Saturday, October 11, 2025
Home Blog Page 865

ແນະນຳຊຸດເຄື່ອງມືນະໂຍບາຍຊຸກຍູ້ນັກທຸລະກິດຍິງ ອາຊຽນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 23 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ, ບັນດາປະເທດອາຊຽນ, ຄະນະກຳມະການເສດຖະກິດ-ສັງຄົມ ອາຊີ – ປາຊີຟິກຂອງ ສປຊ (ESCAP) ແລະ ລັດຖະບານການາດາ ໄດ້ແນະນຳຊຸດເຄື່ອງມືນະໂຍບາຍເພີ່ມທະວີຄວາມສາມາດດຳເນີນທຸລະກິດຂອງແມ່ຍິງໃນນະໂຍບາຍຕ່າງໆ ແລະ ແຜນການແຫ່ງຊາດກ່ຽວກັບຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME).

ຂ່າວລະບຸວ່າ: ທ່ານ ກາເວ ຊາເຮດິ ຮອງເລຂາຜູ້ບໍລິການ ESCAP ຖືວ່າ: ບັນດາວິສາຫະກິດ ໂດຍແມ່ຍິງນຳພາສາມາດເປັນກຳລັງແຮງສຳຄັນແກ່ການພັດທະນາແບບກວມລວມ, ການຮັບມື ແລະ ຄວາມຍືນຍົງຂອງພາກພື້ນ, ພ້ອມທັງໃຫ້ຮູ້ວ່າ: ESCAP ພວມພະຍາຍາມແກ້ໄຂສິ່ງກີດຂວາງກ່ຽວກັບລະບົບ, ລະບຽບການດ້ານການເງິນ ແລະ ກຳລັງຄວາມສາມາດ ຊຶ່ງວິສາຫະກິດຫຼາຍແຫ່ງພວມປະເຊີນໜ້າ. ຊຸດເຄື່ອງມືນະໂຍບາຍໂດຍ ESCAP, ສົມທົບກັບ 10 ປະເທດອາຊຽນ ພັດທະນາ ເພື່ອຊ່ວຍໃຫ້ນັກວາງແຜນກຳນົດນະໂຍບາຍເຂົ້າຮ່ວມການຊຸກຍູ້ການດຳເນີນທຸລະກິດຂອງແມ່ຍິງອາຊຽນ.

ອຸດສາຫະກຳຫຸ່ນຍົນຂອງຈີນຂະຫຍາຍຕົວຢ່າງວ່ອງໄວ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ໃນກອງປະຊຸມການຜະລິດປັນຍາປະດິດໂລກ 2022 ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນກ່າວວ່າ: ໃນໄລຍະ 10 ປີທີ່ຜ່ານມາ ການປະຍຸກໃຊ້ດ້ານການຜະລິດອຸປະກອນອັດສະລິຍະຂອງຈີນໄດ້ກ້າວເຂົ້າສູ່ລະດັບແຖວໜ້າຂອງໂລກ.

ທ່ານ ຊິນ ກົ໋ວປິນ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ຂໍ້ມູນຂ່າວສານຈີນກ່າວວ່າ: ໃນໄລຍະ 10 ປີທີ່ຜ່ານມາ ຈີນມີໂຮງງານການຜະລິດອັດສະລິຍະ 110 ແຫ່ງ ແລະ ໄດ້ກາຍເປັນລະດັບແຖວໜ້າຂອງໂລກ. ໃນປັດຈຸບັນ, ຈີນໄດ້ມີໂຮງງານການຜະລິດອັດສະລິຍະຄວາມເປັນດີຈີຕອນຮ່ວມ 2.000 ແຫ່ງ. ໃນໄລຍະ 10 ປີທີ່ຜ່ານມາ, ມູນຄ່າການຜະລິດອຸປະກອນອັດສະລິຍະຂອງຈີນມີມູນຄ່າຫຼາຍກວ່າ 3 ລ້ານໆຢວນ ຜະລິດຕະພັນຊັອບແວອຸດສາຫະກຳສ້າງລາຍໄດ້ຫຼາຍກວ່າ 240.000 ລ້ານຢວນ ວິສາຫະກິດດ້ານໂຊລູຊັນລະບົບການຜະລິດອັດສະລິຍະທີ່ສ້າງລາຍໄດ້ເກີນ 1.000 ລ້ານຢວນ ມີຮ່ວມກັນຫຼາຍກວ່າ 100 ແຫ່ງ ຊຶ່ງໃຫ້ບໍລິການຄວບຄຸມເຖິງ 90% ຂອງອຸດສາຫະກຳການຜະລິດ.

ເລີ່ມຖ່າຍທຳຄູຕົວແບບ ສ້າງສື່ການຮຽນການສອນ ທີ່ແຂວງສະຫວັນນະເຂດ

0

ທີມງານຖ່າຍທຳວິດີໂອຄູຕົວແບບຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໄດ້ເລີ່ມລົງເຄື່ອນໄຫວຖ່າຍທໍາຄູຕົວແບບ ໃນການສ້າງສື່ການຮຽນການສອນຈາກວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ທີ່ເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອສົ່ງເສີມວຽກງານການປະຕິບັດຫຼັກສູດສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ ຫຼື ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ທີ່ເນັ້ນໃສ່ການສະໜັບສະໜູນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ທີ່ແຂວງສະຫວັນນະເຂດໃຫ້ໄດ້ຮັບຜົນດີ.

ການລົງຖ່າຍທໍາຄູຕົວແບບດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 22 ພະຈິກ ຜ່ານມາ ທີ່ໂຮງຮຽນປະຖົມ ບ້ານໜອງເດີ່ນ ທີ່ເມືອງອາດສະພອນ ແຂວງສະຫວັນນະເຂດ, ນໍາທີມໂດຍທ່ານ ອຸດົມ ສິງດາລາ ຮອງອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍການສື່ສານ ແຜນງານບີຄວາ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ການ ແສງສຸລິຍາ ຜູ້ອຳນວຍການໂຮງຮຽນປະຖົມສຶກສາໜອງເດີ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການ, ຄູອາຈານ, ພາກສ່ວນທີ່ກ່ຽວຂ້ອງ, ທີມງານຖ່າຍທໍາທັງ 3 ຂະແໜງ (ໂທລະພາບ, ວິທະຍຸ ແລະ ໜັງສືພິມສຶກສາ) ແລະ ທີມງານບີຄວາ ແລະ ທີມງານຂັ້ນແຂວງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ການ ແສງສຸລິຍາ ໄດ້ກ່າວວ່າ: ສຳລັບຄູດີເດັ່ນ ກໍຄື ທ່ານ ນາງ ວາດສະໜາ ແສງສຸລິສຸກ ແມ່ນເປັນຄູສອນຢູ່ໂຮງຮຽນປະຖົມສຶກສາໜອງເດີ່ນ, ຊຶ່ງເປັນຄູຜູ້ໜຶ່ງທີ່ໂດດເດັ່ນໃນການປະດິດສ້າງອຸປະກອນປະກອບເຂົ້າໃນການຮຽນການສອນ ດ້ວຍສິ່ງທີ່ຫາໄດ້ຈາກທ້ອງຖິ່ນ, ເຫັນວ່ານັກຮຽນມີການຕອບຮັບດີຕໍ່ອຸປະກອນທີ່ຄູ ວາດສະໜາ ໄດ້ປະດິດຂຶ້ນມາ ພວກເຂົາມີຄວາມມ່ວນຊື່ນໃນການນຳໃຊ້ອຸປະກອນດັ່ງກ່າວເຂົ້າເຮັດກິດຈະກຳ ແລະ ສົ່ງເສີມການຮຽນຮູ້ຂອງພວກເຂົາອີກດ້ວຍ, ທ່ານເປັນຄູຜູ້ໜຶ່ງທີ່ເປັນແບບຢ່າງທີ່ມີຄວາມຄິດສ້າງສັນໃນການປະດິດອຸປະກອນ ເພື່ອປະກອບເຂົ້າໃນການສອນ ເພື່ອເຮັດໃຫ້ການສອນມີປະສິດທິພາບ. ສະນັ້ນ, ຮຽກຮ້ອງມາຍັງຄູທ່ານອື່ນໆຈົ່ງນຳເອົາແນວຄວາມຄິດຂອງຄູ ວາດສະໜາ ໄປນຳໃຊ້ໃນທ້ອງຖິ່ນ ຫຼື ໂຮງຮຽນຂອງທ່ານ ເພື່ອເພີ່ມທັກສະ ແລະ ການຮຽນການສອນທີ່ດີໃຫ້ນັກຮຽນ.

ຂະນະດຽວກັນ, ທ່ານ ນາງ ວາດສະໜາ ແສງສຸລິສຸກ ໄດ້ກ່າວວ່າ: ການສຶກສາໃນຂອບເຂດບ້ານຂອງຕົນ ແມ່ນມີຄວາມສຳຄັນຫຼາຍ ເພື່ອໃຫ້ໝູ່ບ້ານມີການພັດທະນາ ແລະ ເດັກນ້ອຍໄດ້ເຂົ້າຮຽນ ແຕ່ກໍຍັງມີຄວາມຂາດແຄນຄູ ແລະ ອຸປະກອນການຮຽນ. ດັ່ງນັ້ນ, ຕົນຈຶ່ງມີຄວາມຝັນຢາກເປັນຄູ ເພື່ອມາພັດທະນາບ້ານຂອງຕົນ ແລະ ຕົນເອງກໍເປັນຜູ້ໜຶ່ງທີ່ໄດ້ມີໂອກາດໄດ້ຮັບທຶນການສຶກສາຂອງຄູຊົນເຜົ່າຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນບີຄວາ ແລະ ໄດ້ໄປສຶກສາທີ່ວິທະຍາໄລຄູສະຫວັນນະເຂດ, ປັດຈຸບັນເປັນຕົນເອງແມ່ນເປັນຄູສອນຊັ້ນປະຖົມສຶກສາ ປີທີ 2 ທີ່ໂຮງຮຽນປະຖົມສຶກສາໜອງເດີ່ນ ແລະ ຄວາມຝັນຂອງຕົນກໍໄດ້ກາຍເປັນຈິງ, ໄດ້ເປັນຄູທີ່ປະກອບສ່ວນໃນການພັດທະນາການສຶກສາຂອງໂຮງຮຽນປະຖົມສຶກສາໜອງເດີ່ນ ເມືອງອາດສະພອນ ແຂວງສະຫວັນນະເຂດ. ສຳລັບອຸປະກອນທີ່ຄູໄດ້ຜະລິດສື່ການຮຽນການສອນ ປະກອບມີ ບັດຄຳສັບ, ຖົງບັດຄູ, ໄມ້ດິ້ວ, ສານກະຕໍ້ດ້ວຍໃບໝາກພ້າວ, ຜະລິດນໍາສີຈາກໃບໄມ້, ຊຶ່ງສື່ດັ່ງກ່າວນີ້ ໄດ້ນຳໃຊ້ຫຼາຍໃນວິຊາພາສາລາວ, ພະລະສຶກສາ, ສິລະປະສຶກສາ, ຄະນິດສາດ, ຫັດຖະກຳ ແລະ ອື່ນໆ, ໂດຍອຸປະກອນດັ່ງກ່າວຈະຊ່ວຍໃຫ້ນັກຮຽນເຂົ້າໃຈ, ຢາກມີສ່ວນຮ່ວມ, ມີຄວາມຕັ້ງໃຈ, ມີແຮງຈູງໃຈໃນການຮຽນຮູ້ຫຼາຍຂຶ້ນ ໃນການເຮັດກິດຈະກຳໃນຫ້ອງຮຽນ ເພາະວ່າວັດຖຸທີ່ນຳເອົາມາຜິດແມ່ນເປັນວັດຖຸທີ່ຫາໄດ້ງ່າຍ, ລາຄາຖືກ ແລະ ເປັນວັດຖຸໃນທ້ອງຖິ່ນທີ່ນ້ອງນັກຮຽນມີຄວາມຄຸ້ນເຄີຍ, ອຸປະກອນທີ່ນໍາມາສ້າງສື່ການຮຽນການສອນຈາກວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ພ້ອມທັງຍັງເປັນການພັດທະນາຕົນເອງໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ ເພື່ອຄູສອນຈະໄດ້ມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ມີຄວາມພ້ອມໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ໃຫ້ມີປະສິດທິພາບ.

ການຖ່າຍທໍາຄູຕົວແບບ, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຫຼັງຈາກໄດ້ເຄື່ອນໄຫວວຽກດັ່ງກ່າວມາແລ້ວ 3 ແຂວງ ຄື: ແຂວງຫຼວງພະບາງ, ຊຽງຂວາງ ແລະ ແຂວງສາລະວັນ ແມ່ນໄດ້ຮັບການນິຍົມ ແລະ ເປັນທີ່ສົນໃຈ ແລະ ຕິດຕາມເປັນຈໍານວນຫຼາຍ ໂດຍແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ນອນຢູ່ໃນແຂວງເປົ້າໝາຍ. ທັງນີ້, ເພື່ອເປັນການສືບຕໍ່ໂຄສະນາສົ່ງເສີມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃຫ້ໄດ້ຮັບຜົນດີທີ່ສຸດ, ພ້ອມທັງເປັນການສາທິດໃນການຈັດການຮຽນການສອນຕາມຫຼັກສູດໃໝ່, ເພື່ອບັນທຶກສຽງ, ສຳພາດ ແລະ ຖ່າຍທຳວິດີໂອການຮຽນການສອນຂອງຄູໃນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູສະບັບປັບປຸງໃໝ່ ແລະ ຖ່າຍພາບ ເພື່ອເຜີຍແຜ່ທາງໂທລະພາບ, ວາລະສານ, ໜັງສືພິມ ແລະ ວິທະຍຸສຶກສາ ແລະ ກິລາ, ເພື່ອປູກຈິດສຳນຶກຊຸກຍູ້ໃຫ້ມີຄວາມເປັນເຈົ້າການ ແລະ ສ້າງແຮງຈູງໃຈແກ່ຄູສອນຊັ້ນປະຖົມສຶກສາ, ຄູຝຶກ, ຄູສຶກສານິເທດ ແລະ ຜູ້ອຳນວຍການໂຮງຮຽນຊັ້ນປະຖົມ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງຂອງນັກຮຽນ. ການລົງຖ່າຍທຳດັ່ງກ່າວ ຈະໄດ້ດຳເນີນເປັນໄລຍະເວລາ 8 ວັນ ໃນລະຫວ່າງວັນທີ 20-27 ພະຈິກ 2022.

ໂດຍ: ບົວລະພາ

ທາດຝຸ່ນມີປະຫວັດອັນຍາວນານ

0

ທາດຝຸ່ນ ຕັ້ງຢູ່ໃນບໍລິເວນບ້ານສີພົມ ໃຈກາງເມືອງຄູນ ແຂວງຊຽງຂວາງ. ທາດແຫ່ງນີ້ມີປະຫວັດອັນຍາວນານ ໂດຍໄດ້ມີການເລົ່າຂານກັນວ່າ: ເມື່ອພະພຸດທະເຈົ້າຢູ່ປະເທດອິນເດຍ ໄດ້ປະຣິນິພານກໍໄດ້ມີການຈູດເຜົາສົບຂອງ ພະສົງ ແລະ ເມື່ອເຜົາແລ້ວກໍໄດ້ປະກາດໃຫ້ຜູ້ຄົນທົ່ວໂລກທີ່ນັບຖືສາສະໜາພຸດໄປເອົາກະດູກຂອງພະພຸດທະເຈົ້າມາບູຊາໂດຍການສ້າງທາດໃສ່ ແຕ່ວ່າປະຊາຊົນແຂວງຊຽງຂວາງ ເດີ່ນທາງໄປຊ້າ ເລີຍໄດ້ແຕ່ຝຸ່ນມາ. ໃນປີ ຈ.ສ 307 ຈຶ່ງໄດ້ປະດິດສະຖານໄວ້ໃນທາດນ້ອຍ. ຕໍ່ມາໃນປີ ຈ.ສ 742 ກະສັດເມືອງພຽນ ອົງທີ 24 ໄດ້ສັ່ງໃຫ້ສ້າງທາດໃຫຍ່ກວມເອົາບາດເກົ່າ. ນັບແຕ່ນັ້ນມາ, ໃນທຸກໆປີເມື່ອຮອດວັນບຸນກຸດສົງການ ຊາວເມືອງພວນກໍພາກັນມາຫົດນໍ້າສົງພະ ແລະ ອວຍພອນຊຶ່ງກັນ ແລະ ກັນຢູ່ບໍລິເວນທາດຝຸ່ນແຫ່ງນີ້.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

ມາເລເຊຍ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່

0

ຕາມຂ່າວຈາກ ກົວລຳເບີ, ວັນທີ24 ພະຈິກນີ້, ສຳນັກງານ ​ລາຊະ​ວັງ ​ມາ​ເລ​ເຊຍ​ ໄດ້​ອອກ​ ຖະ​ແຫລງການ​ ສະບັບ​ໜຶ່ງ ​ລະບຸ​ວ່າ:ກະສັດ ອັລ-ສຸລະ​ຕານ ອັບ​ດຸລ​ເລາະ ອາ​ໝັດ ຊາ (Al-Sultan Abdullah Ahmad Shah)​ແຫ່ງ​ມາ​ເລ​ເຊຍ ໄດ້ແຕ່ງຕັ້ງ ຜູ້ນຳ ຝ່າຍຄ້ານ ທ່ານ ອັນ​ວາ ອິບຣາຮິມ (Anwar Ibrahim)​ໃຫ້​ດຳລົງ ​ຕຳ​ແໜ່​ງ ເປັນນາຍົກ ລັດຖະມົນຕີ ມາ​ເລ​ເຊຍ ຄົນ​ໃໝ່ ​ເປັນ​ຄົນທີ 10 ຂອງປະເທດ, ອາຍຸ 75ປີ ກາຍ​ເປັນ​ ນາຍົກ ລັດຖະມົນຕີ ຄັ້ງທຳ​ອິດ ຫລັງ​ຈາກ ​ລົງ​ເຄື່ອນ​ໄຫວ ​ທາງ​ດ້ານການ​ເມືອງ​ ມາ​ຍາວ​ນານ ​ເຖິງ30​ປີ ​ເພື່ອນຳພາ ​ປະ​ເທດ​ ​ແກ້​ໄຂ​ບັນຫາ ​ເສດຖະກິດ ​ທີ່​ເກີດ​ຂຶ້ນ​ໃນ​ ປັດຈຸບັນ.

(ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ຣັດເຊຍ ຈະເພີ່ມການສົ່ງອອກປຸຍສູ່ຕະຫລາດໂລກໃຫ້ຫລາຍຂຶ້ນ

0

ຕາມຂ່າວຈາກ ຊິນຮວາ,ວັນທີ23 ພະຈິກນີ້,ທ່ານ ວາລາດີເມຍ ປູຕິນ, ປະທານາ ທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພ້ອມຂະຫຍາຍ ການຈັດ ຫາປຸຍ ແລະ ເຮັດວຽກ ຮ່ວມກັບ ພັນທະມິດ ທັງໝົດ ໃນດ້ານ ດັ່ງກ່າວ ເພື່ອສະໜອງປຸຍ ​ອອກ​ສູ່ ຕະຫລາດໂລກ ໃຫ້ຫລາຍຂຶ້ນ ຫລັງຈາກ ປັດຈຸ ບັນ ມີປຸຍ ຫລາຍກວ່າ 400.000ໂຕນ ຜະລິດໂດຍ ບໍລິສັດ ຣັດເຊຍ ຫລາຍແຫ່ງ ຖືກກັກ ທີ່ທ່າກຳປັ່ນ ຂອງເອີຣົບ ເນື່ອງຈາກ ມາດຕະການ ຂວ້ຳບາດ.ຂະນະນີ້ ຣັດເຊຍ ພະຍາຍາມ ແກ້ໄຂບັນຫານີ້ ດ້ວຍວິທີຕ່າງໆ ເພື່ອໃຫ້ສາມາດ ດຳເນີນການ ສົ່ງອອກປຸຍ ຕາມ​ທີ່ຕ້ອງການ ໄປຕ່າງ ປະເທດ ພວມພັດທະນາ ໂດຍສະເພາະ ກຸ່ມປະເທດ ອາຟຣິກາ.

(ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ຄະນະຜູ້ແທນ ສປປ ລາວ ຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ແລະ ກອງປະຊຸມສຸດຍອດ ຂອງອົງການ ຟຣັງໂກໂຟນີ

0

ໃນວັນທີ 18-20 ພະຈິກ 2022, ທ່ານ ອະໂສກະ ຣາຊະພົນ ອັກຄະລັດຖະທູດທີ່ປຶກສາ ປະຈໍາສະ ຖານທູດລາວ ທີ່ປາຣີ, ໄດ້ຕາງໜ້າໃຫ້ຄະນະຜູ້ແທນລາວ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີຟຣັງໂກໂຟນີ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ທີ່ເກາະ ແຊກບາ, ປະເທດ ຕຸຍນີຊີ, ໃນກອງປະຊຸມ ຄັ້ງນີ້ ມີຜູ້ເຂົ້າຮ່ວມທີ່ມາຈາກບັນດາປະເທດທີ່ເປັນສະມາຊິກ ຂອງອົງການ ຟຣັງໂກໂຟນີສາກົນ, ຊຶ່ງລວມມີປະເທດທີ່ເປັນສະມາ ຊິກສົມບູນ 54 ປະເທດ, ປະເທດສັງເກດການ 27 ປະເທດ ແລະ ປະເທດສົມທົບ 7 ປະເທດ ຊຶ່ງ ສປປ ລາວ ໄດ້ເຂົ້າເປັນ ສະມາຊິກ ສົມບູນ ມາແຕ່ ປີ 1991.

ກອງປະຊຸມລັດຖະມົນຕີຟຣັງໂກໂຟນີ (CMF) ຈັດຂຶ້ນໃນວັນທີ 18 ພະຈິກ 2022 ໂດຍການເປັນປະທານ ຂອງລັດຖະມົນຕີການຕ່າງປະເທດ ຕຸຍນີຊີ ແລະ ໄດ້ແຕ່ງຕັ້ງ ປະເທດ Andorre ເປັນຮອງປະທານ CMF ຊຶ່ງມີ ໜ້າທີ່ຮັບຜິດຊອບຈົນຮອດກອງປະຊຸມສະໄໝສາມັນຂອງ CMF ຄັ້ງຕໍ່ໄປ. ພ້ອມນີ້, ກອງປະຊຸມໄດ້ຮັບຮອງເອົາບັນດາ ເອກະສານສໍາຄັນຫລາຍສະບັບ ເປັນຕົ້ນ ບົດລາຍງານກອງປະຊຸມລັດຖະມົນຕີ ຟຣັງໂກໂຟນີ ຄັ້ງທີ 39, 40, 41 ແລະ 42; ຮັບຟັງບົດລາຍງານຂອງເລຂາທິການໃຫຍ່. ກອງປະຊຸມສະແດງຄວາມເປັນຫ່ວງຕໍ່ຫລາຍວິກິດການ ທີ່ເກີດຂື້ນໃນຂອບ ເຂດທົ່ວໂລກ ເປັນຕົ້ນແມ່ນ ສົງຄາມ, ການຍາດແຍ່ງອຳນາດ, ການສົ່ງເສີມປະຊາທິປະໄຕ, ສະຖຽນລະພາບ ແລະ ຄວາມ ໝັ້ນຄົງ, ເສດຖະກິດ, ສັງຄົມ, ສິດທິມະນຸດ, ອາຫານ, ສາທາລະນະສຸກ ແລະ ສະພາບແວດລ້ອມ.

ສ່ວນກອງປະຊຸມສຸດຍອດ ຟຣັງໂກໂຟນີ ຄັ້ງທີ 18 ຈັດຂຶ້ນໃນວັນທີ 19-20 ພະຈິກ 2022, ໂດຍການເປັນປະ ທານຂອງ ທ່ານ S.E. M. Kaïs Saïed, ປະທານປະເທດ ຕຸຍນິຊີ ດໍາເນີນພາຍໃຕ້ຫົວຂໍ້: ‘’ການເຊື່ອມຕໍ່ໃນຄວາມ ຫລາກຫລາຍ: ດິຈີຕອນ ເປັນຕົວຂັບເຄື່ອນຂອງການພັດທະນາ ແລະ ຄວາມສາມັກຄີໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ’’. ກອງປະຊຸມໄດ້ຮັບຟັງບົດລາຍງານກ່ຽວກັບ ຜົນກອງປະຊຸມລັດຖະມົນຕີ ຄັ້ງທີ 43, ໄດ້ສົນທະນາໃນ ຫົວຂໍ້: ອົງການ ຟຣັງໂກໂຟນີ ໃນອະນາຄົດ ແລະ ເປັນເອກະສັນໄດ້ເລືອກຕັ້ງເອົາ ທ່ານ ນາງ Louise Mushikiwabo ເພື່ອສືບຕໍ່ເປັນ ເລຂາທິການໃຫຍ່ ອົງການຟຣັງໂກໂຟນີສາກົນ ສະໄໝທີ 2. ຝຣັ່ງ ຮັບສະໝັກເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຟຮັງໂກໂຟນີ ຄັ້ງທີ 19 ໃນປີ 2024, ພ້ອມກັນນັ້ນ ກອງປະຊຸມກໍໄດ້ຮັບຮອງເອົາເອກະສານ ສໍາຄັນຄື: ຖະແຫລງການ ຂອງກອງປະຊຸມສຸດຍອດ Djerba; ຍັດຕິກ່ຽວກັບວິກິດການ ແລະ ການສ້າງສັນຕິພາບໃນຂົງເຂດທີ່ນໍາໃຊ້ພາສາຝຣັ່ງ; ຖະແຫລງການກ່ຽວກັບການນໍາໃຊ້ພາສາຝຣັ່ງ ໃນຄວາມຫລາກຫລາຍທາງດ້ານພາສາ ຂອງອົງການຟຣັງໂກໂຟນີ; ຍຸດທະ ສາດຂອງ ອົງການຟຣັງໂກໂຟນີ ປີ 2023-2030 ແລະ ລະບຽບຂັ້ນຕອນການຮັບເອົາ ຫລື ປ່ຽນແປງສະຖານະຂອງລັດ ຫລື ລັດຖະບານ ຂອງອົງການ ຟຮັງໂກໂຟນີ.

ອົງການ ຟຣັງໂກໂຟນີ ສ້າງຕັ້ງຂຶ້ນ ໃນປີ 1970 ທີ່ ນິອາເມ ປະເທດນິແຊຣ ອົງການ ຟຣັງໂກໂຟນີ ມີເປົ້າໝາຍຫລັກ ແມ່ນສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ ພາສາຝຣັ່ງ ໃນຂອບເຂດທົ່ວໂລກ ເຊິ່ງມາເຖິງປັດຈຸບັນ ມີປະມານ 321 ລ້ານຄົນ ທີ່ໃຊ້ພາສາຝຣັ່ງໃນໂລກ. ຕໍ່ມາ ຟຣັງໂກໂຟນີ ໄດ້ຖືບົດບາດ ເປັນອົງການທາງດ້ານການເມືອງ ເພື່ອສົ່ງ ເສີມສັນຕິພາບ, ຄວາມເປັນລະບຽບຮຽບຮ້ອນທາງດ້ານສັງຄົມ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການຮ່ວມມືເສດຖະກິດ ດິຈີຕອນ, ການພັດທະນາທີ່ຍືນຍົງ ແລະ ຍົກສູງບົດບາດຂອງຊາວໜຸ່ມໃນສັງຄົມ.

ສະພາບອາກາດ ປະຈໍາວັນທີ 25 ພະຈິກ 2022

0

ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບ ຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 25/11/2022 ເຖິງເວລາ 7:00 ໂມງວັນທີ 26/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ ໃນລະຫວ່າງ 17-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນ ເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 15-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 22-34 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມ ໃນລະຫວ່າງ 23-34 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ສະພາບອາກາດ ປະຈໍາວັນທີ 24 ພະຈິກ 2022

0

ຄວາມກົດດັນສູງຂອງອາກາດເຢັນໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ສົມທົບກັບລົມຕາເວັນອອກ-ຕາເວັນ ອອກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີ ຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 24/11/2022 ເຖິງເວລາ 7:00 ໂມງວັນທີ 25/11/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມ ໃນລະຫວ່າງ 14-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນ ເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນ ເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 16-29 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25-30 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-30 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 15-25 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ. ອຸນຫະພູມ ໃນລະຫວ່າງ 23-33 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸ້ມຂອງຝົນ ເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 16-29 ອົງສາ.

ສ.ອາເມລິກາ ປະກາດພາວະສຸກເສີນຫລັງຫິມະຕົກໜັກ

0
(220130) -- NEW YORK, Jan. 30, 2022 (Xinhua) -- Pedestrians walk on a snowy street in New York, the United States, Jan. 29, 2022. Winter storm Kenan is bringing heavy snow and wind gusts to New York City and surrounding areas on Saturday. (Photo by Winston Zhou/Xinhua)

ສຳນັກຂ່າວຊິນຮວາຂອງ ສປ ຈີນ ເມື່ອບໍ່ດົນມານີ້, ທຳນຽບຂາວຂອງສ.ອາເມລິກາ ລະບຸວ່າ: ທ່ານ ໂຈ ໄບເດັນ ປະທານາທິບໍດີ ສ.ອາເມລິກາ ໄດ້ປະກາດ ພາວະສຸກເສີນ ຂອງນະຄອນນິວຢອກ ຫລັງຈາກຫິມະຕົກໜັກເປັນປະຫວັດການ, ພ້ອມທັງສັ່ງໃຫ້ ຈັດສັນການຊ່ວຍເຫລືອ ຈາກລັດຖະບານກາງ ເພື່ອສະໜັບສະໜູນ ການຮັບມື ແລະ ຈັດການກັບ ຜົນກະທົບຈາກພາຍຸ ລະດູໜາວ ແລະ ພາຍຸ ຫິມະຮຸນແຮງ . ນອກຈາກນັ້ນລັດຖະບານກາງ ສ.ອາເມລິກາ ໄດ້ແຕ່ງຕັ້ງເຈົ້າໜ້າທີ່ປະສານງານ ສຳລັບປະຕິບັດການກູ້ໄພໃນພື້ນທີ່ທີ່ໄດ້ຮັບຜົນກະທົບໜັກ. ພາຍຸຄັ້ງນີ້ມີຫິມະຕົກໜັກ ທີ່ສຸດພາຍໃນໄລຍະ 24 ຊົ່ວໂມງ , ໂດຍບາງສ່ວນຂອງແຂວງອີຣີ ມີຫິມະຕົກຫລາຍກວ່າ 180 ຊັງຕີແມັດ.

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).