Wednesday, September 24, 2025
Home Blog Page 884

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ ຄກມດ ຂັ້ນທ້ອງຖິ່ນເອົາໃຈໃສ່ ພັດທະນາ ແລະ ປັບປຸງສະພາບແວດລ້ອມຂອງເດັກ

0

ໃນໂອກາດເຂົ້າຮ່ວມ ກອງປະຊຸມຕິດຕາມຄວາມຄືບໜ້າ ການຈັດຕັ້ງປະຕິບັດຄວາມໝາຍໝັ້ນຂອງ ສປປ ລາວ ໃນການສົ່ງເສີມສິດທິເດັກ ໂດຍເຊື່ອມໃສ່ຂອບແຜນວຽກສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ຜ່ານລະ ບົບນິເວດນາງນ້ອຍໄລຍະ 2021-2022 ໃນຂັ້ນແຂວງ ໃນວັນທີ 28 ຕຸລາ 2022 ນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ ແລະ ເດັກ (ຄຊກມດ) ໄດ້ເນັ້ນໃຫ້ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຂັ້ນທ້ອງຖິ່ນ ຈົ່ງເອົາໃຈໃສ່ພັດທະນາເດັກ ໃຫ້ມີສຸຂະພາບດີ ທາງຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ ແລະ ທັກສະ ເພື່ອດຳລົງຊີວິດ, ປັບປຸງສະພາບແວດລ້ອມຂອງເດັກ, ຫລຸດຜ່ອນຄວາມທຸກຍາກ ແລະ ຄວາມດ້ອຍໂອກາດໃນຫລາຍດ້ານໆຂອງເດັກ, ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ໂດຍສະເພາະແມ່ນເດັກຍິງ.

ນອກຈາກນີ້, ທ່ານຍັງເນັ້ນໃຫ້ ເອົາໃຈໃສ່ສົ່ງເສີມດ້ານວຽກ ໂພຊະນາການໃຫ້ແກ່ເດັກຍິງ ເພື່ອຫລຸດຜ່ອນເລືອດຈາງ ເຊື່ອມສານສຸຂະພາບຈະເລີນພັນ, ສຸຂະພາບແມ່, ເດັກເກີດ ແລະ ເດັກ, ໂພຊະນາການແບບມີສ່ວນຮ່ວມໃນຊຸມຊົນ; ການແຕ່ງດອງ ແລະ ການເກີດລູກກ່ອນໄວອັນຄວນ ຖືວ່າເປັນການໃຊ້ຄວາມຮຸນແຮງຕໍ່ເດັກ ຮຽກຮ້ອງໃຫ້ທຸກພາກສ່ວນຊຸກຍູ້, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ປູກຈິດສໍານຶກ ກ່ຽວກັບຄວາມສະເໝີພາບລະ ຫວ່າງຍິງ-ຊາຍ, ຄວາມຮຸນແຮງທາງເພດ ແລະ ຈັດຕັ້ງປະຕິບັດກົດໝາຍຄອບຄົວ ໂດຍຮ່ວມມືກັບຊຸມຊົນ; ສົ່ງເສີມສິດໃນການໄດ້ຮັບການສຶກສາ ແລະ ການພັດທະນາ, ປ້ອງກັນການປະລະການຮຽນຂອງເດັກຍິງ; ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບອາຍຸການເຮັດວຽກໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຫລີກລ່ຽງ ແລະ ຫລຸດຜ່ອນການນຳໃຊ້ແຮງງານເດັກ ບໍ່ໄດ້ໝາຍຄວາມວ່າຫ້າມບໍ່ໃຫ້ເດັກເຮັດວຽກ ໝາຍເຖິງການນຳໃຊ້ແຮງງານເດັກ ທີ່ຂັດກັບລະບຽບກົດໝາຍ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫລື ເກີນກວ່າ 8 ຊົ່ວໂມງຕໍ່ວັນ, ເຮັດວຽກໃນຂະແໜງການທີ່ເປັນອັນຕະລາຍ ທີ່ມີຜົນກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈ.

ພັກ-ລັດເຮົາ ຍາມໃດກໍໄດ້ໃຫ້ຄວາມສໍາຄັນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ກັບເດັກ ໂດຍສະເພາະເດັກຍິງ ໃຫ້ໄດ້ຮັບການສົ່ງເສີມ, ປົກປ້ອງ ແລະ ສ້າງໂອກາດທີ່ເທົ່າທຽມກັນ ແລະ ເສີມຂະຫຍາຍຄວາມເປັນຢູ່ທີ່ດີຂອງເດັກ ໂດຍສະເພາະ ສຸມໃສ່ດ້ານໂພຊະນາການ ແລະ ສຸຂະພາບ, ການສຶກສາ ແລະ ການພັດທະນາ, ການມີສ່ວນຮ່ວມ ແລະ ຫລຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ເດັກ, ການໃຊ້ແຮງງານເດັກ ແລະ ການແຕ່ງດອງຂອງເດັກຍິງ ບົນພື້ນຖານການເສີມຂະຫຍາຍມູນເຊື້ອອັນດີງາມທ່າແຮງຂອງເດັກ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍ.

ໄລຍະ 2 ປີ ຜ່ານມານີ້, ຄກມດ ແຕ່ລະຂັ້ນ ໄດ້ປະຕິບັດຄວາມໝາຍໝັ້ນໃນການສົ່ງເສີມສິດທິເດັກ ທັງສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ຜ່ານລະບົບນິເວດນາງນ້ອຍ 2021-2025 ຕິດພັນກັບ ແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ທັງແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ຢ່າງກວ້າງຂວາງ, ເຂົ້າສູ່ລວງເລິກ ອັນໄດ້ເຮັດໃຫ້ເດັກຍິງ ໄດ້ຮັບການປັບປຸງ, ຍົກລະດັບ ແລະ ພັດທະນາຢ່າງຮອບດ້ານ ເຮັດໃຫ້ສັງຄົມ ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ ທັງປະກອບສ່ວນເຂົ້າໃນເວທີສຳຄັນລະດັບຊາດ ກໍຄືໃນເວທີພາກພື້ນ ແລະ ສາກົນ.

ຂ່າວ: ກິດຕາ

ພາບ: ຍຸພິນທອງ

ລາຍການໂທລະພາບ “ເຮືອນຂອງຂ້ອຍ” ພາກທີ 3 ຊ່ວຍສົ່ງເສີມພັດທະນາການເດັກນ້ອຍກ່ອນໄວຮຽນ

0

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ນໍາສະເໜີລາຍການ “ເຮືອນຂອງຂ້ອຍ” ພາກທີ 3 ຂອງລາຍການໂທລະພາບການພັດທະນາເດັກກ່ອນໄວຮຽນ ເພື່ອສົ່ງເສີມການພັດທະນາທາງດ້ານຮ່າງກາຍ, ສະຕິປັນຍາ, ສັງຄົມ ແລະ ອາລົມຈິດຂອງເດັກນ້ອຍລາວ ກ່ອນເຂົ້າໂຮງຮຽນ ໃນວັນທີ 28 ຕຸລາ ຜ່ານມາ ໂດຍຈະອອກອາກາດຜ່ານໂທລະພາບແຫ່ງຊາດລາວ ຊ່ອງ 3, ຊ່ອງລາວສະຕາຣ໌ ແລະ ETV ຂອງກະຊວງສຶກສາທິການ ແລະ ກິລາ (LaoSat ຊ່ອງໂດຍໄດ້ຮັບການສະໜັບສະໜູນຈາກ ອົງການອຸຍນີເຊບ ປະຈຳລາວ.

ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ ໄດ້ກ່າວວ່າ: ການສຶກສາກ່ອນໄວຮຽນມີຄວາມສຳຄັນຫລາຍ ເພາະເປັນການປູພື້ນຖານໃນການພັດທະນາຊັບພະຍາກອນມະນຸດ ຊຶ່ງເລີ່ມຈາກ ການ ເບິ່ງແຍງ, ການປົກປ້ອງ ແລະ ສຶກສາອົບຮົມເດັກ ເພື່ອພັດທະນາ ແລະ ສົ່ງເສີມໃຫ້ເດັກມີການຂະຫຍາຍຕົວເໝາະສົມຕາມເກນອາຍຸໃຫ້ໄດ້ຮັບການສົ່ງເສີມ ແລະ ພັດທະນາການທາງດ້ານຮ່າງກາຍ, ສະຕິປັນຍາ, ອາລົມຈິດໃຈ ແລະ ສັງຄົມ ຕະຫລອດເຖິງການຮຽນຮູ້ປະສົບການຊີວິດ ເພື່ອກຽມຄວາມພ້ອມ ໃນການເຂົ້າຮຽນຊັ້ນປະຖົມສຶກສາຢ່າງມີຄຸນນະພາບເພາະ. ລັດຖະບານ ໄດ້ເຫັນຄວາມສຳຄັນຕໍ່ກັບວຽກງານດັ່ງກ່າວ ໂດຍສະເພາະ ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ສົມທົບກັບບັນດາຄູ່ຮ່ວມພັດທະນາ ສະໜອງງົບປະມານ, ວັດຖຸ, ອຸປະກອນ, ສື່ການຮຽນ-ການສອນ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃສ່ວຽກງານການສຶກສາກ່ອນໄວຮຽນດ້ວຍຄວາມເອົາໃຈໃສ່ສູງ. ຄຽງຄູ່ກັນນັ້ນ ກໍໄດ້ຜະລິດ ລາຍການໂທລະພາບສຳລັບເດັກກ່ອນໄວຮຽນ ເພື່ອຊວ່ຍໃຫ້ເດັກນ້ອຍທຸກຄົນ ໄດ້ຮຽນຮູ້ໂດຍຜ່ານການຫລິ້ນດ້ວຍຄວາມເບີກບານມ່ວນຊື່ນ ຊຶ່ງເນື້ອໃນຂອງການຮຽນຮູ້ມີຄວາມສອດຄ່ອງຕາມຫລັກສູດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້. ນອກຈາກນັ້ນ, ເດັກຍັງໄດ້ຮັບຄວາມເອົາໃຈໃສ່ໃນການເບິ່ງແຍງ ທາງດ້ານສຸຂະພາບ, ສຸຂະອະນາໄມ, ໂພຊະນາການ, ການປົກປ້ອງເດັກ ໂດຍສະເພາະ ແມ່ນໄລຍະປ້ອງກັນ ການແພ່ລະບາດ ຂອງເຊື້ອພະຍາດ ພ້ອມທັງສົ່ງເສີມໃຫ້ພໍ່ແມ່-ຜູ້ປົກຄອງ, ຊຸມຊົນ ແລະ ການຈັດຕັ້ງຂອງສັງຄົມທຸກຂັ້ນໃນການເບິ່ງແຍງ ເເລະ ສຶກສາອົບຮົມເດັກຢ່າງເປັນເອກະພາບກັນ.

ລາຍການໂທລະພາບ “ເຮືອນຂອງຂ້ອຍ” ພາກ 3 ມີ 12 ຕອນທີ່ປະກອບດ້ວຍພາສາມື ເພື່ອໃຫ້ຄວາມຮູ້ພື້ນຖານແກ່ເດັກ ກ່ຽວກັບພະຍັນຊະນະ, ຕົວເລກ, ຮຽນຮູ້ເລື່ອງສີ ກໍຄື ຂໍ້ມູນທີ່ເປັນປະໂຫຍດສໍາລັບພໍ່ແມ່ ໃນການເບິ່ງແຍງລູກຂອງຕົນ. ລາຍການໂທລະພາບດັ່ງກ່າວ, ຍັງເຊື່ອມສານຂໍ້ຄວາມກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ເປັນປະໂຫຍດສຳລັບທັງເດັກ ແລະ ຄອບຄົວຂອງພວກເຂົາ.

ຂ່າວ: ມາລິດາ

ພາບ: ຂັນໄຊ

ປະທານສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີ APPF ຄັ້ງທີ 30

0

(ສພຊ) ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີເວທີປຶກສາຫາລືລັດຖະສະພາ ອາຊີ-ປາຊີຟິກ (APPF-30) ຄັ້ງທີ 30 ທີ່ບາງກອກ ຣາຊະອານາຈັກໄທ ຊຶ່ງໄດ້ດຳເນີນລະຫວ່າງ ວັນທີ 26-29 ຕຸລາ 2022 ໂດຍການເປັນປະທານຂອງ ທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນຣາຊະດອນ ແຫ່ງ ຣາຊະອານາຈັກໄທ.

ກອງປະຊຸມປະຈຳປີຄັ້ງນີ້, ຄະນະຜູ້ແທນ ໄດ້ລົງເລິກປຶກສາຫາລື ແລະ ຄົ້ນຄວ້າພິຈາລະນາຮ່າງມະຕິ ຈຳນວນ 34 ສະບັບ ທີ່ລັດຖະສະພາສະມາຊິກ APPF ສະເໜີຕໍ່ກອງປະຊຸມໃນຂົງເຂດຕ່າງໆເຊັ່ນ: ການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ ແລະ ການຄ້າ, ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ ແລະ ວຽກງານສະມາຊິກລັດຖະສະພາເພດຍິງ ເພື່ອເປັນການສົ່ງເສີມການທູດລັດຖະສະພາໃນການແກ້ໄຂບັນຫາ, ສົ່ງເສີມຄວາມໝັ້ນຄົງໃນພາກພື້ນ, ສົ່ງເສີມການທ່ອງທ່ຽວ ແລະ ຄວາມເຂົ້າອົກເຂົ້າໃຈຕໍ່ຄວາມຫຼາກຫຼາຍທງດ້ານວັດທະນະທໍາ, ເພີ່ມທະວີການເຊື່ອມໂຍງ ແລະ ການສົ່ງເສີມເສດຖະກິດດີຈີຕອນ, ການຟຶ້ນຟູແບບຍືນຍົງພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ການນຳໃຊ້ພະລັງງານທົດແທນ, ການຍົກລະດັບການບໍລິການດ້ານສາທາລະນະສຸກ, ການສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ ແລະ ອື່ນໆ.

ໃນການເຂົ້າຮ່ວມກອງປະຊຸມ APPF ຄັ້ງທີ 30 ນີ້, ທ່ານ ປະທານສະພາແຫ່ງຊາດລາວ ໄດ້ກ່າວປາໄສຕໍ່ຂົງເຂດວຽກງານການເມືອງ ແລະ ຄວາມໝັ້ນຄົງ ພາຍໃຕ້ຫົວຂໍ້: “ການສົ່ງເສີມການທູດລັດຖະສະພາເພື່ອຄວາມໝັ້ນຄົງໃນພາກພື້ນ” ຊຶ່ງທ່ານ ໄດ້ຕີລາຄາສູງຕໍ່ບົດບາດການທູດລັດຖະສະພາ ໃນການຊຸກຍູ້ສົ່ງເສີມການຮ່ວມມືກັນຢ່າງໃກ້ຊິດ ລະຫວ່າງ ລັດຖະສະພາສະມາຊິກ APPF, ມີສ່ວນຮ່ວມໃນການແກ້ໄຂຂໍ້ຂັດແຍ່ງ ແລະ ສິ່ງທ້າທາຍຕ່າງໆຂອງພາກພື້ນ, ລວມທັງຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງ-ຄວາມໝັ້ນຄົງຂອງພາກພື້ນອາຊີ-ປາຊີຟິກ. ພ້ອມນີ້, ທ່ານ ປະທານສະພາແຫ່ງຊາດລາວ ຍັງໄດ້ຢັ້ງຢືນຕໍ່ກອງປະຊຸມຕື່ມອີກວ່າ: ການທູດລັດຖະສະພາ ໄດ້ປະກອບສ່ວນໃນການສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ກໍຄືທຸກພາກສ່ວນໃນສັງຄົມ, ຕອບສະໜອງທາງດ້ານນິຕິກຳໃຫ້ມີຄວາມສອດຄ່ອງກົມກຽວກັນ; ເພີ່ມທະວີການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ໃນການປະຕິບັດໜ້າທີ່ຂອງລັດຖະສະພາສະມາຊິກ ທັງຍັງສົ່ງເສີມການເປັນເຈົ້າການໃນການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາສາກົນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດບັນດາຖະແຫຼງການຮ່ວມ ແລະ ມະຕິຕ່າງໆ ທີ່ພາກພື້ນອາຊີ-ປາຊີຟິກ ໄດ້ຮັບຮອງ ແລະ ລົງນາມ ເພື່ອໃຫ້ປາກົດຜົນເປັນຈິງ ແລະ ນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນ.

ໃນພິທີປິດກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຮ່ວມຮັບຮອງເອົາມະຕິກ່ຽວກັບບັນຫາຕ່າງໆ ໃນພາກພື້ນອາຊີ – ປາຊີຟິກ ຈໍານວນ 11 ສະບັບ ແລະ ລົງນາມ ໃນຖະແຫຼງການຮ່ວມຂອງກອງປະຊຸມ APPF ຄັ້ງທີ 30. ພ້ອມກັນນີ້, ຍັງໄດ້ຮັບຮອງເອົາລັດຖະສະພາຟີລິບປິນ ເປັນເຈົ້າພາບຈັດກອງປະຊຸມ APPF ຄັ້ງທີ 31 ໃນປີ 2023.

ສານອວຍພອນຈາກຄະນະບໍລິຫານງານສູນກາງພັກປປລາວເຖິງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ

0

ໃນວັນທີ 16 ຕຸລາ 2022,ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກກອມມູນິດຈີນເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ.
ເນື້ອໃນສານອວຍພອນໄດ້ຂຽນວ່າ:

ບັນດາສະຫາຍ ທີ່ຮັກແພງ, ເນື່ອງໃນໂອກາດ ພັກກອມມູນິດຈີນ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ທີ່ ນະຄອນຫຼວງປັກກິ່ງ ໃນວັນທີ 16 ຕຸລາ 2022, ໃນນາມ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ອາລົມຈິດແຫ່ງ ຄວາມສາມັກຄີຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງຮ່ວມອຸດົມການດຽວກັນ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ບັນດາຜູ້ແທນກອງປະຊຸມໃຫຍ່ ແລະ ຜ່ານກອງປະຊຸມໃຫຍ່ໄປຍັງສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກທົ່ວໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ໃນຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນໃນຊີວິດການເມືອງຂອງພັກກອມມູນິດຈີນ, ເຊິ່ງໄຂຂຶ້ນໃນທ່າມກາງສະພາບການພາກພື້ນ ແລະ ສາກົນມີຄວາມສັບສົນ ແລະ ເປັນໄລຍະສໍາຄັນຂອງການກໍານົດຍຸດທະສາດ ແລະ ວາງແນວທາງນະໂຍບາຍໃໝ່ ເພື່ອສູ້ຊົນບັນລຸເປົ້າໝາຍ 100 ປີເຫດການທີສອງ ກໍຄື ການສ້າງສັງຄົມນິຍົມຕາມສີສັນພິເສດທີ່ທັນສະໄໝຮອບດ້ານ ຂອງ ສປ ຈີນ ໃນກາງສະຕະວັດທີ 21 ໃຫ້ປະກົດຜົນເປັນຈິງຢ່າງມີໄຊ.
ພວກຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ເຫັນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປະດິດສ້າງໃໝ່ຂອງພັກກອມມູນິດຈີນໃນຕະຫຼອດກວ່າ 1 ສະຕະວັດທີ່ຜ່ານມາ, ປະຊາຊົນຈີນອ້າຍນ້ອງ ໄດ້ຜ່ານຜ່າການທົດສອບນາໆປະການ ແລະ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ເປັນປະຫວັດການ ແລະ ມະຫັດສະຈັນໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ສໍາເລັດການສ້າງສັງຄົມນິຍົມທີ່ອີ່ມໜໍາສໍາລານຮອບດ້ານໂດຍພື້ນຖານ, ສໍາເລັດການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ການສະກັດກັ້ນ-ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບກົມກຽວປອງດອງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງທັນສະໄໝ ແລະ ເສດຖະກິດສືບຕໍ່ມີການພັດທະນາຢ່າງໝັ້ນທ່ຽງ, ເຊິ່ງບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຈີນອ້າຍນ້ອງຍາດມາໄດ້ນັ້ນ ໄດ້ເປັນບົດຮຽນອັນລໍ້າຄ່າ, ເປັນແບບຢ່າງທີ່ດີເລີດ ແລະ ເປັນການປະກອບສ່ວນສໍາຄັນຍິ່ງເຂົ້າໃນການພັດທະນາຂອງບັນດາປະເທດຊາດໃນໂລກ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ແສງສະຫວ່າງຂອງມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ, ພັກກອມມູນິດຈີນ ທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ ກໍຄື ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງຈະສາມາດຍາດໄດ້ໄຊຊະນະຮອບດ້ານອັນໃໝ່, ຍິ່ງໃຫຍ່ກວ່າເກົ່າ.
ພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສຸດທີ່ທະນຸຖະໜອມສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມກັບພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ພ້ອມຈະຮ່ວມກັບສະຫາຍຈີນ ເຮັດສຸດຄວາມສາມາດຂອງຕົນໃນການປົກປັກຮັກສາ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື້ອໃຈກັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເລິກເຊິ່ງກວ່າເກົ່າເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ທັງເປັນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ຂໍອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງ ພັກກອມມູນິດຈີນ ທີ່ມີກຽດສະຫງ່າຈົ່ງປະສົບຜົນສໍາເລັດຢ່າງຈົບງາມ.
ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ດ້ວຍຄວາມນັບຖືບັນດາສະຫາຍ,

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5

0

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ຕຸລາ 2022, ໂດຍໄດ້ຮັບກຽດການເປັນປະທານຮ່ວມຂອງ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກໄທ, ຊຶ່ງມີຜູ້ແທນຂັ້ນສູງ ຈາກຝ່າຍລາວ ແລະ ຝ່າຍໄທ ກໍຄືຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ. ພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງ ສອງຟາກຝັ່ງແມ່ນໍ້າຂອງ ລາວ ແລະ ໄທ ໂດຍເລີ່ມພິທີຈັດຂຶ້ນຢູ່ເບື້ອງຝັ່ງ ລາວ ແລະ ໄທ ຕາມລໍາດັບ.

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ໄດ້ຮັບການເຫັນດີ ໃຫ້ມີການລີເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໃນປີ 2012, ຊຶ່ງຕໍ່ມາໃນປີ 2014 ມີການສໍາຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ ພາຍໃຕ້ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມືເພື່ອພັດທະນາເສດຖະກິດກັບປະເທດເພື່ອບ້ານ (ອົງການ NEDA ຫຼື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ້ມການກໍ່ສາ້ງໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີລວງຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ແລະ ໄດ້ມີກໍານົດທີ່ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະ ນາລົມຂອງປະຊາຊົນສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງທີ່ດີ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ຫຼາຍກວ່າ 7 ທົດສະຫວັດ.

ພ້ອມກັນນີ້, ຂົວມິດຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດ ຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍ່ຄືການຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືການຫັນເອົາ ສປປ ລາວ ຈາກປະເທດທີບໍ່ມີຊາຍແດນຕິດກັບທະເລ ເປັນສູນກາງການເຊື່ອມຈອດ.

ໂຄງການຂົວມິດຕະພາບ ລາວ – ໄທ ແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງສອງປະເທດ ກໍ່ຄືອະນຸພາກພື້ນ ກໍ່ຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດ ຕາເວັນອອກ-ຕາເວັນຕົກ ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ກັບ ໄທ ຜ່ານທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ເສັ້ນທາງ ເລກ 8 ເພື່ອອອກສູ່ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນໃນການປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານເພື່ອຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນ ໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງໃນອານາຄົດ.

ຂ່າວ: ຈັນທະສອນ ສີຫານາດ

ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2022

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2022 ໄດ້ໄຂຂຶ້ນໃນວັນທີ 26 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມຈະໄດ້ປຶກສາຫາລື ຄົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 6 ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນຄື:

1. ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2022 ຂອງລັດຖະບານ

2. ລາຍງານຫຍໍ້ ຜົນການຢ້ຽມຢາມຂອງຄະນະທ່ານນາຍົກລັດຖະມົນຕີ ຢູ່ ສ.ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022 ຜົນການຕ້ອນຮັບທ່ານນາຍົກລັດຖະມົນຕີແຫ່ງ ສ.ກູບາ ແລະ ທິດຜັນຂະຫຍາຍ ລາຍງານການກະກຽມວາງສິລາເລິກ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ)

3. ບົດລາຍງານຂອງລັດຖະບານ ທີ່ຈະສະເໜີລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX

4. ຮ່າງດໍາລັດວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ

5. ຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ)

6. .ຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ 2035.

ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ດໍາເນີນໃນທ່າມກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ເຮົາຫຼາຍສົມຄວນ ແຕ່ລັດຖະບານກໍຍັງສາມາດຮັກສາສະຖຽນລະພາບໄດ້ ດັ່ງນັ້ນ ສິ່ງທີ່ສໍາຄັນ ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານຈະໄດ້ສືບຕໍ່ສຸມກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະບານ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຕາມຫຼັກວິທະຍາສາດຢ່າງມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນສໍາເລັດສູງ ແລະ ບັນລຸຕາມຄາດໝາຍ ທີ່ໄດ້ກຳນົດໄວ້.

# ພາບ ແລະ ຂ່າວ : ກົມປະຊາສຳພັນ ຫສນຍ

ລມຕ ກະຊວງ​ສາ​ທາ​ລະ​ນະ​ສຸກ​ ສ​ປ​ປ ລາວ ​ເປັນ​ປະ​ທານກອງປະ​ຊຸມສົນທະ​ນາດ້ານ​ສາ​ທາ​ລະ​ນະ​ສຸກໃນ​ຂັ້ນ​ພາກພື້ນ

0

ທ່ານ​ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ​ໄດ້​ເປັນ​ປະ​ທານກອງປະ​ຊຸມປະ​ຈຳ​ປີ ຄະ​ນະ​ກຳ​ມະ​ການ​ຂັ້ນ​ພາກພື້ນ​ ຂອງ​ອົງ​ການ​ອະນາໄມ​ໂລກ​ (WHO) ປະ​ຈໍາພາກພື້ນປາຊີຟິກຕາເວັນຕົກ ຈັດຂຶ້ນໃນວັນທີ 20 ຕຸລາ 2022 ທີ່ມະ​ນີ​ລາ ປະ​ເທດ ຟິ​ລິບ​ປິນ ເປັນກຽດເຂົ້າຮ່ວມຂອງ ທ່ານ​ ດຣ Tedros Adhanom Ghebreyesus ​ຜູ້​ອໍານວຍ​ການສໍາ​ນັກ​ງານ​ໃຫ່ຍອົງ​ການ​ອະນາໄມ​ໂລກ​ ​​ພ້ອມດ້ວຍບັນດາລັດຖະມົນຕີ​ສາ​ທາ​ລະ​ນະ​ສຸກ ແລະ ​ພະ​ນັກ​ງານ​ຂັ້ນ​ອາວຸໂສ​ ຈາກ​ປະ​ເທດ​ຕ່າງໆ. ໃນກອງປະຊຸມຄັ້ງນີ້ ໄດ້​ຍົກ​ໃຫ້​ເຫັນ​​ບັນ​ຫາ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ສຳ​ຄັນ ແລະ ​ເປັນ​ບູລິ​ມະ​ສິດ​ ​ສຳ​ຫຼັບ 37 ປະ​ເທດ ແລະ ​ບັນ​ດາ​ປະ​ເທດ​ໃນ​ຂົງເຂດ .

ທ່ານ ປອ ດ​ຣ ບຸນ​ແຝງ ພູມ​ມະ​ໄລ​ສິດ ​ໄດ້​ກ່າວວ່າ: ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາຍັງອົງ​ການ​ອະນາໄມ​ໂລກ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕໍ່​ເນື່ອງ​ຕະ​ຫຼອດ​ຫຼາຍ​ປີ​ທີ່​ຜ່ານ​ມາ ​ຈົນ​ເຮັດ​ໃຫ້​ພວກ​ເຮົາ​ສາ​ມາດ​ກ້າວ​ເຂົ້າ​ສູ່ “ ​ການ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັບ​ ແລະ ສະ​ກັດກັ້ນ ” ​ພະ​ຍາດໂຄວິດ-19 ໄດ້.

​ ໃນ​ໄລຍະ​ດັ່ງກ່າວ ຄະ​ນະ​ກໍາມະ​ການ​ຂັ້ນ​ພາກພື້ນ ຄາດວ່າ​ຈະ​ຮັບຮອງມະຕິກ່ຽວ​ກັບ​ບັນ​ຫາ​ຕ່າງ​ໆ ລວມທັງ ​ບັນ​ຫາ​​ການ​ເຂົ້າ​ເຖິງ​ການ​ບໍລິ​ການ​ສຸຂະ​ພາບ​ຂອງ​ຜູ້​ຢູ່ເຂດຫ່າງໄກສອກຫຼີກ ​ການ​ຮັກ​ສາ​ສຸຂະ​ພາບ​ຂັ້ນ​ຕົ້ນ ​ການ​ປ້ອງ​ກັນ ແລະ ​ຄວບ​ຄຸມ​ພະ​ຍາດ​ບໍ່​ຕິດ​ຕໍ່​ ​ບັນ​ຫາ​ສຸຂະ​ພາບ​ຈິດ ແລະ ມະເຮັງປາກມົດລູກ.

​ ທ່ານ​ລັດຖະມົນຕີ​ໄດ້​ກ່າວວ່າ: ກອງປະ​ຊຸມຄະ​ນະ​ກຳ​ມະ​ການ​ຂັ້ນ​ພາກພື້ນຄັ້ງນີ້ ແມ່​ນ​ເປັນ​ໂອກ​າດ​ທີ່​ສຳ​ຄັນ​ທີ່​ພວກ​ເຮົາ​ສາ​ມາດ​ແລກປ່ຽນປະ​ສົບ​ການ​ຮ່ວມ​ກັບບັນດາປະ​ເທດອື່ນໆ ແລະ ສາ​ມາດ​ຮຽນ​ຮູ້ວິທີ​ການ​ຕ່າງ​ໆ ວ່າເຂົາເຈົ້າ​ໄດ້​ແກ້ໄຂບັນດາສິ່ງທ້າທາຍ​ທີ່​ມີ​ຄວາມ​ຄ້າຍຄືກັນກັບສິ່ງ​ທີ່​ພວກ​ເຮົາ​ພວມປະ​ເຊີນຢູ່​ໃນ​ປັດຈຸບັນ ຕະ​ຫຼອດຈົນ​ຮອດ​ການ​ກໍານົດວິທີແນວ​ທາງ​ການ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ອະນາໄມ​ໂລກ ໃຫ້​ແກ່​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ ​ໃນ​ການ​ຮັບມືກັບສິ່ງທ້າທາຍເຫຼົ່ານີ້​ໃຫ້​ໄດ້​ຮັບໝາກຜົນດີ​ທີ່​ສຸດ​ ແລະ ຍັງ​ເປັນ​ການ​ລະ​ດົມ​ການ​ຊ່ວຍ​ເຫຼືອ ຫຼື ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສາກົນອີກ​ດ້ວຍ​.”

​ ທ່ານ​ລັດຖະມົນຕິ ຍັງ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ຄືບໜ້າດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ ສປປ ລາວ ລວມທັງ​ການ​ປົກ​ປ້ອງ​ປະ​ຊາ​ກອນ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ເຖິງ​ການ​ສັກວັກຊີນກັນ​ພະ​ຍາດໂຄວິດ-19 ແລະ ​ການ​ກ້າວ​ໄປ​ສູ່​ການ​ກໍາຈັດ​ພະ​ຍາດມາລາເຣຍ ​ການ​ປັບ​ປຸງ​ການ​ຕອບ​ໂຕ້​ພາວະ​ສຸກ​ເສີນ​ດ້ານ​ສາ​ທາ​ລະ​ນະ​ສຸກ ​ການ​ສ້າງ​ຄວາມ​ເຂັ້ມແຂງລະ​ບົບ​ສາ​ທາ​ລະ​ນະ​ສຸກ ແລະ ສົ່ງເສີມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ຊຸມຊົນ ນອກ​ຈາກ​ນີ້ ​​ຍັງ​ໄດ້​ກ່າວ​ເຖິງ​ຄວາມ​ທ້າທາຍ​ໃນ​ການ​ຮັບປະ​ກັນ​ວ່າ​ການ​ແຜ່ລະ​ບາດ​ຂອງ​ພະ​ຍາດໂຄວິດ-19 ບໍ່​ແມ່​ນ​ສິ່ງກີດຂວາງ​ຄວາມ​ຄືບໜ້າ​ຂອງ​ວຽກ​ງານ ​ໂດຍ​ສະ​ເພາະ ​ຕໍ່​ວຽກ​ງານ​ສັກຢາກັນ​ພະ​ຍາດຮອບ​ປົກກະ​ຕິ ​ການ​ເຂົ້າ​ເຖິງ​ຢາ ​ພະ​ຍາດໄຂ້​ເລືອດ​ອອກ​ ແລະ ​ການ​ບໍລິ​ການ​ສຸຂະ​ພາບ​ແມ່​ ແລະ ​ເດັກຂອງປະ​ເທດ ​.

​ ນອກ​ຈາກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ວ່າ: ໃນ​ຂະ​ນະ​ທີ່​ປະ​ເທດ​ຂອງ​ພວກ​ເຮົາ​ກຳ​ລັງ​ປະ​ເຊີນກັບສິ່ງທ້າທາຍດ້ານ​ສາ​ທາ​ລະ​ນະ​ສຸກ​ຫຼາຍ​ຢ່າງ ພວກ​ເຮົາ​​ກໍ​ຍັງມີ​ຄວາມ​ພາກພູມ​ໃຈ​ກັບຜົນ​ສໍາ​ເລັດ​ທີ່​ພວກ​ເຮົາ​ສາ​ມາດ​ຍາດມາ​ໄດ້​ ​ເຊັ່ນ ​ອັດ​ຕາ​ການ​ສັກຢາກັນ​ພະ​ຍາດໂຄວິດ -19 ​ທີ່​ສູງ ​ການ​ກໍາຈັດ​ພະ​ຍາດມາລາເຣຍຊະນິດ​ທີ່​ອັນ​ຕະ​ລາຍ​ທີ່​ສຸດ​ ແລະ ​ການ​ກໍາຈັດ​ພະ​ຍາດຂາຊ້າງ​-​ແຕ່ພວກ​ເຮົາ​ຍັງມີ​ວຽກ​ອັນ​ໃຫຍ່​ຫຼວງ​ໃນ​ຕໍ່​ໜ້າ​ທີ່​ຍັງຕ້ອງ​ໄດ້​ເອົາ​ໃຈ​ໃສ່​.

​ ໃນ​ໂອກາດເດີນທາງເຂົ້າຮ່ວມໃນຄັ້ງນີ້ ​ທ່ານ​ລັດຖະມົນຕີ ຄາດວ່າ​ ຈະ​ພົບປະ​ກັບ​ການ​ນຳຂັ້ນ​ສູງ​ຂອງ​ອົງ​ການ​ອະນາໄມ​ໂລກ​ ແລະ ​ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ການ​ສັກວັກຊີນກັນ​ພະ​ຍາດ​ຂອງ​ ສປປ ລາວ ​ພ້ອມ​ທັງ​ການ​ເປັນ​ປະ​ທານ​ໃນ​ກອງປະ​ຊຸມລັດຖະມົນຕີ​ສາ​ທາ​ລະ​ນະ​ສຸກອາຊຽນ 2022-2024 ​ທີ່​​ຈະ​ມາເຖິງນີ້.

# ຂ່າວ – ພາບ : ເພັດສະໝອນ

ຝຣັ່ງ ຈະຂຸດຄົ້ນບໍ່ແຮ່ ລີຊຽມ ແຫ່ງທຳອິດ

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ (cri) , ສື່ມວນຊົນຝຣັ່ງ ລາຍງານ ​ເມື່ອ​ບໍ່​ດົນ​ມາ​ນີ້ີ້ວ່າ: ຝຣັ່ງ ຈະຂຸດຄົ້ນບໍ່ແຮ່ ລີຊຽມ ແຫ່ງທຳອິດ ຂອງ ປະ​ເທດ ​ແລະ ຈະພະຍາຍາມ ສະໜອງ ຖ່ານລີຊຽມ ໃຫ້ແກ່ລົດ 700.000 ຄັນ ໃນແຕ່ລະປີ ​ໂດຍ​ມີ ​ການລົງທຶນ 30 ລ້ານເອີໂຣ ເຂົ້າໃນການ ຄົ້ນຄວ້າແລ້ວ. ໂຄງການດັ່ງກ່າວ ຍັງຕ້ອງລົງທຶນ ຢ່າງໜ້ອຍ 1 ຕື້ເອີໂຣ ພາຍຫລັງ ສຳເລັດ ການປະເມີນແລະທົດລອງ ດ້ານອຸດສາຫະກຳແລ້ວ, ຈະເລີ່ມການຜະລິດ ໃນຕົ້ນປີ 2028 ​ໂດຍໂຄງການດັ່ງກ່າວ ຈະສ້າງ ວຽກເຮັດ ງານທຳ ຫລາຍກວ່າ 1.000 ຕຳແໜ່ງ ໃນຕໍ່ໜ້າ./ (ບັນນາທິການ: ຂ່າວຕ່າງປະ ເທດ, ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)

ສະພາບອາກາດທົ່ວໄປ ປະຈໍາວັນທີ 27 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດ ຍັງຈະເຢັນ ຫາ ໜາວເຢັນຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ອັດຕະປື-ກອນຕູມ ລົງນາມການຮ່ວມມື ໄລຍະປີ 2022-2027

0

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2022, ຢູ່ແຂວງ ກອນຕູມ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະ ແລະ ລົງນາມບົດບັນທຶກຊ່ວຍຈຳ ການຮ່ວມມື ໄລຍະແຕ່ປີ 2022-2027 ລະຫ່ວາງ ແຂວງອັດຕະປື ສປປ ລາວ ແລະ ແຂວງກອນຕູມ ສສ ຫວຽດນາມ ນໍາໂດຍ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ແລະ ແລະ ສະຫາຍ ເຢືອງ ວັນ ຈາງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນ ແຂວງ ກອນຕູມ, ພ້ອມດ້ວຍ ຄະນະຜູ້ແທນ ຂັ້ນສູງຂອງສອງແຂວງ ເຂົ້າຮ່ວມ.

ການພົບປະຄັ້ງນີ້, ຕ່າງຝ່າຍກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ກັນຊາບ ແລະ ໄດ້ລົງເລິກຄົ້ນຄວ້າປຶກສາຫາລືແລກປ່ຽນບົດຮຽນ ພ້ອມທັງທົບທວນຄືນຜົນການຮ່ວມມືໃນໄລຍະທີ່ຜ່ານມາ ຂອງສອງແຂວງ, ເຊິ່ງຕະຫລອດໄລຍະທີ່ຜ່ານມາທັງສອງຝ່າຍແມ່ນໄດ້ມີການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ, ພ້ອມກັນນັ້ນ ສອງຝ່າຍໄດ້ເອົາໃຈ ໃສ່ເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ມີການແລກປ່ຽນຖອດຖອນບົດຮຽນນໍາກັນ ເປັນປະຈໍາ.

ໃນຕໍ່ໜ້າ, ສອງຝ່າຍ ເຫັນດີເປັນເອກະພາບກັນທີ່ຈະສືບຕໍ່ ເພີ່ມທະວີການພົວພັນຮ່ວມມືທາງດ້ານການເມືອງ ໃຫ້ເຂົ້າສູ້ລວງເລິກ; ສືບຕໍ່ໃຫ້ມີການຢ້ຽມຢາມແລກປ່ຽນບົດຮຽນ ຂອງຄະນະຜູ້ແທນຂັ້ນສູງຂອງສອງແຂວງດ້ວຍຫລາຍຮູບການ; ສືບຕໍ່ການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບທາງດ້ານສັງຄົມຂອງແຕ່ລະແຂວງ, ປະກອບສ່ວນໃນການສ້າງເສັ້ນຊາຍແດນ ລະຫວ່າງຊາຍແດນແຂວງອັດຕະປື ແລະ ແຂວງກອນຕູມ ໃຫ້ມີສັນຕິພາບ, ມີຄວາມສະຫງົບ; ສອງຝ່າຍເຫັນດີທີ່ຈະສືບຕໍ່ຮ່ວມມືທາງດ້ານເສດຖະກິດ ໂດຍການເຄື່ອນໄຫວຊຸກຍູ້ການຄ້າ, ການລົງທຶນຂອງສອງແຂວງໃຫ້ເປັນຮູບປະທໍາຫລາຍຂຶ້ນ ,ພ້ອມກັນອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດ, ນັກທຸລະກິດ ແລະ ປະຊາຊົນທີ່ຢູ່ຕາມຊາຍແດນ ໃຫ້ມີການຮ່ວມມືການລົງທຶນ, ເຮັດທຸລະກິດຄ້າ-ຂາຍ ເພື່ອຊຸກຍູ້ການຄ້າຊາຍແດນຂອງສອງແຂວງ ໃຫ້ຂະ ຫຍາຍຕົວ, ອຳນວຍຄວາມສະດວກໃຫ້ແກ່ທຸລະກິດການຂົນສົ່ງສິນຄ້າ, ຂົນສົ່ງຜູ້ໂດຍສານຜ່ານແຕ່ລະແຂວງ, ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳ ແລະ ການພັດທະນາຊົນນະບົດ, ຄຸ້ມຄອງຮັກສາປ່າ ແລະ ຄຸ້ມຄອງເຄື່ອງປ່າຂອງດົງ, ການພັດທະນາປ່າໄມ້ ແລະ ຮັກສາສັດປ່າ, ເພີ່ມທະວີການແລກປ່ຽນວິຊາສະເພາະ, ເຕັກນິກການສ້າງຮູບແບບພັດທະນາກະສິກຳ, ຊົນນະບົດ, ລົບລ້າງຄວາມທຸກຍາກ, ສອງຝ່າຍເຫັນດີຮ່ວມມືຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໂດຍການໃຫ້ທຶນການສຶກສາແກ່ພະນັກງານ, ນັກຮຽນ ຂອງສອງແຂວງ ຕາມເງື່ອນໄຂຕົວຈິງ, ສືບຕໍ່ການແລກປ່ຽນດ້ານວັດທະນະທໍາ, ສິນລະປະການທ່ອງທ່ຽວ ແລະ ອື່ນໆ.

ໂອກາດເຄື່ີອນໄຫວເຮັດວຽກຢູ່ແຂວງກອນຕູມ ໃນຄັ້ງນີ້, ຄະນະນໍາແຂວງອັດຕະປື ຍັງໄດ້ໄປຢ້ຽມຢາມມະຫາວິທະຍາໄລດາໜັງ ສາຂາກອນຕູມ ເພື່ອພົບປະຢ້ຽມຢາມນັກສຶກສາແຂວງອັດຕະປື ທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວ, ພ້ອມທັງໄດ້ມອບເງິນສົມທົບທຶນໃຫ້ມະຫາວິທະຍາໄລດາໜັງ ສາຂາກອນຕູມ ມູນຄ່າ 21 ພັນໂດລາ.

ຂ່າວ: ພອນປະເສີດ