Tuesday, September 23, 2025
Home Blog Page 893

ສປຊ ຮຽກຮ້ອງການເຄື່ອນໄຫວຢ່າງຮີບດ່ວນເພື່ອລຶບລ້າງຄວາມທຸກຍາກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນສານ ເນື່ອງໃນໂອກາດວັນສາກົນລຶບລ້າງຄວາມທຸກຍາກ (17 ຕຸລາ), ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຕ້ອງພະຍາຍາມໃນການເຄື່ອນໄຫວທົ່ວໂລກຢ່າງຮີບດ່ວນໃນສະພາບການຂາດຄວາມສະເໝີພາບພວມເພີ່ມຂຶ້ນ, ບັນດາພື້ນຖານເສດຖະກິດແຫ່ງຊາດ ແລະ ປະຊາຊົນຖືກຜົນກະທົບຍ້ອນບໍ່ມີວຽກເຮັດງານທຳ, ລາຄາສະບຽງອາຫານ ແລະ ພະລັງງານເພີ່ມຂຶ້ນສູງ ພ້ອມກັບໄພຊຸດໂຊມທົ່ວໂລກ. ບໍ່ພຽງແຕ່ເທົ່ານັ້ນ, ວິກິດການດ້ານອາກາດ ແລະ ການປະທະກັນໄດ້ກໍ່ໃຫ້ເກີດຄວາມເສຍຫາຍຫຼາຍຢ່າງ, ໃນນັ້ນ, ບັນດາຜູ້ທຸກຍາກທີ່ສຸດພວມຖືກຜົນກະທົບຢ່າງໜັກໜ່ວງ. ໃນຂະນະນັ້ນ, ບັນດາເປົ້າໝາຍພັດທະນາແບບຍືນຍົງພວມນັບມື້ນັບຍາກທີ່ຈະບັນລຸໄດ້. ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງຕ້ອງເຄື່ອນໄຫວລົງທຶນໃຫ້ແກ່ບັນດາມາດຕະການຖືມະນຸດເປັນໃຈກາງ, ສະໜັບສະໜູນບັນດາປະເທດພວມພັດທະນາໃນວິວັດການຫັນປ່ຽນຈາກການນຳໃຊ້ເຊື້ອໄຟຟອດຊິວໄປເປັນພະລັງງານທົດແທນ.

ນັກກິລາເທັນນິດທີມຊາຍລາວ ເຂົ້າຮ່ວມແຂ່ງຂັນເທັນນິດ ຊີງແຊັມໂລກ

0

ສະຫະພັນກິລາເທັນນິດແຫ່ງຊາດລາວ ສົ່ງຄະນະນັກກິລາ ຈຳນວນ 6 ຄົນ, ຄູຝຶກ 2 ຄົນ ແລະ ນັກກິລາ 4 ຄົນ ເຂົ້າຮ່ວມແຂ່ງຂັນກິລາເທັນນິດທີມຊາຍ ຊີງແຊັມໂລກ ຫຼື ລາຍການ Davis Cup ຄັ້ງທຳອິດ ທີ່ປະເທດບາເຣນ ນຳໂດຍ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມ ພ້ອມດ້ວຍຄູຝຶກຊາວສິງກະໂປ ທ່ານ ອາລັນ ວ໋ອງ ແລະ ນັກກິລາ 4 ຄົນ ປະກອບມີ ທ້າວ ວິທະຍາ ຣາຊາວະດີ, ທ້າວ ສະຖາພອນ ສິມມາລາວົງ, ທ້າວ ສົມພອນ ຊົງວິໄລ ແລະ ທ້າວ ໄຊສະຫວັດ ຈັນສົມພູ.

ເມື່ອບໍ່ດົນຜ່ານມາ ທີ່ສະໜາມກິລາເທັນນິດວຽງຈັນ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບ-ຮັບ ເງິນອຸດໜູນການເດີນທາງຂອງຄະນະນັກກິລາເທັນນິດລາວ ເພື່ອເປັນກຳລັງໃຈໃນການເຂົ້າຮ່ວມແຂ່ງຂັນລາຍການນີ້ ຊຶ່ງເປັນຄັ້ງປະຫວັດສາດ ທີ່ທີມນັກກິລາເທັນນິດລາວ ໄດ້ເຂົ້າຮ່ວມ ລາຍການ Davis Cup ຈາກທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວມີຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດນັກກິລາເທັນນິດຮຸ່ນອາວຸໂສ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ດາວວອນ ພະຈັນທະວົງ ໃຫ້ຮູ້ວ່າ: ລາຍການນີ້ ສະຫະພັນພວກເຮົາເຄີຍສົ່ງນັກກິລາຍິງເຂົ້າຮ່ວມແຂ່ງຂັນມາກ່ອນ ຊຶ່ງນັກກິລາຊາຍເນື່ອງຈາກພວກເຮົາເປັນສະມາຊິກຊັ້ນສອງ ຈຶ່ງໄດ້ສິດເຂົ້າຮ່ວມແຂ່ງຂັນ ແລະ ກໍເປັນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມລາຍການນີ້ ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພັນເທັນນິດສາກົນ ຫຼື ໄອທີເອັບ ລາຍການດັ່ງກ່າວ ປີໜຶ່ງຈະມີແຂ່ງຂັນ 3 ຫາ 4 ລາຍການ ແລະ ຕໍ່ໄປພວກເຮົາກໍຈະໄດ້ໄປຮ່ວມ ສິ່ງທີ່ພາກພູມໃຈທີ່ສຸດຄືເຫັນທຸງຊາດລາວ ປິວສະບັດຜ່ານສາຍຕາມວນຊົນໃນເວທີໂລກ ຊຶ່ງເປັນກຽດ ແລະ ຊື່ສຽງຂອງປະເທດຊາດ. ແນວໃດກໍຕາມ, ສຳລັບນັກກິລາຊຸດນີ້ ກໍເຫັນວ່າມີຄວາມພ້ອມຫຼາຍດ້ານ ໂດຍມີຄູຝຶກຕ່າງປະເທດມາປະຈຳ ທີ່ເຄີຍນຳທີມເຂົ້າຮ່ວມແຂ່ງຂັນງານກິລາຊີເກມ ທີ່ ສສ ຫວຽດນາມ ກໍສາມາດຍາດໄດ້ 1 ຫຼຽນທອງ ແລະ ພໍ່ແມ່ຜູ້ປົກຄອງກໍໄດ້ເອົາໃຈໃສ່ປະກອບສ່ວນຢ່າງເຕັມທີ່ ແລະ ພວກເຮົາຊາວລາວທຸກຄົນຂໍເປັນກຳລັງໃຈທີ່ດີໃຫ້ທຸກຄົນນຳເອົາກຽດຊື່ສຽງມາສູ່ປະເທດຊາດດ້ວຍຄວາມພາກພູມໃຈ. ສ່ວນ ທ່ານ ວົງສະຫວັດ ຈັນສົມພູ ຫົວໜ້າທີມຊາດລາວຊຸດນີ້ ກໍໄດ້ໃຫ້ຮູ້ວ່າ: ຄະນະນັກກິລາລາວທຸກຄົນ ແມ່ນມີຄວາມພ້ອມເຕັມຮ້ອຍ ທັງພະລະກຳລັງ ແລະ ຈິດໃຈ ພ້ອມສູ້ຊົນສ້າງຜົນງານໃຫ້ດີທີ່ສຸດ ເພື່ອເກັບຄະແນນອັນດັບໂລກທີ່ດີກັບມາ. ທ້າວ ວິທະຍາ ຣາຊາວະດີ ນັກເທັນນິດ ມື 1 ຂອງລາວ ກໍສະແດງຄວາມດີໃຈ ທີ່ໄດ້ເປັນຕົວແທນຂອງທີມຊາດລາວ ເຂົ້າຮ່ວມລາຍການນີ້ຄັ້ງທຳອິດ ຈະພະຍາຍາມສູ້ສຸດຄວາມສາມາດ ເພື່ອຍາດແຍ່ງຜົນງານໃຫ້ດີທີ່ສຸດ. ການແຂ່ງຂັນເທັນນິດ ທີມຊາຍຊີງແຊັມໂລກ ຫຼື ລາຍການ Davis Cup ແມ່ນມີມາແຕ່ປີ 1900 ໂດຍມີການຈັດລະດັບແຂ່ງຂັນໃນແຕ່ລະຂົງເຂດ ຕາມຜົນງານອັນດັບໂລກ ຫຼື Ranking ຂອງແຕ່ລະຊາດ ເພື່ອຄັດເຂົ້າສູ່ຮອບສຸດທ້າຍ ຫຼື ລະດັບສູງສຸດ. ສຳລັບນັກກິລາເທັນນິດ ທີມຊາດລາວ ໃນຖານະເປັນນ້ອງໃໝ່ ໄດ້ແຂ່ງຂັນໃນຂົງເຂດອາຊີ-ໂອຊີເນຍ ຢູ່ລະດັບກຸ່ມທີ 4 ຂອງຂົງເຂດ ຊຶ່ງມີ 17 ທີມເຂົ້າຮ່ວມ ແບ່ງການແຂ່ງຂັນອອກເປັນ 2 ສ່ວນ ໂດຍທີມຊາດລາວ ຢູ່ສ່ວນທີ 2 ປະກອບມີ 9 ປະເທດ ຄື: ເຕີກເມນິສຖານ, ຄູເວດ, ກຳປູເຈຍ, ເກາະກວມ, ມົງໂກລີ, ສິງກະໂປ, ບູຖານ ແລະ ບາເຣນ ເຈົ້າພາບ. ສ່ວນຮູບແບບການແຂ່ງຂັນຈະແບ່ງເປັນ 2 ກຸ່ມ ແຂ່ງພົບກັນໝົດໃນກຸ່ມ ແບບດີສຸດ 2 ໃນ 3 ຄູ່ ກໍຄື ດ່ຽວ ມື 1 ມື 2 ແລະ ຄູ່ຊາຍ, ແລ້ວຄັດເລືອກເອົາທີ 1 ຂອງສອງກຸ່ມ ມາພົບກັນ ເພື່ອເອົາທີມຊະນະ ເລື່ອນຊັ້ນສູ່ກຸ່ມທີ 3 ຂອງຂົງເຂດ ແລະ ຄ່ອຍໄຕ່ເຕົ້າໄປສູ່ລະດັບສູງສຸດ ຫຼື World Group Finals ເພື່ອລຸ້ນຊີງແຊັມ, ສ່ວນທີມທີ່ບໍ່ຕິດອັນດັບ 1 ຂອງກຸ່ມໃນຂົງເຂດອາຊີ-ໂອຊີເນຍ ໄປແຂ່ງຂັນຈັດອັນດັບ ເກັບຄະແນນອັນດັບໂລກ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 17-22 ຕຸລາ 2022 ລາຍການດັ່ງກ່າວຖືວ່າເປັນໂອກາດທີ່ດີຂອງວົງການເທັນນິດລາວ ກໍຄື ນັກກິລາເທັນນິດລາວ ຈະໄດ້ຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການອັນໃໝ່ໆ ເພື່ອຍົກລະດັບສີມື, ທັກສະຄວາມສາມາດ ໄປເທື່ອລະກ້າວ.

ຂ່າວ-ພາບ: ສົງການ ພັນແພງດີ

ວັດ​ອິນ​ແປງ ວໍ​ຣະ​ວິຫານ ​ເປັນ​ສະຖານທີ່​ທ່ອງ​ທ່ຽວ​ທີ່​ປະສົມ​ປະສານ​ທາງ​ດ້ານ​ປະຫວັດ​ສາດ ແລະ ວັດ​ທະ​ນະ​ທໍາ​

0

ວັດ​ອິນ​ແປງວໍ​ຣະ​ວິຫານ ​ເປັນ​ສະຖານທີ່​ທ່ອງ​ທ່ຽວ​ທີ່​ປະສົມ​ປະສານ​ທາງ​ດ້ານ​ປະຫວັດ​ສາດ ແລະ ວັດ​ທະ​ນະ​ທໍາ​ ຊຶ່ງ​ຕັ້ງ​ຢູ່​ໃຈກາງ​ເທດສະບານ​ຂອງ​ນະຄອນ​ຫຼວງ​ວຽງ​ຈັນ, ທາງ​ທິດເ​ໜືອ​ຂອງ​ວັດ​ອົງ​ຕື້, ມີ​ການ​ເລົ່າ​ຂານ ສືບ​ທອດ​ຕໍ່​ກັນ​ມາ​ວ່າ: ໃນ​ໄລຍະ​ການ​ກໍ່ສ້າງ​ວັດ​ອິນ​ແປງ​ນີ້, ໄດ້​ມີ​ພະຍາອິນແປງ ກາຍ​ເປັນ​ຜູ້​ເຖົ້າ​ມາ​ຊ່ວຍເຫຼືອ ແລະ ແນະ​ນໍາ​ໃນ​ການ​ກໍ່ສ້າງ​ວັດ ແລະ ​ຫຼັງ​ຈາກ​ນັ້ນ​ພະຍາ​ອິນ ​ກໍຍັງ​ໄດ້​ແປງກາຍ​ເປັນ​ຄູບາ​ເຖົ້າ​ອົງ​ໜຶ່ງ ເພື່ອ​ມາ​ຊ່ວຍ​ສ້າງ​ພະ​ພຸດ​ທະ​ຮູບ​ນໍາ​ອີກ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່​ວັດ​ອິນແປງ ຈົນ​ເທົ່າ​ທຸກ​ມື້ນີ້. ວັດ​ນີ້​ຖື​ໄດ້​ວ່າ​ເປັນ​ບູ​ຮານ​ສະຖານທີ່​ເກົ່າ​ແກ່​ແ​ຫ່ງໜຶ່ງ​ໃນ​ປະເທດ​ລາວ ແລະ ເປັນ​ສະ​ຖາ​ປັດ​ຕະ​ຍະ​ກໍາ​ທີ່​ມີ​ລັກ ສະນະໂດດ​ເດັ່ນ​ທາງ​ດ້ານ​ສິລະ​ປະ​ລາຍ​ລາວ ​ຄ້າຍຄື​ກັນ​ກັບ​ວັດ​ອົງ​ຕື້​ ແລະ ວັດສີ​ເມືອງ. ປະຊາຊົນ​ລາວ​ໃນ​ນະຄອນຫຼວງ​ວຽງ​ຈັນ ກໍຄື​ແຂກ​ທີ່​ມາຈາກ​ທ້ອງຖິ່ນ​ອື່ນ​ໄດ້​ໃຫ້​ຄວາມ​ເຄົາລົບ ແລະ ສັດທາ​ວັດ​ນີ້​ຫຼາຍ​ເນື່ອງຈາກ​ວ່າ​ເປັນ​ສະຖານທີ່​ບັນຈຸ​ວັດຖຸບູຮານ​ອັນ​ມີຄ່າ ແລະ ສໍາ​ຄັນ​ທາງ​ສາສະໜາ​ພຸດ​ ເປັນຕົ້ນ​ແມ່ນພະ​ພຸດ​ທະ​ຮູບ​ອິນ​ແປງ, ໃບ​ເສມາ​ຫີນ ຮູບ​ສິງ ແລະ ​ເສົາ​ຫີນ. ຢູ່​ດ້ານ​ໜ້າ​ຂອງ​ວັດ​ແຫ່ງ​ນີ້​ຍັງ​ມີ​ເດີ່ນ​ກ​ວ້າງໄວ້ ສໍາ​ລັບ​ຈັດ​ກິດ​ຈະ​ກໍາ​ທາງ​ສາສະໜາ​ໃນ​ວັນ​ເທດສະການ​ຕ່າງໆ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ

ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 17 ຕຸລາ ຜ່ານມາ ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມລາຍການ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”. ລາຍການນີ້ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທໍາຢ່າງເລິກເຊິ່ງ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອສາມັກຄີ, ຈິດໃຈຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງປະຊາຄົມ ແນໃສ່ເອົາໃຈໃສ່ເບິ່ງແຍງດູແລຊ່ວຍເຫຼືອຄົນທຸກຍາກໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ຂ່າວລະບຸວ່າ: ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ ເນັ້ນໜັກວ່າ: ຍາມໃດພັກ, ລັດ ກໍເອົາໃຈໃສ່ເປັນພິເສດຕໍ່ວຽກງານລຶບລ້າງໄພອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຖືນີ້ແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ, ແມ່ນໜ້າທີ່ຈຸດສຸມ, ຍຸດທະສາດຂອງວິວັດການພັດທະນາໂດຍໄວ ແລະ ຍືນຍົງ. ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ – ບໍ່ປະໃຫ້ຜູ້ໃດຖືກຕົກຄ້າງໄວ້ຢູ່ທາງຫຼັງ ບໍ່ພຽງແຕ່ແມ່ນຄຳຂວັນເທົ່ານັ້ນ ຫາກຍັງແມ່ນການກະທໍາລະອຽດ ແລະ ແທດຈິງອີກດ້ວຍ. ການລຶບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແມ່ນບັນຫາທົ່ວປວງຊົນ ແລະ ທົ່ວປະເທດ ຕ້ອງມີວິທີການສຳຜັດກັບທົ່ວປວງຊົນໃນທົ່ວປະເທດ ນັ້ນແມ່ນການເຂົ້າຮ່ວມຢ່າງຕັ້ງໜ້າ, ມີການສົມທົບ, ສະໜັບໜູນຂອງທຸກຂັ້ນ, ທຸກຂະແໜງການ ແລະ ເພື່ອນມິດ, ຄູ່ຮ່ວມມືສາກົນ. ຂ້າພະເຈົ້າສະເໜີ ແລະ ຮຽກຮ້ອງໃຫ້ ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງຄົບຊຸດ ແລະ ມີປະສິດທິຜົນ, ເປັນຕົ້ນແມ່ນໃນ 3 ລາຍການເປົ້າໝາຍແຫ່ງຊາດ. ມີວິທີການແກ້ໄຂບັນດາຂໍ້ຕິດຂັດທີ່ເກີດຂຶ້ນໃໝ່ຢ່າງທັນການ. ເພີ່ມທະວີຄວາມຮູ້, ທັກສະການຜະລິດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນທຸກຍາກ. ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດສືບຕໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈ, ມີບັນດາການເຄື່ອນໄຫວຢ່າງແທດຈິງ, ປະກອບສ່ວນຫຼາຍຂຶ້ນກວ່າເກົ່າເຂົ້າໃນວິວັດການຫຼຸດຜ່ອນຄວາມທຸກຍາກ ແລະ ຮັບປະກັນການຊຸກຍູ້ສັງຄົມ.

ໃນຂອບເຂດຂອງລາຍການ, ມີ 167 ອົງການຈັດຕັ້ງ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນຮ່ວມແຮງຮ່ວມໃຈປະກອບສ່ວນອຸປະຖຳໃຫ້ແກ່ຄົນທຸກຍາກ, ດ້ວຍຈຳນວນເງິນສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນ ເຖິງ 1.177 ຕື້ດົງ.

ກຳປູເຈຍ – ຕີມໍແລັດສະເຕ ເພີ່ມການຮ່ວມມືການບໍລິການທາງອາກາດ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 19 ຕຸລາ ທີ່ຜ່ານມານີ້, ກະຊວງການຕ່າງປະເທດກຳປູເຈຍ ໄດ້ອອກຖະແຫຼງການໂດຍລະບຸວ່າ ກຳປູເຈຍ ແລະ ຕີມໍແລັດສະເຕ ກຽມລົງນາມໃນເອກະສານທະວິພາຄີ ສຳຄັນ 2 ສະບັບ ໃນໂອກາດການເດີນທາງຢ້ຽມຢາມນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ຂອງທ່ານ ໂຮເຊ ຣາມອສ-ຮໍຕາ ປະທານາທິບໍດີຕີມໍແລັດສະເຕ.

ທັງນີ້, ຂໍ້ຕົກລົງດັ່ງກ່າວມີຄວາມກ່ຽວຂ້ອງກັບການຮ່ວມມືດ້ານການບໍລິການທາງອາກາດ ແລະ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຄ້າຂາຍເຂົ້າລະຫວ່າງສອງປະເທດ ໂດຍຖະແຫຼງການລະບຸຕື່ມວ່າ ການເດີນທາງມາຢ້ຽມຢາມຂອງ ທ່ານ ໂຮເຊ ຣາມອສ-ຮໍຕາ ຈະເສີມສ້າງ ເພີ່ມຄວາມສຳພັນ ແລະ ການຮ່ວມມືທັງໃນຂອບທະວິພາຄີ ເພື່ອຜົນປະໂຫຍດຮ່ວມກັນຂອງທັງສອງປະເທດ. ອີກຢ່າງໜຶ່ງ, ທ່ານ ໂຮເຊ ຣາມອສ-ຮໍຕາ ໄດ້ເດີນທາງຢ້ຽມຢາມອິນໂດເນເຊຍເມື່ອເດືອນກໍລະກົດທີ່ຜ່ານມາ, ຖືວ່າເປັນການເດີນທາງໄປຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງ ທ່ານ ໂຮເຊ ຣາມອສ-ຮໍຕາ ນັບຕັ້ງແຕ່ຊະນະການເລືອກຕັ້ງເປັນສະໄໝທີສອງເມື່ອເດືອນເມສາທີ່ຜ່ານມາ ຫຼັງຈາກດຳລົງຕຳແໜ່ງຜູ້ນຳຕີມໍແລັດສະເຕ ສະໄໝທຳອິດ ໃນລະຫວ່າງປີ 2007-2012 ໂດຍທ່ານ ໂຮເຊ ຣາມອສ-ຮໍຕາ ມຸ່ງໝັ້ນທີ່ຈະນຳພາຕີມໍແລັດສະເຕເຂົ້າເປັນສະມາຊິກລຳດັບທີ 11 ຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນ ອອກສ່ຽງໃຕ້ (ອາຊຽນ) ຫຼັງຈາກຍື່ນໜັງສືສະໝັກເມື່ອປີ 2011 ແລະ ຫວັງວ່າຈະໄດ້ຮັບການອະນຸມັດເມື່ອອິນໂດເນເຊຍ ຮັບຕຳແໜ່ງປະທານອາຊຽນປະຈຳປີໜ້າຕໍ່ຈາກກຳປູເຈຍ.

ເດີນແບບການກຸສົນ ຫ່ວງໃຍໄປເຖິງ ເພື່ອສົ່ງອ້ອມກອດເຖິງລູກຫຼານຢູ່ຂອບຟ້າແດນໄກໃນລະດູໜາວ

0

ງານເດີນແບບການກຸສົນ “ຫ່ວງໃຍໄປເຖິງ ເພື່ອສົ່ງອ້ອມກອດເຖິງລູກຫຼານຢູ່ຂອບຟ້າແດນໄກໃນລະດູໜາວໄດ້ຈັດຂຶ້ນວັນທີ 18 ຕຸລາ ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ນາລີ ສີສຸລິດ ປະທານຄະນະທີ່ປືກສາສະມາຄົມ ຫັດຖະກຳລາວ, ທ່ານນາງ ຈັນເທົາ ປະຖໍາມະວົງ ປະທານກິດຕິມະສັກ ສະມາຄົມຫັດຖະກຳລາວ ພ້ອມດ້ວຍຄອບຄົວການນໍາ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈໍາລາວ ນັກທຸລະກິດເຂົ້າຮ່ວມ.

ທ່ານນາງ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວກ່າວວ່າ: ການເດີນແບບແມ່ນ ໜຶ່ງໃນບັນດາກິດຈະກໍາຂອງບຸນປາງໃຫຍ່ຂອງສະມາຄົມຫັດຖະກໍາລາວ ໂດຍສະເພາະເປັນງານສ້າງ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອສົ່ງຄວາມຮັກອັນອົບອຸ່ນ ກາຍເປັນອ້ອມກອດໄປສູ່ປະຊາຊົນ, ລູກຫຼານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ແບ່ງເບົາຄວາມທຸກໂສກຈາກໄພພິບັດທັງຜ່ານມາ ແລະ ປະເຊີນຢູ່ ປັດຈຸບັນ ຊຶ່ງພາຍໃນງານຄັ້ງນີ້ມີການເດີນແບບຂອງເຍົາວະຊົນ ແຂກກິດຕິມະສັກ ສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ແລະ ນັກທຸລະກິດ.

ພາຍໃນງານຄັ້ງນີ້ບັນດານັກທຸລະກິດ ແລະ ອົງການຈັດຕັ້ງສາກົນໄດ້ປະກອບສ່ວນເງິນປະກອບມີ: ບໍລິສັດ CSC, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ບໍລິສັດ Vientiane Automation and Solution Engineering, ບໍລິສັດ ດວງເດືອນກໍ່ສ້າງ, ບໍລິສັດ ກິ່ງແກ້ວອຸດົມ, ບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ, ບໍລິສັດ ພູຜາ ພັດທະນາກໍ່ສ້າງ ຈໍາກັດ, ບໍລິສັດ PSL ເຊີວິດ ຈໍາກັດຜູ້ດຽວ, ບໍລິສັດ Best Telecom ທະນາຄານ ເອັດສທີ, ທະນາຄານຮ່ວມພັດທະນາ, ບໍລິສັດ ເຊື້ອໄຟ ດາລາຈະເລີນ ນໍາເຂົ້າ-ສົ່ງອອກ ຈໍາກັດ, ບໍລິສັດ SPACE TECHNO, ບໍລິສັດ Petro Trade Plus ມອບເງິນ, ບໍລິສັດລະ 100.000.000 ກີບ ແລະ ບໍລິສັດອື່ນໆບໍລິຈາກອີກຈໍານວນໜຶ່ງ.

ໃນພິທີທ່ານນາງ ນາລີ ສີສຸລິດ, ທ່ານນາງ ສວນສະຫວັນ ວິຍະເກດ, ທ່ານນາງ ສີຈັນ ວິພາວັນ ແລະ ໄດ້ຜັດປ່ຽນກັນຂຶ້ນມອບໃບກຽດຕິຄຸນ ເພື່ອເປັນການສະແດງຄໍາຂອບໃຈ ແລະ ຮູ້ບຸນຄຸນຕໍ່ບໍລິສັດ ບຸກຄົນ ນະຕິບຸກຄົນ ສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈໍາລາວ ທີ່ໄດ້ບິແບ່ງຊັບສິນປະກອບສ່ວນໃນຄັ້ງນີ້.

ຂ່າວ-ພາບ: ບຸນອູ້ມ

ຊານໄຊ ສ້າງຂະບວນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ 6 ບ້ານເປົ້າໝາຍ

0

ເພື່ອເປັນການຊຸກຍູ້ຕິດຕາມການສ້າງຂະບວນການສຸຂະສຶກສາ ກໍຄືຂະບວນການຕ້ານການລະບາດຂອງພະຍາດໄຂ້ຍຸງລາຍຢູ່ເມືອງຊານໄຊ ແຂວງອັດຕະປື ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ. ໃນລະຫວ່າງວັນທີ 17-19 ຕຸລານີ້, ທ່ານ ພູປະສົງ ສີສຸລາດ ຮອງຫົວໜ້າພະແນກຄວບຄຸມພະຍາດຕິດຕໍ່ແຂວງອັດຕະປື ໄດ້ລົງຊຸກຍູ້ຕິດຕາມການສ້າງຂະບວນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ 6 ບ້ານເປົ້າໝາຍຂັ້ນເມືອງໂດຍມີຫົວໜ້າ-ຮອງຫົວໜ້າຫ້ອງການ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການລົງຊຸກຍູ້ຕິດຕາມເທື່ອນີ້ແມ່ນຢູ່ບ້ານວັງໄຊ, ບ້ານສົມບູນ, ບ້ານດາກຮຽດ, ບ້ານດາກກຽດ, ບ້ານມີໄຊ ແລະ ບ້ານຕາດແສງ, ສຳລັບກິດຈະກຳການສ້າງຂະບວນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍແມ່ນໄດ້ພ້ອມກັນອອກແຮງງານອະນາໄມຕາມສະຖານທີ່ສາທາລະນະຕາມເສັ້ນທາງຫຼວງ, ທາງຮ່ອມ, ທາງຊອຍຂອງບ້ານ, ຂຸດຮ່ອງລະບາຍນ້ຳຂັງ, ນ້ຳເປື້ອນ, ຕັດຫຍ້າ ແລະ ອື່ນໆ ເພື່ອໃຫ້ມີຄວາມສະອາດສວຍງາມ ພ້ອມທັງເປັນການທຳລາຍແຫຼ່ງເພາະພັນຂອງໜອນນ້ຳຍຸງລາຍ, ປ້ອງກັນການລະບາດຂອງພະຍາດດັ່ງກ່າວຕາມຫຼັກການ 5 ປ ທີ່ທາງກະຊວງສາທາລະນະສຸກວາງອອກ. ທັງນີ້ເພື່ອປຸກລະດົມທຸກກໍາລັງແຮງໃນຊຸມຊົນໃຫ້ຮັບຮູ້ ແລະ ເຂົ້າໃຈວິທີການປ້ອງກັນ ແລະ ຄວບຄຸມຍຸງລາຍ, ເພື່ອເຮັດໃຫ້ປະຊາຊົນຕື່ນຕົວເຫັນຄວາມສໍາຄັນ ແລະ ໄພອັນຕະລາຍຂອງພະຍາດໄຂ້ຍຸງລາຍຫຼຸດຜ່ອນອັດຕາການເຈັບເປັນພະຍາດໄຂ້ຍຸງລາຍພາຍໃນຄົວເຮືອນໃຫ້ໝົດໄປ.

ຂ່າວ-ພາບ: ສຸກສາຄອນ

ເມືອງຈອມເພັດ ບັນລຸ 6 ມາດຖານຄອບຄົວພົ້ນທຸກ ກວມ 57,37%

0

ທ້າຍອາທິດທີ່ຜ່ານມານີ້ ທີ່ສະໂມສອນເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມຮັບຮອງຜົນການປະເມີນໄລຍະຕົ້ນ ຕາມດໍາລັດ ເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໂດຍມີ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ, ພ້ອມດ້ວຍຄະນະຊີ້ນໍາການປະເມີນຂັ້ນແຂວງ-ເມືອງ ແລະ ພະນັກງານວິຊາການລົງສຳຫຼວດເກັບກຳຂໍ້ມູນ ເຂົ້າຮ່ວມ.

ໃນພິທີ, ທ່ານ ວຽງສະຫວັນ ຈັນທະລັງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຜ່ານບົດສະຫຼຸບການປະເມີນໃຫ້ຮູ້ວ່າ: ເມືອງຈອມເພັດ ປະກອບມີ 15 ກຸ່ມບ້ານ, ລວມ 69 ບ້ານ, 5.799 ຄອບຄົວ, ພົນລະເມືອງທັງໝົດ 29.078 ຄົນ ຍິງ 14.304 ຄົນ, ຕີລາຄາຕາມມາດຖານຄອບຄົວພົ້ນທຸກ ມີຄອບຄົວທີ່ບັນລຸ 6 ມາດຕະຖານ 3.328 ຄອບຄົວ ກວມ 57,37%, ບັນລຸ 5 ມາດຕະຖານ 1.131 ຄອບຄົວ ກວມ 19,29%, ບັນລຸຄົບ 4 ມາດຕະຖານ 721 ຄອບຄົວ ກວມ 12,30%, ບັນລຸຕໍ່າກວ່າ 4 ມາດຕະຖານ 775 ຄອບຄົວ ກວມ 13,22%, ຄອບຄົວທີ່ບັນລຸມາດຖານຄອບຄົວພັດທະນາຄົບ 19 ຕົວຊີ້ວັດມີ 1.710 ຄອບຄົວ ກວມ 27,36%, ຄົບ 18 ຕົວຊີ້ວັດມີ 589 ຄອບຄົວ ກວມ 10,05%, ຄົບ 17 ຕົວຊີ້ວັດມີ 688 ຄອບຄົວ ກວມ 11,74%, ຄົບ 16 ຕົວຊີ້ວັດລົງມາມີ 2.713 ຄອບຄົວ ກວມ 46,28%.

ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ປະກອບຄໍາເຫັນຕໍ່ບົດສະຫຼຸບ ເພື່ອປັບປຸງຮັບຮອງເອົາຜົນການປະເມີນ, ພ້ອມດຽວກັນນີ້ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຍ້ອງຍໍໃຫ້ຄະນະຮັບຜິດຊອບຂັ້ນແຂວງ,ຂັ້ນເມືອງ ແລະ ພະນັກງານລົງສໍາຫຼວດເກັບກຳຂໍ້ມູນ ຈຳນວນ 46 ທ່ານ ຍິງ 6 ທ່ານ. ຕອນທ້າຍ ທ່ານ ນາງ ສີລິພອນ ສຸພັນທອງ ໄດ້ຍ້ອງຍໍຊົມເຊີຍຄະນະຊີ້ນຳ, ຄະນະຮັບຜິດຊອບ ແລະ ພະນັກງານລົງສຳຫຼວດເກັບກຳຂໍ້ມູນ ການປະເມີນໄລຍະຕົ້ນ ຕາມດຳລັດ 348 ຂອງລັດຖະບານ ຈຶ່ງເຮັດໃຫ້ມີຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ ແລະ ຮຽກຮ້ອງໃຫ້ສືບຕໍ່ນໍາເອົາບົດຮຽນໄປຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ.

(ຂ່າວ-ພາບ: ຕາດຳ ກະເສີມສຸກ)

ພະທາດຫຼວງວຽງຈັນ ເປັນປູຊະນີຍະສະຖານ ມິ່ງຂວັນຂອງປວງຊົນລາວ

0

ພະທາດຫຼວງວຽງຈັນ ເປັນໜຶ່ງສະຖານທີ່ທ່ອງທ່ຽວທາງວັດທະນະທຳທີ່ມີຊື່ສຽງ ແລະ ເປັນປູ ຊະນີຍະສະຖານບູຮານອັນເກົ່າແກ່ ເປັນສັນຍາລັກຂອງປະເທດລາວ, ທັງເປັນມິ່ງຂວັນຂອງຊາວນະ ຄອນຫຼວງວຽງຈັນ ກໍຄືຊາວພຸດໃຫ້ການເຄົາລົບນັບຖື, ບູຊາ ມາຮອດປັດຈຸບັນ, ເມື່ອຮອດມື້ຂຶ້ນ 15 ຄ່ຳເດືອນ 12 ເພັງ ຂອງທຸກໆປີ ຈະມີການຄົບງັນບຸນພະທາດຫຼວງຂຶ້ນຢູ່ ເດີນພະທາດຫຼວງຢ່າງຄຶກຄື້ນມ່ວນຊື່ນ ແລະ ມີມວນຊົນ ເປັນຈຳນວນຫຼາຍພາກັນຫຼັງໄຫຼເຂົ້າໄປທ່ຽວຊົມ ແລະ ທຳບຸນ ຊຶ່ງເປັນປະເພນີທີ່ຊາວພຸດໄດ້ສືບທອດກັນມາຮອດປັດຈຸບັນ.

ພະທາດຫຼວງວຽງຈັນ ປະກາຍສີທອງຄຳອັນຮຸ່ງເຮືອງຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ເປັນປູຊະນີຍະສະຖານອັນສຳຄັນອັນເປັນສັນຍາລັກຂອງປະເທດລາວ, ເປັນພະທາດໂລກະຈຸນລະມະນີທີ່ບັນຈຸພະສາລິຣິກະທາດຂອງພະພຸດທະເຈົ້າ ແລະ ທັງເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ, ພະທາດຫຼວງວຽງຈັນຖືກສ້າງຂຶ້ນເທື່ອທຳອິດເມື່ອປີ ພ.ສ 236 ໂດຍການນຳພາຂອງເຈົ້າເມືອງວຽງຈັນ ຈັນທະບູລີປະສິດທິສັກ ຫຼື ບູລິຈັນ ແລະຖືກຕໍ່ເຕີມເສີມສ້າງຕື່ມອີກໃນ ປີ ຄ.ສ 1566, ໂດຍເຈົ້າໄຊຍະເຊດຖາທິຣາດ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງ ຂອງອານາຈັກລ້ານຊ້າງ, ມາຮອດປີ 1957, ລັດຖະບານລາວພາຍໃຕ້ພະບໍລົມມະຊູປະຖຳຂອງເຈົ້າສີສະຫວ່າງວົງ ກໍໄດ້ນຳພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາດ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າດ້ານຕາເວັນຕົກເພື່ອເປັນອະນຸສາວະລີ ທີ່ພະອົງໄດ້ສ້າງພະທາດຫຼວງຂຶ້ນມາເປັນທີ່ສັກກາລະບູຊາຈົນຮອດປັດຈຸບັນ. ພະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ), ອ້ອມຮອບ 30 ອົງເອີ້ນວ່າ: ປາລະມີສາມສິບທັດ, ຕີນຂອງພະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາດ້ານໃຕ້ຍາວ 68 ແມັດ ແລະ ມີກົມມະລຽນດ້ານນອກອ້ອມພະທາດຫຼວງແຕ່ລະດ້ານຍາວ 91,75 ແມັດ, ໃນນັ້ນມື້ເພັງເດືອນ 12 ຂອງທຸກໆປີ ຊາວພຸດສານິກະຊົນທົ່ວສາລະທິດ ຈະພາກັນເດີນທາງມາສະເຫຼີມ ສະຫຼອງບຸນນະມັດສະການພະທາດຫຼວງຢ່າງຄຶກຄື້ນ, ຍິ່ງໃຫຍ່ ແລະ ເປັນປາງບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວ ປົກກະຕິແລ້ວແມ່ນຈັດຂຶ້ນເປັນເວລາ 7 ມື້ 7 ຄືນ ພ້ອມມີຫຼາກຫຼາກກິດຈະກຳທາງສາສະໜາ ແລະ ຄວາມມ່ວນຊື່ນເຊັ່ນ: ການສະແດງມະໂຫລີ, ສິລະປະວັນນະຄະດີ, ຕະຫຼາດນັດງານວາງສະແດງຂາຍສິນຄ້າພື້ນບ້ານທ້ອງຖິ່ນຂອງລາວ ແລະ ມີຫຼາກຫຼາຍຮ້ານຄ້າ, ບໍລິສັດເຂົ້າໄປວາງສະແດງຂາຍສິນຄ້າ, ບຸນດັ່ງກ່າວຍັງສະແດງໃຫ້ເຫັນເຖິງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດ ກໍຄືຊາວລາວທັງຊາດ ໂດຍມີພິທີສຳຄັນທາງສາສະໜາເຊັ່ນ: ພິທີແຫ່ພະສາດ ເຜິ້ງ, ວຽນທຽນ ແລະ ອື່ນໆ, ຕອນເຊົ້າຍັງມີພິທີຕັກບາດ, ຖວາຍທານ ຊຶ່ງໄດ້ມີພະສົງຈາກທົ່ວທຸກແຂວງໃນປະເທດລາວເດີນທາງມາຮ່ວມ ແລະ ພາຍຫຼັງພິທີຕັກບາດກໍມີການແຂ່ງຂັນຕີຄີຊຶ່ງເປັນກິລາພື້ນເມືອງຊຶ່ງໄດ້ຈັດຂຶ້ນທຸກໆປີ ໃນງານບຸນດັ່ງກ່າວ.

(ບາງຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວ)

ໂດຍ: ວັນເພັງ

ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນຢ່າງໜັກແໜ້ນ ເພື່ອຜົນປະໂຫຍດຂອງປະຊາຊົນ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນໄດ້ຈັດຂຶ້ນຢ່າງ ສະຫງ່າຜ່າເຜີຍຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ໃນຕອນເຊົ້າຂອງວັນທີ 16 ຕຸລາປີ 2022. ໃນກອງປະຊຸມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດຈີນໄດ້ຕາງໜ້າຄະນະກຳມະການສູນກາງພັກສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະ ຊຸມໃຫຍ່. ໃນນີ້, ຄຳວ່າ “ຮັ່ງມີຮ່ວມກັນ” ໄດ້ກາຍເປັນຄຳສັບສຳຄັນທີ່ ຄົນທັງຫຼາຍສົນໃຈນຳ.

ທົ່ວໂລກຄືຄອບຄົວດຽວກັນ, ທຸກຄົນມີຄວາມສະເໝີພາບກັນ, ທຸກຄົນລ້ວນແຕ່ສາມາດໃຊ້ຊີວິດທີ່ອົບອຸ່ນອີ່ມໜຳຮັ່ງມີ,ນີ້ແມ່ນອຸດົມການທີ່ປະຊາຊາດຈີນສະແຫວງຫາດ້ວຍຄວາມໃຈຈົດໃຈຈໍ່, ໂດຍມີແຫຼ່ງກຳເນີດມາຈາກແນວຄິດສັງຄົມທີ່ອີ່ມໜຳສຳລານ ແລະ ທົ່ວໂລກຄືຄອບຄົວດຽວກັນຂອງລັດທິ ຂົງຈື້ ເມື່ອ 2.500 ກວ່າປີກ່ອນ.

ອຸດົມການນີ້ໄດ້ຊັກນຳວິລະຊົນຂອງປະຊາຊາດຈີນທຸກຍຸກທຸກສະໄໝບາກບັ່ນສູ້ຊົນຢ່າງບໍ່ລົດລະ. ປີ 2021, ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ພັກກອມມູນິດ ຈີນໄດ້ບັນລຸເປົ້າໝາຍ 100 ປີເຫດການທີໜຶ່ງ, ໄດ້ປະສົບຜົນສຳເລັດໃນການສ້າງສັງຄົມທີ່ ອີ່ມໜຳສຳລານຢ່າງຮອບດ້ານບົນແຜ່ນດິນຈີນ, ໄດ້ແກ້ໄຂບັນຫາຄວາມທຸກຍາກເດັດຖານຄັ້ງ ປະຫວັດສາດ, ໄດ້ຢ່ວງອີກບາດກ້າວໜຶ່ງໄປສູ່ບ້ານເມືອງໃນອຸດົມການທີ່ທົ່ວໂລກຄືຄອບຄົວດຽວກັນ.

ບົນຈຸດເລີ່ມຕົ້ນໃໝ່, ທ່ານ ສີຈິ້ນຜິງ ໄດ້ເລັງສາຍຕາໃສ່ເປົ້າໝາຍທີ່ຍິ່ງໃຫຍ່ກວ່າ, ຄື “ຮັ່ງມີຮ່ວມກັນ”. ທ່ານໄດ້ນຳໃຊ້ຄຳເວົ້າບູຮານຂອງຈີນປະໂຫຍກໜຶ່ງເມື່ອ 1.800 ກວ່າປີກ່ອນ ຊຶ່ງມີຄວາມໝາຍວ່າ ຄວາມຮັ່ງມີແທ້ຈິງຂອງປະເທດໃດໜຶ່ງ, ບໍ່ພຽງແຕ່ໝາຍເຖິງລັດມີເງິນເຕັມສາງມີເຂົ້າເຕັມເລົ້າເທົ່ານັ້ນ, ຍັງໝາຍເຖິງປະຊາຊົນມີຄວາມຮັ່ງມີນຳອີກ. ຄຳເວົ້າປະໂຫຍກນີ້ໄດ້ສະແດງໃຫ້ເຫັນເຖິງແນວຄິດທີ່ຖືປະຊາຊົນເປັນກົກໃນວັດທະນະທຳທີ່ມີມູນເຊື້ອຂອງຈີນ.

ທ່ານ ສີຈິ້ນຜິງ ໄດ້ສະເໜີອອກມາດຕະການທີ່ເປັນຮູບປະທຳໃນການຊຸກຍູ້ຄວາມຮັ່ງມີຮ່ວມກັນ, ລວມທັງລະບອບແບ່ງປັນທີ່ສົມບູນ, ຢຶດໝັ້ນຖືການແບ່ງປັນຕາມການອອກແຮງງານເປັນຫຼັກ, ແບບວິທີແບ່ງປັນຫຼາຍຢ່າງຊົງຕົວຢູ່ຮ່ວມກັນ, ຊຸກຍູ້ຄວາມຍຸຕິທຳດ້ານໂອກາດ, ເຮັດໃຫ້ຜູ້ມີລາຍໄດ້ຕ່ຳ ນັ້ນມີລາຍໄດ້ເພີ່ມຂຶ້ນ, ເປີດກວ້າງກຸ່ມຄົນທີ່ມີລາຍໄດ້ປານກາງ,ກຳນົດລະບຽບການແບ່ງປັນລາຍ ໄດ້ໃຫ້ເປັນແບບສະບັບ, ກຳນົດກົນໄກສະສົມຊັບສົມບັດໃຫ້ເປັນແບບສະບັບ;ປະຕິບັດຍຸດທະສາດ ໃຫ້ບຸລິມະສິດດ້ານການປະກອບອາຊີບ,ປັບປຸງລະບົບການບໍລິການສາທາລະນະດ້ານການປະກອບອາຊີບໃຫ້ສົມບູນ,ລຶບລ້າງຂໍ້ຈຳກັດທີ່ບໍ່ສົມເຫດສົມຜົນແລະການດູໝິ່ນດ້ານການປະກອບອາຊີບທີ່ ສົ່ງຜົນກະທົບເຖິງຄວາມສະເໝີພາບໃນການປະກອບອາຊີບ,ເຮັດໃຫ້ທຸກຄົນມີໂອກາດບັນລຸການ ພັດທະນາຕົນເອງໂດຍຜ່ານການດຸໝັ່ນອອກແຮງງານ;ປັບປຸງລະບົບປະກັນສັງຄົມຫຼາຍລະດັບໃຫ້ ສົມບູນ,ເປີດກວ້າງອັດຕາປົກຫຸ້ມຂອງການປະກັນສັງຄົມ; ເລັ່ງລັດສ້າງລະບຽບການດ້ານເຮືອນຢູູ່ທີ່ ສະໜອງດ້ວຍຫຼາຍອົງການ ຮັບປະກັນດ້ວຍຫຼາຍຊ່ອງທາງ ນຳໃຊ້ມາດຕະການເຊົ່າ ແລະ ຊື້ ໄປພ້ອມກັນ;ຊຸກຍູ້ການສ້າງປະເທດຈີນທີ່ປະຊາຊົນມີສຸຂະພາບເຂັ້ມແຂງ,ຈັດເອົາການຮັບປະກັບ ສຸຂະພາບທີ່ເຂັ້ມແຂງຂອງປະຊາຊົນໄວ້ຢູ່ຍຸດທະສາດບຸລິມະສິດໃນການພັດທະນາ,ປະຕິບັດຍຸດທະສາດທີ່ຮັບມືກັບບັນຫາປະຊາກອນຜູ້ສູງອາຍຸຢ່າງຕັ້ງໜ້າ, ຊຸກຍູ້ການສືບທອດ ການປະດິດສ້າງ ແລະການພັດທະນາແພດແຜນບູຮານຈີນ, ປັບປຸງລະບົບສາທາລະນະສຸກໃຫ້ສົມບູນຂຶ້ນ, ເພີ່ມທະວີ ລະບົບປ້ອງກັນ ຄວບຄຸມ ແລະ ປິ່ນປົວພະຍາດລະບາດທີ່ສຳຄັນ ແລະ ການສ້າງຄວາມສາມາດ ຮັບມືກັບສະພາບສຸກເສີນ,ສະກັດກັ້ນການແຜ່ລະບາດຂອງພະຍາດຕິດແປດທີ່ສຳຄັນຢ່າງມີປະສິດທິພາບ ແລະ ອື່ນໆ.

ມາດຕະການທັງໝົດເຫຼົ່ານີ້,ກໍເໝືອນດັ່ງທີ່ທ່ານ ສີຈິ້ນຜິງ ເວົ້ານັ້ນວ່າ, “ກຳບັນຫາດ້ານ ຜົນປະໂຫຍດທີ່ປະຊາຊົນສົນໃຈທີ່່ສຸດ ມີສ່ວນພົວພັນໂດຍກົງທີ່ສຸດ ແລະ ຕິດແທດຕົວຈິງທີ່ສຸດ ນັ້ນໄວ້ໃຫ້ແໜ້ນ”.

ໂດຍ: ຊີອາໄອ