ສຳນັກຂ່າວ ຊິນຮວາຂອງ ສປຈີນ ເມື່ອວັນທີ 24 ເດືອນຕຸລາ, ສຳນັກຂ່າວ ຊານາ ສັງກັດ ກະຊວງ ນໍ້າມັນຂອງ ອີຣານ ລາຍງານວ່າ: ອີຣານ ໄດ້ລົງນາມ ສັນຍາ ສະບັບໜຶ່ງ ກັບ ຣັດເຊຍ ເພື່ອສົ່ງອອກ ກັງຫັນແກັສ ທີ່ຜະລິດຂຶ້ນເອງ ຈຳນວນ 40 ຊຸດ ໄປຍັງ ຣັດເຊຍ. ປັດຈຸບັນ ອີຣານ ສາມາດ ຕອບສະໜອງ ຄວາມຕ້ອງການ ດ້ານ ອຸປະກອນ ແລະ ສິ່ງອຳນວຍ ຄວາມສະດວກ ທີ່ກ່ຽວກັບແກັສ ຢູ່ໃນປະເທດ ກວມເອົາເຖິງ 85% ເຮັດໃຫ້ ຜົນຜະລິດແກັສ ຂອງ ອີຣານ ເພີ່ມຂຶ້ນ ເປັນສອງເທົ່າ ເຖິງແມ່ນວ່າ ຈະຜະເຊີນກັບ ການຂວໍ້າບາດ ຢ່າງໜັກ ຈາກ ສ.ອາເມລິກາ.
ເສດຖະກິດ ໃນເອີໂຣໂຊນ ສືບຕໍ່ຫລຸດລົງ
ສຳນັກຂ່າວສານ ຫວຽດນາມ ລາຍງານ ເມື່ອວັນທີ 24 ເດືອນຕຸລາ, ອ້າງຕາມຜົນການສຳຫລວດ ຈາກ S&P Global Market Intelligence ປະກາດວ່າ ການເຄື່ອນໄຫວເສດຖະກິດ
ໃນເຂດທ່ີນຳໃຊ້ ສະກຸນເງິນຮ່ວມເອີໂຣ Eurozone) ໄດ້ຫລຸດລົງຢ່າງຫລວງຫລາຍໃນເດືອນຕຸລາ ໂດຍສະເພາະ ເຢຍລະມັນ ຊຶ່ງເປັນ ພຶ້ນຖານເສດຖະກິດ ຂະໜາດໃຫຍ່ທີ່ສຸດ ພວມຜະເຊີນກັບ ຄວາມສ່ຽງຊຸດໂຊມ.
ໂດຍດັດສະນີ ຜູ້ບໍລິໂພກສິນຄ້າ (PMI) ໃນເອີໂຣໂຊນ ຫລຸດລົງ 47,1 ໃນເດືອນຕຸລາ ເມື່ອ ທຽບໃສ່ ເດືອນກັນຍາ ຜ່ານມາ, ໃນຂະນະທີ່ ອັດຕາ ເງິນເຟີ້ ເພີ່ມສູງຂຶ້ນ ແລະ ລາຄາ ພະລັງງານ ກໍເພີ່ມຂຶ້ນເຊັ່ນກັນ. ຄາດວ່າ ເສດຖະກິດ ເອີໂຣໂຊນ ອາດຈະຫລຸດລົງ ໃນໄຕມາດ 4
ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022 ເພື່ອເພີ່ມທະວີ ແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ພິທີຕ້ອນຮັບ, ທ່ານປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າວັນທີ 25 ຕຸລາ 2022, ທີ່ພະລາດຊະວັງ Istana NurulIman, ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມດ້ວຍພະຣາຊິນີ, ພະບໍລົມ ວົງສານຸວົງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ບຣູໄນ ດາຣູຊາລາມ. ຈາກນັ້ນກໍໄດ້ມີການພົບປະສອງຝ່າຍ ເຊິ່ງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຢ້ຽມຢາມ ບຣູໄນ ໃນຄັ້ງນີ້. ໃນໂອກາດດັ່ງກ່າວ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ບຣູໄນ ໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ບຣູໄນ, ທັງຍັງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງປະຊາຊົນລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆໃນຫລາຍຂົງເຂດ ເປັນຕົ້ນ ແມ່ນທາງດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືຕໍ່ໜ້າໃນດ້ານຕ່າງໆ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍກວ້າງຂວາງຍິ່ງໆຂຶ້ນ, ພິເສດໃນປີ 2023 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ (27 ກໍລະກົດ 1993-27 ກໍລະກົດ 2023) ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສໍາຄັນ, ເຊິ່ງທ່ານປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນໂອກາດດັ່ງກ່າວ.
ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ຕໍ່ສະພາການຄ້າ ແລະ ອຸດສາຫາກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ ທີ່ໄດ້ຮ່ວມກັນຈັດກອງປະຊຸມພົບປະທຸລະກິດຂຶ້ນ ໃນໂອກາດຢ້ຽມຢາມຄັ້ງນີ້ ເພື່ອເປັນການເປີດໂອກາດໃຫ້ມີການປຶກສາຫາລືຮ່ວມກັນ ໃນການຮ່ວມມື ແລະ ຈັບຄູ່ທຸລະກິດທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງ ໂດຍສະເພາະແມ່ນສຸມໃສ່ການຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ, ເຊິ່ງທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີຕໍ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແລະ ເຊີນຊວນນັກທຸລະກິດ ບຣູໄນ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ພະລັງງານ ແລະ ທ່ອງທ່ຽວ ຫລື ຂະແໜງການອື່ນທີ່ຝ່າຍບຣູໄນ ມີຄວາມສົນໃຈ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບສະ ພາບການພາຍໃນປະເທດຂອງຕົນ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ພ້ອມດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບ ບຣູໄນ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍສະເພາະການເປັນປະທານອາຊຽນໃນປີ 2024 ຂອງ ສປປ ລາວ ແລະເຫັນວ່າ ຂໍ້ລິເລີ່ມ ສ້າງຕັ້ງສູນອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (ASEAN Center for Climate Change) ຢູ່ ບຣູໄນ ດາຣູຊາລາມ ຈະມີບົດບາດສໍາຄັນໃນຖານະເປັນແຫລ່ງຂໍ້ມູນ ແລະ ເປັນບ່ອນແລກປ່ຽນບົດຮຽນທີ່ດີ ລະຫວ່າງປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືຕ່າງໆ ເພື່ອສົ່ງເສີມຄວາມເຂັ້ມແຂງ ໃຫ້ແກ່ປະເທດສະມາຊິກ ກໍຄື ພາກພື້ນ ໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ໄພພິບັດທາງທໍາມາຊາດໃນຕໍ່ໜ້າ, ພ້ອມກັນນີ້, ກໍໄດ້ສະແດງຄວາມຂອບ ໃຈຕໍ່ ບຣູໄນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນຂອບວຽກອາຊຽນ ໃນໄລຍະຜ່ານມາ.
ພາຍຫລັງສໍາເລັດການພົບປະສອງຝ່າຍ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການລົງນາມບົດບັນທຶກຄວາມເຂົ້າໃຈ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກໍາ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ແລະ ກະຊວງຊັບພະຍາກອນ ແລະ ການທ່ອງທ່ຽວ ຂອງບຣູໄນ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ແລະ ກົມພະລັງງານ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂອງບຣູໄນ.

ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ, ອົບອຸ່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ໃນວັນດຽວກັນ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ ບ່ອນຂຸດເຈາະນໍ້າມັນ ແລະ ອາຍແກັດ ຂອງ ບຣູໄນ (Brunei Shell Petroleum and Brunei Liquefied Natural Gas) ຕື່ມອີກ, ເຊິ່ງເປັນກຽດຕ້ອນຮັບໂດຍ ທ່ານ Dato Dr Amin Abdullah, ລັດຖະມົນປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ-ເສດຖະກິດ II.
ໃນຕອນຄໍ່າຂອງວັນດຽວກັນ, ໄດ້ມີງານລ້ຽງຮັບຮອງເປັນກຽດຈັດໂດຍ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ພ້ອມດ້ວຍພະຣາຊິນີ ເພື່ອເປັນກຽດໃຫ້ແກ່ ທ່ານປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ
ພາບ: ອ່າຍຄຳ
ສສ ຫວຽດນາມ ແລະ ສປ ຈີນ ສົ່ງເສີມສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ຂ່າວວິທະຍຸສາກົນ ຫວຽດນາມ ລາຍງານວ່າ: ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ພັກກອມມູນິດຈີນ, ປະທານປະເທດ ສປ ຈີນ, ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຈະເດີນທາງຢ້ຽມຢາມ ສປ ຈີນຢ່າງເປັນທາງການໃນລະຫວ່າງວັນທີ 30 ຕຸລາ 2 ພະຈິກ 2022.
ການເດີນທາງຢ້ຽມຢາມຂອງ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໄດ້ດຳເນີນທ່າມກາງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ພັກກອມມູນິດຈີນ ຄັ້ງທີ 20 ຢ່າງຈົບງາມ ເຊິ່ງກອງປະຊຸມດັ່ງກ່າວໄດ້ວາງວິໄສທັດ, ຍຸດທະສາດ ແລະ ຕັ້ງເປົ້າໝາຍ, ໜ້າທີ່ສຳຄັນໃນການພັດທະນາໃນໄລຍະຍາວຂອງປະເທດຈີນ ເພື່ອບັດລຸເປົ້າໝາຍ “100 ປີຄັ້ງທີ່ສອງ” ດ້ວຍຄວາມສໍາເລັດ. ພ້ອມນັ້ນ, ກອງປະຊຸມກໍເຫັນດີເປັນເອກະສັນເລືອກເອົາ ທ່ານ ສີ ຈິ້ນຜິງ ເປັນເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ຊຸດໃໝ່. ການເດີນທາງຢ້ຽມຢາມ ກໍຄື ການຊົມເຊີຍຢ່າງສຸດໃຈ ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ກໍຄື ໃນນາມສ່ວນຕົວຂອງ ທ່ານ ຫງວຽນຝູ໋ຈ້ອງ ກັບ ທ່ານ ສີ ຈິ້ນຜິງ.
ໃນໄລຍະ 2 ປີຜ່ານມາ, ເຖິງວ່າການລະບາດຂອງພະຍາດໂຄວິດ-19 ໄດ້ມີຜົນກະທົບອັນໜັກໜ່ວງຕໍ່ທຸກໆດ້ານ ໂດຍສະເພາະແມ່ນການພົວພັນ ຮ່ວມມືລະຫວ່າງສອງປະເທດ ເຊິ່ງສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ຈີນ ຍັງສືບຕໍ່ ແລະ ພັດທະນາໂດຍບໍ່ຢຸດຢັ້ງ; ທັງສອງຝ່າຍໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການສະກັດກັ້ນພະຍາດລະບາດ ແລະ ເອົາໃຈໃສ່ສົ່ງເສີມການຮ່ວມມືດ້ານຄ້າລະຫວ່າງປະເທດໃຫ້ດຳເນີນປົກກະຕິ.
ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຈະເປັນຜູ້ນຳຜູ້ທຳອິດ ເດີນທາງຢ້ຽມຢາມ ສປຈີນ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 20 ໄດ້ສຳເລັດ, ສະແດງໃຫ້ເຫັນວ່າ ຫວຽດນາມ ຖືເປັນສຳຄັນຫລາຍຕໍ່ສາຍພົວພັນບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນຄູ່ຮ່ວມມືຍຸດທະສາດກັບ ສປຈີນ. ທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຍາມໃດກໍເນັ້ນໜັກຄວາມສຳຄັນໃນການສົ່ງເສີມສາຍພົວພັນກັບຈີນຢ່າງຮອບ ດ້ານ ໃນທຸກລະດັບນັບແຕ່ສູນກາງຮອດທ້ອງຖິ່ນ.
ເຊື່ອໝັ້ນວ່າ ການເດີນທາງຢ້ຽມຢາມ ສປຈີນ ຂອງ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ທັງສອງຝ່າຍຈະໄດ້ແລກປ່ຽນຢ່າງລົງເລີກບັນຫາຍຸດທະສາດຕ່າງໆ ເພື່ອສົ່ງເສີມຄວາມໄວ້ວາງໃຈດ້ານການເມືອງ ແລະ ໄດ້ຮ່ວມກັນວາງທິດທາງໃຫ້ແກ່ການພັດທະນາ ແລະ ນຳສາຍພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ລະຫວ່າງຫວຽດນາມກັບຈີນ ໄດ້ກ້າວຂຶ້ນສູ່ລະດັບໃໝ່ ຢ່າງມີສະຖຽນລະພາບ, ໂປ່ງໄສ, ຍືນຍົງ ແລະ ຕອບສະໜອງຄວາມຕ້ອງການຜົນປະໂຫຍດເປັນພື້ນຖານ ແລະ ຍາວນານຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແລະ ເພື່ອຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມືທີ່ດີໃນພາກພື້ນ ແລະ ສາກົນ.
ກອງພົນທີ 2 ເປິດກອງປະຊຸມ ແນະນໍາການຈັດຕັ້ງເຜີຍແຜ່, ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ IV ສະໄໝທີ XI ແລະ ບັນດາເອກະສານສືກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ທົ່ວກອງທັບ ໃນໄລຍະໃໝ່
ໃນວັນທີ 25 ຕຸລາ 2022 ນີ້. ກອງພົນທີ 2 ໄດ້ເປິດກອງປະຊຸມ ແນະນໍາຈັດຕັ້ງເຜີຍແຜ່ບັນດາເອກະສານສືກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບທົ່ວກອງທັບ ໃນໄລຍະໃໝ່ ໂດຍການເປັນປະທານຂອງສະຫາຍ ພັນເອກ ວົງເພັດ ເພັງພານິດ ຄະນະປະຈໍາພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທີ 2 ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນນ້ອຍ ແລະ ກອງຮ້ອຍເອກລາດເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພັນເອກ ວົງເພັດ ເພັງພານິດ ຄະນະປະຈໍາພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທີ 2 ໄດ້ມີຄໍາເຫັນແນະນໍາເອກະສານ ໂດຍອີງຕາມມະຕິກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ກ່ຽວກັບການສືກສາອົບຮົມການເມືອງ-ນໍາພາແນວຄິດໃນກອງທັບ ໃນແຕ່ລະໄລຍະ, ອີງໃສ່ສະພາບສາກົນ ພາກພື້ນ ແລະ ພາຍໃນປະເທດ ກໍ່ຄືໃນກອງທັບເຮົາໃນປັດຈຸບັນ ເພື່ອເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກ ແລະ ນັກຮົບໃນທົ່ວກອງທັບເຊື່ອມຊືມກໍາແໜ້ນແນວທາງ, ແຜນການນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມຮັກຊາດອັນສູງສົ່ງ, ມີສະຕິລະວັງຕົວສູງ ຕໍ່ກົນອຸບາຍມ້າງເພຂອງສັດຕູ ແລະ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ.

ເອກະສານທີ່ແນະນໍາໃນຄັ້ງນີ້ ປະກອບມີ 8 ເອກະສານ ຄື: 1. ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝ Xl, 2. ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, 3. ເພີມທະວີສືກສາອົບຮົມວຽກງານການເມືອງ-ນໍາພາແນວຄິດທົ່ວກອງທັບໃນໄລຍະໃໝ່, 4. ຍຸດທະສາດຫັນປ່ຽນໂດຍສັນຕິຕິດພັນກັບການຕ້ານປະກົດການຫຍໍ້ທໍ້ພາຍໃນກອງທັບ, 5. ການສືກສາອົບຮົມກ່ຽວກັບກົດໝາຍຂອງລັດ ແລະ ລະບຽບວິໄນກອງທັບ, 6. ເພີ່ມທະວີການປະຢັດ ແລະ ຕ້ານການຟຸມເຟືອຍ, 7. ການຜັນຂະຫຍາຍມະຕິ ແລະ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, 8. ບົດສະຫລຸບວຽກງານການເມືອງແນວຄິດທົ່ວກອງທັບ ໃນຊຸມປີຜ່ານມາ (2021–2022) ແລະ ແຜນການຮອດປີ 2026. ການແນະນໍາເອກະສານໃນຄັ້ງນີ້ເພື່ອໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ນໍາໄປຈັດຕັ້ງ, ເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານສະມາຊິກພັກ ນັກຮົບ ແຕ່ລະສະຫາຍກໍາແໜ້ນບັນດາແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳໄດ້ສະພາບການ, ໜ້າທີ່ຂອງກົມກອງຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ຫວັງດີໃຫ້ໄດ້ທັນການ ທັງເປັນການປຸກລະດົມ ຊຸກຍູ້ທຸກພາກສ່ວນ, ທຸກກຳລັງແຮງພາຍໃນກອງທັບເຂົ້າຮ່ວມທຸກຂະບວນການແຂ່ງຂັນສ້າງຜົນງານໃນການປັບປຸງ ກໍ່ສ້າງບັນດາອົງການ, ກົມກອງ-ທ້ອງຖີ່ນໃຫ້ມີຄວາມສະຫງົບ, ເຊິດຊູຄວາມຮັບຜິດຊອບການເມືອງ ແລະ ເປັນການປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ ສະມາຊິກພັກ ແລະ ນັກຮົບໃຫ້ສູງຂື້ນກວ່າເກົ່າ.
ໂດຍ: ສຸວັນໂນ ທະລັງສີ
ເປີດໂຄງການ ຜະລິດກະສິກໍາແກ້ໄຂຄວາມທຸກຍາກ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ
ບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ເປີດໂຄງການ ການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄຳມ່ວນ ຢ່າງເປັນທາງການ ໃນວັນທີ 7 ຕຸລາ ຜ່ານມາ, ເຊິ່ງເປັນການເລີ່ມລົງມືການຜະລິດກະສິກໍາແກ້ໄຂຄວາມທຸກຍາກ ເພື່ອບັນລຸການພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.
ທ່ານກົວ ປາຍຊຸນ (Guo Baichun), ປະທານບໍລິສັດ ອາຊີໂປຕາສສາກົນ(ບໍລິສັດແມ່) ໄດ້ນຳພາຄະນະບໍລິຫານຂັ້ນສູງຂອງບໍລິສັດເຂົ້າຮ່ວມພິທີເປີດດັ່ງກ່າວ, ພ້ອມທັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ໃນການດໍາລົງຊີວິດສຸກເສີນມູນຄ່າ 200 ກວ່າລ້ານກີບ. ນີ້ເປັນສັນຍາລັກການເລີ່ມລົງມືຂອງໂຄງການ ການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກຢູ່ລາວຂອງບໍລິສັດ ເຊິ່ງແຕກຕ່າງຈາກການແກ້ໄຂຄວາມທຸກຍາກແບບດັ້ງເດີມ.
ໂຄງການ “ການຜະລິດກະສິກໍາເພື່ອແກ້ໄຂຄວາມທຸກຍາກ” ທີ່ບໍລິສັດປະຕິບັດແມ່ນໄດ້ຮຽນຮູ້ຈາກປະສົບການພາຍໃນປະເທດ ໃນການແກ້ໄຂຄວາມທຸກຍາກແບບມີເປົ້າໝາຍຊັດເຈນ, ແນະນຳແນວຄວາມຄິດການຜະລິດກະສິກໍາທີ່ທັນສະໄໝແລະ ຮູບແບບການຄຸ້ມຄອງກະສິກຳທີ່ທັນສະໄໝ, ຊ່ວຍໃຫ້ທ້ອງຖິ່ນບັນລຸການຫລຸດພົ້ນຈາກຄວາມທຸກຍາກ ແລະ ໄປສູ່ຄວາມຮັ່ງມີໄດ້ຢ່າງແທ້ຈິງ ໂດຍຜ່ານການຍົກລະດັບການຜະລິດກະສິກໍາ, ແມ່ນການແກ້ໄຂຄວາມທຸກຍາກແບບ “ສ້າງເລືອດ” ຂອງ “ການສອນຄົນຫາປາ”.

ບໍລິສັດ ໄດ້ຝັງເລິກໃນຂົງເຂດຝຸ່ນໂປຕາສ ຢູ່ລາວມາເປັນເວລາຫລາຍປີ, ໃນຂະນະທີ່ບໍລິສັດສືບຕໍ່ຂະຫຍາຍຕົວ ແລະ ພັດທະນາ, ປະຕິບັດໜ້າທີ່ຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ, ພະຍາຍາມຊຸກຍູ້ການພັດທະນາເສດຖະກິດພາຍໃນທ້ອງຖິ່ນ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ ແລະ ສ້າງພາບພົດທີ່ດີຂອງວິສາຫະກິດລົງທຶນຈາກຈີນ. ເທື່ອນີ້ ໄດ້ຖືເອົາບ້ານຊຽງແຫວນ ເປັນຈຸດທົດລອງການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ, ເຊິ່ງເປັນການຍົກລະດັບການປະຕິບັດໜ້າທີ່ທາງສັງຄົມຂອງບໍລິສັດຂຶ້ນຕື່ມ, ບໍ່ພຽງແຕ່ຈະເປັນການກະຕຸ້ນທ່າແຮງພັດທະນາທີ່ບົ່ມຊ້ອນພາຍໃນຂອງທ້ອງຖິ່ນເທົ່ານັ້ນ, ຍັງເປັນການເພີ່ມທະວີການເຊື່ອມໂຍງເຂົ້າກັນໃຫ້ເລິກເຊິ່ງຕື່ມ ລະຫວ່າງ ປະຊາຊົນຈີນ ແລະ ລາວ, ພ້ອມກັນນັ້ນ, ຜ່ານບັນດາມາດຕະການແກ້ໄຂຄວາມທຸກຍາກດ້ວຍການຜະລິດກະສິກໍາ, ຍັງສາມາດບໍາລຸງລ້ຽງຕະຫລາດທີ່ມີທ່າແຮງບົ່ມຊ້ອນດ້ານຝຸ່ນເຄມີຢູ່ລາວ ແລະ ຂົງເຂດອ້ອມຂ້າງ, ເຊິ່ງຈະຊ່ວຍບັນລຸການພັດທະນາແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ບໍລິສັດກັບຂົງເຂດອ້ອມຂ້າງ.
ໂຄງການການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກຂອງ ບໍລິສັດ ໄດ້ຮັບການຕີລາຄາສູງ ແລະ ສະໜັບສະໜູນຢ່າງແຂງແຮງຈາກລັດຖະບານລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ເດີນທາງໄປຢ້ຽມຢາມບ້ານຊຽງແຫວນ ເພື່ອມອບຂໍ້ຕົກລົງ ຂອງອໍານາດການປົກຄອງແຂວງ ກ່ຽວກັບໂຄງການການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກຂອງບໍລິສັດ, ພ້ອມທັງໄດ້ຍ້ອງຍໍໂຄງການວ່າ ຈະເປັນໂຄງການສັນຍາລັກທີ່ສຳຄັນອີກໂຄງການໜຶ່ງ ໃນການຮ່ວມມືຕົວຈິງ ລະຫວ່າງ ພາກລັດຖະບານ ແລະ ວິສາຫະກິດ.
ກໍ່ສ້າງກະສິກຳທັນສະໄໝ ແລະ ຊ່ວຍສົ່ງເສີມການຍົກລະດັບການຜະລິດກະສິກໍາ ໃນພິທີເປີດໂຄງການ, ຄະນະບໍລິຫານຂອງບໍລິສັດກ່າວວ່າ: ພາຍຫລັງທີ່ບໍລິສັດໄດ້ຝັງເລິກການພັດທະນາຢູ່ລາວ ມາເປັນເວລາສິບກວ່າປີ, ປັດຈຸບັນ ບໍລິສັດໄດ້ກາຍເປັນຜູ້ຜະລິດຝຸ່ນໂປຕາສ ທີ່ເຕີບໂຕໄວ ແລະ ໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ເຊິ່ງອັນນີ້ແມ່ນບໍ່ສາມາດຕັດແຍກອອກຈາກການສະໜັບສະໜູນຂອງລັດຖະບານລາວ ແລະ ປະຊາຊົນທ້ອງ ຖິ່ນ. ໃນນາມເປັນວິສາຫະກິດຝຸ່ນໂປຕາສ ທີ່ກໍາລັງຢູ່ໃນໄລຍະການພັດທະນາທີ່ມີຄຸນນະພາບສູງ, ພວກເຮົາສໍານຶກໃນພາລະກິດ ແລະ ຄວາມຮັບຜິດຊອບຢ່າງແຮງກ້າ, ມຸ່ງໝັ້ນທີ່ຈະເປັນຜູ້ສະໜອງຝຸ່ນໂປຕາສລະດັບໂລກ, ເປັນຕົວຮັບປະກັນທີ່ແຂງແຮງຕໍ່ການຜະລິດກະສິກຳໃນອາຊີ ແລະ ໃນໂລກ, ພ້ອມກັນນັ້ນ, ບໍລິສັດ ຍາມໃດກໍ່ຕັ້ງໜ້າສະແຫວງຫາການພັດທະນາຮ່ວມກັນລະຫວ່າງວິສາຫະກິດ, ປະຊາຊົນ ແລະ ລັດຖະບານ, ຫວັງວ່າຈະຊ່ວຍໃຫ້ປະຊາ ຊົນໃນທ້ອງຖິ່ນ ມີໂອກາດໃນການພັດທະນາທີ່ດີຂຶ້ນ.

ບໍລິສັດໄດ້ກໍານົດຈຸດຢືນ “ການຜະລິດກະສິກໍາເພື່ອແກ້ໄຂຄວາມທຸກຍາກ” ໂດຍການສ້າງເວທີໃນການຜະລິດກະສິກໍາທີ່່ກ້າວໜ້າທັນສະໄໝ, ສົ່ງເສີມບັນດາບ້ານອ້ອມຂ້າງໃຫ້ມີການນຳໃຊ້ຊັບພະຍາ ກອນທຳມະຊາດຂອງທ້ອງຖິ່ນຢ່າງເຕັມທີ່, ຖືເອົາການພັດທະນາເສດຖະກິດຂັບເຄື່ອນ ການພັດທະນາການຜະລິດກະສິກໍາ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ບ້ານຊຽງແຫວນ ມີສະພາບແວດລ້ອມທີ່ສວຍງາມ, ມີເສັ້ນທາງຄົມມະນາຄົມສະດວກສະບາຍ, ໃກ້ກັບເທສະບານເມືອງທ່າແຂກ ເໝາະ ແກ່ການພັດທະນາກະສິກຳທັນສະໄໝ ແລະ ຍົກລະດັບຫັນເປັນອຸດສະຫະກໍາ.
ໂອກາດນີ້, ເພື່ອແກ້ໄຂບັນຫາສະບຽງອາຫານຂອງຄອບຄົວທຸກຍາກໃນປັດຈຸບັນ, ບໍລິສັດ ໄດ້ບໍລິ ຈາກເຂົ້າໜຽວ, ໝີ່, ປ໋ອງປາ, ໄຂ່, ເກືອ ແລະ ອຸປະກອນການດຳລົງຊີວິດສຸກເສີນອື່ນໆ ເພື່ອຮັບປະ ກັນຊີວິດການເປັນຢູ່ຂອງປະຊາຊົນຜູ້ທຸກຍາກໂດຍພື້ນຖານ. ໃນຂັ້ນຕອນຕໍ່ໄປ, ບໍລິສັດ ຈະໃຊ້ມາດຕະການຕ່າງໆເຊັ່ນ: ກໍ່ສ້າງເສັ້ນທາງ ແລະ ຂົວ, ປັບປຸງຊົນລະປະທານ, ບໍລິຈາກເຄື່ອງຈັກກະສິກຳ, ຂຸດໜອງລ້ຽງປາ, ການປູກພືດທົດແທນ, ການກໍ່ສ້າງເຮືອນແກ້ວ, ລວມທັງການກໍ່ສ້າງໂຮງງານແປຮູບມັນຕົ້ນ, ໂຮງງານຂ້າສັດແປຮູບ ແລະ ອື່ນໆ, ນຳເຂົ້າ ແລະ ສອນເຕັກນິກກະສິກຳທັນສະໄໝ, ປູກຝັງ, ລ້ຽງສັດ, ກໍ່ສ້າງເຂດສາທິດກະສິກຳແບບໝູນວຽນທັນສະໄໝ, ບັນລຸການເພີ່ມລາຍຮັບດ້ານການຜະລິດກະສິກຳ. ໃນອະນາຄົດ, ບົນພື້ນຖານການພັດທະນາກະສິກຳທີ່ທັນສະໄໝ, ຈະຄ່ອຍໆຂະຫຍາຍໄປສູ່ອຸດສະຫະກໍາການບໍລິການເທື່ອລະກ້າວ, ຖ່າຍໂອນແຮງງານທີ່ອຸດົມສົມບູນໄປຍັງນິຄົມອຸດສາຫະກຳ ແລະ ອຸດສາຫະກຳການບໍລິການ ເພື່ອຮັບປະກັນວ່າ ປະຊາຊົນໄດ້ຫລຸດພົ້ນອອກຈາກຄວາມທຸກຍາກຢ່າງສິ້ນເຊີງ.
ສົ່ງເສີມກຳລັງແຮງຂອງວິສາຫະກິດຢ່າງເຕັມທີ່ ເພື່ອສ້າງຜົນປະໂຫຍດຕໍ່ປະຊາຊົນ ຈາກນັ້ນ, ຄະນະບໍລິຫານງານຂອງບໍລິສັດ ໄດ້ລົງໄປບ້ານຊຽງແຫວນ ເພື່ອດໍາເນີນກວດກາພາກສະໜາມ ແລະ ເຂົ້າເຖິງບັນດາຄອບຄົວທີ່ທຸກຍາກ ເພື່ອແຈກຢາຍເງິນສະໜັບສະໜູນ, ພ້ອມທັງສົ່ງຄໍາອວຍພອນ, ໃຫ້ກໍາລັງໃຈພວກເຂົາເຈົ້າໃນການເສີມສ້າງຄວາມໝັ້ນໃຈ ແລະ ການຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ຊຸກຍູ້ບັນດາມາດຕະການການຜະລິດກະສິກໍາເພື່ອແກ້ໄຂຄວາມທຸກຍາກ, ໃຫ້ການຮ່ວມມືກັບບັນດາບໍລິສັດຕ່າງໆ ແລະ ສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສູ້ຊົນເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນໂດຍໄວ. ພາຍຫລັງໄດ້ຮັບຮູ້ເຖິງສະພາບການໃນປັດຈຸບັນ ຂອງການປູກເຂົ້າ, ສິ່ງອໍານວຍຄວາມສະດວກພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ ແລະ ການສຶກສາຂອງໂຮງຮຽນຢູ່ບ້ານຊຽງແຫວນ, ທ່ານປະທານ ກົວປາຍຊຸນ ໃຫ້ຮູ້ວ່າ ບໍລິສັດຈະສຸມໃສ່ການສ້ອມແປງຂົວ, ການປັບປຸງສິ່ງອໍານວຍຄວາມສະດວກດ້ານຊົນລະປະທານ, ກໍ່ສ້າງອາຄານໂຮງຮຽນ ແລະ ການສ້ອມແປງບາງສ່ວນຂອງໂຮງຮຽນປະຖົມ ໃນເບື້ອງຕົ້ນ ເປັນບູລິມະສິດຕົ້ນຕໍ, ກຽມຄວາມພ້ອມໃຫ້ແກ່ການນໍາໃຊ້ເຄື່ອງກົນຈັກ ແລະ ການຫັນການຜະລິດກະສິກຳເປັນທັນສະໄໝ ໃນຕໍ່ໜ້າ, ຄ່ອຍໆປັບປຸງຄຸນນະ ພາບຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ, ສະແດງໃຫ້ເຫັນເຖິງໝາກຜົນຂອງການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ.

ທ່ານ ຫວັນ ສີດາສວນ ນາຍບ້ານ ບ້ານຊຽງແຫວນ ຕາງໜ້າໃຫ້ອົງການປົກຄອງບ້ານທຸກຂັ້ນ, ພະນັກງານ ແລະ ປະຊາຊົນພາຍໃນບ້ານ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ບໍລິສັດ. ທ່ານກ່າວວ່າ ຍ້ອນການສະໜັບສະໜູນ ແລະ ການຊ່ວຍເຫລືອຂອງອໍານາດການປົກຄອງທ້ອງຖິ່ນ ແລະ ບໍລິສັດ, ຄວາມໝັ້ນໃຈ ແລະ ການຕັດສິນໃຈຂອງປະຊາຊົນໃນການຫລຸດພົ້ນອອກຈາກຄວາມທຸກຍາກ ໄປສູ່ຄວາມຮັ່ງມີ ໄດ້ເພີ່ມຂຶ້ນອີກກ້າວໜຶ່ງ, ຄະນະກຳມະການບ້ານ ຈະໃຫ້ການສະໜັບສະໜູນການເຕີບໂຕ ແລະ ການພັດທະນາຂອງບໍລິສັດຢ່າງເຕັມທີ່, ນໍາພາປະຊາຊົນທັງໝົດພາຍໃນບ້ານສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ພາຍໃຕ້ການນໍາພາຂອງໂຄງການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ ຂອງບໍລິສັດ, ເຮັດວຽກຕາມຄວາມເປັນຈິງໃຫ້ດີ ເພື່ອຍົກລະດັບກະສິກໍາເປັນກ້າວໆ, ສູ້ຊົນຫລຸດພົ້ນອອກຈາກຄວາມທຸກຍາກໄປສູ່ຄວາມຮັ່ງມີໃຫ້ໄວເທົ່າທີ່ຈະໄວໄດ້.
ເພື່ອຮັບປະກັນຄວາມກ້າວໜ້າຂອງ ບັນດາໂຄງການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ ໃຫ້ມີຄວາມກ້າວໜ້າຢ່າງປະສິດທິຜົນ, ບໍລິສັດໄດ້ສ້າງຕັ້ງທີມງານໂຄງການແກ້ໄຂຄວາມທຸກຍາກທີ່ມີປະສົບການ ແລະ ສ້າງຕັ້ງກອງທຶນເພື່ອແກ້ໄຂຄວາມທຸກຍາກສະເພາະ. ໃນບາດກ້າວຕໍ່ໄປບໍລິສັດ ຈະສົມທົບກັບສະພາບການຕົວຈິງໃນທ້ອງຖິ່ນ, ຍູ້ແຮງບັນດາມາດຕະການແກ້ໄຂຄວາມທຸກຍາກຢ່າງໝັ້ນທ່ຽງ ເພື່ອບັນລຸເປົ້າໝາຍການຜະລິດກະສິກໍາ ເພື່ອແກ້ໄຂຄວາມທຸກຍາກ, ເມື່ອມີຈຸດເລີ່ມຕົ້ນໃໝ່, ກໍຕ້ອງມີຄວາມກ້າວໜ້າໃໝ່. ບໍລິສັດຈະສືບຕໍ່ປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງ ວິສາຫະກິດຂະໜາດໃຫຍ່ ໂດຍຖືແນວຄວາມຄິດອຸດສາຫະກໍາ, ການປະຕິບັດທີ່ເຮັດແທ້ທໍາຈິງ ຊຸກຍູ້ສົ່ງເສີມເຊິ່ງກັນແລະ ກັນ ລະຫວ່າງການເຄື່ອນໄຫວທຸລະກິດຂອງວິສາຫະກິດ ກັບຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ພັດທະນາຢ່າງກົມກ່ຽວ, ຂຽນປະຫວັດຄວາມຮັບຜິດຊອບໃໝ່ຂອງວິສາຫະກິດລົງທຶນຈີນ, ສະແດງໃຫ້ເຫັນການດໍາເນີນການໃໝ່ຂອງວິສະຫະກິດລົງທຶນຂອງຈີນ ເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງຄູ່ຮ່ວມຊະຕາກໍາ ຈີນ-ລາວ.
ສະຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາຢູ່ດອນຊາວ ເຂດເສດຖະກິດພິເສດ
ສະຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາຢູ່ດອນຊາວ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ພວມໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ມີຄວາມສວຍງາມຄືນອີກຄັ້ງ ພາຍຫລັງຢຸດໃຫ້ບໍລິການໃນໄລຍະການລະບາດຂອງພະຍາດໂຄວິດ-19 ທັງກຽມພ້ອມຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດທີ່ຈະເຂົ້າໄປທ່ຽວໃນງານເທດສະການດອກງີ້ວບານ ຄັ້ງທີ 20 ຊື່ງຈະຈັດຂື້ນໃນທ້າຍເດືອນມັງກອນປີ 2023.

ສະຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາເປັນ 1 ໃນຈໍານວນ 3 ແຫລ່ງທ່ອງທ່ຽວຕົ້ນຕໍໃນເຂດເສດຖະກິດພິເສດສາມຫລ່ຽມຄໍາ, ມີເນື້ອທີ່ 300 ຕາລາງແມັດ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2017 ແລະ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວນັບແຕ່ປີ 2019 ເປັນຕົ້ນມາ ແຕ່ພາຍຫລັງການລະບາດຂອງພະຍາດໂຄວິດ-19 ສະຖານທີ່ແຫ່ງນີ້ຈີ່ງໄດ້ຢຸດການບໍລິການແກ່ນັກທ່ອງທ່ຽວ ແລະ ພວມຈະໄດ້ຮັບການປັບປຸງ, ຟື້ນຟູໃຫ້ມີຄວາມສວຍງານ ແລະອຳນວຍຄວາມສະດວກດ້ານຕ່າງໆແກ່ນັກທ່ອງທ່ຽວໃນໄວໆນີ້ ເປັນຕົ້ນເວທີການສະແດງ ເພື່ອຕ້ອນຮັບແຂກໃນງານບຸນປະເພນີສໍາຄັນຕ່າງໆ, ຮ້ານອາຫານ, ຮ້ານວາງສະແດງ ແລະ ຂາຍສິນຄ້າເຄື່ອງທີ່ລະນຶກທີ່ເປັນເອກະລັກຂອງທ້ອງຖີ່ນ.

ນອກຈາກນີ້ຍັງມີສວນດອກງີ້ວທີ່ມີຕົ້ນງີ້ວຫລາຍກວ່າ 500 ຕົ້ນທີ່ຈະອອກດອກບານໃນທ້າຍເດືອນມັງກອນຫາເດືອນ ກຸມພາ ຊື່ງໄລຍະຜ່ານມາເຂດເສດຖະກິດພິເສດສາມຫລ່ຽມຄໍາຈະຈັດງານເທດສະການດອກງີ້ວບານທຸກໆປີ, ໃນສະຖານທີ່ແຫ່ງນີ້ຍັງໄດ້ຈໍາລອງລັກເຮືອນຂອງ 3 ປະເທດຄື: ລາວ, ໄທ ແລະມຽນມາ ເພື່ອໃຫ້ແຂກກໍ່ຄືນັກທ່ອງທ່ຽວໄດ້ເຫັນ ແລະຮຽນຮູ້ເຖິງວິຖີການດຳລົງຊີວິດຂອງປະຊາຊົນໃນສະໄໝກ່ອນ ຊື່ງເຮືອນຂອງແຕ່ລະປະ ເທດຈະເປັນເອກະລັກທີ່ໂດດເດັ່ນ ແລະແຕກຕ່າງກັນໄປ ຄາດວ່າຈະສ້າງຄວາມດຶງດູດໃຈຫລາຍສົມຄວນຕໍ່ຜູ້ໄປທ່ຽວຊົມ ແລະຢ້ຽມຢາມສະຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາຢູ່ດອນຊາວ ເຂດເສດ ຖະກິດພິເສດສາມຫລ່ຽມຄໍາທີ່ສວຍງາມແຫ່ງນີ້.
ຂ່າວ;ພາບ: ຈັນທະສອນ ສີຫານາດ
ຮອດລະດູເກັບກ່ຽວເຂົ້ານາປີ ຊາວກະສິ ກອນເມືອງພູກູດ ແຂວງຊຽງຂວາງ.
ຊາວນາເມືອງພູກູດ ແຂວງຊຽງຂວາງເອົາໃຈໃສ່ເກັບກ່ຽວ ເຂົ້ານາປີຂອງຕົນ ພ້ອມກັບອາກາດເລີ້ມໜາວເຢັນ, ພິເສດຊາວນາ ຢູ່ເມືອງນີ້ ໄດ້ວານກັນກ່ຽວເຂົ້າຫລືວ່າກ່ຽວເຂົ້າສາມັກຄີຢ່າງເປັນຂະບວນຟົດຟື້ນເປັນໜ້າຊະອອນ ແລະ ໜ້າຊົມເຊີຍເປັນຢ່າງຍິ່ງ ປະຊາຊົນຢູ່ ຢູ່ເມືອງພູກູດ ເພີ່ນພາເຮັດນາວານຈະເປັນດຳນາ ຫລື ກ່ຽວເຂົ້າຈະນັດມື້ກັນແລ້ວ ທຸກຄົນໃນບ້ານຕ້ອງໄປຊ່ວຍກ່ຽວໃຫ້ຄອບຄົວໜຶ່ງຈາກຄອບຄົວນີ້ສູ່ຄອບຄົວໃຫມ່ ຈົນແລ້ວ ສ່ວນເຈົ້າພາບພຽງແຕ່ແຕ່ງຢູ່ຄົວກິນ ບາງຄົນກໍ່ເອົາຂອງກິນໄປສົມທົບກິນເຂົ້າງາຍ (ເຂົ້າສວຍ) ສາມັກຄີ. ເພິ່ນເຮັດແບບນີ້ແມ່ນດີຍ້ອນໄດ້ຊ່ວຍເຫລືອຄອບຄົວທີ່ມີແຮງງານໜ້ອຍ ແລະ ໄດ້ຄວາມສາມັກຄີພາຍໃນບ້ານຕື່ມອີກ.
(ພາບຈາກ: ເພັດສະໝອນ ຣາຊະຈັກ).
ຫໍວາງສະແດງຕໍ່ຕ້ານຢາເສບຕິດສະ ຖານທີ່ຄົນຮຸ້ນໝຸ່ມຄວນສຶກສາ ເພື່ອຫລີກລຽງ ແລະຫ່າງໄກຈາກສີ່ງເສບຕິດ
ຫໍວາງສະແດງຕໍ່ຕ້ານຢາເສບຕິດຢູ່ສະ ຖານທີ່ທ່ອງທ່ຽວປ່ອງຢ້ຽມສາມຫລ່ຽມຄໍາດອນຊາວ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງແຂວງບໍ່ແກ້ວ ເປັນຫ້ອງວາງສະແດງສໍາຄັນທີ່ຕ້ອງການສ່ອງແສງໃຫ້ຄົນຮຸ້ນໝຸ່ມເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ທີ່ເປັນບັນຫາລວມຂອງວົງຄະນະຍາດສາກົນ ເປັນໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ມວນມະນຸດ, ເປັນບໍ່ເກີດຂອງອາຊະຍາກໍາຕ່າງໆ ທີ່ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ບຸກຄົນ, ຄອບຄົວຜູ້ຕົກເປັນທາດຂອງຢາເສບຕິດ.


ສະນັ້ນຫໍວາງສະແດງແຫ່ງນີ້ຈີ່ງຮວບຮວມ ແລະ ຈໍາລອງເອົາຢາເສບຕິດປະເພດຕ່າງໆ ອາການຂອງຜູ້ເສບຢາທີ່ສົ່ງຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈໃນແຕ່ລະໄລຍະ ລວມເຖິງການຈັດຕັ້ງປະຕິບັດວຽກງານຕ້ານຢາເສບຕິດຂອງບັນດາປະເທດໃນພາກພື້ນ ແນໃສ່ເຮັດໃຫ້ຜູ້ເຂົ້າຊົມຮັບຮູ້ໄດ້ເຖິງຄວາມເອົາຈີງເອົາຈັງໃນການແກ້ໄຂບັນຫາຢາເສບຕິດຂອງບັນດາປະເທດ.


ສໍາລັບ ສປປ ລາວ ໄດ້ຍົກລະດັບເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນວາລະແຫ່ງຊາດ ນັບແຕ່ປີ 2021 ເປັນຕົ້ນມາ ເຊິ່ງຕະຫຼອດ 1 ປີຜ່ານມາລັດຖະບານພວກເຮົາ ໄດ້ນໍາພາ, ຊີ້ນຳການຈັດຕັ້ງຜັນຂະຫຍາຍວຽກ ງານດັ່ງກ່າວຢ່າງຈົດຈໍ່ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ສ້າງຄວາມຮັບຮູ້ທົ່ວສັງຄົມ ເປັນຕົ້ນຊາວໜຸ່ມ-ເຍົາວະຊົນ ໃຫ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ, ຜົນຮ້າຍ ແລະຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ໂຄສະນາເຜີຍ ແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ນິຕິກຳທີ່ກ່ຽວຂ້ອງຂອງພັກ, ລັດກ່ຽວກັບບັນຫາຢາເສບຕິດຜ່ານສື່ຕ່າງໆ ເປັນປົກກະຕິ, ຕໍ່ເນື່ອງ ແລະ ກວ້າງຂວາງ ເພື່ອສະກັດກັ້ນບໍ່ໃຫ້ບັນຫາຢາເສບຕິດ ທີ່ເປັນຕົ້ນເຫດກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ເພີ່ມຄວາມຮຸນແຮງຂື້ນໃນຕໍ່ໜ້າ.
ຂ່າວ;ພາບ: ຈັນທະສອນ ສີຫານາດ
ປະເທດຈີນເລິ່ມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່, ທົ່ວໂລກແບ່ງປັນໂອກາດພັດທະນາໃໝ່ຮ່ວມກັນ
“ປັດຈຸບັນ, ພວກເຮົາພວມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ມີຄວາມທັນສະໄໝ ແລະ ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານດ້ວຍກຳລັງໃຈຟົດຟື້ນຊື່ນບານ, ແລະບຸກບຶນໄປສູ່ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍການຫັນເປັນທັນສະໄໝແບບຈີນ.” ຕອນທ່ຽງວັນທີ 23 ຕຸລາ 2022, ຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ບັນລະຍາຍໜ້າທີ່ໃຈກາງຂອງພັກຄອມມູນິດຈີນໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ໂດຍເນັ້ນໜັກວ່າ ຕ້ອງໃຫ້ຄວາມປາຖະໜາທີ່ຫວັງໃຫ້ມີຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໄດ້ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ, ແລະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ.
ຢາກເຂົ້າໃຈປະເທດຈີນໃນຍຸກປັດຈຸບັນ, ກໍຄວນເຂົ້າໃຈພັກຄອມມູນິດຈີນກ່ອນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນທີ່ຫາກໍ່ສິ້ນສຸດລົງ, ໄດ້ຊີ້ທິດເຍືອງທາງ ແລະ ກຳນົດທິດທາງການເຄື່ອນໄຫວໃຫ້ປະເທດຈີນເພື່ອບັນລຸເປົ້າໝາຍສູ້ຊົນ ຮອບຮ້ອຍປີປະການທີສອງໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ທັງໄດ້ສະໜອງໂອກາດສຳຄັນໃຫ້ແກ່ປະຊາຄົມໂລກນການຊອກຮູ້ການປົກຄອງປະເທດ ແລະ ການຄຸ້ມຄອງລັດຂອງພັກຄອມມູນິດຈີນຕື່ມອີກ.
ໃນນັ້ນ, “ການຫັນເປັນທັນສະໄໝແບບຈີນ” ໄດ້ຮັບຄວາມສົນໃຈໃນລະດັບສູງຈາກນັກສັງເກດການສາກົນ. ກອງປະຊຸມໃຫຍ່ໄດ້ກຳນົດຄວາມເປັນສີສັນພິເສດຂອງຈີນ ແລະ ຄວາມຮຽກຮ້ອງທີ່ເປັນທາດແທ້ຂອງການຫັນເປັນທັນສະໄໝແບບຈີນ, ໄດ້ວາງແຜນຍຸດທະສາດໃນການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂວງຢ່າງຮອບດ້ານ, ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ. ເມື່ອທຽບກັບເສັ້ນທາງຂອງການຫັນເປັນທັນສະໄໝເກົ່າຂອງປະເທດຕາເວັນຕົກທີ່ຖືກເງິນທຶນເປັນໃຈກາງ ແລະ ຮຸກຮາງຕໍ່ຕ່າງປະເທດ, ເສັ້ນທາງໃໝ່ຄວາມເປັນແບບທັນສະໄໝຂອງປະເທດຈີນທີ່ໄດ້ຮັບຜົນສຳເລັດເສັ້ນນີ້, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍຢ່າງໃນການພັດທະນາສັງຄົມຂອງມວນມະນຸດ, ແລະ ກໍເປັນທາງເລືອກໃໝ່ໃນການບັນລຸຄວາມເປັນທັນສະໄໝຂອງມວນມະນຸດ.
ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້, ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວວ່າ: ປະເທດຈີນໄດ້ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດຕະຫຼອດມາ, ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ການເປີດປະຕູສູ່ພາຍນອກຂອງປະເທດຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ, ຈີນຈະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ.
ໃນຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງຢ່າງຮອບດ້ານ, ພັກຄອມມູນິດຈີນຈະນຳພາປະຊາຊົນຈີນ ແລະ ມີຄວາມໝັ້ນໃຈທັງມີຄວາມສາມາດສ້າງຄວາມອັດສະຈັນໃໝ່ໃຫຍ່ຫຼວງກວ່າເກົ່າທີ່ປະຈັກຕາຕໍ່ຊາວໂລກ, ພັດທະນາໂຕເອງໃຫ້ດີກວ່າເກົ່າ, ແລະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າ.