Saturday, March 15, 2025
Home Blog Page 880

ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ

0

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ຕົວເລກຂອງຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ໃນຂອບເຂດທົ່ວປະເທດ ປະຈຳວັນທີ 3 ກໍລະກົດ 2022 ໄດ້ເພີ່ມຂຶ້ນ 171 ກໍລະນີ, ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ, ທົ່ວປະເທດລາວມີຜູ້ຕິດເຊື້ອພະຍາດດັ່ງກ່າວສະສົມລວມເປັນ 6.047 ຄົນ, ໃນນີ້ເສຍຊີວິດແລ້ວ 8 ຄົນ.

ສຳລັບແຂວງທີ່ມີການລາຍງານຜູ້ຕິດເຊື້ອ ໄຂ້ຍຸງລາຍຫລາຍກວ່າໝູ່ ແມ່ນນະຄອນ ຫລວງວຽງຈັນ ໂດຍສະເພາະແມ່ນຢູ່ເມືອງສີໂຄດຕະບອງ, ໄຊເສດຖາ, ຈັນທະບູລີ ແລະ ເມືອງຫາດຊາຍຟອງ ມີເຖິງ 3.193 ຄົນ, ຮອງລົງມາແມ່ນແຂວງສາລະວັນ 652 ຄົນ, ເຊກອງ 545 ຄົນ, ອັດຕະປື 450 ຄົນ, ສະຫວັນນະເຂດ 250 ຄົນ, ຫລວງນ້ຳທາ 249 ຄົນ ແລະ ຫລວງພະບາງ 135 ຄົນ. ສ່ວນຈໍານວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວ ທັງໝົດ 8 ຄົນ ໃນນັ້ນ, ນະຄອນຫລວງ 4 ຄົນ, ສາລະວັນ 2 ຄົນ, ອັດຕະປື 1 ຄົນ ແລະ ຊຽງຂວາງ 1 ຄົນ, ແຂວງອື່ນຍັງບໍ່ມີລາຍງານຜູ້ເສຍຊີວິດ.

ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ຍັງໃຫ້ຮູ້ຕື່ມວ່າ: ປີນີ້ຝົນຕົກແຕ່ຫົວປີ ບວກ ກັບເປັນປີລະບາດໃຫຍ່ຂອງພະຍາດດັ່ງກ່າວ, ຈຶ່ງເຮັດໃຫ້ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກ ເພີ່ມຂຶ້ນຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ມີຄວາມສ່ຽງສູງທີ່ຈະເກີດການລະບາດຮ້າຍແຮງ ເຊິ່ງໄລຍະທີ່ມີການຕິດເຊື້ອສ່ວນໃຫຍ່ແມ່ນນັບແຕ່ທ້າຍເດືອນເມສາ ຫາເດືອນຕຸລາ. ມາຮອດປັດຈຸບັນທີມງານຂອງສູນ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ລົງເຄື່ອນໄຫວກວດກາຕາມບ້ານເຮືອນປະຊາຊົນ ຈຸດທີ່ມີຄວາມສ່ຽງຕ່າງໆ ພ້ອມທັງໄດ້ແນະນໍາໃຫ້ປະຊາຊົນ ອະນາໄມເຂດທີ່ຢູ່ອາໄສເປັນປະຈໍາ ເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນ ເປັນເຈົ້າການປະຕິ ບັດຕາມຫລັກການ ກໍາຈັດບ່ອນເພາະພັນຍຸງລາຍ ຕາມຫລັກການ 5ປ ທີ່ກະຊວງສາທາ ລະນະສຸກວາງອອກຢ່າງເຂັ້ມງວດ.

ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ”. ພ້ອມນັ້ນ ຕ້ອງປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້ ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5ປ ຢ່າງເຂັ້ມງວດ ກໍຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫລຸດລົງເທື່ອລະກ້າວ.

ຂ່າວ: ມະນີທອນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ພາກທຸລະກິດ ຫາລືການບໍລິການທາງດ້ານການເງິນ

0

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັດກອງປະຊຸມປຶກສາຫາລືກັບ ພາກທຸລະກິດ ໃນຂະແໜງການບໍລິການທາງດ້ານການເງິນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຫລື Lao Business Forum ໃນວັນທີ 1 ກໍລະກົດ ຜ່ານມາ ເພື່ອປຶກສາຫາລືແບບວິຊາການ ຕໍ່ກັບປັດໄຈທີ່ເປັນສິ່ງກີດຂວາງຫລັກ ໃນການດໍາເນີນທຸລະກິດ ຂອງຂະແໜງການ ບໍລິການທາງດ້ານການເງິນ ເປັນຕົ້ນ ທະນາຄານທຸລະກິດ, ສະຖາບັນການເງິນຈຸນລະພາກ, ບໍລິສັດປະກັນໄພ ແລະ ບໍລິສັດເຊົ່າສິນເຊື່ອ, ເພື່ອກະກຽມຈັດກອງປະຊຸມປຶກສາຫາລືແບບວິຊາການ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ໃນລະຫວ່າງເດືອນກໍລະກົດ ຫາ ເດືອນ ກັນຍາ 2022 ແລະ ຄາດວ່າຈະໄດ້ຈັດກອງປະຊຸມທຸລະກິດລາວ ໃນເດືອນຕຸລາ 2022 ນີ້.

ທ່ານ ນາງ ສຸພາພອນ ຄຳແສນນາມ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ພາກລັດຖະບານ ກໍໄດ້ມີຄວາມພະຍາຍາມ ໃນການປັບປຸງນິຕິກຳ, ກົນໄກ, ລະບຽບ ແລະ ແບບແຜນວິທີເຮັດວຽກ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ເຊິ່ງການແກ້ໄຂບັນຫາ ກໍອາດມີຄວາມຊັບຊ້ອນ ແລະ ໃຊ້ເວລາດົນ, ບາງບັນຫາ ກໍສາມາດແກ້ໄຂໄດ້ ແລະ ບາງບັນຫາ ກໍອາດມີຄວາມທ້າທາຍພໍສົມຄວນ.

ຂ່າວ-ພາບ: ສົມຫວັງ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ສສຊ ສະເໜີປັບປຸງບາງເນື້ອໃນບາງໝວດ ບາງມາດຕາ ຂອງກົດໝາຍວ່າດ້ວຍວິຈິດສິນ

0

ຂປລ. ວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 4 ກໍລະກົດ 2022 ນີ້, ພາຍຫລັງທີ່ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ ຮ່າງກົດໝາຍສະບັບດັ່ງ ກ່າວ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ຕັດອອກ, ຕື່ມໃສ່ ບາງຄຳສັບ ຢູ່ບາງໝວດ, ບາງມາດຕາ ແລະ ປັບປຸງບາງເນື້ອໃນທີ່ເຫັນວ່າ ຍັງບໍ່ຮັດກຸມ ເທົ່າທີຄວນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້, ຖືກຕ້ອງ ແລະ ສອດຄ່ອງ ຕາມແນວທາງທີ່ ພັກ, ລັດ ວາງອອກ ແນໃສ່ເຮັດໃຫ້ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ໄດ້ຢ່າງມີປະສິດທິຜົນ.

ທ່ານນາງ ທອງໃບ ໄຊຍະສານ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານ ກໍຄື ກະຊວງ, ຂະແໜງການ ທີ່ກ່ຽວຂ້ອງ ທີ່ໄດ້ສ້າງກົດໝາຍສະບັບນີ້ຂຶ້ນມາ, ພ້ອມທັງສະເໜີ ໃຫ້ປັບປຸງບາງຄຳສັບ, ບາງເນື້ອໃນ ຢູ່ມາດຕາທີ 21, 22 ແລະ ມາດຕາ 75 ເຊິ່ງມາດຕາທີ 21 ທີ່ໄດ້ກຳນົດເນື້ອໃນວ່າ ວິຈິດສິທ້ອງຖິ່ນ ແມ່ນຜົນງານດ້ານວິຈິດສິນທີ່ມີຄຸນຄ່າສູງ ແລະ ໂດດເດັ່ນ, ຫາຍາກ ໃນລະດັບທ້ອງຖິ່ນ ທາງດ້ານວັດທະນະທຳ, ປະຫວັດສາດ ເຊິ່ງສ້າງຂຶ້ນ ແລະ ຕັ້ງຢູ່ໃນທ້ອງຖິ່ນທີ່ກ່ຽວຂ້ອງ ເປັນຕົ້ນ ລວດລາຍສິລະປະວັດທະນະທຳ ກໍຄື ຫໍຫລັກບ້ານຫລັກເມືອງ ໂດຍທ່ານສະເໜີໃຫ້ຕື່ມບາງຄຳສັບໃສ່ປະໂຫຍດສຸດທ້າຍ ໂດຍຕື່ມຄຳວ່າ: ແລະ ສິລະປະວັນນະຄະດີ ທີ່ເປັນເອກະລັກຂອງທ້ອງຖິ່ນ, ດ້ວຍສີໄມ້ລາຍມືອັນປານີດຂອງປະຊາຊົນລາວບັນດາເຜົ່າ ໃນທ້ອງຖິ່ນ ທັງນີ້ ກໍເພື່ອສະແດງໃຫ້ເຫັນເຖິງສິລະປະວັນນະຄະດີທີ່ເປັນເອກະລັກຂອງທ້ອງຖິນ ຂອງປະຊາຊົນລາວບັນດາເຜົ່າ ເປັນ ຕົ້ນ ຂັບລຳ, ເນື້ອຮ້ອງ, ທຳນອງເພັງ ແລະ ສຽງແຄນແດນຈຳປາ ລວມໄປເຖິງຫັດຖະກຳທີ່ເປັນເອກະລັດຂອງທ້ອງຖິນ ເປັນຕົ້ນ ການຕ່ຳຫູກທໍໄໝ, ຍິບປັກທັກແຊ່ວ ທີ່ໂດດເດັ່ນ ຢູ່ທ້ອງຖິນ.

ສຳລັບມາດຕາທີ່ 22 ສະເໜີ ໃຫ້ກຳນົດຈະແຈ້ງຕື່ມວ່າ ວິຈິດສິນລະດັບຊາດມີອັນໃດແດ່ ເພື່ອສະດວກໃນການຈັດຕັ້ງປະຕິບັດ ໃນການຄຸ້ມຄອງ, ປົກປັກຮັກສາວິຈິດສິນ ໂດຍຕິດພັນກັບການຂຶ້ນທະບຽນ, ການສະເໜີຂຶ້ນທະບຽນ ກໍຄື ສອດຄ່ອງກັບມາດຕາທີ 27,28,29 ແລະ ມາດຕາທີ 42 ທີ່ເວົ້າເຖິງການບູລະນະ, ສ້ອມແປງ, ປະຕິສັງຂອນວິຈິດສິນ.

ຂ່າວ: ທະນູທອງ, ພາບ: ເກດສະໜາ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

ຫົວໜ້າ ຄຕພ ຕ້ອນຮັບ ຄະນະສະມາຄົມ ອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ

0

ໃນວັນທີ 4 ກໍລະກົດ 2022 ນີ້, ທ່ານ ທອງສະຫວັນ ພົມວິຫານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານພິໄຊ ກຸມາຣ ພາທິຮາຣິ (Bijay Kumar Padhihari), ເລຂາທິການສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສະມາຄົມມິດຕະພາບ ລາວ-ອິນເດຍ ແລະ ສະມາຄົມ ອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ກໍຄື ປະຊາຊົນສອງຊາດ ລາວ ແລະ ອິນເດຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນສູ່ລະດັບໃໝ່. ພ້ອມນັ້ນ, ທ່ານຍັງໄດ້ສະເໜີໃຫ້ສອງສະມາຄົມ ສືບຕໍ່ເພີ່ມທະວີໃນການເຮັດບົດບາດການທູດປະຊາຊົນ ໃຫ້ເຂົ້າສູ່ລວງເລີກກວ່າເກົ່າ ເພື່ອສະໜັບສະໜູນການຮ່ວມມືດ້ານຕ່າງໆ ຂອງ ສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

ພ້ອມກັນນີ້, ທ່ານ ພິໄຊ ກຸມາຣ ພາທິຮາຣິ ໄດ້ຕາງໜ້າໃຫ້ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສະມາຄົມຂອງຕົນ ຕໍ່ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ພ້ອມທັງໃຫ້ຄຳຢືນຢັນວ່າ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບຈະສືບຕໍ່ຮັດແໜ້ນ ແລະ ຮ່ວມມືກັບ ສະມາຄົມມິດຕະພາບ ລາວ-ອິນເດຍ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ອິນເດຍ ແລະ ລາວ.

ໃນວັນດຽວກັນ, ສະມາຄົມມິດຕະພາບ ລາວ-ອິນເດຍ ກັບ ສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບໄດ້ຈັດກອງປະຊຸມພົບປະສອງຝ່າຍ, ເຊິ່ງຝ່າຍ ລາວ ນໍາໂດຍ ທ່ານ ສຸທັມ ສາກົນນິຍົມ ປະທານສະມາຄົມມິດຕະພາບ ລາວ-ອິນດຍ ແລະ ຝ່າຍອິນເດຍນໍາໂດຍ ທ່ານ ພິໄຊ ກຸມາຣ ພາທິຮາຣິ, ເລຂາທິການສະມາຄົມອິນເດຍເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ, ພ້ອມນັ້ນຍັງມີ ທ່ານ ດີກ້າ ອັດທານາ (Dinkar Asthana), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ອິນເດຍ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນຂອງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ສອງສະມາຄົມ ໄດ້ປຶກສາຫາລືກ່ຽວກັບກົນໄກຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ການແລກປ່ຽນການຢ້ຽມຢາມຄະນະຜູ້ແທນເຊິ່ງກັນ ແລະ ກັນ. ພິເສດ, ທັງສອງຝ່າຍສາມາດບັນລຸການຕົກລົງ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໄລຍະ 5 ປີ (2022-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ນອກຈາກການພົບປະເຮັດວຽກແລ້ວ, ຄະນະຜູ້ແທນສະມາຄົມ ອິນເດຍ ເພື່ອການຮ່ວມມືວັດທະນະທຳ ແລະ ມິດຕະພາບ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະ ຫວັດສາດ ວັດທະນະທຳ ແລະ ທຳມະຊາດ ຢູ່ພາຍໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ຈຳນວນໜຶ່ງ.

ຂ່າວ-ພາບ: ຄຕພ
#Medialaos MMD

ປະຊາຊົນສອງບ້ານເມືອງຮຸນ ໄດ້ຮັບແນວພັນໄກ່ 2.529 ໂຕ

0

ບ້ານສົມໄຊ ແລະ ບ້ານນາທອງ ເມືອງຮຸນ ແຂວງອຸດົມໄຊ ໄດ້ຈັດພິທີມອບ – ຮັບໄກ່ໃຫ້ປະຊາຊົນ ຂຶ້ນຫວ່າງບໍ່ດົນມານີ້ ທີ່ບ້ານສົມໄຊ ໂດຍແມ່ນໂຄງການຫຼຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສໍາລັບຊາວກະສິກອນຂະໜາດນ້ອຍຢູ່ເຂດພາກເໜືອລາວ ຈາກລັດຖະບານຍີ່ປຸນ ເຂົ້າຮ່ວມພິທີມອບໄກ່ຄັ້ງນີ້ ມີທ່ານ ບຸນທັນ ສຸພັດທອນ ຮອງເຈົ້າເມືອງໆຮຸນ, ທ່ານ ສິງທອງ ຜົນດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຮຸນ, ທ່ານ ເຈ ປະທານ ບໍລິສັດເດີ ກຣີນ ພ້ອມດ້ວຍອົງການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບທັງສອງບ້ານເຂົ້າຮ່ວມ.

ໃນການມອບຄັ້ງນີ້ມີ 2 ບ້ານ, ມີ ຈໍານວນ 281 ຄົວເຮືອນ, ມີຈໍານວນໄກ່ທັງໝົດ 2.529 ໂຕ ລວມມູນຄ່າທັງໝົດ 140.500.000 ກີບ, ໃນໂອກາດດັ່ງກ່າວ ທ່ານຮອງເຈົ້າເມືອງໆຮຸນ ໄດ້ຖືໂອກາດໂອ້ລົມຕໍ່ພໍ່ແມ່ປະຊາຊົນທັງສອງບ້ານ ແລະ ແນະນຳວິທີການລ້ຽງໄກ່, ການປົກປັກຮັກສາໄກ່ ເພື່ອໃຫ້ມີການຂະຫຍາຍແຜ່ພັນໃຫ້ກາຍເປັນອຸດສາຫະກໍາ, ການຄ້າ ກາຍເປັນສິນຄ້າສົ່ງອອກ ເພື່ອໃຫ້ຫຼຸດຜົ້ນອອກຈາກຄວາມທຸກຍາກ ແລະ ສົ່ງເສີມດ້ານກະສິກໍາໃຫ້ມີບາດກ້າວຂະຫຍາຍຕົວ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນພາຍໃນເມືອງໃຫ້ດີຂຶ້ນ.

ຂ່າວ-ພາບ: ຈັນທະຈອນ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ສູດເຮັດນໍ້າສະຫຼັດເພື່ອສຸຂະພາບໄຂມັນຕໍ່າ

0

ມື້ນີ້ມາຮຽນຮູ້ວິທີເຮັດນໍ້າສະຫຼັດກັນດີກ່ວາ ຢ່າຊ້າມາເບີ່ງໃນເຮືອນຄົວນຳກັນເລີຍ!

ນໍ້າສະຫຼັດງາດຳຍີ່ປຸ່ນ

ສຳລັບທ່ານທີ່ບໍ່ມັກກິນນໍ້າສະຫຼັດແບບຄີມ ນໍ້າສະຫຼັດງາດຳຍີ່ປຸ່ນເປັນອີກຄຳຕອບໜື່ງທີ່ແຊບ ໄຂມັນຕໍ່າ ແລະ ເຮັດບໍ່ຍາກ ສ່ວນປະກອບມີດັ່ງຕໍ່ໄປນີ້:

  • ງາຂົ້ວບົດ
  • ແອັບເປີ້ນໄຊເດີ 2 ບ່ວງ
  • ໂຊຍຸຍີ່ປຸ່ນ 2 ບ່ວງ
  • ນໍ້າມັນງາ 1 ບ່ວງ
  • ເກືອ 1 ບ່ວງ
  • ນໍ້າຕານ 1 ບ່ວງ

ວິທີເຮັດ

  • ປະສົມແອັບເປີ້ນໄຊເດີ ໂຊຍຸຍີ່ປຸ່ນ ນໍ້າມັນງາ ເກືອ ແລະ ນໍ້າຕານ ຂົນໃຫ້ເຂົ້າກັນ.
  • ໃສ່ງາຂາວຂັ້ວບົດປະສົມລົງໄປ ຫາກໃຜຢາກເພີ່ມລົດຊາດສາມາດປະສົມວາຊາບິລົງໄປໄດ້.

ນໍ້າສະຫຼັດໂຍເກີດ

ທ່ານໃດມັກຄວາມສົ້ມຂອງໂຍເກີດ ລອງເຮັດສູດນີ້ເບີ່ງ ກິນກັບສະຫຼັດ ໝາກໄມ້ ບອກໄດ້ເລີຍວ່າແຊບ ອາດຈະເພີ່ມລົດສົ້ມຫວານໄດ້ຕາມໃຈ ວິທີເຮັດນໍ້າສະຫຼັດສູດນີ້ແມ່ນງ່າຍໆ ມາເບີ່ງນຳກັນເລີຍ.

ວັດຖຸດິບ

  • ໂຍເກີດລົດທຳມະຊາດ
  • ນໍ້າເຜີ້ງ
  • ນໍ້າໝາກນາວ

ວິທີເຮັດ

  • ປະສົມໂຍເກີດ ນໍ້າເຜີ້ງ ແລະ ນໍ້າໝາກນາວຂົນໃຫ້ເຂົ້າກັນ.
  • ສາມາດປ່ຽນລົດຊາດໂຍເກີດໄດ້ຕາມໃຈ.

ນໍ້າສະຫຼັດຄີມ

ວັດຖຸດິບ

  • ນໍ້າໝາກນາວ 2 ບ່ວງ
  • ໄຂ່ແດງ 2 ໜ່ວຍ
  • ນໍ້າມັນພືດ ຫຼື ນໍ້າມັນໝາກກອກ ½ ຖ້ວຍ
  • ເກືອ 1 ບ່ວງກາເຟ
  • ພິກໄທ ½ ບ່ວງກາເຟ
  • ນົມຂຸ້ນຫວານ 1 ຖ້ວຍ (ມີ ຫຼື ບໍ່ມີກໍ່ໄດ້)

ວິທີເຮັດ

  • ຕີໄຂ່ແດງໃຫ້ນຽນລະອຽດ (ສາມາດໃຊ້ Hand Mixer).
  • ໃສ່ນໍ້າມັນ ແລະ ນໍ້າໜາກນາວ ຂົນໃຫ້ເຂົ້າກັນ.
  • ຄ່ອຍໆ ໃສ່ເກືອ ພິກໄທ ປັ່ນຮ່ວມກັນຈົນນຽນລະອຽດ ຊີມ ແລະ ປຸງລົດຊາດໄດ້ຕາມໃຈ.
  • ຫາກມີມັດສະຕາສາມາດໃສ່ເພີ່ມໄດ້ ເພື່ອໃຫ້ມີສີເຫຼືອງເປັນຕາກິນຍີ່ງຂື້ນ.

ນໍ້າສະຫຼັດຊີຟູດ

ເມນູສະຫຼັດໂຣລ ຕ້ອງກິນຄູ່ກັບນໍ້າສະຫຼັດຊີຟູດຈີ່ງຈະແຊບ ເທື່ອນີ້ເຮົາມາແນະນຳເປັນສະຫຼັດຄີມຊີຟູດເຂັ້ມຂົ້ນ ມີລົດຊາດສົ້ມ ເຜັດ ກອບ ເຮັດຕາມວິທີງ່າຍໆ ດັ່ງນີ້:

  • ມາຍອງເນສ 5 ບ່ວງ
  • ນໍ້າໜາກນາວ 1 ບ່ວງ
  • ນໍ້າຕານປີ໊ບ ½ ບ່ວງ
  • ເກືອ 1 ບ່ວງ
  • ໝາກເຜັດຂີ້ໜູຊອຍ
  • ຜັກຊີຊອຍໃຫ້ລະອຽດ

ວິທີເຮັດ

  • ນໍ້າໜາກນາວ ນໍ້າຕານປີ໊ບ ເກືອ ໝາກເຜັດຂີ້ໜູຊອຍ ຜັກຊີ ໃສ່ໃນຊາມ ຂົນໃຫ້ເຂົ້າກັນ.
  • ເອົາມາຍອງເນສປະສົມກັບເຄື່ອງທີ່ຂົນໄວ້ກ່ອນໜ້ານີ້ ແລ້ວປຸງລົດຊາດໄດ້ຕາມໃຈ.

ນໍ້າສະຫຼັດໝາກອຶ

ສູດນີ້ເໝາະກັບທ່ານ ທີ່ມັກກິນອາຫານເຈ ແລະ ຍັງໄດ້ເບຕ້າເຄໂຣທີນຈາກໝາກອຶນຳອີກ ໃຜເບື່ອກິນນໍ້າສະຫຼັດແບບເກົ່າໆ ທົດລອງເຮັດວິທີນໍ້າສະຫຼັດນີ້ເບີ່ງເດີ.

ວັດຖຸດິບ

  • ໝາກອຶໜື້ງ 1-2 ຖ້ວຍ
  • ນົມຖ່ົວເຫຼືອງ 1-2 ຖ້ວຍ
  • ນໍ້າຕານ 1 ບ່ວງກາເຟ
  • ນໍ້າສົ້ມສາຍຊູ ½ ບ່ວງກາເຟ
  • ນໍ້າມັນໝາກກອກ ½ ບ່ວງ
  • ເກືອ ½ ບ່ວງກາເຟ

ວິທີເຮັດ

  • ເອົາໝາກອຶໜື້ງມາບົດໃຫ້ລະອຽດ
  • ຫຼັງຈາກນັ້ນໃສ່ໝາກອຶ ນົມຖົ່ວເຫຼືອງ ນໍ້າຕານ ນໍ້າສົ້ມສາຍຊູ ເກືອ ຂົນໃຫ້ເຂົ້າກັນແລ້ວໃສ່ໂຖປັ່ນ.
  • ປັ່ນໃຫ້ເປັນອັນດຽວກັນ ແລ້ວຄ່ອຍໃສ່ນໍ້າມັນໝາກກອກເທື່ອລະໜ້ອຍ ຈົນມີລັກສະນະໃຫ້ເປັນຄີມ.

ວິທີເຮັດນໍ້າສະຫຼັດແຕ່ລະສູດມີຂັ້ນຕອນບໍ່ຍາກ ເຮັດໄດ້ງ່າຍໆ ທ່ານໃດມັກກິນສະຫຼັດເລື້ອຍໆ ທົດລອງສູດຂ້າງເທີງນີ້ໄປເຮັດກິນເບີ່ງ ຈະເຮັດໃຫ້ເມນູຂອງທ່ານແຊບ ແລະ ເຮັດໃຫ້ການກິນສະຫຼັດບໍ່ໜ້າເບື່ອນຳອີກ.

6 ເດືອນຕົ້ນປີ ພະແນກພາຍໃນແຂວງອັດຕະປື ຍາດໄດ້ຜົນງານຫຼາຍດ້ານ

0

ທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກພາຍໃນແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງເມື່ອທ້າຍເດືອນມິຖຸນາ 2022 ນີ້ວ່າ: ພະແນກພາຍໃນແຂວງອັດຕະປື ເປັນພະແນກໜຶ່ງທີ່ມີບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການໃຫ້ອົງການປົກຄອງແຂວງ ແລະ ກະຊວງພາຍໃນ ຊຶ່ງໄດ້ສະແດງອອກຫຼາຍໜ້າວຽກທີ່ມີຜົນສໍາເລັດຕະຫຼອດໄລຍະ 6 ເດືອນຜ່ານມາ.

ເປັນຕົ້ນວຽກງານການປົກຄອງ: ໄດ້ສໍາເລັດການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານໄດ້ທັງໝົດ 130 ບ້ານ ເທົ່າກັບ 92,19% ໃນຈໍານວນບ້ານທັງໝົດ 141 ບ້ານ, ປັບປຸງ ແລະ ສ້າງລະບຽບບ້ານໄດ້ 56 ບ້ານ ເທົ່າກັບ 39,71%. ໃນນັ້ນ, ໄດ້ຫັນເອົາພະນັກງານຂອງລັດຈໍານວນ 11 ທ່ານ ໄປເປັນເລຂາພັກບ້ານ-ນາຍບ້ານ.

ວຽກງານແຜນທີ່ ແລະ ເຂດແດນເຊື່ອມຕໍ່: ໄດ້ເອົາໃຈໃສ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ແລະ ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ຢ່າງຕັ້ງໜ້າ ເພື່ອປະຕິບັດຕາມວາລະຂອງສູນກາງວາງອອກ ກ່ຽວກັບການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໃຫ້ສຳເລັດພາຍໃນປີ 2022.

ວຽກງານສາມສ້າງ: ໄດ້ມອບແບ່ງຂັ້ນຄຸ້ມໃຫ້ເມືອງ ທີ່ມີເອກະສານຢັ້ງຢືນຄົບຖ້ວນເຊັ່ນ: ເມືອງສາ ມັກຄີໄຊ ມີ 12 ຫ້ອງການ, ເມືອງໄຊເສດຖາ ມີ 16 ຫ້ອງການ, ເມືອງສະໜາມໄຊ 13 ຫ້ອງການ,ເມືອງຊານໄຊ ມີ 8 ຫ້ອງການ, ເມືອງພູວົງ ມີ 9 ຫ້ອງການ, ວຽກງານພັດທະນາການບໍລິຫານລັດ: ໄດ້ເອົາໃຈໃສປັບປຸງກົງຈັກການບໍລິຫານລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ການຈັດຕັ້ງບໍ່ໃຫ້ໃຫຍ່ໂຕ ເພື່ອໃຫ້ສອດຄ່ອງກັບນິຕິກໍາຂອງຂັ້ນເທິງວາງອອກ ຊຶ່ງສາມາດຄົ້ນຄວ້າ ແລະ ປັບປຸງກົງຈັກການຈັດຕັ້ງລັດຂັ້ນຂະແໜງ ຂອງບັນດາພະແນກການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ ຈຳນວນ 9 ພາກສ່ວນ.

ວຽກງານຄຸ້ມຄອງພົນລະເມືອງ: ແຂວງອັດຕະປື ມີພົນລະເມືອງທັງໝົດໃນທົ່ວແຂວງ 161.993 ຄົນ ຍິງ 8.017ຄົນ, ໄດ້ຄົ້ນຄວ້າການປະກອບເອກະສານແຕ່ງດອງລະຫວ່າງພົນລະເມືອງລາວ ກັບ ຄົນຕ່າງປະເທດ (ສສ ຫວຽດນາມ) ຈຳນວນ 1 ຄູ່ ແລະ ສໍາເລັດການເຜີຍແຜ່ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງພົນລະເມືອງຢູ່ 5 ເມືອງ.

ວຽກງານຊົນເຜົ່າ: ແຂວງອັດຕະປື ປະກອບມີ 11 ຊົນເຜົ່າ, ໃນນັ້ນເມືອງສາມັກຄີໄຊ ມີ 7 ເຜົ່າ, ເມືອງໄຊເສດຖາ ມີ 11 ເຜົ່າ, ເມືອງສະໜາມໄຊມີ 11 ເຜົ່າ, ເມືອງຊານໄຊ ມີ 7 ເຜົ່າ, ເມືອງພູວົງ ມີ 11 ເຜົ່າ ແລະ ສໍາເລັດການເຜີຍແຜ່ດຳລັດ ຂອງລັດຖະບານ ວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20 ມິນາ 2020 ຕື່ມອີກ.

ວຽກງານຄຸ້ມຄອງລັດຖະກອນ: ໄດ້ເອົາໃຈໃສ່ກວດກາ, ຕິດຕາມການປະເມີນຜົນປົກກະຕິຂອງບັນດາພະແນກການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ ຈຳນວນ 33 ພາກສ່ວນ (ບໍ່ໄດ້ຮັບການປະເມີນ 8 ພາກສ່ວນ), ຂັ້ນເມືອງ 4 ເມືອງ (ບໍ່ໄດ້ຮັບການປະເມີນ 1 ເມືອງ ເມືອງສະໜາມໄຊ), ປະເມີນຜົນສະເພາະກ່ອນການແຕ່ງຕັ້ງ ຈຳນວນ 19 ທ່ານ ຍິງ 8 ທ່ານ, ສຳເລັດປະເມີນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ປີ 2022 ຢູ່ 3 ເມືອງ (ເມືອງຊານໄຊ, ພູວົງ ແລະ ສະໜາມໄຊ) ມີ 26 ບ້ານ,ສຳເລັດກວດຜ່ານຈຳນວນພົນ ເງິນເດືອນງວດ I-II ປີ 2022 ຂອງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ; ສະເໜີດັດແກ້ພະນັກງານພົ້ນຊັ້ນ 4 ມີ 1 ຄົນ, ສະເໜີດັດແກ້ຊັ້ນ-ຂັ້ນເງິນເດືອນຕາມໃບປະກາດ ມີ 16 ຄົນ ຍິງ 10 ຄົນ; ສະເໜີເລື່ອນຂັ້ນເງິນເດືອນ (ສາຍຂວາງ) ມີ 394 ຄົນ ຍິງ 171 ຄົນ; ສະເໜີເລື່ອນຂັ້ນເງິນເດືອນ (ສາຍຕັ້ງ) 639 ຄົນ ຍິງ 327 ຄົນ; ສະເໜີດັດແກ້ພະນັກງານຄ້າງເລື່ອນ 1 ຄົນ, ສະເໜີພະນັກງານອອກຮັບອຸດໜູນບຳນານ ປີ 2022 ມີ 25 ຄົນ ຍິງ 7 ຄົນ; ກວດຜ່ານເງິນບຳນານ ມີ 12 ຄົນ ຍິງ 3 ຄົນ; ຢຸດຈ່າຍເງິນເດືອນ ມີ 14 ຄົນ ຍິງ 3 ຄົນ ແລະ ສະເໜີເລື່ອນພະນັກງານ 95% ຂຶ້ນສົມບູນ ມີ 12 ຄົນ ຍິງ 4 ຄົນ.

ວຽກງານແຂ່ງຂັນ ແລະ ຍ້ອງຍໍ: ໄລຍະ 6 ເດືອນຕົ້ນປີ 2022 ໄດ້ສະເໜີລັດຖະບານ ຍ້ອງຍໍ ບຸກຄົນ ແລະ ກົມກອງລວມໝູ່ ມີ 1 ກົມກອງ,ສະເໜີທ່ານ ເຈົ້າແຂວງ ຍ້ອງຍໍ ບຸກຄົນ ທີ່ມີຜົນງານດີເດັ່ນໃນຂະບວນການຕ່າງໆ ມີ 22 ທ່ານ; ສະເໜີທ່ານ ເຈົ້າແຂວງ ຍ້ອງຍໍ ກົມກອງລວມໝູ່ ມີ 3 ພາກສ່ວນ.

ຂ່າວ-ພາບ: ຄໍາສະຫມອນ ວອນອິນທີວົງ (ນັກຂ່າວແຂວງອັດຕະປື)

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ບ່ອນປ່ຽນລາງລົດໄຟ ຂອງສະຖານີລົດໄຟວຽງຈັນໃຕ້ ເລີ່ມນຳໃຊ້ ວັນທີ 1 ກໍລະກົດ

0

ກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ບ່ອນປ່ຽນລາງລົດໄຟສະຖານີລົດໄຟວຽງຈັນໃຕ້ ໄດ້ສ້າງສຳເລັດ ແລະ ເລີ່ມນຳໃຊ້ຢ່າງເປັນທາງການແລ້ວໃນວັນທີ 1 ກໍລະກົດ ຜ່ານມານີ້, ຕູ້ຄອນເທັນເນີ ບັນຈຸສິນຄ້າຂ້າມຊາດງວດທຳອິດ ໄດ້ສຳເລັດການປ່ຽນຈາກລາງລົດໄຟມາດຖານເປັນລາງລົດໄຟແຄບແລ້ວກໍຈະແລ່ນໄປສູ່ທ່າກຳປັ່ນແຫຼມສະບັງຂອງໄທ.

ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ທາງລົດໄຟຈີນ-ລາວ-ໄທໄດ້ບັນລຸການເຊື່ອມຕໍ່ກັນ, ເສັ້ນທາງຈໍລະຈອນສິນຄ້າສາກົນທາງບົກ-ທາງທະເລ ຈະສະດວກກວ່າເກົ່າ.

ຂ່າວ: ຊີອາໄອ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

5 ເດືອນຕົ້ນປີນີ້ ມູນຄ່າການຄ້າລາວ-ເຢຍລະມັນ ບັນລຸ 49 ລ້ານກວ່າໂດລາ

0

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ນາງ Annette KNOBLOCH ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 4 ກໍລະກົດ ທີ່ກະຊວງ ອຄ, ໃນໂອກາດ ທີ່ ທ່ານ ມະໄລທອງ ກົມມະສິດ ໄດ້ຮັບໜ້າທີ່ເປັນລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຄົນໃໝ່.

ໃນໂອກາດດັ່ງກ່າວສອງຝ່າຍໄດ້ທົບທວນການພົວພັນດ້ານການຄ້າ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ສະຫະະພັນເຢຍລະມັນ ໃນໄລຍະຜ່ານມາໂດຍຈັດຕັ້ງປະຕິບັດຕາມສັນຍາລົງທຶນສອງຝ່າຍ ແລະ ສິດທິພິເສດທາງດ້ານການຄ້າ ເຊັ່ນ: EBA (Everything But Arms) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ຊຶ່ງໃນ 5 ເດືອນຕົ້ນປີ 2022 ມູນຄ່າການຄ້າສອງຝ່າຍ ລາວ-ເຢຍລະມັນ ປະຕິບັດໄດ້ 49,3 ລ້ານໂດລາ ໃນນັ້ນມູນຄ່າການນໍາ ເຂົ້າປະຕິບັດໄດ້ 7,4 ລ້ານໂດລາ ແລະ ມູນຄ່າການສົ່ງອອກປະຕິບັດໄດ້ 41,8 ລ້ານໂດລາ. ສິນຄ້າຫຼັກທີ່ ສປປ ລາວ ນໍາເຂົ້າ ຈາກ ເຢຍລະມັນ ໃນ 5 ເດືອນຕົ້ນປີ 2022 ປະກອບມີ: ຜະລິດຕະພັນອຸດສາຫະກໍາທັນຍາພືດ, ເຂົ້າ, ສາລີ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ); ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກໍາຜະລິດອາຫານ; ເຄື່ືອງນຸ່ງຫົົ່ມ; ເມັດພືດ ແລະ ໝາກໄມ້ທີ່ມີນໍ້າມັນ; ເຄືື່ອງມື ແລະ ອຸປະກອນທັດສະນະສາດ ແລະ ສິນຄ້າ ອື່ນໆ, ສິນຄ້າຫຼັກທີ່ ສປປ ລາວ ສົ່ງອອກໄປເຢຍລະມັນ ໃນ 5 ເດືອນຕົ້ນປີ 2022 ປະກອບມີ: ເຄື່ອງນຸ່ງຫົ່ມ; ກາເຟ (ບໍ່ທັນໄດ້ປຸງແຕ່ງ); ເກີບ, ເຄື່ອງສໍາລັບການເດີນທາງ, ຊາ (ບໍ່ທັນໄດ້ປຸງແຕ່ງ), ຂີ້ຄັງ, ຍານ, ຂີ້ຊີ, ໄໝ ແລະ ອື່ນໆ.

ນັບແຕ່ປີ 2008 ຮອດປັດຈຸບັນ ການລົງທຶນຂອງ ເຢຍລະມັນ ໃນ ສປປ ລາວ (ສະເພາະໃນຂະ ແໜງກິດຈະການທົ່ວໄປ ບໍ່ກວມເອົາຂົງເຂດເສດຖະກິດພິເສດ ແລະ ເຂດສໍາປະທານ) ມີຈໍານວນວິສາຫະກິດທັງໝົດ 26 ຫົວໜ່ວຍ ແລະ ມີມູນຄ່າການລົງທຶນທັງໝົດ 50,6 ຕື້ກີບ ຫຼື ປະມານ 6,3 ລ້ານໂດລາ, ຈັດເປັນອັນດັບທີ 28, ຂະແໜງການທີ່ມີມູນຄ່າການລົງທຶນຫຼາຍສຸດປະກອບມີ: ຂະແໜງການເຄື່ອນໄຫວໃຫ້ທີ່ພັກເຊົາ ແລະ ບໍລິການອາຫານ, ການເຄື່ອນໄຫວດ້ານສາຍວິຊາຊີບ, ວິທະຍາສາດ ແລະ ເຕັກນິກ, ຂະ ແໜງການເຄື່ອນໄຫວ ບໍລິການສະໜັບສະໜູນ ແລະ ຄຸ້ມຄອງບໍລິຫານ.

ຂ່າວ-ພາບ: ສຳນານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

ເລີ່ມເກັບກຳຂໍ້ມູນ-ອອກແບບໂຄງການສວນອຸທິຍານ ຫໍພິພິທະພັນແຄນລາວ ໜອງຄຳແສນ

0

ສະມາຄົມສຽງແຄນລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຕັ້ງພິທີ ບູຊາຄອບໄຂ່ວເຈົ້າທີ່ເຈົ້າຖານ, ເຈົ້າບວກ, ເຈົ້າໜອງຄຳແສນ ກ່ອນລົງມືສຳຫລວດເກັບກຳຂໍ້ມູນສ້າງແຜນແມ່ບົດ, ສຳຫລວດອອກແບບໂຄງການສວນອຸທິຍານຫໍພິພິທະພັນແຄນລາວ ໜອງຄຳແສນ, ເມືອງໜອງນາກ ອະນຸລັກຮັກສາທໍາມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ ໃນວັນທີ 2 ກໍລະກົດ 2022 ຜ່ານມາ .

ທ່ານ ຄຳພັນ ເໝືອສິດທິດາ ປະທານສະມາຄົມສຽງແຄນລາວ ລາຍງານໃຫ້ຮູ້ວ່າ: ພາຍຫລັງສຳເລັດພິທີທີມງານວິຊາການ ຈະເລີ່ມລົງມືເກັບກໍາຂໍ້ມູນສ້າງແຜນແມ່ບົດ, ສຳຫລວດອອກແບບໂຄງການດັ່ງກ່າວ, ຄາດວ່າ ຈະໃຫ້ສຳເລັດພາຍໃນປີ 2022 ນີ້ ເຊິ່ງໂຄງການກໍ່ສ້າງ ສວນອຸທິຍານຫໍພິພິທະພັນແຄນລາວ ໜອງຄຳແສນ ເມືອງໜອງນາກ ອະນຸລັກຮັກສາທຳມະຊາດ-ສິ່ງແວດລ້ອມ ແລະ ວັດທະນະທຳສຽງແຄນເຊື້ອຊາດລາວ ກວມເນື້ອທີ່ທັງໝົດ 86 ເຮັກຕາ, 6.188 ຕາແມັດ, ຕັ້ງຢູ່ບ້ານສີຖານໃຕ້, ເມືອງຫາດຊາຍຟອງ ນະຄອນຫລວວງວຽງຈັນ, ຮູບແບບອາຄານ ເປັນແບບຊົງລາວ, ແຄນ ສູງ 132 ແມັດ, ປະກອບດ້ວຍລິບຂຶ້ນ-ລົງໃນຕົວແຄນສູ່ຈຸດຊົມວິວ ເພື່ອຊົມຕົວເມືອງ ແລະ ແມ່ນໍ້າຂອງໄຫລຜ່ານເມືອງຫາດຊາຍຟອງ, ສູງ 90 ແມັດ, ເທິງຫລັງຄາຫໍພິພິທະພັນແຄນລາວ ມີຕິບເຂົ້າໃຫຍ່ ສູງ 16 ແມັດ ຄູ່ກັບແຄນໃຫຍ່ ສູງ 132 ແມັດ ຢ່າງສົມສ່ວນ, ພາຍໃນອາຄານຈະຈັດສັນຢ່າງເປັນລະບົບ ໃຫ້ມີສະຖານທີ່ຫ້ອງໂຖງ, ຫ້ອງວາງສະແດງຜະລິດຕະພັນມໍລະດົກແຄນລາວ, ຫ້ອງການຄຸ້ມຄອງສວນອຸທິຍານ ພິພິທະພັນແຄນລາວ, ບ່ອນປະດິດສະຖານວາງສະແດງ ຜະລິດຕະພັນວັດຖຸບູຮານ ທີ່ທ້ອນໂຮມໄດ້ຈາກແຫ່ງຕ່າງໆທີ່ມີ ແລະ ບົ່ມຊ້ອນຢູ່ໃນດິນແດນປະຫວັດສາດແຫ່ງນີ້, ຈັດວາງສະແດງຜະລິດຕະພັນສິລະປະວັດທະນະທຳ ແລະ ເຄື່ອງດົນຕີພື້ນເມືອງຂອງປະຊາຊົນລາວບັນດາເຜົ່າ(50 ຊົນເຜົ່າ), ມີຫ້ອງຊົມການສະແດງສິລະປະວັດທະນະທຳລາວບັນດາເຜົ່າ, ຫ້ອງປະຊຸມສໍາມະນາ, ບ່ອນສາທິດການເຮັດແຄນ, ການຮຽນເຮັດແຄນ, ການຮຽນຂັບ-ລໍາ, ການຮຽນເປົ່າແຄນ, ຈັດເຂດເພື່ອຈໍາໜ່າຍຜະລິດຕະພັນສັນຍາລັກແຄນລາວ, ແຄນປະດັບເອ້, ຂອງຄໍ້າຂອງຄູນ, ຂອງຂວັນ, ຂອງທີ່ລະນຶກ, ຂອງຝາກຂອງຕ້ອນ ເພື່ອຕອບສະໜອງ, ຮອງຮັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ທີ່ມາທ່ຽວຊົມສປປລາວ.

ສ່ວນທາງນອກດ້ານໜ້າອາຄານ ຫໍພິພິທະພັນແຄນລາວ ໃຫ້ມີເດີ່ນທີ່ສາມາດໃຊ້ງານອະເນດປະສົງ ເພື່ອພິທີການຕ່າງໆ ເນື່ອງຈາກບໍລິເວນອ້ອມຮອບຫໍພິພິທະພັນແຄນລາວ ເປັນທົ່ງເປີດແປນ ໂດຍຈະປູກຕົ້ນໄມ້ທີ່ມີຄຸນຄ່າຂອງລາວ, ຕົ້ນໄມ້ໃຫ້ໝາກສຳລັບເປັນອາຫານນົກ ໃຫ້ກາຍເປັນດົງໄມ້ຍ່ອມທີ່ດົກໜາ ທີ່ປະກອບດ້ວຍຊີວະນາໆພັນທາງທໍາມະຊາດ ເພື່ອດຶງດູດເອົານົກຊະນິດຕ່າງໆມາບໍລິເວນນີ້ ໃຫ້ຄົນເບິ່ງ, ໄດ້ຊົມ, ສ້າງພະຍານາກໃຫຍ່ ເກົ້າສຽນ 2 ອົງ ຢູ່ໃນໜອງ ສອງຂ້າງຫໍພິພິທະພັນແຄນລາວ, ສ້າງຂົວທີ່ສວຍງາມ ກ່າຍຈາກວັດປ່າໂພນທອງໜອງຄຳແສນ ສູ່ດອນຫໍພິພິທະພັນແຄນລາວ, ກໍ່ສ້າງທາງເຂົ້າ-ອອກສວນອຸທິຍານ, ສ້າງເດີ່ນຈອດລົດນັກທ່ອງທ່ຽວ, ບ່ອນບໍລິການບັດທ່ຽວຊົມ, ສ້າງທາງເພື່ອໃຊ້ລົດໄຟຟ້າ ຂີ່ຊົມທຳມະຊາດອ້ອມຮອບໜອງ ແລະ ຂີ່ໄປຊົມຫໍພິພິທະພັນແຄນລາວ, ສ້າງປ້ອມຍາມ ຮັກສາຄວາມສະຫງົບ ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ, ສ້າງບັນດາກິດຈະກໍາ ຕາມຕໍານານໜອງຄໍາແສນດິນແດນສັກສິດ ເມືອງໜອງນາກ ມີ ເຮືອເງິນ, ເຮືອຄຳ, ກອງເງິນ, ກອງຄຳ, ຄ້ອງເງິນ, ຄ້ອງຄຳ, ຊັບສິນວັດຖຸທີ່ມີຄ່າ ທີ່ຖືກຈົມລົງພື້ນໜອງນໍ້າ ສະໄໝທີ່ປະເທດລາວຕົກເປັນເມືອງຂຶ້ນກັບຕ່າງຊາດໃນອະດີດ.

ພາຍຫລັງໂຄງການດັ່ງກ່າວ, ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຕາມແຜນ ການ ຈະເປັນບ່ອນຮຽນຮູ້ ວຽກງານອະນຸລັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ, ຈະກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ, ທຳມະຊາດ ຕາມທິດສີຂຽວ ແລະ ທ່ອງທ່ຽວວັດທະນະທຳລາວ ທີ່ບໍ່ໄກຈາກຕົວເມືອງ, ເປັນບ່ອນພັກຜ່ອນ, ເປັນແຫລ່ງທ່ອງທ່ຽວຮຽນຮູ້ ວິຖີການດໍາລົງຊີວິດຂອງປະຊາຊົນ ທີ່ຕິດພັນກັບປະຫວັດສາດ, ທຳມະຊາດ, ສິ່ງແວດລ້ອມທີ່ດີ, ວັດທະນະທໍາ ຕິດພັນກັບການກະສິກຳແບບມູນເຊື້ອ ແລະ ອື່ນໆ, ທັງຮັບປະກັນໃຫ້ ໜອງນໍ້າ ແລະ ບໍລິເວນອ້ອມຮອບ ໄດ້ຮັບການພັດທະນາໃຫ້ເປັນ ອ່າງເກັບນໍ້າສາມາດ ຮອງຮັບປະລິມານ ນໍ້າຝົນ ເຊື່ອມຕໍ່ກັບຄອງລະບາຍນໍ້າບຶງທາດຫລວງ, ເປັນບ່ອນລະບາຍນໍ້າເປື້ອນ ໃຫ້ເປັນນໍ້າສະອາດ, ເປັນອ່າງໂຕ່ງ ແລະ ອ່າງພັກນໍ້າ ທີ່ສາມາດເກັບກັກນ້ຳ ສຳລັບວຽກງານກະສິກຳໄດ້ຕະຫລອດປີ, ເປັນການປ້ອງກັນໄພພິບັດຈາກນໍ້າຖ້ວມ ແລະ ອະນຸລັກຮັກສາສະພາບແວດລ້ອມ ຊີວະນາໆພັນຢ່າງອຸດົມສົມບູນ.

ຂ່າວ: ທະນູທອງ

ພາບ: ຂັນໄຊ