Tuesday, September 23, 2025
Home Blog Page 898

ຫຼາຍພາກສ່ວນ ໃຫ້ການສະໜັບສະໜູນວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ

0

ໃນວັນທີ 14 ຕຸລາ 2022 ທີ່ອົງການກາແດງແຫ່ງຊາດລາວ ຈັດພິທີມອບ-ຮັບເງິນຊ່ວຍເຫຼຶອວຽກງານມະນຸດສະທຳ ຈາກທ່ານ Noritaka HARASHIMA ທີ່ປຶກສາບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຈໍານວນ 12.500.000 ກີບ ທ່ານ Yuki MORINO ບໍລິສັດ ພັດທະນາພາກໃຕ້ ຈໍາກັດ 5 ລ້ານກີບ Paktai Pathana Co Ltd ແລະ ທ່ານ Masato FUJITA ຮ້ານອາຫານຟູຈິຕະ 2.500.000 ກີບ ລວມທັງໝົດ 20 ລ້ານກີບ ຕາງໜ້າຮັບໂດຍທ່ານ ສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໂດຍມີທ່ານນາງ ສີລິວັນ ປັດທຳມະວົງ ຮອງປະທານບໍລິສັດວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງທຸກ ພາກສ່ວນທີ່ໃຫ້ການປະກອບສ່ວນຊຸກຍູ້ວຽກງານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ພ້ອມທັງໄດ້ແຈ້ງກ່ຽວກັບພາລະບົດບາດ ການຈັດຕັ້ງເຄື່ອນໄຫວວຽກງານຂອງອົງການກາແດງລາວແຫ່ງຊາດລາວ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ວຽກງານການຊ່ວຍເຫຼືອບັນເທົ່າທຸກແກ່ພໍ່ແມ່ປະຊາຊົນຜູ້ປະສົບໄພຈາກທຳມະຊາດໃນໄລຍະຜ່າມມາ ພ້ອມທັງຢືນຢັນ ຈະນຳໃຊ້ເງິນທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ໃຫ້ໄປຮອດໄປເຖິງພໍ່ແມ່ປະຊາຊົນຜູ້ຕ້ອງການຄວາມຊ່ວຍເຫຼຶອ ກໍ່ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊຸກຍູ້ຈາກທ່ານອີກໃນໂອກາດຕໍ່ໄປ.

ໂອກາດນີ້ ທ່ານ ນາງ ສີລິວັນ ປັດທຳມະວົງ ໄດ້ກ່າວສະແດງຄວາມຍິນດີ ທີ່ຈະໃຫ້ການປະກອບສ່ວນຊຸກຍູ້ວຽກງານມະນຸດສະທຳ ຂອງອົງການກາແດງແຫ່ງຊາດລາວ ເພາະເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານດັ່ງກ່າວ ເຊິ່ງກ່ອນໜ້ານີ້ ກໍເຄີຍໃຫ້ການປະກອບສ່ວນຊຸກຍູ້ຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ລວມທັງວຽກງານທາງດ້ານມະນຸດສະທຳຂອງອົງການກາແດງແຫ່ງຊາດລາວ ແລະ ພ້ອມໃຫ້ການຮ່ວມມືໃນການລະດົມຂົນຂວາຍການຊ່ວຍເຫຼືອວຽກງານດ້ານມະນຸດສະທຳ ຕາມເງື່ອນໄຂ ແລະ ຊ່ອງທາງທີ່ເປັນໄປໄດ້ ໃນໂອກາດຕໍ່ໄປ.

ຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ ມີບົດບາດແນວໃດ?

0

“ຜົນສໍາເລັດຂອງບ້ານ 18 ຖໍ້າ ເປັນບົດຮຽນອັນລໍ້າຄ່າໃຫ້ປະຊາຊົນ ສປປ ລາວ ພວກເຮົາ ທີ່ພວມ ສູ້ຊົນແກ້ໄຂຄວາມທຸກຍາກ ເພື່ອນໍາເອົາປະເທດຊາດອອກຈາກສະພາບດ້ອຍພັດທະນາໃນຕໍ່ໜ້າ” ນີ້ແມ່ນ ເນື້ອໃນບາງຕອນໃນຈົດໝາຍຕອບຄືນຊາວບ້ານ 18 ຖໍ້າ ແຂວງຫູໜານ ທີ່ຢູ່ພາກກາງຂອງຈີນ ທີ່ຂຽນ ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໃນປີ 2019.

ວັນທີ 2 ມິຖຸນາ 2018 ທ່ານ ບຸນຍັງ ວໍລະຈິດ ທີ່ມາຢ້ຽມຢາມປະເທດຈີນຕາມຄໍາເຊື້ອເຊີນ ໄດ້ນໍາ ພາຄະນະຜູ້ແທນລາວ ໄປທັດສະນະສຶກສາຢູ່ບ້ານ 18 ຖໍ້າ ແຂວງຫູໜານ ເພື່ອຖອດຖອນບົດຮຽນໃນ ການແກ້ໄຂຄວາມທຸກຍາກໃຫ້ຖືກເປົ້າໝາຍ ພາຍຫຼັງໄດ້ສໍາເລັດການເຄື່ອນໄຫວເຮັດວຽກຢູ່ນະຄອນຫຼວງ ປັກກິ່ງ ຈາກການສຶກສາຄົ້ນຄວ້າມາດຕະການແກ້ໄຂຄວາມທຸກຍາກຂອງຈີນຢ່າງລະອຽດ ໃນຫຼາຍປີຜ່ານ ມາ ສປປ ລາວ ໄດ້ຂະຫຍາຍຂະແໜງການຜະລິດ ແລະ ເຮັດໃຫ້ປະຊາຊົນມີລາຍໄດ້ເພີ່ມຂຶ້ນ ຕົວຢ່າງ ແບບນີ້ນັບມື້ຫຼາຍຂຶ້ນເຊັ່ນກັນ.

ທ່ານ ຄໍາຈັນ ທີ່ເປັນຊາວບ້ານຈາກບ້ານຊໍ້ ນະຄອນຫຼວງວຽງຈັນ ເຄີຍໄປສຶກສາແລກປ່ຽນບົດຮຽນ ການແກ້ໄຂຄວາມທຸກຍາກຢູ່ຈີນ 2 ຄັ້ງ ປັດຈຸບັນນີ້ ທ່ານ ຄໍາຈັນ ໄດ້ພະຍາຍາມຮ່ວມກັບຊາວບ້ານ ນໍາ ເອົາບົດຮຽນການປູກຝັງ ແລະ ລ້ຽງສັດຂອງຈີນ ມາຈັດຕັ້ງປະຕິບັດ ແລະ ໄດ້ສ້າງຕັ້ງໜ່ວຍງານລ້ຽງງົວ ປູກສາລີ ແລະ ຕໍ່າຫູກ.

ແຕ່ໃດມາ ຈີນ ໄດ້ຍຶດຖືທັດສະນະຄະຕິທີ່ໂອບເອື້ອອາລີ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພັດ ທະນາຮ່ວມກັນ ໂດຍໄດ້ຊ່ວຍສ້າງພື້ນຖານໂຄງລ່າງ ກໍຄືດໍາເນີນການຮ່ວມມືດ້ານເຕັກເນັກຢ່າງຫຼວງຫຼາຍ ກັບບັນດາປະເທດກໍາລັງພັດທະນາ ເຊິ່ງໄດ້ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງບັນດາປະເທດເຫຼົ່ານັ້ນໃຫ້ດີຂຶ້ນ ແລະ ໄດ້ນໍາຜົນສໍາເລັດຂອງການພັດທະນາ ມາສູ່ປະຊາຊົນຂອງປະເທດຕ່າງໆໃຫ້ດີກວ່າເກົ່າ.

ໃນຮອບ 1 ປີຜ່ານມາ ທ່ານ ສີຈິ້ນຜິງ ປະທານປະເທດ ສປ ຈີນ ໄດ້ໃຫ້ຄໍາໝັ້ນສັນຍາເພື່ອຊຸກຍູ້ ການພັດທະນາຂອງປະເທດຕ່າງໆໃນເວທີສາກົນຫຼາຍເວທີ ຂະນະທີ່ບັນດາປະເທດອາຊຽນ ປະເທດເກາະ ດອນຢູ່ມະຫາສະໜຸດປາຊິຟິກ ອາຟຣິກາ ອາເມຣິກາລາຕີນ ອາຊີກາງ ແລະ ອື່ນໆ ກໍໄດ້ພາກັນສະແດງ ໃນເອກະສານທີ່ກ່ຽວຂ້ອງວ່າຊົມເຊີຍ ແລະ ສະໜັບສະໜູນຂໍ້ລິເລີ່ມການພັດທະນາຂອງທົ່ວໂລກ.

ຈີນ ຍາມໃດກໍເອົາໃຈໃສ່ບັນຫາ ແລະ ສິ່ງທ້າທາຍໃນການພັດທະນາທີ່ໂລກປະເຊີນໜ້າ ເຊິ່ງທ່ານ ຣິຊາດ ບຣັກ ຜູ່ຊ່ຽວຊ່ານສະຖາບັນຊິວເລີ ທີ່ເປັນຄັງປັນຍາສາກົນ ກ່າວວ່າ: ປັດຈຸບັນໄພສົງຄາມ ການອຶດເຂົ້າ ແລະ ເສດຖະກິດມະຫາອໍານາດຂອງປະເທດຕາເວັນຕົກ ຍັງໄດ້ປາກົດໂຕຢູ່ຫຼາຍເຂດແຄວ້ນຢ່າງ ຕໍ່ເນື່ອງ ເຊິ່ງຈີນບໍ່ໄດ້ເວົ້າແຕ່ທາງປາກເປົ່າເທົ່ານັ້ນ ຫາກໄດ້ພິສູດເສັ້ນທາງໃໝ່ເສັ້ນໜຶ່ງດ້ວຍການປະພຶດຕົວຈິງ.

# ຂ່າວ – ພາບ : ສະບາໄພ

ຮອງປະທານ ສປ ນວ ເຄື່ອນໄຫວເຮັດວຽກຢູ່ເມືອງປາກງື່ມ

0

ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປ ນວ) ພ້ອມດ້ວຍທ່ານນາງ ເກດມະນີ ບັນດາສັກ ປະທານຄະນະກຳມະການວັດທະນະກຳ-ສັງຄົມ ແລະ ບັນດາເຜົ່າ ສປ ນວ ແລະ ຄະນະ ເຄື່ອນໄຫວເຮັດວຽກຢູ່ເມືອງປາກງື່ມ ວັນທີ 13 ຕຸລາ 2022 ໂດຍມີທ່ານຮອງເຈົ້າເມືອງປາກງື່ມ ສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ ບັນດາຫ້ອງການ ແລະ ວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ການເຄື່ອນໄຫວເຮັດວຽກຄັ້ງນີ້ ເພື່ອຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂົງເຂດວັດທະນະທຳ-ສັງຄົມ ໂດຍສະເພາະ ວຽກງານເຜົ່າ ແລະ ສາສະໜາຂອງເມືອງປາກງື່ມ ເຊິ່ງທ່ານ ກອງມີ ສີສະໝຸດ ຮອງເຈົ້າເມືອງປາກງື່ມ ໄດ້ລາຍງານວ່າ: ເມືອງປາກງື່ມປະກອບມີ 53 ບ້ານ 11.448 ຄອບຄົວ ມີພົນລະເມືອງ 57.880 ຄົນ ເຊິ່ງປະກອບດ້ວຍ 10 ຊົນເຜົ່າ ຄື: ຊົນເຜົ່າລາວ ຊົນເຜົ່າມົ້ງ ຊົນເຜົ່າອິວມຽນ ຊົນເຜົ່າໄທເໜືອ ຊົນເຜົ່າໄຕ ຊົນເຜົ່າຜູ້ໄທ ຊົນເຜົ່າຫໍ້ ຊົນເຜົ່າກຶມມຸ ຊົນເຜົ່າລະວີ ແລະ ຊົນເຜົ່າຜູ້ນ້ອຍ ໃນນີ້ຊົນເຜົ່າລາວກວມເປັນສ່ວນໃຫຍ່ ປະຊາຊົນບັນດາເຜົ່າເຊື່ອຖືສາສະໜາເປັນສິ່ງຍຶດໜ່ຽວຈິດໃຈ ປະກອບດ້ວຍ 2 ສາສະໜາ ຄື: ສາສະໜາພຸດ ແລະ ສາສະໜາ ເຢຊູຄຣິດ ມີວັດ 72 ວັດ ວັດຮ້າງ 3 ວັດ ໂບດ 5 ແຫ່ງ 1 ນິກາຍ ຄື: ນິກາຍໂປແຕັດສະຕັງ ອາຊີບຂອງປະຊາຊົນສ່ວນໃຫຍ່ ແມ່ນຍຶດຖືອາຊີບປູກຝັງ ລ້ຽງສັດ ນອກນີ້ ຍັງໄດ້ຮັບຟັງການລາຍງານວຽກງານໃນຂົງເຂດເສດຖະກິດ-ສັງຄົມຂອງເມືອງ ຕື່ມອີກ.

ໂອກາດນີ້ ທ່ານນາງ ລຳພອຍ ສີອັກຄະຈັນ ກໍໄດ້ມີຄຳເຫັນແລກປ່ຽນ ແລະ ຮັບເອົາບາງບັນຫາ ຂໍ້ຫຍຸ້ງຍາກທີ່ຄະນະຮັບຜິດຊອບໃນຂົງເຂດວຽກງານຕ່າງໆຂອງເມືອງພົບພໍ້ ເພື່ອນຳສະເໜີຕໍ່ພາກສ່ວນກ່ຽວ ຂ້ອງ ພິຈາລະນາແກ້ໄຂ ພ້ອມທັງໄດ້ສະແດງຄວາມຊົມເຊີຍການນຳເມືອງ ບັນດາຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ ແລະ ໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ແລະ ທິດທາງໃນຕໍ່ໜ້າ ທີ່ກຳນົດໄວ້ໃຫ້ບັນລຸຄາດໝາຍ ແລະ ສຳເລັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິຜົນ ນອກນີ້ ຄະນະຜູ້ແທນດັ່ງກ່າວ ຍັງໄດ້ຢ້ຽມຊົມວັດທ່າຊ້າງ ຕື່ມອີກ.

# ຂ່າວ – ພາບ : ສະບາໄພ

ສໍາເລັດການເຝິກອົບຮົມວຽກງານບັງຄັບໃຊ້ກົດໝາຍໃຫ້ແກ່ເຈົ້າໜ້າທີ່ ແລະ ນັກກວດກາຂອງຂະແໜງການປູກຝັງ

0

ກອງປະຊຸມເຜີຍແຜ່ລະບຽບການສົ່ງອອກພືດໄປສະຫະພາບເອີຣົບ ແລະ ເຝິກອົບຮົມວຽກງານບັງຄັບໃຊ້ກົດໝາຍໃຫ້ແກ່ເຈົ້າໜ້າທີ່ ແລະ ນັກກວດກາຂອງຂະແໜງການປູກຝັງ ໄດ້ສໍາເລັດລົງວັນທີ 14 ຕຸລາ 2022 ທີ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນຂອງທ່ານວັນທ່ຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ມີວິທະຍາກອນ ສໍາມະນາກອນທີ່ມາຈາກກົມປູກຝັງ ຫົວໜ້າ ຮອງຫົວໜ້າຫ້ອງການ ຂະແໜງການອ້ອມຂ້າງພະແນກກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມ.

ທ່ານ ສຸລິຍາ ສຸວັນດວນ ຫົວໜ້າພະແນກລະບຽບການ ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຜ່ານບົດສະຫຼຸບການເຝິກອົບຮົມໃຫ້ຮູ້ວ່າ:ການເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການຄຸ້ມຄອງສິນຄ້າກະສິກໍາເພື່ອການຄ້າທີ່ປອດໄພ ເຊິ່ງການເຝິກອົບຮົມດັ່ງກ່າວ ໄດ້ດໍາເນີນມາແຕ່ວັນທີ 12 ຕຸລາເປັນຕົ້ນມາ ແລະ ໄດ້ສໍາເລັດລົງວັນທີ 14 ຕຸລາ 2022 ໂດຍຕະຫຼອດການເຝິກອົບຮົມ ສໍາມະນາກອນທີ່ເຂົ້າຮ່ວມ ໄດ້ຮຽນຮູ້ກ່ຽວກັບການຕິດຕາມກວດກາການດໍາເນີນຄະດີອາຍາ ເຕັກນິກການສືບສວນ-ສອບສວນ ວຽກງານສໍານວນ ແລະ ສໍາເນົາຄະດີ ບົດຮຽນການສືບສວນ-ສອບສວນຂອງເຈົ້າໜ້າທີ່ປ່າໄມ້ ນອກນີ້ ສໍາມະນາກອນຍັງໄດ້ຮັບຟັງການເຜີຍແຜ່ຄໍາແນະນໍາຂອງລັດຖະມົນຕີ ກ່ຽວກັບມາດຕະການປະຕິບັດສໍາລັບການສົ່ງອອກພືດ ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າຂອງສະຫະພາບເອີຣົບ ແລະ ຄູ່ມືການສົ່ງອອກພືດໄປສະຫະພາບເອີຣົບ ພ້ອມທັງເປີດກວ້າງການສົນທະນາແລກປ່ຽນຄໍາຄິດເຫັຮຢ່າງເປັນເຈົ້າການ.

# ຂ່າວ – ພາບ : ຂັນທະວີ

ສື່ເປີດເຜີຍວ່າ ບາເຊໂລນາ ຫາຊ່ອງທາງປ່ອຍນັກເຕະ 3 ຄົນໃນເດືອນມັງກອນນີ້

0

ຈໍດີ ອັນບາ ແລະ ເຄຣາດ ປີເກ 2 ນັກເຕະຄ່າຈ້າງແພງ ລວມເຖິງ ເຟຣງກີ ເດີ ຢອງ ກອງກາງຊາວໂຮນລັງ ຢູ່ໃນຂ່າຍທີ່ທີມບາເຊໂລນາ ພະຍາຍາມຫາທາງປ່ອຍຕົວໃນໄລຍະເດືອນມັງກອນນີ້.

“ ເດຍຣິໂອ ສະປອດ” ລາຍງານເມື່ອວັນເສົາທີ່ຜ່ານມາວ່າ ບາເຊໂລນາ ກໍາລັງຫາທາງປ່ອຍ 3 ນັກເຕະຢ່າງ ເຄຣາດ ປິກ, ຈໍດີ ອັນບາ ແລະ ເຟຣງກີ ເດ ຢອງ ໃນໄລຍະເດືອນມັງກອນນີ້ ເພື່ອຫຼຸດພາລະຄ່າໃຊ້ຈ່າຍຕົວລົງ ຫຼັງທີມບາເຊໂລນາ ກໍາລັງຈະຕົກຮອບແບ່ງກຸ່ມ ແຊມປຽນລີກ ເປັນປີທີ 2 ຕິດຕໍ່ກັນ.

ບາເຊໂລນາ ເຮັດໄດ້ພຽງແຕ່ສະເໝີກັບ ອິນເຕີ ມິລານ 3-3 ແລະ ກໍາລັງຈະຕົກຮອບແບ່ງກຸ່ມ ແຊມປຽນລີກ ເປັນລະດູການທີສອງຕິດຕໍ່ກັນ ຫາກທີມ ອິນເຕີ ມິລານ ບ້ານຖິ່ນເອົາຊະນະ ວິກຕໍເຣຍ ພິວເຊ່ນ ໃນເກມຕໍ່ໄປ ເຊິ່ງການຫຼຸດຈາກເວທີແຊມປຽນລີກ ຈະສົ່ງຜົນກະທົບຕໍ່ສະໂມສອນທີ່ຈະສູນເສຍລາຍໄດ້ປະມານ 20-25 ລ້ານເອີໂຣ ດັ່ງນັ້ນ ທີມບາເຊໂລນາຈຶ່ງຕ້ອງຊອກຫາເງິນຊົດເຊີຍຈາກພາກສ່ວນອື່ນໆ.

ໜຶ່ງໃນນັ້ນ ຄືການພະຍາຍາມປ່ອຍຕົວນັກເຕະອອກຈາກທີມ ໂດຍສະເພາະ ປີເກ ແລະ ອັນລາ ສອງນັກເຕະເກົ່າທີ່ມີຄ່າຈ້າງແພງ ແລະ ບໍ່ໄດ້ເປັນຕົວເລືອກລໍາດັບຕົ້ນຂອງຜູ້ຈັດການທີມ ຊາບີ ເອນານເດຊ ສ່ວນອີກຄົນຄື ເຟຣງກີ ເດີ ຢອງ ທີ່ມີຂ່າວການຍ້າຍທີມມາຕະຫຼອດໄລຍະລະດູຮ້ອນທີ່ຜ່ານມາ ແຕ່ມັນບໍ່ແມ່ນເລື່ອງງ່າຍສຳລັບ ບາເຊໂລນາ ເຊັ່ນກັນ ເນື່ອງຈາກນັກເຕະທັງ 3 ຄົນບໍ່ກະຕືລືລົ້ນທີ່ຈະຍ້າຍອອກໄປຈາກບາເຊໂລນາ;.

ກຽມນອນຄຸກ ! ສານໄຟຂຽວຕັ້ງ 3 ຂໍ້ຫາເອົາຜິດ “ກຣີນວູດ”

0

ສຳນັກງານໄອຍະການ (CPS) ຢືນຢັນໃຫ້ອໍານດເຈົ້າໜ້າທີ່ຕຳຫຼວດ ເກຣດເຕີ ແມນເຊັສເຕີ ຕັ້ງຂໍ້ຫາ ເມສັນ ກຣີນວູດ ດາວຍິງຕົກອັບຂອງ ແມນເຊັສເຕີ ຢູໄນເຕັດ ກະທໍາຄວາມຜິດໃນ 3 ຂໍ້ຫາ ປະກອບໄປດ້ວຍ ພະຍາຍາມຂົ່ມຂືນ, ທຳຮ້າຍຮ່າງກາຍ ແລະ ມີສ່ວນໃນການຄວບຄຸມ ແລະ ພຶດຕິກໍາບີບບັງຄັບ

ທ່ານ ເຈເນດ ພອດເຕີ ຮອງອະທິບໍດີໄອຍະການຂອງ CPS Northwest ກ່າວວ່າ: ” ໃນມື້ນີ້ ສໍານັກງານໄອຍະການສູງສຸດ ໄດ້ມອບອໍານາດໃຫ້ ເກຣດເຕີ ແມນເຊສເຕີ ຕັ້ງຂໍ້ຫາ ເມສັນ ກຣີນວູດ ອາຍຸ 21 ປີ ໃນຂໍ້ຫາພະຍາຍາມຂົ່ມຂືນ, ມີສ່ວນໃນການຄວບຄຸມ ແລະ ພຶດຕິກໍາບີບບັງຄັບ ແລະ ທຳຄວາມຮ່າງກາຍຈົນໄດ້ຮັບບາດເຈັບ.”

” ທັງ 3 ຂໍ້ກ່າວຫາ ແມ່ນກ່ຽວຂ້ອງກັບຜູ້ຮ້ອງຮຽນຄົນດຽວກັນ.”

” ໄອຍະການຜູ້ຊ່ຽວຊານຄະດີຂົ່ມຂືນຂອງ CPS Northwest ອະນຸຍາດໃຫ້ຕັ້ງຂໍ້ຫາຫຼັງຈາກກວດສອບຫຼັກຖານທີ່ໄດ້ຮັບຈາກເຈົ້າໜ້າທີ່ຕໍາຫຼວດ ເກຣດເຕີ ແມນເຊສເຕີ ແລ້ວ “

” ການຂຶ້ນສານຄັ້ງທໍາອິດຂອງຈໍາເລີຍ ຈະມີຂຶ້ນໃນວັນຈັນທີ 17 ເດືອນຕຸລານີ້ ທີ່ສານພິພາກສາຂອງ ແມນເຊສເຕີ “

ທັງນີ້ ກຣີນວູດ ບໍ່ໄດ້ຫຼິ້ນໃຫ້ ແມນເຊສເຕີ ຢູໄນເຕັດ ມາຕັ້ງແຕ່ຖືກຈັບກຸມເມື່ອເດືອນມັງກອນ ກ່ອນຈະໄດ້ຮັບການປະກັນຕົວອອກມາຕໍ່ສູ້ຄະດີ ເມື່ອວັນທີ 2 ກຸມພາ ກ່ອນຈະຖືກຕັ້ງຂໍ້ຫາໃນທີ່ສຸດ.

ມຽນມາ ສົ່ງອອກເຂົ້າຫລາຍກວ່າ 5,4 ແສນໂຕນ

0

ອ້າງຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ສະຫະພັນເຂົ້າມຽນມາ ເປີດເຜີຍວ່າ: ໃນໄລຍະ 6 ເດືອນຜ່ານມາ, ມຽນມາໄດ້ສົ່ງອອກເຂົ້າຫລາຍກວ່າ 544.352 ໂຕນ ແລະ ເຂົ້າຫັກກວ່າ 439.429 ໂຕນ.

ກົມສະຖິຕິທາງການລະບຸວ່າ: ມຽນມາ ໄດ້ສົ່ງອອກເຂົ້າໃນເດືອນເມສາ ຈຳນວນ 144.034 ໂຕນ, ເດືອນພືດສະພາ 94.691 ໂຕນ ແລະ ອື່ນໆ.

ມຽນມາຈັດສົ່ງເຂົ້າ ແລະ ເຂົ້າຫັກສ່ວນໃຫຍ່ຜ່ານທາງທະເລ ເນື່ອງຈາກການແພ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການສົ່ງອອກເຂົ້າໄປຍັງ ຈີນ, ຍີ່ປຸ່ນ, ເອີຣົບ, ອິນໂດເນເຊຍ, ບັງກລາເທດ ແລະ ອື່ນໆ.

ໃນນັ້ນ ເຂົ້າເປັນພືດທີ່ມີການປູກຝັງຫລາຍທີ່ສຸດ ໃນມຽນມາຖັດມາແມ່ນຖົ່ວ. ນອກນັ້ນ, ມຽນມາພວມດຳເນີນງານເພື່ອສົ່ງເສີມການຜະລິດເຂົ້າ ແລະ ສົ່ງອອກເຂົ້າທີ່ມີຄຸນນະພາບອີກດ້ວຍ.

Medialao MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ປອກຕຸຍການ ສະເໜີງົບປະມານຮັບມືກັບ ວິກິດການເງິນໂລກ

0

ອ້າງຕາມ ແຫລ່ງຂ່າວ ຊິນຮວາຂອງ ຈີນ, ວັນທີ 11 ເດືອນຕຸລາ, ລັດຖະບານປອກຕຸຍການ ໄດ້ສະເໜີງົບປະມານປະຈຳປີ 2023 ເພື່ອຮັບມືກັບສະຖານະການຕ່າງໆຈາກວິກິດການເງິນໂລກ, ງົບປະມານດັ່ງກ່າວ ແມ່ນເພື່ອແນໃສ່ປົກປ້ອງລາຍໄດ້, ສົ່ງເສີມການລົງທຶນ, ຮັກສາສະພາບບັນຊີລວມເຖິງຫລຸດຜ່ອນການຂາດດຸນງົບປະມານ ແລະ ໜີ້ສາທາລະນະ.

ໃນຂະນະດຽວກັນ, ລັດຖະສະພາປອກຕຸຍການຈະປຶກສາຫາລືກັນ ໃນລະຫວ່າງ ວັນທີ 26-27 ຕຸລານີ້ ແລະ ການລົງມະຕິ ຄັ້ງສຸດທ້າຍ ໃນວັນທີ 25 ພະຈິກນີ້.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ອັບຟະການິດສະຖານ ເລີ່ມບູລະນະເສັ້ນທາງຫລວງ

0

ອ້າງຕາມແຫລ່ງຂ່າວ ຊິນຮວາຂອງຈີນ, ວັນທີ 11 ເດືອນຕຸລາ, ລັດຖະບານຮັກສາການ ທີ່ນຳໂດຍ ກຸ່ມຕາລິບັນ ໄດ້່ເລີ່ມດຳເນີນໂຄງການບູລະນະທາງຫລວງສາຍຫລັກຢູ່ແຂວງກັນດາຮາທາງພາກໃຕ້ຂອງອັບຟະການິດສະຖານ.

ທ່ານ ບັດໂມຮຳຫມັດ ເຈົ້າໜ້າທີ່ໂຄງການ ເປີດເຜີຍວ່າ: ໃນໄລຍະທຳອິດ ປະເທດນີ້ຈະບູລະນະເສັ້ນທາງຫລວງທີ່ມີຄວາມຍາວ 55 ກິໂລແມັດ ທີ່ເຊື່ອມຕໍ່ ລະຫວ່າງ ກັນດາຮາ ກັບ ແຂວງ ຊາບູນ ທ່ີຢູ່ເຂດໃກ້ຄຽງ ຕາມດ້ວຍເສັ້ນທາງຫລວງທ່ີເຊື່ອມຈອດກັນດາຮາ ກັບ ນະຄອນຫລວງກາລບູນ ແລະ ກັນດາຮາ ກັບເຮຣັດ, ຊຶ່ງເສັ້ນທາງດັ່ງກ່າວ ຈະໃຫ້ສຳເລັດພາຍໃນ 5 ເດືອນ. ຕາມດ້ວຍທາງຫລວງທີ່ເຊື່ອມ ກັນດາຮາຣກັບ ນະຄອນຫລວງ ກາບູນ

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ນູແວນເຊລັງ ສະເໜີເກັບຄ່າປ່ອຍມົນລະພິດ ໃນຂົງເຂດກະສິກຳ

0

ຕາມແຫລ່ງຂ່າວ ຊິນຮວາຂອງ ຈີນ, ທ່ານ ຈາຊິນດາ ອາຣເດຣີນ ນາຍົກລັດຖະມົນຕີ ນູແວນເຊລັງ ລະບຸວ່າ: ລັດຖະບານນູແວນເຊລັງ ໄດ້ເຜີຍແພ່ຂໍ້ສະເໜີເພື່ອແນໃສ່ຫລຸດຜ່ອນການປ່ອຍ ມົນລະພິດທາງກະສິກຳ ເພື່ອສົ່ງເສີມຂໍ້ໄດ້ປຽບໃນການແຂ່ງຂັນຢູ່ຕະຫລາດໂລກທີ່ເປັນມິດຕໍ່ສິ່ງແວດລ້ອມ.

ຂໍ້ສະເໜີດັ່ງກ່າວ ຈະຊຸກຍູ້ ນູແວນເຊລັງ ໃຫ້ມຸ່ງໄປສູ່ເຂົ້າເປົ້າໝາຍການຫລຸດຜ່ອນແກັສມີເທນ ພາຍໃຕ້ກົດໝາຍ ການປ່ອຍກາກບອນໃຫ້ເປັນສູນ ໃນປີ 2030 (Zero Carbon Act 2030) . ໃນຂະນະດຽວກັນ, ລັດຖະບານໄດ້ລວບລວມຄຳແນະນໍາຈຳນວນຫລວງຫລາຍຈາກກຸ່ມພາກກະສິກຳເພື່ອນຳມາກຳນົດລາຄາການປ່ອຍມົນລະພິດລະດັບຟາມ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)