Sunday, October 12, 2025
Home Blog Page 872

ຮັບຮອງເອົາການຖອດຖອນບົດຮຽນແຫ່ງພຶດຕິກຳຕົວຈິງໃນວຽກງານການເມືອງ-ແນວຄິດ

0

ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຜູ້ປະຈໍາການຄະນະຮັບຜິດຊອບກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ຖະແຫຼງຂ່າວຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຕໍ່ສື່ມວນຊົນໃນວັນທີ 18 ພະຈິກນີ້ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກວ່າ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນພາຍໃຕ້ຫົວຂໍ້: “ເພີ່ມທະວີການນໍາພາຂອງພັກ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊີ່ງວຽກງານການເມືອງ-ແນວຄິດ, ທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່”. ກອງປະຊຸມໄດ້ຮັບຮອງເອົາການຖອດຖອນບົດຮຽນແຫ່ງພຶດຕິກໍາຕົວຈິງໃນວຽກງານການເມືອງ-ແນວຄິດບາງປະການດັ່ງນີ້:

1). ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້ສອດຄ່ອງກັບເງື່ອນໄຂໃໝ່, ຄົ້ນຄວ້າກໍາແໜ້ນ ແລະ ເປັນເຈົ້າການຜັນຂະຫຍາຍໃຫ້ເປັນແຜນງານ, ເປັນໂຄງການລະອຽດທັງມີການຊີ້ນໍາ-ບັນຊາຢ່າງແທດເຖິງ, ທັນການ ແລະ ຕໍ່ເນື່ອງເປັນອົງປະກອບສໍາຄັນຮັບ ປະກັນໃຫ້ແກ່ການເຄື່ອນໄຫວວຽກງານການເມືອງ-ແນວຄິດ.

2). ຕ້ອງຍົກລະດັບການຄົ້ນຄວ້າທິດສະດີ-ພຶດຕິກໍາ ເພື່ອນໍາໄປເຖິງການອະທິບາຍ, ຕອບແກ້ບັນຫາທີ່ຕັ້ງຂຶ້ນ, ເປີດທາງໃຫ້ແກ່ການເຄື່ອນໄຫວບຸກເບີກປະດິດສ້າງໃໝ່ ແລະ ສ້າງການຫັນປ່ຽນໃໝ່ໃນການຄິດ, ການເຄື່ອນໄຫວ, ພ້ອມທັງຍົກລະດັບຄວາມສາມາດໃນການນໍາພາຂອງຖັນແຖວພະນັກງານ-ສະມາຊິກພັກ, ເປັນເຈົ້າການຈັດຕັ້ງນໍາພາການຜັນຂະຫຍາຍເຂົ້າສູ່ຕົວຈິງ, ມີຄວາມຮັບຜິດຊອບ ແລະ ບັນລຸໝາກຜົນຕົວຈິງ.

3). ການເຮັດວຽກງານການເມືອງ-ແນວຄິດຕ້ອງຕິດແໜ້ນກັບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງແມ່ນໜຶ່ງໃນປັດໄຈຕັດສິນການນໍາພາການເມືອງ-ແນວຄິດ.

4). ການເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ການຕັດສິນໃຈກໍ່ສ້າງ-ບໍາລຸງຖັນແຖວພະ ນັກງານໃຫ້ມີຄວາມຮູ້, ມີຄວາມສາມາດ ແລະ ມີຄວາມສຳນິຊໍານານໃນວິຊາສະເພາະ, ການໃຫ້ຄວາມສໍາຄັນສ້າງເງື່ອນໄຂອໍານວຍຄວາມສະດວກທີ່ຈໍາເປັນຕິດພັນກັບການຫັນເປັນທັນສະໄໝ ແລະ ປັບປຸງກົນໄກຕ່າງໆຢ່າງເໝາະສົມ, ຮອບດ້ານ, ເປັນລະບົບແມ່ນພື້ນຖານສໍາຄັນໃນການຂັບເຄື່ອນປະສິດທິຜົນວຽກງານການ ເມືອງ-ແນວຄິດຂອງພັກ.

ເພື່ອສືບຕໍ່ເສີມຂະຫຍາຍໝາກຜົນໃນການນໍາພາຊີ້ນໍາວຽກງານການເມືອງ-ແນວຄິດໃນຊຸມປີຜ່ານມາ, ກອງປະຊຸມໄດ້ເປັນເອກະພາບສືບຕໍ່ຢຶດໝັ້ນ 6 ທັດສະນະພື້ນຖານຂອງພັກກ່ຽວກັບວຽກງານການເມືອງ-ແນວຄິດ, ພ້ອມນັ້ນກໍກໍານົດອອກທິດທາງ, ຄາດໝາຍລວມຮອດປີ 2025 ຄື:

1.​ ທິດທາງຂອງວຽກງານການເມືອງ-ແນວຄິດໃນຊຸມປີຕໍ່ໜ້າຕ້ອງສ່ອງແສງໃຫ້ເຫັນຢ່າງຈະແຈ້ງ ກ່ຽວກັບຄວາມເປັນເອກະພາບທາງດ້ານແນວຄິດຕໍ່ເສັ້ນທາງກ້າວເດີນຂອງປະເທດຊາດ ແລະ ຄວາມເປັນອັນໜຶ່ງອັນດຽວຂອງຊາດລາວ, ການແກ້ໄຂບັນຫາແນວຄິດຖືເປັນພື້ນຖານຂອງການແກ້ໄຂບັນຫາທັງໝົດ, ວຽກງານແນວຄິດຕິດພັນກັບຄວາມເປັນແບບຢ່າງນໍາໜ້າ, ຄ່ານິຍົມຂອງຄະນະພັກ ແລະ ສະມາຊິກພັກ, ພະນັກງານ, ຍົກສູງບົດບາດ, ຄວາມເປັນແບບຢ່າງ ແລະ ລັກສະນະນໍາໜ້າຂອງພັກໃນການນໍາພາແກ້ໄຂບັນຫາຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ.

2. ຄາດໝາຍໃຫຍ່ຂອງວຽກງານການເມືອງ-ແນວຄິດທີ່ຕ້ອງໄດ້ບັນລຸແມ່ນຕ້ອງຖືຈຸດໝາຍລວມແຫ່ງການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຕິດພັນກັບການຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ສ້າງຊາດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລເປັນພື້ນຖານສໍາຄັນ.

ເພື່ອບັນລຸທິດທາງ, ຄາດໝາຍລວມນັ້ນກອງປະຊຸມໄດ້ຮັບຮອງເອົາ 7 ວຽກງານຈຸດສຸມເພື່ອສູ້ຊົນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ເປັນຈິງໂດຍມອບໃຫ້ແຕ່ລະອົງຄະນະພັກຊີ້ນໍາຈັດຕັ້ງດໍາເນີນການຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນລະບົບ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບກັນສູງ ໂດຍສະເພາະແມ່ນບັນດາສະຫາຍສະມາຊິກພັກ-ພະນັກງານຕ້ອງເປັນເຈົ້າການກໍາແໜ້ນ ແລະ ຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຢ່າງປະດິດສ້າງ ແລະ ເປັນແບບຢ່າງນໍາໜ້າຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງ.

3. ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ໄດ້ຮັບກຽດຢ່າງສູງ ແລະ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ຊຶ່ງໄດ້ຍົກໃຫ້ເຫັນຄວາມຈໍາເປັນທີ່ພວກເຮົາຕ້ອງໄດ້ເພີ່ມທະວີການນໍາພາຂອງພັກຕໍ່ວຽກງານການເມືອງ-ແນວຄິດມີການຫັນປ່ຽນໄປສູ່ຄຸນນະພາບໃໝ່, ຕອບສະໜອງການເລັ່ງທວງຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ, ທັງໄດ້ເນັ້ນໜັກທິດທາງ, ຄາດໝາຍໃຫຍ່ ຕ້ອງໄດ້ສູ້ຊົນປະຕິບັດ.

4. ກອງປະຊຸມຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ, ບັນດາຊັ້ນຄົນທີ່ຍາມໃດກໍເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ມີຄວາມອຸ່ນອ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປະຕິວັດກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕະຫຼອດໄລຍະຜ່ານມາອັນໄດ້ເປັນກໍາລັງແຮງສໍາຄັນໃຫ້ແກ່ການສ້າງພື້ນຖານ ແລະ ຖ່ວງທ່າໃນການນໍາເອົາປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບຄວາມດ້ອຍພັດທະນາ.

5. ກອງປະຊຸມມອບໃຫ້ຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນນໍາເອົາເນື້ອໃນຈິດໃຈຂອງບົດສະຫຼຸບຕີລາຄາສະພາບວຽກງານການເມືອງ-ແນວຄິດຕໍ່ກອງປະຊຸມຄັ້ງນີ້ ແລະ ຄໍາເຫັນຊີ້ນໍາຂອງສະຫາຍ ເລຂາທິການໃຫຍ່ໄປຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າສູ່ຂະບວນການວຽກງານຕົວຈິງ.

ຂ່າວ: ພູວັນ, ພາບ: ສຳນານ

ລົດໄຟລາວ-ຈີນ ປະກອບສວ່ນເຮັດໃຫ້ອຸດົມໄຊ ກາຍເປັນສູນກາງການຄ້າ ແລະ ທ່ອງທ່ຽວ

0

ແຂວງອຸດົມໄຊຕັ້ງຢູ່ໃຈກາງແຂວງພາກເໜືອ ຂອງສປປ ລາວ ເຊິ່ງຢູ່ລະຫວ່າງກາງຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວໄວເຊັ່ນ: ສປ ຈີນ, ສສ ຫວຽດນາມ ແລະ ບັນດາປະເທດອາຊຽນ ໂດຍສະເພາະພາຍຫຼັງໄດ້ຮັບທ່າແຮງຈາກເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ ສປປ ລາວກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບທະເລ ແລະ ພາກພື້ນເວົ້າລວມເວົ້າສະເພາະແມ່ນໄດ້ສ້າງເງື່ອນໄຂໃຫ້ການເດີນທາງຂອງບັນດາແຂວງຕ່າງໆ ແລະ ອຸດົມໄຊຮອດນະຄອນຫຼວງວຽງຈັນ ມີຄວາມສະດວກ ທັງໄດ້ປະກອບສວ່ນເຮັດໃຫ້ອຸດົມໄຊ ກາຍເປັນສູນກາງການຄ້າ ແລະ ການທ່ອງທ່ຽວຕື່ມອີກ.

ທ່ານ ບຸນທັນ ສຸລິຍະວົງ ຫົວໜ້າ ພະແນກຖະແຫຼວງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ(ຖວທ)ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ກ່ຽວກັບການພັດທະນາຢູ່ແຂວງອຸດົມໄຊ ວ່າ: ພາຍຫຼັງມີທາງລົດໄຟລາວ-ຈີນ ແລ່ນຜ່ານແຂວງອຸດົມໄຊ ກໍໄດ້ຮັບການພັດທະນາໃນຫຼາຍດ້ານ ໃນນັ້ນວຽກງານທ່ອງທ່ຽວແຂວງອຸດົມໄຊ ກາຍເປັນບູລິມະສິດໜຶ່ງທີ່ແຂວງໄດ້ເອົາໃຈໃສ່ເພື່ອສາ້ງໃຫ້ກາຍ ເປັນສູນກາງການທ່ອງທ່ຽວກ້າວສູ່ການທ່ອງທ່ຽວທັນສະໄໝ ແລະ ຮັກສາສິ່ງແວດລ້ອມ ທັງສ້າງເປັນສູນກາງທາງຜ່ານໄປຍັງແຂວງພາຍໃນ ແລະ ທາງອອກສູ່ຕ່າງປະເທດຕື່ມອີກ.

ທ່ານກ່າວຕື່ມວ່າ: ອຸດົມໄຊມີ 3 ສະຖານນີ ໃນນັ້ນສະຖານີເມືອງໄຊຕັ້ງຢູ່ເທດສະບານແຂວງມີຄວາມສະດວກໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ເຊິ່ງແຕ່ລະວັນມີຄົນເຂົ້າມາໃຊ້ບໍລິການລົດໄຟຂຶ້ນ-ລົງປະມານ 1 ພັນກວ່າຄົນ, ສໍາລັບໃນປີ 2021 ຜ່ານມາ ແຂວງພວກເຮົາມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດ 260 ພັນກວ່າເທື່ອຄົນ ສ້າງລາຍຮັບໄດ້ 6 ລ້ານກວ່າໂດລາ, ທຽບໃສ່ໄລຍະດຽວກັນແມ່ນນັກທອ່ງທ່ຽວເພີ່ມຂຶ້ນ 13% ໂດຍລວມພາຍຫຼັງມີລົດໄຟເຮັດໃຫ້ສະພາບການທ່ອງທ່ຽວທີ່ແຂວງອຸດົມໄຊ ມີບັນຍາກາດຄຶກຄື້ນຂຶ້ນ.

ເພື່ອສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າໃຫ້ມີລັກສະນະຍືນຍົງ ເປັນມິດກັບສິ່ງແວດລ້ອມ ແລະ ປະຊາຊົນມີສວ່ນຮວ່ມເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ແຂວງອຸດົມໄຊໄດ້ວາງແຜນຊຸກຍູ້ການທ່ອງທ່ຽວ ໂດຍສຸມໃສ່ໃຫ້ປະຊາຊົນທັງ 12 ​ເຜົ່າພາຍໃນແຂວງໄດ້ມີສວ່ນຮວ່ມໃນການສົ່ງເສີມການທ່ອງທ່ຽວແບບຕິດພັນກັບຮີດຄອງປະເພນີ ການນຸ່ງຖືທີ່ສວຍງາມຂອງເຜົ່າຕ່າງໆ ໃຫ້ນັກທ່ອງທ່ຽວໄດ້ເຫັນໄດ້ຊົມ ເພື່ອໃຫ້ເປັນສີສັນຂອງແຂວງອຸດົມໄຊ, ສ່ວນການທ່ອງທ່ຽວທາງດ້ານທໍາມະຊາດໄດ້ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາເປັນແຫຼ່ງທ່ອງທ່ຽວລະດັບຊາດທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຕໍ່ມາແມ່ນແຫຼ່ງທ່ອງທ່ຽວຖໍ້າຈອງອອງ ເປັນຖໍ້າທີ່ສວຍງາມທາງທໍາມະຊາດຕິດພັນກັບພູຫຍ້າຄາ.

ນອກນັ້ນຍັງມີນໍ້າຕົກຕາດຕະແລເຂດເມືອງຮຸນ ຄຽງຄູ່ກັນນັ້ນແຂວງອຸດົມໄຊ ຍັງໄດ້ເລັ່ງໃສ່ຊຸກຍູ້ປັບປຸງຮ້ານອາຫານ-ກິນດື່ມ, ຊຸກຍູ້ບັນດາໂຮງແຮມເຮືອນພັກ, ລີສອດ, ຮ້ານອາານ-ຮ້ານບັນເທີງໃຫ້ມີການບໍລິການທີ່ປະທັບໃຈ ແລະ ຄຸ້ມຄອງບໍລິສັດລົດນໍາທ່ຽວ, ລົດຂົນສົ່ງຜູ້ໂດຍສານໃຫ້ດຳເນີນທຸລະກິດຢ່າງສອດຄ່ອງຕາມລະບຽບກົດໝາຍ ຂອງສປປ ລາວ ທີ່ກຳນົດໄວ້.

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ລົງຢ້ຽມຢາມປະຊາຊົນບ້ານນາຄົກ

0

ວັນທີ 17 ພະຈິກນີ້ ທີມງານບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນບ້ານນາຄົກ, ເມືອງງາ, ແຂວງອຸດົມໄຊ ເຊິ່ງຫ່າງຈາກເທດສະບານແຂວງ 46 ຫຼັກ ແລະ ຕ້ອນຮັບໂດຍທ່ານ ບຸນທີ ໄຊຍະວົງ ຮອງເຈົ້າເມືອງງາ, ມີທ່ານ ໄມຊາຍ ຮຸ່ງຈະເລີນ ປະທານບ້ານໆ ນາຄົກ ພ້ອມປະຊາຊົນພາຍໃນບ້ານ ໄດ້ຈັດພາບາສີສູ່ຂວັນ ແລະພາເຂົ້າສາມັກຄີຕ້ອນຮັບທີມງານຕາມຮີດຄອງປະເພນີ.

ໃນໂອກາດນີ້ ທ່ານ ໄມຊາຍ ຮຸ່ງຈະເລີນ ນາຍບ້ານບ້ານນາຄົກກ່າວວ່າ: ບ້ານນາຄົກປະກອບມີທັງໝົດ 178 ຫຼັງຄາເຮືອນ, ມີ 196 ຄອບຄົວ, ມີຊົນເຜົ່່າກກຶມມຸ ແລະ ຊົນເຜົ່າລາວລຸ່ມ, ອາຊີບສ່ວນໃຫຍ່ແມ່ນເຮັດນາ ກະສິກໍາປູກຝັງລ້ຽງສັດ. ໃນໄລຍະກໍ່ສ້າງ, ບ້ານນາຄົກຈໍານວນ 23 ຫຼັງຄາເຮືອນໄດ້ຖືກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ຫຼັງຈາກນັ້ນບໍລິສັດກໍໄດ້ຊົດເຊີຍ ກໍ່ສ້າງເຮືອນຫຼັງໃໝ່ໃຫ້ ເຊິ່ງຢູ່ຫ່າງຈາກບ້ານເກົ່າປະມານ 264 ແມັດ, ພ້ອມສິ່ງອໍານວຍຄວາມສະດວກພາຍໃນເຮືອນ, ໂທລະພາບ, ໄຟຟ້າ, ນໍ້າໃຊ້, ເສັ້ນທາງເຂົ້າຫາບ້ານ, ໄຟເຍືອງທາງ ແລະສິ່ງອໍານວຍຄວາມສະດວກອື່ນໆ ແລະຍົກຍ້າຍເຂົ້າມາຢູ່ບ້ານຈັດສັນໃໝ່ໃນປີ 2019.

ຫຼັງຈາກນັ້ນ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ໄດ້ຕາງໜ້າທີມງານ ກໍໄດ້ກ່າວຂອບໃຈຕໍ່ການຕ້ອນຮັບຂອງປະຊາຊົນ ພ້ອມດ້ວຍອໍານາດການປົກຄອງພາຍໃນບ້ານ, ເມືອງ, ຈາກນັ້ນ, ບັນດາທີມງານກໍໄດ້ລົງເກັບກໍາພາບ ສໍາພາດປະຊາຊົນກັບການດໍາລົງຊີວິດໃນບ້ານຈັດສັນໃໝ່. ຈາກນັ້ນ, ທີມງານກໍຍັງຈະເຄື່ອນໄຫວສໍາພາດພາກສ່ວນຕ່າງໆ

ສູນກາງຊາວໜຸ່ມ ລົງເຜີຍແຜ່ຂໍ້ມູນແຂ່ງຂັນ ສ້າງສື່ໂຄສະນາ ໃຫ້ແກ່ສະມາຊິກຊາວໜຸ່ມ-ເຍົາວະຊົນ 2 ໂຮງຮຽນ.

0

ໃນຕອນບ່າຍຂອງ ວັນທີ 16 ພະຈິກ 2022 ຢູ່ທີ່ສະໂມສອນ ໂຮງຮຽນ ສາມັນກິນນອນ ຊົນເຜົ່າ ແຂວງ ອັດຕະປື. ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ( ກົມສື່ມວນຊົນໜຸ່ມລາວ ) ໂດຍສົມທົບກັບຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ລົງເຜີຍແຜ່ຂໍ້ມູນການແຂ່ງຂັນ ສ້າງສື່ໂຄສະນາຜ່ານທາງວິທະຍຸ, ໂທລະພາບ, ຂຽນບົດເລື່ອງສັ້ນ ແລະ ບົດກາບກອນຕິດພັນກັບການແຂ່ງຂັນເຊິ່ງມີ 4 ຫົວຂໍ້ດັ່ງນີ້: 1,ການແຂ່ງຂັນສ້າງໂຄສະນາທາງວິທະຍຸພາຍໃຕ້ຫົວຂໍ້ການແຜລະບາດ ແລະ ວິທີປ້ອງກັນພະຍາດໂຄວິດ 19. 2,ການແຂ່ງຂັນການສ້າງສະຄິບວີດີໂອສັ້ນໂຄສະນາຜ່ານທາງໂທລະພາບ ແລະ ສື່ອອນລາຍ ພາຍໃຕ້ຫົວຂໍ້ສິດທິເດັກ ແລະ ການເຂົ້າເຖິງຂໍ້ມູນ. 3,ການແຂ່ງຂັນຂຽນບົດເລື່ອງສັ້ນພາຍໃຕ້ຫົວຂໍ້ການດໍາລົງຊີວິດແບບໃຫ່ມຂອງຊາວໜຸ່ມ. ເຊິ່ງຂະບວນການດັ່ງກ່າວແມ່ນໂດຍພາຍໃຕ້ການເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ນາງ ບົວໂຮມ ສົມວິຈິດ ຫົວໜ້າກົມສື່ມວນຊົນໜຸ່ມລາວ, ສະຫາຍ ນວນທອງ ຍື່ນພະນົມ ຄະໜ່ວຍພັກຮາກຖານ ໂຮງຮຽນ ສາມັນກິນນອນ ຊົນເຜົ່າ ແລະ ສະຫາຍ ນາງ ພິມພອນ ກອງບົວຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍພະນັກງານຄູອາຈານ ແລະ ນ້ອງນ້ອຍນັກຮຽນຈາກ ໂຮງຮຽນ ສາມັນກິນນອນ ຊົນເຜົ່າ ແລະ ໂຮງຮຽນ ມ.ສ.ຈັນທາ ເຂົ້າຮ່ວມທັງໝົດ 225 ເທື່ອຄົນ, ໃນນັ້ນແບ່ງເປັນ ຊາວໜຸ່ມ-ເຍົາວະຊົນ ຈໍານວນ 200 ນ້ອງທີ່ມາຈາກ 2 ໂຮງຮຽນ ເຊິ່ງການລົງເຄື່ອນໄຫວຂອງສູນການຊາວໜຸ່ມໃນຄັ້ງນີ້ ກໍ່ເພື່ອສ້າງກິດຈະກໍາພົບປະຮ່ວມກັບ ຊາວໜຸ່ມ-ເຍົາວະຊົນ ພ້ອມດ້ວຍຊຸກຍູ້ສົ່ງເສີມການເສີມສ້າງທັກສະ ແລະ ເປີດໂອກາດ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ຜູ້ທີ່ມີພອນສະຫວັນ ແລະ ມັກຮັກໃນການຜະລິດສື່ໂຄສະນາ, ມັກຮັກໃນການຂີດຂຽນ ໄດ້ມີໂອກາດໃນການສະແດງຄວາມຮູ້, ຄວາມສາມາດ ແລະ ທັງເປັນການພັດທະນາຕົນເອງ.

#ຂ່າວ: ແສງສຸວັນ

#ພາບ: ຄໍາສະຫວັນ.

#ມີເດຍລາວ#ອັດຕະປື

33

ຮອງປະທານສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງດາກຈຶງ

0

ວັນທີ 17 ພະຈິກ 2022 ຜ່ານມານີ້, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ເກັບກໍາຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງບັນດາໂຄງການລົງທຶນຂອງລັດ ໂຄງການຂຸດຄົ້ນແຮ່ທາດບົກຊິດ ແລະ ສ້າງຕັ້ງໂຮງງານອາລູມີນາ ແລະ ໂຄງການໄຟຟ້າພະລັງງານລົມ ມອນຊູນ ຢູ່ເຂດ $ເມືອງດາກຈຶງ ແຂວງເຊກອງ ໂດຍມີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ແມ່ນໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງທັງສອງບໍລິສັດ ໂດຍສະເພາະດ້ານແບບແຜນວິທີເຮັດວຽກ, ການມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ-ຂອງເມືອງ ແລະ ການແກ້ບັນດາຜົນກະທົບຕ່າງໆຂອງໂຄງການຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ສິ່ງແວດລ້ອມ, ການປະຕິບັດນະໂຍບາຍ ແລະ ຈັດສັນຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ວຽກງານຕ່າງໆທີ່ຕິດພັນ.

ພ້ອມນັ້ນ, ຍັງໄດ້ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ ແລະ ພະນັກງານ-ລັດຖະກອນທີ່ປະຈໍາຢູ່ ດ່ານສາກົນດ່ານດາກຕະອອກ ເພື່ອເກັບກໍາຂໍ້ມູນກ່ຽວກັບສະພາບໂດຍລວມ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ພາຍໃນດ່ານດັ່ງກ່າວ ເພື່ອເປັນຂໍ້ມູນນໍາໄປສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄດ້ໄຂຂຶ້ນໃນຕົ້ນເດືອນທັນວາ 2022 ນີ້.

ໂອກາດດັ່ງກ່າວ, ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາບໍລິສັດ ທີ່ໄດ້ເອົາໃຈໃສ່ໃນການແກ້ໄຂບັນດາຜົນກະທົບຕ່າງໆ ໂດຍສະເພາະຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ ເຊິ່ງກໍໄດ້ມີການຊົດເຊີຍຄ່າເສຍຫາຍຕ່າງໆໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ແລະ ໄດ້ສ້າງອາຊີບໃຫ້ພໍ່ແມ່ປະຊາຊົນໄດ້ມີລາຍໄດ້ ແລະ ຊົມເຊີຍ ຄະນະຮັບຜິດຊອບພາຍໃນດ່ານດາກຕະອອກ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານຢ່າງຕັ້ງໜ້າ, ຮັກສາໄດ້ຄວາມສະຫງົບໂດຍພື້ນຖານ ແລະ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການ. ແຕ່ກໍຍັງມີຄວາມເປັນຫ່ວງ ຕໍ່ຜົນກະທົບດ້ານສິ່ງແວດລ້ອມຊີວະນາໆພັນຕ່າງໆໃຫ້ຮັກສາໄດ້ຄອງເດີມ, ຮັບປະກັນບໍ່ໃຫ້ມີມົນລະພິດ ແລະ ສິ່ງລົບກວນຕ່າງໆໃຫ້ໜ້ອຍທີ່ສຸດ. ພ້ອມນັ້ນ, ກໍໃຫ້ເອົາໃຈໃສ່ໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ປະກອບອາຊີບທີ່ໝັ້ນຄົງຖາວອນ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນກວ່າເກົ່າ ແລະ ປະກອບສ່ວນຊ່ວຍເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ:ນາລີວັນ.

ກອງບັນຊາການທະຫານແຂວງຫຼວງພະບາງ ຢ້ຽມຢາມພົບປະກອງບັນຊາການທະຫານແຂວງເຊິນລາ ປະຈຳປີ 2022

0

ລະຫວ່າງວັນທີ 12-16 ພະຈິກ 2022, ຜ່ານມານີ້, ກອງບັນຊາການທະຫານແຂວງຫຼວງພະບາງ,ນໍາໂດຍ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ກໍາມະການປະຈໍາພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມແຂວງເຊິນລາ ເພື່ອເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບ ແລະເຊັນບົດບັນທຶກຊ່ວຍຈໍາ ປະຈໍາປີ 2022 ກັບກອງບັນຊາການທະຫານແຂວງເຊິນລາ ແຫ່ງ ສສ ຫວຽດນາມ, ເຊິ່ງມີ ສະຫາຍ ພັນເອກ ດ່າວຫງອກເຟືອງ ຫົວໜ້າການເມືອງກອງບັນຊາການທະຫານແຂວງເຊິນລາ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈໍາປະຈໍາປີ 2022 ຄັ້ງນີ້ ທັງສອງຝ່າຍໄດ້ຕີລາຄາຜົນໄດ້ຮັບຂອງການຮ່ວມມື ປະສານສົມທົບ ໂດຍປະຕິບັດຕາມທິດນໍາ ຊີ້ນໍາ ຂອງສອງພັກ, ສອງລັດ ກໍ່ຄືກະຊວງປ້ອງກັນປະເທດ ແລະ ການນໍາຂອງທັງສອງແຂວງ ໃນປີ 2022 ຜ່ານມາ. ເຊິ່ງຍາມໃດພະນັກງານ-ນັກຮົບ ຂອງກໍາລັງປະກອບອາວຸດຂອງສອງແຂວງ ກໍ່ຍົກສູງນໍ້າໃຈເພີ່ມທະວີຮັດແໜ້ນຄວາມສາມັກຄີມິດຕະພາບແບບພິເສດ ຄວາມເຂົ້າໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ ໄດ້ຈັດຕັ້ງປະຕິບັດຂໍ້ກໍານົດຢ່າງເຂັ້ມງວດ ຕາມເນື້ອໃນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມເຊັ່ນນໍາກັນໃນຊຸມປີຜ່ານມາ, ຂອງກອງບັນຊາການທະຫານທັງສອງແຂວງ ໂດຍສະເພາະແມ່ນການເຄື່ອນໄຫວປະສານສົມທົບ ແລກປ່ຽນຂໍ້ມູນຂ່າວສານ ແລະ ເປັນເຈົ້າການແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປະສານສົມທົບນໍາກັນໃນການແກ້ໄຂບັນຫາສັບສົນຢູ່ຂອບເຂດຊາຍແດນ, ພິເສດແມ່ນການ ເຂົ້າ-ອອກ ຜ່ານຊາຍແດນຜິດກົດໝາຍ ການເຄື່ອນຍ້າຍຕັ້ງພູມລໍາເນົາແບບຊະຊາຍ, ການຄ້າຂາຍເຖື່ອນ, ການຂົນສົ່ງທາດສິງເສບຕິດຂ້າມຊາຍແດນ ເປັນເສນາທິການໃຫ້ແກ່ຄະນະພັກອໍານາດການປົກຄອງທ້ອງຖິ່ນ ຢູ່ສອງຝັ່ງຊາຍແດນ ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ມະຫາຊົນ, ປະຊາຊົນ ປະຕິບັດບັນດາຂໍ້ກໍານົດກົດລະບຽບຊາຍແດນ ຍົກສູງໜ້າທີ່ຮັບຜິດຊອບໃນການກໍ່ສ້າງເສັ້ນຊາຍແດນລາວ – ຫວຽດນາມ ໃຫ້ມີສະຖຽນລະພາບ, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃຫ້ແໜ້ນແຟ້ນຫຍິ່ງໆຂຶ້ນ, ໂອກາດດຽວກັນນີ້, ຄະນະທັງສອງຝ່າຍກໍໄດ້ລົງນາມເຊັນບົດບັນທຶກຊ່ວຍຈໍາ ແລະ ພ້ອມທັງມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນຕື່ມອີກ.

ຂ່າວ: ບຸນເພັງ ວົງແກ້ວມະນີ.

+3

99

1 share

Like

Comment

Share

ສະພາບອາກາດ ປະຈໍາວັນທີ 18 ພະຈິກ 2022

0

ບໍລິເວນຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ພາກເໜືອ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບ ຄ່ອຍຢູ່ບາງທ້ອງຖິ່ນ ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 18/11/2022 ເຖິງເວລາ 7:00 ໂມງວັນທີ 19/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມ ໃນລະຫວ່າງ 19-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10%. ອຸນຫະພູມໃນລະຫວ່າງ 25-34 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ແລະ ຮ້ອນໃນຕອນບ່າຍ ພ້ອມຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 22-35 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ ໃນລະຫວ່າງ 15-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມ ໃນລະຫວ່າງ 22-36 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງ ປົກຫ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.

ເກີດແຜ່ນດິນໄຫວ ຄວາມແຮງ 2.2 ຣີກເຕີ ໃນບໍລິເວນແຂວງໄຊຍະບູລີ

0

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 18 ພະຈິກ 2022 ເວລາ 02:26 ໂມງ ໄດ້ພົບສັນຍານເກີດແຜ່ນດິນໄຫວ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານທີ 19.460 ອົງສາ ເໜືອ ແລະ ເສັ້ນແວງທີ 101.236 ອົງສາຕາເວັນອອກ ຄວາມແຮງສັ່ນ ສະເທືອນວັດແທກໄດ້ 2.2 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນ ປະມານ 07 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານກໍ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊີ່ງຈຸດເກິດແຜ່ນດິນໄຫວແມ່ນຫ່າງ ຈາກເທສະບານ ເມືອງໄຊສະຖານ ປະມານ 10 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ທີມງານບັນທຶກຄວາມຮັກແພງລາວ-ຈີນ ລົງເຄື່ອນໄຫວເກັບກຳຂໍ້ມູນຢູ່ແຂວງອຸດົມໄຊ

0

ຕອນບ່າຍວັນທີ 16 ພະຈິກນີ້ ທີມງານບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ, ໄດ້ເດີນທາງໄປແຂວງອຸດົມໄຊ ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆ ອຸດົມໄຊ ພ້ອມດ້ວຍຄະນະ.

ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງໆອຸດົມໄຊ ໄດ້ສະແດງຄວາມຂອບໃຈຕໍ່ທີມງານ CMG ແລະ ສະມາຄົມນັກປະພັນລາວ ໃນການມາເຮັດວຽກຄັ້ງນີ້ ແລະ ຖືວ່າເປັນກິດຈະກຳທີ່ມີຄວາມໝາຍຄວາມສໍາຄັນຕໍ່ແຂວງອຸດົມໄຊ, ຫວັງວ່າທີມງານຈະໄດ້ນໍາເອົາຂໍ້ມູນຂອງແຂວງອຸດົມໄຊໄປຂຽນເປັນບົດເລື່ອງວັນນະຄະດີ ເລື່ອງສັ້ນ ເພື່ອເຜີຍແຜ່ໃຫ້ແກ່ພາຍໃນ ແລະ ຕ່າງປະເທດ.

ຫຼັງຈາກນັ້ນ, ທີມງານກໍໄດ້ຮັບຟັງການລາຍງານສະພາບໂດຍລວມຂອງພາກສ່ວນຕ່າງໆມີ: ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະສິກໍາ ແລະປ່າໄມ້, ອຸດສາຫະກຳ ແລະການຄ້າ, ການຊົດເຊີຍຜູ້ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ, ແຜນການ ແລະ ການລົງທຶນ ພ້ອມທັງຕອບຖາມຈາກບັນດານັກຂຽນ ແລະ ນັກຂ່າວ.

ສື່ມວນຊົນ ເຕີບໃຫຍ່ຂະຫຍາຍຕົວຕອບສະໜອງໜ້າທີ່ການເມືອງໃນແຕ່ລະໄລຍະ

0

ມາຮອດປັດຈຸບັນ ວຽກງານສື່ມວນຊົນ ພວມໄດ້ຮັບການພັດທະນາ ເຕີບໃຫຍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ຄຸນນະພາບ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການ ເມືອງໃນແຕ່ລະໄລຍະ ເຊິ່ງສະແດງອອກ ທົ່ວປະເທດ ມີສື່ສິ່ງພິມທັງໝົດ 152 ສະບັບ, ລວມທັງວາລະ ສານ, ໃບຂ່າວ, ໜັງສືພິມ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ. ໃນນັ້ນ ມີໜັງສືພິມລາຍວັນ 11 ສະບັບ, ສະຖານີວິທະຍຸກະຈາຍສຽງມີ 82 ແຫ່ງ, ສະຖານີໂທລະພາບ 45 ແຫ່ງ, ໄດ້ຕິດຕັ້ງລະບົບໂທລະໂຄ່ງ ຢູ່ບ້ານ, ຊຸມຊົນທັງໝົດ 5.918 ຊຸດ, 148 ເມືອງ ໃນຂອບເຂດທົ່ວປະເທດ; ນອກນັ້ນ, ຍັງໄດ້ຫັນປ່ຽນລະບົບເຕັກນິກວິທະຍຸ-ໂທລະພາບ ໄປສູ່ລະບົບທັນສະໄໝ ໄດ້ຈຳນວນໜຶ່ງ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ລາຍງານຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ຈັດຂຶ້ນໃນວັນທີ 17 ພະຈິກ 2022 ນີ້ວ່າ: ມາຮອດປັດຈຸບັນ, ສື່ໃໝ່ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງ, ອີງຕາມສະ ຖິຕິແຫ່ງຊາດ ປະຊາກອນລາວມີປະມານ 7 ລ້ານກວ່າຄົນ, ໃນນັ້ນ ມີຜູ້ຊົມໃຊ້ໂທລະສັບມືຖື 6 ລ້ານກວ່າຄົນ, ໃຊ້ອິນເຕີເນັດ 3,5 ລ້ານກວ່າຄົນ ໂດຍເຫັນໄດ້ທ່າແຮງດັ່ງກ່າວ, ອົງການສື່ມວນຊົນ ກໍໄດ້ນໍາໃຊ້ສື່ດັ່ງກ່າວ ເປັນຕົ້ນ ເວັບໄຊ, ເຟສບຸກ ແລະ ຢູທູບ ເຂົ້າໃນການເຜີຍແຜ່ຂໍ້ມູນຂ່າວສານຢ່າງກວ້າງຂວາງ ທັງຄວາມສະດວກ, ວ່ອງໄວ, ທັນສະພາບການ ແລະ ສັງຄົມ ກໍຄືປະຊາຊົນ ສາມາດເຂົ້າເຖິງຂໍ້ມູນໄດ້ຫລາຍຂຶ້ນ. ໄປຄຽງຄູ່ ກັບການພັດທະນາພື້ນຖານໂຄງລ່າງ ຂອງວຽກງານຖະແຫລງຂ່າວ, ພວກເຮົາມີບຸກຄະລາກອນສື່ມວນຊົນຫລາຍກວ່າ 1.000 ຄົນ ທີ່ເຮັດໜ້າທີ່ການເມືອງຂອງຕົນ ຢູ່ອົງການສື່ໃນຂອບເຂດທົ່ວປະເທດ ໄດ້ຮັບການຝຶກຝົນຫລໍ່ຫລອມທາງດ້ານຄຸນສົມບັດສິນທຳປະຕິວັດ, ທິດສະດີການເມືອງ, ແນວ ທາງນະໂຍບາຍຂອງພັກ, ຂໍ້ກໍານົດກົດໝາຍຂອງລັດ, ທັງໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງທັງໄລຍະສັ້ນ, ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ເນື້ອໃນສາລະຕ່າງໆ ທັງສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ ນັບມື້ນັບຫລາກຫລາຍຮູບແບບສີສັນ ເຊິ່ງສ່ອງແສງຂ່າວໄດ້ຢ່າງເລິກເຊິ່ງ ແລະ ກະຈາຍຜ່ານຫລາຍຊ່ອງທາງ ໄປເຖິງທຸກກຸ່ມເປົ້າໝາຍໃນໂລກ ອັນໄດ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ໄດ້ເປັນຢ່າງດີ.

ທ່ານນາງ ສວນສະຫວັນ ວິຍະເກດ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ, ສື່ມວນຊົນລາວໄດ້ສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ວຽກງານຈຸດສຸມຂອງລັດຖະບານ, ວຽກງານຂອງສະພາແຫ່ງຊາດ ຊຸດທີ IX, ການກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດຮອບດ້ານ, ວຽກດີຄົນເດັ່ນ, ການສົ່ງເສີມການຜະລິດເປັນສິນຄ້າ ແລະ ການນໍາໃຊ້ສິນຄ້າພາຍໃນ, ການເຄື່ອນໄຫວ ຂອງການນຳ ພັກ-ລັດ ແລະ ວຽກງານສຳຄັນຕ່າງໆ ຂອງພັກ, ຂອງຊາດ ຢ່າງຕໍ່ເນື່ອງ. ບັນດາໂຄງການສຳຄັນຕ່າງໆ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນ ກໍໄດ້ຮັບຄວາມເອົາໃຈໃສ່ໂຄສະນາເຜີຍແຜ່ຈາກສື່ມວນຊົນ ອອກສູ່ພາຍໃນ ແລະ ທົ່ວໂລກ; ນອກນັ້ນ ສື່ມວນຊົນ ຍັງໄດ້ເພີ່ມທະວີໂຄສະນາໃນການຟື້ນຟູເສດຖະກິດ-ສັງຄົມ ແລະ ວິຖີການດຳລົງຊີວິດແບບໃໝ່(New Normal) ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ນີ້.

ສື່ມວນຊົນລາວ ໄດ້ເອົາໃຈໃສ່ປະກອບສ່ວນວຽກງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີ ຂອງສັງຄົມ ກໍຄືໂຄສະນາຕອບຕ້ານກົນອຸບາຍ ຂອງອິດທິກຳລັງປໍລະປັກຜ່ານສື່ ຢ່າງເລິກເຊິ່ງຮອບ ດ້ານ, ທັນການ ແລະ ເປັນລະບົບຕໍ່ເນື່ອງ. ໃນນັ້ນ ໄດ້ໂຄສະນາຕອບໂຕ້ນະໂຍບາຍຫັນປ່ຽນ ໂດຍສັນຕິ ຂອງສັດຕູ ທີ່ຫວັງມ້າງເພທຳລາຍລະບອບປະຊາທິປະໄຕ ປະຊາຊົນ, ຕີຖອຍຖ້ອຍທຳນອງບິດເບືອນໃສ່ຮ້າຍປ້າຍສີ ຂອງກຸ່ມຄົນບໍ່ດີ ແລະ ອິດທິກຳລັງປໍລະປັກ ຕໍ່ການນຳພາ, ຊີ້ນຳ ຂອງພັກ-ລັດ ກໍຄືໝາກຜົນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນຕົ້ນ ບັນຫາການກໍ່ສ້າງເຂື່ອນໄຟຟ້າ, ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການອອກຂ່າວບິດເບືອນຄວາມຈິງ, ຂ່າວປອມ ໃນໄລຍະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແລະ ຂໍ້ກ່າວຫາ ກ່ຽວກັບສິດທິມະນຸດ ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ.

ຄຽງຄູ່ກັນນັ້ນ, ສື່ມວນຊົນໄດ້ອອກ ບົດ, ຄໍລຳ, ບົດສຶກສາອົບຮົມ, ຕັກເຕືອນ ແລະ ຕອບໂຕ້ບັນ ດາຂ່າວປອມ, ຂ່າວບິດເບືອນຄວາມຈິງ ຢ່າງເລິກເຊິ່ງ ແລະ ທັນສະພາບການ. ໃນໄລຍະການແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ສື່ມວນຊົນກໍໄດ້ເຂົ້າຮ່ວມປະກອບສ່ວນ ໂຄສະນາກໍຄືຕອບຕ້ານ ກຸ່ມຄົນບໍ່ດີ ຢ່າງຕັ້ງໜ້າ ເຮັດໃຫ້ສັງຄົມມີຄວາມຮັບຮູ້, ເຂົ້າໃຈ, ມີສະຕິໃນການຮັບຂ່າວສານນັບມື້ດີຂຶ້ນເປັນກ້າວໆ.

ຂ່າວ: ທະນູທອງ ພາບ: ຂັນໄຊ