Wednesday, September 24, 2025
Home Blog Page 886

ການນຳໃຊ້ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ

0

ໃນວັນທີ 26 ຕຸລາ 2022 ທີ່ຫ້ອງປະຊຸມສະໂມສອນໄຟຟ້າ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມເຝິກອົບຣົມການນຳໃຊ້ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົມໝາຍ ໃຫ້ ກຳມະການສັງກັດກຳມາທິການກົດໝາຍ ແລະ ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມມີປະທານ-ຮອງກຳມາທິການ; ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ກຳມະການສັງກັດກຳມາທິການກົດໝາຍ ມີ 9 ແຂວງ ຄື: ນະຄອນຫຼວງວຽງຈັນ, ຫົວພັນ, ຊຽງຂວາງ, ວຽງຈັນ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງໄຊສົມບູນ; ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກງານ-ວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຕິດຕາມກວດກາ ການປະເມີນຜົນການປະຕິບັດກົດໝາຍ ສະບັບເລກທີ 53/ຄປຈ, ລົງວັນທີ 22 ສິງຫາ 2022; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການໂຄສະນາ ເຜີຍແຜ່ ລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂອງສະພາແຫ່ງຊາດ ສະບັບເລກທີ 29/ຄປຈ, ລົງວັນທີ 7 ກຸມພາ 2022; ເຜີຍແຜ່ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍ ການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ສະບັບເລກທີ 30/ຄປຈ, ລົງວັນທີ 7 ກຸມພາ 2022; ສະເໜີການນຳໃຊ້ຄູ່ມືການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ; ສະເໜີບົດຮຽນການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ສະເໜີບົດ “Post Legislative Scrutiny”.

ຈຸດປະສົງກອງປະຊຸມ ກໍເພື່ອເຮັດໃຫ້ກຳມະການສັງກັດກໍາມາທິການກົດໝາຍ ແລະ ພະນັກງານ-ລັດຖະກອນຂອງສະພາແຫ່ງຊາດ ໄດ້ຮັບການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ສົ່ງເສີມທັກສະທາງດ້ານວິຊາການ ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ສາມາດປະຕິ ບັດພາລະບົດບາດ ແລະ ເປັນເສນາທິການທາງດ້ານວຽກງານຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຢ່າງເປັນລະບົບຄົບຊຸດ, ມີປະສິດທິພາບ, ຮັດກຸມ ແລະ ເປັນເອກະພາບ, ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ.

ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 3 ວັນ (26-28/10)ຈຶ່ງສຳເລັດ ໂດຍການສະໜັບສະໜູນ ດ້ານງົບປະມານຈາກໂຄງການສ້າງຄວາມອາດສາມາດໃຫ້ສະພາແຫ່ງຊາດ ມູນນິທິເວສມິນສະເຕີ ເພື່ອປະຊາທິປະໄຕ (WFD) ແລະ ງົບປະມານສົມທົບຈາກຄະນະເລຂາທິການ ສະພາແຫ່ງຊາດ.

(ຂ່າວ ນາງ ກຸກກິກ ບຸດດາໄຊ ແລະ ພາບ: ສົມວິຈິດ ໄຊມົນຕີ)

ສະຫລອງ ວັນເດັກຍິງສາກົນ ແລະ ວັນເກີດ ນາງ ນ້ອຍ ຄົບຮອບ 16 ປີ

0

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ແລະ ອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA), ຮ່ວມກັບ ອົງການ ແພຣນ ສາກົນປະຈໍາ ສປປ ລາວ ແລະ ບັນດາຄູ່ຮ່ວມງານ ໄດ້ຈັດພິທີສະເຫລີມສະຫລອງວັນເດັກຍິງສາກົນ ປະຈໍາປີ 2022 ແລະ ວັນເກີດນາງ ນ້ອຍ ຄົບຮອບ 16 ປີ ໃນວັນທີ 26 ຕຸລາ 2022 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ “ປັດຈຸບັນ ແມ່ນເວລາຂອງ ພວກເຮົາ-ສິດທິຂອງພວກເຮົາ ແລະ ອະນາຄົດຂອງພວກເຮົາ’’ ໂດຍການເປັນປະທານ ຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນເພື່ອປະຊາກອນ, ມີລັດຖະມົນຕີ, ຮອງລັດຖະມົນຕີ ບັນດາຄູ່ຮ່ວມງານສະຖາທູດ, ອົງການຈັດຕັ້ງສາກົນ, ຫົວໜ້າກົມ, ຮອງກົມ, ປະທານ, ຮອງປະທານສະຫະພັນແມ່ຍິງບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວວ່າ: ນາງ ນ້ອຍ ຊຶ່ງແມ່ນນາມສົມມຸດ ທີ່ພວກເຮົາຮ່ວມກັນຕັ້ງຊື່ໃຫ້ລາວ ໃນປີ 2016 ວ່າ “ນາງນ້ອຍ” ເພື່ອເປັນຕົວແທນໃຫ້ແກ່ແມ່ຍິງໜຸ່ມລາວ ແລະ ໃນປີນີ້ ນາງນ້ອຍ ມີອາຍຸໄດ້ 16 ປີ ແລະ ກຳລັງກ້າວເຂົ້າສູ່ໄວໜຸ່ມຢ່າງເຕັມຕົວ ຊຶ່ງເປັນໄວຂອງເດັກຍິງ ທີ່ກຳລັງຕ້ອງການເຂົ້າສູ່ການຮຽນຮູ້ຕ່າງໆ ເພື່ອພັດທະນາຕົນເອງທາງຮ່າງກາຍ ແລະ ມັນສະໜອງ ໃຫ້ກາຍເປັນເດັກທີ່ມີຄວາມສະຫລາດ ແລະ ມີຄວາມຮູ້ ຄວາມສາມາດ. ເຖິງຢ່າງໃດກໍຕາມ, ເດັກຍິງລາວ ທີ່ເປັນຕົວແທນໂດຍນາງນ້ອຍ ແມ່ນໜຶ່ງໃນບັນດາຜູ້ຍິງທີ່ຖືກປ່ອຍປະ ໃນເລື່ອງຂອງການເຂົ້າເຖິງການບໍລິການດ້ານສຸຂະພາບ, ການສຶກສາ, ການຈ້າງງານ ແລະ ໂອກາດດ້ານອື່ນໆ ເຮັດໃຫ້ເດັກຍິງເຫລົ່ານັ້ນ ຕົກຢູ່ໃນຄວາມສ່ຽງ ທີ່ເຫັນໄດ້ຊັດເຈນແມ່ນ ອັດຕາການແຕ່ງດອງຂອງເດັກຍິງແຕ່ອາຍຸຍັງນ້ອຍ ແມ່ນສູງ ແລະ ອັດຕາການເກີດລູກຂອງໄວໜຸ່ມແມ່ນສູງທີ່ສຸດໃນພາກພື້ນ. ການຈັດພິທີສະເຫລີມສະຫລອງວັນ ເກີດນາງ ນ້ອຍ ຄົບຮອບ 16 ປີ ແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ເນື່ອງຈາກເປັນການຈັດຕັ້ງປະຕິບັດກອບແຜນງານ 2030 ຂອງ ນາງນ້ອຍ ເພື່ອແກ້ໄຂສິ່ງທ້າທາຍຂອງຂອງເດັກຍິງລາວ ທີ່ປະເຊີນກັບບັນຫາເລື່ອງການເຂົ້າເຖິງການສຶກສາ, ສຸຂະພາບຈະເລີນພັນ, ເພດສຳພັນ, ການຈ້າງງານ ແລະ ຄວາມສະເໝີພາບຍິງ-ຊາຍ ລວມທັງໂອກາດໃນການມີສ່ວນຮ່ວມ ແລະ ການຕັດສິນໃຈໃນເລື່ອງຕ່າງໆ ໃນຊີວິດຂອງເຂົາເຈົ້າ.

ການຈັດງານຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງລັດຖະບານ ສປປ ລາວ ໂດຍສະເພາະສູນກາງສະຫະພັນແມ່ຍິງລາວ, ອົງການ UNFPA, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຕົວຊີ້ວັດ ຂອງເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະ ຕົວຊີ້ບອກ SDG2, SDG3, SDG4, SDG 5 ແລະ SDG8 ທີ່ເຊື່ອມໃສ່ຂອບວຽກນາງນ້ອຍ. ການສະເຫລີມສະຫລອງວັນເດັກຍິງສາກົນ ແລະ ວັນເກີດນາງນ້ອຍ ສຳລັບປີນີ້, ເປັນການຜັນຂະ ຫຍາຍຖະແຫລງການ ຂອງອົງການສະຫະປະຊາຊາດ ແລະ ເປັນການປະຕິບັດແຜນງານຮ່ວມມື ລະ ຫວ່າງ ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ; ເປັນການສ້າງຂະບວນການສະແດງໃຫ້ເຫັນເຖິງຄວາມສຳຄັນຂອງສິດທິເດັກ, ສົ່ງເສີມການເຂົ້າເຖິງໂອກາດຕ່າງໆ ຂອງເດັກຍິງ ແລະ ຄວາມເທົ່າທຽມຂອງເດັກຍິງ ແລະ ເດັກຊາຍໃນສັງຄົມ; ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຊອກວິທີທາງແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ລວມທັງຄວາມຫຍຸ້ງຍາກທີ່ເດັກຍິງກໍາລັງປະເຊີນໃນປັດຈຸບັນ ເພື່ອຮ່ວມມືໃນການກັນແກ້ໄຂບັນຫາດັ່ງກ່າວທີ່ເດັກຍິງໜຸ່ມກຳລັງປະເຊີນ ແນໃສ່ປົກປ້ອງສິດຜົນປະໂຫຍດ ແລະ ສ້າງຄວາມເຂັ້ມແຂງໃຫ້ບັນດາເດັກຍິງ ໂດຍສະເພາະພາຍຫລັງສະພາບທີ່ມີການລະບາດຂອງໂຄວິດ-19, ດ້ວຍການຈັດກິດຈະກຳຕ່າງໆ ເພື່ອໂຄສະນາປູກຈິດສຳນຶກໃຫ້ທຸກພາກ ສ່ວນໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈ ດ້ວຍການຮ່ວມມື ແລະ ສະໜັບສະໜູນທຶນຮອນ ຈາກອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນຕົ້ນການຈັດຕັ້ງປະຕິບັດ ວຽກງານແມ່ຍິງ 3 ດີ ຕິດພັນການສ້າງບ້ານພັດທະນາຕາມທິດ 3 ສ້າງ, ການມີສ່ວນຮ່ວມຂອງເພດຊາຍ ເຂົ້າໃນການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງໃນຄອບຄົວ, ສະຖານທີ່ເຮັດວຽກ, ສະຖານທີ່ອອກແຮງງາານ ແລະ ໃນພື້ນທີ່ສາທະລະນະ ທີ່ຕິດພັນກັບແຜນພັດທະນາແມ່ຍິງແຫ່ງຊາດ.

ຊາວໜຸ່ມສະຖານທູດລາວ ປະຈຳ ກຳປູເຈຍ ສະຫລຸບຕີລາຄາຂໍ້ແຂ່ງຂັນ 4 ບຸກ ປະຈຳປີ

0

ໃນວັນທີ 23 ຕຸລາ ຜ່ານມາ, ໜ່ວຍຊາວໜຸ່ມຮາກຖານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ ໄດ້ເປີດກອງປະຊຸມສະຫລຸບ-ຕີລາຄາ, ກວດກາ ແລະ ປະເມີນຜົນ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2022 ຂອງໜ່ວຍຊາວໜຸ່ມຂຶ້ນ ໂດຍມີ ສະຫາຍ ບົວແກ້ວ ພູມວົງໄຊ ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກກຳປູເຈຍ, ມີບັນດາສະຫາຍຜູ້ຕ່າງໜ້າ ໜ່ວຍສະຫະພັນແມ່ຍິງ, ໜ່ວຍກຳມະບານ, ບັນດາສະຫາຍສະມາຊິກຊາວໜຸ່ມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ໄຈເງິນ ວົງແສງແກ້ວ, ເລຂາ ໜ່ວຍຊາວໜຸ່ມສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ພະນົມເປັນ ໄດ້ຜ່ານບົດສະຫລຸບການເຄື່ອນໄຫວຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກ, ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 1 ປີຜ່ານ ມາ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023.

ໂອກາດດັ່ງກ່າວ, ສະຫາຍ ບົວແກ້ວ ພູມວົງໄຊ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຕະຫລອດໄລຍະຜ່ານມາ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງບັນດາສະຫາຍຄະນະໜ່ວຍຊາວໜຸ່ມ, ໃນການປະຕິບັດໜ້າທີ່ການ ເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຍາດໄດ້ຜົນສຳເລັດໃນຫລາຍດ້ານ. ພ້ອມນັ້ນ, ສະ ຫາຍຍັງໄດ້ຊີ້ ນໍາໃຫ້ສືບຕໍ່ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນແຕ່ລະດ້ານ ໂດຍສະເພາະ ດ້ານການເມືອງ-ແນວຄິດ, ການນຳພາວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຕາມບົດແນະນຳຂອງ ຄະນະບໍລິຫານງານຊາວໜຸ່ມສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ວຽກງານດ້ານວິຊາສະເພາະ ແລະ ອື່ນໆ, ເຮັດໃຫ້ທຸກດ້ານມີຄວາມສອດຄ່ອງ, ຖືກ ຕ້ອງ ແລະ ມີຜົນສຳເລັດເປັນຢ່າງດີ.

ພ້ອມນີ້, ສະຫາຍ ບົວແກ້ວ ພູມວົງໄຊ ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍຊາວໜຸ່ມ ສືບຕໍ່ -ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ແລະ ສະມາຊິກຊາວ ໜຸ່ມທັງໝົດທີ່ຂຶ້ນກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ ຈົ່ງສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງຊາວໜຸ່ມ, ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ແລະ ກອງປະຊຸມໃນຄັ້ງນີ້ໃຫ້ເຂົ້າສູ່ລວງເລິກ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ, ສູ້ຊົນນຳພາ-ຊີ້ນຳການຈັດຕັ້ງປະຕິບັດວຽກງານການເປັນເສນາທິການໃຫ້ແກ່ອົງຄະນະພັກ, ຄະນະບໍລິຫານງານຊາວໜຸ່ມ ກະຊວງການຕ່າງ ປະເທດ ກໍຄື ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ກຳປູເຈຍ ໃຫ້ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

ຂ່າວ-ພາບ: ກຕທ

ສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການ ກ່ຽວກັບລະບຽບແຫລ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ

0

ເມື່ອບໍ່ດົນມານີ້, ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ) ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ລະບຽບແຫລ່ງກໍາເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ’’ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 5 ແຂວງພາກກາງ ແລະ ນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ລະບຽບແຫລ່ງກຳເນີດສິນຄ້າ ໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານ ໃນລະດັບພາກພື້ນ (RCEP) ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ໃຫ້ໄດ້ຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້ ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫລືUSAID.

ການເຈລະຈາສັນຍາການຮ່ວມມືເສດຖະກິດແບບຮອບດ້ານ ໃນລະດັບພາກພື້ນ ແມ່ນໃຊ້ເວລາເຈລະຈາປະມານ 9 ປີ ຈຶ່ງສຳເລັດ (2013-2021) ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນ 2022 ເປັນຕົ້ນມາ, ສັນຍາດັ່ງກ່າວ ເປັນສັນຍາການຄ້າເສລີ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະກອບມີ 15 ປະເທດສະມາຊິກ ໄດ້ແກ່ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ຄື: ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອົດສະຕາລີ ແລະ ນິວຊີແລນ ໂດຍກວມເອົາອັດຕາສ່ວນທາງດ້ານຕະຫລາດ, ມູນຄ່າການຄ້າ, ມູນຄ່າການລົງທຶນ ແລະ ມູນຄ່າ GDP ເກືອບ 30% ຂອງໂລກ ພ້ອມທັງເປັນສັນຍາທີ່ເນັ້ນໃຫ້ມີຄວາມທັນສະໄໝ, ຄອບຄຸມບັນຫາກວ້າງຂວາງ, ມີຄຸນນະພາບສູງ ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນໃນການເປັນຄູ່ຮ່ວມທາງດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ, ນັບແຕ່ສັນຍາສະບັບ ດັ່ງກ່າວ, ມີຜົນສັກສິດ ສປປ ລາວ ແມ່ນໄດ້ຮັບການຍົກເວັ້ນອັດຕາພາສີໂດຍທັນທີ ໃນຈຳນວນ 90% ຂອງລາຍການສິນຄ້າທັງໝົດຈາກ ສປ ຈີນ, 85% ຈາກ ຍີ່ປຸ່ນ, 60% ຈາກ ສ ເກົາຫລີ ແລະ 100% ຈາກອົດສະຕາລີ ແລະ ນິວຊີແລນ.

ນອກຈາກນັ້ນ, ວຽກງານສິດທິພິເສດທາງດ້ານການຄ້າ ກໍຄື ວຽກງານແຫລ່ງກຳເນີດສິນຄ້າ ແມ່ນເປັນວຽກງານບູລິມະສິດໜຶ່ງຂອງວຽກງານການນຳເຂົ້າ ແລະ ສົ່ງອອກ ຊຶ່ງໄດ້ບັນຈຸເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກຈະເປັນໂຕກະຕຸ້ນທີ່ສຳຄັນ ໃນການເພີ່ມທະວີການຜະລິດສິນຄ້າເພື່ອສົ່ງອອກ ເພາະການສົ່ງອອກພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ແມ່ນຈະໄດ້ຮັບການຍົກເວັ້ນ ຫລື ຫລຸດຜ່ອນອັດຕາພາສີ.

ປັດຈຸບັນນີ້, ສປປ ລາວ ໄດ້ຮັບນະໂຍບາຍທາງດ້ານອັດຕາພາສີ ພາຍໃຕ້ລະບອບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ສັນຍາການຄ້າເສລີ (FTA) ຈາກ 52 ປະເທດ ແລະ ອີກ 9 ປະເທດສະມາຊິກຂອງອາຊຽນ ໂດຍສິນຄ້າຂອງລາວທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫລ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດສົ່ງອອກໄປຍັງບັນດາປະເທດເຫລົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີເກືອບທັງໝົດ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ:ເວບໄຊ ກະຊວງ ອຄ

ຢູມັນນີ ມອບເງິນຊ່ວຍເຫລືອ ອົງການກາແດງແຫ່ງຊາດລາວ

0

ໃນໂອກາດ ຢູມັນນີ (u-money) ຄົບຮອບ 4 ປີແຫ່ງການສະໜອງບໍລິການ, ຢູມັນນີ ໄດ້ປະກອບສ່ວນເງິນສົດຈຳນວນ 3 ລ້ານກີບ ພ້ອມເຄື່ອງນຸ່ງຫົ່ມຈໍານວນໜຶ່ງ ໃຫ້ອົງການກາແດງແຫ່ງຊາດລາວ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນຜູ້ທຸກຍາກຕາມຄວາມເໝາະສົມ, ຕະຫອດໄລຍະຜ່ານມາບໍລິສັດ ສະຕາຟິນເທັກ ຫລື “u-money” ກໍເຄີຍປະກອບສ່ວນເຂົ້າໃນວຽກງານຊ່ວຍເຫລືອມາໂດຍຕະຫລອດ.

ໃນໄລຍະປີ 2020 ໄດ້ມີການເເພ່ລະບາດເຊື້ອພະຍາດ ໂຄວິດ-19 ເເລະ ໄດ້ມີການຈັດຕັ້ງ ໂຄງການລະດົມທຶນ ເພື່ອປະກອບສ່ວນຊ່ວຍເຫລືອຊື້ອຸປະກອນການແພດ ແກ່ການເຮັດວຽກຂອງອົງການກາແດງລາວ ໂດຍຜ່ານຊ່ອງທາງ ຢູມັນນີ ສ່ວນໃຫຍ່ແມ່ນການປະກອບສ່ວນແບ່ງປັນນໍ້າໃຈຈາກພະນັກງານ ທັງໝົດຂອງຢູນີເທວ, ພະນັກງານຂອງບໍລິສັດ ສະຕາ ຟີນເທັກ ແລະ ລູກຄ້າ ລວມມູນຄ່າ 33 ລ້ານກີບ.

ນອກນັ້ນ, ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ “u-money” ໄດ້ຮ່ວມກັບ ອົງການກາແດງແຫ່ງຊາດລາວ ມອບຜ້າອັດປາກ-ດັງ ໃຫ້ສູນກັກກັນ ຫລັກ 27 ຈໍານວນ 5.000 ແຜ່ນ ເພື່ອຮັບໃຊ້ເຂົ້າໃນວຽກງານການ ປ້ອງກັນ Covid- 19 ເເລະ ປີ 2021 ໄດ້ຊ່ວຍເຫລືອຄອບຄົວ ນາງ ເຢວື້ ບ້ານໂພນໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຊິ່ງນອນໃນກຸ່ມເປົ້າໝາຍ ທຸກຍາກ ຂາດເຂີນ ໂດຍໄດ້ຊ່ວຍເຫລືອໃນຮູບບແບບ ສ້າງອ່າງລ້ຽງປາ, ກົບ, ສ້າງຫ້ອງນໍ້າ ແລະ ໄຟຟ້າ.

ຢູມັນນີ ຈະສືບຕໍ່ການພັດທະນາດ້ານບໍລິການ ໃຫ້ນັບມື້ນັບສະດວກສະບາຍຍິ່ງຂຶ້ນ ພ້ອມກັບປະກອບສ່ວນເຂົ້າໃນການຊ່ວຍເຫລືອສັງຄົມ ຕໍ່ໄປ.

ພິທີເປີດຊຸດອົບຮົມວຽກງານວິທະຍຸກະຈາຍສຽງ, ໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2022

0

ວັນທີ 25 ຕຸລາ 2022, ສະຖານີວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມ ແລະ ສູນ 871 ໄດ້ຈັດພິທີເປີດຊຸດອົບຮົມວຽກງານວິທະຍຸ-ໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປະຈຳປີ 2022 ຢູ່ສະໂມສອນຂອງສູນ 871 . ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ຫວຽນ ກິມໂຕນ ອໍານວຍການວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນເອກພິເສດ ຮ່ວາງ ຕວນເກືອງ ຮອງອໍານວຍການສູນ 871, ມີຄະນະພັກ-ຄະນະອໍານວຍການສະຖານີວິທະຍຸ – ໂທລະພາບ, ໜັງສືພິມປະຊາຊົນຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງພະນັກງານຝຶກອົບຮົມ ຈາກວິທະຍຸ-ໂທລະພາບກອງທັບປະຊາຊົນລາວເຂົ້າຮ່ວມ.

ສະຫາຍພົນຈັດຕະວາ ຫວຽນ ກິມໂຕນ ອໍານວຍການວິທະຍຸ-ໂທລະພາບປະຊາຊົນຫວຽດນາມໄດ້ກ່າວເປີດພິທີ ແລະ ມີຄໍາເຫັນຕໍ່ບັນອົບຮົມວຽກງານວິທະຍຸໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປະຈຳປີ 2022ນີ້ວ່າ: ການຝຶຶກອົບຮົມໃນຄັ້ງນີ້ແມ່ນຈັດຂື້ນໃນທ່າມກາງບັນຍາກາດໃນປີສາມັກຄີ ລາວ – ຫວຽດນາມ ກໍຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ,ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຄົບຮອບ 45 ປີ ເຊິ່ງແມ່ນວັນທີ່ມີຄວາມໜາຍສໍາຄັັນທາງດ້ານປະຫວັດສາດຢ່າງແທ້ຈິ່ງ,ການຝຶກອົບຮົບຄັ້ງນີ້ຍັງແມ່ນກິດຈະກໍາໜຶ່ງທີ່ເປັນ ຮູບປະຖໍາ ທັງເປັນການເພີ່ມພູນຄູນສ້າງສາຍພົວພັນຄວາມສາມັກຄີແບບພິເສດລະຫວ່າງລາວແລະ ຫວຽດນາມ. ເຊິ່ງກົມໃຫຍ່ການເມືອງກອງທັບ ແລະ ສູນວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມ ໄດ້ຈັດຝຶກອົບຮົມວຽກງານໃຫ້ພະນັກງານວິທະຍຸ-ໂທລະພາບກອງທັບປະຊາຊົນລາວ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ຄົ້ນຄ້ວາຮໍ່າຮຽນກ່ຽວກັບວຽກງານ ວິທະຍຸ-ໂທລະພາບ,ພ້ອມທັງເປັນການສ້າງກາລະໂອກາດໃຫ້ພວກເຮົາໄດ້ພົບປະແລກປ່ຽນບົດຮຽນນໍາກັນ, ເພື່ອຍົກສູງຄຸນນະ ພາບວຽກງານສື່ກໍຄືວຽກງານ ວິທະຍຸ-ໂທລະພາບໃຫ້ສູງຂື້ນ. ບົນພື້ນຖານດັ່ງກ່າວພວກເຮົາໄດ້ຖືເອົາຄວາມສາມັກຄີແບບພິເສດ. ການຝຶກອົບຮົມຄັ້ງນີ້ພວກເຮົາຈະໄດ້ສ້າງບັນດາເນື້ອໃນເອກກະສານການຮຽນຕ່າງໆ ໃຫ້ເໜາະສົມກັບຄວາມຮຽກຮ້ອງຕ້ອງການໃນການແລກປ່ຽນບົດຮຽນລະຫວ່າງຄູອາຈານແລະນັກຝຶກອົບຮົມໃຫ້ເຂົ້າໃຈແລະສາມາດນໍາໄປຈັດຕັ້ງປະຕິບັດໃຫ້ຮັບໜາກຜົນອັນໃໜ່ແລະມີຄຸນນະພາບດີ.

ໂອກາດນີ້ສະຫາຍ ຮ້ອຍເອກ ນາງ ໂອສາ ຍອດບຸນເຮືອງ ຕ່າງໜ້າຫົວໜ້າຄະນະນັກສຶສາວຽກງານສື່ ວິທະຍຸ-ໂທລະພາບກອງທັບປະຊາຊົນລາວກໍ່ໄດ້ລາຍງານພາລະບົດບາດ ໃນການໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານກໍຄືການເຮັດໜ້າທີ່ການເມືອງຂອງສອງກົມກອງໃນໄລຍະຜ່ານມາວ່າ: ພວກເຮົາໄດ້ເອົາໃຈໂຄສະນາຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກຢ່າງ ກວ້າງຂວາງເລິກເຊິ່ງເຖິງຖອງພໍສົມຄວນ,ໄດ້ເຜີຍແຜ່ບັ້ນເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານຄັ້ງທີ XI ຂອງພັກ ຜົນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແລະ ການຈັດຕັ້ງປະຕິບັດແຜນພັດທະນາພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX, ວຽກງານ 3 ສ້າງ, ວຽກງານຈຸດສຸມຂອງລັດຖະບານ,ວຽກງານຂອງສະພາແຫ່ງຊາດເຊັ່ນ: ການດຳເນີນກອງປະຊຸມສະໄໝສາມັນ, ວິສາມັນຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ-ນະຄອນຫຼວງໃນແຕ່ລະໄລຍະ. ອັນທີ່ພົ້ນເດັ່ນທີ່ສຸດໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19ເຊິ່ງສື່ມວນຊົນເຮົາມີຄວາມສ່ຽງຈະຕິດເຊື້ອ ໃນເວລາປະຕິບັດໜ້າທີ່ ແລະ ຈຳນວນໜຶ່ງໄດ້ມີການຕິດເຊື້ອ ແຕ່ສື່ມວນຊົນພວກເຮົາກໍ່ບໍ່ໄດ້ປະລະໜ້າທີ່,ໄດ້ເອົາໃຈໃສ່ໂຄສະນາໃຫ້ແກ່ວຽກງານການປ້ອງກັນ, ຄວບຄຸ້ມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງດີ, ເປັນປົກກະຕິ ແລະ ຕໍ່ເນື່ອງ ເປັນຕົ້ນ ໂຄສະນາການຈັດຕັ້ງປະຕິບັດ ຄຳສັ່ງ, ແຈ້ງການ, ຄໍາແນະນໍາຕ່າງຂອງພັກ ແລະ ລັດຖະບານ ກໍຄືຄະນະສະເພາະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ, ການຖະແຫຼງຂ່າວ ຂອງຄະນະສະເພາະກິດ ໃນແຕ່ລະໄລຍະຢ່າງເປັນລະບົບ ແລະ ຕໍ່ເນື່ອງ; ໄດ້ໂຄສະນາໃຫ້ແກ່ວັນສຳຄັນຕ່າງໆຂອງຊາດ, ຂອງພັກຢ່າງຕໍ່ເນື່ອງເຊັ່ນ:ວັນສະຖາປານາສປປລາວ,ວັນສ້າງຕັ້ງ ກອງທັບປະຊາຊົນລາວ,ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ວັນສ້າງຕັ້ງແນວລາວສ້າງຊາດ, ວັນຄ້າຍວັນເກີດປະທານໄກສອນພົມວິຫານ, ວັນຄ້າຍວັນເກີດປະທານສຸພານຸວົງ ແລະ ວັນສໍາຄັນອື່ນໆ. ສຸມໃສ່ໂຄສະນາໃຫ້ແກ່ປີສາມັກຄີມິດຕະພາບລາວ-ຫວຽດນາມ ໃນນັ້ນອອກໂຄສະນາບັນດາກິດຈະກໍາທີ່ປິ່ນອ້ອມການສະເຫຼີມສະຫຼອງເຊິ່ງສື່ມວນຊົນໄດ້ຖ່າຍທອດສົດພິທີໂຮມຊຸມນຸມໃຫຍ່ໃນວັນ ທີ18 ກໍລະກົດ2022 ຜ່ານວິທະຍຸແລະ ໂທລະພາບ, ສື່ອອນລາຍຢ່າງກວ້າງຂວາງສົມຄວນ ແລະ ສືບຕໍ່ ອອກໂຄສະນາມູນເຊື້ອ, ຜົນງານການຮ່ວມມືລາວ-ຫວຽດນາມ ຢ່າງຕໍ່ເນື່ອງ.

ສໍາລັບພະນັກງານທີເຂົ້າມາຝຶກອົບຮົມວຽກງານວິທະຍຸ-ໂທລະພາບກອງທັບປະຊາຊົນລາວລວມມີ 1 ຄະນະມີ 10 ສະຫາຍ ທີມາຈາກວິທະຍຸກະຈາຍສຽງກອງທັບ 5 ສະຫາຍ, ໂທລພາບກອງທັບ 5 ສະຫາຍ ການຝຶກອົບຮົມຄັ້ງນີ້ຈະໄດ້ເລີມຮໍ່າຮຽນຕັ້ງແຕ່ວັນທີ 26 ຕຸລາ 2022 ຫາ ວັນທີ 26 ທັນວາ 2022ຈຶ່ງຈະສໍາເລັດ. ໃນພິທີນັກສຶກສາວິທະຍຸ-ໂທລະພາບກອງທັບປະຊາຊົນລາວຍັງໄດ້ມອບຮູບພາບພະທາດຫຼວງໃຫ້ວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມດ້ວຍຮ້ອຍຍິ້ມມິດຕະພາບຄວາມສາມັກຄີອັນງົດງາມແລະເບັ່ງບານຄື: ດອກຈໍາປາແລະ ດອກບົ່ວອັນຫອມຫວນແລະບໍມີວັນລືມໄດ້.

ຂ່າວ: ເຊໂປນ ມະໂນກຸນ

ພາບ: ມະໂນທໍາ ໄຊເມືອງແສນ

ສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ 68 ປີ.

0

ພີທີສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບຊ່າງແສງຄົບຮອບ68 ປີ (23 ຕຸລາ 1954-23ຕຸລາ 2022). ໄດ້ຈັດຂື້ນໃນວັນທີ 23 ຕຸລາ 2022 ນີ້ ທີ່ສະໂມສອນກົມຊ່າງແສງ ກົມໃຫ່ຍເສນາທິການກອງທັບ. ພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ,ມີສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນຄະນະພັກອົງການກົມໃຫ່ຍ ຫົວໜ້າກົມຊ່າງເເສງ ກົມໃຫ່ຍເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ,ພະແນກການ,ກົມກອງ,ແຂກຖືກເຊີນ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.

ສະຫາຍ ພັນເອກ ບຸນສົດອິນສີນາ ຮອງຫົວໜ້າກົມຊ່າງເເສງ ກົມໃຫ່ຍເສນາທິການກອງທັບ ໄດ້ເລົ່າຄືນມູນເຊື້ອແຫ່ງການເຕີບໃຫ່ຍຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວໃນແຕ່ລະໄລຍະຂອງເຫຼົ່າຮົບຊ່າງແສງໂດຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຂະບວນການປະຕິວັດຕໍ່ສູ້ກູ້ຊາດເຫຼົ່າຮົບຊ່າງແສງ ກອງທັບປະຊາຊົລາວໄດ້ກຳເນີດເກີດຂຶ້ນໃນລະດູການເກັບກ່ຽວເຂົ້ານາປີຂອງປະຊາຊົນລາວບັນດາເຜົ່າ ຊຶ່ງກົງກັບວັນທີ 23 ຕຸລາ ປີ 1954 ທີ່ບ້ານປູນ, ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ, ການຈັດຕັ້ງຂອງກົມກອງເຫຼົ່າຮົບຊ່າງແສງ ໃນເວລານັ້ນ ແມ່ນມີພຽງແຕ່ 1 ກອງຮ້ອຍ ເອກະລາດ ຄື: ກອງຮ້ອຍ 400, ຊ່າງແສງ, ມີຈຳນວນພົນທັງໝົດ 150 ສະຫາຍ ໂດຍແມ່ນ ທ່ານ ຄຳໄຕ ປະເສີດໄຊເປັນຜູ້ບັນຊາກອງຮ້ອຍ 400 ຊ່າງແສງເປັນອົງປະກອບໜຶ່ງທີ່ສຳຄັນໃນກອງທັບແນວລາວອິດສະຫຼະ, ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນໄດ້ຖືກມອບໝາຍໜ້າທີ່ອັນສູງສົ່ງຈາກຂັ້ນເທິງ ໃນການເຮັດໜ້າທີ່ຮັບປະກັນເຊັ່ນ: ສູ້ຮົບປະສານສົມທົບກັບບັນດາເຫຼົ່າຮົບອື່ນໆ, ເຮັດໜ້າທີ່ວຽກງານຮັບປະກັນໃນການສູ້ຮົບ, ກໍ່ສ້າງຂົວ-ທາງການທະຫານ, ຂຸດຂຸມຄອງ, ແຊມກາຍ, ກໍ່ສ້າງສະໜາມ, ປ້ອມສັງເກດການ, ສູນບັນຊາ, ກໍ່ສ້າງເຄຫະສະຖານ, ສະຖານທີ່ເຮັດວຽກຂອງຜູ້ນໍາ ແລະເຮັດໜ້າທີ່ລໍາລຽງຂົນສົ່ງ, ປຸກລະດົມ ຂົນຂວາຍ, ກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນ ຫາລ້ຽງກຸ້ມຕົນເອງຢ່າງຕັ້ງໜ້າ, ພາລະໜ້າທີ່ຂອງກົມກອງ ໂດຍປະຕິບັດຄຳຂວັນທີ່ວ່າ: “ ທຸກສິ່ງທຸກຢ່າງ ແມ່ນຕີເອົາຊະນະຈັກກະພັດຜູ້ຮຸກຮານ ແລະທຸກສິ່ງຢ່າງ ເພື່ອພາລະກິດປົດປ່ອຍຊາດ ” ຄຽງບ່າຄຽງໄລ່ກັບກົມກອງເຫຼົ່າຮົບອື່ນໆເຄື່ອນໄຫວຕີສັດຕູ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາສອງແຂວງເຕົ້າໂຮມ, ທີ່ເປັນຖານທີ່ໝັ້ນຍຸດທະສາດສຳຄັນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງເພື່ອຮັບປະກັນໃຫ້ແກ່ການເຮັດສຳເລັດໜ້າທີ່ຂອງບັນດາກົມກອງ, ເຫຼົ່າຮົບອື່ນໆ ຕີເອົາໄຊຊະນະສົງຄາມຮຸກຮານຂອງພວກຈັກກະພັດ ແລະລູກມືຂອງພວກມັນ ເຫຼົ່າຮົບຊ່າງແສງ ກໍ່ຄືກອງຮ້ອຍ 400 ຈຶ່ງໄດ້ຮັບການປັງປຸງທາງດ້ານການຈັດຕັ້ງ ແລະ ຍົກລະດັບຂຶ້ນ ເປັນກອງພັນນ້ອຍໃສ່ຊື່ວ່າ: ກອງພັນນ້ອຍ 19 ປະກາດໃນ ວັນທີ 26 ມີນາ 1961 ຢູ່ເຂດໜອງຫຍ້າມ້າ ( ຄັງໄຂ ແຂວງຊຽງຂວາງ ) ໂດຍແມ່ນ : ທ່ານ ຫີນສີລາເພັດ ອິນສີນາ ເປັນຜູ້ບັນຊາ ແລະ ປະກອບ ມີ 3 ກອງຮ້ອຍຄື:ກອງຮ້ອຍທີ 1 ເປັນກອງຮ້ອຍສູ້ຮົບກອງຮ້ອຍທີ 2 ເປັນກອງຮ້ອຍ ກໍ່ສ້າງຂົວ-ທາງ ກອງຮ້ອຍທີ 3 ເປັນກອງຮ້ອຍ ເຕັກນິກ ມີຈຳນວນພົນທັງໝົດ248 ສະຫາຍ, ມາເຖິງວັນທີ 28 ຕຸລາ 1962 ເຫຼົ່າຮົບຊ່າງແສງ ໄດ້ຮັບການປັບປຸງ ແລະ ຍົກລະດັບຂຶ້ນອີກກ້າວໜຶ່ງຈາກກອງພັນນ້ອຍເອກະລາດຊ່າງແສງ ກາຍເປັນພະແນກຊ່າງແສງ ຂຶ້ນກັບຫ້ອງເສນາທິການກອງບັນຊາການສູງສຸດທີ່ເມືອງວຽງໄຊ, ໂດຍແມ່ນ ທ່ານ ຫີນສີລາເພັດ ອິນສີນາ ເປັນຜູ້ຊີ້ນຳອັນໄດ້ເຮັດໃຫ້ ພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບ ຂອງເຫຼົ່າຮົບຊ່າງແສງສູງຂຶ້ນແລະ ກ້ວາງຂວາງກວ່າເກົ່າ ໃນໄລຍະນີ້ ບັນດາກົມກອງຂອງເຫຼົ່າຮົບຊ່າງແສງ ຢູ່ແຕ່ລະເຂດ, ແຕ່ລະແຂວງ, ກໍ່ມີການສ້າງຕັ້ງຂຶ້ນ ແລະ ມີການປັບປຸງທາງ ດ້ານການຈັດຕັ້ງ, ທັງຝຶກແອບຮ່ຳຮຽນ ທັງເຄື່ອນໄຫວເຮັດໜ້າທີ່ທີ່ຂັ້ນເທິງມອບໝາຍດ້ວຍຄວາມອົງອາດກ້າຫານໃນແຕ່ລະບັ້ນຮົບ ທີ່ເປັນປະຫວັດສາດສຳຄັນຂອງຊາດ, ທັງນ້ອຍ ແລະ ໃຫຍ່. ໃນນີ້ໄດ້ສືບຕໍ່ກໍ່ສ້າງ, ປັບປຸງຕົນເອງຢູ່ເລື້ອຍໆ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງເປັນຂະບວນຟົດຟື້ນ, ສາມາດສ້າງໄດ້ຫຼາຍກົມກອງປອດໃສ , ເຂັ້ມແຂງ, ໜັກແໜ້ນ, ກອງ 3 ປອດ ແລະ ນັກຮົບວັດທະນະທຳ-ກອງວັດທະນະທໍາ ໃນທົ່ວເຫຼົ່າຮົບຊ່າງແສງ, ນອກນັ້ນຍັງມີບາງກົມກອງພວມເປັນເປົ້າໝາຍ ທີ່ຈະສ້າງເປັນກອງຈຸດສຸມ, ຕາມທິດນຳຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄລຍະຜ່ານມາກໍ່ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດແລະ ການຈັດຕັ້ງຂັ້ນເທິງນັບແຕ່ໃບຍ້ອງຍໍຮອດຫຼຽນໄຊປະເພດຕ່າງໆ, ທັງບຸກຄົນ ແລະລວມໝູ່ ຢ່າງສົມກຽດເຊັ່ນ: ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 5 ໜ່ວຍ. ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 6 ໜ່ວຍ.ຫຼຽນໄຊພິລະອາດຫານ ຊັ້ນ II ຈຳນວນ 5 ໜ່ວຍ.ຫຼຽນກາແຮງງານຈໍານວນ2ໜ່ວຍ.ຍ້ອງຍໍລັດຖະບານ 3ໃບ.ຍ້ອງຍໍກະຊວງປ້ອງກັນປະເທດ5ໃບ.ຍ້ອງຍໍກົມໃຫຍ່ການເມືອງ 2 ໃບ. ຍ້ອງຍໍສູນຟື້ນຟູຄົນພິການ 1 ໃບ.

ໂອກາດອັນມີຄວາມສຳຄັນນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ໄດ້ໂອ້ລົມ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍຍາດມາໄດ້ໃນໄລຍະທີ່ຜ່ານມາ. ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານທຸກຂັ້ນ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ເຮັດດສຳເລັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍ, ຮັກສາໄດ້ມູນເຊື້ອອັນດີງາມ ແລະ ຕັ້ງໜ້າປັບປຸງພັດທະນາກົມກອງໃຫ້ມີທ່າກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມື່ອງໜັກແໜ້ນ,ມີຄຸນສົມບັດສິນທຳປະຕິວັດ,ມີລະບຽບແບບແຜນນຳພາ-ຊີ້ນຳ ໃນການພັດທະນາປັບປຸງກົມກອງໃຫ້ມີຄວາມເຕີບໃຫ່ຍເຂັ້ມແຂງ ແລະ ທັນສະໄໝ.

ຂຽນໂດຍ: ຕຸ້ຍ ອິນທະວົງ

ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດການຢ້ຽມຢາມລັດຖະກິດທີ່ ບຣູໄນ ດາຣູຊາລາມ

0

ໃນຕອນບ່າຍຂອງວັນທີ 26 ຕຸລາ 2022, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນ ລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງກັບຈາກການຢ້ຽມຢາມ ລັດຖະກິດ ທີ່ ບຣູໄນ ດາຣູ ຊາລາມ ແລະ ກັບເຖິງ ສປປ ລາວ ດ້ວຍຄວາມສະຫວັດດີພາບ, ໂດຍໄດ້ຮັບການຕ້ອນອັນອົບອຸ່ນຈາກການນໍາຂັ້ນສູງຂອງສໍານັກງານປະທານປະເທດ ແລະ ຜູ້ຕາງໜ້າຈາກ ສະຖານເອກອັກຄະລັດ ຖະທູດ ແຫ່ງ ບຣູໄນ ດາຣູຊາລາມ ປະຈໍາ ສປປ ລາວ.

ການເດີນທາງຢ້ຽມຢາມ ລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນຄັ້ງນີ້ ແມ່ນຕາມການເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ແລະ ໃຊ້ເວລາ 3ມື້ 2ຄືນ (ວັນທີ 24-26 ຕຸລາ 2022). ໃນໄລຍະຢ້ຽມຢາມ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.

ໃນການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ, ສອງຝ່າຍໄດ້ຕົກລົງເຫັນດີຮ່ວມກັນໃນການສົ່ງເສີມຊຸກຍູ້ການພົວພັນ ແລະ ຮ່ວມມືຂອບສອງຝ່າຍ ໃຫ້ແຕກດອກອອກຜົນ ແລະ ຮັດແໜ້ນຍິ່ງໆຂຶ້ນ. ໃນຂອບການຮ່ວມມືຫຼາຍຝ່າຍ ໄດ້ເປັນເອກະພາບກັນໃນການແລກປ່ຽນຄໍາຄິດຄໍາເຫັນໃນເວທີພາກພື້ນ ແລະ ສາກົນ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ໃນພາກພື້ນ ແລະ ສາກົນ. ພິເສດ, ສອງຝ່າຍ ໄດ້ສໍາເລັດການລົງນາມບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກໍາ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານ.

ພ້ອມນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງເປັນກຽດຂຶ້ນມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມພົບປະທຸລະ ກິດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຮັບຜົນສໍາເລັດເປັນຢ່າງດີ, ພ້ອມນີ້ ຍັງໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາ ຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ.

ໃນໂອກາດຢ້ຽມຢາມໃນຄັ້ງນີ້, ທ່ານ ນ. ນາລີ ສີສຸລິດ, ພັນລະຍາຂອງ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບ ສົມເດັດ ພະຣາຊິນີ Pengiran Anak Saleha ແຫ່ງ ບຣູໄນ ດາຣູຊາລາມ ແລະ ຍັງໄດ້ໄປຢ້ຽມຊົມ ສູນຫັດຖະກໍາ ແລະ ຫໍພິພິທະພັນ ບຣູໄນ.

ການຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ຂອງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ສະໜິດ ສະໜົມ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ແຫຼ່ງຂໍ້ມູນ:

• ເນື້ອໃນຂ່າວໂດຍ: ກົມການຂ່າວ, ກະຊວງການຕ່າງປະເທດ

• ຮູບພາບໂດຍ: ສໍານັກຂ່າວສານປະເທດລາວ

ເກີດເຫດໄຟໄໝ້ກຳປັ່ນໂດຍສານ ອິນໂດເນເຊຍ ເສຍຊີວິດ ຢ່າງໜ້ອຍ 14 ຄົນ

0

ອ້າງຕາມ ແຫລ່ງຂ່າວ ຈາກາຕາ ຂອງ ອິນໂດເນເຊຍ ເມື່ອວັນທີ 25 ຕຸລາ, ເຈົ້າໜ້າທີ່ ອິນໂດເນເຊຍ ເປີດເຜີຍ ວ່າ: ເກີດເຫດໄຟໄໝ້ ກຳປັ່ນ ໂດຍສານ ເຄເອັມເອັສເພັສ ຈັນຕີກາ 77 ຊຶ່ງປະກອບມີ ຜູ້ໂດຍສານ ຈຳນວນ 230 ຄົນ ແລະ ທີມງານ ກຳປັ່ນ 10 ຄົນ ຢູ່ ນອກແຄມຝັ່ງ ທາງພາກໃຕ້ຂອງ ອິນໂດເນເຊຍ ເຮັດໃຫ້ມີ ຜູ້ເສຍຊີວິດ 14 ຄົນ ແລະ ຊ່ວຍເຫລືອໄດ້ ປອດໄພ 226 ຄົນ. ເຈົ້າໜ້າທີ່ ກູ້ໄພອິນໂດເນເຊຍ ໃຫ້ຮູ້ວ່າ ກຳປັ່ນລຳນີ້ ໄດ້ເກີດໄຟໄໝ້ ໃນຂະນະທີ່ ເດີນທາງ ອອກຈາກ ເມືອງ ກູປັງ ແຂວງ ນູຊາເຕັງກາຣາ ທາງພາກຕາເວັນອອກ ຂອງປະເທດ ເພື່ອມຸ່ງໜ້າໄປຍັງ ເມືອງ ກາລາບາຮີ ໃນແຂວງດຽວກັນ. ປັດຈຸບັນ, ເຈົ້າໜ໊າທີ່ ພວມເລັ່ງສືບສວນສອບສວນ ຫາສາເຫດຕົ້ນຕໍ ທີ່ເກີດຂຶ້ນ ໃນຄັ້ງນີ້.

ບຣູໄນ ມີຄວາມສ່ຽງຕ່ຳສຸດຕໍ່ໄພພິບັດໃນອາຊຽນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ໂດຍອ້າງອີງຕາມ ໜັງສືພີມ ໂບຣນິໂອ ບູລເລຕິນ (Borneo Bulletin) ລາຍງານ ເມື່ອບໍ່ດົນມານີ້ວ່າ: ບຣູໄນ ຈັດເປັນປະເທດ ທີ່ມີ ຄວາມສ່ຽງຕ່ຳທີ່ສຸດ ຕໍ່ໄພພິບັດ ຈັດເປັນອັນດັບ 2 ຂອງອາຊຽນ ໃນບົດລາຍງານ ດ້ານດັດສະນີ ຄວາມສ່ຽງໂລກ (World Risk Index) ປະຈຳ ປີ 2022. ບົດລາຍງານ ດັ່ງກ່າວ ຄວບຄຸມຄວາມສ່ຽງ ຈາກແຜ່ນດິນໄຫວ, ພາຍຸເຮີຣີເຄນ/ໄຕ້ຝຸ່ນ, ນໍ້າຖ້ວມ (ທັງ ບໍລິເວນແຄມຝັ່ງ ແລະ ແມ່ນໍ້າ), ໄພແຫ້ງແລ້ງ, ການເພີ່ມຂຶ້ນ ລະດັບນໍ້າທະເລ, ສືນາມິ ແລະ ຄວາມຂັດແຍ່ງ. ໂດຍບຣູໄນ ຈັດໃຫ້ຢູ່ໃນອັນດັບທີ 165 ຈາກທັງໝົດ 193 ປະເທດ ແລະ ພາກພື້ນ ດ້ວຍຄະແນນ 1,34 ຈາກ 100 ຄະແນນ.