິນລາງວັນ 6 ລ້ານກີບ.

ສໍາລັບແຂ່ງຂັນຊ່ວງເຮືອກີລາ 12 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 21 ລໍາ ແບ່ງອອກເປັນ 4 ກຸ່ມ ຜ່ານການແຂ່ງ ຂັນ ໃນວັນທີ 10 ຕຸລາ 2022 ຊະນະເລີດ ໄດ້ແກ່ເຮືອບໍລິສັດອະພິມາ (ເມືອງວັງວຽງ) ໄດ້ຮັບຂັນໂລ+ເງິນລາງວັນ 10 ລ້ານກີບ ອັນດັບ 2 ເຮືອສູນຄົ້ນຄວ້າສາຍພັນເຂົ້າ-ບໍລິສັດເດດນະຄອນຂົນສົ່ງ ໄດ້ຮັບຂັນໂລ+ເງິນລາງວັນ 8 ລ້ານກີບ ອັນ ດັບ 3 ເຮືອໂຕໂນພາລວຍ ໄດ້ຮັບຂັນໂລ+ເງິນລາງວັນ 6 ລ້ານກີບ ແລະ ອັນດັບ 4 ບ້ານທ່າເດື່ອ ໄດ້ຮັບເງິນລາງວັນຊົມເຊີຍ 4 ລ້ານກີບ.

(ພາບ;ຂ່າວ: ຫນັງສືພິມວຽງຈັນໃຫມ່)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະໄຂຂຶ້ນໃນວັນທີ 16 ຕຸລານີ້

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະໄຂຂຶ້ນຢູ່ນະຄອນຫລວງປັກກິ່ງຂອງຈີນ ໃນວັນທີ 16 ຕຸລາ 2022 ໂດຍຈະມີຜູ້ແທນ 2.300 ທ່ານທີ່ໄດ້ຮັບການຄັດເລືອກຈາກ 38 ໜ່ວຍເລືອກຕັ້ງໃນຂອບ ເຂດທົ່ວປະເທດ.

ກອງປະຊຸມດັ່ງກ່າວ ຖືເປັນກອງປະຊຸມຄັ້ງຍິ່ງໃຫຍ່ທີ່ສໍາຄັນທີ່ສຸດ ເຊີ່ງຈະຈັດຂຶ້ນໃນທ່າມກາງທີ່ທົ່ວພັກກອມ ມູນິດຈີນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ຂອງການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນເຫດການປະຫວັດ ສາດສຳຄັນ 100 ປີອັນທີ 2. ກອງປະຊຸມໃຫຍ່ຄັ້ງນີ້ ຈະຊູຄັນທຸງຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ທ່ານ ມາວເຈີຕຸ້ງ, ທິດສະດີ ທ່ານ ເຕີ້ສຽວຜິງ, ແນວຄິດສໍາຄັນ “ສາມຕົວ ແທນ”, ທັດສະນະການພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດຂອງ ທ່ານ ສີຈິ້ນຜິງ ກ່ຽວກັບສັງຄົມນິດຍົມທີ່ມີສີສັນພິເສດຂອງຈີນໃນສະໄໝໃໝ່ຢ່າງຮອບດ້ານ,

ພ້ອມນີ້ ຈະສະຫຼຸບວຽກງານໃນ 5 ປີຜ່ານມາຢ່າງຕັ້ງໜ້າ ເພື່ອຍົກໃຫ້ເຫັນເຖີງຜົນສໍາເລັດອັນຍິ່ງໃຫຍ່ ແລະ ບົດ ຮຽນອັນລໍ້າຄ່າທີ່ສູນກາງພັກກອມມູນິດຈີນ ເຊີ່ງມີທ່ານ ສີຈິ້ນຜິງ ເປັນແກນນໍາຍາດມາໄດ້ໃນການສາມັກຄີ ແລະ ນໍາພາທົ່ວພັກກອມມູນິດຈີນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ ຍຶດໝັ້ນ ແລະພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ. ລົງເລິກວິເຄາະສະຖານະການພາຍ ໃນປະເທດ ແລະ ສາກົນ, ກຳໄດ້ຄວາມຕ້ອງການໃໝ່ໃນການພັດທະນາພາລະກິດຂອງຊາດ ແລະ ຂອງພັກ, ລວມເຖີງຄວາມປາດຖະໜາໃໝ່ຂອງປະຊາຊົນໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ວາງແຜນປະຕິບັດງານແລະທິດທາງນະໂຍບາຍໃຫຍ່, ປຸກລະດົມປະຊາຊົນບັນດາເຜົ່າ, ທົ່ວພັກ ແລະ ທົ່ວປະເທດ ເພີ່ມຄວາມໝັ້ນໃຈທາງປະຫວັດສາດ, ເພີ່ມທະວີຄວາມເປັນເຈົ້າການທາງປະ ຫວັດສາດ, ຍຶດໝັ້ນໃນແນວທາງທີ່ຖືກຕ້ອງ ແລະ ກ້າຊອກຄົ້ນແນວຄິດ ແລະ ແນວທາງການພັດທະນາໃໝ່, ກ້າວເດີນໄປໜ້າຢ່າງກ້າຫານ, ສືບຕໍ່ປະສານງານໂດຍລວມເພື່ອຊຸກຍູ້ແຜນການລວມ “ການພັດທະນາ 5 ພາລະກິດຢ່າງເປັນເອກະພາບກັນ”, ປະສານງານຊຸກຍູ້ການກໍານົດຍຸດທະສາດ “ຄວາມຮອບດ້ານ 4 ປະການ”, ສືບຕໍ່ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຂອງປະຊາຊົນທຸກຖ້ວນໜ້າ, ສືບຕໍ່ຊຸກຍູ້ໂຄງການໃໝ່ທີ່ຍິ່ງໃຫຍ່ຂອງການກໍ່ສ້າງພັກ, ສືບຕໍ່ຊຸກຍູ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສາມັກຄີສູ້ຊົນເພື່ອສ້າງປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ.

ນອກຈາກນີ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຍັງຈະມີການເລືອກຕັ້ງຄະນະກຳມະການສູນກາງພັກ ແລະ ຄະນະກຳມະການກວດກາສູນກາງພັກກອມມູນິດຈີນຊຸດໃໝ່.

Source: Chinadaily.com.cn

ລັດຖະມົນຕີ ຖວທ ຕ້ອນຮັບຜູ້ອຳນວຍການໃຫຍ່ອົງການສື່ມວນຊົນ ອີຕາ-ຕາສ ຂອງຣັດເຊຍ

0

ວັນທີ 10 ຕຸລາ 2022 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ເຊກິ ມິໄຣໂລວ (Sergei Mikhailov) ຜູ້ອຳນວຍການໃຫຍ່ອົງການສື່ມວນຊົນ ອີຕາ-ຕາສ (ITAR TASS) ຂອງຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ເພື່ອຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ໃຫ້ໄດ້ຮັບການພັດທະນາ.

ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເຊກິ ມິໄຣໂລວ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ກໍຄື ສຳນັກຂ່າວ ສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນອັນຄຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ດ້ານວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງສອງປະເທດ ລາວ-ຣັດເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ດ້ານຕ່າງໆ ຂອງສອງປະເທດ ຜ່ານລະບົບອອນລາຍ ແລະ ຜ່ານຊ່ອງທາງອື່ນໆ ໃນອະນາຄົດ ແລະ ຍາວນານ.

ທ່ານ ເຊກິ ມິໄຣໂລວ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງ ແລະ ສະເໜີຂໍເຊັນສັນຍາຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ກັບສຳນັກຂ່າວສານປະເທດລາວ ແລະ ໜັງສືພິມພາສາຕ່າງປະເທດ, ພ້ອມນັ້ນ, ທ່ານ ເຊກິ ມິໄຣໂລວ ຍັງໄດ້ຢືນຢັນວ່າ ອົງການສື່ມວນຊົນ ອີຕາ-ຕາສ (ITAR TASS) ຂອງຣັດເຊຍ ຈະປະກອບສ່ວນສະໜອງຂໍ້ມູນຂ່າວສານຕ່າງໆ ໃຫ້ກັບຂະແໜງສື່ມວນຊົນ ຂອງ ສປປ ລາວ ຢ່າງເປັນປົກກະຕິ ເພື່ອເຮັດໃຫ້ການຮ່ວມມື ລະຫວ່າງ ສື່ມວນຊົນ ຂອງຣັດເຊຍ ແລະ ລາວ ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ