Friday, September 19, 2025
Home Blog Page 9

ບົດ​ກ່າວ​ຄຳ​ເຫັນ​ຂອງ​ ສະຫາຍ ຫງວຽນ​ມິງ​ເຕີມ​, ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສສ ຫວຽດ​ນາມ ປະ​ຈຳ ສປປ ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສສ ​ຫວຽດ​ນາມ ຄົບ​ຮອບ 80 ປີ

0

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2025), ຕາງ​ໜ້າ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ນັບ​ຖື ແລະ​ ຂໍສົ່ງຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​, ພ້ອມດ້ວຍໄມ​ຕີ​ຈິດ​ອັນ​ດູດ​ດື່ມ​, ​​ອົບ​ອຸ່ນ​ຖານ​ສະ​ຫາຍ​ອ້າຍ​ນ້ອງ ມາ​ຍັງ​ບັນ​ດາ​ສະ​ຫາຍ​ການ​ນຳ​ພັກ​, ລັດ ແລະ ປະ​ຊາ​ຊົນລາວ​.

​ຮຽນ​ບັນ​ດາ​ສະ​ຫາຍ ແລະ​ ເພື່ອນມິດ​ທີ່​ຮັກ​ແພງ​ທັງ​ຫຼາຍ​,

ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ປະ​ທານ ​ໂຮ່​ຈີ​ມິນ “​ຊົ່ວ​ໂມງ​ຊີ້​ຂາດ​ຊາ​ຕາ​ກຳ​ຂອງ​ຊົນ​ຊາດ​ພວກ​ເຮົາ​ໄດ້​ມາ​ເຖິງ​ແລ້ວ​, ​ໃຫ້​ປວງ​ຊົນ​ທົ່ວ​ປະ​ເທດ​ຈົ່ງ​ລຸກ​ຂຶ້ນ ​ແລະ ນຳ​ໃຊ້​ກຳ​ລັງ​ແຮງ​ຂອງ​ຕົນ​ເພື່ອ​ປົດ​ປ່ອຍ​ຕົວ​ເອງ​”, ວັນ​ທີ 19 ສິງ​ຫາ 1945, ປະ​ຊາ​ຊົນ​ຫວຽດ​ນາມ​ທັງ​ໝົດ​ໄດ້ພ້ອມ​ກັນ​ລຸກ​ຮື້​ຂຶ້ນ​​ໃນ​ທົ່ວ​ປະ​ເທດ​, ປະ​ຕິ​ບັດ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​, ​ໄດ້​ທຳ​ລາຍ​ແອກ​ລ່າ​ເມືອງ​ຂຶ້ນ​, ສັກ​ດິ​ນາ ​ແລະ ຍາດ​ອຳ​ນາດ​ຄືນ​ສູ່​ປະ​ຊາ​ຊົນ​ຢ່າງ​ຄົບ​ຖ້ວນ​.

ວັນ​ທີ 02 ກັນຍາ 1945, ຢູ່​ສະ​ໜາມ​ຫຼວງ​ປະ​ຫວັດ​ສາດ​ບາ​ດິ່ງ​, ປະ​ທານ ​ໂຮ່​ຈິ​ມິນ​, ​ໃນ​ນາມ​ລັດ​ຖະ​ບານ​ຊົ່ວ​ຄາວ​ໄດ້​ອ່ານ​ບົດ​ປະ​ກາດ​ເອ​ກະ​ລາດ​, ເປັນ​ກຽດ​ຖະ​ແຫຼ​ງ​ສິດ​ທິ​ເອ​ກະ​ລາດ​, ອິດ​ສະຫຼະ​ພາບ​, ຄວາມ​ສະ​ເໝີ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ຕໍ່​ທົ່ວ​ໂລກ​; ​ສະ​ຖາ​ປະ​ນາ ຫວຽດ​ນາມ ​​ປະ​ຊາ​ທິ​ປະ​ໄຕ ສາ​ທາ​ລະ​ນະ​ລັດ​, ປະ​ຈຸ​ບັນ​ແມ່ນ ​ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ​ ຫວຽດ​ນາມ​; ​ເປີດ​ສັກກະຫຼາດ​ໃໝ່​ໃຫ້​ແກ່​ຊົນ​ຊາດ​ຫວຽດ​ນາມ​: ສັກກະຫຼາດ​ທີ່​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​, ອິດ​ສະ​ຫຼະ​ພາບ​, ​ເປັນ​ເຈົ້າ​ຂອງ​ຊາ​ຕາ​ກຳ​ຂອງ​ຕົນ​; ສັກກະຫຼາດ​ຂອງ​ເອ​ກະ​ລາດ​ແຫ່ງ​ຊາດ​ທີ່​ຕິດ​ພັນ​ກັບ​ສັງ​ຄົມ​ນິ​ຍົມ​.

ນັບ​ແຕ່​ບາດ​ລ້ຽວ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​​ນັ້ນ​,​ໂດຍ​ຖື​ເອົາ​​ສັດ​ຈະ​ທຳ​ທີ່​ວ່າ“ບໍ່​ມີ​ຫຍັງ​ປະ​ເສີດ​ໄປ​ກວ່າ​ເອ​ກະ​ລາດ ແລະ ອິດ​ສະ​ຫຼະ​ພາບ​”, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ພາຍ​ຫຼັງ 3 ທົດ​ສະ​ວັດ​ສືບ​ຕໍ່​ສູ້​ຮົບ​ເປັນ​ເວລາ​ດົນ​ນານ​, ປະ​ຊາ​ຊົນ​ຫວຽດ​ນາມ ​ໄດ້​ສາ​ມັກ​ຄີ​ຮ່ວມ​ກັນ​ປະ​ຕິ​ບັດ​ພາ​ລະ​ກິດ​ປົດ​ປ່ອຍ​​ຊາດ​, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​, ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ອົງ​ອາດ​ກ້າ​ແກ່ນ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ ແລະ ​ອິດ​ສະ​ຫຼະ​ພາບ​ຂອງ​ປະ​ເທດ​ຊາດ​, ສ້າງ​ສາ ແລະ​ ພັດ​ທະ​ນາ​ປະ​ເທດ​. ພ້ອມ​ດຽວ​ກັນ​ນັ້ນ​, ກໍ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ​ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ​ໃນ​ໂລກ​.

ພາຍ​ຫຼັງ​ເກືອບ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃໝ່​ອັນ​ຍິ່ງ​ໃຫຍ່​, ເຊິ່ງ​ລິ​ເລີ່ມ ແລະ ນຳ​ພາ​ໂດຍ​ພັກ​, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ເລີ່ມ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ໃນ​ອັດ​ຕາ​ທີ່​ສູງ​ສົມ​ຄວນ​, ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສະ​ເລ່ຍ​ເກືອບ 7% ຕໍ່​ປີ​. ປີ 2024, ຂອບຂະ​ໜາດ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ​ໄດ້​ຢູ່​ອັນ​ດັບ​ທີ 32 ​ໃນ​ໂລກ (476 ຕື້ ໂດລາ​ສະ​ຫະ​ລັດ​); ການ​ເຕີບ​ໂຕ GDP ບັນ​ລຸ ເກືອບ 7,09%; GDP ຕໍ່​ຫົວ​ຄົນ​ບັນ​ລຸ 4.700 ໂດລາ​ສະ​ຫະ​ລັດ​/​ຄົນ​; ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 17,6 ລ້ານ​ເທື່ອ​ຄົນ​; ຍອດ​ມູນ​ຄ່າ​ການ​ນໍາ​ເຂົ້າ​-​ສົ່ງ​ອອກ​ສິນ​ຄ້າ​ບັນ​ລຸ​ປະ​ມານ 786,3 ຕື້ ໂດລາ​ສະ​ຫະ​ລັດ (ເພີ່ມ​ຂຶ້ນ 15,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ​), ເກີນ​ດຸນ​ຫຼາຍ​ກວ່າ 24,7 ຕື້ ໂດລາ​ສະ​ຫະ​ລັດ​, ຢູ່​ໃນ​ກຸ່ມ​ຂອງ 20 ປະເທດທີ່ມີພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ທີ່​ສຸດ​ທາງ​ດ້ານ​ການ​ຄ້າ ແລະ ການ​ດືງ​ດູດການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​; ເປັນ​ອັນ​ດັບ​ທີ 23 ຂອງ​ທົ່ວ​ໂລກ​ໃນ​ດ້ານ​ການ​ສົ່ງ​ອອກ​ສິນ​ຄ້າ​; ​ໃນ​ຈຳ​ນວນ 15 ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ດຶງ​ດູດ​ທຶນ​ຈາກ​ຕ່າງ​ປະ​ເທດ​ຫຼາຍ​ທີ່​ສຸດ​ໃນ​ໂລກ​, ​ບັນ​ລຸ​ປະ​ມານ 40 ຕື້ ໂດລາ​ສະ​ຫະ​ລັດ​/​ປີ​.

ໃນ 6 ເດືອນ​ຕົ້ນ​ປີ 2025, ເຖິງ​ວ່າ​​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຂອງ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ​, ແຕ່​ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ບັນ​ລຸ​ໄດ້​ລະ​ດັບ​ການ​ເຕີບ​ໂຕ​ທີ່​ມະ​ຫັດ​ສະ​ຈັນ​, ສູງ​ສຸດ​ໃນ​ເກືອບ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ (ປະ​ມານ 7,52%); ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ພາກ​, ຄວບ​ຄຸມ​ໄດ້​ອັດ​ຕາ​ເງິນ​ເຟີ້​, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ດຸ່ນ​ດ່ຽງ​ທີ່​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​. ຍອດ​ມູນ​ຄ່າ​ນຳ​ເຂົ້າ​-​ສົ່ງ​ອອກ​ເພີ່ມ​ຂຶ້ນ 14,4%, ບັນ​ລຸ 219 ຕື້ ໂດລາ​ສະ​ຫະ​ລັດ​, ​ເກີນ​ດຸນ 7,63 ຕື້ ໂດລາ​ສະ​ຫະ​ລັດ ​ແມ່ນ​ ຄວາມ​ສຳ​ເລັດ​ທີ່​ມະ​ຫັດ​ສະ​ຈັນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ​. ການ​ທ່ອງ​ທ່ຽວໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ເກືອບ 10,7 ລ້ານ​ຄົນ (ເພີ່ມ​ຂຶ້ນ 20,7%). ທຶນ FDI ທີ່​ໄດ້​ຈົດ​ທະ​ບຽນ​ແມ່ນ​ຈຳ​ນວນ​ສູງ​ສຸດ​ນັບ​ແຕ່​ປີ 2009, ບັນ​ລຸ 21,5 ຕື້ ໂດລາ​ສະ​ຫະ​ລັດ (​ເພີ່ມ​ຂຶ້ນ 32,6%), ​ໃນ​ນັ້ນ​ຍອດ​ທຶນ​ປະ​ຕິ​ບັດ​ໄດ້​​ບັນ​ລຸ 11,7 ຕື້ ໂດລາ​ສະ​ຫະ​ລັດ​.

ຄາດ​ຄະ​ເນ​ວ່າ​ໃນ​ໝົດປີ 2025, GDP ຂອງ​ຫວຽດ​ນາມ ຈະ​ບັນ​ລຸ​ຫຼາຍ​ກວ່າ 510 ຕື້ ໂດລາ​ສະ​ຫະ​ລັດ​, ​ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຈະ​ບັນ​ລຸ 4.750 ໂດລາ​ສະ​ຫະ​ລັດ​/​ຄົນ​. ອັດ​ຕາ​ການ​ຂະ​ຫຍາຍ​ໂຕ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ ຟື້ນ​ຟູ​ຢ່າງ​ແຂງ​ແຮງ​ເທົ່າ​ນັ້ນ​, ຫາກ​ຍັງ​ຢືນ​ຢັນ​ທ່າ​ທີ​ໃໝ່​, ພື້ນ​ຖານ​ກຳ​ລັງ​ແຮງ​ພາຍ​ໃນ​ທີ່​ໜັກ​ແໜ້ນ​, ກຽມ​ພ້ອມ​ໃຫ້​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ຍຸກ​ສະ​ໄໝ​ບືນ​ຕົວ​ຂອງ​ຊົນ​ຊາດ​ຫວຽດ​ນາມ​.

ປີ 2025, ບັນ​ດາ​ກົນ​ໄກ ​ແລະ ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ມີ​ບາດ​ກ້າວ​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​,ເຂັ້ມ​ແຂງ​ແຮງ​ກ້າ​. ການ​ສັບ​ຊ້ອນ​ກົງ​ຈັກ​, ຫົວ​ໜ່ວຍ​ປົກ​ຄອງ​ຂັ້ນ​ຮາກ​ຖານ​, ນຳ​ໃຊ້​ກົງ​ຈັກ ຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ 2 ຂັ້ນ​ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 1 ກໍ​ລະ​ກົດ 2025 ​ເປັນ​ອີກ​ບາດ​ກ້າວ​ບຸກ​ທະ​ລຸ​ໜຶ່ງ​ໃນ​ການ​ປະ​ຕິ​ຮູບ​ດ້ານ​ກົດ​ບັນ​ຢັດ ​ເພື່ອ​ສ້າງ​ກົງ​ຈັກ​ລັດ​ “​​ຍອດ​ຢ້ຽມ​ກະ​ທັດ​ຮັດ​, ອຳ​ນາດ​ສັກ​ສິດ​, ປະ​ສິດ​ທິ​ພາບ ​ແລະ ມີ​ປະ​ສິດ​ທິ​ຜົນ​”; ​ເປັນ​ຂີດ​ໝາຍ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ຂອງ​ກົງ​ຈັກ​ບໍ​ລິ​ຫານ​ລັດ​ຂອງ​ຫວຽດ​ນາມ​; ຊ່ວຍ​ແກ້​ໄຂ​ບັນ​ດາ​ສິ່ງ​ກີດ​ຂວາງ​, ຊຸກ​ຍູ້​​ຄວາມ​ໄວ​ຂອງ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ ຊັດ​ແຈ້ງ​ໂປ່ງ​ໃສ​, ແກ່ງ​ແຍ້ງ​, ນຳ​ພາ ​ຫວຽດ​ນາມ ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​, ຍຸກ​ສະ​ໄໝ​ແຫ່ງ​ການ​ບືນຕົວ​ຂອງ​ຊາດ​.

ໃນ​ຖາ​ນະ​ທີ່​ເປັນ​ຊາວ​ຫວຽດ​ນາມ​, ພວກ​ເຮົາ​ຮູ້​ສຶກ​ພາກ​ພູມ​ໃຈ​ເມື່ອ​ເບິ່ງ​ຄືນ​ໃນ​ໄລ​ຍະ 80 ປີ​ທີ່​ຜ່ານ​ມາ​, ຈາກ​ຊົນ​ຊາດ​ທີ່​ຖືກ​ປົກ​ຄອງ​, ​ເປັນປະ​ເທດ​ທຸກ​ຍາກ​, ຫຼ້າ​ຫຼັງ​, ​ເສດ​ຖະ​ກິດ​ຖືກ​ຊຸດ​ໂຊມ​, ພື້ນ​ຖານ​ໂຄງ​ລ່າງ​ຖືກ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ສົງ​ຄາມ ​ແລະ ປະ​ເຊີນ​ໜ້າ​ກັບ​ການ​ປິດ​ລ້ອມ​, ຂວ້ຳ​ບາດ ​ທີ່​ຍືດເຍື້ອຍາວນານຈາກ​ພາຍ​ນອກ​, ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​, ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ບັນ​ດາ​ອຸ​ປະ​ສັກ​ເທື່ອ​ລະ​ກ້າວ​, ສ້າງ​ປະ​ເທດ​ດ້ວຍ​ການ​ປ່ຽນ​ແປງ​ໃໝ່​ທີ່​ຍິ່ງ​ໃຫຍ່​; ສືບ​ຕໍ່​ປັບ​ປຸງ ​ແລະ ​ເພີ່ມ​ທະ​ວີ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ກຳ​ລັງ​ປ້ອງ​ກັນ​ຊາດ ​ແລະ ປ້ອງກັນຄວາມສະຫງົບ​; ຮັກ​ສາ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຢ່າງ​ແໜ້ນ​ແຟ້ນ​; ບືນ​ຂຶ້ນ​​ເປັນ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ​. ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ໄດ້​ຮັບການຕີລາຄາຈາກ ທະ​ນາ​ຄານ​ໂລກ​, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ ​ແລະ ກອງ​ທຶນ​ເງິນ​ຕາ​ສາ​ກົນ ​ວ່າ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດທີ່​ມີ​ການ​ເຕີບ​ໂຕ​ສູງ​ໃນ​ພາກ​ພື້ນ​, ​ໃນ​ໂລກ ​ແລະ ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫຼາຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​.

ຮຽນ​ບັນ​ດາ​ສະ​ຫາຍ ແລະ​ ໝູ່​ເພື່ອນ​ທີ່​ຮັກ​ແພງ​​,

ບັນ​ດາ​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ​ເຫຼົ່າ​ນີ້​ບໍ່​ສາ​ມາດ​ແຍກ​ອອກ​ຈາກ​ພື້ນ​ຖານ​ການ​ເມືອງ ​ແລະ ສັງ​ຄົມ​ທີ່​ໝັ້ນ​ຄົງ ​ແລະ ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ປະ​ດິດ​ສ້າງ​, ການ​ປະ​ຕິ​ຮູບ ​ແລະ ປັບ​ປຸງ​ກົດ​ບັນ​ຢັດ​. ບັນ​ດາ “ພາລະກິດອັນໃຫຍ່ຫຼວງ​, ກຳ​ລັງ​ບົ່ມ​ຊ້ອນ​, ຖາ​ນະ​ບົດ​ບາດ ແລະ ອິດ​ທິ​ພົນ​” ເຫຼົ່າ​ນັ້ນ ໄດ້​ຢັ້ງ​ຢືນ​ໃຫ້ເຫັນເຖິງ​ຄວາມສະຫງ່າງາມ​, ສະ​ຕິ​ປັນ​ຍາ ແລະ ຄວາມປີຊາສາມາດ​ຂອງ​ພັກ​, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ເດີນ​ທາງ​ບຸກ​ບືນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​, ຄົ້ນ​ຄືນ​ແຫຼ່ງ​ກຳ​ລັງ​ພາຍ​ໃນ​, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​, ເຊື່ອມ​ໂຍງ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ​ກ້ວາງ​ຂວາງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​.

ຄຽງ​ຄູ່​ກັບ​ການ​ບຸກ​ບືນ​ຂອງ​ທົ່ວ​ພັກ​, ທົ່ວ​ກອງ​ທັບ ແລະ ທົ່ວ​ປວງ​ຊົນ​ຫວຽດ​ນາມ​, ພັກ​, ລັດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ຮູ້ບຸນຄຸນ​ຢ່າງ​ສູງ​ຕໍ່​ການ​ສະ​ໜັບ​ສະ​ໜູນ​, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ເພື່ອນ​ມິດ​ສາ​ກົນ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ​, ພິ​ເສດ​ແມ່ນ​ການ​ຮ່ວມ​ເດີນ​ທາງ​, ການ​ຊ່ວຍ​ເຫຼືອ​ສຸດ​ອົກ​ສຸດ​ໃຈ ແລະ ​ມີ​ປະ​ສິດ​ທິ​ຜົນ​ຂອງ​ພັກ​, ລັດ ແລະ ປະ​ຊາ​ຊົນ​ລາວ​.

ເນື່ອງ​ໃນ​ໂອ​ກາດ​ອັນ​ສຳ​ຄັນ​ນີ້​, ຕາງ​ໜ້າ​ພັກ​, ລັດ ​ແລະ ປະ​ຊາ​ຊົນ​ຫວຽດ​ນາມ​, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ຮູ້​ບູນ​ຄຸນ ແລະ ຂອບ​ອົກ​ຂອບ​ໃຈ​ຢ່າງ​​ສຸດ​ໃຈ​ມາ​ຍັງ​ພັກ​, ລັດ ​ແລະ ປະ​ຊາ​ຊົນ​ລາວທີ່​ຍາມ​ໃດ​ກໍ​ໄດ້​ໃຫ້​ຄວາມ​ສາ​ມັກ​ຄີ​, ສະ​ໜັບ​ສະ​ໜູນ ​ແລະ ຊ່ວຍ​ເຫຼືອ​ຫວຽດ​ນາມ​. ຂ້າ​ພະ​ເຈົ້າ​ກໍ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ບັນ​ດາ​ຄະ​ນະ​ພັກ​, ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ​ແລະ ປະ​ຊາ​ຊົນ​ລາວ ທີ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ອັນ​ສະ​ດວກ​ໃຫ້​ແກ່​ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ​ທີ່ທໍາມາຫາກິນ ​ແລະ ດຳ​ລົງ​ຊີ​ວິດ​ຢ່າງ​ໝັ້ນ​ຄົງ​ຢູ່​ລາວ ກໍ​ຄື​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ກຳ​ລັງ​ຮ່ວມ​ມື​, ລົງ​ທຶນ ​ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​, ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ເທດ ສປປ ລາວ ພັດ​ທະ​ນາ​ໃຫ້​ວັດ​ທະ​ນາ​ຖາ​ວອນ ແລະ​ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​ລະ​ຫວ່າງ​​ສອງ​ຊາດ​ຫວຽດ​ນາມ – ລາວ​.

ຮຽນ​ບັນ​ດາ​ສະ​ຫາຍ ແລະ​ ໝູ່​ເພື່ອນ​ທີ່​ຮັກ​ແພງ​,

ນັບ​ແຕ່​ສະ​ໄໝ​ບູ​ຮານ​, ສອງ​​ຊາດ​ຫວຽດ​ – ລາວ ຍາມ​ໃດ​ກໍ​ຕິດ​ພັນ​ສະ​ໜິດ​ສະ​ໜົມ​​ກັນ​. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ການ​ພົວ​ພັນ “ບ້ານ​ໃກ້​ເຮືອນ​ຄຽງ​” ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​, ​ແບ່ງ​ປັນ​ເຊິ່ງ​ກັນ ​ແລະ ກັນ​, ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​. ພິ​ເສດ​ແມ່ນ​ນັບຕັ້ງ​ແຕ່​​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ​ ຕົ້ນ​ກຳ​ເນີດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ໄດ້​ກຳ​ເນີ​ດ​ຂຶ້ນ​ມາ​, ເຊິ່ງ​ໄດ້​ປະ​ທານ ​ໂຮ່​ຈິ​ມິນ​ ຜູ້​ຍີ່ງ​ໃຫຍ່​, ປະ​ທານ ​ໄກ​ສອນ ພົມ​ວິ​ຫານ ​ແລະ ປະ​ທານ ​ສຸ​ພາ​ນຸ​ວົງ ​ທີ່​ແສນ​ເຄົາ​ລົບ​ຮັກ​ເປັນ​ຜູ້​ກໍ່​ຕັ້ງ​​, ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ການ​ນຳ​ສືບ​ທອດ ​ແລະ ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​, ໄດ້​ກາຍ​ເປັນ​ສາຍ​ພົວ​ພັນແບບ​ເປັນ​ຕາຍ​, ເປັນ​ແບບ​ຢ່າງ​, ຊື່ສັດ​, ບໍລິສຸດ ທີ່​ຫາ​ຍາກ​ໃນ​ການ​ພົວ​ພັນ​ສາ​ກົນ​, ເປັນ​ການ​ພົວ​ພັນ​ມີ​ຄຸນ​ລັກ​ສະ​ນະ​ລະ​ກົດ​ເກນ​, ​ເປັນ​ປັດ​ໄຈ​ທີ່​ຮັບ​ປະ​ກັນ​ໄຊ​ຊະ​ນະ​ໃຫ້​ແກ່​ການ​ປະ​ຕິ​ວັດ ​ແລະ ເປັນ​ຊັບ​ສົມ​ບັດ​ລວມ​ອັນ​ລ້ຳ​ຄ່າ​ຂອງ​​ສອງ​ຊາດ ແລະ ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ອັນ​ໃຫຍ່​ຫຼວງ​ໃນ​ພາ​ລະ​ກິດ​ສ້າງ​ສາ ​ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ​.

ບົນ​ພື້ນ​ຖານ​ນັ້ນ​, ພວກ​ເຮົາ​ຮູ້​ສຶກ​ດີ​ໃຈ ​ແລະ ​ພາກ​ພູມ​ໃຈ​ທີ່​ສຸດ​ທີ່​ໄດ້​ເຫັນ​ວ່າ​, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ​, ສອງ​ລັດ ​ແລະ ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ​ນາມ – ລາວ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​, ກວ້າງ​ຂວາງ ​ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ທຸກ​ຂົງ​ເຂດ​, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດ​ຊາດ​, ປົກ​ປັກ​ຮັກ​ສາ ​ແລະ ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​. ການ​ພົວ​ພັນ​ດ້ານ​ການ​ເມືອງ​ສືບ​ຕໍ່​ໄດ້​ປັບ​ປຸງ​ຮັດ​ແໜ້ນ​ຢ່າງ​ໜັກ​ແໜ້ນ​, ເປັນ​ຫຼັກ​ແຫຼ່ງ​ກຳ​ນົດ​ທິດ​ສັງ​ລວມ ​ສາຍ​ພົວ​ພັນ​ສອງ​ປະ​ເທດ​. ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໄດ້​ພົບ​ປະ​ ແລະ​ ແລກປ່ຽນກັນເປັນ​ປະ​ຈຳ​, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ລະ​ດັບ​ສູງ​ສຸດ​. ເສົາ​ຄ້ຳ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ – ປ້ອງ​ກັນ​ຄວາມ​ສະ​ຫງົບ​ນັບ​ມື້​ນັບ​ສະ​ໜິດ​ສະໜົມ​, ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ຮອບ​ດ້ານ​; ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະ​ສິດ​ທິ​ຜົນ​ຢູ່​ບັນ​ດາ​ເວ​ທີ​ພາກ​ພື້ນ ​ແລະ ສາ​ກົນ​, ​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​, ຍົກ​ສູງ​ພາ​ລະ​ບົດ​ບາດ ແລະ​ ອິດ​ທິ​ພົນ​ຂອງ​ທັງ​ສອງ​ປະ​ເທດ ຫວຽດ​ນາມ – ລາວ ​ໃນ​ພາກ​ພື້ນ ​ແລະ ສາ​ກົນ​.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​, ການ​ຄ້າ ​ແລະ ການ​ລົງ​ທຶນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​, ປ່ຽນ​ແປງ​ໃໝ່​, ຊຸກ​ຍູ້ ​ແລະ ບັນ​ລຸ​ໄດ້​ຫຼາຍ​ບາດ​ກ້າວ​ທີ່​ຕັ້ງ​ໜ້າ​, ພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຊຸກ​ຍູ້ ​ແລະ ເຊື່ອມໂຍງ​ຢ່າງ​ແໜ້ນ​ແຟ້ນ​. ຫວຽດ​ນາມ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ໃນ​ການ​ລົງ​ທຶນ ດ້ວຍ​ຍອດ​ທຶນ 7 ຕື້ ກວ່າ ໂດລາສະຫະລັດ​. ​ໃນ 7 ເດືອນ​ຕົ້ນ​ປີ 2025, ລວມມູນຄ່າການ​ນຳ​ເຂົ້າ​-​ສົ່ງ​ອອກ​ລະ​ຫວ່າງ​ ຫວຽດ​ນາມ – ລາວ ໄດ້​ບັນ​ລຸ​ 2 ຕື້ ກວ່າ​ໂດລາ​ສະ​ຫະ​ລັດ​, ​ເພີ່ມ​ຂຶ້ນ 79% ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2024, ​ເທົ່າ​ກັບ​ປະ​ມານ 20% ຂອງ​ມູນຄ່າ​ການ​ນຳ​ເຂົ້າ​-​ສົ່ງ​ອອກ​ຂອງ​ລາວ​ໃນ 7 ​ເດືອນ​ຜ່ານ​ມາ​. ​ໃນ​ນັ້ນ​, ຫວຽດ​ນາມ​ຂາດ​ດຸນ​ການ​ຄ້າ​ກັບ​ລາວ​ແມ່ນ​ຫຼາຍກວ່າ 500 ລ້ານ​ໂດລາ​ສະ​ຫະ​ລັດ​. ນີ້​ກໍ່​ແມ່ນ​ຍອດ​ມູນຄ່າການ​ຄ້າ ​ລະ​ຫວ່າງ ສອງປະ​ເທດ​ທີ່ສູງ​ສຸດ​ໃນຮອບ 10 ປີ​ຜ່ານ​ມາ (2016-2025). ພິ​ເສດ​, ດ້ວຍ​ການ​ເປີດ​ນຳ​ໃຊ້​ທ່າເຮືອ​ແຫ່ງ​ທີ 3 ຂອງ​ທ່າ​ເຮືອ​ສາ​ກົນ​ ວູງ​ອ໋າງ​, ສອງ​ປະ​ເທດ​ໄດ້​ຮ່ວມ​ກັນ​ປະ​ຕິ​ບັດ​ທິດ​ທາງ​ຍຸດ​ທະ​ສາດ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​, ຫັນ​ປ່ຽນ​ປະ​ເທດ​ລາວ​ຈາກ​ປະ​ເທດທີ່​ບໍ່ມີຊາຍແດນຕິດກັບ​ທະ​ເລ ກາຍ​ເປັນ​ປະ​ເທດ​ໃຈ​ກາງ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ຕະ​ຫຼາດ​ໃຫຍ່​ຢູ່​ພາກ​ພື້ນ​ຜ່ານ​ທາງ​ທະ​ເລ​.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການສຶກ​ສາ​-​ກໍ່​ສ້າງ​, ວັດ​ທະ​ນະ​ທຳ​, ການພົບ​ປະ​ແລກປ່ຽນລະ​ຫວ່າງ​ປະ​ຊາ​ຊົນ​, ການພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ ສືບ​ຕໍ່ໄດ້ຮັບການ​ເອົາ​ໃຈ​ໃສ່​, ​ເພີ່ມ​ຂຶ້ນ​ທັງ​ດ້ານ​ປະ​ລິ​ມານ ​ແລະ ຄຸນ​ນະ​ພາ​ບ​. ​ການ​ທີ່​ຫວຽດ​ນາມ ​ແລະ ລາວ ​ໄດ້​ສົມ​ທົບ​ກັນ​ຍື່ນ​ສະ​ເໜີ ​ແລະ ອົງການ UNESCO ໄດ້​ຮັບ​ຮອງ​​ໃຫ້​ອຸທິຍານ​ແຫ່ງ​ຊາດ​ຫີນ​ໜາມ​ໜໍ່​ ຂອງ​ລາວ ​ເປັນ​ມໍ​ລະ​ດົກ​​ໂລກທາງທໍາມະຊາດ ​ຂ້າມ​ຊາຍ​ແດນ​ຮ່ວມ​ກັບ​ອຸທິຍານ​ແຫ່ງ​ຊາດ ຟອງ​ຍາ – ແກ​ບາງ​ ຂອງ​ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຍຸກແຫ່ງ​ສັນ​ຕິ​ພາບ​, ພິ​ເສດ​, ນີ້​ຈະ​ເປັນການ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ກວ້າງ​ຂວາງ​ກວ່າ​ອີກ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​, ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ແລະ​ ຍົກ​ສູງ​ບົດບາດພາບພົດ​ຂອງ​ທັງ​ສອງ​ປະ​ເທດ​.

ການ​ສົມ​ທົບ​ຈັດ​ຕັ້ງ​ພິ​ທີ​ຮັບ​ຮອງ ສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນ ລາວ ເປັນມໍລະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດຂອງ ສປປ ລາວ ເປັນ​ສັນ​ຍາ​ລັກ​ອັນ​ສະ​ຫງ່າ​ງາມ​ຂອງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ – ລາວ ໃນ​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ເມື່ອ​ກ່ອນ​. ເຫດການນີ້ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ເຜີຍ​ແຜ່ ແລະ ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​, ພິ​ເສດ​ແມ່ນ​ຄົນຮຸ່ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ ແລະ ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ຂອງ​ສາຍ​ພົວ​ພັນ​ຫວຽດ​ນາມ​-​ລາວ ກໍ​ຄື​ເຮັດ​ໃຫ້​ອຸ​ດົມ​ສົມ​ບູນ​ກວ່າ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ ເຊິ່ງ​ໄດ້​ກໍ່​ສ້າງ​ດ້ວຍ​ເລືອດ​ເນື້ອ​ເຫື່ອ​ແຮງ​ຂອງ​ພະ​ນັກ​ງານ​, ນັກ​ຮົບ ​ແລະ ປະ​ຊາ​ຊົນ ຫວຽດ​ນາມ ​ແລະ ລາວ ນັບ​ເປັນ​ໝື່ນເປັນ​ແສນຄົນ​.

ຮຽນ​ບັນ​ດາ​ສະ​ຫາຍ ແລະ ​ໝູ່​ເພື່ອນ​ທີ່​ຮັກ​ແພງ​,

ພັກ ​ແລະ ລັດ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ​ແລະ ​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ – ລາວ​. ຫວຽດ​ນາມ ກຳ​ລັງ ​ແລະ ຈະ​ສືບ​ຕໍ່​ເປີດ​ກວ້າງ​ຕະ​ຫຼາດ​ຂອງ​ຕົນ​ໃຫ້​ແກ່​ສິນ​ຄ້າ ​ແລະ ຜະ​ລິດ​ຕະ​ພັນ​ຂອງ​ລາວ​ຕື່ມ​ອີກ​; ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​; ​ແລະ​ ເຊື່ອມ​ຕໍ່​ສອງ​ພຶ້ນ​ຖານ​ເສດ​ຖະ​ກິດ​. ສິນ​ຄ້າ​ຂອງ​ລາວ​ສາ​ມາດ​ຜ່ານບໍ່ວ່າຈະເປັນ​ດ່ານ​ຊາຍ​ແດນ ຫຼື ທ່າ​ເຮືອ ທາງ​ທະ​ເລ​ໃດ​ໜຶ່ງ​ຂອງ​ຫວຽດ​ນາມ ໄປ​ສູ່​ບັນ​ດາ​ຕະ​ຫຼາດ​ໃນ​ພາກ​ພື້ນ ແລະ ສາ​ກົນ​, ປະ​ກອບ​ສ່ວນ​ຮ່ວມ​ກັບ​ປະ​ຊາ​ຊົນ​ລາວ ເພື່ອ​ສ້າງ​ສາ​ປະ​ເທດ​ລາວ​ໃຫ້​ວັດ​ທະ​ນາ​ຖາ​ວອນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​.

ໃນ​ສະ​ພາບ​ການ​ຂອງ​ພາກ​ພື້ນ ​ແລະ ​ໂລກ​ທີ່​ນັບ​ມື້​ນັບ​ສັບ​ສົນ​, ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​, ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​, ສິ່ງ​ທ້າ​ທາຍ ​ແລະ ກາ​ລະ​ໂອ​ກາດ​ທີ່​ສະ​ຫຼັບ​ກັນ​, ຫວຽດ​ນາມ ​ແລະ ລາວ ຕ້ອງ​ສາ​ມັກ​ຄີ​, ຄຽງ​ບ່າ​ຄຽງ​ໄຫຼ່, ​ໄວ້​ເນື້ອ​ເຊື່ອ​ໃຈ​, ສະ​ໜັບ​ສະ​ໜູນ ​ແລະ ສ້າງ​ເງື່ອນ​ໄຂ​ຫຼາຍ​ກ່ວາ​ເກົ່າ​, ເພື່ອ​ຮ່ວມ​ກັນ​ພັດ​ທະ​ນາ​ບົນ​ພື້ນ​ຖານ​ບັນ​ດາ​ຫຼັກ​ການ​ ​ແລະ ຖະ​ແຫຼ​ງ​ການ​ຮ່ວມ​ທີ່​ສອງ​ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​. ​ໃນ​ສະ​ພາບ​ການ​ໃດ​ກໍ​ຕາມ​, ສອງ​ປະ​ເທດ​ຫວຽດ​ນາມ ​ແລະ ລາວ ຕ້ອງ​ມີ​ຄວາມ​ໝັ້ນ​ຄົງ ​ແລະ ບຸກ​ບືນ​ສຸດ​ຄວາມ​ສາ​ມາດ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ສຳ​ເລັດ​ຜົນ​; ຮ່ວມ​ກັນ ຢ່າງ​ໜັກ​ແໜ້ນ​ເດີນ​ທາງ​ໃນ​ເສັ້ນ​ທາງ​ກໍ່ສ້າງສັງ​​ຄົມ​ນິ​ຍົມ​; ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​, ​ເປັນ​ເຈົ້າ​ຕົນ​ເອງ​, ​ ​ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ຕົນ​, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​, ສົມ​ທົບ​ຢ່າງ​ເໝາະ​ສົມ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ – ລາວ ແລະ ມາດຕະຖານ​ຂອງ​ສາ​ກົນ​, ​ເພື່ອ​ການ​ພັດ​ທະ​ນາ​ທີ່​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຂອງ​ແຕ່​ລະ​ປະ​ເທດ​, ​ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ​ແລະ ການພັດ​ທະ​ນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ​.

ຄຸນ​ຄ່າ​ທີ່​ຍືນ​ຍົງ​ຄົງ​ຕົວ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ – ລາວ ບໍ່​ພຽງ​ແຕ່​ໄດ້​ເຊື່ອມ​ຈອດ​ດ້ວຍ​ການ​ເສຍ​ສະ​ຫຼະ​ເພື່ອ​ກັນ ແລະ ກັນ ທີ່​ໄດ້​ທົດ​ສອບ​ຜ່ານ​ຂະ​ບວນ​ການ​ຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ​ເທົ່າ​ນັ້ນ​, ຫາກ​ຍັງ​ໄດ້​ເພີ່ມທະວີຄູນ​ຂຶ້ນ​ດ້ວຍ​ນ້ຳ​ໃຈ​ຮັກ​ແພງ​ທີ່​ຈິງ​ໃຈ​, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເດັດ​ຖານ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ສອງ ປະ​ເທດ ແລະ ການ​ຄຽງ​ບ່າ​ຄຽງ​ໄຫຼ່​, ການ​ແບ່ງ​ປັນ​ລະ​ຫວ່າງ​ປະ​ຊາ​ຊົນ ສອງ​ຊາດ​ໃນ​ຕະ​ຫຼອດ​ເສັ້ນ​ທາງ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​, ກໍ​ຄື​ພື້ນ​ຖານ​ຍຸດ​ທະ​ສາດ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ທັງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ອະ​ນາ​ຄົດ​. ການ​ປົກ​ປັກ​ຮັກ​ສາ​, ປັບ​ປຸງ​, ພັດ​ທະ​ນາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ​, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ເທົ່າ​ນັ້ນ​, ຫາກ​ຍັງ​ແມ່ນ​ຄວາມ​ພາກ​ພູມ​ໃຈ​ຂອງ​ພວກ​ເຮົາ​ແຕ່​ລະ​ຄົນ​ໃນ​ທຸກ​ວັນ​ນີ້​, ພ້ອມ​ກັນ​ປະ​ກອບ​ສ່ວນ​ກໍ່​ສ້າງ​ອະ​ນາ​ຄົດ​ຮ່ວມ​ກັນຂອງ​ສອງ​​ຊາດ​.

ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລາວ ຈະ “ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ​, ຮົ່ງ​ຮ່າ​ທັງ​ແມ່​ຂອງ​, ບໍ່​ເລິກ​ປູນ​ປານ​ໄດ້​”, “ໝັ້ນ​ຄົງ​ຂະໜົງ​ແກ່ນ​ຊົ່ວ​ກາ​ລະ​ນານ​” ແລະ “ຫອມ​ຫວນກວ່າ​ດອກ​ໄມ້ທີ່ຫອມ​ທີ່​ສຸດ​” ຕາມ​ການ​ນຳ​ສອງ​ປະ​ເທດ​ພວກ​ເຮົາ​ເຄີຍ​ປາດ​ຖະ​ໜາ​ມຸ່ງ​ຫວັງ​.

ເນື່ອງ​ໃນ​ໂອ​ກາດ​ອັນ​ສະ​ຫງ່າ​ລາ​ສີ​ນີ້​, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອນ​ໄຊ​ໃຫ້ ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ​, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ສືບ​ຕໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ໃຫຍ່​ຫຼວງ​ກວ່າ​ເກົ່າ​, ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XI ຂອງ​ພັກ ​ແລະ ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-​ສັງ​ຄົມ 5 ປີ​ຄັ້ງ​ທີ IX ສຳ​ເລັດ​ຢ່າງ​ຈົບ​ງາມ​, ກະ​ກຽມ ແລະ ​ຈັດ​ຕັ້ງ​ສຳ​ເລັດ​​ກອງ​ປະ​ຊຸມ​ໃຫຍ່​ຂອງ​ອົງ​ຄະ​ນະ​ພັກ​ທຸກ​ຂັ້ນ​, ກ້າວ​ໄປ​ສູ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ​ສຳ​ເລັດ​ມີ​ໄຊ ໃນ​ຕົ້ນ​ປີ​ 2026.

ຂໍ​ອວຍ​ພອນ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່​, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ຫວຽດ​ນາມ – ລາວ ຈົ່ງ​ໝັ້ນ​ຄົງ​ຂະໜົງ​ແກ່ນ​ໄປຊົ່ວກາລະນານ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ມິດ​ຕະ​ພາບ​, ການ​ຮ່ວມ​ມື ແລະ ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ​ທົ່ວ​ໂລກ​.

ກະຊວງສຶກສາທິການ ແລະ ກິລາ ເລີ່ມນໍາໃຊ້ກາໝາຍ (ໂລໂກ້) ໃໝ່ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ

0

ຫ້ອງການກະຊວງສຶກສາທິການ ແລະ ກິລາ ແຈ້ງມາຍັງບັນດາທ່ານຊາບວ່າ: ປະຈຸບັນ ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງກາໝາຍ (ໂລໂກ້) ໃໝ່ ເພື່ອໃຫ້ມີຄວາມສອດຄ່ອງກັບລັກສະນະຊາດ ແລະ ພາລະບົດບາດ, ໜ້າທີ່ຂອງກະຊວງ ຊຶ່ງສະແດງອອກຢ່າງກວມລວມເຖິງວຽກງານ ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ກິລາ, ຊຶ່ງໄດ້ຮັບຮອງ ແລະ ປະກາດໃຊ້ ຕາມຂໍ້ຕົກລົງວ່າດ້ວຍ ການຮັບຮອງກາໝາຍ (ໂລໂກ້) ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1965/ສສກ, ລົງວັນທີ 29 ສິງຫາ 2025 ແລະ ເລີ່ມນໍາໃຊ້ເປັນທາງການ ນັບແຕ່ ວັນທີ 1 ກັນຍາ ເປັນຕົ້ນໄປ.

ສໍາລັບ ບັນດາຫ້ອງການ, ກົມ, ອົງການທຽບເທົ່າກົມ, ສູນ ແລະ ພາກສ່ວນອື່ນໆ ພາຍໃນຂະແໜງການ ສຶກສາທິການ ແລະ ກິລາ ທີ່ມີການນໍາໃຊ້ກາໝາຍ (ໂລໂກ້) ເກົ່າ ເຂົ້າໃນສິ່ງພິມຕ່າງໆ ທີ່ໄດ້ຈັດພິມໄປແລ້ວນັ້ນ ໃຫ້ສືບຕໍ່ປະຕິບັດຈົນກວ່າ ສໍາເລັດ ຫຼື ໝົດໄປ ແຕ່ການຈັດພິມໃໝ່ ໃຫ້ນໍາໃຊ້ກາໝາຍ (ໂລໂກ້) ກະຊວງສຶກສາທິການ ແລະ ກິລາ ໂຕໃໝ່.

ສາຍການບິນ Vietjet ລາຍງານຜົນການກວດສອບບັນຊີການເງິນ ເຄິ່ງປີທໍາອິດຂອງປີ 2025 ພ້ອມທັງປະກາດເສັ້ນທາງໃໝ່ ຈາກນະຄອນໂຮ່ຈີມິງ-ນະຄອນຫຼວງມານີລາ

0

ນະຄອນຫຼວງວຽງຈັນ ວັນທີ 1 ກັນຍາ 2025 ສາຍການບິນ Vietjet ໄດ້ເຜີຍແຜ່ບົດລາຍງານການກວດສອບບັນຊີການເງິນ ສໍາລັບເຄິ່ງປີທໍາອິດຂອງປີ 2025 ໂດຍລາຍງານການເຕີບໂຕທີ່ໂດດເດັ່ນ ແລະ ເສີມສ້າງຄວາມເຂັ້ມແຂງໃນຖານະສາຍການບິນທີ່ກໍາລັງຂະຫຍາຍຕົວໃນລະດັບສາກົນ ນອກນີ້ ສາຍການບິນດັ່ງກ່າວ ຍັງໄດ້ປະກາດເສັ້ນທາງໃໝ່ ໂດຍມີຖ້ຽວບິນກົງເຊື່ອມຕໍ່ລະຫວ່າງນະຄອນໂຮ່ຈີມິງ ເຊິ່ງເປັນສູນກາງດ້ານເສດຖະກິດຂອງຫວຽດນາມ ກັບນະຄອນຫຼວງມານີລາ ປະເທດຟີລິບປິນ ເຊິ່ງມີກຳ ນົດເປີດໃຫ້ບໍລິການໃນເດືອນພະຈິກ ສໍາລັບນັກທ່ອງທ່ຽວຊາວລາວ ເສັ້ນທາງໃໝ່ນີ້ຈະອຳນວຍຄວາມສະ ດວກໃນການເດີນທາງ ລະຫວ່າງ ສປປ ລາວ ແລະ ປະເທດຟີລິບປິນ ໄດ້ສະດວກຂຶ້ນ ຜ່ານການເຊື່ອມຕໍ່ຖ້ຽວບິນຂອງສາຍການບິນ Vietjet.

ການເຕີບໂຕທາງດ້ານການເງິນທີ່ເຂັ້ມແຂງ: ໃນ 6 ເດືອນຕົ້ນປີ 2025 ລາຍຮັບການຂົນສົ່ງທາງອາກາດຂອງສາຍການບິນ Vietjet ບັນລຸ 35,601 ພັນຕື້ດົງ (ປະມານ 29,2 ພັນຕື້ກີບ) ໂດຍມີກໍາໄລກ່ອນຫັກພາສີ ເກືອບ 1,6 ພັນຕື້ດົງ (ປະມານ 1,31 ພັນຕື້ກີບ) ເຊິ່ງເພີ່ມຂຶ້ນ 37% ຈາກປີກ່ອນ ສ່ວນລາຍຮັບລວມ ແມ່ນ 35,837 ພັນຕື້ດົງ (ປະມານ 29,4 ພັນຕື້ກີບ) ແລະ ກໍາໄລກ່ອນຫັກພາສີ ເກີນ 1,651 ພັນຕື້ດົງ (ປະມານ 1,35 ພັນຕື້ກີບ) ເຊິ່ງສະແດງເຖິງການເຕີບໂຕທີ່ໜ້າຕົກໃຈເຖິງ 65% ຈາກປີກ່ອນ.

ໃນໄລຍະດຽວກັນນີ້ ສາຍການບິນ Vietjet ໄດ້ດໍາເນີນການບິນ 79.000 ຖ້ຽວ ແລະ ໃຫ້ບໍລິການຜູ້ໂດຍສານ 14,4 ລ້ານຄົນ ໄດ້ຈ່າຍພາສີ ແລະ ຄ່າທໍານຽມຕ່າງໆຫຼາຍກວ່າ 4,528 ພັນຕື້ດົງ (ປະມານ 3,71 ພັນຕື້ກີບ) ຕົວຊີ້ວັດດ້ານການເງິນຂອງບໍລິສັດ ຍັງຄົງເຂັ້ມແຂງ ມີສະພາບຄ່ອງດີ ແລະ ຊັບສິນ ລວມ ເກີນ 112 ພັນຕື້ດົງ (ປະມານ 91,85 ພັນຕື້ກີບ).

ການລົງທຶນໃນເຮືອບິນ ແລະ ຖານະໃນລະດັບສາກົນ: ໃນເຄິ່ງປີທໍາອິດ ສາຍການບິນ Vietjet ໄດ້ສັ່ງຊື້ເຮືອບິນ A330neo ຈໍານວນ 20 ລໍາຈາກບໍລິສັດ Airbus ເຮັດໃຫ້ຍອດການສັ່ງຊື້ເຮືອບິນ A330neo ເພີ່ມຂຶ້ນເປັນ 40 ລໍາ ເຊິ່ງເປັນສາຍການບິນທີ່ມີການສັ່ງຊື້ເຮືອບິນ A330neo ຫຼາຍທີ່ສຸດໃນໂລກ ໃນງານ Paris Air Show 2025 ສາຍການບິນ Viejtet ໄດ້ສັ່ງຊື້ເຮືອບິນ A321neo ເພີ່ມອີກ 100 ລໍາ ພ້ອມທາງເລືອກໃນການສັ່ງຊື້ ເພີ່ມອີກ 50 ລໍາ ເຊິ່ງເປັນຂໍ້ຕົກລົງທີ່ໃຫຍ່ທີ່ສຸດໃນອຸດສາຫະກໍານີ້ ເຮັດໃຫ້ສາຍການບິນ Vietjet ຕິດອັນດັບ 1 ໃນ 10 ສາຍການບິນຊັ້ນນໍາຂອງໂລກ ໃນດ້ານການສັ່ງຊື້ເຮືອບິນ ນອກນີ້ສາຍການບິນ Vietjet ແລະ ບໍລິສັດ Rolls-Royce ຍັງໄດ້ລົງນາມສັນຍາສັ່ງຊື້ເຄື່ອງຈັກ Trent 7000 ຈໍານວນ 40 ເຄື່ອງ ເພື່ອໃຊ້ກັບເຮືອບິນ Airbus A330neo ຂະໜາດໃຫຍ່ 20 ລໍາເຮັດໃຫ້ຍອດການສັ່ງຊື້ເຄື່ອງຈັກ Trent 7000 ທັງໝົດຂອງສາຍການບິນ ເພີ່ມຂຶ້ນເປັນ 80 ເຄື່ອງ.

ການເລີ່ມຕົ້ນໂຄງການລອງແທງ: ສາຍການບິນ Vietjet ໄດ້ເລີ່ມການກໍ່ສ້າງສູນເຕັກນິກບໍາລຸງຮັກ ສາເຮືອບິນ ຢູ່ສະໜາມບິນສາກົນລອງແທງ ທີ່ກຳລັງກໍ່ສ້າງ ໂດຍມີໂຮງຈອດເຄື່ອງບິນເບີ 3 ແລະ 4 ເຊິ່ງສາມາດໃຫ້ບໍລິການເຮືອບິນໄດ້ພ້ອມກັນ 10 ລໍາ ຕາມມາດຕະຖານສາກົນ ໃນຂະນະດຽວກັນ ສາຍການບິນ Vietjet ຍັງໄດ້ນໍາໃຊ້ລະບົບບໍລິການພາກພື້ນດິນແບບບໍລິການຕົນເອງ ຢູ່ສະໜາມບິນໃຫຍ່ຕ່າງໆໃນຫວຽດນາມ ເພື່ອຍົກລະດັບຄຸນນະພາບການບໍລິການ ເພີ່ມປະສິດທິຜົນການດໍາເນີນງານ ແລະ ສົ່ງມອບປະສົບການທີ່ດີເລີດໃຫ້ຜູ້ໂດຍສານ.

ກ່ອນໜ້ານີ້ ສາຍການບິນ Vietjet ຍັງໄດ້ຮັບການຍອມຮັບອີກຄັ້ງຈາກ AirlineRatings ໃຫ້ເປັນ “ສາຍການບິນຕົ້ນທຶນຕໍ່າທີ່ດີທີ່ສຸດໃນໂລກ” ວາລະສານ Forbes ຫວຽດນາມ ຍັງໄດ້ຈັດອັນດັບໃຫ້ສາຍການບິນ Vietjet ເປັນ 1 ໃນ 5 ບໍລິສັດ ທີ່ມີລາຍຮັບສູງສຸດ ປະຈໍາປີ 2024 ແລະ 1 ໃນ 50 ບໍລິສັດທີ່ມີການລົງທຶນທີ່ດີທີ່ສຸດໃນປະເທດ ສໍາລັບປີ 2025.

ຖ້ຽວບິນທໍາອິດໄປຟີລິບປິນ: ດ້ວຍພື້ນຖານດ້ານການເງິນທີ່ເຂັ້ມແຂງ ການລົງທຶນໃນເຮືອບິນ ແລະ ການເປີດເສັ້ນທາງໃໝ່ ລວມທັງເສັ້ນທາງນະຄອນໂຮ່ຈີມິງ-ມານີລາ ສາຍການບິນ Vietjet ກຽມຈະເລັ່ງການຂະຫຍາຍຕົວໃນພາກພື້ນ ແລະ ລະດັບໂລກ ຕື່ມອີກ ເສີມສ້າງບົດບາດຂອງຫວຽດນາມ ໃນຖາ ນະສູນກາງການບິນທີ່ກໍາລັງຂະຫຍາຍຕົວ ການບໍລິການຖ້ຽວບິນໃໝ່ນີ້ ຈະເລີ່ມໃນວັນທີ 22 ພະຈິກ 2025 ໂດຍມີຖ້ຽວບິນໄປ-ກັບ 5 ຖ້ຽວຕໍ່ອາທິດ ເຊິ່ງເປັນການເຊື່ອມຕໍ່ໂດຍກົງຄັ້ງທໍາອິດຂອງສາຍການບິນ Vietjet ລະຫວ່າງ ຫວຽດນາມ ແລະ ຟີລິບປິນ ດ້ວຍເສັ້ນທາງທີ່ມີຢູ່ແລ້ວ ທີ່ເຊື່ອມຕໍ່ນະຄອນຫຼວງວຽງຈັນໄປ ນະຄອນໂຮ່ຈີມິງ ນັກທ່ອງທ່ຽວຊາວລາວ ສາມາດເດີນທາງຕໍ່ໄປຍັງນະຄອນຫຼວງຂອງຟີລິບປິນ ຜ່ານເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມໄດ້ຢ່າງສະດວກ.

ປີ້ ມີໃຫ້ບໍລິການແລ້ວ ໂດຍມີໂປຣໂມຊັນພິເສດລາຄາເລີ່ມຕົ້ນພຽງ 0 USD (ບໍ່ລວມພາສີ ແລະຄ່າທໍານຽມ) ຈັດຂຶ້ນທຸກວັນໃນລະຫວ່າງເວລາ 12:00 ໂມງ ຫາ 14:00 ໂມງ (GMT+7) ຜ່ານເວບໄຊທາງການ ແຕ່ວັນທີ 22 ພະຈິກ 2025 ເຖິງວັນທີ 29 ມີນາ 2026 (ເງື່ອນໄຂ ແລະ ຂໍ້ກໍານົດ ແມ່ນຂຶ້ນກັບການປ່ຽນແປງ).

(ສະບາໄພ 1/9/2025)

ໂທລະເລກຊົມເຊີຍ

0

ເຖິງ: ສະຫາຍ ສະຫາຍ ເລ ຮວາຍ ຈຸງ, ເລຂາທິການສູນກາງພັກ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ.

ສະຫາຍ ເລ ຮວາຍ ຈຸງ ທີ່ນັບຖື,

ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ສະຫາຍ ໄດ້ຮັບແຕ່ງຕັ້ງເປັນຮັກສາການລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ການທີ່ສະຫາຍໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງສຳຄັນດັ່ງກ່າວນີ້ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ຄວາມຮູ້, ຄວາມສາມາດໃນການຊີ້ນຳ-ນຳພາ, ບົດບາດ ແລະ ການປະກອບສ່ວນອັນສຳຄັນ ແລະ ມີປະສິດທິຜົນຂອງສະຫາຍ ໃນຂົງເຂດວຽກງານຕ່າງປະເທດຕະຫຼອດໄລຍະເວລາທີ່ຜ່ານມາ, ໂດຍສະເພາະການຍົກສູງບົດບາດ “ການທູດຕົ້ນໄຜ່” ກໍຄືການປະກອບສ່ວນເຂົ້າໃນການຍົກສູງຖານະ ແລະ ບົດບາດ ຂອງ ສສ. ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ: ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການອັນອຸດົມສົມບູນ,ສະຫາຍ ຈະສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນສຳຄັນ ທີ່ພັກກອມມູນິດຫວຽດນາມ ໄດ້ມອບໝາຍໃຫ້, ຂ້າພະເຈົ້າ ຂໍຢຶນຢັນວ່າຈະສືບຕໍ່ຮ່ວມກັບສະຫາຍໃນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງກະຊວງການຕ່າງປະເທດຂອງພວກເຮົາ ໃຫ້ນັບມື້ ນັບແຕກດອກອອກຜົນ ຍິ່ງໆຂຶ້ນ.

ເນື່ອງໃນໂອກາດວັນຊາດ ແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ ວັນທີ 2 ກັນຍາ ທີ່ຈະມາເຖິງນີ້, ໃນນາມຕາງໜ້າຄະນະນຳ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະ ຄວາມສາມັກຄີຮັກແພງ ອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ມາຍັງສະຫາຍ ແລະ ຜ່ານສະຫາຍໄປຍັງຄະນະນຳ, ພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທຸກຖ້ວນໜ້າ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025). ພ້ອມກັນນີ້, ກໍ່ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຕຳແໜ່ງອັນສົມກຽດ ມານະໂອກາດນີ້ດ້ວຍ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດພົບກັບສະຫາຍໃນເວລາອັນໃກ້ນີ້.

ທ່ານ ຈັນສະໝອນ ຈັນຍາລາດ ໂອ້ລົມຕໍ່ວຽກງານ 3 ສ້າງຂະແໜງ ຍທຂ

0

ທ່ານ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງໄດ້ໃຫ້ກຽດໂອ້ລົມໃນໂອກາດເຂົ້າຮ່ວມກອງປະຊຸມວຽກງານ 3 ສ້າງຂອງຂະແໜງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະຈໍາປີ 2025 ຈັດຂຶ້ນໃນວັນທີ 1 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ໂດຍການເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດ ຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະພັກ-ຄະນະນໍາຂອງກະຊວງ ຍທຂ ຈັດຕັ້ງປະຕິບັດຕາມພາລະບົດບາດໜ້າທີ່ການເມືອງ ຕາມການມອບໝາຍຂອງພັກ-ລັດໃນການຂະຫຍາຍພື້ນຖານໂຄງລ່າງໃຫ້ເຊື່ອມຈອດເຂົ້າສູ່ແລວເສດຖະກິດ ແລະ ເຂດການຜະລິດຕາມຄໍາເວົ້າທີ່ວ່າ “ຄົມມະນາຄົມເປັນປາຍແຫຼມ, ການຄ້າເປັນຕ່ອງໂສ້”; ພ້ອມທັງພັດທະນາລະບົບການຂົນສົ່ງ, ເຂດໂລຈິສຕິກ ແລະ ເຂດທ່າບົກທີ່ທັນສະໄໝເພື່ອສົ່ງເສີມການຜະລິດ ແລະ ບໍລິການຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ, ບົນພື້ນຖານຫຼັກການ “ມີຈຸດສຸມ ແລະ ວ່ອງໄວ” ຊຶ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງ ແລະ ສໍາຄັນຂອງກະຊວງ ຍທຂ ຄື: “ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ” ເວົ້າສະເພາະວຽກງານ 3 ສ້າງແລ້ວ ຂະແໜງ ຍທຂ ໄດ້ມີຄວາມພະຍາຍາມໃນການປັບປຸງກົນໄກ, ລະບຽບການທີ່ກ່ຽວຂ້ອງເພື່ອມອບວຽກ-ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ໂດຍສະເພາະໃນ 7 ຂົງເຂດຫຼັກຄື: ຂົວທາງ, ທາງນໍ້າ, ນໍ້າປະປາ ແລະ ສຸຂາພິບານ, ເຄຫາ ແລະ ຜັງເມືອງ, ຂົນສົ່ງ, ການບິນພົນລະເຮືອນ ແລະ ລົດໄຟ; ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມພະຍາຍາມຢ່າງແທ້ຈິງຕໍ່ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງຂອງຂະແໜງ ຍທຂ ແລະ ຕີລາຄາການຈັດຕັ້ງປະຕິ ບັດວຽກງານ 3 ສ້າງຂອງຂະແໜງ ຍທຂ ຂັ້ນຕ່າງໆ (ສູນກາງ, ແຂວງ ແລະ ເມືອງ) ກໍໄດ້ຕັ້ງໜ້າປະຕິບັດວຽກງານດັ່ງກ່າວມີຜົນສໍາເລັດໂດຍພື້ນຖານ, ຫົວຂໍ້ທີ່ພົ້ນເດັ່ນຂອງຂະແໜງ ຍທຂ ທີ່ຕິດພັນກັບວຽກງານ 3 ສ້າງ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນລາວບັນດາເຜົ່າ ເພື່ອເສີມຂະຫຍາຍບົດບາດໜ້າທີ່ຕົ້ນຕໍຂອງວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງ.

ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວຕື່ມວ່າ: ຕ້ອງເຂົ້າໃຈແຈ້ງ ແລະ ສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມຮັບຮູ້ກ່ຽວກັບວຽກງານ 3 ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເລິກເຊິ່ງທົ່ວເຖິງ ແລະ ແທດເໝາະກັບທຸກເປົ້າໝາຍຕໍ່ຄວາມຮັບຜິດຊອບຂອງຂະແໜງການ ຍທຂ ແລະ ວຽກງານ 3 ສ້າງ ຊຶ່ງໃນນັ້ນ, ວຽກງານ ຍທຂ ປຽບເໝືອນສາຍເລືອດຂອງຊາດ, ຂອງການພັດທະນາ ແລະ ຄວາມຈະເລີນສີວິໄລຂອງປະເທດຊາດ ຂອງຕົວເມືອງໜຶ່ງ, ບ້ານໜຶ່ງໆ ແມ່ນຄວາມສະອາດງາມຕາຂອງບັນດາເສັ້ນທາງ, ຂອງລະບຽບການຂົນສົ່ງ-ຈໍລະຈອນທຸກປະເພດ ແລະ ສືບຕໍ່ປັບປຸງນິຕິກຳຕ່າງໆກ່ຽວກັບການແບ່ງຂັ້ນຄຸ້ມຄອງທີ່ບໍ່ທັນຈະແຈ້ງ ເພື່ອເຮັດໃຫ້ກົນໄກປະສານງານລະຫວ່າງຂະແໜງການ, ສູນກາງ ແລະ ທ້ອງຖິ່ນມີຄວາມໂລ່ງລ່ຽນມີປະສິດທິຜົນ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ຕິດພັນກັບການສ້າງພະນັກງານວິຊາການໃຫ້ສາມາດເປັນຊ່ຽວຊານ, ເປັນມືອາຊີບໄດ້; ເອົາໃຈໃສ່ຊຸກຍູ້ຕິດຕາມ, ກວດກາ ແລະ ຕີລາຄາປະເມີນຜົນວຽກງານສາມສ້າງເປັນແຕ່ລະໄລຍະ ພ້ອມທັງມີລະບອບສ່ອງແສງລາຍງານຢ່າງເປັນປົກ ກະຕິ ແລະ ເຂັ້ມງວດກວ່າເກົ່າ ໂດຍໃຫ້ມີຄະນະຮັບຜິດຊອບສະເພາະທັງຢູ່ຂັ້ນກະຊວງ ແລະ ທ້ອງຖິ່ນ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ສືບຕໍ່ຄົ້ນຄວ້າສ້າງແຜນຍຸດທະສາດວຽກງານ 3 ສ້າງຂອງຂະແໜງການຕົນ ເພື່ອເປັນພື້ນຖານໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ; ໂດຍສະເພາະແມ່ນວຽກພັດທະນາບຸກຄະລະກອນຢູ່ຂັ້ນເມືອງໃຫ້ມີຄວາມເຂັ້ມແຂງແທ້ໆ.

ທະນາຄານໂລກອະນຸມັດເງິນກູ້ 105 ລ້ານໂດລາ ພັດທະນາການສຶກສາໃນກຳປູເຈຍ

0

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ກັນຍາ ຜ່ານມາວ່າ: ທະນາຄານ​ໂລກ​ (World Bank) ໄດ້​ອະນຸມັດ​ເງິນ​ກູ້ ແລະ ເງິນຊ່ວຍເຫຼືອມູນຄ່າທັງໝົດ 105 ລ້ານ​ໂດ​ລາ ​ເພື່ອ​ສະໜັບສະໜູນ​ໂຄງການ​ພັດທະນາ​ການ​ສຶກສາ​ຢູ່​ກຳປູ​ເຈຍ ຊຶ່ງຄາດ​ວ່າ​ຈະ​ຊ່ວຍ​ເຫຼືອ​ເດັກນ້ອຍ​ໄດ້ 1,7 ລ້ານ​ກວ່າຄົນ.

ທະນາຄານໂລກລະບຸວ່າ: ເງິນຈຳນວນດັ່ງກ່າວລວມມີເງິນກູ້ 100 ລ້ານໂດລາ ແລະ ເງິນຊ່ວຍເຫຼືອ 5 ລ້ານໂດລາ, ຈະຖືກນຳໃຊ້ເພື່ອຊຸກຍູ້ທັກສະພື້ນຖານດ້ານການອ່ານອອກຂຽນເປັນ ແລະ ການຄິດໄລ່ ໃນໂຮງຮຽນປະຖົມທົ່ວກຳປູເຈຍ.

ຂ່າວລະບຸວ່າ: ໂຄງການດັ່ງກ່າວຍັງຈະຂະຫຍາຍການເຂົ້າເຖິງການບໍລິການດ້ານການສຶກສາ ແລະ ການດູແລເດັກນ້ອຍ, ປັບປຸງຄຸນນະພາບການສອນ, ຍົກລະດັບພື້ນຖານໂຄງລ່າງຂອງໂຮງຮຽນ ແລະ ເສີມຂະຫຍາຍລະບົບຄຸ້ມຄອງການສຶກສາໃຫ້ເຂັ້ມແຂງຍິ່ງຂຶ້ນອີກດ້ວຍ.

ລົດເມນໍາທ່ຽວ 2 ຊັ້ນ ກັບ ບັນຍາກາດໃນຮ່າໂນ້ຍ ກ່ອນວັນຊາດ 2 ກັນຍານີ້

0

ຮ່າໂນ້ຍ ຊິດຕີ້ທົວ ດ້ວຍບໍລິການລົດເມນໍາທ່ຽວ 2 ຊັ້ນ (Hop on – Hop off) ຍັງສືບຕໍ່ໃຫ້ບໍລິການກ່ອນພິທີສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025); ເມື່ອວັນທີ 31 ສິງຫາຜ່ານມາ, ຄະນະນັກຂ່າວສາກົນ ໄດ້ມີໂອກາດຂຶ້ນລົດເມດັ່ງກ່າວ ເພື່ອຊົມທິວທັດຄວາມສວຍງາມຂອງຕົວເມືອງນະຄອນຫຼວງຮ່າໂນ້ຍ 1 ຮອບ ໃຊ້ເວລາ 1 ຊົ່ວໂມງ ໂດຍໃນລົດມີເຄື່ອງແນະນໍາສະຖານທີ່ຕ່າງໆ ມີເຖິງ 10 ພາສາຄື: ຫວຽດນາມ, ມາເລເຊຍ, ຍີ່ປຸ່ນ, ເກົາຫຼີ, ສະເປນ ເຢຍລະມັນ, ຣັດເຊຍ, ຈີນ, ຝຣັ່ງ, ອັງກິດ; ການຊົມທິວທັດຄັ້ງນີ້, ກໍຖືເປັນໂອກາດດີໃນການເກັບກໍາຂໍ້ມູນ ແລະ ນໍາສະເໜີບັນຍາກາດໃນນະຄອນຫຼວງຮ່າໂນ້ຍ ກ່ອນວັນຊາດຫວຽດນາມ.

ລົດເມນໍາທ່ຽວ ໄດ້ແລ່ນຜ່ານ 14 ຈຸດສຳຄັນ ແລະ ເປັນຈຸດທ່ອງທ່ຽວຕ່າງໆໃນນະຄອນຫຼວງຮ່າໂນ້ຍ ຊຶ່ງໃນນັ້ນກໍໄດ້ຜ່ານທາງສະໜາມຫຼວງບາດິ່ງ ຊື່ງຈະເປັນບ່ອນຈັດພິທີສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດຫວຽດນາມ. ໂດຍບັນຍາກາດໃນຮ່າໂນ້ຍ ໂດຍສະເພາະບັນດາຈຸດຕ່າງໆ ຢູ່ໃກ້ສະໜາມຫຼວງ ແລະ ຕາມເສັ້ນທາງຕ່າງໆ ກໍໄດ້ເຫັນການປະດັບປະດາທັງຄໍາຂວັນ, ທຸງພັກ, ທຸງຊາດ ແລະ ມີຜູ້ຄົນທີ່ມາລໍຖ້າຊົມພິທີສະເຫຼີມສະຫຼອງວັນທີ່ມີຄວາມສຸດທີ່ສຳຄັນໃນຄັ້ງນີ້ ຢ່າງຫຼວງຫຼາຍ; ບາງສະຖານທີ່ກໍມີຜູ້ຄົນມານອນແຄັ້ມປິ້ງ ເພື່ອລໍຖ້າ; ຂະນະທີ່ບັນດາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືເຈົ້າໜ້າທີ່ຈາກພາກສ່ວນຕ່າງໆ ທີ່ໄດ້ຮັບການມອບໝາຍໜ້າທີ່ວຽກງານໃນໂອກາດສະເຫຼີມສະຫຼອງນີ້ ກໍລ້ວນແຕ່ເອົາໃຈໃສ່ຢ່າງຕັ້ງໜ້າ ປະຕິບັດໜ້າທີ່ຂອງຕົນຢ່າງແຂ່ງຂັນ.

ໄລຍະ 4-5 ມື້ຜ່ານມາ, ປະຊາຊົນຫວຽດນາມ ແມ່ນໄດ້ສະແດງເຖິງຈິດໃຈຮັກຊາດອັນສູງສົ່ງ, ມີຈິດໃຈອົດທົນສູ້ຊົນຜ່ານມາ ເຖິງວ່າຈະມີລົມຝົນ, ມີພາຍຸ ເຂົ້າມານະຄອນຫຼວງຮ່າໂນ້ຍ ກໍຄືບັນດາພື້ນທີ່ ໃນຂອບເຂດທີ່ຈະຈັດພິທີ ແລະ ອ້ອມຂ້າງ ແຕ່ປະຊາຊົນຫວຽດນາມ ກໍພ້ອມໃຈກັນ ກັບບັນດາການຈັດຕັ້ງພັກ-ລັດ, ເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງສາມາດພ້ອມກັນ “ຜ່ານແດດ, ຊະນະຝົນ ແລະ ບໍ່ພ່າຍແພ້ຕໍ່ລົມພາຍຸ”, ປະຊາຊົນຈໍານວນຫຼາຍ ໜາແໜ້ນຢູ່ບັນດາສະຖານທີ່ຕ່າງໆ ໂດຍສະເພາະແມ່ນອ້ອມຮອບສະໜາມຫຼວງບາດິ່ງ ແລະ ໃກ້ຄຽງ ຍັງຄົງສືບຕໍ່ສະເຫຼີມສະຫຼອງຢ່າງຄຶກຄື້ນ ສ້າງສັນ ເຖິງວ່າໃນວັນທີ 1 ກັນຍານີ້ ຍັງມີພາຍຸພັດເຂົ້ານະຄອນຫຼວງຮ່າໂນ້ຍ ແຕ່ບັນດາເຈົ້າໜ້າທີ່ ກໍສືບຕໍ່ປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ປະຊາຊົນກໍຍັງສືບຕໍ່ຫຼັ່ງໄຫຼເຂົ້າມາ ເພື່ອຮ່ວມຊົມພິທີຄັ້ງປະຫວັດສາດ.

(ຂ່າວ: ສຸກສະຫວັນ ຜາດີ)

ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25

0

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2025, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຄັ້ງທີ 25 (The 25th Shanghai Cooperation Organization Summit) ທີ່ນະຄອນທ່ຽນຈິ່ນ ສປ ຈີນ, ເຊິ່ງໃນພິທີເປີດກອງປະຊຸມດັ່ງກ່າວ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຈີນ ໄດ້ໃຫ້ກຽດກ່າວສູນທອນພົດ ພາຍໃຕ້ຄໍາຂວັນ “ການສົ່ງເສີມການຮ່ວມມືຫລາຍຝ່າຍ, ຮັບປະກັນຄວາມໝັ້ນຄົງໃນພາກພື້ນ ແລະ ສົ່ງເສີມການພັດທະນາແບບຍືນຍົງ (Implementing multilateralism, ensuring regional security and promoting sustainable development)” ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບການນໍາສູງສຸດ ຈາກບັນດາປະເທດສະມາຊິກຂອງອົງການ, ປະເທດຄູ່ຮ່ວມເຈລະຈາ, ປະເທດສັງເກດການ, ແຂກຂອງປະທານ ແລະ ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມ ໂດຍໄດ້ຢໍ້າຄືນຄວາມໝາຍຄວາມສໍາຄັນ ຂອງອົງການຮ່ວມມືຊຽງໄຮ້ ທີ່ມີບົດບາດເປັນເວທີສໍາລັບການຮ່ວມມືດ້ານຄວາມໝັ້ນຄົງ, ການພັດທະນາເສດຖະກິດ ແລະ ການແລກປ່ຽນທາງດ້ານວັດທະນະທໍາພາຍໃນພາກພື້ນ. ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ: ໃນທ່າມກາງສະພາບທີ່ໂລກກຳລັງຜະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ຄວາມບໍ່ມີສະຖຽນລະພາບ, ຄວາມບໍ່ແນ່ນອນ ແລະ ບໍ່ສາມາດຄາດເດົາໄດ້, ອົງການຮ່ວມມືຊຽງໄຮ້ ຈະຕ້ອງແບກຮັບຄວາມຮັບຜິດຊອບທີ່ຫລາຍຂຶ້ນກວ່າເກົ່າ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງສໍາລັບທຸກໆປະເທດໃນໂລກ ພ້ອມທັງຮຽກຮ້ອງໃຫ້ປະເທດສະມາຊິກ ແລະ ຄູ່ຮ່ວມພັດທະນາ ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ຍຶດໝັ້ນໃນຫລັກການຂອງການຮ່ວມມືຫລາຍຝ່າຍ ແລະ ການມີສ່ວນຮ່ວມເພື່ອຜົນປະໂຫຍດຮ່ວມກັນທ່າມກາງສະພາບການທີ່ຄາດຄະເນໄດ້ຍາກນີ້.

ໃນໄລຍະກອງປະຊຸມ ພິເສດ ໃນພາກກອງປະຊຸມບັນດາປະເທດສະມາຊິກບວກ “SCO Plus” ສປປ ລາວ ໄດ້ຖືກຮັບຮອງຢ່າງເອກະສັນ ໃຫ້ເປັນປະເທດຄູ່ຮ່ວມເຈລະຈາ (Dialogue Partner) ປະເທດທີ 15 ຢ່າງເປັນທາງການ, ເຊິ່ງໃນໂອກາດທີ່ມີຄວາມໝາຍນີ້ ທ່ານ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວບົດປາໄສໂດຍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດສະມາຊິກຂອງອົງການ ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ສປປ ລາວ ພ້ອມຢໍ້າຕື່ມວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫລັກການ ແລະ ເປົ້າໝາຍຂອງອົງການການຮ່ວມມືຊຽງໄຮ້ ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ ທີ່ຍາມໃດກໍຍຶດໝັ້ນຫລັກການ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ພ້ອມນີ້, ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຟ້າມ ມິງ ຈິງກໍາມະການກົມການເມືອງ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະ; ພົບປະສອງຝ່າຍກັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານ ຄະນະກຳມາທິການ ຮັກສາຄວາມໝັ້ນຄົງແຫ່ງລັດ ແລະ ສັນຕິພາບ, ຮັກສາການປະທານາທິບໍດີ ແຫ່ງ ສສ ມຽນມາ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຄ ພີ ຊາມາ ໂອລີ ນາຍົກລັດຖະມົນຕີ ແຫ່ງ ເນປານ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມ​ເດັດ ມະຫາ​ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະ​ອານາຈັກ ​ກຳ​ປູ​ເຈຍ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນມິດດັ່ງກ່າວ.

ອົງການຮ່ວມມືຊຽງໄຮ້ (SCO) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນປີ 2001 ທີ່ ນະຄອນຊຽງໄຮ້ ໂດຍ 6 ປະເທດກໍ່ຕັ້ງຄື: ສປ ຈີນ, ລັດເຊຍ, ກາຊັກສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ ແລະ ອຸດສະເບກິດສະຖານ. ປັດຈຸບັນ, ອົງການ SCO ມີປະເທດສະມາຊິກທັງໝົດ 10 ປະເທດ, ປະເທດສັງເກດການ 2 ປະເທດ ແລະ ປະເທດທີ່ເປັນຄູ່ຮ່ວມເຈລະຈາ 15 ປະເທດ (ລວມທັງ ສປປ ລາວ). ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.

ການເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄຮ້ ຂອງການນໍາສູງສຸດຂອງ ສປປ ລາວ ໃນຄັ້ງນີ້ເປັນຄັ້ງປະຖົມມະເລີກ ສໍາລັບ ສປປ ລາວ ໃນເວທີດັ່ງກ່າວ ເຊິ່ງສາມາດສະຫລຸບຕີລາຄາໄດ້ວ່າການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີຜົນສໍາເລັດອັນຈົບງາມ ແລະ ເປັນການເສີມຂະຫຍາຍການຮ່ວມມືທາງການທູດ ໃຫ້ເຂົ້າເຖິງຂົງເຂດ ຢູຣາເຊຍ ພ້ອມທັງ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ແລະ ປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງອົງການ ໃຫ້ຫລາຍຂຶ້ນຕື່ມ.

ຫສນຍ ສຳມະນາວິທະຍາສາດ ເນື້ອໃນຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VI

0

ໃນວັນທີ 1 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດສຳມະນາວິທະຍາສາດ ເພື່ອລະດົມຄວາມຄິດເຫັນໃສ່ບັນດາຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ, ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ສະຫາຍ ວັນໄຊ ແພງຊຸມມາ ກຳມະ ການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຕິດຕາມ-ຊຸກຍູ້ ການກະກຽມດ້ານເນື້ອໃນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສນຍ ຄັ້ງທີ VI, ມີສະຫາຍຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ພ້ອມດ້ວຍ ຄະນະຮັບຜິດຊອບ ຕິດຕາມ-ຊຸກຍູ້ການກະກຽມດ້ານເນື້ອໃນ ຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ສະມາຊິກພັກ-ພະນັກງານຫລັກແຫລ່ງພາຍໃນ ຫສນຍ ເຂົ້າຮ່ວມ.

ຈຸດປະສົງ ຂອງກອງປະຊຸມຄັ້ງນີ້, ເພື່ອເປັນການກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ໂດຍສະເພາະ ແມ່ນການກະກຽມດ້ານເນື້ອໃນບັນດາຮ່າງເອກະສານກອງປະຊຸມໃຫຍ່ ອົງຄະນະພັກ ຫສນຍ ໃຫ້ສອດຄ່ອງກັບໂຄງຮ່າງທີ່ກຳນົດໄວ້, ທັງເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບຕົວຈິງ ໂດຍສະເພາະ ການຕີລາຄາດ້ານດີ-ຜົນສຳເລັດ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຖອດຖອນໄດ້ ໃນໄລຍະ 5 ປີຜ່ານມາ, ລວມທັງ ການກໍານົດທິດທາງແຜນການໃນ 5 ປີ ຕໍ່ໜ້າ ກໍຄື ການກຳນົດທິດທາງລວມ, ຄາດໝາຍສູ້ຊົນ, ການກຳນົດບັນດາວຽກງານຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ຜົນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ຫສນຍ ໄດ້ຮັບການຈັດຕັ້ງປະຕິບັດສູ່ລ່ວງເລິກ, ມີປະສິດທິພາບ ແລະ ປະສິດທິຜົນສູງ, ປະກອບສ່ວນເຂົ້າໃນການປະຕິບັດທິດ ສ້າງຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການນຳສະເໜີເອກະສານ ແລະ ເນື້ອໃນສຳຄັນ ຄື: ຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຫສນຍ ສະໄໝທີ V; ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ໄລຍະປີ 2026-2030; ຂໍ້ຕົກລົງ ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021 ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX; ດໍາລັດ ສະບັບເລກທີ 547/ນຍ, ລົງວັນທີ 26 ສິງຫາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ສະບັບປັບປຸງ ແລະ ປະກາດນຳໃຊ້ໃໝ່); ບົດຮຽນ ແລະ ປະສົບການ ໃນການຈັດຕັ້ງປະຕິບັດເນື້ອໃນຄຳຂວັນ ຂອງ ຫສນຍ: ການເປັນເສນາທິການທີ່ດີ, ການປະສານງານທີ່ດີ ແລະ ການບໍລິການຮັບໃຊ້ທີ່ດີ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານວິຊາສະເພາະ ຂອງ ຫສນຍ ແລະ ບັນດາຫົວຂໍ້ທີ່ໄດ້ນຳສະເໜີ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ.

ໃນຕອນທ້າຍ, ສະຫາຍ ເລຂາຄະນະບໍລິຫານງານພັກ ຫສນຍ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຮັບຜິດຊອບ ກໍຄື ອະນຸກຳມະການເນື້ອໃນ ທີ່ກະກຽມບັນດາຫົວຂໍ້ ແລະ ເນື້ອໃນ ມານຳສະເໜີຕໍ່ກອງປະຊຸມ, ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຮັບຜິດຊອບ ນຳເອົາຄຳຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄປຄົ້ນຄວ້າ, ວິເຄາະ, ວິໄຈ ປັບປຸງໃສ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາວຽກງານວິຊາສະເພາະ ໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ບັນຫາທີ່ມີລັກສະນະແລກປ່ຽນ ແມ່ນໃຫ້ນຳໄປພິຈາລະນາໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຂອງ ຫສນຍ; ໃຫ້ກວດກາຄືນ ກ່ຽວກັບການສະຫລຸບຕີລາຄາມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຫສນຍ ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ. ສຳລັບຮ່າງພັດທະນາວິຊາສະເພາະ ແມ່ນໃຫ້ມີການກຳນົດກິດຈະກຳ, ແຜນງານ-ໂຄງການ ແລະ ມີຕົວຊີ້ວັດໃນການຈັດຕັ້ງປະຕິບັດ ຄັກແນ່; ການເປັນເສນາທິການທີ່ດີ ຕ້ອງກຳແໜ້ນແນວທາງນະໂຍບາຍ, ລະບຽບກົດໝາຍ, ທັງມີການຄົ້ນຄວ້າບັນຫາຕ່າງໆ ຢ່າງລະອຽດ, ເລິກເຊິ່ງ, ຮອບດ້ານ, ຫລີກລ່ຽງແນວຄິດມັກງ່າຍ-ຖືເບົາ; ສືບຕໍ່ສູ້ຊົນກະກຽມເນື້ອໃນ ກໍຄື ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ຫສນຍ ຄັ້ງທີ VI ໃຫ້ສຳເລັດທັນຕາມກຳນົດເວລາ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້

0

ໃນວັນທີ 1 ກັນຍາ 2025, ໃນໄລຍະຕິດຕາມ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມືຊຽງໄຮ້ 2025 (Shanghai Cooperation Organization Summit 2025), ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະເຮັດວຽກກັບ ທ່ານ Nurlan Yermekbayev ເລຂາທິການໃຫຍ່ອົງການຮ່ວມມືຊຽງໄຮ້ (SCO).

ໃນການພົບປະຄັ້ງນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງອົງການ SCO ລວມທັງ ປະເທດສະມາຊິກຂອງອົງການດັ່ງກ່າວ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໄດ້ເຂົ້າເປັນຄູ່ຮ່ວມເຈລະຈາຂອງອົງການ,ໄດ້ຕີລາຄາສູງຕໍ່ບົດບາດ ແລະ ຄວາມສຳຄັນຂອງອົງການດັ່ງກ່າວ ແລະ ມີຄວາມຍິນດີເປັນຢ່າງສູງ ທີ່ຈະສືບຕໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຢ່າງເຂັ້ມແຂງໃນຂອບການຮ່ວມມືດັ່ງກ່າວ.

ຝ່າຍອົງການ SCO ກໍໄດ້ສະແດງຄວາມປິຕິຍິນດີຕໍ່ ສປປ ລາວ ທີ່ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ຮັບກຽດເປັນຄູ່ຮ່ວມເຈລະຈາຂອງອົງການ, ພ້ອມທັງ ໄດ້ແຈ້ງໃຫ້ຊາບກ່ຽວກັບຂອບການຮ່ວມມືກັບອົງການດັ່ງກ່າວໂດຍສັງເຂບ. ນອກນັ້ນ, ທັງສອງຝ່າຍໄດ້ປຶກສາຫາລື ແລະ ເປັນເອກະພາບກັນວ່າ ຈະເລີ່ມຕົ້ນຂະບວນການປຶກສາຫາລືບັນດາຂົງເຂດທີ່ມີທ່າແຮງ ແລະ ເປັນບຸລິມະສິດໃນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການຮ່ວມມືຊຽງໄຮ້ ໃນຕໍ່ໜ້າ ໂດຍຈະສ້າງເປັນບົດບັນທຶກຄວາມເຂົ້າໃຈສະເພາະໃນແຕ່ລະຂົງເຂດ ເປັນຕົ້ນແມ່ນ ຂົງເຂດການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ການພັດທະນາແບບຍືນຍົງ ຈົນໄປເຖິງການເຊື່ອມໂຍງເຊື່ອມຈອດ ດ້ານພື້ນຖານໂຄງລ່າງ ຜ່ານໂຄງການທາງລົດໄຟລາວ-ຈີນ ທີ່ເປັນທ່າແຮງໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ໂດຍສະເພາະປະເທດໃນຂົງເຂດ ເອີຣົບ-ອາຊີ ກໍຄື ເພື່ອພາລະກິດແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.