Wednesday, September 24, 2025
Home Blog Page 889

ປະຊາທິປະໄຕປະຊາຊົນ ທົ່ວຂະບວນການທີ່ແຝງຊ້ອນໄປດ້ວຍວັດທະນະທຳ ແລະ ສະຕິປັນຍາຂອງຈີນ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 20 ຂອງພັກກອມມູນິດຈີນ ພວມດໍາເນີນຢູ່. ໃນບົດລາຍງານຂອງກອງປະຊຸມໃຫຍ່ຄັ້ງນີ້ໄດ້ປາກົດມີມະໂນພາບອັນໃໝ່ຄື: ປະຊາທິປະໄຕປະຊາຊົນທົ່ວຂະບວນການ.

ມະໂນພາບດັ່ງກ່າວ, ແມ່ນທ່ານ ສີຈິ້ນຜິງ ສະເໜີອອກເປັນຄັ້ງທຳອິດ ໃນໂອກາດສຳຫລວດສູນຊາວເມືອງຖະໜົນແຫ່ງໜຶ່ງ ຢູ່ເຂດສາງນິງ ນະຄອນຊຽງໄຮ້ ເມື່ອວັນທີ 2 ພະຈິກ 2019. ຄຳວ່າ “ປະຊາທິປະໄຕປະຊາຊົນ ທົ່ວຂະບວນການ” ເວົ້າຫຍໍ້ໆກໍຄືໃນທຸກຂັ້ນຕອນຂອງການເຄື່ອນໄຫວ ການເມືອງຂອງຈີນ, ລ້ວນແຕ່ສາມາດເຮັດໃຫ້ປະຊາຊົນມີສິດ ປະຊາທິປະໄຕຕາມກົດໝາຍ, ພັດບໍ່ແມ່ນວ່າປະຊາຊົນສາມາດນຳໃຊ້ສິດ ປະຊາທິປະໄຕພຽງແຕ່ໃນການປ່ອນບັດເລືອກຕັ້ງ, ພາຍຫລັງການເລືອກ ຕັ້ງສິ້ນສຸດລົງແລ້ວພັດເຂົ້າສູ່ໄລຍະຢຸດການໃຊ້ສິດປະຊາທິປະໄຕເລີຍແບບນັ້ນ.

ຢູ່ປະເທດຈີນ, ພາຍຫລັງຜູ້ມີສິດເລືອກຕັ້ງທັງຫລາຍເລືອກໄດ້ຜູ້ແທນ ປະຊາຊົນຕາມກົດໝາຍແລ້ວ ປະຊາຊົນທັງຫລາຍຍັງສາມາດສ່ອງແສງ ຄວາມຮຽກຮ້ອງຂອງຕົນ ແລະ ສະເໜີຂໍ້ສະເໜີດ້ານນິຕິບັນຍັດໂດຍຜ່ານ ສູນຜູ້ແທນປະຊາຊົນ ແລະ ສູນພົວພັນກັບຜູ້ແທນປະຊາຊົນ ທີ່ຕັ້ງຢູ່ຖະ ໜົນຕ່າງໆ ແລະ ເຂດຊຸມຊົນຕ່າງໆ. ສູນຜູ້ແທນປະຊາຊົນ ແລະ ສູນພົວ ພັນກັບຜູ້ແທນປະຊາຊົນ ແບບນີ້ສາມາດເອີ້ນວ່າເປັນ ສູນແຫ່ງປະຊາທິ ປະໄຕ ໄດ້ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ໃນການນຳໃຊ້ສິດປະຊາທິ ປະໄຕ.

ໃນຮູບແບບປະຊາທິປະໄຕຕ່າງໆຂອງໂລກ, ປະຊາທິປະໄຕແບບນີ້ຂອງ ຈີນແມ່ນປະຊາທິປະໄຕແບບມີສ່ວນຮ່ວມ. ສ່ວນຕົວຫລັກທີ່ເຂົ້າຮ່ວມ ເຄື່ອນໄຫວທາງການເມືອງຂອງຈີນກໍຄືປະຊາຊົນຈີນນັ້ນເອງ. ໃນສາຍຕາ ຂອງຊາວຈີນ, ປະຊາທິປະໄຕບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນຈາກການ ເລືອກຕັ້ງເທົ່ານັ້ນ, ແຕ່ຍັງຕ້ອງໃຫ້ປະຊາຊົນເຂົ້າຮ່ວມການຄຸ້ມຄອງສັງຄົມ ແລະ ປະເທດອີກດ້ວຍ, ເພື່ອເຮັດໃຫ້ປະຊາທິປະໄຕໄດ້ຮັບການປະຕິບັດ ຕົວຈິງຢ່າງມີປະສິດທິຜົນທີ່ສຸດ.

ປະຊາທິປະໄຕແມ່ນຄ່ານິຍົມຮ່ວມຂອງມວນມະນຸດ, ກໍແມ່ນຄ່ານິຍົມ ແກນກາງສັງຄົມນິຍົມທີ່ພັກກອມມູນິດຈີນ ລິເລີ່ມ, ຖ້າມີຜູ້ໃດເວົ້າວ່າ ປະເທດຈີນບໍ່ມີປະຊາທິປະໄຕ ຜູ້ນັ້ນບໍ່ແມ່ນເວົ້າຄວາມ ຫລອກລວງແບບ ຫລັບຫູຫລັບຕາ ກໍຈະແມ່ນຄົນທີ່ບໍ່ຮູ້ສະພາບຄວາມຈິງຂອງປະເທດຈີນ. ນອກນັ້ນ, ການກະທໍາທີ່ບັງຄັບໃຫ້ປະເທດອື່ນຕ້ອງປະຕິບັດຮູບແບບ ປະຊາທິປະໄຕຄືກັບປະເທດຕົນ ການກະທໍາແບບນີ້ກໍເປັນການກະທຳ ຂອງເຈົ້າອຳນາດທີ່ບໍ່ຖືກກັບປະຊາທິປະໄຕ.

5 ປະເທດ ໄດ້ຮັບລາງວັນໂຮງຮຽນທີ່ດີທີ່ສຸດໃນໂລກປະຈຳປີ 2022

0

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ຕຸລາທີ່ຜ່ານມານີ້, ອົງການດ້ານການສຶກສາລະດັບໂລກ ທີ 4 ເອດູເຄເຊິນ (T4 Education) ໄດ້ເປີດເຜີຍວ່າ ໂຮງຮຽນໃນປະເທດສະກັອດແລນ (Scotland), ອູກັນດາ, ຊີເລ, ຟີລິບປິນ ແລະ ອາເມຣິກາ ໄດ້ຮັບລາງວັນໂຮງຮຽນທີ່ດີທີ່ສຸດໃນໂລກ ປະຈຳປີ 2022 ສຳລັບຄວາມສຳເລັດຕ່າງໆເຊັ່ນ ການອະນຸຮັກປ່າຊາຍເລນ ແລະ ການຂະຫຍາຍຫ້ອງຮຽນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກສະຖານະການຕ່າງໆຂອງໂລກ.

ໂດຍໂຮງຮຽນທັງ 5 ແຫ່ງໄດ້ປັນເງິນລາງວັນຈຳນວນ 250.000 ໂດລາ ຈາກການມອບລາງວັນທີ່ຈັດໂດຍອົງການດ້ານການສຶກສາລະດັບໂລກ T4 Education ເພື່ອຊ່ວຍເຫຼືອນັກຮຽນ ແລະ ຊຸມຊົນຕ່າງໆໂດຍສະເພາະຢ່າງຍິ່ງໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໂຮງຮຽນດູນູນ ແກຣມມາ (Dunoon Grammar) ໃນສະກັອດແລນໄດ້ຮັບລາງວັນທາງດ້ານການຮ່ວມມືຂອງຊຸມຊົນສໍາລັບຫຼັກສູດທີ່ໃຊ້ທັກສະເປັນພື້ນຖານລວມເຖິງດ້ານການເດີນທາງ ແລະ ການທ່ອງທ່ຽວ, ການອອກແບບ ແລະ ການສຶກສາທາງທະເລ ໂດຍມີຈຸດປະສົງເພື່ອສະກັດກັ້ນພາວະສະໝອງໄຫຼ ຫຼື ການທີ່ແຮງງານທີ່ມີທັກສະ ແລະ ຜູ້ຊ່ຽວຊານຂອງປະເທດອົບພະຍົບໄປຍັງປະເທດອື່ນ; ໂຮງຮຽນເອສຄິວລາ ເອມີເລຍ ລາສກາ (Escula Emilia Lascar) ໃນເມືອງເປຢາຟໍຂອງຊີເລໄດ້ຮັບລາວງວັນທາງດ້ານນະວັດຕະກຳສຳລັບລາຍການເອມິເລຍທີວີ (Emilia TV) ຊື່ງມີການກ່າວເຖິງບັນຫາຕ່າງໆຕັ້ງແຕ່ສຸຂະພາບຈິດໄປຈົນເຖິງຕົວຕົນທາງເພດ (Gender Identity); ໂຮງຮຽນມັດທະຍົມແຫ່ງຊາດໂບນວນ ບູຄວິກ (Bonoun Buquick) ໃນເມືອງດາກູປັນຂອງຟີລິບປິນໄດ້ຮັບລາງວັນທາງດ້ານສິ່ງແວດລ້ອມສໍາລັບການຊ່ວຍເຫຼືອຟື້ນຟູປ່າຊາຍເລນທີ່ສູນຫາຍ ແລະ ການຈັດຫາແຫຼ່ງທີ່ຢູ່ອາໄສໃໝ່ສຳລັບປາ; ຈາກຫ້ອງຮຽນ 2 ຫ້ອງ ແລະ ນັກຮຽນ 450 ຄົນ ໃນໂຮງຮຽນໂປຣເຈັກ ເຊວເຕີ ວາກາໂດໂກ (Project Shelter Wakadogo) ທາງພາກເໜືອຂອງອູກັນດາໄດ້ຮັບລາງວັນດ້ານການເອົາຊະນະຄວາມທຸກຍາກ ຫຼັງຈາກຊາວບ້ານໄດ້ຮັບທີ່ດິນ, ຫົນທາງ ແລະ ປູກຜັກ ເພື່ອເຮັດອາຫານໃນໂຮງຮຽນໃນພື້ນທີ່ທີ່ໄດ້ຮັບຜົນກະທົບຈາກສົງຄາມກາງເມືອງ ແລະ ໂຮງຮຽນມັດທະຍົມຄິວຣີ ເມໂທຣໂປລິຕັນ (Curie Metropolitan) ໃນເມືອງຊິຄາໂກຂອງລັດອິນລິນອຍອາເມຣິກາໄດ້ຮັບລາວງວັນທາງດ້ານການສະໜັບສະໜູນຊີວິດທີ່ມີສຸຂະພາບດີຈາກການຈັດໂປຣແກຼມສິລະປະສຳລັບນັກຮຽນ ຊຶ່ງສ່ວນໃຫຍ່ມາຈາກຄົນກຸ່ມນ້ອຍຕະຫຼອດຈົນຮອດການບໍລິການດ້ານສຸຂະພາບ.

ທ່ານ ວິຄາສ ໂພຕາ ຜູ້ກໍ່ຕັ້ງ T4 Education ແລະ ຜູ້ຈັດມອບລາງວັນກ່າວວ່າ ເດັກນ້ອຍຈຳນວນຫຼາຍຍັງຄົງຖືກປະຖິ້ມເພາະການແຜ່ລະບາດຂອງພະຍາດໂຄວິດ-19 ຖ້າຫາກລັດຖະບານບໍ່ດຳເນີນການຢ່າງຮີບດ່ວນ ເພື່ອແກ້ໄຂວິກິດການດ້ານການສຶກສາ.

UNDP ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຟື້ນຟູເສດຖະກິດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ ຣາມລາ ໄອ ຄາລິດິ ຜູ້ຕາງໜ້າຂອງໂຄງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດເລີ່ມມາປະຕິບັດໜ້ທີ່ຢູ່ ຫວຽດນາມ.

ຂ່າວລະບຸວ່າ: ທີ່ການຕ້ອນຮັບ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດ – ສັງຄົມ ໄລຍະ 2021 – 2030, ປະຕິບັດການຫັນປະເທດເປັນອຸດສາຫະກຳ – ທັນສະໄໝ, ດ້ວຍ 3 ຂອດບຸກທະລຸກ່ຽວກັບການສ້າງສາ ແລະ ຍົກສູງຄຸນນະພາບລະບົບລະບຽບການໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ປັບປຸງລະບົບໂຄງປະກອບພື້ນຖານໂຄງລ່າງ.

ທ່ານນາງ ຣາມລາ ໄອ ຄາລິດິ ຢັ້ງຢືນວ່າ: UNDP ຍາມໃດກໍ່ຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ ແລະ ຈະພະຍາຍາມຮ່ວມມືຢ່າງແໜ້ນແຟ້ນເພື່ອປະຕິບັດສຳເລັດເອກະສານໂຄງການແຫ່ງຊາດລະຫວ່າງ ຫວຽດນາມ ແລະ UNDP ໄລຍະ 2022 – 2026 ແລະ ຂອບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໄລຍະ 2022 – 2026, ພິເສດແມ່ນໃນການຟື້ນຟູເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໝູນໃຊ້ເຕັກໂນໂລຊີດີຈີຕອນໃນບັນດາຂົງເຂດສາທາລະນະສຸກ – ການສຶກສາ.

ກອງປະຊຸມຄະນະບໍລິຫານງານພັກ ອົງການຫ້ອງວ່າການກະຊວງປ້ອງກັນປະເທດ.

0

ກອງປະຊຸມຄະນະບໍລິຫານງານພັກ ອົງການຫ້ອງວ່າການກະຊວງປ້ອງກັນປະເທດ ຄັ້ງທີ VII ສະໄໝທີ V ປະຈຳໄຕມາດທີ 3 ແລະ ທິດທາງແຜນການໄຕມາດທີ 4 ປີ 2022. ໄດ້ຈັດຂຶ້ນໃນວັນທີ 19 ຕຸລາ 2022 ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກຳມະການຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ມີຄະນະພັກອົງການ, ຫ້ອງການ, ກົມ, ກອງທີ່ຂຶ້ນກັບເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງ, ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ໄດ້ຜ່ານບົດສະຫຼຸບຕີລາຄາການນຳພາຂອງຄະນະພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ປະຈຳໄຕມາດ 3 ແລະ ທິດທາງ-ແຜນການນຳພາ ປະຈຳໄຕມາດ 4 ປີ 2022. ໂດຍພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງຄະນະພັກອົງການຫ້ອງວ່າການກະຊວງ ເຊິ່ງໄລຍະຜ່ານມາໄດ້ສຸມໃສ່ບັນດາວຽກງານຕ່າງໆຕາມພາລະບົດບາດ, ສຸມໃສ່ຊີ້ນຳ-ນຳພາວຽກງານເຮັດໃຫ້ສະພາບມີຄວາມສະຫງົບປອດໄພ, ທັງເປັນເສນາທິການໃຫ້ກະຊວງປ້ອງກັນປະເທດຢ່າງຕັ້ງໜ້າ, ເປັນຕົ້ນໄດ້ເອົາໃຈໃສ່ຊີ້ນຳຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ-ສັງລວມຊ່ວຍການນຳກະຊວງປ້ອງກັນປະເທດ, ຊີ້ນຳວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ດ້ານການພົວພັນ-ຮ່ວມມືລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍ, ຊີ້ນຳວຽກງານກົດໝາຍໃນກອງທັບຢ່າງຕັ້ງໜ້າ ແລະ ດ້ານວຽກງານຮັກສາສຸຂະພາບ ໄດ້ຈັດຕັ້ງເຄື່ອນໄຫວປະຕິບັດການຕິດຕາມດູແລ, ກວດກາ, ຮັກສາ ແລະ ປິ່ນປົວສຸຂະພາບໃຫ້ແກ່ການນຳຂັ້ນສູງຂອງພັກ-ລັດ ເປັນລະບົບຕໍ່ເນື່ອງໃນແຕ່ລະວັນ ແລະ ວຽກງານປ້ອງກັນພະຍາດເປັນປະຈຳ. ດ້ານວຽກງານຄຸ້ມຄອງເສດຖະກິດ ແລະ ດຳເນີນທຸລະກິດໃນກອງທັບ, ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບການຊີ້ນຳ ແລະ ຄຸ້ມຄອງຂອງຫ້ອງວ່າການກະຊວງ ໄດ້ເຄື່ອນໄຫວທຸລະກິດຂອງຕົນຢ່າງມີຄວາມຄ່ອງຕົວ, ສ້່າງລາຍຮັບສູງ, ມີຜົນກຳໄລ, ຮັບປະກັນດ້ານເງິນເດືອນ, ເງິນສະຫວັດດີການ-ສັງຄົມ, ມອບພາສີ-ອາກອນ ແລະ ມອບພັນທະໃຫ້ຂັ້ນເທິງຢ່າງຄົບຖ້ວນ. ພ້ອມກັນນັ້ນ, ຍັງໄດ້ຊີ້ນຳ, ຊຸກຍູ້ຂະບວນການວຽກງານຕ່າງໆຂອງອົງການຈັດຕັ້ງມະຫາຊົນ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນ ເປັນກຳລັງແຮງໃຫ້ກົມກອງ, ຫ້ອງການ ແລະ ບັນດາຫົວໜ່ວຍທຸລະກິດ ເພື່ອເຮັດສຳເລັດໜ້າທີ່ການເມືອງຢ່າງຕັ້ງໜ້າ. ໃນກອງປະຊຸມ, ຍັງໄດ້ມີການຜັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ຮ່າງບົດສະຫຼຸບ ການຕີລາຄາການນຳພາ ຂອງຄະນະພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ປະຈຳໄຕມາດທີ 3 ແລະ ທິດທາງແຜນການໄຕມາດທີ 4 ປີ 2022 ດ້ວຍຄວາມຮັບຜິດຊອບສູງ. ຈາກນັ້ນ, ປະທານກອງປະຊຸມກໍ່ໄດ້ມີຄຳເຫັນສັງລວມ, ຊີ້ນຳໃນຫຼາຍບັນຫາວຽກງານທີ່ສຳຄັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າບັນລຸໄດ້ໝາກຜົນທີ່ສູງຂຶ້ນກວ່າເກົ່າ.

ຂ່າວ: ປູນາ ສຸດທະວົງ

ທະນາພອນ ຊວ້ານສວນດາວ ຄວ້າລາງວັນນັກສຶກສາ ອອກແບບໄດ້ດີເດັ່ນ ລະດັບອາຊຽນ

0

ນາງ ທະນາພອນ ຊວ້ານສວນດາວ ນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄວ້າລາງວັນນັກສຶກສາທີ່ສາມາດອອກແບບໄດ້ດີເດັ່ນ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດ ໂຄວິດ-19” ພ້ອມທັງກາຍເປັນຕົວແທນນັກສຶກສາລາວ ກຽມເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.

ພິທີໄຂການແຂ່ງຂັນການອອກແບບ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຂອງຄະນະສະຖາປັດຕະຍະກຳສາດ ຮອບສຸດທ້າຍ ໄດ້ມີຂຶ້ນວັນທີ 19 ຕຸລາ 2022 ຜ່ານມາ ທີ່ຄະນະດັ່ງກ່າວ (ວິທະຍາເຂດດົງໂດກ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ທັງເປັນປະທານຄະນະກຳມະການ (ພາກສ່ວນ ສປປ ລາວ) ພ້ອມດ້ວຍບັນດາຮອງຄະນະບໍດີ ຄສປ ຫົວໜ້າ-ຮອງຫົວໜ້າພາກວິຊາ ພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາ ຕະຫຼອດຮອດສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.

ໂອກາດນີ້ ທ່ານ ສິນທະວອນ ດາລາວົງ ກ່າວໃຫ້ຮູ້ວ່າ: ກິດຈະກຳນີ້ ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍດ້ານ ນອກຈາກເປັນການຄັດເລືອກນັກສຶກສາທີ່ມີຜົນງານການອອກແບບດີເດັ່ນເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ທີ່ປະເທດໄທແລ້ວ ຍັງເປັນສ້າງໂອກາດໃຫ້ນັກສຶກສາ ແລະ ຄູ-ອາຈານຂອງພວກເຮົາໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ສະແດງຜົນງານທາງດ້ານວິຊາການອອກແບບຂອງຕົນໃນເວທີສາກົນອີກດ້ວຍ ແນວໃດກໍດີ ໃນໄລຍະຜ່ານມາ ນັກສຶກສາທີ່ໄດ້ເປັນຕົວແທນຂອງ ສປປ ລາວ ໄດ້ສ້າງຜົນງານໃນລະດັບດີຫຼາຍໃນການແຂ່ງຂັນ ທີ່ມີບັນດາມະຫາວິທະຍາໄລທົ່ວອາຊີເຂົ້າຮ່ວມ ໂດຍສະເພາະປີ 2018 ສາມາດໄດ້ທີ 3 ແລະ ປີ 2019 ໄດ້ອັນດັບທີ 4 ຜົນງານດັ່ງກ່າວ ເປັນການຍົກສູງບົດບາດຂອງ ຄສປ ກໍຄື ມຊ ໃຫ້ສູງຂຶ້ນ ເຊື່ອມໂຍງໃນເວທີພາກພື້ນ ແລະ ສາກົນ ພ້ອມກັນນັ້ນ ກິດຈະກຳທີ່ ຄສປ ຈັດຂຶ້ນ ຍັງຈະຊ່ວຍຊຸກຍູ້ສົ່ງເສີມວຽກງານຮ່ວມມືກັບບັນດາສະຖາບັນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງຂຶ້ນຕື່ມອີກ.

ການແຂ່ງຂັນລາຍການນີ້ ໄດ້ມີການຮ່ວມມືກັນລະຫວ່າງມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ ເຊິ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ ຍິງ 7 ຄົນ ຫຼັງຈາກນັ້ນ ສາມາດຄັດເລືອກໄດ້ຈຳນວນ 10 ຄົນ ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປາກົດວ່າ: ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ.

ຈຸດປະສົງມາທ່ຽວຂອງນັກທ່ອງທ່ຽວຈາກອະນຸພາກພື້ນແມ່ນໍ້າຂອງ (GMS)

0

ຕາມຂໍ້ມູນຂອງນັກທ່ອງທ່ຽວຈາກອະນຸພາກພື້ນແມ່ນໍ້າຂອງ ຈຸດປະສົງຕົ້ນຕໍຂອງການເດີນທາງຂອງນັກທ່ອງທ່ຽວເຂົ້າມາປະເທດ ລາວ ສ່ວນໃຫ່ຍແມ່ນເພື່ອມາພັກຜ່ອນ ຊຶ່ງກວມເອົາ (84%) ໃນນັ້ນໃຫ້ຄວາມສົນໃຈຕໍ່ທໍາມມະຊາດ 70%,ວັດທະນະທໍາ 79% ແລະ ສາສະໜາ 61%. ສໍາລັບແຮງຈູງໃຈໃນການເດີນທາງຂອງນັກທ່ອງທ່ຽວ ແມ່ນຄວາມສົນໃຈກ່ຽວກັບສິ່ງທີ່ເປັນເອກະລັກ,ມີຄວາມໂດດເດັ່ນ ແລະ ການສ້າງປະສົບການໃໝ່ທີ່ໜ້າສົນໃຈໃນລະຫວ່າງການທ່ອງທ່ຽວ ແລະ ຊອກຫາໂອກາດໃນການສະແຫວງຫາຄວາມຮູ້ໃໝ່ໆ ແລະ ເປີດໂລກະທັດ.

ສ່ວນປະເພດການທ່ອງທ່ຽວ ແມ່ນມາທ່ຽວຊົມທໍາມະຊາດ 36% ທ່ຽວຕາມຕົບເມືອງ ແລະ ວັດທະນະທໍາ 35% ມາອາບແດດ,ການທ່ຽວຫາດຊາຍ 28% ແລະ ເຮັດກິດຈະກໍາ ແລະ ການຜະຈົນໄພ 15%. ສໍາລັບນັກທ່ອງທ່ຽວ ສປ ຈີນ ເຂົ້າມາທ່ອງທ່ຽວແມ່ນໃຫ້ຄວາມສົນໃຈໃນການຊອກຫາ ຫຼື ສຶກສາແຫຼ່ງທ່ອງທ່ຽວທາງປະຫວັດສາດ,ວັດທະນະທໍາ ແລະ ສະຖາປັດຕິຍະກໍາຕ່າງໆ.ຈັບຈ່າຍຊື້ເຄື່ອງ 58%,ຈ່າຍຄ່າສະຖານທີພັກ 18% ຂອງງົບການເດີນທາງທັງໝົດ,ອິນເຕີ້ນເນັດ ເປັນແຫຼ່ງຂໍ້ມູນຕົ້ນຕໍ,ນໍາໃຊ້ສື່ອອນລາຍ. ສ ເກົາຫຼີ ນິຍົມທາງວັດທະນະທໍາ ແລະ ທໍາມະຊາດ ແລະ ນິຍົມ ຊອກຫາກິດຈະກໍາການທ່ອງທ່ຽວແບບຜະຈົນໄພ ແລະ ມີສະພາບແວດລ້ອມທີ່ສະອາດ.

ນັກທ່ອງທ່ຽວ ປະເທດໄທ ເປັນນັກທ່ອງທ່ຽວແບບລາຍວັນເປັນສ່ວນໃຫ່ຍ ຈັບຈ່າຍຊື້ອາຫານການກິນ ແລະ ເຄື່ອງທີ່ລະນຶກ.ແລະ ນັກທ່ອງທ່ຽວຫວຽດນາມ ການເດີນທາງມາທ່ອງທ່ຽວແມ່ນເພື່ອຜັກຜ່ອນ,ການຈັບຈ່າຍຊື້ເຄື່ອງ 31% ຂອງງົບປະມານການທ່ອງທ່ຽວ,ປິ່ນປົວສຸຂະພາບ ແລະ ການສຶກສາ. ສິ່ງທີ່ກະຕຸກຊຸກຍູ້ຂອງຄວາມຕ້ອງການ ແລະ ການເຕີບໂຕຂອງການທ່ອງທ່ຽວຢູ່ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ(GMS)ແມ່ນໄດ້ມີການປັບປຸງການເຊື່ອມໂຍມກັບຕະຫຼາດສາກົນຫຼາຍຂຶ້ນ,ມີຊັບພະຍາກອນດ້ານການທ່ອງທ່ຽວທີ່ຫຼາກຫຼາຍ,ມີນະໂຍບາຍໃນການອໍານວຍຄວາມສະດວກການອອກວິຊາທ່ອງທ່ຽວ,ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ວ່ອງໄວໃນການສະໜອງຂໍ້ມູນຂ່າວສານ,ການມີສ່ວນຮ່ວມຂອງພາກທຸລະກິດ ແລະ ແຮງຈູງໃຈໃນການພັດທະນາແຫຼ່ງທ່ອງທ່ຽວຢ່າງບໍ່ຢຸດຢັ້ງ. ບັນດາປະເທດໃນລຸ່ມແມ່ນໍ້າຂອງໄດ້ມີການພັດທະນາ ເຊື່ອມຕໍ່ອິນເເຕີເນັດຄວາມໄວສູງແບບສາຍໄຍແກ້ວ ແລະ ໄດ້ຮ່ວມມືກັນໃນການສົ່ງເສີມການເຂົ້າເຖິງເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍສະເພາະແມ່ນການເຂົ້າເຖິງການຄ້າແບບເອເລັກໂຕນິກ,ການນໍາໃຊ້ເຕັກໂນໂລຊີດີຈີຕອນ,ໂທລະສັບມືຖື ແລະ ສັງຄົມອອນລາຍຢ່າງກວ້າງຂວາງ ເປັນການຊ່ວຍດ້ານການບໍລິການດ້ວຍຕົນເອງ ເຮັດໃຫ້ການຈອງການເດີນທາງ,ທີ່ພັກ ແລະອື່ນສະດວກວ່ອງໄວຫຼາຍຂຶ້ນ.

ໂດຍອີງໃສ່ຄວາມອຸດົມຮັ່ງມີທາງດ້ານຊີວະນາໆພັນ ແລະ ຄວາມເປັນເອກະລັກຂອງຜະລິດຕະພັນ,ຄວາມປອດໄພ,ການທ່ອງທ່ຽວເຂດລຸ່ມແມ່ນໍ້າຂອງ ແມ່ນສາມາດຕອບສະໜອງຕາມຄວາມຕ້ອງການຂອງນັກເດີນທາງໄດ້ດີ ໂດຍສະເພາະການສ້າງປະສົບການທີ່ເປັນເອກະລັກ ແລະ ໜ້າສົນໃຈ.ແຕ່ເຖິງແນວໃດກໍຕາມ,ການໂຄສະນາກ່ຽວກັບການອະນຸລັກທາງດ້ານວັດທະນະທໍາ-ທາງທໍາມະຊາດແມ່ນຍັງບໍ່ທັນເຂົ້າເຖິງຕະຫຼາດກຸ່ມເປົ້າໝາຍໄດ້ຢ່າງກວ້າງຂວາງ,ການຈັດກິດຈະກໍາບໍ່ທັນມີຄວາມຫຼາກຫຼາຍ,ລາຄາອາຫານ,ທີ່ພັກ ແລະ ການບໍລິການດ້ານອື່ນໆ ບາງລາຍການມີລາຄາສູງ.ສະນັ້ນ ຈຶ່ງເປັນສິ່ງທີ່ບໍລິສັດທ່ອງທ່ຽວແຕ່ລະປະເທດຈະຕ້ອງໄດ້ຄົ້ນຄວ້າເຮັດໃຫ້ລາຄາການບໍລິການດ້ານການທ່ອງທ່ຽວດຸ່ນດ່ຽງກັບການເດີນທາງ,ທີ່ພັກ,ອາຫານການກິນ,ກິດຈະກໍາຕ່າງໆ ຄ່ຽງຄູ່ກັບການບໍລິການທີ່ດີ ປະທັບໃຈຂອງນັກທ່ອງທ່ຽວຈຶ່ງຈະສາມາດດຶ່ງດູດເອົານັກທ່ອງທ່ຽວເຂົ້າມາປະເທດນັບມືນັບຫຼາຍຂຶ້ນໄດ້.

ໂດຍ: ວັນໄຊ ຕະວິນຍານ

ເນັ້ນເອົາກິດຈະກໍາແຫ່ຜາສາດເຜິ້ງເປັນຈຸດເດັ່ນຂອງງານບຸນນະມັດສະການພະທາດຫຼວງວຽງຈັນ

0

ງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ຈະໄດ້ຈັດເຕັມຮູບແບບ ຈັດໃຫ້ມີຫຼາຍກິດຈະກໍາ ໃນນີ້ໄດ້ເນັ້ນເອົາກິດຈະກໍາແຫ່ຜາສາດເຜິ້ງເປັນຈຸດເດັ່ນຂອງງານ ພິເສດປະຕູທາງເຂົ້າພະທາດຫຼວງວຽງຈັນທັງສອງເບື້ອງຈະມີການວາງສະແດງຜາສາດເຜິ້ງທີ່ໃຫຍ່ສູງ ແລະ ຫາເບິ່ງຢູ່ໃສບໍ່ໄດ້ ສໍາລັບພິທີແຫ່ຜາສາດເຜິ້ງໃນງານບຸນດັ່ງກ່າວແມ່ນກົງກັບວັນທີ 7 ພະຈິກ 2022, ເວລາ 13:30 ໂມງ.

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນໃຫ້ຮູ້ກ່ຽວການກະກຽມແຜນການສົ່ງເສີມການທ່ອງທ່ຽວຢູ່ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ວັນທີ 19 ຕຸລາ ທີ່ເດີນພະທາດຫຼວງວຽງຈັນວ່າ:ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ຈະຈັດເຕັມຮູບແບບແຕ່ຕ້ອງຮັບປະກັນໃຫ້ໄດ້ 4 ຄາດໝາຍຄື:

(1) ຮັບປະກັນຄວາມສະຫງົບ ຄວາມປອດໄພທາງດ້ານການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາໃນຂອບເຂດການຈັດງານ ແລະ ບໍລິເວນໃກ້ຄຽງ

(2) ດຳເນີນບັນດາກິດຈະກຳໃນງານບຸນ ໃຫ້ຖືກຕ້ອງສອດຄ່ອງທາງດ້ານວັດທະນະທຳ ຮີດຄອງປະເພນີ ແລະ ມີບັນຍາກາດເບີກບານມ່ວນຊື່ນເປັນຜູ້ດຶງດູດໃຈຂອງຜູ້ນມາທ່ຽວຊົມ

(3) ສ້າງໂອກາດໃຫ້ບັນດາຜູ້ປະກອບການທຸລະກິດຈຳໜ່າຍສິນຄ້າໄດ້ມີໂອກາດນຳເອົາສິນຄ້າ ແລະ ຜະລິດຕະພັນທີ່ຄ້າງຈຳໜ່າຍໃນຊ່ວງການລະບາດພະຍາດໂຄວິດ-19 ໄດ້ອອກມາຈຳໜ່າຍໃຫ້ພໍ່ແມ່ປະຊາຊົນທີ່ເດີ່ນທາງມາຮ່ວມງານບຸນໄດ້ມີໂອກາດເຂົ້າເຖີງ ໃນລາຄາທີ່ເໝາະສົມສາມາດຊື້ໄດ້ ແລະ

(4) ເຮັດໃຫ້ມີເງິນໝູນວຽນໃນການສະແດງ ແລະ ຂາຍສິນຄ້າໃນໂອກາດງານບຸນນະມັດສະການພຣະທາດຫຼວງພາຍຫຼັງທີ່ບໍ່ໄດ້ຈັດງານບຸນໃຫຍ່ ດັ່ງກ່າວມາເປັນເວລາ 2 ປີ ພິເສດການຈັດງານປີນີ້ຄະນະກໍາມະການໄດ້ມີການປຶກສາຫາລື ແລະ ໄດ້ຄົ້ນຄວ້າເພື່ອເຮັດແນວໃດໃຫ້ບຸນນະມັດສະການພະທາດຫວງປີນີ້ມີສິ່ງໂດດເດັ່ນແຕກຕ່າງຈາກປີທີ່ຜ່ານມາ ນັບແຕ່ບູດວາງສະແດງ ສື່ໃຫ້ເຫັນຄວາມເປັນເອກະລັກວັດທະນະທໍາ ແລະ ຮີດຄອງປະເພນີ ບູດທີ່ສະແດງໃຫ້ເຫັນເຖິງນະວັດຕະກໍາທີ່ໃໝ່ ພ້ອມນັ້ນງານບຸນຍັງມີການຄົບງັນຕະຫຼອດ 5 ວັນ (ວັນທີ 4-8 ຕຸລາ) ເຊິ່ງຈະມີງານການສະແດງສິລິປະດົນຕີທາງດ້ານວັດທະນະທໍາ ແລະ ພື້ນເມືອງປະສົມປະສານກັບຍຸກສະໄໝໃໝ່ ເພື່ອໃຫ້ຜູ້ມາທ່ຽວຊົມໄດ້ເຫັນຫຼາກຫຼາຍ ນອກນີ້ຢູ່ໃນແຕ່ລະໂຊນນອກຈາກມີການວາງສະແດງສິນຄ້າຫຼາຍປະເພດແລ້ວຍັງຈະມີການຈັດກິດຈະກໍາທີ່ແຕກຕ່າງກັນໄປ ໂດຍສະເພາະເຂດໝູ່ບ້ານເຮືອນຊົງລາວ ຈະມີການຕົບແຕ່ງທີ່ເປັນເອກະລັກສ່ອງແສງເຖິງວັດທະນະທໍາ ແລະ ເຂດໂຊນຕ່າງໆດ້ານເໜືອດ້ານໃຕ້ຈະມີຫຼາຍກິດຈະກໍາ.

ສະເພາະປີນີເນັ້ນເອົາກິດຈະກໍາການແຫ່ຜາສາດເຜິ້ງເປັນຈຸດເດັ່ນຂອງງານບຸນນະມັດສະການພະທາດຫຼວງ ເຊິ່ງການແຫ່ຜາສາດເຜິ້ງຈະຈັດເປັນຂະບວນການທີ່ໃຫຍ່ສວຍງາມ ພ້ອມນັ້ນໄດ້ກະກຽມທາງດ້ານສິລະປະການຕົບແຕ່ງຜາສາດເຜິ້ງທີ່ໃຫຍ່ສູງຫາເບິ່ງໃສບໍ່ໄດ້ ໂດຍຈະເອົາມາວາງສະແດງເອ້ໃສ່ທາງໜ້າທາງເຂົ້າພະທາດສອງເບື້ອງ ສະນັ້ນຂໍເຊີນຊວນພໍ່ແມ່ພີ່ນ້ອງຊາວລາວທັງພາຍໃນ ແລະ ຊາວຕ່າງແຂວງຕະຫຼອດຮອດຊາວຕ່າງປະເທດທີ່ອາໄສຢູ ສປປ ລາວ ແລະ ນັກທ່ອງທ່ຽວຈາກຕ່າງປະເທດໄດ້ເຂົ້າມາທ່ຽວຊົມງານບູນນະມັດສະການພະທາດຫຼວງວຽງຈັນໃຫ້ມີຄວາມຄຶກຄື້ນມ່ວນຊື່ນ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດລາວໃຫເມີຄວາມຍືນຍົງຢູ່ຕຄ່ກັບຄົນລາວຕະຫຼອດໄປ.

#ວຽງຈັນທຸລະກິດສັງຄົມ

#ບຸນນະມັດສະການພະທາດຫຼວງ

ສະພາການສຶກສາຊັ້ນສູງແຫ່ງຊາດ ກຽມພິຈາລະນາຜົນງານຄູສອນ ມຊ 13 ທ່ານ ແຕ່ງຕັ້ງຂັ້ນ ສຈ-ຮສຈ

0

ກອງປະຊຸມໄໝສາມັນ ເທື່ອທີ 1 ປະຈຳປີ 2022 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ມີຂຶ້ນເມື່ອຕົ້ນເດືອນຕຸລາ 2022 ຜ່ານມາ ທີ່ຫ້ອງປະຊຸມກະຊວງ ສສກ ພາຍໃຕ້ການເປັນປະທານຂອງທ່ານ ຮສ ປອ ກອງສີ ແສງມະນີ ຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ ມີຄະນະກຳມະການທັງໝົດ 15 ທ່ານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ພາຍຫຼັງໄດ້ຮັບຟັງຄຳເຫັນຊີ້ນຳ ແລະ ການກ່າວເປີດກອງປະຊຸມຂອງທ່ານປະທານກອງປະຊຸມແລ້ວ ຍັງໄດ້ຮັບຟັງການສະເໜີບັນດາເອກະສານຕ່າງໆ ແລະ ລາຍງານວຽກງານສະພາການສຶກສາຊັ້ນສູງແຫ່ງຊາດ ຈຳນວນ 4 ລາຍການ ຄື: ການສະເໜີຜົນງານຂອງຜູ້ສະເໜີຂໍຕໍາແໜ່ງວິຊາການຄູຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ ຈຳນວນທັງໝົດ 13 ທ່ານ ທີ່ສັງກັດຢູ່ມະຫາວິທະຍາໄລແຫ່ງຊາດ ສະເໜີລາຍງານຜົນການລົງເກັບກຳຂໍ້ມູນ ແລະ ປະເມີນສະຖາບັນເຕັກໂນໂລຊີສຸດສະກະ ເພື່ອຍົກສະຖານະເປັນສະຖາບັນສົມບູນ ສະເໜີລາຍງານຄວາມພ້ອມຂອງວິທະຍາໄລ 2 ແຫ່ງ ທີ່ສະເໜີຂໍຍົກເປັນສະຖາບັນ ຄື: ວິທະຍາໄລສຸກສະຫວັດ ແລະ ວິທະຍາໄລ ລາວ-ອາເມຣິກາ ແລະ ລາຍງານກ່ຽວກັບຜົນສຳເລັດໃນການປັບປຸງດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາການສຶກສາຊັ້ນສູງແຫ່ງຊາດ (ສະບັບປັບປຸງ) ເພື່ອຮັບຮອງ ແລະ ນຳສະເໜີອະນຸມັດຢ່າງເປັນທາງການໃນຂັ້ນຕອນຕໍ່ໄປ.

ຜ່ານການຮັບຟັງລາຍງານ ຄົ້ນຄວ້າ ແລະ ປະກອບຄວາມຄິດເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມ ຕໍ່ກັບເອກະສານຕ່າງໆ ແລະ ບັນຫາອື່ນໆແລ້ວ ກອງປະຊຸມໄດ້ເຫັນດີເປັນເອກະພາບຕົກລົງ ແລະ ຮັບຮອງເອົາບັນດາມະຕິຕ່າງໆ ໂດຍສະເພາະ ເຫັນດີຮັບຮອງເອົາຜົນງານຂອງຄູສອນມະຫາວິທະຍາໄລແຫ່ງຊາດຈຳນວນ 13 ທ່ານ ໃນນັ້ນ ໄດ້ຮັບຄະແນນເຕັມ 100% ມີ 11 ທ່ານ ແລະ ໄດ້ຮັບຄະແນນ 93% ມີ 2 ທ່ານ ເພື່ອຈະນໍາສະເໜີພິຈາລະນາແຕ່ງຕັ້ງຢ່າງເປັນທາງການຕາມຂັ້ນຕອນຕໍ່ໄປ ເຊິ່ງໃນຈຳນວນ 13 ທ່ານ ປະກອບມີ ທ່ານ ຮສ ປອ ວິຈິດ ລຳໄຊ ຕຳແໜ່ງວິຊາການທີ່ຂໍຂັ້ນສາດສະດາຈານ ສາຂາຊີວະວິທະຍາ ທ່ານ ບຸນທອນ ສຸຂະວົງ ຕໍາແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາເສດຖະສາດພັດທະນາ ແລະ ນະໂຍບາຍ ທ່ານ ປອ ນາງ ວັນແສງ ຈຸລະມະນີ ຕຳແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາເຄມີ ທ່ານ ປອ ແຫຼມທອງ ລັດດາວົງ ຕໍາແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາຟີຊິກສາດ ແລະ ທ່ານ ປອ ສູນທອນ ສິງສຸໂພ ຕໍາແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາຟີຊິກສາດ ທ່ານ ປອ ນາງ ມາລາວັນ ຈິດຕະວົງ ຕໍາແໜ່ງວິຊາການທີ່ຂໍຂັ້ນ ຮອງສາດສະດາຈານ ສາຂາວິທະຍາສາດສັດ ອາຫານ ແລະ ການຈັດການ ທ່ານ ປອ ວຽງສະກຸນ ນາປະເສີດ ຕຳແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາວິທະຍາສາດການລ້ຽງສັດ ທ່ານ ປອ ສາຍທອງ ວິໄລວົງ ຕຳແໜ່ງວິຊາການ ທີ່ຂໍຂັ້ນຮອງສາດສະດາຈານ ສາຂາລະບົບການຜະລິດກະສິກຳ ທ່ານ ປອ ນາງ ດວງມາລາ ກຸນຊະນະ ຕຳແໜ່ງວິຊາການທີ່ຂໍຂັ້ນຮອງສາດສະດາຈານ ສາຂາໂຄງສ້າງສະຖາປັດຕະຍະກຳສາດ ທ່ານ ປອ ດອນແກ້ວ ຫຼ້າແກ່ນຈັນ ຕຳແໜ່ງວິຊາການ ທີ່ຂໍຂັ້ນຮອງສາດສະດາຈານ ສາຂາວິສະວະກຳໂທລະຄົມມະນາຄົມ ທ່ານ ແກ້ວ ກັນລະຍາ ສີຫາລາດ ຕຳແໜ່ງວິຊາການ ທີ່ຂໍຂັ້ນຮອງສາດສະດາຈານ ສາຂາ ວິສະວກໍາເອເລັກໂຕຣນິກ ທ່ານ ປອ ໄຊພອນ ກອງມະນີລາ ຕຳແໜ່ງວິຊາການ ທີ່ຂໍຂັ້ນຮອງສາດສະດາຈານ ສາຂາບໍລິຫານທຸລະກິດ ແລະ ທ່ານ ປອ ອູ່ຄຳ ສີສຸນົນ ຕຳແໜ່ງວິຊາການ ທີ່ຂໍຂັ້ນຮອງສາດສະດາຈານ ສາຂາເສດຖະສາດ.

ນອກຈາກນັ້ນ ກອງປະຊຸມຍັງໄດ້ເຫັນດີຮັບຮອງສະຖາບັນເຕັກໂນໂລຊີ ສຸດສະກະ ເປັນສະຖາບັນສົມບູນ ດ້ວຍຄະແນນສຽງເຫັນດີ 100% ແລະ ມອບໃຫ້ກົມການສຶກສາຊັ້ນສູງ ດໍາເນີນການຂໍອະນຸມັດອອກຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ສສກ ແຕ່ງຕັ້ງເປັນທາງການ ເຫັນດີຮັບຮອງເອົາ 2 ວິທະຍາໄລ ຄື: ວິທະຍາໄລ ສຸກສະຫວັດ ແລະ ວິທະຍາໄລ ລາວ-ອາເມຣິກາ ເປັນສະຖາບັນສຸກສະຫວັດ ບໍລິຫານເສດຖະກິດ ແລະ ສະຖາບັນ ລາວ-ອາເມຣິກາ ເປັນໄລຍະທົດລອງ 2 ປີ ເພື່ອໃຫ້ 2 ສະຖາບັນດັ່ງກ່າວໄດ້ປັບປຸງການຮຽນ-ການສອນ ການຄົ້ນຄວ້າວິທະຍາສາດ ແລະ ການຂະຫຍາຍພື້ນຖານໂຄງລ່າງໃນຕໍ່ໜ້າ ເພື່ອໃຫ້ສອດຄ່ອງຕາມລະບຽບການຂອງກະຊວງ ສສກ ແລະ ມອບໃຫ້ກົມການສຶກສາຊັ້ນສູງດຳເນີນການຂໍອະນຸມັດ ແລະ ຕິດຕາມປະເມີນ ຊຸກຍູ້ແຕ່ລະໄລຍະ ເພື່ອໃຫ້ໄດ້ເປັນສະຖາບັນສົມບູນໃນໄລຍະຕໍ່ໄປ ເຫັນດີຮັບຮອງເອົາ (ຮ່າງ) ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາການສຶກສາຊັ້ນສູງແຫ່ງຊາດ (ສະບັບປັບປຸງ) ມອບໃຫ້ກົມການສຶກສາຊັ້ນສູງ ປັບປຸງເນື້ອໃນຕາມການປະກອບຄຳເຫັນຂອງຄະນະກຳມະການສະພາ ແລ້ວສົ່ງໃຫ້ຄະນະກຳມະການສະພາ ມີຄຳເຫັນປະກອບໃສ່ແລ້ວສົ່ງກັບຄືນກອງເລຂາໃນເວລາອັນຄວນ ເພື່ອຂໍອະນຸມັດລົງນາມລັດຖະບານໃນຂັ້ນຕອນຕໍ່ໄປ.

ແອສຕັນ ວິນລ່າ ບໍ່ອົດທົນ ປົດ ເຈີຣາດ ພົ້ນຈາກຕໍາແໜ່ງ

0

ແອສຕັນ ວິນລ່າ ປະກາດປົດ ສະຕີເວ່ນ ເຈີຣາດ ພົ້ນຈາກຕຳແໜ່ງຜູ້ຈັດການທີມ ຫຼັງຈາກພ່າຍແພ້ ຟູແລ່ມ ຢ່າງຂາດລອຍ. ແອສຕັນ ວິນລ່າ ທີ່ຍັງເຫຼືອ 10 ຄົນ ບຸກໄປຖືກ ຟູແລັມ ຖະຫຼົ່ມຮາບຄາບ 3-0 ໃນການແຂ່ງຂັນພຣີເມຍລີກ ເມື່ອຄືນວັນພະຫັດທີ່ຜ່ານມາ ເຮັດໃຫ້ ແອສຕັນ ວິນລ່າ ມີພຽງ 9 ຄະແນນຈາກການລົງສະໜາມ 11 ນັດ ແລະ ບໍ່ຊະນະຕະຫຼອດ 4 ເກມຫຼັງສຸດ.

ເຖິງແມ່ນວ່າຜູ້ຈັດການທີມອາຍຸ 42 ປີກ່າວຫຼັງຈົບເກມວ່າ ຕົນເອງພ້ອມຢູ່ໃນຕໍາແໜ່ງ ແລະ ສູ້ຕໍ່ໄປ ຢ່າງໃດກໍຕາມ ສະໂມສອນຄິດແຕກຕ່າງ ພ້ອມສົ່ງຖະແຫຼງການເພື່ອປົດ ເຈີຣາດ ອອກຈາກຕຳແໜ່ງຢ່າງເປັນທາງການ. ” ສະໂມສອນບານເຕະ ແອສຕັນ ວິນລ່າ ຢືນຢັນວ່າ ສະຕີເວ່ນ ເຈີຣາດ ພົ້ນຈາກຕໍາແໜ່ງຫົວໜ້າຄູຝຶກ ແລະ ມີຜົນທັນທີ.”

“ ພວກເຮົາຂໍຂອບໃຈ ສະຕີເວ່ນ ເຈີຣາດ ສໍາລັບການເຮັດວຽກ ແລະ ຄວາມຮັບຜິດຊອບຂອງເຂົາ ຂໍອວຍພອນໃຫ້ເຂົາຈົ່ງພົບສິ່ງທີ່ດີໃນອະນາຄົດ. ນັບເປັນຜູ້ຈັດການທີມຄົນຫຼ້າສຸດໃນ ພຣີເມຍລີກ ທີ່ຕ້ອງກະເດັນອອກຈາກຕໍາແໜ່ງ ໂດຍຕອນນີ້ ແອສຕັນ ວິນລ່າ ກຳລັງຊອກຫາຫົວໜ້າຄູຝຶກຄົນໃໝ່ ເຊິ່ງທາງ Telegraph ເຄີຍລະບຸວ່າ ເມົາຣິຊິໂອ ໂປເຊດຕິໂນ ເປັນຄູຝຶກທີ່ ແອສຕັນ ວິນລ່າ ຢາກໄດ້ຕົວມາຮັບໜ້າທີ່.

ແມນຢູຍິ້ມ ! ຟານ ເດີ ຊາ ເປີດເຜີຍທ່າທີສົນຮັບວຽກ ຜອ. ກີລາ

0

ເອັດວິນ ຟານ ເດີ ຊາ ສະແດງຄວາມສົນໃຈຮັບຕໍາແໜ່ງເປັນຜູ້ອໍານວຍການດ້ານເຕະບານໃຫ້ ແມນເຊສເຕີ ຢູໄນເຕັດ ອີງຕາມລາຍງານຈາກອະດີດນັກຂ່າວຊາວໂຮນລັງ.

ຜູ້ຮັກສາປະຕູອາຍຸ 51 ປີ ຜັນຕົວໄປເຮັດໜ້າທີ່ຝ່າຍບໍລິຫານໃຫ້ກັບ ອາແຈັກ ອໍາສະເຕີດໍາ ໂດຍໄລຍະທີ່ຜ່ານມາ ມີລາຍງານອອກມາຕໍ່ເນື່ອງວ່າ ແມນຢູ ສົນໃຈດຶງຕົວໃຫ້ມາເຮັດວຽກທີ່ສະໜາມ ໂອລ ແທຣບຟອດ ເພາະປະທັບໃຈຝີມືຂອງ ເອັດວິນ ຟານ ເດີ ຊາ ຫຼາຍ.

ຫຼ້າສຸດ ຄຣິສ ວູດ ອະດີດນັກຂ່າວຊາວໂຮນລັງ ເຊິ່ງປັດຈຸບັນນີ້ເຮັດໜ້າທີ່ຜູ້ບໍລິຫານຂອງບໍລິສັດທີ່ປຶກສາແລະ ການຕະຫຼາດ (CWO) ເປີດເຜີຍວ່າ ແມນຢູ ໄດ້ຕິດຕໍ່ໄປຫາ ເອັດວິນ ຟານ ເດີ ຊາ ອີກຄັ້ງເມື່ອອາທິດທີ່ຜ່ານມາແລ້ວ.

ແມນເຊັສເຕີ ຢູໄນເຕັດ ຍັງຄົງບໍ່ຫຼຸດລະຄວາມພະຍາຍາມໃນການຕິດຕໍ່ກັບ ຟານ ເດີ ຊາ ໃຫ້ມາຮັບໜ້າທີ່ສຳຄັນຂອງສະໂມສອນ ເຊິ່ງເວລານີ້ ອະດີດນັກຂ່າວ Rotterdams Nieuwsblad ເປີດເຜີຍວ່າ ມີສັນຍານທີ່ດີຕອບກັບມາ.

ເລື່ອງດັ່ງກ່າວ ເປັນເພາະ ເອັດວິນ ຟານ ເດີ ຊາ ເລີ່ມສະແດງທ່າທີສົນໃຈຕໍາແໜ່ງໃນຖິ່ນ ໂອລ ແທຣບຟອດ ແຕ່ການເຈລະຈາຍັງຄົງຢູ່ຈຸດເລີ່ມຕົ້ນ ເຊິ່ງເຊື່ອວ່າຍັງຕ້ອງຜ່ານອີຫຫຼາຍຂັ້ນຕອນເພື່ອຈັດການດຶງຕົວອະດີດຜູ້ຮັກສາປະຕູຄົນນີ້ມາເຮັດໜ້າທີ່ ‘ຜູ້ອໍານວຍການບານເຕະ’ ຕາມທີ່ສະໂມສອນຕັ້ງໃຈ

ຢ່າງໃດກໍຕາມ ຈາກທ່າທີຫຼ້າສຸດ ເຊື່ອວ່າ ເຮັດໃຫ້ ແມນເຊັສເຕີ ຢູໄນເຕັດ ເບິ່ງເຫັນໂອກາດຫຼາຍຂຶ້ນ ແລະ ພ້ອມແລ້ວທີ່ຈະເດີນໜ້າເຈລະຈາເພື່ອດຶງ ຟານ ເດີ ຊາ ເຂົ້າມາເຮັດວຽກໃຫ້ໄດ້ຕາມທີ່ຕ້ອງການ.