Wednesday, September 24, 2025
Home Blog Page 901

ບໍລິສັດ ໂບອິງ ສົ່ງມອບເຮືອບິນ ປະຈຳໄຕມາດ 3 ຈຳນວນ 328 ລຳ

0

ອ້າງຕາມ ຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 12 ເດືອນຕຸລາ, ໂບອິງຄອມປານີ (Boeing Company) ເປັນຜູ້ຜະລິດ ເຮືອບິນ ຂອງ ສ.ອາເມລິກາ ປະກາດ ລາຍການ ສົ່ງມອບເຮືອບິນ ທີ່ໃຊ້ ສຳລັບ ການດຳເນີນງານ ດ້ານການຄ້າ ແລະ ການປ້ອງກັນ ປະເທດ ປະຈຳໄຕມາດ 3 ຂອງ ປີ 2022 . ສ່ວນລາຍການ ເຮືອບິນ ເຊິງ ການຄ້າ ຂອງ ບໍລິສັດ ໄດ້ສົ່ງມອບ ເຮືອບິນ ການຄ້າ ລວມມີ 112 ລຳ ໃນໄຕມາດນີ້, ເຮັດໃຫ້ ການສົ່ງມອບ ເຮືອບິນການຄ້າ ຂອງບໍລິສັດ ທັງໝົດ ລວມມີ 328 ລຳ ນັບແຕ່ຕົ້ນ ປີ 2022. ໃນຂະນະດຽວກັນ, ບໍລິສັດນີ້ ໄດ້ສົ່ງມອບເຮືອບິນ ດ້ານການປ້ອງກັນ ປະເທດ ອາວະກາດ ແລະ ການຮັກສາຄວາມໝັ້ນຄົງ ລວມມີ 36 ລຳ, ສົ່ງຜົນໃຫ້ ການສົ່ງມອບ ເຮືອບິນດັ່ງກ່າວ ເພີ່ມຂຶ້ນ ເປັນ 117 ລຳ ນັ້ບຕັ້ງແຕ່ ຕົ້ນປີ 2022 ຜ່ານມາ./.

ຍີ່ປຸ່ນ ສັ່ງທຳລາຍຈະຫລວດບິນບໍ່ໄດ້ຢ່າງປອດໄພ

0

ອ້າງຕາມຂ່າວ ໂຕກຽວຂອງ ຍີ່ປຸ່ນ, ວັນທີ 12 ຕຸລາ, ອົງການສຳຫລວດອາວະກາດຂອງຍີ່ປຸ່ນ (JAXA) ລະບຸວ່າ: ອົງການນີ້ໄດ້ຕັດສິນໃຈໃຊ້ຄຳສັ່ງລະເບີດທຳລາຍຈະຫລວດເອບຊິລອນ (Epsilon) ພາຍຫລັງປະສົບກັບຄວາມຫລົ້ມແຫລວໃນການປ່ອຍ ຈະຫລວດຂຶ້ນສູ່ອາວະກາດ ເນື່ອງຈາກກວດພົບບັນຫາທີ່ເຮັດໃຫ້ຈະຫລວດບໍ່ສາມາດບິນໄດ້ຢ່າງປອດໄພ ແລະ ອາດຈະເຮັດໃຫ້ເກີດອັນຕະລາຍໄດ້ ໃນກໍລະນີທີ່ຕົກລົງສູ່ພື້ນໂລກ, ແຕ່ຍັງບໍ່ຮູ້ສາເຫດທີ່ກໍ່ໃຫ້ເກີດບັນຫາດັ່ງກ່າວ, ປັດຈຸບັນຈະຫລວດ ເອບຊິລອນ ບໍ່ມີນັກບິນປະຈຳການ ແລະ ຍັງຢູ່ໃນລະຫວ່າງການປະຕິບັດພາລະກິດ ຄັ້ງທີ 6 ໂດຍເຮັດໜ້າທີ່ສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນໂລກ ເພື່ອທົດລອງເຕັກໂນໂລຊີດ້ານນະວັດຕະກຳ. ທັງນີ້ອົງກອນສຳຫລວດອາວະກາດຂອງຍີ່ປຸ່ນ ໄດ້ຕັດສິນໃຈໃຊ້ຄຳສັ່ງລະເບີດທຳລາຍຈະຫລວດເອບຊິລອນ ຫລັງຈາກທີ່ຍິງຈະຫລວດຂຶ້ນສູ່ທ້ອງຟ້າ ໄດ້ປະມານ 10 ນາທີ.

ນູແວນເຊລັງ ສະເໜີເກັບຄ່າປ່ອຍມົນລະພິດ ໃນຂົງເຂດກະສິກຳ

0

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ທ່ານ ຈາຊິນດາ ອາຣເດຣີນ ນາຍົກ ລັດຖະມົນຕີ ນູແວນເຊລັງ ລະບຸວ່າ: ລັດຖະບານ ນູແວນເຊລັງ ໄດ້ເຜີຍແພ່ຂໍ້ສະເໜີເພື່ອແນໃສ່ຫລຸດຜ່ອນການປ່ອຍມົນລະພິດທາງກະສິກຳ ເພື່ອສົ່ງເສີມຂໍ້ໄດ້ປຽບໃນການແຂ່ງຂັນຢູ່ຕະຫລາດໂລກ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

ຂໍ້ສະເໜີດັ່ງກ່າວຈະຊຸກຍູ້ນູແວນເຊລັງ ໃຫ້ມຸ່ງໄປສູ່ເຂົ້າເປົ້າໝາຍການຫລຸດຜ່ອນແກັສມີເທນ ພາຍໃຕ້ກົດໝາຍການປ່ອຍ ກາກບອນໃຫ້ເປັນສູນ ໃນປີ 2030 (Zero Carbon Act 2030). ໃນຂະນະດຽວກັນ, ລັດຖະບານ ໄດ້ລວບລວມຄຳແນະນໍາ ຈຳນວນຫລວງຫລາຍຈາກກຸ່ມພາກກະສິກຳເພື່ອນຳມາ ກຳນົດລາຄາການປ່ອຍມົນລະພິດລະດັບຟາມ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ເຮັດໃຫ້ຄວາມໃຝ່ຝັນຮັ່ງມີຮ່ວມກັນບັນລຸຜົນເປັນຈິງ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ປະເທດຈີນ ຍຶດໝັ້ນແນວຄວາມຄິດແຫ່ງການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ໃຫ້ປະຊາຊົນຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາຢູ່ບົນພື້ນຖານຂອງແນວຄວາມຄິດດັ່ງກ່າວ, ຈີນໄດ້ລຶບລ້າງຄວາມທຸກຍາກຢ່າງເດັດຖານ ແລະສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ຊີວິດການເປັນ ຢູ່ຂອງກະສິກອນຈີນນັບມື້ນັບດີຂຶ້ນ.

ທ່ານ ເອລິອາດຈາບບົວ ຮອງສາສະດາຈານເສດຖະສາດ ມະຫາວິທະຍາໄລ ລັດຣີໂອເດຈາເນໂຣ ປະເທດເບຣຊິນ ກ່າວວ່າ ບັນຫາທີ່ບໍ່ ສະເໝີພາບກັນໃນໂລກໄດ້ຮຸນແຮງຂຶ້ນຕື່ມໃນໄລຍະທີ່ມີການແພ່ລະບາດ ຂອງພະຍາດໂຄວິດ-19, ຂະນະທີ່ປະເທດຈີນ ໄດ້ລຶບລ້າງຄວາມທຸກຍາກຢ່າງ ເດັດຖານໃນປະເທດຕົນ. ນັບແຕ່ຂະນະນີ້ເປັນຕົ້ນໄປ, ຈີນຈະສຸມໃສ່ດ້ານ ການເມືອງການຈັດຕັ້ງ, ລັດ ແລະການທະນາຄານ ແລະດ້ານອື່ນໆ ເພື່ອບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ.

ປັດຈຸບັນນີ້, ຈີນໄດ້ຕົກລົງສ້າງເຂດສາທິດຮັ່ງມີຮ່ວມກັນຢູ່ແຂວງເຈີ້ຈ່ຽງ ເຊິ່ງເປັນແຂວງທີ່ພັດທະນາແລ້ວຢູ່ພາກຕາເວັນອອກ ໂດຍປະຕິບັດນະໂຍ ບາຍ ແລະມາດຕະການຕ່າງໆທີ່ມີຜົນດີຕໍ່ການສ້າງຄວາມຮັ່ງມີຮ່ວມກັນ ຢູ່ເຂດສາທິດແຫ່ງນີ້, ເພື່ອສະສົມບົດຮຽນໃຫ້ແກ່ກາບັນລຸເປົ້າໝາຍທີ່ຮັ່ງມີ ຮ່ວມກັນໃນທົ່ວປະເທດຈີນ.

ທ່ານ ໂຣເບີດລໍເຣັນ ປະທານມຸນນິທິ Kuhn ກ່າວວ່າ: ຄວາມຮັ່ງມີຮ່ວມ ກັນໄດ້ວາດພາບປະເທດຈີນ ທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ, ຄວາມແຕກໂຕນກັນດ້ານລະດັບການດຳລົງຊີວິດຊັບສິນ ແລະໂອກາດຂອງ ປະຊາຊົນໂດຍສະເພາະແມ່ນຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຈະຫລຸດໜ້ອຍລົງຢ່າງຫລວງຫລາຍ.

ທ່ານ ເບບິກວາເລຣີ ປະທານສະມາຄົມການເມືອງ ວິທະຍາອູແກຣນ ກ່າວວ່າ ປະຊາຊົນຈີນ ບໍ່ພຽງແຕ່ໄດ້ແກ້ໄຂບັນຫາຄວາມທຸກຍາກຢູ່ປະເທດ ຕົນເທົ່ານັ້ນ, ຍັງໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນເວທີສາກົນອີກດ້ວຍ. ໂດຍສະເພາະແມ່ນທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ໂດຍຊຸກຍູ້ການຄ້າສາກົນ ພ້ອມກັນນັ້ນຍັງໄດ້ຍົກສູງ ລະດັບເສດຖະກິດສັງຄົມ ແລະລະດັບການດຳລົງຊີວິດດ້ານວັດຖຸຂອງ ປະເທດທີ່ມີສ່ວນຮ່ວມ.

ອອປສ ປາຖະກະຖາ 3 ວັນສໍາຄັນປະຫວັດສາດ

0

ວັນທີ 13 ຕຸລາ 2022, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຈັດປາຖະກະຖາ 3 ວັນສໍາຄັນປະຫວັດສາດ ຄື: ວັນປະກາດເອກະລາດ ຄົບຮອບ 77 ປີ, ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ (12/10/1945 12/10/2022) ແລະ ວັນຊາດ ສປ ຈີນ ຄົບຮອບ 73 ປີ (1/10/1949-1/10/2022) ໂດຍການປາຖະກະຖາຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປະຈໍາພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງ 3 ວັນປະຫວັດສາດ, ພ້ອມທັງເຜີຍແຜ່ຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ແລະ ບົດສະຫລຸບ-ຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2016 ເຖິງປັດຈຸບັນ ສະບັບເລກທີ 192/ຄກສພ, ລົງວັນທີ 30 ມິຖຸນາ 2022 ໃນການເພີ່ມທະວີການນຳພາ-ຊີ້ນຳ ຕໍ່ການ ເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາທົ່ວປະເທດ ເພື່ອໃຫ້ສອດຄ່ອງກັບເນື້ອໃນຈິດໃຈມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ໂດຍຕິດພັນກັບຜັນຂະ ຫຍາຍຈັດຕັ້ງປະຕິບັດເນື້ອໃນ 2 ວາລະແຫ່ງຊາດຄື: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ປະກອບສ່ວນຢ່າງຕັ້ງໜ້າໃນການແກ້ໄຂຄວາມຫຍຸ້ງຍາກດ້ານຕ່າງໆ ໂດຍສະເພາະເນັ້ນໜັກ ໃນຂົງເຂດວຽກງານກວດ ກາ ແລະ ປະກົດການຫຍໍ້ທໍ້ໃນກົງຈັກ, ຄຽງຄູ່ກັບການຮັບປະກັນ ການນຳພາອັນເຂັ້ມແຂງຂອງອົງການຈັດຕັ້ງພັກ ແລະ ການເຄື່ອນໄຫວຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ການຈັດປາຖະກະຖາຄັ້ງນີ້, ເພື່ອແນໃສ່ສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ ຮັບຮູ້ເຂົ້າໃຈຕໍ່ມູນເຊື້ອການຕໍ່ສູ້ພິລະອາດຫານ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮັກຊາດ ພາຍໃຕ້ການນໍາພາທີ່ສະຫລາດສ່ອງໃສຂອງພັກ ເລີ່ມຈາກການນໍາພາຕໍ່ສູ້ປົດປ່ອຍຊາດ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ກໍຄື ວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວ, ຊຶ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ສາກົນຮັບຮູ້ຄວາມເປັນເອກະລາດຂອງລາວ ຊຶ່ງເປັນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ບວກກັບການຕໍ່ສູ້ທາງການເມືອງ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ-ຂອງພັກ ຕໍ່ວຽກງານການຕ່າງປະເທດ ໃນການພົວພັນກັບບັນດາປະເທດໃນພາກພື້ນ ແລະ ສາກົນ ທີ່ກໍານົດເອົານະໂຍບາຍການຕ່າງປະເທດ ອັນທໍາອິດຂອງລັດຖະບານລາວ ຄື: “ຜູກມິດກັບທຸກປະເທດທີ່ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ບົນພື້ນຖານຫລັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງ ທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ພ້ອມທັງຜັນຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອຂອງ ສປ ຈີນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ໂດຍສະເພາະຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ເກີດດອກອອກຜົນໃນທຸກດ້ານ.

ກະຊວງສາທາລະນະສຸກ ສະຫລອງວັນສາຍຕາໂລກ

0

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ສະເຫລີມ ສະຫລອງວັນສາຍຕາໂລກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້ “ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ” ໃນວັນທີ 13 ຕຸລາ 2022 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ), ພ້ອມທັງ ເຜີຍແຜ່ແຜນຍຸດທະສາດກ່ຽວກັບ ການຮັກສາສຸຂະພາບຕາທີ່ເປັນມາດຕະຖານໃນການຈັດຕັ້ງປະຕິບັດແຜນການ 5 ປີ ແຕ່ ປີ 2021-2025 ໂດຍເລັ່ງໃສ່ຍຸດທະສາດ 6 ເສົາຄໍ້າ ແລະ ຄາດໝາຍຕົ້ນຕໍແມ່ນ ໃຫ້ມີຕາໜ່າງການບໍລິການປິ່ນປົວສຸຂະພາບຕາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃຫ້ກັບປະຊາຊົນບັນດາເຜົ່າ ເພື່ອຫລຸດຜ່ອນພະຍາດຕາບອດ ທີ່ສາມາດຫລີກລ້ຽງໄດ້ເຊັ່ນ: ພະຍາດແກ່ນຕາຂຸ້ນ, ຕາກະດັນ, ພະຍາດເບົາຫວານຂຶ້ນຕາ ແລະ ການສູນເສຍການເບິ່ງເຫັນຂອງປະຊາຊົນ ທີ່ເປັນກໍາລັງຫລັກໃນການສ້າງເສດຖະກິດຂອງຄອບຄົວ ກໍຄື ໃນສັງຄົມກ່ອນໄວອັນຄວນ. ທັງນີ້ ກໍເພື່ອບັນລຸເປົ້າໝາຍຂອງການມີສຸຂະພາບຕາດີທຸກທົ່ວໜ້າ ຮອດ 2030.

ໂອກາດນີ້, ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກແມ່ນພ້ອມກັນສະເຫລີມສະຫລອງ ໃນນັ້ນ, ກະຊວງສາທາລະ ນະສຸກ ກໍຄື ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກໍໄດ້ມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າ, ພິເສດຖ້າພົບຄົນເຈັບກໍລະນີຕາມົວ, ຕາບໍ່ເຫັນຮຸ່ງ ຫລື ຕາບອດຍ້ອນພະ ຍາດຕາຂຸ້ນ ຈະໄດ້ບໍລິການຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ, ຊຶ່ງຄ່າໃຊ້ຈ່າຍໃນການຜ່າຕັດຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫລາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ແບ່ງປັນນໍ້າໃຈບໍລິຈາກເປັນເງິນ, ເປັນວັດຖຸ ເພື່ອຊ່ວຍເຫລືອຄົນຕາບອດຜູ້ທຸກຍາກ ໃນ ສປປ ລາວ.

ດັ່ງທີ່ຮູ້ນໍາກັນແລ້ວວ່າມີຈໍານວນ 80% ຂອງຄົນຕາບອດທີ່ສາມາດຫລີກລ້ຽງໄດ້, ໃນນີ້ 20% ແມ່ນສາມາດປ້ອງກັນ ແລະ 60% ສາມາດປິ່ນປົວໃຫ້ຄົນຕາບອດເຫລົ່ານັ້ນສາມາດມີສາຍຕາກັບຄືນມາ ແລະ ສາມາດເບິ່ງເຫັນໄດ້ເປັນປົກກະຕິ, ການປ້ອງກັນ ແລະ ປິ່ນປົວຕາບອດ ແລະ ສາຍຕາບົກຜ່ອງຈະມີປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດໄດ້ ກໍຕໍ່ເມື່ອທຸກຄົນໄດ້ເຂົ້າໃຈ ແລະ ສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບຕາ, ຜູ້ທຸກຍາກ, ຮັ່ງມີ, ຕົວເມືອງ ຫລື ເຂດຫ່າງໄກສອກຫລີກ ມີໂອກາດໄດ້ຮັບການບໍລິການເບິ່ງແຍງ, ຮັກສາສຸຂະພາບຕາຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຂໍ້ມູນ-ພາບ: ບຸນອູ້ມ

ມອບຫລຽນ ກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານ

0

ໃນວັນທີ 12 ຕຸລາ ຜ່ານມາ, ຢູ່ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດມອບຫລຽນກາລະນຶກແນວລາວສ້າງຊາດ ໃຫ້ບຸກຄົນ ແລະ ນິຕິບຸກຄົນ ທີ່ມີຜົນງານໃນໄລຍະຜ່ານມາ ແລະ ປະກອບສ່ວນມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ເງິນສົດໃຫ້ສູນກາງແນວລາວສ້າງຊາດ ເພື່ອນຳໄປມອບໃຫ້ບັນດາແຂວງພາກເໜືອ ຄື: ແຂວງອຸດົມໄຊ, ຜົ້ງສາລີ, ບໍ່ແກ້ວ ແລະ ແຂວງໄຊຍະບູລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ໄພໜາວ.

ສຳລັບຜູ້ທີ່ໄດ້ຮັບ ຫລຽນກາລະນຶກແນວລາວສ້າງຊາດ ໃນຄັ້ງນີ້ ປະກອບມີ: ທ່ານ ນາງ ວາດສະໜາ ຄຸດໄພທູນ, ທ່ານ ນາງ ຈັນນະພາວົງ ສະໝໍລະພູມ, ທ່ານ ສົມສຸກ ພິມມະຈັນ ກຳມະການ ສນຊ, ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກຳມະການ ສນຊ, ທ່ານ ນາງ ພອນວັນ ຄຸດໄພທູນ, ທ່ານ ພຸດສະດຸ ອິນທະວົງ, ທ່ານ ສົມພຽນ ໄຊຍະເດດ ກຳມະການ ສນຊ, ທ່ານ ນາງ ໂກສີ ພູມສະຫວັນ, ທ່ານ ນາງ ໂພສີ ໄຊຍະສອນ, ບໍລິສັດ ດວງຈະເລີນອຸດສາຫະກໍາ-ກະສິກໍາອິນຊີ ຂາອອກ-ຂາເຂົ້າ ຈຳກັດ, ກຸ່ມບໍລິສັດ ພົງສະຫວັນ, ບໍລິສັດ ລາວທາດຫລວງລົງທຶນພັດທະນາ ຈຳກັດ, ມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ, ສະມາຄົມຄຸນຄ່າລາວ, ບໍລິສັດ ໂອເຊຍໂນ ຈໍາກັດ, ຄະນະທີ່ປຶກສາວຽກງານຊົນເຜົ່າ, ຄະນະທີ່ປຶກສາວຽກງານເສດຖະກິດ ແລະ ກອງທຶນພັດທະນາ.

ຂ່າວ-ພາບ: ສນຊ

WHO ເຕືອນເອີຣົບ ອາດຈະພົບກັບການແຜ່ລະບາດໂຄວິດຮອບໃໝ່

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 12 ຕຸລາທີ່ຜ່ານມານີ້, ອົງການອະນາໄມໂລກ (WHO) ແລະ ສູນປ້ອງກັນ ແລະ ຄວບຄຸມພະຍາດເອີຣົບໄດ້ເປີດເຜີຍວ່າ: ການຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ອາດຈະເລີ່ມຂຶ້ນແລ້ວໃນເອີຣົບ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນທົ່ວພາກພື້ນ.

ທ່ານ ຮັນ ຄຣູດ ຜູ້ອຳນວຍການ WHO ປະຈໍາພາກພື້ນເອີຣົບ ແລະ ທ່ານນາງ ແອນເດຣຍ ແອນມອນ ຜູ້ອຳນວຍການສູນປ້ອງກັນ ແລະ ຄວບຄຸມພະຍາດເອີຣົບ (ECDC) ໄດ້ອອກຖະແຫຼງການຮ່ວມເຖິງແມ່ນວ່າສະຖານະການບໍ່ເໝືອນເດີມກັບເມື່ອປີທີ່ຜ່ານມາ ແຕ່ເປັນທີ່ແນ່ນອນວ່າ ການລະບາດຂອງພະຍາດໂຄວິດ-19 ຍັງບໍ່ທັນຈົບ. ໂດຍອີງຕາມຂໍ້ມູນຂອງ WHO ລະບຸວ່າ ໃນຕົ້ນເດືອນຕຸລາທີ່ຜ່ານມາມີແຕ່ເອີຣົບເທົ່ານັ້ນທີ່ຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ ໂດຍລວມແລ້ວເພີ່ມຂຶ້ນ 8% ຈາກອາທິດກ່ອນໜ້າ. ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວເຕືອນວ່າ ຄວາມອິດເມື່ອຍຈາກການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ສັບສົນເລື່ອງຂໍ້ມູນ ມີທ່າອ່ຽງເຮັດໃຫ້ຄົນໃນເອີຣົບບໍ່ອອກມາສັກວັກຊິນເຂັມກະຕຸ້ນ.

ປັດຈຸບັນ, ຍັງມີຄົນອີກຫຼາຍລ້ານຄົນທົ່ວເອີຣົບທີ່ບໍ່ໄດ້ສັກວັກຊິນປ້ອງກັນພະຍາດໂຄວິດ-19 ຊຶ່ງທັງ WHO ແລະ ECDC ຂໍໃຫ້ປະເທດເອີຣົບສັກວັກຊິນໄຂ້ຫວັດໃຫຍ່ ແລະ ພະຍາດໂຄວິດ-19 ກ່ອນທີ່ຜູ້ຕິດເຊື້ອໄຂ້ຫວັດໃຫຍ່ຕາມລະດູການຈະເພີ່ມຂຶ້ນຕາມທີ່ຄາດຄະເນໄວ້ ຊຶ່ງບຸກຄົນທີ່ຢູ່ໃນກຸ່ມສ່ຽງເຊັ່ນ ຜູ້ທີ່ມີອາຍຸເກີນ 60 ປີ, ແມ່ຍິງຖືພາ ແລະ ຜູ້ທີ່ມີພະຍາດປະຈໍາໂຕຄວນໄດ້ຮັບການສັກວັກຊິນ.

ສະຖາບັນຂົງຈື ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 28 ພັນຄົນ

0

ເນື່ອງໃນໂອກາດສະເຫຼີມສະຫຼອງຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 – ວັນທີ 7 ຕຸລາ 2022) ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ: ຄູ ຄືຜູ້ທີ່ສ້າງບຸກຄະລາກອນທີ່ມີຄຸນນະພາບອອກຮັບໃຊ້ສັງຄົມ ເພື່ອປະກອບ ສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາຊັບພະຍາກອນມະນຸດຂອງຊາດ ໃຫ້ມີຄວາມຈະເລີນກ້າວໜ້າ.

ທ່ານ ຄຳຮຸ່ງ ຈັນທະວົງ ໄດ້ກ່າວວ່າ: ສະຖາບັນຂົງຈື ມີການຮຽນ-ການສອນພາສາຈີນ 6 ລະດັບພື້ນຖານ, ນັບແຕ່ສ້າງຕັ້ງສະຖາບັນເປັນຕົ້ນມາ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ ໄດ້ທັງໝົດ 28.701 ຄົນ ຍິງ 13.340 ຄົນ ມີຫ້ອງຮຽນຂົງຈື ຢູ່ລາວ 5 ແຫ່ງ ຄື: ຢູ່ ມ.ສ ສາທິດ, ມ.ສ ວຽງຈັນ, ມ.ສ ຊົນເຜົ່າກິນນອນວັງວຽງ, ສະຖາບັນການເມືອງ-ການປົກຄອງທ່າງ່ອນ ແລະ ຢູ່ວິທະຍຸກະຈາຍສຽງແຫ່ງຊາດລາວ; ໂດຍໄດ້ສ້າງບຸກຄະລາກອນຢູ່ຫ້ອງຮຽນຂົງຈືໄດ້ 5.291 ຄົນ; ພ້ອມນີ້, ທາງສະຖາບັນຍັງໄດ້ສົ່ງຄູ-ອາຈານ ໄປສິດສອນພາສາຈີນຕາມອົງກອນຂອງລັດ ແລະ ຝຶກອົບຮົບໃຫ້ຄູທ້ອງຖິ່ນ ໄດ້ 293 ຄົນ ຊຶ່ງແມ່ນພາລະບົດບາດ ແລະ ໜ້າທີ່ຂອງສະຖາບັນຂົງຈື ໃນການປະກອບສ່ວນວຽກງານສ້າງບຸກຄະລາກອນ ທີ່ຕອບສະໜອງໃຫ້ແກ່ສັງຄົມ. ນອກຈາກນັ້ນ ສະຖາບັນຂົງຈື ໄດ້ຖືກກຳນົດຢູ່ໃນສັນຍາການຈັດຕັ້ງປະຕິບັດ ຄູ່ຮ່ວມຊາຕາກຳດຽວກັນຂອງ ສອງຊາດ ລາວ-ຈີນ ໃນມາດຕາສີ່ຂໍ້ສອງ ໂດຍມີໜ້າທີ່ໃນການພັດທະນາບຸກຄະລາກອນມະນຸດ ໃນການຮັບໃຊ້ໃນໂຄງການທີ່ສຳຄັນຂອງລັດຖະບານ ເປັນຕົ້ນແມ່ນໂຄງການທາງລົດໄຟ, ໂຄງການທາງດ່ວນ ແລະ ໂຄງການທີ່ສຳຄັນອື່ນໆອີກ.

ທ່ານໄດ້ໃຫ້ຮູ້ອີກວ່າ: ສະຖາບັນຂົງຈືມີໜ້າທີ່ເປັນເສນາທິການ ໃຫ້ແກ່ຄະນະອະທິການຂອງມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະແມ່ນວຽກງານການພັດທະນາ, ການຮຽນ-ການສອນ, ການພັດທະນາບຸກຄະລາກອນ, ການຍາດແຍ່ງເອົາການຊ່ວຍເຫຼືອຈາກທາງລັດຖະບານຈີນ ແລະ ໄດ້ເປັນຂົວຕໍ່ເລື່ອງວຽກງານການສຶກສາຂອງມະຫາວິທະຍາໄລແຫ່ງຊາດ ແລະ ສປ ຈີນ ຊຶ່ງສະຖາບັນຂົງຈືແມ່ນສ້າງຕັ້ງຂຶ້ນບົນພື້ນຖານການຮ່ວມມື ຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ.

ໂອກາດນີ້ ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 28 ປີ ຊຶ່ງເປັນວັນຂອງບັນດາຄູ-ອາຈານ ຜູ້ຖ່າຍທອດຄວາມຮູ້, ໃນນາມຄູ ໃນນາມສ່ວນຕົວ ຂໍອວຍພອນການນຳພັກ-ລັດ ຜູ້ບໍລິຫານການສຶກສາທຸກພາກສ່ວນ ຄູລາວ ແລະ ຄູຕ່າງປະເທດ ທີ່ກໍາລັງປະຕິບັດໜ້າທີ່ໃນຂອບເຂດທົ່ວປະເທດ ຈົ່ງປະສົບແຕ່ຄວາມສຸກ ມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຜົນສໍາເລັດທຸກປະການ.

ໂດຍ: ຍຸພິນທອງ, ພາບ: ວັນເພັງ

ສວສສຊ ເຜີຍແຜ່ວຽກງານຫ້ອງການຫັນເປັນທັນສະໄໝ

0

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຫ້ອງການຫັນເປັນທັນສະໄໝຂຶ້ນ ໃນວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຂອງ ສວສສຊ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ຈັນທະບູຣີ ຮອງປະທານ ສວສສຊ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູຣີ ໄດ້ກ່າວວ່າ: ວຽກງານການຫັນເປັນທັນສະໄໝ ເປັນວຽກງານໜຶ່ງທີ່ສໍາຄັນ ແລະ ຈໍາເປັນຢ່າງຍິ່ງໃນຍຸກສະໄໝໃໝ່ນີ້ ລັດຖະບານຈຶ່ງໄດ້ມີແຈ້ງການສະບັບເລກທີ 1032/ຫສນຍ, ລົງວັນທີ 17 ມິຖຸນາ 2019 ເຖິງບັນດາກະຊວງ, ອົງການ, ແລະ ບັນດາແຂວງ ໃນທົ່ວປະເທດ ກ່ຽວກັບການຄົ້ນຄວ້າວຽກງານການຕິດຕັ້ງ ແລະ ນໍາໃຊ້ລະບົບຫ້ອງການຫັນເປັນທັນສະໄໝ (E-Office) ແນໃສ່ປັບປຸງວຽກງານໃຫ້ມີປະສິດທິພາບສູງ, ມີຄວາມສະດວກ, ວ່ອງໄວ, ປອດໄພ, ໂປ່ງໃສ ແລະ ປະຢັດ. ຄະນະພັກ-ຄະນະນໍາຂອງ ສວສສຊ ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງວຽກງານຫ້ອງການຫັນເປັນທັນສະໄໝ ທັງນີ້ກໍເພື່ອເປັນການປັບປຸງລະບົບບໍລິຫານວຽກງານຫ້ອງການ ຂອງ ສວສສຊ ໃຫ້ເປັນທັນສະໄໝ ທັງຍັງສາມາດຫຼຸດຜ່ອນຂັ້ນຕອນການເຮັດວຽກຂອງພະນັກງານ, ປະຢັດເຈ້ຍໃນການພິມເອກະສານ, ປະຢັດເວລາໃນການສົ່ງເອກະສານ, ສະດວກໃນການຕິດຕາມ, ຄຸ້ມຄອງວຽກງານເອກະສານ ແລະ ປະຢັດງົບປະມານຂອງອົງກອນໄດ້.

ຈາກນັ້ນ, ທ່ານ ຄຳຜາຍ ອິນທິຣາ ຫົວໜ້າພະແນກລະບົບຫ້ອງການລັດດີຈີຕອນ ສູນບໍລິຫານລັດດີຈີຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຂຶ້ນບັນຍາຍກ່ຽວກັບການຫັນເປັນທັນສະໄມ (ດີຈີຕອນ) ໂດຍໄດ້ຍົກໃຫ້ເຫັນເຖິງການຫັນເປັນທັນສະໄໝແມ່ນຫຍັງ, ສະພາບການຫັນເປັນທັນສະໄໝ ກໍຄື ການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີຂໍ້ມູນ-ຂ່າວສານ ແລະ ການສື່ສານ ຫຼື ICT (Information and Communication Technology); ໃຫ້ຮູ້ເຖິງສະພາບການພັດທະນາລັດຖະບານດີຈີຕອນ ຊຶ່ງກໍແມ່ນລະບົບບໍລິຫານລັດດີຈີຕອນ ໂດຍໄດ້ພັດທະນາເພື່ອພາກລັດ ເຊັ່ນ: ລະບົບ E-office, G-Web, G-Chat, Office Net ແລະ ອື່ນໆ; ນອກນີ້, ຍັງມີບໍລິການ ລາວ ສູ້ສູ້ ຕ້ານໂຄວິດ-19 ເຊັ່ນ: Vaccine ID – my Vac (ບັດຂຽວ), Vaccine Passport. ພ້ອມກັນນັ້ນ, ກໍໄດ້ໃຫ້ຮູ້ເຖິງແຜນການໃນຕໍ່ໜ້າ ທີ່ຈະເຊື່ອມໂຍງພາກລັດ ດ້ວຍເຄື່ອຂ່າຍຄວາມໄວສູງ, ຂະຫຍາຍລະບົບບໍລິຫານລັດໃຫ້ທຸກກະຊວງ, ແຂວງ/ນະຄອນຫຼວງ, ເຊື່ອມຕໍ່ຂໍ້ມູນພາກລັດທົ່ວປະ ເທດ, ຂະຫຍາຍລະບົບບໍລິການປະຊາຊົນໃຫ້ກວ້າງຂວາງ ແລະ ສົ່ງເສີມທຸກຂະແໜງການຫັນການບໍລິການປະຊາຊົນສູ່ແບບດີຈີຕອນ.

(ຂ່າວ-ພາບ: ສຸກສະຫວັນ)