Wednesday, September 24, 2025
Home Blog Page 885

ອົສຕຣາລີຊ່ວຍເຫຼືອເຄື່ອງບັນເທົາທຸຸກເພື່ອຕອບໂຕ້ໄພພິບັດສຸກເສີນ

0

ພິ​ທີ​ມອບ-ຮັບ​ເຄື່ອງ​ຊ່ວຍ​ເຫຼືອ​ຕອບ​ໂຕ້​ໄພ​ພິ​ບັດ​ສຸກ​ເສີນ​ປະ​ເພດ​ເຄື່ອງ​ໃຊ້​ຄົວ​ເຮືອນ ແລະ ອຸ​ປະ​ກອນ​ໄຟ​ຟ້າ​ແສງ​ຕາ​ເວັນ ສຳ​ລັບ 560 ຄອບ​ຄົວ ຈາກ​ ລັດ​ຖະ​ບານ​ອົ​ສ​ຕ​ຣາ​ລີ​ໃຫ້​ແກ່ລັດຖະ​ບານ​ແຫ່ງ ສ​ປ​ປ ລາວ ລ່ວມມູນ​ຄ່າ 300.000 ໂດ​ລາ​ອົ​ສ​ຕ​ຣາ​ລີ ຫຼື ປະມານ 3,2 ຕື້​ກັບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ຕຸ​ລານີ້ ທີ່​ສະ​ໝາມ​ບິນ​ສາ​ກົນ​ວັດ​ໄຕ ນະ​ຄອນຫຼວງວຽງ​ຈັນ, ກ່າວມອບ ໂດຍ​ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ​ປະ​ເດີມ​ພອນ ສົນ​ທະ​ນິ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຶ່ງ​ ​ມີ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ທັງສອງຝ່າຍເຂົ້າ​ຮ່ວມ.

ການຈັດສົ່ງເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໂດຍກອງທັບອົສຕຮາລີແມ່ນໜຶ່ງໃນກິດຈະກຳຮ່ວມມືລາວອົສຕຣາລີ ຊຶ່ງແມ່ນການຮ່ວມມືປະຈຳປີຂອງທຸກຂະແໜງການຂອງລັດຖະບານອົສຕຣາລີ. ໂຄງການນີ້ແມ່ນຖືກຈັດຕັ້ງນຳພາໂດຍກອງທັບອົສຕຮາລີເພື່ອສະໜັບສະໜູນການຮ່ວມມືຫວ່າງກະຊວງປ້ອງກັນປະເທດຂອງລາວ ແລະ ອົສຕຣາລີ ກັບບັນດາປະເທດໃນພາກພື້ນ ຊຶ່ງລວມມີ ສປປ ລາວ.“ອົສຕຣາລີຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ ເພື່ອກຽມຄວາມພ້ອມໃນການຮັບມືກັບໄພພິບັດທາງທຳມະຊາດທີ່ອາດຈະເກີດຂຶ້ນ. ການກະກຽມເຄື່ອງຊ່ວຍເຫຼືອບັນເທົາທຸກໄວ້ໃນໃນປະເທດຈະຊ່ວຍເຮັດໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມສາມາດຕອບໂຕ້ກັບໄພພິບັດໄດ້ທັນເວລາ ແລະ ສາມາດຊ່ວຍປະຊາຊົນ ຈະຖືກກະທົບໄດ້ຢ່າງມີປະສິດຕິພາບເພື່ອຊ່ວຍໃຫ້ເຂົາເຈົ້າຟື້ນຟູຈາກຜົນກະທົບຂອງໄພພິບັດ

ທ່ານ ໂພລ ແຄລີ ກ່າວວ່າ: ເຄື່ອງ​ຊ່ວຍເຫຼືອສະໜັບສະໜູນ​ດ້ານ​ມະນຸດສະທຳ​ມີ​ມູນ​ຄ່າ300.000 ໂດລາອົສຕຣາລີ ຫຼື ປະມານ 3,2 ຕື້ກີບ ຊຶ່ງປະກອບມີ ​ຊຸດເຄື່ອງ​ຄົວ, ມຸ້ງ, ຜ້າ​ຫົ່ມ, ເສື່ອນອນ, ຊຸດ​ອະນາ​ໄມ ​ແລະ ​ອຸປະກອນໄຟຟ້າ​ແສງ​ຕາ​ເວັນ​ທີ່ຈະເປັນປະໂຫຍດໃຫ້​ແກ່ 560 ຄອບຄົວ​ຫຼື ປະມານ 2.800 ຄົນ.ເຄື່ອງ​ເຫຼົ່າ​ນີ້​ແມ່ນ​ເຄື່ອງໃຊ້ອັນຈຳເປັນທີ່ສຸດສຳລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ. ແລະ ລັດຖະບານອົສຕຣາລີມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ໃນວຽກງານດ້ານມະນຸດສະທຳ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານການຮ່ວມມືດ້ານການພັດທະນາຂອງອົສຕຣາລີ.

ທ່ານ ​ປະ​ເດີມ​ພອນ ສົນ​ທະ​ນິ ໄດ້​ກ່າວ​ວ່າ: ລັດຖະບານລາວຕີລາຄາສູງຕໍ່ກັບການສະໜອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຈາກລັດຖະບານອົສຕຣາລີ. ການຊ່ວຍເຫຼືອດັ່ງກ່າວຈະຊ່ວຍສ້າງການກຽມຄວາມພ້ອມແລະຄວາມອາດສາມາດໃນການຮັບມືກັບໄພພິບັດ, ໂດຍສະເພາະແມ່ນໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ເລື້ອຍໆ ແລະ ມີຄວາມຮຸນແຮງຂຶ້ນ.

(ຂ່າວ: ບຸນຕອມ)

ປະທານສະພາແຫ່ງ​ຊາດ ເຂົ້າຮ່ວມກອງປະຊຸມປະຈຳປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ

0

ໃນຕອນບ່າຍຂອງວັນທີ 26 ຕຸລາ 2022, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 30 ທີ່ ບາງກອກ, ຣາຊະອານາຈັກໄທ ພາຍໃຕ້ການເປັນປະທານ ເປີດກອງປະຊຸມຂອງ ທ່ານ ຊວນ ລີກໄພ, ປະທານລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນລັດຖະສະພາ ຈາກ 24 ປະເທດທີ່ເປັນສະມາຊິກຂອງອົງການ APPF, ບັນດາປະເທດສັງເກດການ ພ້ອມດ້ວຍ ຕາງໜ້າຈາກບັນດາອົງການລັດຖະສະພາພາກພື້ນ ແລະສາກົນໄດ້ເຂົ້າຮ່ວມ.

ກອງປະຊຸມ APPF ເປັນເວທີປຶກສາຫາລືຂອງບັນດາສະມາຊິກລັດຖະສະພາຍໃນພາກພື້ນອາຊີ-ປາຊີຟິກ ຊຶ່ງກອງປະຊຸມປະຈຳປີຄັ້ງນີ້ ຄະນະຜູ້ແທນຈະໄດ້ແລກປ່ຽນຄວາມຄິດຄວາມເຫັນ ພາຍໃຕ້ຄໍາຂວັນຂອງກອງປະຊຸມທີ່ວ່າ: “ລັດຖະສະພາ ແລະ ການພັດທະນາແບບຍືນຍົງ ພາຍຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19 (Parliaments and the Post-COVID-19 Sustainable Development)” ຊຶ່ງຈະໄດ້ດຳເນີນເປັນເວລາ 3 ວັນ ໃນລະຫວ່າງວັນທີ 26-28 ຕຸລາ 2022.

ພະນະທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ຈະໄດ້ຂຶ້ນກ່າວປາໃສ ຕໍ່ກອງປະຊຸມຄົບຄະນະໃນວາລະການເມືອງ ແລະ ຄວາມໝັ້ນຄົງ ພາຍໃຕ້ຫົວຂໍ້: “ສົ່ງເສີມການທູດລັດຖະສະພາ ເພື່ອຄວາມໝັ້ນຄົງໃນພາກພື້ນ”. ນອກນັ້ນ, ຄະນະຜູ້ແທນຈາກສະພາແຫ່ງຊາດລາວ ຍັງຈະໄດ້ເຂົ້າຮ່ວມປຶກສາຫາລື ແລະ ມີຄຳເຫັນຕໍ່ກອງປະຊຸມຕ່າງໆ ເຊັ່ນ: ກອງປະຊຸມສະມາຊິກລັດຖະສະພາເພດຍິງກ່ຽວກັບ ການສ້າງຄວາມເຂັ້ມແຂງໃນການມີສ່ວນຮ່ວມຂອງແມ່ຍິງຕໍ່ການຟຶ້ນຕົວທາງດ້ານເສດຖະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19; ກອງປະຊູມວຽກງານເສດຖະກິດ ແລະ ການຄ້າ ກ່ຽວກັບ ການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ເສດຖະກິດສີຂຽວສຳລັບການພັດທະນາແບບກວນລວມ ແລະ ກອງປະຊຸມວຽກງານການຮ່ວມມືພາກພື້ນອາຊີ-ປາຊີຟິກ ກ່ຽວກັບການສົ່ງ ເສີມການນຳໃຊ້ພະລັງງານທົດແທນ ເພື່ອບັນລຸການປ່ອຍອາຍພິດໃຫ້ກາຍເປັນສູນ.

ພ້ອມກັນນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຈະໄດ້ຮ່ວມຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊູມກ່ຽວກັບບັນຫາຕ່າງໆ ຈຳນວນທັງໝົດ 10 ສະບັບ ເພື່ອຢັ້ງຍືນຄືນຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ ແລະ ບົດບາດອັນສໍາຄັນຂອງສະມາຊິກລັດຖະສະພາໃນພາກພື້ນອາຊີ-ປາຊີຟິກ ເປັນຕົ້ນແມ່ນບັນຫາການເມືອງ ແລະ ຄວາມໝັ້ນຄົງ; ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ບົດບາດຍິງ-ຊາຍ. ນອກຈາກນັ້ນ, ຄະນະຜູ້ແທນຊັ້ນສູງຂອງສະພາແຫ່ງຊາດລາວ ຍັງຈະໄດ້ທໍາການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ແລະ ພົບປະສອງຝ່າຍກັບຄະນະຜູ້ແທນຈາກສະພາແຫ່ງຊາດ ສສ ຫຽດນາມ, ສະພາປະຊາຊົນທົ່ວປະເທດຈີນ, ກໍາປູເຈຍ, ຣັດເຊຍ, ສເກົາຫຼີ ແລະ ຍີ່ປຸ່ນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ສອງຝ່າຍ ລະຫວ່າງອົງການນິຕິບັນຍັດ.

ຂ່າວ: ສະ​ພາ​ແຫ່ງ​ຊາດ

ການລົງກໍ່ສ້າງຮາກຖານການເມືອງ ຢູ່ແຂວງໄຊສົມບູນ ເຮັດໃຫ້ຮາກຖານມີການປັບປຸງດີຂຶ້ນ

0

ແຂວງໄຊສົມບູນ ໄດ້ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາເສດຖະກິດ ແລະ ການແກ້ໄຂຄວາມບໍ່ສະຫງົບ ຢູ່ພາຍໃນແຂວງ ເພື່ອແນໃສ່ຮັບປະກັນໃຫ້ແຂວງ ໄດ້ຮັບການພັດທະນາຮອບດ້ານເລີ່ມແຕ່ຫົວທີ ໂດຍສະເພາະ ວຽກງານກໍ່ສ້າງຮາກຖານການ ເມືອງ ແມ່ນສຸມໃສ່ຈັດຕັ້ງປະຕິບັດຕົວຈິງຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ເຮັດຢ່າງແຂງແຮງ ເຮັດໃຫ້ບ້ານຈຸດສຸມຫຼຸດລົງຈາກ 21 ບ້ານ ເຫຼືອພຽງ 12 ບ້ານ.

ບົດປະກອບຄຳເຫັນ ຕໍ່ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ວຽກງານ 3 ສ້າງ ແລະ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ. ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາເສດຖະກິດ ແລະ ການແກ້ໄຂສະພາບຄວາມບໍ່ສະຫງົບຢູ່ແຂວງໄຊສົມບູນ (2015-2022) ໄດ້ໃຫ້ຮູ້ວ່າ: ແຂວງໄຊສົມບູນ ເປັນແຂວງທຸລະກັນດານ ມີພູຜາສູງຊັນກວມອັດຕາສ່ວນຫຼາຍກວ່າ 80%, ປະຊາຊົນດໍາລົງຊີວິດສ່ວນຫຼາຍຍັງອາໄສທໍາມະຊາດ ແລະ ເຄິ່ງທໍາມະຊາດ, ແຂວງ ປະກອບມີ 5 ເມືອງ, 17 ກຸ່ມບ້ານ, ມີ 89 ບ້ານ, ມີ 18.458 ຄອບຄົວ, ມີພົນລະເມືອງ 98.905 ຄົນ; ໃນນີ້, ຍິງ 48.752 ຄົນ, ມີ 5 ເຜົ່າຢູ່ຮ່ວມກັນຢ່າງສະໝານສາມັກຄີ.

ໃນຕົ້ນປີ 2015 ໂດຍພາຍໃຕ້ການ ຊີ້ນໍາຂອງສະຫາຍເລຂາທິການໃຫຍ່; ກະຊວງປ້ອງກັນປະເທດ ແລະ ກະຊວງກ້ອງກັນຄວາມສະຫງົບ ໄດ້ຫັນເອົາກໍາລັງລົງສົມທົບກັບແຂວງ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາເສດຖະກິດ ແລະ ແກ້ໄຂບັນຫາຄວາມບໍ່ສະຫງົບ; ເພື່ອແນໃສ່ຮັບປະກັນໃຫ້ແຂວງໄຊສົມບູນ ໄດ້ຮັບການພັດທະນາຮອບດ້ານເລີ່ມແຕ່ຫົວທີ. ໃນນີ້, ກະຊວງປ້ອງກັນປະເທດຮັບຜິດຊອບ: ກຸ່ມບ້ານອ່າວ, ກຸ່ມບ້ານອອມ ເມືອງອານຸວົງ ແລະ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ. ສ່ວນກະຊວງປ້ອງກັນຄວາມສະຫງົບ ຮັບຜິດຊອບເມືອງລ້ອງແຈ້ງ ແລະ ວຽກງານອອກບັດປະຈໍາຕົວ ແລະ ສໍາມະໂນຄົວທົ່ວແຂວງ ຊຶ່ງຄະນະພັກອົງການປົກຄອງແຂວງໄຊສົມບູນ ໄດ້ເປັນເຈົ້າການປະສານສົມທົບ 2 ກະຊວງ ເອົາພະນັກງານຂອງຕົນ ລົງບ້ານຈຸດສຸມມີ 21 ບ້ານຈຸດສຸມ ແລະ ບ້ານທົ່ວໄປມີ 2 ຮູບແບບຄື: ໄດ້ເອົາພະນັກງານກະຊວງປ້ອງກັນປະເທດ, ພະນັກງານກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານຂອງແຂວງລົງປະຈໍາຢູ່ພາຍໃນ 21 ບ້ານ. ສໍາລັບບ້ານທົ່ວໄປ ແມ່ນໃຫ້ພະນັກງານຂອງບັນດາພະແນກການຂອງແຂວງ ແລະ ເມືອງ ລົງຕາມຂະແໜງການສາຍຕັ້ງ.

ໃນເບື້ອງຕົ້ນ ໄດ້ເອົາພະນັກງານກໍ່ສ້າງຮາກຖາມ ມີ 327 ສະຫາຍ ໃນ 17 ບ້ານຈຸດສຸມ; ຜ່ານຂະບວນການຕົວຈິງ ພວກເຮົາໄດ້ເພີ່ມຈໍານວນຂຶ້ນເປັນ 21 ບ້ານ ແລະ ໄດ້ຂັດຈ້ອນພະນັກງານ ລົງປະຈໍາ ມີ 175 ສະຫາຍ, ຜ່ານຂະບວນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ເຮັດຢ່າງແຂງແຮງ ດ້ວຍການສຸມໃສ່ປັບປຸງລະບົບການເມືອງປະຊາທິປະໄຕປະຊາຊົນຢູ່ຂັ້ນຮາກຖານ ເປັນຕົ້ນ ແມ່ນດໍາເນີນຊີວິດການເມືອງສະມາຊິກພັກ-ໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ນັກຮົບເກົ່າ ແລະ ການຈັດຕັ້ງບ້ານ ເຮັດໃຫ້ການຈັດຕັ້ງຢູ່ຂັ້ນຮາກຖານມີການປັບປຸງດີຂຶ້ນ, ມີລະບອບແບບແຜນວິທີເຮັດວຽກ, ມີການນໍາພາ ແລະ ຈັດຕັ້ງປະຕິບັດຕົວຈິງ; ປັບປຸງກອງຫຼອນ-ປກສ ບ້ານ, ນັບທັງສຶກສາອົບຮົມແນວຄິດ ການເມືອງ, ຫັດແອບສິນລະປະ ຍຸດຍຸທະວິທີ ຕິດພັນກັບການສ້າງບ້ານປ້ອງກັນຄວາມສະຫງົບ, ການສ້າງຄອບຄົວບ້ານປ້ອງກັນຊາດ; ນໍາພາການຈັດຕັ້ງບ້ານ ຮູ້ນໍາພາປະຊາຊົນສ້າງເສດຖະກິດຄອບຄົວ ຍົກສູງຊີວິດການເປັນຢູ່, ຮູ້ບໍລິຫານຈັດການເສດຖະກິດບ້ານຂັ້ນພື້ນຖານ ແລະ ນໍາພາບ້ານຮູ້ຈັກຮັກຫອມ, ປົກປ້ອງຮັກສາວັດທະນະທໍາ-ຮີດຄອງປະເພນີຂອງຊາດຂອງເຜົ່າ, ຍູ້ແຮງການສ້າງຄອບຄົວວັດທະນະທໍາ, ຄອບຄົວບ້ານສາທາລະ ນະສຸກໃຫ້ເປັນຂະບວນກວ້າງຂວາງ.

ຜ່ານການຈັດຕັ້ງປະຕິບັດຕົວຈິງຂ້າງເທິງ ໄດ້ເຮັດໃຫ້ຄວາມຕື່ນຕົວທາງດ້ານການເມືອງ, ຄວາມເປັນເຈົ້າການຂອງປະຊາຊົນ ຈຶ່ງໄດ້ຈັດຕັ້ງການປະເມີນຄືນໃໝ່ໃນປີ 2021 ທີ່ຜ່ານມາ ແລະ ປັດຈຸບັນບ້ານຈຸດສຸມຫຼຸດລົງຍັງເຫຼືອພຽງແຕ່ 12 ບ້ານ ແລະ ຮັກສາພະນັກງານໄວ້ 108 ສະຫາຍ.

(ຂ່າວ: ສຸກສະຫວັນ)

ບໍລິສັດ ເບສ ເທເລຄອມ ເຜີຍແຜ່ແຜນດຳເນີນທຸລະກິດໃຫ້ພະນັກງານ

0

ບໍລິສັດ ເບສ ເທເລຄອມ ໄດ້ຈັດກອງປະຊຸມ ເພື່ອເຜີຍແຜ່ແຜນຍຸດທະສາດ 5 ປີ (2022-2026) ໃຫ້ແກ່ພະນັກງານ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ຕໍ່ການດໍາເນີນທຸລະ ກິດໃນແຕ່ລະປີ, ເຂົ້າໃຈເຖິງການພັດທະນາລະບົບໂທລະຄົມ ມະນາຄົມ ແລະ ການສື່ສານຄົບວົງຈອນຂອງບໍລິສັດ.

ພິທີດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ບໍລິສັດ ເບສ ເທເລຄອມ ຈໍາກັດ ໂດຍມີ ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ປະທານສະພາ ບໍລິຫານ ບໍລິສັດ ເບສ ເທເລຄອມ, ມີ ທ່ານ ພັທ ພິມ ວິຈິດວົງສາ ຮອງຫົວຫນ້າຫ້ອງການການເມືອງ ກົມໃຫ່ຍ ເສນາທິການກອງທັບ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົນຈັດຕະວາ ຄໍາຄິດ ໄຊສົງຄາມ ໄດ້ຂຶ້ນຜ່ານແຜນ ຍຸດທະສາດ 5 ປີ (2022-2026) ຂອງ ບໍລິສັດ ເບສ ເທເລຄອມ ຈໍາກັດໃຫ້ກັບ ພະນັກງານຫຼັກແຫຼ່ງ ຂອງ ບໍລິສັດ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງແຜນຍຸດທະສາດ 5 ປີຢ່າງເລິກເຊິ່ງ, ຕໍ່ການດໍາເນີນທຸລະ ກິດໃນແຕ່ລະປີ, ເຂົ້າໃຈເຖິງການພັດທະນາລະບົບໂທລະຄົມ ມະນາຄົມ ແລະ ການສື່ສານຄົບວົງຈອນຂອງບໍລິສັດ, ພ້ອມທັງໄດ້ຍົກໃຫ້ເຫັນຄວາມຫມາຍຄວາມສໍາຄັນຂອງວຽກໂດຍຕິດພັນກັບວຽກງານ ປກຊ- ປກສ ຄຽງຄູ່ກັບ ການດໍາເນີນທຸກລະກິດຂອງບໍລິສັດ ແລະ ຍັງຮຽກຮ້ອງໃຫ້ພະນັກງານຫຼັກແຫຼ່ງເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ ກວ່າເກົ່າ, ປັບປຸງແບບແຜນວິທີເຮັດວຽກ ໂດຍນໍາເອົາເນື້ອໃນຂອງແຜນຍຸດທະສາດ 5 ປີ ຂອງບໍລິສັດ ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງນຕົວຈິງໃຫ້ມີຜົນສໍາເລັດ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ.

ຫຼັງຈາກນັ້ນ ທ່ານ ລິດທິກອນ ພູມມະສັກ ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ ເນັ້ນເຖິງ ຄວາມຫມາຍຄວາມສໍາຄັນຂອງການດໍາເນີນທຸລະກິດໃນໄລຍະໃຫມ່, ພ້ອມທັງໄດ້ໃຫ້ຄວາມສໍາຄັນຕໍ່ ພະນັກງານວິຊາການ ຢູ່ບັນດາສາຂາແຂວງ ໃຫ້ສຸມໃສ່ຫນ້າທີ່ວິຊາສະເພາະຢ່າງຕັ້ງຫນ້າໃຫ້ມີຄວາມສໍາເລັດ ໃນການດໍາເນີນທຸລະກິດ ແລະ ຍັງເປັນເຂັມຊີ້ທິດເຍືອງທາງໃຫ້ບັນດາພະນັກງານວິຊາການຂອງບໍລິສັດ ເພື່ອນໍາເອົາເນື້ອແຜນຍຸດທະສາດ 5 ປີຂອງບໍລິສັດ ນໍາໄປຜັນຂະຫຍາຍເຂົ້າສູ່ວຽກງານຂົງເຂດຂອງຕົນ ຮັບຜິດຊອບໃຫ້ມີຜົນສໍາເລັດຢ່າງແຂງແຮງ.

ຂ່າວ: ບໍລິສັດ ເບສ ເທເລຄອມ

ຈີນເລີ່ມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງໃໝ່

0

ຂ່າວສານຊີອາໄອລາຍງານ “ປັດຈຸບັນ, ຈີນພວມກ້າວເຂົ້າສູ່ຂະບວນການອອກເດີນທາງຄັ້ງ ໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ມີຄວາມທັນສະໄໝ ແລະ ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານດ້ວຍກຳລັງໃຈຟົດຟື້ນຊື່ນບານ ແລະ ບຸກບຶນໄປສູ່ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານດ້ວຍການຫັນເປັນທັນສະໄໝແບບຈີນ.”

ໃນວັນທີ 23 ຕຸລາ ຜ່ານມາ, ຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດກອງປະຊຸມຖະແຫຼງຂ່າວ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ບັນລະຍາຍໜ້າທີ່ໃຈກາງຂອງພັກຄອມມູນິດຈີນໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່ ໂດຍເນັ້ນໜັກວ່າ ຕ້ອງໃຫ້ຄວາມປາຖະໜາທີ່ຫວັງໃຫ້ມີຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໄດ້ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ ແລະ ສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາຕົນເອງ.

ຢາກເຂົ້າໃຈປະເທດຈີນໃນຍຸກປັດຈຸບັນ ກໍຄວນເຂົ້າໃຈພັກກອມມູນິດຈີນກ່ອນ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກກອມມູນິດຈີນທີ່ຫາກໍສິ້ນສຸດລົງ, ໄດ້ຊີ້ທິດເຍືອງທາງ ແລະ ກຳນົດທິດທາງການເຄື່ອນໄຫວໃຫ້ປະເທດຈີນ ເພື່ອບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງໃນຂະບວນການອອກເດີນທາງຄັ້ງໃໝ່ໃນຍຸກໃໝ່, ທັງໄດ້ສະໜອງໂອກາດສຳຄັນໃຫ້ແກ່ປະຊາຄົມໂລກ ການຊອກຮູ້ການປົກຄອງປະເທດ ແລະ ການຄຸ້ມຄອງລັດຂອງພັກກອມມູນິດຈີນຕື່ມອີກ. ໃນນັ້ນ, “ການຫັນເປັນທັນສະໄໝແບບຈີນ” ໄດ້ຮັບຄວາມສົນໃຈໃນລະດັບສູງຈາກນັກສັງເກດການສາກົນ. ກອງປະຊຸມໃຫຍ່ໄດ້ກຳນົດຄວາມເປັນສີສັນພິເສດຂອງຈີນ ແລະ ຄວາມຮຽກຮ້ອງທີ່ເປັນທາດແທ້ຂອງການຫັນເປັນທັນສະໄໝແບບຈີນ, ໄດ້ວາງແຜນຍຸດທະສາດໃນການກໍ່ສ້າງປະເທດສັງຄົມນິຍົມທີ່ທັນສະໄໝ, ເຂັ້ມແຂງຢ່າງຮອບດ້ານ ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນຢ່າງຮອບດ້ານ. ເສັ້ນທາງໃໝ່ຄວາມເປັນແບບທັນສະໄໝຂອງປະເທດຈີນທີ່ໄດ້ຮັບຜົນສຳເລັດເສັ້ນນີ້, ໄດ້ແກ້ໄຂບັນຫາຫຍຸ້ງຍາກຫຼາຍຢ່າງໃນການພັດທະນາສັງຄົມຂອງມວນມະນຸດ ແລະ ກໍເປັນທາງເລືອກໃໝ່ໃນການບັນລຸຄວາມເປັນທັນສະໄໝຂອງມວນມະນຸດ.

ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້ ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ. ທ່ານ ສີຈິ້ນຜິງ ກ່າວວ່າ: ປະເທດຈີນໄດ້ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດຕະຫຼອດມາ, ຈະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ການເປີດປະຕູສູ່ພາຍນອກຂອງປະເທດຈີນຈະນັບມື້ນັບກວ້າງຂວາງກວ່າເກົ່າ, ຈີນຈະສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາຕົນເອງ.

ໃນຂະບວນການອອກເດີນທາງຄັ້ງໃໝ່ໃນການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງຢ່າງຮອບດ້ານ, ພັກກອມມູນິດຈີນຈະນຳພາປະຊາຊົນຈີນ ແລະ ມີຄວາມໝັ້ນໃຈທັງມີຄວາມສາມາດສ້າງຄວາມອັດສະຈັນໃໝ່ໃຫຍ່ຫຼວງກວ່າເກົ່າທີ່ປະຈັກຕາຕໍ່ຊາວໂລກ, ພັດທະນາຕົນເອງໃຫ້ດີກວ່າເກົ່າ ແລະ ສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າ.

ອົສຕຣາລີ ແລະ UNICEF ສືບຕໍ່ສະໜອງວັກຊິນກັນໂຄວິດ-19 ໃຫ້ຫວຽດນາມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 24 ຕຸລາ ຜ່ານມາ, ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ໃຫ້ຮູ້ວ່າ: UNICEF ໄດ້ສົມທົບກັບລັດຖະບານ ອົສຕຣາລີ ສະໜອງວັກຊິນກັນໂຄວິດ – 19 ຂອງ ໄຟເຊີ (Pfizer – BioiNTech) ຈຳນວນ 4,2 ລ້ານໂດສ ໃຫ້ແກ່ ຫວຽດນາມ ໃນໂຄງການຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ. ໃນນັ້ນ, ວັກຊິນສຳລັບຜູ້ໃຫຍ່ 3 ລ້ານໂດສ ໄດ້ສົ່ງມາຮອດນະຄອນຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ໃນເດືອນ ກັນຍາ ແລະ ວັກຊິນທີ່ສັກໃຫ້ເດັກ 1,2 ລ້ານໂດສ ໄດ້ສົ່ງມາຮອດນະຄອນຫຼວງ ຮ່າໂນ້ຍ ໃນວັນທີ 24 ຕຸລາ ຜ່ານມາ. ມາຮອດປັດຈຸບັນ, ລັດຖະບານ ອົສຕຣາລີ ໄດ້ສະໜອງວັກຊິນກັນໂຄວິດ -19 ໃຫ້ແກ່ ຫວຽດນາມ ທັງໝົດແມ່ນຫຼາຍກວ່າ 26 ລ້ານໂດສ. ອົສຕຣາລີ ແລະ UNICEF ຍັງໄດ້ມອບລົດເກັບຄວາມເຢັນ 5 ຄັນໃຫ້ແກ່ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາສູນກາງ ຮ່າໂນ້ຍ, ສະຖາບັນ ປັດສະເຕີ (Pasteur) ຢູ່ນະຄອນ ໂຮ່ຈີມິນ, ສະຖາບັນ ປັດສະເຕີ (Pasteur) ຍາຈາງ ແລະ ສະຖາບັນອະນາໄມ ແລະ ກັນພະຍາດລະບາດວິທະຍາ ໄຕຫງວຽນ ຢູ່ ດັກລັກ.

ປ່ຽນແປງໃໝ່ປະດິດຄິດສ້າງມຸ່ງໄປສູ່ປະເທດພັດທະນາແບບຍືນຍົງ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 25 ຕຸລາ ຜ່ານມາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປຸກລະດົມໂຄງການປ່ຽນແປ່ງໃໝ່, ປະດິດຄິດສ້າງຢູ່ ຫວຽດນາມ 2022. ນີ້ແມ່ນໂຄງການປະຈຳປີນອນໃນຂໍ້ລິເລີ່ມການປ່ຽນແປງໃໝ່, ປະດິດຄິດສ້າງ ຫວຽດນາມ (InnovateVN).

ຂ່າວລະບຸວ່າ: ຂໍ້ລິເລີ່ມດັ່ງກ່າວໄດ້ມຸ່ງໄປເຖິງການໜູນຊ່ວຍ, ພັດທະນາວິສາຫະກິດ 500 ແຫ່ງທີ່ນຳໜ້າໃນການປ່ຽນແປງໃໝ່, ປະດິດຄິດສ້າງນຳໜ້າພື້ນຖານເສດຖະກິດໃນປີ 2030, ກໍຄືປະກອບສ່ວນເຂົ້າໃນການຍົກສູງຄວາມສາມາດໃນການປ່ຽນແປງໃໝ່, ປະດິດຄິດສ້າງ ໃນຂົງເຂດສາທາລະນະ ຢູ່ບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນ. ຫົວຂໍ້ຂອງໂຄງການປີນີ້ແມ່ນ: “ປ່ຽນແປງໃໝ່, ປະດິດຄິດສ້າງກັບວິສາຫະກິດ ຫັນເປັນດີຈີຕອນ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ”. ທ່ານ ຫວູກວັກຮູຍ ຜູ້ອຳນວຍການສູນປ່ຽນແປງໃໝ່, ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ: ລາຍການຊອກຫາວິທີການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ແລະ ຫັນເປັນດີຈີຕອນ ແມ່ນແນໃສ່ຊ່ວຍຍົກສູງກຳລັງຄວາມສາມາດຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ໂດຍໄດ້ແບ່ງເປັນກຸ່ມຂົງເຂດບຸລິມະສິດທີ່ດຶງດູດວິທີການ, ຂໍ້ລິເລີ່ມຂອງວິສາຫະກິດ ຫວຽດນາມ ເພື່ອປະກອບສ່ວນໜູນຊ່ວຍການຊຸກຍູ້ວິວັດການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນຂອງບັນດາວິສາຫະກິດ. ໜຶ່ງແມ່ນຍົກສູງຄວາມສາມາດຂອງລະບົບວິສາຫະກິດຂະໜາດກາງ ແລະ ນ້ອຍ ຜ່ານການໝູນໃຊ້ເຕັກໂນໂລຊີໃໝ່, ວິວັດການໃໝ່ ແລະ ວິທີການໃໝ່. ສອງແມ່ນເພີ່ມທະວີການເຊື່ອມຕໍ່ລະຫວ່າງຂົງເຂດວິສາຫະກິດ ຕ່າງປະເທດກໍຄືບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງ ຫວຽດນາມ, ສາມແມ່ນຊຸກຍູ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຂອງ ຫວຽດນາມ ໃຫ້ເຂັ້ມແຂງຂື້ນກວ່າເກົ່າ ເພື່ອມີຄວາມເປັນເຈົ້າການໃນການຫັນປ່ຽນຂຶ້ນສູ່ລະດັບສູງຂື້ນໃນລະບົບມູນຄ່າທົ່ວໂລກ.

ແອັສປາຍ ປະກາດຈະເພີ່ມການລົງທຶນເຂົ້າໃນການຜະລິດລົດໄຟຟ້າ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 24 ຕຸລາທີ່ຜ່ານມານີ້, ທ່ານ ເພໂດຣ ຊັນເຊັສ ເປເຣັສ ຄາສເຕໂຢນ ນາຍົກລັດຖະມົນຕີແອັສປາຍກ່າວວ່າ: ລັດຖະບານແອັສປາຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະສະໜອງງົບປະມານປະມານ 2 ຕື້ຢູໂຣ ໃຫ້ວິສາຫະກິດຍານພາຫະນະລົດໃຫຍ່ ເພື່ອເພີ່ມການຜະລິດລົດໄຟຟ້າ.

ທ່ານ ຊັນເຊັສ ກ່າວຕື່ມວ່າ: ລັດຖະບານແອັສປາຍຈະອອກແຮງຢ່າງສຸດຂີດ ເພື່ອເຮັດໃຫ້ຂົງເຂດຜະລິດລົດໄຟຟ້າຂອງປະເທດໄດ້ຮັບຄວາມຄືບໜ້າທີ່ໃຫຍ່ຫຼວງ. ທ່ານກ່າວຕື່ມອີກວ່າ: ບັນດາປະເທດໃນສະຫະພາບເອີຣົບຕ້ອງປົກປ້ອງຄວາມຄືບໜ້າໃນການຫຼຸດຜ່ອນການປ່ອຍກາກບອນໃຫ້ຕ່ຳ ເພື່ອຮັບມືກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.

WHO ເນັ້ນຄວາມສຳຄັນໃນການສຶບຕໍ່ສັກວັກຊິນກັນພະຍາດ ໂຄວິດ-19

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ຕຸລາ ຜ່ານມາ, ອົງການອະນາໄມໂລກ (WHO) ໄດ້ເນັ້ນໜັກວ່າ: ບັນດາປະເທດຕ້ອງມີສະຕິລະວັງຕົວໃນຂະນະທີ່ຈຳນວນຜູ້ຕິດເຊື້ອ ໂຄວິດ-19 ແລະ ໄຂ້ຫວັດຕາມລະດູພວມເພີ່ມຂຶ້ນຢູ່ ເອີຣົບ, ພ້ອມທັງລະດົມໃຫ້ທຸກຄົນສຶບຕໍ່ສັກວັກຊິນກັນພະຍາດ.

ຂ່າວລະບຸວ່າ: ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ ຮັນ ຄູລ ຜູ້ອຳນວຍການ WHO ປະຈຳພາກພື້ນເອີຣົບ ໃຫ້ຮູ້ວ່າ: 53 ປະເທດສະມາຊິກ WHO ຢູ່ພາກພື້ນນີ້ໄດ້ກາຍເປັນຈຸດໃຈກາງຂອງພະຍາດ ໂຄວິດ – 19 ອີກເທື່ອໜຶ່ງ. ນັບແຕ່ຕົ້ນເດືອນກັນຍາຜ່ານມາ, ຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ – 19 ຢູ່ ເອີຣົບ ໄດ້ເພີ່ມຂຶ້ນເປັນ 3 ເທົ່າ. ໃນອາທິດທີ 2 ຂອງເດືອນຕຸລາ, ເອີຣົບ ກວມເອົາ 60% ຂອງກໍລະນີຜູ້ຕິດເຊື້ອໃໝ່ ແລະ 42% ຂອງກໍລະນີຜູ້ເສຍຊີວິດຍ້ອນພະຍາດ ໂຄວິດ-19 ໃນທົ່ວໂລກ. ພ້ອມກັນນັ້ນ, ຈຳນວນຜູ້ເປັນໄຂ້ຫວັດກໍເພີ່ມຂຶ້ນສູງ. ທ່ານຍັງໄດ້ກ່າວເຕືອນເຖິງ ຜູ້ອາຍຸສູງ, ຜູ້ມີພູມຕ້ານທານຕ່ຳ, ແມ່ຍິງຖືພາ ແລະ ເດັກແດງ ທີ່ມີຄວາມສ່ຽງສູງໃນການຕິດໄຂ້ຫວັດ ແລະ ພະຍາດ ໂຄວິດ-19 ທີ່ພວມເກີດຂຶ້ນ.

ສປຊ ຮຽກຮ້ອງໃຫ້ປົກປັກຮັກສາຄ່ານິຍົມ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 24 ຕຸລາທີ່ຜ່ານມາແມ່ນວັນສ້າງຕັ້ງອົງການສະຫະປະຊາຊາດ (ສປຊ), ທັງເປັນວັນລະນຶກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 77 ປີ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສຜ່ານທາງວິດີໂອ ໂດຍກ່າວເນັ້ນໜັກວ່າ: ປັດຈຸບັນ, ການປົກປັກຮັກສາຄ່ານິຍົມ ແລະ ຫຼັກການຂອງກົດບັດສະຫະປະຊາຊາດມີຄວາມສຳຄັນຫຼາຍກວ່າທຸກໄລຍະທີ່ຜ່ານມາ.

ທ່ານ ອັນໂຕນີໂອ ກູເຕີເຣັສ ກ່າວຕື່ມວ່າ: ຫຼັງຈາກອົງການສະຫະປະຊາຊາດສ້າງຕັ້ງຂຶ້ນຄົບຮອບ 77 ປີກໍຄືປັດຈຸບັນນີ້, ທົ່ວໂລກພວມຢູ່ໃນຍຸກທີ່ເຕັມໄປດ້ວຍສິ່ງທ້າທາຍຄື: ການກັບຄືນມາແຜ່ລະບາດຂອງພະຍາດໂຄວິດ-19 ໃນຫຼາຍໆຮອບ, ສະຖານະການດ້ານຄວາມໝັ້ນຄົງສາກົນມີຄວາມແປປວນ, ເສັ້ນທາງແຫ່ງການຟື້ນຟູເສດຖະກິດຄືນໃໝ່ພົບຄວາມຫຍຸ້ງຍາກ, ຄວາມສ່ຽງ ແລະ ວິກິດການຕ່າງໆເກີດຂຶ້ນເລື້ອຍໆ.

ທ່ານກ່າວຕື່ມອີກວ່າ: ອົງການສະຫະປະຊາຊາດພວມປະເຊີນກັບການທົດສອບແບບບໍ່ເຄີຍມີມາກ່ອນ ປັດຈຸບັນ, ພວກເຮົາມີຄວາມຕ້ອງການໃນການຈັດຕັ້ງປະຕິບັດຕາມຄ່ານິຍົມ ແລະ ຫຼັກການຂອງກົດບັດສະຫະປະຊາຊາດຫຼາຍກວ່າທຸກໄລຍະທີ່ຜ່ານມາ.