Wednesday, September 24, 2025
Home Blog Page 900

ສະມັດຊາໃຫຍ່ອົງການ ສປຊ ໄດ້ເລືອກຕັ້ງ 14 ປະເທດສະມາຊິກຂອງສະພາສິດທິມະນຸດ

0

ຂ່າວສານຊີອາໄອລາຍງານ ໃນວັນທີ 11 ຕຸລາ ທີ່ຜ່ານມານີ້, ສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 77 ໄດ້ຈັດກອງປະຊຸມຄົບຄະນະ ໂດຍໄດ້ເລືອກຕັ້ງ 14 ປະເທດສະມາສິກໃໝ່ຂອງສະພາສິດທິມະນຸດ ເພື່ອເຂົ້າແທນສະມາຊິກທີ່ຈະໝົດອາຍຸປະຕິບັດໜ້າທີ່ໃນທ້າຍປີ 2022. ສະມາຊິກໃໝ່ດັ່ງກ່າວຈະຮັບຕຳ ແໜ່ງໃນວັນທີ 1 ມັງກອນປີ 2023.

ສະມາຊິກຂອງສະພາສິດທິມະນຸດທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້ມີປະເທດຢູ່ພາກພື້ນອາຟຣິກາຄື: ອານເຊຣີ, ມາຣົກ, ອາຟຣິກາໃຕ້ ແລະ ຊູດັງ; ປະເທດຢູ່ພາກພື້ນອາຊີປາຊີຟິກຄື: ບັງກະລາເດັດ, ກຽກກິສະຖານ, ມານດິຟ ແລະ ຫວຽດນາມ; ປະເທດຢູ່ພາກພື້ນເອີຣົບຕາເວັນອອກຄື: ກິໂອເກຍ ແລະ ຣູມານີ; ປະເທດຢູ່ພາກພື້ນອາເມຣິກາລາຕິນ ແລະ ກາຣິບບິນຄື: ຈີລີ ແລະ ໂກສຕາຣີກາ; ປະເທດເອີຣົບຕາເວັນຕົກ ແລະ ປະເທດຢູ່ພາກພື້ນອື່ນໆຄື: ແບນຊິກ ແລະ ເຢຍລະມັນ. ໃນນັ້ນ, ຊູດັງ ແລະ ເຢຍລະມັນເປັນສະມາຊິກທີ່ຈະດຳລົງຕຳແໜ່ງຕໍ່ໄປອີກ.

ສຳນັກງານໃຫຍ່ສະພາສິດທິມະນຸດ ສປຊ ຕັ້ງຢູ່ເຊີແນວ ປະເທດສະວິດ. ສະພາສິດທິມະນຸດໄດ້ຈັດບ່ອນນັ່ງ 47 ບ່ອນ ໃນນັ້ນ, ພາກພື້ນອາຊີປາຊີຟິກ ແລະ ພາກພື້ນອາຟຣິກາ ມີ 13 ບ່ອນນັ່ງ, ອາເມຣິກາລາຕິນ ແລະ ພາກພື້ນກາຣິບບີ ມີ 8 ບ່ອນນັ່ງ, ພາກພື້ນເອີຣົບຕາເວັນອອກມີ 6 ບ່ອນນັ່ງ, ເອີຣົບຕາເວັນຕົກ ແລະ ພາກພື້ນອື່ນໆມີ 7 ບ່ອນນັ່ງ. ໃນແຕ່ລະປີ, ສະມັດຊາໃຫຍ່ ສປຊ ຈະເລືອກຕັ້ງສະມາຊິກໃໝ່ໃນ 1 ສ່ວນ 3 ຂອງສະມາຊິກ, ສະມາຊິກມີອາຍຸດຳລົງຕຳແໜ່ງເປັນເວລາ 3 ປີ ແລະ ສາມາດດຳລົງຕຳແໜ່ງຕໍ່ອີກ 1 ສະໄໝເມື່ອໄດ້ຮັບການເລືອກຕັ້ງ.

ສສກ ຫາລືຄະນະນໍາບໍລິຫານລັດ ສະໄໝສາມັນ ປະຈໍາເດືອນກັນຍາ 2022

0

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມຄົບຄະນະນໍາບໍລິຫານລັດໃນຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ສະໄໝສາມັນ ປະຈໍາເດືອນກັນຍາ 2022 ເພື່ອເປັນການປຶກສາຫາລື ແລະ ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາວຽກງານດັ່ງກ່າວໃນແຕ່ລະເດືອນ ກໍຄື ປະຈຳໄຕມາດ ແລະ ສຸມປີຕໍ່ໜ້າໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

ກອງປະຊຸມຄະນະນໍາບໍລິຫານລັດ ສະໄໝສາມັນ ປະຈໍາເດືອນກັນຍາ 2022 ໄດ້ມີຂຶ້ນ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ຂັນທະລີ ສີຣິພົງພັນ ແລະ ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ສະຖາບັນ, ສູນ ແລະ ຜູ້ບໍລິຫານລັດພາຍໃນ ແລະ ອ້ອມຂ້າງກະຊວງ ສສກ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ນາງ ປອ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນເດືອນກັນຍາ ແລະ ແຜນວຽກຈຸດສຸມໃນເດືອນຕຸລາ 2022 ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ວຽກບໍລິຫານຄຸ້ມຄອງຂອງບັນດາຫ້ອງການ, ກົມ, ສະຖາບັນ, ສູນ ແມ່ນດໍາເນີນເປັນປົກກະຕິ ໂດຍສະເພາະໄດ້ສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງຊີງແຊ໋ມເຍົາວະຊົນອາຊີ ປະຈຳປີ 2022. ແຕ່ເຖິງຢ່າງໃດກໍດີ, ຍັງມີການສະຫຼຸບລາຍງານວຽກງານພົ້ນເດັ່ນປະຈໍາເດືອນ ບາງພາກສ່ວນຍັງບໍ່ເປັນໄປຕາມແຜນວຽກຈຸດສຸມທີ່ວາງໄວ້, ຫຼາຍກິດຈະກໍາຍັງບໍ່ສໍາເລັດຕາມແຜນການ ແລະ ກິດຈະກໍາຍັງຕິດພັນກັບການສ້າງ ແລະ ປັບປຸງນິຕິກໍາ, ການຮ່າງເອກະສານທີ່ເປັນແຜນຍຸດທະສາດ ຍັງມີຄວາມຄືບໜ້າຊ້າ.

ໃນກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບການຄຸ້ມຄອງໂຄງການ ແລະ ແຜນງານປະຈໍາໄຕມາດທີ 3 ປີ 2022; ຂໍອະນຸມັດຂໍ້ຕົກລົງ ວ່າດ້ວຍການແບ່ງປັນຊັບຊ້ອນນັກຮຽນ, ພະນັກງານເຂົ້າຮຽນພາຍໃນປະເທດ; ການຈັດຕັ້ງປະຕິບັດງົບປະມານ 9 ເດືອນຕົ້ນປີ 2022 ແລະ ທິດທາງການຈັດສັນງົບປະມານປີ 2023; ການຄຸ້ມຄອງໂຄງການຂອງອົງການຈັດຕັ້ງສາກົນ, ມູນນິທິ ແລະ ສະມາຄົມ ປະຈໍາໄຕມາດທີ 3 ປີ 2022; ຜ່ານຮ່າງດໍາລັດວ່າດ້ວຍລັດຖະກອນຄູ; ຜ່ານມາດຕະຖານສະຖານອາຊີວະສຶກສາ ແລະ ປະກອບຄໍາເຫັນຮ່ວມກັນ ພ້ອມທັງຫາລືບັນຫາອື່ນໆທີ່ກ່ຽວຂ້ອງນໍາອີກ.

ໂດຍ ສົງການ ພັນແພງດີ

ສສກ ເປີດສວນ 7 ຕຸລາ ສະຫຼອງວັນຄູແຫ່ງຊາດ ລະລຶກຄຸນງາມຄວາມດີຂອງບັນດາຄູ

0

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີເປີດສວນ 7 ຕຸລາ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 28 ປີ ເມື່ອວັນທີ 10 ຕຸລາ ຜ່ານມາ ທີ່ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດຕັດແຖບຜ້າ ແລະ ເປີດປ້າຍຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ ແລະ ຄະນະຮັບຜິດຊອບວຽກງານເຂົ້າຮ່ວມ.

ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການເປີດສວນ 7 ຕຸລາ ໃນຄັ້ງນີ້, ແມ່ນເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ຜົນງານຂອງບັນດາຄູອາຈານທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການພັດທະນາວຽກງານການສຶກສາ ແລະ ກິລາຂອງ ສປປ ລາວ ນັບແຕ່ອະດີດຈົນມາຮອດປະຈຸບັນ ແລະ ອະນາຄົດ. ເຖິງແມ່ນວ່າ ສວນດັ່ງກ່າວຈະມີຂະໜາດນ້ອຍ ແຕ່ກໍຖືໄດ້ວ່າເປັນສວນທີ່ມີຄວາມໝາຍສໍາຄັນ ເພື່ອສົ່ງເສີມຄວາມສາມັກຄີຮັກແພງຂອງບັນດາພະນັກງານຢູ່ໃນກະຊວງສຶກສາທິການ ແລະ ກິລາ ແລະ ທັງສ່ອງແສງເຖິງການຈັດຕັ້ງປະຕິບັດຄໍາຂວັນ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ແລະ ກິລາ ໂດຍສະເພາະແມ່ນຄູ ແລະ ໄດ້ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ແລະ ກິລາ ກໍຄືການພັດທະນາຊັບພະຍາກອນມະນຸດຂອງຊາດ, ຊຶ່ງຖືໄດ້ວ່າ “ຄູແມ່ນຄົນຂອງພັກ”, “ຄູແມ່ນວິສະວະກອນແຫ່ງດວງວິນຍານ”, “ຄູແມ່ນແມ່ພິມຂອງຊາດ”, “ຄູແມ່ນພໍ່ແມ່ຜູ້ທີສອງຂອງນັກຮຽນ”, “ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ”, “ຄູຄືຜູ້ນໍາພາການປ່ຽນແປງໃໝ່, ມີໜ້າທີ່ໜັກໜ່ວງ ແລະ ມີກຽດອັນສະຫງ່າລາສີ”.

ຕະຫຼອດໄລຍະຜ່ານມາ ດ້ວຍຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ຄູອາຈານ ແລະ ຜູ້ບໍລິຫານ ການສຶກສາທີ່ໄດ້ຜ່ານຜ່າບັນດາອຸປະສັກນານາປະການ, ອຸທິດສະຕິປັນຍາ ແລະ ເຫື່ອແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມພາກພຽນ ແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄດ້ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ ເປັນກ້າວໆມາ. ໃນພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນຍຸກປັດຈຸບັນ ມັນຮຽກຮ້ອງໃຫ້ມີຊັບພະ ຍາກອນມະນຸດທີ່ມີຄວາມຮູ້, ຄວາມສາມາດ, ມີແບບແຜນການດຳລົງຊີວິດທີ່ປອດໃສ ຂາວສະອາດ ແລະ ມີຄຸນສົມບັດທີ່ໜັກແໜ້ນ. ເພື່ອໃຫ້ໄດ້ຄືແນວນັ້ນ, ຄູອາຈານຂອງພວກເຮົາ ຍິ່ງຈະຕ້ອງໄດ້ສືບຕໍ່ພັດທະນາຕົນເອງໃຫ້ກ້າວທັນກັບການປ່ຽນແປງຂອງວິທະຍາສາດ ແລະ ເຕັກໂນໂລຊີສະໃໝໃໝ່ ເພື່ອໝູນໃຊ້ເຂົ້າໃນການພັດທະນາວຽກງານການສຶກສາຕາມວິວັດທະນາການຂອງຍຸກ 4.0 ຂອງພວກເຮົາ.

ໂດຍ ບົວລະພາ

ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ

0

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຂອງກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳໄຕມາດ 3 ຂອງປີ 2022 ແລະ ທິດທາງ 3 ເດືອນທ້າຍປີ 2022 ຂຶ້ນວັນທີ 13 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດດ້ານໂພຊະນາການ ແລະ ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ມີທ່ານຫົວໜ້າສູນໂພຊະນາການ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ກະຊວງກະສິກຳ ແລະ ປ່າໄມ້ ບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນເພື່ອທົບທວນຄືນ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ (NPAN 2021-2025) ຂອງແຕ່ລະຂະແໜງການ ໂດຍຜັນຂະຫຍາຍຈາກຜົນຂອງກອງປະຊຸມ 6 ເດືອນຕົ້ນປີທີ່ຜ່ານມາ ທັງເປັນການວາງທິດທາງແຜນການ 3 ເດືອນທ້າຍປີ 2022 ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີຄວາມຄືບໜ້າຂອງຜົນການຈັດຕັ້ງປະຕິບັດບັນດາກຸ່ມກິດຈະກຳທີ່ນອນຢູ່ໃນແຜນປະບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ຈາກຂະແໜງ ການຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ສາທາ ສຶກສາ ກະສິກຳ ແລະ ຮັບຟັງຄວາມຄືບໜ້າຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ພ້ອມທັງຈຸດດີຈຸດອ່ອນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ຍັງເປັນອຸປະສັກຕໍ່ການບັນລຸຄາດໝາຍທີ່ວາງໄວ້.

ສປປ ລາວ ໄດ້ມີຄວາມຄືບໜ້າໃນການແກ້ໄຂບັນຫາທາງດ້ານໂພຊະນາການຢ່າງຮອບດ້ານ ແຕ່ເຖິງຢ່າງໃດກໍຕາມ ການຂາດສານອາຫານກໍຍັງສືບຕໍ່ເປັນບັນຫາທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ການລົງທຶນໃສ່ດ້ານໂພຊະນາການແມ່ນໄດ້ເພີ່ມຂຶ້ນ ເຊິ່ງຈະເຮັດໜ້າທີ່ສຳຄັນໃນການບັນລຸເປົ້າໝາຍຕ່າງໆ 2 ຕົວຊີ້ບອກທາງດ້ານໂພຊະນາການທີ່ສະພາຮັບຮອງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະໄໜທີ IX ໃນນັ້ນ ຕົວຊີ້ບອກຂອງຂະແໜງສາທາລະນະສຸກທີ່ສະພາຮັບຮອງຕິດພັນກັບຕົວຊີ້ບອກຂອງວຽກງານໂພຊະນາການ ເຫັນວ່າມີ 4 ຕົວຊີ້ວັດຄື: ອັດຕາເດັກນ້ອຍລຸ່ມ 5 ປ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຫຼຸດລົງຍັງເຫຼືອ 18% ຂອງຈຳນວນປະຊາກອນເປົ້າໝາຍ ເຫັນວ່າໃນລະດັບປະເທດຍັງສູງເກີນຄາດໝາຍ 1,5% ເດັກນ້ອຍລຸ່ມ 5 ປີທີ່ມີລວງສູງບໍ່ໄດ້ມາດຕະຖານຂາດສານອາຫານຊໍ້າເຮືອ ໃຫ້ຫຼຸດລົງຍັງເຫຼືອ 30%ຂອງກຸ່ມປະຊາກອນເປົ້າໝາຍແມ່ນຍັງສູງເກີດຄາດໝາຍ 1,7% ສາເຫດທີ່ພາໃຫ້ບໍ່ບັນລຸຄາດໝາຍ ແມ່ນຍ້ອນກິນອາຫານບໍ່ຖືກຫຼັກໂພຊະນາການ ມີອາຫານແຕ່ບໍ່ຮູ້ວິທີກິນ ຂາດແຄນສະບຽງອາຫານ (ມີຂໍ້ຈຳກັດໃນການເຂົ້າເຖິງສະບຽງອາຫານ) ອາຫານ ແລະ ນໍ້າປົນເປື້ອນ ມີແມ່ກາຝາກລຳໄສ້ ເປັນພະຍາດຊຶມເຊື້ອຕ່າງໆ(ຖອກທ້ອງ) ພື້ນຖານເສດຖະກິດ ສັງຄົມ ຄອບຄົວທຸກຍາກ ການສຶກສາ ແລະ ຂໍ້ມູນຂ່າວສານ ແລະ ອື່ນໆ.

ສຳລັບອັດຕາການຊົມໃຊ້ນໍ້າສະອາດແມ່ນ 91,73% ຂອງປະຊາກອນທັງໝົດ ຄາດໝາຍ 92% ມີ 2 ແຂວງບໍ່ສາມາດບັນລຸຄາດໝາຍໄດ້ຄື: ເຊກອງ ແລະ ໄຊສົມບູນ ສ່ວນອັດຕາການຊົມໃຊ້ວິດຖ່າຍຄອບຄົວ ໃນ 9 ເດືອນ ປີ 2022 ແມ່ນ 83,20% ຄາດໝາຍ 82% 6 ແຂວງບໍ່ສາມາດບັນລຸຄາດໝາຍໄດ້ແກ່ ຫຼວງນໍ້າທາ ບໍ່ແກ້ວ ຫຼວງພະບາງ ບໍລິຄຳໄຊ ຄຳມ່ວນ ແລະ ເຊກອງ.

# ຂ່າວ – ພາບ : ເພັດສະໝອນ

ພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ

0

ກອງປະຊຸມວຽກງານພັດທະນາຊັບພະຍາກອນມະນຸດ ຂັ້ນນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 13 ຕຸລາ 2022 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ນວ ມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ບັນດາຮອງເຈົ້າເມືອງ ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນ ນວ ເຂົ້າຮ່ວມ.

ທ່ານ ສົມພອນ ສອນດາລາ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມໜຶ່ງທີ່ສຳຄັນ ເພາະຖືວ່າເປັນກອງປະຊຸມຄັ້ງທໍາອິດຂອງຄະນະປະສານງານ ເພື່ອການພັດພະນາຊັບພະຍາກອນມະນຸດ ພາຍຫຼັງກອງປະຊຸມນີ້ ຄະນະປະສານງານຈະໄດ້ຮ່ວມກັນສ້າງແຜນຍຸດທະສາດເພື່ອການພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງຮ່ວມກັນ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຫຼັງຈາກນັ້ນ ກໍຈະໄດ້ປຶກສາຫາລື ປະກອບຄໍາຄິດເຫັນເພື່ອປັບປຸງວຽກງານພັດທະນາຊັບພະຍາກອນມະນຸດ ຂັ້ນນະຄອນຫຼວງວຽງຈັນ ໃຫ້ເປັນໄປໃນທິດທາງດຽວ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບໝາກຜົນຕາມລະດັບຄາດໝາຍ ປະກອບຄຳເຫັນ ເພື່ອໃຫ້ຄະນະປະສານງານພວກເຮົາມີຄວາມກົມກຽວ ເພາະ ຈະໄດ້ຮ່ວມເຮັດວຽກນຳກັນຢ່າງເປັນປົກກະຕິ.

ໃນໂອກາດນີ້ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃຫ້ສືບຕໍ່ປະສານສົມທົບກັນຢ່າງກົມກຽວ ສະໜອງຂໍ້ມູນທີ່ຈໍາເປັນໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ນວ ໃນນາມກອງເລຂາ ເພື່ອກະກຽມຮ່າງແຜນພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນໃຫ້ສໍາເລັດຕາມແຜນການທີ່ວາງໄວ້ ໃຫ້ທຸກພາກສ່ວນສະໜອງຂໍ້ມູນ ເພື່ອວາງແຜນພະຍາກອນຕະຫຼາດແຮງງານຂັ້ນນະຄອນຫຼວງວຽງຈັນ ໂດຍຜັນຂະຫຍາຍຈາກຂັ້ນສູນກາງ ໃຫ້ກະຊວງສຶກສາທິການ ແລະ ກິລາ ຊ່ວຍສືບຕໍ່ໃຫ້ການແນະນຳ ແລະ ຊຸກຍູ້ຢ່າງໃກ້ຊິດ ຕໍ່ການສ້າງແຜນພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ ໃຫ້ສຳເລັດຢ່າງມີປະສິດທິພາບສູງ ແລະ ສາມາດນຳໃຊ້ໄດ້ ການສ້າງແຜນພັດທະນາຊັບພະຍາກອນມະນຸດຕ້ອງມີຄວາມລະອຽດ ຊັດເຈນ ແລະ ສາມາດຮູ້ໄດ້ເຖິງຄວາມຕ້ອງການຂອງບຸຄະລາກອນ ເຂົ້າໃນຂົງເຂດວຽກງານຕ່າງໆ ຕະຫຼາດແຮງງານພາຍໃນ ນວ ແຕ່ນີ້ຮອດປີ 2025 ວ່າຈະມີຄວາມຕ້ອງການບຸຄະລາກອນແຕ່ລະສາຂາວິຊາເທົ່າໃດ ຕະຫຼາດແຮງງານຕ້ອງການແຮງງານດ້ານໃດ ຫຼາຍໜ້ອຍຊໍ່າໃດ ແລະ ເຮັດໃຫ້ແຜນໃນການກໍ່ສ້າງບຸຄະລາກອນໄປຕາມຄວາມຕ້ອງການທີ່ແທ້ຈິງ ຫຼີກລ່ຽງການກໍ່ສ້າງທີ່ບໍ່ໄປຕາມແຜນການກຳນົດ ແລະ ຜູ້ຊີ້ນຳວຽກງານດັ່ງກ່າວນີ້ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕໍ່ການຊີ້ນຳ-ນຳພາໃນຂົງເຂດວຽກງານທີ່ຕົນເອງຮັບຜິດຊອບໃຫ້ສູງຂຶ້ນ ຊຸກຍູ້ວິຊາການໃນຂະແໜງການຂອງຕົນໃນການປະສານງານຮ່ວມມື ແລະ ສະໜອງຂໍ້ມູນໃຫ້ກັບກອງເລຂາຄະນະພັດທະນາຊັບພະຍາກອນມະນຸດຂັ້ນນະຄອນຫຼວງວຽງຈັນ ໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນກັບເວລາທີ່ໄດ້ກຳນົດໄວ້.

# ຂ່າວ – ພາບ : ຊິລິການດາ

ສວນວັດທະນະທໍາຊຽງຄວນ ປັບປຸງສະຖານທີ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ

0

ສວນວັດທະນະທໍາຊຽງຄວນ ເປັນສະຖາທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດ ມີອາກາດປອດໂປ່ງ ຕັ້ງຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງສວນແຫ່ງນີ້ໄດ້ມີການປັບປຸງ ແລະ ພັດທະນາຢ່າງຕໍ່ເນື່ອງ ສະແດງອອກໃນການປັບປຸງສ້ອມແປງເສັ້ນທາງຍ່າງພາຍໃນສວນ ກໍ່ສ້າງສວນສາທາລະນະ ຮ້ານອາຫານ ບ່ອນຫຼີ້ນເດັກນ້ອຍ ຕູບພັກເຊົາ ປັບປຸງສະຖານທີ່ຈອດລົດໃຫ້ກວ້າງຂວາງເຫຼົ່ານີ້ເປັນຕົ້ນ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າໄປທ່ຽວຊົມ ແລະ ມີຄວາມປະທັບໃຈ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອໍານວຍການບໍລິສັດ ສວນວັດທະນະທໍາຊຽງຄວນ ຈໍາກັດຜູ້ດຽວ ໃຫ້ສໍາພາດວັນທີ 8 ຕຸລາຜ່ານມາວ່າ: ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວອື່ນໆ ເຊັ່ນ: ພະພຸດທະຮູບປາງຕ່າງໆທີ່ມີຄວາມເກົ່າແກ່ເປັນຈຳນວນຫຼາຍ ມີທັງພະພຸດທະຮູບນ້ອຍ ແລະ ໃຫ່ຍ ນອກນັ້ນ ຍັງມີຮູບປັ້ນຈຳລອງກ່ຽວກັບນະຣົກ ສະຫວັນທີ່ເປັນເອກະລັກ ແລະ ຫຼາຍຄົນໃຫ້ຄວາມສົນໃຈເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບຢູ່ຊັ້ນສູງສຸດ ພິເສດ ໂດດເດັ່ນກວ່າໝູ່ແມ່ນປະຕູໂຂງທາງເຂົ້າສວນທີ່ມີຄວາມສວຍງາມ ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ພ້ອມນັ້ນ ສວນແຫ່ງນີ້ຍັງໄດ້ມີການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງຍ່າງຊົມວິວ ປູກຕົ້ນໄມ້ຫຼາຍສີສັນອ້ອມຮອບ ມີຈຸດຊົມວິວ ມີຮ້ານອາຫານ ມີຕູບພັກເຊົາໃຫ້ບໍລິການລູກຄ້າທີ່ສາມາດຮອງຮັບລູກຄ້າໄດ້ເຖິງ 300-400 ຄົນ ນອກນີ້ ຍັງມີອາຫານ ແລະ ເຄື່ອງດື່ມໃຫ້ບໍລິການຕື່ມອີກ ໄປຄຽງຄູ່ກັນນັ້ນ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຫຼາຍຂຶ້ນ ສວນແຫ່ງນີ້ ໄດ້ປະຕິສັງຂອນພະພຸດທະຮູບ ວັດຖຸບູຮານຄືນໃໝ່ ແລະ ຈັດໃຫ້ມີຫຼາຍກິດຈະກໍາຕາມກາລະໂອກາດ ເຊິ່ງໃນເດືອນພະຈິກທີ່ຈະມາເຖິງນີ້ ຈະໄດ້ຈັດກິດຈະກໍາແຂ່ງຂັນສິລະປະນ້ອງນ້ອຍນັກຮຽນທົ່ວເມືອງຫາດຊາຍຟອງ ແລະ ກິດຈະກໍາອື່ນໆ ພ້ອມນີ້ ຍັງມີຄວາມຫວັງວ່າ ຖ້າ ສປ ຈີນ ເປີດປະເທດ ຄາດວ່າຈະມີນັກທ່ອງທ່ຽວມາທ່ອງທ່ຽວຫຼາຍຂຶ້ນ ເພາະວ່າໃນເມື່ອອກ່ອນ ນັກທ່ອງທ່ຽວທີ່ມາທ່ຽວຊົມສວນວັດທະນະທໍາຊຽງຄວນ ອັນດັບໜຶ່ງແມ່ນ ສປ ຈີນ ອັນດັບສອງ ສ ເກົາຫຼີ ສສ. ຫວຽດນາມ ລາວ ແລະ ຝຣັ່ງ ຕາມລໍາດັບ.

ເຖິງຢ່າງໃດກໍຕາມ ສວນວັດທະນະທໍາຊຽງຄວນ ນອກຈາກເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ຕິດພັນກັບທໍາມະຊາດແລ້ວ ກໍ່ຍັງເປັນສະຖານທີ່ສັກສິດແຫ່ງໜຶ່ງທີ່ຊາວເມືອງຫາດຊາຍຟອງໃຫ້ການເຄົາລົບນັບຖື ແລະ ສັກກາລະບູຊາຕະຫຼອດມາ ເຊິ່ງສວນແຫ່ງນີ້ໄດ້ເປີດໃຫ້ບໍລິການໃນທຸກໆວັນ ເລີ່ມແຕ່ເວລາ 8:30-16:00 ໂມງ ໂດຍປີ້ເຂົ້າຊົມສໍາລັບຄົນລາວ 10.000 ຕໍ່ຄົນ ແລະ ຄົນຕ່າງປະເທດ 15.000 ກີບຕໍ່ຄົນ.

# ຂ່າວ – ພາບ : ຂັນທະວີ

ແຂວງຈໍາປາສັກຈັດງານບຸຸນປະວໍລະນາ -​ ອອກພັນສາ​ ປະຈໍາປີ 2022​ ມີຫຼາຍສີສັນ ເພື່ອສົ່ງເສີມການທ່ອງທ່ຽວ

0

ໃນຕອນຄໍ່າຂອງວັນທີ 10 ຕຸລາ 2022 ທີ່ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດງານບຸຸນປະວລະນາ -​ ອອກພັນສາ​ ປະຈໍາປີ 2022​ ຢ່າວເຕັມຮູບແບບ ເພື່ອສົ່ງ ເສີມການທ່ອງທ່ຽວ ແລະສືບທອດຮີດຄອງປະເພນີ. ໂດຍການໃຫ້ກຽດເຂົ້າ ຮ່ວມລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງ ຄຸນ ແລະສັນຍາເປີດງານ ຂອງ ພົນເອກ​ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະ ຫງົບ, ທ່ານ​ ວິໄລ​ວົງ​ ບຸດດາຄໍາ​ ເຈົ້າແຂວງ​ຈໍາປາສັກ, ມີບັນດາທ່ານການນຳຈາກສູນກາງ,ແຂກຕ່າງປະເທດ,ບັນດາຄະນະນຳຂັ້ນສູນກາງ, ແຂວງ,ຄະນະນໍາແຂວງຕ່າງໆ ແຂກພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມຫຼາຍພັນຄົນ.​

ໃນພິທີ​ອັນສະຫງ່າລາສີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ,ໄດ້ກ່າວລາຍງານການກະກຽມງານບຸນປະວໍລະນາອອກພັນສາ ປີນີ້ ຊຶ່ງ ມີທັງໝົດ 5 ກິດຈະກຳໃຫຍ່ ເຊັ່ນ:ພິທີທຳບຸນຕັກບາດມື້ບຸນອອກພັນສາ,ງານຕະຫຼາດນັດວາງສະແດງ ແລະ ຈຳໜ່າຍສິນຄ້າ,ການເເຂ່ງຂັນກິລາມວນຊົນ (ເສັງກອງ) ຫຼືຕີກອງເສັງ,ພິທີແຫ່ວຽນທຽນ,ທຽນໄຊ,ໄຫຼເຮືອໄຟ,ຜາສາດດອກເຜີ້ງແລະ ທີ່ຂາດບໍ່ໄດ້ແມ່ນຊ່ວງເຮືອປະຈຳປີ.ຈຸດປະສົງເພື່ອອະນຸລັກຮັກສາປະເພນີ ວັດທະນະທຳອັນດີງາມຂອງຊາດທີ່ເຄີຍສືບທອດມາແຕ່ບູຮານນະການ ແລະ ດຶງດູດນັກທ່ອງ ທ່ຽວໃຫ້ເຂົ້າມາທ່ອງທ່ຽວນະຄອນປາກເຊ ແຂວງຈຳປາສັກມີບັນຍາກາດ ແລະ ນັບມື້ນັບຫຼາຍ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກກ່າວເປີດງານບຸນອອກພັນສາ ມີເນື້ອໃນວ່າ: ສະແດງຄວາມຮູ້ບຸນຄຸນ ຂອບໃຈມາຍັງການນຳພັກ -ລັດ,ອົງການປົກຄອງ ຕະຫຼອດຮອດປະຊາຊົນທຸກພາກສ່ວນ ທີ່ ມີຄວາມສາມັກຄີຈັດງານບຸນອອກພັນສານີ້ຂຶ້ນຢ່າງຍິ່ງໃຫຍ່ ໂດຍພາຍໃຕ້ການນຳພາຂອງອົງຄະນະພັກແຂວງຈຳປາສັກ ,ນະຄອນປາກເຊ ເຮັດໃຫ້ງານມີຜົນສຳເລັດ ຄວາມໝາຍສໍາຄັນ ຢ່າງເລິກເຊິ່ງ.

ພາຍໃນງານມີຂະບວນແຫ່ຕ່າງໆ ນຳໜ້າໂດຍຂະບວນພຣະສົງ 108 ອົງ,​ ຂະບວນແຫ່ເຮືອໄຟ, ແຫ່ຜາສາດດອກເຜີ້ງ, ແຫ່ທຽນໄຊ​ ຈາກວັດຕ່າງໆ​ ເຊິ່ງມີທັງໝົດ 6 ຂະບວນໃຫຍ່, ມີ​ 46 ຂະບວນແຫ່ (ກ້ອນກໍາລັງ) ຈາກວັດຕ່າງໆ ແລະ​ ບ້ານ 42 ບ້ານ ພາຍໃນນະຄອນປາກເຊ ,ຂະບວນຂອງເມືອງອອ້ມຂ້າງ ລວມທັງກ້ອນກໍາລັງຂອງສະຖາບັນການສຶກສາ ແລະ ໂຮງຮຽນ 9 ແຫ່ງ; ຂະບວນແຫ່ຂອງກຸ່ມທະນາຄານ ແລະ​ ບໍລິສັດ 19 ຂະ ບວນ; ແລະ​ ເຖົ້າແກ່ມົນໂທ,ຊາຍໜຸ່ມຍິງສາວ ທີ່ນຸ່ງຖືຊົງລາວ ແລະ ສະພາບຮຽບ ຮ້ອຍ,ຖືຂັນຜທາກເບັງ,ໂຄມໄຟ,ຕົ້ນກາລະພຶກ ແລະ ອື່ນໆ,ມີການແຫ່ກອງເສັງ ແຂ່ງຂັນຕີກອງ ຊຶ່ງມີຜູ້ຮ່ວມຂະບວນແຫ່ ທັງໝົດ 3.693 ຄົນ​. ພິເສດມີເຮືອຊ່ວງຈຳລອງທີ່ປະດິດຕົບແຕ່ງຢ່າງໂດດເດັ່ນ ແລະສວຍງາມ ຊົງຄ້າຍພະຍານາກກໍສ້າງສີສັນໃຫ້ແກ່ງານເປັນຢ່າງດີ ແລະຫາຊົມໄດ້ຍາ ຕື່ມອີກ.

ພາຍຫຼັງຮ່ວມພິທີໄຂງານບູນອອກພັນສາແລ້ວ ບັນດາການນຳແຂວງ,ແຂກຮ່ວມງານຕະຫຼອດຮອດມວນຊົນ ຍັງໄດ້ຮ່ວມພິທີໄຫຼເຮືອໄຟໂຄກ,ເຮືອໄຟນໍ້າ, ໄຫຼກະທົງ ປ່ອຍໂຄມໄຟຂຶ້ນສູ່ທ້ອງຟ້າ ທີ່ທ່າວັດຫຼວງ ແລະ ທ່າສະລາຄຳ ຕາມປະເພນີທີ່ເຄີຍປະຕິບັດມາຢ່າງຄຶກຄື້ນ.

ຂ່າວ,ພາບ: ເກດສະໜາ

73 ປີແຫ່ງການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ

0

ປີ 2022 ເປັນປີທີ່ ສປ ຈີນ ມີຫລາຍເຫດການທີ່ສໍາຄັນ ເປັນຕົ້ນແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູຸນິດຈີນ, ຊຶ່ງຈະຈັດຂຶ້ນໃນວັນທີ 16 ຕຸລາ 2022 ທີີ່ຈະມາເຖິງນີ້. ຈຸດປະສົງຂອງກອງປະຊຸມໃຫຍ່ຄັ້ງນີ້ແມ່ນເພື່ອຄົ້ນຄວ້າປຶກສາຫາລື ແລະ ຮັບ ຮອງເອົາບັນຫາທີ່ສໍາຄັນຂອງພັກ ແລະ ຂອງຊາດ, ກໍານົດທິດທາງແຜນການໃນໄລຍະ 5 ປີຕໍ່ໜ້າ ແລະ ໄລຍະຍາວ. ກອງປະຊຸມໃຫຍ່ຄັ້ງຂອງພັກກອມມູນິດຈີນຄັ້ງນີ້ ຈະມີຜູ້ແທນເຂົ້າຮ່ວມທັງໝົດ 2296 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາ ຊິກພັກກອມມູນິດຈີນຈໍານວນ 96 ລ້ານກວ່າສະຫາຍໃນທົ່ວປະເທດ. ກອງປະ ຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມຫມາຍຄວາມສຳຄັນ ເປັນຢ່າງຍິ່ງສຳລັບ ສປ ຈີນ ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ພັກກອມ ມູນິດຈີນນໍາພາປວງຊົນທັງຊາດ ກ້າວເຂົ້າສູ່ການສ້າງປະເທດສັງຄົມນິຍົມທີ່ທັນ ສະໄໝຢ່າງຮອບດ້ານ ແລະ ມຸ່ງໜ້າສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີສອງ ໃນການສ້າງ ສປ ຈີນ ໃຫ້ກາຍ ເປັນປະເທດຮັ່ງມີເຂັ້ມແຂງ, ມີປະຊາ ທິປະໄຕ ແລະ ສີວິໄລ, ສັງຄົມມີຄວາມປອງດອງ ແລະ ເປັນປະເທດທີ່ມີຄວາມທັນສະໄໝໃນໂອກາດສະຖາປະນາ ສປ ຈີນ ຄົບຮອບ 100 ປີ ໃນປີ 2049. ກອງປະຊຸມໃຫຍ່ຄັ້ງທີ 20 ຂອງພັກກອມມູນິດຈີນເປັນ ເຫດການການເມືອງທີ່ສໍາຄັນຕໍ່ສະມາຊິກພັກ, ພະນັກງານ, ທະຫານ, ຕໍ່າຫລວດ ແລະ ປວງຊົນຊາວຈີນທຸກທົ່ວໜ້າ.

ປີ 2022, ຍັງເປັນປີຄົບຮອບ 73 ປີຂອງການສະຖາປະນາ ສາທາລະລັດ ປະຊາຊົນຈີນ. ວັນທີ 01 ຕຸລາ 1949, ສາທາລະນະລັດ ປະຊາຊົນຈີນ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ, ນັບແຕ່ວັນນັ້ນເປັນ ຕົ້ນມາປະຊາ ຊົນຈີນ ເປັນເຈົ້າຂອງປະເທດຢ່າງແທ້ຈິງ, ການສ້າງຕັ້ງລະບອບໃຫມ່ຍັງສະແດງໃຫ້ເຫັນເຖິງໄຊຊະນະອັນຍິ່ງໃຫຍ່ຂອງພະລະກິດປົດ ປ່ອຍຊາດ ປະຊາທິປະໄຕຢູ່ຈີນ, ເປັນມື້ໄຂສັງກາດໃຫມ່ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະຕໍ່ມາ. ໃນໄລຍະ 73 ປີຜ່ານມາ, ພາຍໃຕ້ການຊີ້ນໍາ-ນໍາພາ ອັນປີຊາສາມາດ ແລະ ສະຫລາດຊ່ອງໃສຂອງພັກກອມ ມູນິດຈີນ ບວກໃສ່ກັບຄວາມເສຍສະ ຫລະ, ຄວາມເປັນແບບຢ່າງຂອງສະມາ ຊິກພັກ-ພະນັກງານ ແລະ ຄວາມອົດທົນພາກພຽງຂອງປະຊາຊົນຊາວຈີນບັນດາເຜົ່າ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ ສປ ຈີນ ໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່, ຊຶ່ງສະ ແດງອອກໃນບາງດ້ານ ເຊັ່ນ:

1. ບົດບາດຂອງ ສປ ຈີນ ພົ່ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ: ສປ ຈີນ ເປັນໜຶ່ງໃນ 5 ປະເທດສະມາຊິກຖາວອນ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ສປ ຈີນ ໄດ້ໃຫ້ການສະ ໜັບສະໜູນວຽກງານຂອງອົງການຈັດຕັ້ງພາກພື້ນ ແລະ ສາກົນຢ່າງຫ້າວຫັນ, ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິ ພາບ ແລະ ການພັດທະນາຂອງມວນມະນຸດ. ແຕ່ລະປີ ສປ ຈີນ ປະກອບສ່ວນສໍາຄັນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດໂລກ ຊຶ່ງກວມອັດຕາສ່ວນເຖິງ 30%. ພ້ອມນັ້ນ, ສປ ຈີນ ຍັງໄດ້ໃຫ້ການຊ່ວຍເຫລືອເພື່ອການພັດທະນາແກ່ 160 ກວ່າປະເທດໃນໂລກ, ໄດ້ເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນ ແລະ ລົງນາມໃນສົນທິ ສັນຍາສາກົນ 600 ກວ່າສະບັບ, ລົງນາມໃນສົນ ທິສັນຍາຮ່ວມມືສອງຝ່າຍກັບຕ່າງປະເທດ ຈຳນວນ 27.000 ກວ່າສະບັບ. ນອກນັ້ນ, ບັນດາຂໍ້ລິເລິ່ມທີ່ ສປ ຈີນ ຍົກຂຶ້ນໂດຍສະເພາະຂໍລິເລິ່ມ“ໜຶ່ງແລວ, ໜຶ່ງເສັ້ນທາງ” , ຂໍ້ລິເລິ່ມຄວາມຫມັ້ນຄົງທົ່ວໂລກ ແລະ ຂໍ້ລິເລິ່ມອື່ນໆ ໄດ້ປະກອບສ່ວນສຳຄັນໃນການສົ່ງເສີມສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ສາກົນ ຊຶ່ງໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆໃນພາກພື້ນ ແລະ ສາກົນເປັນຢ່າງດີ.

2. ເສດຖະກິດ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ: ໃນໄລຍະທີ່ລະບອບໃຫມ່ໄດ້ຮັບການສ້າງຕັ້ງໃນເບື້ອງຕົ້ນ, ເສດຖະກິດ ສປ ຈີນ ມີຄວາມຫລ້າຫລັງ, ປະຊາຊົນມີຄວາມທຸກຍາກ ຍ້ອນໄດ້ຮັບຜົນສະທ້ອນຈາກສົງຄາມ ແລະ ການປິດລ້ອມຈາກພາຍນອກ. ຜ່ານການສ້າງສາພັດທະນາປະເທດຊາດມາ ເປັນເວລາ 70 ກວ່າປີ, ສປ ຈີນ ກາຍເປັນປະເທດມະຫາອໍານາດທາງດ້ານເສດ ຖະກິດ ອັນດັບທີສອງຂອງໂລກຮອງຈາກສະຫະລັດອາເມລິກາ, ລວມຍອດຜະ ລິດຕະພັນພາຍໃນ(GDP) ໃນປີ 2021 ຂອງ ສປ ຈີນ ມີທັງຫມົດ 114.367 ຕື້ຢວນ. ສປ ຈີນ ເປັນປະເທດຜູ້ຜະລິດລາຍໃຫຍ່ອັນດັບໜຶ່ງຂອງໂລກ, ເປັນປະເທດຄູ່ຄ້າລາຍໃຫຍ່ຂອງໂລກ ແລະ ເປັນຕະຫລາດທີ່ໃຫຍ່ທີ່ສຸດຂອງໂລກ. ປັດຈຸບັນ, ສປ ຈີນ ມີສາຍພົວພັນທາງດ້ານການຄ້າກັບ 130 ກວ່າປະເທດໃນໂລກ, ປີ 2021 ມູນຄ່າສິນຄ້ານໍາເຂົ້າ-ສົ່ງອອກ ບັນລຸ 39.100 ຕື້ຢວນ.

3. ຊີວິດການເປັນຢູ່ຂອງປະຊາຊົນຈີນໄດ້ຮັບການປັບປຸງຍົກລະດັບເປັນກ້າວໆມາ: 70 ປີກ່ອນໜ້ານີ້, ຊີວິດການເປັນຢູ່ຂອງປະຊາຊົນຈີນ ມີຄວາມທຸກຍາກລໍາບາກ, ກໍາລັງການຜະລິດກໍບໍ່ສູງ, ສະ ຫວັດດີການສັງຄົມກໍມີຄວາມຈຳກັດ. ປັດຈຸບັນ ປະຊາຊົນຈີນ ຈຳນວນຮ້ອຍລ້ານຄົນຫລຸດຜົ້ນອອກຈາກຄວາມທຸກຍາກ, ການປະກັນສຸຂະພາບກວມເອົາ 1,3 ຕື້ກວ່າຄົນ(ຮອດທ້າຍປີ 2021), ສປ ຈີນ ກາຍ ເປັນປະເທດທີ່ມີລະບົບປະກັນສັງຄົມທີ່ໃຫຍ່ທີ່ສຸດໃນໂລກ. ພ້ອມນັ້ນ, ຈໍານວນຜູ້ທີ່ມີລາຍຮັບປານກາງ ທີ່ມີລາຍຮັບປະມານ 2.000-5.000 ຢວນ/ເດືອນ ກວມເອົາ 1/3 ຂອງພົນລະເມືອງທັງຫມົດ, ເມື່ອຮອດປີ 2030 ຈະເພີ່ມຂຶ້ນເປັນ 50% ຂອງພົນລະເມືອງ. ປັດຈຸບັນ ປະຊາຊົນຊາວຈີນມີຊີວິດການເປັນຢູ່ທີ່ດີ, ມີຄວາມຜາສຸກ ແລະ ມີຄວາມເພີ່ງພໍໃຈ, ກຳລັງການຊື້ກໍນັບມື້ນັບສູງ.

4. ພື້ນຖານໂຄງລ່າງໄດ້ຮັບການປັບປຸງກໍ່ສ້າງຢ່າງມະຫັດສະຈັນ: ໃນໄລຍະທີ່ປະເທດຊາດຫາກໍ່ໄດ້ຮັບການປົດປ່ອຍ, ພື້ນຖານໂຄງລ່າງຍັງບໍ່ທັນສະໄໝ. ພາຍໃຕ້ຄວາມພະຍາຍາມ ແລະ ຄວາມເອົາໃຈ ໃສ່ໃນການກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງຂອງພັກ ແລະ ລັດຖະ ບານຈີນມາເປັນເວລາ 70 ກວ່າປີ ຕາມສຸພາສິດຂອງຈີນທີ່ວ່າ “ຢາກຮັ່ງມີ ກ່ອນອື່ນໝົດຕ້ອງສ້າງຫົນທາງ”. ປັດຈຸບັນ ສປ ຈີນ ເປັນປະເທດທີ່ມີເສັ້ນທາງດ່ວນ ແລະ ທາງລົດໄຟທີ່ຍາວທີ່ສຸດໃນໂລກ. ນອກນັ້ນ, ລະບົບອິນເຕີເນັດ, ໂຮງຫມໍ, ໂຮງ ຮຽນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆກໍໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນເປັນກ້າວໆມາ.

5. ວິທະຍາສາດ ແລະ ເຕັກໂນໂລຊີໄດ້ຮັບການພັດທະນາແບບກ້າວກະໂດດ. ພາຍຫລັງທີ່ ສປ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບການຈໍາກັດ ແລະ ປິດລ້ອມຈາກພາຍນອກ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ. ຮອດປັດຈຸບັນ ສປ ຈີນ ມີຜົນສໍາເລັດໃນການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສະເພາະເຕັກນິດທາງດ້ານອາວະກາດ, ການກໍ່ສ້າງລົດໄຟຄວາມໄວສູງ, ລະບົບດາວທຽມ, ລະບົບອິນເຕີເນັດ ແລະ ອື່ນໆ ຊຶ່ງປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາຂອງມວນມະນຸດ.

ຜົນສຳເລັດອັນຫຍິ່ງໃຫຍ່ທີ່ພັກ, ລັດຖະບານ ແລະ ປະຊາຊົນຊາວຈີນ ຍາດມາໄດ້ໃນໄລຍະ 70 ກວ່າປີຜ່ານມານັ້ນ ແມ່ນຍ້ອນຄວາມອົດທົນພາກພຽງ ແລະ ຄວາມສະຫລຽວສະຫລາດຂອງປະຊາຊົນຊາວຈີນ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກກອມມຸຍນິດຈີນ ທີ່ຍຶດໝັ້ນໃນຫລັການພັກນຳພາ, ຍຶດຫມັ້ນໃນການເດີນຕາມເສັ້ນທາງທີ່ແທດເຫມາະກັບສະພາບການຕົວຈິງຂອງ ສປ ຈີນ, ຍຶດໝັ້ນໃນຫລັກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ຍຶດຫມັ້ນໃນຫລັກ ການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ. ການເຕີບໃຫຍ່ຂະຫຍາຍຕົວຂອງ ສປ ຈີນ ໄດ້ປະກອບສ່ວນອັນສຳຄັນໃນການສົ່ງເສີມສັນຕິພາບໂລກ ແລະ ການພັດທະນາຂອງມວນມະນຸດ.

(ຄົ້ນຄວ້າຮຽບຮຽງໂດຍ: ໂຄງການຄົ້ນຄວ້າຮ່ວມ ລາວ – ຈີນ, ສະຖາບັນການຕ່າງປະເທດ)

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ເຄື່ອນໄຫວເຮັດວຽກລາວ

0

ເພື່ອເປັນການຊຸກຍູ້ ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງ ການນຳຂັ້ນສູງຂອງສອງພັກ, ສອງລັດ ລາວ-ຫວຽດນາມ, ຄະນະຜູ້ແທນ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ນຳໂດຍ ສະຫາຍ ນາງ ຫງວຽນຖິຮວ່າງເວິນ ຮອງຫົວໜ້າຜູ້ປະຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 11-14 ຕຸລາ 2022 ເພື່ອຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງລາວ ຕີລາຄາຄືນການຈັດຕັ້ງປະຕິບັດ ບັນດາໂຄງການຊ່ວຍ ເຫລືອ ແລະ ຮ່ວມມືລົງທຶນ ຂອງສອງຝ່າຍໃນໄລຍະຜ່ານມາ.

ໃນວັນທີ 12 ຕຸລາ 2022, ຄະນະຜູະແທນດັ່ງກ່າວໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໂດຍສະຫາຍ ນາງ ຫງວຽນຖິຮວ່າງເວິນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ ອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ທີ່ຝ່າຍລາວມີໃຫ້ແກ່ຄະນະໃນຄັ້ງນີ້, ພ້ອມທັງໄດ້ລາຍງານໃຫ້ຊາບກ່ຽວກັບຜົນຂອງການພົບປະ ແລະ ເຮັດວຽກກັບ ສະຫາຍ ສົມພອນ ສີຈະ ເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຫວຽດນາມ ກັບບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂອງຝ່າຍລາວ ເພື່ອຕີລາຄາຄືນ ການຈັດຕັ້ງປະຕິບັດ ຂໍ້ຕົກລົງຂັ້ນສູງ ລະຫວ່າງ ສອງພັກ ປະຈຳປີ 2022 ກ່ຽວກັບ ບັນດາໂຄງການຊ່ວຍເຫລືອຈາກ ພັກ ແລະ ລັດຖະ ບານຫວຽດນາມ ໃຫ້ແກ່ ສປປ ລາວ.

ໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນຄັ້ງນີ້, ເຊິ່ງເປັນໂອກາດດີທີ່ສອງຝ່າຍ ຈະໄດ້ຮ່ວມກັນຕີລາຄາຄືນກ່ຽວກັບ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງສອງການນຳຂັ້ນສູງຂອງສອງພັກ, ສອງລັດ ໂດຍສະເພາະລະຫວ່າງ ສອງຄະນະພົວພັນຕ່າວປະເທດສູນກາງພັກ ລາວ-ຫວຽດນາມ ແລະ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ຜົນສຳເລັດການພົບປະຂອງສອງຝ່າຍ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການ ພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຄຽງຄູ່ກັບການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ; ເພີ່ມທະວີການພັດທະນາຊັບພະຍາກອນມະນຸດ; ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ. ພ້ອມນີ້, ສະຫາຍ ໄດ້ຕີລາຄາສູງບາດກ້າວບຸກທະລຸດ້ານການເມືອງ ຂອງຫວຽດນາມ ຈາກການປັບປຸງບົດ ບາດຂອງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍການຕ້ານຂະບວນການສໍ້ລາດບັງຫລວງຢ່າງຕັ້ງໜ້າ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນລໍ້າຄ່າ, ໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນຕະຫລອດມາ.

ໃນໄລຍະການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ສະຫາຍ ນາງ ຫງວຽນຖິຮວ່າງເວິນ ພ້ອມຄະນະໄດ້ເຮັດວຽກກັບ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ບັນດາກະຊວງຂອງລາວ, ໄດ້ໄປຢ້ຽມຢາມ ແລະ ລົງກວດກາ ບາງໂຄງການຮ່ວມມື ຢູ່ນະຄອນຫລວງວຽງຈັນ ແລະ ແຂວງໄຊສົມບູນ.

ແຈ້ງເຕືອນຝົນຕົກໜັກ ປະຈໍາວັນທີ 13 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ພ້ອມດຽວກັນພາຍຸດີເປຼຊັນ ທີ່ກຳລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້, ໃນເວລາ 7:00 ໂມງ ເຊົ້າມື້ນີ້ ມີຈຸດສູນກາງຢູ່ເສັ້ນຂະໜານທີ 12.5 ອົງສາເໜືອ ແລະ ເສັ້ນແວງທີ 115.1 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ ດ້ວຍຄວາມໄວ 10 ກິໂລແມັດຕໍ່ຊົ່ວໂມງ, ຄາດຄະເນວ່າພາຍຸຫົວນີ້ຈະມີກຳລັງແຮງເພີ່ມຂື້ນ ແລະ ເຄື່ອນທີ່ເຂົ້າມາໃກ້ປະເທດຫວຽດນາມ ໃນໄລຍະວັນທີ 14 ຫາ 15 ຕຸລາ 2022. ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊຸ, ພ້ອມທັງຂໍໃຫ້ກະກຽມເກັບມ້ຽນວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ ໃນໄລຍະວັນທີ 14 ຫາ 15 ຕຸລາ 2022.