Saturday, October 11, 2025
Home Blog Page 862

ເສັ້ນທາງລົດໄຟ ລາວ-ຈີນ ໃນສາຍຕາຂອງທ່ານ ທອງລຸນ ສີສຸລິດ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ປີ 2021 ຄືປີທີ່ຈີນ ແລະ ລາວ ສ້າງສາຍພົວພັນທາງການທູດ ຄົບຮອບ 60 ປີ, ເສັ້ນ ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ໃນມື້ນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ໄດ້ກ່າວວ່າເປັນຂະນະທີ່ຄວາມໃຝ່ຝັນບັນລຸຜົນເປັນຈິງ.

ຫລັງຈາກການເປີດນຳໃຊ້ເສັ້ນທາງລົດໄຟ ຈີນ-ລາວ ຄົບຮອບ 1 ປີ, ທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງໄປຢ້ຽມຢາມປະເທດຈີນ ທາງລັດຖະກິດ ຕາມຄຳເຊື້ອເຊີນ ເມື່ອບໍ່ດົນນີ້, ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວເຖິງເຫດການນີ້ວ່າ: ຍັງຈື່ໄດ້ຄຳເວົ້າຂອງທ່ານ ປະທານ ສີຈິ້ນຜິງ ໃນພິທີເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄື: “ມາບາດ ນີ້ພູຈະບໍ່ສູງອີກ ເສັ້ນທາງຈະບໍ່ຍາວໄກອີກໃນການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ”. ທ່ານ ສີຈິ້ນຜິງ ປຽບທຽບເສັ້ນທາງລົດໄຟສາຍນີ້ເປັນ ເສັ້ນທາງເງິນເສັ້ນທາງຄຳ, ທ່ານ ທອງລຸນ ສີສຸລິດ ມີຄວາມປະທັບໃຈຫລາຍ ຕໍ່ຄໍາເວົ້ານີ້. ນັບແຕ່ທ່ານດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດລາວ ເປັນຕົ້ນມາ, ກໍໄດ້ຕິດຕາມ ເອົາໃຈໃສ່ເສັ້ນທາງລົດໄຟສາຍນີ້, ແມ່ນເສັ້ນທາງປະຫວັດສາດຂອງລະບົບ ຄົມມະນາຄົມຂົນສົ່ງຂອງປະເທດລາວ.

ທ່ານ ທອງລຸນ ສີສຸລິດ ໃຫ້ຮູ້ວ່າກ່ອນໜ້ານີ້, ຢູ່ພາຍໃນປະເທດລາວ ຍັງບໍ່ ທັນມີເສັ້ນທາງລົດໄຟມາດຕະຖານຈັກເທື່ອ, ເສັ້ນທາງລົດໄຟ ລາວ-ຈີນ ແມ່ນສາຍທຳອິດ, ປັດຈຸບັນນີ້, ທາງລົດໄຟທັນສະໄໝສາຍນີ້ໄດ້ກາຍເປັນ ຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ. ສອງ, ລາວບໍ່ມີ ຊາຍແດນຕິດກັບທະເລ ແຕ່ທາງລົດໄຟສາຍນີ້ຈະຊ່ວຍໃຫ້ປະເທດລາວ ມີເສັ້ນທາງຄົມມະນາຄົມດ້ວຍຕາໜ່າງຈໍລະຈອນສິນຄ້າອອກສູ່ທະເລ ແລະບັນດາປະເທດໃນພາກພື້ນນີ້ຢ່າງສະດວກໃນການຂົນສົ່ງໂດຍສານ ແລະການຂົນສົ່ງສິນຄ້າ, ທັງກະຕຸກຊຸກຍູ້ຜູ້ລົງທຶນ ແລະນັກທ່ອງທ່ຽວ ມາປະເທດລາວຫລາຍຂຶ້ນ ແລະ ອັນທີສາມ ເສັ້ນທາງລົດໄຟແຫ່ງປະຫວັດ ສາດສາຍນີ້ໄດ້ມາຈາກຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ທີ່ສະເໜີໂດຍທ່ານ ສີຈິ້ນຜິງ, ປະເທດລາວທັງເປັນຜູ້ສະໜັບສະໜູນຂໍ້ລິເລີ່ມນີ້, ທັງເປັນ ປະເທດທີ່ປະຕິບັດມາເປັນຮູບປະທຳ, ທັງເປັນປະເທດທີ່ໄດ້ຮັບຜົນປະໂຫຍດ ສູງສຸດສາມາດຈັບຕ້ອງໄດ້.

ຫລັງຈາກເສັ້ນທາງລົດໄຟ ຈີນ-ລາວ ເປີດນຳໃຊ້ຢ່າງເປັນທາງການແລ້ວ, ທ່ານ ທອງລຸນ ສີສຸລິດ ເຄີຍຂີ່ລົດໄຟໄປແຂວງພາກເໜືອຂອງປະເທດລາວ 3 ເທື່ອ. ໂດຍທ່ານໄດ້ກ່າວວ່າ: ເສັ້ນທາງລົດໄຟ ລາວ-ຈີນ ຈະບໍ່ຢຸດຢູ່ແຕ່ ປະເທດລາວ, ຈະຕໍ່ໄປເຖິງບັນດາປະເທດອາຊຽນໃນຕໍ່ໜ້າ, ລາວກັບຈີນ ແຮ່ງຈະໄດ້ຮັບຜົນປະໂຫຍດຮ່ວມກັນເມື່ອເສັ້ນທາງລົດໄຟສາຍນີ້ຍາວຕໍ່ໄປ ເຖິງບັນດາປະເທດໃນພາກພື້ນນີ້.

ແຂວງຊຽງຂວາງ ຕັ້ງຄວາມຫວັງ 6 ຫຼຽນກິລາໝາກແລ້ ໃນງານມະຫະກໍາກິລາແຫ່ງຊາດ

0

ທີມນັກກິລາໝາກແລ້ ແຂວງຊຽງຂວາງ ມີຄວາມພ້ອມ ຕັ້ງຄວາມຍາດໃຫ້ໄດ້ 6 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ຕາມການລາຍງານຂອງ ທ່ານ ນາງ ພູວັນ ສີອໍາພອນ ຄູຝຶກກິລາໝາກແລ້ແຂວງໃຫ້ຮູ້ວ່າ: ນັກກິລາໝາກແລ້ ແມ່ນໄດ້ເລີ່ມຝຶກຊ້ອມມາແຕ່ວັນທີ 10 ຕຸລາ ປີ 2022 ເປັນຕົ້ນມາ.

ມາຮອດປັດຈຸບັນນັກກິລາມີຄວມພ້ອມເຂົ້າຮ່ວມການແຂ່ງຂັນທີມນັກກິລາ ໝາກແລ້ ມີທັງໝົດ 16 ຄົນ, ໃນນັ້ນ ມີຍິງ 8 ຄົນ ແລະ ຄູຝຶກ 2 ຄົນ ແລະ ຈະສົ່ງ 2 ປະເພດ ໃນແຕ່ລະປະເພດຈະແຂ່ງດ່ຽວ, ຄູ່ ແລະ ທີມ. ໃນນາມທີມນັກກິລາໝາກແລ້ເຈົ້າພາບຈະສູ້ຊົນໃຫ້ໄດ້ 6 ຫຼຽນ ໃນນັ້ນມີ 1 ຫຼຽນຄໍາ, 2 ຫຼຽນເງິນ ແລະ 3 ຫຼຽນທອງແດງ.

ທ່ານ ພູວັນ ສີອໍາພອນ ຮຽກຮ້ອງໃຫ້ມາຊົມມາເຊຍໃຫ້ກໍາລັງໃຈນັກກິລາໝາກແລ້ ເພາະກິລາ ໝາກແລ້ເປັນກິລາພື້ນເມືອງ ທີ່ຄົນບໍ່ຄ່ອຍຮູ້ຈັກກັນຫຼາຍ ຊຶ່ງຈະເລີ່ມແຂ່ງຂັນໃນວັນທີ 9-13 ທັນວາ.

ແຫຼ່ງຂ່າວ: ໜັງສືພິມຊຽງຂວາງມີໄຊ

ກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍ ການບໍລິຫານ ແລະ ບໍລິການລັດແບບດີຈີຕອນ

0

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ, ໃນວັນທີ 29 ພະຈິກ ນີ້ ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເປັນປະທານໂດຍ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຂົ້າຮ່ວມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທຽບເທົ່າລັດຖະມົນຕີ, ຫົວໜ້າຫ້ອງການ ຈາກບັນດາກະຊວງ-ອົງການທຽບເທົ່າ ແລະ ບັນດາກົມ ອອມຂ້າງກະຊວງ.

ຈຸດປະສົງກອງປະຊຸມ ເພື່ອເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ ໃຫ້ແກ່ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອນຳໄປຈັດຕັ້ງປະຕິບັດ ແນ່ໃສ່ການພັດທະນາລັດຖະບານໃຫ້ທັນສະໄໝ ແລະ ກາຍເປັນການບໍລິຫານລັດແບບດີຈີຕອນເທື່ອລະກ້າວ.

ໃນກອງປະຊຸມຄັ້ງນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມ ແລະ ບັນຍາຍ ກ່ຽວກັບການປະຕິວັດອຸດສະຫະກຳ 4.0 ຊຶ່ງໄດ້ຍົກໃຫ້ເຫັນຂະບວນວິວັດແຫ່ງການພັດທະນາ ທາງດ້ານເຕັກໂນໂລຊີ ໃນແຕ່ລະຍຸກ ຊຶ່ງລິເລີ່ມແຕ່ ຍຸກ 1.0 ທີ່ມີການນຳໃຊ້ກົນຈັກອາຍນ້ຳ ຈົນຮອດຍຸກ 4.0 ທີ່ມີການນຳໃຊ້ເຕັກໂນລຊີທີ່ລ້ຳສະໄໝ ຢ່າງ AI, Big Data. ໃນໄລຍະຜ່ານມາ ກຕສ ໄດ້ສຸມໃສ່ການພັດທະນາໂຄງລ່າງພື້ນຖານໄອຊີທີທີ່ສຳຄັນ ເພື່ອສະໜອງຮັບໃຊ້ໃຫ້ແກ່ອົງການຈັດຕັ້ງລັດ ແລະ ສັງຄົມ ໄດ້ນຳໃຊ້ ພ້ອມທັງໄດ້ຄົ້ນຄວ້າຮ່າງບັນດານະໂຍບາຍ, ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຫຼາຍກວ່າ 60 ສະບັບ. ໂດຍສະເພາະແມ່ນວິໄສທັດການພັດທະນາເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025), ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ, ກົດໝາຍວ່າດ້ວຍປົກປ້ອງຂໍ້ມູນເອເລັກໂຕຣນິກ ແລະ ກົດໝາຍວ່າດ້ວຍທຸລະກຳເອເລັກໂຕນິກ ສະບັບປັບປຸງ ທີ່ກຳລັງຈະຜ່ານສະພາແຫ່ງຊາດ ໃນທ້າຍປີນີ້ ຊຶ່ງບັນດານິຕິກຳເຫຼົ່ານີ້ ລວນແຕ່ເປັນເຄື່ອງມືສຳຄັນ ໃຫ້ແກ່ການຫັນການຄຸ້ມຄອງລັດໃຫ້ເປັນດີຈີຕອນ.

ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການບໍລິຫານ ແລະ ບໍລິການລັດແບບດີຈີຕອນ ຈາກ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ, ດຳລັດດັ່ງກ່າວໄດ້ຖືກຮັບຮອງ ແລະ ປະກາດໃຊ້ແຕ່ເດືອນສິງຫາ 2022 ຊຶ່ງປະກອບມີ 12 ໝວດ 48 ມາດຕາ ໂດຍມີຈຸດປະສົງກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານບໍລິຫານ ແລະ ບໍລິການລັດ ແບບດີຈີຕອນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມທັນສະໄໝ, ວ່ອງໄວ, ປະຢັດ ແລະ ຮັບປະກັນຄວາມປອດໄພ ແນໃສ່ຫັນການບໍລິຫານລັດແບບລວມສູນ ແລະ ການບໍລິການລັດໃຫ້ມີຄວາມສະດວກ ແລະ ໂປ່ງໃສ, ຮັບປະກັນໃຫ້ການເຂົ້າເຖິງບໍລິການລັດໄດ້ຢ່າງທົ່ວເຖິງ, ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

ນອກນັ້ນ ກອງປະຊຸມຍັງໄດ້ມີພິທີມອບ-ຮັບ ລະບົບບໍລິຫານລັດດີຈີຕອນໃຫ້ແກ່ບັນດາກະຊວງ/ອົງການທຽບເທົ່າ ຊຶ່ງປະກອບມີ: ລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ E-Office, ລະບົບ E-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share, ຕາງໜ້າມອບໂດຍ ທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດີຈີຕອນ, ຮັບແມ່ນຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ທີ່ໄດ້ເຂົ້າຮ່ວມ.

(ຂ່າວ-ພາບ: ກຕສ)

ອິນເດຍ ເນັ້ນໜັກບຸລິມະສິດໃນອາຍຸການເປັນປະທານ G20

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 27 ພະຈິກ ຜ່ານມາ, ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ໄດ້ຖະແຫຼງວ່າ: ອິນເດຍ ຈະສຸມໃສ່ບັນດາຜົນປະໂຫຍດລວມທົ່ວໂລກ ແລະ ຄວາມວັດທະນາຖາວອນຂອງໂລກ ໃນໄລຍະອາຍຸການເປັນປະທານຂອງ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ພົ້ນເດັ່ນແຖວໜ້າໂລກ (G20).

ຂ່າວລະບຸວ່າ: ໃນບົດກ່າວປາໄສທາງວິທະຍຸປະຈຳເດືອນ, ທ່ານ ນາເຣັນດຣາ ໂມດີ ຢັ້ງຢືນວ່າ: ການດຳລົງຕຳແໜ່ງເປັນປະທານໝູນວຽນ G20 ແມ່ນກາລະໂອກາດໃຫຍ່ຂອງອິນເດຍ ແລະ ຫົວຂໍ້ທີ່ອິນເດຍ ຍົກອອກມາໃນອາຍຸການເປັນປະທານ G20 ແມ່ນ “ໜຶ່ງໜ່ວຍໂລກ, ໜຶ່ງຄອບຄົວ, ໜຶ່ງອະນາຄົດ”. ອິນເດຍ ຈະເລີ່ມດຳລົງຕຳແໜ່ງເປັນປະທານ G20 ແຕ່ວັນທີ 1 ທັນວາ 2022 ຮອດວັນທີ 30 ພະຈິກ 2023, ພາຍຫຼັງອິນໂດເນເຊຍ ປະຕິບັດບົດບາດເປັນປະທານໝູນວຽນຢ່າງສຳເລັດຜົນ.

ນັກທ່ອງທ່ຽວເດີນທາງໄປມຽນມາເພີ່ມຂຶ້ນ

0

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ກະຊວງການໂຮງແຮມ ແລະ ການທ່ອງທ່ຽວຂອງມຽນມາ ໄດ້ເປີດເຜີຍຈຳນວນນັກທ່ອງທ່ຽວທີ່ເດີນທາງໄປທ່ອງທ່ຽວພາຍໃນປະເທດໄລຍະ 7 ເດືອນທຳອິດຂອງສົກປີງົບປະມານ 2022-2023 (ເດືອນເມສາ 2022 – ມີນາ 2023) ເພີ່ມຂຶ້ນ 99,48% ເມື່ອທຽບແບບລາຍປີ.

ມຽນມາ ມີນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າປະເທດລວມ 144.112 ຄົນ ໃນລະຫວ່າງເດືອນເມສາ ເຖິງເດືອນຕຸລາ 2022 ເພີ່ມຂຶ້ນຈາກ 72.423 ຄົນໃນໄລຍະເວລາດຽວກັນຂອງປີຜ່ານມາ ໂດຍມຽນມາກັບມາໃຫ້ບໍລິການຖ້ຽວບິນການຄ້າສາກົນໃນເດືອນເມສາທີ່ຜ່ານມາ ແລະ ຈຳນວນນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດກໍຄ່ອຍໆເລີ່ມເພີ່ມຂຶ້ນ ໂດຍອີງຕາມຂໍ້ມູນທີ່ທາງການຂອງມຽນມາເຜີຍແຜ່ລະບຸວ່າ ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມມຽນມາຫຼາຍກວ່າ 4,36 ລ້ານຄົນໃນປີ 2019 ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງໂຕເລກດັ່ງກ່າວຫຼຸດລົງເຫຼືອ 0,9 ລ້ານຄົນໃນປີ 2020 ແລະ 0,13 ລ້ານຄົນໃນປີ 2021.

ທູດຫວຽດນາມ ປະຈຳລາວ ເຂົ້າອວຍພອນ ຫົວໜ້າ ຄຕພ ໂອກາດວັນຊາດ 2 ທັນວາ

0

ໃນວັນທີ 28 ພະຈິກ 2022 ນີ້, ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ອວຍພອນ ຄະນະພັກ, ຄະນະນຳ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍຄະນະ ທີ່ມາອວຍພອນ ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສະໜິດສະໜົມ, ຄຳອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ລາວ-ຫວຽດນາມ ມາສູ່ຄະນະພັກ, ຄະນະນຳ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກທັງໝົດ, ເປັນການສະແດງ ໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາຮຸ່ນການນໍາ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ.

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຕີລາຄາສູງຕໍ່ການເຮັດວຽກຢ່າງຫ້າວຫັນ ຂອງສະຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານ ສະຖານທູດ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການປະສານສົມທົບກັນຢ່າງໃກ້ຊິດ ກໍຄື ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ ສສ ຫວຽດນາມ ຕະຫລອດໄລຍະຜ່ານມາ, ພ້ອມທັງ ສະແດງຄວາມຍິນດີ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ຢູ່ ສປປ ລາວ ໃນການເປັນຂົວຕໍ່ ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ສະຫາຍ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈ, ດີໃຈທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດ ວັນຊາດ ຄົບຮອບ 47 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ຕະຫລອດ 47 ປີ ຜ່ານມາ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງການເມືອງທີ່ໜັກແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງຂອງ ພັກ ປປ ລາວ, ສປປ ລາວ ຈະສາມາດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ໄດ້ຢ່າງແນ່ນອນ.

ພ້ອມນັ້ນ, ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ຕີລາຄາສູງຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນ ກັບສະຖານທູດ ເຮັດສໍາເລັດໜ້າທີ່ ໃນການຮ່ວມກັນ ຈັດພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເຊິ່ງການນຳຂັ້ນສູງຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ ລາວ-ຫວຽດນາມ ນັບແຕ່ສູນກາງລົງຮອດທ້ອງຖິ່ນຂອງສອງປະເທດ ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.

ຂ່າວ-ພາບ: ຄຕພ

ຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ຄັ້ງທີ 10 ປະຈໍາປີ 2022

0

ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 10 ປະຈໍາປີ 2022 ຈັດຂຶ້ນໃນວັນທີ 29 ພະຈິກ 2022 ຢູ່ໂຮງຮຽນມັດທະຍົມສົມບູນວຽງຈັນ ໂດຍມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາຫົວໜ້າກົມ, ຮອງກົມ, ຄະນະພະແນກ ສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ພ້ອມດ້ວຍ ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ ເພື່ອຄັດເລືອກເອົານັກຮຽນທີ່ມີຄວາມຮູ້ຄວາມສາມາດ ເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນຢູ່ປະເທດມຽນມາ ໃນລະຫວ່າງວັນທີ 11-16 ທັນວາ 2022 ທີ່ຈະມາເຖິງ.

ການແຂ່ງຂັນໃນຄັ້ງນີ້, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 17 ຄົນ, ໃນນັ້ນ ມາຈາກ ນະຄອນ ຫລວງວຽງຈັນ 5 ຄົນ, ແຂວງຫລວງພະບາງ 4 ຄົນ, ສະຫວັນນະເຂດ 4 ຄົນ ແລະ ແຂວງຈຳປາສັກ 4ຄົນ ເຊິ່ງນັກຮຽນທີ່ສະນະເລີດໃນການແຂ່ງຂັນ ຈຳນວນ 3 ຄົນ ແລະ ສຳຮອງອີກ 1 ຄົນ ຈະເປັນຕົວແທນໃຫ້ແກ່ ສປປ ລາວ ເພື່ອໄປຮ່ວມແຂ່ງຂັນໃນລະດັບພາກພື້ນ ເຊິ່ງຈະຈັດຂຶ້ນທີ່ ນະຄອນຫລວງເນປິດໍ ປະເທດມຽນມາ.

ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ໂຄງການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ແມ່ນໜຶ່ງກິດຈະກຳບູລິມະສິດໜຶ່ງ ທີ່ນອນຢູ່ໃນແຜນງານຍຸດທະສາດການຮ່ວມມືໃນຂົງເຂດວຽກງານຖະແຫລງຂ່າວ ແລະ ສື່ມວນຊົນອາຊຽນ 2016-2025 ເຊິ່ງເປັນການສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາຊຽນ ກໍຄື ປະຊາຄົມການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ ໃຫ້ນັກຮຽນໃນພາກພື້ນອາຊຽນ ກໍຄື ສປປ ລາວ ນັບມື້ນັບກວ້າງຂວາງຂຶ້ນ, ທັງເປັນການສ້າງຄວາມອາດສາມາດ ແລະ ພັດທະນາຊັບພະຍາກອນມະນຸດຮຸ້ນໜຸ່ມຂອງບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມເຂັ້ມແຂງ. ນອກນັ້ນ, ຍັງເປັນການສ້າງຂະບວນການເພື່ອສະເຫລີມສະ ຫລອງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະໜູນວຽນມາເຖິງບໍ່ພໍເທົ່າໃດມື້ຂ້າງໜ້ານີ້.

ທ່ານ ໂພສີ ແກ້ວມະນີວົງ ໄດ້ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ໃນລະດັບພາກພື້ນ ຄັ້ງທີ 7 ໃນປີ 2016 ທີ່ ນະຄອນຫລວງວຽງຈັນ. ໃນນັ້ນ, ນັກຮຽນຈາກ ສປປ ລາວ ກໍສາມາດຍາດໄດ້ອັນດັບທີ 1 ຂອງອາຊຽນ, ໃນປີ 2018 ການແຂ່ງຂັນຖາມ-ຕອບຄວາມຮູ້ກ່ຽວກັບອາຊຽນ ລະດັບພາກພື້ນ ຄັ້ງທີ 8ໄດ້ຈັດຂຶ້ນ ທີ່ ບາຫລີ, ປະເທດອິນໂດເນເຊຍ, ນັກຮຽນຈາກ ສປປ ລາວ ກໍສາມາດຍາດໄດ້ອັນດັບທີ 2 ຂອງອາຊຽນ ແລະ ຄັ້ງທີ 9 ໃນປີ 2020 ໂດຍການເປັນເຈົ້າພາບຂອງປະເທດສິງກະໂປ ເຊິ່ງຈັດໃນຮູບແບບອອນລາຍ, ນັກຮຽນຈາກ ສປປ ລາວ ກໍ່ສາມາດຍາດໄດ້ທີ 4 ຂອງອາຊຽນ.

ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນ ໃຫ້ບັນດານ້ອງນັກຮຽນທີ່ເຂົ້າຮ່ວມແຂ່ງຂັນທຸກຄົນຈົ່ງເພີ່ມທະວີຄວາມເອົາໃຈໃສ່ ເພື່ອໃຫ້ປະສົບຜົນສຳເລັດ ແລະ ສາມາດຜ່ານການແຂ່ງຂັນຄັ້ງນີ້ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ໃຫ້ສາມາດຍາດໄດ້ອັນດັບທີ່ດີທີ່ສຸດໃຫ້ແກ່ ສປປ ລາວ ເພື່ອຮັກສາໄດ້ມູນເຊື້ອຂອງນ້ອງນັກຮຽນ ສປປ ລາວ ເຮົາທີ່ໄດ້ສ້າງຜົນງານອັນຍິ່ງໃຫຍ່ໄວ້ໃນໄລຍະຜ່ານມາ.

ຂ່າວ: ທະນູທອງ

ໜ່ວຍງານຈັດຊື້-ຈັດຈ້າງຂອງບັນດາກະຊວງໄດ້ຮັບການຝຶກອົບຮົມນຳໃຊ້ເວບໄຊ໌ PPMD

0

ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຈັດຝຶກອົບຮົມການນຳໃຊ້ເວບໄຊຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ(http://ppmd.mof.gov.la) ໃຫ້ບັນດາໜ່ວຍງານຈັດຊື້-ຈັດຈ້າງ ຜູ້ທີ່ເປັນ user ຂອງບັນດາກະຊວງອ້ອມຂ້າງສູນກາງ 18ກະຊວງ ໃນວັນທີ 28 ພະຈິກ 2022 ນີ້, ທີ່ກະຊວງການເງິນ ໂດຍມີຜູ້ຕາງໜ້າແຕ່ລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຊຸດອົບຮົມໃນຄັ້ງນີ້, ຕາງໜ້າໃຫ້ບໍລິສັດ ລາວຊ໋ອບ ກໍຄື ບໍລິສັດຜູ້ພັດທະນາລະບົບ ໄດ້ນໍາສະເໜີກ່ຽວກັບວິທີການອັບໂຫລດເອກະສານທີ່ສຳຄັນຕ່າງໆ ເປັນຕົ້ນ ແຜນການຈັດຊື້-ຈັດຈ້າງປະຈໍາປີ, ໜັງສືແຈ້ງເຊີນເຂົ້າຮ່ວມການປະມູນ, ໜັງສືແຈ້ງປະກາດຜູ້ຊະນະການປະມູນ ແລະ ຂ່າວ ສານກິດຈະກຳຕ່າງໆຂອງວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ເພື່ອໃຫ້ແຕ່ລະພາກສ່ວນໄດ້ເຂົ້າໃຈ ແລະ ຮູ້ໄດ້ເຖິງຂັ້ນຕອນໃນການນໍາເອົາບັນດາເອກະສານຕ່າງໆ ລົງໃນເວບໄຊ ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.

ເວບໄຊ໌ຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເປັນເວບໄຊ໌ (http://ppmd.mof.gov.la) ທີ່ກະຊວງການເງິນອະນຸມັດໃຫ້ມີການນໍາໃຊ້, ຕາມທິດການຫັນວຽກງານເປັນທັນສະໄໝ ເພື່ອເຜີຍ ແຜ່ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິບັດກົດໝາຍໃຫ້ກວ້າງຂວາງ ແລະ ບັນລຸ ຈຸດປະສົງແລະ ຫລັກການຂອງກົດໝາຍ ຄື: ຮັບປະກັນດ້ານຫລັກການ, ສອດຄ່ອງກັບແຜນພັດທະນາເສດ ຖະກິດ-ສັງຄົມ, ສອດຄ່ອງກັບແຜນງົບປະມານແຫ່ງລັດ, ຮັບປະກັນຄວາມສະເໝີພາບ, ຍຸຕິທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້.

ເວບໄຊ໌ດັ່ງກ່າວ ໄດ້ພັດທະນາສຳເລັດ ແລະ ໄດ້ມີການເປີດນໍາໃຊ້ຢ່າງເປັນທາງການ ໃນເດືອນເມສາ 2022 ທີ່ຜ່ານມາ ເຊິ່ງມີຊື່ວ່າ: http://ppmd.mof.gov.la ປັດຈຸບັນແມ່ນໄດ້ມີຫລາຍກະຊວງ-ອົງການ ທີ່ກໍາລັງທົດລອງອັບຂໍ້ມູນເອກະສານຕ່າງໆລົງໃນເວບໄຊ໌ດັ່ງກ່າວ ເພື່ອເປັນສູນລວມຖານຂໍ້ມູນ, ສະຖິຕິການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດທັງໝົດ ແລະ ຂໍ້ມູນຂ່າວສານສຳຄັນຕ່າງໆ ໂດຍແມ່ນພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ລາຄາເປັນໜ່ວຍງານຫລັກໃນການຕິດຕາມ ແລະ ປະເມີນຜົນການນໍາໃຊ້ເວບໄຊ໌ ດັ່ງກ່າວ.

ຂ່າວ-ພາບ: ກະຊວງການເງິນ

ອົງການອະນາໄມໂລກຈະໃຊ້ຊື່ເອັມພອກ ແທນຊື່ພະຍາດໝາກສຸກລີງ

0

ຕາມ​ຂ່າວ​ຈາກ ເຈ​ນີວາ, ວັນ​ທີ 29 ​ພະຈິກ​ນີ້, ອົງການ​ອະນາ​ໄມ​ໂລກ ຈະ​ເລີ່​ມ​ໃຊ້​ຊື່​ພະຍາດໝາກສຸກ​ລີງ (monkeypox) ມາ​ເປັນເອັມພອກ​ (mpox) ຫລື ພະຍາດ ໝາກສຸກ ​ເອັມ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ໃຊ້​ຊື່​ນີ້ຕາມ​ອົງການອະນາ​ໄມ​ໂລກ​ ຢ່າງ​ເປັນ​ທາງ​ການ​ເພື່ອ​ຫລີກ​ລ້ຽງການ​ແບ່ງ​ແຍກ​ເຊື້ອ​ຊາດ ຫລື​ ສົ່ງ​ຜົນ​ກະທົບ​ໃນ​ທາງ​ລົບ. ພະຍາດເອັມພອກ​ໄດ້ຖືກ​ຄົ້ນພົບ ​ໃນ​ປີ 1958 ​ແລະ ຕັ້ງຊື່​ດັ່ງກ່າວຕາມ​ສັດ​ໂຕ​ທຳ​ອິດທີ່​ສະ​ແດງ​ອາການ. ພະຍາດ​ນີ້ສ່ວນ​ໃຫຍ່​ ພະຍາດ​ນີ້ ແພ່​ລະບາດໃນ​ກຸ່ມ​ປະ​ເທດ ອາ​ຟຣິກາຕາ​ເວັນ​ຕົກ ​ແລະ ອາ​ຟຣິກາ​ກາງ ກ່ອນ​ທີ່ຈະ​ລະບາດ​ໄປ​ທະວີບ​ອື່ນໆ ​ໃນ​ປີ​ນີ້​ໂດຍ​ມີ​ປະມານ 100 ປະ​ເທດ ທີ່​ບໍ່​ເຄີຍ​ເກີດ​ການລະບາດ​ ຂອງ​ເອັມພອກ​ສ ມາ​ກ່ອນກັບ​ຜູ້​ຕິດ​ເຊື້ອ​ພະຍາດດັ່ງກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ສສ ຫວຽດນາມ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດສາສະໜາພຸດ ຄັ້ງທີ IX

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມໃຫຍ່ ຜູ້ແທນ ທົ່ວປະເທດ ສາສະໜາ ພຸດ ຄັ້ງທີ IX ໄດ້ຖືກຈັດ​ຂຶ້ນ ນັບແຕ່ ວັນທີ 28–29 ພະຈິກ ຢູ່ ນະຄອນຫລວງ ຮ່າໂນ້ຍ. ພາຍ​ໃຕ້ຫົວຂໍ້ “ລະບຽບ ວິໄນ-ຄວາມຮັບ ຜິດຊອບ-ຄວາມສາມັກຄີ -ການພັດທະນາ”, ​ໂດຍ​ມີ ສະພາສົງ, ສະພາ ບໍລິ ຫານງານ ພຸດທະສາສະໜາ ຫວຽດນາມ ໄດ້ສະຫລຸບ, ຕີລາຄາ ຜົນງານ ທີ່ ບັນລຸໄດ້ ໃນວຽກງານ ພຸດທະສາສະໜາ ອາຍຸການ VIII (2017 – 2022), ພ້ອມກັນນັ້ນ ຍັງໄດ້ວາງແຜນ ກຳນົດ ທິດທາງການ ເຄື່ອນໄຫວ, ໜ້າທີ່ຍຸດທະສາດ ພັດທະນາ ສະມາຄົມ ພຸດທະສາສະໜາ ໃນໄລຍະ 5 ປີຕໍ່ໄປ ຂອງ ອາຍຸ ການທີ IX (2022 – 2027).

ໃນ​ໂອກາດ​ນີ້ ທ່ານ ຫງວຽນ ຊວັນຟຸກ, ປະທານ ປະເທດ ສສ ຫວຽດນາມ ໄດ້ສະເໜີ ວ່າ: ໃນອາຍຸການໃໝ່ ສົກປີ 2022–2027, ສະມາຄົມ ພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ ເສີມຂະຫຍາຍ ບັນດາ ມູນເຊື້ອ ອັນດີງາມ ຂອງ ພຸດທະສາສະໜາ. ສຳລັບ ໃນອາຍຸການໃໝ່, ສະມາຄົມ ພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ ຊີ້ນຳເຕົ້າໂຮມ ຄວາມສາມັກຄີ, ພະ ສົງ ສຳມະເນນ, ພຸດທະສາສະນິກ ກະຊົນ ຫວຽດນາມ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ສືບຕໍ່ເສີມຂະຫຍາຍ ມູນເຊື້ອ ຮັກຊາດ, ຜູກພັນ, ການຮ່ວມເດີນທາງ ພ້ອມກັບ ປະເທດຊາດ; ປະກອບສ່ວນ ເຂົ້າໃນ ຄວາມສາມັກຄີ, ການປອງດອງຊາດ, ປະຕິບັດ ບັນດາ ຂະບວນການ ແຂ່ງຂັນ ຮັກຊາດ ໃຫ້ເປັນຢ່າງດີ; ຮ່ວມແຮງ ຮ່ວມໃຈ ປະຕິບັດ ເປົ້າໝາຍ ການສ້າງສາ ປະເທດ ຫວຽດນາມ ເປັນປະເທດ ປະຊາຊົນ ຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຄວາມຍຸຕິທຳ, ສິວິໄລ.

ໃນອາຍຸການ ທີ່ຜ່ານມາ, ສະມາຄົມ ພຸດທະສາສະໜາ ຫວຽດນາມ ໄດ້ສ້າງຕັ້ງ ສາຍຕິດຕໍ່ ພົວພັນ ລະຫວ່າງ ພະສົງ ສໍາມະເນນ ແລະ ພຸດທະ ສາສະນິກ ກະຊົນ ຫວຽດນາມ ຢູ່ 35 ປະເທດ ແລະ ເຂດແຄວ້ນ ໃນໂລກ ຢ່າງເປັນປະຈຳ. ບັນດາ ສະມາຄົມ ພຸດທະສາສະໜາ, ສູນວັດທະນະທຳ ສາສະໜາພຸດ ແມ່ນສູນແຫ່ງ ຄວາມສາມັກຄີ, ຮັກສາສີສັນ ວັດທະນະທຳ ຂອງຊາດ, ເປັນບ່ອນພົວພັນ ແລກປ່ຽນ, ແບ່ງປັນ ຄວາມຮູ້, ບົດຮຽນ ປະສົບການ, ການຊ່ວຍເຫລືອ ເຊິ່ງກັນ ແລະກັນ ໃນວົງຄະນະຍາດ, ແນະນຳ ໂຄສະນາ ກ່ຽວກັບ ພາບພົດ ຂອງປະເທດຊາດ ແລະ ຊາວ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ