Wednesday, September 24, 2025
Home Blog Page 902

ການນຳເມືອງບຸນເໜືອລົງມອບອຸປະກອນຊຸດໂທລະໂຄ່ງໃຫ້ບ້ານປາງຫົກໃໝ່

0

ວັນທີ 13 ຕຸລາ 2022 ນີ້ ການນໍາເມືອງບຸນເໜືອໄດ້ລົງມອບອຸປະກອນຊຸດໂທລະໂຄ່ງ ໃຫ້ບ້ານ ປາງຫົກໃໝ່ ໂດຍການນໍາພາ ຂອງທ່ານ ຄໍາໄຊ ວົງສັກ ກຳມະການພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ມີທ່ານ ນາງ ບົວສະໄໝ ລີລາວົງ ກຳມະການພັກເມືອງ ຫົວໜ້າຫ້ອງການ ຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ, ມີເລຂາຄະນະພັກຮາກຖານກຸ່ມງາຍເໜືອ, ອົງການປົກຄອງບ້ານພ້ອມດ້ວຍຊາວບ້ານເຂົ້າຮວ່ມເປັນສັກຂີພະຍານ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ຄໍາໄຊ ວົງສັກ ກຳມະການພັກເມືອງ ຮອງເຈົ້າເມືອງຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ ໃນນາມຕາງໜ້າການນໍາເມືອງໄດ້ສະແດງຄວາມຢື້ຢາມຖາມຂ່າວ ຄວາມສຸກທຸກຊີວິດເປັນຢູ່ຂອງພໍ່

ແມ່ປະຊາຊົນບ້ານປ່າງຫົກໃໝ່ ພ້ອມທັງເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ, ແນະນໍາແນວທາງການດຳລົງຊີວິດໃຫ້ມີການພັດທະນາເທື່ອລະກ້າວ. ພ້ອມດຽວກັນນີ້ທ່ານກໍໃຫ້ຮູ້ວ່າ:ອຸປະກອນຊຸດໂທລະໂຄ່ງທີ່ລົງມອບຄັ້ງນີ້ແມ່ນ ການນໍາເມືອງໄດ້ປຸກລະດົມຂົນຂວາຍຈາກບັນດາຫົວໜ່ວຍທຸລະກິດແລ້ວໄດ້ຮັບການອຸປະຖໍາຊ່ວຍເຫຼືອຈາກຮ້ານ ຄໍາໝັ້ນ ພູຊາ ຊື້-ຂາຍລົດມືສອງທຸກປະເພດ ແລະ ຮ້ານ PMC ຊື້ຂາຍລົດມືສອງທຸກປະເພດ.

#ລາຍການອຸປະກອນທີ່ລົງມອບໃນຄັ້ງນີ້ປະກອບມີ:

1.ເອັມ 1 ໜ່ວຍ

2.ສາຍໄຟ VAF ຂະໜາດ2×1=1 ກໍ້

3.ສາຍແຈກ 1 ສາຍ

4.ໄມ 1 ອັນ

5.ດອກປາກເລີ 2 ຫນ່ວຍ

ລວມມູນຄ່າ 5,410,000 ກີບ

ຈາກນັ້ນທ່ານກໍໃຫ້ກຽດມອບອຸປະກອນຊຸດໂທລະ

ໂຄ່ງໃຫ້ບ້ານຢ່າງເປັນທາງການ ໂດຍມີທ່ານ ສົມສີ ເລຂາພັກນາຍບ້ານຂຶ້ນຮັບ.

#ຂ່າວເມືອງບຸນເໜືອNews

#Medialaos#phongsaly

ມາດຕະການສ້າງຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ ຂອງຈີນມີປະສິດທິຜົນດີທີ່ສຸດ

0

ໃນກອງປະຊຸມຖະແຫຼງຂ່າວ ຂອງຄະນະກຳມະການວຽກງານສາທາລະນະສຸກ ແລະ ສຸຂະພາບແຫ່ງຊາດຈີນ ໃນຫວ່າງມໍ່ໆນີ້, ທ່ານ ຫວາງໄຫຕົ່ງ ຫົວໜ້າກົມ ຜູ້ອາຍຸສູງຂອງຄະນະກຳມະການດັ່ງກ່າວໄດ້ເວົ້າວ່າ: ລັດນຳໃຊ້ຫຼາຍມາດຕະ ການເພື່ອອຳນວຍຄວາມສະດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍ.

ນັບມາຮອດທ້າຍປີ 2021, ທົ່ວປະເທດໄດ້ສ້າງຕັ້ງໂຮງໝໍ ສັງລວມລະດັບສອງ ແລະ ລະດັບສອງຂຶ້ນໄປທີ່ມີພະແນກຜູ້ອາຍຸສູງ 4.685 ແຫ່ງ. ປີ 2025, ໂຮງໝໍ ສັງລວມລະດັບສອງ ແລະ ລະດັບສອງຂຶ້ນໄປມີຫຼາຍກວ່າ 60% ຈະສ້າງຕັ້ງ ພະແນກຜູ້ອາຍຸສູງ. ນອກນີ້, ຈີນໄດ້ສ້າງອົງການປິ່ນປົວສາທາລະນະສຸກສຳລັບຜູ້ອາຍຸສູງປະມານ 21.000 ແຫ່ງ. ອີງຕາມການຄາດຄະເນ, ໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 14 , ຍອດຈຳນວນປະຊາກອນຜູ້ອາຍຸສູງ ທີ່ມີອາຍຸ 60 ປີ ແລະ 60 ປີຂຶ້ນໄປຈະບຸກທະລຸ 300 ລ້ານຄົນ, ກວມຍອດຈຳນວນປະຊາກອນຈະຫຼາຍກວ່າ 20%.

ປັດຈຸບັນ, ການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງຢ່າງຕັ້ງໜ້າໄດ້ກາຍເປັນ ຍຸດທະສາດແຫ່ງຊາດແລ້ວ. ທ່ານ ຫວາງໄຫຕົ່ງ ກ່າວວ່າ: ການສ້າງຄວາມສະ ດວກໃຫ້ກັບຜູ້ອາຍຸສູງໃນການໄປຫາໝໍແມ່ນພາຫະນະ ແລະ ວິຖີທາງທີ່ມີຕົ້ນທຶນຕ່ຳສຸດແຕ່ມີປະສິດທິຜົນດີທີ່ສຸດ ໃນການຮັບມືກັບບັນຫາປະຊາກອນຜູ້ອາຍຸສູງ. ເພື່ອຊຸກຍູ້ວຽກງານໃນດ້ານນີ້, ທາງຄະນະກຳມະການສາທາລະນະສຸກ ແລະ ສຸຂະ ພາບແຫ່ງຊາດໄດ້ພິມ ແລະ ແຈກຢາຍເອກະສານນະໂຍບາຍກ່ຽວກັບການສ້າງ ລະບົບບໍລິການສຸຂະພາບຂອງຜູ້ອາຍຸສູງໃຫ້ທົ່ວເຖິງ, ໂດຍໄດ້ກຳນົດຢ່າງຈະແຈ້ງ ວ່າຈະສ້າງລະບົບການບໍລິການສຸຂະພາບຂອງຜູ້ອາຍຸສູງແບບສັງລວມທີ່ສົມບູນ ແບບ ແລະ ຕໍ່ເນື່ອງທີ່ປົກຄຸມທັງຕົວເມືອງ ແລະ ຊົນນະບົດໃນ 6 ດ້ານ ຄື: ການສຶກສາສຸຂະພາບ, ການປ້ອງກັນພະຍາດ ແລະ ການຮັກສາສຸຂະພາບ, ການບົ່ງມະຕິ ແລະ ປິ່ນປົວພະຍາດ, ການພະຍາບານເພື່ອຟື້ນຟູສຸຂະພາບ, ການເບິ່ງແຍງໃນໄລຍະຍາວ, ການປິ່ນປົວ ແລະ ການພະຍາບານຄົນເຈັບທີ່ອາຍຸຄາດຄະເນເຫຼືອແຕ່ 6 ເດືອນ ຫຼື ໜ້ອຍກວ່າ.

ຂ່າວ: ຊີອາໄອ

ມສ ວຽງຈັນ ສະຫຼຸບສົກຮຽນ 2021-2022 ພ້ອມສະຫຼອງວັນຄູແຫ່ງຊາດ

0

ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໄຊຍະເດດ ຊົງມີໄຊ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ສົມພຽນ ໄຊຍະເດດ ປະທານສະພາໂຮງຮຽນ, ພ້ອມດ້ວຍຄະນະອໍານວຍການໂຮງຮຽນ, ບັນດາແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆ, ພະນັກງານບໍານານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.

ໂອກາດດັ່ງກ່າວ, ທ່ານ ທອນພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມສ ວຽງຈັນ ໄດ້ຈັດຕັ້ງປະຕິບັດການຮຽນການສອນ ໃນສົກຮຽນ 2021-2022, ໄລຍະການສິດສອນ-ຮໍ່າຮຽນ ໂດຍສ່ວນຫຼາຍສິດສອນແບບອອນລາຍຜ່ານທາງວອດແອບ (Whats App), Zoom Google meeting ໂດຍເລີ່ມຮຽນພາກຮຽນ I ແມ່ນວັນທີ 1 ກັນຍາ 2021 ຫາ ວັນທີ 7 ມັງກອນ 2022 ໄດ້ສອບເສັງພາກຮຽນ ໃນວັນທີ 17 ຫາ 21 ມັງກອນ 2022 ແລະ ສອນພາກຮຽນ II ໃນວັນທີ 31 ມັງກອນ 2022 ຫາ 13 ພຶດສະພາ 2022 ໄດ້ສອບເສັງພາກຮຽນ 23-27 ພຶດສະພາ 2022, ສອບເສັງຄືນ ມ.1, ມ.2, ມ.3, ມ.5 ແລະ ມ.6 ໃນວັນທີ 30 ພຶດສະພາ ຫາ ວັນທີ 3 ມິຖຸນາ 2022, ສອບເສັງຈົບ ມ.4 ໃນວັນທີ 6 ຫາ 8 ກໍລະກົດ 2022 ແລະ ສອບເສັງຈົບ ມ.7 ໃນວັນທີ 14-16 ກໍລະກົດ 2022 ແລະ ມີນັກຮຽນສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ໄດ້ໃບປະກາດແດງ ຈໍານວນ 1 ຄົນ, ມ.7 ຈໍານວນ 9 ຄົນ, ຍິງ 6 ຄົນ, ນັກຮຽນເກັ່ງຮອບດ້ານຄະແນນ 7 ຂຶ້ນໄປທຸກວິຊາ ມ.4 ມີ 192 ຄົນ ແລະ ມ.7 ມີ 411 ຄົນ, ພິເສດນັກຮຽນທີ່ໄດ້ຮັບປະກາດສະນີຍະບັດແດງ ຈໍານວນ 9 ຄົນ ແລະ ນັກຮຽນເກັ່ງອັນດັບທີ 3 ລະດັບຊາດວິຊາຟີຊິກສາດ ແມ່ນໄດ້ຮັບທຶນການສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງຊາດ.

ນອກຈາກນັ້ນ, ຜູ້ເຂົ້າຮ່ວມໃນພິທີ ໄດ້ຮັບຟັງການເລົ່ານຄືນມູນເຊື້ອປະຫວັດຄວາມເປັນມາຂອງນາຍຄູຄຳ ແລະ ມູນເຊື້ອຂອງວັນຄູແຫ່ງຊາດ ຄົບຮອບ 28 ປີ (7 ຕຸລາ 1994 ຫາ ວັນທີ 7 ຕຸລາ 2022) ພ້ອມທັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູອາຈານ ແລະ ນ້ອງນັກຮຽນທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນວຽກງານການຮຽນການສອນພາຍໃນໂຮງຮຽນ ສອນດີ-ສອນເກັ່ງ ແລະ ຮຽນດີ-ຮຽນເກັ່ງອີກດ້ວຍ.

ໂດຍ ບົວລະພາ

ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3

0

ວັນທີ 12 ຕຸລາ 2022 ນີ້, ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວ ໂຄສະນາເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນຂອງພັກ-ລັດ ຢູ່ທີ່ຫ້ອງປະຊຸມຂອງເມືອງໂພນໄຊ ແຂວງຫຼວງພະບາງ ຊຶ່ງເປົ້າໝາຍ ຂອງຜູ້ເຂົ້າຮ່ວມ ຮັບຟັງການເຜີຍແຜ່ຜົນສຳເລັດກອງປະຊຸມ ປະກອບມີ: ຫົວຫນ້າ, ຮອງຫົວຫນ້າຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ເຂົ້າຮ່ວມ 97 ທ່ານ, ຍິງ 23 ທ່ານ.

ການລົງເຄື່ອນໄຫວວຽກງານໃນຄັ້ງນີ້, ທ່ານ ແກ່ນຈັນ ພິລາວັນ ຮອງເຈົ້າເມືອງ-ເມືອງໂພນໄຊ ກໍ່ໄດ້ຂື້ນຜ່ານບົດລາຍງານ ສະພາບໂດຍຫຍໍ້ ຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ ຊຶ່ງກໍ່ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ສິ່ງທ້າທາຍຫຼາຍບັນຫາ. ຈາກນັ້ນ ທ່ານ ນາງ ວຽນວິໄລດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍ່ໄດ້ໃຫ້ກຽດເຜີຍແຜ່ເນື້ອໃນຈິດໃຈ ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດທີ IX , ສະພາປະຊາຊົນແຂວງ ຊຸດທີ II ແລະ ເອກະສານສຳຄັນ ຂອງພັກ-ລັດ. ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ບັນຫາສຳຄັນຕ່າງໆ ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຢູ່ໃນກອງປະຊຸມ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ. ພ້ອມນີ້ ຍັງໄດ້ຮັບຟັງຄຳຄິດຄຳເຫັນ, ຂໍ້ຂັດຂ້ອງໝອງໃຈຂອງເມືອງທີ່ໄດ້ສະເໜີຕໍ່ກອງປະຊຸມ. ເຊິ່ງເຫັນໄດ້ຫລາຍບັນຫາ ທີ່ຕິດພັນກັບ ວຽກງານການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ.

ພ້ອມດຽວກັນນັ້ນ ທ່ານ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 6 ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ກໍໄດ້ອະທິບາຍ, ຊີ້ແຈງ ຕໍ່ກັບບັນດາຄຳສະເໜີຕ່າງໆ ໃຫ້ເຂົ້າໃຈຕໍ່ກັບບັນຫາດັ່ງກ່າວ ແລະ ທ່ານຍັງໄດ້ຮັບເອົາບາງຄຳສະເໜີຕ່າງໆເພື່ອນຳໄປສະເໜີ-ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ແລະ ແກ້ໄຂຕາມພາລະບົດບາດ ພ້ອມທັງໄດ້ຮຽກຮ້ອງໃຫ້ ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ຈົ່ງສືບຕໍ່ເອົາໃຈໃສ່ສ້າງເສດຖະກິດຄອບຄົວ ໂດຍສະເພາະແມ່ນການປູກຝັງ-ລຽ້ງສັດ, ພ້ອມທັງປຸກລະດົມເຕົ້າໂຮມຄວາມສາມັກຄີພາຍໃນເມືອງໃຫ້ໜັກແໜ້ນ; ຈົ່ງເປັນເຈົ້າການຮັກສາຄວາມສະຫງົບພາຍໃນເມືອງ ແລະ ຮັກສາວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ພ້ອມທັງເອົາໃຈໃສ່ ຍົກສູງສິດເປັນເຈົ້າ ໃນການຈັດຕັ້ງປະຕິບັດ ບັນດານະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ກໍຄືມະຕິກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ໃນໂອກາດການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ຍັງໄດ້ມອບງົບປະມານປະຈຳປີ 2022 ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໂພນໄຊ ຈຳນວນ: 10.000.000 ກີບ. (ສິບລ້ານກີບ)

ຂ່າວ ບຸນມີ ໄຊຍະກຸມມານ ນັກຂ່າວຂອງຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

#Medialaos

#ແຂວງຫລວງພະບາງ

#ນັກຂ່າວໂທລະພາບແຂວງ

ຕະຫຼາດການປະກອບອາຊີບຂອງອາເມຣິກາ ອາດຈະຫຼຸດລົງໃນປີ 2023

0

ຂ່າວສານຊີອາໄອລາຍງານ ໂດຍອີງຕາມການລາຍງານຂອງເວັບໄຊ CNN ຂອງອາເມຣິກາລະບຸວ່າ: ທະນາຄານອາເມຣິກາ ໄດ້ເປີດເຜີຍບົດລາຍງານສະບັບຫຼ້າສຸດເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຄຽງຄູ່ກັບທະນາຄານກາງອາເມຣິກາ (FED) ມີຄວາມກົດດັນນັບມື້ນັບສູງຂຶ້ນທີ່ເພີ່ມອັດຕາດອກເບ້ຍ ເພື່ອຫຼຸດຜ່ອນໄພເງິນເຟີ້, ຈຳນວນຜູ້ປະກອບອາຊີບທີ່ບໍ່ແມ່ນຂະແໜງການກະສິກຳຈະຫຼຸດໜ້ອຍລົງໃນຕົ້ນປີ 2023 ແລະ ຄາດວ່າ ໃນໄຕມາດທີ 4 ຂອງປີນີ້ ຈັງຫວະເຕີບໂຕດ້ານການປະກອບອາຊີບຂອງອາເມຣິກາຈະຫຼຸດໜ້ອຍລົງປະມານເຄິ່ງໜຶ່ງ ແລະ ໃນໄຕມາດທີ 1 ປີ 2023 ໃນແຕ່ລະເດືອນຕຳແໜ່ງວຽກເຮັດງານທຳຈະຫຼຸດໜ້ອຍລົງປະມານ 175.000 ຕຳແໜ່ງ ໂດຍອີງຕາມຂໍ້ມູນທີ່ທະນາຄານອາເມຣິກາເຜີຍແຜ່ນັ້ນສະແດງໃຫ້ເຫັນວ່າ ການວ່າງງານຈະສືບຕໍ່ກວມເອົາສ່ວນຫຼາຍໃນປີ 2023. ນອກຈາກນີ້, ບົດລາຍງານຍັງສະແດງໃຫ້ເຫັນວ່າ ໃນປີ 2023 ອັດຕາການວ່າງງານຂອງອາເມຣິກາຈະສູງເຖິງ 5,5%, ຂະນະທີ່ອົງການ FED ຄາດຄະເນວ່າ ອັດຕາການວ່າງງານໃນປີ 2023 ຈະມີເຖິງ 4,4%.

ລາວ-ອາເມຣິກາ ທົບທວນການຮ່ວມມື ສ້າງສະພາບແວດລ້ອມເອື້ອອຳນວຍຕໍ່ທຸລະກິດ

0

ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ Ami Bcra ສະມາຊິກສະພາຕໍ່າ ສະຫະລັດອາເມຣິກາ ປະທານອະນຸກຳມະ ການຮັບຜິດຊອບອາຊີ, ປາຊີຟິກ, ອາຊີກາງ ແລະ ບັນຫາເກືອດຫ້າມຕ່າງໆພ້ອມຄະນະ ເຂົ້າຢ້ຽມພົບປະ ເມື່ອວັນທີ 12 ຕຸລາ ນີ້ ທີ່ກະຊວງ ອຄ, ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-13 ຕຸລາ 2022 ນີ້ ໂດຍສະເພາະມາຕິດຕາມໂຄງການຊ່ວຍເຫຼືອຂອງລັດຖະບານ ສະຫະລັດອາເມລິກາ.

ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວ ສະແດງຄວາມຕ້ອນຮັບຊົມເຊີຍຕໍ່ ທ່ານ Ami Bcra ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ຊຶ່ງການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງ ແລະ ກັນ ລະຫວ່າງລາວ-ອາເມຣິກາທີ່ມີມາແລ້ວນັ້ນໃຫ້ນັບມື້ມີບາດກ້າວດີຂຶ້ນເລື້ອຍໆ

ໃນນັ້ນຍັງໄດ້ທົບທວນການຮ່ວມມື ໂດຍສະເພາະໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID Laos Business Environment – LBE) ພາຍໃຕ້ການສະໜັບສະໜູນຂອງອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ມີເປົ້າໝາຍເພື່ອປັບປຸງຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນ ສປປ ລາວ ໃຫ້ສາມາດປະກອບສ່ວນເປັນຢ່າງດີເຂົ້າໃນການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດ. ໂຄງການມີແຜນການຈັດຕັ້ງປະຕິບັດເປັນເວລາ 5 ປີ, ຕັ້ງແຕ່ປີ 2019 – 2024 ໂດຍ ບໍລິສັດ International Business Initiatives (IBI) ປະກອບມີ 3 ອົງປະກອບຄື: ອົງປະກອບທີ 1: ປັບປຸງຄວາມສາມາດໃນການແຂ່ງຂັນທຸລະກິດຂະໜາດນ້ອຍ ແລະ ກາງ ໃຫ້ດີຂຶ້ນ, ອົງປະກອບທີ 2: ປັບປຸງການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫຼາຍຂຶ້ນ, ອົງປະກອບທີ 3: ການອຳນວຍຄວາມສະດວກຕໍ່ລະບົບເສດຖະກິດຕະຫຼາດ ໃນນັ້ນບັນດາກົມທີ່ຮ່ວມຈັດຕັ້ງປະຕິບັດກິດຈະກຳກັບໂຄງການມີ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ປະສານງານຫຼັກສຳລັບອົງປະກອບທີ 1), ກົມແຜນການ ແລະ ການຮ່ວມມື (ປະສານງານຫຼັກສຳລັບອົງປະກອບທີ 2), ກົມນະໂຍບາຍການຄ້າຕ່າງປະເທດ (ປະສານງານຫຼັກສຳລັບອົງປະກອບທີ 3) ນອກນີ້ຍັງມີກົມການນຳເຂົ້າ ແລະ ສົ່ງອອກ, ກົມສົ່ງເສີມການຄ້າ, ກົມການຄ້າພາຍໃນ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມຊັບສິນທາງປັນຍາ ແລະ ຫ້ອງການກະຊວງ.

(ຂ່າວ-ພາບ: ສຳນານ)

ປະທັບໃຈ ບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ ທ່າວັດຈັນ

0

ຜູ້ຂຽນກໍເປັນຜູ້ໜຶ່ງມີໂອກາດພາຄອບຄົວໄປທ່ຽວ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2022 ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ງານບຸນແມ່ນເລີ່ມແຕ່ວັນທີ 8-11 ຕຸລາ 2022 ຊຶ່ງມີມວນຊົນຊາວນະຄອນຫຼວງວຽງຈັນ ກໍຄືມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫຼາຍຢ່າງຄຶກຄື້ນ, ທັງຮັກສາໄດ້ຄວາມເປັນລະບຽບຮຽບ ຮ້ອຍ, ຄວາມສະຫງົບປອດໄພ, ຄວາມສະອາດຈົບງາມ ແລະ ສ້າງຄວາມປະທັບໃຈແກ່ຜູ້ເຂົ້າມາທ່ຽວເປັນຢ່າງດີ.

ໃນໄລຍະ 2 ປີຜ່ານມາ ຍ້ອນມີການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຈະການຈັດງານບຸນຕ່າງໆ, ມາປີນີ້ການລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດລົງຫຼາຍ ຈຶ່ງໄດ້ມີງານບຸນປະເພນີດັ່ງກ່າວຂຶ້ນມາອີກຄັ້ງ ເຮັດໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈຫຼັ່ງໄຫຼກັນມາທ່ຽວເປັນຈຳນວນຫຼາຍ, ການຈັດງານບຸນໃນປີນີ້ເຫັນໄດ້ວ່າມີຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳທີ່ສ້າງຄວາມມ່ວນຊື່ນ ຕະຫຼອດໄລຍະ 4 ວັນຄື: ໃນຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ເດືອນ 11 ມີພິທີໃສ່ບາດຂອງຊາວພຸດຢູ່ຕາມວັດວາອາຮາມຕ່າງໆ, ຕອນຄໍ່າ ທີ່ແຄມຂອງ ທ່າວັດຈັນ ຍັງມີພິທີວຽນທຽນ, ລອຍກະໂທງ, ໄຫຼເຮືອໄຟ ແລະ ປ່ອຍໂຄມໄຟ. ພ້ອມນີ້, ໃນໄລຍະງານບຸນຍັງມີພິທີແຂ່ງຂັນຊ່ວງເຮືອປະເພດຕ່າງໆຂຶ້ນຢ່າງຄຶກຄື້ນ, ມ່ວນຊື່ນ, ຊຶ່ງມີກອງເຊຍ-ກອງເຊີ້ງ ຈາກພາກສ່ວນຕ່າງໆມາສ້າງສີສັນ, ສ້າງຄວາມເບີກບານມ່ວນຊື່ນເຮັດໃຫ້ເປັນທີ່ຕິດອົກຕິດໃຈ, ດຶງດູດຈິດໃຈ ແລະ ປະທັບໃຈ ໃຫ້ແກ່ຜູ້ມາທ່ຽວຊົມໄດ້ເປັນຢ່າງດີ, ໃນນັ້ນຍັງກິດຈະກຳວາງສະແດງ-ຂາຍສິນຄ້າບໍລິໂພກ-ອຸປະໂພກຕ່າງໆ ໃຫ້ຜູ້ມາທ່ຽວໄດ້ເລືອກຈັບຈ່າຍຊື້-ຂາຍສິນຄ້າດັ່ງກ່າວ, ພ້ອມມີສະຖານທີ່ຫຼິ້ນສຳລັບເດັກນ້ອຍ, ລູກຫຼານ ແລະ ໃນທຸກຄໍ່າຄືນຍັງມີເວທີສະແດງສິລະປະວັນນະຄະດີ ຕື່ມອີກ.

ພ້ອມດຽວກັນນີ້, ໃນລະຫວ່າງ ງານບຸນດັ່ງກ່າວຍັງມີຫຼາຍພາກສ່ວນ ໄດ້ເອົາໃຈໃສ່, ມີຄວາມຮັບຜິດຊອບສູງ ໃນການປ້ອງກັນສະກັດກັ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມປອດໄພໂດຍພື້ນຖານ ທັງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊາວໜຸ່ມ ທົ່ວນະຄອນຫຼວງວຽງຈັນ ສຸມໃສ່ປ້ອງກັນກວດກາຄົນເຂົ້າ-ອອກພາຍໃນງານບຸນດັ່ງກ່າວ ເພື່ອເຮັດໃຫ້ການຈັດງານບຸນດຳເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ເຮັດໃຫ້ການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປີ 2022 ເປັນໜ້າປະທັບໃຈ ດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງປະເທດ ເຂົ້າມາທ່ອງທ່ຽວລາວ, ທ່ຽວຊົມງານບຸນປະເພນີຂອງຊາດເປັນຈຳນວນຫຼາຍ ໄດ້ມາແລ້ວປີໜ້າຢາກມາທ່ຽວອີກ.

ໂດຍ: ວັນເພັງ

ຄະ​ນະ​ຜູ້​ແທນ ຄະ​ນະ​ພົວ​ພັນ​ຕ່າ​ງ​ປະ​ເທດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ຢ້ຽມ​ຢາມ ສ​ປ​ປ ລາວ

0

ເພື່ອ​ເປັນ​ການ​ຊຸກ​ຍູ້ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ຂໍ້​ຕົກ​ລົງ​ຂອງ ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ລາວ-ຫວຽດ​ນາມ, ຄະ​ນະ​ຜູ້​ແທນ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທ​ດ​ສູນ​ກາງ​ພັກ ກອມ​ມູ​ນິດ​ຫວຽດ​ນາມ ນຳ​ໂດຍ ສະ​ຫາຍ ນາງ ຫງວຽນ ຖິ​ ຮ​ວ່າງ ​ເວິນ ຮອງ​ຫົວ​ໜ້າ ​ຜູ້​ປະ​ຈຳ​ການ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ ໄດ້​ມາ​ເຄື່ອນ​ໄຫວຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສປ​ປ​ ລາວ ແຕ່​ວັນ​ທີ 11-14 ຕຸ​ລາ 2022 ເພື່ອ​ຮ່ວມ​ກັບ​ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປ​ປ ​ລາວ, ບັນ​ດາກະຊວງ, ​ຂະ​ແໜງ​ການ ທີ່​ກ່ຽວ​ຂ້ອງ​ຂອງ​ລາວ ຕີ​ລາ​ຄາ​ຄືນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ບັນ​ດາ​ໂຄງ​ການຊ່ວຍ​ເຫຼືອ ແລະ ຮ່ວມ​ມື​ລົງ​ທຶນ​ ຂອງ​ສອງ​ຝ່າຍ​ໃນ​ໄລ​ຍະ ຜ່ານ​ມາ.

ໃນ​ວັນ​ທີ 12 ຕຸ​ລາ 2022, ຄະ​ນະ​ໄດ້​ເຂົ້າ​ຢ້ຽມຂ່ຳ​ນັບ ສະ​ຫາຍ ທອງ​ສະ​ຫວັນ ພົມ​ວິ​ຫານ ກຳ​ມະ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປະ​ຊາ​ຊົນ ປ​ະ​ຕິ​ວັດ​ລາວ ​ຊຶ່ງ​ໃນ​ໂອ​ກາດ​ດັ່ງ​ກ່າວ ສະ​ຫາຍ ນາງ ຫງວຽນ ​ຖິ ຮ​ວ່າງ ​ເວິນ ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ​ອັນ​ສະ​ໜິດ​ສະ​ໜົມ ຖານ​ສະ​ຫາຍ​ອ້າຍ​ນ້ອງ ທີ່​ຝ່າຍ​ລາວ​ມີ​ໃຫ້​ແກ່​ຄະ​ນະ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ລາຍ​ງານ ​ໃຫ້​ສະ​ຫາຍ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາ​ງ​ພັກ ປ​ປ​ ລາວ ຮັບ​ຊາບ​ກ່ຽວ​ກັບ​ຜົນ​ຂອ​ງ​ການ​ພົບ​ປະ ແລະ ​ເຮັດ​ວຽກ ​ກັບ ສະ​ຫາຍ ສົມ​ພອນ ສີ​ຈະ​ເລີນ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປ​ປ ລາວ ແລະ ລະ​ຫວ່າງ ສອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ລາວ-ຫວຽດ​ນາມ ກັບ​ບັນ​ດາ​ກະ​ຊວງ, ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ຝ່າຍ​ລາວ ເພື່​ອ​ຕີ​ລາ​ຄາ​ຄືນ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂໍ້​ຕົກ​ລົງ​ຂັ້ນ​ສູງ​ ລະ​ຫວ່າງ ສອງ​ພັກ ປະ​ຈຳ​ປີ 2022 ກ່ຽວ​ກັບ ບັນ​ດາ​ໂຄງ​ການ​ຊ່ວຍ​ເຫຼືອ​ຈາກ ພັກ ແລະ ລັດ​ຖະ​ບານ ຫວຽດ​ນາມ ໃຫ້​ແກ່ ສ​ປ​ປ​ ລາວ.

ສະ​ຫາຍ ທອງ​ສະ​ຫວັນ ພົມ​ວິ​ຫານ ໄດ້ຕີ​ລາ​ຄາ​ສູງ ແລະ ຊົມ​ເຊີຍ ຕໍ່​ການ​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ຄະ​ນະ​ຢູ່ ສ​ປ​ປ ລາວ ໃນ​ຄັ້ງ​ນີ້ ຊຶ່ງ​ເປັນ​ໂອ​ກາດ​ດີ​ທີ່​ສອງ​ຝ່າຍ ຈະ​ໄດ້​ຮ່ວມ​ກັນ​ຕີ​ລາ​ຄາ​ຄືນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ ຂອງ​ສອງການ​ນຳຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ ເວົ້​າ​ລວມ, ເວົ້​າ​ສະ​ເພາະ​ລະ​ຫວ່າງ ສອງ​ຄະ​ນະ​ພົວ​ພັນ​ຕ່າວ​ປະ​ເທດ​ສູນ​ກາງ​ພັກ ລາວ-ຫວຽດ​ນາມ ແລະ ໄດ້ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຜົນ​ສຳ​ເລັດ​ການ​ພົບ​ປະ​ຂອງ​ສອ​ງ​ຝ່າຍ ແລະ ໄດ້​ແຈ້​ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​, ແຜນ​ງົບ​ປະ​ມານ ແລະ ແຜນ​ເງິນ​ຕາ ຕົ້ນ​ປີ 2022 ຕິດ​ພັນ​ກັບ​ຜົນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 2 ວາ​ລະ​ແຫ່ງ​ຊາດ ຄຽງ​ຄູ່​ກັບ​ການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ; ສະ​ຫາຍ ໄດ້​ຕີ​ລາ​ຄາ​ສູງບາດ​ກ້າວ​ບຸກ​ທະ​ລຸ​ດ້ານ​ການ​ເມືອງ ຂອງ​ຫວຽດ​ນາມ ຈາກການປັບປຸງບົດບາດຂອງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການຕ້ານຂະບວນການສໍ້ລາດບັງຫຼວງຢ່າງຕັ້ງໜ້າ, ພ້ອມ​ດຽວ​ກັນ​ນີ້ ສະ​ຫາຍ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນຕະຫຼອ​ດ​ມາ.

​ໃນ​ໄລ​ຍະ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ, ​ຄະ​ນະ​ໄດ້​ເຮັດ​ວຽກ​ກັບ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປ​ປ ລາວ ແລະ ບັນ​ດາ​ກະ​ຊວງ​ຂອງ​ລາວ, ໄດ້​ໄປ​ຢ້ຽມ​ຢາມ ແລະ ລົງ​ກວດ​ກາ ​ບາງ​ໂຄງ​ການ​ຮ່ວມ​ມື ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ ແຂວງໄ​ຊ​ສົມ​ບູນ.

ຂ່າວ: ຄ​ຕ​ພ

ຍີ່ປຸ່ນ ແລະ ການາດາ ເຈລະຈາກ່ຽວກັບຂໍ້ຕົກລົງການແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງ

0

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 11 ຕຸລາ ຜ່ານມາ, ທ່ານ ໂຢຊິມະສະ ຮາຢາຊິ ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ທ່ານນາງ ເມລານີ ໂຈລີ ລັດຖະມົນຕີການຕ່າງປະເທດການາດາ ໄດ້ເຫັນດີຈະເລີ່ມດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງແລກປ່ຽນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສອງປະເທດ.

ຂ່າວລະບຸວ່າ: ໃນການຖະແຫຼງຂ່າວຮ່ວມພາຍຫຼັງການເຈລະຈາຂອງສອງຝ່າຍຢູ່ ນະຄອນຫຼວງ ໂຕກຽວ, ທ່ານ ໂຢຊິມະສະ ຮາຢາຊິ ແລະ ທ່ານນາງ ເມລານີ ໂຈລີ ໄດ້ປະກາດແຜນການດຳເນີນງານຂອງສອງປະເທດໂດຍມຸ່ງໄປສູ່ການຫັນມະຫາສະໝຸດອິນເດຍ-ປາຊີຟິກ ເສລີ ແລະ ເປີດກວ້າງ ເພື່ອບັນລຸຂໍ້ຕົກລົງການແບ່ງປັນຂໍ້ມູນຂ່າວສານດ້ານຄວາມໝັ້ນຄົງໂດຍໄວ.

ພາຍໃຕ້ແຜນການປະຕິບັດງານດັ່ງກ່າວ, ຍີ່ປຸ່ນ ແລະ ການາດາ ໃຫ້ຄຳໝັ້ນສັນຍາຈະຂະຫຍາຍການຮ່ວມມືດ້ານປ້ອງກັນປະເທດ ເຊັ່ນ: ການຊ້ອມຮົບຮ່ວມ ແລະ ການແລກປ່ຽນດ້ານການທະຫານ, ພ້ອມທັງຮັບປະກັນການສະໜອງແຫຼ່ງພະລັງງານ ເຊັ່ນ: ອາຍແກັສທຳມະຊາດ.

ໃນຂົງເຂດເສດຖະກິດ ແລະ ການຄ້າ, ໃນຖານະທີ່ເປັນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ການາດາ ແລະ ຍີ່ປຸ່ນ ກໍໃຫ້ຄຳໝັ້ນສັນຍາຮັກສາບັນດາມາດຕະການສູງດ້ານການເຂົ້າເຖິງຕະຫຼາດ ແລະ ຫຼັກການຮັບປະກັນການຄ້າຍຸຕິທຳ.

ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນ ຕີ ແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2ໃນວັນທີ 12 ຕຸລາ 2022

0

ໃນຕອນບ່າຍຂອງວັນທີ 12 ຕຸລາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງເສີມຜູ້ປະກອບການຍິງໃນອາຊຽນ”(ແບບທາງໄກ), ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານອາຊຽນປີ 2022, ໂດຍມີບັນດາຜູ້ນຳອາຊຽນ, ລັດຖະມົນຕີ, ຕາງ ໜ້າຜູ້ນຳຍິງອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວແມ່ນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະ ທານຄະນະບໍລິຫານງານສູນກາງສະຫະ ພັນແມ່ຍິງລາວ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງ ບົດບາດຂອງແມ່ຍິງ ກໍຄືບັນດາຜູ້ປະກອບການແມ່ຍິງ ທີ່ໄດ້ປະ ກອບສ່ວນອັນສໍາຄັນເຂົ້າໃນຂະບວນ ການຟື້ນຟູເສດຖະກິດ-ສັງຄົມ ຢູ່ໃນພາກພື້ນອາຊຽນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນການລວມຂອງອາຊຽນ ກໍຄືການພັດທະນາແບບຍືນຍົງຢູ່ໃນພາກພື້ນ.ກອງປະຊຸມໄດ້ເຫັນດີສືບຕໍ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກ ງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນ່ໃສ່ສົ່ງເສີມການສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບແມ່ຍິງໃນແຕ່ລະຂົງເຂດ ໂດຍການສ້າງເງື່ອນໄຂ ແລະ ກາລະໂອ ກາດ ໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ສົ່ງເສີມການມີວຽກເຮັດງານທຳ, ການເຂົ້າເຖິງແຫຼ່ງທຶນ ແລະ ແຫຼ່ງຂໍ້ມູນຂ່າວ ສານ ເພື່ອສົ່ງເສີມທ່າແຮງໃຫ້ຜູ້ປະກອບການແມ່ຍິງ ຈາກວິສາຫະກິດຂະໜາດໜ້ອຍໃຫ້ກາຍເປັນວິສາຫະກິດຂະ ໜາດໃຫຍ່ໃນຂົງເຂດທີ່ກວ້າງຂຶ້ນ. ດັ່ງນັ້ນ, ການສ້າງຄວາມຍືນຍົງ, ກວມລວມ ແລະ ເຂັ້ມແຂງ ໃນອະນາຄົດໃຫ້ກັບຜູ້ປະກອບການຍິງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຂະແໜງການຕ້ອງໄດ້ມີສ່ວນຮ່ວມນໍາກັນ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຢໍ້າວ່າ ການເລັ່ງລັດຈັດຕັ້ງປະຕິບັດແຜນງານຍຸດທະສາດ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍໃນອາຊຽນ ຈະເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກຂົງເຂດວຽກງານ ໂດຍສະເພາະການສົ່ງເສີມຜູ້ປະກອບການແມ່ຍິງ. ພ້ອມທັງ, ໄດ້ກ່າວວ່າ ໃນທິດທາງຕໍ່ໜ້າ, ເພື່ອເຮັດໃຫ້ບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆຂອງອາຊຽນ ໄດ້ຮັບການຈັດຕັ້ງເປັນຮູບປະທໍາ, ອາຊຽນ ຄວນສຸມໃສ່ສ້າງທຸກເງື່ອນໄຂໃນການອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການແມ່ຍິງ ໃຫ້ໄດ້ມີໂອກາດພັດທະນາຕົນເອງໃນດ້ານຕ່າງໆໄປຕາມແຕ່ລະຍຸກສະໄໝຂອງການພັດທະນາ ເພື່ອເຮັດໃຫ້ບັນລຸເປົ້າໝາຍການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ກໍຄື ຜູ້ປະກອບການຍິງໃນອາຊຽນ.

ພາບ;ຂ່າວ: ກົມການຂ່າວ ກະຊວງການຕ່າງປະເທດ