Sunday, October 12, 2025
Home Blog Page 870

ພຽງແຕ່ 9 ເດືອນ GDP ເມືອງລະມາມ ບັນລຸ 770 ຕື້ກວ່າກີບ

0

ຕາມການລາຍງານຂອງທ່ານ ວົງເດືອນ ຈັນທະບຸດຊຽງ #ເຈົ້າເມືອງໆລະມາມ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນ 9 ເດືອນຜ່ານມາ ເສດຖະກິດເມືອງລະມາມຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 4,3% ລວມຍອດຜະລິດຕະພັນພາຍໃນ ຫຼື GDP ປະຕິບັດໄດ້ 774,38 ຕື້ກີບ, ໃນນັ້ນຂະແໜງກະສິກໍາ-ປ່າໄມ້ເພີ່ມຂຶ້ນ 5,2% ກວມເອົາ 54,08% ຂະແໜງອຸດສາຫະກໍາເພີ່ມຂຶ້ນ 2,3% ກວມເອົາ 5,73% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,4% ກວມເອົາ 40,19%; ເກັບລາຍຮັບເຂົ້າງົບປະມານໄດ້ 15,7 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 47% ແລະ ລາຍຈ່າຍປະຕິບັດໄດ້ 15,16 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 45%.

ວຽກງານກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ທຸກຂະແໜງການພາຍໃນເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຈິງຈັງ ແລະ ຕໍ່ເນື່ອງ ໂດຍຖືເອົາການພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ການສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍຢູ່ຊົນນະບົດຕິດພັນກັບການຈັດສັນທີ່ຢູ່ຖາວອນ ແລະອາຊີບຄົງທີ່, ປັບປຸງ-ກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ການບໍລິການກັບທີ່ ເພື່ອເປັນການສ້າງລາຍຮັບທີ່ໝັ້ນຄົງຖາວອນໃຫ້ປະຊາຊົນ ໂດຍປັດຈຸບັນ ທົ່ວເມືອງມີຄອບຄົວພົ້ນທຸກ 4.291 ຄອບຄົວ ກວມເອົາ 52,53% ແລະ ຄອບຄົວພັດທະນາ 2.897 ຄອບຄົວ ກວມເອົາ 35,43% ແລະ ມີບ້ານພົ້ນທຸກ 11 ບ້ານ ກວມເອົາ 26% ຂອງບ້ານທັງໝົດ.

ທ່ານ ວົງເດືອນ ຈັນທະບຸດຊຽງ ໃຫ້ຮູ້ຕື່ມວ່າ: ເຖິງວ່າເສດຖະກິດຂອງເມືອງລະມາມ ຈະມີການຂະຫຍາຍຕົວເພີ່ມຂຶ້ນກໍຕາມ, ແຕ່ເມືອງຍັງມີສິ່ງທ້າທາຍຈໍານວນໜຶ່ງ ທີ່ເປັນອຸປະສັກຕໍ່ການພັດທະນາເປັນຕົ້ນຕໍແມ່ນ ຂາດພະນັກງານທີ່ມີຄວາມຮູ້ຄວາມສາມາດໃນຂະແໜງການຕ່າງໆ, ການນໍາໃຊ້ຊັບພະຍາກອນທໍາມະຊາດ ຕິດພັນກັບການທໍາມາຫາກິນ ແລະ ການດໍາລົງຊີວິດຂອງປະຊາຊົນຍັງບໍ່ຮັບປະກັນຄວາມຍືນຍົງ, ການປຸກລະດົມຂົນຂວາຍການລົງທຶນຈາກນັກທຸລະ ກິດພາກເອກະຊົນພາຍໃນ ແລະ ຕ່າງປະເທດຍັງບໍ່ທັນກວ້າງຂວາງ ລວມເຖິງໄພຂົ່ມຂູ່ທາງທຳມະຊາດ. ແຕ່ແນວໃດກໍຕາມ ຄະນະພັກ, ຄະນະນໍາຂອງເມືອງ ຕ້ອງສືບຕໍ່ນໍາພາ-ຊີ້ນໍາພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພັດທະນາເມືອງລະມາມດ້ວຍຈິດໃຈບຸກທະລຸ ໂດຍໃນ 3 ເດືອນທ້າຍປີ 2022 ນີ້ ຮັບປະກັນໃຫ້ເມືອງລະມາມສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນມີຄວາມສາມັກຄີປອງດອງ, ເສດຖະກິດ-ສັງຄົມນັບມື້ຂະຫຍາຍຕົວເພີ່ມຂຶ້ນ ໂດຍລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໃຫ້ບັນລຸໄດ້ປະ ມານ 17 ລ້ານກີບຕໍ່ຄົນຕໍ່ປີ; ພັດທະນາພື້ນຖານໂຄງລ່າງ, ຫັນພະນັກງານລົງກໍສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ດຶງດູດການລົງທຶນຈາກພາກສ່ວນຕ່າງໆໃນສັງຄົມໃຫ້ນັບຫຼາຍຂຶ້ນ ແລະ ຊຸກຍູ້ສົ່ງເສີມການຜະລິດກະສິກໍາຕາມທ່າແຮງບົ່ມຊ້ອນ, ຄວາມສາມາດຕົວຈິງໃນແຕ່ລະທ້ອງຖິ່ນ ເພື່ອການບໍລິໂພກພາຍໃນ ແລະ ຂາຍເປັນສິນຄ້າສົ່ງອອກ.

#ມີເດຍລາວ#ເມືອງລະມາມ#ແຂວງເຊກອງ

#ຂ່າວ: ສັນຍາ

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2022

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພະຈິກ 2022 ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ ເຊິ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຕາມ 6 ວາລະ ຄື:

ວາລະທີ 1: ສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ ແລະ ທິດທາງແຜນການ ປະຈໍາເດືອນທັນວາ 2022 ຂອງລັດຖະບານ ເຊັ່ນ: ວຽກງານຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ລວມທັງ ສະຫຼຸບຕີລາຄາໂດຍຫຍໍ້ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ (ນັບແຕ່ມື້ເປີດປະເທດເປັນຕົ້ນມາ).

ວາລະທີ 2: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ); ແລະ ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະ ໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ);

ວາລະທີ 3: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍການແຕ່ງກາຍ;

ວາລະທີ 4: ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍເລກປະຈຳຕົວຜູ້ເສຍອາກອນ;

ວາລະທີ 5: ລາຍງານກ່ຽວກັບຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030;

ວາລະທີ 6: ຜ່ານບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ.

ກອງປະຊຸມລັດຖະບານ ຄັ້ງນີ້ ດໍາເນີນໃນທ່າມກາງບັນຍາກາດ ທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ. ສະເພາະ ຢູ່ ສປປ ລາວ ທຽບໃສ່ໄລຍະຕົ້ນປີ ເຖິງສະພາບຈະມີທ່ວງທ່າທີ່ດີຂຶ້ນ ແລະ ລັດຖະບານ ຍັງສາມາດຮັກສາສະຖຽນລະພາບໄດ້ ແຕ່ກໍ່ຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍສົມຄວນ. ດັ່ງນັ້ນ, ສິ່ງທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານ ຈະໄດ້ສືບຕໍ່ສຸມກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໂດຍສະເພາະ ເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາ ສະມາຊິກລັດຖະບານ, ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ສຳເລັດຕາມຄາດໝາຍ ທີ່ໄດ້ກຳນົດໄວ້.

—————

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ລົງຢ້ຽມຢາມປະຊາຊົນບ້ານບວມອໍ້

0

ວັນທີ 21 ພະຈິກ 2022 ນີ້ ທີມງານບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພະບາງ ເຊິ່ງເປັນບ້ານຈັດສັນທີ່ຖືກຜົນກະທົບຂອງໂຄງການລົດໄຟລາວ-ຈີນ ແລະ ໃຫ້ກຽດຕ້ອນຮັບ ໂດຍທ່ານ ບຸນເພັດ ພູນຜົນ ຮອງເຈົ້າເມືອງຊຽງເງິນ, ມີບັນດາອົງການປົກຄອງບ້ານ ປະຊາຊົນພາຍໃນບ້ານບວມອໍ້ ເຂົ້າຮ່ວມ.

ທ່ານ ທອງວັນ ວັດທະນາພອນ ນາຍບ້ານບວມອໍ້ ໄດ້ລາຍງານສະພາບລວມຂອງບ້ານວ່າ: ບ້ານບວມອໍ້ ເປັນບ້ານທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟທະລຸຜ່ານໝົດບ້ານ ເຮັດໃຫ້ມີຄວາມຈໍາເປັນຕ້ອງໄດ້ຍັບຍ້າຍໄປຢູ່ບ່ອນໃໝ່ທີ່ທາງໂຄງການຈັດສັນໃຫ້ ແຕ່ຍັງນອນຢູ່ໃນຂອບເຂດເນື້ອທີ່ຂອງບ້ານບວມອໍ້ ຄືເກົ່າ ແລະ ຫ່າງກັນກັບບ້ານເກົ່າປະມານ 1 ກິໂລແມັດ ພາຍໃນບ້ານມີທັງໝົດ 102 ຄອບຄົວ, ພົນລະເມືອງທັງໝົດ 438 ຄົນ, ຍິງ 228 ຄົນ ໄດ້ຍົບຍ້າຍໄປຢູ່ບ້ານຈັດສັນໃໝ່ ເຊີ່ງມີທັງໝົດ 107 ຫລັງຄາເຮືອນ (ສະເພາະບ້ານບວມອໍ້ 103 ຫລັງຄາ ແລະ ປະຊາຊົນບ້ານສົ້ນຫລວງ ທີ່ໄດ້ຮັບຜົນກະ ທົບຈາກໂຄງການດັ່ງກ່າວໄດ້ຍົກຍ້າຍມາຢູ່ນຳ 4 ຫລັງຄາ).

ຢູ່ບ້ານຈັດສັນໃໝ່ ທາງໂຄງການໄດ້ກໍ່ເຮືອນ ແລະ ສິ່ງອຳນວຍຄວາມສະດວກ ເປັນຕົ້ນ: ຖະໜົນຖົນທາງ, ໂຮງຮຽນ, ສຸກສາລາ, ລະບົບນ້ຳລິນ, ລະບົບໄຟຟ້າ ແລະ ອື່ນໆ ໂດຍໄດ້ຈັດສັນເນື້ອທີ່ປຸກສ້າງໃຫ້ຄອບຄົວລະ 20×30 ແມັດ, ສ່ວນຮູບແບບໂຄງສ້າງຂອງເຮືອນ ແບ່ງເປັນປະເພດ 1,2,3 ຄື: ເຮືອນ 2 ຊັ້ນ, ເຮືອນວິນລາ 8×11 ແມັດ ແລະ ເຮືອນວິນລາ 4×8 ແມັດ, ມີໄລຍະເວລາຄໍ້າປະກັນ 2 ປີ ການຈັດສັນເຮືອນໃຫ້ແຕ່ລະຄອບຄົວແມ່ນອີງຕາມຖານະ ຫລື ຮູບແບບຂອງເຮືອນທີ່ແຕ່ລະຄອບຄົວເຄີຍມີໃນບ້ານເກົ່າ, ສ່ວນເນື້ອທີ່ທຳການຜະລິດ ຍັງສາມາດໄປເຮັດການຜະລິດຢູ່ບ່ອນເກົ່າໄດ້ເປັນປົກກະຕິ. ທ່ານ ທອງວັນ ລັດຕະນະພອນ ໄດ້ຢືນຢັນວ່າ: ພາຍຫລັງຍັບຍ້າຍອອກຈາກບ່ອນເກົ່າມາຢູ່ບ້ານຈັດສັນໃໝ່ ເຫັນວ່າປະຊາຊົນມີຄວາມພໍໃຈ ແລະ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ຍ້ອນສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນ: ຖະໝົນຫົນທາງທີ່ດີຂຶ້ນ, ການເດີນທາງໄປມາສະດວກສະບາຍ, ມີເຮືອນຢູ່ທີ່ແໜ້ນໜາຖາວອນ ແລະ ງາມກວ່າເກົ່າ.

ຫຼັງຈາກນັ້ນ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ໄດ້ຕາງໜ້າທີມງານ ກໍໄດ້ກ່າວຂອບໃຈຕໍ່ການຕ້ອນຮັບຂອງປະຊາຊົນ ພ້ອມດ້ວຍອໍານາດການປົກຄອງພາຍໃນບ້ານ, ເມືອງ, ຈາກນັ້ນ, ບັນດາທີມງານກໍໄດ້ລົງເກັບກໍາພາບ ສໍາພາດປະຊາຊົນກັບການດໍາລົງຊີວິດໃນບ້ານຈັດສັນໃໝ່ ເພື່ອເກັບກໍາຂໍ້ມູນນໍາໄປຜະລິດເປັນບົດຕາມໂຄງການກໍານົດໄວ້.

ແຂວງອັດຕະປື ສົ່ງອອກຢາງພາລາລວມມູນຄ່າ 23 ລ້ານກວ່າໂດລາຕໍ່ປີ

0

ອີງຕາມການໃຫ້ສໍາພາດຂອງທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ຄັ້ງວັນທີ 18 ພະຈິກ 2022 ນີ້ວ່າ: ຢູ່ແຂວງອັດຕະປື ມີ 5 ບໍລິສັດ ທີ່ໄດ້ຮັບອະນຸຍາດ ໃນການລົງທືນສໍາປະທານທີ່ດິນເພື່ອປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ,ໂດຍທັງ 5 ບໍລິສັດ ແມ່ນບໍລິສັດຈາກປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສ່ວນເນື້ອທີ່ທີ່ໃຫ້ອະນຸຍາດສໍາປະທານແມ່ນມີຢູ່ 4 ເມືອງຄື: ເມືອງໄຊເສດຖາ, ເມືອງສາມັກຄີໄຊ, ເມືອງຊານໄຊ ແລະ ເມືອງພູວົງ.

ການປູກຢາງພາລາ ຢູ່ແຂວງອັດຕະປື ແມ່ນໄດ້ເລີ່ມແຕ່ປີ 2008 ເປັນຕົ້ນມາ, ເຊິ່ງທົ່ວແຂວງມີເນື້ອທີ່ປູກຢາງພາລາທັງໝົດ 15.564 ກວ່າເຮັກຕາ,ໃນນີ້ ເນື້ອທີ່ສາມາດກຼີດເອົານໍ້າຢາງໄດ້ແລ້ວ 9.123 ກວ່າເຮັກຕາ, ຜົນຜະລິດເປັນນໍ້າຢ່າງ 46.531 ກວ່າໂຕນຕໍ່ປີ, ຜະລິດເປັນຢາງກ້ອນໄດ້ປະມານ 15.510 ກວ່າໂຕນ,ໃນນັ້ນ: ສົ່ງອອກເປັນນໍ້າຢາງຈໍານວນ 7.812 ກວ່າໂຕນ ມູນຄ່າ 2 ລ້ານ 7 ແສນ ກວ່າໂດລາ ແລະ ສົ່ງອອກເປັນຢາງກ້ອນ ຈຳນວນ 12.906 ກວ່າໂຕນ ມູນຄ່າ 20 ລ້ານ 6 ແສນ ກວ່າໂດລາ,ລວມມູນຄ່າສົ່ງອອກທັງໝົດ 23 ລ້ານກວ່າໂດລາຕໍ່ປີ.

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ໃຫ້ຮູ້ຕື່ມວ່າ: ບັນດາໂຄງການປູກຢາງພາລາ ທີ່ແຂວງອັດຕະປື ອະນຸຍາດໃຫ້ບັນດາບໍລິສັດມາສໍາປະທານທີ່ດິນດັ່ງກ່າວນັ້ນ ລ້ວນແຕ່ໄດ້ຮັບການອະນຸຍາດ ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍທຸກຂັ້ນຕອນ ແລະ ບັນດາໂຄງການດັ່ງກ່າວ ໄດ້ກາຍເປັນຖານລາຍຮັບທີ່ໝັ້ນຄົງໃຫ້ແກ່ພໍ່ແມ່ປະຊາຊົນ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ສ້າງລາຍຮັບໃຫ້ທ້ອງຖິ່ນ ແລະ ໄດ້ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື ໃຫ້ມີການຂະຫຍາຍຕົວເທື່ອລະກ້າວ.

#ຂ່າວ: ວັດທະນາ

#ມີເດຍລາວ#ອັດຕະປື

ເມືອງຈຳພອນ ແຂວງສະຫວັນນະເຂດ ເປິດຂະບວນການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19

0

ໃນວັນທີ 18 ພະຈິກ 2022 ນີ້ ຢູ່ທີ່ໂຮງຮຽນ ຮຸ່ງເຮືອງຊັບ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ເປີດຂະບວບການໃຫ້ວັກຊິນປ້ອງກັນພະຍາດ ໂຄວິດ 19 ໃຫ້ກຽດເປັນປະທານຂອງທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງ ທັງເປັນປະທານກຳມະທິການແມ່ແລະເດັກຂັ້ນເມືອງ,ທ່ານ ດຣ ພອນສະຫວັນ ອິນສີຊຽງໃໝ່ ຫົວໜ້າຫ້ອງການສາທາລະນະສຸກເມືອງ ມີຄະນະກຳມະທິການແມ່ແລະເດັກຂັ້ນເມືອງ ມີບັນດາຫ້ອງການທີ່ກ່ຽວຂ້ອງ,ຄະນະປົກຄອງບ້ານເຂດເທດສະບານອ້ອມຂ້າງພ້ອມດ້ວຍນ້ອງນ້ອຍນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງກໍ່ໄດ້ກ່າວເປີດພິທີຢ່າງເປັນທາງການ,ທ່ານດຣ ພອນສະຫວັນ ອິນສີຊຽງໃໝ່ ຫົວໜ້າຫ້ອງການສາທາລະນະສຸກເມືອງກໍ່ໄດ້ລາຍງານຄາດໝາຍໃນປີ 2022 ເຊີ່ງເມືອງຈຳພອນຈັດຕັ້ງປະຕິບັດການສັກວັກຊິນປ້ອງກັນພະຍາດ ໂຄວິດ 19 ເຂັມທີ 1 ປະຕິບັດໄດ້ 94%,ເຂັມ 2 ຈັດຕັ້ງປະຕິບັດໄດ້ 84%,ເຂັມ 3 ປະຕິບັດໄດ້ 38%,ເພື່ອສືບຕໍ່ໃຫ້ບັນລຸຄາດໝາຍຫ້ອງການສາທາລະນະສຸກເມືອງຈິ່ງໄດ້ຈັດຮອບຕະລຸມບອນແຕ່ວັນທີ 10 ພະຈິກຮອດ 24 ພະຈິກ ເຊີ່ງມີຈຸດປະສົງເພື່ອສັກຢາກັນພະຍາດໂຄວິດ 19 ໃຫ້ເດັກອາຍຸ 5-11ປີ,12-17 ປີ,ແລະ 8 ປີຂື້ນໄປແລະໃຫ້ວິຕາມິນອາແກ່ເດັກ ອາຍຸ 6 ເດືອນຫາ 59 ເດືອນແລະເດັກນ້ອຍລຸ່ມ 1 ປີແມ່ນໃຫ້ສັກຢາກັນພະຍາດຮອບປົກກະຕິ,ສຳລັບການຈັດຕັ້ງປະຕິບັດໃນຜ່ານມາເຫັນວ່າແຕ່ລະພາກສ່ວນກໍ່ໃຫ້ການຮ່ວມມືຢ່າງເປັນຂະບວນກວ້າງຂວາງແຕ່ມາເບິ່ງຕົວເລກຍັງບໍ່ທັນໄດ້ບັນລຸຕາມຄາດໝາຍທີ່ວາງໄວ້ ດັ່ງນັ້ນຫົວໜ້າຫ້ອງການສາທາລະນະສຸກເມືອງຈິ່ງໄດ້ເອົາໃຈໃສ່ຈັດຮອບຕະລຸມບອນເພື່ອໃຫ້ບັນລຸຄາດໝາຍໃນປີ 2022.

#savannakhet#medialaos

ລາວຈຳເປັນຕ້ອງສືບຕໍ່ໂຄສະນາກ່ຽວກັບສິດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ

0

ຖິງແມ່ນສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍມີຜົນສຳເລັດໃນການສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍໃນ10ຜ່ານມາຜ່ານຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແມ່ຍິງ. ສະມາຄົມຍັງໄດ້ມີໂຄງການເຊື່ອມສານບົດບາດຍິງ-ຊາຍ ​ຢູ່​ບັນດາບ້ານເປົ້າໝາຍ​

ພະນັກງານ​ຂັ້ນສູງຂອງສະມາຄົມໄດ້ຢືນຢັນໃນວັນທີ 18 ພະຈິກ 2022, ທີ່ໂຮງແຮມດອນຈັນ ພາເລດ, ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງສະມາຄົມ ຄົບຮອບ 10 ປີ, ເພື່ອເປັນການສະເຫຼີມສະຫຼອງ, ລາຍງານ ແລະ ແບ່ງປັນບັນດາຜົນສໍາເລັດຕ່າງໆຂອງສະມາຄົມ ໃຫ້ແກ່ບັນດາຄູ່ຮ່ວມງານພາກສ່ວນຕ່າງໆທັງພາກລັດ, ອົງການຈັດຕັ້ງສາກົນ, ບັນດາຜູ້ໃຫ້ທຶນສະໜັບ ສະໜູນ ແລະ ອົງການຈັດຕັ້ງທາງສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ການເຄື່ອນໄຫວວຽກງານຂອງສະມາຄົມ ແລະ ການຮ່ວມມືທີ່ດີຮ່ວມກັນ.​ ໂດຍການໃຫ້ກຽດເປັນປະທານໂດຍທ່ານ ນາງ ຜ່ອງສີ ປັນຍານຸວົງ, ປະທານ ຄະນະບໍລິຫານງານ ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ. ໂດຍມີຜູ້ເຂົ້າຮ່ວມທີ່ມາຈາກບັນດາກະຊວງທີ່ກ່ຽວຂ້ອງ, ຄູ່ຮ່ວມງານພາກລັດຂັ້ນສູນກາງ ແລະ ຂັ້ນນະຄອນຫຼວງວຽງຈັນ,​ ສະຖານທູດ, ​ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມ, ມະຫາວິທະຍາໄລແຫ່ງຊາດ ແລະ ຈໍາປາສັກ, ຄູ່ຮ່ວມງານຂັ້ນເມືອງ ແລະ ຕ້າງໜ້າຈາກບ້ານເປົ້າໝາຍຂອງໂຄງການເຂົ້າຮ່ວມ.

ໃນຕະຫຼອດໄລຍະ 10 ປີຜ່ານມານີ້, ສະມາຄົມ ເພື່ອພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ແມ່ນມີຄວາມພະຍາຍາມສຸມໃສ່ຢ່າງບໍ່ຢຸດຢັ້ງໃນການປັບປຸງເງື່ອນໄຂຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ແມ່ຍິງ ແລະ ເດັກຍິງ ແລະ ບຸກຄົນທົ່ວໄປໃນສັງຄົມ, ໂດຍການໂຄສະນາປູກຈິດສໍານຶກກ່ຽວກັບສິດຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເປັນເຈົ້າການນໍາພາໃນການປ່ຽນແປງພຶດຕິກໍາ ແລະ ທັດສະນະຄະຕິຂອງຄົນ ໂດຍສະເພາະແມ່ນຊາວໜຸ່ມ ຢູ່ໃນຊຸມຊົນ ແລະ ສັງຄົມ ທີ່ມີຫຼາກຫຼາຍຊົນເຜົ່າ, ເຂດຫ່າງໄກສອກຫຼີກ, ເພື່ອໃຫ້ຄອບຄົວ,​ ຊຸມຊົນ ແລະ ສັງຄົມ ໄດ້ຢູ່ຮ່ວມກັນຢ່າງສັນຕິ, ເພີ່ມທະວີການຍົກສູງ ແລະ ເຄົາລົບສິດທິຂອງແມ່ຍິງ, ພ້ອມກັນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກເພື່ອເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງຄວາມຍຸຕິທໍາໄດ້ຫຼາຍຂຶ້ນ ໂດຍຜ່ານຫ້ອງການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແມ່ຍິງ. ສະມາຄົມຍັງໄດ້ມີໂຄງການເຊື່ອມສານບົດບາດຍິງ-ຊາຍ ​ຢູ່​ບັນດາບ້ານເປົ້າໝາຍ​ ໂດຍ​ການ​ສ້າງ​ກຸ່ມ​​ອາສາສະໝັກຂຶ້ນຫຼາຍກຸ່ມຢູ່ຊຸມຊົນ. ໄດ້ຝຶກອົບຮົມ ແລະ ສົ່ງ​ເສີມ ກຸ່ມເຫຼົ່ານີ້ ​ໃຫ້​ກາຍ​ເປັນ​ຕົວ​ແບບ​ຂອງ​ການເຄົາລົບສິດສະເໝີພາບລະຫວ່າງຍິງ-ຊາຍ, ສົ່ງເສີມການມີສ່ວນຮ່ວມຂອງແມ່ຍິງ​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ. ນອກຈາກນັ້ນ, ຍັງໄດ້ປະສານສົມທົບກັບ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລຈໍາປາສັກ ແລະ ວິທະຍາໄລຕ່າງໆ ເພື່ອເຊື່ອມສານບົດບາດ ຍິງ-ຊາຍ ເຂົ້າໃນຫຼັກສູດການຮຽນການສອນ ແລະ ກິດຈະກຳໂຄສະນາເຜີຍແຜ່ກົດໝາຍໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ນັກຮຽນ, ນັກສຶກສາທີ່ເປັນຄົນຮຸ່ນໃໝ່ມີທັດສະນະຄະຕິທີ່ດີຕໍ່ເພດກົງກັນຂ້າມ ແລະ ທັບມ້າງຮີດເກົ່າຄອງເດີມທີ່ມີການຈຳແນກ, ມີຄວາມລ້າຫລັງ ແລະ ຄວາມບໍ່ສະເໝີພາບໃຫ້ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

May be an image of 9 people, people standing and indoor

#medialaos#Vientiane​Timeslaos.la

ວັນທີ 22 ພະຈິກ 2022 ແຂວງເຊກອງ ກະກຽມຄວາມພ້ອມ ແລະ ຈັດສັນລະບຽບການວາງສະແດງ-ຈໍາໜ່າຍສິນຄ້າໃນງານບຸນຊ່ວງເຮືອໃຫ້ເປັນລະບຽບ

0

ການຈັດງານ ບຸນຊ່ວງເຮືອປະເພນີແຂວງເຊກອງປະຈໍາປີ 2022 ແມ່ນຈະໄດ້ຈັດຂຶ້ນໃນວັນທີ 3 ທັນວານີ້ ປັດຈຸບັນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ໂດຍສະເພາະແມ່ນການຈັດສັນການວາງສະແດງ-ຂາຍສິນຄ້າກາງເວັນ-ກາງຄືນ, ສະຖານທີ່ຈັດງານລາຕີ ແລະ ອື່ນໆ ແນໃສ່ອໍານວຍຄວາມສະດວກສະບາຍແກ່ປະຊາຊົນ ກໍ່ຄື ນັກທ່ອງທ່ຽວ ແລະ ຜູ້ປະກອບການ ທີ່ມາໃນງານດັ່ງກ່າວໃຫ້ມີຄວາມເປັນລະບຽບ ແລະ ສວຍງາມ.

ທ່ານ ເພັດໄພບູນ ສີສະຫງ່າ ຫົວໜ້າພະແນກບໍລິຫານ ບໍລິສັດສອນກໍ່ສ້າງສ້ອມແປງເຄຫາສະຖານ ແລະ ຂົວທາງ ຈຳກັດຜູ້ດຽວ ໃຫ້ຮູ້ວ່າ: ພາຍຫຼັງທີ່ອົງການປົກຄອງເມືອງລະມາມ ມອບໃຫ້ບໍລິສັດຕົນ ເປັນຜູ້ສໍາປະທານຈັດສັນສະຖານ ທີ່ບໍລິການ ໃນການຄ້າຂາຍສິນຄ້າ ແລະ ບໍລິການດ້ານອື່ນໆໃນໄລຍະງານບຸນຊ່ວງເຮືອປະຈໍາປີ 2022 ທາງບໍລິສັດໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຈາກເມືອງລະມາມ ລົງສຳຫຼວດ, ປັບປຸງພື້ນທີ່ ແລະ ກໍານົດເຂດການບໍລິການດ້ານຕ່າງໆອອກເປັນ 3 ຈຸດຄື: ຈຸດທີ 1 ໜ້າສະພາປະຊາຊົນແຂວງ ຫາ ທ່າບັກເກົ່າ; ຈຸດທີ 2 ເຂດສະໜາມແດງ (ສວນ 25 ປີ) ແລະ ຈຸດທີ 3 ແມ່ນສູນການຄ້າ ເພື່ອໃຫ້ເປັນລະບຽບ ແນໃສ່ອໍານວຍຄວາມສະດວກສະບາຍແກ່ປະຊາຊົນ ກໍ່ຄື ນັກທ່ອງທ່ຽວທີ່ມາທ່ຽວຊົມໃນງານດັ່ງກ່າວ ຈັບອົກຈັບໃຈມາແລ້ວຢາກມາອີກ.

ທ່ານ ເພັດໄພບູນ ສີສະຫງ່າ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ໄດ້ມີຜູ້ປະກອບການເຂົ້າມາຈັບຈ່ອງສະຖານທີ່ຕາມການແບ່ງເຂດຂອງບໍລິສັດເຫັນວ່າຫຼາຍສົມຄວນ ໂດຍສະເພາະຢູ່ຈຸດສູນການຄ້າ ແມ່ນຈະເລີ່ມຂຶ້ນແຕ່ວັນທີ 28 ພະຈິກ 2022 ຫາ ວັນທີ 3 ທັນວາ 2022 ເຊິ່ງທ່ານໃດສົນໃຈຢາກຈັບຈ່ອງສະຖານທີ່ ກໍ່ສາມາດຕິດຕໍ່ໄດ້ນໍາພະນັກງານບໍລິສັດຢູ່ທີ່ສູນການຄ້າເຊກອງຊັ້ນລຸ່ມ ຫຼື ຕິດຕໍ່ສອບຖາມໄດ້ທີ່ເບີ: 020 951 88 221.

ຂ່າວ: ສັນຍາ

ຮອງເຈົ້າແຂວງຫຼວງພະບາງ ຕີລາຄາສູງຕໍ່ໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ

0

ໃນຕອນແລງ ວັນທີ 21 ພະຈິກ2022 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງຫລວງພະບາງ ທີມງານໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ, ທີ່ນໍາໂດຍທ່ານ ນາງ ແສງແກ້ວ ຫົວໜ້າ ສະຖານີວິທະຍຸ ໂທລະພາບສູນກາງຈີນ CMG ປະຈໍາລາວ ແລະທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ພ້ອມດ້ວຍຄະນະຈໍານວນ 30 ທ່ານ, ໄດ້ເຂົ້າຢ້ຽມພົບປະກັບທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍບັນດາຜູ້ຕ່າງໜ້າພະແນກການ, ຂະແໜງການທີ່ປິ່ນອ້ອມກ່ຽວກັບລົດໄຟລາວ-ຈີນ ໃຫ້ການຕ້ອນຮັບ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫລວງພະບາງ ໄດ້ໃຫ້ກຽດກ່າວຕ້ອນຮັບ ພ້ອມທັງລາຍງານສະພາບລວມຂອງແຂວງ ແລະ ເສັ້ນທາງລົດໄຟລາວ-ຈີນ ຜ່ານເຂດແຂວງຫລວງພະບາງ ຕາມທິດທາງໜຶ່ງແລວ ໜຶ່ງເສັ້ນທາງ ທີ່ສອງພັກ,ສອງລັດ ລາວ-ຈີນ ທີ່ມີການຮ່ວມມືເຊິ່ງກັນ ແລະ ກັນ.

ຈາກນັ້ນ ທ່ານຫົວໜ້າ CMG ປະຈຳລາວກໍໄດ້ລາຍງານຈຸດປະສົງຂອງການລົງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ໃນລະຫວ່າງວັນທີ 19-21 ພະຈິກ 2022 ທີ່ໄດ້ເຄື່ອນໄຫວເກັບກໍາຂໍ້ມູນ ໃນໂຄງການບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟ ລາວ-ຈີນ.ແລະ ສະຖານທີ່ທ່ອງທ່ຽວພາຍໃນແຂວງຫລວງພະບາງ ໃນການເຂົ້າຢ້ຽມພົບປະຄັ້ງນີ້ ບັນດາ ພະແນກການຂອງແຂວງທີ່ກ່ຽວຂ້ອງ ກໍ່ໄດ້ພັດປ່ຽນກັນຂຶ້ນລາຍງານສະພາບລວມແລະ ທິດທາງແຜນການທີ່ໄດ້ຮັບຜົນປະໂຫຍດຈາກການຄົມມະນາຄົມ ເສັ້ນທາງລົດໄຟລາວ-ຈີນ ເພື່ອລາຍງານໃຫ້ກັບນັກປະພັນ,ນັກຂຽນ,ນັກແຕ້ນ ແລະ ສື່ມວນຊົນນໍາໄປປະກອບເປັນບົດແລ້ວສົ່ງພິມເພື່ອເປັນການກະກຽມສະເຫຼີມສະຫຼອງວັນສໍາຄັນຂອງສອງຊາດ ໂດຍສະເພາະແມ່ນ ວັນຄົບຮອບການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນທີ່ຈະມາເຖິງນີ້.

ສະພາບອາກາດ ປະຈໍາວັນທີ 22 ພະຈິກ 2022

0

ບໍລິເວນຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ພາກເໜືອ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ. ສ່ວນພາກກາງ ແລະ ພາກໃຕ້ ອາກາດຮ້ອນ ພ້ອມຈະມີຝົນຕົກ ໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 22/11/2022 ເຖິງເວລາ 7:00 ໂມງວັນທີ 23/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 14-27 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນ ເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 18-34 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີລົມພັດແຮງ ຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 12-28 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-30 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງ ບໍລິເວນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 13-23 ອົງສາ.

ອົບຮົມການຖ່າຍພາບໃຫ້ນັກຂ່າວ ຮັບໃຊ້ງານມະຫະກໍາກິລາແຫ່ງຊາດຄັ້ງທີ XI

0

ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ(ວສລ),ກົມສື່ມວນຊົນ ກະຊວງ ຖະແຫລງຂ່າວ, ວັດທະນະ ແລະທ່ອງທ່ຽວ (ຖວທ) ແລະ ໜັງສືພິມເສດຖະກິດ-ການຄ້າໄດ້ຮວ່ມກັນ ຈັດຝຶກອົບຮົມທັກສະການຖ່າຍພາບ ແລະ ວິດີໂອໃຫ້ນັກຂ່າວໃນວັນທີ21ພະຈິກນີ້ທີ່ວສລ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖວທ, ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫ່ຍວສລ, ມີສໍາມະນາກອນຈາກສື່ຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ສົົມສະຫວາດ ພົງສາ ກ່າວວ່າ: ເພື່ອເປັນການເພີ່ມທັກສະໃນການຖ່າຍພາບນິ້ງ ແລະ ພາບວິດີໂອຊຶ່ງເປັນການກະກຽມໃຫ້ນັກຂ່າວທີ່ຈະໄປເຄື່ອນໄຫວເກັບກຳຂ່າວງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເພື່ອນຳໃຊ້ເຕັກໂນໂລຊີເຂົ້າໃນການນໍາໃຊ້ຂໍ້ມູນຮ່ວມກັນ.

ທ່ານສຸວັນວິໄລແສງກໍໄດ້ກ່າວວ່າ: ການປັບປຸງການນຳໃຊ້ນັກຖ່າຍພາບ ແຊຂໍ້ມູນບໍ່ວ່າຈະເປັນພາບເຄື່ອນໄຫວ ພາບນິ້ງ ໃນການເຮັດວຽກຕ້ອງມີການລວມສູນເອົານັກຖ່າຍພາບແຕ່ລະສຳນັກ ຫລື ຄະນະສະເພາະກິດ ໂດຍແບ່ງງານກັນສໍາລັບນັກຂ່າວແຕ່ລະສະຫນາມ,ລາຍງານຂ່າວຖືກຕ້ອງວ່ອງໄວໂດຍການລາຍງານຂ່າວທີ່ຫລາກຫລາຍ ສາມາດມາດືງເອົາຂໍ້ມູນນັ້ນ ສົ່ງກັບຄືນຫາສຳນັກງານຂອງຕົນເອງໃຫ້ມີຄວາມສະດວກຂຶ້ນຕື່ມ.