Tuesday, September 23, 2025
Home Blog Page 896

ຍົກລະດັບ ການປະຕິບັດໂຄງການ ແລະ ການຂຽນບົດສະເໜີໂຄງການ

0

ໃນວັນທີ 18 ຕຸລາ 2022 ນີ້, ກະຊວງການຕ່າງປະເທດ ຮ່ວມກັບ ໜ່ວຍງານບໍລິຫານກອງທຶນ JAIF (JMT) ແລະ ກອງເລຂາອາຊຽນ ຈັດກອງປະຊຸມສໍາມະນາ ກ່ຽວກັບການຈັດຕັ້ງປະຕິ ບັດໂຄງການ ແລະ ການຂຽນບົດສະເໜີໂຄງການ ພາຍໃຕ້ກອງທຶນເພື່ອການເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ (JAIF) ຄັ້ງທີ 1, ແນໃສ່ຊ່ວຍເຫລືອບັນດາຜູ້ສະເໜີໂຄງການທີ່ມີທ່າແຮງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ JAIF ແລະ ຂັ້ນຕອນຕ່າງໆ.

ໃນກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍໝັ້ນຂອງ ອາຊຽນ ແລະ ຍີ່ປຸ່ນ ໃນການສ້າງຄວາມໃກ້ຊິດລະຫວ່າງ JAIF ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍການຈັດສໍາມະນາ ໃນຮູບແບບການປຶກສາຫາລືຢູ່ພາຍໃນປະເທດ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການ ໄດ້ມີໂອກາດຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ກອງທຶນ JAIF ກໍຄື ການຮຽນຮູ້ຕົວຈິງ ກ່ຽວກັບການສ້າງບົດສະເໜີໂຄງການ ທີ່ມີຄຸນນະພາບ ແລະ ການຈັດຕັ້ງປະຕິບັດໂຄງການຢ່າງມີປະສິດທິພາບ.

ໂອກາດດັ່ງກ່າວ, ທ່ານ ສິດສັງຄົມ ສີສະເກດ ຮອງຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນອັນຕໍ່ເນື່ອງຂອງຍີ່ປຸ່ນ ຕໍ່ຄວາມພະຍາຍາມຂອງອາຊຽນ ໃນການຮັດແຄບຄວາມແຕກໂຕນດ້ານການພັດທະນາ ລະຫວ່າງບັນດາປະເທດສະມາຊິກອາຊຽນ ຜ່ານການສ້າງຂີດຄວາມສາມາດ ໂດຍສະເພາະການຊ່ວຍເຫລືອແກ່ ສປປ ລາວ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນເຖິງບົດບາດອັນສໍາຄັນ ຂອງ JAIF ແລະ JMT ໃນການນໍາສົ່ງການຊ່ວຍ ເຫລືອຂອງປະຊາຊົນ ແລະ ລັດຖະບານຂອງ ຍີ່ປຸ່ນ ໃຫ້ແກ່ອາຊຽນ ລວມທັງການສົ່ງເສີມການຮ່ວມມື ລະຫວ່າງອາຊຽນ ແລະ ຍີ່ປຸ່ນ.

ທ່ານ Naoki Minamiguchi ຜູ້ບໍລິຫານ JMT ໄດ້ຊີ້ໃຫ້ເຫັນເຖິງບົດບາດອັນສໍາຄັນທີ່ເພີ່ມຂຶ້ນ ຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024, ພ້ອມທັງ ສະແດງໃຫ້ເຫັນວ່າການສ້າງໂຄງການພາຍໃຕ້ກອງທຶນ JAIF ຢ່າງຫ້າວຫັນ ຂອງ ສປປ ລາວ ຈະປະກອບສ່ວນເຂົ້າໃນການຮັດແຄບຄວາມແຕກໂຕນ ດ້ານການພັດທະນາໃນພາກພື້ນ ເພື່ອແນໃສ່ສົ່ງເສີມການເຊື່ອມໂຍງອາຊຽນ.

ໃນກອງປະຊຸມ ນອກຈາກຈະໄດ້ຮຽນຮູ້ກ່ຽວກັບການຮ່ວມມືພາຍໃຕ້ JAIF ແລ້ວ, ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບໂຄງການຮ່ວມມື ເພື່ອການພັດທະນາຂອງອາຊຽນ ໂດຍ ການບັນຍາຍຂອງທ່ານ Jasper Balarmino ຈາກກອງເລຂາອາຊຽນ, ຕາມດ້ວຍ ທ່ານ ເພັດພູໄທ ວົງພູໄທ ຈາກສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ທີ່ໄດ້ເນັ້ນກ່ຽວກັບບົດບາດ ແລະ ຄວາມຮັບຜິດ ຊອບຂອງສໍານັກງານ ໃນການປະເມີນບົດສະເໜີໂຄງການຮ່ວມມືພັດທະນາຂອງອາຊຽນ.

ຂ່າວ-ພາບ: ກຕທ

ອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ

0

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ ໃຫ້ແກ່ເລຂາພັກເມືອງ ແລະ ຄະນະປະຈຳພັກເມືອງ ໃນຂອບເຂດທົ່ວປະເທດ ຊຸດທີ 5 ຂຶ້ນໃນວັນທີ 17 ຕຸລາ 2022 ທີ່ຜ່ານມານີ້ ເພື່ອສ້າງຄວາມຮັບຮູ້ຢ່າງເປັນລະ ບົບ ກ່ຽວກັບການໝູນໃຊ້ທິດສະດີ ມາກ-ເລນິນ, ທິດສະດີການເມືອງ ແລະ ການບໍລິຫານຄຸ້ມຄອງລັດ, ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ 11, ແຜນຍຸດທະສາດ ແລະ ວຽກງານຈຸດສຸມ ທີ່ໄດ້ກຳນົດໄວ້ໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດໄດ້ກ່າວວ່າ: ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອແນໃສ່ໃຫ້ເລຂາພັກເມືອງ, ຄະນະປະຈໍາພັກເມືອງ ປະຕິບັດແບບແຜນນໍາພາ-ຄຸ້ມຄອງໃຫ້ເປັນເອກະພາບ ທາງດ້ານແນວຄິດ-ການເມືອງ, ປະຕິບັດຢ່າງເຂັ້ມງວດບັນດາຫລັກການພື້ນຖານຂອງພັກ, ເພີ່ມທະວີການຕິດຕາມ, ກວດກາ, ການປະເມີນຜົນ ແລະ ການສະຫລຸບລາຍງານ ການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບ, ພ້ອມປັບປຸງແຜນການ ເຄື່ອນໄຫວແຕ່ລະໄລຍະ ໃຫ້ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ຍົກສູງຄວາມສາມາດ ນຳພາ-ຊີ້ນຳ, ເຮັດວຽກງານແນວຄິດ-ການເມືອງ ໃຫ້ປະຊາຊົນພາຍໃນເມືອງຂອງຕົນ ມີຄວາມສາມັກຄີ ເປັນເອກະພາບຢ່າງໜັກແໜ້ນ, ພັດທະນາຊີວິດການເປັນຢູ່ດີຂຶ້ນ ຕາມຄາດໝາຍສູ້ຊົນທີ່ໄດ້ກໍານົດໄວ້ແຕ່ລະໄລຍະ.

ສໍາລັບ ດ້ານເນື້ອໃນທີ່ນຳມາຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີການເມືອງ-ການປົກຄອງ ປະກອບມີ 18 ຫົວຂໍ້ ແລະ ພາກທິດສະດີການບໍລິຫານຄຸ້ມຄອງລັດ ປະກອບມີ 8 ຫົວຂໍ້ ເຊິ່ງມີສຳມະນາກອນເຂົ້າຮ່ວມທັງໝົດ 50 ທ່ານ ແລະ ຈະໄດ້ດຳເນີນການຝຶກອົບຮົມຄັ້ງແຕ່ວັນທີ 17 ຕຸລາ ຫາ 4 ພະຈິກ 2022 ຈຶ່ງຈະສໍາເລັດ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ລິນດາ

ເລີ່ມປະຕິບັດໂຄງການ ເຊື່ອມສານດ້ານໂພຊະນາການ ຢູ່ສອງເມືອງ ແຂວງຄຳມ່ວນ

0

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການເຊື່ອມສານດ້ານໂພຊະນາການ ຢູ່ໃນບ້ານເປົ້າໝາຍ ເມືອງຍົມມະລາດ ແລະ ໄຊບົວທອງ ແຂວງຄຳມ່ວນ ເມືອງລະ 13 ບ້ານ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2022, ແນໃສ່ປະກອບສ່ວນເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 (2021-2025) ໂດຍເລັ່ງໃສ່ການປັບປຸງສຸຂະພາບ ແມ່ ແລະ ເດັກ, ລວມທັງການຢຸດຕິຄວາມອຶດຫິວ, ການບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບ ປຸງໂພຊະນາການ, ການສົ່ງເສີມກະສິກຳແບບຍືນຍົງ ແລະ ແຜນງານແຫ່ງຊາດ ດ້ານການປັບປຸງວຽກງານໂພຊະນາການ ໃນຂົງເຂດວຽກງານ ຂອງກະຊວງສາທາລະນະສຸກ.

ໂຄງການເຊື່ອມສານດ້ານໂພຊະນາການ ແນໃສ່ສ້າງເງື່ອນໄຂຄວາມສະດວກ ໃຫ້ແກ່ຄົວເຮືອນ ໃນການເພີ່ມທະວີດ້ານໂພຊະນາການ ຢູ່ໃນບັນດາບ້ານ ແລະ ເມືອງເປົ້າໝາຍຂອງໂຄງການ ໂດຍມີ 4 ກິດ ຈະກຳຫລັກ ຄື: ປັບປຸງ ແລະ ສົ່ງເສີມວຽກງານສຸຂະພາບແມ່, ເດັກ ແລະ ໂພຊະນາການ; ປັບປຸງ ແລະ ສົ່ງເສີມ ວຽກງານການຜະລິດກະສິກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ; ປັບປຸງ ແລະ ສົ່ງເສີມວຽກງານນໍ້າສະອາດ ແລະ ສຸຂະອະນາໄມ ແລະ ສ້າງຄວາມເຂັ້ມແຂງ ໃນດ້ານການປະສານງານ ຂອງຫລາຍຂະແໜງການ ເພື່ອສະໜັບສະໜູນການເບິ່ງແຍງດູແລເດັກກ່ອນໄວຮຽນ ແລະ ການສ້າງສຳພັນສາ ມັກຄີໃນຄອບຄົວ ແລະ ຊຸມຊົນ.

ສຳລັບ ໄລຍະການຈັດຕັ້ງປະຕິບັດຂອງໂຄງການ 4 ປີ 2022-2025 (ເລີ່ມແຕ່ວັນເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ) ມີມູນຄ່າລວມທັງໝົດ 983.209 ໂດລາສະຫະລັດ. ໃນນີ້ ເມືອງໄຊບົວທອງ 533.008 ໂດລາ ແລະ ເມືອງຍົມມະລາດ 450.201 ໂດລາສະຫະລັດ.

ນ/ວ ເຜີຍແຜ່ນິຕິກໍາ ການປັບປຸງກົງຈັກການຈັດຕັ້ງ ແລະ ກຳນົດຕຳແໜ່ງງານ

0

ໃນວັນທີ 17 ຕຸລາ ທີ່ຜ່ານມານີ້, ພະແນກພາຍໃນ ນະຄອນຫລວງວຽງຈັນ(ນ/ວ) ໄດ້ຈັດຕັ້ງການເຜີຍແຜ່ນິຕິກຳ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ດຳລັດ ວ່າດ້ວຍການກຳນົດຕຳແໜ່ງງານ, ພ້ອມທັງແນະນຳຂັ້ນຕອນວິທີການຂຽນ ກຳນົດຕຳແໜ່ງງານ ທີ່ຂັ້ນເທິງວາງອອກເຂົ້າສູ່ວຽກງານຕົວຈິງໃຫ້ຫລາຍຂຶ້ນ ຕາມບົດນໍາທີ່ວ່າ: ການຈັດຕັ້ງໜຶ່ງ ແລະ ພະນັກງານ-ລັດຖະກອນຜູ້ໜຶ່ງ ຕ້ອງຮັບຜິດຊອບຫລາຍວຽກ, ບົນພື້ນຖານດັ່ງກ່າວນີ້ ຈຶ່ງກຳນົດການໂຮມກົງຈັກ ທີ່ມີພາລະບົດບາດຄ້າຍຄຽງກັນເຂົ້າກັນ ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ສາມາດເຮັດວຽກໄດ້ເຕັມອັດຕາ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ການປະຕິບັດນະໂຍບາຍ ປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕໍາແໜ່ງງານ, ໝາຍຄວາມວ່າທຸກຂະແໜງການຕ້ອງເປັນເຈົ້າການ ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ການກຳນົດຕຳແໜ່ງງານ ໃຫ້ໜັກແໜ້ນ, ເຂັ້ມແຂງ, ກະທັດຮັດ, ແທດເໝາະກັບຕົວຈິງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ.

ສໍາລັບເອກະສານທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ: ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 190/ຄລສພ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ, ຄຳແນະນຳ ຂອງນາຍົກລັດຖະມົນຕີ ສະບັບເລກທີ 01/ນຍ ລົງວັນທີ 6 ທັນວາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ 190/ຄລສພ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ແຈ້ງການ ຂອງກະຊວງພາຍໃນ ເລກທີ 175/ພນ, ລົງວັນທີ 24 ກັນຍາ 2021 ກ່ຽວກັບການຄົ້ນຄວ້າປັບປຸງກົງຈັກ ແລະ ຂໍຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ ແລະ ທຽບເທົ່າຂັ້ນສູນກາງ, ພະແນກການຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ.

ທັງນີ້ ກໍເພື່ອເຮັດໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ສາມາດເຄື່ອນໄຫວວຽກງານຢ່າງມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມຄ່ອງຕົວ, ພ້ອມທັງຜັນຂະຫຍາຍນິຕິກໍາຕ່າງໆຂອງຂັ້ນເທິງ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ໂດຍສະເພາະແມ່ນວຽກປັບປຸງກົງຈັກການຈັດຕັ້ງ ໃຫ້ປະກົດຜົນເປັນຈິງ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ລັດດາພອນ

WB ເຕືອນວ່າ ເສດຖະກິດໂລກໃກ້ຈະຊຸດໂຊມລົງ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານ ແດວິດ ມານປາສ (David Malpass) ຜູ້ອຳນວຍການໃຫຍ່ທະນາຄານໂລກ (WB) ກ່າວວ່າ ທະນາຄານໂລກໄດ້ປັບໂຕເລກການຄາດຄະເນ ກ່ຽວກັບການເຕີບໂຕຂອງເສດຖະກິດໂລກໃນປີ 2023 ຈາກ 3% ທີ່ຄາດຄະເນໄວຫຼຸດລົງເປັນ 1,9% ຊຶ່ງ WB ໄດ້ກ່າວເຕືອນວ່າ ໃນປັດຈຸບັນນີ້, ເສດຖະກິດໂລກກຳລັງກ້າວໄປສູ່ຄວາມຊຸດໂຊມລົງ.

ໃນວັນດຽວກັນ, ທ່ານ ແດວິດ ມານປາສ ໄດ້ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ໃນກອງປະຊຸມປະຈຳປີຂອງອົງການກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ ໂດຍກ່າວວ່າ: ໄພເງິນເຟີ້ເຮັດໃຫ້ອັດຕາດອກເບ້ຍປັບຕົວສູງຂຶ້ນ, ໜີ້ສິນເພີ່ມຂຶ້ນ ແລະ ບັນຫາອື່ນໆລ້ວນແຕ່ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ປະເທດທີ່ທຸກຍາກ ໂດຍທ່ານໄດ້ກ່າວເຕືອນວ່າ ເສດຖະກິດໂລກອາດຈະຊຸດໂຊມລົງ.

ທ່ານກ່າວຕື່ມວ່າ: ຈັງຫວະການເຕີບໂຕຂອງເສດຖະກິດໂລກຊ້າລົງຢ່າງຫຼວງຫຼາຍ ຊຶ່ງໝາຍຄວາມວ່າ ລະດັບລາຍຮັບຫຼຸດຕ່ຳລົງ. ທ່ານໄດ້ຍົກເອົາບົດລາຍງານສະບັບໜຶ່ງຂອງທະນາຄານໂລກທີ່ເປີດເຜີຍໃນຫວ່າງບໍ່ດົນມານີ້ວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມພະຍາຍາມດ້ານການຫຼຸດຜ່ອນຄວາມທຸກຍາກປະສົບຄວາມຫຍຸ້ງຍາກຢ່າງໜັກໜ່ວງ. ໃນປີ 2020 ມີປະມານ 70 ລ້ານຄົນຕົກຢູ່ໃນຄວາມທຸກຍາກທີ່ສຸດ.

ງານມະຫາກຳສີມືຫັດຖະກຳລາວ ມີ 230 ຮ້ານເຂົ້າຮ່ວມວາງສະແດງ

0

ມີຈຳນວນ 230 ຮ້ານ ເຂົ້າຮ່ວມງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ປີນີ້ ຄົບຮອບ 25 ປີ ວັນສ້າງຕັ້ງສະມາຄົມຫັດຖະກຳລາວ.

ພິທີເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ ຫັດຖະກຳລາວ ຄົບຮອບ 25 ປີ ໄດ້ຈັດຂຶ້ນໃນວັນທີ 17 ຕຸລານີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນນາຍົກລັດຖະມົນຕີ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ທ່ານ ມະໄລທອງ ກົມມະສິດລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍແຂກຖືກເຊີນ, ບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກຳລາວ ລາຍງານວ່າ: ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 21, ເປີດຂຶ້ນຂຶ້ນແຕ່ 15-23 ຕຸລາ 2022, ພາຍໃຕ້ຄໍາຂວັນ: ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ “ສະເໜ່ຜ້າບ່ຽງລາວ” ຖືເປັນບຸນປາງໃຫຍ່ສໍາລັບຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກໍາລາວ, ມີຈຸດປະສົງຫຼັກ ເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ທີ່ຈະມາເຖິງໃນມໍ່ໆນີ້ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມຫັດຖະກໍາລາວ ຄົບຮອບ 25 ປີ, ເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວຊົົມ ສາມາດຊື້, ໄດ້ພົບ-ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ, ສ້າງຄວາມປະທັບໃຈ ແລະ ຄວາມຫຼົງໄຫຼກັບມະຫັດສະຈັນສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ, ເພື່ອເຕົ້າໂຮມຄວາມສາມັກຄີບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນ ໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາ ທີ່ມີລັກສະນະເປັນມູນເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ ປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ, ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການ ດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ (ມີບ່ອນຂາຍ) ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດ, ການວາງສະແດງ ແລະ ການຂາຍ, ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາ ດັ່ງຄໍາຂັວນທີ່ວ່າ; “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ”

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງນີ້ ຈະດໍາເນີນໄປຈົນເຖິງວັນທີ 23 ຕຸລາ 2022 ຊຶ່ງມີຫຼາຍພາກສ່ວນຫັດຖະກໍາ ທີ່ມາຈາກບັນດາແຂວງທົ່ວປະເທດເຂົ້າຮ່ວມ ປະກອບມີ: ພາກສ່ວນແຜ່ນແພ ຜ້າ ໄໝ, ຜ້າຝ້າຍພື້ນເມືອງ, ພາກສ່ວນເຄື່ອງປະດັບ, ພາກສ່ວນເຄື່ອງຈັກສານ, ພາກສ່ວນຜະລິດຕະພັນວັດທະນະທໍາ ເຄື່ອງປັ້ນດິນເຜົາ, ພາກສ່ວນໄມ້ແກະສະຫຼັກ, ເຟີນີເຈີ, ພາກສ່ວນອາຫານສໍາເລັດຮູບພື້ນເມືອງ, ກາເຟ, ສະໝູນໄພ ແລະ ອື່ນໆ. ນອກນນັ້ນ, ຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງ ເປັນຕົ້ນແມ່ນ: ສາທິດການແສ່ວຜ້າ, ແກະສະຫຼັກຫີນ, ເຂັນຝ້າຍ, ສາວໄໝ, ປັກດິ້ງ, ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ, ຫຼວງນໍ້າທາ, ຫຼວງພະບາງ, ຊຽງຂວາງ, ແຂວງວຽງຈັນ, ຈໍາປາສັກ, ສາລະວັນ ແລະ ອັດຕະປື. ຈໍານວນຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍຄັ້ງນີ້ ມີທັງໝົດ 230 ຮ້ານ (ບຸດ). ພ້ອມກັນນີ້ ພາຍໃນງານຍັງມີຫຼາກຫຼາຍກິດຈະກຳຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸສາຫະກຳແຫ່ງຊາດລາວ ໄດ້ກ່າວເປີດງານຢ່າງເປັນທາງການວ່າ: ງານມະຫາກຳສີມືຫັດຖະກຳລາວ ກາຍເປັນບຸນປະເພນີປາງໃຫຍ່ ປະຈຳປີຂອງຊາວຊ່າງຫັດຖະກຳລາວ. ສະມາຄົມຫັດຖະກໍາລາວ ເປັນສະມາຄົມໜຶ່ງທີ່ໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ 25 ປີ, ມັນສະແດງເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດ, ແຕ່ລະສະໄໝ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການບໍລິຫານວຽກງານຂອງສະມາຄົມ ໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້. ພ້ອອມກັນນັ້ນ, ສະມາຄົມຫັດຖະກໍາລາວ ຍັງມີຜົນງານອີກຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ໃນການອານຸລັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ຊຶ່ງມັນສະແດງເຖິງການມີສ່ວນຮ່ວມໃນການສ້າງວຽກເຮັດງານທຳ ໃນຂົງເຂດຊົນນະບົດ, ການສ້າງລາຍໄດ້ ໃຫ້ກັບຊຸມຊົນ, ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.

ໃນພິທີດັ່ງກ່າວ ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເປີດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 21 ປີ 2022 ຢ່າງເປັນທາງການ ແລະ ຢ້ຽມຊົມການວາງສະແດງສີມືຫັດຖະກຳລາວ.

(ຂ່າວ:ສຳນານ)

ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ 2022

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດໂຄງການສົ່ງເສີມການຄ້າແຫ່ງຊາດ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໄດ້ຈັດສົ່ງຄະນະນັກທຸລະກິດເຂົ້າຮ່ວມງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນ (Sial Paris 2022) ຊຶ່ງດຳເນີນໃນລະຫວ່າງວັນທີ 15 – 19 ຕຸລາ 2022 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ຂ່າວລະບຸວ່າ: ງານຕະຫຼາດນັດຄັ້ງນີ້ເປັນງານທີ່ມີຂະໜາດໃຫຍ່ທີ່ສຸດ ທີ່ຄະນະນັກທຸລະກິດຫວຽດ ນາມ ໄດ້ເຂົ້າຮ່ວມ, ດ້ວຍຈຳນວນຮ້ານວາງສະແດງຫຼາຍກວ່າ 80 ຮ້ານຂອງວິສາຫະກິດສົ່ງອອກ-ນຳເຂົ້າ. ບັນດາຮ້ານວາງສະແດງໄດ້ວາງສະແດງບັນດາຜະລິດຕະພັນຄື: ນ້ຳເຜິ້ງ, ໝາກພິກໄທ, ຜັກ, ໝາກໄມ້, ເຂົ້າສານ ຂອງຫວຽດນາມ ຢູ່ຕະຫຼາດເອີຣົບ.

ງານຕະຫຼາດນັດອຸດສາຫະກຳທັນຍາຫານສາກົນໃນປີນີ້ ໄດ້ດຶງດູດວິສາຫະກິດປະມານ 7.000 ແຫ່ງເຂົ້າຮ່ວມ ແລະ ວາງສະແດງຜະລິດຕະພັນຫຼາຍກວ່າ 400.000 ຊະນິດ ທີ່ມາຈາກ 119 ປະເທດໃນໂລກ. ຄາດວ່າ, ງານຕະຫຼາດນັດຄັ້ງນີ້ຈະຕ້ອນຮັບຜູ້ມາຊົມ 310.000 ເທື່ອຄົນ.

ອາຊຽນ ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 28 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງໄດ້ດຳເນີນຕັ້ງແຕ່ວັນທີ 15 – 17 ຕຸລາ ຜ່ານມາ ຢູ່ເກາະບາລີ ປະເທດອິນໂດເນເຊຍ. ນອກຈາກການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກບັນດາປະເທດສະມາຊິກອາຊຽນ ກໍຍັງມີການເຂົ້າຮ່ວມຂອງບັນດາປະເທດຄູ່ຮ່ວມມືຄື: ສ ເກົາຫຼີ, ຍີ່ປຸ່ນ ແລະ ສະຫະພາບເອີຣົບ.

ຂ່າວລະບຸວ່າ: ກອງປະຊຸມຄັ້ງນີ້ ໄດ້ຍົກຂໍ້ສະເໜີແນະກ່ຽວກັບການໃຫ້ສັດຕະຍາບັນສັນຍາບາງສະບັບ ແລະ ສ້າງສຳເລັດການເຈລະຈາສັນຍາວ່າດ້ວຍການຂົນສົ່ງທາງອາກາດບໍ່ຮອບດ້ານ ອາຊຽນ – ສະຫະພາບເອີຣົບ (EU). ສັນຍາສະບັບນີ້ຈະແມ່ນຂໍ້ຕົກລົງສະບັບທຳອິດກ່ຽວກັບຂົນສົ່ງທາງອາກາດລະຫວ່າງ 2 ພາກພື້ນໃນໂລກ. ໃນບັນດາຂໍ້ສະເໜີແນະອື່ນໆລວມມີການໃຫ້ສັດຕະຍາບັນຂໍ້ຕົກລົງຍຸດທະສາດກ່ຽວກັບການຮ່ວມມືທາງດ້ານການບິນ ແລະ ການຊອກຫາ ກູ້ໄພກູ້ຊີບທາງທະເລລະຫວ່າງບັນດາປະເທດສະມາຊິກອາຊຽນ; ປະຕິບັດຂອບເຂດການເພີ່ມທະວີການຈໍລະຈອນຢູ່ພາກພື້ນ. ຜ່ານບັນດາຂໍ້ຕົກລົງ, ການພົວພັນຮ່ວມມືໃນຂົງເຂດຄົມມະນາຄົມຂົນສົ່ງ ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ບັນດາຄູ່ເຈລະຈາ ຈະໄດ້ຮັບການເພີ່ມທະວີ.

ປະຊາຄົມໂລກຕີລາຄາສູງຕໍ່ບົດລາຍງານຂອງ ທ່ານ ສີຈິ້ນຜິງ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ຕາງໜ້າຄະນະກຳມະການສູນກາງພັກກອມມູນິດຈີນ ຊຸດທີ 19 ຜ່ານບົດລາຍງານທີ່ມີຫົວຂໍ້ວ່າ “ຊູຄັນທຸງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນທີ່ຍິ່ງໃຫຍ່ ສາມັກຄີກັນບາກບັ່ນສູ້ຊົນເພື່ອສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ” ໃນກອງປະຊຸມ.

ບົດລາຍງານດັ່ງກ່າວໄດ້ຮັບຄວາມສົນໃຈໃນລະດັບສູງຈາກປະຊາຄົມໂລກ. ບຸກຄົນຕ່າງປະເທດຈຳນວນຫຼວງຫຼາຍໄດ້ຊີ້ໃຫ້ເຫັນວ່າ ບົດລາຍງານດັ່ງກ່າວໄດ້ສະຫຼຸບຜົນສຳເລັດທີ່ສຳຄັນ ແລະ ບົດຮຽນອັນລ້ຳຄ່າໃນການປະຕິຮູບ ແລະ ການພັດທະນາຂອງຈີນຢ່າງຮອບດ້ານ, ໄດ້ວາງແຜນຕໍ່ວຽກງານພັກ ແລະລັດຈາກສະພາບການໃຫຍ່ດ້ານຍຸດທະສາດ. ເຊື່ອໝັ້ນວ່າ ພັກກອມມູນິດຈີນຈະສ້າງພາລະກິດທີ່ຍິ່ງໃຫຍ່ອັນໃໝ່ດ້ວຍການບາກບັ່ນສູ້ຊົນ, ນຳພາປະຊາຊົນຈີນສາມັກຄີເຂົ້າກັນ ເພື່ອຂຽນບົດໃໝ່ໃນຂະບວນການແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ແລະ ເພີ່ມພະລັງແຮງເຂົ້າໃນການສ້າງອະນາຄົດມວນມະນຸດທີ່ດີງາມກວ່າເກົ່າ ໂດຍຮ່ວມກັບປະຊາຊົນປະເທດຕ່າງໆໃນໂລກ.

ກອງປະຊຸມສຸດຍອດອົງການອະນາໄມໂລກປີ 2022 ເປີດຂຶ້ນຢູ່ນະຄອນຫຼວງແບັກແລັງ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 16 ຕຸລາ ທີ່ຜ່ານມານີ້, ກອງປະຊຸມສຸດຍອດອົງການອະນາໄມໂລກປະຈຳປີ 2022 ທີ່ຈະດຳເນີນເປັນເວລາ 3 ວັນໄດ້ເປີດຂຶ້ນຢູ່ນະຄອນຫຼວງແບັກແລັງປະເທດເຢຍລະມັນ. ທ່ານ ແອນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ, ທ່ານ ດຣ. ເທໂດຣສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ແລະ ທ່ານນາງ ແຄເຊີຣິນ ຣັດເຊວ ຫົວໜ້າປະຕິບັດງານຂອງກອງທຶນເດັກນ້ອຍແຫ່ງອົງການສະຫະປະຊາຊາດ ແລະ ທ່ານ ໂອລັຟ ສໂກສ ນາຍົກລັດຖະມົນຕີເຢຍລະມັນໄດ້ເຂົ້າຮ່ວມພິທີເປີດຜ່ານທາງວິດີໂອ.

ຂ່າວແຈ້ງວ່າ: ກອງປະຊຸມຄັ້ງນີ້ຕົ້ນຕໍຈະປຶກສາຫາລືກ່ຽວກັບບັນຫາຕ່າງໆເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດກັບສຸຂະພາບ, ນະໂຍບາຍປ້ອງກັນພະຍາດໂຄວິດ-19, ການສ້າງລະບົບສາທາລະນະສຸກໂລກແບບຍືນຍົງ ແລະ ບັນຫາອື່ນໆ. ລັດຖະມົນຕີ ແລະ ເຈົ້າໜ້າທີ່ລັດຖະບານ ຈາກ 20 ກວ່າປະເທດໄດ້ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈາກອົງການວິທະຍາສາດ, ອົງການການຄ້າ ແລະ ອົງການຈັດຕັ້ງພົນລະເມືອງປະມານ 6 ພັນທ່ານໄດ້ເຂົ້າຮ່ວມກອງປະຊຸມຜ່ານທາງອອນລາຍ ແລະ ອັອບລາຍ.