Tuesday, September 23, 2025
Home Blog Page 895

ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ແກ່ນາຍ ແລະ ພົນທະຫານ ທົ່ວກົມໃຫຍ່ການເມືອງກອງທັບ

0

ສະຫາຍ ພັນເອກ ສິງຄຳ ພິມມະວົງສ໌ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ຄະນະຮັບຜິດຊອບຊີ້ນຳລວມໄດ້ໃຫ້ຮູ້ວ່າ: ການອົບຮົມ-ຫັດແອບການທະຫານປະຈຳປີ 2022 ໃນຄັ້ງນີ້ກໍເພື່ອເປັນການ ຝຶກຝົນກຳລັງແຮງກາຍ ແລະ ຍິງລູກປືນແທ້ໃຫ້ແກ່ນາຍ ແລະ ພົນທະຫານທົ່ວກົມໃຫຍ່ການເມືອງກອງທັບ.

ແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຄຳສັ່ງອົບຮົມ-ຫັດແອບການທະຫານ, ການເມືອງ, ພະລາທິການ-ເຕັກນິກ, ຂອງບັນດາກົມກອງໃນທົ່ວອົງການກົມໃຫຍ່ການເມືອງກອງທັບ. ມີຄຸນນະພາບ ແລະ ໄດ້ຮັບປະສິດທິຜົນສູງ, ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ແກ່ນາຍ ແລະ ພົນທະຫານ ໃຫ້ມີຄວາມຊຳນິຊຳນານໃນລະດັບທີ່ແນ່ນອນ, ມີຄວາມຄ່ອງແຄ້ວ ຮັບປະກັນກຽມພ້ອມສູ້ຮົບໃນທຸກເງື່ອນໄຂ.

ການອົບຮົມ-ຫັດແອບ ໃຫ້ນາຍ ແລະ ພົນທະຫານຢູ່ບັນດາກົມກອງຕິດພັນກັບການປະຕິບັດຂໍ້ກຳນົດກົດລະບຽບຕ່າງໆຢ່າງຖືກຕ້ອງເປັນປົກກະຕິ, ສ້າງໃຫ້ກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ສ້າງກົມກອງໃຫ້ເປັນກົມກອງທີ່ມີລະບຽບແບບແຜນທີ່ທັນສະໄໝ.

ການອົບຮົບຫັດແອບຄັ້ງນີ້ ນາຍ ແລະ ພົນທະຫານ ແຕ່ລະສະ ຫາຍແມ່ນຈະໄດ້ຮຽນບັນດາຂໍ້ກຳນົດ 7 ລະບອບ18 ວຽກ, ຂໍ້ ກໍານົດການນຸ່ງຖື, ຫັດແອບລະບຽບຮູບແຖວຄົງທີ່ – ເຄື່ອນທີ່, ຫັດ ແອບຮູບແຖວເຄົາລົບທຸງຊາດ ຂັ້ນ ກອງຮ້ອຍ, ກອງພັນ, ຮຽນກ່ຽວກັບສະມັດຕະພາບ ແລະ ການນຳໃຊ້ປືນສັ້ນ K59, ປືນເຫຼັກຍາວ AK ແລະ ຈັງຫວະເລັງເປົ້າໝາຍ ພ້ອມທັງຍິງລູກປືນແທ້ ໃນນີ້ກຳນົດເວລາການຫັດແອບ 9 ວັນຈຶ່ງສຳເລັດ.

ຂ່າວ-ພາບ : ລຸນທອງ ສອນມະລີ

ເຊີນທ່ຽວຊົມສິນຄ້າງານມະຫະກໍາສີມືຫັດຖະກໍາລາວ ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)​

0

​ງານມະຫະກໍາສີມືຫັດຖະກໍາລາວ ຄັ້ງທີ 21 ປີ 2022 ໄດ້ຈັດຂຶ້ນວັນທີ 15-23 ຕຸລາ 2022 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ)​ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ທ່ານນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າສະຖານທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ລາວ ພັນລະຍາການນໍາ ແລະ ປ້າອາວຸໂສ ນັກທຸລະກິດ ແລະ ຊາວຊ່າງຫັດຖະກໍາ.

ທ່ານນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວກ່າວວ່າ: ງານສີມີຫັດຖະກໍາລາວ ໄດ້ກາຍເປັນງານບຸນປະເພນີປາງໃຫຍ່ປະຈໍາປີຂອງຊາວຊ່າງຫັດຖະກໍາລາວໄປແລ້ວ ສະມາຄົມຫັດຖະກໍາເປັນສະມາຄົມໜຶ່ງທີ່ມີຄວາມໝັ້ນຄົງ ແລະ ເຄື່ອນໄຫວມາໄດ້ເຖິງ 25 ປີ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງຄະນະບໍລິຫານງານແຕ່ລະຊຸດແຕ່ລະສະໄໝທີ່ໄດ້ທຸ້ມເທເຫື່ອແຮງສະຕິປັນຍາເຂົ້າໃນການບໍລິຫານວຽກງານຂອງສະມາຄົມໃຫ້ສາມາດຍືນຍົງຈົນເຖິງທຸກວັນນີ້ ພ້ອມນັ້ນສະມາຄົມຫັດຖະກໍາຍັງມີຜົນງານອີກຫຼາຍໆດ້ານທີ່ພົ້ນເດ່ັນໃນການອະນຸລັກຮັກສາ ແລະ ສົ່ງເສີມພູມປັນຍາທາງດ້ານຫັດຖະກໍາ ເຊິ່ງມັນສະແດງໃຫ້ເຫັນເຖິງການມີສ່ວນຮ່ວມສ້າງວຽກເຮັດງານທໍາໃນຂົງເຂດຊົນນະບົດ ສ້າງລາຍໄດ້ໃຫ້ກັບຊຸມຊົນ ສະໜັບສະໜູນນະໂຍບາຍຂອງພັກ ແລະ ລັດຖະບານໃນການແກ້ໄຂຄວາມທຸກຈົນ.

ທ່ານ ພູທອງ ໄຊສະນິດ ຮອງປະທານສະມາຄົມຫັດຖະກໍາລາວ ໄດ້ລາຍງານຫຍໍ້ການກະກຽມງານມະຫາກໍາສີມືຫັດຖະກໍາລາວປີ 2022 ວ່າ:ງານມະຫາກໍາສີມືຫັດຖະກໍາລາວຄັ້ງທີ 21 ປີ 2022 ຈັດຂຶ້ນພາຍໃຕ້ຄໍາຂວັນ: ສືໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ສະເໜຜ້າບ່ຽງລາວ” ມີຈຸດປະສົງເພື່ອສະເຫຼີມສະຫຼອງ “ວັນຫັດຖະກໍາລາວ ວັນທີ 1 ພະຈິກ” ແລະ ວັນສ້າງຕັ້ງສະມາຄົມຫັດຖະກໍາລາວຄົບຮອບ 25 ປີ ພ້ອມນັ້ນເພື່ອສ້າງກາລະໂອກາດໃຫ້ຊຸມຊົນ ແລະ ລູກຄ້າຜູ້ມາທ່ຽວຊົົມ ທ່ຽວຊື້ໄດ້ພົບ ໄດ້ເຫັນຄວາມຫຼາກຫຼາຍຂອງເຄື່ອງຫັດຖະກໍາລາວ ສ້າງຄວາມປະທັບໃຈ ແລະ ຫຼົງໄຫຼ ໃນຄວາມມະຫັດສະຈັນຂອງສີໄມ້ລາຍມືຂອງນາຍຊ່າງຫັດຖະກໍາລາວເຮົາ ເພື່ອເຕົ້າໂຮມຄວາມສາມັກຄີ ບັນດາຊາວຊ່າງຫັດຖະກຳທຸກໆທ້ອງຖິ່ນໃນທົ່ວປະເທດ ພ້ອມກັນອະນຸລັກ ແລະ ສົ່ງເສີມເຄື່ອງຫັດຖະກໍາທີ່ມີລັກສະນະເປັນມູນເຊື້ອ ສົ່ງເສີມພູມປັນຍາ ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນປະກອບສ່ວນເຂົ້າໃນການສ້າງລາຍຮັບ ແລະ ພັດທະນາຊີວິດການເປັນຢູ່ຂອງທ້ອງຖິ່ນໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາຊາວຊ່າງ ແລະ ຜູ້ປະກອບການດ້ານຫັດຖະກຳ ໄດ້ມີໂອກາດເຂົ້າເຖິງການຕະຫຼາດ ຜະລິດຕະພັນຫັດຖະກໍາຂອງຕົນ ພ້ອມທັງໄດ້ມີໂອກາດພົບປະແລກປ່ຽນບົດຮຽນ ປະສົບການທາງດ້ານການຜະລິດ ການວາງສະແດງ ແລະ ການຂາຍ ນອກນີ້ເພື່ອປະກອບສ່ວນສ້າງເປັນສະຖານທີ່ທ່ອງທ່ຽວດ້ານຫັດຖະກໍາດັ່ງຄໍາຂັວນທີ່ວ່າ: “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ”

ງານມະຫາກໍາສີມືຫັດຖະກໍາລາວຄັ້ງນີ້ມີຫຼາຍພາກສ່ວນທີ່ມາຈາກທຸກແຂວງທົ່ວປະເທດເປັນຕົ້ນແຜ່ນແພຜ້າໄໝຜ້າຝ້າຍພື້ນເມືອງ ເຄື່ອງປະດັບ ເຄື່ອງຈັກສານ ຜະລິດຕະພັນວັດທະນະທໍາເຄື່ອງປັ້ນດິນເຜົາ ໄມ້ແກະສະຫຼັກເຟີນີເຈີ ອາຫານສໍາເລັດຮູບພື້ນເມືອງ ກາເຟ ສະໝູນໄພ ແລະ ອື່ນໆ ນອກນັ້ນຍັງມີພາກສ່ວນສາທິດ ຫຼື ສະແດງການຜະລິດຕົວຈິງເຊັ່ນ:ສາທິດການແສ່ວຜ້າ ແກະສະຫຼັກຫີນ ເຂັນຝ້າຍສາວໄໝ ປັກດິ້ງ ຈັກສານ ຈາກຊາວຊ່າງແຂວງຜົ້ງສາລີ ຫຼວງນໍ້າທາ ຫຼວງພະບາງ ຊຽງຂວາງ ວຽງຈັນ ຈໍາປາສັກ ສາລະວັນ ແລະ ແຂວງອັດຕະປື ເຊິ່ງມີຮ້ານເຂົ້າຮ່ວມວາງສະແດງ ແລະ ຂາຍທັງໝົດ 230 ຮ້ານ ນອກນີ້ພາຍໃນງານຍັງມີການເສວະນາ (Panel Discussion) ໃນຫຼາຍຫົວຂໍ້ເປັນຕົ້ນ ສະເໜຜ້າບ່ຽງລາວ ການອອກແບບຜະລິດຕະພັນ ຫຸ້ມຫໍ່ ແລະ ວິທີສົ່ງອອກສິນຄ້າຫັດຖະກຳສູ່ຕະຫຼາດສາກົນ ນະວັດຕະກຳການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ກິດຈະກໍາການແຂ່ງຂັນຜະລິດຕະພັນດີເດັ່ນ:“ສະເໜຜ້າບ່ຽງລາວ” ກິດຈະກໍາສາທິດຂັ້ນຕອນການຜະລິດຕົວຈິງ ບວກກັບການເຝິກອົບຮົມຍົກລະດັບສີມືຫັດຖະກຳ ການສະແດງສິລະປະວັນນະຄະດີ ງານເດີນແບບອາພອນລາວ ຊຸດຊົນເຜົ່າ ພາຍໃຕ້ຫົວຂໍ້ “ສົ່ງອ້ອມກອດເຖິງລູກຫຼານຢູ່ຂອບຟ້າແດນໄກໃນລະດູໜາວ”ຕື່ມອີກ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ລາຍງານການສະເຫຼີມສະຫຼອງການສ້າງຕັ້ງສະມາຄົມຫັດຖະກໍາລາວວ່າ:ສະມາຄົມຫັດຖະກໍາໄດ້ເຕີບໃຫຍ່ຂະຫຍາຍຕົວສືບຕໍ່ມາຈາກກຸ່ມຫັດຖະກໍາ ການສ້າງຄັ້ງກຸ່ມຫັດຖະກໍາແມ່ນເກີດມາຈາກແນວຄິດລິເລີ່ມຂອງຊາວຊ່າງຫັດຖະກໍາຈໍານວນໜຶ່ງ ມີຈຸດປະສົງຕົ້ນຕໍ່ຢາກອະນຸລັກ ສົ່ງເສີມຫັດຖະກໍາພື້ນເມືອງທີ່ເປັນມໍລະດົກທາງດ້ານວັດທະນະທໍາທີ່ຕົກທອດມາແຕ່ລຖ້ນປູ້ຍ່າຕາຍາຍ ສະແດງອອກຕະຫຼອດ 25 ປີ ຈໍານວນສະມາຊິກຂາກເລິ່ມຕົ້ນບໍ່ເຖິງ 10 ຫົວໜ່ວຍ ປັດຈຸບັນມີເຖິງ 125 ຫົວໜ່ວຍ ແລະ ໄດ້ເຄື່ອນໄຫວບາງກິດຈະກໍາຫຼັກຈໍານວນໜຶ່ງ.

#VientianeMai

ເບນເຊມ່າ ຄວ້າລາງວັນ ບັນລົງດໍ 2022

0

ເໝາະສົມທຸກປະການ ! ຄາຣິມ ເບນເຊມ່າ ຄວ້າລາງວັນ ບັນລົງດໍ (Ballon d’Or) ປີ 2022 ມາຄອງໄດ້ສໍາເລັດ ຂະນະດຽວກັນ ລາງວັນຈອມໜຽວແຫ່ງປີ “Yachin Trophy” ກໍຕົກເປັນຂອງ ທີໂບ ຄູກຕົວ ຜູ້ຮັກສາປະຕູຊຸດແຫ່ງ ຣິວ ມາດຣິດ ເຊັ່ນກັນ.

ເອີ້ນໄດ້ວ່າຜົນງານຂອງທັງສອງນັ້ນ ດີເດັ່ນຫຼາຍໃນລະດູການທີ່ຜ່ານມາ ບໍ່ວ່າຈະເປັນການຍິງພິກນະລົກຫຼາຍຕໍ່ຫຼາຍຄັ້ງຂອງ ເບນເຊມ່າ ຫຼື ການປ້ອງກັນປະຕູປານກັບຫຸ່ນຍົນຂອງ ຄູກຕົວ ທີ່ໜຽວຈົນຝັງໃຈກອງເຊຍບານທົ່ວໂລກ.

ໂດຍ 10 ອັນດັບທໍາອິດຂອງນັກເຕະຍອດຢ່ຽມຂອງ Ballon d’Or 2022 ມີດັ່ງນີ້:

• ອັນດັບ 1: ຄາຣິມ ເບນເຊມ່າ (ຣິວ ມາດຣິດ)

• ອັນດັບ 2: ຊາດິໂອ ມາເນ ( ລິເວີພູລ/ ບາເຢິນ ມິວນິກ )

• ອັນດັບ 3: ເຄວິນ ເດີ ບຣອຍ (ແມນເຊັສເຕີ ຊິຕີ)

• ອັນດັບ 4: ໂຣເບີດ ເລວານດອຟສະກີ (ບາເຢິນ ມິວນິກ/ບາເຊໂລນາ)

• ອັນດັບ 5: ໂມຮາເໝັດ ຊາລ່າ (ລີເວີພູລ)

• ອັນດັບ 6: ຄີລີຢັນ ເອັມບັບເປ (ປາຣີ ແຊງ-ແຊກແມງ)

• ອັນດັບ 7: ທີໂບ ຄູກຕົວ (ຣິວ ມາດຣິດ)

• ອັນດັບ 8: ວິນິຊີອຸສ ຈູເນຍ (ຣິວ ມາດຣິດ)

• ອັນດັບ 9: ລູກາ ໂມດຣິຊ (ຣີວ ມາດຣິດ)

• ອັນດັບ 10: ເອີລິງ ຮາແລນ (ໂບຣຸສເຊຍ ດອດມຸນ/ແມນເຊັສເຕີ ຊິຕີ)

ຈີນ ພວມສ້າງປະເທດໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີ 2

0

ໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ສະ ເໜີໂດຍ ສະຫາຍ ສີ ຈິ້ງຜິງ, ເລຂາທິການໃຫຍ່ຄະນະກໍາ ມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ຍົກໃຫ້ເຫັນເຖີງພາລະໜ້າທີ່ຂອງພັກກອມມູນິດຈີນໃນຂະບວນການໃໝ່ໃນຍຸກໃໝ່ ເຊີ່ງນັບຈາກນີ້ເປັນຕົ້ນໄປ, ໜ້າທີ່ໃຈກາງຂອງພັກກອມມູນິດຈີນ ແມ່ນສາມັກຄີ ແລະ ນໍາພາປະຊາຊົນບັນດາເຜົ່າທົ່ວປະເທດຈີນສ້າງສາປະເທດສັງຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີ 2, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາ ຊາດຈີນດ້ວຍຄວາມທັນສະໄໝແບບຈີນຢ່າງຮອບດ້ານ.

ບົດລາຍງານຊີ້ອອກວ່າ: ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝສັງຄົມນິຍົມທີ່ນຳພາໂດຍພັກກອມ ມູນິດຈີນ ເຊິ່ງມີທັງຈຸດພິເສດຮ່ວມຂອງຄວາມທັນສະໄໝຂອງປະເທດຕ່າງໆ, ມີເອກະລັກພິເສດຂອງຈີນທີ່ຢູ່ບົນພື້ນ ຖານສະພາບຕົວຈິງຂອງປະເທດ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ມີຈຳນວນປະຊາກອນອັນມະ ຫາສານ, ແມ່ນຄວາມທັນສະໄໝທີ່ໃຫ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ, ແມ່ນຄວາມທັນສະໄໝທີ່ໃຫ້ຄວາມສີວິໄລດ້ານວັດຖຸ ແລະ ຈິດໃຈພັດທະນາໄປຢ່າງກົມກຽວກັນ, ແມ່ນຄວາມທັນສະໄໝທີ່ບັນລຸໃຫ້ຄົນກັບທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ແລະ ແມ່ນຄວາມທັນ ສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ.

ຄວາມຮຽກຮ້ອງດ້ານທາດແທ້ຂອງຄວາມທັນສະໄໝແບບຈີນ ຄື: ຍຶດໝັ້ນການນຳພາຂອງພັກກອມມູນິດຈີນ, ຍຶດໝັ້ນສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ບັນລຸການພັດທະນາດ້ວຍຄຸນນະພາບສູງ, ເສີມຂະຫຍາຍປະຊາທິ ປະໄຕປະຊາຊົນໃນທົ່ວຂັ້ນຕອນ, ເສີມສ້າງໂລກທາງຈິດໃຈຂອງປະຊາຊົນໃຫ້ມີຄວາມອຸດົມສົມບູນຂຶ້ນ, ບັນລຸໃຫ້ປະ ຊາຊົນທຸກຖ້ວນໜ້າຮັ່ງມີຮ່ວມກັນ, ຊຸກຍູ້ຄົນກັບທຳມະ ຊາດຢູ່ຮ່ວມກັນຢ່າງກົມກຽວກັນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ສ້າງຮູບແບບໃໝ່ແຫ່ງຄວາມສີວິໄລຂອງມວນມະນຸດ.

ບົດລາຍງານຍັງຊີ້ອອກວ່າ: ການສ້າງສາປະເທດສັງ ຄົມນິຍົມທັນສະໄໝທີ່ເຂັ້ມແຂງໃຫ້ສໍາເລັດຢ່າງຮອບດ້ານຂອງຈີນ ມີການວາງແຜນຍຸດທະສາດລວມ ໂດຍແບ່ງ ອອກເປັນ 2 ບາດກ້າວ ຄື: ນັບແຕ່ປີ 2020-2035 ໃຫ້ບັນ ລຸສັງຄົມນິຍົມທັນສະໄໝໂດຍພື້ນຖານ ແລະ ຈາກປີ 2035 ຮອດກາງສະຕະວັດທີ 21 ນີ້ ຕ້ອງສ້າງສາປະເທດຈີນໃຫ້ເປັນປະເທດສັງຄົມນິຍົມທີ່ມັ່ງຄັ່ງເຂັ້ມແຂງ, ປະຊາ ທິປະ ໄຕ, ສີວິໄລ. ກົມກຽວ ແລະສວຍງາມ ເຊີ່ງໄລຍະ 5 ປີໃນຕໍ່ໜ້າ ເປັນໄລຍະສຳຄັນຂອງການເລີ່ມປະຕິບັດການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານຂອງຈີນ.

ນອກຈາກນີ້, ໃນບົດລາຍງານ ຍັງຊີ້ໃຫ້ເຫັນຕື່ມວ່າ: ການສ້າງສາປະເທດສັງຄົມທັນສະໄໝຢ່າງຮອບດ້ານຂອງຈີນ ເປັນພາລະກິດອັນຍິ່ງໃຫຍ່ ແລະ ລໍາບາກ, ມີອະນາຄົດອັນສະຫວ່າງສະໄຫວ, ແຕ່ຕ້ອງເດີນຕາມເສັ້ນທາງອັນຍາວໄກ. ສະນັ້ນ ພັກກອມມູນິດຈີນ ຕ້ອງເພີ່ມສະຕິລະວັງຕົວຂຶ້ນ, ຢຶດໝັ້ນແນວຄິດເສັ້ນຕ້ອງຫ້າມ, ຕ້ອງຄຳນຶງເຖິງຄວາມອັນຕະລາຍໃນຍາມສະໜຸກ, ມີການກຽມພ້ອມຢູ່ທຸກເວລາ ເພື່ອກຽມຜ່ານຜ່າການທົດສອບທີ່ໜັກໜ່ວງທີ່ສຸດ.

ບົນເສັ້ນທາງກ້າວໄປຂ້າງໜ້າ ຕ້ອງຍຶດໝັ້ນຫຼັກການສໍາຄັນຕ່າງໆ ຄື: ຍຶດໝັ້ນ ແລະ ເພີ່ມທະວີການນໍາພາຂອງພັກຢ່າງຮອບ ດ້ານ, ຍຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຍຶດໝັ້ນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຍຶດໝັ້ນໃນການລົງເລິກການປະຕິ ຮູບ ແລະເປີດປະຕູສູ່ພາຍນອກ, ຍຶດໝັ້ນໃນການເສີມຂະ ຫຍາຍນ້ຳໃຈຕໍ່ສູ້, ຕ້ອງເພີ່ມທະວີຄວາມເດັດດ່ຽວໜຽວແໜ້ນ, ຄວາມອາດຫານກ້າແກ່ນ ແລະຄວາມໝັ້ນໃຈຂອງທົ່ວພັກ ແລະປະຊາຊົນບັນດາເຜົ່າທົ່ວປະເທດ, ບໍ່ເຊື່ອໃນສິ່ງທີ່ຜິດພາດ, ບໍ່ຢ້ານກົວຕໍ່ສິ່ງທີ່ໂຫດຮ້າຍ ແລະ ບໍ່ອ່ອນ ແອຕໍ່ແຮງກົດດັນ, ກ້າແຂ່ງ ກັບຄວາມຫຍຸ້ງຍາກ, ບຸກບືນກ້າວໄປຂ້າງໜ້າ, ປະສົມປະສານການພັດທະນາກັບຄວາມໝັ້ນຄົງໃຫ້ເປັນເອກະພາບກັນ, ອອກແຮງເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງຕ່າງໆນາໆ ຢູ່ບົນເສັ້ນທາງກ້າວໄປຂ້າງໜ້າ ແລະ ສ້າງສະພາບໃໝ່ແຫ່ງການພັດທະນາພາ ລະກິດດ້ວຍຈິດໃຈຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ.

Cr: BT

ຈີນ ຢືນຢັນຈະເປີດປະເທດສູ່ພາຍນອກໃນລະດັບສູງກວ່າເກົ່າ

0

ທ່ານ ຈ້າວ ເຊິນຊິນ, ສະມາຊິກຄະນະພັກຂອງຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ, ພ້ອມດ້ວຍຄະນະ ໄດ້ຮ່ວມກັນຖະແຫລງຂ່າວຢູ່ສູນຂ່າວກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູ ນິດຈີນ ທີ່ນະຄອນຫລວງປັກກິ່ງ ແຫ່ງ ສປ ຈີນ ໃນວັນທີ 17 ຕຸລານີ້ ກ່ຽວກັບສະພາບການຜັນຂະຫຍາຍແນວຄິດການພັດທະນາໃໝ່, ການສ້າງສະພາບການພັດທະນາໃໝ່, ການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ ແລະ ການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ ໂດຍໄດ້ຢືນຢັນວ່າ: ນັບແຕ່ນີ້ເປັນຕົ້ນໄປ ຈີນ ຈະເນັ້ນໃສ່ການພັດທະນາທີ່ມີຄຸນນະພາບສູງ ແລະ ຈະເປີດປະຕູສູ່ໂລກພາຍນອກໃນລະດັບສູງກວ່າເກົ່າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ຈີນຈະເປີດກວ້າງຮອບດ້ານຢ່າງຕໍ່ເນື່ອງໃນການຊຸກຍູ້ເສດຖະກິດໂລກໃຫ້ກ້າວເຂົ້າສູ່ຄວາມສົມດູນກັນ ແລະ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມ ກັນ ເພາະຜ່ານມາຍັງມີບາງຄວາມຄິດບໍ່ສອດຄ່ອງກັບຮູບ ແບບໃໝ່ຂອງການພັດທະນາເສດຖະກິດທັງຢູ່ພາຍໃນ ແລະ ສາກົນ, ເຊີ່ງເປັນຄວາມເຂົ້າໃຈຜິດທີ່ຄິດວ່າການສຸມໃສ່ພັດທະນາເສດຖະກິດພາຍໃນປະເທດ ເຮັດໃຫ້ຈີນເສຍເວລາກັບຄວາມພະຍາຍາມການຂະຫຍາຍການຄ້າກັບສາ ກົນ ເນື່ອງຈາກໃນຍຸກເສດຖະກິດໂລກາພິວັດໄດ້ກາຍເປັນທ່າອ່ຽງທີ່ມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຕໍ່ການພັດ ທະນາເສດຖະກິດ. ຢ່າງໃດກໍຕາມ ໄລຍະຜ່ານມາ ເສດຖະ ກິດຈີນ ໄດ້ເຊື່ອມໂຍງເຂົ້າກັບເສດຖະກິດໂລກ ແລະ ລະ ບົບການຄ້າສາກົນຢ່າງເລິກເຊິ່ງເປັນທີ່ຮຽບຮ້ອຍ, ສ່ວນທາງດ້ານອຸດສາຫະກຳຂອງຈີນ ແລະ ຫຼາຍປະເທດໄດ້ເຊື່ອມໂຍງ ແລະ ເພິ່ງພາອາໄສກັນ ແລະ ກັນ ຢ່າງແໜ້ນແຟ້ນ.

ທ່ານໃຫ້ຮູ້ຕື່ມວ່າ: ການຊຸກຍູ້ການພັດທະນາເສດຖະ ກິດຮູບແບບໃໝ່ຂອງຈີນ ແມ່ນມີຄວາມສຳຄັນຫລາຍ ເພື່ອເຮັດໃຫ້ຈີນບັນລຸການພັດທະນາທີ່ມີຄຸນນະພາບສູງ ແລະ ຍືນຍົງຄື ດັ່ງທີ່ ທ່ານ ສີ ຈິນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ໄດ້ກ່າວໃນບົດລາຍ ງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກ ກອມມູນິດຈີນວ່າ: ເຖິງວ່າການຂະຫຍາຍຕົວທາງດ້ານເສດຖະກິດຂອງຈີນ ໃນ 1 ທົດສະວັດ ຜ່ານມາຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ GDP ຂອງຈີນ ເພີ່ມ ຂຶ້ນຈາກ 54.000 ຕື້ຢວນ ເປັນ 114.000 ຕື້ຢວນ, ກວມເອົາ 18,5% ຂອງເສດຖະກິດໂລກ, ກາຍເປັນປະເທດທີ່ມີເສດຖະກິດໃຫຍ່ອັນດັບສອງຂອງໂລກ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຫ່າງໄກຊອກລີກຫຼາຍກ່ວາ 98,99 ລ້ານຄົນ ໄດ້ຮັບການຍົກລະດັບໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ພ້ອມທັງໄດ້ຈັດສັນທີ່ອາໄສໃໝ່ ແລະ ມີວຽກເຮັດງານທໍາໃຫ້ປະຊາຊົນຈໍານວນດັ່ງກ່າວໄດ້ຫຼາຍກ່ວາ 13 ລ້ານຄົນ ແຕ່ຈີນກໍ່ຍັງພົບອຸປະສັກຫຼາຍສິ່ງຫຼາຍຢ່າງໃນພັດທະນາເສດຖະກິດຂອງປະເທດ.

ດັ່ງນັ້ນ, ທ່ານ ຈ້າວ ເຊິນຊິນ ຢືນຢັນວ່າ: ນັບແຕ່ນີ້ຕໍ່ໄປ ຈີນຈະກ້າວເຂົ້າສູ່ເສັ້ນທາງໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ເນັ້ນໃສ່ການພັດ ທະນາທີ່ມີຄຸນນະພາບສູງ, ມີຄວາມຍືນຍົງ, ຍຶດໝັ້ນໃນຫລັກການພັດທະນາເສດຖະກິດຕະຫລາດສັງຄົມນິຍົມ ແລະ ຈະເປີດກວ້າງ, ສົ່ງເສີມ ແລະ ພັດທະນາເສດຖະກິດຂອງພາກລັດ, ພ້ອມທັງສະໜັບສະໜູນ, ສົ່ງເສີມ ແລະ ແນະນໍາບັນດາຫົວໜ່ວຍທຸລະກິດພາກເອກະຊົນໃຫ້ດໍາເນີນກິດຈະການໄດ້ຢ່າງໝັ້ນຄົງ ແລະ ເປີດກວ້າງການຮ່ວມມືກັບພາຍນອກໃຫ້ລະດັບສູງ ແລະ ຮອບດ້ານກວ່າເກົ່າ.

ສໍາລັບະເທດຈີນ, ໃນໄລຍະຜ່ານມາໄດ້ເປີດປະຕູສູ່ໂລກພາຍນອກຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ໃນນີ້ ທີ່ພົ້ນເດັ່ນໃນປັດຈຸບັນ ແມ່ນການຮ່ວມກັນສ້າງ “ ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີການຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມ ຊອບເປັນຢ່າງສູງ ແລະ ເຮັດໃຫ້ຈີນກາຍເປັນຄູ່ການຄ້າທີ່ສໍາຄັນຂອງ 140 ກວ່າປະເທດ ແລະ ເຂດແຄ້ວນ ເຊີ່ງມີຍອດມູນຄ່າການຄ້າສິນຄ້າເປັນອັນດັບໜຶ່ງຂອງໂລກ.

Cr: BT

ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ລາຍງານວ່າ: ວັນທີ 16 ຕຸລາ 2022, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກຄອມມູນິດຈີນ ຄັ້ງທີ 20 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງປັກກິ່ງ ຢ່າງຄຶກຄື້ນ. ໃນກອງປະຊຸມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ໄດ້ຕາງໜ້າຄະນະກຳມະການສູນກາງພັກ ຜ່ານບົດລາຍງານຕໍ່ກອງປະຊຸມໃຫຍ່, ໂດຍກ່າວວ່າ: “ປະຊາທິປະໄຕປະຊາຊົນໃນທົ່ວຂະບວນການແມ່ນທາດແທ້ຂອງການເມືອງປະຊາທິປະໄຕສັງຄົມນິຍົມ, ແມ່ນປະຊາທິປະໄຕທີ່ກວ້າງຂວາງທີ່ສຸດ, ແທ້ຈິງທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ.”

ຢູ່ປະເທດຈີນ ຄຳວ່າ “ປະຊາທິປະໄຕ” ບໍ່ແມ່ນມີເຄົ້າມາຈາກອາແຕນຂອງເກລັກບູຮານ, ແຕ່ແມ່ນກຳເນີດມາຈາກຕຳນານປັດຊະຍາຂົງຈື້ ເມື່ອ 2.200 ກວ່າປີກ່ອນ. ໂດຍມີເນື້ອໃນໃຈຄວາມວ່າ: ຜູ້ທີ່ເປັນກະສັດນັ້ນບໍ່ແມ່ນກຳເນີດມາແຕ່ເກີດ, ແຕ່ແມ່ນຜົນທີ່ສອດຄ່ອງກັບຄວາມປາຖະໜາຂອງປະຊາຊົນ ແລະແມ່ນການເລືອກເອົາຂອງປະຊາຊົນ. ນີ້ແມ່ນໜໍ່ແໜງຂອງແນວຄິດປະຊາທິປະໄຕ ອັນເປັນມູນເຊື້ອຂອງຈີນ, ກໍແມ່ນພື້ນຖານຂອງແນວຄິດການເມືອງທີ່ປະເທດຕ້ອງຖື ປະຊາຊົນເປັນກົກ. ແນວຄິດປະຊາທິປະໄຕຂອງສະໄໝບູຮານ ໄດ້ສືບທອດມາຮອດປັດຈຸບັນນີ້,ກາຍເປັນແນວຄິດປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ ແລະພື້ນຖານວັດທະນະທຳຂອງຈີນ.

ຕ່າງກັບປະຊາທິປະໄຊແບບປ່ອນບັດເລືອກຕັ້ງຂອງປະເທດຕາເວັນຕົກ, ຢູ່ປະເທດຈີນ, ກ່ອນອື່ນປະຊາທິປະໄຕໄດ້ສະແດງອອກໃນ ປະຊາຊົນເປັນເຈົ້າ, ລະບອບສະພາປະຊາຊົນກໍແມ່ນສິ່ງຮັບປະກັນດ້ານລະບອບທີ່ປະຊາ ຊົນເປັນເຈົ້າຂອງປະເທດ. ນອກນີ້, ປະຊາທິປະໄຕຂອງຈີນຍັງສະແດງອອກໃນ ປະຊາຊົນເປັນເຈົ້າຕົນເອງ ເວົ້າງ່າຍໆກໍຄືປະຊາຊົນຄຸ້ມຄອງວຽກຂອງປະຊາຊົນເອງ. ລະບຽບການປົກຄອງຕົນເອງຂອງປະຊາຊົນຢູ່ຂັ້ນຮາກຖານແມ່ນພື້ນຖານດ້ານໜຶ່ງທີ່ສຳຄັນຂອງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຂອງຈີນ. ສ່ວນລະບຽບການປົກຄອງຕົນເອງຢູ່ເຂດຊົນເຜົ່າຍິ່ງເປັນພຶດຕິກຳອັນສຳຄັນຂອງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຢູ່ເຂດຊົນເຜົ່າ, ທັງແມ່ນການປະດິດສ້າງໃໝ່ອັນຍິ່ງໃຫຍ່ຂອງພັກຄອມມູນິດຈີນ ໃນການນຳພາປະເທດທີ່ມີຫລາຍຊົນເຜົ່າເປັນເອກະພາບກັນ.

ຕ່າງກັບ ລະບອບການເລືອກຕັ້ງ ຂອງປະເທດຕາເວັນຕົກ, ປະຊາທິປະໄຕຂອງປະເທດຈີນສະແດງອອກໃນທົ່ວຂະບວນການ ແລະ ລັກສະນະປົກຫຸ້ມຢ່າງທົ່ວເຖິງ. ຢູ່ປະເທດຈີນ ປະຊາທິປະໄຕແມ່ນໃຊ້ມາແກ້ໄຂບັນຫາທີ່ປະຊາຊົນຕ້ອງການໃຫ້ແກ້ໄຂ, ແລະ ປົກປ້ອງຜົນປະໂຫຍດຂອງປະຊາຊົນ. ມີບັນຫາຫຍັງກໍປຶກສາຫາລືກັນ, ວຽກຂອງປວງຊົນ ກໍໃຫ້ປວງຊົນປຶກສາຫາລືກັນ, ການຊອກຫາຜົນປະໂຫຍດຮ່ວມທີ່ໃຫຍ່ທີ່ສຸດ ທີ່ສອດຄ່ອງກັບຄວາມປາຖະໜາ ແລະ ຄວາມຮຽກຮ້ອງຂອງທົ່ວສັງຄົມນັ້ນແມ່ນທາດແທ້ຂອງປະຊາທິປະໄຕປະຊາຊົນ. ຈາກເລື່ອງເລັກໆນ້ອຍໆຂອງປະຊາຊົນ ຮອດວຽກໃຫຍ່ຂອງລັດ, ລ້ວນແຕ່ແມ່ນຕັດສິນໂດຍຜ່ານການປຶກສາຫາລືກັນ. ຕົວຢ່າງວ່າ ໃນກອງປະຊຸມໃຫຍ່ຄັ້ງທີ 20 ຄັ້ງນີ້, ກ່ອນອື່ນ, ຜູ້ແທນ 2.296 ຄົນທີ່ຕາງໜ້າສະມາຊິກພັກ 96 ລ້ານກວ່າຄົນ ມີລັກສະນະຕົວແທນຢ່າງກວ້າງຂວາງ, ເຊິ່ງສະແດງໃຫ້ເຫັນຄວາມປາຖະໜາຂອງສະມາຊິກພັກໃນຂະແໜງການຕ່າງໆ ແລະ ວົງການຕ່າງໆ. ໂດຍສະເພາະແມ່ນໄດ້ຮັບປະກັນອັດຕາສ່ວນຂອງຜູ້ຕາງໜ້າສະມາຊິກໃນແນວໜ້າຂອງການຜະລິດ ແລະ ເຮັດວຽກຕົວຈິງ, ຍັງໄດ້ຮັບປະກັນອັດຕາສ່ວນຂອງສະມາຊິກພັກເພດຍິງ ແລະ ສະມາຊິກພັກທີ່ເປັນຊົນເຜົ່າສ່ວນໜ້ອຍ.

ນອກນີ້, ໃນຫລາຍເດືອນກ່ອນ, ພັກກອມມູນິດຈີນ ໄດ້ປິ່ນອ້ອມວຽກງານຂອງກອງປະຊຸມໃຫຍ່ຄັ້ງທີ 20 ໂດຍໄດ້ເກັບໂຮມຄຳເຫັນຜ່ານທາງອິນເຕີເນັດ. ນີ້ແມ່ນຄັ້ງທຳອິດທີ່ພັກຄອມມູນິດຈີນເກັບໂຮມຄຳເຫັນກ່ຽວກັບວຽກງານທີ່ກ່ຽວຂ້ອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຈາກທົ່ວພັກ ແລະ ທົ່ວສັງຄົມຢ່າງເປີດເຜີຍໃນປະຫວັດສາດຂອງພັກກອມມູນິດຈີນ. ເຊິ່ງປະລິມານອ່ານໃນເວັບໄຊທີ່ກ່ຽວຂ້ອງມີເຖິງ 660 ລ້ານເທື່ອ. ເຊິ່ງລ້ວນແຕ່ສະແດງໃຫ້ເຫັນເຖິງປະຊາທິປະໄຕປະຊາຊົນໃນທົ່ວຂະບວນການຢ່າງມີຊີວິດຊີວາ.

ກ້າວເຂົ້າເດືອນຕຸລາ ມີຜູ້ໂດຍສານຂີ່ລົດໄຟ ລາວ-ຈີນ 739 ລ້ານເທື່ອຄົນ

0

ພາຍຫລັງໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ແມ່ນ 10 ເດືອນກວ່າແລ້ວ ທີ່ແລ່ນໃຫ້ບໍລິການລູກຄ້າ ແລະ ເຫັນໄດ້ຄວາມຕ້ອງການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ມາຮອດວັນທີ 3 ຕຸລາ ປີ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງໝົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ.

ທ່ານ ອາຊານ ນັກແປພາສາ ຢູ່ພະແນກຈັດການໂຄງການ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ຊ່ວງສັນຍາທີ FJSGII ໄດ້ໃຫ້ຮູ້ວ່າ: ມາຮອດວັນທີ 3 ຕຸລາ 2022 ນີ້, ລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງຫມົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມແດນ 154 ລ້ານໂຕນ. ສະເພາະເດືອນກັນຍາ ຜ່ານມາ, ໄດ້ຂົນສົ່ງສີນຄ້າເຖິງ 125 ລ້ານໂຕນ, ໄດ້ສ້າງສະຖີຕິການຂົນສົ່ງສິນຄ້າຫລາຍທີ່ສຸດໃນເດືອນດຽວ ຕັ້ງແຕ່ເລີ່ມເປີດການຂົນສົ່ງສິນຄ້າ 100 ກວ່າປະເພດໃນຕົ້ນປີ ແລະ ເພີ່ມຂຶ້ນມາເປັນ 1.200 ປະເພດ ແລະ ມີມູນຄ່າຂອງສິນຄ້າທັງໝົດແມ່ນຫລາຍກວ່າ 100 ຕື້ຢວນ.

ທ່ານ ອາຊານ ພາສາແປ ຍັງໃຫ້ຮູ້ອີກວ່າ: ພາຍຫລັງເປີດເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງຜ່ານທາງລົດໄຟ ເຂົ້າມາທ່ຽວ ນະຄອນຫລວງພະບາງ ຢ່າງຫລວງຫລາຍ, ເຮັດໃຫ້ປະຊາຊົນມີລາຍຮັບຈາກການເລີ່ມເຮັດທຸລະກິດຂອງຕົນເອງ ເປັນຕົ້ນ ຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານ ເພື່ອບໍລິການຜູ້ໂດຍ ສານຢູ່ໃກ້ກັບສະຖານີ ແລະ ສາມາດສ້າງລາຍຮັບເພີ່ມຂຶ້ນຫລາຍກວ່າແຕ່ກອ່ນ.

ພາຍຫລັງເປີດເສັ້ນທາງລົດໄຟລາວ-ຈີນ, ພາກສວນທາງລົດໄຟ ໄດ້ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ວິເຄາະຮູບການເດີນທາງຂອງຜູ້ໂດຍສານ, ຈັດສັນການເດີນທາງໃຫ້ຖືກຕ້ອງ, ເພີ່ມທະວີການສະໝອງສິນຄ້າ, ຂົນສົ່ງຜູ້ໂດຍສານ, ຮັບປະກັນຄວາມປອດໄພການເດີນທາງຂອງຜູ້ ໂດຍສານ, ຕອບສະໝອງຄວາມຕ້ອງການໆເດີນທາງຂອງຊາຊົນ ແຕ່ລະເສັ້ນທາງໃຫ້ພຽງພໍ. ພ້ອມກັນນັ້ນ, ຍັງໄດ້ຄົ້ນຄວ້າຮູບແບບໃໝ່, “ເສັ້ນທາງດວນລ້ານຊ້າງ”, ອີຄອມເມີດຂ້າມແດນ, “ທາງລົດໄຟລາວ-ຈີນ, ທາງລົດໄຟຈີນ-ເອີຣົບ” ການຂົນສົ່ງທາງລົດໄຟຮູບແບບໃໝ່ລະຫວ່າງປະເທດ, ເສີມຂະຫຍາຍການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ຜ່ານຊາຍແດນ, ເຮັດໃຫ້ຫລາຍວິສາຫະກິດ ໄດ້ຮັບກາລະໂອກາດ ແລະ ໄດ້ຮັບຜົນປະໂຫຍດຈາກການນຳໃຊ້ທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີບົດບາດຂະຫຍາຍຕົວໃນພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນອະນາຄົດ.

ຂ່າວ: ສີສຸວັນ

ກອງພັນນ້ອຍ 567 ເປີດຂະບວນການແຂ່ງຂັນກິລາ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ

0

ໃນວັນທີ 17 ຕຸລາ 2022 ນີ້, ກອງພັນນ້ອຍ 567 ໄດ້ເປີດຂະບວນ ການແຂ່ງຂັນກິລາ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ (23/10/1954–23/10/2022) ໂດຍການເຂົ້າຮ່ວມເປັນ ປະທານ ຂອງສະຫາຍພັນໂທ ທອງຄູນ ສຸວັນໃໝ່ ຫົວໜ້າພະແນກຊ່າງ ແສງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ແຂກ ທີ່ຖືກເຊີນຕະຫລອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ ສະຫາຍພັນໂທ ສົມພອນ ແກ້ວລະຄອນ ຫົວໜ້າການທະຫານກອງພັນ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວ ຂະບວນການກິລາມວນຊົນ. ເຊິ່ງປະກອບມີ 5 ປະເພດຄື: ກິລາບານເຕະ, ກິລາບານສົ່ງ, ເປຕັງ ແລະ ກິລາກະຕໍ້ຫວາຍ.ຈາກນັ້ນ, ສະຫາຍພັນໂທ ທອງຄູນ ສຸວັນໃໝ່ ຫົວໜ້າ ພະແນກຊ່າງແສງ ກໍໄດ້ມີຄໍາເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ກ່າວວ່າ ການເປີດ ຂະບວນການກິລາມວນຊົນ ຄັ້ງນີ້ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບ ຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບເຊິ່ງຢູ່ໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ເວົ້າລວມ, ເວົ້າສະເພາະ ຢູ່ກອງພັນ 567 ຂອງພວກເຮົາ ກໍໄດ້ສ້າງຂະບວນການ ແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ ໄປພ້ອມໆກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ. ສະນັ້ນ, ໃນສະພາບການປັດຈຸບັນ ວຽກງານກິລາກາຍະກໍາ ແມ່ນມີຄວາມ ສໍາຄັນ ແລະ ຈໍາເປັນຢ່າງຍິ່ງ ໃນການຝຶກຝົນຫລໍ່ຫລອມກໍາລັງແຮງກາຍ ສ້າງຂະບວນການກິລາ ເປັນປະຈໍາ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ພວກເຮົາຫ່າງໄກຈາກສິ່ງເສບຕິດ ແລະ ການຫລິ້ນກິນຟູ້ມເຟື້ອຍ, ຝຶກຝົນ ຕົນເອງໃຫ້ມີສຸຂະພາບແຂງແຮງ, ມີຄວາມທົນທານໜຽວແໜ້ນ, ເຂັ້ມ ແຂງທາງດ້ານກໍາລັງວັງຊາ, ເນັ້ນໃຫ້ບັນດາສະຫາຍພະນັກງານ-ນັກຮົບ ປະຕິບັດເປັນວຽກປະຈໍາວັນ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 7 ລະ ບອບ 18 ວຽກຂອງກອງທັບ ແລະ ພ້ອມທັງກ່າວເປີດພິທີຢ່າງເປັນທາງການ.

ໂດຍ: ຄໍາຮັກ ໄຊວັນທອນ

ລາວ ກຽມພັດທະນາພະລັງງານສະອາດ ຢູ່ສາມແຂວງພາກເໜືອ

0

ໃນວັນທີ 17 ຕຸລາ 2022, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດ ທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດພະລັງງານເອດຣາ. ໂດຍມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່, ທ່ານ ຈຽງ ຈາຍ ຕົ້ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ, ເຈົ້າ ແຂວງຜົ້ງສາ ລີ ຫລວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້່າຮ່ວມ.

ທ່ານ ຫລີ ອີ້ ຫລຸນ ອຳນວຍການ ບໍລິສັດ ຊີຈີເອັນລາວ (ສປ ຈີນ) ກ່າວວ່າ: ປັດຈຸບັນບໍລິສັດພວກເຮົາໄດ້ພັດທະນາໂຄງການພະລັງງານສະອາດ ມີສາຂາ 5 ແຫ່ງ, ມູນຄ່າການລົງທຶນທັງໝົດ 900 ຕື້ຢວນ, ກໍາລັງການຜະລິດ 72 ລ້ານກິໂລວັດ ໃນ ສປ ຈີນ, ມີກໍາລັງຕິດຕັ້ງ 30 ລ້ານກວ່າກິໂລວັດ, ນອກນັ້ນແມ່ນຢູ່ຕ່າງປະເທດ ລ້ານກວ່າກິໂລວັດ ໃນປະເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ ຝຣັ່ງ ບຣາຊິນ ແລະ ອື່ນໆ. ສໍາລັບການລົງນາມເທື່ອນີ້ ແມ່ນປະຕິບັດຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊະຕາກໍາດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົນສຳເລັດເປັນຈິງ ໂດຍສະເພາະແມ່ນການເຊື່ອມໂຍງຕາຂ່າຍໄຟຟ້າລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນຫລາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນການຈັດຕັງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນໂຄງການ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການດັ່ງກ່າວ ຢູ່ໃນສາມແຂວງພາກເໜືອ, ຫວັງຢ່າງຍິ່ງວ່າ ໂຄງການນີ້ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ.

ຂ່າວ ສົມຫວັງ

ພາບ ອ່າຍຄໍາ

ປະຊາຊົນເມືອງນານ 60 ຄອບຄົວ ໄດ້ຮັບຮັບທຶນສວນຄົວ

0

ແຫລ່ງຂ່າວຈາກແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ມີພິທີມອບ-ຮັບທຶນສວນຄົວ ໃຫ້ ປະຊາຊົນ 60 ຄອບຄົວ ໃນ 6 ບ້ານເປົ້າໝາຍຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ຢູ່ເມືອງນານ ປະຈຳປີ 2022 ລວມທັງໝົດ 60 ລ້ານກີບ ຕາງໜ້າຮັບໂດຍ ທ່ານ ແສງເພັດ ເພັດດວງຈັນ ຮອງເຈົ້າເມືອງໆນານ ແລະ ກ່າວມອບໂດຍ ທ່ານ ສີວອນ ວົງຄໍາຈັນ ທ່ານ ສີວອນ ວົງຄໍາຈັນ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງ. ພ້ອມນີ້, ທີມງານຊ່ຽວຊານຂັ້ນສູນກາງ ກໍໄດ້ມອບ ເສື້ອ ແລະ ໝວກ ປ້ອງກັນການກະທົບ ຈໍານວນໜຶ່ງ ໃຫ້ປະຊາຊົນ ຕື່ມອີກ.

ໂອກາດນີ້, ທ່ານຮອງເຈົ້າເຈົ້າເມືອງ-ເມືອງນານ ແລະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ຂະແໜງ ການກ່ຽວຂ້ອງ ພ້ອມກັນເອົາໃຈໃສ່ຕິດຕາມ, ຊຸກຍູ້, ສົ່ງເສີມບັນດາຄອບຄົວເປົ້າໝາຍທີ່ໄດ້ຮັບທຶນ ນຳໃຊ້ທຶນໃຫ້ເກີດດອກອອກຜົນ, ສ້າງໃຫ້ຄອບຄົວມີລາຍຮັບ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ທັງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ລົງສໍາຫລວດ ໂຄງການກໍ່ສ້າງສ້ອມແປງຊົນລະປະທານ ນໍ້າແສງ ໂດຍການສະໜັບສະໜູນທຶນ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະ ບົດ ແລະການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ເພື່ອກວດກາເບິ່ງບັນດາໜ້າວຽກ ແລະຄວາມຖືກຕ້ອງຕາມມາດຕະຖານ-ເຕັກນິກ ວິຊາການ ເພື່ອຮັບປະກັນເຮັດໃຫ້ຊາວນາ ໄດ້ຊົມໃຊ້ນໍ້າຢ່າງທົ່ວເຖິງ ແລະ ມີຄວາມຍືນຍົງ.

ຂ່າວ-ພາບ: ຫຸມແພງ ສີດາໄລ