Wednesday, September 24, 2025
Home Blog Page 883

ເທດສະການໝາກກ້ຽງຫວານ ເມືອງນ້ຳບາກ ເປີດຂຶ້ນຢ່າງຄຶກຄື້ນ

0

ທ້າຍອາທິດຜ່ານມານີ້ ທີ່ເດີ່ນກິລາຂອງເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຈັດພິທີເປີດເທດສະການ ໝາກກ້ຽງຫວານນ້ຳບາກ ຄັ້ງທີ ll ປະຈໍາປີ 2022, ໂດຍການເຂົ້າຮ່ວມຂອງ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ມີການນຳແຂວງ, ເມືອງອ້ອມຂ້າງ, ແຂກຮັບເຊີນ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວເມືອງນ້ຳບາກ ເຂົ້າຮ່ວມ.

ພິທີໄດ້ມີຂະບວນແຫ່ໝາກກ້ຽງຈຳລອງຂອງແຕ່ລະບ້ານ ທັງໄດ້ມີການປະກວດລົດຊາດໝາກກ້ຽງ ແລະ ສາວງາມໝາກກ້ຽງຫວານໄປພ້ອມ, ພິເສດມີຂະບວນແຫ່ຂອງບ້ານວັດທະນະທຳໄຕລື້ ບ້ານນາຍາງເໜືອ ແລະ ຂະບວນແຫ່ໝາກກ້ຽງຈຳລອງຂອງເມືອງງອຍ. ຈາກນັ້ນ, ທ່ານ ສົມຫວັງ ພອນຄໍາວົງສາ ເຈົ້າເມືອງນໍ້າບາກ ໄດ້ມີຄຳເຫັນກ່າວຕ້ອນຮັບແຂກ ແລະ ຜ່ານປະຫວັດການປູກໝາກກ້ຽງຂອງປະຊາຊົນຊາວເມືອງນ້ຳບາກ ທີ່ເຄີຍມີມູນເຊື້ອມາແຕ່ດົນນານ.

ປັດຈຸບັນ, ໄດ້ກາຍເປັນສິນຄ້າບຸລິມະສິດ ໃນການສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນເມືອງໃນແຕ່ລະປີ. ທົ່ວເມືອງມີບ້ານທີ່ປູກໝາກກ້ຽງແລ້ວ 26 ບ້ານ, ມີ 1.288 ຄອບຄົວ, ມີເນື້ອທີ່ຫຼາຍກວ່າ 622 ເຮັກຕາ. ໃນນັ້ນ, ໃຫ້ຜົນຜະລິດແລ້ວຫຼາຍກວ່າ 494 ເຮັກຕາ, ຜົນຜະລິດສະເລ່ຍ 15 ໂຕນຕໍ່ເຮັກຕາ, ສ້າງລາຍຮັບໄດ້ 45 ລ້ານກີບຕໍ່ເຮັກຕາ, ບ້ານທີ່ປູກຫຼາຍກວ່າໝູ່ ມີບ້ານບົມ, ນະຄອນ, ລີ່, ຟ້າ, ນ້ຳລາ, ໂຄ້ງ, ໂພນໄຊ, ນ້ຳງາ ແລະ ບ້ານຫ້ວຍຫົກ. ພາຍຫຼັງສຳເລັດພິທີ ໄດ້ມີການແຂ່ງຂັນກິລາດຶງເຊືອກເພດຊາຍ ແລະ ກິລາຫາບໝາກກ້ຽງເພດຍິງ ພ້ອມທັງມີການມອບລາງວັນການປະກວດໝາກກ້ຽງຈຳລອງ, ການປະກວດສາວງາມໝາກກ້ຽງ, ການປະກວດລົດຊາດໝາກກ້ຽງ ແລະ ກິລາທັງສອງປະເພດ ດ້ວຍບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

(ຂ່າວ-ພາບ: ແຂວງຫຼວງພະບາງ)

ໜຶ່ງເດືອນ ສພຂ ສຳເລັດໃນການເຂົ້າຮ່ວມທາບທາມຮ່າງກົດໝາຍ 12 ສະບັບ

0

ໃນທ້າຍອາທິດຜ່ານມານີ້, ຄະນະປະຈຳສະພາປະຊາຊົນແຂວງ (ສພຂ) ສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈໍາເດືອນ ພະຈິກ ທີ່ຫ້ອງປະຊຸມ ສພຂ ໂດຍການເປັນປະທານຂອງ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະທານ ສພຂ, ມີຮອງປະທານ, ບັນດາທ່ານຄະນະປະຈຳສະພາ, ຄະນະກຳມະການ, ຄະນະເລຂາທິການ, ພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາ ເລຂາທິການ ສພຂ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ ຕຸລາ ໃນໄລຍະຜ່ານມາ ໄດ້ເຄື່ອນໄຫວປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ອັນພົ້ນເດັ່ນແມ່ນ ດ້ານນິຕິກຳ ໄດ້ເຂົ້າຮ່ວມທາບທາມ ຮ່າງກົດໝາຍ ຈຳນວນ 12 ສະບັບ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX, ໄດ້ປະເມີນການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ ຈຳນວນ 4 ສະບັບ ຂົງເຂດຍຸຕິທຳ, ດ້ານການຕົກລົງບັນຫາສຳຄັນພື້ນຖານຂອງແຂວງ ໄດ້ຄົ້ນຄວ້າພິຈາລະນາບັນຫາສຳຄັນຂອງແຂວງ, ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຕິດພັນກັບສອງວາລະແຫ່ງຊາດ, ເຄື່ອນໄຫວໂຄສະນາເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ຕິດພັນກັບການພົບປະຜູ້ມີສິດເລືອກຕັ້ງ ຢູ່ 2 ເມືອງ ໄດ້ 4 ຈຸດ, ໄດ້ຮັບຄຳຮ້ອງຂໍຄວາມເປັນທຳ ຈຳນວນ 12 ເລື່ອງ, ຮັບຄຳສະເໜີ 4 ເລື່ອງ ໄດ້ຮັບຮອງ, ພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຂ ສາລະວັນ ຊຸດທີ II ເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງແຂວງ, ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ແລະ ບົດລາຍງານອື່ນໆ.

(ຂ່າວ-ພາບ: ດີລຳພົນ ພົມມະຈັນ)

ມີຄົນເສຍຊີວິດ 100 ກວ່າຄົນ ສະຫລອງບຸນຮາໂລວີນ ຢູ່ ເຊອູນ

0

ສຳນັກຂ່າວຢອນຮັບ(Yonhap)ຂອງ ສ ເກົາຫລີ ລາຍງານຕົວເລກຫລ້າສຸດ ຄົນເສຍຊີວິດຈາກການສະຫລອງວັນຮາໂລວີນ ຊຶ່ງເປັນວັດທະນະທໍາຊາວຕາເວັນຕົກ ຢູ່ນະຄອນຫລວງເຊອູນ 151ຄົນ, ໃນນັ້ນເປັນຄົນຕ່າງປະເທດ 19 ຄົນ; ບາດເຈັບກວ່າ 80 ຄົນ, ຍ້ອນຄົນຫລວງຫລາຍບຽດແຫຍ້ຢຽບກັນ.

ຜູ້ທີ່ເຂົ້າຮ່ວມງານຮາໂລວີນ ຈັດຂຶ້ນທີ່ເຂດອີແຕວອນ ເມືືອງ ຢົງຊານ ນະຄອນຫລວງ ເຊອູນ ໃນຄືນຜ່ານມາ ສ່ວນຫລາຍແມ່ນໄວໜຸ່ມ ອາຍຸລະຫວ່າງ 20 ກວ່າປີ.

ສະພາບອາກາດທົ່ວໄປ ປະຈໍາວັນທີ 31 ຕຸລາ 2022

0

ຄວາມກົດດັນສູງຂອງອາກາດເຢັນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກ ຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ຫົວເຫວີຍ ພ້ອມກ້າວສູ່ 5,5G ເພື່ອເປັນຮາກຖານຂອງອະນາຄົດ

0

ໃນລະຫວ່າງກອງປະຊຸມ ມືຖືບອດແບນລະດັບໂລກ 2022 (MBBF 2022) ເຊິ່ງໄດ້ຈັດຂຶ້ນໃນວັນທີ 26 ຕຸລາ 2022 ຜ່ານມາ ທີ່ບາງກອກ, ປະເທດໄທ, ທ່ານ ເດວິດ ຫວັງ (David Wang) ກໍາມະການບໍລິຫານ ແລະ ປະທານຝ່າຍຜະລິດຕະພັນ ໂຊລູຊັນຂອງຫົວເຫວີຍ ໄດ້ໃຫ້ຄໍາປາໄສໃນຫົວຂໍ້ “ກ້າວໄປສູ່ 5,5G ເພື່ອເປັນຮາກຖານຂອງອະນາຄົດ” ວ່າ: ຄວາມພະຍາຍາມຮ່ວມກັນລະຫວ່າງພັນທະມິດ ເພື່ອສົ່ງຜົນໃຫ້ອຸດສາຫະກໍາໄດ້ມີຄວາມກ້າວໜ້າ ແລະ ພ້ອມທີ່ຈະກ້າວໄປສູ່ 5,5G ເພື່ອບັນລຸຄວາມສຳເລັດດັ່ງກ່າວ ຕ້ອງກຽມພ້ອມໃນທຸກດ້ານ ເພື່ອໃຫ້ພວກເຮົາສາມາດກ້າວໄປສູ່ຍຸກ 5,5G ໄດ້ໄວຂຶ້ນ ແລະ ສ້າງໂລກອັດສະລິຍະທີ່ຍືນຍົງໄປພ້ອມກັນ.

ເມື່ອໂລກມີການປ່ຽນແປງໄປສູ່ໂລກແຫ່ງອັດສະລິຍະທີ່ວ່ອງໄວ, ການປ່ຽນແປງດັ່ງກ່າວເຮັດໃຫ້ຄວາມຕ້ອງການຮາກຖານດ້ານດີຈີຕອນເພີ່ມຂຶ້ນ ແລະ ຈຸດໝາຍຕໍ່ໄປທີ່ພວກເຮົາຕ້ອງບັນລຸໃນເສັ້ນທາງການກ້າວເປັນອັດສະລິຍະ ຄືຕ້ອງກ້າວໄປສູ່ 5,5G ເພື່ອສົ່ງມອບປະສົບການ ການໃຊ້ງານໃນອັດຕາການຮັບສົ່ງຂໍ້ມູນສູງເຖິງ 10Gbit/s ທັງຮອງຮັບການເຊື່ອມຕໍ່ຫລາຍແສນລ້ານອຸປະກອນ ແລະ ຮອງຮັບລະ ບົບພື້ນຖານຄຣາວອັດສະລິຍະ.

ທ່ານ ເດວິດ ຫວັງ ກ່າວວ່າ: ຫລັງຈາກສອງປີຂອງຄວາມພະຍາຍາມຮ່ວມກັນ ໃນທົ່ວອຸດສາຫະກໍາ 5,5G ໄດ້ມີຄວາມຄືບໜ້າອັນໃຫຍ່ຫລວງ ແລະ ມີສາມຢ່າງທີ່ຊັດ ຄື: ການກໍານົດມາດຕະຖານຂອງ 5,5G ໄດ້ຖືກລິເລີ່ມ ແລະ ການດໍາເນີນກົນລະຍຸດຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ 5,5G ບໍ່ໄດ້ເປັນພຽງວິໄສທັດອີກຕໍ່ໄປ; ອຸດສາຫະກໍາໄດ້ປະສົບຜົນສໍາເລັດ ໃນການນໍາຄວາມກ້າວໜ້າດ້ານເຕັກໂນໂລຊີ ທີ່ສໍາຄັນ ສໍາລັບ 5,5G ແລະ ເສັ້ນທາງການຮັບສົ່ງຂໍ້ມູນທີ່ກວ້າງຂຶ້ນ ຫລື ແບນວິດຂະໜາດໃຫຍ່ ແລະ ເທັກໂນໂລຊີ ELAA ສາມາດສົ່ງມອບປະສົບການຮັບສົ່ງຂໍ້ມູນ 10Gbit/s; ອຸດສາຫະກໍາມີວິໄສທັດທີ່ຊັດເຈນສໍາລັບໄອໂອທີ ໃນສາມປະເພດຂອງເຕັກໂນໂລຊີ ທີ່ໃຊ້ໃນ 5,5G ຄື: NB-IoT, RedCap ແລະ IoT ແບບ passive ທີ່ຮອງຮັບການເຊື່ອມຕໍ່ອຸປະກອນເປັນຈໍານວນຫລາຍ. ພ້ອມກັນນີ້, ອຸດສາຫະກໍາການສື່ສານກໍາລັງພັດທະນາຢ່າງຕໍ່ເນື່ອງ 5,5G ມີຄວາມກ້າວໜ້າຢ່າງວ່ອງໄວ.

ທ່ານ ກ່າວຕື່ມວ່າ: ໃນອະນາຄົດ ພວກເຮົາຕ້ອງຮັບມືກັບ 5 ປັດໄຈໃໝ່ເປັນຕົ້ນ ມາດຕະຖານການໃຊ້ງານ, ຄື້ນຄວາມຖີ່, ຜະລິດຕະພັນ, ລະບົບນິເວດ ແລະ ການປະຍຸກໃຊ້ເທັກໂນໂລຊີ ເພື່ອໃຫ້ກ້າວໄປສູ່ 5,5G ທີ່ໝັ້ນຄົງ ແລະ ສ້າງໂລກທີ່ອັດສະລິຍະ ໂດຍສະເພາະ ພວກເຮົາຈໍາເປັນຕ້ອງໄດ້ກໍານົດມາດຕະຖານ ແລະ ສົ່ງເສີມການຄົ້ນຄວ້າເຕັກໂນໂລຊີ ໂດຍການກໍານົດມາດຕະຖານ ຊີ້ນໍາອຸດສາຫະກໍາການສື່ສານ ແບບບໍ່ໃຊ້ສາຍ ແລະ ຈະນໍາພາອຸດສາຫະກໍາ 5,5G ກ້າວໄປຂ້າງໜ້າຕາມເສັ້ນທາງທີ່ກໍານົດໄວ້ຢ່າງຊັດເຈນ.

ສື່ມວນຊົນຊີ້ແຈງ ແມນຢູ ຕົວເກງຄວ້າ “ກັກໂປ” ເໜືອ ອາເຊນອລ

0

ດິວ ໂຈນ ນັກຂ່າວສາຍກິລາ ໃຫ້ຄວາມຄິດເຫັນວ່າ ແມນເຊສເຕີ ຢູໄນເຕັດ ຍັງເປັນຕໍ່ເໜືອຄູ່ແຂ່ງຢ່າງ ອາເຊນອລ ໃນເສິກຊີງຕົວ ໂຄດີ ກັກໂປ ໃນອະນາຄົດອັນໃກ້ນີ້ ດາວຍິງຊາວໂຮນລັງ ຕົກເປັນຂ່າວກັບຫຼາຍທີມໃນພຣີເມຍລີກເມື່ອໄລຍະລະດູຮ້ອນທີ່ີຜ່ານມາ ໂດຍກ່ອນໜ້ານັ້ນ ຜູ້ກ່ຽວຍອມຮັບວ່າສົນໃຈຍ້າຍມາຄ້າຝີຕີນກັບ ອາເຊນອລ. ຢ່າງໃດກໍດີ ເບິ່ງເໝືອນວ່າ ແມນຢູ ຈະເປັນຝ່າຍເຂົ້າໃກ້ການຄວ້າ ກັກໂປ ຫຼາຍກວ່າ ໂດຍເມື່ອສອງສາມມື້ທີ່ຜ່ານມາ ຜູ້ກ່ຽວກໍຍອມຮັບວ່າຂໍ້ຕົກລົງດັ່ງກ່າວ ເກືອບຈະເກີດຂື້ນອີຫຼີແລ້ວເມື່ອໄລຍະລະດູຮ້ອນ. ເຖິງວ່າຈະຢູ່ກັບ ພີເອສວີ ໄອໂຮເຟນ ຕໍ່ໄປ ແຕ່ ກັກໂປ ກໍມີສະຖິຕິທີ່ຍອດຢ່ຽມທັງໃນເກມລີກ ແລະ ຢູໂຣປາລີກ ໂດຍຍິງໄປແລ້ວ 12 ປະຕູກັບສົ່ງໃຫ້ໝູ່ຍິງ 11 ປະຕູຈາກ 16 ເກມທີ່ລົງສະໜາມໃນລະດູການນີ້. ຄາດກັນວ່າ ກັກໂປ ຈະຍ້າຍທີມພາຍໃນປີໜ້າ ເຖິງແມ່ນວ່າຈະຍັງມີສັນຍາອີກ 4 ປີກັບ ພີເອສວີ ເຊິ່ງ ດິວ ໂຈນ ເຫັນວ່າ ແມນຢູ ມີໂອກາດດີກວ່າ ອາເຊນອລ ທີ່ຈະໄດ້ນັກເຕະອາຍຸ 23 ປີໄປຮ່ວມທີມ. ເຂົາບອກກັບ GIVEMESPORT ວ່າ ” ເຂົາມີລະດູການທີ່ຍອດຢ່ຽມກັບ ພີເອສວີ ເຊິ່ງບໍ່ຕ້ອງສົງໃສເລີຍວ່າເຂົາຈະຕ້ອງກາຍ້າຍທີມໃນປີ 2023 “. “ ຂ້ອຍຈຶ່ງຍັງຄິດວ່າເຂົາຄືນັກເຕະທີ່ຜູ້ຄົນຕ້ອງສົນໃຈຢ່າງຈິງຈັງສໍາລັບການຍ້າຍມາສູ່ ພຣີເມຍລີກ ຂ້ອຍຍັງຄິດວ່າ ບາງທີ ແມນເຊັສເຕີ ຢູໄນເຕັດ ມີໂອກາດໄດ້ຕົວເຂົາຫຼາຍກວ່າ ອາເຊນອລ.”

ເຈົ້າຄອງ ນວ ພົບປະພະນັກງານຫຼັກແຫຼ່ງ ພະແນກແຜນການ ແລະ ການລົງທຶນ

0

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ລົງພົບປະ ແລະ ເຮັດວຽກຢູ່ພະແນກແຜນການ ແລະ ການລົງທຶນ ນວ ວັນທີ 28 ຕຸລາ 2022 ທີ່ພະແນກແຜນການ ແລະ ການລົງທຶນ ນວ ມີທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ພ້ອມດ້ວຍບັນດາຫົວໜ້າພະແນກ ຮອງພະແນກອ້ອມຂ້າງ ນວ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ ທ່ານນາງ ບົວວອນ ສຸລາແສງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກພົ້ນເດັ່ນປະຈໍາເດືອນຕຸລາ ແລະ ແຜນວຽກຈຸດສຸມໃນເດືອນພະຈິກ 2022 ໄດ້ຍົກໃຫ້ຮູ້ບາງຕອນວ່າ ໄດ້ສໍາເລັດການແຜນລົງທຶນລັດ ແລະ ແຜນຟື້ນຟູໄພພິບັດປະຈໍາປີ 2023 ໄດ້ລົບລ້າງໂຄງການລົງທຶນລັດ 3 ໂຄງການອອກຈາກບັນຊີລົງທຶນລັດ (ໂຄງການພະແນກພະລັງງານ-ບໍ່ແຮ່ 2 ໂຄງການ ພະແນກແຜນການ ແລະ ການລົງທຶນ 1 ໂຄງການ) ທີ່ໄດ້ຮັບການອະນຸມັດຈາກສະພາປະຊາຊົນ ນວ ແລ້ວໄດ້ເລີ່ມເບີກຈ່າຍເງິນເກີນແຜນ ປີ 2021 ເພື່ອຊໍາລະໜີ້ໃນບ້ວງ 40% ໃນນີ້ ພະແນກແຜນການ ແລະ ການລົງທຶນ ໄດ້ຄົ້ນຄວ້າວິທີການຊໍາລະໜີ້ແບບຕັດເປັນແຕ່ລະໂຄງການເຊັ່ນ ຊໍາລະໃຫ້ໂຄງການທີ່ມີມູນຄ່າ 500 ລ້ານກີບລົງມາ ໄດ້ໂຮມເອົາງົບປະມານທີ່ໄດ້ຈັດສັນໃຫ້ຫຼາຍໂຄງການ ທີ່ມີບໍລິສັດດຽວເປັນຜູ້ຮັບເໝົາ ແລ້ວມາຕັດໂຄງການໃດໜຶ່ງອອກ ໂດຍຕົກລົງເປັນເອກະພາບຮ່ວມກັບເຈົ້າຂອງໂຄງການ ບໍລິສັດຜູ້ຮັບເໝົາ ແລະ ພະແນກແຜນການ ແລະ ການລົງທຶນ ຜ່ານການປະຕິບັດ ສາມາດຕັດໂຄງການອອກໄດ້ 27 ໂຄງການ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃນກິດຈະການສໍາປະທານ ແລະ ກິດຈະການໃນບັນຊີຄວບຄຸມ ພິຈາະລະນາ 20 ໂຄງການ ໃນນັ້ນ ໂຄງການສໍາປະທານ 13 ໂຄງການ ກິດຈະການທົ່ວໄປໃນບັນຊີຄວບຄຸມ 5 ໂຄງການ ຄົ້ນຄວ້າແກ້ໄຂບັນຫາການພັດທະນາໂຄງການຄິວລົດເມຂົວດິນ ໂຄງການຕະຫຼາດເຊົ້າ ບັນດາໂຄງການພັດທະນາໃນບໍລິເວນແຄມຂອງ ແລະ ຫາດດອນຈັນ ສົມທົບກັບບັນດາພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໂຄງການທຶນສົມທົບ ODA ສໍາເລັດການປະເມີນຜົນໂຄງການລົງທຶນລັດໃຫ້ແກ່ບັນດາພະແນກການ ແລະ ເມືອງ 4 ໂຄງການ ສໍາເລັດການສັງລວມສິນຄ້າທ້ອງຕະຫຼາດປະຈໍາເດືອນຕຸລາ ລົງຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນຢູ່ເມືອງຫາດຊາຍຟອງ ນອກຈາກນີ້ ໄດ້ຍົກໃຫ້ເຫັນແຜນການຕໍ່ໜ້າທີ່ຈະຕ້ອງສຸມໃສ່ຈັດຕັ້ງປະຕິບັດ ແລະ ຮັບຟັງການໂອ້ລົມຂອງທ່ານເຈົ້ນຄອງ ນວ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

ສື່ອ້າງວ່າ ບາເຊໂລນາ ມີເປົ້າໝາຍດຶງ ເອນຣິເກ ກັບມາເຮັດວຽກແທນ ຊາບີ

0

ຫຼຸຍ ເອນຣິເກ ມາຕີເນຊ ມີໂອກາດຫວນກັບຄືນມາເຮັດວຽກຖານະເປັນຄູຝຶກສອນຂອງ ບາເຊໂລນາ ອີກຄັ້ງ ຫາກສະໂມສອນຕັດສິນໃຈແຍກທາງກັບ ຊາບີ ເອນານເດຊ.

ໂທລະພາບ El Chiringito ຂອງແອັດສະປາຍ ອ້າງວ່າ ບາເຊໂລນາ ກໍາລັງຈັບຕາເບິ່ງ ຫຼຸຍ ເອັນຣິເກ ມາຕີເນຊ ເພື່ອດຶງຜູ້ຈັດການໃຫຍ່ອາຍຸ ອາຍຸ 52 ປີ ເຂົ້າມາຮັບຕໍາແໜ່ງຜູ້ຈັດການໃຫຍ່ຄົນຕໍ່ໄປຂອງທີມ ບາເຊໂລນາ ຫາກມີການຕັດສິນໃຈປົດ ຊາບີ ເອນ່ານເດຊ ອອກຈາກຕໍາແໜ່ງ.

ຊາບີ ເຂົ້າມາຮັບຕຳແໜ່ງເປັນຄູຝຶກຂອງ ບາເຊໂລນາ ໃນເດືອນພະຈິກ 2021 ຕໍ່ຈາກ ໂຣນັນ ຄູມັນ ເຖິງແມ່ນວ່າຈະລົງເອີຍແບບບໍ່ມີຂັນລາງວັນໃນລະດູການ 2021-2022 ແຕ່ຍັງມີແງ່ດີພຽງພໍສຳລັບລະດູການໃໝ່ ກ່ອນທີມຍິ່ງໃຫຍ່ແຄວ້ນກາຕາລູນຢາຈະທຸ່ມທຶນເກືອບ 200 ລ້ານເອີໂຣໃນຕະຫຼາດລະດູຮ້ອນ ເພື່ອສ້າງທີມທີ່ມີໂອກາດປະສົບຄວາມສໍາເລັດ ໂດຍສະເພາະການເຊັນສັນຍາກັບ ໂຣເບີດ ເລວານດອຟສະກີ, ຊູລ ກຸນເດ ແລະ ຣາຟິນຢ່າ.

ບາເຊໂລນາ ເລີ້ມຕົ້ນລະດູການນີ້ຢ່າງຍອດຢ່ຽມ ກ່ອນທີມຂອງ ຊາບີ ຈະເລີ່ມຕົກຕໍ່າລົງໄປ ກະທັ່ງຕົກຮອບ ແບ່ງກຸ່ມ ແຊມປຽນລີກ ລວມເຖິງການປະລາໄຊຕໍ່ ຣິວ ມາດຣິດ ໃນຮອບທໍາອິດຂອງການແຂ່ງຂັນ ‘El Clasico’ ຂອງລະດູການ ຈົນເບິ່ງເໝືອນວ່າຄວາມພະຍາຍາມຂອງຄູຝຶກສອນອາຍຸ 42 ປີ ອາດຈະບໍ່ສາມາດນໍາທີມບາເຊໂລນາບັນລຸເປົ້າໝາຍ ຈົນມີຂ່າວວ່າ ບາເຊໂລນາ ກໍາລັງຊອກຫາຕົວແທນສໍາລັບ ຊາບີ ໂດຍມີຊື່ຂອງ ຫຼຸຍ ເອນຣິເກ ເປັນໜຶ່ງໃນນັ້ນ.

ຫຼຸຍ ເອນຣິເກ ອາຍຸ 52 ປີ ເຄີຍຄ້າຝີຕີນກັບ ບາເຊໂລນາ ໃນໄລຍະປີ 1996-2004 ແລະ ເຮັດວຽກໃນຖານະເປັນຄູຝຶກສອນຂອງທີມບາເຊໂລນາໃນໄລຍະປີ 2014-2017 ຕະຫຼອດ 3 ປີທີ່ຖິ່ນ ຄໍາ ນູ ນໍາຕົ້ນສັງກັດຄວ້າແຊັມ ລາ ລີກາ 2 ສະໄໝ, Copa del Rey 3 ສະໄໝ, Spanish Super Cup 1 ຄັ້ງ, ແຊມປຽນລີກ 1 ສະໄໝ, ຢູໂຣປຽນ ຊຸບເປີຄັບ 1 ສະໄໝ ແລະ ເຕະບານ FIFA Club World Cup 1 ສະໄໝ ລວມເຖິງການຄວ້າ “ສາມແຊມປຽນ” ໃນລະດູການ 2014-2015

ປັດຈຸບັນ ຫຼຸຍ ເອນຣິເກ ກໍາລັງນໍາທີມຊາດແອັດສະປາຍ ລົງແຂ່ງຂັນເຕະບານໂລກຮອບສຸດທ້າຍໃນໄລຍະທ້າຍເດືອນພະຈິກນີ້ ໂດຍຖືກສື່ຈັບເຊື່ອມໂຍງກັບບາເຊໂລນາ ເຊັ່ນດຽວກັນກັບ ໂທມັສ ທູເຄິລ ແລະ ມາເຊໂລ ກາຢາໂດ ຫາກສະໂມສອນຕັດສິນໃຈແຍກທາງກັບ ຊາບີ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ

0

ວັນທີ 27 ຕຸລາ 2022 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ທີ່ໄດ້ຮັບຮອງເອົາໃນວັນທີ 24 ເມສາ 2021 ແລະ ປຶກສາຫາລືບັນດາຂໍ້ສະເໜີແນະ ເພື່ອສະເໜີ ຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ໃນ ຕົ້ນເດືອນພະຈິກ 2022.

ກອງປະຊຸມ ໄດ້ຕີລາຄາສູງຕໍ່ບົດບາດຂອງປະທານອາຊຽນ ໂດຍສະເພາະ ທູດພິເສດຂອງປະທານອາຊຽນ ຕໍ່ບັນຫາມຽນມາ ຊຶ່ງລວມທັງບຣູໄນ (ປີ 2021) ແລະ ກໍາປູເຈຍ (ປະທານປັດຈຸບັນ) ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ສ້າງສັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ແລະ ພ້ອມນີ້ ກໍຊົມເຊີຍ ກອງເລຂາອາຊຽນ ແລະ ສູນປະສານງານຊ່ວຍເຫລືອດ້ານມະນຸດສະທໍາອາຊຽນ ຕໍ່ຄວາມຄືບໜ້າໃນການຊ່ວຍເຫຼືອທາງດ້ານມະນຸດສະທໍາແກ່ປະຊາຊົນມຽນມາ ທີ່ໄດ້ຮັບຜົນກະທົບຈາກສະພາບການພາຍໃນມຽນມາ ແລະ ຊຸກຍູ້ໃຫ້ກອງເລຂາ ແລະ ສູນປະສານງານດັ່ງກ່າວ ສືບຕໍ່ຄວາມພະຍາຍາມ ໃນການຊ່ວຍເຫຼືອປະຊາຊົນມຽນມາໃນເຂດຕ່າງໆທ່ົວປະເທດ ໃຫ້ໄດ້ຮັບການຊ່ວຍເຫຼືອໄດ້ຢ່າງທົ່ວເຖິງ.

ກອງປະຊຸມຍັງໄດ້ເຫັນດີຊຸກຍູ້ໃຫ້ທູດພິເສດຂອງປະທານກໍາປູເຈຍ ສືບຕໍ່ປະສານສົມທົບກັບທຸກຝ່າຍທີ່ກ່ຽວຂ້ອງໃນມຽນມາ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນໃຫ້ມີປະສິດທິຜົນ ເພື່ອກ້າວໄປສູ່ການແກ້ໄຂບັນຫາພາຍໃນຂອງມຽນມາຢ່າງສັນຕິວິທີ ການຟື້ນຟູສັນຕິພາບ ແລະ ສ້າງຄວາມ ປອງດອງແຫ່ງຊາດ ໂດຍໄວ.

ຮອງລັດຖະມົນຕີ ກຕສ ເຂົ້າຮ່ວມກອງປະຊຸມສັບປະດາສາກົນດ້ານໄຊເບີ ທີ່ສິງກະໂປ

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສັບປະດາສາກົນດ້ານໄຊເບີຂອງສິງກະໂປ (SICW) ຄັ້ງທີ 7 ແລະ ກອງປະຊຸມລັດຖະມົນຕີອາຊຽນດ້ານຄວາມປອດໄພໄຊເບີ (AMCC) ຄັ້ງທີ 7 ທີ່ປະເທດສິງກະໂປໃນອາທິດຜ່ານມາ ຈັດຂຶ້ນໂດຍອົງການຄວາມປອດໄພທາງໄຊເບີຂອງສິງກະໂປ (Cyber Security Agency of Singapore) ເຊິ່ງເປັນປະທານໂດຍທ່ານນາງ JOSEPHINE TEO ລັດຖະມົນຕີກະຊວງຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ລັດຖະມົນຕີຮັບຜິດຊອບດ້ານຄວາມປອດໄພທາງໄຊເບີ ປະເທດສິງກະໂປ ມີບັນດາລັດຖະມົນຕີດ້ານໄອຊີທີອາຊຽນ ລວມທັງເລຂາທິການໃຫຍ່ອາຊຽນ ອົງການຈັດຕັ້ງສາກົນ ຜູ້ນຳຈາກບັນດາອຸດສາຫະກຳ ສະຖາບັນການສຶກສາ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນພາຍໃຕ້ຄຳຂວັນ “ ຮັກສາຄວາມປອດໄພໃນໂລກດິຈິຕອນ: ການມີຄວາມຮັບຜິດຊອບຮ່ວມກັນ ” (Digital Security: A shared responsibility) ໂດຍກອງປະຊຸມໄດ້ປຶກສາຫາລືແນວທາງ ແລະ ວິທີການຮັບມືຮ່ວມກັບຫຼາຍພາກສ່ວນ ເປັນຕົ້ນ ຂະແໜງອຸດສາຫະກຳ ອົງການຈັດຕັ້ງສາກົນ ແລະ ວິສາຫະກິດຕ່າງໆທີ່ນຳໃຊ້ປະໂຫຍດຈາກການຫັນເປັນດິຈິຕອນ ເພື່ອກຽມພ້ອມຮັບມືກັບໄພຄຸກຄາມທາງໄຊເບີທີ່ນັບມື້ນັບເພີ່ມຂຶ້ນເລື້ອຍໆ ໂດຍສະເພາະ ຄວາມສັບຊ້ອນທີ່ເພີ່ມຂຶ້ນຂອງການນຳໃຊ້ລະຫັດດິຈິຕອນ (digital domain) ການແກ້ໄຂຂໍ້ຂັດແຍ່ງລະຫວ່າງເຂດພູມສັນຖານໃຫ້ມີຄວາມຫົດຢືດ ປອດໄພ ແລະ ຮັບປະກັນໃຫ້ສາມາດຂັບເຄື່ອນປະເທດຊາດກ້າວເຂົ້າສູ່ຍຸກເສດຖະກິດຈິຕອນທີ່ທັນສະໄໝ ແລະ ສະຫງົບສຸກ.

ບັນຫາພົ້ນເດັ່ນທີ່ຍົກເປັນຫົວຂໍ້ບູລິມະສິດໃນການສົນທະນາຮ່ວມກັນຄື: ການເສີມສ້າງຄວາມເຂັ້ມແຂງດ້ານ ການຮ່ວມມືກັບບັນດາຄູ່ຮ່ວມຫຼາຍຝ່າຍ ທີ່ແນໃສ່ການເຮັດວຽກຮ່ວມກັນເພື່ອຈັດການກັບໄພຄຸກຄາມທາງໄຊເບີ ລວມເຖິງບັນຫາທີ່ຕິດພັນ ເປັນຕົ້ນ ການແລກປ່ຽນທັດສະນະ ແລະ ມຸມມອງດ້ານຄວາມປອດໄພທາງໄຊເບີໃນຍຸກປັດຈຸບັນ ປຶກສາຫາລືກ່ຽວກັບການນໍາໃຊ້ ICTs ໃຫ້ມີຄວາມປອດໄພ ທີ່ລວມເຖິງການພັດທະນາບັນດາລະບຽບການນະໂຍບາຍ ແລະ ບັນທັດຖານໃນການຄຸ້ມຄອງໃຫ້ມີຄວາມເຂັ້ມແຂງ ແລະ ອັບເດດຂໍ້ມູນຂ່າວສານກ່ຽວກັບການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ເຮັດຮ່ວມກັນຂອງບັນດາປະເທດສະມາຊິກອາຊຽນ ໂດຍສະເພາະ ການເຂົ້າຮ່ວມໂຄງການເຝິກອົບຮົມ ASCCE ແລະ AJCCBC ທີ່ແນໃສ່ສົ່ງເສີມການສ້າງຂີດຄວາມສາມາດໃນການປ້ອງກັນການໂຈມຕີທາງໄຊເບີ ແລກປ່ຽນຂໍ້ມູນຂ່າວສານດ້ານວິຊາການ ຊອກຫາແນວທາງໃນການແກ້ໄຂບັນຫາຮວ່ມກັນ ປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂຶ້ນທັງໃນປັດຈຸບັນ ແລະ ໃນຕໍ່ໜ້າ ນອກນີ້ທີ່ປະຊຸມຍັງໄດ້ໂອ້ລົມ ແລະ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວຽກໃນໄລຍະຜ່ານມາໃຫ້ທີ່ປະຊຸມຮັບຊາບ ເພື່ອລາຍງານຕໍ່ໃນກອງປະຊຸມຂັ້ນ ADGMIN ທີ່ຈະຈັດຂຶ້ນເປັນປະຈຳໃນທຸກໆປີ.

# ຂ່າວ – ພາບ : ຂັນທະວີ