Tuesday, September 23, 2025
Home Blog Page 892

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບຄະນະຜູ້ແທນ ສະມາຄົມມິດຕະພາບ ກຳປູເຈຍ-ລາວ

0

ວັນ​ທີ 18 ຕຸລາ 2022, ທ່ານ ທອງສະຫວັນ ພົມ ວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພົອ. ນຽງ ພາດ ຮອງລັດຖະມົນຕີຜູ້ປະຈຳການກະ ຊວງປ້ອງກັນປະເທດ, ສະມາຊິກຄະນະກຳມະການສູນ ກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເປັນການປະ ກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກຳປູເຈຍ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ຕັ້ງໜ້າ. ທ່ານ ພົອ.ນຽງ ພາດ ແມ່ນເປັນເພື່ອນມິດເກົ່າຂອງລາວ; ດັ່ງນັ້ນ, ຈຶ່ງສະ ເໜີໃຫ້ສອງສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະກຳປູເຈຍ-ລາວ ສືບຕໍ່ເພີ່ມທະວີບົດບາດການທູດປະຊາຊົນໃຫ້ເຂົ້າສູ່ລວງເລີກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆຂອງສອງປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ ກໍຄື ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກຳປູເຈຍ.

ພ້ອມດຽວກັນນີ້, ທ່ານ ພົອ. ນຽງ ພາດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມຂອງຕົນ ຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ. ພ້ອມທັງໃຫ້ຄຳຢືນຢັນວ່າ ສະມາຄົມມິດ ຕະພາບ ກຳປູເຈຍ-ລາວ ຈະສືບຕໍ່ຮັດແໜ້ນການຮ່ວມ ມືກັບສະມາຄົມມິດຕະພາບ ລາວ-ກຳປູເຈຍ ເພື່ອເຮັດບົດ ບາດເປັນຂົວຕໍ່ທີ່ດີ ຊຸກຍູ້ການພົວພັນຮ່ວມມືຂອງບັນດາຂະແໜງການທີ່ສອງປະເທດ​ເຄີຍປະ​ຕິ​ບັດ​ຮ່ວມ​ກັນ ເປັນຕົ້ນແມ່ນ​ຊຸກຍູ້ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ໂດຍສະເພາະແມ່ນປະຊາຊົນຢູ່ລຽບຕາມຊາຍແດນຮ່ວມກັນຂອງສອງປະເທດ ໃຫ້ມີຈັດກິດຈະກໍາຮ່ວມກັນ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນເພື່ອພັດທະນາຊາຍແດນ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການ​ຮ່ວມ​ມື​ເພື່ອການພັດທະນາ.

ໃນວັນດຽວກັນ, ສະມາຄົມມິດຕະພາບ ລາວ-ກຳປູ ເຈຍ ກັບ ສະມາຄົມມິດຕະພາບ ກຳປູເຈຍ-ລາວ ໄດ້ຈັດກອງປະຊຸມພົບປະສອງຝ່າຍ, ຝ່າຍລາວ ນຳໂດຍ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກຳປູເຈຍ ແລະ ຝ່າຍກຳປູເຈຍ ນຳໂດຍ ທ່ານ ພົອ. ນຽງ ພາດ ຮອງລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ, ສະ ມາຊິກຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ, ສະມາຊິກສະພາແນວໂຮມ ສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ, ປະທານສະມາຄົມມິດຕະພາບ ກຳປູເຈຍ-ລາວ ແລະ ຄະນະຜູ້ແທນຂອງສອງຝ່າຍເຂົ້າ ຮ່ວມ. ໃນກອງປະຊຸມຄັ້ງນີ້, ທັງສອງສະມາຄົມໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື, ການແລກປ່ຽນຂໍ້ມູນຂ່າວ ສານ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນ ເຊິ່ງກັນແລະ ກັນ. ພິເສດ, ທັງສອງຝ່າຍສາມາດບັນລຸການເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືຂອງສອງສະມາ ຄົມ ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ການພົວພັນຮ່ວມມືລະຫວ່າງສອງສະ ມາຄົມ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ໃນໂອກາດມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ກຳປູເຈຍ-ລາວ ຍັງໄດ້ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຈຳນວນໜຶ່ງ ຂອງ ສປປ ລາວ ທັງອະດີດ ແລະ ປະຈຸບັນ ທີ່ເປັນເພື່ອນມິດເກົ່າ. ພ້ອມທັງໄປຢ້ຽມຊົມເຂດເສດຖະກິດພິເສດກວມລວມໄຊເສດຖາ, ສະຖານທີ່ທ່ອງທ່ຽວທາງປະຫວັດສາດ ວັດທະນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ຈຳນວນໜຶ່ງ.

ຂ່າວ: ຄຕພ

ມອບໃບກຽດຕິຄຸນ ໃຫ້ຄູ-ອາຈານ-ນັກຮຽນ ໂຮງຮຽນສິລະປະ

0

ໃນວັນທີ 19 ຕຸລາ 2022 ນີ້, ສະມາຄົມສຽງແຄນລາວ ແລະ ໂຮງຮຽນສິລະປະແຫ່ງຊາດ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຕັ້ງພິທີມອບໃບກຽດຕິຄຸນ, ໃບຍ້ອງຍໍ ໃຫ້ໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ພາຍໃນໂຮງຮຽນສິລະປະແຫ່ງຊາດ ທີ່ມີຜົນງານການຮ່ວມມືເສບບົດບັນ ເລງສຽງແຄນລາວບັນດາເຜົ່າ ປະສານກັບດົນຕີສາກົນ ວົງອໍແກສຕຣາ ໃນບົດບັນເລງ ”ສືບສານຕຳນານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ” ເພື່ອສະເຫລີມສະ ຫລອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃນໄລຍະຜ່ານມາ, ຕາງໜ້າມອບໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດ ຖະມົນຕີກະຊວງ ຖວທ.

ໂອກາດດັ່ງກ່າວ, ທ່ານ ຈັນແສງ ພິມມະວົງ ຮອງປະ ທານສະມາຄົມສຽງແຄນລາວ ກ່າວວ່າ: ໃນໄລຍະຜ່ານມາ ສະມາຄົມສຽງແຄນລາວ ແລະ ໂຮງຮຽນສິລະປະແຫ່ງຊາດ ໄດ້ຮ່ວມມືກັນສ້າງເປັນບົດບັນເລງ ສຽງແຄນລາວບັນດາເຜົ່າ ປະສານກັບເຄື່ອງດົນຕີສາກົນ ເປັນວົງອໍແກສຕຣາ ໂດຍໄດ້ລວບລວມເອົາ ລາຍແຄນລາວບັນດາເຜົ່າ 50 ຊົນ ເຜົ່າໃນຂອບເຂດທົ່ວປະເທດ ຂຽນເປັນບົດລາຍແຄນ ແລ້ວມາຂຽນເປັນໂນດຊອນແຟດົນຕີສາກົນ ເປັນວົງອໍແກສຕຣາ ຊຶ່ງໃນປະຫວັດສາດລາວແມ່ນບໍ່ເຄີຍສ້າງບົດເພງລັກສະນະນີ້ມາກ່ອນ ໂດຍໃຊ້ເວລາເສບ 26 ນາທີ ທັງນີ້, ກໍເພື່ອເຮັດໃຫ້ງານມະໂຫລານສຽງແຄນ ເຊື້ອຊາດລາວ ມໍຣະດົກໂລກ, ງານສະເຫລີມສະຫລອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສຳຄັນປະຫວັດສາດ ຂອງພັກ ແລະ ຂອງຊາດ ປີ 2020 ມີເນື້ອໃນ ແລະ ມີບັນຍາກາດຄຶກຄື້ນ ມ່ວນຊື່ນ ເປັນການເອກອ້າງສຽງແຄນເຊື້ອຊາດລາວມໍຣະດົກໂລກ ອອກສູ່ສັງຄົມພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຫລາຍຂຶ້ນ.

ສຳລັບ ແຜນການໃນຕໍ່ໜ້າ ສະມາຄົມສຽງແຄນລາວ ຈະສືບຕໍ່ຮ່ວມມືກັບໂຮງຮຽນສິລະປະແຫ່ງຊາດ ເພື່ອປັບ ປຸງບົດບັນເລງສຽງແຄນລາວບັນດາເຜົ່າ ປະສານກັບດົນຕີສາກົນ ວົງອໍແກສຕຣາ “ສືບສານຕຳນານສຽງແຄນແຜ່ນ ດິນເດີມຂອງຄົນເຊື້ອຊາດລາວ” ເພື່ອໃຫ້ສົມບູນແບບ ກາຍເປັນຫລັກສູດການຮຽນ-ການສອນ ຂອງໂຮງຮຽນສິລະປະແຫ່ງຊາດ ແນໃສ່ເພື່ອສ້າງຮຸ່ນສືບທອດໃນຕໍ່ໜ້າ.

ພາຍໃນພິທີດັ່ງກ່າວ, ໄດ້ຊົມການດ່ຽວແຄນ ປະສານສຽງດົນຕີສາກົນ ວົງອໍແກສຕຣາ ທີ່ມີຊື່ບົດບັນເລງ ວ່າ: “ສືບສານຕຳນານສຽງແຄນແຜ່ນດິນເດີມ ຂອງຄົນເຊື້ອຊາດລາວ”

ຂ່າວ:ທະນູທອງ

ສຳມະນາສາກົນ ​ການປະຕິບັດ ຂໍ້​ລິ​ເລີ່​ມ ໜື່ງ​​ແລວ ໜຶ່ງ​ເສັ້ນທາງ ຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

0

ໃນວັນທີ 18-21 ຕຸລາ 2022, ກົມເສດຖະກິດ, ກະ ຊວງການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາສາກົນ ໃນຫົວ​ຂໍ້: “ ການ​ແລກປ່ຽນ​ບົດຮຽນ​ ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ໜື່ງ​​ແລວ ໜຶ່ງ​ເສັ້ນທາງ ຂອງບັນ ດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ໃນຮູບແບບເຊິ່ງໜ້າ ແລະ ທາງໄກ. ໂດຍການເປັນປະທານຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ. ກອງປະຊຸມຄັ້ງນີ້ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຂອງປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ຄື: ສປປ ລາວ, ສປ ຈີນ, ກຳປຸເຈຍ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ. ກອງປະຊຸມສໍາມະນາດັ່ງກ່າວ ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າລ້ານຊ້າງ.

ການສຳມະນາໃນຄັ້ງນີ້, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງບັນ ດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ໃນໄລ ຍະຜ່ານມາ ລວມທັງ ແລກປ່ຽນຄໍາຄິດຄໍາເຫັນ ໃນການຮ່ວມມືກັນໃນອະນາຄົດ. ຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງບົ່ມຊ້ອນ ແລະ ວຽກງານຈຸດສຸມໃນການພັດທະນາເສດຖະກິດ-ສັງ ຄົມ ຂອງປະເທດຕົນ ໂດຍສະເພາະ ວຽກງານການເຊື່ອມໂຍງ-ເຊື່ອມຈອດ ດ້ານພື້ນຖານໂຄງລ່າງ, ດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການເຊື່ອມຈອດ ລະຫວ່າງປະຊາຊົນກັບປະຊາຊົນ ໃນບັນດາປະເທດລຸ່ມແມ່ນ້ຳຂອງ ຕາມແລວເສດຖະກິດຈີນ-ອິນໂດຊາຍນາ ຊຶ່ງເປັນໜຶ່ງໃນ 6 ແລວເສດຖະກິດສຳຄັນ ຂອງການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ.

ກອງປະຊຸມສໍາມະນາ ຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນ ຍາກາດທີ່ດີ ມີການແລກປ່ຽນບົດຮຽນ, ປະສົບການ ແລະ ຄໍາຄິດເຫັນ ຢ່າງກົງໄປກົງມາ ກ່ຽວກັບ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີແນະ ໃນການຈັດຕັ້ງປະຕິບັດວຽກງານການຮ່ວມມືດັ່ງກ່າວໃນຕໍ່ໜ້າ ​​ແນ​ໃສ່​ຂົນ ຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆ ​ໂດຍ​ສະ​ເພາະ​ການພັດທະນາດ້ານ​ເສດຖະກິດ-ສັງ ຄົມ​​, ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ ແລະ ການ​ພັດ ທະນາ​ພື້ນຖານ​ໂຄງ​ລ່າງ ເພື່ອຍາດແຍ່ງຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ຂອງປະເທດແມ່ນໍ້າຂອງ ກໍຄືໃນພາກພື້ນ ແລະ ສາກົນ.

ນອກຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມສຳມະນາ ຈາກບັນດາປະເທດແມ່ນໍ້າຂອງ ຍັງໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສະຖານທີ່ຕ່າງໆ ໃນການອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ການເຊື່ອມຈອດໂລຈິດສະຕິກ ຂອງ ສປປ ລາວ ເຊັ່ນ: ເຂດພັດ ທະນາກວມລວມໄຊເສດຖາ, ເຂດໂລຈິດສະຕິກນະຄອນ ຫລວງວຽງຈັນ ແລະ ອື່ນໆ.

ຂ່າວ-ພາບ: ກຕທ

ອົງຄະນະພັກເມືອງວາປີ ຮັບຮອງເອົາຄາດໝາຍສູ້ຊົນຫຼາຍດ້ານ

0

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ອົງຄະນະພັກເມືອງວາປີ ສຳເລັດກອງປະຊຸມກາງສະໄໝທີ VIII ຂອງຕົນ, ພາຍຫລັງດໍາເນີນມາເປັນເວລາ 3 ວັນ ນັບແຕ່ວັນທີ 17-19 ຕຸລາ 2022 ພ້ອມທັງຮັບຮອງເອົາຄາດໝາຍສູ້ຊົນໃນຫລາຍດ້ານ ແຕ່ນີ້ຮອດປີ 2024 ເປັນຕົ້ນ ຮັບປະກັນສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສ້າງທຸກເງື່ອນໄຂເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 7-8% ຕໍ່ປີ, ສະເລ່ຍໃສ່ພົນລະເມືອງ ໃຫ້ບັນລຸ 1.657 ໂດລາສະຫະລັດຕໍ່ຄົນຕໍ່ປີ ແລະ ເຮັດໃຫ້ໂຄງປະກອບດ້ານເສດຖະກິດເຂັ້ມແຂງ ເຊັ່ນ: ກະສິກຳ ກວມ 44,10%, ອຸດສາຫະກໍາ 20,10%, ການບໍລິການ 35,80%, ຫັນເອົາການຜະລິດ ຕິດພັນກັບການຕະຫລາດ ເພື່ອຊຸກຍູ້ສົ່ງເສີມ ປະຊາຊົນ ມີອາຊີບ, ມີລາຍໄດ້ທີ່ໝັ້ນຄົງ, ຄຽງຄູ່ກັບການສູ້ຊົນພັດທະນາບັນດາພື້ນຖານໂຄງລ່າງໃນດ້ານຕ່າງໆ ເພື່ອຍົກສູງຄຸນນະພາບດ້ານການບໍລິການພາຍໃນເມືອງ ໃຫ້ດີຂຶ້ນ, ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຊ່ວຍເຫລືອອົງການຈັດຕັ້ງຂັ້ນບ້ານ, ປະຊາຊົນ, ສູ້ຊົນຍາດແຍ່ງທຶນຊ່ວຍເຫລືອຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຂົ້າມາພັດທະນາ. ນອກນັ້ນ, ສູ້ຊົນປະກາດເປັນເມືອງຈົບຊັ້ນມັດທະຍົມຕອນປາຍ, ປະກາດສຳນັກງານຕົວແບບດ້ານວັດທະນະທຳ ແລະ ດ້ານອື່ນໆ ກວມເອົາ 90%, ສູ້ຊົນປະຕິບັດຕາມ 11 ແຜນງານ, 25 ໂຄງການ ບູລິມະສິດຂອງເມືອງ ແລະ ບັນດາຄາດໝາຍອື່ນໆ ໃຫ້ບັນລຸ.

ໃນກອງປະຊຸມ ໄດ້ຍົກເອົາບັນຫາທີ່ພົບຄວາມຫຍຸ້ງຍາກ ແລະ ຍັງບໍ່ທັນສາມາດແກ້ໄຂໄດ້ ໃນໄລຍະ 2 ປີຜ່ານມາ ເພື່ອຄົ້ນຄວ້າຢ່າງເລິກເຊິ່ງຕໍ່ກັບການຊີ້ນຳໆພາຂອງຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງ ໃນບັນດາຂົງເຂດວຽກງານອື່ນໆ ແລະ ໄດ້ເປີດກວ້າງປະກອບຄໍາຄິດເຫັນຂອງຜູ້ແທນ ເພື່ອຕຳນິສົ່ງຂ່າວ, ຊ່ວຍເຫລືອກໍ່ສ້າງເຊິ່ງກັນ ແລະ ກັນ, ເປີດບັ້ນດໍາເນີນຊີວິດການເມືອງ ຊຶ່ງສາມາດຍົກໃຫ້ເຫັນໄດ້ດ້ານດີ ທີ່ຕັ້ງໜ້າ ຂອງການນຳພາ ແລະ ບັນຫາທີ່ຍັງຄົງຄ້າງ ທີ່ຈະຕ້ອງພ້ອມກັນສຸມໃສ່ແກ້ໄຂໃນຕໍ່ໜ້າ, ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງຄຳໂອ້ລົມ ແລະ ຊີ້ທິດເຍືອງທາງຈາກ ສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມ, ຜູ້ຊີ້ນໍາວຽກງານຮອບດ້ານເມືອງວາປີ ເພື່ອເປັນບ່ອນອິງໃນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າໃຫ້ມີຜົນສຳເລັດຫລາຍຂຶ້ນກວ່າເກົ່າ.

ຂ່າວ-ພາບ: ວິໄລວອນ

ປະຊາຊົນເມືອງຈອມເພັດ 6 ບ້ານ ໄດ້ຮັບເງິນສົມທົບເຂົ້າໃນການຜະລິດກະສິກຳຂະໜາດນ້ອຍ

0

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຢູ່ຫ້ອງການ ຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ (ຊກຂ) ຫລື IFAD ເມືອງຈອມເພັດ ໄດ້ຈັດພິທີມອບ-ຮັບເງິນສົບທົບທຶນໃຫ້ປະຊາຊົນ ໃນ 6 ບ້ານເປົ້າໝາຍໂຄງການ ປະກອບມີ ບ້ານຈ່ານໃຕ້, ບ້ານຫ້ວຍແຊ່ງ, ບ້ານນາກາງ, ບ້ານນາຄຳ, ບ້ານສາມພັນໄຊ ແລະ ບ້ານວັງສາ ຊຶ່ງແຕ່ລະບ້ານມີຄອບຄົວເປົ້າໝາຍ ທີ່ເປັນຄອບຄົວທຸກຍາກ ໂດຍຜ່ານການຄັດເລືອກ ຈໍານວນ 15 ຄອບຄົວ ລວມທັງໝົດ 90 ຄອບຄົວ ແລະ ໄດ້ຮັບທຶນສວນຄົວ ບ້ານລະ 10 ຄອບຄົວ, ລວມ 60 ຄອບຄົວ ເປັນຈໍານວນເງິນ 60 ລ້ານກີບ ແລະ ບໍ່ທັນໄດ້ຮັບ ເງິນທຶນບ້ານລະ 5 ຄອບຄົວ ລວມ 30 ຄອບຄົວ ເປັນຈຳນວນເງິນ 30 ລ້ານ ກີບ, ຕາງໜ້າມອບໂດຍ ທ່ານ ສີລິພອນ ອິນມີໄຊ ຜູ້ຊີ້ນຳດ້ານໂພສະນາການຂັ້ນແຂວງຂອງໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ.

ໂຄງການຊົນລະກະເສດ ແລະ ການຜະລິດເປັນສິນຄ້າຂະໜາດນ້ອຍ ເປັນໂຄງການປັບປຸງຊີວິດການເປັນຢູ່ ແລະ ຄວາມຍືນຍົງ ພາຍໃນພື້ນທີ່ຂອງໂຄງການ ເຮັດໃຫ້ບັນດາຄົວເຮືອນ ທີ່ໄດ້ຮັບຜົນປະໂຫຍດໄດ້ນໍາໃຊ້ຜົນໄດ້ຮັບ ການສະໜັບສະໜູນຈາກໂຄງການ ເພື່ອການພັດທະນາເສດຖະ ກິດໃນທ້ອງຖິ່ນ ໃນຂົງເຂດວຽກງານດ້ານການຜະລິດກະສິກໍາຂະໜາດນ້ອຍ.

ໂອກາດນີ້, ທ່ານ ບົວພັນ ອຸດົມສິນ ຮອງເລຂາພັກເມືອງ ໄດ້ສະແດງຄວາມຂອບໃຈມາຍັງໂຄງການດັ່ງກ່າວ ທີ່ເຫັນຄວາມສຳຄັນໃນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ, ທັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ພ້ອມກັນເອົາໃຈໃສ່ຕິດຕາມກວດກາ ການນຳໃຊ້ທຶນຢ່າງໃກ້ຊິດ ເພື່ອສົ່ງເສີມການຜະລິດຂອງປະຊາຊົນ ຜູ້ທີ່ໄດ້ຮັບທຶນໃຫ້ໄດ້ຮັບການເປັນຢູ່ ດີຂຶ້ນເທື່ອລະກ້າວ.

ຂ່າວ: ວັນທອງ ພົງສະຫວັນ

ສະພາບອາກາດທົ່ວໄປ ປະຈໍາວັນທີ 20 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ໄດ້ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ໜາວເຢັນຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີ ຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ອາຊຽນ-ອີຢູ ລົງນາມຂໍ້ຕົກລົງການຂົນສົ່ງທາງອາກາດຮອບດ້ານສະບັບທຳອິດ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ອາຊຽນ ແລະ ສະຫະພາບເອີຣົບ (ອີຢູ: EU) ໄດ້ລົງນາມຂໍ້ຕົກລົງ ການຂົນສົ່ງທາງອາກາດຮອບດ້ານສະບັບທຳອິດ (ASEAN-EU CATA) ຢູ່ທີ່ກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນ ຄັ້ງທີ 28 ຈັດຂຶ້ນ ຢູ່ບາລີ ປະເທດ ສ. ອິນໂດເນເຊຍ. ຂໍ້ຕົກລົງດັ່ງກ່າວແມ່ນຈະເພີ່ມທະວີ ການເຊື່ອມຕໍ່ທາງອາກາດ ລະຫວ່າງອາຊຽນ ແລະ ເອີຣົບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ແລະ ເສດຖະກິດ ຂອງສອງພາກພື້ນ, ບັນດາຝ່າຍ ຈະເລີ່ມເຄື່ອນໄຫວໃຫ້ສັດຕະຍາບັນເພື່ອໃຫ້ຂໍ້ຕົກລົງມີຜົນສັກສິດຢ່າງເປັນທາງການ.

ທ່ານ ບູດີ ກາຢາສຸມາດີ(Budi Karya Sumadi) ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຂອງ ສ. ອິນໂດເນເຊຍ ປະທານ ກອງປະຊຸມລັດຖະມົນຕີຄົມມະນາຄົມອາຊຽນ ຄັ້ງທີ 28 ຖືວ່າການລົງນາມສັນຍາດັ່ງກ່າວ ໄດ້ເພີ່ມພະລັງຊີວິດໃຫ້ແກ່ ພື້ນຖານເສດຖະກິດທົ່ວໂລກ, ພິເສດແມ່ນຢູ່ພາກພື້ນອາຊຽນ ແລະ ອີຢູ. ສັນຍາສະບັບນີ້ເປັນແງ່ຫວັງເພື່ອຈະເປີດກາລະໂອກາດອັນໃຫຍ່ຫລວງໃຫ້ແກ່ບັນດາບໍລິສັດການບິນ ຂອງອາຊຽນ ແລະ ອີຢູ ໃນການຂຸດຄົ້ນບັນດາການບໍລິການຜູ້ໂດຍສານ ແລະ ຈໍລະຈອນສິນຄ້າ ລະຫວ່າງສອງຝ່າຍ ແລະ ຢູ່ນອກພາກພື້ນ. ສຳລັບກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ ຄັ້ງທີ 29 ຈະໄດ້ຈັດຂຶ້ນຢູ່ ສປປ ລາວ ໃນປີ 2023.

( ບັນນາທິການ: ຂ່າວຕ່າງປະເທດ)

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

ການແຂ່ງຂັນບານເຕະຊິງແຊັມອາຊີ ຈະຈັດຂຶ້ນຢູ່ກາຕາໃນປີ 2023

0

ຕາມຂ່າວຈາກ ວິທະຍຸ ກະຈາຍສຽງ ສາກົນແຫ່ງ ສປ ຈີນ ຫລື ຊີອາໄອ (CRI) ເມື່ອບໍ່ດົນນີ້, ສະຫະພັນບານເຕະອາຊີ (AFC) ໄດ້ຈັດກອງປະຊຸມຄະນະກຳມະການຈັດການແຂ່ງຂັນຂຶ້ນ ຢູ່ນະຄອນຫລວງກົວລາລຳເປີ ຂອງມາເລເຊຍ ໂດຍການລົງຄະແນນສຽງ ແລະ ຕົກລົງໃຫ້ປະເທດກາຕາ ເປັນເຈົ້າພາບຈັດການແຂ່ງຂັນບານເຕະຊີງແຊັມອາຊີ ປີ 2023 ຮອບສຸດທ້າຍ. ນີ້ຖືວ່າກາຕາ ໄດ້ເປັນເຈົ້າພາບ ຄັ້ງທີ 3 ຫລັງຈາກໄດ້ເປັນເຈົ້າພາບ ໃນປີ 1988 ແລະ ໃນປີ 201. ຄະນະກຳມະການຈັດການແຂ່ງຂັນຍັງໄດ້ຕົກລົງວ່າ: ການຄັດເລືອກເອົາອິນເດຍ, ອາຣັບບີ ຊາອຸດິດ ເປັນຝ່າຍເຈົ້າພາບສຳຮອງຮອບສຸດທ້າຍ ຂອງການແຂ່ງຂັນບານເຕະຊິງແຊັມອາຊີ ປີ 2027. ບ່ອນຈັດການແຂ່ງຂັນດັ່ງກ່າວຈະຖືກກຳນົດໃນກອງປະຊຸມໃຫຍ່ຜູ້ແທນສະຫະພັນບານເຕະອາຊີ ທີ່ຈະຈັດຂຶ້ນໃນເດືອນກຸມພາ ປີ 2023.

(ບັນນາທິການ: ຂ່າວຕ່າງປະເທດ).

ກະຊວງ ຖວທ ຍົກລະດັບວຽກງານຫ້ອງການ ຊຸດທີ 3

0

ໃນວັນທີ 19 ຕຸລາ 2020, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດການຝຶກອົບຮົມວຽກງານຫ້ອງການ ກ່ຽວກັບເອກະສານທາງ ການ ໂດຍການເປັນປະທານ ຂອງທ່ານ ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ, ມີບັນດາ ພະນັກງານ-ລັດຖະກອນ ຂັ້ນຄະນະກົມ, ຂັ້ນຫົວໜ້າ, ຮອງພະແນກ ພ້ອມດ້ວຍ ນັກວິຊາການ ອອ້ມຂ້າງ ກະຊວງ ຖວທ ເຂົ້າຮ່ວມ.

ການການຈັດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ແບ່ງເປັນສາມຊຸດ ຄື: ຊຸດວັນທີ 12/10/2022, ຊຸດວັນທີ 14/10/2022 ແລະ ຊຸດວັນທີ 18/10/2022.

ຄະນະຜູ້ແທນ ກຕສ ສປປ ລາວ ສໍາເລັດການຢ້ຽມຢາມ ບໍລິສັດ ໄປສະນີ ສສ ຫວຽດນາມ

0

ເມື່ອບໍ່ດົນມານີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຣິທິກອນ ພູມມະສັກ, ປະທານບໍລິສັດ ໄປສະນີ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ ໄປສະນີ ສສ ຫວຽດນາມ, ທີ່ນະຄອນຫລວງ ຮ່າໂນ້ຍ, ໂດຍມີ ທ່ານ ຫງວຽນ ຫາຍ ແທງ (Nguyễn Hải Thanh), ປະທານບໍລິສັດ ໄປສະນີ ຫວຽດນາມ ພ້ອມດ້ວຍຄະນະໃຫ້ກຽດຕ້ອນຮັບ.

ທ່ານ ຫງວຽນ ຫາຍ ແທງ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ວຽກງານການຮ່ວມມືລະຫວ່າງ ຫວຽດ ນາມ-ລາວ ໃນໄລຍະປີ 2022 ທີ່ໄດ້ອຳນວຍຄວາມສະ ດວກໃນຫລາຍດ້ານ ໂດຍສະເພາະ ວຽກງານຜັນຂະຫຍາຍ ແລະ ກໍ່ສ້າງຈຸດຂົນສົ່ງຢູ່ຊາຍແດນ ນໍ້າພາວ-ເກົາແຈ່ວ ແລະ ເປັນເສນາທິການໃຫ້ຄໍາປຶກສາທາງດ້ານເອເລັກໂຕຣນິກ ລະຫວ່າງ ລາວ-ຫວຽດນາມ-ໄທ ຊຶ່ງໄດ້ມີການລົງນາມເຊັນບົດບັນທຶກໃນເດືອນມິຖຸນາ ທີ່ຜ່ານມາ, ເປັນເອກະສານທີ່ມີຄວາມໝາຍສໍາຄັນທີ່ເຮັດ ໃຫ້ການຜັນຂະຫຍາຍວຽກ ງານໄປສະນີ ໂດຍສະເພາະ ແມ່ນການເປີດກວ້າງທາງດ້ານການເງິນໄປສະນີ ແລະ ດ້ານການຄ້າເອເລັກໂຕຣນິກ.

ຫລັງຈາກນັ້ນ, ທ່ານ ຣິທິກອນ ພູມມະສັກ ປະທານບໍລິສັດ ໄປສະນີ ລາວ ກໍສະແດງຄວາມຂອບໃຈ ທີ່ການຮ່ວມມືລະຫວ່າງ ໄປສະນີ ລາວ-ຫວຽດນາມ ຕັ້ງແຕ່ເຊັນບົດບັນທຶກໃນເດືອນ ມິຖຸນາ ທີ່ຜ່ານມາ ວຽກງານໄປສະນີລາວກໍມີຄວາມເຂັ້ມຂຸ້ນພໍສົມຄວນ ໂດຍສະເພາະການເປີດດ່ານຊາຍແດນສາກົນ ເຮັດໃຫ້ວຽກງານໄປສະນີມີຄວາມສະ ດວກສະບາຍຍິ່ງຂຶ້ນ ເປັນບາດກ້າວທີ່ສໍາຄັນໃນການຮ່ວມ ມືໄລຍະໃໝ່ ແລະ ໃນເດືອນ ກໍລະກົດ ທີ່ຜ່ານມາ, ໄປສະນີ ຫວຽດນາມ ກໍໄດ້ສົ່ງຊ່ຽວຊານ 3 ທ່ານ ໄປ ສປປ ລາວ ເພື່ອຊ່ວຍຍົກລະດັບການດໍາເນີນທຸລະກິດ, ຊ່ວຍວຽກງານໄອທີ ແລະ ການບໍລິການໃຫ້ກັບໄປສະນີ ລາວ. ໃນເວລາອັນມໍ່ໆນີ້ ກໍຫວັງຢ່າງຍິ່ງວ່າພວກເຮົາຈະໄດ້ຮ່ວມມືກັນທາງດ້ານການຄ້າເອເລັກໂຕຣນິກ (E-commerce) ແລະ ວຽກ ງານການຂົນສົ່ງ (Logistic). ໃນໂອກາດນີ້, ທ່ານ ຣິທິກອນ ພູມມະສັກ ກໍໄດ້ສະເໜີ ບໍລິສັດ ໄປສະນີ ຫວຽດ ນາມ ໃຫ້ຊ່ວຍເຫລືອທາງດ້ານການຂົນສົ່ງພັດສະດຸ ໄປສະ ນີ ລາວ ໄປຕ່າງປະເທດ ໂດຍຜ່ານ ໄປສະນີ ຫວຽດນາມ, ສະເໜີໃຫ້ແລກປ່ຽນຖອດຖອນບົດຮຽນການຄຸ້ມຄອງວຽກງານໄປສະນີ ແລະ ຈັດຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຂອງບຸກຄະລາກອນ.

ໃນຕອນທ້າຍ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມາຢ້ຽມຢາມບໍລິສັດ ໄປສະນີ ຫວຽດນາມ ຊຶ່ງເປັນບໍລິສັດໜຶ່ງທີ່ມີຊື່ສຽງທີ່ສຸດຂອງຫວຽດນາມ ເຫັນໄດ້ວ່າ ການເຄື່ອນໄຫວພົວພັນວຽກງານຕັ້ງແຕ່ເຊັນບົດບັນທຶກໃນເດືອນມິຖຸນາ ທີ່ຜ່ານມານັ້ນ ແມ່ນມີຄວາມຫ້າວຫັນເປັນບາດກ້າວໃໝ່ສົມຄວນ ເຫັນໄດ້ຈາກການວາງສະແດງຂອງ Post Mart ປັດຈຸບັນ, ແພລດຟອມດັ່ງກ່າວກໍເຮັດໃຫ້ບໍລິສັດ ໄປສະນີ ຫວຽດນາມ ປະສົບຜົນສໍາເລັດເກີນຄາດ ໝາຍ. ພ້ອມນີ້ ໄດ້ສະແດງຄວາມຫວັງວ່າ ບໍລິສັດ ໄປສະນີ ຫວຽດນາມ ຈະຖ່າຍທອດບົດຮຽນດັ່ງກ່າວໃຫ້ແກ່ໄປສະນີ ລາວ. ທ່ານໄດ້ກ່າວຕື່ມວ່າ: ແນ່ນອນວ່າໃນຍຸກອຸດສາຫະກໍາຄັ້ງທີ 4, ການຫັນເປັນເຕັກໂນໂລຊີດິຈິຕ໋ອນຂອງ ສປປ ລາວ ແມ່ນມີຄວາມຈໍາເປັນ, ໃນນັ້ນ ວຽກງານໄປສະນີຈຶ່ງມີຄວາມສໍາຄັນທີ່ສຸດ ແລະ ກໍຫຍຸ້ງຍາກໃນເວລາດຽວກັນ ຈຶ່ງຂໍສະເໜີໃຫ້ພວກທ່ານເອົາໃຈໃສ່ຊ່ວຍ ເປັນຕົ້ນແມ່ນ ດ້ານເຕັກນິກ, ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ ເພື່ອຄວາມເຂັ້ມແຂງ ແລະ ກ້າວເຂົ້າສູ່ສາກົນໄປດ້ວຍກັນ.

ສປປ ລາວ ເອງກໍເປັນປະເທດປິດ, ການຫັນເປັນດິຈິ ຕ໋ອນ ເພື່ອຫັນປະເທດໃຫ້ເຊື່ອມໂຍງກັບທຸກປະເທດ, ນອກຈາກເລື່ອງເຕັກໂນໂລຊີແລ້ວ ວຽກງານການຂົນສົ່ງ ກໍມີຄວາມສໍາຄັນ. ນອກຈາກດ່ານຊາຍແດນສາກົນລາວ-ຫວຽດນາມ ນໍ້າພາວ-ເກົາແຈ່ວທີ່ປະສົບຜົນສໍາເລັດດີແລ້ວ ພວກເຮົາຕ້ອງຫາທ່າແຮງອື່ນອີກ ເປັນຕົ້ນແມ່ນດ່ານຊາຍແດນ ນາເພົ້າ-ຈາລໍ, ແດນສະຫວັນ-ລາວບາວ, ພູເກືອ-ເບີອີ ໂອກາດພັດທະນາຍັງມີຫລາຍ ແລະ ໃນນາມປີ 2022 ທີ່ເປັນປີສາມັກຄີມິດຕະພາບລາວ-ຫວຽດນາມນີ້, ຂໍອວຍພອນໃຫ້ການຮ່ວມມືລະຫວ່າງໄປສະນີຫວຽດ ນາມ-ລາວ ຈົ່ງປະສົບຜົນສໍາເລັດ, ຍາດໄດ້ຜົນງານໃໝ່ຫລວງຫລາຍກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ມິດຕະພາບໃນການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ນັບມື້ນັບເກີດດອກອອກຜົນ.

ພິເສດ, ໃນໂອກາດທີ່ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມບໍລິສັດ ໄປສະນີ ຫວຽດນາມ ໃນຄັ້ງນີ້ ທ່ານ ຫງວຽນ ຫາຍ ແທງ, ປະທານບໍລິສັດ ໄປສະນີ ຫວຽດນາມ ພ້ອມດ້ວຍຄະນະອໍານວຍການ ຈຶ່ງຂໍມອບທຶນການສຶກສາປະລິນຍາໂທ ທາງດ້ານໄອທີ ມູນຄ່າ 252.300.000 ກີບ (15.000 ໂດລາສະຫະລັດ) /ຄົນ ລວມ 2 ທຶນ ລວມມູນຄ່າ 504.600.000 ກີບ (30.000 ໂດລາສະຫະລັດ) ເປັນຂອງຂວັນທີ່ແສນພິເສດ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະປະ ຕິບັດໜ້າທີ່ວຽກງານທີ່ວາງໃຫ້ໄວ້ຢ່າງເຂັ້ມງວດ ໃຫ້ໄດ້ໝາກຜົນທີ່ສຸດ.

ຮູບພາບ ແລະ ຂ່າວ: ຈັນທະຈັກ ຫລວງລາດ