Sunday, October 12, 2025
Home Blog Page 873

ຈີນ ຈະສືບຕໍ່ເພີ່ມທະວີຮ່ວມມື ກັບ ກຸ່ມ ຈີ 20

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 16 ພະຈິກ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ກ່າວໃນເວລາເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຜູ້ນຳກຸ່ມ ຈີ 20 ຄັ້ງທີ 27 ທີ່ຈັດຂຶ້ນຢູ່ບາຫລີ ປະເທດ ອິນໂດເນເຊຍ ວ່າ: ຈີນ ຈະສືບຕໍ່ ເພີ່ມທະວີ ຮ່ວມມື ກັບ ບັນດາສະມາຊິກ ໃນກຸ່ມ ຈີ20 (G20) ເພື່ອຮ່ວມສ້າງ ຂະບວນ ເສດຖະກິດ ດີຈິຕອນ ລະດັບໂລກ ເພື່ອແນໃສ່ ສ້າງຜົນປະໂຫຍດ ໃຫ້ແກ່ທຸກຄົນ. ຄວາມສົມດຸນ, ການປະສານງານ, ການຄວບຄຸມ, ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ການຈະເລີນ ຮຸ່ງເຮືອງ ໄປພ້ອມໆກັນ.

ຍີ່ປຸ່ນ ຕ້ອນຮັບນັກທ່ອງທ່ຽວສາກົນເກືອບ 5 ແສນເທື່ອຄົນ

0

ສຳນັກຂ່າວ ຕ່າງປະເທດ ລາຍງານຈາກ ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ, ອົງການສົ່ງເສີມ ການທ່ອງທ່ຽວ ແຫ່ງປະເທດ ຍີ່ປຸ່ນ (ເຈເອັນທີໂອ) ລາຍງານວ່າ, ເມື່ອເດືອນຕຸລາຜ່ານມາ ຕົວເລກ ສະຖິຕິ ນັກທ່ອງທ່ຽວ ຕ່າງປະເທດ ຊຶ່ງເດີນທາງ ເຂົ້າມາ ຍີ່ປຸ່ນ ບັນລຸ ປະມານ 498.600 ເທື່ອຄົນ ເພີ່ມຂຶ້ນ ເມື່ອທຽບໃສ່ເດືອນກັນຍາ ຜ່ານມາ.

ທັງນີ້ ຕົວເລກ ສະຖິຕິດັ່ງກ່າວ ລວມເຖິງ ການເດີນທາງ ເຂົ້າມາ ເພື່ອການທ່ອງທ່ຽວ ແລະ ການດຳເນີນທຸລະກິດ ກໍເພີ່ມຂຶ້ນ 2.155% ເມື່ອທຽບໃສ່ ໄລຍະເວລາດຽວກັນ ຂອງ ປີກາຍ. ເມື່ອວັນທີ 11 ຕຸລາ ທີ່ຜ່ານມາ, ຍີ່ປຸ່ນ ປະກາດ ເປີດປະເທດ ຢ່າງເຕັມຮູບແບບ./

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

ມື້ທຳອິດຂອງກອງປະຊຸມສຸດຍອດຄັ້ງທີ 17 ຂອງກຸ່ມ G20 ຢູ່ເກາະບາຫລີ ທ່ານ ສີຈິ້ນຜິງ ໄດ້ເນັ້ນໜັກເຖິງເລື່ອງນີ້

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 15 ພະຈິກ 2022, ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ໄດ້ຈັດຂຶ້ນຢູ່ເກາະບາຫລີ ປະເທດອິນໂດເນເຊຍ. ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ຮ່ວມກັນຕ້ອນຮັບສິ່ງທ້າທາຍຈາກຍຸກສະໄໝ ຮ່ວມກັນສ້າງອະນາຄົດອັນດີງາມ”.

ປັດຈຸບັນນີ້, ການແພ່ລະບາດຂອງພະຍາດໂຄວິດ-19 ແມ່ນເກີດຂຶ້ນເລື້ອຍໆ, ຄວາມບອບບາງທາງເສດຖະກິດໂລກພົ້ນເດັ່ນຂຶ້ນກວ່າເກົ່າ, ສະພາບການທາງການເມືອງໃນພາກພື້ນເຄັ່ງຕຶງຂຶ້ນ, ການບໍລິຫານໂລກຂາດແຄນຢ່າງໜັກໜ່ວງ ວິກິດການຫລາຍດ້ານເຊັ່ນ: ສະບຽງອາຫານ, ພະລັງງານ ແລະອື່ນໆສະຫລັບສັບຊ້ອນກັນ, ການພັດທະນາຂອງມວນມະນຸດພວມຜະເຊີນກັບສິ່ງທ້າທາຍອັນໜັກໜ່ວງ. ພາຍໃຕ້ສະພາບການແບບນີ້, ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ຈຶ່ງໄດ້ກຳນົດຫົວຂໍ້ຫລັກວ່າ “ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ”.

ຄຳວ່າ ການພັດທະນາ ແມ່ນຄຳສັບສຳຄັນທີ່ພົ້ນເດັ່ນທີ່ສຸດໃນຄຳປາໄສຂອງທ່ານ ສີຈິ້ນຜິງໃນກອງປະຊຸມສຸດຍອດຄັ້ງນີ້, ແມ່ນແຮງຂັບເຄື່ອນສຳຄັນທີ່ສຸດໃນການບັນລຸເປົ້າໝາຍທີ່ ຮ່ວມກັນຟື້ນຟູຄືນໃໝ່, ຟື້ນຟູຄືນໃໝ່ຢ່າງແຂງແຮງ. ທ່ານ ສີຈິ້ນຜິງ ສະເໜີວ່າ ຄວນຊຸກຍູ້ການພັດທະນາຂອງໂລກທີ່ມີລັກສະນະກວມລວມກວ່າເກົ່າ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງກວ່າເກົ່າ ແລະ ມີຄວາມເຂັ້ມແຂງກວ່າເກົ່າ. ການພັດທະນາຮ່ວມກັນຂອງປະເທດຕ່າງໆຈຶ່ງແມ່ນການພັດທະນາທີ່ແທ້ຈິງ. ຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບຂອງໂລກບໍ່ອາດສາມາດສ້າງຂຶ້ນໄດ້ຢູ່ບົນພື້ນຖານທີ່ຜູ້ທຸກຍາກຍິ່ງທຸກຍາກກວ່າເກົ່າ, ຜູ້ຮັ່ງມີຍິ່ງຮັ່ງມີກວ່າເກົ່າ. ແຕ່ລະປະເທດລ້ວນແຕ່ຢາກມີຊີວິດການເປັນຢູ່ທີ່ດີ, ຄວາມທັນສະໄໝບໍ່ແມ່ນສິດພິເສດຂອງປະເທດໃດໜຶ່ງ. ປະເທດທີ່ພັດທະນາໄປກ່ອນຄວນຊ່ວຍເຫລືອການພັດທະນາຂອງປະເທດອື່ນຢ່າງຈິງໃຈ, ສະໜອງຜະລິດຕະພັນສາທາລະນະຂອງໂລກຫລາຍກວ່າເກົ່າ.

ໃນການກ່າວຄຳປາໄສຄັ້ງນີ້, ທ່ານ ສີຈິ້ນຜິງ ໄດ້ເນັ້ນເຖິງສິ່ງທ້າທາຍອັນຮີບດ່ວນທີ່ສຸດໃນຂົງເຂດການພັດທະນາຂອງໂລກ ຄື ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ. ທ່ານກ່າວວ່າ ຄວາມສ່ຽງໃນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານຂອງປະເທດພວມພັດທະນາມີຄວາມພົ້ນເດັ່ນຫລາຍກວ່າ, ກຸ່ມ G20 ຄວນສຸມໃສ່ເລື່ອງນີ້ ແລະໃຫ້ການສະໜັບສະໜູນທີ່ຈຳເປັນໃນດ້ານການຜະລິດ, ສະສົມ, ເງິນທຶນ, ເຕັກໂນໂລຊີ ແລະ ອື່ນໆ.

ກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ໄດ້ສ້າງເວທີແລກປ່ຽນຂອງກອງປະຊຸມຫລາຍຝ່າຍ, ໄດ້ສ້າງໂອກາດທີ່ຫາຍາກໃຫ້ແກ່ການພົບປະສອງຝ່າຍລະຫວ່າງຜູ້ນຳປະເທດຕ່າງໆ.

ວັນທີ 15 ພະຈິກ 2022 ນີ້, ຫລັງຈາກພົບປະກັບທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມຣິກາ, ທ່ານ ສີຈິ້ນຜິງ ຍັງໄດ້ພົບປະກັບຜູ້ນຳ 8 ປະເທດທີ່ໄປເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 17 ຂອງກຸ່ມ G20 ຢູ່ເກາະບາຫລີ. ການເຮັດແນວໃດເພື່ອຖອດຖອນບົດຮຽນຈາກອະດີດ ຈ້ອງມອງອະນາຄົດ, ສືບທອດພາລະກິດໃນອະດີດ ແລະ ບຸກເບີກເສັ້ນທາງໃນອະນາຄົດ, ນີ້ກໍຄືຫົວຂໍ້ສຳຄັນອັນໜຶ່ງໃນການພົບປະລະຫວ່າງທ່ານປະທານ ສີຈິ້ນຜິງ ກັບຜູ້ນຳປະເທດທີ່ກ່ຽວຂ້ອງ.

ລົດໄຟລາວ-ຈີນ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນ

0

ໃນໂອກາດທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ເຄື່ອນໄຫວເກັບກຳຂໍ້ມູນຂ່າວສານທີ່ແຂວງຫຼວງນໍ້າທາ ເມື່ອວັນທີ 15 ພະຈິກນີ້,ທິມງານໄດ້ສຳພາດ ທ່ານ ນາງ ວິໄລ ອິນທະວີໄຊ ຜູ້ຈັດການບໍລິສັດລາວກົງ ທີ່ໃຫ້ບໍລິການຂົນສົ່ງຜູ້ໂດຍສານດ້ວຍລົດແທັກຊີ້, ລົດຕູ້ ທີ່ປະຈໍາຢູ່ສະຖານີນາເຕີຍ,ໂດຍທ່ານໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາບໍລິສັດລາວກົງແມ່ນໄດ້ໃຫ້ບໍລິການລົດເມ, ລົດແທັກຊີ ແລະ ລົດຕູ້ທີ່ຮັບສົ່ງຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ, ແຕ່ພາຍຫຼັງມີລົດໄຟລາວ-ຈີນເປັນຕົ້ນມາ,ພວກເຮົາຈຶ່ງໄດ້ຫັນມາເປັນການຂົນສົ່ງຜູ້ໂດຍສານຈາກສະຖານີນາເຕີຍ ຫາເມືອງຫຼວງນໍ້າທາ ແລະ ບັນດາເມືອງຕ່າງໆພາຍໃນແຂວງ, ໂດຍມີປ່ອງບໍລິການຜູ້ໂດຍສານປະຈໍາຢູ່ສະຖານນີນາເຕີຍ. ປະຈຸບັນ, ມີລົດແທັກຊີຈໍານວນ 20 ກວ່າຄັນແລະລົດຕູ້ເພື່ອອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທີ່ເດີນທາງດ້ວຍລົດໄຟລາວ-ຈີນມາຍັງແຂວງຫຼວງນໍ້າທາ.

ທ່ານ ບຸນເຮືອງ ສຸລິນ ອາຍຸ 53 ປີ ຜູ້ຂັບລົດຕູ້ຂອງບໍລິສັດດັ່ງກ່າວໃຫ້ຮູ້ວ່າ, ຕົນເອງໄດ້ຂັບລົດມາໄດ້ 15 ປີແລ້ວ, ແຕ່ກ່ອນລູກຄ້າບໍ່ຫລາຍ,ລາຍຮັບກໍຕໍ່າ ແຕ່ພາຍຫຼັງມີລົດໄຟແລ້ວ ຕົນຈຶ່ງໄດ້ຊື້ລົດຕູ້ມາຂັບເພື່ອຂົນສົ່ງຜູ້ໂດຍສານຈາກສະຖານີໄປຍັງເມືອງຫລວງນໍ້າທາ,ເມືອງຕ່າງໆພາຍໃນແຂວງແລະແຂວງອ້ອມຂ້າງໂດຍຈະແລ່ນແຕ່ຫຼວງນໍ້າທາ, ຫຼວງພະບາງ ແລະອຸດົມໄຊ ພາຍຫຼັງມີລົດໄຟລາວ-ຈີນແລ້ວ ເຫັນວ່າມີລູກຄ້າມາໃຊ້ບໍລິການເພີ່ມຂຶ້ນຫລາຍ ໂດຍສະເພາະໄລຍະເທດສະການ ແລະທ້າຍອາທີດ. ປະຈຸບັນໄດ້ຮັບໃຊ້ລູກຄ້າທຸກມື້, ສ້າງລາຍໄດ້ໃຫ້ແກ່ຄອບຄົວບໍ່ຫຼຸດ 7-8 ລ້ານຕໍ່ເດືອນ.ສວ່ນທ່ານ ວັນທອນ ໄຊຍະສິດ ຜູ້ຂັບລົດແທັກຊີປະຈໍາຢູ່ສະຖານີນາເຕີຍກໍໃຫ້ຮູ້ອີກວ່າ: ຂັບລົດແທັກຊີມາດົນແລ້ວ ແລະພາຍຫຼັງເປີດປະເທດ ຜູ້ຄົນກໍເລີ່ມເຂົ້າມາຫຼວງນໍ້າທານັບມື້ຫຼາຍຂຶ້ນ ມື້ໜຶ່ງຮັບສົ່ງຜູ້ໂດຍສານບໍ່ຕໍ່າກວ່າ 3 ຖ້ຽວ ຍ້ອນລົດໄຟໄດ້ອໍານວຍຄວາມສະດວກໃຫ້ແກ່ການເດີນທາງ ເຮັດໃຫ້ມີລູກຄ້າທຸກມື້ແລະສ້າງລາຍຮັບໄດ້ດີກວ່າຕອນບໍ່ທັນມີລົດໄຟລາວ-ຈີນ.

ສະພາບອາກາດ ປະຈໍາວັນທີ 16 ພະຈິກ 2022

0

ບໍລິເວນຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະຮ້ອນ ໂດຍສະເພາະໃນຕອນ ກາງເວັນຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ສໍາລັບ ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດ ຍັງຈະເຢັນ ຫາ ໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນ ຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 16/11/2022 ເຖິງເວລາ 7:00 ໂມງວັນທີ 17/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມ ໃນລະຫວ່າງ 19-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ແລະ ຈະມີລົມພັດແຮງ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ແລະ ຮ້ອນໃນຕອນບ່າຍ ພ້ອມຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20-35 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 22-36 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກ ບາງປົກຫ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.

ຮອງປະທານສະພາແຫ່ງຊາດ ສຳເລັດການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນ

0

ເມື່ອບໍ່ດົນມານີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງຜູ້ນຳສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫລື AIPA ແລະ ຜູ້ນໍາອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ ພະນົມເປັນ ຣາຊະອານາຈັກກໍາປູເຈຍ. ກອງປະຊຸມດັ່ງກ່າວ, ເປັນກົນໄກປະຈຳ ລະຫວ່າງໄອປາ ແລະ ອາຊຽນ ຊຶ່ງເປີດໂອກາດໃຫ້ຜູ້ນໍາສອງອົງການ ໄດ້ມີການພົບປະ ແລະ ປຶກສາຫາລືກັນ ເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມຕ່າງໆຂອງອາຊຽນ.

ກ່ອນການເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາໄອປາ ແລະ ອາຊຽນ ຄັ້ງນີ້, ຄະນະຜູ້ແທນຈາກສະມາຊິກໄອປາ ທີ່ນໍາໂດຍຂັ້ນປະທານ, ຮອງປະທານ ແລະ ສະມາຊິກສະພາແຫ່ງຊາດ ຈາກ 8 ປະເທດຄື: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ຫວຽດນາມ, ສິງກະໂປ, ຟີລິບປິນ ແລະ ໄທ ພ້ອມດ້ວຍເລຂາທິການໃຫຍ່ໄອປາ ໄດ້ມີກອງປະຊຸມປຶກສາຫາລື ແລະ ກະກຽມເນື້ອໃນສານຂອງຜູ້ນຳໄອປາ ເຖິງຜູ້ນຳອາຊຽນ. ໃນກອງປະຊຸມດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຫົວໜ້າຄະນະຜູ້ແທນລາວ ໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ຮ່າງສານຂອງຜູ້ນຳໄອປາ ທີ່ຈະສະເໜີໃນກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ອາຊຽນ ໂດຍທ່ານໄດ້ເນັ້ນເຖິງການເສີມສ້າງການເຊື່ອມຈອດດ້ານການຄົມມະນາຄົມ ແລະ ການເຊື່ອມໂຍງດ້ານດ້ານໂລຈິສຕິກໃນພາກພື້ນອາຊຽນ.

ໃນກອງປະຊຸມພົບປະກັນນັ້ນຜູ້ນຳໄອປາ ແລະ ຜູ້ນຳອາຊຽນ, ບັນດາທ່ານນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ຄະນະຜູ້ແທນຂອງລັດຖະບານ ແລະ ສະພາແຫ່ງຊາດ ຈາກບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ໄດ້ປຶກສາຫາລືຫລາຍບັນຫາທີ່ສຳຄັນ ທີ່ເປັນສິ່ງທ້າທາຍ ແລະ ມີຄວາມກັງວົນຮ່ວມກັນຂອງພາກພື້ນ ແລະ ຂອງໂລກ, ຜູ້ນຳໄອປາໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ນຳອາຊຽນ ໃນການຮ່ວມມືກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເຮັດໃຫ້ອາຊຽນມີສະຖຽນລະພາບ, ມີການເຕີບໃຫຍ່ເຂັ້ມແຂງ, ສາມາດຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ລວມໄປເຖິງການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ. ພ້ອມກັນນັ້ນ, ຍັງໄດ້ສະເໜີໃຫ້ຜູ້ນໍາອາຊຽນ ສົ່ງເສີມການພັດທະນາທີ່ຖືເອົາປະຊາຊົນເປັນໃຈກາງ ແລະ ຮັບປະກັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ປີ 2030; ໃຫ້ຄວາມສຳຄັນຕໍ່ການນຳໃຊ້ພະລັງງານສະອາດ ແລະ ການລົງທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຍົກລະດັບພາກພື້ນອາ ຊຽນ ໃນການຮັບມືກັບບັນຫາສຸກເສີນຕ່າງໆ; ສົ່ງເສີມການຮ່ວມມື, ການເຊື່ອມໂຍງເຊື່ອມຈອດ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ເພື່ອເຮັດໃຫ້ເກີດຄວາມຍືນຍົງ ແລະ ຈະເລີນຮຸ່ງເຮືອງໃນອາຊຽນ.

ໃນໂອກາດດຽວກັນ, ຜູ້ນຳອາຊຽນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ການປະຕິບັດພາລະບົດບາດ ແລະ ໜ້າທີ່ ຂອງຜູ້ນໍາບັນດາສະມາຊິກໄອປາ ໃນການຊຸກຍູ້ສົ່ງເສີມວຽກງານຕ່າງໆຂອງອາຊຽນ ໂດຍສະເພາະແມ່ນການປະຕິ ບັດໜ້າທີ່ທາງດ້ານນິຕິບັນຍັດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມຕ່າງໆຂອງອາຊຽນ. ພ້ອມດຽວກັນນັ້ນ, ຜູ້ນຳອາຊຽນ ໄດ້ຮັບເອົາຂໍ້ສະເໜີຂອງຜູ້ນຳໄອປາ ໂດຍຈະສືບຕໍ່ສົ່ງເສີມການຮ່ວມມື ແລະ ປະສານງານກັນຢ່າງໃກ້ ຊິດລະຫວ່າງລັດຖະບານ ແລະ ລັດຖະບານ, ລັດຖະບານ ແລະ ລັດຖະສະພາ ຂອງບັນດາປະເທດສະມາຊິກອາຊຽນ ລວມໄປເຖິງຄູ່ຮ່ວມເຈລະຈາ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນຂອງອາຊຽນ ໃນຕໍ່ໜ້າ.

ນອກຈາກນັ້ນ, ທາງເຈົ້າພາບ ຍັງໄດ້ຈັດໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ໄປຢ້ຽມຢາມພື້ນຖານເສດຖະກິດ ທີ່ທ່າເຮືອສີຫານຸວິວ ຊຶ່ງເປັນທ່າເຮືອທີ່ໃຫຍ່ ແລະ ເປັນຈຸດບໍລິການສົ່ງອອກ-ນຳເຂົ້າ ສິນຄ້າຈາກທົ່ວໂລກ.

ຂ່າວ-ພາບ: ສະພາແຫ່ງຊາດ

ປະຊາກອນໂລກ ບັນລຸເກືອບ 8 ຕື້ຄົນ

0

ອ້າງຕາມຂ່າວ VOVWORLD ວັນທີ 15 ພະຈິກ, ຢູ່ສຳນັກງານ ສປຊ ປະຈຳນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ ລາຍງານວ່າ: ກອງທຶນ ປະຊາກອນ ສປຊ (UNFPA) ໄດ້ຈັດພິທີ ສະເຫລີມ ສະຫລອງ ຂິດໝາຍ ຈຸດເວລາ ທີ່ ປະຊາກອນ ບັນລຸ 8 ຕື້ຄົນ. ຕາມບົດລາຍງານ ແງ່ຄວາມຫວັງ ຂອງ ປະຊາກອນໂລກ ປີ 2022 ໂດຍ ກົມເສດຖະກິດ ແລະ ສັງຄົມ, ສປຊ, ປະກາດ ເມື່ອວັນທີ 15 ພະຈິກ ວ່າ ປະຊາກອນໂລກ ບັນລຸ 8 ຕື້ຄົນແລ້ວ. ທ່ານນາງ Naomi Kitahara ຫົວໜ້າ ອົງການ ຕາງໜ້າ UNFPA ປະຈຳຫວຽດນາມ ໄດ້ກ່າວເນັ້ນໜັກ ວ່າ: ເຖິງແມ່ນວ່າສິ່ງທ້າທາຍຕ່າງໆ ຫລາຍຢ່າງໃນຕໍ່ໜ້າກໍຕາມແຕ່ບັນຫາ ພາຍຫລັງ ຕົວເລກ 8 ຕື້ຄົນນີ້ ແລະ ເລື່ອງທີ່ ປະຊາກອນໂລກ ບັນລຸ ຕົວເລກ ສຳຄັນນີ້ ແມ່ນຜົນສຳເລັດ ອັນໜຶ່ງ . ພວກເຮົາໄດ້ຫລຸດຜ່ອນອັດຕາຄວາມທຸກຍາກ ແລະ ບັນລຸຄວາມກ້າວໜ້າຢ່າງກະໂດດຂັ້ນໃນບັນດາບັນຫາສັງຄົມອື່ນໆ./

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

ສປຊ ຮຽກຮ້ອງຈີ 20 ຮ່ວມມືກັນ ຮັບມືກັບການປ່ຽນແປງ ດິນຟ້າອາກາດ

0

ຕາມ​ຂ່າວ​ຈາກ ​ວິທະຍຸ​ ສາ​ກົນ​ ຫວຽດນາມ, ທ່ານ ​ແອນ​ໂຕ​ນີ​ໂອ ກູ​ເຕີ​ເລ​ສ (Antonio Guterres) ເລຂາທິການໃຫຍ່ ສະຫະ​ ປະຊາ​ຊາດ (ສປຊ)ໄດ້ຮຽກຮ້ອງໃຫ້ ບັນດາ ປະເທດ ຈີ 20 ຮ່ວມມືກັນ ເພື່ອຮັບມືກັບ ບັນຫາ ການປ່ຽນແປງ ຂອງ ດິນຟ້າອາກາດ, ຈຳກັດ ສະພາບ ຄວາມອຸ່ນຂຶ້ນ ໃນທົ່ວ ໂລກ ເນື່ອງ​ຈາກ ບັນດາ ການນຳ ຈີ 20 ມີຄວາມສຳຄັນ ຕໍ່ສົນທິ ສັນຍາ ສາມັກຄີ ເພື່ອການປົກປັກ ຮັກສາ ດິນຟ້າ ອາກາດ. ນີ້ແມ່ນ ຂໍ້ລິເລີ່ມ ເລັ່ງທວງ ບັນດາ ພື້ນຖານ ເສດຖະກິດ ພັດທະນາ ການສະໜອງ ການເງິນ, ຊ່ວຍດ້ານເຕັກໂນໂລຢີ ໃຫ້ແກ່ ບັນດາ ພື້ນຖານ ເສດຖະກິດ ທີ່ພວມ ພົ້ນເດັ່ນຂຶ້ນ ຊຸກຍູ້ ວິວັດການ ຫັນປ່ຽນ ໄປຍັງ ບັນດາ ແຫລ່ງພະລັງງານ ທີ່ມີ ຄວາມສາມາດ ຜະລິດ ຄືນໃໝ່, ເພື່ອແນໃສ່ ຍູ້ແຮງ ຄວາມມານະ ພະຍາຍາມ ໃນການ ຈຳກັດ ສະພາບ ໜ່ວຍໂລກ ອຸ່ນຂຶ້ນ ໃຫ້ຢູ່ ລະດັບ 1,5 ອົງສາ. ກ່ຽວກັບ ບັນຫາ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ, ທ່ານ ເລຂາ ທິການໃຫຍ່ ສປຊ ຖືວ່າ ຄວນເລັ່ງ ດຳເນີນການ ຢ່າງຮີບດ່ວນ ເພື່ອສະກັດກັ້ນ ໄພອຶດຫິວ ທີ່ພວມເພີ່ມຂຶ້ນ ຢູ່ ຫລາຍແຫ່ງ ໃນໂລກ ລວມທັງ ເລື່ອງການ ກຳນົດ ເວລາ ຂໍ້ຕົກລົງ ການລິເລີ່ມ ທັນຍາຫານ ທະເລດຳ ລະຫວ່າງ ຣັດເຊຍ ແລະ ອູ​ແກຣນ ເພື່ອສືບຕໍ່ ສົ່ງອອກ ທັນຍາຫານ ຂອງ ອູ​ແກຣນ ກໍຄື ປຸຍ ຂອງ ຣັດເຊຍ ອອກໄປຍັງ ຕະຫລາດໂລກ ຊຶ່ງມີຄວາມໝາຍສຳຄັນ ຫລາຍ​ທີ່​ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ກອງປະຊຸມສະໄໝ ສາມັນ ເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປະສົບຜົນສຳເລັດຢ່າງຈົບງາມ

0

ຕາມ​ຂ່າວ​ຈາກ ວິທະຍຸ​ສາ​ກົນ​ຫວຽດນາມ, ພາຍຫລັງກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນມາເປັນເວລາ 21 ວັນ ຈົນ​ມາ​ຮອດວັນທີ 15 ພະຈິກນີ້ ໄດ້ອັດລົງທີ່ຫໍປະຊຸມສະພາແຫ່ງຊາດ ຢູ່ ນະຄອນຫລວງຮ່າໂນ້ຍ ​ໂດຍ​ມີ ທ່ານ ຫງວຽນ ຝູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນ ຊວັນຟຸກ, ປະທານ ປະເທດ, ທ່ານ ຟ້າມ ມິງຈິງ, ນາຍົກ ລັດຖະມົນຕີ ພ້ອມດ້ວຍ ບັນດາ ສະມາຊິກ ສະພາ ແຫ່ງຊາດ ຫວຽດນາມ​ ແລະ ບັນດາແຂກ ​ເຂົ້າຮ່ວມ. ຈາກ​ນັ້ນ ທ່ານ ເວືອງດິ່ງເຫ້ວ ປະທານສະພາ ແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນວ່າ: ກອງປະຊຸມ ສະໄໝ ສາມັນ ເທື່ອທີ 4 ສະພາ ແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປະສົບ ຜົນສຳເລັດ ຢ່າງຈົບງາມ. ​ຄຽງຄູ່ກັ້ນ ສະພາແຫ່ງຊາດ ຫວຽດນາ​ມ ​ໄດ້ເນັ້ນໜັກ ຄວາມຮຽກຮ້ອງ ຕ້ອງການ ກ່ຽວກັບ ການຮັກສາ ເສດຖະກິດ ມະຫາພາກ ໃຫ້ເປັນປົກກະຕິ ໃນທຸກກໍລະນີ; ການສຸມໃສ່ ແກ້ໄຂ ບັນດາ ຄວາມອ່ອນດ້ອຍ, ສິ່ງຕິດຂັດ ໃນການປ່ອຍເງິນ ລົງທຶນ ສາທາລະນະ, ການແກ້ໄຂ ບັນດາ ອົງການ ສິນເຊື່ອ, ບັນດາ ໂຄງການ, ວິສາຫະກິດ ອ່ອນດ້ອຍ, ການຫລຸດຕົ້ນທຶນ; ການສະໜອງ ນ້ຳມັນ ບໍ່ໄດ້ຕາມ ຄວາມຕ້ອງການ ໂດຍພື້ນຖານ, ສືບຕໍ່ເພີ່ມທະວີ ວຽກງານ ດ້ານການປ້ອງກັນ, ສະກັດກັ້ນ ພະຍາດ ລະບາດ, ໄພພິບັດ ທຳມະຊາດ, ການປ່ຽນແປງ ຂອງ ດິນຟ້າ ອາກາດ, ເສີມຂະຫຍາຍ ນ້ຳໃຈ, ສ້າງຄວາມ ເຂັ້ມແຂງ ດ້ວຍຕົນເອງ, ຜ່ານຜ່າ ທຸກ ຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດແຜນການ ສົກປີ 2022 ແລະ 2023 ໃຫ້ບັນລຸໝາກຜົນສູງສຸດ ຫລັງ​ຈາກຮັບຮອງເອົາກົດໝາຍ 6 ສະບັບ, ມະຕິຫົວເລື່ອງສະເພາະ ແລະ ມະຕິຂອງ ກອງປະຊຸມ 12 ສະບັບ.

(ບັນນາທິການຂ່າວ: ຕ່າງປະ ເທດ), ຮຽບຮຽງຂ່າວ ໂດຍ: ສະໄຫວ ລາດປາກດີ

ບຣາຊິນ-ອິນໂດເນເຊຍ-ກົງໂກ ຊຸກຍູ້ຮ່ວມມື ອະນຸລັກປ່າໄມ້

0

ສຳນັກ​ຂ່າວ ຣອຍ​ເຕີ, ບຣາຊິນ, ອິນ​ໂດ​ເນ​ເຊຍ ​ແລະ ກົງ​ໂກ ຈະ​ເພີ່ມທະວີຮ່ວມ​ມື​ກັນ ​ກົດ​ດັນ​ ໃຫ້​ປະ​ເທດ ຮັ່ງມີ ສະໜັບ ສະໜູນ ​​ໃຫ້​ບ້ວງທຶນ ການ​ອານຸລັກ ປ່າ​ໄມ້ ຫລັງ​ຈາກຕົວ​ແທນ ​ຂອງ​ທັງ 3 ​ປະ​ເທດ ທີ່​ມີ​​ເນື້ອ​ທີ່ປ່າ​ດົງ​ດິບ​ເຂດ​ຮ້ອນ ລວມກັນ ປະມານ 52% ຂອງ ​ໂລກ ໄດ້ລົງ​ນາມ​ ໃນ​ຖະ​ແຫລ​ງການ​ຮ່ວມ ໃນ​ການ​ເຈລະຈາ ​ຢູ່​ອິນ​ໂດ​ເນ​ເຊຍ ກ່ອນກອງ​ປະຊຸມ ​ສຸດ​ຍອດ ຜູ້ນຳ​ ກຸ່ມ​ປະ​ເທດ ​ເສດຖະກິດ ຂະໜາດ​ໃຫຍ່ ( ຈີ 20 ) ທີ່ຈັດ​ຂຶ້ນ​ ໃນວັນ​ທີ 15 ​ພະຈິກ​ນີ້ ພາຍຫລັງ ບຣາຊິນ ​ພະຍາຍາມ ຮຽກຮ້ອງ ການ​ຮ່ວມ​ມື​ ຈາກ​ປະ​ເທດ​ອື່ນໆ ​ໃນ​ເຂດລຸ່ມ​ແມ່​ນ້ຳ ອາ​ເມ​ຊອນ (Amazon) ກວມ​ເອົາ 9​ ປະ​ເທດ.

(ບັນນາທິການຂ່າວ: ຕ່າງປະ ເທດ) ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ