Wednesday, September 24, 2025
Home Blog Page 903

ແລກປ່ຽນພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ

0

ໃນລະຫວ່າງວັນທີ 12-13 ຕຸລາ 2022, ກະຊວງການຕ່າງປະເທດ (ກົມສົນທິສັນຍາ ແລະ ກົດໝາຍ) ພາຍໃຕ້ການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຈັດກອງປະຊຸມຝຶກອົບຮົມພາກພື້ນ ກ່ຽວກັບ ການສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການຮ່ວມມື ແລະ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ແລະ ອະນຸສັນຍາທີ່ກ່ຽວຂ້ອງ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ 08 ແຂວງພາກເໜືອ ຊຶ່ງກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 12 ຕຸລາ 2022, ທີ່ ນະຄອນ ຫຼວງພະບາງ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ມີການເຂົ້າຮ່ວມກ່າວຄຳເຫັນໂດຍ ທ່ານ ຫຼີ້ ຈື້ກົ່ງ (Li Zhigong), ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ມີນັກວິທະຍາກອນຈາກສູນກາງທີ່ມາຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ຜູ້ຕາງໜ້າຈາກສາທາລະນະລັດ ສະຫະພາບມຽນມາ ແລະ ຣາຊະອານາຈັກໄທ ໃນຫົວຂໍ້ທີ່ພົວພັນກັບວຽກງານການຮ່ວມມືພາກພື້ນ ແລະ ສາກົນ ໃນການຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດທີ່ີມີການ ຈັດຕັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 90 ທ່ານ (ຍິງ 20 ທ່ານ).

ຈຸດປະສົງຂອງກອງປະຊຸມຝືກອົບຮົມໃນຄັ້ງນີ້ ເພື່ອແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ແລກປ່ຽນ ພາກປະຕິບັດທີ່ດີໃນການຈັດຕັ້ງປະຕິບັດສົນທິສັນຍາພາກພື້ນ ແລະ ສາກົນ ກ່ຽວກັບການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອຊຶ່ງກັນ ແລະ ກັນທາງດ້ານກົດ ໝາຍໃນບັນຫາອາຍາ ລະຫວ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພ້ອມທັງເປັນຂໍ້ມູນໃນການຈັດ ຕັ້ງປະຕິບັດ ແລະ ການຮ່ວມມືລະຫວ່າງບັນດາປະເທດດັ່ງກ່າວໃນການຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ລວມທັງການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນບັນຫາອາຍາໃນປັດຈຸບັນ ແລະ ອານາຄົດ, ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ເສີມຂະຫຍາຍການຮ່ວມມືທີ່ດີກັບບັນດາປະ ເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ສົນທິສັນຍາທີ່ໄດ້ເປັນພາຄີຮ່ວມກັນ ແລະ ເປັນການຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮ່ວມມືກັບປະເທດອ້ອມຂ້າງໃນວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳຂ້າມຊາດທີ່ມີການຈັດຕັ້ງໃຫ້ມີປະສິດທິ ພາບ, ປະສິດທິຜົນ ແລະ ໄດ້ຮັບປະຜົນໂຫຍດຮ່ວມກັນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ສະພາບອາກາດທົ່ວໄປ ປະຈໍາວັນທີ 13 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຍັງປົກຄຸມຢູ່ເຂດພາກ ເໜືອຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ໂດຍສະເພາະ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ເຂດພູພຽງ ບໍລະເວນ ພ້ອມຈະມີຝົນໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງ ທ້ອງຖິ່ນ.

ອິນເດຍ ສັ່ງໂຮງງານຢຸດຜະລິດຢາແກ້ໄອ

0

ຕາມ​ຂ່າວ​ຈາກ​ ນີວ​ແດນ​ລີ, ວັນທີ 12 ຕຸລານີ້ ອິນເດຍ ສັ່ງໃຫ້ ໂຮງງານ Maiden Pharmaceuticals​ເປັນບໍລິສັດຢາ ຂອງອິນເດຍຢຸດການຜະລິດຢາ ແກ້ໄອ ທີ່ອົງການອະນາໄມໂລກ ຄິດວ່າອາດມີ​ການພົວພັນກັບການເສຍຊີວິດຂອງເດັກນ້ອຍ 69 ຄົນ ໃນGambia ໃນພາກພື້ນອາຟຣິກາຕາເວັນຕົກ. ຫລັງ​ຈາກ ກວດ​ພົບ​ໂຮງງານ ​ດັ່ງກ່າວ​ ໄດ້​ລະ​ເມີດ​ ຂໍ້​ແນະນຳ 12 ຂໍ້, ດັ່ງນັ້ນຈຶ່ງໄດ້​ສັ່ງໃຫ້​ໂຮງງານ​ຢຸດ​ຜະລິດ​ຢາ​ແກ້​ໄອ​ໃນ​ທັນທີ. ກ່ອນ​ໜ້າ​ນີ້ອົງການອະນາໄມໂລກ ກ່າວວ່າ: ຜົນການວິເຄາະຫ້ອງທົດລອງພົບ​ວ່າຢາ 4 ຊະນິດ ທີ່ຜະລິດໂດຍ Maiden Pharmaceuticals​ ໄດ້​ແກ່ ຢາ​​ແກ້​ແພ້ (Promethazine Oral Solution), ຢາ​ແກ້​ໄອ ຊະນິດ​ນ້ຳ 2 ຊະນິດ (Kofexmalin Baby Cough Syrup, Makoff Baby Cough Syrup) ແລະ ຢາ​ແກ້​ໄຂ້ຊະນິດ​ນ້ຳ (Magrip N Cold Syrup) ມີ​ສ່ວນປະສົມຂອງ​ສານ diethylene glycol ແລະ ethylene glycol. ​ໃນ​ປະລິມານ​ສູງ​ເກີນ​ຂະໜາດ ​ໂດຍ​ສານເຫລົ່ານີ້ແມ່ນເປັນພິດ ແລະ ສາມາດເຮັດໃຫ້ເກີດຜິດ​ປົກກະຕິ​ຂອງ​ໝາກ​ໄຂ່ຫລັງກະທັນຫັນເປັນ​ອັນຕະລາຍ​ເຖິງ​ຊີວິດ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ໂຕໂຍຕ້າ ເປີດໂຮງງານໃນມຽນມາ

0

ຕາມ​ຂ່າວ​ຈາກ dailynews, ວັນ​ທີ 12 ​ຕຸລາ​ນີ້, ບໍລິສັດ Toyota Motor Corporation ​ໄດ້​ຢືນຢັນ​ວ່າ​ສາຍ​ການ​ເຮັດ​ວຽກປະກອບລົດຈາກໂຮງງານ ຂອງບໍລິສັດເຊິ່ງຕັ້ງຢູ່ ໃນເຂດ ເສດຖະກິດ ພິເສດ Thilawaໃນ​ເຂດ​ຊານ​ເມືອງ ຢ່າງ​ກຸ້ງ ຂອງ​ມຽນມາ ໂດຍໂຮງງານ ອຸດສາຫະກຳ ສ່ວນໃຫຍ່ ໃນເຂດນີ້ກໍ່ສ້າງດ້ວຍ ການລົງທຶນ ຈາກຍີ່ປຸ່ນ ມີ​ຂີດ​ ຄວາມ​ສາມາດ​ ໃນ​ການ​ປະກອບ​ລົດ​ ວັນ​ລະ 1-2ຄັນ ​ໃນ​ໄລຍະ​ນີ້​ ໂດຍ​ອາ​ໄສ ຊິ້ນ​ສ່ວນ ສົ່ງ​ມາ ​ມຽນມາ ​ເມື່ອ​ເດືອນ​ກັນຍາ​ ທີ່​ຜ່ານ​ມາ ​ເພື່ອ​ເປັນ​ການ ​ປະກອບສ່ວນ ຂອງ​ການ​ຂັບ​ເຄື່ອນ ອຸດສາຫະກຳ ​ແລະ ​ເສດຖະກິດ ລວມທັງ ຄຸນ​ນະພາ​ບ ຊີວິດ​ ຂອງ​ຊາວ​ມຽນມາ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ຈີນ ອອກແຜນແມ່ບົດຮັກສາປຶ້ມບູຮານ

0

ຕາມ​ຂ່າວ​ຈາກ​ ຊິນ​ຮວາ​,ວັນ​ທີ12​ຕຸລາ​ນີ້, ລັດຖະບານ​ຈີນ ​ໄດ້​ສ້າງ​ ແຜນ​ແມ່​ບົດ​ ລະຫວ່າງ​ ປີ 2021 ຫາ 2035 ​ເພື່ອ​ອະນຸລັກ​ ຮັກສາ ​ປຶ້ມ​ບູຮານ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ ໃນ​ບັນດາ ​ມໍລະດົກ ​ວັດທະນະທຳ​ ອັນ​ລ້ຳ​ຄ່າ​ ຂອງ​ຊາດ.ແຜນ​ແມ່​ບົດ ດັ່ງກ່າວ ປະກອບ​ ດ້ວຍ​ເນື້ອ​ໃນ 10 ພາກ ​ໂດຍ​ສຸມ​ໃສ່​ ການອະນຸລັກ​ ຮັກສາ ​ປຶ້ມ​ບູຮານ ​ໃນ​ຂົງ​ເຂດ​ຕ່າງໆ​ ລວມທັງ​ ການ​ປົກ​ປັກ ຮັກສາ, ຄົ້ນ​ຄ້ວາ, ພິມ​ຈຳໜ່າຍ, ຫັນ​ເປັນ​ ດິຈິ​ຕອນ.ແລະ ການສົ່ງເສີມ ຊຶ່ງ​ລວມທັງ 40 ໂຄງການ ແລະ ພາລະກິດ ສໍາຄັນທີ່ ຈະຕ້ອງ ​ເຮັດ​ໃຫ້ສໍາເລັດ.​ ເນື່ອງ​ຈາກ ປຶ້ມ​ບູຮານ​ ມີ​ຄວາມ​ສຳຄັນ​ ຕໍ່​ຄວາມ​ ພະຍາຍາມ ​ຂອງ​ຈີນເພື່ອ​ປະ​ຕິ​ບັດ ​ປະ​ເພ​ນີ​ ວັດ​ທະ​ນະ​ທໍາ​ສົ່ງ​ເສີມ ຄວາມ​ເປັນ​ຈີນ​ແລະ​ ​ເພີ່ມ​ຄວາມ​ເຂັ້ມ​ແຂງ ​ດ້ານ​ວັດທະນະທຳ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ໄທ ກະກຽມກອງປະຊຸມຂັ້ນສູງເອເປັກໃນເດືອນພະຈິກນີ້

0

ຕາມ​ຂ່າວ​ຈາກ VOVWORLD, ທ່ານ ອານຸຊາ ບູຣະພັດໄຊສຣິ ໂຄສົກ ລັດຖະບານໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ໄທ ​ໄດ້ເປັນ ປະທານ ກອງປະຊຸມ ລັດຖະບານ ເພື່ອຮັບຟັງ ການລາຍງານ ກ່ຽວກັບຄວາມຄືບໜ້າ ການກະກຽມສັບປະດາຂັ້ນສູງເວທີປາໄສ ການຮ່ວມມືດ້ານເສດຖະກິດອາຊີ-ປາຊີຟີກ (ເອເປັກ) ຄັ້ງທີ 29.

ເຊິ່ງຈະໄຂຂຶ້ນ ທີ່ນະຄອນຫລວງບາງກອກ ໃນເດືອນພະຈິກປີນີ້​ ໂດຍຫົວຂໍ້ຂອງກອງປະຊຸມຂັ້ນສູງເອເປັກ ຄັ້ງທີ 29 ທີ່ປະເທດ ເຈົ້າພາບໄທ ຄັດເລືອກແມ່ນ “ເປີດກ້ວາງສ້າງສໍາພັນ-ເຊື່ອມໂຍງກັນ-ສູ່ສົມດຸນ” ກ່ຽວກັບເນື້ອໃນເປີດກ້ວາງເພື່ອສ້າງຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ບັນດາພື້ນຖານເສດຖະກິດ ຂອງສະມາຊິກເອເປັກສະໜັບສະໜູນການສະເໜີ ຂອງໄທ ກ່ຽວກັບການພິຈາລະນາປຶກສາຫາລືສັນຍາຂົງເຂດການຄ້າເສລີອາຊີ-ປາຊີຟິກ, ໃນຂະນະທີ່ກອງປະຊຸມຂັ້ນລັດຖະມົນຕີ ການຄ້າໄດ້ເປັນເອກະສັນຂຶ້ນແຜນການ ໃຫ້ແກ່ໝາກຜົນຢ່າງລະອຽດ ​ໂດຍ​ຈະ​ມີຜູ້ນຳພື້ນຖານເສດຖະກິດສະມາຊິກຫລາຍ, ບັນດາແຂກຖືກເຊີນພິເສດ ແລະ ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນໄດ້ຮັບຄຳເຊີນ​ເຂົ້າຮ່ວມກອງປະຊຸມ​ໃນ​ຄັ້ງນີ້.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ວິກິດການໜີ້ສິນ ພວມແຜ່ລາມອອກໃນວົງກວ້າງຢູ່ບັນດາປະເທດພວມພັດທະນາ

0

ຕາມ​ຂ່າວ​ຈາກ VOVWORLD ​ເມື່ອ​ບໍ່​ດົນ​ມາ​ນີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກ່າວເຕືອນວ່າ: ວິກິດການໜີ້ສິນພວມແຜ່ລາມອອກໃນວົງກວ້າງຢູ່ຫລາຍພື້ນຖານເສດຖະກິດພວມພັດທະນາ ແລະ ມີຄວາມສ່ຽງ ຮ້າຍແຮງກວ່າອີກ, ນາບຂູ່ເຖິງເລື່ອງເຮັດໃຫ້ການຟື້ນຟູເສດຖະກິດທົ່ວໂລກອ່ອນແອລົງ. UNDP ຄາດວ່າ 54 ປະເທດ, ກວມກວ່າ ½ ຈຳນວນ ປະຊາກອນທຸກຍາກທີ່ສຸດໃນໂລກຕ້ອງການໄດ້ລົບລ້າງໜີ້ໂດຍທັນທີ ເພື່ອຫລີກລ້ຽງ ການຕົກເຂົ້າສູ່ ສະພາບອຶດຫິວ, ທຸກຍາກ ແລະ ສ້າງກາລະໂອກາດ ເພື່ອຮັບມືກັບບັນຫາດິນຟ້າອາກາດ. ຄຳກ່າວເຕືອນ ເຊິ່ງ UNDP ຍົກອອກມາໃນສະພາບທີ່ກອງທຶນເງິນຕາສາກົນ (IMF) ແລະ ທະນາ ຄານໂລກ (WB) ຈະຈັດກອງປະຊຸມຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ໃນອາທິດນີ້. ກອງປະຊຸມດຳເນີນໄປໃນຈຸດເວລາມີຄວາມວິຕົກກັງວົນອາດຈະເກີດການຊຸດໂຊມ ທາງດ້ານເສດຖະກິດທົ່ວໂລກ ນັບມື້ນັບເພີ່ມຂຶ້ນສູງ ແລະ ຫລາຍປະເທດພວມຜະເຊີນໜ້າກັບວິກິດການໜີ້ສິນ ຈາກ ສີລັງກາ ແລະ ປາກິດສະຖານ ລວມທັງເອທີໂອປີ ແລະ ຊຳບີ.

(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

ງານມະໂຫລານສະບາຍດີຫລວງພະບາງເຟສ ຊ່ວຍໃຫ້ເມືອງມໍລະດົກໂລກ ກັບມາຄຶ້ກຄືນອີກຄັ້ງ

0

ເມືອງມໍລະດົກໂລກ ຫລວງພະບາງ ແຂວງ ຫລວງພະບາງ ໄດ້ເປີດງານມະໂຫລານສະບາຍດີຫລວງພະບາງເຟັສ ລະຫວ່າງວັນທີ 6-9 ຕຸລາ ຜ່ານມານີ້ ທີ່ ເຮືອນຈັນ ໂດຍມີມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າຮ່ວມງານເປັນຈຳນວນຫລາຍ ອັນໄດ້ເຮັດໃຫ້ເມືອງຫລວງພະບາງ ມີ ບັນຍາກາດຄຶກຄືນທີ່ສຸດ ເນື່ອງຈາກໃນໄລຍະຜ່ານມາມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວພາຍໃນແຂວງຫລວງ ພະບາງ.

ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຫລວງພະບາງຫລາຍຂຶ້ນ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫລວງພະບາງ ໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງຕ່າງໆພາຍໃນແຂວງຈັດງານ ສະບາຍດີຫລວງພະບາງເຟັສ ໂດຍມີຈຸດປະສົງເພື່ອ ເຮັດໃຫ້ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ວັດທະນາທຳ- ຮີດຄອງປະເພນີອັນດີງາມຂອງຊາວຫລວງພະບາງຫລາຍຂຶ້ນ ເປັນກຽດເຂົ້າຮ່ວມພິທີເປີດງານຢ່າງເປັນທາງການ ມີທ່ານ ສີລິພອນ ສີພັນທອງ, ຮອງເຈົ້າແຂວງ ຫລວງພະບາງ, ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນ ຫລວງພະບາງ, ທ່ານອູເດດ ສຸວັນນະວົງ; ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ງານ ສະບາຍດີຫລວງພະບາງເຟັສ ມີເປົ້າໝາຍຫລັກເພື່ອໂຄສະນາການຜະລິດສິນຄ້າ, ການທ່ອງທ່ຽວແຂວງຫລວງພະບາງ ທີ່ຕິດພັນກັບເມືອງມໍລະດົກໂລກຫລວງພະບາງ ພ້ອມທັງເປັນການ ຟື້ນຟູທຸລະກິດການທ່ອງທ່ຽວ ແລະ ຂະແໜງທຸລະກິດ, ການຜະລິດທີ່ປິ່ນອ້ອມຂະແໜງການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການລະບາດຂອງພະຍາດໂຄ ວິດ-19 ພ້ອມນີ້, ຍັງເປັນການເປີດສັກກະລາດໃໝ່ ເພື່ອການຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມຫລາກຫລາຍ, ຮັບປະກັນດ້ານສິນຄ້າເພື່ອສະໜອງໃຫ້ແກ່ຕະຫລາດ ແລະ ການຊົມໃຊ້ພາຍໃນໃຫ້ໄດ້ດີຂຶ້ນກວ່າເກົ່າເທື່ອລະກ້າວ ແລະ ກ້າວໄປເຖິງການສົ່ງອອກສິນຄ້າທີ່ມີຄຸນນະພາບໄປສູ່ຕະຫລາດສາກົນ; ຄຽງຄູ່ກັນນີ້ກໍ່ເພື່ອເປັນການຟື້ນຟູ, ຮັກສາ, ສົ່ງເສີມສິລະປະ ວັດທະນະທຳ, ຮີດຄອງປະເພນີອັນເປັນດັ້ງເດີມຂອງຊາວຫລວງພະບາງ ທີ່ມີມາແຕ່ດົນນານໃຫ້ຄົງຄຸນຄ່າ ແລະ ໄດ້ຮັບການປົກປັກຮັກສາສືບທອດໄປພາຍພາກໜ້າ ແລະ ກາຍເປັນສິ່ງພົ້ນເດັ່ນ; ສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ; ພາຍໃນງານມີບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ບັນດາແຂວງອ້ອມຂ້າງນຳຜະລິດຕະພັນຂອງຕົນເຂົ້າມາວາງສະແດງ ແລະ ຈຳໜ່າຍ 64 ຮ້ານ; ງານສະບາຍດີຫລວງພະບາງມີເປົ້າໝາຍເພື່ອສ້າງຄວາມຍືນຍົງໃຫ້ແກ່ການທ່ອງທ່ຽວ ແລະ ສະໜັບສະໜູນບັນດາທຸລະກິດ ແລະ ຜູ້ປະກອບການທ້ອງຖິ່ນ ເຊັ່ນດຽວກັນກັບການສະເຫລີມສະຫລອງວັດທະນະທຳຮີດຄອງປະເພນີຂອງຊາວຫລວງພະບາງໃຫ້ເປັນທີ່ຮັບຮູ້ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະ 03 ເດືອນຜ່ານມາໄດ້ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າຫລວງພະບາງເພີ່ມຂຶ້ນ 30%, ນັກທ່ອງທ່ຽວສວ່ນຫລາຍແມ່ນເດີນທາງດ້ວຍລົດໄຟ, ຮອງລົງມາກໍ່ແມ່ນ ການເດີນທາງດ້ວຍເຮືອບິນ ແລະ ລົດສ່ວນຕົວ. ຄາດຄະເນແຕ່ນີ້ຮອດທ້າຍປີຈະເພີ່ມຂຶ້ນ 40%; ງານເທດສະການຄັ້ງນີ້ຍັງເປັນການສົ່ງເສີມ ແລະ ປົກປັກຮັກສາວັດທະນະທຳ ແລະ ມໍລະດົກຂອງລາວ ທັງເປັນການສະໜັບສະໜູນການອຸປະໂພກ, ບໍລິໂພກແບບຍືນຍົງໃນຂະແໜງການທ່ອງທ່ຽວ; ພາຍຫລັງທີ່ລັດຖະບານ ໄດ້ເປີດຮັບນັກທ່ອງທ່ຽວຢ່າງເປັນທາງການແລ້ວ, ຂະແໜງການທອ່ງທ່ຽວກໍ່ເລີ່ມກັບມາຄຶກຄື້ນຄືນ ໂດຍສະເພະາແມ່ນໄດ້ເຫັນນັກທ່ອງທ່ຽວກັບມາຫລວງພະບາງຄືນເຮັດໃຫ້ໂຮງແຮມ, ຮ້ານອາຫານ, ຕະຫລາດ ແລະ ທຸລະກິດອື່ນໆກັບມາມີຊີວິດຊີວາອີກຄັ້ງ; ນັກທ່ອງທ່ຽວມີສ່ວນຊ່ວຍອັນສຳຄັນໃຫ້ແກ່ເສດຖະກິດລາວ ໂດຍສະເພາະແມ່ນການນຳເອົາເງິນຕາຕ່າງປະເທດເຂົ້າມາແລ້ວ ແລະ ຊ່ວຍຟື້ນຟູການຈ້າງງານຄືນໃໝ່; ເຮັດໃຫ້ປະຊາຊົນມີລາຍຮັບ ເຊິ່ງເປັນພື້ນຖານສຳຄັນໃນການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວຫລວງພະບາງໃຫ້ດີຂຶ້ນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ກະຊວງ ຖວທ ຍົກລະດັບວຽກງານຮ່າງເອກະສານທາງລັດຖະການ

0

ໃນວັນທີ 12 ຕຸລາ 2022, ກະຊວງຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວ(ຖວທ) ຈັດຝຶກອົບຮົມຫົວຂໍ້ “ການຮ່າງເອກະສານທາງການ” ໃຫ້ແກ່ພະນັກງານ-ລັດຖະກອນຈາກກົມ, ຫ້ອງການ, ສະຖາບັນ ແລະ ພະແນກຕ່າງໆ ອ້ອມຂ້າງກະຊວງ ຖວທ ໂດຍການເຂົ້າຮ່ວມ ແລະ ກ່າວເປີດພິທີຂອງ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ, ມີວິທະຍາກອນ ຈາກກົມເອກະສານແຫ່ງຊາດ ກະຊວງ ພາຍໃນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບົວໄລ ພານຸວົງ ໄດ້ມີຄໍາເຫັນວ່າ: ການຝຶກອົບຮົມວຽກງານດັ່ງກ່າວ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງໃຫ້ແກ່ພະນັກງານ ເພື່ອຮັບປະກັນໃຫ້ການຮ່າງເອກະ ສານໃນວຽກງານທາງການ ມີຄວາມຖືກຕ້ອງຕາມຫລັກການທີ່ທາງການກໍານົດໄວ້ ໂດຍຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງ ກ່ຽວກັບຂໍ້ກຳນົດ, ຂໍ້ແນະນຳ ລະບຽບການດ້ານເອກະສານທາງການ ປະເພດຕ່າງໆ ທີ່ໄດ້ປະສົບພົບພໍ້ ແລະ ເຄີຍເຮັດເປັນປະຈຳ ໃນເວລາເຮັດວຽກຕົວຈິງ ໂດຍມີວິທະຍາກອນຜູ້ຊຳນານຈາກກະຊວງພາຍໃນ ຊຶ່ງແມ່ນກະຊວງ ທີ່ເປັນຜູ້ ກຳນົດກົດລະບຽບ ຫລັກການ ດ້ານການຮ່າງເອກະສານທາງການທີ່ນຳໃຊ້ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມຖືກຕ້ອງ ເປັນເອກະພາບກັນໃນທົ່ວປະເທດ ມາເປັນຜູ້ ແນະນຳ ແລະ ເຜີຍແຜ່ໂດຍກົງ.

ຊຸດຝຶກອົບຮົມກ່ຽວກັບວຽກງານດັ່ງກ່າວ, ຈະໄດ້ຈັດເປັນ 3 ຊຸດ ຄື: ຊຸດທີ 1 ແມ່ນວັນທີ 12/10/2022 ມີກຸ່ມເສນາທິການ ແລະ ກຸ່ມທ່ອງທ່ຽວໂຮມເຂົ້າກັນ, ປະກອບມີ: ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ, ກົມແຜນການ ແລະ ການຮ່ວມມືສາກົນ ແລະ ສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ. ສ່ວນກຸ່ມທ່ອງທ່ຽວ ປະກອບມີ: ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກົມພັດທະນາການທ່ອງທ່ອງທ່ຽວ, ກົມໂຄສະນາການທ່ອງທ່ຽວ ລວມທັງໝົດ 8 ພາກສ່ວນ.

ສ່ວນຊຸດທີ 2 ຈະຈັດຂຶ້ນໃນວັນທີ 14/10/2022 ສຳລັບ ກຸ່ມວັດທະນະທຳ ແລະ ຊຸດທີ 3 ຈັດໃສ່ວັນທີ 18/10/2022 ສຳລັບກຸ່ມ ສື່ມວນຊົນ.

ຂ່າວ: ສຸພາສະຫວັນ

Medialaos MMD

ແຈ້ງເຕືອນ! ຝົນຕົກໜັກ ຟ້າຮ້ອງ-ຟ້າເຫຼືອມ

0

ໃນວັນທີ 13 ຫາ 15 ຕຸລາ 2022 ນີ້ ຍ່ອມຄວາມກົດອາກາດຕ່ຳທີ່ປົກຄຸມຢູ່ທະເລຈີນໃຕ້ຕອນກາງ ແມ່ນຈະມີທ່າອ່ຽງເພິ່ມກຳລັງແຮງຂຶ້ນກາຍເປັນພະຍຸ ດີເປຼຊັ່ນ ໃນຕອນຄ່ຳຂອງວັນທີ 13 ຕຸລາ ນີ້ ເຊິ່ງຈະໄດ້ເຄື່ອນຜ່ານພາກກາງຂອງປະເທດຫວຽດນາມ ແລະ ຈະອ່ອນກຳລັງລົງເປັນຍ່ອມຄວາມກົດອາກາດຕ່ຳປົກຄຸມເຂດພາກາງ ແລະ ພາກໃຕ້ຂອງ ສປປ ລາວ; ເຊິ່ງຈະເຮັດໃຫ້ເກີດມີຟ້າຮ້ອງຝົນຕົກ-ຟ້າເຫຼືອມຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ກັບສະພາບຝົນຕົກໜັກ ແລະ ລົດພັດແຮງ ທີ່ອາດຈະເຮັດໃຫ້ມີນ້ຳຖ້ວມ-ນ້ຳອັ່ງ ຫຼື ນ້ຳໄຫຼຊຸ ໃນໄລຍະ 1 – 3 ວັນຕໍ່ໜ້ານີ້.

Medialaos MMD