Saturday, October 11, 2025
Home Blog Page 861

ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

0

ໃນຕອນເຊົ້າວັນທີ 29 ພະຈິກ 2022 ນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ໄດ້ເດີນທາງໄປຢ້ຽມ ຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ-01 ທັນວາ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນ ສາກົນ ປັກກິງ ໂດຍມີສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ພົບປະກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບສະຫາຍ ຫລີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາສະພາປະຊາຊົນ, ເຂົ້າຮ່ວມຢ້ຽມຊົມການວາງສະແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ຂ່າວ-ພາບ: ຂັນໄຊ

ສົ່ງເສີມສີມືແມ່ຍິງດ້ານຫັດຖະກຳ ແລະ ເທສະການອາຫານລາວໃຕ້ ເຊື່ອມໂຍງການທ່ອງທ່ຽວພາກພື້ນ

0

ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ, ສະມາຄົມນັກທຸລະກິດແມ່ຍິງແຂວງ ແລະ ສະມາຄົມຫັດຖະກຳແຂວງຈຳປາສັກ ເປີດງານສົ່ງເສີມສີມືແມ່ຍິງດ້ານຫັດຖະກຳ ແລະ ເທສະການອາຫານລາວໃຕ້ ເພື່ອເຊື່ອມໂຍງການທ່ອງທ່ຽວພາກພື້ນ ປີ 2022 ໃນລະຫວ່າງ ວັນທີ 29 ພະຈິກ-3 ທັນວາ 2022 ທີ່ສູນການຄ້າແຟຣນຊິບມໍ ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ຄຳຂວັນ “ສືບສານລວດລາຍສີມືຫັດຖະກຳ-ການປຸງແຕ່ງອາຫານ ສູ່ຄວາມເປັນເອກະລັກ ແຫ່ງອຸທະຍານວັດທະນະທຳທ່ອງທ່ຽວລາວໃຕ້” ເຊິ່ງໄດ້ຮວບຮວມເອົາດາບັນຜູ້ປະກອບການ ຮ້ານຄ້າຫັດຖະກຳ, ອາຫານພື້ນເມືອງຕ່າງໆ, ເຄື່ອງກະສິກຳ ຫລາຍກວ່າ 70 ຮ້ານ ມາລວມໄວ້ທີ່ງານດຽວ ໂດຍ ມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດງານຄັ້ງນີ້, ເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະມາເຖິງໃນມໍ່ໆນີ້, ພາຍໃນການປະກອບມີຫລາຍກິດຈະກຳ ເປັນຕົ້ນ ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ, ກະສິກຳ, ອາຫານພື້ນເມືອງ, ເດີນແບບເສື້ອຜ້າອາພອນ ບັນດາເຜົ່າ ເພື່ອລະດົມທຶນໄປຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ, ແຂ່ງຂັນມັດມີ່ລາວໃຕ້, ການສາທິດຂັ້ນຕອນການຜະລິດສິນຄ້າຫັດ ຖະກຳ ເປັນການໃຫ້ຄວາມຮູ້ກ່ຽວກັບສິນຄ້າຫັດຖະກຳລາວໃຕ້. ນອກຈາກນີ້, ຍັງຈະມີການສຳມະນາໃຫ້ຄວາມຮູ້ ພາຍໃຕ້ຫົວຂໍ້ “ວັດທະນະທຳ ແລະ ການນຸ່ງຖື ແລະ ມາລະຍາດຂອງແມ່ຍິງລາວ”, ໃຫ້ຄວາມຮູ້ກ່ຽວກັບຕະລາດ ອອນລາຍ, ການສ້າງເພສ ແລະ ຕິກຕອກ.

ທ່ານ ນາງ ເພັດສະໄໝ ແສງອາລຸນ ປະທານສະມາຄົມນັກທຸລະກິດຍິງ ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ສະມາຄົມນັກທຸລະກິດແມ່ຍິງ ແຂວງຈຳປາສັກ ໄດ້ລະດົມເອື້ອຍນ້ອງແມ່ຍິງ ແລະ ຜູ້ປະກອບການທຸລະກິດ ການຊື້ -ຂາຍ ແລະ ບໍລິສັດ, ຫ້າງຮ້ານ ພາຍໃນແຂວງ ມາແຕ່ປີ 2002 ເພື່ອຮ່ວມການເຄື່ອນໄຫວນຳສັງຄົມ, ມາເຖິງປີ 2010 ຈຶ່ງໄດ້ສ້າງຕັ້ງເປັນ ສະມາຄົມນັກທຸລະກິດ ເປັນທາງການ ແລະ ໄດ້ປະຕິບັດຕາມພາລະບົດບາດ ເຕົ້າໂຮມເອົາບັນດານັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ເພດຍິງໃນທົ່ວແຂວງ ຮ່ວມເຄື່ອນໄຫວດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ. ພ້ອມກັນນັ້ນ, ປຸກລະດົມຊຸກຍູ້ຂະບວນຊາວຊ່າງຫັດຖະກຳ ໃນຂົງເຂດເອື້ອຍນ້ອງແມ່ຍິງ ໃຫ້ມີການຜະລິດ ເພື່ອຂາຍເປັນສິນຄ້າ ພາຍໃນ ແລະ ຕ່າງແຂວງ ໃຫ້ໄດ້ຫລາຍ ແລະ ມີຄຸນນະພາບ, ຊຸກຍູ້ເອື້ອຍນ້ອງສະມາຊິກນັກທຸລະກິດແມ່ຍິງ ໃນຂົງເຂດປຸງແຕ່ງອາຫານໄວ້ກິນຍາວນານ ເປັນອາຫານເອກະລັກຂອງແຂວງຈຳປາສັກ ເພື່ອຈຳໜ່າຍໄດ້ຕາມຄວາມຕ້ອງການຂອງຕະຫລາດພາຍໃນ, ຊຸກຍູ້ຄະນະ ແລະ ສະມາຊິກ ທີ່ເຮັດການຜະລິດດ້ານກະສິກຳ ປູກພືດຜັກ, ທັນຍາຫານ(ເຂົ້າ) ໃຫ້ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ສັງຄົມ ຢ່າງໝັ້ນຄົງ .

ໃນໂອກາດດຽວກັນ, ທ່ານນາງ ມາລາ ຈັນທະນາມ ປະທານສະມາຄົມຫັດຖະກຳແຂວງຈຳປາສັກ ກ່າວວ່າ: ສະມາຄົມຫັດຖະກຳແຂວງຈຳປາສັກ ໄດ້ສ້າງແຕ່ປີ 2007, ມາຮອດປັດຈຸບັນ ໄດ້ເຕົ້າໂຮມເອົາບັນດາຜູ້ປະກອບການທຸລະກິດຫັດຖະກຳ ໃຫ້ມີຄວາມສາມັກຄີທຸກຊົນເຜົ່າ ຢູ່ໃນທ້ອງຖີ່ນ ເພື່ອພ້ອມກັນຂຸດຄົ້ນທ່າແຮງ ທັງອະນຸ ລັກ, ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ແລະ ສົ່ງເສີມສີມືແຮງງານ ດ້ານການຜະລິດເຄື່ອງຫັດຖະກຳ, ດ້ານຫັດຖະກຳຢູ່ທ້ອງຖິ່ນ, ຟື້ນຟູການຜະລິດເຄື່ອງຫັດຖະກຳຂອງຊົນເຜົ່າຕ່າງໆ ໃຫ້ມີຄວາມຫລາກຫລາຍ, ມີຄວາມສວຍງາມ-ປານີດ ແຕ່ຍັງຮັກສາໄວ້ຄວາມເປັນເອກະລັກຂອງຊົນເຜົ່າໃນທ້ອງຖິ່ນ, ສົ່ງເສີມດ້ານການຕະຫລາດໃຫ້ແກ່ຊາວຊ່າງຫັດຖະກຳເຮັດໃຫ້ເຂົາເຈົ້າມີທຶນຮອນ ສາມາດພັດທະນາສິນຄ້າແບບຍືນຍົງ, ສ້າງລາຍຮັບໃຫ້ແກ່ຜູ້ປະກອບການຫັດຖະກຳ, ສະໜັບສະໜູນນະໂຍບາຍຂອງລັດຖະບານໃນການແກ້ໄຂຄວາມທຸກຍາກ.

ຂ່າວ-ພາບ: ກິດຕາ

ອອປສ ຖອດຖອນບົດຮຽນການຕິດຕາມກວດກາການດຳເນີນຄະດີ ອາຊະຍາກຳສັດນ້ຳ ແລະ ສັດປ່າ

0

ກອງປະຊຸມຖອດຖອນບົດຮຽນ ໃນການຕິດຕາມກວດກາການດໍາ ເນີນຄະດີກ່ຽວກັບ ອາຊະຍາກໍາສັດນໍ້າ ແລະ ສັດປ່າ ຈັດຂຶ້ນໃນວັນທີ 28-29 ພະຈິກ 2022 ທີ່ ແຂວງອຸດົມໄຊ ໂດຍໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານຈາກອົງການອະນຸລັກສັດປ່າ (WCS) ປະຈຳ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ກໍາມະການຄະນະບໍລິຫານງານພັກ ຫົວໜ້າສະຖານບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການຮ່ວມມືກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນມາຍັງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນຍົກເອົາບັນຫາຕ່າງໆຂຶ້ນມາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ, ປະສົບການຢ່າງກົງໄປກົງມາ ໃນການຖອດຖອນບົດຮຽນການຕິດຕາມກວດກາການດຳເນີນຄະດີ ກ່ຽວກັບອາຊະຍາກຳສັດນ້ຳ ແລະ ສັດປ່າ ໂດຍສະເພາະແມ່ນບັນດາບົດຮຽນ ແລະ ເອ ກະສານ ທີ່ຈະໄດ້ນຳມາຄົ້ນຄວ້າ ແລະ ຖອດຖອນບົດຮຽນ ຄັ້ງນີ້ປະກອບມີ: ເອກະສານຄວາມຮັບຮູ້ກ່ຽວກັບສົນທິສັນຍາສາກົນໄຊເຕັດ (CITES) ແລະ ການຈັດຕັ້ງປະຕິບັດໃນ ສປປ ລາວ; ບົດຄົ້ນຄວ້າກ່ຽວກັບບັນຫາ ແລະ ສິ່ງທ້າທາຍ ຂອງການດໍາເນີນຄະດີອາຊະຍາກຳສັດປ່າ ຢູ ສປປ ລາວ; ເອກະສານລາຍງານສະພາບການຈັດຕັ້ງປະຕິບັດການຕິດຕາມກວດກາການດໍາເນີນຄະດີກ່ຽວກັບອາຊະຍາກໍາ ສັດນໍ້າ ແລະ ສັດປ່າ ຂອງອົງການໄອຍະການປະຊາຊົນ ແຂວງສະຫັວນນະເຂດ; ລາຍງານສະພາບການຈັດຕັ້ງປະຕິບັດ ການຕິດຕາມກວດກາການດຳເນີນຄະດີກ່ຽວກັບອາຊະຍາກໍາສັດນໍ້າ ແລະ ສັດປ່າ ຂອງອົງການໄອຍະການປະຊາຊົນພາກເໜືອ ແລະ ຂອງອົງການໄອຍະການປະຊາຊົນ ແຂວງຄຳມ່ວນ.

ໃນໂອການເຄື່ອນໄຫວວຽກງນ ຢູ່ແຂວງອຸດົມໄຊ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບ ທ່ານ ຄຳພຽງ ຢາຈົງວ່າ ຮອງເຈົ້າແຂວງ ອຸດົມໄຊ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ ໂດຍໄດ້ລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກງານ ກໍຄື ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ໃນການຕິດຕາມກວດກາການດໍາເນີນຄະດີກ່ຽວກັບອາຊະຍາກໍາສັດນໍ້າ ແລະ ສັດປ່າ ທີ່ແຂວງອຸດົມໄຊ.

ຂ່າວ: ອອປສ

ສຳມະນາກ່ຽວກັບການຢັ້ງຢືນຕົວຕົນດີຈິຕອນ

0

ສູນບໍລິຫານລັດ ດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ໂຢບິ ຊິສເຕິມ (RYOBI SYSTEMS) ແລະ ບໍລີສັດ ເອັນອີຊີ (NEC) ປະເທດຍີ່ປຸ່ນ ຈັດສຳມະນາກ່ຽວກັບການຢັ້ງຢືນຕົວຕົນດີຈິຕອນ (Lao Digital Identification) ໃນວັນທີ 28 ພະຈິກ ຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ, ມີຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ພາຍໃນ ກຕສ, ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ບໍລິສັດໃຫ້ບໍລິການດ້ານເຕັກໂນໂລຊີ, ບໍລິສັດ ທີ່ໃຫ້ບໍລິການທາງດ້ານການເງິນ-ປະກັນໄພ ແລະ ອົງການຈັດຕັ້ງສາກົນ ຢູ່ໃນ ສປປ ລາວ ເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້, ເປັນໂອກາດອັນດີ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການໃນການລິເລີ່ມ ແລະ ພັດທະນາລະບົບຢັ້ງຢືນຕົວຕົນແບບດີຈິຕອນ ກັບຊ່ຽວຊານຈາກສາກົນ ແລະ ບັນດາບໍລິສັດທີ່ໄດ້ທີ່ເຂົ້າຮ່ວມ ເຊິ່ງຈະເປັນຂໍ້ມູນສຳຄັນ ໃຫ້ສາມາດຖອດຖອນ ແລະ ປັບໃຊ້ໃນການພັດທະນາວຽກງານລະບົບຢັ້ງຢືນຕົວຕົນດີຈິຕອນຂອງ ສປປ ລາວ ໃນຕໍ່ໜ້າ.

ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ການຫັນເປັນດີຈິຕອນ ໂດຍມີການກຳນົດຍຸດທະສາດ ໃນການຫັນເປັນດີຈິຕອນ ຄື: ວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະ ກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025). ປັດຈຸບັນ, ຫລາຍພາກສ່ວນກໍໄດ້ຈັດຕັ້ງຜັນຂະຫຍາຍຍຸດທະສາດດັ່ງກ່າວ ໂດຍໄດ້ມີການພັດທະນາ ແລະ ເປີດໃຫ້ບໍລິການທີ່ຫລາກຫລາຍ ທັງພາກລັດ ແລະ ເອກະຊົນ ຜ່ານທາງເວັບໄຊ ຫລື ແອັບພລີເຄເຊິນ ເປັນຕົ້ນ ການບໍລິການຂໍວີຊາ, ການຂໍນຳເຂົ້າສິນຄ້າ, ການບໍລິການຊຳລະຄ່າບໍລິ ການຕ່າງໆ, ການບໍລິການຂົນສົ່ງ, ການບໍລິການເອີ້ນລົດເເທັກຊີ ຫລື ບໍລິການສັ່ງອາຫານຜ່ານທາງອອນລາຍ. ນອກນັ້ນ, ກໍມີການນຳໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເຊິ່ງທຸກການບໍລິການ ຜູ້ນຳໃຊ້ຕ້ອງຂໍສະໝັກ ກັບຜູ້ໃຫ້ບໍລິການ ມີຂັ້ນຕອນການພິສູດ ແລະ ຢັ້ງຢືນຕົວຕົນທາງດີຈິຕອນ ວ່າແມ່ນຜູ້ນຳໃຊ້ແທ້ ຫລື ບໍ່, ແຕ່ໄລຍະຜ່ານມາ ຜູ້ນຳໃຊ້ຕ້ອງຂໍສະໝັກກັບຜູ້ໃຫ້ບໍລິການທຸກເຈົ້າ ໂດຍນຳໃຊ້ຂໍ້ມູນຊໍ້າຊ້ອນ ແລະ ຜູ້ໃຫ້ບໍລິການ ກໍບໍ່ສາມາດກວດກາຂໍ້ມູນຜູ້ສະໝັກໄດ້ ໂດຍບາງບໍລິການກໍຮຽກຮ້ອງໃຫ້ມີການຢັ້ງຢືນການສະໝັກ ດ້ວຍໃບຢັ້ງຢືນທີ່ເປັນເຈ້ຍ.

ສະນັ້ນ, ເພື່ອເປັນການຊຸກຍູ້ ການຫັນເປັນດີຈິຕອນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາ ແລະ ນຳໃຊ້ລະບົບພິສູດ ແລະ ຢັ້ງຢືນດີຈິຕອນ ທີ່ມີການເຊື່ອມຕໍ່ຖານຂໍ້ມູນທີ່ສຳຄັນຂອງລັດຖະບານ ເປັນຕົ້ນ ຖານຂໍ້ມູນປະຊາຊົນ, ຖານຂໍ້ມູນວິສາຫະກິດ, ຖານຂໍ້ມູນທີ່ດິນ ແລະ ຖານຂໍ້ມູນທາງການເງິນ ເພື່ອຕໍ່ຍອດໃຫ້ແກ່ການບໍລິການໃຫ້ແກ່ສັງຄົມ ໂດຍສະເພາະການບໍລິການຈາກພາກລັດສູ່ປະຊາຊົນ ແລະ ການບໍລິການຂອງພາກທຸລະກິດສູ່ສັງຄົມ.

ກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ຄົ້ນຄວ້າຫລາຍບັນຫາສໍາຄັນ

0

ໃນລະຫວ່າງວັນທີ 28-29 ພະຈິກ 2022 ນີ້, ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນຂອງຂອງສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີທ່ານຮອງປະທານ, ຄະນະປະຈໍາສະພາແຫ່ງຊາດ, ກຳມະການຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອພິຈາລະນາ ຄົ້ນຄວ້າຫລາຍບັນຫາສຳຄັນ.

ກອງປະຊຸມດັ່ງກ່າວ, ໄດ້ຮັບຟັງການລາຍງານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດສະຫຼຸບຂາດຕົວກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະ ຈຳປີ 2022 ແລະ ແຜນການປີ 2023; ລາຍງານກ່ຽວກັບສະພາບການຂົນສົ່ງແຮ່ທາດແບບທົດລອງ ແລະ ການຂົນສົ່ງແບບອື່ນໆ ຜ່ານບັນດາເສັ້ນທາງຕ່າງໆຢູ່ທ້ອງຖິ່ນຕ່າງໆ; ລາຍງານກ່ຽວກັບການກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍ ຈຳນວນ 6 ສະບັບຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ, ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດ ໝາຍວ່າດ້ວຍອົງການໄອຍະການທະຫານ ແລະ ກົດໝາຍວ່າດ້ວຍທຸລະກຳທາງອີເລັກໂຕຣນິກ; ລາຍງານຂໍທິດຊີ້ນຳກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍແຕ່ປີ 2023-2025; ລາຍງານກ່ຽວກັບການກະກຽມຮອບດ້ານໃຫ້ແກ່ການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.

ພ້ອມນີ້, ກອງປະຊຸມ ຍັງໄດ້ລາຍງານຜົນສໍາເລັດຂອງການເຂົ້າຮ່ວມກອງປະຊຸມ AIPA ຄັ້ງທີ 43 ແລະ ຢ້ຽມຢາມຢ່າງເປັນທາງການ ຢູ່ຣາຊະອານາຈັກກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊິ່ງນໍາພາໂດຍ ທ່ານປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໃນລະຫວ່າງວັນທີ 20-26 ພະຈິກ 2022.

ຂ່າວ: ສຸພາວັນ

ພາບ: ກຸກກິກ

ທ່ານ ສີຈິ້ນຜິງ ໃນສາຍຕາຂອງທ່ານ ທອງລຸນ ສີສຸລິດ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ໃນວັນ ທີ 29 ພະຈິກ ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສປ ຈີນ ທາງລັດຖະກິດ. ໃນເວລາໃຫ້ສຳພາດຕໍ່ ນັກຂາວ CMG ໃນກ່ອນໜ້ານີ້, ທ່ານ ທອງລຸນ ສີສຸລິດ ໄດ້ຫວນຄືນເລື່ອງ ມ່ວນຊື່ນເລື່ອງໜຶ່ງທີ່ໄດ້ພົວພັນກັບທ່ານ ສີຈິ້ນຜິງ ໃນໄລຍະຈັດງານວາງ ສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທຳອິດເມື່ອປີ 2018.

ວັນທີ 5 ພະຈິກ ປີ 2018, ທ່ານ ທອງລຸນ ສີສຸລິດ ໄດ້ໄປເຂົ້າຮ່ວມງານວາງ ສະແດງສິນຄ້ານຳເຂົ້າສາກົນຈີນ ຢູ່ນະຄອນຊຽງໄຮ. ຕອນນັ້ນ, ທ່ານ ທອງລຸນ ສີສຸລິດ ກັບທ່ານ ສີຈິ້ນຜິງ ພ້ອມດ້ວຍຜູ້ນຳຫລາຍທ່ານ ໄດ້ເຂົ້າ ຊົມຫໍວາງສະແດງຕ່າງໆ. ເມື່ອເຂົ້າຊົມຫໍວາງສະແດງລົດໄຟຄວາມໄວສູງ, ທ່ານ ທອງລຸນ ສີສຸລິດ ທີ່ເປັນນາຍົກລັດຖະມົນຕີ ສປປ ລາວ ໃນຕອນນັ້ນ ໄດ້ສະເໜີວ່າ ຢາກໄປນັ່ງຂັບລົດໄຟຂະບວນທີ່ວາງສະແດງຢູ່ທີ່ນັ້ນ, ເພາະວ່າ ອີກບໍ່ດົນ, ປະເທດລາວຈະເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນແລ້ວ. ທ່ານ ສີຈິ້ນຜິງ ຟັງແລ້ວຕອບວ່າ: “ເຊີນ! ເຊີນ!”

ທ່ານ ທອງລຸນ ສີສຸລິດ ມີຄວາມປະທັບໃຈຫລາຍຕໍ່ງານວາງສະແດງ ຄັ້ງນັ້ນ. ໂດຍທ່ານ ໄດ້ເວົ້າວ່າ: “ເຖິງວ່າລາວ ມີບຸດສນ້ອຍໆ, ແຕ່ວ່າທ່ານ ສີຈິ້ນຜິງ ກໍໄດ້ຍ່າງໄປເບິ່ງໄປຊົມ.” ທ່ານ ໄດ້ເອົາຊາພັນປີທີ່ຜະລິດຢູ່ລາວ ໃຫ້ທ່ານ ສີຈິ້ນຜິງ ເບິ່ງ, ທ່ານ ສີຈິ້ນຜິງ ເວົ້າວ່າ: ໂອ! ຊານີ້ມີຄຸນນະພາບດີ ຫລາຍ! ຫລັງຈາກນັ້ນ, ບໍລິສັດທີ່ຜະລິດຊາພັນປີແຫ່ງນີ້ໄດ້ຂາຍດິບຂາຍດີ, ນີ້ສະແດງໃຫ້ເຫັນວ່າ: ທ່ານ ສີຈິ້ນຜິງ ຍ່າງໄປຮອດບ່ອນໃດ, ປະຊາຊົນກໍ ປະທັບໃຈ ແລະໃຫູ້ຄວາມສົນໃຈຢ່າງສູງຢູ່ບ່ອນນັ້ນ.

ທ່ານ ທອງລຸນ ສີສຸລິດ ກ່າວອີກວ່າ: “ທຸກຄັ້ງທີ່ຂ້າພະເຈົ້າ ມີໂອກາດ ພົບປະກັບທ່ານ ສີຈິ້ນຜິງ, ກໍມີຄວາມປະທັບໃຈອັນເລິກເຊິ່ງຕໍ່ຄວາມເປັນ ມິດໄມຕີຂອງທ່ານ ສີຈິ້ນຜິງ. ຄວາມເປັນມິດໄມຕີຂອງເພິ່ນບໍ່ສະເພາະແຕ່ ໃນເວລາແລກປ່ຽນຄວາມຄິດຄວາມເຫັນ ແລະເວລາທີ່ສົນທະນາກັນ ເທົ່ານັ້ນ, ແຕ່ວ່າເປັນມິດໄມຕີທີ່ອອກຈາກຈິດໃຈຂອງເພິ່ນຢ່າງແທ້ຈິງ. ເພິ່ນໃຫ້ກຽດ, ໃຫ້ຄວາມອົບອຸ່ນແກ່ຄູ່ສົນທະນາ, ໂດຍສະເພາະຄູ່ສົນທະນາ ທີ່ມີອຸດົມການດຽວກັນ, ເພິ່ນຕັ້ງໃຫ້ບົດຮຽນ ແລະປະສົມການຢ່າງຈິງໃຈ ອີກດ້ວຍ.”

ທ່ານ ທອງລຸນ ສີສຸລິດ ກ່າວຕື່ມວ່າ, ເພິ່ນຕິດຕາມການເຄື່ອນໄຫວ ຢູ່ພາຍໃນ ແລະຕ່າງປະເທດຂອງທ່ານ ສີຈິ້ນຜິງ ເລື້ອຍໆ ແລະເຫັນວ່າ: ທ່ານ ສີຈິ້ນຜິງ ເປັນຄົນທີ່ມີຫລັກການ, ມີຫລັກໝັ້ນ, ມີຄວາມເດັດຂາດ ເດັດດ່ຽວທາງດ້ານທັດສະນະ, ທັງເປັນຜູ້ນຳທີ່ມີຄວາມເຂັ້ມແຂງໜັກ ແໜ້ນ, ເປັນຜູ້ນຳທີ່ເຕັມໄປດ້ວຍຄວາມຮູ້, ມີວິໄສທັດກວ້າງໄກ ແລະມີ ຄວາມສາມາດທີ່ໂດດເດັ່ນ.

ຈີນ ຂະຫຍາຍເວລາຍົກເວັ້ນພາສີ ສິນຄ້າ ສ.ອາເມລິກາ ບາງລາຍການ

0
(220730) -- QINGDAO, July 30, 2022 (Xinhua) -- Aerial photo taken on July 29, 2022 shows the Qianwan Container Terminal in Qingdao Port, east China's Shandong Province. (Xinhua/Li Ziheng)

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 29 ພະຈິກ, ຄະນະ ກຳມະທິການ ພາສີ ແຫ່ງ ຄະນະ ລັດຖະມນຕີ ຈີນ ເປີດເຜີຍວ່າ: ຈີນ ຈະສືບຕໍ່ ຍົກເວັ້ນພາສີ ເພີ່ມຕື່ມ ສຳລັບ ສິນຄ້າ ບາງລາຍການ ຂອງ ສ.ອາເມລິກາ ໄປຈົນເຖິງ ເດືອນ ພືດສະພາ ປີ 2023. ຖະແຫລງການດັ່ງກ່າວ ມີຂຶ້ນ ກ່ອນໜ້າ ທີ່ເຜີຍແຜ່ ເມື່ອເດືອນ ເມສາ ປີ 2022 ໂດຍລະບຸວ່າ: ສິນຄ້າ ບາງລາຍການ ຈາກ ສ.ອາເມລິກາ ໄດ້ຮັບການຍົກເວັ້ນ ຈາກ ມາດຕະການ ພາສີຕອບໂຕ້ ມາດຕາ 301 (Section 301) ຂອງສ.ອາເມລິກາ ຈົນເຖິງວັນທີ 30 ພະຈິກ ປີ 2022 ນີ້. ໂດຍ ຄະນະກຳມະທິການ ລະບຸວ່າ ພາຍຫລັງ ການປະກາດ ຂະຫຍາຍເວລາ ການຍົກເວັ້ນ ພາສີດັ່ງກ່າວ ຈະມີຜົນ ບັງຄັບໃຊ້ ເຖິງວັນທີ 31 ພືດສະພາ ປີ 2023.

(ບັນນາທິການຂ່າວຕ່າງປະເທດ, ຮຽບຮຽງໂດຍ: ນ ດາວັນ).

ຍີ່ປຸ່ນ ເລັ່ງເພີ່ມງົບປະມານ ປ້ອງກັນປະເທດ ປະມານ 2%

0
Former Japanese Foreign Minister Fumio Kishida speaks after being announced the winner of the Liberal Democrat Party leadership election in Tokyo, Japan September 29, 2021. Carl Court/Pool via REUTERS

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 29 ພະຈິກ, ທ່ານ ຟູມິໂອະ ຄີຊີດະ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ໄດ້ອອກຄຳສັ່ງ ໃຫ້ ຄະນະ ລັດຖະມົນຕີ ເພີ່ມງົບປະມານ ດ້ານການ ປ້ອງກັນປະເທດ ປະມານ 2% ຂອງ ລວມຍອດ ຜະລິດຕະພັນ ພາຍໃນ ປະເທດ (GDP) ໃນສົກປີ ງົບປະມານ 2027. ໃນຂະນະດຽວກັນ ຍີ່ປຸ່ນ ຈະສືບຕໍ່ ຂະຫຍາຍ ງົບປະມານ ດ້ານການປ້ອງກັນ ປະເທດ ໃນສົກປີ ງົບປະມານ ທີ່ເລີ່ມ ໃນເດືອນເມສາ ປີ 2027 . ສື່ມວນຊົນ ທ້ອງຖິ່ນ ຍີ່ປຸ່ນ ລາຍງານວ່າ: ຄຳສັ່ງນີ້ ຖືເປັນ ຄັ້ງທຳອິດ ທີ່ ທ່ານ ຟູມິໂອະ ຄີຊີດະ ລະບຸລະດັບ ຄ່າໃຊ້ຈ່າຍ ດ້ານການປ້ອງກັນ ປະເທດ ໂດຍກົງ.

ສ.ອາເມລິກາ ພົບຜູ້ຕິດເຊື້ອໄຂ້ຫວັດສັດປິກ ເພີ່ມຂຶ້ນສູງສຸດ ຈຳນວນ 11.200 ຄົນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ອ້າງຕາມ ຂໍ້ມູນ ເຜີຍແຜ່ ຈາກສູນຄວບຄຸມ ແລະ ການປ້ອງກັນ ພະຍາດ ຂອງ ສ.ອາເມລິກາ ເປີດເຜີຍ ເມື່ອວັນທີ 28 ພະຈິກວ່າ: ພົບຜູ້ຕິດເຊື້ອ ໃນສ.ອາເມລິກາ ຫລາຍກວ່າ 11.200 ຄົນ ທີ່ເຂົ້າໄປປິ່ນປົວ ໃນໂຮງໝໍ ດ້ວຍພະຍາດ ໄຂ້ຫວັດສັດປິກ, ນີ້ຖືເປັນຕົວເລກ ສູງສຸດ ເມື່ອທຽບໃສ່ ໄລຍະ ເວລາ ດຽວກັນ ນັບແຕ່ ປີ 2010. ການແພ່ລະບາດ ຂອງ ພະຍາດນີ້ ພວມເພີ່ມຂຶ້ນ ໃນທົ່ວປະເທດ.

ອີຣານ-ຣັດເຊຍ ຊຸກຍູ້ການສົ່ງອອກລົດໃຫ່ຍ ມູນຄ່າ 300 ລ້ານໂດລາ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 29 ພະຈິກ, ສື່ມວນຊົນ ອີຣານ ລາຍງານວ່າ: ອີຣານ ໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອສົ່ງອອກລົດໃຫຍ່ ໄປຍັງປະເທດ ຣັດເຊຍ ດ້ວຍມູນຄ່າ 300 ລ້ານໂດລາ ສະຫະລັດ .

ທ່ານ ໂມຮຳໝັດ ເດຣຊາ ນາຈາຟິ-ມາເນັສ ປະທານ ສະມາຄົມ ຜູ້ຜະລິດ ຊິ້ນສ່ວນ ແລະ ອຸດສາຫະກຳ ລະບົບການສົ່ງ ກຳລັງ ລະບຸວ່າ: ຣັດເຊຍ ເປັນໜຶ່ງ ໃນລູກຄ້າ ທີ່ຊື້ລົດໃຫຍ່ ອີຣານ ,ໃນຂະນະທີ່ ອີຣານ ສົ່ງອອກລົດໃຫ່ຍ ໄປຍັງ ເວເນຊູເອລາ ປະມານ 1.000 ຄັນ ພ້ອມກັນນັ້ນ ຍັງຄາດຫວັງວ່າ ຈະໄດ້ຮັບໃບສັ່ງຊື້ ລົດໃຫຍ່ ເພີ່ມຂຶ້ນອີກ ໃນອະນາຄົດ.