Thursday, September 25, 2025
Home Blog Page 881

ຍີ່ປຸ່ນ ໃຊ້ບ້ວງເງິນ 6,34 ພັນຕື້ເຢນ ເຂົ້າແຊກແຊງຕະຫລາດເງິນຕາ

0

ຕາມ​ຂ່າວ​ຈາກ​ຊິນ​ຮວາ ວັນ​ທີ 1 ​ພະຈິກ​ນີ້, ກະຊວງ​ການ​ເງິນຍີ່ປຸ່ນ​ ລາຍ​ງານ​ວ່າ: ຍີ່ປຸ່ນໄດ້​ນຳ​ໃຊ້ບ້ວງ​ເງິນ​​ເຖິງ 6,34 ພັນ​ຕື້​ເຢນ ເປັນ​ຄັ້ງປະຫວັດສາດເພື່ອ​ເຂົ້າ​ແຊກ​ແຊງຕະຫລາດ​ເງິນຕາຫລາຍ​ຄັ້ງ​ ໃນ​ເດືອນຕຸລາ ທີ່​ຜ່ານ​ມາເປັນໜຶ່ງໃນ​ຫລາຍ​ມາດ​ຕະການ​ເພື່ອ​ສະໜັບສະໜູນມູນຄ່າ​ເງິນ​ເຢນ ​ທີ່ອ່ອນ​ຄ່າລົງ. ໃນຂະນະ​ທີ່ປະລິມານ​ທຶນ​ສຳຮອງສາກົນ​ ຂອງຍີ່ປຸ່ນ ​ຫລຸດ​ລົງ 54 ຕື້​ໂດ​ລາ​ສະຫະລັດມາ​ເປັນ 1.238 ພັນ​ຕື້​ໂດ​ລາ ໃນ​ທ້າຍ​ເດືອນ​ກັນຍາ​ຜ່ານມາ ຊຶ່ງເປັນຕົວເລກລາຍເດືອນຫລຸດ​ລົງ​ຫລາຍ​ສຸດ ເປັນ​ປະຫວັດ​ສາດ ​ຂອງ​ບ້ວງເງິນ​ທຶນສຳ​ຮອງ​ສາກົນໃນ​ຍີ່​ປຸ່ນ​.

(ບັນນາທິການ: ຂ່າວຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ທະນາຄານກາງອິນເດຍ ເລີ່ມທົດລອງໃຊ້ ເງິນຮູປີດິຈິຕອນ

0

ຕາມ​ຂ່າວ​ຈາກ ຣອຍ​ເຕີ, ໃນວັນ​ທີ 1 ​ພະຈິກ​ນີ້, ທະນາຄານກາງ ອິນເດຍ (RBI) ໄດ້​ເປີດ​ໂຄງການ​ທົດ​ລອງ ນຳ​ໃຊ້​ສະກຸນ​ເງິນ​ ຮູ​ປີ ດີ​ຈິ​ຕອນ ສຳລັບ​ພາກສ່ວນ​ການ​ຂາຍຍົກ ​ໂດຍກໍານົດທະນາຄານ 9 ແຫ່ງ ລວມທັງທະນາຄານແຫ່ງ​ລັດ ​ຂອງອິນເດຍ ຈະເຂົ້າຮ່ວມໂຄງການນີ້. ສະກຸນເງິນອີ-ຣູປີ (e-rupee) ຈະເຮັດໃຫ້ຕະຫລາດລະຫວ່າງທະນາຄານມີປະສິດທິພາບຫລາຍຂຶ້ນ. ໃນຂະນະດຽວກັນ ການໃຊ້ຈ່າຍສະກຸນເງິນດິຈິຕອນ ຂອງທະນາຄານຈະຫລຸດຜ່ອນຄ່າໃຊ້ຈ່າຍໃນການເຮັດທຸລະກໍາ. ນອກ​ນີ້ ຍັງ​ມີ​ການວາງ​ແຜນການ​ເລີ່​ມ​ໃຊ້ ສະກຸນ​ເງິນ ອີ-ຣູປີ ສຳລັບ​ພາກສ່ວນ ການ​ຂາຍຍ່ອຍພາຍ​ໃນ​ເວລາ 1​ ເດືອນ ​ໃນ​ພື້ນ​ທີ່ ​ເລືອກ​ໄວ້​ແລ້ວ.

(ບັນນາ ທິການ: ຂ່າວຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ອັດຕາເງິນເຟີ້ ສະກຸນເງິນເອີໂຣ ເພີ່ມຂຶ້ນຫລາຍກວ່າ 10%

0

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ອົງການສະຖິຕິເອີຣົບ ລາຍ​ງານ​ວ່າ: ຍ້ອນໄດ້ຮັບຜົນກະທົບຈາກສະຖານະການ ຢູ່ອູແກຣນ, ສົ່ງຜົນໃຫ້ລາຄາພະລັງງານ ແລະ ອາຫານຢູ່ເຂດທີ່ໃຊ້ສະກຸນເງິນເອີໂຣ ໄດ້ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.​ ໂດຍສະເພາະອັດຕາເງິນເຟີ້ ໃນເດືອນຕຸລາ ຜ່ານມານີ້ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 10,7% ກາຍ​ເປັນຕົວເລກສະຖິຕິໃໝ່ ໃນປະຫວັດສາດ. ສຳລັບລາຄາພະລັງງານຢູ່ເຂດໃຊ້ສະກຸນເງິນເອີໂຣເພີ່ມຂຶ້ນ 41,9% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ. ໃນຫລາຍເດືອນຜ່ານມານີ້ລາຄາພະລັງງານ ແລະ ອາຫານໄດ້ເພີ່ມສູງຂຶ້ນ, ການສະໜອງມີຄວາມຫຍຸ້ງຍາກ ແລະ ຄວາມຕ້ອງການຟື້ນຟູຫລັງຈາກການແພ່ລະບາດ ຂອງພະຍາດ ໂຄວິດ-19. ສາເຫດເຫລົ່ານີ້ໄດ້ເຮັດໃຫ້ຄວາມກົດດັນ ດ້ານລາຄາ ແລະ ອັດຕາເງິນເຟີ້ຢູ່ໃນເຂດນີ້ເພີ່ມສູງຂຶ້ນ. ໃນຂະນະ​ທີ່ທະນາຄານກາງເອີຣົບ ໄດ້ເພີ່ມອັດຕາດອກເບ້ຍ 0,75% ຊຶ່ງລວມທັງໝົດ ໄດ້ເພີ່ມອັດຕາດອກເບ້ຍ ເຖິງ 2% ນັບແຕ່ຕົ້ນປີມານີ້. ພາຍຫລັງ ທ່ານ ນາງ ຄຣິສຕິນ ລາກາດ ຜູ້ວ່າການ ທະນາຄານກາງເອີຣົບ ຄາດວ່າ: ໃນອະນາຄົດອາດຈະສືບຕໍ່ເພີ່ມອັດຕາດອກເບ້ຍຂຶ້ນຕື່ມອີກ ຍ້ອນວ່ານະໂນບາຍເງິນຕາໄດ້ເກີດຜົນຢ່າງຊັກຊ້າ ແລະ ບໍ່ສາມາດສ້າງປະສິດທິຜົນຕໍ່ອັດຕາເງິນເຟີ້ໂດຍກົງໃນໄລຍະສັ້ນ.

(ບັນນາທິການ: ຂ່າວຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ທ່ານ ສີ ຈິ້ນຜິງ ປະດັບຫລຽນໄຊມິດຕະພາບໃຫ້ ທ່ານ ຫງວຽນ ຝູຈ້ອງ

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ ວັນທີ 31 ຕຸລານີ້ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງປັກກິ່ງ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ທ່ານ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.

ທ່ານ ສີ ຈິ້ນຜິງ ​ກ່າວວ່າ: ຫລຽນໄຊ ມິດຕະພາບນີ້ ແມ່ນຕາງໜ້າໃຫ້ພັກກອມມູນິດຈີນ ກໍຄື ປະຊາຊົນຈີນ ໄດ້ສະແດງມິດໄມຕີ ຕໍ່ທ່ານ ຫງວຽນ ຝູຈ້ອງ ແລະ ປະຊາຊົນ ຫວຽດນາມ, ເປັນສັນຍະລັກແຫ່ງຄວາມຮັກແພງ ແລະ ມິດຕະພາບໃນຖານ ສະຫາຍອ້າຍນ້ອງ ລະຫວ່າງ ສປ ຈີນ-ສສ ຫວຽດນາມ, ຊຶ່ງເປັນການຝາກຄວາມຫວັງອັນເລິກເຊິ່ງ ຂອງສອງພັກ ແລະ ສອງລັດທີ່ຮ່ວມກັນ ສະແຫວງຫາໃນອະນາຄົດອັນຈົບງາມ. ​ໃນ​ໂອກາດ​ນີ້ ທ່ານ ສີ ຈິ້ນຜິງ ​ໄດ້ອວຍພອນດ້ວຍຄວາມຈິງໃຈໃຫ້ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈົ່ງປະສົບຜົນສຳເລັດໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ຕຳແໜ່ງອັນສູງສົ່ງຂອງຕົນ ແລະ ສະແດງຄວາມຈິງໃຈໃຫ້ສອງປະເທດ ສປ ຈີນ ແລະ ສສ ຫວຽດນາມ ຈົ່ງຈະເລີນ ຮຸ່ງເຮືອງ, ປະຊາຊົນຢູ່ເຢັນເປັນສຸກ ແລະ ມິດຕະພາບ ລະຫວ່າງປະຊາຊົນສອງຊາດຈົ່ງໝັ້ນຄົງ ຂະໜົງແກ່ນຕະຫລອດ ກາລະນານ.

ຈາກ​ນັ້ນ ທ່ານ ຫງວຽນ ຝູຈ້ອງ ​ໄດ້ກ່າວສະແດງ ຄວາມຂອບອົກ ຂອບໃຈ ຢ່າງເລິກເຊິ່ງ ຕໍ່ພັກ, ລັດກໍ ຄືປະຊາຊົນຈີນ ຖານອ້າຍນ້ອງ ທີ່ມີຄວາມຮັກແພງ ແລະ ມິດຕະພາບອັນເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມໃນທຸກເຊັ່ນຄົນ ລວມທັງຂ້າພະເຈົ້າ ​ແລະ ເຊື່ອໝັ້ນວ່າດ້ວຍກຽດອັນສູງສົ່ງນີ້ຈະກາຍເປັນພະລັງຊຸກດັນອັນໃຫຍ່ຫລວງ ໃນການຊຸກຍູ້ໃຫ້ພວກເຮົາ ປັບປຸງ ແລະ ພັດທະນາສາຍພົວພັນ ລະຫວ່າງ ສສ ຫວຽດນາມ-ສປ ຈີນ ເພີ່ມຂຶ້ນຕື່ມອີກ.

(ບັນນາທິການ: ຂ່າວຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສະພາບອາກາດທົ່ວໄປ ປະຈໍາວັນທີ 02 ພະຈິກ 2022

0

ຄວາມກົດດັນສູງຂອງອາກາດເຢັນ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ອາກາດຈະເຢັນ ລົງຕື່ມອີກໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແລະ ອາກາດຈະເຢັນ ຫາ ໜາວເຢັນຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ.

ສະພາບອາກາດທົ່ວໄປ ປະຈໍາວັນທີ 01 ພະຈິກ 2022

0

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກໍາລັງແຮງ ຊຶ່ງຈະເຮັດໃຫ້ ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ອາກາດຈະເຢັນ ຫາ ໜາວເຢັນ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ໃນຕອນເຊົ້າ.

ທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຕວຽນກວາງ

0

ໃນວັນທີ 29 ຕຸລາ 2022 ທີ່ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຕວຽນກວາງ ຊຶ່ງໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຫງວຽນ ວັນ ເຊີນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນ ແຂວງຕວຽນກວາງ, (ເຈົ້າແຂວງ).

ການພົບປະຄັ້ງນີ້, ການນໍາແຂວງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຕວຽນກວາງ ຊຶ່ງມີ ຂຶ້ນທ່າມກາງບັນຍາກາດທີ່ສອງປະເທດ ພວມຈັດຕັ້ງກິດຈະກໍາຕ່າງໆ ເພື່ອພ້ອມກັນສະເຫລີມສະຫລອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022” ເພື່ອຫວນຄືນສອງວັນປະຫວັດສາດທີ່ສຳຄັນ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

ໂອກາດນີ້, ສະຫາຍ ຫງວຽນ ວັນ ເຊີນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ, ພິເສດແຂວງຕວຽນກວາງ ເປັນເຂດທີ່ໝັ້ນຂອງການປະ ຕິວັດຫວຽດນາມ ແລະ ການປະຕິວັດລາວ ທີ່ການນຳລາວມາເຄື່ອນໄຫວ ແລະ ເຮັດວຽກໃນໄລຍະປີ 1950-1951 ທີ່ເມືອງ ອຽນເຊີນ ຕາແສງໝີບັ່ງ; ພ້ອມທັງໄດ້ແຈ້ງໃຫ້ຊາບການ ພົວພັນຮ່ວມມືກັບ ສປປ ລາວ ໂດຍສະເພາະແຂວງຕວຽນກວາງ ໄດ້ເຊັນບົດບັນທຶກການແຮກສ່ຽວ ກັບແຂວງຊຽງຂວາງຂອງລາວ ໄລຍະ 2012-2015, 2016-2020 ແລະ 2021-2025. ພ້ອມທັງແຈ້ງໃຫ້ຊາບກ່ຽວກັບໂຄງການຊ່ວຍເຫລືອຂອງແຂວງຕວຽນກວາງ ໃຫ້ກັບແຂວງຊຽງຂວາງໃນໄລຍະຜ່ານມາເຊັ່ນ: ການປູກຝັງ, ລ້ຽງສັດ ເປັນຕົ້ນ ແມ່ນການລ້ຽງງົວ ແລະ ປູກຊາ; ນອກຈາກນັ້ນ ຍັງໃຫ້ທຶນການສຶກສາ ແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ ຈຳນວນ 11 ຕື້ດົງ. ສະຫາຍເຈົ້າແຂວງ ຍັງໃຫ້ຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜງຢູ່ ສສ ຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນໃນການປະສານງານລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນແຂວງຕວຽນກວາງ ແລະ ແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ, ພ້ອມທັງສະແດງຄວາມຊົມເຊີຍ ໝາກຜົນການພັດທະນາເສດ ຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງຕວຽນກວາງ ຊຶ່ງບັນດາຜົນສຳເລັດດັ່ງກ່າວ ກໍໄດ້ສະແດງໃຫ້ ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດ ການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງຕວຽນກວາງ. ພ້ອມທັງຕີລາຄາ ສູງການພົວພັນ ຮ່ວມມື ລະຫວ່າງສອງປະເທດໂດຍສະເພາະແມ່ນປີ 2022 ເປັນປີສາມັກຄີມິດຕະພາບທາງແຂວງ ໄດ້ເອົາໃຈໃສ່ໃນການຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງລາວ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຕວຽນກວາງ ເປັນຈຳນວນຫລາຍຄະນະ; ນອກຈາກນັ້ນ ຍັງໄດ້ປະສານສົບທົບການຮ່ວມມືກັບບັນດາແຂວງແຮກສ່ຽວ ເຊັ່ນ: ຊຽງຂວາງ ແລະ ແຂວງຜົ້າສາລີ ຢ່າງຮອບດ້ານ.

ກ່ອນໜ້ານີ້, ວັນທີ 28 ຕຸລາ 2022 ສະຫາຍເອກອັກຄະລັດຖະທູດ ພ້ອມດ້ວຍຄະນະໄດ້ໄປຢ້ຽມຊົມເຂດອະນຸສອນປະຫວັດສາດ, ເປັນເຂດທີ່ໝັ້ນການປະຕິດວັດຂອງປະທານ ສຸພານຸວົງ ແລະ ປະທານໄກສອນ ພົມວິຫານ ແລະ ການນຳຂອງລາວໃນປີ 1950-1951, ຢ້ຽມຊົມເຂດອະນຸສອນແຫ່ງຊາດພິເສດເຕີນຈ່າວ (ເຊີນເຢືອງ), ຢ້ຽມຊົມເຂດກະສິກຳສ່ວນໝາກພຸກ ທີ່ຕາແສງຟຸກນິງ(ອຽນເຊີນ). ພິເສດ, ໃນໂອ ກາດການເດີນທາງຢ້ຽມຢາມ ແລະ ເຮັດວຽກແຂວງຕວຽນກວາງຄັ້ງນີ້ ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ລົງໄປພົບປະ, ເຮັດວຽກກັບຄະນະອຳນວຍຄວາມ ມະຫາວິທະຍາໄລເຕີນຈ່າວ ເພື່ອສະແດງຄວາມ ຂອບໃຈ ໃນການເອົາໃຈໃສ່ເບິ່ງແຍງດູແລ ແລະ ຕີລາຄາສູງ ການປະກອບສ່ວນຢ່າງຕັ້ງໜ້າ ໃນການ ກໍ່ສ້າງ ຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນ ການກໍ່ສ້າງຊັບພະຍາ ກອນ ມະນຸດໃຫ້ແກ່ແຂວງຊຽງຂວາງ ແລະ ແຂວງຜົ້ງສາລີ, ພ້ອມນັ້ນ ກໍໄດ້ໂອ້ລົມນັກສຶກສາລາວ ທີ່ກຳ ລັງສຶກສາຮໍ່າຮຽນ ຢູ່ມະຫາວິທະຍາໄລແຫ່ງນີ້ອີກດ້ວຍ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

ປະທານສະພາແຫ່ງຊາດລາວ ເຂົ້າຢຽ້ມພົບປະນາຍົກລັດຖະມົນຕີໄທ

0

ໃນວັນທີ 31 ຕຸລາ 2022 ທີ່ທຳນຽບລັດຖະບານ, ກຸງເທບມະຫານະຄອນ, ຄະນະຜູ້ແທນ ຂັ້ນສູງສະພາແຫ່ງຊາດ ນໍາໂດຍ ພະນະທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມພົບປະພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ປະຈໍາປີ ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ(APPF) ຄັ້ງທີ 30 ແລະ ສືບຕໍ່ຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ.

ໃນການຢ້ຽມພົບປະຄັ້ງນີ້, ພະນະ ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມພາກ ພູມໃຈທີ່ໄດ້ພົບປະ ແລະ ປຶກສາຫາລື ກັບພະນະທ່ານ ນາຍົກລັດຖະມົນຕີໄທ ເພື່ອຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດລາວ ແລະ ໄທ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະ ຫວ່າງສອງປະ ເທດລາວ-ໄທ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ.

ໃນໂອກາດນີ້, ພະນະທ່ານ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດການເປັນເຈົ້າພາບກອງປະຊຸມ APPF ຄັ້ງທີ 30 ແລະ ຜົນສໍາເລັດເຂົ້າຮ່ວມພິທີວາງສີລາລືກກໍ່ ສ້າງຂົວມິດຕະພາບລາວ-ໄທ ແຫ່ງ ທີ 5 ລະຫວ່າງແຂວງ ບໍລິຄໍາໄຊ-ບຶງການ; ພ້ອມໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ພະນະທ່ານ ຊວນ ຫລີກໄພ ປະທານລັດຖະສະພາໄທ ແລະ ພະນະທ່ານ ພອນເພັດ ວິຊິດຊົນໄຊ ປະທານວຸດທິສະພາ ຊຶ່ງໄດ້ຮ່ວມກັນທວນຄືນການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບການລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ/ສະພາຜູ້ແທນຣາຊະດອນ ຊຶ່ງເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມື ຂອງສອງອົງການນິຕິບັນຍັດ.

ພະນະທ່ານ ນາຍົກລັດຖະມົນຕີໄທ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງອົງ ການນິຕິບັນຍັດ ແລະ ສອງຝ່າຍໄດ້ປຶກສາຫາລືການຊຸກຍູ້ການຮ່ວມມືໃນຫລາຍດ້ານ ໂດຍສະເພາະແມ່ນການຮ່ວມມື ດ້ານຄວາມໝັ້ນຄົງ, ວຽກງານຊາຍແດນ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງເຊື່ອມຈອດ, ດ້ານພະລັງງານ, ວຽກງານແຮງງານ ແລະ ບັນຫາອື່ນໆ.ການຢ້ຽມພົບປະໃນຄັ້ງ ນີ້ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດ ມິດຕະພາບອັນອົບອຸ່ນ.

ສະຫລອງວັນປະກາດສາທາລະນະລັດ ຕວກກີ ຄົບຮອບ 99 ປີ

0

ໃນຕອນຄ່ຳວັນທີ 31 ຕຸລາ, ທີ່ນະຄອນຫລວງວຽງຈັນ, ທ່ານ ໂອຮັນ ອີຊີກ ເອກອັກຄະລັດ ຖະທູດວິສາມານຜູ້ມີອຳນາດເຕັມ ແຫ່ງ ຕວກກີ ປະຈຳລາວ ໄດ້ຈັດງານເຫລີມລະຫລອງ ວັນປະກາດສາ ທາລະນະລັດຕັວກກີ ຄົບຮອບ 99 ປີ ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະ ຊວງສຶກສາ, ທ່ານ ບຸນເລື່ອນ ພັນດານຸງວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທູດປະເທດເພື່ອນມິດ ປະຈຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ໂອຮັນ ອີຊີກ ໄດ້ກ່າວວ່າ: ເມື່ອບໍ່ດົນມານີ້, ຄວາມພະຍາຍາມຂອງລັດ ຖະບານລາວ ເປັນທີ່ຍ້ອງຍໍຊົມເຊີຍ ໃນການສ້າງຄວາມສົມດູນ ແລະ ການຮັກສາສະພາບເສດຖະກິດ ໃຫ້ຢູ່ໃນສະພາບແວດລ້ອມທີ່ທ້າທາຍໃໝ່. ຂ້າພະເຈົ້າເຊື່ອວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ຕວກກີ ແລະ ລາວ ນັບມື້ນັບແໜ້ນແຟ້ນກວ່າເກົ່າ, ການພົວພັນຂອງສອງປະເທດມີຄວາມສາມາດປັບປຸງໃຫ້ດີຂຶ້ນ, ພວກເຮົາມີການສົນທະນາການເມືອງທີ່ເປີດກວ້າງ, ເປັນມິດ ແລະ ມີລັກສະນະສ້າງສັນໃນການພົວພັນທັງສອງຝ່າຍ.

ພ້ອມນີ້, ທ່ານ ທູດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຊາວຕວກກີທີ່ຢູ່ສປປ ລາວ ແລະ ຂອບໃຈຢ່າງຈິງໃຈຕໍ່ເພື່ອນມິດປະຊາຊົນລາວທຸກຄົນ ທີ່ໄດ້ປະກອບສ່ວນພັດທະນາ ສາຍພົວພັນມິດຕະພາບ ຕວກກີ ແລະ ລາວ ເຖິງວ່າສະຖານທູດຕວກກີ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018 ແຕ່ສາຍພົວພັນການທູດ ລະຫວ່າງ ຕວກກີ-ລາວ ແມ່ນມີມາແຕ່ 1958.

ຂ່າວ-ພາບ ສົມຫວັງ

ຫລວງພະບາງ ກຽມຈັດສັນຕະຫລາດກາງຄືນໃຫ້ເປັນລະບຽບ ແລະ ສະດວກກວ່າເກົ່າ

0

ນະຄອນຫລວງພະບາງ ຈະມີການຈັດສັນຮູບແບບການຂາຍສິນຄ້າ ຢູ່ຕະຫລາດກາງຄືນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍຄວາມສະດວກ, ສະບາຍແກ່ປະຊາຊົນ ແລະ ນັກທ່ອງທ່ຽວ ທີ່ມາບໍລິການຫລາຍຂຶ້ນກວ່າເກົ່າ ເປັນຕົ້ນ ການຈັດຈຸດນັ່ງຂາຍສິນຄ້າ ໃຫ້ເປັນລ໋ອກລວມ 2 ແຖວ, ປິ່ນຫລັງໃສ່ກັນ, ເລີ່ມແຕ່ໜ້າສະຖານີວິທະຍຸກະຈາຍສຽງ ແຂວງຫລວງພະບາງ ຫາ 3 ແຍກບ້ານຈຸມຄ້ອງ ເຊິ່ງສາມາດຮອງຮັບໄດ້ທັງໝົດ 443 ຮ້ານ ແນໃສ່ໃຫ້ຜູ້ປະກອບການທັງ 853 ຮ້ານ ໄດ້ຂາຍສິນຄ້າຜັດປ່ຽນກັນແຕ່ລະມື້ ເພື່ອຄວາມເປັນເອກະພາບ ແລະ ຮັບປະກັນໃຫ້ຜູ້ປະກອບການມີລາຍຮັບ ຄືໄລຍະຜ່ານມາ.

ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນຫລວງພະບາງ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການວ່າງຈຳໜ່າຍສິນຄ້າ ຂອງຜູ້ປະກອບການໄດ້ແຍກເປັນ 3 ປະເພດ ຄື: ຜ້າໄໝລາວ ມີ 339 ຮ້ານ, ຫັດຖະກໍາທົ່ວໄປ 242 ຮ້ານ, ເຄື່ອງຫັດຖະກໍາເຜົ່າມົ້ງ 272 ຮ້ານ, ທັງກຳນົດເຕັ້ນໃຫ້ເປັນສີດຽວກັນ, ຂະໜາດຍາວ 2 ແມັດ, ກວ້າງ 1,60 ແມັດ. ປັດຈຸບັນ ຕະ ຫລາດກາງຄືນ ໄດ້ມີຫລາຍພາກສ່ວນເຂົ້າມາຄ້າຂາຍ ແລະ ມີການຂະຫຍາຍຕົວເພີ່ມຂຶ້ນ ຈຶ່ງໄດ້ຈັດສັນບ່ອນຂາຍເປັນ 4 ແຖວ; ໃນນັ້ນ 2 ແຖວຕັ້ງຢູ່ກາງເສັ້ນທາງສີສະຫວ່າງວົງ ແລະ ອີກ 2 ແຖວ ໄດ້ຈັດສັນໃສ່ທາງຍ່າງທັງສອງຂ້າງ ລວມມີຮ້ານຂາຍເຄື່ອງທັງໝົດໝົດ 853 ຮ້ານ, ແຕ່ໃນໄລຍະຜ່ານມາເຫັນວ່າມີຄວາມແອອັດຫລາຍ, ທັງບໍ່ມີຄວາມເປັນລະບຽບ-ຮຽບຮ້ອຍ.

ຕໍ່ສະພາບການດັ່ງກ່າວ, ການນໍາຂອງແຂວງ ກໍຄື ນະຄອນຫລວງພະບາງ ໄດ້ຖືເອົາໄລຍະການລະບາດຂອງພະຍາດໂຄວິດ-19 ປັບປຸງຕະຫລາດກາງຄືນໃໝ່ ເພື່ອໃຫ້ເປັນຕະຫລາດຕົວແບບຂອງພາກພື້ນ ເພື່ອດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ ຫລາຍຂຶ້ນ, ທັງເປັນການປົກປັກຮັກສາເມືອງມໍລະດົກໂລກໃຫ້ຄົງຄຸນຄ່າ ໂດຍຜ່ານການຄົ້ນຄວ້າດ້ວຍຄວາມເປັນເອກະພາບ ກ້າວໄປສູ່ການອອກຂໍ້ຕົກລົງຂອງທ່ານເຈົ້າແຂວງ ແລະ ຮັບຮອງຈາກສະພາປະຊາຊົນແຂວງ ຕາມລະບຽບ-ກົດໝາຍ.

ຂ່າວ: ສົມພອນ ນະຄອນ ຫລວງພະບາງ