Monday, October 13, 2025
Home Blog Page 875

ໂບນິຕາ ໜັງ​ເຄັມ ຂອງຄົນລາວໂດ່ງດັງເຖິງຕ່າງແດນ

0

ໜັງ​ເຄັມ ຫລື ໜັງຄວາຍ​ຕາກ​ແຫ້ງ ​ອາຫານເອກະລັກຂອງຄົນລາວ ​ທີ່​ຊາວ​ຕ່າງ​ຊາດ​ເຫັນ​ແລ້ວ​ຕົກ​ໃຈ ​ວ່າ​ກິນ​ໄດ້​ແນວ​ໃດ? ​ເພາະທັງ​ຫຍາ​ບ,​ ທັງ​ແຂງ ​ແຕ່​ຄົນ​ລາວສາມາດ ​ນໍາ​ມາ​​ເປັນ​ອາຫານ​ໄດ້​ຫລາຍ​ເຍື່ອງ ບໍ່ວ່າ​ຈະ​ເປັນ ຈີ່​ໜັງຈໍ້າ​ແຈ່ວ​ປາ​ແດກ, ຍໍ່າໜັງ,​ ເອາະໜັງ ​ແລະ ​ອື່ນໆ ຕາມ​ຄວາມ​ມັກ​ຂອງ​ແຕ່ລະຄົນ.

ເມື່​ອ​ກ່ອນ​ຖ້າກິນ​ຈີ່ໜັງ​ແລ້ວ ​ຫລາຍ​ຄົນກໍ​ຄິດ​ພາບ​ໄວ້​ວ່າ ຈີ່​ແລ້ວ​ຕ້ອງ​ຟ້າວ​ກິນ ​ເພາະ​ຖ້າ​ກິນ​ບໍ່ທັນໜັງກໍ່ຈະ​ແຂງ ​ແລະ ກິນ​ບໍ່ໄດ້.

ດ້ວຍເຫດນັ້ນຜູ້ຜະລິດ ແລະ ປຸງແຕ່ງໜັງເຄັມ ຈຶ່ງພະຍາມຄິດຄົ້ນສູດ ແລະ ວິທີການຜະລິດ ເພື່ອ​​ເພີ່ມ​ຄວາມ​ແຊບ ​ໃນ​ການ​ກິນໜັງເຄັມຂຶ້ນຕື່ມ ​ເໝືອນກັບ ໜັງ​ເຄັມຂອງ​ທ່ານ​ນາງ ​ໂບນິຕາ ວົງ​ມີ​ໄຊ ​ ​ທີ່​ກໍາລັງ​ໄດ້​ຮັບ​ຄວາມ​ນິຍົມ ​ຢ່າງ​ກວ້າງຂວາງ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຍ້ອນມີ​ລົດ​ແຊບ, ອ່ອນ, ບໍ່ແຂງ, ຈີ່ຕອນ​ເຊົ້າ​ປະ​ໄວ້​ກິນ​ຕອນ​ແລງ​ກໍ​ໄດ້ ຊຶ່ງ​ນີ້ໄດ້ເປັນຈຸດ​ມັດ​ໃຈ​ລູກ​ຄ້າ ​ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ມີຍອດ​ຈໍາໜ່າຍ​​ເຖິງ 2.000 ກວ່າ​ກິໂລຕໍ່ມື.

ຂຽນໂດຍ: ສາວຜູ້ໄທ

ສອງສະຫະພັນກໍາມະບານ ທະນາຄານລາວ ແລະ ຫວຽດນາມ ເສີມຂະຫຍາຍການຮ່ວມມື

0

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະຫະພັນກໍາມະບານ ທະນາຄານແຫ່ງ ສປປ ລາວ (ທຫລ) ນໍາໂດຍ ສະຫາຍ ນາງ ຂັນແກ້ວ ຫລ້າມະນີເງົາ ປະທານສະຫະພັນກໍາມະບານ ທຫລ ພ້ອມ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນກໍາມບານທະນາຄານຫວຽດນາມ ຢູ່ນະຄອນດາໜັງ ສສ ຫວຽດນາມ ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ສະຫະພັນກໍາມະບານທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ສະຫະພັນກໍາມະບານທະນາຄານຫວຽດນາມ ທີ່ໄດ້ລົງນາມກັນ ໃນປີ 2013 ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ.

ໃນໄລຍະທີ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກດັ່ງກ່າວ, ສະຫະພັນກໍາມະບານ ທຫລ ໄດ້ເຮັດວຽກຮ່ວມກັບຄະນະຜູ້ແທນ ສະຫະພັນກໍາມະບານທະນາຄານຫວຽດນາມ ແລະ ກໍາມະບານຮາກຖານທະນາຄານການຄ້າຮຸ້ນສ່ວນການລົງທຶນ ແລະ ພັດທະນາຫວຽດນາມ (BIDV) ປະຈໍາສາຂານະຄອນດາໜັງ, ໃນການພົບປະເຮັດວຽກຂອງທັງສອງຝ່າຍຕ່າງກໍໄດ້ຮັບຟັງການລາຍງານສະພາບໂດຍສັງເຂບ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກໍາມະບານຂອງຕົນ ໃນໄລຍະ 1 ປີຜ່ານມາ, ພ້ອມທັງແລກປ່ຽນບົດຮຽນການເຄື່ອນໄຫວຕົວຈິງ ໃນດ້ານຕ່າງໆຂອງທັງສອງຝ່າຍ ເຊິ່ງໄດ້ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສະໜິດໜົມ.

ໂອກາດດຽວກັນນີ້, ສະຫາຍ ນາງ ຂັນແກ້ວ ຫລ້າມະນີເງົາ ຕາງໜ້າໃຫ້ຄະນະບໍລິຫານງານພັກ ທຫລ ໄດ້ປະດັບຫລຽນກາກໍາມະບານ ແລະ ມອບໃບຍ້ອງຍໍຂອງປະທານສູນກາງສະຫະພັນກໍາມະບານລາວ ໃຫ້ກົມກອງ-ບຸກຄົນ ຂອງສະຫະພັນກໍາມະບານທະນາຄານຫວຽດນາມ ທີ່ມີຜົນງານການປະກອບສ່ວນສໍາຄັນ ເຂົ້າໃນການເຄື່ອນໄຫວວຽກງານຂອງສອງສະຫະພັນກໍາມະບານ ໃນໄລຍະຜ່ານມາຄື: ປະດັບຫລຽນກາກໍາມະບານ ຈຳນວນ 2 ໜ່ວຍໃຫ້ສະຫະພັນກໍາມະບານທະນາຄານຫວຽດນາມ ແລະໃຫ້ສະຫາຍ ຫງວຽນດົງຕຽນ (ພະນັກງານບໍານານ) ອະດີດປະທານສະຫະພັນກໍາມະບານ, ທັງເປັນອະດີດ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ; ມອບໃບຍ້ອງຍໍປະທານສູນກາງສະຫະພັນກໍາມະບານລາວ ຈໍານວນ 3 ສະຫາຍຄື: ສະຫາຍ ດາວມິງຕູ ປະທານສະຫະພັນກໍາມະບານ, ທັງເປັນຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ; ສະຫາຍ ຫງວຽນວັນເຕິນ ຮອງປະທານ, ຜູ້ປະຈໍາການສະຫະພັນກໍາມະບານທະນາຄານຫວຽດນາມ; ສະຫາຍ ນາງ ຫງວຽນ ແອງທື ຮອງຫົວໜ້າຄະນະຈັດຕັ້ງສະຫະພັນກໍາມະບານທະນາຄານ ຫວຽດນາມ.

ຂ່າວ-ພາບ: ທຫລ

ພະຍາດ ອີໂບລາ ລະບາດໜັກ ໃນອູກັນດາ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ກະຊວງສາທາ ລະນະສຸກຂອງ ອູກັນດາ ລາຍງານວ່າ: ພະຍາດຕິດເຊື້ອ ອີໂບລາ ໄດ້ແຜ່ລະບາດໄປຍັງພາກຕາເວັນອອກຂອງປະເທດ. ໂດຍທ່ານ ຣູ ອາເຊງ ລັດຖະມົນຕີກະຊວງສາທາລະນະສຸກ ອູກັນດາ ກ່າວວ່າ: ປັດຈຸບັນ, ກວດພົບຜູ້ເສຍຊີວິດທີ່ໄດ້ຮັບການຢືນຢັນ 1 ຄົນ ໃນເຂດຈິນຈາ ທາງພາກຕາເວັນອອກຂອງປະເທດ. ເບື້ອງຕົ້ນຄາດວ່າມີການເຊື່ອມໂຍງ ກັບຄົນເຈັບທີ່ມີອາການຕ້ອງສົງໄສ ທີ່ເດີນທາງໄປຍັງຈິນຈາ ຈາກນະຄອນຫລວງ ກຳປາລາ ຂອງອູກັນດາ ເປັນເມືອງທີ່ຕິດເຊື້ອພະຍາດດັ່ງກ່າວ. ໃນຂະນະທີ່ ອູກັນດາ ກວດພົບ ຜູ້ຕິດເຊື້ອ ພະຍາດ ອີໂບລາ ທີ່ໄດ້ຮັບການຢືນຢັນ ລວມມີ 135 ຄົນ ນັບຕັ້ງແຕ່ມີລາຍງານການແຜ່ລະບາດເມື່ອເດືອນກັນຍາຜ່ານມາ.

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບຄະນະຜູ້ແທນ UNODC ປະຈຳພາກພື້ນ

0

ວັນທີ 15 ພະຈິກ 2022 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ເອີເລັນຟານ (Mr. Erlend filch) ຜູ້ບໍລິຫານໂຄງການ ສປປ ລາວ ຂອງອົງການ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ ຫລື UNODC ປະຈຳບາງກອກ ພ້ອມດ້ວຍຄະນະ ເພື່ອປຶກສາຫາລືກ່ຽວກັບຄວາມອາດສາ ມາດໃນການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ບັນລຸເປົ້າໝາຍຍຸດທະສາດຕາມແຜນພັດທະນາ ຂອງອົງການໄອຍະການປະຊາຊົນສູດສຸດ.

ໃນນີ້, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນ UNODC ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ອົງການໄອຍະການປະຊາຊົນສູງສຸດ ໃນຕໍ່ໜ້ານີ້. ພ້ອມນີ້, ທ່ານ ຜູ້ບໍລິຫານໂຄງການ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການພົບປະແລກປ່ຽນບົດຮຽນກັບກົມແຜນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ.

ຂະນະດຽວກັນ ທ່ານ ເອີເລັນຟານ ແລະ ທ່ານ ສຸສະກະ ບຸນມະນິດ ວ່າການຫົວໜ້າກົມແຜ່ນການ ແລະ ຮ່ວມມືກັບຕ່າງປະເທດ ອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະ ກໍໄດ້ພົບປະ ເພື່ອປຶກສາຫາລື, ນຳສະໜີແຜນການ ແລະ ກິດຈະກຳ ການສະໜັບສະໜູນດ້ານທຶນຮອນ ແລະ ເຕັກ ນິກຕ່າງໆ ໃຫ້ແກ່ອົງການໄອຍະການປະຊາຊົນ ໃນຂອບເຂດທົ່ວປະເທດ ເພື່ອຍົກສູງວຽກງານກົດ ໝາຍ ເປັນຕົ້ນ ການສ້າງຖານຂໍ້ມູນ ແລະ ລະບົບການດຳເນີນຄະດີຄົບວົງຈອນ, ໂຄງການໃຫ້ຊ່ວຍ ເຫລືອທາງດ້ານກົດໝາຍແກ່ປະຊາຊົນ, ສະເໜີການຊ່ວຍເຫລືອໃນວຽກງານຄ້າຍຄຸມຂັງດັດສ້າງ, ສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ(ຝຶກອົບຮົມ), ການດຳເນີນຄະດີຢາເສບຕິດ, ວຽກງານຮ່ວມມືລະຫວ່າງປະເທດທາງດ້ານອາຍາ, ວຽກງານຮ່ວມມືການສົ່ງຜູ້ຮ້າຍຂ້າມແດນ. ພ້ອມທັງໄດ້ ປຶກສາຫາລືກຄວາມເປັນໄປໄດ້ ກ່ຽວກັບການສະໜັບສະໜູນໃນການສ້າງພຶ້ນຖານໂຄ່ງລາງ ເປັນຕົ້ນ ສ້າງຫ້ອງ ການອົງການໄອຍະການປະຊາຊົນເຂດ ທີ່ຍັງບໍ່ທັນພຽງພໍ, ພ້ອມທັງການສະໜອງອຸປະກອນຮັບໃຊ້ອັນຈຳເປັນ ໃຫ້ແກ່ອົງການໄອຍະການປະຊາຊົນຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ.

ຂ່າວ: ອອປສ

ໂຄງການກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ຫາດແດງ-ເວີນຄໍາ ສໍາເລັດແລ້ວ 99,60%

0

ແຫລ່ງຂ່າວຈາກ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານໄຊຍະບູລີ ພ້ອມດ້ວຍທີມງານ ລົງຕິດຕາມ, ກວດກາໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ພາຍຫລັງລົງມືຈັດຕັ້ງປະຕິບັດມາແຕ່ມື້ເຊັນສັນຍາເປັນຕົ້ນມາ ເຊິ່ງປະກອບມີໜ້າ ວຽກສໍາຫລວດ-ອອກແບບກໍ່ສ້າງພາກສະໜາມຕົວຈິງ, ວຽກດິນ, ວຽກໜ້າທາງ ແລະ ວຽກລະບົບລະບາຍນໍ້າ ມາຮອດປັດຈຸບັນ ການກໍ່ສ້າງສຳເລັດແລ້ວ 99,60%.

ໂອກາດນີ້, ຫົວໜ້າຄະນະວິຊາການຄຸ້ມຄອງໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ແຕ່ບ້ານຫາດແດງ-ບ້ານເວີນຄໍາ (ປາກເຫືອງ) ເມືອງແກ່ນທ້າວ ເປັນໂຄງການຍົກລະດັບເສັ້ນທາງ ໂດຍແມ່ນກອງບັນຊາການທະຫານແຂວງໄຊຍະບູລີ ເປັນເຈົ້າຂອງໂຄງການ ຕາງໜ້າກະຊວງປ້ອງກັນປະເທດ ແລະ ບໍລິສັດ ລາຊາໂຊກ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າ 78 ຕື້ກີບ, ໄລຍະການກໍ່ສ້າງ 3 ປີ.

ທ່ານ ພົນຈັດຕະວາ ກູດ ພົມມາ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ເສັ້ນທາງດັ່ງກ່າວ ແມ່ນພົບຄວາມຫຍຸ້ງຍາກ ໃນການສັນຈອນໄປ-ມາ, ແຕ່ຍ້ອນເຫັນໄດ້ຄວາມສໍາຄັນຂອງເສັ້ນທາງດັ່ງກ່າວ, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສົມທົບກັບຫລາຍພາກສ່ວນ ເປັນເຈົ້າການສະເໜີທ່ານເຈົ້າແຂວງ ເພື່ອຂໍເຂົ້າແຜນນໍາກະຊວງປ້ອງກັນປະເທດ ໂດຍໄດ້ຮັບຈາກກະຊວງແຜນການ ແລະ ການລົງທຶນຢ່າງເປັນທາງການ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງເມືອງ ແລະ ປະຊາຊົນ ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ບໍລິສັດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບໍລິສັດ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະບັດໂຄງການດັ່ງກ່າວ, ພ້ອມທັງມີຄໍາເຫັນໃຫ້ບໍລິສັດ ສືບຕໍ່ວຽກລະບົບລະບາຍນໍ້າ ແລະ ວຽກອົງປະ ກອບຕົບແຕ່ງອື່ນໆ ໃຫ້ສໍາເລັດລື່ນແຜນ.

ຂ່າວ: ແກ່ນທ້າວ

ລັດຖະບານ ເລັ່ງສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ

0

ກອງປະຊຸມປຶກສາຫາລື ກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2022 ນີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ໂດຍການເປັນປະທານ ຂອງທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ, ມີບັນດາຮອງເລຂາຄະນະພັກ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຮອງປະທານສະຫະພັນແມ່ຍິງກະຊວງ-ອົງການ, ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຜ່ານບົດສະຫລຸບ ແລະ ປະກອບຄໍາເຫັນ ຕໍ່ຮ່າງບົດສະຫລຸບກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງ ເພດຍິງ ໃນໄລຍະ 2018-2022 ແລະ ທິດທາງວຽກງານຈຸດສຸມແຕ່ 2023-2025; ຮັບຟັງການນຳສະເໜີບົດຮຽນກ່ຽວກັບວຽກງານ ຕິດພັນກັບການສົ່ງເສີມພະນັກງານເພດຍິງ ເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ແລະ ວຽກງານຄຸ້ມຄອງລັດຖະ ກອນ ແລະ ລັດຖະກອນເພດຍິງ, ການປະກອບຄວາມເຫັນຂອງບາງພາກສ່ວນ ເປັນຕົ້ນ: ບົດຄົ້ນຄວ້າວິທະຍາສາດ “ແນວຄິດ ໄກ ສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ”; ຜົນສຳເລັດໃນການບໍາລຸງກໍ່ສ້າງ ແລະ ການບັນຈຸພະນັກງານເພດຍິງ ຂອງຄະນະພັກນະຄອນຫລວງວຽງຈັນ ໃນຄວາມຮັບຜິດຊອບຂອງອົງຄະນະພັກ ນະຄອນຫ]ວງວຽງຈັນ, ລວມທັງຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການບໍາລຸງກໍ່ສ້າງ ແລະ ບັນຈຸສັບຊ້ອນພະນັກ ງານເພດຍິງ ໃນຄວາມຮັບຜິດຊອບຂອງອົງຄະນະພັກ ແຂວງໄຊສົມບູນ. ໄປຄຽງຄູ່ກັນນັ້ນ, ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືຊອກວິທີແກ້ໄຂ ໂດຍສະເພາະລົງເລິກຄົ້ນຄວ້າ ເຖິງໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ, ຂອດປະສານງານ ກ່ຽວກັບວຽກງານສ້າງພະນັກງານນໍາພາ-ຄຸ້ມຄອງເພດຍິງ ເພື່ອກະກຽມໃຫ້ແກ່ການຄົ້ນຄວ້າ ໂຄງປະກອບການຈັດຕັ້ງ, ບຸກຄະລາກອນໃຫ້ແກ່ກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ກອງປະຊຸມໃຫຍ່ 3 ຂັ້ນຂອງແມ່ຍິງ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດ ເພດຍິງ ໂດຍສະເພາະແມ່ນການສ້າງພະນັກງານ ນໍາພາ-ຄຸ້ມຄອງເພດຍິງ ເປັນວຽກໜຶ່ງທີ່ສໍາຄັນ ຊຶ່ງພັກ-ລັດຖະ ບານ ໄດ້ເອົາໃຈໃສ່ຕະຫລອດມາ ເນື່ອງຈາກວ່າແມ່ຍິງກວມເຄິ່ງໜຶ່ງຂອງ ພົນລະເມືອງໃນທົ່ວປະເທດ ເປັນກໍາລັງແຮງເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ໂດຍສະເພາະໃນເງື່ອນໄຂໃໝ່ຂອງ ການເຊື່ອມໂຍງເສດຖະກິດ ກັບສາກົນ ແລະ ການກະກຽມຄວາມພ້ອມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ເພື່ອຮັບປະ ກັນໃຫ້ແມ່ຍິງ ໄດ້ມີສ່ວນຮ່ວມຢ່າງເຕັມສ່ວນ ແລະ ມີປະສິດທິຜົນ, ທັງໄດ້ຮັບໂອກາດເທົ່າທຽມກັນສໍາລັບການເປັນຜູ້ນໍາ ໃນທຸກລະດັບຂອງການຕັດສິນໃຈ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ.

ກຽມຈັດງານເທສະການສາຍສໍາພັນ ຝຣັ່ງ-ລາວ

0

ໃນທ້າຍອາທິດຜ່ານມານີ້, ສະຖານທູດຝຣັ່ງ ໄດ້ຈັດພິທີຖະແຫລງຂ່າວ ກຽມຈັດງານເທ ສະການ ເພື່ອສະເຫລີມສະຫລອງການແລກປ່ຽນສາຍສໍາພັນ ລະຫວ່າງປະເທດ ຝຣັ່ງ-ລາວ ເຊິ່ງຈະມີຂຶ້ນໃນວັນທີ 18 ພະຈິກ 2022 ທີ່ຫໍວັດທະນະທໍາແຫ່ງຊາດ, ນະຄອນຫລວງວຽງຈັນ.

ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາລາວ ໄດ້ກ່າວວ່າ: ງານເທ ສະການ ຝຣັ່ງ-ລາວ 2022 ຈັດຂຶ້ນເພື່ອສະແດງເຫັນເຖິງຄວາມອຸດົມສົມບູນຂອງ ການສ້າງສັນທາງດ້ານວັດທະນະທໍາ ແລະ ຄວາມລໍ້າຄ່າຂອງການແລກປ່ຽນ ລະຫວ່າງ ວັດທະນະທໍາ. ງານນີ້ຈະມີຫລາຍກິດຈະກໍາທີ່ໄດ້ຄັດເລືອກມາສະແດງເຊັ່ນ: ລາຍການດົນຕີຄລາສສິກ, ປ໊ອບຣັອກ, ດົນຕີພື້ນບ້ານນາໆຊາດ, ຮູບເງົາ, ລະຄອນຫຸ່ນ, ລະຄອນເວທີ, ສິລະປະ, ທັງໝົດປະເພດສິລະປະ ທີ່ຮ່ວມເຂົ້າ ກັນ ແລະ ພົບປະ ເຊິ່ງສະແດງໂດຍນັກສິລະປິນ ນັກເປຍໂນທີ່ມີຊື່ສຽງລະດັບໂລກ Maxime Zecchini ແລະ David Bismuth ຈະຮ່ວມສະແດງເທິງເວທີກັບວົງ Vientiane Chamber Orchestra, ນັກຮ້ອງໄວໜຸ່ມ Sun ຈະຕອບໂຈດຄໍາເວົ້າຂອງ Blackeyes ແລະ NU innovation. ພ້ອມນັ້ນ ກໍຍັງມີນັກສຶກສາສະຖາບັນວິຈິດສິນແຫ່ງຊາດ ຈະມາຮ່ວມສະແດງລະນຶກເຖິງຕໍ່ກັບ Marc Leguay ແລະ ຂາດບໍ່ໄດ້ Thiane Khamvongsa ລະນຶກເຖິງຕໍ່ກັບ Molière; ຂະນະດຽວກັນ ກໍເປັນການລະລຶກເຖິງຜົນງານຂອງນັກສະແດງ ແລະ ນັກຂຽນລະຄອນຊາວ ຝຣັ່ງທີ່ມີຊື່ສຽງ, ເກີດເມື່ອ 400 ປີກ່ອນ, ທີ່ເຫັນໄດ້ໃນການສະແດງລະຄອນເວທີ ແລະ ການສະແດງຕະຫລົກ ເປັນວິທີການເຂົ້າເຖິງການສຶກສາສໍາລັບທຸກຄົນ.

ງານເທສະການ ຝຣັ່ງ-ລາວ ຍັງເປັນງານສໍາລັບການພົບປະແລກປ່ຽນ, ການຮຽນຮູ້, ແຮງບັນ ດານໃຈທີ່ຊ່ວຍໃຫ້ບັນດານັກສິລະປິນ ແບ່ງປັນວິໄສທັດມູມມອງກ່ຽວກັບ ການເບິ່ງໂລກຂອງພວກເຂົາ. ງານດັ່ງກ່າວກໍຈະມີການຮ່ວມມືລະຫວ່າງ Lao Fashion Week, ໂຮງຮຽນ ESMOD ເປັນໂຮງ ຮຽນທີ່ມີຊື່ສຽງຂອງຝຣັ່ງ ແລະ ສະຖານທູດຝຣັ່ງ ປະຈໍາລາວ ເຊິ່ງໃນແຕ່ລະປີຈະເປັນການເປີດໂອ ກາດໃຫ້ກັບບັນດານັກອອກແບບຄົນລາວ ໄດ້ໄປຝຶກອົບຮົມໃນໂຄງການທີ່ດີເລີດທີ່ປະເທດຝຣັ່ງ.

ຂ່າວ, ພາບ:ຂັນໄຊ

ແຂ່ງຂັນກ໊ອບລະດົມທຶນ ເພື່ອງານມະຫະກໍາກິລາຄັ້ງທີ XI ທີີ່ແຂວງຊຽງຂວາງ

0

ການແຂ່ງຂັນກິລາກ໊ອບລະດົມທຶນ ເພື່ອງານມະຫະກໍາກິລາແຫ່ງຊາດຄັ້ງທີ XI, ທີ່ແຂວງຊຽງຂວາງ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ໄດ້ຈັດຂຶ້ນໃນວັນ 12 ພະຈິກ 2022, ທີ່ສະໜາມກ໊ອບລ່ອງວຽງ, ນະຄອນຫລວງວຽງຈັນ,ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາການນໍາພັກ-ລັດ, ມີບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ບັນດານັກກິລາກ໊ອບທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ກ່າວເປີດພິທີວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ມີຄວາມຍິນດີເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ການນໍາພັກ-ລັດ ໃນການເປັນປະທານຈັດງານແຂ່ງຂັນກ໊ອບລະດົມທຶນເຂົ້າຊຸກຍູ້ການຈັດງານມະຫະກໍາກິລາແຫ່ງຊາດຄັ້ງທີ XI, ທີ່ແຂວງຊຽງຂວາງເປັນເຈົ້າພາບມື້ນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທ່ານທີ່ມາຈາກຕ່າງແຂວງ, ຢູ່ໃນນະຄອນຫລວງວຽງຈັນ ແລະ ນັກກິລາມາຈາກພາກສ່ວນຕ່າງໆ ທີ່ມີຄວາມພະຍາຍາມເດີນທາງມາຮ່ວມການແຂ່ງຂັນຄັ້ງນີ້, ຕາມກໍານົດເວລາ. ຂໍສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບຈັດງານກໍຄືການນໍາແຂວງຊຽງຂວາງ ແລະ ສະຫະພັນກິລາກ໊ອບແຫ່ງແຫ່ງໄດ້ຫ້າງຫາກະກຽມຄວາມພ້ອມໃຫ້ແກ່ງານຄັ້ງນີ້.

ທ່ານ ຮອງນາຍົກລັດຖະມົນຕີ ຍັງກ່າວຕື່ມວ່າ: ການແຂ່ງຂັນກິລາກ໊ອບຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວປວງຊົນທັງຊາດ ພວມຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ- ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX (2021-2025) ແລະ ທັງເປັນການລະດົມທຶນເຂົ້າງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ເພື່ອເຮັດໃຫ້ງານດັ່ງກ່າວ ມີຄວາມໝາຍ, ຄວາມສໍາຄັນ, ເປັນທີ່ປະທັບຕາ ປະທັບໃຈ ແລະ ເປັນທີ່ຈົດຈໍາຂອງແຂກ ແລະ ນັກກິລາເຂົ້າຮ່ວມງານດັ່ງກ່າວ.

ພ້ອມດຽວກັນນີ້, ການແຂ່ງຂັນກິລາຄັ້ງນີ້, ກໍຄືເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ, ວັນຊາດທີ 2 ທັນວາ ຄົບຮອບ 47 ປີຈະມາເຖິງໃນມໍ່ມານີ້. ນອກນີ້ ຍັງເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງ ສູນກາງ ກັບທ້ອງຖິ່ນ, ແຂວງ ກັບ ແຂວງ, ບັນດາກະຊວງກັບອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ- ທະນາຄານ ແລະ ສ້າງນັກກິລາກ໊ອບໃຫ້ມີຄວາມສາມາດສູງຂຶ້ນໄປພ້ອມກັນ.

ການແຂ່ງຂັນກ໊ອບຄັ້ງນີ້, ຊະນະເລີດສາຍ ກ ແມ່ນທ່ານ ທໍາມະລັກ ບົວຫອມ ດ້ວຍ 70 ຄະແນນ, ຮອງຊະນະເລີດສາຍ ກ ແມ່ນທ່ານ ກົງຕາ (ຕຸ້ຍ) ດ້ວຍ 72 ຄະແນນ, ຊະນະເລີດ ສາຍ VIP ແມ່ນທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງຊະນະເລີດອັນດັບ 1 ທ່ານ ຄໍາລາວັນ ຈັນທະວັນ ແລະ ຮອງຊະນະເລີດອັນດັບ 2 ແມ່ນທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ. ສ່ວນການລະດົມທຶນຈາກພາກສ່ວນຕ່າງໆໃນງານແຂ່ງຂັນກິລາກ໊ອບຄັ້ງນີ້ໄດ້ທັງໝົດ 4,380 ຕື້ກີບ.

ໂດຍ: ສ.ຄັດສະເບີດ

ພາບ: ເກດສະໜາ

ບັນດານັກປະພັນເລີ່ມບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ

0

ບັນດາການນໍາ ແລະ ສະມາຊິກໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈຳລາວໄດ້ພາກັນອອກເດີນທາງຈາກສະຖານີລົດໄຟລາວ-ຈີນນະຄອນຫຼວງວຽງຈັນໄປຍັງສະຖານີນາເຕີຍແຂວງຫຼວງນໍ້າທາເມື່ອວັນທີ 14 ພະຈິກນີ້

ບັນດານັກຂຽນ ແລະນັກປະພັນຫຼາຍທ່ານຕ່າງກໍໄດ້ສະແດງທັດສະນະແນວຄວາມຄິດຂອງຕົນເອງຕໍ່ກັບການ ສຳພັດຕົວຈິງໃນການຂີ່ລົດໄຟລາວ-ຈີນໃນຄັ້ງນີ້.ທ່ານບຸນທະນອງ ຊົມໄຊຜົນ ນັກປະພັນ ນັກກະວີ ສີລະປິນດີເດັ່ນສາຂາວັນນະກໍາ,ເຈົ້າຂອງລາງວັນຊີໄລ(ລາງວັນອາຊຽນ)ອາຍຸ69ປີໄດ້ກ່າວວ່າ: ຕົນຮູ້ສຶກມີຄວາມຕື່ນເຕັ້ນດີໃຈ, ທີ່ໄດ້ຂີ່ລົດໄຟທີ່ທັນສະໄໝ ແລະພູມໃຈທີ່ໄດ້ຂີ່ລົດໄຟຢູ່ແຜ່ນດິນລາວທີ່ເປັນປະເທດຂອງຕົນເອງ,ລວມທັງເປັນການເດີນທາງຄັ້ງທໍາອິດ,ເຊິ່ງອອກຈາກສະຖານີນະຄອນຫຼວງວຽງຈັນຈົນເຖິງສະຖານີບໍ່ເຕ່ນທີ່ເປັນສະຖານີສຸດທ້າຍຂອງລົດໄຟລາວ-ຈີນເບື້ອງປະເທດລາວ.ຖືວ່າເປັນການເດີນທີ່ຫຍໍ້ແຜ່ນດິນ ຜ່ານດົງຜ່ານປ່າໄມ້, ບ້ານເຮືອນປະຊາຊົນເປັນໄລຍະທາງ 400 ກວ່າກິໂລແມັດ, ແຕ່ໃຊ້ເວລາພຽງແຕ່2-3 ຊົ່ວໂມງ, ວ່ອງໄວ ແຕ່ຊໍ້າພັດຮູ້ສຶກປອດໄພ ແລະສະດວກສະບາຍຫຼາຍ, ບໍ່ເມື່ອຍ, ບໍ່ຄິດບໍ່ຝັນວ່າຈະມີລົດໄຟໃນແຜ່ນດິນແມ່ ແລະໄດ້ຂີ່ລົດໄຟໃນໄວອາຍຸນີ້.

ພະມະຫາບຸນທະວີ ວິໄລຈັກ ນັກຂຽນ ໄດ້ກ່າວວ່າ: ຄັ້ງນີ້ກໍ່ເປັນຄັ້ງທໍາອິດທີ່ໄດ້ຂີ່ລົດໄຟຢູ່ປະເທດລາວ, ຮູ້ສຶກຕື່ນເຕັ້ນດີໃຈ ທີ່ມີລົດໄຟຢູ່ໃນປະເທດລາວ, ເຄີຍຄິດວ່າປະເທດລາວຈະມີລົດໄຟຄືກັນກັບຢູ່ຕ່າງປະເທດ, ມາມື້ນີ້ຄວາມຝັນກໍ່ເປັນຈິງ ແລະເປັນລົດໄຟທີ່ທັນສະໄໝທີ່ສຸດ, ສະຖານີກໍ່ສະອາດໃຫຍ່ງາມຕາທຽບເທົ່າສະໜາມບິນ, ການບໍລິການກໍ່ດີຫຼາຍ ແລະມີຄວາມປອດໄພສູງ.

ທ່ານ ນາງ ພວງເພັດ ບົວພະຈັນ ນັກຂຽນເລື່ອງສັ້ນ ສະແດງຄວາມຮູ້ສຶກວ່າ: ຂີ່ລົດໄຟຄັ້ງນີ້ເປັນຄັ້ງທີສອງແລ້ວ, ມີຄວາມເຊື່ອໝັ້ນລົດໄຟລາວ-ຈີນ ມີຄວາມສະດວກສະບາຍກວ້າງໃຫຍ່, ປອດໄພ.

ຂະນະດຽວກັນບັນດາສະມາຊິກໂຄງການດັ່ງກ່າວຍັງໄດ້ສະແດງຄວາມຂອບໃຈການນໍາພັກລັດທັງສອງຝ່າຍລາວ-ຈີນໄດ້ອໍານວຍຄວາມສະດວກ ແລະມີໂຄງການດີໆແບບນີ້ເກີດຂຶ້ນ ກໍ່ຄືໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ເຊິ່ງໄດ້ແລກປ່ຽນບົດຮຽນ, ປະສົບການ, ວັດທະນະທໍາ ແລະອື່ນໆ ລວມເຖິງບໍລິສັດທາງລົດໄຟລາວ-ຈີນທີ່ສະໜັບສະໜູນການເດີນທາງອີກດ້ວຍ.

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນຈັດໂດຍສະມາຄົມນັກປະພັນລາວຮ່ວມກັບ ສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ, ປະກອບມີນັກຂຽນ, ນັກແຕ້ມ, ນັກຖ່າຍພາບ ຈໍານວນ 30 ທ່ານ, ໂຄງການດັ່ງກ່າວໄດ້ເລີ່ມແຕ່ວັນທີວັນທີ8ພະຈິກແລະຈະສືບຕໍ່ຈົນຮອດວັນທີ24ພະຈິກ ເຊິ່ງໄດ້ເຄື່ອນໄຫວເກັບກໍາຂໍ້ມູນຕາມແລວທາງລົດໄຟລາວ-ຈີນ ໂດຍສະເພາະບັນດາສະຖານີຂົນສົ່ງຕ່າງໆ ນັບແຕ່ນະຄອນ ຫຼວງວຽງຈັນຈົນເຖິງບໍ່ເຕັນແຂວງຫຼວງນໍ້າທາ ລວມເຖິງອຸໂມງມິດຕະພາບລາວ-ຈີນ.

ຮອງເຈົ້າແຂວງຫຼວງນໍ້າທາ ຕີລາຄາສູງຕໍ່ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ

0

ວັນທີ 14 ພະຈິກນີ້, ທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈໍາລາວ ພ້ອມດ້ວຍຄະນະຈໍານວນ 30 ທ່ານ ໄດ້ເຂົ້າຢ້ຽມພົບປະກັບທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງໆຫຼວງນໍ້າທາ, ຫົວໜ້າຄະນະຊີ້ນໍາໂຄງການທາງລົດໄຟລາວ-ຈີນ ທີ່ແຂວງຫລວງນໍ້າທາ ພ້ອມດ້ວຍຂະແໜງການທີ່ປິ່ນອ້ອມກ່ຽວກັບລົດໄຟລາວ-ຈີນ ໃຫ້ການຕ້ອນຮັບ. ໂອກາດນີ້, ທ່ານຫົວໜ້າ CMG ປະຈຳລາວກໍໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນລະຫວ່າງວັນທີ 14-15 ພະຈິກນີ້.

ໃນໂອກາດນີ້, ທ່ານ ອ່ອນຈັນ ຄໍາພາວົງ ກໍໄດ້ຕີລາຄາສູງຕໍ່ການລົງເຄື່ອນໄຫວ ແລະການຮ່ວມເຮັດວຽກກັບໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ວ່າ: ໂຄງການນີ້ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເປັນການເສີມສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການພົວພັນຮ່ວມມືແບບຮອບດ້ານ ໝັ້ນຄົງຍາວນານ ຕາມທິດ4ດີຂອງຄູ່ຮ່ວມຊາຕາກໍາລາວ-ຈີນໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະມີຜົນທີ່ໃຫຍ່ຫຼວງກວ່າເກົ່າ ໂດຍສະເພາະການໄດ້ນໍາໃຊ້ໂຄງການລົດໄຟລາວ-ຈີນ ຢ່າງເປັນທາງການ ໄດ້ເຮັດໃຫ້ມີຜົນປະໂຫຍດອັນໃຫຍ່ຫຼວງແກ່ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດລາວ-ຈີນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2021-2025 ຂອງແຂວງຫຼວງນໍ້າທາ. ຂ້າພະເຈົ້າຫວັງວ່າ, ໂຄງການດັ່ງກ່າວຈະນໍາເອົາຂໍ້ມູນ ການພັດທະນາແຂວງຫຼວງນໍ້າທາ ທ່າແຮງໃນດ້ານຕ່າງໆ ນໍາໄປໂຄສະນາເຜີຍແຜ່ໃຫ້ສັງຄົມທັງພາຍໃນ ແລະຕ່າງປະເທດຮັບຮູ້ ການລົງທຶນທັງພາຍໃນ ແລະຕ່າງປະເທດ, ນັກທ່ອງທ່ຽວ ເຮັດໃຫ້ແຂວງຫຼວງນໍ້າທາໄດ້ຮັບການພັດທະນາໃນຕໍ່ໜ້າ.

ພ້ອມນີ້, ຄະນະນໍາຂອງແຂວງ ໄດ້ສະແດງຄວາມຂອບໃຈຕໍ່ກັບໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ໂດຍສະເພາະຫົວໜ້າ CMG ປະຈໍາລາວ ແລະ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະທີ່ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານ ພ້ອມທັງດໍາເນີນໂຄງການໃຫ້ມີຜົນສໍາເລັດຕາມຈຸດປະສົງ ແລະຄາດໝາຍ.

ຫຼັງຈາກນັ້ນ, ທີມງານກໍໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາຕໍ່ກັບພະແນກແຜນການແລະການລົງທຶນ, ພະແນກ ຖະແຫຼງຂ່າວ,​ວັດທະນະທໍາ ແລະທ່ອງທ່ຽວ, ພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກໂຍທາທິການແລະຂົນສົ່ງ, ພະແນກກະສິກໍາ ແລະປ່າໄມ້ ແລະຍັງຈະສືບຕໍ່ເຄື່ອນໄຫວຢູ່ບໍ່ເຕ່ນແຂວງຫຼວງນໍ້າທາຕື່ມອີກ.