Monday, October 13, 2025
Home Blog Page 874

ສປ ຈີນ ຮຽກຮ້ອງໃຫ້ ຈີ20 ຫລຸດຜ່ອນຜົນກະທົບ ຈາກການຂຶ້ນດອກເບ້ຍ

0

ຕາມ​ຂ່າ​ວຈາກ ນູຊາດົວ (Nusa Dua), ທ່ານ ສີ ຈິ້ນ​ຜີ​ງ, ປະທານ ​ປະ​ເທດ ສປ ຈີນ ຮຽກ ຮ້ອງໃຫ້ ປະ​ເທດ ​ຮັ່ງ​ມີ ​ໃນ​ກຸ່ມ​ ປະ​ເທດ​ ເສດຖະກິດ ຂະໜາດ​ໃຫຍ່ ​ຈີ 20 (G20) ຈຳກັດ ​ຜົນ​ກະທົບ ​ຈາກ ​ການ​ຂຶ້ນ ​ອັດຕາ ​ດອກ​ເບ້ຍ ​ໃນ​ໄລຍະ ທີ່​ ທະນາຄານ​ກາງ ສ.ອາ​ເມ​ລິ​ກາ (Fed) ກຽມ​ຂຶ້ນ ​ດອກ​ເບ້ຍຕື່ມ​ອີກ ​ເພື່ອ​ສະກັດ​ກັ້ນ ອັດຕາ​ ເງິນ​ເຟີ້ ຫລັງ​ຈາກ​ ເປີດ​ກອງ​ປະຊຸມ ຢູ່​ເກາະ ​ບາ​ຫລີ ປະ​ເທດ ​ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ທີ 16​ ພະຈິກນີ້ ​ເພື່ອ​ຈຳກັດ​ ອັດຕາ ​ເງິນ​ເຟີ້ ໃນ​ໂລກ ​ແລະ ​ແກ້​ໄຂ ຄວາມ​ສ່ຽງ ທັງ ​ລະບົ​ບ​ ໃນ​ເສດຖະກິດ ​ແລະ ຂະແໜງ ການ​ເງິນ ຂອງ ປະ​ເທດ ​ພັດທະນາ​ແລ້ວ ເພື່ອ​ຫລຸດຜ່ອນ ​ຜົນ​ກະທົບ​ ພາຍ​ນອກ ທີ່​ເກີດ​ຈາກ ການ​ປັບ​ປ່ຽນ ​ໃນ​ນະ​ໂຍບາຍ​ ການ​ເງິນ ​ແລະ ຮັກສາ​ ສະຖຽນ ​ລະ​ພາບ​ໜີ້ ​ໃຫ້​ຢູ່​ໃນ​ ລະດັບ ​ຍືນຍົງ. ນອກ​ນີ້ ທ່ານ ຍັງ​ສະ​ແດງ​ ຄວາມ​ຄັດ​ຄ້ານ​ ຢ່າງ​ຈິງ​ຈັງ ຕໍ່​ການ​ນຳ​ ບັນຫາ ​ອາຫານ ​ແລ​ະ ພະລັງງານ ມາ​ເປັນ​ເລື່ອງ​ ທາງ​ການ​ເມືອງ, ​ເປັນ​ເຄື່ອງມື ​ແລະ ​ເປັນອາວຸດ ພ້ອມ​ທັງ ຄັດຄ້ານ​ ມາດ​ຕະການ ​ຂວ້ຳ​ບາດ​ ຂອງ ​ປະເທດ​ ຕາ​ເວັນ​ຕົກ ​​ແລະ ບັນຫາ ​ອື່ນໆ​ອີກ ເນື່ອງ​ຈາກ ​ເປັນ​ອຸປະສັກ ​ຕໍ່​ຄວາມ​ກ້າວໜ້າ ຂອງ​ມະນຸດ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ການຊິງຫລຽນໃນງານກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແລ້ວ! ນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ ຍາດໄດ້ 4 ຫລຽນຄຳທຳອິດ!!

0

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ເຊິ່ງກິລາຍິງປືນ ເປັນ 1 ໃນ 2 ປະເພດກິລາ ມາແຂ່ງຂັນຢູ່ນະຄອນຫລວງ ຕໍ່ຈາກກິລາລອຍນໍ້າ.

ໂດຍເກືອບ 30 ລາຍການຂອງກິລາຍິງປືນ ທີ່ຊິງໄຊໃນງານກິລາແຫ່ງຊາດຄັ້ງນີ້ ມາແຂ່ງຂັນຢູ່ສະໜາມກິລາຍຶງປືນ 5 ເມສາ ແລະ ບາງລາຍການຈະແຂ່ງຂັນຢູ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງໃນໄລຍະກາງເດືອນທັນວາເຊັ່ນ: ປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

ກິລາຍິງປືນ ໃນງານກິລາແຫ່ງຊາດ ຄັ້ງນີ້ ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ຊິງທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ.

ສຳລັບມື້ທຳອິດຊິງ 4 ຫລຽນຄຳຄື: ປະເພດປືນສັ້ນອັດລົມ 10 ແມັດ ຍິງດ່ຽວ-ຊາຍດ່ຽວ ແລະ ທີມຍິງ-ທີມຊາຍ, ຜ່ານການແຂ່ງຂັນ ປະເພດຍິງດ່ຽວ ຫລຽນຄຳເປັນຂອງ ນາງ ໄພວອນ ວົງພະຈັນ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 371 ຄະແນນ, ຫລຽນເງິນ ນາງ ແສງແກ້ວ ມະນີເຟືອງ ຈາກກະຊວງປ້ອງກັນປະເທດ ໄດ້ 369 ຄະແນນ ແລະ ຫລຽນທອງຮ່ວມເປັນຂອງສອງນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຍິງ ຫລຽນຄຳເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1092 ຄະແນນ, ຫລຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1078 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ.

ປະເພດຊາຍດ່ຽວ ປືນສັ້ນອັດລົມ 10 ແມັດ ຫລຽນຄຳເປັນຂອງ ທ້າວ ນິກອນ ປັນຍາວົງ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 561 ຄະແນນ, ຫລຽນເງິນ ທ້າວ ສົມຈັນ ໄຊສົມມີ ຈາກກະຊວງປ້ອງກັນປະເທດ ໄດ້ 555 ຄະແນນ ແລະ ຫລຽນທອງຮ່ວມເປັນຂອງນັກກິລາຈາກກະຊວງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ປະເພດທີມຊາຍ ຫລຽນຄຳເປັນຂອງ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1649 ຄະແນນ, ຫລຽນເງິນ ກະຊວງປ້ອງກັນປະເທດ ໄດ້ 1646 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ.

ການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

Image: Ouandam Phanphengdee

#ຊຽງຂວາງເກມ

#ກິລາແຫ່ງຊາດຄັ້ງທີ11

#LaoNationalGames

ສຸມໃສ່ປະຕິບັດ 3 ຫຼັກການສາມາດມ້າງ-ສະກັດກັ້ນກຸ່ມຂົນສົງຢາເສບຕິດໄດ້ຫຼາຍຄັ້ງ

0

ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ, ເຈົ້າໜ້າທີ່ຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ໄດ້ນໍາກໍາລັງວິຊາສະເພາະສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍນໍາໃຊ້ 3 ມາດຕະການຫຼັກເປັນບ່ອນອີງເພື່ອສ້າງແຜນເຄື່ອນໄຫວປະຕິບັດຕົວຈິງ ເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນການສະກັດກັ້ນ, ເລິກຮື້-ມ້າງກຸ່ມເປົ້າໝາຍທີ່ມີການພົວພັນ-ຂົນສົ່ງຢາເສບຕິດໄດ້ເປັນຈໍານວນຫຼວງຫຼາຍ.

ພັທ ອິນວົງ ວັນນະຈອມຈັນ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງບໍ່ແກ້ວ ໃຫ້ສໍາພາດໃນວັນທີ 8 ພະຈິກຜ່ານມາວ່າ: ໃນໄລຍະຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງໄດ້ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໂດຍອີງໃສ່ 3 ມາດຕະການຕົ້ນຕໍເປັນບ່ອນອີງໃນຈັດຕັ້ງດໍາເນີນຄະດີໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ຜ່ານການຈັດັ້ງເຫັນວ່າຍາດໄດ້ຜົນສໍາເລັດຫຼາຍດ້ານຄື: ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາສາມາດມ້າງຄະດີໄດ້ທັງໝົດ 318 ເລື່ອງ ກັກຕົວຜູ້ຖືກຫາໄດ້ 441 ຄົນ ຍິງ 76 ຄົນ ແລະ ຄົນຕ່າງປະເທດ ຈໍານວນ 35 ຄົນ ຍິງ 5 ຄົນ ໃນນັ້ນ, ສາມາດຢຶດຂອງກາງຢາບ້າໄດ້ 176.506.125 ເມັດ, ຢາໄອສ໌ ຈໍານວນ 2.681 ກິໂລກຼາມ, ເຮໂລອິນ 2 ກິໂລກຼາມ, ເຄຕາມິນ 66 ກິໂລກຼາມ, ແປ້ງຝຸ່ນ 289 ເປົາ, ໂຄເຄນ 47,6 ກຣາມ, ຄາເຟອິນ 168 ກຼາມ, ຢາຝິ່ນ 6,64 ກຼາມ, ເງິນກີບຈຳນວນ 258.341.000 ກີບ, ເງິນບາດ 4.120.655 ບາດ, ປືນສັ້ນ 4 ກະບອກ, ປືນແກ໋ບ 16 ກະບອກ, ປືນເຊກາເຊ 1 ກະບອກ, ລູກປືນ 87 ລູກ, ລົດໃຫຍ່ 13 ຄັນ, ລົດຈັກ 23 ຄັນ, ອາຍັດດິນພ້ອມເຮືອນ 18 ຫຼັງ, ລົງທຳລາຍສວນຝິ່ນໄດ້ 78,2ເຮັກຕາ; ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢູ່ບັນດາຂົງເຂດກົມກອງອ້ອມຂ້າງແຂວງ, ເມືອງ, ບ້ານ ແລະ ໂຮງຮຽນ ຈຳນວນ 35 ຄັ້ງ ມີຜູ້ເຂົ້າຮ່ວມ 2.070 ຄົນ ຍິງ 370 ຄົນ ພ້ອມທັງໄດ້ບໍາບັດປິ່ນປົວ ແລະ ຟື້ນຟູສຸຂະພາບຂອງຜູ້ຕິດຢາເສບຕິດປະເພດຕ່າງໆ ໄດ້ຈຳນວນ 198 ຄົນ ຍິງ 9 ຄົນ.

ຈາກຜົນງານທີ່ກ່າວມາຂ້າງເທິງນັ້ນ, ຍ້ອນການເອົາໃຈໃສ່ຂອງເຈົ້າໜ້າທີ່ທຸກຂັ້ນທີ່ໄດ້ປະສານສົມທົບກັນຢ່າງກົມກ່ຽວ ແລະ ແໜ້ນແຟ້ນ ພ້ອມນັ້ນ, ກໍຍ້ອນຄວາມຕື່ນຕົວປະກອບສ່ວນຢ່າງເປັນເຈົ້າການຂອງພົນລະເມືອງດີ ກໍຄືພໍ່-ແມ່ປະຊາຊົນບັນດາເຜົ່າທີ່ຊ່ວຍເປັນຫູເປັນຕາໃນການລາຍງານແຈ້ງຂໍ້ມູນຂ່າວສານໃຫ້ເຈົ້າໜ້າທີ່ດ້ວຍຄວາມຈິງໃຈ ແລະ ທັນເວລາ ຈຶ່ງເຮັດໃຫ້ກໍາລັງວິຊາສະເພາະຫ້ອງຕໍາຫຼວດສາມາດມ້າງລາຍຄະດີດັ່ງກ່າວໄດ້ສໍາເລັດຕາມເປົ້າໝາຍ. ຢ່າງໃດກໍຕາມ, ໃນຕໍ່ໜ້າຈະສືບຕໍ່ຍົກສູງຂີດຄວາມສາມາດໃນການຊີ້ນໍາ-ນໍາພາກໍແໜ້ນສະພາບການເຄື່ອນໄຫວຂອງກຖ່ມເປົ້າໝາຍ-ເຄືອຂ່າຍທີ່ມີການພົວພັນຊື້-ຂາຍຜດ ຂົນສົ່ງ, ຜະລິດຢາເສບຕິດ, ກໍາໃຫ້ໄດ້ຫົວໂປ່ໂຕການ, ກຸ່ມແກ້ງ ເພື່ອສ້າງແຜນເລິກຮື້-ມ້າງເປັນແຕ່ລະໄລຍະ ແລະ ຫັນເອົາກໍາລັງວິຊາສະເພາະລົງກໍ່ສ້າງຮາກຖານ ໂດຍປະສານສົມທົບກັຍພາກສ່ວນທີ່ກ່ຽວຂ້ອງຢູ່ບັນດາເມືອງ, ​ກຸ່ມບ້ານ ແລະ ອໍານາດປົກຄອງບ້ານ ແນ່ໃສສະກັດກັ້ນ, ຕ້ານ ແລະ ປາບປາມຢາເສບຕິດຢູ່ພາຍໃນແຂວງໃຫ້ຫຼຸດລົງເທື່ອລະກ້າວ.

ຂ່າວ: ລັດດາວັນ

ກິລາປະເພດຍິງປືນຍາວອັດລົມຊາຍໃຫ້ ກະຊວງ ປກສ ໃນງານກິລາແຫ່ງຊາດ ຄັ້ງທີ 11 ສ່ວນ ກອງທັບ ແຊ້ມເກົ່າ ໄດ້ຫລຽນຄຳທຳອິດມາແລ້ວ!

0

ປານ ດວງປະເສີດ ໄດ້ຮັບ ຫລຽນຄຳທີ 5 ໃຫ້ແກ່ຄະນະນັກກິລາຍິງປືນ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໃນງານກິລາແຫ່ງຊາດ ຄັ້ງທີ 11 ໂດຍມື້ທີສອງຂອງການແຂ່ງຂັນກິລາຍິງປືນ ວັນທີ 15 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນ ຫລວງວຽງຈັນ ມີຊິງ 2 ຫລຽນຄຳ ປະເພດປືນຍາວອັດລົມ ຊາຍດ່ຽວ ແລະ ທີມຊາຍ.

ຜ່ານການແຂ່ງຂັນ ຫລຽນຄຳປະເພດຊາຍດ່ຽວເປັນຂອງ ປານ ດວງປະເສີດ ຈາກກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 559 ຄະແນນ, ຫລຽນເງິນ ດວງຈັນ ສາຍພູຟ້າ ຈາກກະຊວງປ້ອງກັນປະເທດ ຍິງໄດ້ 558 ຄະແນນ, ຫລຽນທອງຮ່ວມນັກກິລາຈາກກະຊວງປ້ອງກັນປະເທດ.

ສ່ວນປະເພດທີມຊາຍ ຫລຽນຄຳເປັນຂອງກະຊວງປ້ອງກັນປະເທດ ຍິງໄດ້ 1632 ຄະແນນ ກາຍເປັນຫລຽນຄຳທຳອິດຂອງເຈົ້າຄອງຫລຽນຄຳ ກິລາແຫ່ງຊາດ ຄັ້ງຜ່ານມາ, ຫລຽນເງິນ ກະຊວງປ້ອງກັນຄວາມສະຫງົບ ຍິງໄດ້ 1589 ຄະແນນ, ຫລຽນທອງຮ່ວມ ນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ.

ສຳລັບມື້ອື່ນ ວັນທີ 16 ພະຈິກ 2022 ຈະເປັນການແຂ່ງຂັນປະເພດປືນຍາວອັດລົມ ຍິງດ່ຽວ ແລະ ທີມຍິງ ເລີ່ມເວລາ 9:00 ໂມງເຊົ້າເປັນຕົ້ນໄປ.

ກິລາຍິງປືນ ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະ ຄອນຫລວງວຽງຈັນ, ໄລຍະທີ 2 ແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.

ສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ ລົງເກັບກຳຂໍ້ມູນຢູ່ແຂວງຫຼວງນໍ້າທາ

0

ວັນທີ 15 ພະຈິກ 2022 ນີ້, ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ນໍາໂດຍທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ແລະ ທ່ານ ນາງ ແສງແກ້ວ ຫົວໜ້າ CMG ປະຈຳລາວ ພ້ອມຄະນະໄດ້ສືບຕໍ່ສໍາພາດ ແລະເກັບກໍາຂໍ້ມູນຢູ່ແຂວງຫຼວງນໍ້າທາ ໂດຍສະເພາະແມ່ນໄດ້ເຄື່ອນໄຫວເຮັດວຽກຢູ່ທີ່ສະຖານີນາເຕີຍ, ລົງຕິດຕາມບ້ານຈັດສັນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຊິ່ງປັດຈຸບັນແມ່ນກໍາລັງຈັດຕັ້ງການຍົກຍ້າຍປະຊາຊົນເຂົ້າມາຢູ່, ນອກຈາກນັ້ນ, ທີມງານໂຄງການຍັງໄດ້ເດີນທາງມາບ້ານບໍ່ເຕ່ນ ເພື່ອສໍາພາດນາຍບ້ານ ແລະ ປະຊາຊົນໃນທ້ອງຖິ່ນ.

ທ່ານ ອຸ່ນຈ່ອຍ ສຸລິຍະໄຊ ຮອງນາຍບ້ານໆ ບໍ່ເຕ່ນໄດ້ລາຍງານສະພາບລວມຂອງບ້ານໂດຍໃຫ້ຮູ້ວ່າ: ບ້ານບໍ່ເຕ່ນປະກອບມີ 374 ຫຼັງຄາເຮືອນ, ມີປະຊາກອນ 1,271 ຄົນ, ມີ 8 ຊົນເຜົ່າ, ປະຊາຊົນສວ່ນໃຫຍ່ແມ່ນມີອາຊີບຄ້າຂາຍ, ຂັບລົດຂົນສົ່ງສິນຄ້າຕາມຊາຍແດນລາວ-ຈີນ, ເປັນຊາວກະສິກອນປູກຢາງພາລາ, ປູກພືດ ແລະ ອື່ນໆ ນັບແຕ່ມີເສັ້ນທາງລົດໄຟລາວ-ຈີນເປັນຕົ້ນມາສະພາບການໄປມາຫາສູ່ກັນແມ່ນສະດວກສະບາຍຫຼາຍຂື້ນເຊັ່ນ: ໄປນະຄອນຫຼວງວຽງຈັນ ກໍ່ບໍ່ໄດ້ກັງວົນຫຼາຍ, ພ້ອມກັນນັ້ນ, ຍັງໄດ້ຊຸກຍູ້ເສດຖະກິດການທ່ອງທ່ຽວຕື່ມອີກ.

ນອກນັ້ນຄະນະນໍາໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຍັງໄດ້ລົງເກັບກໍາຂໍ້ມູນຢູ່ທີ່ສະຖານີນາເຕີຍ ແລະ ໄດ້ສໍາພາດຄະນະນຳຂອງບໍລິສັດລາວກົງ ເຊິ່ງເປັນຫົວໜ່ວຍທຸລະກິດທີ່ບໍລິການລົດແທັກຊີ, ລົດຕູ້ ແລະ ລົດເມຮັບໃຊ້ພາຍໃນແຂວງ ພ້ອມດຽວກັນນັ້ນບັນດານັກຂ່າວ ແລະ ນັກປະພັນຍັງໄດ້ສໍາພາດພະນັກງານລົດໄຟໃນສະຖານີນາເຕີຍອີກດ້ວຍ.

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຈັດໂດຍສະມາຄົມນັກປະພັນລາວ ຮ່ວມກັບສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ປະຈໍາລາວ, ປະກອບມີນັກຂຽນ, ນັກແຕ້ມ, ນັກຖ່າຍພາບ ຈໍານວນ 30 ທ່ານ, ໂຄງການດັ່ງກ່າວໄດ້ເລີ່ມແຕ່ວັນທີວັນທີ 8 ພະຈິກ ແລະ ຈະສືບຕໍ່ຈົນຮອດວັນທີ 23 ພະຈິກ ເຊິ່ງໄດ້ເຄື່ອນໄຫວເກັບກໍາຂໍ້ມູນຕາມແລວທາງລົດໄຟລາວ-ຈີນໃນ 5 ແຂວງ ເພື່ອນໍາມາຂຽນເປັນບົດປະພັນວັນນະຄະດີ, ບົດກະວີ, ບັນທຶກ ແລະ ບົດເລື່ອງສັ້ນ ລວມເຖິງການລາຍງານຂ່າວສະພາບຄວາມຄືບໜ້າຕ່າງໆ ເນື່ອງໃນໂອກາດເສັ້ນທາງລົດໄຟລາວ-ຈີນ ໃກ້ຈະໝຸນວຽນມາຄົບຮອບ 1 ປີຂອງການເປີດ.

ຮອງໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວຊົມເຊີຍປະມຸກລັດຈີນ-ອາເມຣິກາພົບປະກັນ

0

ຫວ່າງມໍ່ໆມານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານໂຈ ໄບເດນ ປະທານາທິບໍອາເມຣິກາຢູ່ເກາະບາຫຼີຂອງອິນໂດເນເຊຍ. ຕໍ່່ກັບເລື່ອງນີ້, ທ່ານຟາຮານ ຮັກ ຮອງໂຄສົກເລຂາທິີການໃຫຍ່ອົງການສະຫະປະຊາຊາດກ່າວວ່າ, ອົງການສະຫະປະຊາຊາດສະແດງຄວາມຊົມເຊີຍທີ່ສຸດຕໍ່ປະມຸກລັດຈີນ ແລະ ອາເມຣິກາພົບປະກັນ, ໂດຍສະເພາະແມ່ນການເສີມຂະຫຍາຍບົດບາດໃນຂົງເຂດຕ່າງໆ ເຊັ່ນ:ດຳເນີນການຮ່ວມມືເພື່ອຮັບມືກັບບັນຫາການປ່ຽນແປງຂອງດິນຟ້າອາກາດ.

ທ່ານຟາຮານ ຮັກກ່າວຕື່ມວ່າ: ກ່ອນອື່ນ, ຂ້າພະເຈົ້າສະແດງຄວາມຊົມເຊີຍຕໍ່ການຫາລືລະດັບສູງສຸດລະຫວ່າງປະມຸກລັດຈີນ ແລະ ອາເມຣິກາມາໂດຍຕະຫຼອດ, ໂດຍສະເພາະແມ່ນກຸ່ມະຍາຍາມຮ່ວມກັນເພື່ອຮັບມືກັບໄພຂົ່ມຂູ່ທີ່ມາຈາກການປ່ຽນແປງຂອງດິນຟ້າອາກາດ, ສິ່ງນີ້ແມ່ນສຳຄັນຫຼາຍສົມຄວນ. ຕໍ່ກັບເລື່ອງນີ້, ຄວາມຄືບໜ້າໃດໆ ເຊິ່ງລວມທັງການສົນທະນາກັນລະຫວ່າງສອງຝ່າຍ, ຂ້າພະເຈົ້າຂໍຊົມເຊີຍທີ່ສຸດ.

ລັດຖະມົນຕີກະຊວງທ່ອງທ່ຽວ ແລະປະດິດສ້າງເສດຖະກິດອິນໂດເນເຊຍກ່າວວ່າ: ຫວັງວ່າຈະເປັນຜູ້ໂດຍສານຊຸດທຳອິດຂອງລົດໄຟຄວາມໄວສູງຈາກາຕາ-ບັນດຸງ

0

ທ່ານຊັນເດຍກາ ອູໂນ ລັດຖະມົນຕີກະຊວງທ່ອງທ່ຽວ ແລະປະດິດສ້າງເສດຖະກິດອິນໂດເນເຊຍໃຫ້ສຳພາດໃນວັນທີ 15 ພະຈິກນີ້, ໂດຍທ່ານໄດ້ຕີລາຄາສູງ ແລະສະແດງຄວາມຄອງຄອຍຕໍ່ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງທີ່ພວມກໍ່ສ້າງ. ທ່ານກ່າວວ່າ: ຈາກາຕາ ແລະບັນດຸງທີ່ທາງລົດໄຟຄວາມໄວສູງເຊື່ອມຕໍ່ນັ້ນເປັນສອງຕົວເມືອງສຳຄັນຂອງອິນໂດເນເຊຍ, ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານກ່າວຕື່ມວ່າ: ນະຄອນບັນດຸງ ແລະແຂວງຈາວາຕາເວັນຕົກທີ່ນະຄອນບັນດຸງສັງກັດນັ້ນ ແມ່ນໜຶ່ງໃນຕະຫຼາດການທ່ອງທ່ຽວໃຫຍ່ທີ່ສຸດຂອງອິນໂດເນເຊຍ, ແຕ່ລະປີມີນັກທ່ອງທ່ຽວເກືອບ 120 ລ້ານເທື່ອຄົນ. ທາງລົດໄຟຄວາມໄວສູງຈາກາຕາ-ບັນດຸງຈະເຮັດໃຫ້ພື້ນຖານໂຄງລ່າງທີ່ມີຢູ່ໃນປັດຈຸບັນນີ້ສົມບູນຂຶ້ນກວ່າເກົ່າ ແລະ ຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ. ຂ້າພະເຈົ້າຫວັງວ່າຈະເປັນຜູ້ໂດຍສານຊຸດທຳອິດຂອງລົດໄຟຄວາມໄວສູງຈາກາຕາ-ບັນດຸງ.

ທ່ານສີຈິ້ນຜິງພົບປະກັບປະທານາທິບໍດີ ສ.ເກົາຫຼີ

0

ຕອນບ່າຍວັນທີ 15 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບທ່ນ ຢູນຊົກເຢວ ປະທານາທິບໍດີ ສ.ເກົາຫຼີຢູ່ເກາະບາຫຼີປະເທດອິນໂດເນເຊຍ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປີນີ້ຈີນ-ສ.ເກົາຫຼີສ້າງສາຍພົວພັນທາງການທູດຄົບຮອບ 30 ປີ. ປະຫວັດສາດ 30 ປີສະແດງໃຫ້ເຫັນວ່າ: ສາຍພົວພັນຈີນ-ສ.ເກົາຫຼີພັດທະນາຢ່າງປອດໃສ ແລະໝັ້ນທ່ຽງສອດຄ່ອງກັບຜົນປະໂຫຍດພື້ນຖານຂອງປະຊາຊົນສອງປະເທດ.

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ສອງຝ່າຍຕ້ອງເພີ່ມທະວີການຕິດຕໍ່ພົວພັນຍຸດທະສາດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງ. ເສດຖະກິດຈີນ-ສ.ເກົາຫຼີຊ່ວຍຊູຍູ້ໜູນກັນໃນລະດັບສູງ, ຕ້ອງຊຸກຍູ້ການເຊື່ອມຈອດດ້ານຍຸດທະສາດການພັດທະນາ, ເພື່ອບັນລຸໃຫ້ສອງປະເທດພັດທະນາ ແລະຈະເລີນຮຸ່ງເຮືອງຮ່ວມກັນ.

ທ່ານ ຢູນຊົກເຢວ ກ່າວວ່າ: ສ.ເກົາຫຼີຫວັງຈະຮັກສາການໄປມາຫາສູ່ກັນລະດັບຕ່າງໆກັບຈີນ,ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ເພີ່ມທະວີໄມຕີຈິດມິດຕະພາບລະຫວ່າງປະຊາຊົນ, ປົກປັກຮັກສາໂຄງປະກອບການຄ້າເສລີ, ຮ່ວມກັນຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ.

ສະພາບອາກາດ ປະຈໍາວັນທີ 15 ພະຈິກ 2022

0

ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ມີກໍາລັງປານກາງຍັງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນ ອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນເຂດພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ກະກຽມຄວາມພ້ອມຕົວແທນເດັກ ເຂົ້າຮ່ວມທົບທວນການປະຕິບັດສິດທິເດັກຢູ່ ສປປ ລາວ

0

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ຕົວແທນເດັກ ເພື່ອເຂົ້າຮ່ວມກອງປະ ຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດສິດທິເດັກຢູ່ ສປປ ລາວ ຈັດຂຶ້ນໃນລະຫວ່າງວັນທີ 15-17 ພະຈິກ 2022 ພາຍໃຕ້ການເປັນປະທານຂອງ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການ ຄຊກມດ, ມີຕົວແທນເດັກ ແລະ ຜູ້ດູແລະເດັກ ຈາກ 18 ແຂວງເຂົ້າຮ່ວມ.

ທ່ານ ນາງ ຈົງຈິດ ຈັນທະລານົນ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ແນໃສ່ເພື່ອກະກຽມຄວາມພ້ອມທຸກດ້ານໃຫ້ເດັກ ໄດ້ມີສ່ວນຮ່ວມໃນການອອກຄຳຄິດຄຳເຫັນ ກ່ຽວກັບສິ່ງທ້າທາຍຕ່າງໆທີ່ຕິດພັນກັບເຂົາເຈົ້າເອງ ໃນກອງປະຊຸມລະດັບສູງ ເພື່ອທົບທວນການຈັດຕັ້ງປະຕິບັດ ວຽກສິດເດັກ ຢູ່ ສປປ ລາວ ເຊິ່ງຈະຈັດຂຶ້ນໃນວັນທີ 18 ພະຈິກ 2022 ເພື່ອມີສ່ວນຮ່ວມໃນ ກິດຈະ ກຳຕ່າງໆ ເປັນຕົ້ນ ຂະບວນຍ່າງເພື່ອສຸຂະພາບ, ກິດຈະກຳສະແດງຄວາມສາມາດຂອງເດັກ ແລະ ພິທີຍ້ອມໄຟສີຟ້າ ຢູ່ປະຕູໄຊ ທີ່ຈະຈັດຂຶ້ນໃນໂອກາດສະເຫລີມສະຫລອງວັນເດັກໂລກໃນປີນີ້.

ເພື່ອເປັນການສ້າງຄວາມພ້ອມທຸກດ້ານໃຫ້ແກ່ເດັກ ໃນການເປັນຕົວແທນເດັກ ເຂົ້າຮ່ວມກອງປະຊຸມລະດັບສູງ ຕົວແທນເດັກຈາກ 18 ຈະໄດ້ຄົ້ນຄວ້າເນື້ອໃນ ການມີສ່ວນຮ່ວມຂອງເດັກ, ຄອບຄົວໃນການຮັບມືກັບການແພ່ລະບາດຂອງພະຍາດ ໂຄວິດ-19 ໃນໄລຍະການແພ່ລະບາດຂອງພະຍາດ, ການສັກຢາປ້ອງກັນພະຍາດໂຄວິດ-19, ວິຖີຊີວິດປົກກະຕິແບບໃໝ່, ການນໍາໃຊ້ສື່ສັງ ຄົມອອນລາຍ ແລະ ອື່ນໆ.

ຂ່າວ-ພາບ: ກິດຕາ