Thursday, September 25, 2025
Home Blog Page 882

ລາວເມດີໂຄ ຊັບພາຍ ຊ່ວຍເຫຼືອດ້ານອຸປະກອນການຮຽນແກ່ນັກຮຽນປະຖົມ ບ້ານນາກະລອນ ມູນຄ່າ 40 ລ້ານກວ່າກີບ

0

ບໍລິສັດ ລາວເມດີໂຄ ຊັບພາຍ ຈຳກັດ ຜູ້ດຽວ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອທາງດ້ານການຮຽນໄປມອບໃຫ້ນ້ອງນັກຮຽນຜູ້ທີ່ດ້ອຍໂອກາດ ຄອບຄົວທຸກຍາກຂາດເຂີນໃນທົ່ວເມືອງເລົ່າງາມ, ຊຶ່ງໃນການມອບເຄື່ອງຊຸດທຳອິດນີ້ ແມ່ນມີຂຶ້ນ ເມື່ອວັນທີ 25 ຕຸລາ 2022 ທີ່ໂຮງຮຽນປະຖົມ ບ້ານນາກະລອນ ເມືອງເລົ່າງາມ ແຂວງສາລະວັນ, ໂດຍຕາງໜ້າມອບຂອງທ່ານ ນາງ ມະນີສາຄອນ ຫຼວງອາໄພ ພະນັກງານກໍ່ສ້າງຮາກຖານ ກະຊວງສຶກສາທິການ ແລະ ກິລາ ປະຈຳຢູ່ຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ, ມີທ່ານ ນາງ ສົມໃຈ ໄຊຍະບັນຫາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງເລົ່າງາມ, ທ່ານ ພາລະສິດ ພົມມະລາ ຜູ້ອຳນວຍການໂຮງຮຽນປະຖົມ ບ້ານນາກະບອນ ພ້ອມດ້ວຍຄູອາຈານ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ການມອບເຄື່ອງຊຸດທຳອິດໃຫ້ແກ່ໂຮງຮຽນປະຖົມ ບ້ານນາກະລອນ ໃນຄັ້ງນີ້, ປະກອບມີ ອຸປະກອນການຮຽນ ເປັນຕົ້ນແມ່ນ ປຶ້ມຂຽນ, ບິກ, ສໍ ຈໍານວນ 53 ຊຸດ, ຊຸດນັກຮຽນ ຍິງ-ຊາຍ 53 ຊຸດ, ແລະ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມອບບານເຕະ 1 ໜ່ວຍ ແລະ ກະຕໍ້ 1 ໜ່ວຍ. ທັງນີ້, ກໍເພື່ອເປັນການຊຸກຍູ້ສົ່ງເສີມວຽກງານການສຶກສາ ໂດຍສະເພາະແມ່ນໃຫ້ເດັກຜູ້ດ້ອຍໂອກາດ ຄອບຄົວມີທຸກຍາກຂາດເຂີນ ສິ່ງສຳຄັນແມ່ນໄດ້ປະກອບສ່ວນໃຫ້ແກ່ວຽກງານການສຶກສາ-ກິລາ ເຮັດໃຫ້ນັກຮຽນໄດ້ສຶກສາຮ່ຳຮຽນ, ໄດ້ຫຼິ້ນກິລາເພື່ອສຸຂະພາບທີ່ແຂງແຮງ ຫ່າງໄກຈາກສິ່ງເສບຕິດ ໃຊ້ເວລາໃຫ້ເປັນປະໂຫຍດ. ນອກຈາກນີ້, ທາງບໍລິສັດ ລາວເມດີໂຄ ຊັບພາຍ ຈຳກັດ ຜູ້ດຽວ ຍັງຈະສືບຕໍ່ນໍາເຄື່ອງດັ່ງກ່າວໄປຊ່ວຍເຫຼືອແກ່ນັກຮຽນໂຮງຮຽນທີ່ເປັນເປົ້າໝາຍ ໃນຈໍານວນອຸປະກອນການຮຽນທັງໝົດ 300 ຊຸດ, ຊຸດນັກຮຽນ ຍິງ-ຊາຍ ຈຳນວນ 300 ຊຸດ ລວມມູນຄ່າ 40 ລ້ານກວ່າກີບ.

ສໍາລັບໂຮງຮຽນປະຖົມ ບ້ານນາກະລອນ ມີນັກຮຽນທັງໝົດ 46 ຄົນ, ຍິງ 21 ຄົນ, ຫ້ອງກຽມມີ 9 ຄົນ, ຍິງ 3 ຄົນ, ມີຄູສອນ 4 ຄົນ, ຍິງ 1 ຄົນ, ຄູອາສາສະໝັກ 2 ຄົນ.

ໂດຍ: ແຫຼັງຄຳ ບຸດນາໂຄກ

ວາງສີລາຈາລຶກສ້າງພັດທະສີມາວັດໂພຄໍາວະນາຣາມ

0

ພິທີວາງສີລາຈາລຶກສ້າງພັດທະສີມາ (ສີມ) ວັດໂພຄໍາວະນາຣາມບ້ານໜອງແປນເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 30 ຕຸລາ 2022 ເປັນປະທານໂດຍພະອາຈານ ຄາລົມ ສີອິນ ເຈົ້າອະທິການວັດໂພຄໍາວະນາຣາມ ມີເຖລານຸເຖລະຈາກວັດຕ່າງໆ ເຈົ້າສັດທາຫຼັກ ທ່ານ ມົນຕຣີ ຊົມສະໝຸດ ທ່ານ ນາງ ອິນແປງ ຊາມຸນຕີ ປະທານສະມຄົມມັນຕົ້ນລາວ ປະທານສະພາອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ປະທານບໍລິສັດ ປາກຊ່ອງພັດທະນາຂາອອກ-ຂາເຂົ້າຈຳກັດ ປະທານບໍລິສັດ ສາລະວັນພັດທະນາຂາອອກ-ຂາເຂົ້າຈຳກັດ ພ້ອມດ້ວຍລູກຫຼານ ແລະ ຍາດຕິພີ່ນ້ອງ ບັນດາອອກຕົນຍາດໂຍມທັງພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມ.

ພະອາຈານ ຄາລົມ ສີອິນ ກ່າວວ່າ: ໂຄງການກໍ່ສ້າງພັດທະສີມາວັດໂພຄໍາວະນາຣາມ ເກີດຂຶ້ນຍ້ອນ ເຈົ້າສັດທາຫຼັກ ທ່ານ ມົນຕຣີ ຊົມສະໝຸດ ແລະ ທ່ານນາງ ອິນແປງ ຊາມຸນຕີ ພ້ອມດ້ວຍລູກຫຼານ ແລະ ຍາດຕິພີ່ນ້ອງທີ່ໄດ້ເຮັດບຸນກອງມະຫາກະຖິນສາມັກຄີປີ 2020 ໄດ້ທຶນ 136 ລ້ານກີບ.

ນອກນີ້ຍັງ ມີເຈົ້າ ສັດທາຫຼັກ ທ່ານນາງ ວັນເພັງ ແລະ ທ່ານ ທະວີວັນ ທອງສຸລີ ບ້ານສີໄຄ ເມືອງສີໂຄດຕະອອງ ແລະ ການຈັດພິທີວາງສີລາຈາລຶກຄັ້ງນີ້ ກໍໄດ້ທຶນສົມທົບຈຳນວນໜຶ່ງ ໂຄງການຈະເລີ່ມກໍ່ສ້າງເດືອນກຸມພາ 2023 ມາຮອດປັດຈຸບັນ ໄດ້ມີຜູ້ສັດທາເສົາ 9 ຕົ້ນ ມູນຄ່າຕົ້ນລະ 10 ລ້ານກີບ ແລະ ຍັງອີກ 23 ຕົ້ນ ດັ່ງນັ້ນ ຜູ້ທີ່ມີຄວາມເຫຼື້ອມໃສສັດທາທາງພຸດທະສາສະໜາ ຢາກສົມທົບທຶນກໍ່ສ້າງພັດທະສີມາວັດໂພຄໍາວະນາຣາມສາມາດປະກອບສ່ວນໄດ້ ເນື່ອງຈາກການກໍ່ສ້າງພັດທະສີມາວັດໂພຄໍາວະນາຣາມ ຕ້ອງການທຶນຫຼາຍຕື້ກີບບໍ່ວ່າຈະເປັນເງິນ ວັດຖຸ ຫີນຊາຍ ເຫຼັກ ຊີມັງ ແລະ ອື່ນໆ ຖ້າໂຄງການກໍ່ສ້າງສຳເລັດ ຈະເປັນອົງກອບໜຶ່ງໃຫ້ແກ່ວັດ ແລະ ວັດດັ່ງກ່າວເລີ່ມພັດທະນາມາແຕ່ປີ 2009 ມາຮອດປັດຈຸບັນ ວັດແຫ່ງກ່າວສ້າງສຳເລັດມີສາລາ ປະຕູໂຂງ ຫ້ອງນໍ້າ ກຸດຕິ ພະຍານາກ ຫໍກອງ.

# ຂ່າວ – ພາບ : ສົມສະຫວັນ

#​ Vientiane Mai​

ປິດຊຸດຮົມສິລະປະການສະແດງໃຫ້ນັກສະແດງຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

0

ຊຸດເຝີກອົບຮົມ ສິລະປະການການສະແດງ ແລະ ດົນຕີພື້ນເມືອງ ເພື່ອປະກອບອາຊີບນັກສະແດງຢູ່ໃນເຂດເສດຖະກິດພິເສດ ສາມຫລ່ຽມຄຳ ແຂວງບໍ່ແກ້ວ ໄດ້ສຳເລັດໃນວັນທີ 27 ຕຸລາຜ່ານມາ ພາຍຫຼັງດຳເນີນມາເປັນເວລາ 11 ວັນ ໂດຍໄດ້ຮັບເຊີນວິທະຍາກອນຈາກກົມສິລະປະ-ວັດທະນະທໍາ ກະຊວງຖະແຫຼງຂ່າວ ມັດທະນະທຳ ແລະ ທ່ອງທ່ຽວ ມາຖ່າຍທອດຄວາມຮູ້ໃຫ້ສຳມະນາກອນ.

ຊຸດອົບຮົມຄັ້ງນີ້ ສຳມະກອນໄດ້ຮຽນຮູ້ພາກທິດສະດີ ເປັນຕົ້ນ ການວາງຄູ່ມືໃຫ້ຖືກຕ້ອງກັບການຈັບຮູແຄນໃຫ້ຖືກກັບສຽງ ເຝີກການໃຊ້ລົມໃນການເປົ່າແຄນໃຫ້ໄດ້ຕາມຈັງຫວະຂອງສຽງແຄນ ຄືຈັງຫວະຊ້າ ແລະ ໄວ ເຝີກຮຽນໄລ່ໂດແຄນເປັນ ໂດ ເຣ ມີ ຟາ ຊອນ ລາ ຊີ ເພື່ອໃຫ້ນິ້ວມືຖືກຕາມຫຼັກການ ເຝີກແອບເປັນເພງໃຫ້ເຂົ້າກັບຈັງຫວະເພງ ແລະ ຈັງວຫວະລໍາ ເຝີກເຂົ້າຈັງຫວະເພງເຕີ້ຍ-ລ່ອງຂອງ ໂດຍເປົ່າອອກ-ສູບເຂົ້າ ເກັບລາຍລະອຽດຄືນ ແລະ ເພີ່ມຈັງຫວະກອງເຂົ້ານໍາ.

ຈາກນັ້ນ ກໍໄດ້ປະຕິບັດຕົວຈິງຈາດແຄນ ເຝີກເປົ່າເພງເຕີ້ຍລ່ອງຂອງ (ເປົ່າແຄນວົງ) ເຝີກເປົ່າ ເຕີ້ຍພະມ້າ ທັງນີ້ເກໍພື່ອເປັນການອະນຸຮັກ ສົ່ງເສີມ ແລະ ສິລະປະວັດທະນະທໍາ ແລະ ດົນຕີພື້ນເມືອງລາວໃຫ້ມີຄວາມຢືນຍົງ ໄດ້ຮັບການສືບທອດ ເສີມຂະຫຍາຍກ້າວໜ້າຂຶ້ນຢ່າງຕໍ່ເນື່ອງ ເປັນການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານສິລະປະການສະແດງດົນຕີພື້ນເມືອງລາວໃຫ້ນ້ອງນັກຮຽນຂອງສູນວັດທະນະທໍາເດັກ ຊາວໜຸ່ມຜຸ້ທີມີພອນສະຫວັນ ມີຄວາມມັກຮັກໃນດ້ານສິລະປະການສະແດງ ເຮັດໃຫ້ສາມາດນໍາໄປຜັນຂະຫຍາຍປະກອບອາຊີບທາງດ້ານການສະແດງໃນທ້ອງຖິ່ນຂອງຕົນໄດ້ ທັງເປັນການກະກຽມຄວາມພ້ອມໃຫ້ແກ່ການສະແດງຮັບໃຊ້ວຽກງານສຳຄັນຂອງແຂວງ ກໍຄືຮັບໃຊ້ໃນບຸນປະເພນີບັນດາເຜົ່າປະຈໍາປີ ງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍ່ແກ້ວ ຄົບຮອບ 40 ປີ ແລະ ເທສະການດອກງິ້ວບານປະຈໍາປີທີ່ຈະມາເຖິງໃນມໍ່ໆນີ້ໃຫ້ມີຫຼາຍສີສັນ ສ້າງໄດ້ບັນຍາກາດຟົດຟື້ນມ່ວນຊື່ນ ແນໃສ່ສ້າງຜະລິດຕະພັນວັດທະນະທໍາ ກາຍເປັນຜະລິດຕະພັນການທ່ອງທ່ຽວຢູ່ພາຍໃນແຂວງບໍ່ແກ້ວ ໃຫ້ມີຄວາມຫຼາກຫຼາຍ

ໂອກາດນີ້ ທ່ານ ຄຳພະຫຍາ ພົມປັນ ຮອງເຈົ້າແຂວງບໍ່ແກ້ວ ໄດ້ຮຽກຮ້ອງມາຍັງສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄໍາ ກໍຄືບໍລິສັດດອກງີ້ວຄໍາ ຈໍາກັດ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນໃນການບໍາລຸງສ້າງບຸຄະລະກອນດ້ານການສະແດງ ຊ່ວຍຮັບເອົາສໍາມະນາກອນເຂົ້າເປັນນັກສະແດງສັງກັດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ພ້ອມທັງຊ່ວຍຄົ້ນຄ້ວານະໂຍບາຍ (ເງິນເດືອນສະຫວັດດີການຕ່າງໆ ການກິນຢູ່-ພັກເຊົາ ເຄື່ອງນຸ່ງການສະແດງ ອຸປະກອນປະກອບລາຍການສະແດງ). ພ້ອມນີ້ ສໍາມະນາກອນຈົ່ງໄດ້ເຊີດຊູບົດບາດຄວາມເປັນເຈົ້າການ ເສີມຂະຫຍາຍຫົວຄິດປະດິດສ້າງ ເຝີກຝົນຮໍ່າຮຽນ ຈາກບົດຮຽນທີ່ໄດ້ໃນຄັ້ງນີ້ ໃຫ້ມີຄວາມຄ່ອງແຄ້ວ ໂດດເດັ່ນ ຈົນສາມາດສະແດງໃຫ້ສັງຄົມໄດ້ຮັບຊົມໄດ້ ກາຍເປັນນັກສະແດງອາຊີບ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານໃນໄລຍະໃໝ່ ສິ່ງສໍາຄັນ ຕ້ອງມີຄວາມມັກຮັກໃນສິລະປະການສະແດງແທ້ໆ ມີຄວາມຫ້າວຫັນ ມີມະນຸດສໍາພັນດີ ຮັກສາໄດ້ວັດທະນະທໍາອັນດີງານຂອງຊາດໄວ້ໃຫ້ຄົງຢູ່ຕະຫຼອດໄປ.

#VientianeMai

ວິທີສັງເກດຂ່າວປອມ ຫຼື ຂ່າວທີ່ບໍ່ມີມູນຄວາມຈີງ

0

ຂ່າວຫຼອກລວງແມ່ນຂ່າວທີ່ປະກອບດ້ວຍຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ບໍ່ມີມູນຄວາມຈີງປະກອບມີການສົ່ງຕໍ່ຄວາມຮຸນແຮງຂອງໂຄງສ້າງ ເຮັດໃຫ້ເກີດການລ່ວງລະເມີດທາງອິນເຕີເນັດ ເປັນເຄື່ອງມືທາງດ້ານການເມືອງ ການສ້າງຄຳເວົ້າທີ່ກຽດຊັງ, ສຽດສີ ພ້ອມທັງໂຄສະນາເກີນຂອບເຂດ ສົ່ງຕໍ່ຄວາມເຊື່ອທີ່ບໍ່ຖືກຕ້ອງ ຈຳນວນຂໍ້ມູນທີ່ມະຫາສານທີ່ເກີດຂື້ນໃນທຸກໆ ວິນາທີ ປະກົດການຂ່າວທີ່ບໍ່ຖືກຕ້ອງຫຼອກລວງ ແລະ ເປັນສ່ວນໜຶ່ງຂອງການເຜີຍແຜ່ຂ່າວປອມໂດຍທີ່ບໍ່ຮູ້ຕົວ.

ມື້ນີ້ມີ 10 ຂໍ້ມາແນະນຳກ່ຽວກັບການແຈ້ງຂ່າວປອມ ດັ່ງນີ້:

  1. ຫົວຂໍ້ເລື່ອງຂ່າວປອມມັກຈະມີຫົວຂໍ້ຂ່າວທີ່ດຶງດູດຄວາມສົນໃຈໂດຍໂຕພິມໃຫຍ່ ແລະ ເຄື່ອງໝາຍອື່ນໆ…
  2. ໃຫ້ສັງເກດ URL ຖ້າ URL ຫຼອກລວງ ຫຼື ມີລັກສະນະຄ້າຍຄືອາດຈະເປັນເຄື່ອງໝາຍຂອງຂ່າວປອມ ຫລາຍໆ ເວັບໄຊຂ່າວປອມມັກຈະປ່ຽນ URL ເລັກໜ້ອຍ ເພື່ອຮຽນແບບແຫຼ່ງຂ່າວທີ່ແທ້ຈິງ.
  3. ສັງເກດຂໍ້ມູນທີ່ມາໃຫ້ແນ່ໃຈວ່າ: ບົດຂຽນຂ່າວໄດ້ຖືກຂຽນໂດຍແຫຼ່ງທີ່ໜ້າເຊື່ອຖື ແລະ ຖືກຕ້ອງບໍ່? ຖ້າຫາກຂໍ້ມູນມາຈາກອົງການທີ່ບໍ່ລື້ງເຄີຍໃຫ້ກວດເບິ່ງ “ກ່ຽວກັບ” ເພື່ອຮຽນຮູ້ເພີ່ມເຕີມ.
  4. ຊອກຫາຮູບແບບທີ່ຜິດປົກກະຕິ ເພາະຫຼາຍເວັບໄຊມີຈໍານວນຂ່າວປອມຈໍານວນຫຼາຍ ມັກມີຄວາມຜິດພາດ ຫຼື ການຈັດວາງຜິດປົກກະຕິກະລຸນາອ່ານໃຫ້ລະອຽດຖ້າທ່ານເຫັນສັນຍານເຫຼົ່ານີ້.
  5. ການພິຈາລະນາຮູບພາບຂ່າວປອມມັກຈະມີຮູບພາບ ຫຼື ວິດີໂອທີ່ບໍ່ແມ່ນຄວາມຈິງ ບາງເທື່ອຮູບພາບຈະເປັນຈິງ ແຕ່ມັນບໍ່ກ່ຽວຂ້ອງກັບສະພາບການຂອງເລື່ອງລາວ ທ່ານສາມາດຄົ້ນຫາເພື່ອກວດສອບວ່າຮູບພາບເຫຼົ່ານັ້ນມາຈາກໃສ.
  6. ກວດເບີ່ງວັນທີ ເລື່ອງຂ່າວປອມອາດມີເຫດການທີ່ບໍ່ສົມເຫດສົມຜົນ ຫຼືຶ ມີການປ່ຽນແປງວັນທີຂອງເຫດການໄດ້.
  7. ກວດເບີ່ງຫຼັກຖານ ກວດເບິ່ງແຫຼ່ງຂໍ້ມູນຂອງຜູ້ຂຽນເພື່ອຢັ້ງຢືນວ່າມັນຖືກຕ້ອງ ຖ້າຫາກບໍ່ມີຫຼັກຖານ ຫຼື ຄວາມໜ້າເຊື່ອຖືຂອງຂ່າວອາດຈະລະບຸວ່າຂ່າວດັ່ງກ່າວເປັນຂ່າວປອມໄດ້.
  8. ເບິ່ງບົດລາຍງານອື່ນໆ ຖ້າບໍ່ມີແຫຼ່ງຂໍ້ມູນມາຈາກໃສທີ່ລາຍງານເລື່ອງດຽວກັນ ອາດຈະສັງເກດໄດ້ວ່າຂ່າວດັ່ງກ່າວແມ່ນຂ່າວປອມ ຖ້າຫາກມີການລາຍງານຈາກຫຼາຍໆ ແຫຼ່ງຂ່າວອາດຈະເປັນຂ່າວຄວາມຈິງ.
  9. ເປັນເລື່ອງຕະຫຼົກບໍ່? ບາງເທື່ອຂ່າວປອມອາດຈະຫຍຸ້ງຍາກ ໃນການຈະແຍກອອກຈາກເລື່ອງຕະຫຼົກ ຫຼື ການຢອກ ຄວນກວດສອບເບິ່ງລາຍລະອຽດຂອງຂ່າວ.
  10. ບາງເລື່ອງອາດຈະມີຈຸດປະສົງໃຫ້ເປັນຂ່າວປອມ ຄວນຮອບຄອບໃນການວິເຄາະເລື່ອງຕ່າງໆ ໃຫ້ຄິດເລື່ອງທີ່ທ່ານອ່ານ ແລະ ພຽງແຕ່ແບ່ງປັນຂ່າວທີ່ທ່ານແນ່ໃຈວ່າເຊື່ອຖືໄດ້.

ວິທີປ່ຽນແຂ້ວເຫຼືອງໃຫ້ກັບມາຂາວງາມ

0

ຮູ້ວ່າຫຼາຍໆ ທ່ານຢາກມີແຂ້ວຂາວສະອາດ ເພາະແຂ້ວທີ່ຂາວສະອາດເປັນສີ່ງທີ່ຊ່ວຍໃຫ້ສົ່ງເສີມບຸກຄະລິກຂອງເຮົາໃຫ້ເບີ່ງດູດີຂື້ນ ໂດຍສະເພາະເວລາຍີ້ມ ແຕ່ການເບີ່ງແຍງຮັກສາແຂ້ວໃຫ້ຂາວສະອາດກໍ່ບໍ່ແມ່ນເລື່ອງງ່າຍ ນອກຈາກການຖູແຂ້ວແບບປົກກະຕິແລ້ວ ກໍ່ບໍ່ສາມາດເຮັດໃຫ້ແຂ້ວສະຫວ່າງສະໄຫວໄດ້ ແຕ່ຖ້າຈະໄປເຮັດເລເຊີກໍ່ຄົງຈະມີການຄ່າໃຊ້ຈ່າຍສູງ ມື້ນີ້ຈະມາແນະນໍາວິທີການເຮັດໃຫ້ແຂ້ວຂາວສະອາດແບບງ່າຍໆ ໂດຍເຄື່ອງໃຊ້ໃນບ້ານ ພາຍໃນ 3 ນາທີ ຈະເປັນແນວໃດເຮົາມາເບີ່ງນຳກັນເລີຍ.

ຂັ້ນຕອນທຳອິດຕ້ອງກຽມອຸປະກອນທັງໝົດ ທີ່ເຮົາຕ້ອງໃຊ້ຄື: ໝາກນາວ ແລະ ເບດກີ້ງໂຊດາ 1 ບ່ວງ.

ເອົາເບດກີ້ງໂຊດາ ໃສ່ໃນຖ້ວຍ ແລະ ບົດໃຫ້ມັນແຕກລະອຽດບໍ່ໃຫ້ເປັນກ້ອນ ແລະ ບີບນໍ້າໝາກນາວໃສ່ໃນຖ້ວຍ ທີ່ມີເບດກີ້ງໂຊດາ.

ຫຼັງຈາກນັ້ນນໍາສ່ວນປະສົມທັງໝົດ ລົງໄປແລ້ວກໍ່ເລີ່ມຄົນໃຫ້ສ່ວນປະສົມທັງໝົດ ໃຫ້ເຂົ້າກັນ ແລະ ເມື່ອສ່ວນປະສົມທັງໝົດເຂົ້າກັນດີແລ້ວກໍ່ນຳມາໄວ້ເທີງແປງ ແລະ ແປງແທນຢາສີຟັນ ບໍ່ເກີນ 3 ນາທີ.

ພຽງເທົ່ານີ້ກໍ່ຈະໄດ້ຜົນອອກມາ ຄືແຂ້ວຂາວຂື້ນແບບງ່າຍໆ ແຖມມີປະສິດທິພາບ ໂດຍໃຊ້ສ່ວນປະສົມຈາກທຳມະຊາດ

ກິນ Collagen ໃຫ້ເປັນປະໂຫຍດ

0

Collagen ແມ່ນໂປຣຕີນຮູບແບບໜື່ງທີ່ໄດ້ມາຈາກການລວມຕົວຂອງອາຊິດ amino ພົບຢູ່ໃນກະດູກ, ກະດູກອ່ອນ, ເນື້ອເຍື່ອຕ່າງໆ ໃນຮ່າງກາຍຂອງຄົນ ແລະ ສັດ ຊື່ງຈະຊ່ວຍສ້າງຄວາມເຂັ້ມແຂງ, ຢືດຫົດ ແລະ ຄວາມຊຸ່ມຊື່ນໃຫ້ກັບຜິວຫນັງ.

ປົກກະຕິແລ້ວໃນຊ່ວງໄລຍະໄວເດັກຈົນຮອດໄວລຸ້ນ ຮ່າງກາຍຈະມີການສ້າງ collagen ຢູ່ແລ້ວ ສັງເກດໄດ້ວ່າຜິວຂອງເດັກຈະເຕັງຕືງ, ລຽບນຽນ, ອ່ອນນຸ່ມ, ແຕ່ເມື່ອອາຍຸເພີ່ມຂື້ນຮ່າງກາຍກໍ່ຈະສ້າງ collagen ໜ້ອຍລົງ ຊື່ງນີ້ກໍ່ແມ່ນສາເຫດທີ່ເຮັດໃຫ້ຜິວໜັງມີຮອຍຫ່ຽວ ແລະ ເກີດຮີ້ວຮອຍໄດ້ຢ່າງງ່າຍດາຍ ແຕ່ເຮົາສາມາດຊ່ວຍເພີ່ມ collagen ໃຫ້ກັບຮ່າງກາຍໄດ້ດ້ວຍໂຕມັນເອງ ໂດຍການກິນອາຫານທີ່ມີປະລິມານ collagen ສູງ.

ປະໂຫຍດຂອງ Collagen

  • ຫຼຸດການລະລາຍແຄລຊ້ຽມ
  • ຫຼຸດຮີ້ວຮອຍ
  • ເຮັດໃຫ້ຜິວຊຸ່ມຊື່ນປ້ອງກັນການສູນເສຍນໍ້າທີ່ຊັ້ນຜິວໜັງ
  • ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ
  • ເພີ່ມການຢືດຫົດ ເຮັດໃຫ້ຜິວລຽບນຽນ
  • ຜົມ ແລະ ເລັບແຂງແຮງ
  • ຊ່ວຍຮັກສາກະດູກ
  • ຫຼຸດການເກີດຝ້າ ແລະ ຈຸດດ່າງດຳ

ເຄັດລັບໃນການກິນ collagen ໃຫ້ໄດ້ປະໂຫຍດຈາກ

  1. ເລືອກກິນ collagen ທີ່ມີຂະໜາດນ້ອຍ ເຊັ່ນ: ຄໍລາເຈນເປັບໄທ collagen peptide ເພາະຮ່າງກາຍສາມາດດູດຊຶມໄດ້ ສາມາດນຳໃຊ້ໄດ້ໄວ ແລະ ມີປະສິດທິພາບ.
  2. ກິນ collagen ທີ່ມີສ່ວນປະສົມຂອງວິຕາມິນຊີ ຫຼື ກິນຮ່ວມກັບວິຕາມິນ C ເນື່ອງຈາກວິຕາມິນ C ຈະຊ່ວຍເພີ່ມປະສິດທິພາບຂອງ collagen ເພື່ອໃຫ້ສາມາດດູດຊຶມໄດ້ດີ.
  3. ກິນໃນຂະນະທ້ອງຫວ່າງ ເພື່ອໃຫ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ.

ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມ ມູນິດຫວຽດນາມຢ້ຽມຢາມປະເທດຈີນ

0

ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ໃນເວລາ 13 ໂມງ 20 ນາທີຂອງວັນທີ 30 ຕຸລານີ້, ສະຫາຍ ຫງວຽນຟູຈອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດ ນາມ, ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ໂດຍມີ ສະຫາຍ ຫຼີວຈ້ຽນຊ່າວ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ແລະ ຄະນະ ໃຫ້ການຕ້ອນຮັບທີ່ສະໜາມບິນາກົນຢູ່ນະຄອນຫລວງປັກກິ່ງ.

ການເດີນທາງໄປຢ້ຽມຢາມປະເທດຈີນຂອງ ສະຫາຍ ຫງວຽນຟູຈອງ ໃນຄັ້ງນີ້ ເພື່ອເພີ່ມທະວີການພົວພັນຮ່ວມມືຕ່າງປະເທດ ແລະ ຢືນຢັນທັດສະນະຂອງຫວຽດນາມທີ່ໃຫ້ຄວາມສຳຄັນຕໍ່ການພົວພັນກັບຈີນຢ່າງສະເໝີຕົ້ນສະ ເໝີປາຍ, ຖືຈີນເປັນບຸລິມະສິດທີໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ຫວັງໃຫ້ການພົວພັນຫວຽດ ນາມ-ຈີນ ພັດທະນາໄປຢ່າງໝັ້ນຄົງ, ຖາວອນ, ມີປະສິດທິຜົນນັບມື້ນັບຫຼາຍຂຶ້ນ ແລະ ຕິດແທດຕົວຈິງ ໂດຍອີງຕາມຈິດໃຈການຮັບຮູ້ຄວາມເປັນເອກະພາບກັນລະຫວ່າງການນຳຂັ້ນສູງຂອງສອງພັກ ກໍຄືສອງປະເທດ.

ການເດີນທາງໄປຢ້ຽມຢາມຈີນຂອງ ສະຫາຍ ຫງວຽນຟູຈອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ໃນຄັ້ງນີ້ ຖືເປັນຜູ້ນໍາຕ່າງປະເທດຄົນທໍາອິດທີ່ໄດ້ຢ້ຽມຢາມຈີນພາຍຫລັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ທີ່ຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 16-22 ຕຸລາ 2022.

ພາບ: VNA

ຫັດຖະກໍາຈັກສານຊາວບ້ານ ສ້າງ​ລາຍ​ຮັບ​ໝັ້ນ​ຄົງ​ໃຫ້​ແກ່​ກຸ່ມ​ຜູ້​ຜະ​ລິດ

0

ຫັດ​ຖະ​ກຳຈັກສານ ເປັນ​ອາ​ຊີບ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ປະ​ຊາ​ຊົນ​ລາວ ມາ​ແຕ່​ດົນນານ​ແລ້ວ, ບາງ​ຄອບ​ຄົວ ຫຼັງ​ຈາກ​ທີ່​ເຮັດ​ການ​ຜະ​ລິດ​ກະ​ສິ​ກຳ ຫຼື ເຮັດ​ໄຮ່​ນາ​ຮົ້ວ​ສວນ​ແລ້ວ ກໍ​ມາ​ສຸມ​ໃສ່ຫັດ​ຖະ​ກຳ​ຈັກ​ສານ ເພື່ອ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ດັ່ງກຸ່ມ​ຜູ້​ຜະ​ລິດ​ຫັດ​ຖະ​ກຳ​ຈັກ​ສານ ເພື່ອ​ສະ​ໜອງ​ໃຫ້​ແກ່​ຮ້ານ​ຫັດ​ຖະ​ກຳ​ຈັກ​ສານ​ຊາວ​ບ້ານ ເຖິງວ່າ​ເປັນ​ອາ​ຊີບ​ສຳ​ຮອງ ແຕ່​ກໍ​ເປັນ​ລາຍ​ໄດ້ຫຼັກ​ຂອງ​ຄອບ​ຄົວ​.

​ໃນ​ໂອ​ກາດ​ເຂົ້າ​ຮ່ວມ ງານມະຫະກໍາຫັດຖະກໍາລາວ ຄັ້ງທີ 21 ທ່ານ ນາງ ສຸກສາຄອນ ນັນທະວົງ ເຈົ້າຂອງຮ້ານຫັດຖະກໍາຊາວບ້ານ ໄດ້ໃຫ້ສໍາພາດຕໍ່​ສື່ມວນ​ຊົນວ່າ: ຫັດຖະກໍາເຄື່ອງຈັກສານດ້ວຍໄມ້ປ່ອງ ວາງຂາຍພາຍໃນຮ້ານ ແມ່ນໄດ້ມາຈາກຫຼາຍແຂວງ ເປັນຕົ້ນ: ແຂວງວຽງຈັນ, ແຂວງຫົວພັນ, ແຂວງບໍລິຄໍາໄຊ ແລະ ແຂວງຈໍາປາສັກ, ຜະລິດຕະພັນດັ່ງກ່າວ ໄດ້ແກ່: ກະຕ່າຂອງຂວັນ, ຂັນ, ໂຖດອກໄມ້, ແນວງວມພາເຂົ້າ, ກະຕ່າໃສ່ຂີ້ເຫຍື້ອ, ແນວງວມຕຸກນໍ້າດື່ມ​ໃຫຍ່, ກະເປົາ, ເຄື່ອງໃຊ້ໃນຮ້ານອາຫານ ແລະ ຜະລິດຕະພັນອື່ນໆ; ຜະລິດຕະພັນຫຼັກໆແມ່ນມາຈາກເມືອງໂພນໂຮງ, ແຂວງວຽງຈັນ ໄດ້ແກ່: ຊັ້ນວາງເຄື່ອງ, ກະຕ່າ, ກະເຈາະ, ຕິບເຂົ້າ, ໂຄມໄຟ; ຜະລິດຕະພັນທີ່ໄດ້ມາຈາກແຂວງຫົວພັນ ໄດ້ແກ່: ກະຕ່າຂອງຂວັນ, ກະລ່ອມບູຮານ (ຫີບ); ຈາກແຂວງບໍລິຄໍາໄຊ ໄດ້ແກ່: ກະຕ່າຂອງຂວັນ.

ທ່ານ ນາງ ສຸກສາຄອນ ນັນທະວົງ ກ່າວ​ອີກວ່າ: ຄອບຄົວຂອງ​ຂ້າ​ພະ​ເຈົ້າ ໄດ້ເລີ່ມ​ທຸ​ລະ​ກິດຫັດຖະກໍາມາແຕ່ປີ 2000 ໂດຍ​ໄລ​ຍະ​ເບື້ອງ​ຕົ້ນ ແມ່ນ​ຜູ້​ເປັນ​ສາ​ມີ (ຜົວ) ເປັນຜູ້ນໍາຜະລິດຕະພັນມາຂາຍ, ເມື່ອເຫັນວ່າ ມີລາຍຮັບດີ ຕົນເອງຈຶ່ງໄດ້​ຕັດ​ສິນ​ໃຈລາ​ອອກຈາກການເປັນພະນັກງານ ແລ້ວຫັນມາເອົາໃຈໃ​ສ່​ທຸ​ລະ​ກິດຫັດຖະກໍາຢ່າງຈິງຈັງ​ນັບແຕ່ປີ 2005 ເປັນຕົ້ນມາ.

ສຳ​ລັບ ການເກັບຊື້ຜະລິດຕະພັນນໍາປະຊາຊົນ ແມ່ນໃນຮູບແບບສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ແລ້ວຈຶ່ງນໍາມາໃຫ້ກຸ່ມຫັດຖະກໍາຂອງຮ້ານເສີມແຕ່ງຕື່ມ (ກຸ່ມຫັດຖະກໍາຊາວບ້ານ ປະກອບດ້ວຍປະຊາຊົນພາຍໃນບ້ານວັງມົນ, ບ້ານນາບອນ ແລະ ບ້ານທີ່ຢູ່ໃກ້ຄຽງ), ສ່ວນຜະລິດຕະພັນທີ່ໄດ້ຂາຍດີທີ່​ສຸດແມ່ນ ແນວງວມພາເຂົ້າ, ຊຶ່ງນອກ​ຈາກ​ຂາຍ​ຢູ່​ພາຍ​ໃນ​ປະ​ເທດ​ເຮົາ​ແລ້ວ ຍັງ​ມີ​ພໍ່​ຄ້າ​ຄົນ​ກາງມາຊື້ເອົາໄປຂາຍທີ່ປະເທດເພື່ອນ​ບ້ານ.

ກ່ອນບໍ່ທັນເກີດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຜະລິດຕະພັນແມ່ນໄດ້ຂາຍດີພໍ​ສົມ​ຄວນ ປະ​ມານ 300 ອັນ-500 ອັນຕໍ່​ອາ​ທິດ ໂດຍ​ມີພໍ່ຄ້າຄົນກາງມາຮັບຊື້; ​ແຕ່ເມື່ອເກີດມີການລະບາດພະຍາດໂຄວິດ-19 ການຂາຍ ກໍຄືການຜະລິດທຸກໆຢ່າງຢຸດສະງັກ. ປັດຈຸບັນ ແມ່ນມີແມ່ຄ້າຄົນລາວ ມາຊື້ ເພື່ອໄປຂາຍທີ່ຕະຫຼາດນັດຊາຍແດນ ຊຶ່ງເນັ້ນ ກະຕ່າໃສ່ຂອງຂວັນ, ກະຕ່າໃສ່ຂີ້ເຫຍື້ອ, ກ່ອງທີ່ມີຝາປິດ, ກະຕ່າງວມຕຸກນໍ້າດື່ມ, ແນວງວມພາເຂົ້າ, (ສະເພາະແນວງວມພາເຂົ້າ ມີ 4 ລຸ້ນ ຫຼື 4 ຂະໜາດ); ສ່ວນໂຄມໄຟ ແມ່ນລູກຄ້າຕາມຮ້ານອາຫານມັກຊື້ເພື່ອນໍາໄປປະດັບເອ້ຍ້ອງແບບເຮືອນຊົງລາວ ຊຶ່ງຖືວ່າ ຄົນລາວອຸດໜູນຜະລິດຕະພັນລາວດ້ວຍກັນ.

ຮ້ານຫັດຖະກໍາຊາວບ້ານ ຕັ້ງຢູ່ ຖະໜົນຄູວຽງ-ໄຟແດງທາດຂາວ, ເປີດ​ຕັ້ງແຕ່ວັນຈັນ-ວັນເສົາ, ສ່ວນວັນອາທິດ ແມ່ນປິດຮ້ານ​ໄປຫາກຸ່ມ​ຜູ້​ຜະ​ລິດ ເພື່ອນໍາເອົາຜະລິດຕະພັນມາ​ວາງຂາຍພາຍໃນຮ້ານ, ​​​ສ່ວນ​ກຸ່ມ​ຜູ້​ຜະ​ລິດ​ສະ​ໜອງ​ໃຫ້​ຮ້ານ​ຫັດ​ຖະ​ກຳ​ຊາວ​ບ້ານ ສ່ວນຫຼາຍ​ມີ​ອາ​ຊີບ​ເຮັດ​ນາ​ປູກ​ເຂົ້າ ເປັນຫຼັກ ແຕ່​ອາ​ໄສ​ໄລຍະເວ​ລາ​ການ​ເກັບ​ກູ້​ຜົນ​ຜະ​ລິດ​ແລ້ວ, ມາ​ສຸມ​ໃສ່​ວຽກ​ຫັດ​ຖະ​ກຳ​ຈັກ​ສານ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຄອບ​ຄົວ ໂດຍລາຍ​ຮັບ​ຂອງ​​ຜູ້​ຜະ​ລິດ​ຈະ​ມີ​ລາຍ​ໄດ້ສະເລ່ຍ 500.000 ກີບ-1.000.000 ກີບ/ຄົນ/ອາທິດ, ມີບາງຄອບຄົວ​ມີ​ແຮງ​ງານຜະລິດ 2-3 ຄົນ ລາຍຮັບ 2.000.000 ກວ່າກີບ/ອາທິດ ຊຶ່ງ​ເຖິງວ່າເປັນ​ອາ​ຊີບ​ສຳ​ຮອງ ແຕ່​ກໍ​ເປັນ​ລາຍ​ໄດ້ຫຼັກ​ຂອງຫຼາຍ​ຄອບ​ຄົວກໍ​ວ່າ​ໄດ້.

(ຂ່າວ: ແສງຈັນ)

IMF ປັບຫຼຸດທ່າອ່ຽງການຂະຫຍາຍຕົວເສດຖະກິດອາຊີ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ກອງທຶນເງິນຕາສາກົນ (IMF) ໄດ້ເປີດເຜີຍບົດລາຍງານການຄາດຄະເນການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊີຢູ່ທີ່ 4% ໃນປີນີ້ ແລະ 4,3% ໃນປີໜ້າ ຫຼຸດລົງ 0,9% ແລະ 0,8% ຕາມລຳດັບ ຈາກການຄາດຄະເນເມື່ອເດືອນເມສາທີ່ຜ່ານມາ ຊຶ່ງສວນທາງກັບສະຖານະການໃນພາບລວມເມື່ອປີທີ່ຜ່ານມາ ຊຶ່ງເສດຖະກິດຂອງອາຊີຂະຫຍາຍຕົວ 6,5% ຕາມການຄາດຄະເນຂອງ IMF.

IMF ຊີ້ໃຫ້ເຫັນວ່າ ເຖິງແມ່ນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ມີທ່າອ່ຽງຜ່ອນຄາຍລົງ ແຕ່ທົ່ວພາກພື້ນກຳລັງປະເຊີນກັບແຮງກົດດັນຄັ້ງໃໝ່ຈາກນະໂຍບາຍທາງດ້ານການເງິນຈາກທະນາຄານກາງຫຼາຍປະເທດ ເພື່ອຫວັງຄວບຄຸມອັດຕາເງິນເຟີ້ທີ່ຍັງຄົງເພີ່ມສູງຂຶ້ນ ແລະ ຄວາມຕ້ອງການທີ່ຫຼຸດລົງຢ່າງເກີນຄາດໝາຍ ໂດຍສະເພາະຢ່າງຍິ່ງແມ່ນພາວະການຫົດຕົວລົງຂອງເສດຖະກິດຈີນ ແລະ ການທີ່ລັດຖະບານຈີນໃຊ້ມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຄັ່ງຄັດໃນລະດັບສູງສຸດ. ທັງນີ້, IMF ຍັງໄດ້ຄາດຄະເນການຫຍາຍຕົວຂອງເສດຖະກິດຈີນ ຊຶ່ງມີຂະໜາດໃຫຍ່ເປັນອັນດັບທີ 2 ຂອງໂລກ ແລະ ອັນດັບທີໜຶ່ງຂອງທະວີບອາຊີ ວ່າຈະຂະຫຍາຍຕົວ 3,2% ໃນປີນີ້ ຫຼຸດລົງ 1,2% ເມື່ອທຽບກັບການຄາດຄະເນໃນເດືອນເມສາທີ່ຜ່ານມາ ແລະ ຖືວ່າຫຼຸດລົງຫຼາຍເມື່ອທຽບກັບສະຖິຕິການຂະຫຍາຍຕົວທາງດ້ານເສດຖະກິດຂອງຈີນທີ່ສູງເຖິງ 8,1% ເມື່ອປີທີ່ຜ່ານມາ ສ່ວນທິດທາງການຂະຫຍາຍຕົວຂອງເສດຖະກິດຈີນໃນປີ 2023 ແລະ 2024 ໂດຍອີງຕາມການວິເຄາະຂອງ IMF ຈະຢູ່ທີ່ 4,4% ແລະ 4,5% ຕາມລຳດັບ.

ກາຕາ ພ້ອມເປັນເຈົ້າພາບຈັດງານມະຫະກຳເຕະບານໂລກ 2022

0

ຂ່າວສານຊີອາໄອລາຍງານ: ງານມະຫະກຳເຕະບານໂລກກາຕາ ຈະຈັດຂຶ້ນໃນລະຫວ່າງວັນທີ 20 ພະຈິກເຖິງວັນທີ 18 ທັນວາ ປີ 2022 ຊຶ່ງນັບແຕ່ປັດຈຸບັນນີ້ເປັນຕົ້ນໄປຍັງມີເວລາເຫຼືອ 20 ກວ່າມື້ ເພື່ອຂໍ່ານັບຮັບຕ້ອນງານດັ່ງກ່າວ, ໂດຍລວມແລ້ວ ກາຕາໄດ້ກຽມພ້ອມໃນດ້ານສະໜາມກິລາ, ສະໜາມຝຶກຊ້ອມ, ລົດໄຟໃຕ້ດິນ, ໂຮງແຮມ ແລະ ພື້ນຖານໂຄງລ່າງອື່ນໆ ພ້ອມດຽວກັນນີ້, ຍັງໄດ້ກຽມຄວາມພ້ອມໃນດ້ານຄົມມະນາຄົມ, ປ້ອງກັນຄວາມປອດໄພ, ການຕ້ອນຮັບນັກນິລາ ແລະ ນັກທ່ອງທ່ຽວເປັນທີ່ຮຽບຮ້ອຍແລ້ວ.

ງານມະຫະກຳເຕະບານໂລກກາຕາເປັນບານໂລກຄັ້ງທໍາອິດທີ່ຈັດຢູ່ເຂດອາຊີຕາເວັນອອກກາງ ແລະ ເຂດອາຣັບ ຊຶ່ງ ກາຕາ ຫວັງຢາກນໍາສະເໜີວັດທະນະທໍາທີ່ເປັນມູນເຊື້ອຂອງປະເທດຕົນ, ຍົກລະດັບຄວາມສາມາດດ້ານວັດທະນະທໍາໃຫ້ສູງຂຶ້ນ ພ້ອມທັງສ້າງໂສມໜ້າໃໝ່ແຫ່ງການຫັນປ່ຽນຮູບແບບພັດທະນາ ດ້ວຍການຈັດງານໃນຄັ້ງນີ້. ເພື່ອຈັດງານບານໂລກຄັ້ງນີ້ໃຫ້ດີ, ກາຕາ ໄດ້ທຸ່ມເທແຮງງານ, ວັດຖຸ ແລະ ທຶນຮອນເປັນຈໍານວນຫຼວງຫຼາຍ ຊຶ່ງບໍ່ວ່າທາງລັດຖະບານ ຫຼື ປະຊາຊົນກໍລ້ວນແຕ່ໄດ້ໃຫ້ການສະໜັບສະໜູນເປັນຢ່າງສູງ. ພ້ອມດຽວກັນນີ້, ທ່ານ ເຈ໋ຍນີ ອິນຟັນຕິໂນ ປະທານສະຫະພັນເຕະບານສາກົນ ກໍໝັ້ນໃຈຢ່າງເຕັມສ່ວນຕໍ່ ກາຕາ ໃນການຈັດງານມະຫະກຳເຕະບານໂລກໃຫ້ປະສົບຜົນສໍາເລັດ.