Wednesday, September 24, 2025
Home Blog Page 888

ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງ ບຣູໄນ ດາຣູຊາລາມ

0

ໃນຕອນບ່າຍຂອງວັນທີ 24 ຕຸລາ 2022, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນສາກົນບຣູໄນ, ທີ່ ນະຄອນຫຼວງ ບັນດາ ເສຣິ ເບກາວັນ, ບຣູໄນ ດາຣູຊາລາມ, ໂດຍການຕ້ອນຮັບຂອງ ທ່ານ ດາໂຕະ Seri Setia Awang Haji Ahmaddin bin Haji Abdul Rahman, ລັດຖະມົນຕີກະຊວງພາຍໃນ ແຫ່ງ ບຣູໄນ ດາຣູຊາລາມ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍພັນລະຍາ ແລະ ຄະນະ.

ການຢ້ຽມຢາມໃນຄັ້ງນີ້, ພະນະທ່ານ  ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະນາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022, ​ຕາມການເຊື້ອ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງບຣູໄນ ດາຣູຊາລາມ, ເຊິ່ງຈະມີການພົບປະສອງຝ່າຍ ເພື່ອທົບທວນຄືນການພົວພັນຮ່ວມມືຂອງສອງປະເທດ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ຫົວ​ໜ້າ ຄອ​ສ​ພ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ ວາລະສານ ກົງສ້ານ ຫວຽດ​ນາມ

0

ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ໄດ້ຕ້ອນຮັບຄະນະຜູ້ແທນ ວາລະສານ ກົງສ້ານ ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນຳໂດຍ ທ່ານ ຫງວຽນ ຈີທຶກ ຄະນະບັນນາທິການ ວາລະສານ ກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ເຂົ້າຢ້ຽມ​ຂ່ຳນັບ ເມື່ອວັນທີ 24 ຕຸລາ ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ໃນໂອກາດ ທີ່ຄະນະຜູ້ແທນດັ່ງ​ກ່າວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບວາລະສານ ອະລຸນໃໝ່.

ໂອກາດດັ່ງກ່າວ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຫງວຽນ ຈີທຶກ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະມາຮ່ວມເຮັດວຽກກັບ ວາລະສານ ອະລຸນໃໝ່ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄື ສອງ ວາລະສານອະລຸນໃໝ່ ແລະ ວາລະສານ ກົງສ້ານ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ທ່ານ ຫງວຽນ ຈີທຶກ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມນີ້ຍັງໄດ້ແຈ້ງຈຸດປະສົງ ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປປ ລາວ ໃຫ້ທ່ານ ຫົວ​ໜ້າ ຄອ​ສ​ພ ໄດ້ຮັບຊາບ.

ໃນຕອນເຊົ້າຂອງວັນດຽວ ທີ່ນະຄອນຫຼວງວຽງຈັນ ທ່ານ ຫງວຽນ ຈີທຶກ ຄະນະບັນນາທິການ ວາລະ ສານ ກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະສອງຝ່າຍ ກັບ ທ່ານ ຄໍາສະໄຫວ ສີດາວົງ ຮອງຫົວໜ້າຄະນະບັນນາທິການ ວາລະສານ ອະລຸນໃໝ່, ໃນການພົບປະຄັ້ງນີ້ ສອງຝ່າຍໄດ້ລາຍງານສະພາບການພົ້ນເດັ່ນໃຫ້ກັນຊາບ, ແລກປ່ຽນວິຊາສະເພາະເຊັ່ນ ການບັນນາທິການບົດ, ຂຽນບົດ, ການເລືອກຫົວຂໍ້, ການຄຸ້ມຄອງ, ການພັດທະນາ ແລະ ການພິມຈໍາໜ່າຍສື່ສິ່ງພິມ, ການຂຽນບົດກ່ຽວກັບການປົກປ້ອງແນວຄິດຂອງພັກ, ຕອບຕ້ານບັນດາທັດສະນະທີ່ຜິດເຂວ ຂອງກຸ່ມຄົນບໍ່ຫວັງດີ, ໃນນັ້ນໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງ 2 ວາລະສານໃນໄລຍະຜ່ານມາ (2016-2022) ແລະ ທິດທາງການຮ່ວມມື 2022-2026 ຈະສືບຕໍ່ແລກປ່ຽນຄະນະຜູ້ແທນ, ແລກປ່ຽນດ້ານວິຊາການ, ຂໍ້ມູນຂ່າວສານ, ພິເສດໃນເດືອນສິງຫາ 2022 ຜ່ານມາ ຄະນະຜູ້ແທນວາລະສານອະລຸນໃໝ່ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບ ວາລະສານ ກົງສ້ານ ແລະ ໄດ້ພົບປະແລກປ່ຽນກ່ຽວກັບແຜນການຮ່ວມມືໃນໄລຍະໃໝ່ ເຊິ່ງສອງວາລະສານໄດ້ປຶກສາຫາລື ແລະ ເອກະພາບຫຼາຍເນື້ອໃນສໍາຄັນໂດຍສະເພາະແມ່ນ ຝ່າຍວາລະສານ ກົງສ້ານ ເຫັນດີຈະຊ່ວຍເຫຼືອສ້າງວາລະສານ, ເວບໄຊ, ວາລະສານອະລຸນໃໝ່ເອເລັກໂຕຼນິກ ຕາມເງຶ່ອນໄຂຕົວຈິງ ແລະ ວາລະສານອະລຸນໃໝ່ຢືນຢັນປະຕິບັດຕາມການພົວພັນຮ່ວມມືຕາມບົດບັນທຶກຊ່ວຍຈໍາ ການພົວພັນຮ່ວມມືລະຫວ່າງ ວາລະສານກົງສ້ານ ແລະ ວາລະສານ ອະລຸນໃໝ່ ໄລຍະປີ 2022-2026 ໃຫ້ມີຜົນສໍາເລັດຕາມ​ລະ​ດັບ​ຄາດ​ໝາຍ.

(ຂ່າວ: ສຳນານ)

ທ່ານ ໄຊສົມພອນ ພົມວິຫານ ໄດ້ຮັບປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ

0

ພິທີມອບປະລິນຍາ ສະດຸດິບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໂດຍມະຫາວິທະຍາໄລມະຫາຈຸລາລົງກອນ ຣາຊະວິທະຍາໄລ ແຫ່ງຣາຊະອານາຈັກໄທ ແດ່ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2022 ທີ່ຫໍສະພາແຫ່ງຊາດ, ມີພາກສ່ວນທີ່ກ່ຽວຂ້ອງທັງຈາກ ຣາຊະອານາຈັກໄທ ແລະ ສປປ ລາວ ເຂົ້າຮ່ວມ.

ໃນພິທີ, ພຣະເທບເວທີ ຮອງອະທິການບໍດີ ມະຫາວິທະຍາໄລ ມາຫາຈຸລາລົງກອນ ຣາຊະວິທະຍາ​ໄລ ໄດ້ມີຄຳເຫັນ ແລະ ກໍໄດ້ມອບປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໃຫ້ແກ່ ທ່ານ ໄຊສົມພອນ ພົມວິຫານ ຊຶ່ງການທີ່ໄດ້ຮັບປະລິນຍາຄັ້ງນີ້ ກໍແມ່ນໃນນາມທີ່ ທ່ານ ເຄີຍເປັນປະທານສູນ​ກາງແນວລາວສ້າງຊາດ ແລະ ໄດ້ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນສົ່ງເສີມ ແລະ ທະລຸບໍາລຸງພະພຸດທະສາສະໜາຢ່າງກວ້າງຂວາງ, ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງ ລະຫວ່າງ ລາວ – ໄທ.

ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ມີຄຳເຫັນວ່າ: ຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ຖືເປັນກຽດຢ່າງສູງ ທີ່ສະພາມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ໄດ້ມີມະຕິຕົກລົງມອບໃບປະກາດປະລິນຍາ ດຸສະດີບັນດິດ ກິດຕິມະສັກ ສາຂາພຸດທະສາສະໜາ ໃຫ້. ຂ້າພະເຈົ້າຕີລາຄາສູງຕໍ່ການມອບໃບປະລິນຍາດັ່ງ ກ່າວນີ້ ເພາະຖືວ່າເປັນກຽດ ແລະ ເປັນການໃຫ້ກໍາລັງໃຈໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມວຽກງານທາງພຸດທະສາສະໜາ ສືບຕໍ່ໄປ.

ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ກ່າວ​ອີກວ່າ: ມະຫາວິທະຍາໄລ ມະຫາຈຸລາລົງກອນ ຣາຊະວິທະຍາໄລ ເປັນສະຖາບັນການສຶກສາ ທີ່ມີຊື່ສຽງກຽດຕິຄຸນຢູ່ໃນປະເທດໄທ ມີຄວາມໂດດເດັ່ນໃນການກໍ່ສ້າງ-ບໍາລຸງ ບຸກຄະລາກອນສົງ ແລະ ຄາລະວາດ ຜູ້ມີຄວາມສົນໃຈສຶກສາຮໍ່າຮຽນທາງດ້ານພຸດທະສາສະໜາ. ໃນຫຼາຍທົດສະວັດຜ່ານມານັ້ນ ພະສົງ-ສາມະເນນລາວ ຂອງ ພວກຂ້າພະເຈົ້າ ກໍໄດ້ໄປສຶກສາຢູ່ສະຖາບັນດັ່ງກ່າວນີ້. ຂ້າພະເຈົ້າ ຍັງມີຄວາມຊົງຈໍາໃນເວລາດໍາລົງຕໍາແໜ່ງ ເປັນປະທານຄະນະກໍາມະການສູນກາງແນວລາວສ້າງຊາດ ໄດ້ປະກອບສ່ວນຊີ້ນໍາ ແລະ ຊຸກຍູ້ສົ່ງເສີມ ວຽກງານສໍາຄັນທາງພຸດທະສາສະໜາ ຈໍານວນໜຶ່ງເປັນຕົ້ນແມ່ນ: ປັບປຸງທໍາມະນູນສົງລາວ, ປັບປຸງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ສາສະໜາ ຢູ່ ສປປ ລາວ, ພິທີສະເຫຼີມສະຫຼອງວັນວິສາຂະບູຊາລະດັບຊາດ, ກອງປະຊຸມ 3 ປະທານອົງການພຸດທະສາສະໜາ ລາວ-ຫວຽດນາມ ແລະ ກໍາປູເຈັຍ, ສະເຫຼີມສະຫຼອງວັນພຸດທະສາສະໜາສາກົນ, ການສະແດງສິນລະປະວັນນະຄະນະຂອງບັນດາສາສະໜາຕ່າງໆ ຢູ່ ສປປ ລາວ ແລະ ການສົ່ງເສີມການຮ່ວມມືບັນດາປະເທດຊາວພຸດລຸ່ມແມ່ນໍ້າຂອງ ຫຼື ທໍາມະຍາດຕາ 5 ແຜ່ນດິນ ເປັນຕົ້ນ.

ທ່ານ ໄຊສົມພອນ ພົມວິຫານ ຍັງກ່າວອີກວ່າ: ພັກ- ລັດຖະບານ ສປປ ລາວ, ຍາມໃດ ກໍໃຫ້ຄວາມສໍາຄັນຕໍ່ວຽກງານສາສະໜາ ຊຶ່ງໄດ້ລະບຸແຈ້ງຢູ່ໃນລັດຖະທໍາມະນູນລາວ “ພົນລະເມືອງລາວມີສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາທີ່ບໍ່ຂັດກັບກົດໝາຍ ເຄື່ອນໄຫວນໍາເອົາສິ່ງທີ່ເປັນປະໂຫຍດຕໍ່ປະເທດຊາດບ້ານເມືອງ ແລະ ປະຕິບັດຕາມຫຼັກສິນທໍາທາງພຸດທະສາສະໜາຢ່າງເຄັ່ງຄັດ ແລະ ຫ້າມຈໍາແນກແບ່ງແຍກຄວາມສາມັກຄີເຊິ່ງ ກັນ ແລະ ກັນ”.

(ຂ່າວ-ພາບ: ສຸກສະຫວັນ)

ຜູ້ອໍານວຍການອົງການຢູນິເຊັບ ປະຈໍາພາກພື້ນເຂົ້າຢ້ຽມຂໍ່ານັບ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເພື່ອປຶກສາຫາລືການພັດທະນາທຶນມະນຸດຂອງ ສປປ ລາວ

0

ວັນທີ 24 ຕຸລາ 2022 ຜູ້ອໍານວຍການອົງການຢູນິເຊັບ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານ ນາງ ເດໂບຣາ ໂຄມິນີ (Debora Comini), ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ​, ໂດຍເປັນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດຂອງ ທ່ານ ນາງ ເດໂບຣາ ໂຄມິນີ ໃນຖານະຜູ້ອໍານວຍການ ອົງການຢູນິເຊັບ ປະຈໍາພາກພື້ນ.

ທ່ານ ນາງ ເດໂບຣາ ໂຄມິນີ ໄດ້ມາຢ້ຽມຢາມ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມລະດັບພາກພື້ນ ຂອງອົງການຢູນິເຊັບ ເຊີ່ງເປັນກອງປະຊຸມລະດັບ​ຂັ້ນ​ສູງ​ລະຫວ່າງ​ບັນດາ​ຜູ້ນຳ​ພາກ​ພື້ນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຂອງ​ເດັກ​ໃນ​ພາກ​ພື້ນ ​ແລະ ວິທີແກ້ໄຂບັນຫາທີ່ພວກເຂົາກຳ​ລັງ​ປະ​ເຊີນ​ຢູ່​ໃນ​ປັດ​ຈຸ​ບັນ. ກອງ​ປະຊຸມ​ດັ່ງກ່າວ​ແມ່ນໄດ້ຮັບການເປັນເຈົ້າພາບໂດຍ ສປປ ລາວ ​ໃນ​ປີ​ນີ້  ແລະ ​ໃນລະຫວ່າງການຢ່ຽມຢາມ ສປປ ລາວ, ທ່ານ ນາງ ເດໂບຣາ ໂຄມິນີ ກໍຈະໄດ້​ເຂົ້າພົບ​​ກັບ​ບັນດາຜູ້ນຳຂອງ ສປປ ລາວ.

ໃນການເຂົ້າພົບຄັ້ງນີ້, ທ່ານ ນາງ ພອນວັນ ອຸທະວົງ ໄດ້ຕ້ອນຮັບ ທ່ານ ນາງ ເດໂບຣາ ໂຄມິນີ ມາຍັງ ສປປ ລາວ ຢ່າງເປັນທາງການ ເເລະ ໄດ້ສະເເດງຄວາມຂອບໃຈຕໍ່ອົງການຢູນິເຊັບ ສຳລັບການສະໜັບສະໜູນໃນການພັດທະນາທຶນມະນຸດຂອງ ສປປ ລາວ, ພ້ອມຍັງໄດ້ເນັ້ນໜັກເຖີງຄວາມສໍາຄັນຂອງການພັດທະນາທຶນມະນຸດຕໍ່ການກະກຽມ ສປປ ລາວ ສຳລັບການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາພາຍໃນປີ 2026 ອີກເຊັ່ນດຽວກັນ.

ທ່ານ ນາງ ພອນວັນ ອຸທະວົງ ໄດ້ກ່າວວ່າ: “ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເດັກນ້ອຍຍັງມີ​ຄວາມສຳຄັນ​ທີ່​ສຸດຕໍ່ກັບພັດທະນາທຶນມະນຸດຂອງ ສປປ ລາວ. ພວກເຮົາຂໍຂອບໃຈ ອົງການຢູນິເຊັບ ສໍາລັບການສະໜັບສະໜູນໃນການແກ້ໄຂບັນຫາທີ່ຮີບດ່ວນທີ່ສຸດທີ່ເດັກນ້ອຍກຳລັງປະເຊີນຢູ່, ບໍ່ວ່າຈະເເມ່ນ ວິກິດດ້ານການຮຽນຮູ້ທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິດ-19 ຈົນເຖິງສິ່ງທ້າທາຍອື່ນໆທີ່ກ່ຽວຂ້ອງກັບສຸຂະພາບ ແລະ ໂພຊະນາການທີ່ສຳຄັນຕໍ່ການຈະເລີນເຕີບໂຕຂອງເດັກ.”

ທ່ານ​ ນາງ ​ເດໂບຣາ ໂຄ​ມິ​ນີ ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ຮອງ​ລັດຖະມົນຕີ​ທີ່​ໄດ້ໃຫ້ການ​ຕ້ອນຮັບ​ຢ່າງອົບອຸ່ນ ພ້ອມທັງໄດ້ຂອບໃຈກະຊວງແຜນການ ແລະ ການລົງທຶນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດກັບ ອົງການຢູນີເຊັບ ໃນການພັດທະນາ ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການຢູນິເຊັບ ສົກປີ 2022-2026, ເຊິ່ງກໍານົດຂອບເຂດວຽກງານບູລິມະສິດລະຫວ່າງທັງສອງພາກສ່ວນສໍາລັບຫ້າປີຂ້າງຫນ້າ.

ທ່ານ​ ນາງ ​ເດໂບຣາ ໂຄ​ມິ​ນີ ໄດ້ກ່າວວ່າ: “ສປປ ລາວ ໄດ້ສ້າງຄວາມຄືບໜ້າໃນການຕອບສະໜອງຕົວຊີ້ວັດດ້ານການ ພັດທະນາມະນຸດ, ລວມເຖີງບັນດາຕົວຊີ້ບອກທີ່ກ່ຽວຂ້ອງກັບການສຶກສາ, ເຊິ່ງໄດ້ຊ່ວຍສ້າງຄວາມ​ພ້ອມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ອົງການຢູນິເຊັບ ຈະສືບຕໍ່ຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ ເພື່ອພັດທະນາແຫຼ່ງທຶນມະນຸດຂອງປະເທດ, ເສີມສ້າງຄວາມຮູ້ ແລະ ຄວາມສາມາດຂອງເດັກນ້ອຍລາວ ເພື່ອໃຫ້ພວກເຂົາສາມາດບັນລຸທ່າແຮງຂອງພວກເຂົາ ແລະ ສະໜັບສະໜູນການຟື້ນຟູຊີວິດຂອງເດັກນ້ອຍຈາກຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19.” ແລະ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນຜູ້ອໍານວຍການອົງການຢູນິເຊັບ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ​ໃນ​ວັນ​ທີ 3 ພະຈິກ 2021. ກ່ອນ​ທີ່​ຈະ​​ຮັບ​ຕຳ​ແໜ່​ງດັ່ງກ່າວ, ທ່ານ ​ນາງ ​ເດໂບຣາ ໂຄ​ມິ​ນີ ຍັງ​ໄດ້​ດຳລົງຕຳ​ແໜ່​ງລະ​ດັບ​ສູງຫຼາຍ​ຕຳ​ແໜ່​ງທີ່ຫຼາຍໆປະເທດ, ລວມເຖີງປະເທດອິນ​ໂດ​ເນ​ເຊຍ, ນິກຄາຣາກົວ ​ແລະ ເວເນຊູເອລາ.

ຜູ້ອໍານວຍການອົງການຢູນິເຊັບ ປະຈໍາພາກພື້ນເຂົ້າຢ້ຽມຂຳ່ນັບຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ

0

ວັນທີ 24 ຕຸລາ 2022 ໃນມື້ນີ້, ຜູ້ອໍານວຍການອົງການຢູນິເຊັບ ປະຈໍາພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ, ທ່ານນາງ ເດໂບຣາ ໂຄມິນີ (Debora Comini), ໄດ້ສືບຕໍ່ການຢ້ຽມຂໍານັບບັນດາຜູ້ນໍາຂອງ ສປປ ລາວ ໂດຍການເຂົ້າຢ້ຽມຂໍານັບ ພະນະທ່ານ ສາສະດາຈານ ດຣ. ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ​.

ນີ້ເປັນຄັ້ງທຳອິດທີ່ ທ່ານນາງ ເດໂບຣາ ໂຄມິນີ ໄດ້ມາຢ້ຽມຢາມ ສປປ ລາວ ໃນຖານະ ຜູ້ອໍານວຍການ ອົງການຢູນິເຊັບ ປະຈໍາພາກພື້ນ ເພື່ອເຂົ້າຮ່ວມກອງປະຊຸມລະດັບພາກພື້ນຂອງ ອົງການຢູນິເຊັບ, ເຊີ່ງເປັນກອງປະຊຸມລະດັບ​ຂັ້ນ​ສູງ​ລະຫວ່າງ​ບັນດາ​ຜູ້ນຳ​ພາກ​ພື້ນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຂອງ​ເດັກ​ໃນ​ພາກ​ພື້ນ ​ແລະ ວິທີແກ້ໄຂບັນຫາທີ່ພວກເຂົາກຳ​ລັງ​ປະ​ເຊີນ​ຢູ່​ໃນ​ປັດ​ຈຸ​ບັນ. ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານນາງ ເດໂບຣາ ໂຄມິນີ ກໍ່ໄດ້ເຂົ້າພົບບັນດາຜູ້ນຳຂອງ ສປປ ລາວ ເຊັ່ນດຽວກັນ.ໃນການເຂົ້າພົບຄັ້ງນີ້, ທັງສອງ​ຝ່າຍໄດ້ປຶກສາຫາລືກ່ຽວກັບການຮ່ວມມືອັນຍາວນານລະຫວ່າງລັດຖະບານເເຫ່ງ ສປປ ລາວ ແລະ ອົງການຢູນິເຊບ, ພ້ອມທັງວິທີການທີ່ ອົງການຢູນີເຊັບ ຈະສາມາດຜັນຂະຫຍາຍການສະໜັບສະໜູນໃຫ້ເເກ່ແມ່ຍິງ ແລະ ເດັກນ້ອຍລາວຕື່ມອີກ, ໂດຍສະເພາະໃນໄລຍະການລະບາດຂອງພະຍາດ ໂຄວິດ-19 ແລະ ຜົນກະທົບຂອງມັນຕໍ່ກັບການເຂົ້າເຖີງສະບຽງອາຫານ ແລະ ດ້ານການເງິນ.

ທ່ານ​ຮອງ​ນາຍົກລັດຖະມົນຕີ ໄດ້ກ່າວ​ວ່າ: “ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການຮ່ວມມືອັນຍາວນານກັບ ອົງການຢູນິເຊັບ ເຊີ່ງໄດ້ຊ່ວຍປະກອບສ່ວນເຂົ້າໃນການປັບປຸງຊີວິດຂອງ​ເດັກ​ນ້ອຍ​ລາວ​, ບໍ່ວ່າຈະໃນດ້ານສຸຂະອະນາໄມ, ສຸຂະພາບ ແລະ ໂພຊະນາການ, ຫຼື ວ່າການຮັບປະກັນການເຂົ້າເຖີງການສຶກສາທີ່ມີຄຸນນະພາບ ແລະ ການປົກປ້ອງສັງຄົມຢ່າງພຽງພໍໃຫ້ແກ່ທຸກຄອບຄົວ.”

ພະນະທ່ານ ດຣ. ກິແກ້ວ ໄຂຄໍາພິທູນ ຍັງໄດ້ສະເເດງຄວາມຂອບໃຈຕໍ່ ອົງການຢູນິເຊັບ ສຳລັບການສະໜັບສະໜູນວຽກງານການຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ລວມເຖີງການຈັດສົ່ງ ແລະ ຮັບປະກັນການເຂົ້າເຖິງວັກຊີນກັນພະຍາດດັ່ງກ່າວ, ຄຽງ​ຄູ່​ກັບ​ການ​ປົກປ້ອງ​ສຸ​ຂະ​ພາບ​ ແລະ ​ການ​ສືກສາຂອງເດັກນ້ອຍ ໂດຍການ​ຮັບ​ປະ​ກັນ​ການ​ເປີດ​ໂຮງ​ຮຽນ​ຄືນ​  ໃໝ່​ຢ່າງ​ປອດ​ໄພ.

ທ່ານ ນາງ ເດໂບຣາ ໂຄມິນີ ຍັງໄດ້ສະເເດງຄວາມຊົມເຊີຍຕໍ່ການນຳພາອັນເຂັ້ມແຂງຂອງລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບພະຍາດ ໂຄວິດ-19 ແຫ່ງຊາດ ແລະ ຜົນສຳເລັດອັນສຳຄັນອື່ນໆ ເຊັ່ນການປະກາດນະຄອນຫຼວງວຽງຈັນ ເປັນນະຄອນຫຼວງທຳອິດ ໃນພາກພື້ນອາຊຽນທີ່ໄດ້ຮັບການປະກາດເປັນນະຄອນຫຼວງສຸຂານາໄມ. ນອກນັ້ນ,  ທ່ານ ນາງ ເດໂບຣາ ໂຄມິນີ ຍັງໄດ້ສະເເດງຄວາມ​ຂອບໃຈຕໍ່​ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ສຳລັບການນຳພາຂອງທ່ານໃນ​ຂົງ​ເຂດວຽກງານ​ໂພ​ຊະ​ນາ​ການ ເເລະ ວຽກງານສົ່ງເສີມສຸ​ຂະ​ພາບ ແລະ ສິດ​ເດັກ ຂອງ ແມ່​ຍິງ, ເດັກ ແລະ ເເມ່ ເຊັ່ນ​ດຽວ​ກັນ ໃນຖານະ​ປະ​ທານ​ ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (NCAWMC) ແລະ ກອງປະຊຸມແຫ່ງຊາດດ້ານໂພຊະນາການ.

ທ່ານນາງ ເດໂບຣາ ໂຄມິນີ ໄດ້ກ່າວວ່າ: “ອົງການຢູນິເຊັບ ຫວັງເປັນຢ່າງຢິ່ງວ່າ ຈະສາມາດເພີ່ມທະວີການຮ່ວມມືຂອງພວກເຮົາກັບລັດຖະບານເເຫ່ງ ສປປ ລາວ ເພື່ອໃຫ້ການສະໜັບສະໜູນທີ່ເໝາະສົມໃນຂອບເຂດທີ່ສຳຄັນທີ່ສຸດສຳລັບເດັກນ້ອຍ ແລະ ໄວໜຸ່ມທຸກຄົນໃນ ສປປ ລາວ.”

ບໍ່ແຕນ ເຊັນສັນຍາກໍ່ສ້າງຕຶກນອນຄົນເຈັບ

0

ໃນວັນທີ 20 ຕຸລາຜ່ານມາ, ທີ່ຫ້ອງການສາທາລະນະສຸກເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງຕຶກນອນຄົນເຈັບໂຮງໝໍຊຸມຊົນເມືອງບໍ່ແຕນ ຊຶ່ງມີທ່ານ ບຸນທອງ ວັນນາ ຮອງເຈົ້າເມືອງ, ມີທ່ານ ປະດິດ ວິໄລທອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາຄັ້ງນີ້ໄດ້ຈັດຂຶ້ນລະຫວ່າງຫ້ອງການສາທາລະນະສຸກເມືອງບໍ່ແຕນ ຊຶ່ງເປັນເຈົ້າຂອງໂຄງການ ແລະ ບໍລິສັດປັນຍາທິລາດກໍ່ສ້າງເຄຫະສະຖານ, ຂົວທາງ ແລະ ຊົນລະປະທານຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ. ຊຶ່ງການກໍ່ສ້າງຕຶກນອນຄົນເຈັບໃນຄັ້ງນີ້ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກແຂວງເຊິນລາ ສສ ຫວຽດນາມໃນມູນຄ່າ 5 ຕື້ດົງ ( ສະກຸນເງິນຫວຽດນາມ ) ການກໍ່ສ້າງຄາດວ່າຈະໃຫ້ສຳເລັດພາຍໃນ 18 ເດືອນເລີ່ມແຕ່ວັນທີ 20 ຕຸລາ 2022-20 ເມສາ 2024.

ຂ່າວ: ສາຍຄໍາ ບຸນຍາວົງ

ລັດຖະມົນຕີ ກປ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ

0

ເນື່ອງໃນໂອກາດວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022, ສປປ ລາວ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານສະເຫຼີມສະຫຼອງ 2 ວັນດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” ແລະ ຄໍາຂວັນທີ່ວ່າ: “ກຽດສັກສີເພື່ອທຸກຄົນ ໃນການປະຕິບັດຕົວຈິງ: ຄວາມໝາຍໝັ້ນທີ່ພວກເຮົາໃຫ້ຮ່ວມກັນ ເພື່ອຄວາມຍຸຕິທໍາທາງສັງຄົມ, ສັນຕິພາບ ແລະ ໂລກຂອງພວກເຮົາ”.

ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ (ກປ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 21 ຕຸລາ 2022 ທີ່ ກະຊວງ ກປ ວ່າ: ຄວາມທຸກຍາກ ແລະ ໄພອຶດຫິວ ເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ. ຕະຫຼອດໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດຂອງໂລກ, ໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ສົງຄາມ, ການລະບາດໂຄວິດ-19, ການເພີ່ມຂຶ້ນຂອງລາຄາສິນຄ້າ, ນໍ້າມັນ ໄດ້ສືບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາກອນໂລກເກືອບ 828 ລ້ານຄົນຂາດສານອາຫານ ແລະ ປະສົບກັບຄວາມອຶດຫິວ ຊຶ່ງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ. ດັ່ງນັ້ນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກປີ ເປັນວັນອາຫານໂລກ ຊຶ່ງເລີ່ມແຕ່ ປີ 1980 ເປັນຕົ້ນມາ, ອົງການສະຫະປະຊາຊາດ ກໍໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ໂດຍເລີ່ມແຕ່ ປີ 1992 ເປັນຕົ້ນມາ, ໃນປີ 2003 ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ.

ການໂຮມຊຸມນຸມ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍສໍາຄັນຫຼາຍ, ບໍ່ສະເພາະແຕ່ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ ຊຶ່ງບໍ່ແມ່ນບາບກຳທີ່ເທວະດາຟ້າແຖນເປັນຜູ້ກຳນົດໃຫ້ ແຕ່ມັນແມ່ນປະກົດການທາງສັງຄົມທີ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະ ປຸກລະດົມປະຊາຊາດ ໂດຍສະເພາະຜູ້ທຸກຍາກ ອຶດຫິວໃຫ້ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ພ້ອມນັ້ນ ກໍຖືໂອກາດນີ້ ເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງມີສ່ວນຮ່ວມ ໃນການຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ດັ່ງນັ້ນ, ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານ ເພື່ອສະເຫຼີມສະຫຼອງ ແລະ ລະນຶກ 2 ວັນດັ່ງກ່າວ ພາຍໃຕ້ຄໍາຂວັນທີ່ວ່າ: “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” ແລະ ຄໍາຂວັນທີ່ວ່າ: “ກຽດສັກສີເພື່ອທຸກຄົນ ໃນການປະຕິບັດຕົວຈິງ: ຄວາມໝາຍໝັ້ນທີ່ພວກເຮົາໃຫ້ຮ່ວມກັນ ເພື່ອຄວາມຍຸຕິທໍາທາງສັງຄົມ, ສັນຕິພາບ ແລະ ໂລກຂອງພວກເຮົາ”.

ພິທີໂຮມຊຸມນຸມໃຫຍ່ຂອງ 2 ວັນດັ່ງກ່າວຈະໄດ້ຈັດຂຶ້ນໃນວັນທີ 24 ຕຸລາ 2022, ສ່ວນພາກບ່າຍຈະມີ ປາຖະກະຖາ ແລະ ໃນວັນທີ 25 ຈະມີການຈັດສຳມະນາ ກ່ຽວກັບ 2 ວັນດັ່ງກ່າວ. ພ້ອມນັ້ນ, ຍັງຈະໄດ້ມີການຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າກະສິກຳ ຊຶ່ງເລີ່ມແຕ່ວັນທີ 24 ຫາ 28 ຕຸລາ 2022 ທີ່ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ເຂດດົງໂດກ).

ທ່ານ ເພັດ ພົມພິພັກ ຍັງຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ຕະຫຼອດຮອດອົງການຈັດຕັ້ງສາກົນຕ່າງໆຢູ່ ສປປ ລາວ ຈົ່ງຮ່ວມກັນຈັດຕັ້ງສະເຫຼີມສະຫຼອງ ວັນອາຫານໂລກ, ພ້ອມທັງລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກໃຫ້ເປັນຂະບວນຟົດຟື້ນ, ພ້ອມທັງຮຽກຮ້ອງມາຍັງທຸກພາກສ່ວນ ປະກອບສ່ວນໃນການຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

(ຂ່າວ: ແສງຈັນ)

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີ

0

ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີ (ວັນທີ 21\10\2012-21\10\2022 ) ຈັດຂື້ນທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ຕອນເຊົ້າວັນທີ 21 ຕຸລາ 2022 ໂດຍການເຂົ້າຮ່ວມຂອງພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ມີບັນດາຄະນະພັກ ຄະນະນໍາກະຊວງປ້ອງກັນປະເທດ ຜູ້ແທນຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງ ສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ.

ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ກ່າວວ່າ : ຫວນຄືນປະຫວັດສາດການກໍາເນີດເກີດຂື້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ເວົ້າລວມ ເວົ້າສະເພາະປະຫວັດມູນເຊື້ອອັນສະຫງາອົງອາດຂອງເຫຼົ່າຮົບທະຫານຊາຍແດນກອງທັບປະຊາຊົນລາວພວກເຮົາ ໄດ້ຜ່ານວິວັດແຫ່ງການຊຸບຫຼໍ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງລະອິດລະອ້ຽວ ຜ່ານຜ່າອຸປະສັກນາໆປະການ ມາເຖິງປະຈຸບັນໄດ້ເຕີບໃຫຍ່ເຂັ້ມແຂງ ຢ່າງໜ້າສັນລະເສີນ , ຕະຫຼອດ10 ປີຜ່ານມາ ເຫຼົ່າຮົບທະຫານຊາຍແດນ ໄດ້ປະກອບສ່ວນເຮັດໜ້າທີ່ສໍາຄັນຂອງຕົນຮ່ວມກັບເຫຼົ່າຮົບອື່ນໃນການປົກປັກຮັກສາເອກະລາດ ອະທິປະໄຕ ແລະ ຜື່ນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໜັ້ນຄົງ, ທັງໝົດນັ້ນແມ່ນຕິດແໜ້ນກັບໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງທະຫານຊາຍແດນ, ຄະນະພັກ ຄະນະບັນຊາທຸກຂັ້ນໃນການປັບປຸງກໍ່ສ້າງກໍາລັງໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ, ເປັນກໍາລັງແຮງ ແລະໄວ້ເນືອເຊື່ອໃຈຈາກພັກ-ລັດ ແລະປະຊາຊົນບັນດາເຜົ່າ ເພາະກໍາລັງທະຫານຊາຍແດນ ແມ່ນກໍາລັງໜຶ່ງໄດ້ເຮັດໜ້າທີ່ຢູ່ດ່ານໜ້າສຸດ

ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບທະຫານຊາຍແດນ ຄົບຮອບ 10 ປີໃນຄັ້ງນີ້ ຍັງໄດ້ຮັບຟັງບົດສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ້ອງກັນຊາຍແດນ ແລະວຽກງານປັບປຸງກໍ່ສ້າງກໍາລັງປ້ອງກັນຊາຍແດນໃນໄລຍະ 10 ຜ່ານມາ ຕອນທ້າຍພິທີ ຍັງໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ 1 ໃຫ້ກົມກອງທະຫານຊາຍແດນ ປະດັບຫຼຽນໄຊພິລະອາດຫານຊັ້ນ3 ໃຫ້ບັນດາກົມກອງຈໍານວນ 141 ກົມກອງ ທົ່ວປະເທດ.

ຫາລືກໍານົດອອກແບບນໍາໃຊ້ຂໍ້ມູນວິເຄາະລະຫວ່າງການສະໜອງ ແລະ ຄວາມຕ້ອງການແຮງງານ

0

ກົມແຜນການ ກະຊວງສຶກສາທິການ ແລະ ກີລາ (ສສກ) ຈັດກອງປະຊຸມປຶກສາຫາລື ກ່ຽວກັບການພັດທະນາທັກສະ ແລະ ການມີສ່ວນຮ່ວມກັບພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອກໍານົດ ອອກແບບການນໍາໃຊ້ຂໍ້ມູນ ເພື່ອການວິເຄາະລະຫວ່າງການສະໜອງ ແລະ ຄວາມຕ້ອງການແຮງງານ ໃນລະຫວ່າງວັນທີ 17-18 ຕຸລາ 2022 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາ ແຂວງສະຫວັນນະເຂດ ໂດຍເປັນປະທານຂອງທ່ານ ອະນຸແພງ ແກ້ວວົງສາ ຮອງຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງສະຫວັນນະເຂດ ທ່ານ ອະນຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ມີຄະນະອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ຜູ້ຕາງໜ້າສະພາປະຊາຊົນແຂວງ ວິທະຍາໄລ ບັນດາພະແນກການອ້ອມຂ້າງແຂວງ ອົງການ ສະພາການຄ້າແຂວງ ແລະ ພະແນກສຶກສາທິການ ແລະ ກີລາ ແຂວງຈໍາປາສັກ ສາລະວັນ ເຊກອງ ອັດຕະປື ພ້ອມພະນັກງານວິຊາການທິ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ສົມສຸດາ ສີລະວັນຕາ ວິຊາການ ຕາງໜ້າຫ້ອງການຊັບພະຍາກອນມະນຸດ ກົມແຜນການ ກະຊວງສຶກສາທິການ ແລະ ກີລາ ໄດ້ຜ່ານມະຕິກອງປະຊຸມສະໄໝສາມັນຄົບຄະນະຄັ້ງທີ X ຂອງຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ສະບັບເລກທີ 594/ສສກ.ຄຊພຊ ລົງວັນທີ 28 ມິຖຸນາ 2022 ຈາກນັ້ນ ໄດ້ມີການນໍາສະເໜີ (ແບບທາງໄກ) ພາຍໃຕ້ຫົວໜ້າຂໍ້: ໂຄງສ້າງຂອງຕະຫຼາດແຮງງານ ແລະ ການປະສານຂໍ້ມູນການສະໜອງ ແລະ ຄວາມຕ້ອງການ ຂໍ້ມູນການສະໜອງທັກສະ ຂໍ້ມູນຄວາມຕ້ອງການທັກສະ ການພະຍາກອນຕະຫຼາດແຮງງານ ແລະ ຄວາມສົມດຸນຂອງທັກສະ ແລະ ອື່ນໆ ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນໃສ່ໂຄງປະກອບສ້າງຂອງຕະຫຼາດແຮງງານຕື່ມອີກ.

ໂອກາດທ່ານ ປອ ສຸກສົມພອນ ອະໂນໄທ ແລະ ທ່ານ ອະນຸແພງ ແກ້ວວົງສາ ຕ່າງໄດ້ກ່າວເນັ້ນໜັກໃຫ້ຜູ້ເຂົ້າຮ່ວມໃນກອງປະຊຸມຍົກສູງວຽກງານການພັດທະນາທັກສະ ແລະ ການມີສ່ວນຮ່ວມກັບພາກເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອກໍານົດ ອອກແບບການນໍາໃຊ້ຂໍ້ມູນ ເພື່ອການວິເຄາະລະຫວ່າງການສະໜອງ ແລະ ຄວາມຕ້ອງການແຮງງານໃຫ້ຫຼາຍຂຶ້ນກ່າວເກົ່າໆ.

ກອງພັນນ້ອຍ 567 ປິດຂະບວນການແຂ່ງຂັນກິລາ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ.

0

ວັນທີ 20 ຕຸລາ 2022 ນີ້, ກອງພັນນ້ອຍ 567 ໄດ້ປິດຂະບວນການ ແຂ່ງຂັນກິລາ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ (23/10/1954–23/10/2022) ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍພັນໂທ ສົມສະຄິດ ຄໍາຊົມພູ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີພະແນກການ ທີ່ມາຈາກກອງພົນ, ຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ, ແຂກທີ່ຖືກເຊີນຕະຫລອດຮອດພະນັກງານ-ນັກຮົບເຂົ້າຮ່ວມ.

ໃນພິທີສະຫາຍ ພັນໂທ ສົມພອນ ແກ້ວລະຄອນ ຫົວໜ້າການທະຫານກອງພັນ ໄດ້ສະຫລຸບຕີລາຄາຜົນການແຂ່ງຂັນກິລາ ສະຫາຍ ໄດ້ກ່າວວ່າ ການແຂ່ງຂັນກິລາມວນຊົນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນວັນປະຫວັດສາດ ທີ່ສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເຊິ່ງຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ເວົ້າລວມ, ເວົ້າສະເພາະ ຢູ່ກອງພັນ 567 ຂອງພວກ ເຮົາ ກໍໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ເຫລົ່າຮົບຊ່າງແສງ ຄົບຮອບ 68 ປີ ໄປພ້ອມໆກັບການປະຕິບັດ 4 ໜ້າທີ່ ໃຫຍ່ 26 ແຜນງານ ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບ .

ການແຂ່ງຂັນກິລາໃນຄັ້ງນີ້ ມີປະເພດກິລາບານເຕະ, ບານສົ່ງ, ເປຕັງ ແລະ ກະຕໍ້ຫວາຍ ໃນນັ້ນກິລາບານເຕະ ຊະນະເລີດ ໄດ້ແກ່ທິມກອງຮ້ອຍ 3, ທີ 2ໄດ້ແກ່ທິມກອງຮ້ອຍ 2 ແລະ ທີ 3ໄດ້ແກ່ທິມພະແນກສັງລວມ; ກິລາບານສົ່ງ ຊະນະເລີດ ໄດ້ແກ່ທິມກອງຮ້ອຍ 1, ທີ 2 ໄດ້ແກ່ທິມກອງຮ້ອຍ 3, ທີ 3 ໄດ້ແກ່ທິມກອງຮ້ອຍ 2; ກິລາເປຕັງ ຊະນະເລີດ ໄດ້ແກ່ທິມ ພະແນກຊ່າງແສງ, ທີ 2 ໄດ້ແກ່ທິມກອງຮ້ອຍ 2 ແລະ ທີ 3 ໄດ້ແກ່ທິມ ພະແນກສັງລວມ; ກິລາກະຕໍ້ຫວາຍ ຊະນະເລີດ ໄດ້ແກ່ທິມກອງຮ້ອຍ 1, ທີ 2 ໄດ້ແກ່ທິມກອງຮ້ອຍ 3 ແລະ ທີ 3 ໄດ້ແກ່ທິມພະແນກສັງລວມ.

ໂອກາດນີ້, ສະຫາຍພັນໂທ ສົມສະຄິດ ຄໍາຊົມພູ ຮອງຫົວໜ້າຫ້ອງ ເສນາທິການ ກອງພົນທີ 2 ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ນັກກິລາທຸກສະຫາຍ ທີ່ໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າ ໃນການເຂົ້າຮ່ວມການແຂ່ງຂັນກິລາ ໃນຄັ້ງນີ້ຢ່າງມີຜົນ ສໍາເລັດ ແລະ ໄດ້ຮັບຜົນສູງ, ຮັກສາໄດ້ຄວາມສາມັກຄີ ມິດຕະພາບ ໃນການແຂ່ງຂັນຢ່າງແໜ້ນແຟ້ນ. ພ້ອມທັງໃຫ້ກຽດຂຶ້ນມອບລາງວັນ ໃຫ້ນັກກິລາຊະນະເລີດ ແຕ່ລະປະເພດກິລາ ຕື່ມອີກ.

ໂດຍ: ຄໍາຮັກ ໄຊວັນທອນ