ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 23 ພະຈິກ, ກະຊວງສາທາລະນະສຸກ ຂອງຍີ່ປຸ່ນ ອະນຸມັດການນໍາໃຊ້ຢາປິ່ນປົວພະຍາດໂຄວິດ-19 ຂອງຊີໂອໂນກິແອນ ໂຄ (Shionogi & Co.) ໃນກໍລະນີສຸກເສີນ. ຜູ້ຜະລິດຢາສັນຊາດຍີ່ປຸ່ນ ຜະລິດຢາປິ່ນປົວ ພະຍາດໂຄວິດ-19 ຊະນິດ ຮັບປະທານທີ່ພັດທະນາໃນປະເທດຊະນິດທຳອິດ . ໂຊໂຄວາ (Xocova) ຢາຊະນິດຮັບປະທານ ສຳລັບຜູ້ຕິດເຊື້ອໂຄວິດ-19 ທີ່ອາການບໍ່ຮຸນແຮງໄດ້ຮັບການອະນຸມັດຜ່ານຊ່ອງທາງດ່ວນໃນຍີ່ປຸ່ນ ໂດຍຄະນະກຳມະການ ກະຊວງ. ຂະນະທີ່ຍີ່ປຸ່ນ ມີຍອດຜູ້ຕິດເຊື້ອໂຄວິດ-19 ລາຍວັນເພີ່ມຂຶ້ນອີກຄັ້ງ.
ສາທາ ແຂວງຊຽງຂວາງ ກຽມພ້ອມທຸກດ້ານຮັບໃຊ້ງານກິລາຊຽງຂວາງເກມ 2022
ມາຮອດປັດຈຸບັນ, ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ເປັນຕົ້ນ ດ້ານບຸກຄະລາກອນແພດ, ໝໍ, ພະຍາບານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮັບໃຊ້ ມະຫະກຳກິແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ນອກຈາກຮັບໃຊ້ ງານກິລາຊຽງຂວາງເກມແລ້ວ, ໃນໄລຍະດຽວກັນ ຍັງໄດ້ກຽມພ້ອມຮັບໃຊ້ ງາມສົມໂພດພະເຈົ້າອົງຫລວງປະທານພອນແລະ ງານສະເຫລີມສະຫລອງໄຫຫີນ ເປັນມໍລະດົກໂລກ ຕື່ມອີກ.
ທ່ານ ບຸນເພັງ ສິນນະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ໃຫ້ສຳ ພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ເພື່ອຮັບປະກັນການບໍລິການຮັກສາສຸຂະພາບ ແລະ ການປ້ອງກັນການລະບາດຂອງພະຍາດຕ່າງໆ ໂດຍສະເພາະ ໂຄວິດ-19 ໃນໄລຍະຈັດງານກິລາຊຽງຂວາງເກມ 2022, ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ໄດ້ກະກຽມແຜນເຄື່ອນໄຫວໃນທຸກໆດ້ານ ໂດຍສະເພາະ ໄດ້ກຽມບຸກຄະລາກອນແພດ, ໝໍ, ພະຍາບານ, ຢາປົວພະຍາດ, ອຸປະກອນການແພດ, ລົດສຸກເສີນ (ລົດຮັບ-ສົ່ງຄົນເຈັບ) ແລະ ລົດກວດອາຫານເຄື່ອນທີ່ ເພື່ອຮັບໃຊ້ສຸກເສີນໃນເວລາດຳເນີນການແຂ່ງຂັນ ແລະ ໄດ້ກໍານົດຫ້ອງ ການປະສານງານເປັນບ່ອນປະຈໍາການ, ຈັດຕັ້ງເປັນໜ່ວຍບໍລິການຄົງທີ່ ແລະ ພາກສະໜາມ ໂດຍແບ່ງເປັນ 2 ຄະນະໃຫຍ່ ຄື: ຄະນະຮັບຜິດຊອບຢູ່ຄົງທີ່ແມ່ນມີ 2 ຈຸດ ຄື: ໂຮງໝໍແຂວງ ແລະ ໂຮງໝໍບໍລິເວນ 101 ແລະ ຄະນະຮັບຜິດຊອບພາກສະໜາມ ໂດຍໄດ້ແບງປະຈຳຢູ່ແຕ່ລະຈຸດ ເປັນຕົ້ນ ສະໜາມແຂ່ງຂັນ ຢູ່ເດີ່ນໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ຄັງໄຂ, ຫາດນໍ້າຫງໍາ, ສວນມອນບ້ານໂງຍ, ສະໜາມແຂ່ງລົດຖີບ, ທີ່ພັກນັກກິລາ-ຄູຝຶກ, ໂຮງແຮມ-ເຮືອນພັກ ແລະ ສູນບໍາບັດນັກກິລາ. ນອກນັ້ນ, ຍັງໄດ້ກຽມລົດສຸກເສີນ ປະຈຳຢູ່ຕາມຈຸດຕ່າງໆ ທີ່ເຫັນວ່າສໍາຄັນ ເຊັ່ນ: ປະຈໍາຢູ່ໂຮງໝໍ, ສະໜາມເປີດ-ປິດ, ເຂດທີ່ມີຫລາຍປະເພດກິລາແຂ່ງຂັນ ແລະ ເຂດທີ່ແຂ່ງຂັນໄກອອກຈາກຕົວເມືອງ, ພ້ອມທັງ ໄດ້ກະກຽມສະຖານທີ່ຮັບຮອງຄົນເຈັບ, ທັງຄົນເຈັບຈາກໂຄວິດ-19 ແລະ ຈາກການແຂ່ງຂັນ. ພ້ອມນີ້, ຄະນະຮັບຜິດຊອບຈະໄດ້ຕິດເບີໂທລະສັບ ຂອງແພດພາກສະໜາມ ຢູ່ຕາມຈຸດສະຖານທີ່ພັກນັກກິລາ, ເຮືອນພັກ, ໂຮງແຮມ ແລະ ສະຖານທີ່ສຳຄັນຕ່າງໆ.
ໂອກາດນີ້, ທ່ານ ບຸນເພັງ ສິນນະວົງ ຍັງໄດ້ຮຽກຮ້ອງໃຫ້ ມວນຊົນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາຊົມ, ມາເຊຍກິລາໃນຄັ້ງນີ້, ຈົ່ງຮ່ວມມືກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຄະນະຮັບຜິດຊອບໄດ້ກໍານົດໄວ້ເຊັ່ນ: ສັກວັກຊິນ ຄົບສາມເຂັມຂຶ້ນໄປ, ໃສ່ຜ້າອັດປາກ-ອັດດັງ, ໃຊ້ເຈວລ້າງມື ແລະ ອື່ນໆ, ຖ້າທ່ານໃດຫາກມີບັນຫາດ້ານສຸຂະພາບ ສາມາຕິດຕໍ່ເບີສາຍດ່ວນ 061, 165 ແລະ 061, 166 ໄດ້ຕະຫລອດເວລາ.
ຂ່າວ-ພາບ: ທະນູທອງ
ຄໍາເຫັນຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໂອກາດ ວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ປະຈຳປີ 2022
• ບັນດາທ່ານ ການນຳພັກ-ລັດ ທີ່ນັບຖື ແລະ ຮັກແພງ
• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
ວັນທີ 25 ພະຈິກ ຂອງທຸກໆປີ ເປັນວັນລະນຶກສາກົນ ເພື່ອລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງວົງຄະນາຍາດສາກົນໄດ້ຖືໂອກາດນີ້ ຢໍ້າຄືນຄວາມໝາຍໝັ້ນຂອງຕົນ ເພື່ອຕ້ານ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນທົ່ວໂລກ. ລັດຖະບານ ແຫ່ງ ສປປ ລາວ ໃນຖານະເປັນປະເທດສະມາຊິກ ຂອງອົງການສະຫະປະຊາຊາດ ໃຫ້ຄວາມສໍາຄັນເປັນຢ່າງຍິ່ງ ຕໍ່ກັບວັນລະນຶກສາກົນດັ່ງກ່າວນີ້ ຊຶ່ງໃນປີນີ້ ຈະໄດ້ດໍາເນີນໄປ ພາຍໃຕ້ຫົວຂໍ້: “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໃນນັ້ນແມ່ນຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ເພີ່ມທະວີຄວາມຮັບຮູ້ຄວາມເຂົ້າໃຈ ພ້ອມທັງສົ່ງເສີມຄວາມຮູ້ ແລະ ນະວັດຕະກຳທັນສະໄໝ ໃຫ້ແກ່ປະຊາຊົນຂອງຕົນ ແນໃສ່ລຶບລ້າງທຸກຮູບແບບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໝົດໄປຕະຫລອດການ. ໝາກຜົນຂອງຂະບວນການດັ່ງກ່າວ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຮັບການສະໜັບສະໜູນ ຈາກລັດຖະບານປະເທດຕ່າງໆ, ທຸກຊັ້ນຄົນ ໃນສັງຄົມ ກໍຄື ຈາກບັນດາອົງການຈັດຕັ້ງສາກົນ.
• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ,
ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ, ສປປ ລາວ ໄດ້ເລີ່ມຈັດຕັ້ງຂະບວນການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ນັບແຕ່ປີ 2011 ເປັນຕົ້ນມາ ເພື່ອໂຄສະນາປູກຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມ ໄດ້ມີຄວາມຮັບຮູ້ເຂົ້າໃຈວ່າ ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການລະເມີດສິດຂັ້ນພື້ນຖານ ຂອງແມ່ຍິງ, ເປັນການຈຳແນກ, ທັງສ້າງອຸປະສັກ ໃນການມີສ່ວນຮ່ວມໃນດ້ານຕ່າງໆ ເຊິ່ງສົ່ງຜົນກະທົບຢ່າງຫລວງຫລາຍ ຕໍ່ການພັດທະນາແມ່ຍິງ, ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ.
ໃນໄລຍະ 1 ປີຜ່ານມາ, ລັດຖະບານແຫ່ງ ສປປ ລາວ ກໍຄື ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ສປປ ລາວ, ພ້ອມທັງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ທີ່ຕິດພັນກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບ ຍິງ-ຊາຍ, ເວົ້າສະເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານ ເພື່ອຄວາມສະເໝີພາບ ຍິງ-ຊາຍ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍເຊື່ອມສານເຂົ້າໃນແຜນພັດທະນາ ຂອງບັນດາຂະແໜງການ, ອັນພົ້ນເດັ່ນແມ່ນ ໄດ້ສ້າງເຄື່ອງມື ແລະ ກົນໄກ ໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ພ້ອມທັງ ສ້າງຂີດຄວາມສາມາດ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ຮັບຜິດ ຊອບວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.
• ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ
ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ປີ 2022, ຂ້າພະເຈົ້າ ຂໍຮຽກຮ້ອງ ມາຍັງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທຸກຂັ້ນ, ພາກສ່ວນເອກະຊົນ ຕະຫລອດຮອດປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານສຳຄັນ ດັ່ງນີ້:
1) ສືບຕໍ່ເອົາໃຈໃສ່ໂຄສະນາ ເພື່ອປູກຈິດສຳນຶກ ແລະ ໃຫ້ຄວາມຮູ້ກ່ຽວກັບຄວາມສະ ເໜີພາບ ຍິງ-ຊາຍ, ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຜີຍແຜ່ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແກ່ທຸກພາກສ່ວນ ໃນທົ່ວສັງຄົມ ແລະ ຄົນຮຸ່ນໃໝ່ ໂດຍສະເພາະ ນັກຮຽນ, ນັກສຶກສາ ນັບແຕ່ຊັ້ນອະນຸບານ ຈົນຮອດຂັ້ນມະຫາວິທະຍາໄລ ໄດ້ມີຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ; ຝຶກອົບຮົມ ວຽກງານປ້ອງກັນ ບໍ່ໃຫ້ເກີດຄວາມຮຸນແຮງໃນໂຮງຮຽນ ໃຫ້ຄູອາຈານໃນທຸກຂັ້ນ ຮັບຮູ້ ແລະເຂົ້າໃຈ. ພ້ອມກັນນັ້ນ, ກໍປັບປຸງຫລັກ ສູດການຮຽນ-ການສອນ ໃຫ້ເຊື່ອມສານກັບບົດບາດ ຍິງ-ຊາຍ ລວມທັງ ການໂຄສະນາວຽກງານດັ່ງກ່າວ ຜ່ານສື່ທຸກປະເພດ.
2) ເພີ່ມທະວີຄວາມຮັບຜິດຊອບ ໃນການໂຄສະນາ ສ້າງຄວາມຮັບຮູ້ກ່ຽວກັບ ການຕ້ານທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແກ່ບັນດາຫົວໜ່ວຍແຮງງານຕ່າງໆ ລວມທັງ ຜູ້ທີ່ຈະໄປອອກແຮງງານພາຍໃນ ແລະ ຕ່າງປະເທດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
3) ສ້າງຄວາມເຂົ້າໃຈກ່ຽວກັບ ຕ້ານທຸກຮູບແບບ ການໃຊ້ຄວາມຮຸນແຮງ ໃນຄອບຄົວ ແລະ ຊຸມຊົນ ໃຫ້ບັນດາຜູ້ຊົງຄຸນວຸດທິ, ຜູ້ອາວຸໂສ, ຜູ້ນຳຊຸມຊົນ ແລະ ຜູ້ຊາຍລາວທົ່ວໄປ. ພ້ອມກັນນັ້ນ, ກໍຕ້ານທັດສະນະຄະຕິ ທີ່ເປັນການຫລຸດຄຸນຄ່າຂອງແມ່ຍິງ, ເອົາໃຈໃສ່ແກ້ໄຂຮີດຄອງອັນຫລ້າຫລັງ ທີ່ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ, ສົ່ງເສີມ ໃຫ້ມີການເຄົາລົບນັບຖື ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ ລະຫວ່າງ ຍິງ-ຊາຍ, ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ການຈຳແນກຕໍ່ແມ່ຍິງ ແລະ ເດັກຍິງ.
4) ສ້າງຄວາມເຂັ້ມແຂງ ໃຫ້ກົນໄກຮັບຜິດຊອບ ໃນການໃຫ້ບໍລິການ ແລະ ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໃຫ້ເຂົ້າເຖິງການປິ່ນປົວ ດ້ານສຸຂະພາບ, ຊ່ວຍເຫລືອດ້ານກົດ ໝາຍ, ໃຫ້ຄຳປຶກສາ, ໃຫ້ທີ່ພັກເຊົາ, ຝຶກອົບຮົມວິຊາຊີບ ແລະ ການກັບຄືນສູ່ພູມລຳເນົາທີ່ປອດໄພ ເພື່ອຮັບປະກັນ ໃຫ້ຜູ້ຖືກເຄາະຮ້າຍ ໄດ້ເຂົ້າເຖິງການບໍລິການຕ່າງໆ ທີ່ໄດ້ກ່າວໄປແລ້ວນັ້ນ ໃຫ້ທັນເວລາ ແລະ ຍຸຕິທຳ.
5) ທຸກພາກສ່ວນ ໃຫ້ຄວາມຮ່ວມມື ແລະ ເອົາໃຈໃສ່ ຈັດສັນຊັບພະຍາກອນມະນຸດ ທີ່ມີຄວາມຮູ້ຄວາມສາມາດ, ປະສົບການ ແລະ ຈັດສັນງົບປະມານຢ່າງເໝາະສົມເພື່ອຈັດຕັ້ງປະຕິບັດວຽກງານຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ ໃຫ້ມີຜົນສຳເລັດຫລາຍກວ່າເກົ່າ.
ພ້ອມດຽວກັນນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງສາກົນ, ອົງການ ຈັດຕັ້ງທາງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຈົ່ງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການຮ່ວມກັນໃນການຕ້ານ ແລະ ສະກັດກັ້ນທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ນັບມື້ຫລຸດລົງ ແລະ ໝົດໄປ ເຮັດໃຫ້ສັງຄົມລາວກາຍເປັນສັງຄົມ ທີ່ໂອບເອື້ອອາລີ ສາ ມັກຄີເປັນປຶກແຜ່ນ, ເປັນສັງຄົມປະຕິບັດສິດສະເໝີພາບຍິງ-ຊາຍ ທີ່ແທ້ຈິງ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ການນຳພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານ ອັນມີກຽດຂອງຕົນ ພ້ອມທັງສ້າງໃຫ້ຄອບຄົວ, ຊຸມຊົນ ແລະ ສັງຄົມ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ການລະນຶກວັນສາກົນ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງໃນປີນີ້ ພາຍໃຕ້ຫົວຂໍ້ “ສາມັກຄີກັນເຄື່ອນໄຫວ ເພື່ອລຶບລ້າງທຸກຮູບແບບ ການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກຍິງ” ຈົ່ງປະສົບຄວາມສຳເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້.
ຂໍຂອບໃຈ
ປະທານສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ໄອປາ ຄັ້ງທີ 43
ວັນທີ 24 ພະຈິກ 2022 ທີ່ພະນົມເປັນ, ຣາຊະອານາຈັກກໍາປູເຈຍ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາແຫ່ງຊາດລາວ ໄດ້ສຳເລັດການເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ ຄັ້ງທີ 43 ເຊິ່ງກອງປະຊຸມດັ່ງກ່າວ, ໄດ້ດຳເນີນມາແຕ່ວັນທີ 20-24 ພະຈິກ ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ, ປະທານໄອປາ ຄັ້ງທີ 43.
ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລື ແລະ ແລກ ປ່ຽນຄຳຄິດຄຳເຫັນ ພາຍໃຕ້ຫົວຂໍ້: “ການກ້າວໄປພ້ອມກັນ ເພື່ອອາຊຽນທີ່ຍືນຍົງ, ກວມລວມ ແລະ ເຂັ້ມແຂງ”, ພ້ອມທັງຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນດາຮ່າງມະຕິ ທີ່ສະເໜີໃນກອງປະຊຸມຄະ ນະກຳມາທິການຕ່າງໆຂອງໄອປາ ຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ກອງປະ ຊຸມສະມາຊິກລັດຖະສະພາໜຸ່ມ, ກອງປະຊຸມກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງໄອປາ ເຊິ່ງໄດ້ມີການພິຈາລະນາຮ່າງມະຕິທັງໝົດ 38 ສະບັບ ທີ່ປີ່ນອ້ອມຫົວຂໍ້ຂອງກອງປະຊຸມ ໂດຍສະເພາະແມ່ນການສົ່ງເສີມບົດ ບາດຂອງສະມາຊິກລັດຖະສະພາເພດຍິງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການຊຸກຍູ້ການພົວພັນຮ່ວມມືຂອງຊາວໜຸ່ມ, ການສົ່ງເສີມສັນຕິພາບ, ຄວາມສາມັກຄີ, ການສົ່ງເສີມການທູດລັດຖະສະພາ, ການຮ່ວມມືຂອງລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການເຕີບໂຕຂອງເສດຖະກິດແບບກວມລວມ, ການສົ່ງເສີມວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ກາງ (MSMEs), ການຫັນເປັນດິຈີຕອນ, ການປົກປັກຮັກສາສັງຄົມແບບກວມລວມ, ການຮັກສາສຸຂະພາບ. ພ້ອມນີ້, ກອງປະຊຸມຍັງໄດ້ມີການປັບປຸງ ບົດບັນທຶກການຮ່ວມມືລະຫວ່າງໄອປາ ກັບຄູຮ່ວມອື່ນໆຈຳນວນໜຶ່ງ, ພ້ອມທັງເຫັນດີສ້າງຕັ້ງຫ້ອງສະໝຸດກົດໝາຍດິຈີຕອນ, ຕົກລົງເຫັນດີຮັບເອົາລັດຖະສະພາ ສ ອາເມລິກາ, ເນປານ, ອາແຊກໄບຊານ ແລະ ຈໍເຈຍ ເຂົ້າເປັນປະເທດສັງເກດການໃໝ່ຂອງ ໄອປາ ແລະ ມອບລາງວັນກຽດຕິຄຸນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ 3 ທ່ານຈາກລັດຖະສະພາບຣູໄນ, ກຳປູເຈຍ ແລະ ຟີລິບປິນ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານໄອປາ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຊົມເຊີຍຕໍ່ການສຳເລັດໜ້າທີ່ການເປັນເລຂາທິການໃຫຍ່ ໄອປາ ຄົນທີ 5 ຂອງ ທ່ານ ນາງ Nguyen Tuong Van, ຈາກ ສສ ຫວຽດນາມ ແລະ ຮັບຮອງເອົາການແຕ່ງຕັ້ງ ທ່ານ ນາງ Siti Rozaimeriyanty DSLJ Haji Abdul Rahman, ຈາກບຣູໄນ ເປັນເລຂາທິການໃຫຍ່ໄອປາ ຄົນໃໝ່ຕາມລຳດັບ.

ໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງນີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ຮ່ວມກັບຄະນະຜູ້ແທນສະມາຊິກໄອປາ ພົບປະກັບ ປະເທດສັງເກດການ ຈໍານວນ 16 ປະເທດເພື່ອປຶກສາຫາລືກັນ ໃນການສົ່ງເສີມການຮ່ວມມືລະຫວ່າງໄອປາ ແລະ ບັນດາປະເທດດັ່ງກ່າວ ພາຍໃຕ້ຫົວຂໍ້: “ການສົ່ງເສີມສັນຕິພາບ, ການພັດທະນາແບບຍືນຍົງ ແລະການຟື້ນຟູຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19”
ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຜູ້ແທນຂອງແຕ່ລະປະເທດສະມາຊິກໄອປາໄດ້ຮັບຮອງເອົາບົດລາຍງານຂອງ ກອງປະຊຸມກຳມາທິການຕ່າງໆ ແລະ ຮ່ວມກັນລົງນາມໃນຖະ ແຫລງການຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 43, ພ້ອມທັງເຫັນດີຮັບຮອງເອົາລັດຖະສະພາອິນໂດເນເຊຍ ເປັນປະທານໄອປາ ແລະ ເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 44 ໃນປີ 2023 ທີ່ປະເທດ ອິນໂດເນເຊຍ.
ຂ່າວ-ພາບ: ສະພາແຫ່ງຊາດ
ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຜູ້ແທນ ສູນກາງແນວໂຮມປະເທດຊາດຫວຽດນາມ
ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ເລຕຽນເຈົ່າ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານ ຜູ້ປະຈຳການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມ ຄະນະ ໃນວັນທີ 23 ພະຈິກ 2022 ທີ່ເມືອງໜອງບົກ ແຂວງຄຳມ່ວນ, ມີຮອງປະທານສູນກາງແນວລາວສ້າງຊາດ, ຄະນະນໍາຂອງແຂວງຄຳມ່ວນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຕ້ອນຮັບ.

ໃນພິທີ, ທ່ານຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລາຍງານຜົນສຳເລັດກອງປະຊຸມສາກົນເສີມສ້າງຊາຍແດນ ລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຮ່ວມມືກັນພັດທະ ນາ ທີ່ແຂວງສະຫວັນນະເຂດ ແລະ ທ່ານຍັງໄດ້ຢືນຢັນວ່າ ຈະສືບຕໍ່ນຳເອົາບັນດາເນື້ອໃນຂອງກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແນວໂຮມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຂອງສອງປະເທດ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາກິດຈະ ກຳຕ່າງໆ ທີ່ໄດ້ລົງນາມ ຂໍ້ແຂ່ງຂັນຂອງກອງປະຊຸມ ໃຫ້ໄດ້ຮັບຜົນສຳເລັດ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມດັ່ງກ່າວ.
ພ້ອມກັນນີ້, ສອງຝ່າຍໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານປະທານໂຮ່ຈີມິນ ທີ່ບ້ານຊຽງຫວາ ເມືອງໜອງບົກ, ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ແລະ ສວນ 21 ມີນາ ຂອງ ປະທານ ສຸພານຸວົງ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູ້ຮູ້ບຸນຄຸນ ຕໍ່ກັບບັນດາວິລະບູລຸດແຫ່ງຊາດ ທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ເພື່ອປະຊາຊົນ ດ້ວຍຄວາມສັດຊື່ ບໍລິສຸດ ແລະ ໃນໂອກາດດັ່ງກ່າວ, ຄະນະຜູ້ແທນໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ວັນໄຊ ຟອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງໆ ຄໍາມ່ວນ ຕື່ມອີກ.
ກອງປະຊຸມສຳມະນາວິທະຍາສາດ“ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ 1955-1975 ”
ຄະນະຮັບຜິດຊອບການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ ໄດ້ຈັດກອງປະຊຸມສຳມະນາ ປະກອບຄໍາຄິດເຫັນໃສ່ບົດວິທະຍາສາດ ພາຍໃຕ້ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ຂຶ້ນໃນວັນທີ 24 ພະຈິກ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງວັງວຽງ ແຂວງວຽງຈັນ. ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ ທີ່ປຶກສາຄະນະຮັບຜິດການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ຮອງປະທານສະພາທິດສະດີສູນກາງພັກ ຮອງຫົວໜ້າຄະນະ ຜູ້ປະຈຳການຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ກໍໄດ້ໃຫ້ກຽດເປັນປະທານຮ່ວມ; ນອກຈາກນີ້, ຍັງມີ ທ່ານ ດາວສະຫວັນ ເຄືອມີໄຊ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ມີບັນດາທ່ານຄະນະປະຈໍາພັກເມືອງ, ພະນັກງານຫຼັກແຫຼ່ງຕາງໜ້າຫ້ອງການອ້ອມຂ້າງເມືອງວັງວຽງ ແລະ ບັນດາຜູ້ສັງເກດຕີລາຄາບົດ, ບັນດານັກວິທະຍາສາດຈາກສູນກາງ, ພະນັກງານສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ສມປຊ ເຂົ້າຮ່ວມ ທັງໝົດ 35 ຄົນ.
ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອລະດົມແນວຄວາມຄິດປະກອບຄໍາເຫັນໃສ່ບົດຄົ້ນຄວ້າວິທະຍາສາດ ຫົວຂໍ້: “ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ໄລຍະປີ 1955-1975” ໃນບາງເນື້ອໃນທີ່ເຫັນວ່າຍັງບໍ່ທັນຈະແຈ້ງ ເພື່ອສົນທະນາແລກປ່ຽນຄໍາຄິດຄໍາເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃຫ້ມີລັກສະນະວິທະຍາສາດ ແນໃສ່ປັບປຸງບົດຄົ້ນຄວ້າໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.
ໃນກອງປະຊຸມ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວເປີດກອງປະຊຸມ ຊຶ່ງໄດ້ເນັ້ນໃຫ້ເຫັນວ່າ: ໄລຍະປີ 1955-1975 ແມ່ນໄລຍະນໍາພາ-ຊີ້ນໍາ ພາລະກິດປະຕິວັດອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ໂດຍກຳເນີດເກີດຂຶ້ນໃນເງື່ອນໄຂທີ່ອິດທິກໍາລັງຈັກກະພັດມີກໍາລັງທາງດ້ານເສດ ຖະກິດ-ການເງິນ ທີ່ເຂັ້ມແຂງ, ພາຫະນະອາວຸດສົງຄາມທີ່ທັນສະໄໝ ໃນການເພີ່ມທະວີສົງຄາມຮຸກຮານປະເທດເຮົາ ດ້ວຍຍຸດທະສາດອັນໃໝ່ ຊຶ່ງເປັນພາລະກິດອັນໜັກໜ່ວງ ທີ່ປະທານ ໄກສອນ ພົມວິຫານ ໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າຊອກຫາເສັ້ນທາງ ແລະ ວິທີການຕໍ່ສູ້ປົດປ່ອຍຊາດ ທີ່ແທດເໝາະກັບຈຸດພິເສດທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາ ຈົນສາມາດຍາດໄດ້ໄຊຊະ ນະເປັນກ້າວໆມາ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການນຳສະເໜີ 5 ຫົວຂໍ້ຍ່ອຍ ຄື: ພາລະກິດສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ແລະ ປົກປັກຮັກສາເຂດທີ່ໝັ້ນ ສອງແຂວງເຕົ້າໂຮມ: ຫົວພັນ ແລະ ຜົ້ງສາລີ ປີ 1955-1959; ຊີ້ນໍາຫັນທິດຕໍ່ສູ້ໂດຍເອົາການຕໍ່ສູ້ ດ້ວຍອາວຸດເປັນກົກ ສົມທົບກັບການຕໍ່ສູ້ທາງດ້ານການເມືອງ ແລະ ກົດໝາຍ ປີ 1960-1965; ການນໍາພາຕໍ່ສູ້ຕ້ານຍຸດທະສາດສົງຄາມພິເສດເພີ່ມທະວີ ປີ 1966-1970; ປະທານ ໄກສອນ ພົມວິຫານ ຊີ້ນຳການສ້າງຄວາມຖືກຕ້ອງປອງດອງຊາດ ປີ 1970-1973 ແລະ ພາລະກິດນຳພາປວງຊົນລາວທັງຊາດ ລຸກຮືຂຶ້ນຢຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ປີ1974-1975 ຊຶ່ງໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ, ມີຊີວິດຊີວາ ແລະ ຢັ້ງຢືນເຖິງຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຜູ້ທີ່ໄດ້ອຸທິດຊີວິດ ແລະປະກອບສ່ວນອັນຍິ່ງໃຫຍ່ ຕໍ່ພາລະກິດປະຕິວັດ ຂອງປະຊາຊົນລາວ ແລະ ມີສ່ວນປະກອບເຂົ້າໃນການປະຕິວັດໂລກ.
ຫຼັງຈາກນັ້ນ, ບັນດາທ່ານນັກວິທະຍາສາດຜູ້ສັງເກດຕີລາຄາບົດ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ເນື້ອໃນບົດຄົ້ນຄວ້າວິທະຍາສາດ ໃນແຕ່ລະຫົວຂໍ້ຢ່າງພາວະວິໄສ.
ໃນຕອນທ້າຍ ໄດ້ຮັບຟັງການສະຫຼຸບຂອງກອງປະຊຸມ ໂດຍ ທ່ານ ພູວົງ ອຸ່ນຄຳແສນ ຊຶ່ງໄດ້ສັງລວມຄືນ ການປະກອບຄໍາຄິດຄໍາເຫັນ ຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ເນັ້ນໜັກໃຫ້ບັນດານັກຄົ້ນຄວ້ານໍາເອົາຄຳຄິດຄຳເຫັນ ຈາກຜູ້ສັງເກດຕີລາຄາບົດ, ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນຳໄປປັບປຸງບົດໃຫ້ສົມບູນຂຶ້ນ ເພື່ອກະກຽມສຳມະນາລະດັບຊາດ ສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໃນເດືອນທັນວາ ທີ່ຈະມາເຖິງນີ້.
(ຂ່າວ: ສມປຊ)
ສາລະວັນ ປະກາດຮັບຮອງຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຢ່າງເປັນທາງການ
ແຂວງສາລະວັນ ໄດ້ຈັດພິທີປະກາດຮັບຮອງຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂຶ້ນຢ່າງເປັນທາງການໃນວັນທີ 24 ພະຈິກນີ້ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີປະທານ ອພສ ແຂວງ, ບັນດາການນຳພັກ-ລັດແຂວງ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານການກະກຽມຂຶ້ນທະບຽນຫໍໄຕປີດົກວັດສີມຸງຄຸນ (ວັດກາງ) ວ່າ: ຫໍໄຕວັດສີມຸງຄຸນໄດ້ສ້າງຂຶ້ນໃນປີ ຄ.ສ 1784 (ກ່ອນໜ້ານີ້ 234 ປີ) ສະໄໝການປົກຄອງຂອງເອກະລາຊາທີ 1 ຊື່ທ້າວ ຄຳພິທູນ ແຕ່ມີຂະໜາດນ້ອຍ, ຕໍ່ມາຮອດປີ ຄ.ສ 1859 ສະໄໝເອກະລາຊາທີ 6 ທ້າວ ເຫງົ້າກັນຍາ ຈຶ່ງໄດ້ນຳພາປະຊາຊົນຊາວພຸດທັງຫຼາຍກໍ່ສ້າງຫໍໄຕຂະໜາດໃຫຍ່ກວ່າຂຶ້ນມາແທນເພື່ອເປັນສູນລວມຈິດໃຈ, ເປັນສະຖານທີ່ເກັບຮັກສາຄັງແຫ່ງຄວາມຮູ້ ໂດຍສະເພາະພະທຳຄຳສັ່ງສອນຂອງພະພຸດທະສາສະໜາທັງສາມປີດົກ 84.000 ພະທຳມະຂັນ (ແປດໝື່ນສີ່ພັນພະທຳມະຂັນ) ຄື:ພະສູດຕັນຕະປີດົກມີ 21.000 ພະທຳມະຂັນ, ພະວິໄນປີດົກ 21.000 ພະທຳມະຂັນ, ພະອະພິທຳປີດົກ 42.000 ພະທໍາມະຂັນ, ການກໍ່ສ້າງໃນສະໄໝນັ້ນ ທ້າວ ເຫງົ້າກັນຍາ ຜູ້ປົກຄອງເມືອງໝັ້ນໄດ້ເຊີນເອົານາຍຊ່າງຜູ້ຊຳນານງານມາເປັນຜູ້ອອກແບບ ແລະ ນຳພາກໍ່ສ້າງ, ສຳລັບວັດຖຸອຸປະກອນຕ່າງໆທີ່ນຳມາໃຊ້ໃນການກໍ່ສ້າງແມ່ນໄມ້ເນື້ອແຂງ ຊຶ່ງໄດ້ນຳມາບໍລິຈາກວັດຖຸທານຂອງພໍ່ແມ່ປະຊາຊົນແຕ່ລະບ້ານທີ່ມີໃຈໄສສັດທາ, ລັກສະນະການກໍ່ສ້າງໂຄງຫຼັງຄາແບບຫໍປະສາດ, ມີ 54 ເສົາ ເຮັດດ້ວຍໄມ້ມັນປາ, ໄມ້ເຄື່ອງເທິງ ແລະ ໄມ້ເຄື່ອງລຸ່ມເຮັດດ້ວຍໄມ້ແຄນ, ບານປະຕູ ແລະ ບານປ່ອງຢ້ຽມໄມ້ດູ່, ມຸງດ້ວຍແປ້ນໄມ້ແດງທີ່ຂັດມັນແບບບູຮານ, ສິ່ວເຈາະຮູຕອກຫຼີ້ມໃສ່ໄມ້ໄລຄັດຕາມຂື່, ຂາງ, ເສົາ ແລ້ວແກະສະລັກທີ່ເປັນຮູບພາບຕ່າງໆຊຶ່ງເປັນສິລະປະລວດລາຍທີ່ເປັນເອກະລັກຂອງຊາດ ແລະ ຂອງທ້ອງຖິ່ນ.

ມາຮອດວັນທີ 20/6/1970 ຫໍໄຕກາງນ້ຳ ວັດສີມຸງຄຸນ ພ້ອມດ້ວຍພຸດທະສິມມາກຸດຕິວິຫານ ແລະ ສິ່ງສັກກະລະບູຊາອື່ນໆໄດ້ຖືກຝູງບິນເຕ 28 ຂອງພວກລ່າເມືອງຂຶ້ນແບບໃໝ່ຍິງຖະຫຼົ່ມເຜົາຜານທຳລາຍກ້ຽງ ຊຶ່ງເປັນການສູນເສຍມໍລະດົກມິ່ງເມືອງສຸດທີ່ຫວງແຫນຂອງຄົນສາລະວັນ. ທຸກໆຄົນບໍ່ສາມາດອົດກັ້ນນ້ຳຕາຂອງຕົນໄດ້ຕໍ່ການສູນເສຍອັນຍິ່ງໃຫຍ່, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍສະຖາປະນາ ສປປ ລາວ ໃນປີ 2009 ແຂວງສາລະວັນ ກໍໄດ້ເລີ່ມປະຕິສັງຂອນຫໍໄຕປີດົກຄືນໃໝ່ໂດຍໄດ້ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໄດ້ຕົກລົງແຕ່ງຕັ້ງປະທານທີ່ປຶກສາໂຄງການກໍ່ສ້າງໂດຍມີ ພະອາຈານ ມະຫາສຸລົດ ດ່ານປັນຍາ, ທ່ານ ບົວສອນ ບຸບຜາວັນ, ທ່ານ ຄຳບຸ່ນ ດ້ວງປັນຍາ ແລະ ທ່ານ ສົມພົງ ມົງຄຸນວິໄລ, ປະທານຮັບຜິດຊອບການກໍ່ສ້າງໂຄງການໂດຍ ທ່ານ ສີສຸວັນ ວົງຈອມສີ ຊຶ່ງໄດ້ວາງສີລາລືກການກໍ່ສ້າງໃນມື້ວັນທີ 7 ມິຖຸນາ 2009, ກົງກັບມື້ແຮມ 15 ຄໍ່າເດືອນ 7 ລາວ ພ.ສ 2552, ການປະຕິສັງຂອນແມ່ນອອກແບບຄ້າຍຄືກັບຫໍໄຕຫຼັງເກົ່າ, ປະກອບມີເສົາ 57 ຕົ້ນ (ໄມ້ກະຈະ), ໂຄງຫຼັງຄາເຮັດດ້ວຍໄມ້ແຄນ, ມຸງດ້ວຍດິນຂໍ, ປູພື້ນ, ບານປະຕູ-ບານປ່ອງຢ້ຽມແມ່ນໄມ້ດູ່, ແກະສະຫຼັກແບບສິລະປະລາວເດີມທີ່ມີຄວາມງາມສະຫງ່າ ຊຶ່ງພົວພັນເຖິງເອກະລັກວິຖີຊີວິດວັດທະນະທຳຮີດຄອງປະເພນີ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ໃນນັ້ນທຶນລະດົມ 2,5 ຕື້ກວ່າກີບ ແລະ ທຶນງົບປະມານຂອງລັດ 4,5 ຕື້ກີບ.
ການລົງສໍາຫຼວດ ແລະ ເກັບກໍາຂໍ້ມູນຫໍໄຕປີດົກວັດສີມຸງຄຸນເມືອງ ແລະ ແຂວງສາລະວັນຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຊຶ່ງໄດ້ລົງມືສຳຫຼວດຈັດຕັ້ງປະຕິບັດໃນວັນທີ 2-9 ມີນາ 2022 ໂດຍມີຄະນະວິຊາການຈາກກົມມໍລະດົກ ກະຊວງ ຖວທ, ຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ແລະ ເຈົ້າອະທິການວັດ, ໜ້າວຽກຈັດຕັ້ງປະຕິບັດຄື: ປະຫວັດຄວາມເປັນມາຂອງຫໍໄຕປີດົກ, ຂອງວັດ ແລະ ຂອງບ້ານທີ່ໄດ້ມາຈາກການບອກເລົ່າຂອງເຖົ້າແກ່ອາວຸໂສ, ຄູບາອາຈານ ແລະ ໄດ້ມາຈາກປຶ້ມເອກະສານຕ່າງໆຊຶ່ງໄດ້ຂຶ້ນບັນຊີພະພຸດທະຮູບ, ວັດຖຸທີ່ມີຄ່າ, ເສົາເກົ່າຫໍໄຕປີດົກ ແລະ ບັນດາອົງປະກອບຕ່າງໆຢູ່ພາຍໃນວັດ ຊຶ່ງມີທັງໝົດ 23 ລາຍການ, ໄດ້ວັດແທກ, ປັກຫຼັກໝາຍຂອບເຂດທີ່ດິນຂອງວັດ, ກໍານົດຂອບເຂດຂອງພື້ນທີ່ເປັນຕົ້ນ: ເຂດອະນຸລັກ, ເຂດພັດທະນາ ແລະ ສ້າງແຜນລະບຽບການຄຸ້ມຄອງອື່ນໆ. ສັງລວມແລ້ວຜ່ານການສຶກສາ, ຄົ້ນຄວ້າ, ວິເຄາະ-ວິໄຈປະເມີນຜົນຕົວຈິງຂອງຄະນະວິຊາການເຫັນວ່າຫໍໄຕປີດົກ ພ້ອມດ້ວຍບໍລິເວນພື້ນທີ່ວັດສີມຸງຄຸນເໝາະສົມໃນການຍົກລະດັບຂຶ້ນເປັນມໍະດົກແຫ່ງຊາດລະດັບທ້ອງຖິ່ນຂອງແຂວງສາລະວັນໂດຍພາຍໃຕ້ເງື່ອນໄຂ ແລະ ມາດຕະຖານຂອງມໍລະດົກແຫ່ງຊາດລະດັບທ້ອງຖິ່ນເປັນມໍລະດົກມິ່ງເມືອງ, ເປັນຄັງຄວາມຮູ້ເກັບມ້ຽນພະທຳຄຳສັ່ງສອນຂອງພະພຸດທະເຈົ້າ, ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງແຂວງ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ການຂຶ້ນທະບຽນຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງ ຖິ່ນຂອງແຂວງສາລະວັນມີຄວາມໝາຍຄວາມສໍາຄັນ ແລະ ເປັນທີ່ເອກອ້າງທະນົງໃຈຂອງຊາວແຂວງສາລະວັນ ເນື່ອງຈາກເປັນມໍລະດົກແຫ່ງທໍາອິດຂອງແຂວງທີ່ໄດ້ຮັບຮອງຍົກລະດັບຂຶ້ນເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເພື່ອເປັນການອະນຸລັກປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດກໍຄືຂອງທ້ອງຖິ່ນໄວ້ໃຫ້ເຊັ່ນລູກຫຼານໄດ້ເຫັນເຖິງຄຸນຄ່າຂອງບັນພະບູລຸດທີ່ໄດ້ສ້າງໄວ້, ທັງເປັນຄັງຄວາມຮູ້ເກັບມ້ຽນພະທໍາຄໍາສັ່ງສອນຂອງພະພຸດທະເຈົ້າ, ເປັນສັນຍາລັກສູນລວມນ້ຳໃຈຂອງພີ່ນ້ອງປະຊາຊົນບັນດາເຜົ່າ ແລະ ເປັນສະຖານທີ່ສັກສິດກາບໄຫວ້ເຄົາລົບບູຊາ ແລະ ຈະກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳໃນຕໍ່ໜ້າຂອງແຂວງ.
ໂອກາດນີ້, ທ່ານ ໂພໄຊ ໄຊຍະສອນ ແລະ ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ເປີດປ້າຍມໍລະ ດົກແຫ່ງຊາດລະດັບທ້ອງຖິ່ນ ແລະ ລັ່ນຄ້ອງ 9 ບາດ, ພ້ອມນີ້ທ່ານ ໂພໄຊ ໄຊຍະສອນ ໄດ້ມອບໃບຢັ້ງຢືນຮັບຮອງເອົາຫໍໄຕປີດົກເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃຫ້ກຽດຮັບໂດຍ ທ່ານ ມະໄລວອນ ສີປະເສີດ.
ຂ່າວ-ພາບ: ສິດຕາ ເພັດວົງສາ
ໂຄສົກກະຊວງການຕ່າງປະເທດຈີນ: ເຂດອາຊີປາຊີຟິກແມ່ນພື້ນທີ່ແຫ່ງການຮ່ວມມື ບໍ່ແມ່ນການແຂ່ງຂັນໝາກເສິກ
ຕາມຂ່າວCRI: ໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດທີ່ຈັດຂຶ້ນໃນວັນທີ 23 ພະຈິກນີ້, ມີນັກຂ່າວຖາມວ່າ: ຕາມການລາຍງານວ່າ, ຫວ່າງມໍ່ໆມານີ້, ທ່ານພຣາໂບໂວ ຊູບຽນໂຕ, ລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍກ່າວໃນເວລາຈັດກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານລອຍ ອົສຕິນ, ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາວ່າ: ອິນໂດເນເຊຍພາກພູມໃຈຫຼາຍທີ່ເປັນເພື່ອນມິດທີ່ດີຂອງຈີນແລະອາເມຣິກາ, ພ້ອມກັນນັ້ນຍັງໄດ້ຮັກສາການພົວພັນໄມຕີຈິດມິດຕະພາບກັບຈີນແລະອາເມຣິກາ. ທ່ານມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?
ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດກ່າວວ່າ, ການສະແດງຄວາມເຫັນຂອງລັດຖະມົນຕີກະຊວງປ້ອງກັນປະເທດອິນໂດເນເຊຍໄດ້ສະແດງໃຫ້ເຫັນວ່າ: ປະເທດພາກພື້ນສະແຫວງຫາການເປີດປະຕູແລະກວມລວມໂດຍທົ່ວໄປ, ຄັດຄ້ານຕໍ່ການເລືອກຝ່າຍ. ເຂດອາຊີປາຊີຟິກແມ່ນພື້ນທີ່ແຫ່ງການຮ່ວມມື, ບໍ່ແມ່ນການຫຼິ້ນໝາກເສິກ. ຈີນຍິນດີພະຍາຍາມຮ່ວມກັນກັບແຕ່ລະຝ່າຍ, ເພີ່ມທະວີການສົນທະນະການແລກປ່ຽນ, ຊຸກຍູ້ຄວາມສາມັກຄີແລະການຮ່ວມມື, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ການເຕີບໂຕດ້ານເສດຖະກິດຂອງສິງກະໂປໃນປີ 2023 ອາດຈະຊ້າກວ່າເກົ່າ
ຕາມຂ່າວCRI: ວັນທີ 23 ພະຈິກນີ້, ກະຊວງການຄ້າແລະອຸດສາຫະກຳສິງກະໂປໄດ້ປະກາດແຈ້ງການວ່າ: ຄາດຄະເນວ່າເສດຖະກິດຂອງສິງກະໂປໃນປີ 2023 ຈະເຕີບໂຕ 0,5% ຫາ 2,5%, ເຊິ່ງມີລະດັບການເຕີບໂຕຊ້າກວ່າປີ 2022 .
ແຈ້ງການລະບຸວ່າ: ເມື່ອພິຈາລະນາເບິ່ງການເຕີບໂຕດ້ານເສດຖະກິດຂອງສິງກະໂປໃນ 3 ໄຕມາດປີ 2022 ນີ້ແມ່ນຢູ່ໃນລະດັບ 4,2%, ບວກກັບສະພາບການພາຍໃນແລະສາກົນໃນຫວ່າງມໍ່ໆມານີ້, ຄາດຄະເນວ່າເສດຖະກິດຂອງສິງກະໂປໃນປີ 2022 ນີ້ຈະເຕີບໂຕ 3,5%, ຕ່ຳກວ່າ 7,6% ໃນປີ 2021.
ກະຊວງການຄ້າແລະອຸດສາຫະກຳສິງກະໂປຕີລາຄາວ່າ, ໃນປີ 2023 ກຸ່ມເສດຖະກິດຕົ້ນຕໍສ່ວນຫຼາຍໃນທົ່ວໂລກຈະມີການເຕີບໂຕດ້ານເສດຖະກິດຊ້າກວ່າປີ 2022, ສ່ວນການເຕີບໂຕດ້ານເສດຖະກິດຂອງເຂດໃຊ້ເງິນໂດຣາແລະເຂດໃຊ້ເງິນເອີໂຣຄາດຄະເນວ່າຈະຊ້າລົງຫຼາຍທີ່ສຸດ. ນອກນີ້, ບັນຫາຕ່ອງໂສ້ການສະໜອງໃນທົ່ວໂລຖືກຕັດຂາດກອາດຈະສືບຕໍ່ໄປຮອດປີ 2023.
ອິນເດຍທົດລອງຍິງລູກສອນໄຟນຳວິຖີໄລຍະກາງ “ອານີ-3” ລູກໜຶ່ງຢ່າງສຳເລັດຜົນ
ຕາມຂ່າວCRI: ວັນທີ 23 ພະຈິກນີ້, ກະຊວງປ້ອງກັນປະເທດອິນເດຍໄດ້ອອກຖະແຫຼງການວ່າ, ອິນເດຍໄດ້ທົດລອງຍິງລູກສອນໄຟນຳວິຖີໄລຍະກາງ “ອານີ-3” ລູກໜຶ່ງຢ່າງສຳເລັດຜົນຢູ່ເກາະ ດຣ. ອັບດູນ ຄາລາມຂອງລັດໂອດີຊາທາງພາກຕາເວັນອອກຂອງອິນເດຍ.
ຖະແຫຼງການລະບຸວ່າ: ການທົດລອງຍິງຄັ້ງນີ້ແມ່ນດຳເນີນໄປໂດຍກອງບັນຊາການຂອງກອງທັບຍຸດທະສາດ.
ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ, ລູກສອນໄຟນຳວິຖີໄລຍະກາງ “ອານີ-3” ແມ່ນໜຶ່ງໃນຈຳນວນລູກສອນໄຟນຳວິຖີຕ່າງໆທີ່ໄດ້ຄົ້ນຄວ້າແລະພັດທະນາດ້ວຍຕົນເອງໂດຍອົງການຄົ້ນຄວ້າແລະພັດທະນາດ້ານການປ້ອງກັນປະເທດຂອງອິນເດຍ, ເຊິ່ງມີໄລຍະທາງການຍິງ 3000 ຫາ 5000 ກິໂລແມັດ, ຖືກນຳໃຊ້ໃນກອງທະຫານໃນປີ 2011.