Sunday, October 12, 2025
Home Blog Page 869

ສະຫາຍ ທອງລຸນ ສີສຸລິດ ຕ້ອນຮັບ ຄະນະຜູ້ແທນຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ

0

ໃນວັນທີ 22 ພະຈິກ 2022 ທີ່ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລ ມິງ ຮຶງ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ພົບປະປຶກສາຫາລືວຽກງານ ລະຫວ່າງ ສອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ຢ່າງເປັນທາງການ ໃນຫ່ວາງວັນທີ 21 ຫາ 22 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນ.

ໂອກາດນີ້ ສະຫາຍ ເລຂາທິການໃຫຍ່ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ຄະນະຜູ້ແທນຈາກຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ອັນໄດ້ປະກອບສ່ວນເຮັດໃຫ້ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022 ມີບັນຍາກາດ ຟົດຟື້ນ ແລະ ເຕັມໄປດ້ວຍເນື້ອໃນທີ່ໜັກແໜ້ນ ພ້ອມທັງເປັນການສືບຕໍ່ເສີມຂະຫຍາຍເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ

ໃນໂອກາດດັ່ງກ່າວ, ສະຫາຍ ເລ ມິງຮຶງ ໄດ້ນໍາເອົາຄວາມຢ້ຽມຢາມ ຖາມຂ່າວ, ຄວາມເຄົາລົບ, ຄວາມຮັກແພງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫ່ວາງ ຫວຽດນາມ ແລະ ລາວ ຂອງ ສະຫາຍ ຫງວຽນ ຝູຈ້ອງ ເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ແລະ ສະຫາຍ ຫງວຽນ ຊວັນຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ມາຍັງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມມີ້, ກໍໄດ້ລາຍງານຜົນສຳເລັດການພົບປະປຶກສາຫາລື ແລະ ຕົກລົງ ລະຫວ່າງ ສອງຫ້ອງວ່າການສູນກກາງພັກ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າໃນການປະບັດໜ້າທີ່ເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ສະຫາຍເລຂາທິການໃຫຍ່ ເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ກໍຄື ການປະຕິບັດມະຕິ ຄຳສັ່ງຂອງກົມການເມືອງສູນກາງພັກ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.

ພ້ອມກັນນັ້ນສອງຫ້ອງວ່າການຍັງໄດ້ຈັດມີການເຄື່ອນໄຫວກິດຈະກໍາທີ່ສໍາຄັນຕ່າງໆ ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ, ເພື່ອຫວນຄືນປະຫັວດສາດ, ມູນເຊື້ອສາຍພົວພັນພິເສດ ຫວຽດນາມ-ລາວ ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ – ລາວ ຄົບຮອບ 45 ປີ.

ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນການພົບປະປຶກສາຫາລື ແລກປ່ຽນບົດຮຽນ ລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ພ້ອມທັງໃຫ້ທິດຊີ້ນຳໃຫ້ສອງຫ້ອງວ່າການສູນກາງພັກ ຈົ່ງພ້ອມກັນສຶບຕໍ່ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າບັນຫາຍຸດທະສາດ ກໍຄືການເປັນເສນາທິການໃຫ້ແກ່ກົມການເມືອງ ແລະ ເລຂາທິການສູນກາງພັກ ໃຫ້ນັບມື້ນັບເຂັ້ມແຂງ ແລະ ມີປະສິດທິພາບປະສິດທິຜົນຍິ່ງຂຶ້ນ.

ຂ່າວ: ຫ້ອງວ່າ​ການ​ສູນ​ກາງ​ພັກ

ເຈົ້າແຂວງ ອັດຕະປື ເຄື່ອນໄຫວຊຸກຍູ້ ວຽກງານຢູ່ເມືອງສະໜາມໄຊ

0

ໃນວັນທີ 22 ພະຈິກ 2022 ນີ້, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆ ອັດຕະປື ພ້ອມຄະນະນຳຂັ້ນແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງສະໝາມໄຊ ພິທີດັ່ງກ່າວ ໄດ້ມີຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງເມືອງ ໂດຍມີທ່ານ ສຸລິວົງ ອະໄພວົງ ເຈົ້າເມືອງໆສະໜາມໄຊ ພ້ອມຄະນະນໍາຈາກຂະແໜງການທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.

ການຢ້ຽມຢາມ ເຄື່ອນໄຫວຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງສະໝາມໄຊ ກ່ອນອື່ນໝົດທ່ານເຈົ້າແຂວງພ້ອມຄະນະກໍໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ ແລະ ແຜນການສູ້ຊົນໃນທ້າຍປີ 2022 ຂອງເມືອງ ແລະ ຈາກນັ້ນໃນຄະນະດຽວກັນ ທ່ານເຈົ້າແຂວງຍັງໄດ້ມີຄຳຖາມເຈາະຈີ້ມໃນຫຼາຍໆບັນຫາ ເປັນຕົ້ນ:ແມ່ນການຊົດເຊີຍຜົນເສຍຫາຍໃຫ້ປະຊາຊົນຜູ້ຖືກຜົນກະທົບຈາກໄພພິບັດ, ໂຄງການລົງທຶນຂະໜາດໃຫຍ່ຂອງລັດ ແລະ ບາງບັນຫາທີ່ຍັງຂາດຕົກບົກຜ່ອງຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ຈາກນັ້ນ ບັນດາຂະແໜງການກ່ຽວຂ້ອງກໍ່ໄດ້ລາຍງານເພິ່ມຕື່ມໃນແຕ່ລະໜ້າວຽກ ເພື່ອວາງທິດທາງສືບຕໍ່ແກ້ໄຂໃນຕໍ່ໜ້າໃຫ້ມີຜົນສຳເລັດດີຂຶ້ນ ບັນຫາສຳຄັນ ແມ່ນການປຸກສ້າງເຮືອນຢູ່ຖາວອນໃຫ້ຜູ້ປະສົບໄພ, ບັນຫາໂຄງການກໍ່ສ້າງເສັ້ນທາງ 18 A, ບັນຫາໂຄງການຜະລິດດ້ານກະສິກຳ ແລະ ອຸດສະຫະກຳ ເພື່ອໃຫ້ການນໍາຂັນເມືອງ ແລະ ຂະແໜງການກ່ຽວຂ້ອງນໍາໄປປຶກສາຫາລື, ວິເຄາະວິໄຈຕື່ມໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ.

ໃນໂອກາດດຽວກັນ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ອັດຕະປື ກໍໄດ້ໂອ້ລົມ ແລະໃຫ້ທິດຊີ້ນໍາຫຼາຍບັນຫາ ຕໍ່ຂະແໜງການກ່ຽວຂ້ອງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນຳຂັ້ນເມືອງຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ມີຜົນສຳເລັດຢ່າງຈິງຈັງ, ປັບປຸງບັນດາກົງຈັກການຈັດຕັ້ງຂອງລັດໃຫ້ມີຄວາມເຂັ້ມແຂງ, ເພີ່ມຄວາມເປັນແບບຢ່າງທີ່ດີໃຫ້ກັບປະຊາຊົນຢ່າງແທ້ຈິງ, ສືບຕໍ່ກຳນົດ ແລະສ້າງກໍານົດພະນັກງານນຳພາ-ຄຸ້ມຄອງກ້າວເຂົ້າສູ່ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການສ້າງພະນັກງານສືບທອດປ່ຽນແທນໃຫ້ໄດ້ຕາມລະດັບຄາດໝາຍ, ສືບຕໍ່ສ້າງທ່າແຮງບົ່ມຊ້ອນ, ດຶງດູດເອົາການລົງທຶນທັງພາຍໃນ ແລະ ຕ່າງປະເທດເພື່ອຮັບປະກັນໃຫ້ການພັດທະນາເສດຖະກິດ-ສັງຄົມໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງແນໃສ່ຍົກລະດັບກົນໄກການຈັດເກັບລາຍຮັບເຂົ້າງົບປະມານໃຫ້ສູງຂຶ້ນ, ເອົາໃຈໃສ່ຊຸກຍູ້ວຽກງານພັດທະນາຊົນນະບົດ ແລະ ການສ້າງສະຫະກອນຕາມທິດສັງຄົມນິຍົມແຕ່ຮາກຖານຂຶ້ນມາເພື່ອຮັບປະກັນໃຫ້ປະຊາຊົນໄດ້ມີໃບໜ້າໃໝ່, ສືບຕໍ່ວາງແຜນການຜະລິດດ້ານກະສິກຳຕາມລະດູການໃຫ້ເໝາະສົມກັບພື້ນທີ່ເພື່ອໃຫ້ປະຊາຊົນໄດ້ຈັດຕັ້ງປະຕິບັດ ແລະ ສ້າງລາຍຮັບເພິ່ມ ແລະ ປະກອບສ່ວນເຂົ້າໃນການແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ແຕ່ລະຂະແໜງການກ່ຽວຂ້ອງຈົ່ງເຮັດໜ້າຢ່າງຈິງຈັງໃນການຜູກຂາດດ້ານລາຄາຜົນຜະລິດກະສິກຳ ແລະ ອຸດສະຫະກຳ ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມປະຊາຊົນໄດ້ສ່ວນຮ່ວມເຂົ້າໃນການຜະລິດເປັນສິນຄ້າຫຼາຍຂຶ້ນເທື່ອລະກ້າວ.

#ຂ່າວ:ໄພບູນ

#ມີເດຍລາວ#Attapeu

#ມີເດຍລາວ#Attapeu

ສະພາບອາກາດ ປະຈໍາວັນທີ 23 ພະຈິກ 2022

0

ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ພາກເໜືອຂອງ ປະເທດລາວ ດ້ວຍກໍາລັງອ່ອນ ແລະ ພາກໃຕ້ປົກຄຸຸມດ້ວຍຄວາມກົດດັນ ຕໍ່າຂອງອາກາດຮ້ອນ ທີ່ມີກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 23/11/2022 ເຖິງເວລາ 7:00 ໂມງວັນທີ 24/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸຸ້ມ ຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນ ເຊົ້າ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງ ເປັນບາງໂອກາດ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 17-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ ປົກຫຸຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 23-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 13-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22-32 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

ວັນທີຶ 23 ພະຈິກ 2022 ອພສ ເມືອງລະມາມ ສໍາເລັດກອງປະຊຸມສາມັນຄົບຄະນະ ຄັ້ງທີ II

0

ກອງປະຊຸມສາມັນຄົບຄະນະບໍລິຫານງານ ຄັ້ງທີ II ສະໄໝທີ V ປະຈໍາປີ 2022 ອົງການພຸດທະສາສະໜາສໍາພັນລາວ (ອພສ) ເມືອງລະມາມໄຂຂຶ້ນ ແລະ ສໍາເລັດລົງ ໃນວັນທີ 22 ພະຈິກນີ້ ທີ່ສະໂມສອນກອງບັນຊາການ ປກສ ເມືອງ ໂດຍເມດຕາເຂົ້າຮ່ວມເປັນປະທານຂອງພະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ກໍາມະການສູນກາງ ອພສ, ປະທານ ອພສ ແຂວງເຊກອງ, ພະອາຈານ ບຸນຍືນ ບັ້ງທອງ ປະທານ ອພສ ເມືອງລະມາມ, ພ້ອມນີ້ ມີທ່ານ ຄໍາຜ່ອງ ເຜົ່າລະວີ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງລະມາມ, ພະເຖຣາ-ນຸເຖຣະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ, ໄດ້ພ້ອມກັນທົບທວນຄືນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານຂອງ ອພສ ເມືອງໃນປີ 2022 ໂດຍສະເພາະແມ່ນການເຄື່ອນໄຫວວຽກງານຂອງ 4 ກໍາມາທີການຄື: ກໍາມາທິການປົກຄອງສົງ; ກໍາມາທິການສຶກສາສົງ; ກໍາມາທິການເຜີຍແຜ່ສິນລະທໍາ ແລະ ປະຕິບັດກໍາມະຖານ; ກໍາມາທິການສາທາຣະນຸປະການ ແລະ ວາງທິດທາງແຜນການເຄື່ອນໄຫວວຽກງານ ອພສ ໃນຕໍ່ໜ້າ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການ ອພສ ເມືອງ, ຄະນະຫ້ອງການ ແລະ ຄະນະກັມມາທິການ.

ກອງປະຊຸມ, ໄດ້ປະກອບຄຳຄິດເຫັນ ແລະ ຮ່ວມກັນຄົ້ນຄວ້າຫາວິທີແກ້ໄຂບັນຫາຈຸດອ່ອນ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານຂອງ ອພສ ເມືອງ ກໍຄື ບັນດາກັມມາທິການ ແລະ ຄະນະກຳມະການ ອພສ ເມືອງ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການອັນລະອຽດ ແລ້ວນໍາພາຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນການທີ່ກຳນົດໄວ້.

ພາບ-ຂ່າວ: ສັນຍາ

ເຄື່ອນຍ້າຍອັດຖິ ອະດີດຮອງປະທານສະພາ ປະຊາຊົນສູງສຸດ ຊຸດທີ I ໄປສະຖິດຢູ່ ຫລັກ 24

0

ພິທີເຄື່ອນຍ້າຍອັດຖິຂອງ ທ່ານ ສີທົນ ກົມມະດໍາ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫລັກ 24 ນະຄອນຫລວງວຽງຈັນ ໃນວັນທີ 20 ພະຈິກ 2022 ຜ່ານມາ, ໂດຍມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິ ການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.

ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວໃນພິທີວ່າ: ຕາງໜ້າໃຫ້ການນຳພັກ-ລັດ ກໍຄື ສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຂໍຈົດຈຳຄຸນງາມຄວາມດີ ແລະ ຜົນງານຂອງ ທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນຫລົງລືມ, ຄຸນງາມຄວາມດີຂອງທ່ານ ຍັງຝັງເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີ, ວິຖີຊີວິດ, ຄວາມຕັ້ງໃຈເດັດ ດ່ຽວ, ຄວາມເສຍສະລະທີ່ຍິ່ງໃຫຍ່ຂອງທ່ານ ຈະເປັນບົດຮຽນທີ່ດີ ໃຫ້ແກ່ຄົນຮຸ່ນຫລັງ ໄດ້ເອົາເປັນແບບຢ່າງໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຈາກຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານ ມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫລັກ 24 ຢ່າງສົມກຽດ.

ທ່ານ ສີທົນ ກົມມະດຳ ເກີດເມື່ອວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ, ຕາແສງທົ່ງຫວາຍ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ເຊິ່ງເປັນຄອບຄົວເຈົ້າກົກເຈົ້າເຫລົ່າ ໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ. ເນື່ອງຈາກພໍ່ຂອງທ່ານ ເປັນເຈົ້າກົກເຈົ້າເຫລົ່າ ຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ສະ ນັ້ນ, ຕອນຍັງນ້ອຍ ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມ ເປັນພາສາລາວເທິງ ເຊິ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ. ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ ໄດ້ຝຶກແອບວິຊາປ້ອງກັນຕົວ, ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ຮັກຄວາມເປັນທຳ, ມີຈິດໃຈເດັດດ່ຽວອົງອາດກ້າຫານ, ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫລ່ກັບພໍ່.

ຂ່າວ-ພາບ: ກົງໃຈ ແສງອໍາພັນ

ຫົວໜ້າອົງການໄອຍະການສູງສຸດ ຊີ້ນຳການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ແຂວງຜົ້ງສາລີ

0

ໃນວັນທີ 22 ພະຈິກ 2022 ນີ້, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ,ຫົວຫນ້າອົງການໄອຍະການ ປະຊາຊົນ ສູງສຸດ ພ້ອມດ້ວຍຄະນະ ຊີ້ນຳການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດຢູ່ແຂວງຜົ້ງສາລີ. ໂດຍມີທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການແຂວງຜົ້ງສາລີ, ຫົວໜ້າອົງການໄອຍະການປະຊາຊົນເຂດI, ເຂດII ແລະ ພະນັກງານໄອຍະການເຂດປະຈຳເມືອງ, ຫົວໜ້າພະແນກໄອຍະການທະຫານແຂວງເຂົ້າຮ່ວມ.

ທ່ານ ຄຳໄຊ ສູນວີເລີດ ຫົວໜ້າອົງການໄອຍະການແຂວງຜົ້ງສາລີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂດຍຫຍໍ້ ໃນໄລຍະທີ່ມາຜ່ານ ອົງການໄອຍະການປະຊາຊົນທົ່ວແຂວງໄດ້ເອົາໃຈໃສ່ປະຕິບັດພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍ ໃນນີ້ການແກ້ໄຂ້ຄະດີຂັ້ນຕົ້ນອົງການໄອຍະການປະຊາຊົນແຂວງ ແລະ ເຂດ ມີຄະດີອາຍາຄ້າງມາແຕ່ປີ 2021 ຈໍານວນ 5 ເລື່ອງ,ໄດ້ຮັບໃນ 11 ເດືອນ, ມີ 113 ເລື່ອງ ລວມທັງໜົດ 118 ເລື່ອງ ,ໄດ້ແກ້ໄຂແລ້ວ 114 ເລື່ອງ ຍັງກໍາລັງຄົ້ນຄວ້າ 04 ເລື່ອງ, ມີຄະດີແພ່ງຂັ້ນຕົ້ນ ໄດ້ຮັບໃນ 11 ເດືອນ, ມີ 05 ເລື່ອງໄດ້ຖະແຫຼງສົ່ງສານ 05 ເລື່ອງ, ເຂົ້າຮ່ວມປະຊຸມສານ 5 ຄັ້ງ; ຄະດີແພ່ງຂັ້ນອຸທອນ ເຂົ້າໃໜ່ໃນ 10 ເດືອນ 03 ເລື່ອງ,ໄດ້ຖະແຫຼງສົ່ງສານ 03 ເລື່ອງ, ຈໍານວນຄະດີໄດ້ຖະແຫຼງສົ່ງສານຂັ້ນອູທອນ ຂັ້ນແຂວງທັງໜົດ 03 ເລື່ອງ, ຄະດີທີ່ສານເອົາຕາມການສະເໜີໄອຍະການ 03 ເລື່ອງ, ການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໃນ 11 ເດືອນຜ່ານມາ ມີຜູ້ຖືກຫາທັງໝົດ 529 ຄົນ, ຍິງ 37 ຄົນ,ໃນນີ້ມີຜູ້ຖືກຫາກັກຂັງເກີນກໍານົດໝືງປີ 115 ຄົນ, ຍິງ 07 ຄົນ, ທຽບກັບປີ 2021 ເພີ່ມຂຶ້ນ 122 ຄົນ; ຜູ້ຖືກດັດສ້າງທັງໝົດ 150 ຄົນ, ຍິງ 05 ຄົນ; ທຽບກັບປີ2021 ເພີ່ມຂຶ້ນ 35 ຄົນ; ນັກໂທດທັງໝົດ 583 ຄົນ, ຍິງ 34 ຄົນ, ຕ່າງປະເທດ 03 ຄົນ; ຍິງ 01 ຄົນ, ທຽບກັບປີ2021. ເພີ່ມຂຶ້ນ 67 ຄົນ; ໃນນີ້ມີນັກໂທດປະຫານຊີວິດ 130 ຄົນ, ຍິງ 07 ຄົນ; ເພີ່ມ 07 ຄົນ ແລະ ນັກໂທດຕະຫຼອດຊີວິດ 133 ຄົນ, ຍິງ 05 ຄົນ, ເພີ່ມຂຶ້ນ 17 ຄົນ; ການຕິດຕາມກວດກາການປະຕິບັດຄໍາຕັດສີນຂອງສານ ຄະດິອາຍາຄ້າງປີ 2021 ມີ 274 ເລື່ອງ, ເຂົ້າມາໃນ 11 ເດືອນ. ມີ 77 ເລື່ອງ ລວມທັງໜົດ 351 ເລື່ອງ, ປະຕິບັດສໍາເລັດ 25 ເລື່ອງ, ພວມປະຕິບັດ 326 ເລື່ອງ; ຄະດີແພ່ງຄ້າງປີ 2021 ມີ 32 ເລື່ອງ, ເຂົ້າໃໜ່ໃນ11 ເດືອນ, ມີ 05 ເລື່ອງ, ລວມທັງໜົດ 37 ເລື່ອງ, ປະຕິບັດສໍາເລັດ 06 ເລື່ອງ ພວມປະຕິບັດ 31 ເລື່ອງ.

ໂອກາດນີ, ທ່ານ ໄຊຊະນະ ໂຄດພູທອນ ຫົວຫນ້າອົງການໄອຍະການ ປະຊາຊົນ ສູງສຸດ ກໍ່ໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ທາງອົງການໄອຍະການແຂວງຜົ້ງສາລີຍາດມາໄດ້ ຄຽງຄູ່ກັບຜົນງານດັ່ງກ່າວທ່ານຍັງໄດ້ຊີ້ນຳ ແລະ ຍົກໃຫ້ເຫັນ: ການຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ – ລັດ, ວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບໝາກຜົນສໍາເລັດ, ການພັດທະນາວຽກງານໄອຍະການປະຊາຊົນ, ອົງການໄອຍະການປະຊາຊົນເຂດ, ພະນັກງານໄອຍະການປະຈຳເມືອງ, ໄອຍະການທະຫານ ຈົ່ງສືບຕໍ່ຈັດຕັ້ງປະຕິບັດບັນດານິຕິກໍາ, ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເຂົ້າສູ່ວຽກງານໄອຍະການປະຊາຊົນ ໃຫ້ໄດ້ຮັບການແກ້ໄຂຢ່າງເຂັ້ມງວດ, ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນແຂວງ ກັບ ອົງການທີ່ກ່ຽວຂ້ອງຂອງແຂວງ ໂດຍສະເພາະ ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສີນຂອງສານ; ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບສວນ-ສອບສວນອື່ນ ຢ່າງກົມກຽວ, ພ້ອມກັນນີ້ທ່ານໄດ້ຊີ້ນໍາໃນການຈັດຕັ້ງປະຕິບັດ ທີ່ຕິດພັນກັບວຽກງານໃນຂົງເຂດໄອຍະການປະຊາຊົນ ໂດຍຮຽກຮ້ອງໃຫ້ພະນັກງານໄອຍະການ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃນການເຮັດລ້ອນໜ້າທີ່-ທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້; ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ນໍາເອົາເນື້ອໃນຈິດໃຈໃນການຊີ້ນໍາໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິພາບ, ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ມີວິທະຍາສາດເທື່ອລະກ້າວ.

ພາບ – ຂ່າວ: ແສງຄຳ ສາລີວັນ

ຫຼວງພະບາງກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ

0

ໃນໂອກາດເຄື່ອນໄຫວເກັບກໍາຂໍ້ມູນຂອງທີມງານບັນທຶກຄວາມຮັກແພງຕາມເສັ້ນທາງລົດໄຟລາວ-ຈີນ ຢູ່ແຂວງຫຼວງພະບາງລະຫວ່າງວັນທີ 19-22 ພະຈິກນີ້, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CMG ປະຈໍາລາວວ່າ: ພາຍຫຼັງມີທາງລົດໄຟລາວ-ຈີນ,ຫຼວງພະບາງໄດ້ກາຍເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວທັງພາຍໃນແລະຕ່າງປະເທດ.

ທ່ານ ບຸນເລື່ອມ ມະນີວົງ ກ່າວວ່າ: ການນໍາແຂວງຫຼວງພະບາງໄດ້ຖື ເອົາວຽກງານການພັດທະນາການທ່ອງທ່ຽວ ເປັນບູລິມະສິດສໍາຄັນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອສ້າງຫຼວງພະບາງໃຫ້ກາຍເປັນຈຸດໝາຍປາຍທາງ ແລະເປັນຈຸດສຸມທັງພາຍໃນແລະຕ່າງປະເທດ. ໂດຍສະເພາະໄລຍະເປີດທາງລົດໄຟລາວ-ຈີນມານີ້, ບວກກັບລັດຖະບານໄດ້ເປີດປະເທດເຫັນວ່ານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ມານໍາໃຊ້ທາງລົດໄຟມາທ່ຽວຫຼວງພະບາງເປັນຈໍານວນຫຼວງຫຼາຍຈົນໄດ້ເພີ່ມຖ້ຽວ ເພີ່ມຂະບວນຂື້ນຕື່ມ ຖ້າທຽບໃສ່ບັນດາແຂວງພາກເໜືອຖືວ່າຫຼວງພະບາງ ມີຈໍານວນນັກທ່ອງທ່ຽວນໍາໃຊ້ທາງລົດໄຟຫຼາຍ ໂດຍສະເພາະໃນໄລຍະ 10 ເດືອນຕົ້ນປີ 2022 ມີນັກທ່ອງທ່ຽວທີ່ເຂົ້າມາທ່ຽວຫຼວງພະບາງ ດ້ວຍເສັ້ນທາງລົດໄຟລາວ-ຈີນມີທັງໝົດ 335.794 ເທື່ອຄົນກວມເອົາ 85,27%. ເຫດຜົນການໄປ-ມາປະຢັດເວລາ ແລະ ຂໍ້ສະດວກຫຼາຍຢ່າງໃຫ້ແກ່ການເດີນທາງ.

ທ່ານກ່າວອີກວ່າ: ເພື່ອຮອງຮັບການເພີ່ມຂື້ນຂອງນັກທ່ອງທ່ຽວໃນຕໍ່ໜ້າ,ການນໍາແຂວງໄດ້ຊຸກຍູ້ຂະແໜງການທີ່ກ່ຽວຂອ້ງ ທັງພາກລັດ ແລະເອກະຊົນ ໃຫ້ມີການພັດທະນາທີ່ພັກໂຮງແຮມ ຮ້ານອາຫານ ການບໍລິການ ແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມກຽມຄວາມພ້ອມດ້ານບໍລິການຮັບນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ, ໂດຍສະເພາະ ຖ້າສປ ຈີນ ເປີດປະເທດ ກໍຈະມີນັກທ່ອງທ່ຽວຈີນທີ່ເດີນທາງດ້ວຍລົດໄຟລາວ-ຈີນ ມາທ່ຽວສປປ ລາວ ກໍຄືແຂວງຫຼວງພະບາງຫຼາຍຂຶ້ນ ເຊິ່ງຈະສ້າງໂອກາດໃຫ້ແກ່ຂະແໜງການທ່ອງທ່ຽວ ແລະເສດຖະກິດຂອງແຂວງເພີ່ມຂຶ້ນ.

ສປ ຈີນ ຊ່ວຍເຫຼືອລ້າໂຄງການອາຫານທ່ຽງໃຫ້ແກ່ 1,400 ກວ່າໂຮງຮຽນຂອງ ສປປ ລາວ

0

ສປ ຈີນ ໄດ້ເຫັນດີສະໜອງການຊ່ວຍເຫຼືອລ້າດ້ານສະບຽງອາຫານປະເພດອາຫານເພີ້ມໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນຂອງສປປ ລາວ ໂດຍຜ່ານອົງການອາຫານໂລກແຫ່ງອົງການສະຫະປະຊາຊາດ (WFP) ແລະ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ເຊິ່ງພິທີເຊັນສັນຍາໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 22 ພະຈິກ 2022 ໂດຍມີທ່ານພຸດ ສີມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຊຽງ ຟາງຈຽງ ທີ່ປຶກສາສະຖານທູດຈີນປະຈຳລາວ, ທ່ານ ຢານ ເດວບາເຣີ ຜູ້ອຳນວຍການ ແລະ ຜູ້ຕາງໜ້າອົງການອາຫານໂລກປະຈຳ ສປປ ລາວ ໃຫ້ກຽດເຂົ້າຮວ່ມ.

ການຊ່ວຍເຫຼືອລ້າດັ່ງກ່າວແມ່ນເພື່ອຊ່ວຍລັດຖະບານລາວບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍເຊິ່ງ ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ ແລະ ປາກະປ໋ອງເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ໂຮງຮຽນ 1,400 ກວ່າແຫ່ງໃນ ສປປ ລາວ. ເຂົ້າສານ ຈຳນວນ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ທີ່ ສປ ຈີນຈະສະໜອງໃຫ້ຜ່ານອົງການອາຫານໂລກ ,ເຊິ່ງຈະຊ່ວຍໃຫ້ກະຊວງ ສຶກສາທິການ ແລະ ກິລາ ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໂຄງການນີ້ນັບແຕ່ພາກຮຽນທີ່ຈະມາເຖິງນີ້. ໂຄງການອາຫານທ່ຽງໃນໂຮງຮຽນແມ່ນແຜນງານລະດັບຊາດທີ່ເລີ້ມຕົ້ນດ້ວຍການ ສະໜັບສະໜູນຈາກອົງການອາຫານໂລກນັບຕັ້ງແຕ່ ປີ 2010 ເປັນຕົ້ນມາ ວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປ ເປັນ 1,700 ກວ່າໂຮງຮຽນໃນ 12 ແຂວງໃນ ປີ 2022.

ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດຫຼັງຈາກທຶນການຮ່ວມມືໃຕ້-ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະການຮ່ວມມືໃຕ້-ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ. ສະຫາຍປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມພັດທະນາໂລກ (GDI) ໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດຄັ້ງທີ 76 ເພື່ອຊຸກຍູ້ການພັດທະນາຂອງໂລກກ້າວເຂົ້າສູ່ຂັ້ນຕອນໃໝ່ທີ່ມີການເຕີບໂຕອັນສົມດູນ ມີຜົນປະໂຫຍດຕໍ່ແຕ່ລະຝ່າຍ ແລະມີການຮ່ວມມືຢ່າງມີປະສິດທິຜົນ. ໂຄງການ GDI ແມ່ນສຸມໃສ່ການຫລຸດຜ່ອນຄວາມທຸກຍາກການຄໍ້າປະກໍາສະບຽງອາຫານຕ້ານການແຜ່ລະບາດຂອງພະຍາດ ການສະໜອງທຶນເພື່ອພັດທະນາການພັດທະນາແບບສີຂຽວ ແລະ ການຫັນເປັນອຸດສະຫະກໍາ ແລະການເຊື່ອມຈອດ. ການສະໜອງອາຫານໃນໂຮງຮຽນເປັນເຄື່ອງມືຢັ້ງຢືນໃນທົ່ວໂລກວ່າມີຄວາມສຳຄັນໃນການຮັບປະກັນການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫຼັກຂອງແຜນງານແມ່ນແນ່ໃສ່ເດັກນ້ອຍໃນເຂດຊົນນະບົດ ຫ່າງໄກ ສອກຫຼີກທີ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີ ຄວາມສຳຄັນໃນການຫຼຸດຜ່ອນຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງປະເທດ. ນອກຈາກການສະໜອງອາຫານໃນໂຮງຮຽນ, ອົງການອາຫານໂລກຍັງສະໜອງການຊ່ວຍເຫຼືອດ້ານອື່ນໆໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫຼືອຊຸມຊົນໃນການສ້າງເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ຍັງມີກິດຈະກຳທີ່ສົ່ງເສີມການຮຽນຮູ້ໜັງສື, ສະໜອງເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ. ນັບແຕ່ ປີ 2019, ອົງການອາຫານໂລກ ໄດ້ຫັນການພັດທະນາໂດຍມູ່ງໜ້າໄປ ສູ່ການພັດທະນາແບບຍືນຍົງ, ຫັນປ່ຽນຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ແກ່ຊຸມຊົນ ແລະ ຄະນະບໍລິຫານການສຶກສາທຸກຂັ້ນໂດຍສະໜອງການຊ່ວຍເຫຼືອດ້ານວິຊາການ ແລະ ໂອນຖ່າຍເຂົ້າໃນລະບົບການຄຸ້ມຄອງແຫ່ງຊາດ.

ໃນຊຸມປີທີ່ຜ່ານມາ, ການດຳເນີນໂຄງການອາຫານໃນໂຮງຮຽນ ຂອງອົງການອາຫານໂລກຢູ່ ສປປ ລາວໄດ້ຮັບຜົນປະໂຫຍດຈາກການ ປະກອບສ່ວນຂອງພາກເອກະຊົນຈີນ. ໃນຄັ້ງນີ້, ແມ່ນເປັນການສະໜອງຄັ້ງທຳອິດຂອງລັດຖະບານ ສປ ຈີນ.

ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍ ຈະເປັນການຊ່ວຍຕື່ມເຕັມຄາບອາຫານທ່ຽງຂອງນູ້ອງນັກຮຽນໃຫ້ມີໂພຊະນາການເພີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາຍາວນານລະຫວ່າງ ສປປ ລາວ ແລະ ສປ ຈີນ.

ທ່ານທີ່ປຶກສາສະຖານທູດຈີນປະຈຳລາວໄດ້ກ່າວວ່າ: ຝ່າຍຈີນຈະສືບຕໍ່ຮ່ວມມືນໍາລັດຖະບານລາວ, ອົງການອາຫານໂລກ (WFP) ແລະ ບັນດາຄູ່ຮວ່ມພັດທະນາຢ່າງແໜ້ນແຟ້ນຮ່ວມກັນປະຕິບັດໂຄງການຊຸກຍູ້ລະດັບການແລກປ່ຽນ ແລະ ການຮ່ວມມືນໍາໂລກ ແລະ ຮ່ວມກັນ ສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ ແລະ ປະຊາຄົມຮ່ວມຊາຕາກໍາມວນມະນຸດ.”

ຜົນກອງປະຊຸມລັດຖະບານ ປະຈໍາເດືອນພະຈິກ 2022

0

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 21 ແລະ ອັດລົງໃນຕອນທ່ຽງຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳຕໍ່ວາລະທີ່ສໍາຄັນຕ່າງໆຄື:

ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການ ຮັບຮອງບົດສະຫລຸບການຈັດຕັ້ງປະຕິບັດ ວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນພະຈິກ ແລະ ທິດທາງແຜນການ ຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນທັນວາ 2022 ເຊັ່ນ: ວຽກງານໃນຂົງເຂດເສດຖະກິດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການສະຫລຸບຕີລາຄາ ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແພ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ 6 ເດືອນຜ່ານມາ. ກອງປະຊຸມ ໄດ້ຊີ້ນໍາໃຫ້ບັນດາກະຊວງ-ຂະແໜງການ ຖືມາດຕະການ ໃນການແກ້ໄຂຂໍ້ຄົງຄ້າງ, ບັນຫາທີ່ສັງຄົມ ໃຫ້ຄວາມສົນໃຈ ເປັນວຽກບູລິມະສິດເຄັ່ງຮ້ອນ, ພ້ອມກັນນີ້ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງສະ ມາຊິກລັດຖະບານ ໃນການປະຕິບັດໜ້າທີ່ ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເຂົ້າສູ່ຂົງເຂດວຽກງານຂະແໜງການຕົນ ຢ່າງເປັນຮູບປະທໍາຕົວຈິງ; ສືບຕໍ່ຮັບ ປະກັນໄດ້ຄວາມໝັ້ນຄົງ ແລະ ຄວາມສະຫງົບປອດໄພຮອບດ້ານ ໃນທົ່ວສັງຄົມ; ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບົດສະຫລຸບ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນກະທັດຮັດ, ຈະແຈ້ງ ແລະ ຄົບຖ້ວນ ເພື່ອນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດພາບ, ປະສິດທິຜົນ, ສຳເລັດຕາມຄາດໝາຍ ທີ່ໄດ້ກໍານົດໄວ້.

ວາລະທີ 2 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ຮ່າງດຳລັດວ່າດ້ວຍການກຳນົດຂະໜາດຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ) ແລະ ຮ່າງດຳລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ). ກອງປະຊຸມ ໄດ້ຊີ້ນໍາໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງ ແລະ ຮຽບຮຽງ ຮ່າງດໍາລັດທັງສອງສະບັບດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ໂດຍສະເພາະທາງດ້ານຄຳສັບ ແລະ ເນື້ອໃນ ໃຫ້ຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງ ແນໃສ່ໃຫ້ການຈັດຕັ້ງປະຕິບັດຕົວຈິງ ມີຄວາມສະດວກ ແລະ ມີປະສິດທິຜົນ, ພາຍຫລັງສຳເລັດແລ້ວ ນຳສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ປະກາດໃຊ້.

ວາລະທີ 3 ກອງປະຊຸມ ໄດ້ພິຈາລະນາ ຮ່າງດຳລັດວ່າດ້ວຍການແຕ່ງກາຍ ແລະ ໄດ້ຊີ້ນໍາ ໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າ ປັບປຸງ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເຊິ່ງອາດເຮັດເປັນຄຳແນະນຳ ກ່ຽວກັບມາລະຍາດໃນການແຕ່ງກາຍ ເນື່ອງຈາກວ່າ ການແຕ່ງກາຍ, ການນຸ່ງຖື ແມ່ນພົວພັນ ເຖິງວັດທະ ນະທຳ, ຮີດຄອງປະເພນີ, ແບບແຜນດຳລົງຊີວິດ ກໍຄື ຕິດພັນກັບທຸກຊັ້ນຄົນໃນທົ່ວສັງຄົມ; ລັດຖະບານຍາມໃດ ກໍຊຸກຍູ້ສົ່ງເສີມໃຫ້ພົນລະເມືອງລາວທຸກຄົນ ຮ່ວມກັນປົກປັກຮັກສາເອກະລັກ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ ເຮັດໃຫ້ການນຸ່ງຖືແຕ່ງກາຍ ເປັນຄ່ານິຍົມ ແລະ ກາຍເປັນສິ່ງເອກ ອ້າງທະນົງໃຈ ຂອງຊາດລາວເຮົາ.

ວາລະທີ 4 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ຮ່າງດຳລັດວ່າດ້ວຍເລກປະຈຳຕົວ ຂອງຜູ້ເສຍອາກອນ. ພ້ອມກັນນີ້ ໄດ້ຊີ້ນໍາກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອສາມາດຄຸ້ມຄອງ ແລະ ເກັບກໍາໄດ້ບັນດາບັນຊີ ຈໍານວນບຸກຄົນ, ນິຕິບຸກຄົນ ທີ່ໄດ້ດໍາເນີນທຸລະກິດ, ທັງສາມາດຕິດຕາມ, ກວດກາການດຳເນີນທຸລະກິດ, ການເສຍພັນທະ-ອາກອນ ເຂົ້າງົບປະມານລັດ ໃຫ້ມີຄວາມໂປ່ງໄສ, ມີປະສິດທິພາບ ແລະ ປະສິດທິຜົນ, ສິ່ງສໍາຄັນ ແມ່ນໃຫ້ສາມາດເຊື່ອມໂຍງຂໍ້ມູນ ກັບລະບົບຕ່າງໆຂອງຂະ ແໜງການກ່ຽວຂ້ອງ ແລະ ລະບົບ ID ໃໝ່ ທີ່ຈະພັດທະນາໃນຕໍ່ໜ້າ.

ວາລະທີ 5 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ຮ່າງຍຸດທະສາດວຽກງານຄຸ້ມຄອງລັດຖະກອນ ແຫ່ງ ສປປ ລາວ ຮອດປີ 2030 ແລະ ໄດ້ຊີ້ນໍາໃຫ້ກະຊວງພາຍໃນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ຕາມການປະ ກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ຊື່ຂອງຍຸດທະສາດ, ຈຸດປະສົງ ແລະ ໂຄງສ້າງ, ການກຳນົດຄາດໝາຍສູ້ຊົນ, ການກໍານົດຕໍາແໜ່ງງານ ແລະ ກົງຈັກການຈັດຕັ້ງ, ວິທີການຄັດເລືອກ-ເລືອກເຟັ້ນລັດຖະກອນ, ການສ້າງເງື່ອນໄຂ ແລະ ສົ່ງເສີມ ຄົນດີ-ຄົນເກັ່ງ ເຂົ້າເປັນລັດຖະກອນ, ການກຳນົດນະໂຍບາຍຕໍ່ລັດຖະກອນ, ໄລຍະເວລາຂອງຍຸດທະສາດ ໃຫ້ຕິດພັນກັບໄລຍະເວລາ ແລະ ເນື້ອໃນຂອງແຜນພັດທະນາ ແລະ ວິໄສທັດ, ສິ່ງສໍາຄັນ ຍຸດທະສາດຕ້ອງກົມກຽວສອດຄ່ອງ ກັບແຜນພັດທະນາຊັບພະຍາກອນມະນຸດ ແລະ ວຽກງານຈັດຕັ້ງ, ການຄຸ້ມຄອງ ແລະ ພັດທະນາລັດຖະກອນ ໃຫ້ມີລັກສະນະບຸກທະລຸ ເນັ້ນດ້ານຄຸນນະພາບ ເປັນສໍາຄັນ, ທັງໃຫ້ສອດຄ່ອງກັບສະພາບຕົວຈິງ.

ວາລະທີ 6 ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ບົດລາຍງານແຫ່ງຊາດ ປະຈຳໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບແບບ ການຈຳແນກຕໍ່ແມ່ຍິງ (ຊີດໍ) ຢູ່ ສປປ ລາວ. ກອງປະຊຸມໄດ້ຊີ້ນໍາ ໃຫ້ຄະນະກຳມາທິການ ເພື່ອຄວາມກ້າວໜ້າ ແມ່ຍິງ, ແມ່ ແລະ ເດັກ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງບົດລາຍງານດັ່ງກ່າວ ໃຫ້ມີຄວາມລະອຽດ, ຈະແຈ້ງ ແລະ ຄົບຖ້ວນສົມບູນຂຶ້ນຕື່ມ ໂດຍສົມທົບກັບຂໍ້ມູນການປະຕິບັດແຜນງານຕ່າງໆ ທີ່ກ່ຽວຂ້ອງຂອງຂະແໜງການ ແລະ ທ້ອງຖິ່ນ.

ສຳລັບ ແຕ່ນີ້ຮອດໝົດເດືອນທັນວາ 2022, ເນື່ອງຈາກ ສະພາບການຂອງສາກົນ ແລະ ພາກພື້ນ ຍັງຈະສືບຕໍ່ຜັນແປຢ່າງສັບສົນ ຄາດເດົາໄດ້ຍາກ ເຊິ່ງຍັງຈະສືບຕໍ່ກະທົບຕໍ່ປະເທດເຮົາ ຢ່າງຫລີກລ່ຽງບໍ່ໄດ້, ສະນັ້ນ ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ທີ່ຈະເກີດຂຶ້ນໃຫ້ທັນການ ແລະ ຈະສຸມໃສ່ປະຕິບັດບາງວຽກງານທີ່ສຳຄັນ ດັ່ງນີ້: ສືບຕໍ່ຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ເຂົ້າສູ່ລວງເລິກ ໂດຍສ້າງເປັນແຜນການລະອຽດ ໃນການຈັດຕັ້ງປະຕິບັດແຕ່ລະດ້ານ ໃຫ້ໄດ້ຮັບຜົນສຳເລັດ ແລະ ມີປະສິດທິຜົນຫລາຍຂຶ້ນ ໂດຍສະເພາະການແບ່ງຄວາມຮັບຜິດຊອບ ໃນການປະຕິບັດມະຕິວ່າດ້ວຍວຽກງານທີ່ດິນ ໃນໄລຍະ ໃໝ່; ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ 5 ໃຫ້ເລິກເຊິ່ງ ແລະ ກວ້າງຂວາງ, ລວມທັງກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບຜົນດີ; ສຸມໃສ່ກະກຽມບົດລາຍງານ 7 ຫົວຂໍ້ ແລະ ການປັບປຸງກົດໝາຍ 10 ສະບັບ ທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ມີເນື້ອໃນ ຊັດເຈນ, ຖືກຕ້ອງ, ຄົບຖ້ວນ ແລະ ສຳເລັດຕາມກຳນົດເວລາ;

ສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ດ້ວຍຈິດໃຈບຸກບືນສູ້ຊົນ, ແຂງແຮງ ແລະ ໄດ້ຮັບຜົນດີຂຶ້ນກວ່າເກົ່າ ພ້ອມທັງສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກດັ່ງກ່າວ ໃນປີ 2022 ແລະ ສະເໜີແຜນ ປີ 2023 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ; ສືບຕໍ່ເອົາໃຈໃສ່ນຳພາ ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງຕັ້ງໜ້າ ໂດຍສະເພາະຮັບປະກັນຄວາມສະຫງົບ ແລະ ປອດໄພໃຫ້ແກ່ງານສຳຄັນຕ່າງໆ ເຊັ່ນ: ງານສະເຫລີມສະຫລອງທົ່ງໄຫຫີນເປັນມໍຣະດົກໂລກ, ການສະເຫລີມສະຫລອງວັນຊາດທີ 2 ທັນວາ, ມະຫະກຳກິລາແຫ່ງຊາດ ທີ່ຈະຈັດຂຶ້ນທີ່ແຂວງຊຽງຂວາງ ແລະ ອື່ນໆ. ພ້ອມນີ້, ກໍເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະຂີ້ລັກງັດແງະ ລວມທັງບັນຫາສື່ສັງຄົມອອນລາຍ ທີ່ສະເໜີຂ່າວບິດເບືອນ, ຂ່າວປອມ ແລະ ຂ່າວລື ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ; ກະກຽມຈັດກອງປະຊຸມແຜນການ-ການເງິນ ທົ່ວປະເທດ ໃຫ້ມີເນື້ອໃນເລິກເຊິ່ງ, ຮັດກຸມ ແລະ ມີການຫັນປ່ຽນໃໝ່ທາງດ້ານການເກັບລາຍຮັບ, ການປະຕິບັດໂຄງການລົງທຶນຂອງລັດ;ສືບຕໍ່ສ້າງສະພາບແວດລ້ອມທີ່ດີ ໃນການດຶງດູດ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ກວ່າເກົ່າ; ສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານ, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດຳລັດ ວ່າດ້ວຍລັດຂອງລັດ ແລະ ນິຕິກຳກ່ຽວຂ້ອງອື່ນໆ ໃຫ້ເຂັ້ມງວດ ແລະ ມີປະສິດທິຜົນກວ່າເກົ່າ; ສືບຕໍ່ປະຕິຮູບບັນດາລັດວິສາຫະກິດ ຢ່າງແຂງແຮງ ຕາມມະຕິຂອງລັດຖະບານ ເລກທີ 10 ປີ 2021 ໃຫ້ສໍາເລັດຕາມແຜນ; ສືບຕໍ່ສຸມໃສ່ແກ້ໄຂສະພາບການວ່າງງານ, ຍົກສູງຄຸນນະພາບຂອງສີມືແຮງງານລາວ ເພື່ອຕອບສະໜອງໃຫ້ແກ່ຕະຫລາດພາຍໃນ ທັງກ້າວໄປສູ່ການສົ່ງອອກແຮງງານໄປຕ່າງປະເທດໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນນຳເງິນຕາຕ່າງປະເທດ ເຂົ້າສູ່ເສດຖະກິດລາວເພີ່ມຂຶ້ນ; ສຸມໃສ່ກະກຽມຄວາມພ້ອມໃຫ້ແກ່ພິທີເຫລີມສະຫລອງ ແລະ ງານສຳຄັນຕ່າງໆ ທີ່ຈະຈັດຂຶ້ນໃນທ້າຍເດືອນພະຈິກ ຫາເດືອນທັນວາ ບົນຈິດໃຈກະທັດຮັດ ແລະ ປະຢັດມັດທະຍັດ; ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກ ໃຫ້ມີປະສິດທິຜົນ, ໃນນີ້ ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41, ປະຕິບັດຜົນການຕົກລົງ ຂອງການພົບປະຂອງການນຳຂັ້ນສູງ ກັບບັນດາປະເທດເພື່ອນມິດໃຫ້ຖືກຕ້ອງ, ທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ກໍກະກຽມຮອບດ້ານໃຫ້ແກ່ການໄປເຄື່ອນໄຫວຕ່າງປະເທດ ແລະ ການຕ້ອນຮັບແຂກຕ່າງປະເທດ ທີ່ຈະມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ; ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເດີນມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງເຂົ້າຮ່ວມພິທີປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າຮ່ວມກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຄັ້ງທີ 45 ແລະ ສືບຕໍ່ສຸມໃສ່ກະກຽມສ້າງແຜນດຳເນີນງານ ຂອງລັດຖະບານ ປີ 2023 ໃຫ້ສຳເລັດ ເພື່ອພິຈາລະນາໃນກອງປະຊຸມລັດຖະບານ ໃນເດືອນທັນວາ.

ໃນຕອນທ້າຍ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານ ສະມາຊິກລັດຖະບານ ຈົ່ງນຳເອົາມະຕິກອງປະຊຸມລັດຖະບານຄັ້ງນີ້ ໄປຫັນເປັນແຜນຈັດຕັ້ງປະຕິບັດຂອງ ຂະແໜງການຕົນໃຫ້ລະ ອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນຢູ່ໃນແຕ່ລະຂັ້ນ ແລະ ມີຄາດໝາຍ ໃນແຕ່ລະໄລຍະໃຫ້ຊັດເຈນ, ສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ຂະແໜງການ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ທັບສາມພະຍາສິງ ທີມຊາດອັງກິດ ເປີດສາກ ບານໂລກ 2022 ຖະຫລົ່ມ ທີມຊາດອີຣານ 6-2.

0

– ຈຸດ ເບວລິ້ງແຮມ ນາທີ 35′

– ບູກາໂຢ້ ຊາກ້າ 2 ປະຕູ ນາທີ 43′, 62′

– ຣາຮີມ ສະເຕີລິ້ງ ນາທີ 45+1′

ມາຄັສ ຣາຊຟອດ ຕົວສຳຮອງ ນາທີ 71′

– ແຈັກ ກຣີລິສ ຕົວສຳຮອງ ນາທີ 89′

+ ແຮຣີ້ ເຄນ ຈັດສອງແອັສຊິສ

+ ລຸກຊໍລ, ແຮຣີ້ ແມັກໄກວ, ຣາຮີມ ສະເຕີລິ້ງ ແລະ ຄາວລໍ້າ ວິວສັນ ຜູ້ລະໜຶ່ງແອັສຊິດ.

ອີຣານ ໄດ້ສອງປະຕູຈາກ ເມດີ້ ຕາເຣມີ້ ນາທີ 65′ ແລະ 90+13′.

Image: FIFA World Cup & England football team

__________________

ສະໜັບສະໜູນການລາຍງານຂ່າວ: Evo Store – ອີໂວ ສະຕໍຣ໌

ຂ່າວກິລາLaoNationalTV

www.laonationaltvsport.org

https://www.youtube.com/channel/UCgyG-pcyzy7VSLJLhNgZ3TA

#ຕິດຕໍ່ນັກຂ່າວ ຫຼື #ສົນໃຈລົງໂຄສະນາ#ໂທລະສັບ 020 9700 0011, 020 5519 1650

#LNTV

#ໂທລະພາບເເຫ່ງຊາດລາວ ທຊລ 1

#ໂທລະພາບແຫ່ງຊາດລາວຊ່ອງ3HD

#FIFAWorldCupQatar2022