Wednesday, September 24, 2025
Home Blog Page 899

ຈີນ ຍຶດໝັ້ນແນວຄວາມຄິດແຫ່ງການພັດທະນາ ໃຫ້ບັນລຸຜົນເປັນຈິງ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ປະເທດຈີນ ຍຶດໝັ້ນແນວຄວາມຄິດແຫ່ງການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ໃຫ້ປະຊາຊົນຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາຢູ່ບົນພື້ນຖານຂອງແນວຄວາມຄິດດັ່ງກ່າວ, ຈີນໄດ້ລຶບລ້າງຄວາມທຸກຍາກຢ່າງເດັດຖານ ແລະສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ. ຊີວິດການເປັນ ຢູ່ຂອງກະສິກອນຈີນນັບມື້ນັບດີຂຶ້ນ.

ທ່ານ ເອລິອາດຈາບບົວ ຮອງສາສະດາຈານເສດຖະສາດ ມະຫາວິທະຍາໄລ ລັດຣີໂອເດຈາເນໂຣ ປະເທດເບຣຊິນ ກ່າວວ່າ ບັນຫາທີ່ບໍ່ ສະເໝີພາບກັນໃນໂລກໄດ້ຮຸນແຮງຂຶ້ນຕື່ມໃນໄລຍະທີ່ມີການແພ່ລະບາດ ຂອງພະຍາດໂຄວິດ-19, ຂະນະທີ່ປະເທດຈີນ ໄດ້ລຶບລ້າງຄວາມທຸກຍາກຢ່າງ ເດັດຖານໃນປະເທດຕົນ. ນັບແຕ່ຂະນະນີ້ເປັນຕົ້ນໄປ, ຈີນຈະສຸມໃສ່ດ້ານ ການເມືອງການຈັດຕັ້ງ, ລັດ ແລະການທະນາຄານ ແລະດ້ານອື່ນໆ ເພື່ອບັນລຸເປົ້າໝາຍທີ່ສ້າງສັງຄົມທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ.

ປັດຈຸບັນນີ້, ຈີນໄດ້ຕົກລົງສ້າງເຂດສາທິດຮັ່ງມີຮ່ວມກັນຢູ່ແຂວງເຈີ້ຈ່ຽງ ເຊິ່ງເປັນແຂວງທີ່ພັດທະນາແລ້ວຢູ່ພາກຕາເວັນອອກ ໂດຍປະຕິບັດນະໂຍ ບາຍ ແລະມາດຕະການຕ່າງໆທີ່ມີຜົນດີຕໍ່ການສ້າງຄວາມຮັ່ງມີຮ່ວມກັນ ຢູ່ເຂດສາທິດແຫ່ງນີ້, ເພື່ອສະສົມບົດຮຽນໃຫ້ແກ່ກາບັນລຸເປົ້າໝາຍທີ່ຮັ່ງມີ ຮ່ວມກັນໃນທົ່ວປະເທດຈີນ.

ທ່ານ ໂຣເບີດລໍເຣັນ ປະທານມຸນນິທິ Kuhn ກ່າວວ່າ: ຄວາມຮັ່ງມີຮ່ວມ ກັນໄດ້ວາດພາບປະເທດຈີນ ທີ່ມີຄວາມສະເໝີພາບຫລາຍກວ່າເກົ່າ, ຄວາມແຕກໂຕນກັນດ້ານລະດັບການດຳລົງຊີວິດຊັບສິນ ແລະໂອກາດຂອງ ປະຊາຊົນໂດຍສະເພາະແມ່ນຄວາມແຕກໂຕນກັນລະຫວ່າງຕົວເມືອງ ແລະ ຊົນນະບົດຈະຫລຸດໜ້ອຍລົງຢ່າງຫລວງຫລາຍ.

ທ່ານ ເບບິກວາເລຣີ ປະທານສະມາຄົມການເມືອງ ວິທະຍາອູແກຣນ ກ່າວວ່າ ປະຊາຊົນຈີນ ບໍ່ພຽງແຕ່ໄດ້ແກ້ໄຂບັນຫາຄວາມທຸກຍາກຢູ່ປະເທດ ຕົນເທົ່ານັ້ນ, ຍັງໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນເວທີສາກົນອີກດ້ວຍ. ໂດຍສະເພາະແມ່ນທ່ານປະທານ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ໂດຍຊຸກຍູ້ການຄ້າສາກົນ ພ້ອມກັນນັ້ນຍັງໄດ້ຍົກສູງ ລະດັບເສດຖະກິດສັງຄົມ ແລະລະດັບການດຳລົງຊີວິດດ້ານວັດຖຸຂອງ ປະເທດທີ່ມີສ່ວນຮ່ວມ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ສະຫວັນນະເຂດ ທໍາລາຍຢາເສບຕິດຈຳນວນຫລວງຫລາຍ

0

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ, ໃນວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2022 ຊຶ່ງຢາເສບຕິດທີ່ນໍາມາທຳລາຍໃນຄັ້ງນີ້ ແມ່ນຂອງກາງຄະດີຢາເສບຕິດ ທີ່ສານຕັດສິນໃຊ້ໄດ້ເດັດຂາດແລ້ວ ມີຢາບ້າ 264.395 ເມັດ, ນໍ້າໜັກ 26.067.447 ກຣາມ, ຢາໄອສ໌ 14.805 ກຣາມ, ຢາອີ 2.433 ກຣາມ, ກັນຊາແຫ້ງ 442 ແທ່ງ, ນໍ້າໜັກ 433,814 ກຣາມ.

ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານ ກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ໄດ້ໃຫ້ຮູ້ວ່າ: ໃນ 1 ປີ ຜ່ານມາ, ເຈົ້າໜ້າທີ່ ປກສ ແຂວງ ໄດ້ມ້າງຄະດີ ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ໂຕການ ຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງ ມາດຳເນີນຄະດີຕາມກົດໝາຍ ເຊິ່ງມີຄະດີເກີດຂຶ້ນ ທັງໝົດ 393 ລາຍ, ຜູ້ຖືກຫາ 594 ຄົນ, ຍິງ 53 ຄົນ, ຊາວຕ່າງປະເທດ 8 ຄົນ, ຍິງ 0 ຄົນ ແລະ ຢຶດຂອງກາງຄະດີ ປະເພດຢາບ້າໄດ້ ຈຳນວນ 2.600.277 ເມັດ, ຢາໄອສ໌ 1.300 ກຣາມ. ກັນຊາແຫ້ງ 490 ກິໂລ, ຢາເຄ 0,1148 ກຣາມ, ຢາອີ 148 ເມັດ, ເຮໂລອິນ 1 ແທ່ງ ແລະ ໄດ້ຍຶດສັບສິນປະເພດອື່ນໆ ເຊັ່ນ: ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າ ເປັນຈຳນວນຫລວງຫລາຍ.

ໂອກາດນີ້, ນາງ ຫລິງທອງ ແສງຕາວັນ ໄດ້ກ່າວວ່າ: ການຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ ເປັນການສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມ ທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາ ກໍຄື ປັດຈຸບັນ ພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງທີ່ກ່ຽວຂ້ອງປະຕິ ບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ. ພ້ອມທັງໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນ ຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ກະຊວງສາທາລະນະສຸກ ສະຫລອງວັນສາຍຕາໂລກ

0

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ສະເຫລີມ ສະຫລອງວັນສາຍຕາໂລກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້ “ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ” ໃນວັນທີ 13 ຕຸລາ 2022 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ), ພ້ອມທັງ ເຜີຍແຜ່ແຜນຍຸດທະສາດກ່ຽວກັບ ການຮັກສາສຸຂະພາບຕາທີ່ເປັນມາດຕະຖານໃນການຈັດຕັ້ງປະຕິບັດແຜນການ 5 ປີ ແຕ່ ປີ 2021-2025 ໂດຍເລັ່ງໃສ່ຍຸດທະສາດ 6 ເສົາຄໍ້າ ແລະ ຄາດໝາຍຕົ້ນຕໍແມ່ນ ໃຫ້ມີຕາໜ່າງການບໍລິການປິ່ນປົວສຸຂະພາບຕາ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ໃຫ້ກັບປະຊາຊົນບັນດາເຜົ່າ ເພື່ອຫລຸດຜ່ອນພະຍາດຕາບອດ ທີ່ສາມາດຫລີກລ້ຽງໄດ້ເຊັ່ນ: ພະຍາດແກ່ນຕາຂຸ້ນ, ຕາກະດັນ, ພະຍາດເບົາຫວານຂຶ້ນຕາ ແລະ ການສູນເສຍການເບິ່ງເຫັນຂອງປະຊາຊົນ ທີ່ເປັນກໍາລັງຫລັກໃນການສ້າງເສດຖະກິດຂອງຄອບຄົວ ກໍຄື ໃນສັງຄົມກ່ອນໄວອັນຄວນ. ທັງນີ້ ກໍເພື່ອບັນລຸເປົ້າໝາຍຂອງການມີສຸຂະພາບຕາດີທຸກທົ່ວໜ້າ ຮອດ 2030.

ໂອກາດນີ້, ທ່ານ ຄຳຄູນ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ວ່າ: ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ, ໃນແຕ່ລະປີທົ່ວໂລກແມ່ນພ້ອມກັນສະເຫລີມສະຫລອງ ໃນນັ້ນ, ກະຊວງສາທາລະ ນະສຸກ ກໍຄື ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກໍໄດ້ມີການບໍລິການກວດສຸຂະພາບຕາໂດຍບໍ່ເສຍຄ່າ, ພິເສດຖ້າພົບຄົນເຈັບກໍລະນີຕາມົວ, ຕາບໍ່ເຫັນຮຸ່ງ ຫລື ຕາບອດຍ້ອນພະ ຍາດຕາຂຸ້ນ ຈະໄດ້ບໍລິການຜ່າຕັດໃຫ້ໂດຍບໍ່ໄດ້ເສຍຄ່າ, ຊຶ່ງຄ່າໃຊ້ຈ່າຍໃນການຜ່າຕັດຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫລາຍ ທັງພາຍໃນ ແລະ ຕ່າງປະເທດ ໄດ້ແບ່ງປັນນໍ້າໃຈບໍລິຈາກເປັນເງິນ, ເປັນວັດຖຸ ເພື່ອຊ່ວຍເຫລືອຄົນຕາບອດຜູ້ທຸກຍາກ ໃນ ສປປ ລາວ.

ດັ່ງທີ່ຮູ້ນໍາກັນແລ້ວວ່າມີຈໍານວນ 80% ຂອງຄົນຕາບອດທີ່ສາມາດຫລີກລ້ຽງໄດ້, ໃນນີ້ 20% ແມ່ນສາມາດປ້ອງກັນ ແລະ 60% ສາມາດປິ່ນປົວໃຫ້ຄົນຕາບອດເຫລົ່ານັ້ນສາມາດມີສາຍຕາກັບຄືນມາ ແລະ ສາມາດເບິ່ງເຫັນໄດ້ເປັນປົກກະຕິ, ການປ້ອງກັນ ແລະ ປິ່ນປົວຕາບອດ ແລະ ສາຍຕາບົກຜ່ອງຈະມີປະສິດທິຜົນ ແລະ ໄດ້ຮັບຜົນສໍາເລັດໄດ້ ກໍຕໍ່ເມື່ອທຸກຄົນໄດ້ເຂົ້າໃຈ ແລະ ສາມາດເຂົ້າເຖິງການບໍລິການຮັກສາສຸຂະພາບຕາ, ຜູ້ທຸກຍາກ, ຮັ່ງມີ, ຕົວເມືອງ ຫລື ເຂດຫ່າງໄກສອກຫລີກ ມີໂອກາດໄດ້ຮັບການບໍລິການເບິ່ງແຍງ, ຮັກສາສຸຂະພາບຕາຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຂໍ້ມູນ-ພາບ: ບຸນອູ້ມ (ໜັງສືພິມ ປະຊາຊົນ)

Medialaoas MMD

ລົດບິນໄດ້ ທົດລອງບິນຢູ່ນະຄອນດູໄບ ດົນ 90 ນາທີ

0

ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 12 ຕຸລາ 2022 ວ່າ: ລົດບິນໄດ້ ທີ່ສ້າງໂດຍ ບໍລິສັດ ຜະລິດລົດໄຟຟ້າຂອງຈີນ “ ສຽວເຜິງ ” ( Xpeng ) ໄດ້ທົດລອງບິນຕາມສາທາລະນະຄັ້ງທຳອິດໃນນະຄອນດູໄບ ສະຫະລັດອາຣັບເອເມເຣັດ ( UAE ), ໃນຂະນະທີ່ບໍລິສັດຜູ້ຜະລິດກຳລັງກຽມເປີດໂຕສູ່ຕະຫຼາດຕ່າງປະເທດໃນໄວໆນີ້.

ລົດລຸ້ນດັ່ງກ່າວໃຊ້ພະລັງງານໄຟຟ້າ ( ອີວີ ເທວ ) ມີ 2 ບ່ອນນັ່ງ ເຊິ່ງມີໃບພັດ 8 ໃບ ໂດຍການທົດລອງບິນຄັ້ງນີ້ ລົດສາມາດບິນໄດ້ນານເຖິງ 90 ນາທີ ໂດຍບໍລິສັດຜູ້ຜະລິດເປີດເຜີຍວ່າ ການທົດລອງລົດລຸ້ນນີ້ຈະເປັນພື້ນຖານສຳຄັນ ສຳລັບການຜະລິດລົດບິນໄດ້ລຸ້ນຕໍ່ໆໄປ.

ທ່ານ ຊິວ ໝິນກວນ ຜູ້ຈັດການທົ່ວໄປຂອງ ບໍລິສັດ ສຽວເຜິງ ກ່າວວ່າ: ພວກເຮົາກຳລັງດຳເນີນການຕາມຂັ້ນຕອນ ເພື່ອໃຫ້ລົດລຸ້ນດັ່ງກ່າວນີ້ອອກສູ່ຕະຫຼາດຕ່າງປະເທດ, ການທົດລອງຄັ້ງນີ້ ພວກເຮົາໄດ້ເລືອກເອົານະຄອນດູໄບ ເນື່ອງຈາກວ່າເມືອງດັ່ງກ່າວນີ້ ເປັນເມືອງທີ່ມີນະວັດຕະກຳທັນສະໄໝທີ່ສຸດໃນໂລກ.

ເຂົ້າສູ່ປາຍຝົນຕົ້ນໜາວແລ້ວ ແຕ່ລາຄາພືດຜັກ ຕາມທ້ອງຕະຫຼາດຍັງສູງປີນີ້

0

ພືດຜັກ ແມ່ນຈຳເປັນໃນສ່ວນປະກອບການປຸງແຕ່ງອາຫານ ແລະ ເປັນສິນຄ້າທີ່ຈຳເປັນຕ້ອງໃຊ້ທຸກມື້ ເຊິ່ງປັດຈຸບັນແມ່ນກ້າວເຂົ້າສູ່ລະດູປາຍຝົນຕົ້ນໜາວແລ້ວ ແຕ່ລາຄາພືດຜັກທີ່ຈຳເປັນຍັງມີລາຄາສູງ ໂດຍສະເພາະແມ່ນ: ຜັກບົ້ງ, ຜັກກາດຊອມ, ຫອມປ້ອມ, ຫອມບົ່ວ, ຫອມລາບ, ຜັກຫົມ…., ຂະນະທີ່ລາຄາຊີ້ນງົວ, ໝູ ແລະ ປາ ຍັງຢູ່ໃນເກນປົກກະຕິ ຖ້າທຽບໃສ່ອາທິດຜ່ານມາ.

ຈາກການລົງຕິດຕາມເບິ່ງລາຄາພືດຜັກຢູ່ຕະຫຼາດບຶງທາດຫຼວງ ເມືຶອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນອາທິດນີ້ເຫັນວ່ານັບ ມາເຖິງປັດຈຸບັນ ລາຄາພືດຜັກແມ່ນມີລາຄາສູງຂຶ້ນຢູ່ ແລະ ມີຜັກບາງຊະນິດລາຄາສູງຂຶ້ນເທົ່າຕົວ ຈາກທ້າຍເດືອນກັນຍາ 2022 ຜ່ານມາ ໂດຍສະເພາະລາຄາພືດຜັກທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນເຊັ່ນ: ຜັກຫົ່ມ ລາຄາ 20 ພັນກີບຕໍ່ກິໂລກຼາມ; ຜັກກາດຊອມ 13-18 ພັນກີບຕໍ່ກິໂລ; ຜັກບົ້ງ 20-25 ພັນກີບຕໍ່ກິໂລ; ຫອມປ້ອມ 60-70 ພັນກີບຕໍ່ກິໂລ; ຫອມບົ່ວ 70-80 ພັນກີບຕໍ່ກິໂລ; ຫອມລາບ 35-40 ພັນກີບຕໍ່ກິໂລ.

ຂະນະທີ່ຜັກບາງຊະນິດລາຄາຍັງເທົ່າເດີມຄື: ຜັກກາດຂາວ 8-10 ພັນກີບຕໍ່ກິໂລ; ໝາກນາວ 8-10 ພັນກີບຕໍ່ກິໂລ; ໝາກເຫຼັ່ນ 16-18 ພັນກີບຕໍ່ກິໂລ; ໝາກເຜັດ 18-25 ພັນກີບຕໍ່ກິໂລ; ສະຫຼັດ 25-30 ພັນກີບຕໍ່ກິໂລ; ໝາກເຂືອ 10-15 ພັນກີບຕໍ່ກິໂລ.

ສ່ວນລາຄາປະເພດຊີ້ນ ແລະ ປາ (ແຕ່ລະປະເພດ): ຊີ້ນງົວ 80-1 ແສນກີບຕໍ່ກິໂລ; ຊີ້ໝູ ປະເພດໜຶ່ງ 65 ພັນກີບຕໍ່ກິໂລ, ປະເພດສອງ 55 ພັນກີບຕໍ່ກິໂລ; ລາຄາປານິນກະຊັງ 28 ພັນກີບຕໍ່ກິໂລ; ປານິນໜອງ 28-32 ພັນກີບຕໍ່ກິໂລ.

ແມ່ຄ້າທ່ານໜຶ່ງຢູ່ຕະຫຼາດບຶງທາດຫຼວງ, ເມືອງໄຊເສດຖາ ໃຫ້ຮູ້ວ່າໄລຍະນີ້ ເຖິງຈະເປັນຊ່ວງລະດູປາຍຝົນຕົ້ນໜາວ ແຕ່ການຜະລິດຂອງປະຊາຊົນຍັງບໍ່ຫຼາຍ ເພາະຫາກໍຢຸດຝົນ ແລະ ຫຼາຍເຂດຫາກໍເລີ່ມປູກພືດຜັກລະດູແລ້ງ. ດັ່ງນັ້ນ, ຄາດວ່າອີກບໍ່ດົນລາຄາຜັກກໍອາດຈະຖືກລົງ ແລະ ປັດຈຸບັນກໍມີຜັກທີ່ປູກຢູ່ເຂດພູຄູນສົ່ງມາຫຼາຍແນ່ ກໍເຮັດໃຫ້ຜັກບາງຊະນິດຖືກລົງ.

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ໂຮງໝໍມະໂຫສົດ ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໂຮງໝໍມະໂຫສົດ ແມ່ນໂຮງໝໍສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະ ມີພະແນກສົມບູນທີ່ສຸດຂອງລາວ, ໄດ້ມີປະຫວັດສາດ 110 ກວ່າປີແລ້ວ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເສດຖະກິດສັງຄົມຂອງລາວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ອຸປະກອນການແພດເກົ່າຂອງໂຮງໝໍຍາກທີ່ຈະຕອບສະໜອງກັບຄວາມຕ້ອງການດ້ານການປິ່ນປົວພະຍາດ.

ວັນທີ 11 ພະຈິກ 2021 ພິທີມອບ-ຮັບໂຄງການໂຮງໝໍມະໂຫສົດ ໂດຍແມ່ນລັດຖະບານຈີນຊ່ວຍເຫລືອລາວ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ຍ້ອງຍໍວ່າ: ໂຄງການໂຮງໝໍສັງລວມມະໂຫສົດ ແມ່ນໂຄງການທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຈະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງເງື່ອນໄຂສາທາລະນະສຸກ, ຍົກລະດັບເຕັກນິກຂອງພະນັກງານການແພດຂອງລາວ ແລະຈະມີຜົນດີຕໍ່ການຮັບໃຊ້ປະຊາຊົນລາວຜູ້ເປັນພະຍາດ.

ຕໍ່ກັບກໍລະນີທີ່ປະເທດພວມພັດທະນາຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກດ້ານທຶນຮອຍໃນດ້ານພື້ນຖານໂຄງລ່າງ ຊີວິດການເປັນຢູ່ ແລະ ຂົງເຂດອື່ນໆ, ຈີນໄດ້ໃຊ້ການກະທຳຕົວຈິງຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກໂນໂລຊີ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊຸກຍູ້ການພັດທະນາແບບຍືນຍົງ.

“ການພັດທະນາແມ່ນຂໍກຸນແຈໃນການບັນລຸຄວາມສຸກຂອງປະຊາຊົນ. ເມື່ອຜະເຊີນໜ້າກັບຜົນກະທົບອັນໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຕ້ອງຮ່ວມກັນຊຸກຍູ້ການພັດທະນາຂອງໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີລັກສະນະດຸນດ່ຽງ ປະສານງານ ແລະ ການມີສ່ວນຮ່ວມ.” ກ່ອນການມອບ-ຮັບໂຄງການໂຮງໝໍມະໂຫສົດ ບໍ່ດົນ, ຄືວັນທີ 21 ກັນຍາ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມການພັດທະນາຂອງໂລກໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76, ໂດຍໄດ້ຊຸກຍູ້ບັນຫາການພັດທະນາກັບຄືນສູ່ວາລະແກນກາງຂອງສາກົນ.

ຄວາມໝາຍໃຈກາງຂອງຂໍ້ລິເລີ່ມການພັດທະນາຂອງໂລກຄື ຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການສ້າງຜົນປະໂຫຍດທົ່ວໄປແບບມີສ່ວນຮ່ວມ, ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຍຶດໝັ້ນມະນຸດກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຍຶດໝັ້ນໃຊ້ການເຄື່ອນໄຫວຕົວຈິງ. ເນັ້ນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆເຊັ່ນ: ຫລຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດ ແລະວັກຊິນ, ລະດົມທຶນເພື່ອການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ ແລະອື່ນໆ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2036 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາຂອງໂລກ.

Medialaos MMD (ແຫູ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ຫ້ອງວ່າການກະຊວງປ້ອງກັນປະເທດຈັດຕັ້ງເຜີຍແຜ່ເຊື່ອມຊຶມເອກກະສານສໍາຄັນຂອງພັກ ຂອງຊາດຊຸດທີ 1

0

ໃນວັນທີ 13 ຕຸລາ 2022 ຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໜທີ XI ແລະບັນດາເອກະສານອົບຮົມ ການເມືອງ-ນໍາພາແນວຄິດໃນໄລຍະໃໜ່ ຊຸດທີ 1 . ໂດຍການເຂົ້າຮ່ວມເປັນປະທານ ໃຫ້ການເຜີຍແຜ່ເອກະສານຂອງສະຫາຍພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ມີຄະນະພັກ-ຄະນະນໍາຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາ ກົມ,ຫ້ອງການ,ກອງ,ບໍລິສັດລັດວິສາຫະກິດ ແລະພະນັກງານສະມາຊິກພັກທີ່ຂຶ້ນກັບຫ້ອງວ່າການກະຊວງປ້ອງກັນປະເທດເຂົ້າຮ່ວມ.

ໂອກາດນີ້ສະຫາຍພົນຕີ ສາຍໃຈ ກົມມະສິດ ໃຫ້ຮູ້ວ່າ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XIໄດ້ເປັນກອງປະຊຸມຄົບຄະນະ ຄັ້ງທີ 4ໄດ້ໄຂຂຶ້ນແລະອັດລົງດ້ວຍພົນສໍາເລັດຢ່າງຈົບງາມ ວັນທີ 18-26 ພຶດສະພາ 2022 ທີ່ສໍານັກງານສູນກາງພັກປະຊາຊົນປະຕິວັດລາວ, ພາຍ ໃຕ້ການເປັນປະທານ ຂອງ ສະຫາຍ ທອງລູນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ.ກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ຫຼາຍບັນຫາສຳຄັນຂອງຊາດ. ກອງປະຊຸມ ໄດ້ປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປະຈຸບັນ ໄດ້ສ້າງຜົນກະທົບຕໍ່ເສດຖະກິດທົ່ວໂລກ. ການແຜ່ລະບາດ ຂອງພະຍາດໂຄວິດ-19 ເຖິງວ່າມີທ່າອ່ຽງຫຼຸດລົງຈະແຈ້ງ ແລະ ຫຼາຍປະເທດເລີ່ມປະຕິບັດມາດຕະການເປີດປະເທດທາງເສດຖະກິດ ແຕ່ຍັງຂາດຄວາມແນ່ນອນ, ການແກ້ໄຂຜົນກະທົບ ກໍ່ຍັງເປັນສິ່ງທ້າທາຍໃຫຍ່ຫຼວງ. ຕໍ່ໜ້າສະພາບການດັ່ງກ່າວ, ສູນກາງ ພັກ ເຫັນວ່າ ຕ້ອງມີຄວາມສະດຸ້ງໄວ ຕໍ່ສະຖານະການ ທັງຕ້ອງມີຈຸດຢືນທີ່ໜັກແໜ້ນ, ຮູ້ແກ້ໄຂ ບັນຫາດ້ວຍຄວາມຄ່ອງແຄ້ວ, ມີສະຕິ ແລະ ຢືນຢູ່ບົນຫຼັກການຂອງແນວທາງ, ນະໂຍບາຍການຕ່າງປະເທດ ຂອງພັກ ແລະ ລັດ. ກອງປະຊຸມ ໄດ້ຊີ້ນຳລັດຖະບານ, ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ເພີ່ມທະວີສະຕິ ລະວັງຕົວ, ຕິດຕາມ, ກຳແໜ້ນ ສະພາບການຜັນແປຢູ່ໃນພາກພື້ນ ແລະ ສາກົນ ເພື່ອນຳພາ ແນວຄິດ ແລະ ເປັນເຈົ້າການປະຕິບັດບັນດາມາດຕະການຮັບມື, ແກ້ໄຂຜົນກະທົບໃຫ້ທັນການ. ທັງເປັນການຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ, ຄະນະບໍລິຫານງານສູນກາງພັກ ຕີລາຄາສູງ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ແລະເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດແຜນດັ່ງກ່າວ, ສາມາດຮັບປະກັນສະຖຽນລະພາບ ຂອງເສດຖະກິດມະຫາພາກ, ສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ໃນສາມເດືອນຕົ້ນປີ ການພັດທະນາເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ການແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ໄດ້ເຮັດຢ່າງຕັ້ງໜ້າ ແລະ ສາມາດ ຮັບມື, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂດ້ວຍຫຼາຍມາດຕະການ ບໍ່ໃຫ້ແຜ່ລາມອອກເປັນວົງ ກວ້າງ ແລະ ໄດ້ດັດປັບການໃຊ້ຊີວິດສັງຄົມ ຕາມວິຖີຊີວິດແບບໃໝ່.

ສໍາລັບເອກະສານທີ່ນໍາມາເຊື່ອມຊືມໃນຄັ້ງນີ້ລວມມີ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໜທີ XI, ເອກະສານຍຸດທະສາດຕ້ານການຫັນປ່ຽນໂດຍສັນຕິ ຕິດພັນກັບການຕ້ານປະກົດການຫຍໍ້ທໍ້ໃນກອງທັບ, ເອກະສານດໍາລັດວ່າດ້ວຍການປະຢັດ ແລະຕ້ານການຟູມເຟືອຍ, ເອກະສານເພີ່ມທະວີການປະຢັດແລະຕ້ານການຟູມເຟືອຍ, ເອກະສານເພີ່ມທະວີການສຶກສາອົບຮົມວຽກງານການເມືອງນໍາພາແນວຄິດທົ່ວກອງທັບໃນໄລຍະໃໜ່, ເອກະສານສຶກສາອົບຮົມກ່ຽວກັບກົດໜາຍຂອງລັດ ແລະລະບຽບວິໄນຂອງກອງທັບ, ເອກະສານການຜັນຂະຫຍາຍມະຕິ ແລະຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ, ບົດສະຫຼຸບວຽກງານການເມືອງແນວຄິດທົ່ວກອງທັບໃນຊຸມປີ (2017-2022) ແລະທິທາງແຜນການ 2022-2026 . ສໍາລັບບັ້ນເຊື່ອມຊຶມເອກະສານທີ່ສໍາຄັນຂອງພັກ,ຂອງຊາດໃນຄັ້ງນີ້ຈະໄດ້ດໍາເນີນເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ຂ່າວ: ເຊໂປນ ມະໂນກຸນ

ງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ “ສານຝັນໃນຍຸກໃໝ່ຂອງຈີນ” ໄດ້ຮັບຄວາມສົນໃຈຈາກມວນຊົນ

0

ງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ ພາຍໃຕ້ຫົວຂໍ້ “ສານຝັນໃນຍຸກໃໝ່ຂອງຈີນ” ທີ່ຄະນະໂຄສະນາສູນກາງພັກກອມມູນິດຈີນ ແລະ ສະຫະພັນວົງການສິລະ ປະວັນນະຄະດີຈີນ ຮ່ວມກັນຈັດຂຶ້ນຢູ່ຫໍວາງສະແດງປະ ຫວັດສາດພັກກອມມູນິດຈີນ ຢູ່ນະຄອນຫລວງປັກກິ່ງຂອງຈີນ ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຈີນ ຄັ້ງທີ 20 ທີ່ເລີ່ມຕົ້ນມາແຕ່ວັນທີ 1 ຕຸລາ 2022 ເປັນຕົ້ນມາ ໄດ້ຮັບຄວາມສົນໃຈຫລາຍ ເນື່ອງຈາກມີຜູ້ໄປທ່ຽວຊົມເປັນຈໍານວນຫລວງຫລາຍໃນແຕ່ລະວັນ.

ງານວາງສະແດງຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຜົນສຳ ເລັດອັນຍິ່ງໃຫຍ່ໃນການສ້າງສາ ແລະ ພັດທະນາປະເທດຈີນ ຕະຫລອດໄລຍະ 10 ປີ ກໍຄື ນັບແຕ່ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ ເຫັນວ່າ ປະເທດຈີນໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວໃນທຸກດ້ານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ມີຄວາມສຸກ, ຢູ່ດີກິນດີ ແລະ ອີ່ມໜໍາສໍາລານ. ເຊີ່ງພາຍໃນງານໄດ້ວາງສະ ແດງສິລະປະຫລາຍກວ່າ 150 ຜົນງານຜ່ານຮູບແບບຕ່າງໆ ເຊັ່ນ: ຮູບແຕ້ມຈີນ, ຮູບແຕ້ມນ້ຳມັນ, ຮູບແກະສະຫຼັກ ແລະ ອື່ນໆ, ນອກຈາກນີ້ ຍັງມີຮູບຖ່າຍຫລາຍກວ່າ 150 ແຜ່ນ, ລວມເຖີງຜົນງານຕ່າງໆ ທີ່ສ່ອງແສງໃຫ້ເຫັນເຖີງການປ່ຽນແປງຂອງຍຸກສະໄໝ, ຄວາມກ້າວໜ້າຂອງຈີນ ແລະ ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ສັນລະເສີນອຸດົມການແຫ່ງການບາກບັ່ນສູ້ຊົນ, ກຳລັງແຫ່ງການປະດິດສ້າງ ແລະ ໝາກຜົນຂອງການພັດທະນາ, ສະແດງໃຫ້ເຫັນເຖິງຈິດໃຈຂອງປະຊາ ຊົນຈີນໃນການບາກບັ່ນສູ້ຊົນສ້າງຜົນງານໃນຍຸກສະໄໝໃໝ່ ແລະ ອື່ນໆ.

ສໍາລັບງານວາງສະແດງຮູບແຕ້ມ ແລະ ຮູບຖ່າຍ ພາຍ ໃຕ້ຫົວຂໍ້ “ສານຝັນໃນຍຸກໃໝ່ຂອງຈີນ” ໃນຄັ້ງນີ້ ຈະດໍາເນີນໄປຮອດເດືອນທັນວາປີ 2022 ຈິ່ງຈະສໍາເລັດ, ສ່ວນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ຕຸ ລາ 2022 ນີ້ ທີ່ນະຄອນຫລວງປັກກິ່ງ.

ໂຮງໝໍມະໂຫສົດ ສ່ອງແສງໃຫ້ເຫັນເຖິງຂໍ້ລິເລີ່ມການພັດທະນາຂອງໂລກ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໂຮງໝໍມະໂຫສົດ ແມ່ນໂຮງໝໍສັງລວມທີ່ມີຂະໜາດໃຫຍ່ທີ່ສຸດ ແລະມີພະແນກສົມບູນທີ່ສຸດຂອງລາວ, ໄດ້ມີປະຫວັດສາດ 110 ກວ່າປີແລ້ວ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບເສດຖະກິດສັງຄົມຂອງລາວ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງ, ອຸປະກອນການແພດເກົ່າຂອງໂຮງໝໍຍາກທີ່ຈະຕອບສະໜອງກັບຄວາມຕ້ອງການດ້ານການປິ່ນປົວພະຍາດ.

ວັນທີ 11 ພະຈິກ 2021 ພິທີມອບ-ຮັບໂຄງການໂຮງໝໍມະໂຫສົດ ໂດຍແມ່ນລັດຖະບານຈີນ ຊ່ວຍເຫລືອລາວ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ ຍ້ອງຍໍວ່າ: ໂຄງການໂຮງໝໍສັງລວມມະໂຫສົດ ແມ່ນໂຄງການທີ່ມີຄວາມໝາຍສຳຄັນເປັນພິເສດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຈະໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການປັບປຸງເງື່ອນໄຂສາທາລະນະສຸກ, ຍົກລະດັບເຕັກນິກຂອງພະນັກງານການແພດຂອງລາວ ແລະຈະມີຜົນດີຕໍ່ການຮັບໃຊ້ປະຊາຊົນລາວຜູ້ເປັນພະຍາດ.

ຕໍ່ກັບກໍລະນີທີ່ປະເທດພວມພັດທະນາຈຳນວນໜຶ່ງປະສົບຄວາມຫຍຸ້ງຍາກດ້ານທຶນຮອຍໃນດ້ານພື້ນຖານໂຄງລ່າງ ຊີວິດການເປັນຢູ່ ແລະ ຂົງເຂດອື່ນໆ, ຈີນໄດ້ໃຊ້ການກະທຳຕົວຈິງຊ່ວຍເຫລືອດ້ານທຶນຮອນ ແລະ ເຕັກໂນໂລຊີ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊຸກຍູ້ການພັດທະນາແບບຍືນຍົງ.

“ການພັດທະນາແມ່ນຂໍກຸນແຈໃນການບັນລຸຄວາມສຸກຂອງປະຊາຊົນ. ເມື່ອຜະເຊີນໜ້າກັບຜົນກະທົບອັນໜັກໜ່ວງຈາກການແພ່ລະບາດຂອງພະຍາດໂຄວິດ-19, ພວກເຮົາຕ້ອງຮ່ວມກັນຊຸກຍູ້ການພັດທະນາຂອງໂລກໃຫ້ກ້າວໄປສູ່ໄລຍະໃໝ່ທີ່ມີລັກສະນະດຸນດ່ຽງ ປະສານງານ ແລະ ການມີສ່ວນຮ່ວມ.” ກ່ອນການມອບ-ຮັບໂຄງການໂຮງໝໍມະໂຫສົດ ບໍ່ດົນ, ຄືວັນທີ 21 ກັນຍາ 2021, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມການພັດທະນາຂອງໂລກໃນການອະພິປາຍທົ່ວໄປຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 76, ໂດຍໄດ້ຊຸກຍູ້ບັນຫາການພັດທະນາກັບຄືນສູ່ວາລະແກນກາງຂອງສາກົນ.

ຄວາມໝາຍໃຈກາງຂອງຂໍ້ລິເລີ່ມການພັດທະນາຂອງໂລກຄື ຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນການສ້າງຜົນປະໂຫຍດທົ່ວໄປແບບມີສ່ວນຮ່ວມ, ຍຶດໝັ້ນການຂັບເຄື່ອນດ້ວຍການປະດິດສ້າງໃໝ່, ຍຶດໝັ້ນມະນຸດກັບ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຍຶດໝັ້ນໃຊ້ການເຄື່ອນໄຫວຕົວຈິງ. ເນັ້ນການຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນຕ່າງໆເຊັ່ນ: ຫລຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການຕ້ານກັບພະຍາດ ແລະວັກຊິນ, ລະດົມທຶນເພື່ອການພັດທະນາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຕາມທິດສີຂຽວ, ການຫັນເປັນອຸດສາຫະກຳ, ເສດຖະກິດດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນ ແລະອື່ນໆ, ເລັ່ງລັດຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2036 ຂອງອົງການສະຫະປະຊາຊາດ, ສ້າງປະຊາຄົມຮ່ວມຊາຕາກຳແຫ່ງການພັດທະນາຂອງໂລກ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ການແຜ່ລະບາດຂອງພະຍາດໂຄວິດ- 19 ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ຂະແໜງການທ່ອງທ່ຽວພາຍໃນປະເທດຢ່າງໜັກໜ່ວງ

0

ກ່ອນປີ 2020, ການທ່ອງທ່ຽວແມ່ນຂະແໜງການເສດຖະກິດໜຶ່ງຂອງປະເທດເຮົາ ທີ່ມີແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດ ຮອງຈາກລາຍຮັບຈາກການຂາຍກະແສໄຟຟ້າ ແລະ ບໍ່ແຮ່. ໃນປີ 2019 ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ສູງເຖິງ 4,79 ລ້ານຄົນ (ນັກທ່ອງທ່ຽວກຸ່ມໃຫຍ່ທີ່ເຂົ້າມາທ່ອງທ່ຽວລາວ ມີໄທ 45%, ຈີນ 21,3%, ຫວຽດນາມ 19,3% ແລະ ສ ເກົາຫຼີ 4,2%) ມີລາຍຮັບທັງໝົດ 934 ລ້ານໂດລາ, ລາຍຮັບຈາກການທ່ອງທ່ຽວເຕີບໂຕ 15%. ຈາກໂຕເລກດັ່ງກ່າວສະແດງໃຫ້ເຫັນວ່າການທ່ອງທ່ຽວໄດ້ປະກອບສ່ວນທີ່ສໍາຄັນຕໍ່ການພັດທະນາເສດຖະກິດ – ສັງຄົມ ຂອງປະເທດ 9,1% ຂອງເສດຖະກິດລວມ, ສາມາດສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 300.000 ຄົນ.

ຈາກສະຖິຕິຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ (UN) ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ການທ່ອງທ່ຽວຢູ່ປະເທດເຮົາຫຼຸດລົງໄປຕາມໆກັນເຊັ່ນ: ໃນປີ 2020 ນັກທ່ອງທ່ຽວຈາກປະເທດໄທຫຼຸດລົງ 77%, ຈີນ47%, ຫວຽດນາມ 73% ແລະ ສ ເກົາຫຼີ 70%. ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 41%, ລາຍຮັບ ຈາກສະຖານທີ່ພັກ 79%, ລາຍຮັບຈາກບໍລິສັດທ່ອງທ່ຽວ 79%, ລາຍຮັບຈາກການເຂົ້າຊົມສະຖານທີ່ທ່ອງທ່ຽວ 81%, ລາຍຮັບຈາກຮ້ານອາຫານ ແລະ ຮ້ານບັນເທີງ 72%, ຈໍານວນຜູ້ໂດຍສານຂອງສາຍການບິນລາວຫຼຸດລົງ 66,3% ເຮັດໃຫ້ທຸລະກິດການທ່ອງທ່ອງທ່ຽວຢຸດສະຫງັກ, ໂຕເລກນັກທ່ອງທ່ຽວຕ່າງປະເທດຫຼຸດລົງ 74%, ຂາດລາຍຮັບເຖິງ 70-80% ຈາກລາຍຮັບຂອງການທ່ອງທ່ຽວທັງໝົດ, ແຮງງານໃນຂະແໜງການທ່ອງທ່ຽວທັງທາງກົງ ແລະ ທາງອ້ອມ ບໍ່ໄດ້ຮັບຄ່າແຮງ, ຖືກພັກວຽກ, ໂຮງແຮມ,ເຮືອນພັກ, ຮ້ານບັນເທີງ, ທຸລະກິດຂາຍຍ່ອຍ, ຮ້ານອາຫານ, ຮ້ານນວດ ແລະ ສະປາ ຈໍານວນບໍ່ໜ້ອຍປິດກິດຈະການ.

ໃນໄລຍະທີ່ລັດຖະບານປະກາດມາດຕະການຜ່ອນຜັນ ມີທຸລະກິດຈໍານວນຫຼາຍທີ່ຍັງສືບຕໍ່ດໍາເນີນກິດຈະການ ແຕ່ມີທຸລະກິດປະມານ 65% ໄດ້ຫຼຸດພະນັກງານລົງ ເຊັ່ນ: ແຂວງຫຼວງພະບາງ ແລະ ຢູ່ເມືອງວັງວຽງ ແຂວງວຽງຈັນ ທຸລະກິດທ່ອງທ່ຽວຫຼາຍກວ່າ 80% ແມ່ນໄດ້ປົດພະນັກງານຂອງຕົນອອກ 50%, ສົ່ງຜົນກະທົບຕໍ່ສະພາບເສດຖະກິດຄອບຄົວພົບຄວາມຫຍຸ້ງຍາກ, ບັນຫາໜີ້ສິນເພີ່ມຂຶ້ນ ພ້ອມກັນນັ້ນຍັງເຮັດໃຫ້ຄວາມຕ້ອງການຂອງພາຍໃນຫຼຸດລົງ. ນອກຈາກນັ້ນ,ຍັງສູນເສຍລາຍໄດ້ຈາກການໂອນເງິນມາຈາກຕ່າງປະເທດຫຼາຍກວ່າ 136 ລ້ານໂດລາ ຍ້ອນຜູ້ທີ່ໄປອອກແຮງງານຢູ່ຕ່າງປະເທດກັບຄືນມາປະເທດຫຼາຍກວ່າ 130.500 ກວ່າຄົນ.

ໃນໄລຍະການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດເຮົາ ເຮັດໃຫ້ເກີດການວ່າງງານກວມເອົາ 23,4% (ໂຕເລກເດືອນກໍລະກົດ 2020) ເນື່ອງຈາກຄວາມຕ້ອງການພາຍໃນປະເທດຫຼຸດລົງຢ່າງຫຼວງຫຼາຍ ເຮັດໃຫ້ທຸລະກິດຈໍານວນໜຶ່ງສືບຕໍ່ປິດກິດຈະການພາຍຫຼັງມີມາດຕະການຜ່ອນຜັນຂອງລັດຖະບານ. ອັດຕາເງິນເຟີ້ຈາກ 3,3% ໃນປີ 2019 ຂຶ້ນເປັນ 6,1% ໃນຕົ້ນປີ 2020. ເຮັດໃຫ້ລາຄາອາຫານ,ເຄື່ອງນຸ່ງຫົ່ມເຄື່ອງໃຊ້ສອຍພາຍໃນເຮືອນ, ຄ່າປິ່ນປົວ ແລະ ອື່ນໆ ເພີ່ມຂຶ້ນໃນໄລຍະສອງປີນີ້.

ປະຊາຊົນ ຈໍານວນ 361.000 ຄົນ ມີຄວາມສ່ຽງຕົກຢູ່ໃນສະພາບຄວາມທຸກຍາກ ຍ້ອນຜົນກະທົບຈາກພະຍາດໂຄວິດ-19 ຊຶ່ງຈະເຮັດໃຫ້ໂຕເລກອັດຕາຄວາມທຸກຍາກແຫ່ງຊາດເພີ່ມຂຶ້ນປະມານ 5,2% ຊຶ່ງສ່ວນໃຫຍ່ຈະແມ່ນປະຊາຊົນທີ່ອາໄສຢູ່ໃນເຂດຊົນນະບົດ. ນີ້ເປັນພຽງໂຕເລກສ່ວນໜຶ່ງທີ່ມີຜົນກະທົບຕໍ່ເສດຖະກິດ ແລະ ການທ່ອງທ່ຽວພາຍໃນປະເທດເຮົາ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ແຕ່ຍັງມີຂະແໜງການອື່ນໆອີກກໍມີຜົນກະທົບເຊັນດຽວກັນ. ແຕ່ພັກ ແລະ ລັດຖະບານ ກໍໄດ້ມີວິທີການ,ມາດຕະການແກ້ໄຂຊ່ວຍເຫຼືອຜູ້ປະກອບການສ່ວນໄດ້ສ່ວນໜຶ່ງ, ອອກມາດຕະການຜ່ອນຜັນກະຕຸກຊຸກຍູ້ເຮັດໃຫ້ທຸລະກິດການທ່ອງທ່ຽວພາຍໃນປະເທດຄ່ອຍໆຟື້ນຕົວຂຶ້ນເປັນລໍາດັບ.

ຮຽບຮຽງໂດຍ: ວັນໄຊ ຕະວິນຍານ