Tuesday, September 23, 2025
Home Blog Page 891

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນມີຄວາມໝາຍສຳຄັນຕໍ່ລາວ ແລະ ປະເທດຕ່າງໆໃນທົ່ວໂລກ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງພັກກອມມູນິດຈີນ ແລະ ກໍມີຄວາມໝາຍສຳຄັນຕໍ່ ລາວ ແລະ ປະເທດຕ່າງໆ ໃນທົ່ວໂລກ ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປລ ປະທານປະເທດແຫ່ງ ສປປ ລາວກ່າວວ່າ: ປະຊາຊົນລາວຕິດຕາມຢ່າງໃກ້ຊິດເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນອ້າຍນ້ອງ ແລະລໍຖ້າການຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງນີ້ຢ່າງຈົດຈໍ່. ກອງປະຊຸມຄັ້ງທີ 20 ຂອງພັກກອມມູນິດຈີນນີ້ ຈະເປີດໄຂຂຶ້ນໃນທ່າມກາງສະພາບຂອງໂລກ ແລະສະພາບຂອງພາກພື້ນທີ່ມີຄວາມສັບສົນປັ່ນປ່ວນ ແຕ່ເວລາດຽວກັນນັ້ນ, ປະຊາຊົນຈີນ, ປະເທດຈີນກໍາລັງດໍາລົງຄົງຕົວ ກໍາລັງດໍາລົງຊີວິດຢູ່ຢ່າງສະຫງົບສັນຕິ, ປະເທດຈີນກໍາລັງພັດທະນາໄປຂ້າງໜ້າຢ່າງແຂງແຮງ ແລະໜັກແໜ້ນພາຍໃຕ້ການນໍາພາພັກກອມມູນິດຈີນ ອັນມີສະຫາຍເລຂາທິການໃຫຍ່ປະທານປະເທດສີຈິ້ນຜິງເປັນຜູ້ນໍາ.ພວກຂ້າພະເຈົ້າເຊື່ອໝັ້ນທີ່ສຸດວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ຈະນໍາເອົາຜົນສໍາເລັດສໍາຄັນ, ໃຫຍ່ຫຼວງມາສູ່ປະຊາຊົນຈີນທົ່ວປະເທດ, ຜົນສໍາເລັດດັ່ງກ່່າວຈະເປັນກໍາລັງແຮງອັນຍິ່ງໃຫຍ່ໃຫ້ແກ່ການກ້າວສູ່ໄຊຊະນະແຫ່ງເປົ້າໝາຍຮ້ອຍປີເຫດການທີສອງ ແລະການສ້າງສັງຄົມນິຍົມທີ່ມີສີສັນຂອງຈີນໃນຍຸກໃໝ່.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານສົມມາດ ພົນເສນາ ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດ ສປປ ລາວກ່າວວ່າ:ໃນຖານະທີ່ເປັນເພື່ອນມິດກັບປະຊາຊົນຈີນ, ຂ້າພະເຈົ້າກໍໄດ້ຕິດຕາມ ຮັບຟັງ ບົດລາຍງານການເມືອງຂອງສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ສິ່ງທີ່ໃຫ້ຂ້າພະເຈົ້າປະທັບໃຈນີ້, ແມ່ນທ່ານສະຫາຍ ສີຈິ້ນຜິງໄດ້ເວົ້າວ່າ: ພວກເຮົາຕ້ອງຖືເອົາການໄດ້ຮັບຄວາມນິຍົມຊົມຊອບເຫຼື້ອມໃສສັດທາຂອງປະຊາຊົນ ເປັນເງື່ອນໄຂອັນສໍາຄັນອັນໜຶ່ງ ຕັດສິນການກໍາອໍານາດຂອງພັກກອມມູນິດ, ອັນນີ້ຂ້າພະເຈົ້າຄິດວ່າພວກເຮົາຄວນໄດ້ຮໍ່າຮຽນເອົານໍາເພິ່ນ,ເຊື່ອແນ່ວ່າ, ພາຍໃຕ້ການນໍາພາຂອງສະຫາຍສີຈິ້ນຜິງ ກອງປະຊຸມຄັ້ງທີ 20 ຈະໄດ້ບັນລຸຢ່າງຈົບງາມຕາມເປົ້າໝາຍທີ່ວາງໄວ້.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວ CMG, ທ່ານສັງຂານ ຈູງຄຳພັນ ຮອງຜູ້ອຳນວຍການໃຫຍ່ວິທະຍຸແຫ່ງຊາດລາວກ່າວວ່າ: ຂ້າພະເຈົ້າໄດ້ຕິດຕາມການຖ່າຍທອດສົດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ແລະຕີລາຄາໄດ້ວ່າເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໂດຍສະເພາະແມ່ນເວລາທີ່ ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ນຳສະເໜີບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່, ເຊິ່ງມີທັງຜົນງານ 5 ປີຜ່ານມາ ແລະກຳນົດແຜນການ 5 ປີຕໍ່ໜ້າຫຼືຍາວກວ່ານັ້ນ, ລ້ວນແລ້ວແຕ່ເປັນທີ່ສົນໃຈບໍ່ສະເພາະແຕ່ປະຊາຊົນ ແລະປະເທດຈີນເທົ່ານັ້ນ, ທົ່ວໂລກກໍໃຫ້ການຕິດຕາມກອງປະຊຸມນີ້ເຊັ່ນດຽວກັນ, ເພາະມີສ່ວນກ່ຽວພັນເຖິງຊາຕາກຳ ຂອງໂລກເຊັ່ນດຽວກັນ. ສະເພາະນັກຂ່າວທີ່ໄປຕິດຕາມຢູ່ກອງປະຊຸມທີ່ນະຄອນຫລວງປັກກິ່ງ ກໍມີຫຼາຍເກືອບ 3000 ຄົນ ທັງນັກຂ່າວຈີນ, ນັກຂ່າວຕ່າງປະເທດ ໝາຍວ່າທົ່ວໂລກຕິດຕາມກອງປະຊຸມໃຫຍ່ນີ້ຢ່າງໃກ້ຊິດ.ຫວັງວ່າຄະນະພັກຊຸດໃຫມ່ຂອງຈີນຈະມີນະໂຍບາຍສືບຕໍ່ການພົວພັນຮ່ວມມືລະຫວ່າງ ລາວ-ຈີນໃຫ້ກ້າວໄປສູ່ຜົນສຳເລັດຮ່ວມກັນຫຼາຍຂຶ້ນກວ່າເກົ່າ, ບົນເສັ້ນທາງລາວ-ຈີນ ແມ່ນຄູ່ຮ່ວມຊາຕາກຳດຽວກັນ, ທີ່ມີອຸດົມການອັນດຽວກັນ.

ໃນໂອກາດໃຫ້ສໍາພາດຕໍ່ນັກຂ່າວສະຖານີວິທະຍຸແລະໂທລະພາບສູນກາງຈີນ (CMG) ເມື່ອວັນທີ 15 ຕຸລາ 2022, ທ່ານ ສິດທິໄຊ ໄຊຍະວົງ, ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະວິຊາການຈີນ, ຜູ້ອຳນວຍການ ສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລແຫ່ງຊາດລາວກ່າວວ່າ:ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20ຂອງພັກກອມມູນິດຈີນເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ໂດຍສະເພາະແມ່ນຕໍ່ ສປ ຈີນ, ໃນນັ້ນ,ການກຳນົດແນວທາງຍຸດທະສາດການພັດທະນາບໍ່ສະເພາະແຕ່ເນັ້ນໃສ່ຂອງຊາດແລະປະຊາຊົນຈີນ,ຫາກຍັງລວມເຖິງການພັດທະນາທີ່ມີຕໍ່ສາກົນ ກໍຄືຂອງໂລກໃນປັດຈຸບັນຕື່ມອີກ, ໂດຍສະເພາະທີ່ກ່ຽວຂ້ອງກັບ ສປປ ລາວ. ຂ້າພະເຈົ້າມີຄວາມຄາດຫວັງວ່າຈະເຫັນນະໂຍບາຍກຳນົດຍຸດທະສາດ ທີ່ກ່ຽວກັບລະບຽບການອັນສໍາຄັນຕໍ່ໂລກ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງໂລກ ຫຼືການພັດທະນາຂອງມວນມະນຸດກ້າວສູ່ຄວາມເປັນລະບຽບ ແລະມີຄວາມສີວິໄລຍິ່ງໆຂຶ້ນໄປ, ໂດຍສະເພາະນະໂຍບາຍທີ່ກ່ຽວຂ້ອງກັບ ສປປ ລາວ ເຊັ່ນ: ໜຶ່ງແລວໜຶ່ງເສັ້ນທາງ ຫວັງວ່າຈະເປັນຮູບປະທຳຫຼາຍຂຶ້ນຕື່ມ.

ແຂວງໄຊສົມບູນ ກະກຽມຄວາມພ້ອມ ຈັດພິທີສົມໂພດຫໍຫຼັກເມືອງ, ຮູບປັ້ນຫຼໍ່ເຈົ້າອະນຸວົງ ແລະກິດຈະກຳ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ

0

ຄະນະຮັບຜິດຊອບກະກຽມພິທີສົມໂພດຫໍຫຼັກເມືອງ, ຮູບປັ້ນຫຼໍ່ເຈົ້າອະນຸວົງ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ ຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ ຂຶ້ນໃນຕອນບ່າຍຂອງວັນທີ 19 ຕຸລາ 2022. ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກແຂວງ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມ ກະກຽມພິທີສົມໂພດຫໍຫຼັກເມືອງ, ຮູບປັ້ນຫຼໍ່ເຈົ້າອະນຸວົງ ທີ່ຕິດພັນກັບວຽກງານສົ່ງເສີມການທ່ອງທ່ຽວແຂວງໄຊສົມບູນ, ມີບັນດາຫົວໜ້າ-ຮອງຫົວໜ້າ ພ້ອມດ້ວຍຄະນະຂອງແຕ່ລະອະນຸກໍາມະການເຂົ້າຮ່ວມ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານແຜນການເຄື່ອນໄຫວວຽກງານ ໂດຍຕິດພັນກັບແຜນງົບປະມານ ຂອງແຕ່ລະອະນຸກໍາມະການ ພ້ອມທັງປະກອບຄໍາເຫັນຄໍາເຫັນປຶກສາຫາລື ເພື່ອປັບປຸງບາງເນື້ອໃນຂອງແຜນການເຄື່ອນໄຫວໃຫ້ມີເນື້ອໃນຄົບຖ້ວນ ແລະ ເໝາະສົມ ເປັນຕົ້ນແມ່ນການກໍານົດວັນເວລາ, ກຳນົດບັນດາກິດຈະກໍາ, ກຳນົດສະຖານທີ່ ທີ່ເໝາະສົມກັບບັນດາກິດຈະກໍາ, ການຈັດລຽງລໍາດັບຄວາມສໍາຄັນຂອງກິດຈະກໍາ ລວມທັງຮູບການ, ຂັ້ນຕອນ ແລະ ວິທີຈັດຕັ້ງປະຕິບັດ ໃຫ້ມີຄວາມເປັນເອກະພາບກັນ.

ຊຶ່ງ ພົນຕີ ວົງສອນ ອິນປານພິມ ຮອງເລຂາພັກ ແຂວງໄຊສົມບູນ ໄດ້ມີທິດຊີ້ນໍາໃຫ້ແຕ່ລະອະນຸກຳມະການ ພ້ອມກັນເອົາໃຈໃສ່ກວດກາຄືນ ກ່ຽວກັບຄວາມລະອຽດຂອງແຜນວຽກໃນແຕ່ລະອະນຸກໍາມະການ ເປັນຕົ້ນແມ່ນການຊັບຊ້ອນ ແລະ ຈັດສັນວັນເວລາໃສ່ບັນດາກິດຈະກຳໃຫ້ມີຄວາມເໝາະສົມ, ການກໍານົດຈໍານວນແຂກຄົນ, ພະສົງ ແລະ ພະອາຈານ ທີ່ຈະເຊີນເຂົ້າຮ່ວມຕ້ອງໃຫ້ລະອຽດ, ຈະແຈ້ງເພື່ອອໍານວຍຄວາມສະດວກໃຫ້ແກ່ການຂຶ້້ນແຜນຈັດຊື້ອຸປະກອນຮັບໃຊ້ ແລະ ການກະກຽມສະຖານທີ່ເພື່ອຮອງຮັບແຂກໃຫ້ພຽງພໍ, ພ້ອມກັນເອົາໃຈໃສ່ປົກປັກຮັກສາສະຖານທີ່ທ່ອງທ່ຽວ, ຖະໜົນຫົນທາງ, ເຮືອນພັກ, ຮ້ານອາຫານພາຍໃນເທດສະບານໃຫ້ມີຄວາມສະອາດ, ຈົບງາມ, ປຸກລະດົມພໍ່ແມ່ປະຊາ ຊົນ, ຜູ້ປະກອບການ ແລະ ພາກສ່ວນຕ່າງໆ ໃຫ້ມີສ່ວນຮ່ວມ, ຈັດຕັ້ງກອງກໍາລັງໄປປະຈໍາຢູ່ຕາມແຕ່ລະເສັ້ນທາງ, ແຕ່ລະປ້ອມຍາມ ແລະ ຕ້ອງມີການພັດປ່ຽນກັນລາດຕະເວັນຕະຫຼອດ 24 ຊົ່ວໂມງ. ພ້ອມນີ້ ກໍ່ຕ້ອງເອົາໃຈໃສ່ໃນການໂຄສະນາ-ປະຊາສໍາພັນ ຜ່ານສື່ຕ່າງໆ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ພ້ອມທັງເຂົ້າມາທ່ຽວຊົມ ແລະ ມີສ່ວນຮ່ວມບັນດາກິດຈະກໍາໃຫ້ເປັນຂະບວນ ກວ້າງຂວາງ.

ຂ່າວ: ພາພອນ ນະວົງໄຊ

ສື່ມວນຊົນຕິດຕາມການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຢ່າງຕໍ່ ເນື່ອງ

0

ສື່ມວນຊົນພາຍໃນປະເທດຈີນ ແລະ ຕ່າງປະເທດຫລາຍກວ່າ 2.500 ຄົນ ສືບຕໍ່ຕິດຕາມ ແລະ ລາຍງານຂ່າວກ່ຽວ ກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນຢ່າງໃກ້ສິດ ເຊີ່ງໃນແຕ່ລະວັນຢູ່ສູນຂ່າວຂອງກອງປະຊຸມຄັ້ງນີ້ ທີ່ໂຮງແຮມນິກໂກ ສະຕະວັດໃໝ່ປັກກິ່ງ ໃນນະຄອນຫວງປັກກິ່ງ ໄດ້ຈັດການຖະແຫລງຂ່າວໃນຫລາຍຫົວຂໍ້ສໍາຄັນ ເພື່ອໃຫ້ສື່ມວນຊົນໄດ້ຮັບຮູ້ ແລະ ນໍາໄປໂຄສະນາເຜີຍແຜ່ຜ່ານພາຫະນະສື່ມວນຊົນຂອງຕົນກ່ຽວກັບຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ, ລວມເຖີງນະໂຍບາຍການຕ່າງປະເທດ ກໍຄື ການພົວພັນຮ່ວມມື ແລະ ການຊ່ວຍເຫລືອຂອງຈີນຕໍ່ຕ່າງປະເທດໃນໄລຍະຜ່ານມາ ແລະ ທິດທາງແຜນການພັດທະ ນາປະເທດຂອງຈີນໃນຕໍ່ໜ້າ ພາຍໃຕ້ນໍາພາ-ຊີ້ນໍາຂອງພັກກອມູນິດຈີນ ເຊີ່ງເປັນພັກການເມືອງໃຫຍ່ກວ່າໝູ່ໃນໂລກ.

ພາຍໃນສູນຂ່າວດັ່ງກ່າວ ໄດ້ສະໜອງສິ່ງອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ສື່ມວນຊົນໄດ້ເປັນຢ່າງດີ ທັງໃນດ້ານອຸປະກອນການສື່ສານ ກໍຄື ການສະໜອງຂໍ້ມູນຂ່າວສານ ແລະ ສິ່ງທີ່ຈໍາເປັນຕ່າງໆ ເຮັດໃຫ້ການປະຕິບັດວຽກງານຂອງສື່ມວນຊົນທັງພາຍໃນປະເທດຈີນ ແລະ ຕ່າງປະເທດມີຄວາມສະດວກສະບາຍ ແລະ ສາມາດນໍາສະເໜີຂ່າວກ່ຽວກັບກອງປະຊຸມໃຫຍ່ພັກກອມມູນິດຈີນໃນຄັ້ງນີ້ ກໍຄື ສະພາບການພັດທະນາເສດຖະກິດ-ສັງຄົມຂອງຈີນ ໄດ້ຢ່າງວ່ອງໄວ ແລະ ທັນເຫດການ ໂດຍມີເວັບໄຊແມ່ນ http://20th.cpcnews.cn ເຊີ່ງເປີດບໍລິການຢ່າງເປັນທາງການນັບແຕ່ວັນທີ 12 ຕຸລາເປັນຕົ້ນມາ.

ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-22 ຕຸລາ 2022 ເຊີ່ງບໍ່ພຽງແຕ່ແມ່ນເຫດການທີ່ສຳຄັນຂອງທົ່ວ ປະເທດຈີນ ເທົ່ານັ້ນ, ແຕ່ຍັງເປັນເຫດການທີ່ໄດ້ດຶງດູດຄວາມສົນໃຈຂອງຊາວໂລກ ຕື່ມອີກ.

Cr: BT

ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 4-8 ພະຈິກ 2022

0

ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະກຳມະການຈັດງານບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈຳປີ 2022 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 19 ກັນຍາ 2022 ນີ້ວ່າ: ການຫ້າງຫາກະກຽມຈັດງານບຸນນະມັດສະການພຣະທາຕຸຫຼວງວຽງຈັນ ປະຈຳປີ 2022 ໃນປີນີ້ຈະຈັດຂຶ້ນຢ່າງຍິ່ງໃຫຍ່ ແລະ ມີຄວາມເບີກບານມ່ວນຊື່ນ,

ເລີ່ມແຕ່ວັນທີວັນ 4-8 /11/2022, ເຊິ່ງເປັນງານບຸນປະເພນີປະຈຳຊາດລາວເຮົາທີ່ສືບທອດ ແລະປະຕິບັດກັນມາເປັນປະຈຳທຸກໆປີ ແລະ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມອອກແຮງ ແຂ່ງຂັນ ສ້າງຜົນງານ ຂໍ່ານັບຮັບຕ້ອນ ວັນປະກາດເອກະລາດ ຄົບຮອບ 77 ປີ, ວັນຊາດທີ 2 ທັນວາ ຄົບຮອບ 47 ປີ. ສໍາລັບປີນີ້, ພວກເຮົາໄດ້ມີການກະກຽມພື້ນທີ່ຈັດງານບຸນ, ການຂາຍສິນຄ້າຜະລິດຕະພັນຕ່າງໆ, ກຳນົດໃຫ້ຂາຍ ແຕ່ພາຍໃນ ແລະ ພາຍນອກຂອບເຂດສະໜາມຫຼວງຈຳນວນໜຶ່ງ, ເຊິ່ງລາຍລະອຽດຂອງງານບຸນພວກເຮົາໄດ້ກຳນົດ ຄື:

1. ຈຸດປະສົງຄາດໝາຍລວມ.

ເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ, ເພື່ອເປັນການສົ່ງເສີມ, ໂຄສະນາວາງສະແດງແລະຈຳໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ນັບມື້ໃຫ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ທີ່ມາທ່ຽວງານບຸນໄດ້ ຊື້, ໄດ້ຂາຍ, ໄດ້ແລກປ່ຽນຜະລິດຕະພັນພາຍໃນແລະທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນລາວທ່ຽວລາວ, ເພື່ອຮັກສາໄດ້ຄວາມສາມັກຄີ ແລະ ສົ່ງເສີມການທ່ອງທ່ຽວຢູ່ໃນນະຄອນຫຼວງວຽງຈັນ ໃຫ້ກວ້າງຂວາງແລະເປັນຂະບວນຟົດຟື້ນ.

2. ບັນດາເນື້ອໃນ ແລະກິດຈະກຳການເຄື່ອນໄຫວໃນງານບຸນນະມັດສະການພຮະທາຕຸຫຼວງປະຈຳ ປີ 2022 ມີ ທັງໝົດ 7 ກິດຈະກຳ ຄື :

2.1. ພິທີກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ.

2.2. ໃນຕອນເຊົ້າວັນທີ 6/11/2022, ເວລາ 06:30 ໂມງ, ມີການຄອບໄຂ່ວສະຖານທີ່ສັກສິດ.

2.3. ວັນທີ 7/11/2022, ເວລາ 14:00 ໂມງເປັນຕົ້ນໄປຈະໄດ້ມີພິທີແຫ່ຜາສາດເຜີ້ງ.

2.4. ວັນທີ 8/11/2022, ເວລາ 07:00 ໂມງມີພິທີໃສ່ບາດຖວາຍສັງຄະທານ ແລະ ເວລາ 14:00 ໂມງ ມີພິທີແຂ່ງຂັນກິລາຕີຄີ, ເຊິ່ງເປັນກິລາພື້ນບ້ານ ແລະ ເປັນກິລາຂອງບຸນນະມັດສະການພຣະທາດຫຼວງ,ສ່ວນຕອນຄ່ຳມີພິທີວຽນທຽນ, ຈູດບັ້ງໄຟພຸ, ໄຟດອກ ຕາມຮີດ-ຕາມຄອງທີ່ເຄີຍປະຕິບັດສືບທອດກັນມາ ແລະ ຕະຫຼອດງານທຸກໆຄືນ ຈະມີການສະແດງສິລະປະ-ວັນນະຄະດີ ຈາກຄະນະສິລະປະກອນສູນກາງ, ບັນດາແຂວງ, ຫົວໜ່ວຍສິລະປະ ແລະ ໂຮງຮຽນແຫ່ງຕ່າງໆ ຢູ່ພາຍໃນນະຄອນຫຼວງວຽງຈັນ.

ນອກຈາກນັ້ນ, ຍັງມີການວາງສະແດງສິນຄ້າປະເພດຕ່າງໆ ຈາກພາກລັດ-ເອກະຊົນ, ຫ້າງຮ້ານ, ຫົວໜ່ວຍການຜະລິດ, ຄອບຄົວຕົວແບບ ແລະ ອື່ນໆຢ່າງຫຼວງຫຼາຍ ເຊິ່ງຄາດວ່າຈະມີປະມານ 852 ຮ້ານເຂົ້າຮ່ວມ ໂດຍແນໃສ່ເພື່ອເຮັດໃຫ້ງານດັ່ງກ່າວມີສີສັນ ແລະ ເປັນຂະບວນຟົດຟື້ນມວ່ນຊື່ນ, ຮັກສາໄດ້ຮີດຄອງປະເພນີ ແລະ ສອດຄ່ອງກັບວັດທະນະທຳ ທີ່ດີງາມຂອງຊາດ.

+3

ມອບໃບປະກາສະນີຍະບັດຊັ້ນປະລິນຍາຕີ ວິຈິດສິນ ຮຸ່ນທີ XVI

0

ສະຖາບັນວິຈິດສິນແຫ່ງຊາດ ໄດ້ຈັດພິທີມອບໃບປະກາສະນິຍະບັດຊັ້ນ ປະລິນຍາຕີ ວິຈິດສິນ ຮຸ່ນທີ XVI ສົກຮຽນ 2021-2022, ສະຫຼຸບການຮຽນ-ການສອນສົກສຶກສາ 2021-2022 ແລະ ເປີດສົກຮຽນ 2022-2023 ໃນວັນທີ 19 ຕຸລານີ້ ທີ່ສະຖາບັນວິຈິດສິນແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ຄຳສຸກ ແກ້ວວົງຊາຍ ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ, ເຂົ້າຮ່ວມ ແລະ ມອບໃບປະກາສະນິຍະບັດໂດຍ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ. ໃນໂອກາດນີ້, ທ່ານ ຄຳສຸກ ແກ້ວວົງຊາຍ ໄດ້ກ່າວວ່າ: ສະຖາບັນວິຈິດສິນແຫ່ງຊາດ ມີຫຼັກສູດການຮຽນ-ການສອນ ໃນລະບົບຊັ້ນປະລິນຍາຕີ ວິຈິດສິນ ທີ່ຖືກຮັບຮອງຫຼັກສູດໂດຍ ກະຊວງສຶກສາທິການ ແລະ ກິລາ ໃນສົກຮຽນ 2021-2022 ມີນັກສຶກສາຮຽນຈົບຊັ້ນປະລິມາຕີ ວິຈິດສິນ ຮຸ່ນທີ XVI ທັງໝົດ 38 ຄົນ, ໃນພາກວິຊາຈິດຕະກໍາ, ປະຕິມາກໍາ, ສິລະປະພາບພິມ, ພາກວິຊາພື້ນເມືອງ ປະຕິສັງຂອນ ແລະ ພາກວິຊາອອກແບບນິເທດສິນ ໃນສົກຮຽນ 2021-2022 ຖືວ່າໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແຕ່ເຖິງຢ່າງໃດກໍຕາມ ຍັງມີນັກສຶກສາບາງຄົນຖືເບົາຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ ບໍ່ເອົາໃຈໃສ່ຕໍ່ກົດລະບຽບຂອງສະຖາບັນວາງອອກສະແດງໃຫ້ເຫັນການປະເມີນແຕ່ລະຄັ້ງ ຜົນງານດ້ານວິຊາສະເພາະ ແລະ ບົດຂຽນປຶ້ມຍັງບໍ່ທັນໄດ້ດີເທົາທີ່ຄວນ ແລະ ກໍຂາດຄວາມໃກ້ຊິດຕິດແທດກັບຄູ-ອາຈານເຮັດໃຫ້ການສົ່ງບົດຮຽນແຕ່ລະຄັ້ງຊັກຊ້າ ແລະ ບໍ່ທັນຕາມກຳ ນົດເວລາ.

ໃນໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດິດໃໝ່ທີ່ສາມາດຍາດຜົນສຳເລັດພ້ອມທັງເນັ້ນໃຫ້ ນັກສຶກສາທີ່ຮຽນຈົບໄປແລ້ວຈົ່ງກາຍເປັນຜູ້ຮອບຮູ້, ມີທັດສະນະ ແລະ ອຸດົມການທີ່ຖືກຕ້ອງ ແລະ ດີງາມ, ມີຄວາມຄິດສ້າງສັນຜົນງານສິລະປະຕ່າງໆ ເຮັດໃຫ້ຜະລິດຕະພັນທາງດ້ານສິລະປະວິຈິດສິນ ມີທັງປະລິມານ ແລະ ຄຸນນະພາບ ສາມາດສ້າງຊື່ສຽງໃຫ້ປະເທດຊາດ ແລະ ກາຍເປັນຜູ້ສືບທອດໃນການປົກປັກຮັກສາ ແລະ ເສີມຂະຫຍາຍວຽກງານສິລະປະກຳຂອງຊາດ

ຂ່າວ-ພາບ: ບຸນອູ້ມ

80% ຂອງເມືອງທົ່ວໂລກ ສ່ຽງພົບກັບຄື່ນຄວາມຮ້ອນ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 17 ຕຸລາ ທີ່ຜ່ານມານີ້, ອົງກອນທີ່ບໍ່ສະແຫວງຫາຜົນກຳໄລໄດ້ເປີດເຜີຍຂໍ້ມູນດ້ານສິ່ງແວດລ້ອມ (Carbon Disclosure Project: CDP) ສະແດງໃຫ້ເຫັນວ່າ ອັດຕາສ່ວນ 4 ໃນ 5 ຂອງເມືອງຕ່າງໆທົ່ວໂລກກຳລັງປະເຊີນກັບອັນຕະລາຍຈາກສະພາບອາກາດເຊັ່ນ: ຄື່ນຄວາມຮ້ອນ, ອຸທົກກະໄພ ແລະ ໄພແຫ້ງແລ້ງ.

CDP ໄດ້ເປີດເຜີຍບົດລາຍງານການຄຸ້ມຄອງຄົນ ແລະ ໂລກ ທີ່ສໍາຫຼວດ 998 ເມືອງຈາກທົ່ວໂລກສະແດງໃຫ້ເຫັນວ່າ ນອກເໜືອຈາກອັດຕາສ່ວນເມືອງປະມານ 80% ກຳລັງປະເຊີນກັບເຫດການສະພາບອາກາດທີ່ຮຸນແຮງແລ້ວເກືອບ 1 ໃນ 3 ຂອງໂຕເລກຂ້າງເທິງ ຊຶ່ງອັນຕະລາຍທີ່ກ່ຽວຂ້ອງກັບສະພາບອາກາດຍັງຄົງຄຸກຄາມປະຊາກອນໃນເມືອງຢ່າງໜ້ອຍ 70% ອີກດ້ວຍ. ນອກຈາກນີ້, ບົດລາຍງານຍັງໄດ້ລະບຸວ່າ ເກືອບ 2 ໃນ 3 ຂອງເມືອງຕ່າງໆ ຄາດວ່າອັນຕະລາຍທີ່ປະເຊີນຈະຮຸນແຮງຍິ່ງຂຶ້ນໃນອະນາຄົດ ຂະນະທີ່ອັດຕາສ່ວນຫຼາຍກວ່າເຄິ່ງໜຶ່ງຄາດວ່າ ໄພທຳມະຊາດດັ່ງກ່າວຈະເກີດຂຶ້ນອີກຫຼາຍຄັ້ງພາຍໃນປີ 2025 ເນື່ອງຈາກຜູ້ສູງອາຍຸ, ຜູ້ທີ່ຢູ່ໃນຄອບຄົວທີ່ມີລາຍໄດ້ນ້ອຍ, ເດັກນ້ອຍ ແລະ ກຸ່ມ ຊົນເຜົ່າກຸ່ມນ້ອຍເປັນກຸ່ມທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຜູ້ກຳນົດນະໂຍບາຍຈຶ່ງຈຳເປັນຕ້ອງສະທ້ອນຄວາມຕ້ອງການຂອງປະຊາຊົນເມື່ອມີການວາງແຜນຮັບມືກັບວິກິດສະພາບອາກາດ. ທ່ານນາງ ໄມອາ ຄຸດເນີ ຮັກສາການຜູ້ອຳນວຍການໂລກາພິວັດຂອງ CDP ກ່າວວ່າ ການໃຫ້ຜູ້ຄົນເປັນຫົວໃຈສຳຄັນຂອງການດຳເນີນການດ້ານສະພາບອາກາດຕັ້ງແຕ່ການວາງແຜນຈົນເຖິງການນຳໄປໃຊ້ຈະຊ່ວຍປັບປຸງຊີວິດຂອງຜູ້ຄົນໃຫ້ດີຂຶ້ນໄດ້.

ເມືອງຕ່າງໆໃນອັດຕາສ່ວນເກືອບ 2 ໃນ 3 ກຳລັງດຳເນີນການຢ່າງໜ້ອຍໜຶ່ງແນວທາງຂອງການດຳເນີນການດ້ານສຸຂະພາບ ອາກາດທີ່ມີປະຊາຊົນເປັນສູນກາງ ແລະ ເຫັນເຖິງປະໂຫຍດທີ່ເກີດຂຶ້ນ ຊຶ່ງລວມເຖິງການຄຸ້ມຄອງທາງສຸຂະພາບ ແລະ ສັງຄົມທີ່ດີຂຶ້ນ, ການສົ່ງເສີມທາງດ້ານເສດຖະກິດ ແລະ ການປັບປຸງສິ່ງແວດລ້ອມ. ເຖິງຢ່າງໃດກໍຕາມ, ບໍ່ແມ່ນທຸກເມືອງທີ່ຈະສາມາດໃຊ້ແນວທາງດັ່ງກ່າວໄດ້ອີກ. ອົງກອນອິດສະຫຼະ (NGO) ກ່າວວ່າ ການສະໜັບສະໜູນທາງດ້ານການເງິນທີ່ຫຼາຍຂຶ້ນຈາກລັດຖະບານຄືສິ່ງທີ່ຈຳເປັນ ເພື່ອໃຫ້ເກີດຄວາມຄິດລິເລີ່ມ ແລະ ກົດລະບຽບທີ່ສົມບູນໃນດ້ານສິ່ງແວດລ້ອມ.

ສົ່ງເສີມການພັດທະນາວິຊາຊີບຄູ ຜ່ານສາລະຄະດີ ຄູຕົວແບບໃໝ່

0

ເມື່ອບໍ່ດົນມານີ້, ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິ ລາ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງວິດີໂອ ທີ 3 ຂອງສາລະຄະດີ ຄູຕົວແບບໃໝ່ໂດຍໄດ້ສຳພາດ ທ່ານ ໂພທອງ ພົງສົງຄາມ ກ່ຽວກັບ ຄວາມສຳຄັນຂອງການສະໜັບສະໜູນການພັດທະນາວິຊາຊີບຄູ ຊຶ່ງເປັນໜຶ່ງໃນຄູຕົວແບບໃໝ່ ແລະ ເປັນຄູຝຶກຜູ້ດຸໝັ່ນຈາກແຂວງສາລະວັນ ທີ່ໄດ້ອຸທິດຕົນເພື່ອວຽກງານດັ່ງກ່າວ. ພ້ອມທັງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມການເປັນຄູຝຶກຫລັກແຫລ່ງ ແລະ ເປັນຄູຝຶກຂັ້ນແຂວງ ຊຶ່ງໄດ້ຝຶກອົບຮົມຄູໃນຫຼັກສູດໃໝ່ ທັງຕິດຕາມ ແລະ ຊ່ວຍເຫລືອຄູຕະຫລອດໄລຍະຂອງສົກຮຽນ.

ທ່ານ ໂພທອງ ພົງສົງຄາມ ໄດ້ກ່າວວ່າ: ຫຼັກສູດສະບັບປັບປຸງໃໝ່ນີ້ ຊຶ່ງເປັນວິທີການສອນ ແລະ ການຮຽນຮູ້ແບບໃໝ່. ຫຼັກສູດໃໝ່ນີ້ເຫັນວ່າແທດເໝາະກັບເດັກນ້ອຍທຸກຄົນຫຼາຍຂຶ້ນ ແລະ ເດັກນ້ອຍທຸກຄົນມີໂອກາດເຂົ້າຮ່ວມໄດ້. ການຝຶກອົບຮົມ ແລະ ການຊ່ວຍເຫຼືອຄູໃນໄລຍະຂອງພາກຮຽນ ແມ່ນມີຄວາມສຳຄັນຫລາຍ ເພື່ອຮັບປະກັນການສິດສອນທີ່ດີ ແລະ ໝາກຜົນທີ່ເຫັນໄດ້ກໍແມ່ນຜົນການຮຽນຂອງນັກຮຽນທີ່ດີຂຶ້ນ. ພ້ອມນີ້, ຄູນິເທດມີບົດບາດເພື່ອສະໜັບ ສະໜູນຄູ ດ້ວຍການແນະນຳເຕັກນິກໃໝ່ ແລະ ຊ່ວຍເຂົາ ເຈົ້າແກ້ໄຂບັນຫາທີ່ໄດ້ພົບພໍ້ໃຫ້ທັນເວລາ.

ສຳລັບເຄື່ອງມືທີ່ຕົງເອງໃຊ້ຫຼາຍທີ່ສຸດໃນລະຫວ່າງການຢ້ຽມຢາມແມ່ນການສັງເກດໃນຫ້ອງຮຽນ, ການວາງແຜນການສອນ ແລະ ການສອນຮ່ວມກັນ ທັງນີ້ວິທີ ການສັງເກດການໃນຫ້ອງຮຽນ ຊ່ວຍໃຫ້ຮູ້ວ່າຈຸດໃດທີ່ຄູຕ້ອງການຊ່ວຍເຫຼືອເພີ່ມຕື່ມ. ເມື່ອຮູ້ບັນຫາ, ກໍ່ຈະສາມາດໃຫ້ຄຳແນະນຳໄດ້. ຕົງເອງຍັງໄດ້ຊ່ວຍເຫຼືອຄູວາງແຜນບົດສອນຂອງຕົນ ແລະ ນຳເອົາແນວຄິດການຮຽນ ດ້ວຍການປະຕິບັດຕົວຈິງ ມານຳໃຊ້ໃນຫ້ອງຢ່າງມີປະສິດທິຜົນ.

ທ່ານ ໂພທອງ ພົງສົງຄາມ ໄດ້ກ່າວຕື່ມວ່າ: ກຸ່ມວັອດແອັບ ແມ່ນສຳຄັນຫຼາຍສຳລັບການຕິດຕາມ ຫຼັງການໄປຢ້ຽມຢາມໂຮງຮຽນ ແລະ ສຳລັບໂຮງຮຽນທີ່ຢູ່ຫ່າງໄກສອກຫຼີກທີ່ຍາກໃນການເດີນທາງໄປຢ້ຽມຢາມໄດ້ເລື້ອຍໆ. ຄູສາມາດສົ່ງຄໍາຖາມຂອງເຂົາໄປຍັງກຸ່ມ ແລະ ກໍສາມາດໃຫ້ຄໍາແນະນໍາຕາມປະສົບການຂອງຕົນ ຫຼື ອາດແນະນໍາໃຫ້ເບິ່ງໜຶ່ງໃນວິດີໂອ ສຳລັບການພັດທະນາຄູ ທີ່ມີທາງຊ່ອງຢູທູບ. ມາຮອດປັດຈຸບັນນີ້ ພວກເຮົາໄດ້ສ້າງ ບົດຮຽນທັງໝົດ 8 ບົດແລ້ວ. ຊຸດອຸປະກອນຊ່ວຍເຫລືອຄູແມ່ນໄດ້ຖືກນຳໃຊ້ໂດຍຄູນິເທດ ໂດຍສະເພາະແມ່ນຄູຝຶກຂັ້ນແຂວງ. ອຸປະກອນຊ່ວຍເຫຼືອຄູ ແມ່ນເອກະສານແຍກອິດສະຫລະ ການຝຶກອົບຮົມແມ່ນກ່ຽວກັບການແກ້ໄຂບັນຫາທີ່ຄູປະຈຳການມັກຈະພົບພໍ້ເຊັ່ນ ການບໍລິຫານຫ້ອງຮຽນ, ການເຮັດກິດຈະກຳເປັນຄູ່ ຫຼື ເປັນກຸ່ມ. ຊຸດອຸປະກອນຊ່ວຍເຫຼືອຄູ ແມ່ນປະກອບມີຮູບພາບຂອງຫ້ອງຮຽນໃນລາວ ເພື່ອຊ່ວຍໃຫ້ຄູຝຶກ, ຄູຝຶກຫຼັກແຫຼ່ງ ແລະ ຄູປະຈໍາການ ສາມາດຈິນຕະນາການ ການສອນໃນສະພາບແວດລ້ອມຕົວຈິງ. ໂຄງການ ສາລະຄະດີ ຄູຕົວແບບໃໝ່ ໄດ້ຮັບການສະ ໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານບີຄວາ ຊຶ່ງມີຈຸດປະສົງເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ມີ ການຖອດຖອນບົດຮຽນຂອງການປະຕິບັດການສອນທີ່ດີທີ່ສຸດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດຫຼັກສູດໃໝ່ໃຫ້ປະສົບຜົນສຳເລັດ ແລະ ສະແດງໃຫ້ເຫັນຕົວຢ່າງທີ່ດີຂອງການຮຽນ-ການສອນຂັ້ນປະຖົມທີ່ເໝາະສົມສຳລັບເດັກທຸກຄົນ.

(ຂ່າວ:ກະຊວງ ສສກ)

ສະຫຼຸບ​ການນຳໃຊ້ທີ່ດິນຂອງປະຊາຊົນທີ່ອາໄສຢູ່ໃນເຂດ 3 ປະເພດປ່າ

0

ກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບໂຄງການທົດລອງການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນໃນເຂດ 3 ປະເພດປ່າ ຢູ່ເມືອງນາກາຍ, ເຊບັ້ງໄຟ, ຫີນບູນ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ຕຸລານີ້, ທີ່ໂຮງແຮມ ທ່າແຂກໃໝ່ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ມີ ທ່ານ ຄໍາໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ບັນດາທ່ານຕາງໜ້າຈາກກົ​ມ​, ຂະແໜງການທີ່ກ່ຽວຂ້ອງ ຂັ້ນສູນກາງ, ຂັ້ນແຂວງ, ຕະຫຼອດຮອດ ຊ່ຽວຊານຈາກອົງການຈັດຕັ້ງສາກົນ ແລະ ຕາງໜ້າເມືອງເປົ້າໝາຍຂອງໂຄງການເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍ​ງານ​ຜົນ​ໄດ້​ຮັບໂຄງ​ການທົດລອງການຮັບຮູ້ສິດຄອບຄອງນໍາໃຊ້ທີ່ດິນຂອງປະຊາຊົນ ທີ່ອາໄສໃນເຂດ 3 ປະເພດປ່າ ຢູ່ແຂວງຄໍາມ່ວນ ຊຶ່ງລວມ​ມີທັງ​ໝົດ 7 ບ້ານ ຄື: ປ່າ​ປ້ອງ​ກັນ ​ພູ​ງູ ເມືອງ​ຫີນ​ບູນ 2 ບ້ານ, ປ່າ​ຜະລິດ ດົງ​ພູ​ຊອຍເມືອງ ເຊ​ບັ້ງໄຟ 2 ບ້ານ ແລະ ອຸທິຍານແຫ່ງຊາດນໍ້າເທີນ​-ນາກາຍ​ 3 ບ້ານ ທີ່ຈັດຕັ້ງປະຕິບັດໂດຍ ກົ​ມ​ທີ່​ດິນ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ, ກົມ​ປ່າ​ໄມ້ ແລະ ກົມ​ຄຸ້ມ​ຄອງ​ທີ່​ດິນ​ກະ​ສິ​ກຳ ກະ​ຊວງ​ກ​ສິ​ກຳ ແລະ ປ່າ​ໄມ້, ໂດຍໄດ້ຮັບການສະ​ໜັບ​ສະໜູນຈາກ ໂຄງການ​ບໍ​ລິຫານ​ລັດ​ກ່ຽວ​ກັບ​ທີ່​ດິນ​ປະ​ຈໍາພາກພື້ນ ພາກ​ແມ່ນ້ຳຂອງ (MRLG), ດ້ວຍງົບປະມານໂຄງການ 271.728 ໂດລາ, ໄລຍະໂຄງການ 3 ປີ (2020-2022).ຜົນຂອງການຈັດຕັ້ງປະຕິບັດໄດ້ສໍາເລັດວຽກງານການສ້າງແຜນຈັດສັນຂັ້ນບ້ານ ແລະ ວຽກງານການສໍາຫຼວດວັດແທກ ແລະ ສ້າງແຜນທີ່ຕາດິນໄດ້ 7 ບ້ານເປົ້າໝາຍ ໃນຂອບເຂດ 3 ເມືອງ, ພ້ອມດຽວກັນ ຍັງໄດ້ຕີລາຄາໃຫ້ເຫັນ ດ້ານດີ ແລະ ຂໍ້ຄົງຄ້າງທີ່ຜ່ານມາ ພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ຕະຫຼອດຮອດພາກສະເໜີຈໍານວນໜຶ່ງ.

ຈຸດປະສົງເປົ້າໝາຍຂອງໂຄງການດັ່ງກ່າວແມ່ນ ເພື່ອສ້າງແຜນທີ່​ຈັດ​ສັນ​ ແລະ ວາງ​ແຜນ​ການ​ນຳ​ໃຊ້​ທີ່​ດິນຂັ້ນບ້ານ ທີ່ນອນຢູ່​ໃນ​ຂອບ​ເຂດ 3 ປະ​ເພດ​ປ່າຄື: ປ່າ​ສະ​ຫງວນ, ປ່າ​ປ້ອງ​ກັນ ແລະ ປ່າ​ຜະ​ລິດ, ກໍານົດຂອບເຂດທີ່ດິນ 8 ປະເພດໃຫ້ລະອຽດເພື່ອສຳ​ຫລວດ-ວັດ​ແທກ ແລະ ສ້າງ​ແຜນ​ທີ່ຕາ​ດິນ ອອກໃບຢັ້ງຢືນການສໍາຫຼວດ-ວັດແທກທີ່ດິນ ເພື່ອຮັບຮູ້ສິດຄອບຄອງນໍາໃຊ້ຂັ້ນພື້ນຖານໃຫ້ແກ່ປະຊາຊົນ ທີ່ອາໄສຢູ່ໃນເຂດ 3 ປະເພດປ່າ ​​ຂອງ​​ບ້ານເປົ້າໝາຍຢູ່ແຂວງຄໍາມ່ວນ ແລະ ເພື່ອເປັນການສ້າງ/ປັບປຸງນິຕິກໍາ ແລະ ບັນດາຄູ່ມືຕ່າງໆ ເປັນຮູບແບບຜັນຂະຫຍາຍໄປນໍາໃຊ້ໃນຂອບເຂດທົ່ວປະເທດ.

(ຂ່າວ: ມະນີວັນ)

ກອງປະຊຸມຮອບວຽນຄັ້ງທີ XVII ຂອງ ຄະນະຜູ້ແທນ 3 ເມືອງ

0

ກອງ​ປະຊຸມຮ່ວມມືຮອບວຽນ ຂອງຄະນະຜູ້ແທນ 3 ເມືອງຄື: ເມືອງຊານໄຊ ແຂວງ ອັດຕະປີ, ເມືອງ ດາກຈຶງ ແຂວງເຊກອງ ແຫ່ງ ສປປ ລາວ ແລະ ເມືອງ ດັກໄລ ແຂວງ ກອນຕູມ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນທີ່ເມືອງຊານໄຊ ໂດຍການເຂົ້າຮ່ວມຂອງ ທ່ານ ສຸວັນສີ ແກ້ວວີເສີດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ຊານໄຊ, ມີທ່ານ ອຸ່ນຄຳ ຫຼ້າທະຈັກ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງດາກຈຶງ ແຂວງເຊກອງ, ມີທ່ານ ອາເຟືອງ ຮອງເລຂາພັກເມືອງ ຜູ້ປະຈຳການເລຂາພັກເມືອງດັກໄລ ແຂວງກອນຕູມ, ມີຄະນະຜູ້ແທນຈາກ 3 ເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້, ໄດ້​ຈັດ​ຂຶ້ນ​ໃນ​ທ່າມກາງ​ບັນຍາກາດ​​ແຫ່ງສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກ ຄີແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງ​ບໍ່​ຢຸດ​ຢັ້ງ ແລະ ແມ່ນປີສາມັກຄີມິດ ຕະພາບ ລາວ-ຫວຽດນາມ ທີ່ໄດ້ຮ່ວມກັນສະ​ເຫຼີ​ມສະຫຼອງ 2 ວັນ​ປະ​ຫັວດສາດ ຄື: ວັນ​ເຊັນ​ສົນ​ທິສັນຍາມິດ ຕະພາບ ​ແລະ ການ​ຮ່ວມ​ມືຮອບດ້ານ ຄົບຮອບ 45 ປີ(18/7/1977-18/7/2022) ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບຮອບ 60 ປີ​ (5/9/1962-5/9/2022). ກອງປະຊຸມ​ຍັງໄດ້​ພ້ອມກັນທົບທວນຄືນ​ການຈັດ​ຕັ້ງ​ປະຕິບັດບົດບັນທຶກຊ່ວຍຈຳ ຂອງຄະນະ​ຜູ້​​ແທນ​ຂັ້ນເມືອງ ລາວ-ຫວຽດນາມ ຄັ້ງ​ XVI ​ໃນ​ໜຶ່ງ​ປີຜ່ານມາ ທີ່ເມືອງ ດາກຈຶງ ແຂວງ ເຊກອງເປັນເຈົ້າພາບ, ​ຊຶ່ງສອງ​ຝ່າຍ​ໄດ້​ສະ​ຫຼຸບ, ສັງ​ເກດ​ຕີ​ລາຄາ​ຢ່າງ​ຮອບດ້ານ​ ກ່ຽວ​ກັບ​ວຽກ​ງານ​ການ​ຄຸ້ມ​ຄ​ອງຊາຍ​ແດນ, ການ​ພັດທະນາ​ເສດຖະກິດ​, ການ​ຄ້າ, ວັດທະນະ ທຳ ​ແລະ ການທ່ອງ​ທ່ຽວ​ຊາຍ​ແດນ, ການ​​ເຊື່ອມ​ຕໍ່​ເສັ້ນ​ທາງຄົມມະນາ​ຄົມ,ການເຂົ້າ-ອອກຜ່ານແດນ, ການ ​ແກ້​ໄຂ​ບັນຫາ​ຜູ້​ຍົກຍ້າຍ​ຕັ້ງ​ພູມລຳ​ເນົາ​ຕາມ​ລຳພັງ​ໃຈ ​ແລະ ​ສ້າງ​ຄອບຄົວ​ບໍ່​ຖືກ​ລະບຽບຢູ່​ຕາມ​ບໍລິ​ເວນ​ຊາຍ​ແດນໃນ 3 ເມືອງສອງຝ່າຍ ລາວ-ຫວຽດນາມ, ຊຶ່ງ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່​ເປັນ​ມູນ​ເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ມາແຕ່ດົນນານແລ້ວນັ້ນ ເພື່ອສ້າງຊາຍແດນຂອງ 3 ເມືອງໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງ.

​ ໃນ​ກອງ​ປະຊຸມຄັ້ງ​ນີ້, ທັງ 3 ເມືອງໄດ້​ເປັນ​ເອກະ​ພາບ​​ກັນ​ວາງ​ທິດ​ທາງແຜນການ​ປະຕິບັດ​ວຽກ​ງານໃນ​ຕໍ່ໜ້າ​ ກ່ຽວ​ກັບວຽກງານ​ການ​ຄຸ້ມ​ຄອງຊາຍ​ແດນລະຫວ່າງສາມເມືອງສອງຝ່າຍ ​ໂດຍຈະຊຸກຍູ້ໃຫ້ພາກສ່ວນທີ່ກ່ຽວຂ້ອງສະກັດກັ້ນບັນດາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ທັນການ ແລະ ມີປະສິດທິຜົນຂຶ້ນຕື່ມ, ພ້ອມກັນນັ້ນ, ສອງຝ່າຍຈະ​ສຸມ​ໃສ່​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່​ລະບຽບ​ການຄຸ້ມ​ຄອງ​ຊາຍ​ແດນ, ການ​ປົກ​ປັກ​ຮັກ​ສາເສັ້ນ​ທາງຊາຍ​ແດນ ​ ​ໃຫ້​ປະຊາຊົນ​ຢູ່​ຕາ​ມ ບໍລິ​ເວນ​ຊາຍ​ແດນເຂົ້າ​ໃຈ​ແຈ້ງ​ ກ່ຽວ​ກັບ​ເຂດ​ອຳນາດ​ອະທິປະ​ໄຕ​ ​ແລະ ຜືນ​ແຜ່ນ​ດິນ​ອັນຄົບ​ຖ້ວນ​ຂອງຊາດ; ​ສອງ​ຝ່າຍ​ຈະເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຊຸກຍູ້​ໃຫ້​​ເສດຖະກິດ, ການ​ຄ້າ, ວັດທະນະ​ທຳ, ການທ່ອງ​ທ່ຽວ​ຢູ່ຕາມບໍລິເວນຊາຍແດນໃຫ້​ມີ​ການ​ຂະຫຍາຍຕົວ, ພັດທະນາ​ລະບົບ​ເສັ້ນ​ທາງ​ຄົມມະນາຄົມ ແລະ ບັນຫາອື່ນໆທີ່ສາມາດພົວພັນປຶກສາຫາລືກັນໄດ້ໂດຍສະເພາະແມ່ນດ້ານວິຊາສະເພາະຂອງແຕ່ລະຝ່າຍ, ​ສອງຝ່າຍຈະພ້ອມກັນເອົາໃຈໃສ່ເພີ່ມ​ທະວີ​ການຈັດ​ຕັ້ງປະຕິບັດ​ບົດບັນທຶກຊ່ວຍຈຳ ຄັ້ງທີ XVII ລະຫວ່າງ ສາມເມືອງສອງຝ່າຍ ທີ່ເມືອງຊານໄຊ ເປັນເຈົ້າພາບເທື່ອນີ້ ໃຫ້ມີຜົນສັກສິດດີຂຶ້ນ ແລະ ບັນລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

(ຂ່າວ-ພາບ: ໄພບູນ)

ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງ ຮສສ

0

ໃນວັນທີ 19 ຕຸລາ 2022 ນີ້, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫລວດ ກະ ຊວງ ປກສ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບ ຕິດໃຫ້ ພະນັກງານ-ລັດຖະກອນ ຂອງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ຮສສ, ໂດຍການເຂົ້າຮ່ວມຂອງທ່ານ ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ທ່ານ ບຸນຍອດ ຈັນ ທະວອນ ຫົວໜ້າຫ້ອງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີບັນດາ ຫົວໜ້າກົມ-ຮອງກົມ, ສະຖາ ບັນ, ຫົວໜ້າໜ້າ-ຮອງພະແນກ ພ້ອມດ້ວຍ ພະນັກງານ -ລັດຖະກອນ ເຂົ້າຮ່ວມ.

ທ່ານ ພັອ ອິນປົງ ຈັນທະວົງສາ ໄດ້ຍົກໃຫ້ເຫັນເຖິງສະພາບການແຜ່ລະບາດຂອງຢາເສບຕິດຢູ່ໃນໂລກ ແລະ ພາກພື້ນ ເວົ້າລວມເວົ້າສະເພາະ ຢູ່ ສ ປປ ລາວ ຂອງພວກເຮົາ ປັດຈຸບັນ ບັນຫາຢາເສບຕິດໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກສອກຫລີກ, ເຂົ້າເຖິງທຸກເພດ-ໄວ, ທຸກຊັ້ນຄົນໃນທົ່ວສັງ ຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກຳມະ ກອນ, ຜູ້ວ່າງງານ, ຕະຫລອດຮອດພະນັກງານ, ລັດຖະກອນຈຳນວນໜຶ່ງ. ນອກຈາກນັ້ນ, ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວໜຸ່ມຮຸ່ນສືບທອດ ເຊິ່ງບັນຫາດັ່ງກ່າວເປັນສາເຫດພາໃຫ້ ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກຳປະເພດຕ່າງໆ ເປັນການກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ, ວັດທະນະ ທຳ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ໃນໄລຍະຜ່ານມາ ເຖິງແມ່ນວ່າລັດຖະບານ ໄດ້ສຸມໃສ່ຫລາຍມາດຕະການແກ້ໄຂບັນຫາຢາເສບຕິດ ແຕ່ບັນຫາດັ່ງກ່າວຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແຜ່ລະບາດເປັນວົງກວ້າງ. ດ້ວຍເຫດນັ້ນ, ລັດຖະບານຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດ, ຈຳເປັນ, ຮີບດ່ວນ ເຊິ່ງໄດ້ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກຳລັງແຮງສັງລວມໃນທົ່ວສັງຄົມ ເຂົ້າໃສ່ການແກ້ໄຂບັນຫາສຳຄັນຂອງຊາດ ໃນກໍານົດເວລາທີ່ແນ່ນອນ ແຕ່ປີ 2021-2023.

ຈາກນັ້ນ, ທີມງານໂຄສະນາຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກໍໄດ້ຜັດປ່ຽນກັນຂຶ້ນ ບັນລະຍາຍກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາຕິດ, ສາ ເຫດຕິດຢາເສບຕິດ, ວິທີປ້ອງກັນ, ລວມທັງນິຕິກຳຕ່າງໆ ທີ່ກ່ຽວພັນກັບຢາເສບຕິດ ເພື່ອໃຫ້ພະນັກງານ-ລັດຖະກອນ ກະຊວງດັ່ງກ່າວ ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ຢ່າງຖືກຕ້ອງ, ຮັບຮູ້ບັນດານິຕິກຳ, ຂໍ້ຫ້າມ, ໂທດໃນການກະທຳຜິດກ່ຽວກັບຢາເສບຕິດ ແລະ ມີສະຕິເຄົາລົບ ກົດໝາຍຢ່າງເປັນນິດໄສ. ພ້ອມນັ້ນ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ມອບໃບໂປດສະເຕິ ແລະ ກົດໝາຍ ວ່າດ້ວຍຢາເສບຕິດ ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນຳໄປເຜີຍແຜ່ໃຫ້ແກ່ພະນັກງານ-ລັດຖະກອນ ໄດ້ຮັບຮູ້ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ມາດຕະການຂໍ້ຫ້າມຕ່າງໆ ກ່ຽວກັບຢາເສບຕິດ ຢ່າງທົ່ວເຖິ່ງ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ວອນ