Tuesday, September 23, 2025
Home Blog Page 894

ກອງປະຊຸມປະຈຳໄຕມາດ 3 ຂັ້ນເມືອງ ພຊຄ ແລະ ໂຄງການຊົນລະກະເສດ

0

ວັນທີ 17 ຕຸລາ ນີ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປະຈຳໄຕມາດ 3 ຂັ້ນເມືອງ ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະ ໜາດນ້ອຍຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳຮັກ ສີດາພອນ ຮອງເຈົ້າເມືອງ ປະທານຄະນະຊີ້ນຳໂຄງການຂັ້ນເມືອງ, ມີທ່ານ ນາງ ພູເຂົາ ສີທອງສຸກ ຮອງຜູ້ປະສານງານໂຄງການຂັ້ນແຂວງພ້ອມດ້ວຍທີມງານຂັ້ນແຂວງ, ຄະນະປະສານງານຄຸ້ມຄອງໂຄງການຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນໍາສະເໜີສະພາບລວມພ້ອມທັງລາຍງານຄວາມ ຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາປະຈຳໄຕມາດ 3 ແລະ ຜ່ານທິດທາງແຜນການປະຈຳໄຕມາດ 4,ນຳສະເໜີແຜນວຽກ ແລະ ງົບປະມານປະຈໍາໄຕມາດ 4 ໂດຍໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ PICSA ແຫຼ່ງທຶນ IFAD ມີອົງປະກອບຂອງໂຄງການ 3 ອົງປະກອບຫຼັກຄື: ການພັດທະນາກະເສດສຸມ, ການພັດທະນາຕ່ອງໂສ້ມູນຄ່າ ແລະ ການປັບປຸງດ້ານໂພຊະນາການ, ໂດຍ 3 ອົງປະກອບນີ້ແມ່ນເປັນການສ້າງຄວາມອາດສາມາດໃຫ້ແກ່ອົງການປົກຄອງບ້ານ ແລະ ພະນັກງານຂັ້ນເມືອງ, ການສ້າງຄວາມອາດສາມາດໃຫ້ແກ່ກຸ່ມຊົມໃຊ້ນ້ຳ, ການສົ່ງເສີມສຳລັບການໃຫ້ບໍລິການ, ການລົງທຶນຈັດຕັ້ງປະຕິບັດສຳລັບກຸ່ມຊາວກະສິກອນ, ການສົ່ງເສີມວຽກງານໂພຊະນາການໃນໂຮງຮຽນການໄດ້ຮັບສານອາຫານທີ່ເພີ່ມຂຶ້ນ ແລະ ປັບປຸງຄຸນນະພາບຂອງອາຫານ, ອົງປະກອບການພັດທະນາກະເສດສຸມແມ່ນໄດ້ຝຶກອົບຮົມກ່ຽວກັບການກຳນົດກຸ່ມຊາວກະສິກອນນຳໃຊ້ນ້ຳເຂົ້າໃນບັນຊີຝຶກອົບຮົມການນຳໃຊ້ ແລະ ບົວລະບັດຮັກສາລະບົບຊົນລະປະທານຂະໜາດນ້ອຍ, ລົງຝຶກອົບຮົມການຄຸ້ມຄອງນຳໃຊ້ລະບົບຊົນລະປະທານ ແລະ ປັບປຸງກຸ່ມນຳໃຊ້ຊົນລະປະທານນ້ຳໂພະ 1 ແລະ ນ້ຳໂພະ 2 ບ້ານມີໄຊ,ຊົນລະປະທານນ້ຳປັດບ້ານສະຖານ ແລະ ຊົນລະປະທານຫ້ວຍປູ ແລະ ນ້ຳແມດ 1 ບ້ານສາມັກຄີໄຊ,ວຽກງານສົ່ງເສີມ ແລະ ການຜະລິດໄດ້ລົງຕິດຕາມຊຸກຍູ້ການບົວລະບັດຮັກສາພືດເຊັ່ນ: ເຂົ້ານາ, ໝາກງາຈຽງ ແລະ ໝາກເດືອຍຂອງກຸ່ມຊາວກະສິກອນລົງປັບປຸງຄະນະກຸ່ມ ແລະ ເກັບກຳຂໍ້ມູນເສດຖະກິດ-ສັງຄົມຂອງກຸ່ມພາຍໃນ 3 ບ້ານຄື: ບ້ານມີໄຊ, ບ້ານສະຖານ ແລະ ບ້ານສີສາຍທອງ ຈຳນວນ 60 ຄອບຄົວ, ວຽກໂພຊະນາການແມ່ນໄດ້ລົງຝຶກອົບຮົມເຕັກນິກການປູກພືດສວນຄົວ, ເຕັກນິກການລ້ຽງປາ ແລະ ເຕັກນິກການລ້ຽງໄກ່ໃຫ້ແກ່ໂຮງຮຽນ ແລະ ຄອບຄົວເປົ້າໝາຍ 10 ຄອບຄົວໃນຈຳນວນ 6 ບ້ານ,ລົງສຳຫຼວດເກັບກຳຂໍ້ມູນລະບົບນ້ຳສວນຄົວໃນໂຮງຮຽນ, ການຄຸ້ມຄອງໂຄງການໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳ 6 ເດືອນ ຕົ້ນປີ 2022 ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງ ແລະ ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ນອກຈາກນັ້ນປະທານກອງປະຊຸມກໍໄດ້ມີຄຳເຫັນເຈາະຈີ້ມຕໍ່ກັບຄວາມຄືບໜ້າການຈັດຕັ້ງປະຕິບັດກິດຈະກໍາປະຈຳໄຕມາດ 3 ແລະ ທິດທາງແຜນການປະຈຳໄຕມາດ 4 ປະຈຳປີ 2022 ແລະ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາເພື່ອຊອກໃຫ້ເຫັນບັນຫາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ພ້ອມກັນປັບປຸງ ແກ້ໄຂໃນຕໍ່ໜ້າຕື່ມອີກ, ຕອນທ້າຍໄດ້ຮັບຟັງການມີຄຳເຫັນຊີ້ນຳຈາກ ທ່ານ ຄຳຮັກ ສີດາພອນ ຮອງເຈົ້າເມືອງ ປະທານຄະນະຊີ້ນຳໂຄງການຂັ້ນເມືອງຕື່ມອີກ.

(ຂ່າວ-ພາບ: ສິງທະນູ ລິນທະວົງ)

ອາການຕ່າງໆ ຂອງພະຍາດໄຂ້ຍຸງລາຍ

0

ການດໍາລົງຊີວິດໃນສັງຄົມຂອງທຸກໆຄົນ, ນອກຈາກມີສະຕິປ້ອງກັນພະຍາດໂຄວິດ-19 ແລ້ວ, ທຸກຄົນຍັງຕ້ອງໄດ້ສືບຕໍ່ມີສະຕິປ້ອງກັນການລະບາດຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກຕື່ມອີກ ຊຶ່ງຍັງເປັນພະຍາດທີ່ເກີດຂຶ້ນຊໍາເຮື້ອມາຫຼາຍປີເມື່ອຮອດໄລຍະກ້າວເຂົ້າສູ່ລະດູຝົນ ແລະ ບາງຄົນກໍຍັງບໍ່ທັນຮູ້ວ່າອາການເປັນພະຍາດໄຂ້ຍຸງລາຍມີອາການເປັນແນວໃດ?.

ສຳລັບອາການຄົນເປັນພະຍາດໄຂ້ຍຸງລາຍ ຈະມີອາການຄ້າຍຄືໄຂ້ຫວັດ ແລະ ແກ່ຍາວເປັນເວລາ 2 ຫາ 7 ມື້, ໄຂ້ຍຸງລາຍຈະປະກົດອາການພາຍຫຼັງ 4 ຫາ 10 ມື້, ຫຼັງຈາກຖືກຍຸງກັດໂດຍອາການທົ່ວໄປຂອງໄຂ້ຍຸງລາຍຈະມີໄຂ້ສູງ 40 ອົງສາ, ບາງຄົນເປັນໄຂ້ຍຸງລາຍເມື່ອອຸນຫະພູມຮ່າງກາຍຫຼຸດລົງແຕ່ອາການໄຂ້ບໍ່ດີຂຶ້ນ, ບໍ່ໄດ້ສະຕິ, ຕີນ-ມື ເຢັນ, ເຈັບກະເພາະ, ມີອາການຮາກ, ຫາຍໃຈຍາກ, ເລືອດອອກຕາມເຟັນແຂ້ວ ແລະ ດັງ, ບໍ່ມີຍ່ຽວພາຍໃນ 6 ຊົ່ວໂມງ. ຜູ້ເປັນພະຍາດໄຂ້ຍຸງລາຍຍັງມີອາການຮ້າຍແຮງເມື່ອກ້າວສູ່ໄລຍະອັນຕະລາຍ, ໃນໄລຍະນີ້ ຈະໃຊ້ເວລາປະມານ 3-7 ມື້, ພາຍຫຼັງມື້ທຳອິດຂອງອາການໄຂ້. ອຸນຫະພູມຈະລົດລົງແຕ່ບໍ່ໄດ້ໝາຍຄວາມວ່າຄົນເຈັບຈະກ້າວເຂົ້າສູ່ໄລຍະຟັກຟື້ນ, ແຕ່ໃນທາງກົງກັນຂ້າມຄົນເຈັບຈະສາມາດເປັນໄຂ້ຍຸງລາຍຮ້າຍແຮງໄດ້. ດັ່ງນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມອາການຕ່າງໆເຊັ່ນ: ເຈັບທ້ອງຮຸນແຮງ, ຮາກຕໍ່ເນື່ອງ, ເລືອດອອກຕາມເຟັນແຂ້ວ, ຮາກອອກເລືອດ, ຫາຍໃຈໄວ ແລະ ອິດເມື່ອຍ. ທາງທີ່ດີເມື່ອສົງໄສວ່າເປັນໄຂ້ຍຸງລາຍຮ້າຍແຮງ, ຄົນເຈັບຕ້ອງໄດ້ຮັບການຕິດຕາມຢ່າງໃກ້ຊິດຈາກແພດໝໍເພື່ອບົ່ງມະຕິ ແລະ ປິ່ນປົວໃຫ້ທັນການ.

ສະນັ້ນ, ທຸກຄົນຄວນປ້ອງກັນຕົນເອງເພື່ອບໍ່ໃຫ້ຕິດເຊື້ອພະຍາດໄຂ້ຍຸງລາຍໂດຍປະຕິບັດຫຼັກການ 5ປ ຂອງກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ອະນາໄມຮັກສາຄວາມສະອາດພາຍໃນ-ນອກເຮືອນເປັນປະຈຳ, ທຳລາຍກະໂປະ, ກະປ໋ອງ, ຢາງຕີນລົດທີ່ບໍ່ໄດ້ໃຊ້, ທີ່ສໍາຄັນຕ້ອງນອນໃນມຸ້ງ, ໃຊ້ຢາທາກັນຍຸງ, ຊີດຢາພົ່ນຍຸງ ແລະ ອື່ນໆ.

ກະຊວງສາທາລະນະສຸກລາຍງານປະຈຳວັນທີ 17 ຕຸລາ 2022 ວ່າ: ທົ່ວປະເທດມີຜູ້ຕິດເຊື້ອໄຂ້ຍຸງລາຍສະສົມ 28.529 ຄົນ, ຕິດເຊື້ອໃໝ່ 110 ຄົນ, ນະຄອນຫຼວງວຽງຈັນ ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ 30 ຄົນ, ຫຼວງນໍ້າທາ ແລະ ຫຼວງພະບາງ 21 ຄົນ ຕາມລຳດັບ.

(ຂໍ້ມູນຈາກ: ກະຊວງສາທາລະນະສຸກ)

ຫົວ​ໜ້າ ຄ​ຕ​ພ ຕ້ອນ​ຮັບ ຄະນະຜູ້ແທນ ສະມາຄົມມິດຕະພາບ ກຳປູເຈຍ-ລາວ

0

ວັນ​ທີ 18 ຕຸລາ 2022, ທີ່ ຄະນະພົວພັນຕ່າງປະເທດສູນການພັກ, ທ່ານ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄ​ຕ​ພ) ໄດ້​ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົອ. ນຽງ ພາດ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງປ້ອງກັນປະເທດ ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ທີ່ສືບຕໍ່ໄດ້ຮັບການເສີຍຂະຫຍາຍຢ່າງຮອບດ້ານ ແລະ ຕັ້ງໜ້າ. ທ່ານ ພົອ. ນຽງ ພາດ ແມ່ນເປັນເພື່ອນມິດເກົ່າຂອງລາວ; ດັ່ງນັ້ນ, ຈຶ່ງສະເໜີໃຫ້ສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ກຳປູເຈຍ-ລາວ ສືບຕໍ່ເພີ່ມທະວີບົດບາດການທູດປະຊາຊົນໃຫ້ເຂົ້າສູ່ລວງເລີກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆຂອງສອງປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ ກໍຄື ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊຸມຊົນສອງຊາດ ລາວ-ກຳປູເຈຍ.

ພ້ອມດຽວກັນນີ້, ທ່ານ ພົອ. ນຽງ ພາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມຂອງຕົນຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມທັງໃຫ້ຄຳຢືນຢັນວ່າ ສະມາຄົມມິດຕະພາບ ກຳປູເຈຍ-ລາວ ຈະສືບຕໍ່ຮັດແໜ້ນການຮ່ວມມືກັບສະມາຄົມມິດຕະພາບ ລາວ-ກຳປູເຈຍ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມືຂອງບັນດາຂະແໜງການທີ່ສອງປະເທດ​ເຄີຍປະ​ຕິ​ບັດ​ຮ່ວມ​ກັນ ເປັນຕົ້ນແມ່ນ​ຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດ ໂດຍສະເພາະແມ່ນປະຊາຊົນຢູ່ແລບຕາມຊາຍແດນຮ່ວມກັນຂອງສອງປະເທດ ໃຫ້ມີຈັດກິດຈະກໍາຮ່ວມກັນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນເພື່ອພັດທະນາຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການ​ຮ່ວມ​ມື​ເພື່ອການພັດທະນາ.

ໃນວັນດຽວກັນ, ສະມາຄົມມິດຕະພາບ ລາວ-ກຳປູເຈຍ ​ແລະ ສະມາຄົມມິດຕະພາບ ກຳປູເຈຍ-ລາວ ໄດ້ຈັດກອງປະຊຸມພົບປະສອງຝ່າຍ, ຝ່າຍລາວ ນຳໂດຍ ທ່ານ ຄຳໃບ ດຳລັດ ກຳ​ມະ​ການ​ສູນ​ກາງ​ພັກ ຮອງປະທານສະພາແຫ່ງຊາດ ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ພົອ. ນຽງ ພາດ ຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ ສະມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ.

ການ​ພົບ​ປະຄັ້ງນີ້, ທັງສອງສະມາຄົມໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນຊຶ່ງກັນ ແລະ ກັນ. ພິເສດ, ທັງສອງຝ່າຍສາມາດບັນລຸການເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືຂອງສອງສະມາຄົມ (MOU) ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມືລະຫວ່າງສອງສະມາຄົມໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ກຳປູເຈຍ-ລາວ ຍັງໄດ້ເຂົ້າຢ້ຽມ ຂ່ຳນັບການນຳຂັ້ນສູງຂອງ ສປປ ລາວ. ພ້ອມທັງໄປຢ້ຽມຊົມເຂດເສດຖະກິດພິເສດກວມລວມໄຊເສດຖາ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ວັດທະນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ຈຳນວນໜຶ່ງ.

ຂ່າວ: ຄ​ຕ​ພ

ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປີ 2022 ຄັ້ງພິເສດທີ່ຍີ່ປຸ່ນເລີ່ມຂຶ້ນແລ້ວ

0

ຂ່າວສານຊີອາໄອລາຍງານ ນັບແຕ່ວັນທີ 15 ຫາວັນທີ 18 ຕຸລານີ້, ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປະຈຳປີ 2022 ຄັ້ງພິເສດທີ່ຍີ່ປຸ່ນ ໄດ້ເລີ່ມຈັດຂຶ້ນຢູ່ທີ່ນະຄອນກຽວໂຕ. ການແຂ່ງຂັນໃນຄັ້ງນີ້ແບ່ງເປັນ 3 ລາຍການຄື: ການຕັ້ງສາຍເຄືອຂ່າຍຂໍ້ມູນຂ່າວສານ, ເຕັກນິກໄຟຟ້າແສງ ແລະ ພະລັງງານແບບໝູນວຽນ.

ທ່ານ ຈ່າງຮົງຮາວ ອາຈານຈາກສະຖາບັນການຊ່າງຂໍ້ມູນເອເລັກໂຕຣນິກນະຄອນທຽນສິນ, ທ່ານ ຫຼີສຽວຊົ່ງ ນັກສຶກສາສະຖາບັນອາຊີວະສຶກສາໂຄງການເອເລັກໂຕຣນິກຈູງກິ່ງ, ທ່ານ ເຊີນຈື້ຢົງ ນັກສຶກສາສະຖາບັນການຊ່າງແຂວງກວາງຕຸ້ງຈີນຕ່າງກໍຈະເຂົ້າຮ່ວມໃນການແຂ່ງຂັນ 3 ລາຍການດັ່ງກ່າວ. ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກໄດ້ຮັບການຂະໜານນາມວ່າເປັນ “ການແຂ່ງຂັນໂອແລັມປິກເຕັກນິກຄວາມສາມາດດ້ານເຕັກນິກໂລກ”, ລະດັບການແຂ່ງຂັນສາມາດເປັນຕົວແທນໃຫ້ແກ່ລະດັບຄວາມກ້າວໜ້າດ້ານການພັດທະນາຄວາມສາມາດດ້ານເຕັກນິກອາຊີບຂອງໂລກໃນປັດຈຸບັນໄດ້. ການແຂ່ງຂັນຄວາມສາມາດດ້ານເຕັກນິກໂລກປະຈຳປີ 2022 ຄັ້ງພິເສດຈະຈັດຂຶ້ນຢູ່ຫຼາຍປະເທດນັບແຕ່ກາງເດືອນກັນຍາຫາທ້າຍເດືອນພະຈິກນີ້ ແລະ ລາຍການແຂ່ງຂັນມີທັງໝົດ 62 ລາຍການ.

ຊຸກຍູ້ການຜັນຂະຫຍາຍປະມວນມາດຕະຖານ ວັດທະນະທຳວິສາຫະກິດຫວຽດນາມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ປະຕິບັດຕາມຄໍາຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ກ່ຽວກັບການຜັນຂະຫຍາຍບັ້ນຂົນຂວາຍ “ສ້າງວັດທະນະທຳວິສາຫະກິດ ຫວຽດນາມ”. ເມື່ອບໍ່ດົນຜ່ານມາ ຢູ່ນະຄອນຮະລອງ ແຂວງກວາງນິງ ສະມາຄົມພັດທະນາວັດທະນະທຳວິສາຫະກິດ ຫວຽດນາມ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງກວາງນິງ ຈັດກອງປະຊຸມຜັນຂະຫຍາຍປະມວນມາດຕະຖານວັດທະນະທຳວິສາຫະກິດ ຫວຽດນາມ ເຖິງຜູ້ຕາງໜ້າຂອງ 8 ແຂວງທາງທິດຕາເວັນອອກສ່ຽງໃຕ້.

ຂ່າວລະບຸວ່າ: ການສ້າງວັດທະນະທຳວິສາຫະກິດ ຫວຽດນາມ ຈະຮັບປະກັນການສ້າງປະຊາຄົມວິສາຫະກິດທີ່ເຂັ້ມແຂງຍືນຍົງ, ພັດທະນາຢ່າງກົມກຽວ ໂດຍອີງໃສ່ບັນດາເສົາຄ້ຳເສດຖະກິດວັດທະນະທຳ – ສັງຄົມ, ສະພາບແວດລ້ອມ ແລະ ປັດໄຈຫຼັກແຫຼ່ງແກ່ນສານແມ່ນວັດທະນະທຳ. ພື້ນຖານເສດຖະກິດ ຫວຽດນາມ ພວມມີລະດັບການຂະຫຍາຍຕົວ 200% (ມູນຄ່າວົງເງິນການຄ້ານຳເຂົ້າ-ສົ່ງອອກເພີ່ມຂຶ້ນຫຼາຍກວ່າ 2 ເທົ່າຂອງຍອດຜະລິດຕະພັນພາຍໃນປະເທດ). ການສ້າງ ແລະ ຢັ້ງຢືນເຄື່ອງໝາຍການຄ້າຂອງວິສາຫະກິດ ຈະຊ່ວຍແຜ່ຂະຫຍາຍເຄື່ອງໝາຍການຄ້າແຫ່ງຊາດໃນລະບົບມູນຄ່າທົ່ວໂລກ.

ສະພາບອາກາດທົ່ວໄປ ປະຈໍາວັນທີ 19 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ຍັງຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ.

ກະຊວງ ຮສສ ແລະ ບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ ເຊັນບົດບັນທຶກການຮ່ວມມື

0

ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ລົງນາມໃນບົດບັນທຶກການຮ່ວມມືກ່ຽວກັບວຽກງານແຮງງານ ແລະ ປະກັນສັງຄົມ ໃນວັນທີ 14 ຕຸລາ 2022 ຜ່ານມາ ທີ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ທົງ ຢົງເຮີງ ປະທານບໍລິຫານ, ທັງເປັນອໍານວຍການບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ໂດຍການເຂົ້າຮ່ວມຂອງທ່ານ ນາງໃບຄໍາ ຂັດທິຍະລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອເປັນສັກຂີພິຍານຂອງການລົງນາມດັ່ງກ່າວ.

ບົດບັນທຶກການຮ່ວມມືຄັ້ງນີ້, ແມ່ນການຮ່ວມມືທີ່ສໍາຄັນ ທີ່ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ບັນລຸການຕົກລົງກັບບໍລິສັດ ໂດຍແນໃສ່ແຜນການພັດທະນາກໍ່ສ້າງໂຄງການເກືອໂປຕາສ ໃນບາດກ້າວຕໍ່ໄປຂອງບໍລິສັດ ເພື່ອຮັບປະກັນຄວາມຕ້ອງການແຮງງານຂອງວິສາຫະກິດ, ການພັດທະນາສີມືແຮງງານສະເພາະ, ສະໜອງຕໍາແໜ່ງງານໃຫ້ແກ່ສັງຄົມ ແລະ ດ້ານອື່ນໆ. ອີງຕາມຂໍ້ຜູກພັນໃນບົດບັນທຶກ, ກະຊວງແຮງງານລາວ ຈະອີງຕາມຄວາມຕ້ອງການໃນການນໍາໃຊ້ແຮງງານຕົວຈິງຂອງບໍລິສັດ, ເປີດການຝຶກອົບຮົມສີມືແຮງງານລ່ວງໜ້າ, ກວດສອບ ພ້ອມທັງມອບໃບຢັ້ງຢືນທັກສະສີມື, ສະໜອງຢ່າງຕໍ່ເນື່ອງສໍາລັບແຮງງານທີ່ມີສີມືວິຊາສະເພາະຕ່າງໆທີ່ຈໍາເປັນ ແກ່ການພັດທະນາຂອງວິສາຫະກິດ, ພ້ອມທັງອໍານວຍຄວາມສະດວກ ດ້ານການປະກອບເອກະສານ ສໍາລັບການເຮັດວຽກງານຂອງຄົນລາວ ແລະ ຕ່າງປະເທດ; ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈະສົມທົບກັບ ກະຊວງແແຮງງານ ແລະ ສະຫວັດດີການສັງຄົມ ເພື່ອສະໜອງຄວາມຕ້ອງການທີ່ຈໍາເປັນດ້ານຕໍາແໜ່ງ ແລະ ທັກສະສີມືເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທໍາ ສໍາລັບແຮງງານລາວ.

ກ່ອນເລີ່ມພິທີເຊັນບົດບັນທຶກ, ໃນລະຫວ່າງການໂອ້ລົມ ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ກ່າວຕໍ່ ທ່ານ ທົງ ຢົງເຮີງ ວ່າ: ໃນວັນທີ 18 ມິຖຸນາ ທີ່ຜ່ານມາ ໄດ້ນຳພາບັນດາກົມກອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງໄປຢ້ຽມຢາມພາກສະໜາມຕົວຈິງຢູ່ ຂອງໂຄງການຊີໂນ-ອາກຣີໂປຕາສ, ໄດ້ຢ້ຽມຊົມພ້ອມທັງສຳພັດການກໍ່ສ້າງ ແລະ ການຜະລິດທີ່ມີຄວາມຄຶກຄື້ນຂອງໂຄງການ, ເຊິ່ງໄດ້ຢັ້ງຢືນເຖິງກໍາລັງຄວາມສາມາດຂອງບໍລິສັດ ແລະ ຄວາມຕັດສິນໃຈອອກແຮງຊຸກຍູ້ ການພັດທະນາເສດຖະກິດຂອງ ສປປ ລາວ. ບໍລິສັດ ຈະສືບຕໍ່ຍົກລະດັບສັດສ່ວນການນຳໃຊ້ແຮງງານພາຍໃນທ້ອງຖິ່ນ, ພ້ອມທັງຊື້ປະກັນສັງຄົມ, ສະໜອງສະຖານທີ່ກິນຢູ່ພັກເຊົາ ໂດຍບໍ່ເສຍຄ່າ, ເບີກຈ່າຍເງິນອຸດໜູນ, ເງິນເຟີ້ຈາກອັດຕາແລກປ່ຽນ ແລະ ມາດຕະການສະຫວັດດີການອື່ນໆ ໃຫ້ແກ່ພະນັກງງານຄົນລາວ, ເຮັດໃຫ້ພະນັກງານທັງຄົນລາວ ແລະ ຄົນຈີນ ຢູ່ຮ່ວມກັນຢ່າງປອງດອງກົມກຽວ ເພື່ອໃຫ້ທຸກຄົນມີຄວາມຊົງຈໍາທີ່ເລິກເຊິ່ງ.

ເມື່ອທໍາຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການຕົວຈິງ ດ້ານການຮັບສະໝັກພະນັກງານທີ່ມີທັກສະສີມືວິຊາສະເພາະພາຍໃນທ້ອງຖິ່ນ ແລະ ຂົງເຂດການຝຶກອົບຮົມແລ້ວ, ພາກສ່ວນກ່ຽວຂ້ອງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າໃນຫົວຂໍ້ສະເພາະ, ພ້ອມທັງປະສານສົມທົບກັບກົມກອງທີ່ກ່ຽວຂ້ອງ ແລະ ສະຖາບັນການສຶກສາວິຊາສະເພາະຕ່າງໆຂອງລາວ ເພື່ອຈັດສົ່ງແຮງງານທີ່ມີຄຸນນະພາບ, ມີທັກສະສີມືດ້ານວິຊາສະເພາະຕ່າງໆໃຫ້ແກ່ບໍລິສັດຫລາຍກວ່າເກົ່າ, ເພື່ອຕອບສະໜອງຢ່າງພຽງພໍກັບຄວາມຕ້ອງການແຮງງານສໍາລັບການພັດທະນາຢ່າງວ່ອງໄວຂອງບໍລິສັດ; ການເຊັນບົດບັນທຶກການຮ່ວມມືຄັ້ງນີ້ ແມ່ນໂດຍຜ່ານກົນໄກຮັບປະກັນຕ່າງໆ ເພື່ອຢືນຢັນການຕອບສະໜອງຢ່າງພຽງພໍຕາມຄວາມຮຽກຮ້ອງຕ້ອງການໃໝ່ ທີ່ເກີດຈາກການພັດທະນາຂອງວິສາຫະກິດ, ພ້ອມທັງເພື່ອສ້າງໃຫ້ກາຍເປັນວິສາຫະກິດແບບຢ່າງ ໃນຂົງເຂດແຮງງານ ແລະ ປະກັນສັງຄົມ ເພືື່ອປະຕິບັດໃຫ້ປະກົດຜົນເປັນຈິງ ໃຫ້ທຸກຝ່າຍໄດ້ຮັບຜົນປະໂຫຍດ ທັງພາກລັດ, ວິສາຫະກິດ ແລະ ປະຊາຊົນ.

ທ່ານ ທົງຢົງເຮີງ ໄດ້ກ່າວໃນບົດປະກອບຄໍາເຫັນວ່າ: ໃນໄລຍະຫລາຍປີຜ່ານມາ ຊີໂນ-ອາກຣີໂປຕາສ ແມ່ນດຳເນີນກິດຈະການໂດຍສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ປະສານກົມກຽວກັບອໍານາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນທີ່ຢູ່ອ້ອມຂ້າງ, ອອກແຮງເພື່ອປະຕິບັດໃຫ້ປະກົດຜົນເປັນຈິງ ໃນການພັດທະນາຮ່ວມກັນລະຫວ່າງວິສາຫະກິດ ກັບ ອໍານາດການປົກຄອງ ແລະ ປະຊາຊົນ.

ປັດຈຸບັນ, ບໍລິສັດ ມີພະນັກງານຄົນລາວ ກວມຈໍານວນພະນັກງານທັງໝົດຫລາຍກວ່າ 70%, ພະນັກງານລາວ-ຈີນ ຢູ່ຮ່ວມກັນຢ່າງປອງດອງກົມກຽວ, ວິສາຫະກິດ ກໍໄດ້ສ້າງໂອ ກາດແຫ່ງການພັດທະນາອັນກວ້າງຂວາງ ໃຫ້ແກ່ພະນັກງານທັງສອງປະເທດ. ປັດຈຸບັນ, ບໍລິ ສັດ ຄຽງຄູ່ກັບການເລັ່ງຊຸກຍູ້ກໍ່ສ້າງໂຄງການພາກຂະຫຍາຍ ເກືອໂປຕາສ ຂະໜາດ 3 ລ້ານໂຕນ ແລະ 5 ລ້ານໂຕນ, ຍັງໄດ້ເລີ່ມວຽກງານຮ່ວມມືຮອບດ້ານຂອງອຸດສະຫະກຳຕ່ອງໂສ້ທີ່ບໍ່ແມ່ນໂປຕາສ (ອະໂປຕາສ), ເຊິ່ງຈະນໍາມາເຖິງຄວາມຕ້ອງການຊັບພະຍາກອນ ດ້ານບຸກຄະລາກອນຫລວງຫລາຍກວ່າເກົ່າ, ຄາດວ່າທ້າຍປີ 2026 ພາຍຫລັງສໍາເລັດການກໍ່ສ້າງເຂດອຸດສາຫະກໍາເກືອໂປຕາສ ແລະ ເຂດອຸດສາຫະກໍາອະໂປຕາສ ຈະມີຄວາມຕ້ອງການນຳໃຊ້ແຮງງານຫລາຍທີ່ສຸດ, ຫວັງຢ່າງຍິ່ງວ່າທາງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມແລະ ພາກສ່ວນທີ່ກ່ຽວຂ້ອງ ຈະສາມາດໃຫ້ການສະໜັບສະໜູນບໍລິສັດເໜືອນດັ່ງທີ່ຜ່ານມາ, ພ້ອມກັນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງລາວໃຫ້ມີຄຸນນະພາບ.

ກອງເຕ, ຈໍຈິນໂຢ່ ເຈລະຈາຫຼົມເຫຼວ ກຽມອໍາລາເຊວຊີ

0

ເອັນໂກໂລ່ ກອງເຕ ກັບ ຈໍຈິນໂຢ່ ສອງກອງກາງຂອງ ເຊວຊີ ມີແວວອໍາລາທີມຫຼັງຈົບລະດູການນີ້ເພີ່ມຂຶ້ນ ຫຼັງຈາກການເຈລະຈາສັນຍາສະບັບໃໝ່ມີອັນຫຼົມແຫຼວ. The Evening Standard ສື່ອັງກິດ ລາຍງານວ່າ ກອງເຕ ແລະ ຈໍຈິນໂຢ່ ບໍ່ສາມາດບັນລຸຂໍ້ຕົກລົງເລື່ອງສັນຍາສະບັບໃໝ່ກັບຕົ້ນສັງກັດ ເຊວຊີ ໄດ້ ຂະນະທີ່ສັນຍາປັດຈຸບັນຂອງທັງສອງຄົນກໍາລັງຈະໝົດອາຍຸຫຼັງຈົບລະດູການ 2022-23.

ລາຍງານຂ່າວລະບຸວ່າ ກອງເຕ ບໍ່ສາມາດຕົກລົງກັບ ເຊວຊີ ປະເດັນໄລຍະເວລາຂອງສັນຍາ ໂດຍສະໂມສອນໄດ້ສະເໜີສັນຍາໄລຍະເວລາສອງປີໃຫ້ ແຕ່ກອງກາງອາຍຸ 31 ປີ ຕ້ອງການຫຼາຍກວ່ານັ້ນ ເຊິ່ງເບິ່ງເໝືອນຈະຂັດກັບແນວທາງຂອງສະໂມສອນ.

ຂະນະທີ່ ຈໍຈິນໂຢ່ ໄດ້ຮັບຂໍ້ສະເໜີເບື້ອງຕົ້ນ ມີການຂະຫຍາຍໄລຍະເວລາອອກໄປ ແຕ່ຕົວເລກຄ່າຈ້າງຍັງຄົງເທົ່າເດີມ ທີ່ 120.000 ປອນຕໍ່ອາທິດ ເຊິ່ງກອງກາງທີມຊາດອີຕາລີ ຕ້ອງການໄດ້ຄ່າຈ້າງເພີ່ມຕາມ ເຊຊາ ອັຊປິລິກວຍຕາ ທີ່ຕໍ່ສັນຍາສະບັບໃໝ່ ຮັບຄ່າຈ້າງເພີ່ມເປັນ 150.000 ປອນຕໍ່ອາທິດເມື່ອບໍ່ດົນມານີ້.

ດ້ານ ຟາບຣິຊິໂອ ໂຣມາໂນ່ ນັກຂ່າວຊາວອີຕາລີ ກໍລາຍງານກົງກັນວ່າ ການເຈລະຈາສັນຍາສະບັບໃໝ່ລະຫວ່າງ ເຊວຊີ ແລະ ກອງເຕ ບໍ່ປະສົບຄວາມສໍາເລັດ. ດັ່ງນັ້ນ ຈຶ່ງມີທ່າອ່ຽງສູງຂຶ້ນເລື້ອຍໆ ທີ່ຈະຍ້າຍທີມແບບບໍ່ມີຄ່າຕົວຫຼັງຈາກໝົດສັນຍາຈົບລະດູການນີ້ ໂດຍສາມາດຕົກລົງສັນຍາລ່ວງໜ້າກັບສະໂມສອນອື່ນທີ່ຢູ່ນອກປະເທດອັງກິດໄດ້

FIFA ຈັບມືກັບອິນໂດເນເຊຍ ເລື່ອງຄວາມປອດໄພສະໜາມກິລາບານເຕະ

0

ທ່ານ ຈານນີ່ ອິນຟານຕິໂນ່ ປະທານສະຫະພັນບານເຕະນານາຊາດ (FIFA) ແລະ ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂຄ ວິໂດໂດ ບັນລຸຂໍ້ຕົກລົງຮ່ວມມືວາງມາດຕະການດ້ານຄວາມປອດໄພໃໝ່ໃຫ້ກັບສະໜາມກິລາບານເຕະໃນທົ່ວປະເທດ ຫຼັງຈາກມີຜູ້ເສຍຊີວິດ 130 ຄົນ ເມື່ອສອງສາມອາທິດກ່ອນ.

ໃນຕົ້ນເດືອນທີ່ຜ່ານມາ ຕຳຫຼວດໄດ້ຍິງແກັສນ້ຳຕາໃສ່ກອງເຊຍບານທີ່ລົງມາໃນສະໜາມກິລາ ຄານຈູຣູຮັນ ໃນເມືອງ ມາລັງ ຫຼັງເກມທີ່ທີມ ອາເຣມ່າ ເອຟຊີ ພ່າຍແພ້ ເປີເຊບາຢ່າ ສຸຣາບາຢ່າ

ກອງເຊຍບານເຕະຫຼາຍຮ້ອຍຄົນ ພະຍາຍາມໜີອອກຈາກສະໜາມ ເຮັດໃຫ້ເກີດການຢຽບກັນຕາຍ ຈົນເຮັດໃຫ້ປະຊາຊົນຄຽດແຄ້ນຫຼາຍ ເພາະເຊື່ອກັນວ່າສາເຫດຫຼັກແມ່ນມາຈາກການສະຫຼາຍການຊຸມນຸມຂອງເຈົ້າໜ້າທີ່ ແລະ ມີການສອບສວນເພື່ອລົງໂທດຜູ້ທີ່ກ່ຽວຂ້ອງໃນຕອນນີ້.

ທ່ານ ອິນຟານຕິໂນ່ ໄດ້ເດີນທາງໄປນະຄອນຫຼວງຈາກາຕາ ເພື່ອພົບກັບທ່ານ ວິໂດໂດ ຫຼັງຈາກສອງຝ່າຍໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນເພື່ອປັບປຸງສະໜາມກິລາ ກ່ອນໜ້າທີ່ ອິນໂດເນເຊຍ ຮັບເປັນເຈົ້າພາບຈັດການແຂ່ງຂັນເຕະບານຊີງແຊັມໂລກ ຮຸ່ນອາຍຸຕ່ຳກວ່າ 20 ປີໃນປີໜ້າ

FIFA ຢືນຢັນວ່າ ຈະຕັ້ງສໍານັກງານແຫ່ງໃໝ່ໃນອິນໂດເນເຊຍ ເພື່ອດູແລຂະບວນການປະຕິຮູບດ້ານກິລາບານເຕະໃນປະເທດ ໃນພາບລວມທັງໝົດ. ” ເຮົາເປັນໜີ້ກອງເຊຍບານ ທີ່ຕ້ອງໄດ້ຮັບຄວາມໝັ້ນຄົງ ແລະ ປອດໄພລະຫວ່າງທີ່ເດີນທາງໄປຊົມເກມ ” ທ່ານ ອິນຟານຕິໂນ່ ເປີດເຜີຍ.

“ປໍເຊດຕິໂນ່” ບໍ່ສົນໃຈ ວິນລາ ຫວັງຈະກັບມາຄຸມ ສະເປີ

0

90min ລາຍງານວ່າ ເມົາຣິຊິໂອ ປໍເຊດຕິໂນ່ ບໍ່ສົນໃຈຮັບຕໍາແໜ່ງຜູ້ຈັດການທີມ ແອສຕັນ ວິນລ່າ ເພາະຕ້ອງການກັບຄືນໄປຮັບວຽກທີ່ ທັອດແນ່ມ ຮອດສະເປີ. ແອສຕັນ ວິນລ່າ ເລີ່ມຕົ້ນລະດູການໄດ້ໜ້າຜິດຫວັງ ເກັບໄຊຊະນະໄດ້ 2 ຈາກ 10 ນັດທໍາອິດ ຄອງອັນດັບ 16 ຂອງຕາຕະລາງ ຫ່າງຈາກເຂດຕົກຊັ້ນພຽງແຕ່ 1 ຄະແນນ.

ລາຍງານລະບຸວ່າ ຜົນງານດັ່ງກ່າວ ເຮັດໃຫ້ ແອສຕັນ ວິນລ່າ ສົ່ງຕົວແທນຕິດຕໍ່ກັບ ປໍເຊດຕິໂນ່ ເພື່ອສອບຖາມຄວາມສົນໃຈໃນການມາຮັບຕໍາແໜ່ງແທນທີ່ ສະຕີເວ່ນ ເຈີຣາດ..

ສື່ຈາກອັງກິດຄາດການວ່າ ແອສຕັນ ວິນລ່າ ວາງຕົວ ປໍເຊດຕີໂນ່ ໄວ້ເປັນເປົ້າໝາຍທໍາອິດ ຫາກມີການປົດເຈີຣາດ. ຢ່າງໃດກໍຕາມ ລາຍງານຫຼ້າສຸດອັບເດດວ່າ ປໍເຊດຕິໂນ່ ບໍ່ສົນໃຈວຽກໃນຖິ່ນ ວິນລ່າ ປາກ ເຖິງຈະເຫັນວ່າສະໂມສອນມີສະຖານະການເງິນດີພໍສໍາລັບເສີມທີມໃນຕະຫຼາດຊື້*ຂາຍທີ່ກໍາລັງຈະມາເຖິງ.

ປໍເຊດຕິໂນ່ ຄິດວ່າຕໍາແໜ່ງຜູ້ຈັດການທີມທີ່ ສະເປີ ອາດຫວ່າງລົງໃນໄວໆນີ້ ແລະ ເຂົາຕ້ອງການຈະກັບໄປເຮັດວຽກຢູ່ທີ່ນັ້ນອີກຄັ້ງ. ຜູ້ຈັດການຄົນປັດຈຸບັນຂອງສະເປີ ຢ່າງ ອັນໂຕນິໂອ ຄອນເຕ ກໍາລັງຈະໝົດສັນຍາຫຼັງຈົບລະດູການນີ້ ແລະມີຄວາມສົນໃຈໃນຕົວເຂົາຈາກ ຢູເວນຕຸສ ສໍາລັບເປົ້າໝາຍອື່ນໆຂອງ ແອສຕັນ ວິນລ່າ ປາກົດມີຊື່ ອູໄນ ເອເມຣີ່ ຜູ້ຈັດການຈາກ ບີຢາຣິວ ລວມໄປເຖິງ ໂທມັສ ທູເຄິລ ທີ່ກໍາລັງຫວ່າງງານຢູ່.