Tuesday, September 23, 2025
Home Blog Page 897

ທ່ານທູດ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

0

ໃນວັນທີ 17 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການແຂວງອຸດົມໄຊ, ທ່ານ ຄຳພຽງຢາ ຈົງວາ ຮອງເລຂາພັກແຂວງພ້ອມດ້ວຍຄະນະພະແນກອ້ອມຂ້າງແຂວງທີ່ກ່ຽວຂ້ອງ ໄດ້ຕ້ອນຮັບ ທ່ານ ຫງວຽນ ບ໋າ ຮຸງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວນຄະນະ ທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ແຂວງອຸດົມໄຊ.

ຈາກນັ້ນ, ທັງສອງຝ່າຍໄດ້ພົບປະແລກປ່ຽນຊຶ່ງກັນ ແລະ ກັນ, ໂອກາດນີ້ ທ່ານ ຄຳພຽງ ຢາຈົງວາ ກໍໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບແຂວງອຸດົມໄຊ ໂດຍສະເພາະແມ່ນດ້ານທີ່ຕັ້ງພູມສັນຖານ, ທ່າແຮງທາງດ້ານການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ການພົວພັນແບບພິເສດກັບ ສສ ຫວຽດນາມ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ໃນດ້ານຕ່າງໆຂອງແຂວງອຸດົມໄຊກັບບັນດາແຂວງພາກເໜືອຂອງ ສສ ຫວຽດນາມ ທີ່ນັບມື້ນັບແໜ້ນແຟ້ນ, ໂອກາດດັ່ງກ່າວ ທ່ານ ຫງວຽນ ບ໋າ ຮຸງ ກໍໄດ້ຕີລາຄາສູງຕໍ່ກັບສາຍພົວພັນລະຫວ່າງສອງປະເທດ ເວົ້າລວມ ເວົ້າສະເພາະ ກໍແມ່ນແຂວງອຸດົມໄຊ ກັບບັນດາແຂວງພາກເໜືອຂອງ ສສ ຫວຽດນາມ ແລະ ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະທູດຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສາຍພົວພັນ ລະຫວ່າງແຂວງພາກເໜືອຂອງລາວ ແລະ ຫວຽດນາມໄດ້ເຄື່ອນໄຫວໄປມາຫາສູ່ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໄດ້ຢ່າງປົກະຕິ ໃຫ້ນັບມື້ນັບມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມນີ້ທ່ານຍັງໄດ້ກ່າວເຖິງການພົວພັນດ້ານເສດຖະກິດລະຫວ່າງສອງປະເທດຍັງບໍ່ໄດ້ຕາມເປົ້າໝາຍທີ່ກຳນົດໄວ້, ພ້ອມທັງສະເໜີໃຫ້ແຂວງອຸດົມໄຊ ເກັບກຳບັນດາລາຍຊື່ໂຄງການທີ່ຢາກໃຫ້ຕ່າງປະເທດມາລົງທຶນໃນດ້ານຕ່າງໆ ເຊັ່ນ: ດ້ານການປູກຝັງ-ລ້ຽງສັດ, ອຸດສາຫະກຳ ແລະ ດ້ານອື່ນໆ ເພື່ອໃຫ້ສະຖານທູດໄດ້ນຳໄປສະເໜີນັກລົງ ສສ ຫວຽດນາມ ໄດ້ເຂົ້າມາລົງທຶນຢູ່ແຂວງອຸດົມໄຊໃຫ້ຫຼາຍຂຶ້ນ. ໂອກາດນີ້ ທັງສອງຝ່າຍກໍໄດ້ມອບຂອງທີ່ລະນຶກໃຫ້ຊຶ່ງກັນ ແລະ ກັນຕື່ມອີກ.

(ຂ່າວ-ພາບ: ແສງອາທິດ)

ກະຊວງ ຖວທ ເຜີຍແຜ່ຂໍ້ຕົກລົງທຸລະກິດການທ່ອງທ່ຽວ

0

ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ສະຖານທີ່ພັກແຮມ, ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດນໍາທ່ຽວ ຂຶ້ນໃນວັນທີ 18 ຕຸລາ 2022 ທີ່ກະຊວງ ຖວທ ໂດຍການເປັນປະທານຂອງ ທ່ານ ນາງ ດາລານີ ພົມມະວົງສາ ຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ກະຊວງ ຖວທ, ມີຄະນະພະແນກ ຖວທ, ບັນດາແຂວງພາກກາງ ແລະ ຫົວໜ່ວຍທຸລະກິດການທ່ອງທ່ຽວອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ

ທ່ານ ນາງ ດາລານີ ພົມມະວົງສາ ໄດ້ກ່າວວ່າ: ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດນະ ໂຍບາຍລວມດັ່ງກ່າວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການສ້າງ ແລະ ປັບປຸງບັນດານິຕິກຳໃນຂະແໜງການທ່ອງທ່ຽວ ໂດຍສະເພາະບັນດານິຕິກໍາລຸ່ມກົດໝາຍ ໃຫ້ມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມຂອງປະເທດ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງວຽກງານທ່ອງທ່ຽວໃນແຕ່ລະໄລຍະ ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ. ໃນໄລຍະຜ່ານມາ, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ໄດ້ເປັນເຈົ້າການໃນການຄົ້ນຄວ້າ ປຶກສາຫາລື ຮ່ວມກັບຂະແໜງການກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ແຕ່ສູນກາງ ຮອດທ້ອງຖິ່ນ.

ມາເຖິງປັດຈຸບັນ ຂໍ້ຕົກລົງຂອງລັດຖະມົນຕີ 3 ສະບັບ ແມ່ນໄດ້ຖືກຮັບຮອງແລ້ວ ໃນນັ້ນມີ: ຂໍ້ຕົກລົງວ່າດ້ວຍສະຖານທີ່ພັກແຮມ, ຂໍ້ຕົກລົງວ່າດ້ວຍຮ້ານອາຫານ ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດນຳທ່ຽວ ແລະ ການຄຸ້ມຄອງພະນັກງານນຳທ່ຽວ ຂໍ້ຕົກລົງດັ່ງກ່າວ ໄດ້ກວມເອົາບັນດາຫົວໜ່ວຍທຸລະກິດທີ່ບໍລິການໂດຍທາງກົງ ຂອງຂະແໜງການທ່ອງທ່ຽວໃຫ້ເຂົ້າມາຢູ່ ເຖິງຢ່າງໃດກໍຕາມ, ຂະແໜງການທ່ອງທ່ຽວຍັງມີຫົວໜ່ວຍບໍລິການທີ່ເປັນຕ່ອງໂສ້ການບໍລິການທ່ອງທ່ຽວເປັນຈຳນວນຫຼາຍ ທີ່ຍັງບໍ່ໄດ້ມີນິຕິກຳຄຸ້ມຄອງສະເພາະເປັນຕົ້ນ: ທຸລະກິດນວດ ແລະ ສະປາ, ທຸລະກິດການຝຶກອົບຮົມ, ທຸລະກິດເຄື່ອງທີ່ລະນຶກ ແລະ ອື່ນໆ ຊຶ່ງໃນຕໍ່ໜ້າພວກເຮົາຈະໄດ້ສືບຕໍ່ຄົ້ນຄວ້າຮ່າງນິຕິກຳຄຸ້ມຄອງຫົວໜ່ວຍທຸລະກິດດັ່ງກ່າວ ຮັບປະກັນໃຫ້ທຸກຂອດບໍລິການມີຄຸນນະພາບ ແລະ ເຄື່ອນໄຫວພາຍໃຕ້ຂອບເຂດຂອງລະບຽບກົດໝາຍ. ພາຍໃຕ້ການຄຸ້ມຄອງດ້ວຍລະບຽບກົດໝາຍ. ໃນໂອກາດດັ່ງກ່າວທ່ານ ນາງ ດາລານີ ພົມມະວົງສາ ໃນນາມຕາງໜ້າຄະນະນໍາກະຊວງ ຖວທ ຈຶ່ງຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງໄດ້ພ້ອມກັນສຸມໃສ່ຄົ້ນຄວ້າເນື້ອໃນ ຂໍ້ຕົກລົງເຫຼົ່ານີ້ເພື່ອສ້າງຄວາມເຂົ້າໃຈ ແລະ ນຳໄປເຜີຍແຜ່ຕໍ່ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ພ້ອມກັນປັບປຸງວຽກງານຄຸ້ມຄອງຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ ໃຫ້ເຂົ້າສູ່ລະບົບເທື່ອລະກ້າວ ເພື່ອກ້າວເຂົ້າໄປສູ່ການຫັນໄປໃຊ້ລະບົບທັນສະໄໝໃນຕໍ່ໜ້າ ເພື່ອໃຫ້ສາມາດເຊື່ອມໂຍງຂໍ້ມູນ ໄປຫາຂະແໜງການກ່ຽວຂ້ອງໄດ້ ຊຶ່ງຈະເປັນການອຳນວຍຄວາມສະດວກໃຫ້ແກ່ພາກລັດ-ພາກທຸລະກິດ ໃນການຕິດຕາມກວດກາ ແລະ ຮັບປະກັນຄວາມໂປ່ງໃສ, ເປັນທຳແກ່ທຸກຝ່າຍ ແລະສາມາດຈັດຕັ້ງປະຕິບັດນິຕິກຳດັ່ງກ່າວເປັນຮູບປະທຳຢ່າງແທ້ຈິງ.

ພາຍຫຼັງລັດຖະບານໄດ້ມີນະໂຍບາຍ ເປີດປະເທດເຕັມຮູບແບບ ແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ເຫັນວ່າການທ່ອງທ່ຽວຢູ່ ສປປ ລາວ ມີບັນຍາກາດຟົດຟື້ນຂຶ້ນ ສະແດງອອກໃນຈຳນວນນັກທ່ອງທ່ຽວທີ່ນັບມື້ເພີ່ມຂຶ້ນ, ນັບແຕ່ເດືອນມັງກອນ ມາເຖິງເດືອນກັນຍາ ມີນັກທ່ອງທ່ຽວ 1 ລ້ານກວ່າເທື່ອຄົນ ເພີ່ມຂຶ້ນ 39% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍມີອັດຕາການພັກເຊົາສະເລ່ຍແມ່ນ 2,5 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 45 ໂດລາ/ຄົນ/ມື້, ນັກທ່ອງທ່ຽວສາກົນທີ່ເດີນທາງເຂົ້າມາຢ້ຽມຢາມ ສປປ ລາວ ມີຈໍານວນທັງໝົດ 6 ແສນກວ່າ ເທື່ອຄົນ, ໂດຍມີອັດຕາການພັກເຊົາສະເລ່ຍແມ່ນ 7,9 ມື້/ຄົນ, ການໃຊ້ຈ່າຍສະເລ່ຍ 83 ໂດລາ/ຄົນ/ມື້, ຄາດຄະເນລາຍຮັບຈາກນັກທ່ອງທ່ຽວພາຍໃນ ແລະ ສາກົນ ທັງໝົດປະມານ 200 ກວ່າລ້ານໂດລາ.

ຂ່າວ-ພາບ: ຍຸພິນທອງ

ກຽມສຶກສາຄວາມເປັນໄປໄດ້ໂຄງການພັດທະນາພະລັງງານສະອາດຢູ່ 3 ແຂວງພາກເໜືອ

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ເພື່ອສຶກສາຄວາມເປັນໄປໄດ້ ໃນໂຄງການພັດທະນາພະລັງງານສະອາດ ຄົບວົງຈອນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ (CGN Energy Technolgy (Laos) Co.Ltd) ໄດ້ຈັດຂຶ້ນ ເມື່ອວັນທີ 17 ຕຸລາ ຜ່ານມານີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ຮ່ວມລົງນາມຄັ້ງນີ້ ຕາງໜ້າລັດຖະບານລາວ ໂດຍທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າບໍລິສັດ ໂດຍ ທ່ານ ຕ້າຍ ຫົງກ່າງ ປະທານບໍລິສັດ Edra Powea Holdin Sdn Bhd ທັງເປັນຜູ້ຕາງໜ້າ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຊີລາວ ຈຳກັດຜູ້ດຽວ ໂດຍມີ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີ ທ່ານທູດຈີນປະຈຳລາວ ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫຼີ ອີ້ຫຼິນ ຮອງອຳນວຍການໃຫຍ່ກຸ່ມບໍລິສັດພະລັງງານນິວເຄຣຍຈີນ ຈຳກັດ ກ່າວຜ່ານວິດີໂອທາງໄກວ່າ: ກຸ່ມບໍລິສັດພວກເຮົາໄດ້ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ກັບບັນດາຕາຂ່າຍໄຟຟ້າໃນປະເທດຕາເວັນອອກສຽງໃຕ້ ຊຶ່ງໃນໄລຍະທ້າຍປີ 2021 ກຸ່ມບໍລິສັດພວກເຮົາໄດ້ສຸມທຶນຮອນເພື່ອຈັດຕັ້ງປະຕິບັດຢູ່ ສປປ ລາວ ໂດຍໂຄງການເຊື່ອມໂຍງຕາຂ່າຍໄຟຟ້າ, ໂຄງການພະລັງງານສະອາດພາກເໜືອຂອງລາວ ເຊື່ອມໂຍງຕາຂ່າຍໄຟຟ້າຈີນ-ລາວ ຊຶ່ງພາໃຫ້ກຸ່ມບໍລິສັດພວກເຮົາໄດ້ມີພື້ນຖານໂຄງການສີຂຽວທຳອິດຢູ່ ສປປ ລາວ.

ທ່ານກ່າວຕື່ມວ່າ: ກຸ່ມບໍລິສັດ ພະລັງງານນິວເຄຣຍຈີນ ເຫັນດີຖືເອົາບົດບັນທຶກຄວາມເຂົ້າໃຈຄັ້ງນີ້ເປັນໂອກາດລົງເລິກໃນການເສີມສ້າງຍຸດທະສາດຄູ່ຮ່ວມຊາຕາກຳດຽວກັນຂອງຈີນ-ລາວ, ສືບຕໍ່ລົງເລິກຄົ້ນຫາຕະຫຼາດໃນລາວ, ເຂົ້າເຖິງສັງຄົມລາວ, ເສີມສ້າງແລກປ່ຽນວັດທະນາທຳ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສົ່ງເສີມຊຸກຍູ້ວຽກງານພັດທະນາເສດຖະກິດ-ສັງຄົມ, ກຸ່ມບໍລິສັດພວກເຮົາໄດ້ດຳເນີນກິດຈະການອຸດສາຫະກຳພະລັງງານເຊັ່ນ: ພະລັງງານນິວເຄຣຍ, ເຊື້ອໄຟນິວເຄຣຍ ລວມເຖິງ ພະລັງງານລົມ, ນໍ້າ, ແສງຕາເວັນ ແລະ ອື່ນໆ ທີ່ບໍ່ໃຊ້ເຕັກໂນໂລຊີນິວເຄຣຍ, ການຫັນເປັນລະບົບດີຈີຕອນ, ວິທະຍາສາດທີ່ເປັນມິດກັບສິ່ງແວດລ້ອມ ແລະ ອຸດສາຫະກຳການເງິນ, ປັດຈຸບັນສາຂາຂອງພວກເຮົາມີ 5 ແຫ່ງ, ລວມມູນຄ່າທັງໝົດເກືອບ 900 ຕື້ຢວນ (ສະກຸນເງິນຈີນ), ກຳລັງຕິດຕັ້ງພະລັງງານສະອາດໄດ້ 72 ລ້ານກວ່າກິໂລວັດ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ການສະເໜີຂໍສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການພະລັງງານສະອາດ ຄົບວົງຈອນ ຢູ່ 3 ແຂວງພາກເໜືອ ຂອງ ສປປ ລາວ ຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ ແມ່ນການລົງທຶນພັດທະນາ ໂດຍອີງໃສ່ທ່າແຮງ ແລະ ແຫຼ່ງຊັບພະຍາກອນທໍາມະຊາດ ທີ່ມີຢູ່ຂອງ ສປປ ລາວ ເພື່ອປະກອບສ່ວນໃນການສ້າງສາ ແລະ ພັດທະນາດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນ ກະຕຸ້ນໃຫ້ເສດຖະກິດມີການຂະຫຍາຍຕົວເພີ່ມຂຶ້ນເປັນກ້າວໆ. ພ້ອມນີ້ການລົງທຶນດັ່ງກ່າວ ເຫັນໄດ້ເຖິງຄວາມ ໝາຍຄວາມສຳຄັນໃນການຍົກລະດັບ ການເຊື່ອມຕໍ່ພະລັງງານໄຟຟ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ທີ່ເປັນການນຳໃຊ້ເຕັກໂນໂລຊີທັນສະໄໝ, ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການເຂົ້າຫາຕະຫຼາດຊື້-ຂາຍໄຟຟ້າ ຢູ່ ສປ ຈີນ, ສົ່ງເສີມພະລັງງານໄຟຟ້າຢ່າງຮອບດ້ານ ແລະ ສ້າງຄວາມເປັນໄປໄດ້ທາງດ້ານເສດຖະກິດ ຂອງໂຄງການພະລັງງານໄຟຟ້າ ຢູ່ພາກເໜືອ ຂອງ ສປປ ລາວ.

ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ກ່ອນຈະກ້າວເຂົ້າສູ່ການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ຢູ່ແຂວງຜົ້ງສາລີ, ແຂວງຫຼວງນໍ້າ ແລະ ແຂວງອຸດົມ.

(ຂ່າວ-ພາບ:ສຳນານ)

ປະຕູໄຊ ມີລັກສະນະໂດດເດັ່ນຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ

0

ປະຕູໄຊ ຫຼື ຊື່ເດີມເອີ້ນວ່າ: “ອະນຸສາວະລີໄຊຊະນະ” ມັກຖືກປຽບທຽບ ໂດຍນັກທ່ອງທ່ຽວວ່າເປັນ “ອາກ ເດີ ທຣີອົມ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ຂອງລາວ ເພາະວ່າມີລັກສະນະໂດດເດັ່ນຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຂອງຖະໜົນລ້ານຊ້າງ (ຄົນສະໄໝກ່ອນ ມັກເອີ້ນກັນວ່າ ຊ້ອງ ເອລິເຊ້ ຊຶ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ). ປະຕູໄຊຖືກສ້າງຂຶ້ນນັບແຕ່ປີ ຄ.ສ 1957-1962 ເພື່ອເປັນອະນຸສອນໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກການປົກຄອງຂອງລ່າເມືອງຂຶ້ນຝຣັ່ງ ໂດຍສ້າງຕາມສັດສ່ວນເລກຕໍາລາອັນສໍາຄັນຂອງຊາວພຸດຄື: 3-7-9. ຮູບຊົງດ້ານເທິງຂອງປະຕູໄຊແມ່ນມີລັກສະນະຄ້າຍຄືກັບຜາສາດ ທັສມາຮານທີ່ຢູ່ປະເທດອິນເດຍ ແລະ ດ້ານໃນຖືກປະ ດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມ ລວມທັງຮູບປັ້ນ ນາງ ກິນ ນະລີ ປະຕູໄຊມີຄວາມສູງ 49 ແມັດ. ດັ່ງນັ້ນ, ນັກທອງທ່ຽວທີ່ມາທ່ຽວຊົມ ຈຶ່ງສາມາດຂຶ້ນໄປສູ່ຊັ້ນສູງສຸດ ເພື່ອຊົມທີວທັດອັນສວຍງາມຂອງຕົວເມືອງໃນນະຄອນຫຼວງວຽງຈັນ. ຢູ່ບໍລິເວນດ້ານລຸ່ມກໍເປັນເດີ່ນກວ້າງປະກອບໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫຼາກຊະນິດ-ຫຼາຍແນວພັນ ທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ. ດ້ວຍເຫດນີ້, ປະຕູໄຊ ຈຶ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງທີ່ລືຊື່ໃນນະ ຄອນຫຼວງວຽງຈັນ ກໍຄືໃນປະເທດລາວເຮົາ ຊຶ່ງສາມາດດຶງດູດນັກທ່ອງທ່ຽວເປັນຈໍານວນຫຼວງຫຼາຍໃຫ້ເຂົ້າມາທ່ຽວຊົມ ແລະ ແວະຖ່າຍຮູບເກັບພາບໄວ້ເປັນທີ່ລະນຶກ ເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດນະ ຄອນຫຼວງວຽງຈັນແລ້ວ ທ່ານສາມາດຂຶ້ນໄປຊົມດ້ານເທິງຂອງປະຕູໄຊໄດ້ທຸກມື້ ໃນເວລາ 8:00-16:00 ໂມງ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ

ຖະແຫລງຂ່າວຄວາມພ້ອມຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນ ຄັ້ງທີ 20

0

ທ່ານ ຊຸ່ນເຢ້ຫຼີ (Sun Yeli) ໂຄສົກກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20, ພ້ອມດ້ວຍຄະນະ ໄດ້ຮ່ວມກັນຖະແຫລງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃນຕອນແລງວັນທີ 15 ຕຸລານີ້ ທີ່ສູນຂ່າວຂອງກອງປະຊຸມດັ່ງກ່າວຢູ່ໂຮງແຮມນິກໂກ ສະ ຕະວັດໃໝ່ປັກກິ່ງ ໃນນະຄອນຫລວງປັກກິ່ງຂອງຈີນ.

ທ່ານໄດ້ໃຫ້ຮູ້ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງນີ້ ເຊີ່ງທຸກໜ້າວຽກໄດ້ກະກຽມສໍາເລັດຮຽບຮ້ອຍແລ້ວ, ພ້ອມທັງຍົກໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງຍິ່ງໃຫຍ່ ແລະ ສຳຄັນທີ່ສຸດ ເຊີ່ງຈະຈັດຂຶ້ນໃນໄລຍະທີ່ທົ່ວພັກກອມມູນິດຈີນ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດຈີນ ກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ຂອງການກໍ່ ສ້າງປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ ກໍຄື ການຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນເຫດການປະຫວັດສາດສຳ ຄັນ 100 ປີອັນທີ 2 ຂອງຈີນ.

ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງນີ້ ຈະຊູຄັນທຸງທີ່ຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ທ່ານ ມາວ ເຈີຕຸງ, ທິດສະດີ ທ່ານ ເຕີ້ສຽວຜິງ, ແນວຄິດ “ສາມຕົວແທນ”, ທັດສະນະການພັດທະນາຕາມຫຼັກວິທະຍາສາດ, ຈັດຕັ້ງປະຕິບັດແນວຄິດຂອງ ທ່ານ ສີ ຈິ້ນຜິງ ກ່ຽວກັບສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນໃນສະໄໝໃໝ່ຢ່າງຮອບດ້ານ, ເຊີ່ງຜູ້ແທນກອງປະຊຸມຈະໄດ້ພ້ອມກັນສະຫຼຸບວຽກງານໃນ 5 ປີຜ່ານມາຢ່າງຕັ້ງໜ້າ ເພື່ອຍົກໃຫ້ເຫັນຜົນສຳເລັດອັນຍິ່ງໃຫຍ່, ຂໍ້ຄົງຄ້າງ ແລະ ບົດຮຽນອັນລໍ້າຄ່າທີ່ສູນກາງພັກກອມມູນິດຈີນ ທີ່ມີທ່ານ ສີຈິ້ນຜິງ ເປັນແກນນຳຍາດມາໄດ້. ພ້ອມນີ້ ກອງປະຊຸມ ຍັງຈະໄດ້ພ້ອມກັນຄົ້ນຄວ້າວາງແຜນການສ້າງສາ ແລະ ພັດທະນາປະເທດຊາດໃນ 5 ປີ ຕໍ່່ໜ້າ (2023-2027) ແລະ ຈະໄດ້ລົງຄະແນນສຽງເລືອກເອົາຄະນະບໍລິຫານງານສູນກາງພັກກອມມູນິດຈີນຊຸດໃຫມ່ ແລະ ບັນດາການນຳຂອງອົງຈັກການຈັດຕັ້ງທີ່ສຳຄັນຂອງພັກກອມມູນິດຈີນ ຕື່ມອີກ.

ທ່ານ ຊຸ່ນເຢ້ຫຼີ (Sun Yeli) ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງຈີນ ກໍຄື ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 19 ຕະຫລອດໄລຍະ 5 ປີ ຜ່ານມາ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ, ໃນນີ້ ສະເພາະປີ 2021 ຜ່ານມາ ເສດຖະກິດຂອງຈີນຂະຫຍາຍຕົວໃນລະດັບ 8,1% ເຮັດໃຫ້ຈີນກາຍເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກ. ນອກຈາກນີ້ ມາຮອດປັດຈຸບັນ ຈີນ ສາມາດບັນລຸເປົ້າໝາຍທີ່ເປັນປະ ຫວັດສາດໃນການລົບລ້າງຄວາມທຸກຍາກໄດ້ຢ່າງສິ້ນເຊີງ, ເຊີ່ງນີ້ຖືເປັນໄຊຊະນະທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນຄວາມພາກພູມໃຈຂອງພັກຄອມມູນິດຈີນ ແລະ ປະຊາຊົນຈີນໃນທົ່ວປະເທດ.

ໃນໂອກາດນີ້, ທ່ານຍັງໄດ້ຕອບຄໍາຖາມຂອງບັນດານັກຂ່າວທັງພາຍໃນ ແລະ ຕ່າງປະເທດຫລາຍບັນຫາສໍາຄັນ ທັງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງຈີນ, ການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂອງຈີນ, ການຮ່ວມມືລະຫວ່າຈີນກັບຕ່າງປະເທດ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ-ໜຶ່ງເສັ້ນທາງ ແລະ ບັນຫາອື່ນໆ.

ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນ ຄັ້ງທີ 20 ຈະຈັດຂຶ້ນ ຢູ່ຫໍສະພາປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງໃນລະຫວ່າງວັນທີ 16-22 ຕຸ ລາ 2022 ໂດຍຈະມີຜູ້ແທນເຂົ້າຮ່ວມຫລາຍກວ່າ 2.200 ຄົນ.

ພັກຄອມມູນິດຈີນ ນໍາພາປະເທດຈີນເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນ ທີ 16 ຕຸລາ 2022 ທີ່ຫໍສະພາປະຊາຊົນຈີນ ຢູ່ນະຄອນ ຫລວງປັກກິ່ງ ພາຍໃຕ້ຄໍາຂວັນ: “ຊູຄັນທຸງອັນຍິ່ງໃຫຍ່ແຫ່ງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ, ເສີມຂະຫຍາຍນໍ້າໃຈສ້າງຕັ້ງພັກອັນຍິ່ງໃຫຍ່, ໝັ້ນໃຈຕົນເອງ, ສ້າງຄວາມເຂັມແຂງດ້ວຍຕົນເອງ, ຮັກສາທາດແທ້ ແລະ ປະດິດສ້າງ, ບຸກໜ້າບືນຕົວ, ກ້າວໄປຂ້າງ ໜ້າດ້ວຍຄວາມກ້າຫານ ແລະ ທໍລະຫົດອົດທົນ, ສາມັກຄີບາກບັ່ນສູ້ຊົນ ເພື່ອສ້າງສາປະເທດສັງຄົມນິຍົມສະໄໝໃໝ່ຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ”.

ໃນໂອກາດຂຶ້ນສະເໜີບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ພັກຄອມມູນິດຈີນຄັ້ງນີ້ ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູ ນິດຈີນ, ປະທານປະເທດຈີນ ໄດ້ຍົກໃຫ້ເຫັນຜົນສໍາເລັດພົ້ນເດັ່ນໃນການພັດທະນາປະເທດຈີນ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກກອມມູນິດຈີນ ເຊີ່ງເປັນພັກການເມືອງທີ່ຜ່ານຜາາຂະບວນການວິວັດບາກບັ່ນສູ້ຊົນມາເປັນເວລາ 100 ປີແລ້ວ ເຮັດໃຫ້ປະເທດຈີນສາມາດຂຽນປະຫວັດ ສາດໜ້າໃໝ່ທີ່ສະຫງ່າງາມກວ່າເກົ່າ ຕາມແນວຄິດສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດໃນ 15 ວຽກງານສໍາຄັນ, ເລີ່ມຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ແລະ ການປ່ຽນແປງອັນຍິ່ງໃຫຍ່ໃນ 10 ປີ ຂອງຍຸກສະໄໝ ໂດຍຍຶດໝັ້ນລັດທິມາກ-ເລນິນ, ແນວຄິດເໝົາເຈີຕຸ່ງ, ທິດສະດີເຕີ້ງ ສຽງຜິງ, ແນວຄິດສໍາຄັນ “3ຕົວແທນ” ທັດສະນະພັດ ທະນາຕາມຫລັກວິທະຍາສາດ ແລະ ໄດ້ຜັນຂະຫຍາຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຢ່າງຮອບດ້ານ ເຮັດໃຫ້ຈີນບັນລຸຄວາມໄຝ່ຝັນຂອງປະຊາ ຊາດຈີນທີ່ສືບທອດມາເປັນເວລາພັນປີ ນັ້ນຄື: ສ້າງສັງຄົມທີ່ອີ່ມໜໍາສໍາລານໃຫ້ສໍາເລັດ ໂດຍສາມາດເອົາຊະນະບັ້ນລຶບລ້າງຄວາມທຸກຍາດທີ່ມີຂະໜາດໃຫຍ່ທີ່ສຸດຂອງມວນມະນຸດ, ສາມາດແກ້ໄຂຄວາມທຸກຍາກເດັດຖານຄັ້ງປະ ຫວັດສາດ ເຊີ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນວຽກງານຫລຸດຜ່ອນຄວາມທຸກຍາກຂອງທົ່ວໂລກ.

ຕະຫລອດໄລຍະ 10 ປີ ຜ່ານມາ, ລວມຍອດຜະລິດ ຕະພັນພາຍໃນ ຫລື GDP ຂອງຈີນໄດ້ເພີ່ມຂຶ້ນຈາກ 54.000 ຕື້ຢວນ ເປັນ 114.000 ຕື້ຢວນ, ກວມເອົາ 18,5% ຂອງເສດຖະກິດໂລກ, ເພີ່ມຂຶ້ນ 7,2%, ກາຍເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ, GDP ຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 39.800 ຢວນ ເປັນ 81.000 ຢວນ. ຍອດປະລິມານການຜະລິດເຂົ້າປະເພດຕ່າງໆ ເປັນອັນດັບໜຶ່ງຂອງໂລກ, ຂະໜາດອຸດສາຫະກໍາ ແລະ ຄັງສໍາຮອງເງິນຕາຕ່າງປະເທດເປັນອັນດັບໜຶ່ງຂອງໂລກ. ຈີນ ໄດ້ຄົ້ນຄວ້າ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານວິທະຍາສາດເຕັກນິກ ເຮັດໃຫ້ຈີນມີຍອດຈໍານວນນັກຄົ້ນຄວ້າພັດທະນາຫລາຍເປັນອັນດັບໜຶ່ງຂອງໂລກ, ໂຄງການການບິນອະວະກາດບັນທຸກຄົນ, ໂຄງການສໍາຫລວດດວງ ຈັນ ແລະ ດາວອັງຄານ, ໂຄງການສໍາຫລວດທະເລເລິກ ແລະ ດິນເລິກ, ໂຄງການຊຸບເປີຄອມພີວເຕີ, ໂຄງການດາວທຽມນໍາທາງ, ເຕັກນິກໄຟຟ້ານີວເຄຼຍ ແລະ ອື່ນໆ ໄດ້ຮັບໝາກຜົນສໍາຄັນ ເຮັດໃຫ້ປະເທດກ້າວເຂົ້າສູ່ຖັນແຖວປະ ເທດແຫ່ງການປະດິດສ້າງ.

ນອກຈາກນີ້, ຈີນ ໄດ້ເປີດປະຕູສູ່ໂລກພາຍນອກຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ການຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາ ກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມ ຊອບເປັນຢ່າງສູງ ແລະ ເຮັດໃຫ້ຈີນກາຍເປັນຄູ່ການຄ້າທີ່ສໍາຄັນຂອງ 140 ກວ່າປະເທດ ແລະ ເຂດແຄ້ວນ ເຊີ່ງມີຍອດມູນຄ່າການຄ້າສິນຄ້າເປັນອັນດັບໜຶ່ງຂອງໂລກ.

ສະຫາຍ ສີ ຈິ້ນຜິງ ຍັງໄດ້ຍົກໃຫ້ເຫັນຕື່ມວ່າ: ພັກກອມ ມູນິດຈີນ ໄດ້ລົງເລິກຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມແຂງຮອບດ້ານ, ຍຶດໝັ້ນທີ່ເອີ້ນວ່າ: “ຢາກຕີເຫລັກໃຫ້ໄດ້ ຕົນ ເອງຕ້ອງເຂັ້ມແຂງມາກ່ອນ”, ໄດ້ດັດແກ້ບັນຫາ “4ແບບ ແຜນ” ດ້ວຍຈິດໃຈແບບຕອກຕະປູ, ຄັດຄ້ານແນວຄິດອະ ພິສິດ ແລະ ປະກົດການອາດຍາສິດ, ສະກັດກັ້ນປະກົດ ການຫຍໍ້ທໍ້ຈໍານວນໜຶ່ງທີ່ຕົກຄ້າງມາແຕ່ດົນ, ແກ້ໄຂບັນຫາຊໍ້າເຮື້ອຈໍານວນໜຶ່ງທີ່ບໍ່ໄດ້ຮັບການແກ້ໄຂມາເປັນເວລາຫລາຍປີ, ດໍາເນີນການຕໍ່ສູ້ຕ້ານການສໍ້ລາດບັງຫລວງທີ່ບໍ່ເຄີຍມາມາກ່ອນ ແລະ ບໍ່ລັງເລໃນການລົງໂທດພວກສໍ້ລາດບັງຫລວງເປັນຮ້ອຍເປັນພັນຄົນ, ນໍາໃຊ້ມາດຕະການປາບ ປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາຈອກ” ໄປພ້ອມກັນ.

ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນພາລະໜ້າທີ່ຂອງພັກກອມມູ ນິດຈີນໃນຂະບວນການໃໝ່ໃນຍຸກໃໝ່ ເຊີ່ງນັບແຕ່ນີ້ໄປຕ້ອງນໍາພາປະຊາຊົນຈີນສ້າງສາປະເທດສັງຄົມນິຍົມທັນ ສະໄໝທີ່ເຂັ້ມແຂງໃຫ້ສໍາເລັດຢ່າງຮອບດ້ານ, ບັນລຸເປົ້າ ໝາຍສູ້ຊົນ 100 ປີ ປະການທີ 2 ໃນການສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງຢ່າງຮອບດ້ານມີການວາງແຜນຍຸດທະສາດລວມ ໂດຍແບ່ງເປັນ 2 ບາດກ້າວ ຄື: ຈາກປີ 2020-2035 ໃຫ້ບັນລຸສັງຄົມນິຍົມທັນສະໄໝ ໂດຍພື້ນຖານ ແລະ ຈາກປີ 2035 ຮອດກາງສະວະວັດທີ 21 ນີ້ ຕ້ອງສ້າງສາປະເທດຈີນເປັນປະເທດສັງຄົມນິຍົມທີ່ມັ່ງຄັ່ງເຂັ້ມແຂງ, ມີປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສວຍງາມ.

ນອກຈາກນີ້ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ຍັງຍົກໃຫ້ເຫັນຜົນສໍາເລັດໃນຫລາຍວຽກງານສໍາຄັນທີ່ຈີນສາມາດປະຕິບັດໄດ້ ເປັນຕົ້ນ: ການເລັ່ງສ້າງສະພາບການພັດທະນາແບບໃໝ່ ອອກແຮງຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ການປະຕິບັດຍຸດທະສາສ້າງຊາດໃຫ້ຈະເລີນດ້ວຍວິທະຍາສາດ-ການສຶກສາ ເພີ່ມທະວີບົດບາດເສົາຄໍ້າຂອງຊັບພະຍາກອນມະນຸດໃນການສ້າງສາຄວາມທັນສະໄໝ ແລະ ອື່ນໆ ເຊີ່ງສະຫາຍໄດ້ຢືນຢັນວ່າ: ພັກກອມມູນິດຈີນ ໄດ້ສ້າງພາລະກິດທີ່ຍິ່ງໃຫຍ່ໃນຮອບ 100 ປີ ທ່າມກາງກາງສູ້ຊົນອັນຍິ່ງໃຫຍ່ ແລະ ຈະ ສືບຕໍ່ສ້າງພາລະກິດທີ່ຍິ່ງໃຫຍ່ຄັ້ງໃໝ່ເຊັ່ນດຽວກັນ, ພ້ອມນີ້ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຈີນ ຕ້ອງສາມັກຄີກັນຢ່າງແໜ້ນແຟ້ນຢູ່ອ້ອມຂ້າງສູນກາງພັກ ແລະ ຈົດຈໍາຄໍາວ່າ: “ນໍ້າເຕົ້າເປົ່າເຮັດໃຫ້ປະເທດປະສົບຄວາມເສຍຫາຍ, ການເຮັດແທ້ທໍາຈິງສາມາດສ້າງຊາດໃຫ້ຈະເລີນ, ຕ້ອງມີຄວາມໝັ້ນໃຈອັນເດັດດ່ຽວ, ຮ່ວມແຮງຮ່ວມໃຈກັນ, ເຮັດວຽກງານຢ່າງທໍລະຫົດອົດທົນ, ບຸກໜ້າບືນຕົວ, ສາມັກຄີສູ້ຊົນເພື່ອສ້າງ ສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານ”.

ລັດຖະບານອາເມຣິກາ ມອບວັກຊີນໂຄວິດ-19 ສໍາລັບເດັກອາຍຸ 5-11 ປີຫຼາຍກວ່າ 2 ແສນໂດສ

0

​ລັດຖະບານເເຫ່ງ ສປປ ລາວ ໄດ້ຮັບວັກຊີນກັນພະຍາດໂຄວິດ -19 ສຳລັບເດັກຈຳນວນ 201.600 ໂດສຈາກລັດຖະບານສະຫະລັດອາເມຣິກາ ໂດຍຜ່ານ COVAX Facility ເພື່ອປະກອບສ່ວນເຂົ້າໃນຂະບວນການສັກວັກຊີນກັນພະຍາດດັ່ງກ່າວໃຫ້ກັບເດັກນ້ອຍອາຍຸ 5-11 ປີ ໃນ ສປປ ລາວ.

ວັນທີ 13 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຮັບວັກຊີນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ມີຜູ້ຕາງໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ຜູ້ຕາງໜ້າອົງການອຸຍນິເຊັບ ປະຈຳ ສປປ ລາວ ຫົວໜ້າກົມ ສູນ ທ່ານໝໍ ຄູ-ອາຈານ ແລະ ນ້ອງໆ ນັກຮຽນໄດ້ເຂົ້າຮ່ວມ.

ສໍາລັບການປະກອບສ່ວນໃນຄັ້ງນີ້ ສະເເດງໃຫ້ເຫັນເຖິງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ ໃນວຽກງານຫຼາຍໆຂົງເຂດ ລວມເຖີງວຽກງານດ້ານສາທາລະນະສຸກໃນໄລຍະການລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ກໍຈະຊ່ວຍໃນການຮັບປະກັນຄວາມປອດໄພຂອງເດັກນ້ອຍລາວ ເພຶ່ອໃຫ້ພວກເຂົາສາມາດສືບຕໍ່ການຮຽນຢູ່ໃນໂຮງຮຽນໄດ້ຢ່າງຕໍ່ເນື່ອງໃນສົກຮຽນ 2022-2023 ວັກຊີນທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ເເມ່ນໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າປອດໄພ ແລະ ມີປະສິດທິພາບໃນການປ້ອງກັນພະຍາດຮ້າຍແຮງຈາກໂຄວິດ-19.

#Vientiane Mai

ຈູດທໍາລາຍຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດ 4.316,55 ກິໂລ

0

​ພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 21 ປີ ຈັດຂຶ້ນວັນທີ 15 ຕຸລາ 2022 ທີ່ຕອນດິນເປົ່າຫວ່າງ ໂຄງການກໍ່ສ້າງຫ້ອງວ່າການອົງການປົກຄອງເມືອງໄຊທານີ ຕັ້ງຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດເຂົ້າຮ່ວມຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຜູ້ຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍທູຕານຸທູດ ຕາງໜ້າກະຊວງ ຫ້ອງວ່າການ ກົມກອງ ພະແນກການ ນາຍ ແລະ ພົນຕໍາຫຼວດ ອົງການປົກຄອງເມືອງ ອົງການຈັດຕັ້ງມະຫາຊົນ ແລະ ອົງການປົກຄອງບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ພົນຈັດຕະວາ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ກ່າວລາຍງານໃຫ້ຮູ້ວ່າ:ຢາເສບຕິດທີ່ນໍາມາຈູດທໍາລາຍຄັ້ງນີ້ເປັນຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດແລ້ວໃຫ້ນຳໄປທຳລາຍຖິ້ມ ໃນນີ້ມີຢາເສບຕິດທີ່ໄດ້ມາຈາກກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດປະກອບມີ ເຮໂຣອິນ 17,23 ກິໂລ ຢາໄອສ໌ 2.966,49 ກິໂລ ຢາບ້າ 1.137,29 ກິໂລກຼາມ ຢາອີ 44,40 ກິໂລ ຄັນຊາແຫ້ງ 15 ກິໂລ ຝິ່ນເຄືອບໄມ້ 82,03 ກິໂລ ໃບແຄັດ 92,27 ກິໂລ ແປ້ງຝຸ່ນ 5,80 ກິໂລ ລວມນໍ້າໜັກຢາເສບຕິດທຸກປະເພດທັງໝົດ 4.316,55 ກິໂລ ເທົ່າກັບ 4,3 ໂຕນກວ່າກິໂລ.

#Vientiane mai

ສາຍຕາແມ່ນສິ່ງສໍາຄັນ ແລະ ປະເສີດ ຕ້ອງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ

0

ກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດວັນສາຍຕາໂລກ 13 ຕຸລາ ຈັດຂຶ້ນວັນທີ 15 ຕຸລາ 2022 ທີ່ເດີນທາດຫຼວງ ນະຄອນຫຼວງວຽງຈັນ (ນວ) ໂດຍມີ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີ ກະຊວງສາທາລະນະສຸກ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ທ່ານ ດຣ ຄຳພູ ໂຫລານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ພ້ອມດ້ວຍທ່ານຫົວໜ້າກົມ ຮອງກົມ ພະແນກການແຂກຖືກເຊີນ ແລະ ມວນຊົນຊາວ ນວ ເຂົ້າຮ່ວມ.

ທ່ານ ດຣ ຄຳພູ ໂຫລານຸພາບ ໄດ້ກ່າວວ່າ: ວັນສາຍຕາໂລກ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ ໃນແຕ່ລະປີທົ່ວໂລກພ້ອມກັນສະເຫຼີມສະຫຼອງ ໃນນັ້ນກະຊວງສາທາລະນະສຸກກໍ່ຄື ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໄດ້ຈັດພິທີສະເຫຼີມສະຫຼອງເພື່ອຕ້ອນຮັບວັນດັ່ງກ່າວ ໃນນີ້ໄດ້ຈັດຂະບວນຍ່າງເພື່ອສຸຂະ ພາບ ແລະ ໃຫ້ມີການບໍລິການກວດຕາໂດຍບໍ່ເສຍຄ່າ ພິເສດຖ້າພົບຄົນເຈັບຕາມົວ ຕາບໍ່ເຫັນຮຸ່ງ ຫຼື ຕາບອດຍ້ອນ ພະຍາດຕາຂຸ້ນ ແລະ ແຈກແວນຕາຟີ ພວກເຮົາຈະໄດ້ບໍລິການຜ່າຕັດແກ່ນຕາໃຫ້ໂດຍບໍ່ໄດ້ເສຍຄ່າ ໂດຍໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດໄດ້ບິແບ່ງ ປັນນໍ້າໃຈບໍລິຈາກເປັນເງິນ ເປັນວັດຖຸ ເພື່ອຊ່ວຍເຫຼືອຄົນຕາບອດຜູ້ທຸກຍາກໃນ ສປປ ລາວ ພ້ອມດຽວກັນ ໄດ້ນໍາໃຊ້ເຕັກໂນໂລຊີ ເຄື່ອງມືທັນສະໃໝເຂົ້າໃນການຜ່າຕັດແກ່ນຕາຂຸ້ນລະບົບຜ່ານທໍ່ ແລະ ໄດ້ຂະຫຍາຍໄປຫຼາຍກ່ວາ 10 ແຂວງທີ່ສາມາດຜ່າຕັດໄດ້ ພ້ອມທັງມີແຜນທີ່ຈະຂະຫຍາຍຕື່ມອີກ 2 ແຂວງເຊັ່ນ: ແຂວງຊຽງຂວາງ ແລະ ແຂວງສາລະວັນ ເພື່ອໃຫ້ທ່ວງທັນກັບປະເທດໃກ້ຄຽງ ຫຼຸດຜ່ອນຄົນຕາບອດຈາກພະຍາດແກ່ນຕາຂຸ້ນໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ ນອກຈາກນີ້ ທາງອົງການ CBM ຈະໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບສູນຕາ ແລະ ໂຮງໝໍຊຸມຊົນ 9 ຕົວ ເມືອງໃນ ນວ ເລີ່ມແຕ່ປີ 2022-2025 ເພື່ອຕອບສະໜອງການສ້າງບຸກຄະລາກອນພະຍາບານຕາ ອຸປະກອນການແພດທີ່ຈໍາເປັນໃນການຮັກສາສຸຂະພາບຕາ.

ທ່ານ ດຣ ໄພວັນ ແກ້ວປະເສີດ ກ່າວວ່າ: ວິໃສທັດປີ 2020 ເປັນຄວາມຄິດລິເລີ້ມຮ່ວມກັນຂອງອົງການອະນະໄມໂລກ ແລະ ອົງກອນລະຫ່ວາງປະເທດເພື່ອກັນຕາບອດ ( International Agency for the Prevention of Blindness )(IAPB) ) ໄດ້ຮ່ວມກັບໜ່ວຍງານຂອງອົງການສະຫະປະຊາຊາດ ລັດຖະບານ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຜູ້ຊ່ຽວຊານດ້ານສຸຂະພາບ ສະຖາບັນການກຸສົນ ແລະ ບຸກຄົນທີ່ເຮັດວຽກຮ່ວມກັນໃນການຮ່ວມມືເພື່ອລົບລ້າງ ພະຍາດຕາບອດທີ່ສາມາດຫຼີກລຽງໄດ້ ຍຸດທະສາດທີ່ສໍາຄັນຂອງວິໃສທັດ ແຕ່ນີ້ ຮອດປີ 2025 ແມ່ນການປະກອບສ່ວນຂອງທຸກພາກສ່ວນ ລວມທັງກະຊວງສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງຕ້ອງເຫັນໄດ້ຄວາມສໍາຄັນໃນບັນຫາດັ່ງກ່າວ ແລະ ພ້ອມກັນລະດົມທຶນ ລະດົມຊັບ ແລະ ເພີ້ມງົບປະມານຂອງລັດໃນຂົງເຂດການປ້ອງກັນຕາບອດໃນປະເທດ.

ນະໂອກາດນີ້ອີກເທື່ອໜຶ່ງ ໃນນາມກະຊວງສາທາລະນະສຸກຂໍຍ້ອງຍໍຊົມເຊີຍ ທີ່ສູນປິ່ນປົວ ແລະ ຮັກ ສາສຸຂະພາບຕາ ມີການສະເຫຼີມສະຫຼອງວັນສາຍຕາໂລກທຸກໆປີ ຮ່ວມກັບພະແນກສາທາລະນະສຸກ ນວໂດຍການສະໜັບສະໜູນຂອງຄູ່ຮ່ວມພັດທະນາ ຂອງມູນນິທິ Eye Care Foundation ປະເທດເນເທີແລນ ແລະ ອົງການ CBM ເພື່ອໃຫ້ທົ່ວໂລກໄດ້ຮັບຮູ້ ສາຍຕາແມ່ນສໍາຄັນທີ່ສຸດ ສາຍຕາ ເປັນສິ່ງທີ່ປະເສີດ ແລະ ຮ່ວມກັນຮັກສາສຸຂະພາບຕາຂອງທ່ານ.

ທະນາຄານແຫ່ງ ສປປ ລາວ ນຳເອົາທະນະບັດປັບປຸງ ປະເພດໃບ 10.000 ກີບ 20.000 ກີບ ອອກສູ່ສັງຄົມ

0

​ນັບແຕ່ປີ 2003 ເປັນຕົ້ນມາ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2003 ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້ ເຊິ່ງເປັນໂຄງປະກອບປະເພດ ໃບທະນະບັດທີ່ມີມູນຄ່າສູງທີ່ສຸດໃນເວລານັ້ນ ມາຮອດປັດຈຸບັນ ຖືກນໍາໃຊ້ໝູນວຽນໃນຂອດຈໍລະຈອນເປັນເວລາ 19 ປີ ບວກກັບການຂະຫຍາຍຕົວທາງດ້ານນະວັດຕະກຳເຕັກໂນໂລຊີໃນໄລຍະໃໝ່ ບັນດາປະເທດໃນພາກພື້ນ ແລະ ສາກົນ ກໍໄດ້ມີການພັດທະນາປັບປຸງທະນະບັດຂອງຕົນໃຫ້ມີຄຸນນະພາບ ແລະ ຕ້ານການປອມແປງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ ແລະ ທ່ານ ບຸນທະວີ ສຸກດາວົງ ຫົວໜ້າກົມພິມຈຳໜ່າຍ ໄດ້ແຈ້ງຂ່າວໃຫ້ບັນດາສື່ມວນຊົນ ໄດ້ຮັບຊາບ ໃນວັນທີ 14 ຕຸລາ 2022 ທີ່ ທຫລ ວ່າ: ໃນເດືອນຕຸລາ 2022 ທະນາຄານແຫ່ງ ສປປ ລາວ ໄດ້ນໍາເອົາທະນະບັດປະເພດໃບ 10.000 ກີບ ແລະ 20000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນຳໃຊ້ ດັ່ງມີລາຍລະອຽດລຸ່ມນີ້:

ມາຮອດປີ 2018 ທະນາຄານແຫ່ງ ສປປ ລາວ ໄດ້ຄົ້ນຄ້ວາປັບປຸງທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຈາກຮຸ່ນປີ 2003 ມາເປັນຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ເພື່ອສະເໜີລັດຖະບານຮັບຮອງ ແລະ ເຫັນດີອະນຸຍາດໃຫ້ ທຫລ ຈັດພິມໃນປີ 2020 ຈຸດປະສົງຂອງການນຳເອົາທະນະບັດໃບ 10.000 ກີບ ແລະ 20.000 ກີບ ອອກໃຫ້ສັງຄົມໄດ້ນຳໃຊ້ໃນຄັ້ງນີ້ ແມ່ນເພື່ອຍົກສູງຄຸນນະພາບ ແລະ ມາດຕະຖານຂອງໃບທະນະບັດໃຫ້ສູງຂຶ້ນ ທຽບເທົ່າກັບທະນະບັດຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ພ້ອມທັງຍົກລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄໝຫຼາຍຂຶ້ນກວ່າເກົ່າ ມີຄວາມໂດດເດັ່ນສວຍງາມ ສາມາດຈຳແນກປະເພດໃບທະນະບັດໄດ້ງ່າຍ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ໃນການພົກພາ ແລະ ຖືຄອງເງິນກີບ ເຊິ່ງເປັນສະກຸນເງິນຕາຂອງຊາດໃຫ້ຫຼາຍຂຶ້ນ ທະນະບັດທັງ 2 ປະເພດດັ່ງກ່າວ ມີລັກສະນະໂດຍລວມຄື: ເປັນທະນະບັດບໍ່ມີຂອບ ມີຂະໜາດລວງຍາວຫຼຸດລື່ນກັນ 3 ມມ ຄື: ປະເພດໃບ 10.000 ກີບ ມີລວງຍາວ 153 ມມ ແລະ ລວງກວ້າງ 72 ມມ ແລະ ປະເພດໃບ 20.000 ກີບ ມີລວງຍາວ 156 ມມ ແລະ ລວງກວ້າງ 72 ມມ ໂທນສີຂອງໃບທະນະບັດທັງສອງປະເພດຍັງຄ້າຍຄືກັບໂທນສີທະນະບັດປະເພດໃບ 10.000 ກີບ ແລະ 20.000 ກີບ ຮຸ່ນປີ 2003 ທີ່ນໍາໃຊ້ປັດຈຸບັນ.

ຄຸນລັກສະນະຕ້ານການປອມແປງຄື: ເຄື່ອງໝາຍຊາດ ຂອງ ສປປ ລາວ ຈະເຮືອງແສງເປັນສີເຫຼືອງ ເມື່ອສ່ອງຜ່ານແສງໄຟສີມ້ວງ ຕົວໜັງສື ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອສໍາພັດຈະສະດຸດມື ລາຍນໍ້າປະທານ ໄກສອນ ພົມວິຫານ ແລະ ຕົວເລກບອກມູນຄ່າ ຢູ່ໃນເນື້ອເຈ້ຍ ເມື່ອສ່ອງໃສ່ແສງສະຫວ່າງ ຈະເຫັນຢ່າງຊັດເຈນ ທັງດ້ານໜ້າແລະ ດ້ານຫຼັງ ເສັ້ນນິລະໄພ ມີຕົວເລກລາວບອກມູນຄ່າ ໑໐.໐໐໐ ສໍາລັບປະເພດໃບ 10.000 ກີບ ແລະ ຕົວເລກລາວບອກມູນຄ່າ ໒໐.໐໐໐ ສໍາລັບປະເພດໃບ 20.000 ກີບ ຕົວເລກບອກມູນຄ່າ 10.000 ແລະ 20.000 ຢູ່ດ້ານໜ້າຈະປ່ຽນສີໄດ້ ເມື່ອພິກອຽງທະນະບັດໄປມາ.

ທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ທີ່ນຳອອກສູ່ຂອດຈໍລະຈອນຄັ້ງນີ້ ແມ່ນສາມາດນຳໃຊ້ຖືກຕ້ອງຕາມກົດໝາຍ ໂດຍນຳໃຊ້ຄຽງຄູ່ກັບທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2003 ທີ່ຈໍລະຈອນໃນປັດຈຸບັນ ແລະ ຈະບໍ່ມີຜົນກະທົບຕໍ່ສະຖຽນລະພາບເງິນຕາແຫ່ງຊາດ ເພາະເປັນການສະໜອງທະນະບັດຮູບແບບປັບປຸງໃໝ່ ທີ່ມີຄຸນນະພາບສູງ ເຂົ້າສູ່ລະບົບເສດຖະກິດ.

ສຳລັບທະນະບັດປະເພດໃບ 10.000 ກີບ ແລະ ໃບ 20.000 ກີບ ຮຸ່ນປີ 2003 ທີ່ນຳໃຊ້ໃນຂອດຈໍລະຈອນປັດຈຸບັນ ຍັງສາມາດນຳໃຊ້ໝູນວຽນເຂົ້າໃນການຊຳລະສະສາງ ຊື້ສິນຄ້າ ແລະ ບໍລິການ ໄດ້ຕາມປົກກະຕິ ຈະບໍ່ມີການຍົກເລິກການນຳໃຊ້ແຕ່ຢ່າງໃດ.

ທະນາຄານແຫ່ງ ສປປ ລາວ ໃນນາມທີ່ມີພາລະບົດບາດໃນການຄຸ້ມຄອງມະຫາພາກທາງດ້ານເງິນຕາ ຂໍຮຽກຮ້ອງໃຫ້ສື່ມວນຊົນ ເປັນກະບອກສຽງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ພໍ່ຄ້າຊາວຂາຍ ພະນັກງານ-ລັດຖະກອນ ທະຫານ ແລະ ຕຳຫຼວດໃນຂອບເຂດທົ່ວປະເທດ ຈົ່ງມີຄວາມເຊື່ອໝັ້ນຕໍ່ກັບການນຳເອົາທະນະບັດ ປະເພດໃບ 10.000 ກີບ ແລະ 20.000 ກີບ ຮຸ່ນປີ 2020 (ຮູບແບບປັບປຸງໃໝ່) ອອກສູ່ຂອດຈໍລະຈອນ ກໍຄືສັງຄົມໃຫ້ໄດ້ນຳໃຊ້ໃນຄັ້ງນີ້ ພ້ອມນີ້ ກໍໃຫ້ມີສະຕິລະວັງຕົວບໍ່ໃຫ້ຫຼົງເຊື່ອການໂຄສະນາໃນຮູບແບບຕ່າງໆຂອງກຸ່ມຄົນທີ່ບໍ່ຫວັງດີ ສວຍໂອກາດສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ.

ພ້ອມດຽວກັນນີ້ ທະນາຄານແຫ່ງ ສປປ ລາວ ຂໍຮຽກຮ້ອງໃຫ້ທຸກຄົນທົ່ວສັງຄົມ ໄດ້ເສີມຂະຫຍາຍສິດເປັນເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນຕາຂອງຊາດຢ່າງຖືກຕ້ອງ ປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບ ເສີມສ້າງຄຸນຄ່າຂອງເງິນກີບ ແລະ ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ໝັ້ນຄົງຍາວນານ.

ໃນຕໍ່ໜ້າ ທະນາຄານແຫ່ງ ສປປ ລາວ ຈະໄດ້ຄົ້ນຄວ້າປັບປຸງທະນະບັດປະເພດໃບອື່ນໆ ໂດຍຄຳນຶງເຖິງຄຸນນະພາບມາດຕະຖານ ແລະ ເຕັກນິກຕ້ານການປອມແປງທີ່ທັນສະໄໝ ເພື່ອໃຫ້ສັງຄົມໄດ້ນຳໃຊ້ທະນະບັດ ຢ່າງມີຄວາມປອດໄພ ສະດວກສະບາຍໃນການຈັບຈ່າຍໃຊ້ສອຍເຂົ້າໃນຊີວິດປະຈຳວັນ.

# ຂ່າວ – ພາບ : ສີພອນ