Saturday, October 11, 2025
Home Blog Page 863

ຈີນ-ອາຊຽນ ລົງເລິກການຮ່ວມມືໃນຂະແໜງການກໍ່ສ້າງ

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເຈົ້າໜ້າທີ່ ຈີນໃຫ້ຮູ້ວ່າ ງານວາງສະແດງ ຂະແໜງ ການກໍ່ສ້າງ ກໍຄື ສິ່ງແວດລ້ອມເຮືອນ ເພື່ອໃຫ້ມີ ຄຸນນະພາບສູງ ຈີນ-ອາຊຽນ ປີ 2022 ໄດ້ຈັດຂຶ້ນ ຢູ່ ນະຄອນ ໜານໜິງ ເຂດກວາງຊີ ສປ ຈີນ ເປັນເວລາ 3 ວັນ ໄດ້ສຳ​ເລັດ​ລົງ​ ດ້ວຍ​ໝາກຜົນ​ອັນ​ຈົບງາມ ​ເມື່ອ​ບໍ່​ດົນ​ມາ​ນີ້ ຫລັງ​ຈາກ ຄະນະຜູ້ແທນ ທີ່ເຂົ້າຮ່ວມ ກອງປະຊຸມ ໄດ້ລົງເລິກ ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ການຊົມໃຊ້ ໂອກາດໃໝ່ ຂອງ ສັນຍາ ວ່າດ້ວຍ ການພົວພັນ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ໃນພາກພື້ນ ( RCEP) ແລະ ການຮ່ວມມືກັນ ສ້າງອະນາຄົດໃໝ່ ຂອງຂະແໜງ ການກໍ່ສ້າງ. ກອງປະຊຸມ ໄດ້ຢືນຢັນຕໍ່ ການປະກອບສ່ວນ ຂອງ ວິສາຫະກິດ ກໍ່ສ້າງຈີນ ທີ່ມີຕໍ່ ການພັດທະນາ ເສດຖະກິດ ຂອງ ບັນດາ ປະເທດ ສະມາຊິກ ອາຊຽນ. ​ໃນ​ໂອກາດ​ນີ້ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ, ກະຊວງ ໂຍທາທິການແລະ ຂົນສົ່ງ ແຫ່ງ ສປປ ລາວ ໄດ້ພັນລະນາເຖິງ ຜົນປະໂຫຍດ ຂອງ ທາງລົດໄຟລາວ-ຈີນ ດ້ວຍສຸພາສິດຈີນທີ່ວ່າ “ຖ້າຢາກສ້າງ ຄວາມຮັ່ງມີ, ຕ້ອງສ້າງທາງ ໄວ້ກ່ອນ.” ​ແລະ ທ່ານ ​ໄດ້ກ່າວຕື່ມວ່າ: ໃນຖານະເປັນ ຝ່າຍຮັບຜິດຊອບ ທາງລົດໄຟ ທັນສະໄໝ ສາຍທຳອິດ ຂອງປະເທດລາວ, ທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ປະເທດລາວ ບັນລຸ ຄວາມໃຝ່ຝັນທີ່ “ຫັນຈາກ ປະເທດ ທີ່ບໍ່ມີທາງອອກ ສູ່ທະເລ ເປັນປະເທດ ເຊື່ອມໂຍງ ເຊື່ອມຈອດ ຂອງພາກພື້ນ” ແລະ ໄດ້ນຳເອົາ ຄວາມສະດວກ ສະບາຍ ຕົວຈິງ ມາໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ເພື່ອສ້າງລາຍໄດ້ ເພີ່ມຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ ເປີດງານວາງສະແດງເສດຖະກິດຂຽວ 2022

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ວັນທີ 28 ພະຈິກນີ້, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟ້າມມິງຈິ້ງ, ນາຍົກ ລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ເວທີປາໄສ ແລະ ງານວາງສະແດງ ເສດຖະກິດຂຽວ 2022 ​ໂດຍ​ໄດ້​ກ່າວ​ ເນັ້ນໜັກວ່າ: ເສດຖະກິດ ສີຂຽວ, ເສດຖະກິດ ດີຈີຕອນ, ເສດຖະກິດ ໝູນວຽນ ແລະ ການພັດທະນາ ແບບ ຍືນຍົງ ແມ່ນທ່າອ່ຽງ ຈຳເປັນ ໃຫ້ແກ່ ຍຸດທະສາດ ພັດທະນາ ເສດຖະກິດ-ສັງຄົມ ຂອງ ບັນດາ ປະເທດ, ທ້ອງຖິ່ນ, ວິສາຫະກິດ ແລະ ໃນຕົວຈິງ ໄດ້ນຳມາ ເຊິ່ງຜົນສຳເລັດ ຢູ່ ຫລາຍປະເທດ. ໃນຂະນະ​ທີ່ ສສ ຫວຽດນາມ ໄດ້ສະແດງ ໃຫ້ເຫັນ ຄວາມຕັດສິນໃຈ ແລະ ຄວາມຫວັງ ສ້າງການ ຫັນປ່ຽນ ຢ່າງແຮງ ແລະ ມີປະສິດທິຜົນ ຫລາຍກວ່າ ໃນໄລຍະ ຈະມາເຖິງ ດ້ວຍເລື່ອງອະນຸມັດ ຜ່ານຍຸດທະສາດ ແຫ່ງຊາດ ກ່ຽວກັບ ການເຕີບໂຕ ສີຂຽວ ໄລຍະ 2021–2030, ວິໄສທັດຮອດປີ 2050. ໃນວັນດຽວກັນ, ທ່ານ ຟ້າມ ມິງຈິ້ງ ໄດ້ຕັດແຖບຜ້າ ເປີດງານ ວາງສະແດງ ບັນດາຜະລິດ ຕະພັນ ແລະ ເຕັກໂນໂລຊີ ສີຂຽວ ແລະ ຕ້ອນຮັບ ບັນດາ ວິສາຫະກິດ, ກຸ່ມບໍລິສັດ ແຖວໜ້າ ເອີຣົບ.

(ບັນນາທິ ການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ການຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກສີຂອງກອງທັບ ຂອງລວມໝູ່ ແລະ ຂອງຕົນເອງ

0

ໃນພິທີສົ່ງຄະນະນັກກິລາກະ ຊວງປ້ອງກັນປະເທດ ເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໃນວັນທີ 28 ພະຈິກ 2022 ນີ້, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ນັກກິລາແຕ່ລະສະຫາຍ ເອົາໃຈໃສ່ຝຶກຊ້ອມ, ເຮັດໜ້າທີ່ທີ່ໄດ້ຮັບມອບໝາຍ, ສາມາດບັນລຸຕາມ ເປົ້າໝາຍທີ່ວາງໄວ້ ເຊິ່ງການສ້າງຜົນງານ ຫລື ສ້າງຊື່ສຽງໃຫ້ ກັບປະເທດຊາດ ກໍຄື ຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກ ສີຂອງກອງທັບ, ຂອງລວມໝູ່ ແລະ ຂອງຕົນເອງ.

ພ້ອມນີ້, ຄະນະຮັບຜິດຊອບ ແລະ ຄູຝຶກ ກໍຕ້ອງໄດ້ສຶກສາຮ່ຳຮຽນເອົາປະສົບການ, ເຕັກນິກນຳປະເທດເພື່ອນມິດ ເພື່ອນຳເອົາບົດຮຽນມາປັບປຸງນັກກິລາ, ກົມກອງ, ປັບປຸງຕົນເອງໃຫ້ນັບມື້ນັບດີຂຶ້ນ; ຫລິ້ນກິລາ ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ກິລາແມ່ນກຽດສັກສີຂອງບຸກຄົນ ແລະ ລວມໝູ່ ດັ່ງນັ້ນ, ບັນດາສະຫາຍຕ້ອງຍົກສູງຄວາມຮັບ ຜິດຊອບຂອງຕົນໃນການເຮັດ ໜ້າທີ່ການເມືອງຂອງຕົນ ດ້ວຍການຝຶກແອບ, ຮ່ຳຮຽນ ແລະ ຝຶກຊ້ອມໃຫ້ມີຄວາມຊຳນິຊຳນານ, ໃຫ້ເກັ່ງ, ການແຂ່ງຂັນກໍຕ້ອງເປັນແບບຢ່າງໃຫ້ແກ່ທຸກຫົວໜ່ວຍນັກກິລາຂອງບັນດາແຂວງອື່ນ ແລະ ບັນດາກະຊວງ, ຮູ້ເສຍ-ຮູ້ຊະນະ, ມີນ້ຳໃຈນັກກິລາ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງໃຫ້ ສົມກັບເປັນນັກກິລາ ຈາກກຳລັງປະກອບອາວຸດ ທີ່ມີລະບຽບວິໄນຢ່າງເຂັ້ມງວດ.

ໂອກາດດຽວກັນນີ້, ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າການທະຫານກອງກິລາກອງທັບ ກໍໄດ້ ລາຍງານຄວາມພ້ອມໃນການເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໂດຍກະຊວງປ້ອງກັນປະເທດ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 259 ສະຫາຍ, ມີ 16 ປະເພດກິລາ, 18 ລາຍການແຂ່ງຂັນ, ກຳລັງຫລັກແມ່ນນັກກິລາຢູ່ກອງກິລາກອງທັບ. ນອກນັ້ນ, ຍັງມີນັກກິລາມາ ຈາກກອງພົນທີ 2, ກອງພົນທີ 4, ບັນດາກອງພັນໃຫຍ່ 11, 279, 702, 641, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ, ກົມ 213, ບັນດາວິທະຍາຄານ, ມະຫາໄລ, ໂຮງຮຽນ 307, 301 ແລະ ນັກຮຽນ, ນັກສຶກສາ, ປະຊາຊົນອ້ອມຂ້າງຈຳນວນໜຶ່ງຕື່ມອີກ.

ຜ່ານການຫັດແອບ-ຝຶກຊ້ອມເຫັນວ່າ ນັກກິລາແຕ່ລະປະເພດ ໄດ້ເອົາໃຈໃສ່ຫັດແອບ-ຝຶກຊ້ອມເປັນທີມ, ຕາມຕາຕະລາງ, ຕາມໂມງເວລາ ແລະ ປະຕິບັດຂໍ້ກຳນົດໃນການນອນສູນໄດ້ເປັນຢ່າງດີ. ມາຮອດປັດຈຸບັນ, ການກະກຽມຄວາມພ້ອມທາງດ້ານຈິດໃຈ, ພາລະກຳລັງ, ເຕັກນິກ-ຍຸດທະວິທີ ແລະ ວຽກງານຮັບປະກັນອື່ນໆ ຂອງນັກກິລາກອງທັບແມ່ນມີຄວາມພ້ອມ 100% ທີ່ຈະເຂົ້າຮ່ວມແຂ່ງຂັນ ແລະ ຍາດເອົາໄຊຊະນະ (ຮັກສາແຊ້ມເປັນເຈົ້າຫລຽນຄຳ) ມາສູ່ກະຊວງປ້ອງກັນປະເທດຕາມແຜນການຄາດກະໄວ້.

ຂໍ້ມູນ-ພາບ: ໜັງສືພິມກອງທັບ

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

0

ໃນວັນທີ 28 ພະຈິກ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະ ສານແລກປ່ຽນ ເພື່ອຮັບເອົາການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ທອງຜ່ານ ສະ ຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ ມີ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະກົມທີ່ກ່ຽວ ຂ້ອງພາຍໃນກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກກະຊວງຂະແໜງການທີ່ກ່ຽວຂ້ອງ.

ການຊ່ວຍເຫຼືອຂອງຍີ່ປຸ່ນຄັ້ງນີ້ ລວມມີລົດເກັງ ໂຕໂຢຕ້າ ໄຮບຼິດ (Toyota Camry Hybrid) ຈໍານວນ 33 ຄັນ ເພື່ອນຳໃຊ້ເຂົ້າໃນການຮັບຕ້ອນບັນດາລັດຖະ ມົນຕີຈາກປະເທດອາຊຽນ ແລະ ປະເທດຄູ່ຮ່ວມມືພາຍນອກອາຊຽນ ໃນໂອກາດເຂົ້າຮ່ວມກອງປະຊຸມອາຊຽນ ຢູ່ ສປປ ລາວ ໃນປີ 2024 ແລະ ນອກຈາກນີ້, ກໍມີ ອຸປະກອນໄອທີ ເພື່ອປັບປຸງວຽກງານການສື່ສານ ແລະ ລະບົບອິນເຕີເນັດໃຫ້ມີຄວາມພ້ອມ ແລະ ທັນສະໄໝຂຶ້ນ ໃນໄລຍະການເປັນປະທານອາຊຽນ, ເຊິ່ງລວມມູນຄ່າທັງໝົດ 500 ລ້ານເຢັນ.

ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນສອງຝ່າຍ ລາວ-ຍີ່ປຸ່ນ ແລະ ທັງເປັນການຢືນຢັນຄືນ ຄຳໝາຍໝັ້ນຂອງ ຍີ່ປຸ່ນ ໃນການສະໜັບສະໜູນ ສປປ ລາວ ໃນຂອບວຽກອາຊຽນ ໂດຍສະເພາະ ການເປັນປະທານອາຊຽນ ໃນປີ 2024.

ໃນໂອກາດດຽວກັນ, ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ລາວ ໄດ້ຢໍ້າຄືນ ຄວາມສໍາຄັນຂອງການພົວພັນສອງຝ່າຍ ລາວ- ຍີ່ປຸ່ນ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ເພື່ອກະກຽມເປັນປະທານອາຊຽນ 2024 ອັນເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ຂອງ ສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ແລະ ທັງເປັນການສົ່ງເສີມການພົວພັນອາຊຽນ-ຍີ່ປຸ່ນ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນວັນຊາດລາວ ຄົບຮອບ 47 ປີ.

0

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2022, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດ ນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະເຂົ້າອວຍພອນ ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 47 ປີ.

ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດຫວຽດນາມ ແລະ ພະນັກງານສະຖານທູດຫວຽດນາມ ປະຈໍາ ສປປ ລາວ ອວຍພອນໄຊອັນປະເສີດໃຫ້ ສະຫາຍ ຮອງນາຍົກລັດຖະມົນ ຕີ ສະເຫຼີມໄຊ ກົມມະສິດ, ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວທຸກຄົນ ເນື່ອງໃນວັນສໍາຄັນດັ່ງກ່າວ, ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດ ຂອງ ສປປ ລາວ ຕະຫຼອດໄລຍະ 47 ປີ ຜ່ານມາ.

ສະຫາຍ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງການຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານຈາກສະຖານທູດຫວຽດນາມ ທີ່ມາອວຍພອນວັນຊາດ ແຫ່ງ ສປປ ລາວໃນຄັ້ງນີ້ ເຊິ່ງປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສໍາຄັນສໍາລັບສອງປະເທດ ຄືເປັນປີທີ່ສອງປະເທດ ຮ່ວມກັນສະເຫລີມສະຫລອງປີສາມັກຄີມິດຕະພາບລາວ- ຫວຽດນາມ ເພື່ອລະນຶກເຖິງ 2 ວັນປະຫວັດສາດສໍາຄັນຂອງສອງຊາດ ຄື ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປິ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ສອງປະເທດ ຄົບຮອບ 45 ປີ. ພ້ອມນີ້, ສະຫາຍ ຮອງນາຍົກລັດ ຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄືສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ຂອງສອງປະເທດ ທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນໃນການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ.

ສອງຝ່າຍຢືນຢັນຢ່າງໜັກແໜ້ນ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດບັນດາຜົນ ການຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍ່ຄືບັນ ດາເອກະສານຕ່າງໆທີ່ສອງຝ່າຍໄດ້ລົງ ນາມຮ່ວມກັນ ຢ່າງມີປະສິດທິຜົນ, ພ້ອມ ກັນ ກະກຽມບັນດາແຜນວຽກຕ່າງໆທີ່ຈະມີຂຶ້ນໃນທ້າຍປີ 2022 ນີ້ ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ໃນນັ້ນ ລວມເຖິງ ພິທີສະຫລຸບປີສາມັກຄີມິດຕະພາບ ລາວ- ຫວຽດນາມ ທີ່ນະຄອນຫຼວງວຽງຈັນ, ກໍ່ຄືການເປັນຂົວຕໍ່ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ- ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

ບໍລິສັດທາງລົດໄຟລາວ-ຈີນ ຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟ ບໍ່ໄດ້ເສຍເງິນ ເພື່ອສະເຫຼີມສະຫຼອງການເປີດບໍລິການທາງລົດໄຟລາວ-ຈີນ ຄົບຮອບ 1 ປີ!

0

ເນື່ອງໃນໂອກາດສະເຫຼີມສະຫຼອງທາງລົດໄຟລາວ-ຈີນຄົບຮອບ 1 ປິໃນວັນທີ 3 ທັນວາ 2022 ທີ່ໃກ້ຈະໝູນວຽນມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງຈັດກິດຈະກຳໃຫ້ຜູ້ໂດຍສານຜູ້ໂຊກດີໄດ້ຂີ່ລົດໄຟ ໂດຍບໍ່ໄດ້ເສຍເງິນ, ກິດຈະກຳຈະເລີ່ມໃນລະຫວ່າງວັນທີ 28 ພະຈິກ- 2 ທັນວາ 2022 ເປັນເວລາ 5 ມື້, ພຽງແຕ່ທ່ານເດີນທາງກັບທາງລົດໄຟລາວ-ຈີນ ຕັ້ງແຕ່ວັນທີ 28/11/2022-2/12/12 ທ່ານກໍມີສິດຈະໄດ້ເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນ ໂດຍບໍ່ໄດ້ເສຍເງິນ ທັນທີ, ໂດຍພະນັກງານຈຸລົດໄຟຈະເລືອກເອົາຜູ້ໂດຍສານທີ່ໂຊກດີໂດຍການເຊື່ອງພວງກຸນແຈນ້ອຍໆຢູ່ຕັ່ງນັ່ງຂອງທ່ານ ຫາກທ່ານພົບພວງກຸນແຈດັ່ງກ່າວທ່ານກໍຈະເປັນຜູ້ໂຊກດີໄດ້ຮັບປີ້ລົດໄຟເດີນທາງໃນຖ້ຽວນັ້ນ ໂດຍບໍ່ໄດ້ເສຍເງິນ.

ລາຍລະອຽດຄືດັ່ງນີ້:

– ວັນຈັນທີ 28/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3;

– ວັນອັງຄານທີ 29/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟທຳມະດາ ຖ້ຽວ K12/11;

– ວັນພຸດທີ 30/11/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C84/3 ;

– ວັນພະຫັດທີ 1/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C82/1;

– ວັນສຸກທີ 2/12/2022 ຈະດຳເນີນການແຈກປີ້ໃຫ້ຜູ້ໂຊກດີຢູ່ລົດໄຟ EMU ຖ້ຽວ C92/1 ;

ຂໍໃຫ້ທ່ານເປັນຜູ້ໂຊກດີໄດ້ຮັບລາງວັນຂອງພວກເຮົາ.

ໄຫຫີນ ແຂວງຊຽງຂວາງ ຖືກຮັບຮອງເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປລາວ

0

ວັນທີ 29 ພະຈິກ 2022 ອຳນາດການປົກຄອງແຂວງຊຽງຂວາງ ຮ່ວມກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດພິທີສະເຫຼີມສະຫຼອງໃບຢັ້ງຢືນມໍລະດົກໂລກໄຫຫີນ ຈັດຂື້ນສະຖານທີ່ທ່ອງທ່ຽວທົ່ງ​ໄຫ​ຫີນ 1 ບ້ານໄຫຫີນ​ ເມືອງແປກ, ແຂວງຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສາສະດາຈານ ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງ, ຜູ້ຕາງຫນ້າຈາກອົງການອຸຍແນສໂກ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ແລະ ມວນຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມເປັນຈໍານວນຫລາຍ.

ພິທີເລີ່ມຕົ້ນດ້ວຍຂະບວນແຫ່ໃບຍັ້ງຢືນ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ, ປະກອບມີ ຂະບວນຟ້ອນ ຈາກ 6 ຊົນເຜົ່າ, ຂະບວນເປົ່າແຄນ-ຂັບລຳ, ມີຂະບວນຕີກອງຄູ່ໃນລົດແຫ່, ມີການຟ້ອນເທິງລົດແຫ່, ໂດຍມີຄົນຢືນລຽນແຖວຕ້ອນຮັບສອງຝາກທາງ, ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ຊົມການສະແດງສິລະປະຕື່ມອີກ ໂດຍມີນັກຮຽນ-ນັກສຶກພ້ອມດ້ວຍມວນຊົນຊາວແຂວງຊຽງຂວາງ ຢືນ​ລຽນ​ແຖວ​ຕ້ອນ​ຮັບຕາມ​ສອງ​ຟາກ​ທາງດ້ວຍບັນຍາກາດຟົດຟື້ນ.

ຫຼັງຈາກນັ້ນ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ​​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງທ່ຽວ ໄດ້ມີຄໍາເຫັນກ່າວມອບໃບຢັ້ງຢືນໄຫຫີນເປັນມໍລະດົກໂລກ ໃຫ້ແກ່ຄະນະນໍາອົງການປົກຄອງແຂວງຊຽງຂວາງ ຊຶ່ງບາງຕອນທ່ານກ່າວວ່າ: ແຫຼ່ງ​ມໍ​ລະ​ດົກໂລກທົ່ງໄຫຫີນທັງ​ 11 ແຫຼ່ງ ໂດຍກວ​ມ​ເອົາ​ເນື້ອ​ທີ່​ຂະ​ໜາດ​ໃຫຍ່ ທີ່ນອນຢູ່ໃນ 4 ເມືອງຂອງແຂວງຊຽງຂວາງ. ມາປັດຈຸບັນນີ້ຄວາມພະຍາຍາມກໍໄດ້ກາຍເປັນຄວາມຈິງສົມດັ່ງຄວາມຫວັງຕັ້ງໃຈ ແລະ ການຄອງຄອຍ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊາວຊຽງຂວາງ ແມ່ນສຸດແສນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ. ​​ແມ່ນກຽດ​ສັກ​ສີ​​ອັນ​ສູງ​ສົ່ງຂອງ​ຊາດ ຢູ່​ໃນ​ເວທີ​ລະດັບໂລກ. ​ເຮັດ​ໃຫ້​ຊື່​ສຽງ ​ແລະ​ ພາບ​ພົດ​ຂອງ​ປະ​ເທດ​ຊາດ​ຖືກໂຄສະນາ​ເຜີຍ​ແຜ່​​ໂດ່​ງດັງໄປ​ທົ່ວ​ໂລກ ​ເຮັດ​ໃຫ້​ຊາວ​ໂລກ​ສົນ​ໃຈ​ຢາກ​ມາ​ທ່ຽວ​ຊົມປະ​ເທດ​ລາວນັບ​ມື້​​ເພີ່ມ​ຂຶ້ນ.

ທັງໝົດທັງມວນນັ້ນ​ກໍ​ແມ່ນ ​ເພື່ອ​ຍົກໃຫ້​ທົ່ວ​ສັງຄົມ​ເຫັນ​ໄດ້ຄຸນຄ່າ​ອັນ​ແທ້​ຈິງ​ຂອງ​ມໍຣະດົກ ​ແລະ ​ຜົນ​ໄດ້ຈາກການ​ນຳ​ໃຊ້​ຄຸນຄ່າ​ຂອງ​ມໍຣະດົກ​ດັ່ງກ່າວ​ໃນ​ການປະກອບສ່ວນ​ແກ້​ໄຂບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ, ຊຶ່ງ​ມັນ​ກໍ​ແມ່ນ​ເປົ້າ​ໝາຍຂອງ​ນະ​ໂຍບາຍ​ ຂອງ​ພັກ ​ແລະ​ ລັດຖະບານ. ແນວໃດກໍຕາມ ບັນດາ​ໝາກຜົນ​ທີ່​ພວກ​ເຮົາ​ໄດ້ຮັບໃນມື້ນີ້​ເປັນ​ພຽງ​ຜົນງານ ​ແລະ ​ຜົນສຳ​ເລັດ​ເບື້ອງ​ຕົ້ນ ຊຶ່ງ​ພວກ​ເຮົາ​ຈະ​ຕ້ອງ​ໄດ້​ເດັດດ່ຽວ​ພ້ອມ​ກັນ​ປົກ​ປັກຮັກສາ​ໄວ້​ໃຫ້​ຍືນ​ຍົງ​ຕະຫຼອດ​ໄປ, ໂດຍຈະຕ້ອງ​ໄດ້​ເອົາ​ໃຈ​ໃສ່​ຕື່ມ​ບາງບັນຫາ​ດັ່ງ​ນີ້: ​ຕ້ອງ​ໄດ້​​ເພີ່ມ​ທະວີ​ຄວາມ​ປະສົມກົມກຽວ ໃນການປະສານງານຢ່າງໃກ້ຊິດສະໜິດແໜ້ນລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ.

ຈາກນັ້ນ, ທ່ານລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມອບໃບຢັ້ງຢືນໄຫຫີນເປັນມໍລະດົກໂລກໃຫ້ແກ່ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ພ້ອມທັງໄດ້ມີຄໍາເຫັນກ່າວຮັບໃບຢັ້ງຢື້ນດັ່ງກ່າວ ວ່າ:  ທົ່ງ​ໄຫ​ຫີນ ເປັ​ນ​ເອ​ກະ​ລັກ​ທີ່​ເປັນ​ມິ່ງ​ຂວັນ​ຊາວ​ເມືອງ​ພວນ ທີ່​ຍືນ​ຍົງ​ຄົງ​ຢູ່​ຄູ່​ແຜ່ນ​ດິນ​ຊຽງ​​ຂວາງ​ນັບ​ເປັນ​ເວ​ລາ​ພັນໆ​ປີມາ​ແລ້ວ. ຕະ​ຫຼອ​ດ​ໄລ​ຍະ​ເວ​ລາ 20 ກວ່າ​ປີ ທີ່​ລັດ​ຖະ​ບານ ແຫ່ງ ສ​ປ​ປ​ລາວ ແລະ ອົງ​ການ​ອຸຍ​ແນັດ​ສະ​ໂກ​ ໄດ້​ຮ່ວມ​ມື​ກັນ​ໃນ​ການ​ດຳ​ເນີນ​ການ​ສຶກ​ສາ, ຄົ້ນ​ຄວ້າ ແລະ ວາງ​ແຜນ​ ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວ ຈົນ​ມາ​ເຖິງວັນ​ທີ 10 ກໍ​ລະ​ກົດ 2019 ໄຫ​ຫີນ​ແຂວງ​ຊຽງ​ຂວາງ ໄດ້​ຖືກ​ຮັບ​ຮອງ​ໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ແຫ່ງ​ທີ 3 ຂອງ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ. ເຊິ່ງ​ໄດ້​ເປັນ​ກຽດ​ສັກ​ສີ​ອັນ​ສູງ​ສົ່ງ​ຂອງ​ຊາດ​ລາວ ຢູ່​ໃນ​ເວ​ທີ​ສາ​ກົນ ແລະ ພາກພື້ນ, ໄດ້​ເຮັດ​ໃຫ້​ຊື່​ສຽງ​ຂອງ​ປະ​ເທດ​ລາວ​ໂດ່ງ​ດັງ​ໄປ​ທົ່ວ​ໂລກ ເຮັດ​ໃຫ້​ຊາວ​ໂລກ​ສົນ​ໃຈ​ຢາກ​ມາ​ທ່ອງ​ທ່ຽວ ສ​ປ​ປ​ລາວ​ ເພີ່ມ​ຂຶ້ນ.

     ຈາກນັ້ນ, ທ່ານ ສາສະດາຈານ ປອ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນໃຫ້ແກ່ພິທີຮັບໃບຢັ້ງຢືນໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກຢ່າງເປັນທາງການ.

“ງານສົນທະນາຜູ້ນຳອະນາຄົດຈີນ-ອາຟຣິກາຄັ້ງທີ 2” ຈັດຂຶ້ນຜ່ານທາງອອນລາຍ, ສົນທະນາກ່ຽວກັບອະນາຄົດແຫ່ງການຮ່ວມມືຈີນ-ອາຟຣິກາ

0

ຕອນບ່າຍວັນທີ 25 ພະຈິກນີ້, “ງານສົນທະນາຜູ້ນຳອະນາຄົດຈີນ-ອາຟຣິກາຄັ້ງທີ 2” ທີ່ມີສະມາຄົມປະຊາຊົນຈີນເພື່ອມິດຕະພາບກັບຕ່າງປະເທດເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນຜ່ານທາງອອນລາຍ. ຫົວຂໍ້ຂອງງານສົນທະນາຄັ້ງນີ້ແມ່ນ “ປະກອບກຳລັງຂອງຊາວໜຸ່ມ ສ້າງອະນາຄົດທີ່ດີງາມກວ່າເກົ່າຂອງມະນຸດ”. ຜູ້ແທນໜ່ວຍງານສະມາຊິກຄະນະບໍລິຫານຂອງສະມາຄົມມິດຕະພາບປະຊາຊົນຈີນ-ອາຟຣິກາ ພ້ອມດ້ວຍຜູ້ແທນຊາວໜຸ່ມຈີນແລະປະເທດອາຟຣິກາ35 ປະເທດ ເກືອບ 300 ຄົນໄດ້ເຂົ້າຮ່ວມງານດັ່ງກ່າວຜ່ານທາງອອນລາຍ.

ໃນການສົນທະນາ, ຊາວໜຸ່ມຈີນແລະອາຟຣິກາໄດ້ດຳເນີນການແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ຕ່າງໆ, ເຊັ່ນ: “ມຸມມອງຂອງຊາວໜຸ່ມ: ສ້າງປັດໄຈວັດທະນະທຳແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ”, “ວິໄສທັດຂອງຊາວໜຸ່ມ: ຄວາມໝາຍສຳລັບທົ່ວໂລກຂອງຄວາມທັນສະໄໝແບບຈີນ”, “ການເຄື່ອນໄຫວຂອງຊາວໜຸ່ມ: ພຶດຕິກຳຕົວຈິງແຫ່ງການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ” ແລະອື່ນໆ.

ທີມຊາອຸ ໃຊ້ເງິນ 225 ລ້ານໂດລາສະຫະລັດ ເພື່ອຄວ້າ “ໂຣນັນໂດ” ຮ່ວມງານ 3 ປີ

0

ອັລ ນາສເຊີ ໃນລີກຂອງ ຊາອຸດິອາຣະເບຍ ພ້ອມຈ່າຍເງິນ 225 ລ້ານໂດລາສະຫະລັດ ໃນສັນຍາ 3 ປີ ເພື່ອດຶງ ຄຣິສເຕຍໂນ ໂຣນັນໂດ ໄປຮ່ວມທີມ.

ກອງໜ້າອາຍຸ37 ປີ ຫາກໍແຍກທາງກັບ ແມນເຊັສເຕີ ຢູໄນເຕັດ ຫຼັງຈາກທີ່ທັງສອງຝ່າຍຕົກລົງກັນດ້ວຍດີ ໂດຍສາເຫດນັ້ນເປັນ້ພາະນັກເຕະໃຫ້ສຳພາດໂຈມຕີສະໂມສອນ ແລະ ກາຍເປັນຂ່າວໃຫຍ່ໃນໄລຍະທີ່ຜ່ານມາ.

ຫຼ້າສຸດ ມີການເປີດເຜີຍເຖິງອະນາຄົດຂອງ ໂຣນັນໂດ ໂດຍເມື່ອວັນເສົາທີ່ຜ່ານມາ ນັກຂ່າວ CBS Sports ຄື ເຈມ ເບນຈິ ແລະ ເບນ ຈາຄັອບ ເປີດເຜີຍວ່າ ອັລ ນາສເຊີ ພ້ອມທຸ່ມເທເງິນ 225 ລ້ານໂດລາສະຫະລັດ ໃນສັນຍາ 3 ປີໃຫ້ ໂຣນັນໂດ ພິຈາລະນາ.

ສື່ຂອງສະຫະລັດອາເມຣິກາ ເປີດເຜີຍຕໍ່ວ່າ ອັລ ນາສເຊີ ສະແດງຄວາມສົນໃຈ ໂຣນັນໂດ ຢ່າງໜັກ ແລະພ້ອມເຂົ້າຫາດາວເຕະຊາວປອກຕຸຍການຫຼັງຈາກຈົບເຕະບານໂລກທີ່ປະເທດກາຕາ ໂດຍຕອນນີ້ ໂຣນັນໂດ ເປັນນັກເຕະໄຮ້ສັງກັດ ທີ່ສາມາດເຈລະຈາກັບສະໂມສອນໃດກໍໄດ້.

ຂໍ້ສະເໜີປີລະ 75 ລ້ານໂດລາສະຫະລັດ ຖືເປັນເງິນກ້ອນໃຫຍ່ຫຼາຍສໍາລັບນັກເຕະອາຍຸເຂົ້າໃກ້ເລກ 4 ແລະ ທາງ ອັລ ນາສເຊີ ປາດຖະໜາໃຫ້ ໂຣນັນໂດ ຕອບຮັບຂໍ້ສະເໜີດັ່ງກ່າວຫຼັງຈົບເຕະບານໂລກກັບທີມຊາດປອກຕຸຍການ.

ຢ່າງໃດກໍຕາມ ທີມດັງຈາກ ຊາອູດິ ບໍ່ແມ່ນສະໂມສອນດຽວທີ່ມີຄວາມສົນໃຈໃນ ໂຣນັນໂດ ແຕ່ທາງນັກເຕະຕ້ອງການເຮັດໜ້າທີ່ ແລະ ມີສະມາທິໃນເວທີເຕະບານໂລກ ເປັນລໍາດັບທໍາອິດ ຫຼັງຈາກນັ້ນຄ່ອຍພິຈາລະນາອະນາຄົດຂອງຕົນເອງໃນເສັ້ນທາງນັກເຕະອາຊີບຕໍ່ໄປ.

ຫົວໜ້າອົງການກວດສອບເເຫ່ງລັດ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ

0

ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ, ເມື່ອວັນທີ 25 ພະຈິກ 2022, ສະຫາຍ ໂງ ວັນ ຕວັນ ກຳມະການສູນກາງພັກ, ຫົວໜ້າອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ, ຊຶ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ເລ ຫງັອກ ເລິ່ມ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່, ຫົວໜ້າຄະນະຜູ້ແທນ ທະນາຄານ ການຄ້າ ຫຸ້ນສ່ວນ ລົງທຶນ ແລະ ພັດທະນາ ຫວຽດນາມ (BIDV) ແລະ ສະຫາຍ ຫງວຽນ ດຶກ ວູ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ.

ໃນໂອກາດນີ້, ສະຫາຍ ໂງ ວັນ ຕວັນ ຍັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ກັບບັນດາຜົນງານ ແລະ ໝາກຜົນອັນຕັ້ງໜ້າທີ່ LaoVietBank ສາມາດບັນລຸໄດ້ໃນຫຼາຍປີຜ່ານມາ. ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສປປ ລາວ-ສສ ຫວຽດນາມ. ນອກຈາກນັ້ນ ທ່ານຍັງໄດ້ໃຫ້ຄຳຊີ້ນຳ ແລະ ອວຍພອນໃຫ້ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສືບຕໍ່ພັດທະນາຢ່າງເຂັ້ມແຂງ ແລະ ຍືນຍົງ, ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເປັນສັນຍາລັກນຳໜ້າແຫ່ງການຮ່ວມມືລະຫວ່າງສອງປະເທດ ສປປ ລາວ – ສສ ຫວຽດນາມ.

Cr: LaoVietBank