Monday, October 13, 2025
Home Blog Page 876

ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ ອະທິການບໍດີ ບໍລິຫານ ອົງການ UNIDO

0

ໃນຕອນເຊົ້າຂອງວັນທີ 8 ພະຈິກ 2022, ທີ່ຫ້ອງການຂອງອົງການສະຫະປະຊາ ຊາດ, ທີ່ນະຄອນຫຼວງວຽນ, ສາທາລະ ນະລັດ ໂອຕຣິດ, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ໂອຕຣິດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Ciyong Zou, ອະທິການບໍດີ ບໍລິຫານ ຂອງອົງການ ສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ (United Nation Industrial Development Organization).

ໃນໂອກາດດັ່ງກ່າວ, ທ່ານ Ciyong Zou ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງຕໍາແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ອົງການ UNIDO ແລະ ຢືນຢັນວ່າ ຈະໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ ຂອງ ທ່ານ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໃຫ້ມີຜົນສໍາເລັດ ໂດຍສະເພາະສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ UNIDO ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໂອກາດນີ້, ທ່ານ ຄອນເພັງ ທຳມະວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແລະ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນ ດ້ານຕ່າງໆຂອງອົງການຕໍ່ ສປປ ລາວ ຜ່ານມາ ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອທາງດ້ານວິຊາການ ແລະ ການປະກອບສ່ວນທີ່ສໍາຄັນຕໍ່ການຈັດຕັ້ງແຜນຍຸດທະສາດການພັດທະນາຕາມທິດຫັນເປັນອຸດສາຫະກໍາ ແລະ ຫັນເປັນທັນສະໄໝເທື່ອລະກ້າວຂອງລັດຖະບານ ສປປ ລາວ ແລະ ອື່ນໆ ຕະຫຼອດໄລຍະ 37 ປີ ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ການຮ່ວມມືອັນດີດັ່ງກ່າວ ຈະສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນໄປ ໃນຕໍ່ໜ້າ. ພ້ອມນີ້, ທ່ານຜູ້ຕາງໜ້າຖາວອນ ຍັງໄດ້ນໍາເອົາຄໍາອວຍພອນ ແລະ ຢື້ຢາມຖາມຂ່າວ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ Gerd Müller, ຜູ້ອຳນວຍການອົງການ UNIDO ພ້ອມດ້ວຍພະນັກງານຂອງອົງການດັ່ງກ່າວ.

ປະທານອົງການກາແດງແຫ່ງຊາດລາວເຂົ້າຮ່ວມປະຊຸມສາກົນສຸຂະພາບໜຶ່ງດຽວຄັ້ງທີ່ 7 ທີ່ປເທດສິງກາໂ່ປ

0

ໃນລະຫວ່າງວັນທີ 7 ຫາ 11 ພະຈິກຜ່ານມານີ້ ທານ ສາດສະດາຈານ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວໄດ້ເຂົ້າຮ່ວມກອງປະຊຸມສາກົນສຸຂະພາບໜຶ່ງດຽວຄັ້ທີ 7 ຈັດຂຶ້ນທີ່ປະເທດສິງກະໂປເຊິ່ງມີຄະນະນຳຂອງກະຊວງສາທາລະນະສຸກ,ກະສີກຳ,ສິງແວດລ້ອມ,ອົງການກາແດງແລຊິກວົງເດືອນແດງແຫ່ງຊາດ,ອົງການອະນະໄມໂລກ,ອົງການອາຫານໂລກ,ຜູ້ຊຽວຊານແລະນັກຄົ້ນຄວ້າແລະວິຊາການກ່ຽວກັບສຸຂະພາບໜຶ່ງເຂົ້າຮ່ວມຫລາຍກວ່າ 2000 ຄົນແລະຍັງມີຜູ້ແທນເຂົ້າຮ່ວມທາງອ່ອນລາຍອິກ 2000 ກວ່າຄົນໃນທົ່ວໂລກ.

ກອງປະຊຸມໄດ້ຮັບກຽດກ່າວເປີດພິທີໂດຍທ່ານປະທານປະເທດສິງກະໂປແລະຕິຕາມດ້ວຍການສະເໜີບົດຮຽນໃນການເຝົ້້າລະວັງ,ການຄົ້ນຫາແລະການຕອບໂຕ້,ການແຜ່ລະບາດຂອງພະຍາດຈາກສັດ,ຈາກສິ່ງແວດລ້ອມສູ່ຄົນໃນໄລຍະຜ່ານມານອກ

ຈາກນັ້ນ, ຍັງໄດ້ມອບລາງວັນໃຫ້ແກ່ນັກຄົ້ນຄວ້າທີ່ດີເດັ່ນເຊິ່ງແຕ່ລະປະເທດນຳມາສະເຫນີໃນກອງປະຊຸມໃນຄັ້ງນີ້ພ້ອມທັງໄດ້ກຳນົດເອົາແຜນປະຕິບັດງານໃນຕໍ່ໜ້າໄດ້ມີການຮ່ວມມືກັນຢ່າງແຂງແຮງຈາກຫຼາຍພາກສ່ນເພື່ອອະ ງນາຄົດຂອງໂລກທີ່ດີໃນການປ້ອງກັນ, ຄາດ ຄະເນ,ກວດພົບ,ຕອບໂຕ້ຕໍ່ໄພຂົ່ມຂູ່ສຸຂະ ພາບແລະການປັບປຸງສຸຂະພາບຂອງມວນມະນຸດ,ສັດ,ພຶດ,ສິ່ງແວດລ້ອມ.ໃນຖານະທີ່ໄດ້ປະກອບສ່ວນເຂົ້າໃນກາພັດທະນາແບບຍືນຍົງ.

ກອງປະຊຸມສາກົນສຸຂະພາບໜຶ່ງດຽວໄດ້ດຳເນີນມາແຕ່ປີ2O11ທີ່ປະເທດອົດສະຕາລີແລດຳເນີນຕິດຕໍ່ກັນມາທຸກ2ປີໂດຍພັດປ່ຽນໄປແຕ່ລະປະເທດຕາມຄວາມເໝາະສົມສະເພາະຄັ້ງທີ8ໃນ2ປີຕໍ່ໜ້າຄືປີ2024ຈະຈັດຂຶ້ນທີ່ປະເທດອາຟຣິກກາໃຕ້

ໃນໂອກາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະທານອົງການກາແດງແຫ່ງຊາດລາວຍັງໄດ້ພົບປະແລກປຽນບົດຮຽນໃນການຊ່ວຍເຫຼືອຊຸມຊົນເພື່ອປ້ອງການພະຍາດຈາກສັດລ້ຽງມາສູຄອບຄົວຂອງຊຸມຊົນກັບຜູ້ຕາງຫນ້າກາແດງປະເທດເຄນຢ້າແລະໄປຢ້ຽມຢາມສານເຝຶກອົບຮົມຂອງສະຖາບັນສຸຂະພາບສິງກະໂປ

ຜູ້ນຳຈີນ ເນັ້ນໃຫ້ຈີນ ແລະ ສະຫະລັດອາເມລິກາ ຮ່ວມກັນກຳນົດທິດທາງການພົວພັນໃຫ້ຖືກຕ້ອງ ແລະ ໝັ້ນຄົງ

0

ໃນຕອນບ່າຍວັນທີ 14 ພະຈິກ 2022, ທ່ານ ສີ ຈິ້ນຜິງ, ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ໂຈ ໄບເດັນ, ປະທານນາທິບໍດີສະຫະລັດອາເມຣິກາ ຢູ່ບາຫລີ, ປະເທດອິນ ໂດເນເຊຍ ໃນໂອກາດທີ່ທັງສອງທ່ານເດີນທາງໄປເຂົ້າ ຮ່ວມກອງກອງປະຊຸມສຸດຍອດອຸດສາຫະກຳການຄ້າກຸ່ມ 20 ປະເທດ ຫລື G20 ໃນລະຫວ່າງວັນທີ 14-17 ພະຈິກ 2022.

ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ: ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນຕົ້ນມາ ຈີນ ແລະ ສະຫະລັດອາ ເມລິກາ ໄດ້ຜ່ານຜ່າເຫດການສຳຄັນຕ່າງໆ ຫຼາຍກວ່າ 50 ປີ, ມີທັງສົມຫວັງ ແລະ ຜິດຫວັງ, ມີທັງປະສົບການ ແລະ ບົດຮຽນ, ເຊີ່ງປະຫວັດສາດດັ່ງກ່າວໄດ້ເປັນຕຳລາຮຽນທີ່ດີທີ່ສຸດ.

ຜູ້ນຳຈີນ ໄດ້ຮຽກຮ້ອງໃຫ້ສອງຝ່າຍຖືເອົາປະຫວັດສາດເປັນແວ່ນແຍງ ແລະ ເປັນໂຕນຳພາສູ່ອະນາຄົດ. ໃນຖານະທີ່ເປັນຜູ້ນຳຂອງສອງປະເທດໃຫຍ່, ຈີນ ແລະ ສະຫະລັດອາເມລິກາຕ້ອງສະແດງບົດບາດຜູ້ນຳ, ຟື້ນຟູ ແລະ ກຳນົດທິດທາງການພົວພັນທີ່ຖືກຕ້ອງ.

ປະທານປະເທດຈີນ ໄດ້ເນັ້ນໜັກວ່າ: ປັດຈຸບັນ ມີການປ່ຽນແປງເກີດຂຶ້ນແບບທີ່ບໍ່ເຄີຍມີມາກ່ອນ. ມະນຸດຊາດໄດ້ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີ, ໂລກໄດ້ມາເຖິງທາງແຍກ, ຈະໄປທາງໃດຕໍ່ຈາກນີ້?. ນີ້ບໍ່ພຽງແຕ່ເປັນຄຳຖາມສຳລັບສອງປະເທດ ແຕ່ຍັງເປັນຄຳຖາມສຳລັບທຸກປະ ເທດ.

ຜູ້ນຳຈີນກ່າວຕື່ມວ່າ: ໂລກຕ່າງຫວັງວ່າ ຈີນ ແລະ ສະ ຫະລັດອາເມລິກາ ຈະແກ້ໄຂບັນຫາສາຍພົວພັນຂອງທັງ ສອງປະເທດຢ່າງເໝາະສົມ ແລະ ທັງສອງປະເທດ ຄວນຮ່ວມມືກັບທຸກປະເທດ ເພື່ອນຳເອົາຄວາມຫວັງມາສູ່ສັນຕິ ພາບໂລກໃຫ້ຫຼາຍກວ່າເກົ່າ, ມາສູ່ຄວາມເຊື່ອໝັ້ນຕໍ່ສະຖຽນລະພາບຂອງໂລກທີດີກວ່າເກົ່າ ແລະ ຊຸກຍູ້ການພັດ ທະນາຮ່ວມກັນໃຫ້ດີກວ່າເກົ່າ.

ຜູ້ນຳຈີນ ຍັງສະແດງຄວາມພ້ອມຂອງຕົນທີ່ຈະປຶກສາຫາລືກັບຜູ້ນຳສະຫະລັດອາເມລິກາຕໍ່ກັບບັນຫາທີ່ສຳຄັນຕໍ່ສາຍພົວພັນຂອງທັງສອງປະເທດ ກໍຄື ບັນຫາສຳຄັນຂອງໂລກ ແລະ ພາກພື້້ນ, ພ້ອມຈະຮ່ວມມືກັບສະຫະລັດອາເມ ລິກາເພື່ອປັບປຸງສາຍພົວພັນຂອງທັງສອງປະເທດໃຫ້ກັບສູ່ເສັ້ນທາງແຫ່ງການຂະຫຍາຍໂຕທີ່ເຂັ້ມແຂງ ແລະ ມີສະຖຽນລະພາບ ເພື່ອຜົນປະໂຫຍດຂອງສອງປະເທດ ແລະ ຂອງໂລກ.

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທູດ ສ. ເກົາຫຼີ ຄົນໃຫມ່

0

ໃນຕອນບ່າຍຂອງວັນທີ 14 ພະຈິກ 2022, ທີ່ ຫໍສະພາແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດມີຖະທູດແຕ່ງຕັ້ງ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ໃນໂອກາດມາຍື່ນສານຕາຕັ້ງ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານປະທານປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກຽດໂອລົມຕໍ່ ທ່ານທູດ ຈອງ ຢອງ ຊູ (Jung Yung-soo) ໃນໂອກາດມາຍື່ນສານໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງ ຄວາມໄວ້ເນື້ອເຊື່ອໃຈຈາກ ລັດຖະບານ ກໍຄື ປະຊາຊົນ ສ. ເກົາຫຼີ ທີ່ໄດ້ມອບຫມາຍໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະ ສົບການຂອງທ່ານທູດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ລາວ ແລະ ສ. ເກົາຫຼີ ຈະໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນໃນອະ ນາຄົດ. ພ້ອມນີ້, ທ່ານປະທານປະເທດ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສອງປະເທດ ລາວ – ສ.ເກົາຫຼີ ໂດຍສະເພາະ ດ້ານການເມືອງ ເຫັນໄດ້ຈາກການພົບປະແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ເຖິງວ່າສະ ພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ສ້າງຄວາມຫຍຸ້ງຍາກກໍ່ຕາມ ແລະ ການຮ່ວມມືໃນຂົງເຂດຕ່າງໆ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາ ກອນມະນຸດ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຮ່ວມມືດ້ານສະພາ ແມ່ນສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພິເສດໃນປີ 2020 ຜ່ານມາ, ສອງປະເທດ ໄດ້ຮ່ວມກັນຈັດກິດຈະກໍາສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 25 ປີ (25/10/1995 – 25/10/2020).

ພ້ອມດຽວກັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງຫນ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ ບັນດາເຜົ່າ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການແກ່ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນການຊ່ວຍເຫຼືອ ເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສ.ເກົາຫຼີ, ໂດຍສະເພາະ ດ້ານການພັດທະນາພື້ນ ຖານໂຄງລ່າງ, ສາທາລະນະສຸກ, ສຶກສາ, ກະສິກຳ ແລະ ອື່ນໆ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ລວມທັງ ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ໂດຍໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ອຸປະກອນການແພດ ມູນຄ່າ 2,5 ລ້ານກວ່າໂດລາສະຫະລັດ.

ລັດຖະບານລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ສ.ເກົາຫລີ, ແມ່ຂອງ-ສ. ເກົາຫລີ ແລະ ການເປັນປະທານອາຊຽນຂອງສປປ ລາວ ໃນໄລຍະຜ່ານມາ ລວມທັງການກະກຽມເປັນປະທານ ໃນປີ 2024, ພ້ອມທັງຊົມເຊີຍການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ມີ 312 ໂຄງການ, ມູນຄ່າການລົງທຶນທັງໝົດ 758 ລ້ານກວ່າໂດລາສະຫະລັດ ເຊິ່ງໄດ້ຈັດຢູ່ອັນດັບຕົ້ນໆ ຂອງການລົງທຶນໂດຍກົງຈາກຕ່າງປະເທດໃນ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ.

ໃນໂອກາດດຽວກັນນີ້, ທ່ານ ປະທານປະເທດ ຍັງໄດ້ສົ່ງຄຳເຊື້ອເຊີນ ທ່ານ ປະທານາທິບໍດີ ສ.ເກົາຫລີ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ສະດວກ. ທ່ານ ເອກອັກຄະລັດຖະທູດ ສ. ເກົາຫຼີ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄໍາເວົ້າອັນຈົບງາມ ແລະ ການເຊື້ອເຊີນຂອງ ທ່ານປະທານປະເທດລາວ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ສປປ ລາວ ແລະ ສ.ເກົາຫລີ ໃຫ້ນັບມື້ໄດ້ຮັບໜາກຜົນຍິ່ງໆຂຶ້ນ ໃນຊຸມປີຕໍ່ໜ້າ.

ກົມການຂ່າວ, ກະຊວງການຕ່າງປະເທດ

ປິດຊຸດຝຶກອົບຮົມວຽກງານຊົນເຜົ່າ

0

ພິທີປິດຊຸດຝຶກອົບຮົມບຳລຸງຄວາມຮູ້ກ່ຽວກັບວຽກງານຊົນເຜົ່າ ໃຫ້ພະນັກງານແນວລາວສ້າງຊາດຂັ້ນສູນກາງ, ທ້ອງຖິ່ນ ແລະ ມອບໃບຢັ້ງຢືນ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ສຳນັກງານຄະນະກຳມະການຊົນເຜົ່າ ແຫ່ງ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ໃນວັນທີ 10 ພະຈິກ ຜ່ານມາ. ເປັນກຽດເຂົ້າຮ່ວມມີ ທ່ານ ເລ ເຊິນ ຮາຍ ກຳມະການຄະນະພັກ ຮອງລັດຖະມົນຕີ ຮອງຫົວໜ້າຄະນະກຳມະການຊົນເຜົ່າແຫ່ງ ສສ ຫວຽດນາມ, ທ່ານ ເຈິນຈຸງ ຜູ້ອຳນວຍການສະຖາບັນຄະນະກຳມະການຊົນເຜົ່າ, ມີຜູ້ຕາງໜ້າສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ຄະນອງລິດ ສີສົມບູນ ກຳມະການພັກ ຄະນະປະຈຳ ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ.

ໂອກາດນີ້, ໃນພິທີໄດ້ສະຫຼຸບຕີລາຄາ, ດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຊຸດຝຶກອົບຮົມຄັ້ງນີ້ໄດ້ຮຽນພາກທິດສະດີ ຈຳນວນ 5 ຫົວຂໍ້ ແລະ ການທັດສະນະສຶກສາຢູ່ເກືອລໍ່, ຢ້ຽມຊົມອານຸສອນສະຖານບ້ານເກີດຂອງ ທ່ານປະທານ ໂຮ່ຈິມິນ, ພົບປະແລກປ່ຽນກ່ຽວກັບການປະຕິບັດນະໂຍບາຍຊົນເຜົ່າ ຢູ່ແຂວງເຫງະອານ, ທັດສະນະສຶກສາ, ຢ້ຽມຊົມສະຖານທີ່ທ່ອງທ່ຽວປາພິເສດ ຢູ່ບ້ານເກີ້ມເລື່ອງ, ແລກປ່ຽນບົດຮຽນຢູ່ເມື່ອງເກີ້ມທຸ້ຍ ແຂວງແທງຮ໋ວາ, ທີ່ນະຄອນຫຼວງຮ່າໂນ້ຍ ຢ້ຽມຊົມສຸສານພິພິທະພັນທ່ານປະທານໂຮ່ຈິມິນ, ແລກປ່ຽນບົດຮຽນກັບກົມນະໂຍບາຍຊົນເຜົ່າ, ກົມໂຄສະນາ ແລະ ກົມຊົນເຜົ່າສ່ວນໜ້ອຍ ຂອງຄະນະກຳມະການຊົນເຜົ່າ;

ຊຸດຝຶກອົບຮົມຄັ້ງນີ້, ເປັນໜຶ່ງໃນກິດຈະກຳເພື່ອປະກອບສ່ວນ ໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເວົ້າລວມ, ເວົ້າສະເພາະ ແມ່ນໃນຂົງເຂດວຽກງານແນວລາວສ້າງຊາດ ໃຫ້ມີຄວາມແໜ້ນແຟ້ນ, ເປັນຂະບວນຟົດຟືນ-ຕໍ່ເນື່ອງ; ໃນນີ້ ທັງເປັນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຊົນເຜົ່າ ແຫ່ງລັດຖະບານ ສສ ຫວຽດນາມ ແຕ່ປີ 2022-2030 ກ່ຽວກັບວຽກງານຊົນເຜົ່າ ໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຢ່າງຈົບງາມ.

ຂ່າວ-ພາບ: ຈິດຕະພົງ ໂພທິລັກ

ລາວ-ໄທ ລົງນາມ ການຮ່ວມມື ແລກປ່ຽນຂໍ້ມູນຂ່າວສານເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ

0

ໃນວັນທີ 11 ພະຈິກ ນີ້ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທິເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແຫ່ງ ຣາຊະອານາຈັກໄທ. ຕາງໜ້າ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ກຽດລົງນາມ ໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຝ່າຍມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແມ່ນ ທ່ານ ສາດສະດາຈານພິເສດ ສຸຣະກຽດ ສະຖຽນໄທ ຮອງປະທານກຳມະການທີ່ປຶກສາ ແລະ ປະທານກຳມະການບໍລິຫານ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ແມ່ນມີຈຸດປະສົ່ງ ເພື່ອຮ່ວມມືກັນ ເພື່ອການເຝົ້າລະວັງ ການເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແນໃສ່ການພັດທະນາ ແລະ ການຮ່ວມມືສອງຝ່າຍ ໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອເຝົ້າລະວັງ ເຕືອນໄພ ແລະ ການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຈາກໄພພິບັດທຳມະຊາດ ແລະ ອື່ນໆ ຊຶ່ງຈຸດປະສົງຫຼັກ ຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນປະກອບດ້ວຍ:

1. ຮ່ວມກັນພັດທະນາລະບົບການເຝົ້າລະວັງ ແລະ ການເຕືອນໄພ ຈາກບັນດາອຸທົກກະໄພ ໃນ ສປປ ລາວ ໃຫ້ຄວມຄຸມພື້ນທີ່ທົ່ວ ສປປ ລາວ ໂດຍຈະດຳເນີນການຕິດຕັ້ງສະຖານີວັດແທກລະດັບນ້ຳ ແລະ ສະພາບອາກາດໂອໂຕມາຕິກ ທັງໝົດຈຳນວນ 9 ສະຖານີ ໃນ 9 ແຂວງທີ່ເຫຼືອຂອງ ສປປ ລາວ ຕະຫຼອດຈົນຈະໄດ້ຮ່ວມກັນສ້າງຕົ້ນແບບສູນຂໍ້ມູນນ້ຳ ແລະ ພູມອາກາດ ເພື່ອໃຊ້ໃນການຕິດຕາມ ແລະ ກຽມຄວາມພ້ອມໃນການຮັບມືໄພພິບັດທາງທໍາມະຊາດ ເພື່ອຜົນປະໂຫຍດຂອງປະຊາຊົນທັງ 2 ປະເທດ.

2. ແບ່ງປັນ, ແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ-ຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ສອດຄ່ອງກັບນິຕິກໍາ, ລະບຽບການ ແລະ ກົດ ໝາຍ ຂອງ ສປປ ລາວ ໃນການປ້ອງກັນ ແລະ ບັນເທົາອຸທົກກະໄພ ທີ່ຈະເຮັດໃຫ້ເກີດປະໂຫຍດສູງສຸດກັບຊີວິດ ແລະ ຊັບສິນຂອງປະຊາຊົນທັງສອງປະເທດ.

3. ຮ່ວມກັນຖ່າຍທອດຄວາມຮູ້ໃຫ້ກັບບຸກຄະລາກອນ ແລະ ໜ່ວຍງານທີ່ກ່ຽວຂ້ອງໃນການເຝົ້າລະວັງປ້ອງກັນໄພ, ການກຽມຄວາມພ້ອມຮັບມື ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ ລະຫວ່າງ ເກີດໄພພິບັດທາງທໍາມະຊາດ.

4. ຮ່ວມກັນໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກປະຊາຊົນຜູ້ປະສົບອຸທົກກະໄພ ໃນ ສປປ ລາວ ໃຫ້ສາມາດດຳລົງຊີວິດເປັນປົກກະຕິ ໂດຍປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວນີ້ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແຫ່ງ ຣາຊະອານາຈັກໄທ ກໍຍັງໄດ້ມອບ-ຮັບ ສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດ (ສະຖານີໂທລະມາດ) ຈຳນວນ 11 ສະຖານີຢ່າງເປັນທາງການ ໃຫ້ແກ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນການຕິດຕາມສະພາບອາກາດ, ສະໜອງຂໍ້ມູນ ແລະ ການແຈ້ງເຕືອນໄພລ່ວງໜ້າທາງດ້ານສະພາບອຸຕຸນິຍົມ, ອຸທົກກະສາດ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ກຽມພ້ອມເຝົ້າລະວັງ.

ຂ່າວ: ກຊສ, ພາບ: ພູວຽງຄຳ

ຄູຝຶກກອງທັບ ຕັ້ງເປົ້າພາທີມສ້າງຜົນງານຜ່ານເຂົ້າຮອບ 4 ທີມເຕະບານຊາຍ ຊຽງຂວາງເກມ

0

ຄູຝຶກທັບນັກກິລາເຕະບານ ກະຊວງປ້ອງກັນປະເທດ ຫຼື ກອງທັບ ໝັ້ນໃຈຈະພາລູກທີມສ້າງຜົນງານໃຫ້ພົ້ນເດັ່ນຕິດ 1 ໃນ 4 ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໃນການແຂ່ງຂັນເຕະບານຊາຍ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ໃນຕົ້ນເດືອນທັນວານີ້.

ທ່ານ ຮ້ອຍເອກ ໄກສອນ ໄຊຍະວົງ ອະດີດນັກກິລາເຕະບານທີມຊາດລາວ ທັງເປັນຫົວໜ້າຄູຝຶກທັບນັກກິລາເຕະບານກອງທັບ ເມື່ອບໍ່ດົນມານີ້ ໃຫ້ສຳພາດວ່າ: ທີມເຕະບານກອງທັບ ສົ່ງນັກກິລາທັງໜ້າໃໝ່ ປະສົມປະສານກັບນັກເກົ່າຈຳນວນໜຶ່ງ ແລະ ຍັງລໍຖ້າຄຳຕອບຈາກຄະນະນຳ ທີ່ໄດ້ເດີນທາງໄປຮ່ວມກອງປະຊຸມເຕັກນິກຢູ່ ແຂວງຊຽງຂວາງ ຈະແຈ້ງລາຍລະອຽດຕາມຫຼັງ ຊຶ່ງປັດຈຸບັນກໍໄດ້ກຽມນັກກິລາໄວ້ແລ້ວໃນເບື້ອງຕົ້ນ ຈຳນວນ 22 ຄົນ, ຜູ້ຮັກສາປະຕູ 3 ຄົນ ໄດ້ດຳເນີນການຝຶກຊ້ອມເກືອບ 2 ເດືອນ ໂດຍອີງຕາມແຜນຂອງກະຊວງ ພວກເຮົາໄດ້ມີການກຽມທີມຊ້າກວ່າທຸກແຂວງ ຊຶ່ງນັກກິລາສ່ວນໃຫຍ່ແມ່ນໄດ້ກຳນົດເອົາພາຍໃນກົມກອງ ໂດຍສະເພາະທີມ 941 ທີ່ຮ່ວມແຂ່ງຂັນລີກ ນະຄອນຫຼວງວຽງຈັນ ນຳໂດຍ ກິຕ້າ ສີສະຫວາດ ເປັນກັບຕັນທີມ ນັກເຕະທີ່ມີປະສົບການຫຼິ້ນກິລາແຫ່ງຊາດ ມາ 5 ສະໄໝ ໂດຍລວມແລ້ວທີມພວກເຮົານັບມາຮອດປັດຈຸບັນກໍມີຄວາມພ້ອມຫຼາຍດ້ານ ໂດຍສະເພາະທາງດ້ານເຕັກນິກ, ພະລະກຳລັງ ແລະ ຄວາມແຂງແກ່ນປະມານ 80-90 ເປີເຊັນ ຊຶ່ງຢູ່ໃນໄລຍະການປັບປຸງ ແລະ ເຊື່ອວ່າກ່ອນຈະເຂົ້າຮ່ວມແຂ່ງຂັນທີມຂອງພວກເຮົາຈະມີຄວາມພ້ອມເຕັມຮ້ອຍເປີເຊັນ ແລະ ຂ້າພະເຈົ້າໝັ້ນໃຈວ່າ ທີມກອງທັບ ຈະສາມາດສ້າງຜົນງານທະລຸເຂົ້າຮອບ 4 ທີມສຸດທ້າຍ ໃນເຕະບານຊາຍ ຊຽງຂວາງ ເກມ ໄດ້ຢ່າງແນ່ນອນ. ແນວໃດກໍດີ, ຂໍຝາກເຖິງທົ່ວກຳລັງກອງທັບ ທຸກກົມກອງໃນຂອບເຂດທົ່ວປະເທດ ສົ່ງກຳລັງໃຈເຊຍທີມກອງທັບ ໃຫ້ມີກຳລັງສ້າງຜົນງານສຳເລັດຕາມເປົ້າໝາຍທີ່ວາງໄວ້.

ທ່ານ ຮ້ອຍເອກ ໄກສອນ ໄຊຍະວົງ ໃຫ້ຮູ້ຕື່ມອີກວ່າ: ໃນການກຽມຄວາມພ້ອມທີມກອງທັບ ໄດ້ມີການລົງສະໜາມອຸ່ນເຄື່ອງມາແລ້ວ 2 ນັດ ເສຍໃຫ້ ແຂວງຄຳມ່ວນ 0-1 ແລະ ເສຍ ແຂວງອັດຕະປື 1-2 ເປົ້າໝາຍຕໍ່ໄປຈະສືບຕໍ່ລົງສະໜາມອຸ່ນເຄື່ອງຕື່ມອີກ 3 ນັດ ກ່ອນຈະເຂົ້າສູ່ຍຸດທະວິທີເຕັກນິກຕ່າງໆ ໂດຍເປົ້າໝາຍແມ່ນຈະຂໍອຸ່ນເຄື່ອງກັບທີມ ກະຊວງສາທາລະນະສຸກ ພິເສດເມື່ອບໍ່ດົນມານີ້ ກໍມີທ່ານ ນາງ ພິຈິກາ ບຸນກວ້າງ ປະທານບໍລິສັດ ມາດເຕີ ເທຣດ ລາວ ຈຳກັດ (Master Trade Lao) ກໍໄດ້ໃຫ້ການສະໜັບສະໜູນເງິນ ຈຳນວນ 50 ລ້ານກີບ.

ສຳລັບຜົນງານໃນງານມະຫາກຳກິລາແຫ່ງຊາດ ຜ່ານມາຂອງ ກອງທັບ ໃນປີ 2000 ວຽງຈັນ ເກມ ຍາດໄດ້ທີ 3, ປີ 2005 ທີ່ແຂວງສະຫວັນນະເຂດ ຍາດໄດ້ທີ 3, ປີ 2008 ທີ່ແຂວງຈຳປາສັກ ຍາດໄດ້ທີ 3, ປີ 2010 ທີ່ແຂວງຫຼວງພະບາງ ຍາດໄດ້ທີ 3 ແລະ ປີ 2014 ທີ່ແຂວງອຸດົມໄຊ ຕົກຮອບ 8 ທີມສຸດທ້າຍ.

ໂດຍ ສົງການ ພັນແພງດີ

3 ພາກສ່ວນ ມອບເງິນຊຸກຍູ້ທັບນັກກິລາ ປກສ 120 ລ້ານກວ່າກີບ ກຽມຄວາມພ້ອມລຸຍ “ຊຽງຂວາງເກມ”

0

ໂຮງງານຫຸ້ນສ່ວນຕັດຫຍິບກຽນສັນຕິສຸກ ຈຳກັດ, ບໍລິສັດຊີເຄ ການຄ້າຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດ ກູດຈະເລີນການຊ່າງ ຈຳກັດ ໄດ້ນຳເງິນລວມທັງໝົດ 127.100.000 ກີບ ມາມອບໃຫ້ກັບທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ເພື່ອນຳໃຊ້ເຂົ້າໃນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ພິທີມອບ-ຮັບເງິນຊຸກຍູ້ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 7 ພະຈິກ 2022 ທີ່ກະຊວງດັ່ງກ່າວ, ມອບໂດຍ ທ່ານ ກຽນວິໄລ ມິດປະສົງ ອຳນວຍການໂຮງງານ ຫຸ້ນສ່ວນ ຕັດຫຍິບ ກຽນສັນຕິສຸກ ຈຳກັດ, ທ່ານ ນາງ ພຽນຖະໜອມ ໄມອ່ອນຕາ ຕາງໜ້າບໍລິສັດ ຊີເຄ ການຄ້າ ຂາອອດ-ຂາເຂົ້າ ຈຳກັດ ແລະ ທ່ານ ມະໂນພາບ ປໍສະຫວັດດີ ປະທານ ບໍລິສັດ ກູດ ຈະເລີນການຊ່າງ ຈໍາກັດ ແລະ ກ່າວຮັບແມ່ນ ທ່ານ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາກະຊວງ ປກສ, ໂດຍມີບັນດາຄະນະອະນຸກໍາມະການຮັບຜິດຊອບວຽກງານກິລາ ແລະ ຄູຝຶກ ພ້ອມດ້ວຍພະນັກງານທັງ 4 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບເງິນຈຳນວນ 127.100.000 ກີບ ທີ່ມອບໃນຄັ້ງນີ້ ແບ່ງເປັນ ໂຮງງານ ຫຸ້ນສ່ວນ ຕັດຫຍິບ ກຽນສັນຕິສຸກ ຈຳກັດ 60.000.000 ກີບ, ບໍລິສັດ ຊີເຄ ການຄ້າ ຂາອອ-ຂາເຂົ້າ ຈໍາກັດ 57.100.000 ກີບ ແລະ ບໍລິສັດ ກູດ ຈະເລີນການຊ່າງ ຈຳກັດ 10.000.000 ກີບ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ທັບນັກກິລາກະຊວງ ປກສ ເປັນຕົ້ນການຈັດຊື້ອຸປະກອນ, ຊຸດກິລາ, ການຝຶກຊ້ອມ, ການລົງແຂ່ງຂັນ ແລະ ວຽກງານໃນບັ້ນການແຂ່ງຂັນກິລາຄັ້ງນີ້ ທັງເປັນການຊຸກຍູ້ໃຫ້ກໍາລັງໃຈແກ່ນັກກິລາ ແລະ ຄະນະຄູຝຶກ ໃນການກະຕຸ້ນສົ່ງເສີມໃຫ້ແກ່ທັບນັກກິລາ ປກສ ຍາດໄດ້ໄຊຊະນະ ກໍຄືຍາດໄດ້ຫຼຽນກັບມາໃຫ້ກະຊວງ ປກສ.

ໂອກາດນີ້, ທ່ານ ພົຈວ ຄໍາສາຍ ຈັນທະວົງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງ 3 ພາກສ່ວນດັ່ງກ່າວ ທີ່ເຫັນໄດ້ຄວາມສໍາຄັນວຽກງານກິລາຂອງກະຊວງ ປກສ ໄດ້ບິແບ່ງນໍ້າໃຈເປັນເງິນມາມອບໃຫ້ແກ່ທັບນັກກິລາ ປກສ ໃນຄັ້ງນີ້ ພ້ອມກ່າວອວຍພອນໄຊໃຫ້ທັງ 3 ທ່ານ ຈົ່ງມີສຸຂະພາບທີ່ແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ, ການດໍາເນີນທຸລະກິດຂໍໃຫ້ມີຄວາມຈະເລີນກ້າວນໜ້າ ແລະ ເຕີບໃຫຍ່ຍິ່ງຂຶ້ນ.

ພາບ-ຂ່າວ: ຄວາມສະຫງົບ

ອັດຕະປື ຈະສົ່ງ 11 ປະເພດກິລາ ຮ່ວມຊີງໄຊໃນ “ຊຽງຂວາງ ເກມ”

0

ພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ເປີດກອງປະຊຸມຫາລືກຽມຄວາມພ້ອມການເຂົ້າຮ່ວມຊີງໄຊ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້ພາບ ໃນລະຫວ່າງວັນທີ 13-22 ທັນວາ 2022 ພ້ອມໄດ້ກຳນົດເອົາກິລາ 11 ປະເພດ ເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວ.

ກອງປະຊຸມຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 4 ພະຈິກ 2022 ທີ່ພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື, ທ່ານ ພົງສະຫວັນ ຄໍາສົງກາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ພູປະລົມ ແສງຄຳພອນ ຫົວໜ້າຂະແໜງກິລາລະດັບສູງ ພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍບັນດາຄະນະສະຫະພັນກິລາແຂວງປະເພດຕ່າງໆ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ພົງສະຫວັນ ຄໍາສົງການ ກ່າວໃຫ້ຮູ້ວ່າ: ການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນລະຫວ່າງ ທີ 13-22 ທັນ 2022 ນີ້, ແຂວງອັດຕະປື ຈະສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 11 ປະເພດ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງອັດຕະປື ສະບັບເລກທີ 1309/ສກຂ, ລົງວັນທີ 1 ພະຈິກ 2022 ປະກອບມີ ເຕະບານຊາຍ, ປະເພດກິລາ, ກະຕໍ້ຊາຍ, ໝາກເສິກຊາຍ-ຍິງ, ດອກປີກໄກ່ຊາຍ-ຍິງ, ມວຍຊາຍ-ຍິງ (ມວຍສາກົນຊາຍ ແລະ ມວຍຢູໂດຊາຍ-ຍິງ), ບານສົ່ງຫາດຊາຍຍິງ, ໝາກແລ້ຊາຍ-ຍິງ, ແລ່ນ-ລານຊາຍ, ໜ້າເກັກຊາຍ, ກັອບຊາຍ ແລະ ເປຕັງຊາຍ-ຍິງ.

ຈາກນັ້ນກອງປະຊຸມໄດ້ເປີດໃຫ້ມີການຄົ້ນຄວ້າ-ປຶກສາຫາລື ແລກປ່ຽນຄຳຄິດເຫັນການກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ສອດຄ່ອງເໝາະສົມກັບທ່າແຮງດ້ານງົບປະມານຕົວຈິງໃຫ້ມີປະສິດທິພາບ ແລະ ຮັບປະກັນໃຫ້ມີປະສິດທິຜົນສູງ ໂດຍສະເພາະແມ່ນການກຳນົດຈຳນວນນັກກິລາປະເພດຕ່າງໆ, ການຄັດເລືອກເອົານັກກິລາຕົວແທນ, ການວາງແຜນຝຶກຊ້ອມນັກກິລາ, ການກໍານົດຈຳນວນຄະນະນຳ, ຄູຝຶກ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມງານແຂ່ງຂັນ.

ຜ່ານການປຶກສາຫາລື ກອງປະຊຸມໄດ້ເຫັນດີເປັນເອກະພາບກັນ, ກຳນົດເອົາຄະນະນໍາ, ຄູຝຶກ, ນັກກິລາ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງໝົດ ຈຳນວນ 200 ຄົນ, ການຄັດເລືອກ ແລະ ຝຶກຊ້ອມນັກກິລາທີ່ຈະເຂົ້າຮ່ວມ ແມ່ນເລີ່ມຈັກຕັ້ງປະຕິບັດນັບແຕ່ຕົ້ນເດືອນພະຈິກ 2022 ໄລຍະຝຶກຊ້ອມ 1 ເດືອນ, ນະໂຍບາຍອັດຕາການຝຶກຊ້ອມຂອງຄູຝຶກ ແລະ ນັກກິລາ ແມ່ນຕາມລະບຽບການຂອງລັດ, ສ່ວນອຸປະກອນການຝຶກຊ້ອມກິລາແຕ່ລະປະເພດ ແມ່ນມອບໃຫ້ສະຫະພັນກະລາເປັນຜູ້ຮັບຜິດຊອບປະກອບສ່ວນ.

ໂດຍ: ພົມວິຫານ ໄຊຊະນະ ( ຂ ອັດຕະປື.)

ສາລະວັນ ຈະຈັດງານເທດສະການແຫ່ພຣະໄຕປີດົກ ໃນວັນທີ 21-27 ພະຈິກ ນີ້

0

ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຈັດງານເທດສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ໄດ້ຖະແຫຼງການເລື່ອນການຈັດງານ ຊຶ່ງໃນເມື່ອກ່ອນໄດ້ກຳນົດເອົາວັນທີ 14-20 ພະຈິກ 2022. ມາຮອດປັດຈຸບັນ, ໄດ້ເລື່ອນວັນຈັດງານມາເປັນວັນທີ 21-27 ພະຈິກ 2022 ຢ່າງເປັນທາງການ, ເນື່ອງຈາກການກະກຽມວຽກງານແຕ່ລະດ້ານບໍ່ທັນມີຄວາມພ້ອມເທົ່າທີ່ຄວນ ແລະ ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍຄວາມສຳຄັນ, ມີຄວາມສວຍງາມ, ຮັກສາໄດ້ມູນເຊື້ອວັດທະນະທຳ, ຮີດຄອງປະເພນີ ຕິດພັນກັບກິດຈະກຳທີ່ສຳຄັນທາງສາສະໜາ ຮັບປະກັນຄວາມພ້ອມ 100%.

ທ່ານຮອງເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມຂໍອະໄພ ມາຍັງທຸກພາກສ່ວນໃນສັງຄົມ, ທັງອົງການຈັດຕັ້ງພາກລັດ, ເອກະຊົນ, ນັກທຸລະກິດ, ຜູ້ປະກອບການ ແລະ ມວນຊົນ ເນື່ອງຈາກທີ່ເຮົາໄດ້ເລື່ອນການຈັດງານຄັ້ງນີ້ ແລະ ກໍໄດ້ເຊີນຊວນມວນຊົນທັງພາຍໃນ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າຮ່ວມກິດຈະກຳຕ່າງໆ ທ່ຽວຊົມງານເທດສະການແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ. ພິທີຖະແຫຼງການຕໍ່ສື່ມວນຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຂອງແຂວງສາລະວັນ.

(ຂ່າວ-ພາບ: ວິໄວອນ ສິດທິໄຊ)