Tuesday, September 23, 2025
Home Blog Page 890

“ໂຣນັນໂດ” ຊ້ອມດ່ຽວ 3 ມື້ – ຄວາມສໍາພັນກັບ ເທນ ຮາກ ແຕກຫັກ

0

ຄວາມສຳພັນລະຫວ່າງຜູ້ຈັດການທີມ ແມນເຊັສເຕີ ຢູໄນເຕັດ ເອຣິກ ເທນ ຮາກ ກັບ ຄຣິສເຕຍໂນ ໂຣນັລໂດ ເຖິງຈຸດແຕກຫັກ ຫຼັງຜູ້ຈັດການທີມແມນຢູ ຖືກຊື່ອອກຈາກທີມ ແລະ ສັ່ງໃຫ້ຝຶກຊ້ອມດ່ຽວເປັນເວລາ 3 ວັນ ແມນເຊັສເຕີ ຢູໄນເຕັດ ຖະແຫຼງຢືນຢັນຕັດຊື່ ໂຣນັນໂດ ອອກຈາກທີມສໍາລັບເກມທ້າຍອາທິດນີ້ ທີ່ຈະໄປຢາມ ເຊວຊີ ທີ່ສະໜາມສະແຕມຟອດ ບຣິດ ໃນວັນເສົາທີ 22 ຕຸລານີ້ ຫຼັງຈາກໜີກັບບ້ານກ່ອນໝູ່ຄູ່ຮ່ວມທີມໃນເກມກາງອາທິດ.

ໂຣນັນໂດ ຕົກເປັນປະເດັນອີກຄັ້ງ ຫຼັງມີຊື່ລົງເປັນຕົວສໍາຮອງໃນເກມກັບ ສະເປີ ເມື່ອວັນພຸດທີ່ຜ່ານມາ ແລະບໍ່ໄດ້ລົງຫຼິ້ນ ກ່ອນລຸກຈາກຕັ່ງນັ່ງສໍາຮອງ ຍ່າງເຂົ້າໄປໃນອຸໂມງໃນນາທີ 89 ແລະ ມີລາຍງານວ່າໜີກັບບ້ານເລີຍ ບໍ່ລໍຖ້າໝູ່ຄູ່ຮ່ວມທີມທີ່ຫ້ອງແຕ່ງຕົວ.

ເອຣິກ ເທນ ຮາກ ຜູ້ຈັດການ ແມນເຊສເຕີ ຢູໄນເຕັດ ຈຶ່ງສັ່ງພັກດາວເຕະອາຍຸ 37 ປີ ອອກຈາກທີມຊຸດທີ່ຈະພົບກັບ ເຊວຊີ ໃນເກມ ພຣີເມຍລີກ ໃນວັນເສົານີ້ ແລະ ໄດ້ສັ່ງໃຫ້ແຍກຊ້ອມດ່ຽວເປັນເວລາ 3 ມື້.

The Daily Mail ລາຍງານວ່າ ການຕັດສິນໃຈຂອງຜູ້ຈັດການຊາວໂຮນລັງເມື່ອວັນພະຫັດທີ່ຜ່ານມາ ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ຈາກຄະນະກໍາມະການບໍລິຫານ

ນອກຈາກນີ້ ສື່ດັ່ງກ່າວຍັງລາຍງານເພີ່ມຕື່ມວ່າ ຄວາມສຳພັນລະຫວ່າງ ເທນ ຮາກ ກັບ ໂຣນັນໂດ ມາເຖິງຈຸດແຕກຫັກແລ້ວ ໂດຍທີ່ນັກເຕະດັງທີມຊາດປອກຕຸຍການ ຕ້ອງການຍ້າຍອອກຈາກທີມໃຫ້ໄດ້ ຂະນະທີ່ຄູຝຶກຊາວໂຮນລັງກໍເປີດທາງໃຫ້ຍ້າຍດ້ວຍ.

ສະພາບອາກາດທົ່ວໄປ ປະຈໍາວັນທີ 21 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ໄດ້ສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກ ພ້ອມມີລົມພັດເປັນບາງໂອກາດ.

ຈີນ ວາງທິດທາງບໍລິຫານປະເທດໃນອະນາຄົດ

0

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກຄອມມູນິດຈີນ ຊຶ່ງເປັນພັກກຳອຳນາດ ທີ່ດໍາເນີນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ ເມື່ອວັນທີ 16 ຕຸລາຜ່ານມາ, ທ່ານ ສີຈິ້ນຜິງ ໄດ້ຕາງໜ້າຄະນະກຳມະການສູນກາງພັກຄອມມູນິດຈີນ ສະໄໝທີ 19 ຜ່ານບົດລາຍງານຕໍ່ກອງປະຊຸມ ໄດ້ບັນລະຍາຍທິດທາງບໍລິຫານປະເທດ ໃນຕໍ່ໜ້າຂອງພັກຄອມມູນິດຈີນ ໂດຍປິ່ນອ້ອມຫົວຂໍ້ຕ່າງໆເຊັ່ນ: ການພັດທະນາເສດຖະກິດ, ພັດທະນາຊົນນະບົດໃຫ້ຈະເລີນ, ເປີດປະຕູສູ່ພາຍນອກ, ການສຶກສາ-ການແພດ, ອະນຸລັດສິ່ງແວດລ້ອມ, ປະເທດດຽວສອງລະບອບ ແລະ ອື່ນໆ.

ບົດລາຍງານລະບຸວ່າ: ກ່ຽວກັບການພັດທະນາເສດຖະກິດ, ຕ້ອງສ້າງລະບົບອຸດສາຫະກຳທີ່ທັນສະໄໝ, ຢຶດໝັ້ນສຸມໃສ່ພັດທະນາເສດຖະກິດທີ່ເປັນຮູບປະທຳ, ຊຸກຍູ້ການຫັນເປັນອຸດສາຫະກຳແບບໃໝ່, ເລັ່ງລັດການສ້າງປະເທດທີ່ເຂັ້ມແຂງດ້ານການຜະລິດຄຸນນະພາບການບິນອະວະກາດຄົມມະນາຄົມອິນເຕີເນັດ ແລະ ປະເທດຈີນດີຈີຕອນ.

ບົດລາຍງານລະບຸວ່າ: ກ່ຽວກັບການພັດທະນາຊົນນະບົດໃຫ້ຈະເລີນ, ຕ້ອງສ້າງຄວາມໝັ້ນທ່ຽງ ແລະ ຂະຫຍາຍຜົນການລຶບລ້າງຄວາມທຸກຍາກໃຫ້ກວ້າງກວ່າເກົ່າ, ເລັ່ງລັດການສ້າງປະເທດທີ່ເຂັ້ມແຂງດ້ານກະສິກຳ, ປັບປຸງພື້ນຖານຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ມີຄວາມໝັ້ນແກ່ນຢ່າງຮອບດ້ານ, ເດັດດ່ຽວຮັກສາເນື້ອທີ່ດິນປູກຝັງ 120 ລ້ານເຮັກຕາ, ຮັບປະກັນໃຫ້ຄົນຈີນ ມີອາຫານທີ່ພຽງພໍ.

ກ່ຽວກັບການເປີດປະຕູສູ່ພາຍນອກ, ບົດລາຍງານລະບຸວ່າ: ຕ້ອງຊຸກຍູ້ການເປີດປະຕູສູ່ພາຍນອກ ທີ່ມີລະດັບສູງ, ເລັ່ງລັດສ້າງປະເທດເຂັ້ມແຂງດ້ານການຄ້າ, ຊຸກຍູ້ການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຮ່ວມກັນໃຫ້ມີການພັດທະນາຢ່າງມີຄຸນນະພາບສູງ, ປົກປັກຮັກສາສະຖານະການເສດຖະກິດ ແລະ ການພົວພັນດ້ານເສດຖະກິດການຄ້າໃນສາກົນທີ່ມີຫຼາຍເຄົ້າ ແລະ ມີຄວາມໝັ້ນທ່ຽງ.

ກ່ຽວກັບການສຶກສາ-ການແພດ, ບົດລາຍງານລະບຸວ່າ: ຕ້ອງພັດທະນາການສຶກສາທີ່ປະຊາຊົນພໍໃຈ, ເລັ່ງລັດການສ້າງລະບົບການສຶກສາທີ່ມີຄຸນນະພາບສູງ, ພັດທະນາການສຶກສາຄຸນນະພາບ, ຊຸກຍູ້ໃຫ້ການສຶກສາມີຄວາມຍຸຕິທຳ. ຕ້ອງເລັ່ງລັດການສ້າງປະເທດຈີນ ທີ່ມີສຸຂະພາບເຂັ້ມແຂງ, ຖືເອົາການຮັບປະກັນສຸຂະພາບຂອງປະຊາຊົນເປັນໜ້າທີ່ຍຸດທະສາດທີ່ຕ້ອງພັດທະນາເປັນບຸລິມະສິດ, ສ້າງລະບົບນະໂຍບາຍສະໜັບສະໜູນດ້ານການປະສູດ, ປະຕິບັດຍຸດທະສາດແຫ່ງຊາດ ທີ່ຮັບມືກັບອັດຕາຜູ້ອາຍຸສູງ ເພີ່ມຂຶ້ນຫຼາຍ.

ກ່ຽວກັບຄວາມສີວິໄລດ້ານລະບົບນິເວດ, ບົດລາຍງານລະບຸວ່າ: ຕ້ອງຊຸກຍູ້ການປ່ອຍກາກບອນເຖິງລະດັບສູງສຸດ ແລະ ການປອດ, ການປ່ອຍກາກບອນຢ່າງຕັ້ງໜ້າ ແລະ ໜັກ ແໜ້ນ, ລົງເລິກຊຸກຍູ້ການປະຕິວັດດ້ານພະລັງງານ, ເພີ່ມທະວີການນຳໃຊ້ຖ່ານຫີນແບບບໍ່ເປັນພິດຕໍ່ສິ່ງແວດລ້ອມ ແລະ ມີປະສິດທິພາບສູງ, ເລັ່ງລັດວາງແຜນ ແລະ ສ້າງລະບົບພະລັງ ງານແບບໃໝ່, ເຂົ້າຮ່ວມການບໍລິຫານໂລກ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ບົດລາຍງານລະບຸວ່າ: ກ່ຽວກັບປະເທດດຽວສອງລະບອບ, ປະເທດດຽວສອງລະບອບແມ່ນການປະດິດສ້າງອັນຍິ່ງໃຫຍ່ຂອງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ແມ່ນລະບອບທີ່ດີທີ່ສຸດໃນການປົກປັກຮັກສາຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຖາວອນຂອງເຂດບໍລິຫານພິເສດຮົງກົງ ແລະ ມາເກົາ ຫຼັງຈາກກັບຄືນສູ່ ປະເທດຈີນ, ຕ້ອງຢຶດໝັ້ນເປັນເວລາຍາວນານ. ຕ້ອງສະໜັບສະໜູນເຂດຮົງກົງ ແລະ ມາເກົາ ເຊື່ອມໂຍງເຂົ້າພາກສ່ວນໃຫຍ່ດ້ານການພັດທະນາແຫ່ງຊາດໃຫ້ດີກວ່າເກົ່າ, ເພື່ອເສີມຂະຫຍາຍບົດບາດດີກວ່າເກົ່າເຂົ້າໃນການບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຄືນໃໝ່.

ບົດລາຍງານລະບຸເປັນພິເສດວ່າ: ການແກ້ໄຂບັນຫາໄຕ້ຫວັນ ແມ່ນວຽກງານຂອງປະຊາຊົນຈີນ, ຕ້ອງແມ່ນປະຊາຊົນຈີນເປັນຜູ້ຕັດສິນ. ພວກເຮົາຢຶດໝັ້ນ, ຢຶດຖືຄວາມຈິງໃຈຫຼາຍທີ່ສຸດ ແລະ ຈະທຳຄວາມພະຍາຍາມຫຼາຍທີ່ສຸດ ເພື່ອບັນລຸການເຕົ້າໂຮມເປັນເອກະພາບກັນໂດຍສັນຕິ. ບົດລາຍງານເນັ້ນໜັກວ່າ: ປະຫວັດສາດແຫ່ງການເຕົ້າໂຮມປະເທດຊາດເຂົ້າເປັນເອກະພາບກັນ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ ພວມກ້າວເດີນໄປຂ້າງໜ້າຢ່າງບໍ່ຢຸດຢັ້, ການເຕົ້າໂຮມປະເທດຊາດ ເຂົ້າເປັນເອກະພາບກັນຢ່າງສົມບູນຕ້ອງປະ ກົດຜົນເປັນຈິງໃຫ້ໄດ້ ແລະ ສາມາດປະກົດຜົນເປັນຈິງໄດ້ຢ່າງແນ່ນອນ.

ທີມວີຣັນ ຕັ້ງເປົ້າແລ່ນລະດົມທຶນໃຫ້ໄດ້ 900 ລ້ານກີບ ຊ່ວຍເຫຼືອເດັກນ້ອຍລາວ

0

ທີມນັກແລ່ນວີຣັນ (Team We Run) ຕັ້ງເປົ້າໝາຍຈະແລ່ນການກຸສົນ ຊ່ວຍເຫຼືອເດັກນ້ອຍລາວທີ່ທຸກຍາກຂາດເຂີນ ລວມໄລຍະທາງ 385 ກິໂລແມັດ ເພື່ອລະດົມທຶນໃຫ້ໄດ້ຕາມທີ່ຄາດໄວ້ ຈຳນວນ 900 ລ້ານກີບ ຊຶ່ງທັງໝົດຈະເອົາເຂົ້າກອງທຶນຂອງໂຮງໝໍເພື່ອນລາວສໍາລັບເດັກນ້ອຍແຂວງຫຼວງພະບາງ ເພື່ອຈັດຊື້ອຸປະກອນ ແລະ ປິ່ນປົວເດັກນ້ອຍລາວແບບບໍ່ເສຍຄ່າ ໂດຍຈະແລ່ນແຕ່ນະຄອນຫຼວງວຽງຈັນ ຮອດແຂວງຫຼວງພະບາງ.

ພິທີຖະແຫຼງຂ່າວກິດຈະກໍາແລ່ນເພື່ອການກຸສົນດັ່ງກ່າວ ຈັດຂຶ້ນເມື່ອວັນທີ 17 ຕຸລາ 2022 ຢູ່ຮ້ານອາຫານ ຂອບໃຈເດີ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ນາງ ສຸພາພອນ ຄໍາແສນນາມ ຮອງເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທ່ານ ຄໍາສຸກ ໂກມຸດທະພົງ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ ແລະ ທ່ານ ຄໍາປະສົງ ທອງສະໝຸດ ຜູ້ຈັດການຝ່າຍການຕະຫຼາດ ນໍ້າດື່ມຫົວເສືອ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍຄະນະບໍລິຫານທີມງານວີຣັນ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ນັບແຕ່ປີ 2014 ເປັນຕົ້ນມາ ທີມແລ່ນວີຣັນ ໄດ້ຈັດການແລ່ນການກຸສົນ ເພື່ອລະດົມທຶນເຂົ້າກອງທຶນຂອງໂຮງໝໍເພື່ອນລາວສໍາລັບເດັກນ້ອຍແຂວງຫຼວງພະບາງ ແນໃສ່ໃຫ້ໂຮງໝໍດັ່ງກ່າວໃຫ້ການປິ່ນປົວເດັກນ້ອຍແຂວງຫຼວງພະບາງ ແລະ ບັນດາແຂວງພາກເໜືອ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍ ນັກແລ່ນປີນີ້ປະກອບມີທ່ານ ມາຊາອາກິ ຄາວາບາຕະ (ຍີ່ປຸ່ນ), ທ່ານ ນິມານ ພັນປະເສີດ (ລາວ), ທ່ານ ແດນນຽວ ໂອເຊ (ເຢຍລະມັນ) ແລະ ທ່ານ ໄຣອັ້ນ ຄາຄາຢານ (ຟີລິບປິນ) ນອກນີ້ຍັງມີນັກແລ່ນຫຼາຍທ່ານຮ່ວມແລ່ນໃຫ້ກໍາລັງໃຈ ແລະ ມີທີມແພດ ພ້ອມດ້ວຍທີມງານຕິດຕາມເພື່ອຮັກສາຄວາມປອດໄພຕະຫຼອດໄລຍະທາງທີມແລ່ນປະກອບທັງຄົນລາວ ແລະ ຄົນຕ່າງປະເທດທີ່ເຮັດວຽກຢູ່ລາວ ຊື່ງມີຄວາມມຸ່ງໝັ້ນແລ່ນ ແລະ ເຕັມໃຈທີ່ຈະເຮັດພາລະກິດແລ່ນແຕ່ນະຄອນຫຼວງວຽງຈັນ-ແຂວງຫຼວງພະບາງ ເພື່ອເຮັດໃຫ້ເດັກນ້ອຍລາວ ໄດ້ຮັບການປິ່ນປົວທີ່ດີ ແລະ ມີປະສິດທິຜົນ.

ສໍາລັບບັນດາທ່ານທີ່ຕ້ອງການສະໜັບສະໜູນ ສາມາດສະແກນຜ່ານ QR Code ໃນໂປດເຕີ ຫຼື ໂອນເຂົ້າບັນຊີທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຊື່ບັນຊີ: Events for Good ບັນຊີເງິນກີບ: 1041100102783 ບັນຊີເງິນໂດລາສະຫະລັດ: ເນື້ອໃນໃສ່ວ່າ: ບໍລິຈາກແລ່ນ 385 ກມ ແຄັບຈໍທີ່ທ່ານໂອນ ສົ່ງຮູບ ແລະ ຊື່ ຫາແອັດມິນວອດແອັບ 02091901222 ຈາກນັ້ນທີມງານຈະໂພສຮູບຂອງທ່ານຜ່ານ Team We Run and Run Laos Facebook Fan Page ເພື່ອສະແດງຄວາມຂອບໃຈ ນອກນີ້ຍັງຮ່ວມເປັນຜູ້ສະໜັບສະໜູນຜ່ານວອດແອັບ 020 56394245 ລົງທະບຽນແລ່ນຫຼວງພະບາງ ຮາບ ມາຣາທອນ ແລ້ວຮ່ວມແລ່ນຮັບທີມແລ່ນວີຣັນ ກ່ອນເຂົ້າຕົວເມືອງຫຼວງພະບາງ ເຂົ້າຮ່ວມກິດຈະກໍາທີ່ກ່ຽວຂ້ອງກັບງານແລ່ນ 385 ເພື່ອເດັກນ້ອຍ ຊ່ວຍເຜີຍແຜ່ໂພສນີ້ໃຫ້ໝູ່ເພື່ອນ ອ້າຍ ເອື້ອຍ ນ້ອງ ເພື່ອຈະຮ່ວມສະໜັບສະໜູນເພື່ອໃຫ້ໄດ້ຕາມເປົ້າໝາຍ ສ່ວນຜູ້ທີ່ຢູ່ຕ່າງປະເທດ ສາມາດສະໜັບສະໜູນໂດຍກົງຫາໂຮງໝໍເພື່ອນລາວສໍາລັບເດັກນ້ອຍ ໃສ່ເນື້ອໃນວ່າ: ບໍລິຈາກແລ່ນ 385 ກິໂລແມັດ.

ສຳລັບກິດຈະກຳແລ່ນການກຸສົນໃນຄັ້ງນີ້ ແມ່ນຈະເລີ່ມແລ່ນແຕ່ນະຄອນຫຼວງວຽງຈັນ ໃນວັນທີ 25 ຕຸລາ 2022 ຮອດແຂວງຫຼວງພະບາງ ວັນທີ 29 ຕຸລາ 2022 ພ້ອມທັງເຂົ້າຮ່ວມງານແລ່ນຫຼວງພະບາງ ຮາບ ມາຣາທອນ ໃນວັນທີ 30 ຕຸລາ 2022 ອີກດ້ວຍ.

ໂດຍ ສົງການ ພັນແພງດີ

ພິທີປາຖະກະຖາ ໃນຫົວຂໍ້: “60 ປີ ສາຍພົວພັນການທູດ ລາວ-ຫວຽດນາມ

0

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2022, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ພາຍໃຕ້ຫົວຂໍ້ “60 ປີ ສາຍພົວພັນການທູດ ລາວ-ຫວຽດນາມ: ການຮ່ວມມືແບບພິເສດທີ່ເປັນມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຜົນສໍາເລັດ ແລະ ທິດທາງຕໍ່ໜ້າ” ເນື່ອງໃນໂອກາດການສະເຫຼີມສະຫຼອງວັນການທູດລາວ- ຫວຽດນາມ ຄົບຮອບ 60 ປີ, ເຊິ່ງໃຫ້ກຽດເປັນປະທານເປີດພິທີໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ປອ. ຟາມ ລານ ຊຸງ, ຮັກສາການປະທານວິທະຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດຫວຽດນາມ ເປັນຜູ້ບັນຍາຍ. ເຂົ້າຮ່ວມຮັບຟັງພິທີປາຖະກະຖາຍັງມີບັນດາຄະນະກົມພາຍ ໃນກະຊວງການຕ່າງປະເທດ, ບັນດາທ່ານທູດອາວຸໂສບໍານານ, ພະນັກງານວິຊາການກະຊວງອ້ອມຂ້າງສູນກາງ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງລວມຈໍານວນຫຼາຍກວ່າ 140 ທ່ານ.

ໃນພິທີເປີດ, ທ່ານ ທອງຜ່ານ ສະຫວັນເພັດ, ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການພົວພັນຮ່ວມມື ສປປ ລາວ ແລະ ສສ ຫວຽດນາມ ທີ່ມີມູນເຊື້ອແຫ່ງໄມຕີຈິດມິດຕະພາບອັນດີງາມຕະຫຼອດໄລຍະ 60 ປີ, ມີການຜັດປ່ຽນຢ້ຽມຢາມສັນທະວະໄມຕີ, ການພົບປະແລກປ່ຽນບົດຮຽນຮ່ວມກັນ ຢ່າງເປັນປົກກະຕິໃນຫຼາຍລະດັບນັບແຕ່ການນໍາສູງສຸດຮອດລະດັບວິຊາການຂອງສອງຝ່າຍໃນດ້ານຕ່າງໆ ເຊັ່ນ: ເສດຖະ ກິດ, ການຄ້າ-ການລົງທຶນ, ວັດທະນະທໍາ-ສັງຄົມ ແລະ ການພົວພັນ ລະຫວ່າງ ປະຊາຊົນ ແລະ ປະຊາຊົນຂອງສອງຊາດ. ນອກຈາກນີ້, ຍັງໄດ້ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນ ແລະ ຮອບດ້ານບໍ່ວ່າຈະເປັນ ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ອື່ນໆ ບົນຈິດໃຈສາມັກຄີຮັກແພງພິເສດ, ສະໜິດສະໜົມ ແລະ ເອື້ອເຝື້ອເພື່ອແຜ່ຕໍ່ກັນ ຢ່າງສະເໝີຕົ້ນສະເໝີປາຍ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ເນັ້ນຢໍ້າສາຍພົວພັນແບບພິເສດ ລະຫວ່າງ ສປປ ລາວ – ສສ ຫວຽດນາມ ຕະຫຼອດໄລຍະຜ່ານມາ ແລະ ອະນາຄົດ ຈະຍັງສືບຕໍ່ມູນເຊື້ອທີ່ດີ, ມີຄວາມສະມັກຄີທີ່ເຂັ້ມແຂງ ແລະ ໝັ້ນຄົງທະນົງແກ່ນ ສືບຕໍ່ໄປ.

ໃນໂອກາດການບັນຍາຍ, ທ່ານ ປອ. ຟາມ ລານ ຊຸງ ໄດ້ເລົ່າເຖິງປະຫວັດມູນເຊື້ອການພົວພັນຮ່ວມມືຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະກວ່າເຄິ່ງສັດ ຕະວັດທີ່ຜ່ານມາ ສອງຊາດ ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານຍືດເຍື້ອຍາວນານ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດຂັບໄລ່ຈັກກະພັດຜູ້ຮຸກຮານ ແລະ ປະຕິການຂາຍຊາດ, ຜ່ານຜ່າທຸກອຸປະສັກ ທີ່ເຕັມໄປດ້ວຍຄວາມເສຍສະຫຼະຮ່ວມ ກັນ ຢ່າງສະເໝີຕົ້ນສະເໝີປາຍ ເພື່ອຍາດເອົາຄວາມເປັນເອກະລາດ, ສິດເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງສອງຊາດ ລາວ-ຫວຽດນາມ ໄດ້ຢ່າງສະຫງ່າ ງາມ, ອັນໄດ້ກາຍເປັນພື້ນຖານອັນແໜ້ນແກ່ນໃຫ້ແກ່ການເຊັນສັນຍາມິດຕະພາບ ແລະ ການຮ່ວມມືໃນປີ 1977. ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ລາວ ແລະ ຫວຽດນາມ ສືບຕໍ່ພົວພັນຮ່ວມມືກັນຢ່າງແໜ້ນແຟ້ນ ບໍ່ສະເພາະແຕ່ໃນຂອບສອງຝ່າຍ ແຕ່ຍັງຮ່ວມມືກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອຕໍ່ສູ້ ແລະ ຍາດແຍ່ງເອົາຜົນປະໂຫຍດສູງ ສຸດມາສູ່ປະເທດຊາດຂອງຕົນ.

ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ປອ. ຟາມ ລານ ຊຸງ ພ້ອມດ້ວຍຄະນະ ໃນຄັ້ງນີ້, ນອກຈາກການປະຖະກະຖາ ເນື່ອງໃນໂອກາດ 60 ປີ ການພົວພັນການທູດ ລາວ-ຫວຽດນາມ ແລ້ວຍັງໄດ້ເຂົ້າຮ່ວມການພົບປະສອງຝ່າຍ ລະຫວ່າງ ສະຖາບັນການຕ່າງປະເທດລາວ ແລະ ວິທະຍາຄານການທູດຫວຽດ ນາມ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2022 ເພື່ອຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຊ່ວຍຈໍາທີ່ ສອງກະຊວງການຕ່າງປະເທດ ໄດ້ລົງນາມຮ່ວມກັນ ໃນປີ 2012 ເປັນຕົ້ນມາ, ແນໃສ່ຮັດແໜ້ນການພົວພັນ ແລະ ຮ່ວມມື ລະຫວ່າງ ສະຖາ ບັນການຕ່າງປະເທດລາວ ແລະ ວິທະ ຍາຄານການທູດຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍອອກສູ່ລວງກວ້າງໃນຕໍ່ໜ້າ.

ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ສປປ ລາວ ແລະ ວິທະ ຍາຄານການທູດຫວຽດນາມ, ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີການຜັດປ່ຽນການຢ້ຽມຢາມ ແລະ ພົບປະເຊິ່ງກັນ ແລະ ກັນ ເປັນປະຈໍາໃນທຸກໆປີ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ຜົນສຳເລັດ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ XI

0

ກອງປະຊຸມຄົບຄະນະ ປະຈໍາປີ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIໄດ້ດໍາເນີນມາ ເປັນເວລາ 6 ວັນ, ແຕ່ວັນທີ 13-20 ຕຸລາ 2022 ພາຍ ໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ປະຊາຊົນປະຕິວັດລາວ ອັດລົງໃນເວລາ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 20 ຕຸລາ 2022.

ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໃນໂອກາດປິດກອງປະຊຸມວ່າ: ກອງປະ ຊຸມຄັ້ງນີ້ ໄດ້ບັນຈຸເອົາຫົວຂໍ້ ທີ່ເປັນເນື້ອໃນຕົ້ນຕໍຂອງກອງປະຊຸມມາປຶກສາຫາລື, ຄົ້ນຄວ້າ ແລະ ຕົກລົງດັ່ງນີ້: ກອງປະຊຸມຕີລາຄາການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 9 ເດືອນ ປີ 2022, ວຽກຈຸດສຸມ 3 ເດືອນ ທ້າຍປີ ແລະ ທິດທາງຈຸດສຸມຂອງແຜນພັດທະນາເສດຖະກິດ- ສັງ ຄົມ ຂອງປະເທດໃນປີ 2023; ສະຫລຸບຕີລາຄາສະພາບການພົ້ນເດັ່ນ ແລະ ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ແລະ ວຽກງານຕ່າງປະເທດ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023; ຕີລາຄາການປະຕິບັດມະຕິຂອງກອງປະຊຸມສູນກາງ ຄັ້ງທີ 4 ສະໄໝທີ X ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນແຫ່ງຊາດ; ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ປະຈໍາປີ 2022.

ຜ່ານກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງນີ້, ບັນດາສະຫາຍກຳມະ ການສູນກາງພັກ ແລະ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຍົກສູງຄວາມຮັບ ຜິດຊອບ, ສຸມສະຕິປັນຍາ ຄົ້ນຄວ້າ, ວິໄຈ ຢ່າງກົງໄປກົງມາ, ເລິກເຊິ່ງ ຕໍ່ບັນດາເນື້ອໃນທີ່ໄດ້ຍົກຂຶ້ນມາສົນທະນາປຶກສາຫາລືໃນກອງປະຊຸມ ແລະ ໄດ້ຕົກ ລົງເປັນເອກະ ພາບກັນໃນລະດັບສູງ; ກອງປະຊຸມໄດ້ຕີລາຄາ ຢ່າງສັງລວມສະພາບການຂອງໂລກ ທີ່ມີການຜັນແປໄປຢ່າງສະລັບສັບຊ້ອນ, ສັບສົນ, ມີຄວາມເຄັ່ງຕຶງ ແລະ ມີຄວາມສ່ຽງ ທີ່ຈະເກີດບັນຫາຕ່າງໆຂຶ້ນ ຢ່າງເນື່ອງນິດ ທີ່ເປັນການກະທົບ ຕໍ່ສັນ ຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງໄດ້ເປັນການກະທົບຕໍ່ປະເທດຂອງພວກເຮົາ ຢ່າງຫລີກລ່ຽງບໍ່ໄດ້, ເວລາດຽວກັນໃນປີຜ່ານມາ ສະພາບຄວາມຫລໍ່ແຫລມທາງດ້ານເສດຖະກິດ-ການເງິນ ຕໍ່ປະເທດເຮົາແມ່ນໜັກໜ່ວງ, ການຂາດແຄນນ້ຳ ມັນເຊື້ອໄຟ, ເງິນເຟີ້, ຄວາມຜັນຜວນຂອງອັດຕາແລກປ່ຽນເງິນກີບກັບເງິນຕ່າງປະເທດ, ຄ່າຄອງຊີບຖີບຕົວສູງຂຶ້ນ ຢ່າງບໍ່ເຄີຍມີມາ; ບັນຫາຫຍໍ້ທໍ້ໃນສັງຄົມ ກໍ່ຍັງແຜ່ຫລາຍ ເປັນຕົ້ນ ບັນຫາຢາເສບຕິດ, ອຸບັດເຫດຕາມທ້ອງຖະໜົນ ແລະ ອາດຊະຍາກຳຕ່າງໆ ມີຄວາມຮຸນແຮງຂຶ້ນ ແລະ ອື່ນໆ.

ແຕ່ກອງປະຊຸມ ໄດ້ຕີລາຄາຢ່າງກົງໄປກົງມາວ່າ: ເຖິງວ່າສະພາບ ຈະສັບສົນຫຍຸ້ງຍາກ, ຫລໍ່ແຫລມປານໃດກໍຕາມ, ແຕ່ດ້ວຍການຊີ້ນໍາ-ນໍາພາຢ່າງໃກ້ຊິດ ແລະ ທັນການຂອງກົມການເມືອງ, ຄະ ນະເລຂາທິການສູນກາງພັກ, ການບໍລິ ຫານຄຸ້ມຄອງ ຂອງລັດຖະບານ ແລະ ການຕິດຕາມກວດກາ, ຊຸກຍູ້ ຂອງສະພາແຫ່ງຊາດ, ສະພາປະຊາຊົນ, ການເຂົ້າ ຮ່ວມຂອງບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ອົງການຈັດຕັ້ງມະ ຫາຊົນຂອງທົ່ວປະເທດເຮົາ ບວກກັບຄວາມສາມັກຄີເປັນປຶກແຜ່ນ ໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ, ພວກເຮົາສາມາດປະຕິບັດບັນດາຈຸດໝາຍການນໍາພາ-ຊີ້ນໍາ ວຽກງານຮອບດ້ານ, ອັນໄດ້ເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນສະພາບ ແລະ ຮັບປະກັນຄວາມໝັ້ນຄົງຂອງຊາດ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໂດຍສະເພາະການປະຕິບັດບັນດາໜ້າວຽກສຳຄັນ ຂອງປີ 2022 ໂດຍລວມແມ່ນມີຄວາມຄືບໜ້າ, ບັນຫາເຄັ່ງຮ້ອນຕ່າງໆ ດ້ານເສດຖະກິດ-ການເງິນ ກໍໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງ ສາມາດປະຄັບປະຄອງໃຫ້ຜ່ອນຄາຍລົງ, ປ້ອງກັນບໍ່ໃຫ້ເສດຖະກິດຂອງປະເທດຕົກເຂົ້າສູ່ວິກິດການ. ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ໄດ້ຮັບການເອົາໃຈໃສ່ປັບປຸງ, ພັດທະນາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກໍາລັງໄວ້ໄດ້ຢ່າງເດັດດ່ຽວ; ການປະຕິບັດສອງວາລະແຫ່ງຊາດ ໄດ້ຮັບການສະ ໜັບສະໜູນຈາກສັງຄົມ ຢ່າງກວ້າງຂວາງ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຄວາມຄືບໜ້າໃນເບື້ອງຕົ້ນ ເປັນຢ່າງດີ.ພາຍ ຫລັງການແພ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໄດ້ຜ່ອນຄາຍລົງ, ການເຄື່ອນໄຫວວຽກງານການຕ່າງປະເທດ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ສືບຕໍ່ໄດ້ຮັບການເສີມຂະຫຍາຍ, ຍົກລະດັບຂຶ້ນຢ່າງແຂງ ແຮງ, ຕໍ່ເນື່ອງ ແລະ ບັນລຸໝາກຜົນສໍາຄັນເປັນທີ່ໜ້າຊື່ນຊົມ.

ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ກອງປະຊຸມສູນກາງຕີລາຄາວ່າ : ເສດຖະກິດມະຫາພາກ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄລຍະ 9 ເດືອນຜ່ານມາອັດຕາການເຕີບໂຕ ຂອງຍອດຜະລິດຕະພັນພາຍ ໃນ(GDP) ບັນລຸໄດ້ 4,2%, ໃນນີ້ກະສິກໍາຂະຫຍາຍຕົວ 2,9% ກວມເອົາ 17,5% ຂອງ GDP, ອຸດສາຫະກໍາຂະຫຍາຍຕົວ 4,4% ກວມເອົາ 34,1% ຂອງ GDP ແລະ ການບໍລິການຂະຫຍາຍຕົວ 4,9% ກວມເອົາ 37,1% ຂອງ GDP; GDP ຕໍ່ຫົວຄົນບັນລຸໄດ້ 1.841 ໂດລາ,ການຈັດເກັບລາຍຮັບງົບປະມານບັນລຸໄດ້ 24.240 ຕື້ກີບ ເທົ່າກັບ 76,72% ຂອງແຜນການ, ພ້ອມ ກັນນັ້ນກໍສືບຕໍ່ປະຕິບັດລາຍຈ່າຍຢ່າງຮັດກຸມຕາມທິດປະຢັດມັດທະຍັດ ເຊິ່ງປະ ຕິບັດແຜນລາຍຈ່າຍງົບປະມານໄດ້ 21.096 ຕື້ກີບ ເທົ່າກັບ 60,81% ຂອງແຜນການປີ. ຈຸດເດັ່ນທີ່ຕ້ອງສືບຕໍ່ເສີມຂະຫຍາຍແມ່ນການຈັດເກັບລາຍຮັບເພີ່ມຂຶ້ນເກີນແຜນ, ການສົ່ງອອກສິນຄ້າເກີນດູນ (ທຽບໃສ່ຈຸດເວລາດຽວຂອງປີຜ່ານມາ) ອັນນີ້ ເປັນທ່າອ່ຽງທີ່ດີຕ້ອງໄດ້ເສີມຂະຫຍາຍ. ນອກຈາກນັ້ນ, ພາຍຫລັງການປະຕິບັດມາດຕະການເປີດປະເທດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ ໄດ້ຊຸກຍູ້ໃຫ້ຂະແໜງການບໍລິການຕິດພັນກັບການທ່ອງທ່ຽວ ແລະການຂົນສົ່ງຂະຫຍາຍຕົວປະມານ 7-8%, ຈໍານວນນັກທ່ອງທ່ຽວບັນລຸໄດ້ 1.681.000 ຄົນ; ການພັດທະ ນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ, ການປະຕິບັດວຽກງານ 3 ສ້າງ ຕິດພັນກັບການສ້າງຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ ສືບຕໍ່ໄດ້ຮັບການເອົາໃຈໃສ່ ແລະ ຍົກລະດັບດີຂຶ້ນ.

ກອງປະຊຸມສູນກາງໄດ້ໃຫ້ທິດຊີ້ນຳລັດ ຖະບານ ໃນການສືບຕໍ່ຊີ້ນຳ, ຈັດຕັ້ງປະຕິ ບັດຄາດໝາຍຕ່າງໆ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາໃນໄລຍະໄຕມາດສຸດ ທ້າຍຂອງປີ 2022 ໃຫ້ບັນລຸຕາມແຜນທີ່ວາງໄວ້ ໂດຍເດັດດ່ຽວຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເສດ ຖະກິດຂະຫຍາຍຕົວຕໍ່ເນື່ອງ, ເຊິ່ງບັນດາເປົ້າໝາຍ, ທິດທາງລະອຽດແຕ່ລະດ້ານນັ້ນ, ຄະນະບໍລິຫານງານສູນກາງພັກເຮົາ ໄດ້ເປັນເອກະພາບກັນຮັບຮອງເອົາບັນດາມາດຕະການອັນຮີບດ່ວນສະເພາະໜ້າດັ່ງນີ້: ເລັ່ງແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ຮັບປະກັນບໍ່ໃຫ້ເກີດມີສະພາບຂາດແຄນນ້ຳມັນເຊື້ອໄຟ, ເຊິ່ງຈະສ້າງຄວາມຫຍຸ້ງຍາກຢູ່ປະເທດເຮົາອີກ; ຄວບຄຸມລາຄາສິນຄ້າ, ຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄຸ້ມຄອງອັດຕາແລກປ່ຽນດ້ວຍບັນດາມາດຕະການທີ່ເຂັ້ມງວດ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ວາງອອກ. ພ້ອມນັ້ນ ມອບໃຫ້ລັດຖະບານ ຄົ້ນຄວ້າ, ປັບປຸງ ຄວາມເຂັ້ມງານ ຂອງຄະນະສະເພາະກິດ 36/ນຍ ໃຫ້ລົງເລິກຮັບຜິດຊອບ ຕ້ານໄພເງິນເຟີ້ ແລະ ສືບຕໍ່ໝູນໃຊ້ບົດຮຽນຂອງປະເທດເພື່ອນມິດ ໃນການແກ້ໄຂບັນຫາດັ່ງກ່າວ; ເລັ່ງຂຸດຄົ້ນແຫລ່ງລາຍຮັບຈາກການສົ່ງອອກ, ດຶງເອົາການຊຳລະສະສາງເຂົ້າຜ່ານລະບົບທະນາຄານ ໃຫ້ໄດ້ຫລາຍຂຶ້ນ; ເລັ່ງຟື້ນຟູຜົນກະທົບຈາກໄພພິບັດທໍາມະຊາດ ເພື່ອກະຕຸ້ນການຜະລິດ, ການດຳລົງຊີວິດຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະ ຕິໂດຍໄວ; ກວດຄືນການສະໜອງໄຟຟ້າໃຫ້ໂຄງການລົງທຶນຂະໜາດໃຫຍ່ ເພື່ອຍູ້ແຮງການຜະລິດໃຫ້ແຂງແຮງ; ລົງມືປະຕິຮູບລັດວິສາຫະກິດໄຟຟ້າລາວ, ເຊິ່ງກອງປະຊຸມກົມການເມືອງ ໄດ້ຕົກລົງແລ້ວໃຫ້ຄືບໜ້າໂດຍໄວ; ຍູ້ແຮງການຜະລິດສິນຄ້າພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ເພື່ອການສົ່ງອອກ ໃຫ້ແຂງແຮງກວ່າເກົ່າ, ເຊິ່ງລັດຖະບານ ໄດ້ຈັດສັນງົບປະມານຈຳນວນໜຶ່ງສະເພາະແລ້ວ ແລະ ໃຫ້ຖືເປັນວຽກງານບຸລິມະສິດໜຶ່ງ ຂອງຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດ ໃຫ້ເປັນຈິງໂດຍໄວ; ສືບຕໍ່ສົ່ງເສີມການສ້າງວຽກເຮັດງານທຳ ໃຫ້ຄົນລາວ, ຄຸ້ມ ຄອງເຂັ້ມງວດແຮງງານຕ່າງປະເທດຢູ່ລາວ; ເລັ່ງລັດກວດກາບັນດາເຂດເສດ ຖະກິດພິເສດທີ່ມີບັນຫາຫລໍ່ແຫລມ ໃຫ້ເຂົ້າສູ່ລະບຽບຢ່າງເຄັ່ງຄັດ, ບໍ່ປະປ່ອຍໃຫ້ມີການລະເມີດລະ ບຽບກົດໝາຍ.

ສໍາລັບທິດທາງຂອງແຜນພັດທະນາເສດ ຖະກິດ-ສັງຄົມ ສຳລັບປີ 2023, ສູນກາງພັກໃຫ້ທິດຊີ້ນຳວ່າ: ຕ້ອງສູ້ຊົນຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມ ທິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ; ສູ້ຊົນໃຫ້ອັດຕາການເຕີບໂຕຂອງເສດຖະກິດGDP ຂະຫຍາຍຕົວໃນລະດັບ 4,5% ຂຶ້ນໄປເພື່ອນຳສະເໜີຕໍ່ສະພາແຫ່ງຊາດ, ເຊິ່ງເປັນຄາດໝາຍທີ່ມີລັກສະນະສູ້ຊົນ, ບຸກບືນສົມຄວນ ໃນເງື່ອນໄຂສະພາບແວດລ້ອມຫາຍດ້ານບໍ່ເອື້ອອໍານວຍ, ແຕ່ພວກເຮົາ ກໍ່ຕ້ອງໄດ້ຕັດສິນໃຈສູງ ເພື່ອຍູ້ແຮງໃຫ້ການພັດ ທະນາ ຂອງປະເທດເຮົາ ຂະຫຍາຍຕົວຕາມທິດທາງ ທີ່ກໍານົດໄວ້ໃນແຜນ 5 ປີ ມີການພະຍາກອນຜົນກະທົບຈາກພາຍນອກ ຕໍ່ປະເທດເຮົາ ບົນພື້ນຖານການກຳນົດມາດຕະການຕົວຈິງ ເພື່ອແກ້ໄຂໃຫ້ທັນການ; ຕັ້ງໜ້າຊຸກຍູ້ການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ສົ່ງເສີມການສົ່ງ ອອກ, ດ້ານໜຶ່ງ ຕ້ອງຫລຸດຜ່ອນ ຫລື ຈໍາກັດການນໍາເຂົ້າສິນຄ້າ ທີ່ພວກເຮົາສາ ມາດຜະລິດໄດ້ ໂດຍສະເພາະ ສິນຄ້າກະສິກຳ ແລະ ຈໍາກັດປະເພດສິນຄ້າຟູມເຟືອຍ ໂດຍນໍາໃຊ້ມາດຕະການພາສີ, ມາດຕະການດ້ານມາດຕະຖານ ແລະ ຄຸນນະພາບ; ມອບໃຫ້ລັດຖະບານກຳນົດນະໂຍບາຍຈະແຈ້ງ ໃນການພັດທະນາຂະແໜງເສດຖະກິດປາຍແຫລມ ທີ່ເປັນທ່າແຮງຂອງຊາດ ໃຫ້ໄດ້ຮັບການຜັນຂະຫຍາຍ ເຂົ້າສູ່ຕົວຈິງໂດຍໄວ; ສືບຕໍ່ປັບປຸງບັນດານິຕິກຳ, ຂັ້ນຂອດບໍລິການ, ກົນໄກປະສານງານ ແລະ ການສ້າງສະ ພາບແວດລ້ອມດ້ານການລົງທຶນ ແລະ ການດໍາເນີນທຸລະກິດ ທີ່ສະດວກ ເພື່ອດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນຮູບປະທຳຫລາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາການວ່າງງານ, ສູ້ຊົນສ້າງວຽກເຮັດງານທໍາ ໃຫ້ກໍາລັງແຮງ ງານທີ່ມີຢູ່ພາຍໃນ ໃຫ້ເພີ່ມຂຶ້ນ, ສ້າງ ແລະ ສະໜອງແຮງງານ ໃຫ້ຕ່າງປະເທດ ທີ່ມີຄວາມຕ້ອງການແຮງງານລາວ; ພ້ອມທັງເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະເທດ ຢູ່ໃນລາວເຮົາໃຫ້ເຂົ້າສູ່ລະບຽບກົດໝາຍ; ໃຫ້ບູລິມະສິດດ້ານທຶນຮອນ ແລະ ສືບຕໍ່ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະ ຊາຊົນຕິດພັນກັບການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃນເຂດພູດອຍ; ສູ້ຊົນປະຕິບັດບັນດາຕົວເລກຄາດໝາຍ ໃນຂະແໜງສຶກສາ-ສາທາ ໃຫ້ບັນລຸຜົນເປັນຈິງ, ຫັນນະໂຍບາຍການສຶກສາ ເຂົ້າສູ່ຄຸນນະພາບໃໝ່ ຕາມຄວາມຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄ່ານິຍົມທີ່ຖືກຕ້ອງ; ສືບຕໍ່ຄວບ ຄຸມແກ້ໄຂ ໂຄວິດ-19, ຮີບຮ້ອນແກ້ໄຂພະຍາດໄຂ້ຍຸງລາຍທີ່ກຳລັງລະບາດ ໄປພ້ອມກັບການເຝົ້າລະວັງພະຍາດຕາມລະດູການ ແລະ ພະຍາດຕິດແປດອື່ນໆ ຢ່າງມີປະສິດທິຜົນ; ຍູ້ແຮງພັດທະນາການທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ ເພື່ອຮອງຮັບນັກທ່ອງທ່ຽວ ທີ່ຈະເພີ່ມ ຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ການຄອບຄອງອາວຸດເສິກ, ການປຸ້ນຈີ້ຊິງຊັບ ໃຫ້ນັບມື້ຫລຸດລົງ.

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຕ່າງປະເທດ: ໃນ 1 ປີຜ່ານມາ, ເຖິງວ່າ ໃນເງື່ອນໄຂຄວາມຫຍຸ້ງຍາກ ແລະ ຂໍ້ຈໍາກັດ ຂອງສະພາບແວດລ້ອມສາກົນ, ພາກພື້ນ ແລະ ຢູ່ພາຍໃນປະເທດ ໂດຍສະເພາະແມ່ນການລະບາດ ຂອງພະຍາດໂຄວິດ-19 ກໍຕາມ, ຄະນະບໍລິຫານງານສູນກາງພັກ ພວກເຮົາ ໄດ້ໃຫ້ທິດຕໍ່ການສືບຕໍ່ເຄື່ອນໄຫວວຽກງານຕ່າງປະ ເທດ ຕ້ອງຮັບປະກັນການປະຕິບັັດຕາມທິດນຳ “ການທູດປ້ອງກັນເຫດ ແລະບຸກທະລຸ ເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ”; ສາມາດຮັກສາໄດ້ສະພາບແວດລ້ອມ ແລະ ບັນຍາກາດການພົວພັນອັນດີກັບປະເທດເພື່ອນມິດຍຸດທະສາດ ແລະ ການພົວພັນກັບບັນດາປະເທດໃຫຍ່, ປະເທດຄູ່ຮ່ວມພັດທະນາອື່ນໆ ໃຫ້ຢູ່ໃນລະດັບປົກກະຕິເພື່ອສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອໍານວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດຂົນ ຂວາຍ ແລະ ຍາດແຍ່ງການຮ່ວມມື- ຊ່ວຍເຫລືອຈາກສາກົນ ເພື່ອສະໜັບ ສະໜູນໃຫ້ແກ່ການພັດທະນາ ໄດ້ຢ່າງຕໍ່ເນື່ອງ. ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ປັບປຸງລະບົບການເມືອງຢູ່ຮາກຖານບ້ານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງເປັນກ້າວໆ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມີຄວາມຄືບໜ້າ ແລະ ຜົນສຳເລັດເປັນກ້າວໆ, ປະກອບສ່ວນສໍາຄັນ ໃນການຮັບປະກັນຄວາມໝັ້ນຄົງ ຂອງປະເທດຊາດ ແລະ ສະຖຽນລະພາບຂອງລະບອບການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ: ສູນກາງພັກພວກເຮົາ ໄດ້ຢືນຢັນ ແລະ ເປັນເອກະພາບກັນຢ່າງໜັກແໜ້ນ ໃນການຍຶດໝັ້ນທັດສະນະທີ່ວ່າ: ທີ່ດິນເປັນກຳມະສິດ ຂອງວົງຄະ ນະຍາດແຫ່ງຊາດ ເຊິ່ງລັດເປັນຕົວແທນເຈົ້າກຳມະສິດ ແລະ ຄຸ້ມຄອງລວມສູນເປັນເອກະພາບ ໂດຍມີການຈັດສັນ, ວາງແຜນ ການນໍາໃຊ້ ແລະ ພັດທະນາທີ່ດິນ ຢ່າງເປັນລະບົບ, ພ້ອມນັ້ນ ກໍມີຄວາມຕັດສິນໃຈແກ້ໄຂບັນຫາທີ່ດິນ ຕາມແນວທາງ, ນະໂຍບາຍ ແລະ ກົດໝາຍ ຢ່າງເຂັ້ມງວດ, ເຮັດໃຫ້ທີ່ດິນ ກາຍເປັນທ່າແຮງຂອງຂະແໜງເສດຖະກິດປາຍແຫລມ, ສ້າງເປັນກໍາລັງແຮງໃຫ້ແກ່ການພັດ ທະນາ, ປະກອບສ່ວນແກ້ໄຂຄວາມ ທຸກຍາກ ກໍຄື ສ້າງເປັນຖານລາຍຮັບອັນສໍາຄັນ ໃຫ້ແກ່ງົບປະມານແຫ່ງລັດ ນັບມື້ນັບເພີ່ມສູງຂຶ້ນ.

ພ້ອມນັ້ນ, ກອງປະຊຸມສູນກາງ ລ້ວນແຕ່ມີຄວາມເປັນເອກະພາບກັນວ່າ: ການຄຸ້ມຄອງທີ່ດິນ ກໍຍັງມີຫລາຍບັນຫາ ເປັນຕົ້ນ ການຫັນປ່ຽນປະເພດທີ່ດິນ ຍັງບໍ່ທັນໄດ້ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ, ການວາງແຜນນຳໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນສຳເລັດ, ມີການຈັບຈອງທີ່ດິນຢ່າງຊະຊາຍ, ການຫັນທີ່ດິນຂອງລັດໃຫ້ບຸກຄົນນຳໃຊ້ຂາດຕົວ ຫລາຍກໍລະນີຍັງເຮັດບໍ່ຖືກຕ້ອງຕາມກົດໝາຍ, ການຊື້-ຂາຍສິດນຳໃຊ້ທີ່ດິນໃຫ້ຄົນຕ່າງປະເທດ ເກີດຂຶ້ນຢ່າງແຜ່ຫລາຍ, ໃນຂະນະດຽວກັນນັ້ນ, ຍ້ອນຂາດການຄຸ້ມຄອງທີ່ດີ ຈຶ່ງເຮັດໃຫ້ການເກັບພາສີ-ອາກອນຈາກທີ່ດິນ ແລະ ຈາກການມອບ-ໂອນ, ຊື້-ຂາຍສິດນຳໃຊ້ທີ່ດິນ ຍັງຮົ່ວໄຫລຫລາຍ, ບັນຫາຂໍ້ຂັດແຍ່ງ, ການຮ້ອງຟ້ອງ ຄະດີຄວາມກ່ຽວກັບທີ່ດິນ ນັບມື້ນັບຫລາຍ. ຊຶ່ງບັນດາບັນຫາດັ່ງກ່າວນັ້ນ ເກີດຈາກຫລາຍສາເຫດ ທັງໃນຕົວ ແລະ ນອກຕົວ ແຕ່ສາເຫດສໍາຄັນ ຕົ້ນຕໍແມ່ນຍ້ອນການຄຸ້ມຄອງຂອງລັດເຮົາ ບໍ່ທັນຮັດກຸມ ແລະ ເຂັ້ມງວດ; ຄວາມຮັບຜິດຊອບ ຂອງຂະແໜງການ, ທ້ອງຖິ່ນກ່ຽວຂ້ອງ ກໍຄື ພະນັກງານໃນການຕິດຕາມ, ກວດກາ, ຄຸ້ມຄອງທີ່ດິນ ຍັງບໍ່ທັນສູງ, ມີການສວຍໂອກາດ ໃຊ້ຊ່ອງຫວ່າງ ເພື່ອຫາຜົນປະໂຫຍດ ໂດຍບໍ່ຊອບທໍາ; ຄວາມເປັນເຈົ້າ ຂອງປະຊາຊົນ ກ່ຽວກັບການຄຸ້ມຄອງ, ນໍາໃຊ້ ແລະ ພັດທະນາທີ່ດິນ ຍັງບໍ່ທັນສູງ, ບໍ່ທັນສາມາດ ສ້າງມູນຄ່າເພີ່ມ ຈາກທີ່ດິນໄດ້ ຢ່າງມີປະສິດທິຜົນ.

ຄະນະບໍລິຫານງານສູນກາງພັກ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານທີ່ດິນ ຄື: ສືບຕໍ່ຜັນຂະຫຍາຍການຫັນເປັນທັນສະໄໝ ວຽກງານຕິດຕາມ, ຄຸ້ມຄອງທີ່ດິນ ທີ່ມີພື້ນຖານແລ້ວນັ້ນໃຫ້ເປັນລະບົບຄົບຊຸດ, ກວ້າງ ຂວາງອອກ ແລະ ຮັບປະກັນປະສິດທິຜົນ; ໃຫ້ລັດຖະບານກວດຄືນການນຳໃຊ້ທີ່ດິນ, ເບິ່ງຄືນກົດໝາຍແລະ ນິຕິກໍາຕ່າງໆອັນໃດມີຊ່ອງວ່າງໃຫ້ປັບປຸງຄືນ ເປັນຕົ້ນ ຊ່ອງວ່າງການໂອນສິດນຳໃຊ້ທີ່ດິນ, ການຈັບຈ່ອງທີ່ດິນ ແລະ ການຊື້-ຂາຍ ທີ່ບໍ່ຖືກຕ້ອງ; ເລັ່ງປັບປຸງກົງຈັກການຈັດ ຕັ້ງທີ່ດິນຂັ້ນເມືອງໃຫ້ເຂັ້ມແຂງ; ສືບຕໍ່ອອກໃບຕາດິນ ໃຫ້ສຳເລັດຕາມຄາດໝາຍ (1,6 ລ້ານຕອນ); ສືບຕໍ່ສະຫລຸບຕີລາຄາ, ຖອດຖອນບົດຮຽນການຫັນຊັບສິນເປັນທຶນ ໂດຍສະເພາະທີ່ດິນ ຜ່ານມາທີ່ຍັງເຮັດບໍ່ທັນໄດ້ດີ, ເປັນຊ່ອງຫວ່າງໃຫ້ລັດເສຍຜົນປະໂຫຍດ ຢ່າງຫລວງຫລາຍ; ພ້ອມນັ້ນ ກໍໃຫ້ກວດຄືນການມອບດິນ-ມອບປ່າ ໃນໄລຍະຜ່ານມາ ເພື່ອປະເມິີນ ແລະ ມີທິດຊີ້ນໍາຕື່ມ; ປັບປຸງນິຕິກຳກ່ຽວກັບການໃຫ້ເຊົ່າ, ສຳປະທານທີ່ດິນໃຫ້ແກ່ນັກລົງທຶນ ໃຫ້ມີຈຸດສຸມ ແລະ ຖືກເປົ້າໝາຍແຜນຈັດສັນທີ່ດິນ; ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ ໃນການຄຸ້ມຄອງ ແລະ ພັດທະນາທີ່ດິນ ເຊັ່ນ: ບັນຫາການອອກໃບຕາດິນຊໍ້າຊ້ອນ, ການລັກໂລບຊື້-ຂາຍທີ່ດິນແລະປ່ຽນສິດນຳໃຊ້ທີ່ດິນ ທີ່ບໍ່ຖືກຕ້ອງ ແລະ ອື່ນໆ; ສືບຕໍ່ກວດກາ ແລະ ປັບປຸງຄືນການປະຕິບັດນະໂຍບາຍທີ່ດິນ ຕໍ່ບຸກຄົນ, ນິຕິບຸກຄົນ ໃຫ້ໄປຕາມນະໂຍບາຍ ແລະ ລະບຽບການ ທີ່ເຂັ້ມງວດກວ່າເກົ່າ, ສ້າງນິຕິກຳເພີ່ມຕື່ມກ່ຽວກັບການແບ່ງຂັ້ນຄຸ້ມຄອງໃຫ້ຈະແຈ້ງ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບກັນ; ມອບໃຫ້ລັດຖະ ບານ ນໍາໄປຈັດຕັ້ງຄົ້ນຄວ້າ ແລະ ມອບໝາຍໃຫ້ບັນດາຂະແໜງການ ເປັນຜູ້ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ທິດຊີ້ນໍາຂອງກອງປະຊຸມສູນກາງຄັ້ງນີ້ ໃຫ້ສໍາເລັດໃນໄຕມາດ 1 ປີ 2023 ແລະ ລາຍງານຕໍ່ກົມການເມືອງສູນກາງພັກ ໃຫ້ທິດຊີ້ນໍາຕື່ມ.

ກ່ຽວກັບການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ສຳລັບປີ 2022: ການດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກຖືເປັນວຽກສໍາຄັນ ແລະ ເປັນວຽກປົກກະຕິ, ທັງເປັນຫຼັກການ, ເປັນລະ ບອບແບບແຜນ ທີ່ສູນກາງພັກເຮົາ ໄດ້ຍຶດໝັ້ນ ແລະ ປະຕິບັດສືບທອດເປັນມູນເຊື້ອອັນດີງາມ ຂອງຕົນ ມາໂດຍຕະ ຫລອດ; ພວກເຮົາ ດຳເນີນຊີວິດການເມືອງ, ສໍາຫລວດກວດກາກັນໃນຄັ້ງນີ້ ແມ່ນຢູ່ໃນທ່າມກາງສະພາບແວດລ້ອມ ທີ່ມີຄວາມສັບສົນຫຍຸ້ງຍາກ ແລະ ທ້າທາຍທົດສອບຕໍ່ການນໍາພາຊີ້ນໍາຂອງສູນກາງພັກເຮົາ. ຜ່ານການສໍາຫລວດກວດກາ ຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດ ຊອບສູງທາງການເມືອງນັ້ນ, ເຫັນວ່າ ຄະນະບໍລິຫານງານສູນກາງພັກ ຍັງສືບຕໍ່ເປັນຄັນທຸງນໍາໜ້າ ໃນການເຕົ້າໂຮມຄວາມສາມັກຄີໃນທົ່ວພັກ ກໍຄື ໃນທົ່ວສັງຄົມ, ມີຄວາມເດັດດ່ຽວໜຽວແໜ້ນ, ຈົງຮັກພັກດີຕໍ່ອຸດົມການ ແລະ ເສັ້ນທາງກ້າວຂຶ້ນຂອງປະເທດຊາດ ທີ່ພັກເຮົາ ແລະ ປະຊາຊົນເຮົາໄດ້ເລືອກເອົາໄວ້.

ພ້ອມດຽວກັນນັ້ນ ກອງປະຊຸມຄັ້ງນີ້ ບັນດາສະຫາຍກຳມະການສູນກາງພັກ ກໍຍັງຊີ້ໃຫ້ເຫັນຂໍ້ຄົງຄ້າງ, ຈຸດອ່ອນ ທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂ ເປັນຕົ້ນ ການແກ້ໄຂພະນັກງານ-ສະມາຊິກພັກ ຜູ້ມີບັນຫາຢູ່ພາຍໃຕ້ການຄຸ້ມຄອງຂອງຂັ້ນຕ່າງໆ ຍັງບໍ່ທັນເດັດຂາດ, ເຂັ້ມງວດແທ້; ຄວາມເປັນແບບຢ່າງນໍາໜ້າຂອງພະນັກງານນໍາພາ-ຄຸ້ມຄອງ ນັບທັງພະນັກງານຫລັກແຫລ່ງຂັ້ນສູນກາງຄຸ້ມຄອງຈຳນວນໜຶ່ງຍັງບໍ່ສູງ; ຜູ້ນຳພາ-ຄຸ້ມຄອງ ແຕ່ລະບ່ອນສ່ວນຫລາຍບໍ່ທັນເຂົ້າໃຈເລິກເຊິ່ງ ແລະ ຍັງລັ່ງເລຕໍ່ກັບຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານ, ກຳບໍ່ແໜ້ນບັນດາບັນຫາຕົ້ນຕໍ ທີ່ຕ້ອງແກ້ໄຂຕົວຈິງ, ທັງຂາດການທຸ້ມເທເພື່ອເສຍສະລະຕົນສ້າງການຫັນປ່ຽນໃນວຽກງານຕົວຈິງ, ຈຶ່ງກໍ່ໃຫ້ເກີດມີຫລາຍບັນຫາໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ຄວາມຮັບຜິດຊອບການເມືອງບໍ່ສູງ, ແບບແຜນການນຳພາ ແລະ ວິທີເຮັດວຽກຍັງບໍ່ທັນດີ, ຍັງມີປະກົດການຂາດຄວາມເປັນແບບຢ່າງໃນການດຳລົງຊີວິດ ມີຫລາຍດ້ານສະແດງໃຫ້ເຫັນ ຄວາມບໍ່ໂປ່ງໃສ, ພະຍາດອາດຍາສິດ, ເອກະຊົນ, ຕິດພັນກັບຜົນປະໂຫຍດສ່ວນຕົວ, ຄອບຄົວ, ພັກພວກ… ບັນດາບັນຫາກ່າວມານີ້, ເຖິງວ່າໄດ້ຮັບການແກ້ໄຂ ທີ່ມີລັກສະນະເຂັ້ມງວດຂຶ້ນ ແລະ ກວ້າງຂວາງກວ່າເກົ່າ, ແຕ່ກໍຍັງບໍ່ທັນຖືກຕີຖອຍ ໄດ້ຢ່າງແຂງແຮງແທ້ເທື່ອ. ດັ່ງນັ້ນ, ກອງປະຊຸມສູນກາງພັກ ຄັ້ງທີ 5 ນີ້ ໄດ້ເນັ້ນໜັກເປັນພິເສດ ເພື່ອສືບຕໍ່ແກ້ໄຂບັນຫານີ້ ຢ່າງຈິງຈັງຕໍ່ໄປ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ກ່າວອີກວ່າ: ໃນຕໍ່ໜ້ານີ້ ສະພາບການພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ຜັນແປໄປຢ່າງສັບສົນ, ສູນກາງພັກພວກເຮົາ ຕ້ອງໄດ້ເພີ່ມທະວີການຊີ້ນໍາເພື່ອກຽມພ້ອມຮັບມືກັບສະ ຖານະການຕ່າງໆທີ່ຈະກີດຂຶ້ນ ຢ່າງມີໄຫວພິບ ແລະ ເປັນເຈົ້າການ; ພວກເຮົາ ຕ້ອງສ້າງການຫັນປ່ຽນທີ່ແຂງແຮງອີ່ຫລີ, ອັນສໍາຄັນທີ່ສຸດຄື ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກ, ຍົກສູງມານະຈິດປະຕິວັດ, ຄວາມເສຍສະລະ ແລະ ຄວາມເປັນແບບຢ່າງນໍາໜ້າ ໃນການຊີ້ນໍາແກ້ໄຂບັນຫາ, ເຮັດແທ້ທໍາຈິງ, ປັບປຸງແບບແຜນວິທີການເຮັດວຽກທີ່ເປັນລະບົບ ແລະ ຕໍ່ເນື່ອງ, ເພີ່ມທະວີການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຫຍໍ້ທໍ້ ພາຍໃນກົງຈັກ, ເອົາໃຈໃສ່ວຽກງານການປຸກລະດົມຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ໂດຍຖືເອົາຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ ເປັນທີ່ຕັ້ງ, ສ້າງເງື່ອນໄຂໃຫ້ປະຊາຊົນຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດ ຂັ້ນຕ່າງໆ, ພ້ອມນັ້ນ ກໍຕ້ອງແກ້ບັນຫາຕົວຈິງ ຊ່ວຍປະຊາຊົນໃຫ້ໄດ້ ຈຶ່ງຈະຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າ ຂອງສູນກາງພັກເຮົາໃນການນຳພາຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດເປັນຈິງ.

ເພື່ອສືບຕໍ່ນໍາພາຊີ້ນໍາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ສູ່ລວງເລິກນັ້ນ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງກັນຢ່າງເປັນຈິດໜຶ່ງໃຈດຽວວ່າ : ຈະໄດ້ສືບຕໍ່ຊີ້ນໍາບາງວຽກງານຈຸດສຸມ ໃນປີ 2023 ດັ່ງນີ້: ຊີ້ນໍາການຄົ້ນຄວ້າ, ວິໄຈ, ປະເມີນ, ຕີລາຄາ ບັນຫາສໍາຄັນຍຸດທະສາດ, ແຜນນະໂຍບາຍໃຫຍ່ຈໍານວນໜຶ່ງ ຕາມແຜນດຳເນີນງານ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ເພື່ອກະກຽມ ແລະ ສະເໜີຕໍ່ກອງປະຊຸມສູນກາງຄົບຄະນະ ຄັ້ງທີ 6 ສະໄໝ ທີ XI ທີ່ຈະມາເຖິງນີ້ ໂດຍສະເພາະແມ່ນ ຕີລາຄາຜົນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະກາງສະໄໝ ຕິດພັນກັບການຊີ້ນຳ, ສະຫລຸບຕີລາຄາ, ປະເມີນຜົນກາງສະໄໝ ຂອງອົງຄະນະພັກທ້ອງຖິ່ນ; ຄວາມຄືບໜ້າການກະກຽມຮ່າງໂຄງການການເມືອງ ຂອງພັກເຮົາ; ສະຫລຸບຕີລາຄາ ແລະ ຖອດຖອນບົດຮຽນ ກ່ຽວກັບວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່ແລະ ບັນຫາອື່ນໆ. ສະເໜີສູນກາງພັກ ມອບໃຫ້ກົມການເມືອງສູນກາງພັກ ສືບຕໍ່ໍ່ຊີ້ນໍາການກະກຽມ ໃຫ້ໄດ້ຮັບຜົນດີ; ສືບຕໍ່ຊີ້ນໍາແກ້ໄຂບັນຫາຢາເສບຕິດ, ອາຊະຍາກໍາຄ້າມະນຸດ, ບັນດາໜໍ່ແໜ່ງທີ່ອາດຈະກໍ່ໃຫ້ເກີດຄວາມບໍ່ສະຫງົບ, ອຸບັດເຫດຕາມທ້ອງຖະໜົນ, ຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ; ເອົາໃຈໃສ່ກໍາແໜ້ນຮາກຖານ, ກໍາແໜ້ນປະຊາຊົນ, ແກ້ໄຂຄວາມຫຍຸ້ງຍາກ ແລະ ປັບປຸງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ ໃຫ້ກາຍເປັນຫລັກແຫລ່ງຢູ່ຮາກຖານ; ແກ້ໄຂບັນຫາຄ່າເງິນກີບ, ອັດຕາແລກປ່ຽນເໜັງຕີງແຮງ, ເງິນເຟີ້, ການຂາດແຄນນໍ້າມັນເຊື້ອໄຟ, ຄ່າຄອງຊີບສູງ, ລາຄາສິນຄ້າແພງ ຄ່ຽງຄູ່ກັບການເລັ່ງລັດຟື້ນຟູພື້ນຖານໂຄ່ງລ່າງ ທີ່ຖືກກະທົບຈາກໄພພິບັດທາງທຳມະຊາດຕ່າງໆ; ເອົາໃຈໃສ່ແກ້ໄຂບັນຫາການບຸກ ລຸກ, ຈັບຈອງທີ່ດິນ, ປ່າໄມ້, ການຂຸດຄົ້ນແຮ່ທາດຊະຊາຍ, ການດຳເນີນທຸລະກິດ ທີ່ບໍ່ເປັນຕົນຕົວ, ຫລົບຫລີກພາສີ-ອາກອນ; ຊີ້ນໍາການເພີ່ມທະວີບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ-ນະຄອນຫລວງ ໃນການຕິດຕາມ, ກວດກາ ຕໍ່ກັບການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ຂອງອົງການບໍລິຫານ, ສານ ແລະ ໄອຍະການປະຊາຊົນ; ປັບປຸງນິຕິກໍາໃນການຄຸ້ມຄອງບໍລິຫານລັດທີ່ຈໍາເປັນໃຫ້ເປັນລະບົບຮັັດກຸມ, ປັບປຸງກົງຈັກການຈັດຕັ້ງຕິດພັນກັບການສັບຊ້ອນ, ຈັດວາງພະນັກງານໃສ່ຕໍາແໜ່ງຕ່າງໆໃຫ້ມີຄວາມຄ່ອງຕົວ; ຄົ້ນຄວ້າຫລຸດຜ່ອນຈໍານວນລັດຖະກອນລົງ ດ້ວຍມາດຕະການຕ່າງໆທີ່ເໝາະສົມ; ແກ້ໄຂກົນໄກ, ລະບຽບການທີ່ຫຍຸ້ງເຫຍີງ, ຫລາຍຂັ້ນ-ຂອດ, ບໍ່ລ່ອງຊ່ອງກົມກຽວ; ເພີ່ມທະວີວຽກງານສຶກສາອົບຮົມແນວຄິດ, ແກ້ໄຂແນວຄິດຄອງເດີມ, ອາຍາສິດ, ແນວຄິດເອກະຊົນ, ການສວຍໃຊ້ໜ້າທີ່ຕໍາ ແໜ່ງ, ການສໍ້ລາດບັງຫລວງ, ການຟຸມເຟືອຍ; ເພີ່ມທະວີມາດຕະການຕ້ານການເສື່ອມຖອຍ ທາງດ້ານຄຸນທາດການເມືອງ, ຄຸນສົມບັັດສິນທຳປະຕິວັດ ຫລື ການປ່ຽນທາດດ້ວຍຕົນເອງ, ເພີ່ມທະວີສະຕິຕື່ນຕົວ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ຕອບຕ້ານໃຫ້ທັນການ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີລະບອບໃໝ່ ແລະ ການນຳພາຂອງພັກການຄຸ້ມຄອງລັດ; ສືບຕໍ່ຊີ້ນໍາວຽກງານຄົ້ນຄວ້າທິດສະດີ-ພຶດຕິກໍາຂອງພັກ ແລະ ລັດ, ປະຕິບັດໂຄງການຄົ້ນຄວ້າແນວຄິດ ໄກ ສອນ ພົມວິຫານ ແລະໂຄງການອື່ນໆ; ສຸມໃສ່ກະກຽມດ້ານເນື້ອໃນ ແລະ ດ້ານອື່ນໆ ເພື່ອດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງທີ V; ເດັດດ່ຽວແກ້ໄຂພະນັກງານ, ສະມາຊິກພັກ ທີ່ມີການລະ ເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ສືບຕໍ່ຫັນເອົາພະນັກງານທີ່ມີໃນແຜນກໍານົດສ້າງ ແລະ ພະນັກງານວິຊາການ ລົງຮາກຖານ ເພື່ອທົດສອບ, ກໍ່ສ້າງໃນຂະບວນການວຽກງານຕົວຈິງ; ເພີ່ມທະວີການ ນໍາພາຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາ ແລະ ເອົາໃຈໃສ່ຊີ້ນໍາ ຕໍ່ການແກ້ໄຂຜົນຂອງການກວດສອບ, ການກວດກາ ໃຫ້ເຂັ້ມງວດ, ເດັດຂາດ ແລະ ທັນການ.

ຮອງເລຂາຄະນະພັກ ແຂວງຢຸນນານ ຢືນຢັນ ລົດໄຟຈີນ-ລາວ ສ້າງຜົນປະໂຫຍດເກີນຄາດ

0

ໃນໂອກາດຮ່ວມກັບຄະນະຖະແຫລງຂ່າວຕໍ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນ ທີ່ນະ ຄອນຫລວງປັກກິ່ງ ໃນວັນທີ 19 ຕຸລານີ້ ທ່ານ ສີ ຢູກັງ (Shi Yugang) ຮອງເລຂາຄະນະພັກແຂວງຢຸນນານ ແຫ່ງ ສປ ຈີນ ໄດ້ຕອບຄໍາຖາມຂອງນັກຂ່າວກ່ຽວກັບຜົນປະ ໂຫຍດທີ່ໄດ້ຈາກໂຄງການລົດໄຟຈີນ-ລາວ ວ່າ: ເສັ້ນທາງລົດໄຟຈີນ-ລາວ ໄດ້ສ້າງຜົນປະໂຫຍດແກ່ສອງປະເທດຈີນ-ລາວ ຢ່າງຫຼວງຫຼາຍ ແລະ ເກີນຄາດໝາຍທີ່ວາງໄວ້. ນັບຕັ້ງແຕ່ເປີດບໍລິການຢ່າງເປຫນທາງການເປັນຕົ້ນມາ, ລົດໄຟຈີນ-ລາວ ສາມາດຂົນສົ່ງນັກທ່ອງທ່ຽວຫຼາຍກວ່າ 7,5 ລ້ານເທືື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 8,69 ລ້ານໂຕນ ໃນນີ້ ເປັນສິນຄ້າຜ່ານແດນ 1,58 ລ້ານກວ່າໂຕນ. ແຕ່ສະ ເພາະເດືອນກັນຍາຜ່ານມາ ມູນຄ່າການຄ້າລະຫວ່າງສອງປະເທດ ຈີນ-ລາວ ບັນລຸ 1,25 ຕື້ໂດລາສະຫະລັດ.

ລົດໄຟຈີນ-ລາວ ໄດ້ຊຸກຍູ້ສົ່ງເສີມການລົງທຶນ ແລະ ການສົ່ງອອກຕາມເສັ້ນທາງລົດໄຟເພີ່ມຂຶ້ນ ສະແດງອອກໃນປີຜ່ານມາ ການສົ່ງອອກສິນຄ້າຈາກມຽນມາ, ລາວ ແລະ ຫວຽດນາມ ໄປແຂວງຢຸນນານ ບັນລຸ 3,23 ຕື້ໂດລາສະ ຫະລັດ, 1,96 ຕື້ໂດລາສະຫະລັດ ແລະ 1,24 ຕື້ໂດລາສະຫະ ລັດ ຕາມລຳດັບ. ໃນນີ້ ສະເພາະ 8 ເດືອນຕົ້ນປີນີ້ ການສົ່ງອອກຂອງລາວໄປແຂວງຢຸນນານ ບັນລຸ 5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ໃນ 6 ເດືອນຕົ້ນປີ ການສົ່ງອອກແປ້ງມັນຕົ້ນຈາກລາວໄປຈີນ ມີມູນຄ່າສູງເຖິງ 250 ລ້ານໂດລາສະຫະລັດ ເຊີ່ງສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ຊາວກະສິກອນຂອງລາວ. ນອກຈາກນີ້ ເສັ້ນທາງລົດໄຟລາວ-ໄທ ໄດ້ຮັບການປັບປຸງຢ່າງວ່ອງໄວ ແລະ ຄາດວ່າຈະເຊື່ອມຕໍ່ເຂົ້າກັບເສັ້ນທາງລົດໄຟຈີນ-ລາວໃນອີກບໍ່ດົນນນີ້ ເຊີ່ງຈະເຮັດໃຫ້ການຂົນສົ່ງມີຄວາມສະດວກກວ່າເກົ່າ.

ລົດໄຟຈີນ-ລາວເປັນໂຄງການທີ່ເປັນສັນຍາລັກພາຍໃຕ້ກອບການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະ ພາບສູງ ແລະ ເປັນໂຄງການ ສຳຄັນທຳອິດຂອງການຮ່ວມ ມືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນລະຫວ່າງ ຈີນ- ລາວ ເຊີ່ງໃນພິທີເປີດການນໍາໃຊ້ຢ່າງເປັນທາງການ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເຂົ້າ ຮ່ວມດ້ວຍຕົນເອງ. ນອກຈາກນີ້ ທ່ານຍັງຊີ້ນຳໃຫ້ ແຂວງຢຸນນານ ບົວລະບັດຮັກສາ ແລະ ບໍລິຫານເສັ້ນທາງລົດໄຟສາຍນີ້ໃຫ້ດີ ແລະ ຊຸກຍູ້ສົ່ງເສີມການພັດທະນາຕາມຕາມແລວທາງລົດໄຟສາຍດັ່ງກ່າວ.

ທ່ານກ່າວຕື່ມວ່າ: ເພື່ອປະຕິບັດຕາມທິດຊີ້ນຳຂອງສະຫາຍເລຂາທິການໃຫຍ່, ອົງການປົກຄອງນະຄອນຄຸນໝິງໄດ້ເຂົ້າພັດທະນາເຂດເສດຖະກິດບໍ່ຫານ-ບໍ່ເຕັນ ເພື່ອໃຫ້ກາຍເປັນເຂດແຫ່ງການຮ່ວມມື ແລະ ເປີດກວ້າງສູ່ຕ່າງປະເທດ ເຊີ່ງມາຮອດປະຈຸບັນ ມີບໍລິສັດທີ່ເຂົ້າຈົດທະບຽນໃນເຂດເສດຖະກິດແຫ່ງນີ້ແລ້ວ 135 ບໍລິສັດ. ນີ້ຖືເປັນໜຶ່ງໃນຫລາຍວຽກງານສຳຄັນຂອງແຜນປະຕິິບັດງານໄລ ຍະ 3 ປີ ຂອງນະຄອນຄຸນໝິງ ກໍຄື ແຂວງຢຸນນານ ເພື່ອເຮັດໃຫ້ເສັ້ນທາງລົດໄຟຈີນ-ລາວປະກອບສ່ວນຊຸກຍູ້ສົ່ງເສີມການເປີດປະຕູສູ່ພາຍນອກໃຫ້ຫຼາຍຂຶ້ນ, ພ້ອມນີ້ ຍັງໄດ້ສ້າງເຂດຕິດຕາມພາສີແຫ່ງໃໝ່ຢູ່ຄຸນໝິງ ເຊິ່ງເປັນສະຖານີລົດໄຟລະຫວ່າງປະເທດທີ່ຈະກາຍເປັນຕົວແບບໃໝ່ຂອງການຂົນສົ່ງດ່ວນຜ່ານລະບົບລາງ ໂດຍບໍ່ຈຳເປັນຕ້ອງປ່ຽນຂະບວນກໍສາມາດສົ່ງສິນຄ້າໄປຕ່າງປະເທດໄດ້ເລີຍ ແລະ ຄຸນໝິງເປັນພຽງເມືອງດຽວໃນປະເທດຈີນທີ່ມີສະຖານີແບບນີ້.

ນອກຈາກນີ້ ອົງການປົກຄອງ ແຂວງຢຸນນານ ຍັງໄດ້ປະສານງານກັບບັນດາແຂວງ ໂດຍສະເພາະແມ່ນ 25 ແຂວງທີ່ເສັ້ນທາງລົດໄຟ ລາວ-ຈີນແລ່ນຜ່ານ ແລະ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າດ່ວນລະຫວ່າງປະເທດລ້ານຊ້າງ-ແມ່ຂອງ ເຊີ່ງມາຮອດປັດຈຸບັນໄດ້ບໍລິການແລ້ວສອງຮ້ອຍກວ່າຖ້ຽວ.

ຮອງເລຂາຄະນະພັກແຂວງຢຸນນານ ກ່າວຢໍ້າວ່າ: ເສັ້ນ ທາງລົດໄຟຈີນ-ລາວໄດ້ເຊື່ອມຈອດສອງປະເທດຈີນ-ລາວ ເຂົ້າກັບສ່ວນຕ່າງໆ ຂອງໂລກ. ສຳລັບອາຊີໃຕ້, ອາຊີຕາ ເວັນອອກສ່ຽງໃຕ້ ແລະ ເຂດມະຫາສະມຸດອິນເດຍແລ້ວ ທາງລົດໄຟສາຍນີ້ ໄດ້ກໍ່ໃຫ້ເກີດເສັ້ນທາງຂົນສົ່ງທາງບົກທີ່ສະດວກເພື່ອເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງ ສປ ຈີນ ເຊີ່ງເປັນຕະຫຼາດຂະໜາດໃຫຍ່ທີ່ມີປະຊາກອນຫລາຍເຖີງ 1,4 ຕື້ຄົນ.

ທ້າວ ວັນນານ້ອຍ ນິຍົມສິນ ນັກສຶກສາໃບປະກາສະນິຍະບັດແດງ

0

ບົນເສັ້ນທາງຂອງການສຶກສາຮ່ຳຮຽນຂອງນັກຮຽນ-ນັກສຶກສາ ຫຼາຍຄົນຄົງຕັ້ງຄວາມຫວັງຢາກມີຜົນ ການຮຽນທີ່ດີ ແລະ ໄດ້ຄະແນນຮັບກຽດນິຍົມອັນດັບໜຶ່ງ ຫຼື (ໃບປະກາສະນິຍະບັດແດງ) ແຕ່ກວ່າຈະເຖິງ ຈຸດນັ້ນໄດ້ ມັນບໍ່ເລື່ອງທຳມະດາ ແລະ ຈະແລກມັນມາໂດຍງ່າຍດາຍ.

ກ່ອນອື່ນຂໍສະແດງຄວາມຍິນດີນຳທ້າວ ວັນນານ້ອຍ ນິຍົມສິນ ໜຸ່ມໜ້ອຍຈາກແຂວງໄຊຍະບູລີ ເຊິ່ງເປັນນັກສຶກສາ ໃນແຜນທີ່ໄດ້ທຶນການສຶກສາເຂົ້າຮຽນມະຫາວິທະຍາໄລແຫ່ງຊາດ ຈາກການສອບເສັງນັກຮຽນເກ່ງລະດັບຊາດ ສາຍພາສາລາວ ວັນນະຄະດີ ຕະຫຼອດການຮຽນ 4 ປີ ມີຜົນການຮຽນດີເດັ່ນ ສາມາດກວາດເອົາໃບປະກາດແດງມາຄອງ ສາຂາພັດທະນາຊຸມຊົນ ແລະ ຊົນນະບົດ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ມະຫາວິທະຍາໄລແຫ່ງຊາດ 2022.

ທ້າວ ວັນນານ້ອຍ ໃຫ້ສໍາພາດ ເມື່ອບໍ່ດົນຜ່ານມານີ້ວ່າ: ຫຼັງຈາກຮຽນຈົບແລ້ວ ແມ່ນຢາກນຳໃຊ້ປະສົບການທີຮຽນມາ ລົງເລີກຮຽນຕໍ່ໃນລະດັບປະລິນຍາໂທ ສາຍການພັດທະນາທີ່ຕ່າງປະເທດ ໂດຍຈະກະກຽມຄວາມພ້ອມທາງດ້ານພາສາ ເພື່ອສອບເສັງຍາດທຶນໄປສຶກສາຕໍ່ທີປະເທດອົດສະຕຣາລີ ຫຼື ປະເທດໃນແຖວເອີຣົບ.

ສຳລັບເຄັດ (ບໍ່) ລັບ ໃນການຍາດໄດ້ໃບປະກາດແດງໃນເທື່ອນີ້ ວັນນານ້ອຍ ບອກວ່າ: ໃນເບື້ອງຕົ້ນ ກ່ອນເຂົ້າມາສຶກສາໃນຮົ້ວມະຫາວິທະຍາໄລ ໄດ້ສຶກສາຮຽນຮູ້ກ່ຽວກັບສາຂາທີ່ຕົນເອງສົນໃຈໄວ້ແລ້ວ ຈາກນັ້ນ ພະຍາຍາມເຂົ້າຫາຮຸ່ນເອື້ອຍອ້າຍ ຄູ-ອາຈານ ເພື່ອແລກປ່ຽນບົດຮຽນກັບພວກເພີ່ນ ຕໍ່ຈາກນັ້ນ ຕະຫຼອດໄລຍະເວລາຂອງການສຶກສາ ແມ່ນໄດ້ພະຍາຍາມຈັດຕາຕະລາງເວລາຂອງການຮຽນ ແລະ ນຳເອົາບົດຮຽນທີ່ໄດ້ ຈາກການສຶກສາໄປນຳໃຊ້ຕົວຈິງ ຄືການໄປເປັນອາສາສະໜັກໃນຫຼາຍໂຄງການ ລົງຊຸມຊົນ ແລະ ເຮັດກິດຈະກຳທີ່ຂັບເຄື່ອນສັງຄົມ ໃນເວລາດຽວກັນ ການຮັກສາສຸຂະພາບກໍຕ້ອງໄດ້ໃສ່ໃຈ ໂດຍສະເພາະ ການພັກຜ່ອນຕ້ອງໃຫ້ພຽງພໍ ແລະ ພະຍາຍາມອ່ານໜັງສືທີ່ເຮົາສົນໃຈຢ່າງໜ້ອຍ 5-10 ນາທີ່ຕໍ່ມື້ ເພື່ອເຮັດໃຫ້ເຮົາມີສະມາທິ ແລະ ຄວາມຄິດສ້າງສັນໃນການປະກອບສ່ວນເຂົ້າໃນການຮຽນໄດ້ດີ.

ໂອກາດນີ້ ວັນນານ້ອຍ ໄດ້ຝາກເຖິງທຸກຄົນທີ່ກຳລັງມີຄວາມຝັນ ແລະ ເປົ້າໝາຍ ຂໍໃຫ້ທຸກຄົນລົງມືເຮັດຕັ້ງແຕ່ວິນາທີທຳອິດທີ່ຄິດຢູ່ ເພາະເວລາມັນຈະບໍ່ຄອງຄອຍຖ້າໃຜ ພ້ອມນັ້ນ ຈົ່ງມັກຮັກໃນທີ່ສິ່ງທີ່ເຮັດ ພໍໃຈໃນສິ່ງທີ່ມີ ແລະ ໄດ້ມາ ເພາະນັ້ນຄືຄວາມສຸກ ແລະ ຜົນທີ່ຕິດມາຕາມຊີວິດ ສິ່ງສຳຄັນ ແມ່ນຢາກໃຫ້ທຸກທ່ານພະຍາຍາມໃຫ້ເຖິງທີ່ສຸດ ໂດຍການໃສ່ໃຈລົງມືເຮັດ ແລະ ຕັ້ງໃຈກັບສິ່ງທີເຮັດຢູ່ໃຫ້ເຕັມທີ່ ເພາະສຸດທ້າຍແລ້ວ ຄວາມພະຍາຍາມມັນຈະບໍ່ທໍລະຍົດໃຜ ເມື່ອພວກເຮົາເຕັມທີ່ ອົດທົນ ແລະ ສູ້ຊົນກັບມັນ ພ້ອມດຽວກັນ ຝາກຄວາມຂອບໃຈມາຍັງຄອບຄົວ ຄູ-ອາຈານ ແລະ ໝູ່ຄູ່ໃນສັງຄົມ ທີ່ໄດ້ສິດສອນ ແລກປ່ຽນຄວາມຮູ້ ພ້ອມທັງຊີ້ແນະແນວທາງ ປະສົບການ ທີ່ເຮັດໃຫ້ຕົນເອງໄດ້ເປັນຕົວເອງໃນມື້ນີ້ ແລະ ຊີ້ທາງໃຫ້ເຖິງເປົ້າໝາຍຂອງຊີວິດໃນຂັ້ນຕໍ່ໄປ.

ລະດົມການມີສ່ວນຮ່ວມໃນກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 1

0

​ຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ອອກແຈ້ງການສະບັບເລກທີ 25131/ຫກ ລົງວັນທີ 14 ຕຸລາ 2022 ເຖິງບັນດາກະຊວງ ຫ້ອງການ ອົງກອນຂອງລັດ ເອກະຊົນ ນິຕິບຸກຄົນ ແລະ ປະຊາຊົນໃນ ສປປ ລາວ ເລື່ອງການລະດົມການມີສ່ວນຮ່ວມໃນກອງປະຊຸມເວທີຕົວເມືອງແຫ່ງຊາດ ຄັ້ງທີ 1 (National Urban Forum) ເພື່ອປະກອບສ່ວນໃນການສ້າງ ແລະ ຂະຫຍາຍຕົວເມືອງໃນປະ ເທດເຮົາ ໃຫ້ມີຄວາມຄົງທົນ ໜ້າຢູ່ ທັນສະໄໝ ທັງເປັນການປະຕິບັດແນວທາງຂອງເປົ້າໝາຍອົງການສະ ຫະປະຊາຊາດທີ່ວ່າ “ບໍ່ປະປ່ອຍຜູ້ໃດໜຶ່ງ ໄວ້ເບື້ອງຫຼັງ”.

ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ຍທຂ ສະບັບເລກທີ 08888/ຍທຂ ລົງວັນທີ 25 ພຶດສະ ພາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງ ແລະ ອີງຕາມໜັງສືສະເໜີຂອງກົມເຄຫາ ແລະ ຜັງເມືອງ ສະບັບເລກທີ 25108/ກຄຜ ລົງວັນທີ 13 ຕຸລາ 2022 ໂດຍການຮ່ວມມືກັບຫ້ອງການເຄຫະສະຖານ ຂອງອົງການສະຫະປະຊາຊາດ (UN-Habitat) ກະຊວງ ຍທຂ ຈະຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ (National Urban Forum) ຄັ້ງປະຖົມມະເລີກ ຂຶ້ນວັນທີ 31 ຕຸລາ 2022 ຫົວຂໍ້ “ການສ້າງຕົວເມືອງໃຫ້ມີຄວາມຄົງທົນ ແລະ ມີສ່ວນຮ່ວມ” (Resilient and Inclusive Urbanisation) ໂດຍມີຈຸດປະສົງເພື່ອສ້າງຕັ້ງຈຸດເຊື່ອມຕໍ່ລະຫວ່າງພາກສ່ວນຕ່າງໆໃນການປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດຂອງເສດຖະກິດຕົວເມືອງ ທີ່ມີການຂະຫຍາຍຕົວໄວ ພ້ອມທັງຮ່ວມກັນວາງແຜນ ແລະ ຄຸ້ມຄອງຕົວເມືອງໃຫ້ສອດຄ່ອງກັບແຕ່ລະໄລຍະຂອງການຂະຫຍາຍຕົວ.

ເພື່ອສ້າງໂອກາດໃຫ້ສັງຄົມມີສ່ວນຮ່ວມໃນຂະບວນການດັ່ງກ່າວ ຈຶ່ງຂໍສະເໜີໃຫ້ທຸກພາກສ່ວນ ສົ່ງຄຳຄິດເຫັນຂອງຕົນກ່ຽວກັບບັນຫາຂອງຕົວເມືອງທີ່ທ່ານກຳລັງປະເຊີນຢູ່ ແລະ ແນວທາງທີ່ທ່ານຄິດວ່າ ບັນຫາດັ່ງກ່າວສາມາດແກ້ໄຂໄດ້ ເຂົ້າຮ່ວມເປັນຫົວຂໍ້ຂອງກອງປະຊຸມ ໂດຍສາມາດສົ່ງຫົວຂໍ້ຂອງທ່ານ ເປັນຄລິບວີດີໂອ ຄວາມຍາວບໍ່ເກີນ 2 ນາທີ ຫຼື ການອັດສຽງເວລາບໍ່ເກີນ 1,5 ນາທີ ຫຼື ສົ່ງຂໍ້ຄວາມປະ ກອບຮູບພາບ ຫຼື ບໍ່ມີຮູບພາບ ຄວາມຍາວບໍ່ເກີນ 1 ໜ້າເຈ້ຍ A4 ໄປຍັງອີເມລ [email protected] ຫຼື WhatsApp: 020 22226006/54555500 ກ່ອນວັນທີ 24 ຕຸລາ 2022.

# ຂ່າວ – ພາບ : ສະບາໄພ

ຈີນ ປະກອບສ່ວນສໍາຄັນໃນການຄໍ້າປະກັນດ້ານສະບຽງອາຫານຂອງໂລກ

0

ຈາກບັນດາວິກິດການທີ່ເກີດຂຶ້ນຢູ່ຫລາຍປະເທດທົ່ວ ໂລກໃນໄລຍະຫລາຍປີຜ່ານມານີ້, ທັງໄພພິບັດທາງທໍາມະຊາດ, ພະຍາດລະບາດ ແລະ ອື່ນໆ ເຮັດໃຫ້ສົ່ງຜົນກະທົບຕໍ່ການສະໜອງສະບຽງອາຫານຂອງໂລກມີທ່າອ່ຽງຫລຸດ ລົງ. ຂະນະດຽວກັນລາຄາດ້ານສະບຽງອາຫານນັບມື້ເພີ່ມ ຂຶ້ນ. ໃນທ່າມກາງຄວາມທ້າທາຍທີ່ເພີ່ມຂຶ້ນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ, ຈີນ ແມ່ນປະເທດໜຶ່ງທີ່ຍັງສາມາດຄໍ້າປະກັນດ້ານນີ້ໄດ້ເປັນຢ່າງດີ ແລະ ປະກອບສ່ວນສໍາຄັນໃນການຄໍ້າປະກັນດ້ານສະບຽງອາຫານຂອງໂລກ.

ໃນຖານະປະເທດທີ່ມີພົນລະເມືອງປຽບເໝືອນຫລັງຄາໂລກ ຫລື ຫລາຍທີ່ສຸດໃນໂລກ, ຈີນ ໄດ້ນໍາໃຊ້ເນື້ອທີ່ປູກ ຝັງທີ່ກວມເອົາບໍ່ຮອດ 9% ຂອງໂລກ ສາມາດຄໍ້າປະກັນດ້ານສະບຽງອາຫານໃຫ້ປະຊາຊົນພາຍໃນປະເທດທີ່ກວມອັດຕາສ່ວນ 1 ໃນ 5 ຂອງປະຊາກອນທົ່ວໂລກ. ໃນໄລຍະຫລາຍປີຜ່ານມານີ້ ຈີນ ບໍ່ພຽງແຕ່ສາມາດແກ້ໄຂດ້ານສະ ບຽງອາຫານໃຫ້ປະຊາຊົນພາຍໃນປະເທດ 1,4 ຕື້ຄົນ ເທົ່ານັ້ນ, ແຕ່ຍັງປະສົບຜົນສໍາເລັດໃນການປ່ຽນແປງຄັ້ງປະ ຫວັດສາດຈາກ “ບໍ່ພໍກິນ” ມາເປັນ “ໄດ້ກິນດີ”.

ທ່ານ ຊົງລຽງ, ຫົວໜ້າອົງການສະສົມສະບຽງອາຫານ ແລະ ເຄື່ອງຍຸດທະສາດແຫ່ງຊາດຈີນ ໃຫ້ຮູ້ໃນໂອກາດຖະ ແຫລງຂ່າວຢູ່ສູນຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ນະຄອນຫລວງປັກ ກິ່ງ ໃນວັນທີ 17 ຕຸລານີ້ ວ່າ: ປັດຈຸບັນ ຈີນ ມີປະລິມານສະ ເລ່ຍດ້ານທັນຍາຫານຫລາຍກວ່າ 480 ກິໂລ ເຊີ່ງສູງກວ່າ 400 ກິໂລ ທີ່ເປັນມາດຕະຖານຄວາມໝັ້ນຄົງດ້ານສະບຽງອາຫານທີ່ຍອມຮັບໃນລະດັບສາກົນ ເຮັດໃຫ້ຈີນຍັງສາ ມາດຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຕົນໄວ້ໄດ້ເປັນຢ່າງດີ.

ນອກຈາກນີ້ ນັບແຕ່ຕົ້ນປີ 2022 ເປັນຕົ້ນມາ ຈີນໄດ້ໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາເຊີ່ງເປັນສະບຽງອາຫານສຸກເສີນຫລາຍກວ່າ 30.000 ໂຕນ ແກ່ປະເທດ ກໍາລັງພັດທະນາທີ່ຕ້ອງການຄວາມຊ່ວຍເຫລືອ.

ມາຮອດປັດຈຸບັນ ຈີນ ໄດ້ຮ່ວມມືດ້ານກະສິກໍາກັບຫລາຍກວ່າ 140 ປະເທດ ແລະ ພາກພື້ນ, ລວມເຖີງໄດ້ສົ່ງ ເສີມເຕັກໂນໂລຊີດ້ານກະສິກໍາຫລາຍກວ່າ 1.000 ລາຍ ການໃຫ້ແກ່ປະເທດກໍາລັງພັດທະນາ. ພ້ອມນີ້ ໄດ້ຮ່ວມກັບທົ່ວໂລກຢ່າງບໍ່ຢຸດຢັ້ງ ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ, ທັງຊຸກຍູ້ໃຫ້ລະບົບຄຸ້ມຄອງຄວາມໝັ້ນຄົງດ້ານສະບຽງອາຫານຂອງທົ່ວໂລກ ມີຄວາມທ່ຽງທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ລັດຖະບານຈີນ ຍາມໃດກໍຖືດ້ານຄວາມໝັ້ນຄົງທາງສະບຽງອາຫານເປັນບັນຫາສໍາຄັນທີ່ສຸດ ໂດຍມີປັດຊະຍາຈີນທີ່ວ່າ: “ຮາກຖານຢູ່ໃນດິນ ເສັ້ນຊີວິດຢູ່ໃນນໍ້າ ທາງອອກຢູ່ທີ່ວິທະຍາສາດ ແລະ ເຕັກໂນໂລຊີ ແຮງຂັບເຄື່ອນຢູ່ທີ່ນະ ໂຍບາຍ”.

ໃນບົດລາຍງານການເມືອງທີ່ ທ່ານ ສີຈິ້ນຜິງ, ເລຂາທິ ການໃຫຍ່ຄະນະກໍາມະການສູນກາງພັກກອມມູ ນິດຈີນ ຊຸດທີ 19 ສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ຈັດຂຶ້ນໃນລະຫວ່າງວັນທີ 16-22 ຕຸລານີ້ ໄດ້ຢືນຢັນວ່າ: “ຕ້ອງຮັດແໜ້ນພື້ນ ຖານຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮອບດ້ານ, ຈັດຕັ້ງປະຕິ ບັດນະໂຍບາຍທີ່ໃຫ້ອົງການພັກ ແລະ ລັດ ມີຄວາມຮັບຜິດຊອບຮ່ວມກັນໃນດ້ານການຮັກສາຄວາມໝັ້ນຄົງທາງສະບຽງອາຫານຢ່າງຮອບດ້ານ, ຮັກສາເນື້ອທີ່ປູກຝັງ 120 ລ້ານເຮັກຕາ ເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງປະຊາຊົນຈີນຕະຫລອດໄປ”.

ນອກຈາກນີ້ ຈີນຍິນດີຮ່ວມກັບປະຊາຄົມໂລກ ເພື່ອຈັດ ຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ພ້ອມນີ້ ໄດ້ຮຽກ ຮ້ອງຢ່າງຈິງໃຈເພື່ອໃຫ້ທົ່ວໂລກຮ່ວມກັນຮັບມືກັບສິ່ງທ້າ ທາຍຕ່າງໆ ທີ່ອາດຈະເກີດຂຶ້ນໃນທົ່ວໂລກ, ແນໃສ່ຮັບປະ ກັນຄວາມໝັ້ນຄົງດ້ານສະ ບຽງອາຫານໃນທົ່ວໂລກ ແລະ ເພື່ອປະກອບສ່ວນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃຫ້ນັບມື້ດີຂຶ້ນກວ່າເກົ່າ.

Cr: BT