Monday, October 13, 2025
Home Blog Page 877

ສະຫຼອງຄົບຮອບ 40 ປີ ກອງພົນທະຫານຮາບທີ 4 ຢ່າງຄຶກຄື້ນ

0

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທະຫານຮາບທີ 4 ຄົບຮອບ 40 ປີ (7/11/1982-7/11/2022) ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສະໜາມກິລາກອງພົນທີ 4 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາການນໍາຈາກກະຊວງປ້ອງກັນປະເທດ, ແຂວງສະຫວັນນະເຂດ, ຄໍາມ່ວນ, ໄຊສົມບູນ, ມີຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ຕາງໜ້າກອງບັນຊາການທະຫານເຂດ 4, ກອງພົນ 968, ກອງບັນຊາການທະຫານແຂວງກວາງຈິ ສສ ຫວຽດນາມ, ຄະນະພັກ-ຄະນະບັນຊາ, ພະນັກງານປະຕິວັດ-ອາວຸໂສບໍານານ, ນາຍ ແລະ ພົນທະຫານກອງພົນທີ 4 ຕະຫຼອດຮອດແຂກທີ່ຖືກເຊີນຈາກສູນກາງ, ແຂວງອ້ອມຂ້າງ ແລະ ບາງແຂວງຂອງ ສສ ຫວຽດນາມ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນຫົວໜ້າການເມືອງ ກອງພົນທີ 4 ໄດ້ກ່າວບົດປາໄສ ກ່ຽວກັບປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການກໍາເນີດ ເຕີບໃຫຍ່ຂະຫຍາຍຕົວຂອງກອງພົນ ທີ 4 ຕະຫຼອດໄລຍະ 40 ຜ່ານມາ ຊຶ່ງຄະນະພັກ-ຄະນະບັນຊາກອງພົນທີ 4 ແຕ່ລະຮຸ່ນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ພະນັກງານ-ນັກຮົບອອກແຮງ ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງເປັນແຕ່ລະໄລຍະຢ່າງມີຜົນສໍາເລັດອັນຈົບງາມ, ຜ່ານໄລຍະຫັນລົງກໍ່ສ້າງຮາກຖານການເມືອງ ແລະ ເຄື່ອນໄຫວສູ້ຮົບຕົວຈິງທຸກຂະບວນການຕໍ່ສູ້ໃນແຕ່ລະບັ້ນຮົບລ້ວນແຕ່ໄດ້ຮັບໄຊຊະນະຢ່າງອົງອາດກ້າຫານ, ຍິ່ງຕີກໍຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີກໍຍິ່ງມີບົດຮຽນ ແລະ ເຕີບໃຫຍ່ ເຂັ້ມແຂງໃນແຕ່ລະດ້ານ ຈາກບັນດາຜົນງານໄຊຊະນະດັ່ງກ່າວ. ໃນຕະຫຼອດໄລຍະ 40 ປີຜ່ານມາ, ກົມກອງລວມໝູ່, ນາຍ ແລະ ພົນທະຫານກອງພົນທີ 4 ໄດ້ຮັບການຍ້ອງຍໍປະເພດຕ່າງໆ ຈາກພັກ-ລັດຖະບານ ແລະ ກະຊວງປ້ອງກັນປະເທດເປັນຕົ້ນແມ່ນກົມກອງລວມໝູ່ໄດ້ຮັບນາມມະຍົດວິລະຊົນ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ I ມີ 1 ກົມກອງ, ບຸກຄົນໄດ້ຮັບນາມມະຍົດວິລະຊົນແຫ່ງຊາດມີ 1 ສະຫາຍ, ນັກຮົບແຂ່ງຂັນ 5 ສະຫາຍ, ກົມກອງລວມໝູ່ ແລະ ບຸກຄົນໄດ້ຮັບຫຼຽນໄຊແຮງງານ, ຫຼຽນກາປະເພດຕ່າງໆ 3.434 ໜ່ວຍ, ໃບຍ້ອງຍໍປະເພດຕ່າງໆ 10.801 ໃບ. ໃນນີ້, ສະເພາະກອງພົນທີ 4 ໄດ້ຮັບນາມມະຍົດທຸງໄຊຊະນະເລີດ 1 ຜືນ, ທຸງໄຊ ອາດຫານ 1 ຜືນ, ຫຼຽນໄຊອິດ ສະຫຼະຊັ້ນ II 1 ໜ່ວຍ, ຊັ້ນ III 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 4 ໜ່ວຍ, ຊັ້ນ III 3 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ I 1 ໜ່ວຍ, ຊັ້ນ II 2 ໜ່ວຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນດັ່ງກ່າວ, ຍັງໄດ້ມອບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ກົມກອງລວມໝູ່ 9 ກົມກອງ, ຊັ້ນ III 48 ກົມກອງ, ໃບຍ້ອງຍໍ ກະຊວງປ້ອງກັນປະເທດ 23 ກົມກອງ, ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 14 ກົມກອງ ໂດຍການຂຶ້ນປະດັບຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຕາມລໍາດັບ. ຈາກນັ້ນ, ພິທີໄດ້ຮັບຊົມການສະແດງ ເດີນຂະບວນສວນສະໜາມຈາກກ້ອນກໍາລັງຂອງບັນດາກົມກອງ ໃນທົ່ວກອງພົນທີ 4, ຮັບຊົມ ການໂດດຈ້ອງຈາກກອງພັນໃຫຍ່ 703, ຮັບຊົມການສະແດງສິລະປະ-ວັນນະຄະດີ ຈາກສິລະປະສະໝັກຫຼິ້ນ ແລະ ຮັບຊົມການສະແດງຫັດກາຍມວຍຕີພິເສດ, ມວຍສືບຂ່າວຂອງພະນັກງານ-ນັກຮົບ ກອງພົນທີ 4 ຢ່າງຄຶກຄື້ນ.

(ຂ່າວ-ພາບ: ສະຫວັນ)

ອິນໂດເນເຊຍ ເປີດນຳໃຊ້ລະບົບໜັງສືຜ່ານແດນ ເອເລັກໂຕຣນິກ ຢູ່ສະໜາມບິນ

0

ຂ່າວສານຫວຽດນາມລາຍງານວ່າ: ກະຊວງກົດໝາຍ ແລະ ສິດທິມະນຸດ ຂອງອິນໂດເນເຊຍ ໄດ້ເປີດນຳໃຊ້ລະບົບໜັງສືຜ່ານແດນເຂົ້າເມືອງເອເລັກໂຕຣນິກ ຢູ່ ສະໜາມບິນ (e-VoA) ໃນເວັບໄຊ molina.imigrasi.go.id ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ.

ຂ່າວລະບຸວ່າ: ໃນຖະແຫຼງການ ວັນທີ 10 ພະຈິກ ຜ່ານມາ, ທ່ານ ວີໂດໂດ ເອຄາຈາຢານາ ຮັກສາການຫົວໜ້າກົມກວດຄົນເຂົ້າເມືອງ, ກະຊວງກົດໝາຍ ແລະ ສິດທິມະນຸດ ອິນໂດເນເຊຍ ໃຫ້ຮູ້ວ່າ: ອີ-ວີໂວເອ (e-VoA) ແມ່ນນະວັດຕະກຳຂອງກົມກວດຄົນເຂົ້າເມືອງ ແລະ ນະໂຍບາຍທີ່ນຳມາສູ່ຍຸດທະສາດ. ການປະຕິບັດນະໂຍບາຍໃໝ່ນີ້ ຄາດວ່າຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມພະຍາຍາມໃນການດຶງດູດນັກທ່ອງທ່ຽວ ແລະ ນັກທຸລະກິດຕ່າງປະເທດ ເຂົ້າມາສູ່ອິນໂດເນເຊຍ. ຄວາມສະດວກໃນການໃຊ້ງານ ແລະ ຄວາມໄວຂອງລະບົບບໍລິການຄົນເຂົ້າເມືອງ e-VoA ຈະເພີ່ມຄວາມຕື່ນເຕັ້ນຂອງນັກທ່ອງທ່ຽວຕ່າງປະເທດເມື່ອເດີນທາງເຂົ້າມາຢ້ຽມຢາມ ອິນໂດເນເຊຍ ແລະ ຈະສົ່ງຜົນທາງບວກແກ່ເສດຖະກິດຂອງປະເທດອາຊີຕາເວັນອອກສ່ຽງໃຕ້.

ກົມໃຫຍ່ຄົນເຂົ້າເມືອງ ອິນໂດເນເຊຍ ໄດ້ທົດລອງນຳໃຊ້ແອັບພລິເຄຊັນ e-VoA ແຕ່ວັນທີ 4-9 ພະຈິກ ຜ່ານມາ ໃຫ້ແກ່ບັນດານັກທ່ອງທ່ຽວທີ່ເດີນທາງເຂົ້າ ອິນໂດເນເຊຍ ຜ່ານສະໜາມບິນສາກົນ ຊູກຣາໂນ-ຮັດຕາ ຢູ່ນອກນະຄອນຫຼວງຈາກາຕາ, ກ່ອນຈະນຳໃຊ້ບໍລິການດັ່ງກ່າວໃນທົ່ວປະເທດ.

ສະພາແຫ່ງຊາດ ຫວຽດນາມ ຄາດໝາຍການເຕີບໂຕ GDP ປີ 2023

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສືບຕໍ່ວາລະເຮັດວຽກຂອງກອງປະຊຸມສະໄໝສາມັນ ເທື່ອທີ 4, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 10 ພະຈິກ ຜ່ານມາ ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ – ສັງຄົມ ປີ 2023 ດ້ວຍຄວາມເຫັນດີເຫັນພ້ອມສູງ 93,37%.

ຂ່າວລະບຸວ່າ: ມະຕິວ່າດ້ວຍແຜນການພັດທະນາເສດຖະກິດ – ສັງຄົມ ປີ 2023 ໄດ້ວາງອອກ 15 ຄາດໝາຍ. ໃນນັ້ນ, ລະດັບຄວາມໄວໃນການເຕີບໂຕ GDP ປະມານ 6,5%; GDP ສະເລ່ຍຕໍ່ຫົວຄົນບັນລຸປະມານ 4.400 ໂດລາ; ລະດັບການເພີ່ມດັດຊະນີລາຄາຜູ້ບໍລິໂພກ (CPI) ສະເລ່ຍປະມານ 4,5%; ອັດຕາຄອບຄົວທຸກຍາກ (ຕາມມາດຕະຖານທຸກຍາກຫຼາຍດ້ານ) ຫຼຸດລົງປະມານ 1 – 1,5%.

ເພື່ອບັນລຸໄດ້ບັນດາຄາດໝາຍດັ່ງກ່າວ, ສະພາແຫ່ງຊາດຫວຽດນາມ ໄດ້ວາງອອກ 10 ໝວດໜ້າທີ່, ມາດຕະການຕົ້ນຕໍ. ສິ່ງທີ່ໜ້າສົນໃຈແມ່ນ ສະພາແຫ່ງຊາດຫວຽດນາມ ຮຽກຮ້ອງໃຫ້ສືບຕໍ່ປະຕິບັດບັນດາມາດຕະການຄຸ້ມຄອງ, ບໍລິຫານຢ່າງເຄັ່ງຄັດການດັດປັບລາຄາສິນຄ້າສຳຄັນ, ການບໍລິການໂດຍລັດກຳນົດລາຄາ, ເປັນຕົ້ນແມ່ນຄ່າໄຟຟ້າ, ນ້ຳມັນ, ສິນຄ້າ, ການບໍລິການທີ່ສຳຄັນ ແລະ ຈຳເປັນອື່ນໆ ປະກອບສ່ວນສົ່ງເສີມການຜະລິດດຳເນີນທຸລະກິດ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວບຄຸມໄພເງິນເຟີ້.

ທ່ານ ບຸນທອງ ຈິດມະນີ ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບົວລະພາ

0

ວັນທີ 10 ພະຈິກ ນີ້, ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວ ແລະ ເຮັດວຽກຢູ່ເມືອງບົວລະພາ ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະການນຳຂອງແຂວງ, ພະແນກການ, ຄະນະພັກ-ອຳນາດການປົກຄອງເມືອງ, ຕະຫຼອດຮອດພະນັກງານ ທະຫານ-ຕໍາຫຼວດ, ນັກຮຽນ ແລະ ປະຊາຊົນ ເມືອງບົວລະພາ ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ບຸນກວ້າງ ແກ້ວບຸນຍົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ບົວລະພາ ໄດ້ລາຍງານສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃຫ້ທ່ານຮອງປະທານປະເທດພ້ອມດ້ວຍຄະນະໄດ້ຮັບຊາບ, ເມືອງບົວລະພາ ເປັນເມືອງໜຶ່ງໃນ 10 ເມືອງຂອງແຂວງຄຳມ່ວນ ປະກອບ ມີ 73 ບ້ານ, ມີ 11 ກຸ່ມບ້ານ, ມີ 6.479 ຄອບຄົວ, ພົນລະເມືອງ 36.527 ກວ່າຄົນ, ມີ 6 ຈຸດສຸມພັດທະນາ ເປັນເມືອງທີ່ຫ່າງໄກສອກຫຼີກ ເນື່ອງຈາກລະບົບຄົມມະນາຄົມ ຍັງມີຂໍ້ຈໍາກັດຫຼາຍ, ປັດຈຸບັນຍັງມີ ບ້ານທຸກ 49 ບ້ານຕາມການປະເມີນ ດຳລັດ 348/ລບ, ມີຄອບຄົວທຸກຍາກ 2.311 ຄອບຄົວ. ປະຊາຊົນ ປະມານ 90% ຍັງດໍາລົງຊີວິດຕິດພັນກັບກະສິກໍາ, ການຜະລິດຍັງອີງໃສ່ທໍາມະຊາດ, ລະບົບຊົນລະປະທານມີຈໍາກັດ, ເນື້ອທີ່ທຳການຜະລິດສ່ວນຫຼາຍໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຍັງກວມເອົາພື້ນທີ່ 80% ໃນທົ່ວເມືອງ, ດ້ານລາຍຮັບງົບປະມານສາມາດປະຕິບັດໄດ້ທັງໝົດ 1.320 ລ້ານກວ່າກີບ ເທົ່າກັບ 66% ຂອງແຜນປີ, ດ້ານລາຍຈ່າຍງົບປະມານ ເທົ່າກັບ 13.667 ລ້ານກວ່າກີບ ເທົ່າກັບ 91% ຂອງແຜນປີ. ປັດຈຸບັນທົ່ວເມືອງມີໂຄງການລົງທຶນ ທັງໝົດ 45 ໂຄງ ການ, ມີມູນຄ່າອະນຸມັດປີ 2022 ມີ 21,78 ຕື້ກີບ, ໃນນັ້ນມີໂຄງການສືບຕໍ່ 22 ໂຄງການ ມູນຄ່າ 9 ຕື້ກວ່າກີບ, ໂຄງການຊຳລະໜີ້ສິນ 22 ໂຄງການ ມູນຄ່າ 11 ຕື້ກວ່າກີບ, ໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 1,5 ຕື້ກີບ. ຄຽງຄູ່ກັນນັ້ນ ດ້ານວຽກງານພັກ – ພະນັກງານ, ວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ວຽກງານອົງການຈັດຕັ້ງມະຫາຊົນກໍໄດ້ຮັບການເອົາໃຈໃສ່ພັດທະນາເປັນກ້າວໆມາ.

ໃນໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ຍັງໄດ້ໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວທີ່ທາງເມືອງຍາດມາໄດ້ ພ້ອມທັງເນັ້ນໜັກຕໍ່ຄະນະພັກອໍານາດການປົກຄອງເມືອງໃນຫຼາຍບັນຫາໂດຍສະເພາະແມ່ນ ສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ, ທະຫານ, ຕຳຫຼວດ, ພໍ່ແມ່ປະຊາຊົນພາຍໃນເມືອງໃຫ້ມີຄວາມເຊື່ອມຊຶມຕໍ່ແນວທາງຂອງພັກ, ຂອງລັດ, ກໍຄືຂອງແຂວງ, ເມືອງ, ສຶກສາອົບຮົມປະຊາຊົນໃຫ້ຮັບຮູ້, ເຂົ້າໃຈ ແລະ ມີສະຕິຕໍ່ສະພາບບັນຫາທີ່ເກີດຂຶ້ນໃນສັງຄົມ, ເປັນຕົ້ນບັນຫາອັດຕາເງິນເຟີ້, ບັນຫານໍ້າມັນ ແລະ ອື່ນໆ. ກ່ຽວກັບວຽກງານພັດທະນາເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ສືບຕໍ່ນຳໃຊ້ທ່າແຮງທີ່ມີຂອງເມືອງ, ເສີມຂະຫຍາຍທ່າແຮງດ້ານການປູກ, ການລ້ຽງ, ການບໍລິການ ແລະ ອາຊີບທີ່ຕິດພັນມູນເຊື້ອການທຳມາຫາກິນຂອງປະຊາຊົນພາຍໃນເມືອງ ແລະ ຈັດສັນໃຫ້ຖືກຕ້ອງ, ພ້ອມນັ້ນກໍຕ້ອງສືບຕໍ່ຊຸກຍູ້ແກ້ໄຂດ້ານການສຶກສາ ເພື່ອຫຼຸດຜ່ອນອັດຕາປະລະການຮຽນ ແລະ ຄວາມແຕກໂຕນກັນໃນການເຂົ້າຮຽນ ລະຫວ່າງເພດຍິງ ກັບເພດຊາຍ ເພື່ອໃຫ້ມີຄວາມສະເໝີພາບກັນ, ເອົາໃຈໃສ່ປັບປຸງລະບົບການເມືອງ, ການຈັດຕັ້ງຮາກຖານພັກໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ຄະນະພັກ, ຄະນະນຳ ໃຫ້ສືບຕໍ່ເພີ່ມທະວີການນຳພາໃນທຸກຂົງເຂດ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດ, ເພື່ອພ້ອມກັນພັດທະນາເມືອງບົວລະພາໃຫ້ດີຂຶ້ນໄປເລື້ອຍໆ.

ໂອກາດນີ້ ທ່ານ ບຸນທອງ ຈິດມະນີ ພ້ອມຄະນະ ຍັງໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຕະຫຼອງ ເຊິ່ງບ້ານດັ່ງກ່າວ ແມ່ນຊົນເຜົ່າຜູ້ໄທການດຳລົງຊີວິດຕິດພັນກັບທຳມະຊາດ, ມີມູນເຊື້ອດຸໜັ່ນຂະຫຍັນພຽນ, ຍຶດຖືອາຊີບປູກຝັງ – ລ້ຽງສັດ, ມີຄວາມສາມັກຄີເປັນປຶກແຜ່ນ ແລະ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງເຜົ່າໄດ້ເປັນຢ່າງດີ.

ໃນໂອກາດທີ່ທ່ານຮອງປະທານປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມຄັ້ງນີ້ຍັງໄດ້ນຳເອົາເສື້ອກັນໜາວ, ຜ້າຮົມ ແລະ ເງິນສົດຈຳນວນໜຶ່ງມາມອບໃຫ້ເມືອງບົວລະພາ ແລະ ບ້ານຕາຫຼອງອີກດ້ວຍ.

ຂ່າວ-ພາບ: ມະນີວັນ

ກອງປະຊຸມສຳມະນາຕີລາຄາ 2 ປີແຫ່ງການປະຕິບັດສັນຍາ EVFTA

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມສຳມະນາຕີລາຄາ 2 ປີ ແຫ່ງການປະຕິບັດສັນຍາການຄ້າເສລີ ຫວຽດນາມ – ສະຫະພາບເອີຣົບ (EVFTA) ຢູ່ ຫວຽດນາມ ແງ່ມູມຈາກວິສາຫະກິດ, ໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຂຶ້ນໃນວັນທີ 10 ພະຈິກ ຜ່ານມາ ຢູ່ຮ່າໂນ້ຍ.

ບົດລາຍງານຂອງ VCCI ໄດ້ສະແດງໃຫ້ເຫັນວ່າ: ສັນຍາ EVFTA ໄດ້ປະກອບສ່ວນສຳຄັນຊຸກຍູ້ໃນການພົວພັນທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໃຫ້ພັດທະນາດີຂຶ້ນພໍສົມຄວນ. ໄປຄຽງຄູ່ກັນນັ້ນ, ສັນຍາຍັງປະກອບສ່ວນເຂົ້າໃນການຊຸກຍູ້ການສົ່ງອອກຂອງຫວຽດນາມ ໄປສູ່ບັນດາຕະຫຼາດຄູ່ຮ່ວມມື, ພິເສດແມ່ນຄວາມຮັບຮູ້ຂອງວິສາຫະກິດ ຫວຽດນາມ ຕໍ່ ສັນຍາ EVFTA ນັບມື້ນັບເພີ່ມຂຶ້ນ. ທ່ານນາງ ຫງວຽນທິທູຈາງ ຜູ້ອຳນວຍການສູນອົງການການຄ້າ ສາກົນ (WTO) ແລະ ເຊື່ອມໂຍງ, VCCI ຕີລາຄາວ່າ: ຜົນປະໂຫຍດຊຶ່ງວິສາຫະກິດໄດ້ຊົມໃຊ້ ຈາກສັນຍາ EVFTA ແມ່ນຜົນປະໂຫຍດທາງດ້ານພາສີອາກອນໃຫ້ແກ່ສິນຄ້າສົ່ງອອກ-ນຳເຂົ້າ ແມ່ນກຸ່ມຜົນປະໂຫຍດໃຫຍ່ທີ່ສຸດ. ບັນດາວິສາຫະກິດຍັງໄດ້ຕີລາຄາສູງຕໍ່ບັນດາຜົນປະໂຫຍດຕ່າງໆຈາກສັນຍາ EVFTA ຊຶ່ງໄດ້ເຮັດໃຫ້ວິສາຫະກິດ ຫວຽດນາມ ມີກາລະໂອກາດໃນການພົວພັນຮ່ວມມືກັບ ສະຫະພາບ ເອີຣົບຫຼາຍຂຶ້ນກວ່າເກົ່າ ແລະ ຈຳນວນໃບສັ່ງຊື້ສິນຄ້າທີ່ເພີ່ມສູງຂຶ້ນ ພາຍຫຼັງສັນຍາສະບັບນີ້ໄດ້ຮັບການລົງນາມ.

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

0

ໃນວັນທີ 09 ພະຈິກ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານ ການພັດທະນາເສດ ຖະກິດ-ສັງຄົມ ແຂວງເຊກອງ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.

ໃນໂອກາດນີ້, ທ່ານ ເຈົ້າແຂວງໆເຊກອງ ໄດ້ລາຍງານໃຫ້ຊາບ ກ່ຽວກັບແຜນວຽກຈຸດສຸມປີ 2023 ແລະ ຄາດໝາຍດ້ານເສດຖະກິດມະຫາພາກຂອງແຂວງ ໂດຍຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະ ພັນພາຍໃນ (GDP) ເພີີ່ມຂື້ນໃນລະດັບ 5% ຂຶ້ນໄປ, ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ເພີີ່ມຂຶ້ນ 5,2% ກວມເອົາ 54,4%, ຂະ ແໜງອຸດສະຫະກຳ ເພີີ່ມຂຶ້ນ 3.0% ກວມເອົາ 28,7%, ຂະແໜງບໍລິ ການ ເພີີ່ມຂຶ້ນ 3,5 % ກວມເອົາ 16,7% ຂອງ (GDP); ຄວາມຕ້ອງການທຶນລວມ ເພືີ່ອຮັບປະກັນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດ ໃນປີ 2023 ມີປະມານ 760 ຕື້ກີບ ກວມເອົາ 33% ຂອງ GDP, ໃນນັ້ນ: ການລົງທຶນຈາກງົບປະມານລັດ 76 ຕື້ກີບ, ກວມເອົາ 10%; ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 114 ຕື້ກີບ ກວມເອົາ 15%; ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 570 ຕື້ກີບ ກວມເອົາ 75% ຂອງຄວາມຕ້ອງການທຶນທັງໝົດ.

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳບາງບັນຫາ ເພື່ອໃຫ້ການນຳຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດເປັນຕົ້ນ ໃຫ້ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນໍາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ພະນັກງານ-ລັດຖະກອນ ຢູ່ແຕ່ລະຂະແໜງການໃຫ້ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໂດຍຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ; ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ໃຫ້ຂາດໂຕ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 02 ວາລະແຫ່ງຊາດ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍຢຶດໝັ້ນຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງລັດ ດ້ວຍລະບຽບກົດໝາຍ, ທັງຮັບປະກັນຕາມຫຼັກການຕົ້ນຕໍຄື: ເດັດຂາດ, ໂປ່ງໃສ ແລະ ມືອາຊີບ ໂດຍນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະເຖຍລະພາບໂດຍພື້ນຖານ; ສືບຕໍ່ການສ້າງສະພາບແວດລ້ອມໃນການດຳເນີນທຸລະກິດເພື່ອດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍສະເພາະແມ່ນ ການຄັດເລືອກໃຫ້ໄດ້ນັກລົງທຶນທີ່ມີຄຸນນະພາບທີ່ແທ້ຈິງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ, ການປູກຝັງ ແລະ ລ້ຽງສັດ ທີ່ເປັນທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສະໜອງສະບຽງອາຫານຢູ່ພາຍໃນ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ; ສືບຕໍ່ພັດທະນາດ້ານການທ່ອງ ທ່ຽວ ແລະ ການບໍລິການໃຫ້ມີຄຸນນະພາບດີຂຶ້ນ ແລະ ຍືນຍົງ, ຮັກສາມູນເຊື້ອວັດທະນະທໍາອັນເປັນເອກະລັກຂອງຊາດ ກໍຄືຂອງແຂວງ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້້າມາທ່ອງທ່ຽວພາຍໃນແຂວງນັບມື້ນັບຫຼາຍຂຶ້ນ; ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ໃຫ້ໄດ້ຮັບຜົນດີ; ໃຫ້ຄະນະພັກ, ຄະນະນໍາ ຂອງແຂວງ ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການຊີ້ນໍາ-ນໍາພາ ອົງການປົກຄອງເມືອງ, ບ້ານ ແລະ ໜ່ວຍງານກ່ຽວຂ້ອງ ເປັນເຈົ້າການຍົກສູງສະຕິລະວັງຕົວ, ຕ້ານປະກົດການທີ່ບໍ່ຖືກຕ້ອງ, ມີສະຕິຕໍ່ອິດທິກຳລັງປໍລະປັກທີ່ບໍ່ຫວັງດີຕໍ່ພັກ-ລັດ, ກຳໃຫ້ໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ. ພ້ອມທັງເສີມຂະຫຍາຍມູນເຊື້ອປະຕິວັດ, ຄວາມຮັກຊາດ, ຄວາມພິລະອາດຫານ, ຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວໃນການປະຕິບັດແນວທາງນະໂຍບາຍຂອງພັກ; ຂຸດຄົ້ນ ແລະ, ນໍາໃຊ້ທ່າແຮງ, ຄວາມສາມາດບົ່ມຊ້ອນດ້ານທີ່ຕັ້ງ ເພື່ອພັດທະ ນາ ແລະ ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນແຂວງເຊກອງ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາອົງກອນຂອງອາຊຽນ

0

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ ໂຮງແຮມ Phnom Penh. ພາຍໃນການພົບປະ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆຂອງສອງລັດຖະບານໃນໄລ ຍະທີ່ຜ່ານມາ, ເຊິ່ງເຫັນວ່າໄດ້ຮັບການຈັດ ຕັ້ງປະຕິບັດໃຫ້ສໍາເລັດແລ້ວຫຼາຍໂຄງ ການ ໃນທ່າມກາງບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ກໍາລັງສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2022 ນີ້. ພ້ອມນັ້ນ, ສອງຝ່າຍ ກໍ່ໄດ້ປຶກສາຫາລືຢ່າງກົງໄປກົງມາ ກ່ຽວກັບ ທິດທາງການຮ່ວມມືສອງຝ່າຍໃນຕໍ່ໜ້າ ເພື່ອສືບຕໍ່ຊຸກຍູ້ບາງໂຄງການທີ່ຍັງຄົງຄ້າງໃຫ້ສໍາເລັດໂດຍໄວ ໂດຍສະເພາະແມ່ນການຮ່ວມມືທາງດ້ານພະລັງງານນໍ້າມັນເຊື້ອໄຟ, ໂຄງການທ່າເຮືອຫວຸງອ່າງ, ໂຄງ ການບໍ່ເກືອກາລີ ຢູ່ ແຂວງຄໍາມ່ວນ, ໂຄງ ການສະໜາມບິນໜອງຄ້າງ ແລະ ອື່ນໆ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະການຮ່ວມມືສອງລັດຖະ ບານ ຄັ້ງທີ 45 ກໍ່ຄື ການຢ້ຽມຢາມທາງ ການ ແລະ ປິດປີສາມັກຄີມິດຕະພາບ 2022 ຢູ່ ສປປ ລາວ ຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ຈະມີຂຶ້ນໃນທ້າຍເດືອນທັນວາ 2022 ນີ້. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບ ໃຈຕໍ່ ລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນດ້ານຕ່າງໆຕະຫຼອດມາ, ເຊິ່ງເປັນການປະ ກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນພິເສດຂອງສອງຊາດ ລາວ- ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍບັນດາປະມຸກລັດ/ຫົວໜ້າລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ໄດ້ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາໂມນີ, ພະມະຫາ ກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10-13 ພະຈິກ 2022 ທີ່ ພະນົມ ເປັນ, ຣາຊະອານາຈັກກໍາປູເຈຍ.

ໃນຕອນບ່າຍ, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະ ຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບຜູ້ຕາງໜ້າຊາວໜຸ່ມອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ.

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ຜູ້ຕາງໜ້າສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ຜູ້ນໍາອາຊຽນ ໄດ້ສະແດງຄວາມຊົມເຊີຍຕໍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນຂະ ບວນການສ້າງປະຊາຄົມອາຊຽນ ພ້ອມທັງສະເໜີໃຫ້ ສະມັດຊາລັດຖະສະພາ ລະ ຫວ່າງຊາດອາຊຽນ ເອົາໃຈໃສ່ຊຸກຍູ້ການມີສ່ວນຮ່ວມຂອງປະຊາຊົນໃຫ້ຫຼາຍຂຶ້ນ ແນໃສ່ເຮັດໃຫ້ປະຊາຊົນໄດ້ຮັບຜົນປະ ໂຫຍດຢ່າງແທ້ຈິງຈາກຂະບວນການສ້າງປະຊາຄົມອາຊຽນ ກໍຄືຄວາມພະຍາຍາມໃນການຟື້ນຟູເສດຖະກິດ-ສັງຄົມ ໃນທ່າມກາງສະພາບເສດຖະກິດໂລກມີຄວາມຫຍຸ້ງຍາກ, ອັດຕາເງິນເຟີ້ສູງ ແລະ ຄ່າຄອງຊີບທີ່ສູງຂຶ້ນໃນປັດຈຸບັນ.

ໃນການພົບປະກັບຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ຢໍ້າຄືນບົດບາດສໍາຄັນຂອງຊາວຫນຸ່ມທີ່ຈະເປັນຜູ້ສືບທອດທີ່ເຂັ້ມແຂງໃນອະນາຄົດ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການພັດທະນາເສດຖະ ກິດ-ສັງຄົມ. ສະນັ້ນ, ຊາວໜຸ່ມຈະຕ້ອງໄດ້ເພີ່ມທະວີພັດທະນາຂີດຄວາມສາມາດຂອງຕົນຢ່າງຮອບດ້ານ, ມີລະບົບ, ແບບ ແຜນ ແລະ ມີເປົ້າໝາຍແນ່ນອນ ໂດຍສະເພາະ ໃນການໝູນໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍໃນຕໍ່ໜ້າ.

ສໍາລັບການພົບປະກັບສະພາທີ່ປຶກສາທຸລະກິດອາຊຽນ, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການປະຕິບັດວຽກງານຂອງສະພາທີ່ປຶກສາທຸລະກິດອາຊຽນ ກໍຄື ການປະກອບສ່ວນອັນໃຫຍ່ຫຼວງຂອງພາກທຸລະກິດໃນການແກ້ໄຂ ແລະ ຊ່ວຍຟື້ນຟູເສດຖະກິດ- ສັງຄົມ ຈາກຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຊຸກຍູ້ໃຫ້ພາກທຸລະກິດ ສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມໃນຂົງເຂດການຫັນເປັນດີຈີຕອນ, ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມຈອດດ້ານຕ່ອງໂສ້ການສະໜອງ ແລະ ການສ້າງວຽກເຮັດງານທໍາໃນຂົງເຂດຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ແນໃສ່ສ້າງເສດຖະກິດຂອງພາກພື້ນໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ.

ສະພາບອາກາດ ປະຈໍາວັນທີ 10 ພະຈິກ 2022

0

ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ທົ່ວໄປໃນຕອນ ກາງຄືນ ຫາ ຕອນເຊົ້າຢູ່ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວ ໄປ ແລະ ອາກາດຍັງຈະໜາວເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 10/11/2022 ເຖິງເວລາ 7:00 ໂມງວັນທີ 11/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 09-26 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມໃນຕອນເຊົ້າ ຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 11-32 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມ ພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຍັງຈະເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 08-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-35 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 11-27 ອົງສາ.

0

ເປີດປ້າຍສວນອະນຸລັກຊີວະນາໆພັນ

ຢາພື້ນເມືອງ ບ້ານຜາລຽບ ເມືອງປາກລາຍ

ຂປລ. ແຫລ່ງຂ່າວຈາກ ເມືອງປາກລາຍ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມືອງປາກລາຍ ຈັດພິທີເປີດປ້າຍສວນອານຸລັກຊີວະນາໆພັນຢາພື້ນເມືອງ ບ້ານຜາລຽບ ຈັດຂຶ້ນໃນວັນທີ 8 ພະຈິກ ຜ່ານມາ ໂດຍມີ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວ ກະຊວງສາທາລະນະສຸກ, ທ່ານ ບຸນພະລັງ ວິໄລສັກຮອງເຈົ້າເມືອງປາກລາຍ, ທ່ານ ລາດສະວົງ ລັດສະໝີ ຮອງຫົວໜ້າພະແນກສາທາລະນະສຸກ, ມີອົງການປົກຄອງບ້ານອ້ອມຂ້າງ, ອົງການປົກຄອງບ້ານຜາລຽບພ້ອມດ້ວຍ ປະຊາຊົນບ້ານດັ່ງກ່າວ ເຂົ້າຮວ່ມ.

ໃນພິທີ ທ່ານ ສີສຸພັນ ຈັນສະຫວັດ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ໃຫ້ຮູ້ວ່າ: ສວນດັ່ງກ່າວ ຕັ້ງຢູ່ບ້ານຜາລຽບ ເມືອງປາກລາຍ ຫາງຈາກເທດສະບານເມືອງໄປທາງທິດຕາເວັນອອກສຽ່ງເໜືອປະມານ 68 ກິໄລແມັດ ມີເນື້ອທີ່ 38,15 ແຮັກຕາ, ຜ່ານການລົງສໍາຫລວດມາແຕ່ປີ 2019 ເຂດດັ່ງກ່າວເຫັນວ່າມີຄວາມອຸດົມສົມບູນໄປດ້ວຍພູຜາ, ມີປ່າໄມ້ໃຫຍ່ທີ່ຂຽວງາມ, ມີນໍ້າຫ້ວຍທີ່ໄຫລຕາມຮ່ອມພູຕະຫລອດປີ ໂດຍສະເພາະແມ່ນຫ້ວຍເຫລັກ ແລະ ເປັນເຂດທີ່ອຸດົມສົມບູນໄປດ້ວຍພືດພັນທີ່ເປັນຢາພື້ນເມືອງນາໆຊະນິດຫລາຍກວ່າ 253 ລາຍການ. ຈາກນັ້ນ, ກໍໄດ້ມີຄວາມເປັນເອກະພາບກັນກໍານົດເອົາເຂດດັ່ງກາວ ເປັນສວນອະນຸລັກຊີວະນາໆພັນຢາພື້ນເມືອງ, ພ້ອມທັງສ້າງປ້າຍບອກສວນ, ຂໍ້ຫ້າມ ແລະ ລະບຽບການຕ່າງໆ.

ໂອກາດດັ່ງກ່າວ, ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດການຢາພື້ນເມືອງລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ຊຸກຍູ້ສົ່ງເສີມການສ້າງສວນອະນຸ ລັກດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບ້ານຜາລຽບ ແລະ ບ້ານໃຫຍ່ພັດທະນາເມືອງປາທີ່ຢູ່ໃນເຂດອະນຸລັກ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ມີສວ່ນຮ່ວມໃນການອະນຸ ລັກຊັບພະຍາກອນທໍາມະຊາດທີ່ເປັນຢາ ໃຫ້ຢືນຍົງຕະຫລອດໄປ, ການສ້າງສວນອະນຸລັກຊີວະນາໆພັນທີ່ເປັນຢາໃນຄັ້ງນີ້, ບໍ່ພຽງແຕ່ເປັນການອະນຸລັກ ຊັບພະຍາກອນທີ່ເປັນຢາເທົ່ານັ້ນ ແຕ່ຍັງເປັນການປົກປັກຮັກສາສິ່ງແວດລ້ອມທີ່ດີ ແລະ ສາມາດພັດທະນາຕິດພັນກັບການທ່ອງທ່ຽວທໍາມະຊາດ ແລະ ຍັງເປັນບ່ອນສຶກສາຄົ້ນຄົ້ວຢາພື້ນເມືອງ ເຂົ້າໃນການປິ່ນປົ່ວຄົນເຈັບ ໃຫ້ເຊັ່ນລູກເຊັ່ນຫລານ ໃນອະນາຄົດຕື່ມອີກ.

ຂ່າວ: ກ່າ ຄຸດທະວົງສັກ

ສໍາມະນາ “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ”

0

ສະພາທິດສະດີສູນກາງພັກ ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້ “ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ” ໃນວັນທີ 10 ພະ ຈິກ 2022 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິ ການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໂດຍມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນ ດາສະຫາຍຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ ແລະ ຄະນະຮັບຜິດ ຊອບໂຄງການ ເຂົ້າຮ່ວມ.

ໂຄງການຄົ້ນຄວ້າ ພາຍໃຕ້ຫົວຂໍ້: “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ” ເປັນໜຶ່ງໃນ 9 ໂຄງການຄົ້ນຄວ້າລະດັບຊາດຂອງພັກເຮົາ ທີ່ສະພາວິທະຍາ ສາດສັງຄົມແຫ່ງຊາດ ເມື່ອກ່ອນວາງອອກ ແລະ ສະພາທິດສະດີສູນກາງພັກ ໃນປັດຈຸບັນ.

ຜ່ານການດຳເນີນງານຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດຊອບຂອງ ຄະນະໂຄງການ “ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ ສປປ ລາວ” ໄດ້ສຳເລັດຂັ້ນພື້ນຖານ, ສະນັ້ນ, ສະພາທິດສະດີສູນກາງພັກ ຈຶ່ງຈັດສໍາມະນາວິທະຍາສາດນີ້ຂຶ້ນ ແລະ ເຊີນບັນດາທ່ານທີ່ມີຄວາມຊ່ຽວຊານດ້ານເສດຖະກິດ ເພື່ອພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ກັບເນື້ອໃນຂອງບົດຄົ້ນຄວ້ານີ້, ແນໃສ່ເຮັດໃຫ້ບົດຄົ້ນຄວ້າດັ່ງກ່າວນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ, ໃຫ້ສົມກັບວ່າເປັນບົດຄົ້ນຄວ້າ“ການຫັນເປັນອຸດສາຫະກຳ ແລະ ທັນສະໄໜຢູ່ ສປປ ລາວ” ສະບັບທໍາອິດຂອງ ສປປ ລາວ.

ບົດຄົ້ນຄວ້າສະບັບນີ້, ແມ່ນທົບທວນຄືນຄວາມຮັບຮູ້ດ້ານທິດສະດີ ແລະ ພຶດຕິກໍາຂອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ທົບທວນຂະບວນວິວັດ ແລະ ຕີລາຄາການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃນໄລຍະຜ່ານມາ(1976-2021)ຂອງ ສປປ ລາວ; ຂໍ້ສະເໜີແນະທາງດ້ານວິໄສທັດ ແລະ ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຮອດປີ 2030 ເພື່ອຫັນປ່ຽນຮອບດ້ານຮູບແບບການຜະລິດ, ການບໍລິການ, ການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ແບບແຜນການດຳລົງຊີວິດ, ບົດຄົ້ນຄວ້ານີ້ໄດ້ອີງ ໃສ່ວິໄສທັດຮອດ 2030 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ X ໃນປີ 2016 ໂດຍຕິດພັນກັບມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ແລະ ໄດ້ສະເໜີວິໄສທັດຂອງການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຄື: ຮອດປີ 2030, ສປປ ລາວ ກາຍເປັນປະເທດທີ່ມີລາຍຮັບໃນລະດັບປານກາງສູງ, ມີພື້ນຖານເສດຖະກິດທີ່ໜັກແໜ້ນບໍ່ຕົກໃນແຮ້ວຂອງປະເທດທີ່ມີລາຍຮັບປານກາງ ແລະ ຫັນເປັນປະເທດເສດຖະກິດພູມປັນຍາຢ່າງຕັ້ງໜ້າ ໂດຍມີການນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ແຮງງານມີສີມືເປັນກຳລັງແຮງ ແລະ ພາຫະນະບຸກທະລຸທີ່ມີປະສິດທິຜົນສູງໃນການຊຸກຍູ້ ແລະ ຂັບເຄື່ອນການຜະລິດ ຂອງທຸກຂະແໜງ ການ; ມີພື້ນຖານການຜະລິດ ການບໍລິການທີ່ໜັກແໜ້ນມີປະສິດທິພາບ ແລະ ປະສິດທິຜົນສູງ, ສາມາດເຊື່ອມຈອດກັບເຄືອຂ່າຍການຜະລິດ ແລະ ການບໍລິການຂອງພາກພື້ນ ແລະ ສາກົນໄດ້; ມີຮູບການບໍລິການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ທັນສະໄໝເຊື່ອມໂຍງກັບແລວທາງການຂົນສົ່ງຂອງພາກພື້ນ, ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝສາມາດນຳຜົນປະໂຫຍດ ແລະ ເຮັດໃຫ້ຄຸນນະພາບຊີວິດ ແລະ ສະພາບແວດລ້ອມການດໍາລົງຊີ ວິດຂອງປະຊາຊົນດີຂຶ້ນ”.

ຂ່າວ: ສະພາທິດສະດີສູນກາງພັກ

ພາບ: ແສງຈັນ