Friday, October 10, 2025
Home Blog Page 860

ສະຫວັນນະເຂດ ຕັ້ງເປົ້າຍາດໃຫ້ໄດ້ 20 ຫຼຽນຄຳ ໃນງານກິລາຊຽງຂວາງເກມ

0

ງານມະຫະກຳກິລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ ທີ່ຈະເປີດຂຶ້ນຢ່າງເປັນທາງການໃນວັນທີ 13 -22 ທັນວາ ນີ້ ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງແຂວງສະຫວັນນະເຂດ ຕັ້ງເປົ້າຍາດໃຫ້ໄດ້ 20 ຫຼຽນຄຳໃນ 19 ປະເພດກິລາທີ່ສົ່ງເຂົ້າຮ່ວມແຂ່ງຂັນ.

ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ: ສຳລັບແຂວງສະຫວັນນະເຂດ ຕັ້ງເປົ້າຕ້ອງຍາດໃຫ້ໄດ້ 20 ຄຳ, 35 ຫຼຽນເງິນ ແລະ 45 ຫຼຽນທອງແດງ. ໃນນັ້ນປະເພດກິລາທີ່ມີຄວາມຫວັງສູງປະກອບມີ: ກິລາແລ່ນ-ລານ, ຢູໂດ, ເທັກຄວັນໂດ (ຊາຍ-ຍິງ), ປັນຈັກຊິລັດ (ຊາຍ-ຍິງ), ຄາຣາເຕໂດ, ມວຍລາວ, ມວຍສາກົນ, ຍິງທະນູ ແລະ ກິລາລອຍນໍ້າ.

ທ່ານໃຫ້ຮູ້ຕື່ມວ່າ : ສຳລັບແຂວງສະຫວັນນະເຂດ ໄດ້ກຳນົດເອົາພຽງ 19 ປະເພດກິລາເຂົ້າຮ່ວມແຂ່ງຂັນຄື: ກິລາບານເຕະ (ຊາຍ), ແລ່ນ-ລານ (ຊາຍ-ຍິງ), ຍິງທະນູ (ຊາຍ-ຍິງ), ປັນຈັກສີລັດ (ຊາຍ-ຍິງ), ລອຍນ້ຳ (ຊາຍ-ຍິງ), ມວຍສາກົນ (ຊາຍ-ຍິງ), ມວຍລາວ (ຊາຍ-ຍິງ), ມວຍເທຄວັນໂດ(ຊາຍ-ຍິງ), ມວຍຢູໂດ (ຊາຍ-ຍິງ), ເທັນນິດ (ຊາຍ-ຍິງ), ບານສົ່ງ (ຊາຍ-ຍິງ), ເປຕັງ (ຊາຍ-ຍິງ), ກັອບ, ລົດຖີບ (ຊາຍ), ຄາລາເຕໂດ, ດອກປິກໄກ່ (ຊາຍ-ຍິງ) ກິລາກະຕໍ້ (ຊາຍ-ຍິງ), ຍິງປືນ (ຊາຍ-ຍິງ ແລະ ກິລາບານບ້ວງ (ຊາຍ) ສ່ວນປະເພດກິລາທີ່ເຫຼືອແມ່ນຕັດອອກຍ້ອນບໍ່ມີຄວາມຫວັງທີ່ຈະໄດ້ຫຼຽນຄຳ ແລະ ຂາດນັກກິລາເຊັ່ນ: ກິລາເຕະບານຍິງ. ໂດຍປັດຈຸບັນໄດ້ສຳເລັດການຄັດເລືອກຕົວນັກກິລາ ແລະ ເຂົ້າສູ່ສູນຝຶກຊ້ອມໃນເດືອນສິງຫາ ແລະ ເດືອນກັນຍານີ້ ໂດຍມອບໃຫ້ສະຫະພັນເປັນຜູ້ຮັບຜິດຊອບ. ສ່ວນດ້ານງົບປະມານແມ່ນກຳລັງສະເໜີຂໍທິດຊີ້ນຳຈາກຄະນະນຳຂັ້ນສູງຂອງແຂວງ. ໃນນັ້ນແມ່ນໄດ້ຈາກການອະນຸມັດຈາກແຂວງ ແລະ ອີກສ່ວນໜຶ່ງແມ່ນລະດົມຈາກພະນັກງານລັດຖະກອນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການພາຍໃນແຂວງ

(ຂ່າວ-ພາບ: ຄໍາແພງເພັດຂັນຕິວົງ)

ຊີວະປະຫວັດຫຍໍ້ຂອງສົມເດັດພຣະຣາຊາອັງຣີ ແຫ່ງ ຣາຊະອານາຈັກລຸກຊໍາບວກ

0

ວັນທີ, ເດືອນ, ປີ ແລະ ສະຖານທີ່ເກີດ: 16 ເມສາ 1955, ທີ່ພະຣາຊະວັງ Betzdorf ຣາຊະອານາຈັກລຸກຊໍາບວກ.

ຊີວິດຄອບຄົວ: ອະພິເສກສົມຣົດ ກັບ ທ່ານ ນາງ Maria Teresa Mestre ມີອົງຊາຍ ແລະ ອົງຍິງ ຮ່ວມກັນ: 5 ພຣະອົງ.

ວັນທີ, ເດືອນ,​ ປີ ຂຶ້ນຄອງຣາຊະບັນລັງ: 7 ຕຸລາ 2020.

ປະຫວັດການສຶກສາ:

ປີ 1974: ຮຽນຈົບມັດທະຍົມຕົ້ນ ແລະ ມັດທະຍົມປາຍ ທີ່ ລຸກຊໍາບວກ ແລະ ຝຣັ່ງ

ປີ 1975: ເຂົ້າຝຶກອົບຮົມທີ່ ໂຮງຮຽນວິທະຍາຄານກອງທັບ Sandhurst ທີ່ ສະຫະຣາຊະອານາຈັກອັງກິດ ແລະ ໄດ້ເຂົ້າບັນຈຸໃນກອງທັບ.

ປີ 1980: ຈົບປະລິນຍາຕີສາຂາ ລັດຖະສາດ ຢູ່ ສະຖາບັນຄົ້ນຄວ້າການພົວພັນສາກົນ ທີ່ ເຊີແນວ ປະເທດສະວິດ.

ປີ 1989: ໄດ້ຮັບການແຕ່ງຕັ້ງເປັນ ພັນຕີ ກິດຕິມະສັກ ຢູ່ ກົມທະຫານໂດດຈ້ອງ ທີ່ ສະຫະຣາຊະອານາຈັກອັງກິດ.

ປີ 1980-1998: ເປັນສະມາຊິກຂອງ ສະພາແຫ່ງລັດ ຊຶ່ງ ສົມເດັດ ພຣະຣາຊາ ໄດ້ຮຽນຮູ້ຢ່າງເລິກເຊິ່ງ ກ່ຽວກັບ ຫຼັກການນິຕິບັນຍັດ ແລະ ລະບົບການເຮັດວຽກຂອງປະເທດ.

ປີ 1978-2000: ເປັນປະທານກິດຕິມະສັກ ຄະນະກໍາມະທິການການພັດທະນາເສດຖະກິດ ຊຶ່ງມີໜ້າທີ່ຮັບຜິດຊອບວຽກ​ງານສົ່ງ​ເສີມເສດຖະກິດ ແລະ ການຄ້າສາກົນ ​ ກໍຄື ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຂົ້າ​ເຖິງ​ຕະ​ຫຼາດ​ການ​ຄ້າໃໝ່ ແລະ ຂົນ​ຂວາຍ​​ເອົ​າການລົງທຶນ ໃຫ້​ແກ່​ປະ​ເທດລຸກຊໍາບວກ. ນັບແຕ່ປີ 2000 ເປັນຕົ້ນມາ ສົມເດັດ ພຣະຣາຊາ ອັງຣີ ໄດ້ມອບບົດບາດດັ່ງກ່າວໃຫ້ລູກຊາຍ ຄື ເຈົ້າຊາຍ ກຸຍໂຢມ.

ວັນທີ 4 ມີນາ 1998: ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ອົງຣາຊະທາຍາດ ເພື່ອກະກຽມຂຶ້ນຄອງຣາຊະບັນລັງ.

ວນທີ 7 ຕຸລາ 2000: ສົມເດັດ ພຣະຣາຊາ Jean (ພຣະບິດາ) ໄດ້ມອບຣາຊະບັນລັງໃຫ້ແກ່ ສົມເດັດ ອັງຣີ ຊຶ່ງພິທີຣາຊາພິເສກ ໄດ້ຈັດຂຶ້ນທີ່ ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ.

ວັນທີ 9-12 ຕຸລາ 2000: ພາຍຫຼັງຂຶ້ນຄອງຣາດ ສົມເດັດ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ຝຣັ່ງ ແລະ ເຢຍລະມັນ ຊຶ່ງເປັນສອງປະເທດເພື່ອນບ້ານໃກ້ຊິດ ທີ່ມີຄວາມສຳຄັນໃນການສົ່ງເສີມການພົວພັນ ຊຶ່ງເປັນການຢ້ຽມຢາມພາຍຫຼັງ ພຣະອົງໄດ້ຂຶ້ນຄອງຣາຊະບັນລັງພຽງ 2 ວັນ.

ປະຫວັດການເຮັດວຽກ

ນອກຈາກວຽກງານທີ່ ພຣະອົງ ໄດ້ປະຕິບັດໜ້າທີ່ໃນນາມທາງການແລ້ວ ແລະ ໃນພິທີຕ່າງໆແລ້ວ, ສົມເດັດ ພຣະຣາຊາ ຍັງເປັນຜູ້ອຸປະຖຳຂອງສະມາຄົມຕ່າງໆ ທີ່ເຮັດວຽກກ່ຽວກັບການສົ່ງເສີມວັດທະນະທຳ, ກິລາ, ວິທະຍາສາດ, ສິ່ງແວດລ້ອມ ແລະ ກິດຈະກຳຊ່ວຍເຫຼືອສັງຄົມຕ່າງໆ. ພະອົງ ມີຄວາມສົນໃຈໃນຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນໃນຂະແໜງການແພດ, ການຂະຫຍາຍຕົວຂອງເສດຖະກິດ ຫຼື ຂະແໜງໂຍທາທິການ ແລະ ຂົນສົ່ງ. ພ້ອມດຽວກັນນັ້ນ, ກໍມີວິໄສທັດໃນການສົ່ງເສີມການພັດທະນາແບບຍືນຍົງ ແລະ ຕໍ່ຕ້ານກັບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງເປັນວຽກງານທີ່ ພະອົງໃຫ້ຄວາມສົນໃຈເປັນພິເສດ.

ພຣະອົງ ເປັນສະມາຊິກ ຂອງຄະນະບໍລິຫານງານຂອງມູນນິທິ ສົມເດັດ ພຣະຣາຊາ ແລະ ສົມເດັດ ພຣະຣາຊິນີ ແຫ່ງ ລຸກຊໍາບວກ. ມູນນິທິ ດັ່ງກ່າວ ຮັບຜິດຊອບໂດຍ ສົມເດັດ ພຣະຣາຊິນີ ເພື່ອສະໜັບສະໜູນ ຜູ້ທີ່ດ້ອຍໂອກາດ ແລະ ຕ້ອງການຄວາມເອົາໃຈໃສ່ເປັນພິເສດ ແລະ ເຮັດໃຫ້ພວກເຂົາສາມາດເຊື່ອມສານເຂົ້າກັບ ປະຊາຊົນ ລຸກຊໍາບວກ, ໂຄງການດັ່ງກ່າວຍັງມີຢູ່ທະວີບອາຟຣິກາ ແລະ ອາຊີ.

ສົມເດັດພຣະຣາຊາ ແລະ ພຣະຣາຊິນີ ແມ່ນເປັນຜູ້ອຸປະຖຳໃຫຍ່ທີ່ສຸດ ໃຫ້ແກ່ສະມາຄົມຕ່າງໆຂອງລຸກຊໍາບວກ. ນອກຈາກນັ້ນ, ສະມາຊິກ ຂອງຣາຊະວົງ ຍັງສາມາດບໍລິຈາກໃນງານສະເພາະໃດໜຶ່ງ.

ຢູ່ໃນລະດັບສາກົນ, ສົມເດັດ ພຣະຣາຊາ ອັງຣີ ແມ່ນເປັນປະທານອົງການ Galapagos Darwin Trust Luxembourg ແລະ ເປັນສະມາຊິກກິດຕິມະສັກຂອງ ສະມັດຊາໃຫຍ່ຂອງມູນນິທິ Charles Darwin. ເປັນອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ມີຈຸດປະສົງເພື່ອປົກປັກຮັກສາ ແລະ ສະຫງວນເອກະລັກຂອງສິ່ງແວດລ້ອມ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆ ພັນ ແລະ Galapagos Archipelago.

ສົມເດັດ ພຣະຣາຊາ ອັງຣີ ຍັງເປັນສະມາຊິກຂອງ ມູນນິທິ Mentor Foundation ຊຶ່ງສ້າງຕັ້ງຂຶ້ນໂດຍ ສົມເດັດ ພຣະຣາຊິນີ Silvia ແຫ່ງ ຊູແອດ. ເປົ້າໝາຍຂອງ ມູນນິທິດັ່ງກ່າວ ແມ່ນເພື່ອປ້ອງກັນຊາວໜຸ່ມຈາກການຕິດຢາເສບຕິດ (ເປັນອົງການທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງການອະນາໄມໂລກ).

ໃນປີ 1998, ສົມເດັດ ພຣະຣາຊາ ອັງຣີ ໄດ້ເຂົ້າເປັນສະມາຊິກຂອງຄະນະກຳມະການ ໂອແລັມປິກສາກົນ (IOC) ຊຶ່ງ ພຣະຣາຊາ ຈະເຂົ້າຮ່ວມກອງປະຊຸມຂອງ IOC ໃນເວລາທີ່ມີກອງປະຊຸມ. ນັບຕັ້ງແຕ່ ປີ 1999 ເປັນຕົ້ນມາ, ພຣະຣາຊາ ໄດ້ເປັນສະມາຊິກຂອງ ຄະນະກຳມະການ Olympic Solidarity Commission. ໃນການໂຄສະນາສົ່ງເສີມວຽກງານຂອງ Olympic ເປັນວຽກງານທີ່ ພະອົງ ໃຫ້ຄວາມສຳຄັນຫຼາຍ. ໃນງານມະຫະກຳກິລາໂອແລັມປິກ ລະດູໜາວ ແລະ ລະດູຮ້ອນທຸກຄັ້ງ ສົມເດັດ ພຣະຣາຊາ ອັງຣີ ຈະເຂົ້າຮ່ວມທຸກຄັ້ງ ເພື່ອໃຫ້ກຳລັງໃຈແກ່ນັກກິລາ ປະເທດລຸກຊໍາບວກ.

ຊີວິດຄອບຄົວ

ສົມເດັດ ພຣະຣາຊາ ອັງຣີ ໄດ້ລວມເອົາຊີ​ວິດ​ຄອບຄົວຂອງ​ພະ​ອົງ ເຂົ້າກັບຄວາມຮຽກຮ້ອງຕ້ອງການຂອງພຣະຣາ​ຊະກິດ ໃນຖານະເປັນປະມຸກລັດ.

ສົມເດັດ ພຣະຣາຊາ ໄດ້ອະພິເສກ ກັບ ສົມເດັດ ພຣະຣາຊິນີ Maria Teresa, ມີອົງຊາຍ ແລະ ອົງຍິງ ທັງໝົດ 5 ພຣະອົງ: 1) ເຈົ້າຊາຍ Charles (ເປັນອົງຣາຊະທາຍາດ); 2) ເຈົ້າຊາຍ Liam ແລະ 3) ເຈົ້າຍິງ Amalia; 4) ເຈົ້າຊາຍ Babriel ແລະ 5) ເຈົ້າຊາຍ Noah.

ປີ 2010, ສົມເດັດ ພຣະຣາຊາ ໄດ້ຕັດສິນໃຈດັດ​ແກ້ ກົດໝາຍວ່າດ້ວຍຄອບຄົວ ຂອງ ຣາຊະວົງ ລຸກຊໍາບວກ ເພື່ອແນະນໍາໃຫ້ຮູ້ຈັກ ກ່ຽວກັບ ລູກຄົນທຳອິດ ເພື່ອຮັບປະກັນຄວາມເທົ່າທຽມກັນ ລະຫວ່າງ ລູກຊາຍ ແລະ ລູກຍິງ ໃນການຂຶ້ນຄອງຣາຊະບັນລັງ.

ສິ່ງທີ່ສົນໃຈ ແລະ ກິລາທີ່ມັກ: ສົມເດັດ ພຣະຣາຊາ ອັງຣີ ມັກອ່ານ ວັນນະຄະດີ, ຟັງເພງຄລາສສິກ, ມັກທຳມະຊາດ ແລະ ກິລາ;

ກິລາ ທີ່ ສົມເດັດມັກແມ່ນລອຍນໍ້າ, ກິລາເທັນນີສ, ສະກີ ແລະ ສະກີທາງນໍ້າ, ຂີ່ເຮືອໃບ ແລະ ຂີ່ລົດຈັກ. ນອກຈາກນັ້ນ, ກໍຍັງມັກອອກໄປລ່າສັດ.

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

0

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022. ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ ໂດຍມີການນຳຂັ້ນສູງຂອງ ສອງພັກ, ສອງລັດ ເຂົ້າຮ່ວມ.

ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ, ສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບກ່ຽວກັບຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນປະຕິວັດລາວ ແລະຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ ແລະ ຕ່າງຝ່າຍຕ່າງມີຄວາມປິຕິຊົມຊື່ນ ແລະ ຕີລາຄາສູງຕໍ່ໝາກຜົນຂອງພາລະກິດກໍ່ສ້າງສັງຄົມນິຍົມທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ເຊິ່ງເປັນເຫດການການເມືອງທີ່ສຳຄັນ ໃນປະຫວັດສາດຍຸກໃໝ່ຂອງພັກ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ເປັນຂີດໝາຍໃໝ່ແຫ່ງການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງຂອງພັກກອມມູນິດຈີນ, ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ, ຄວາມຕັດສິນໃຈອັນສູງສົ່ງຂອງທົ່ວພັກ ເພື່ອສືບຕໍ່ແບກຫາບພາລະກຳປະຫວັດສາດໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ສະຫາຍ ສີຈິ້ນຜິງ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກສະໄໝທີ XX ແລະ ໄດ້ຕີລາຄາສູງ ຕໍ່ບົດບາດການນໍາພາອັນສະຫລາດສ່ອງໃສ ຂອງພັກກອມມູນິດຈີນ ທີ່ມີ ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກນກາງ ກໍຄື ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການ ນໍາພາ-ຊີ້ນຳ ອັນເຂັ້ມແຂງຂອງສູນກາງພັກກອມມູນິດຈີນ ທີ່ມີສະຫາຍສີ ຈິ້ນຜິງ ສືບຕໍ່ເປັນແກນກາງ, ປະຊາຊົນຈີນອ້າຍນ້ອງຈະສາມາດບັນລຸຜົນສໍາເລັດຮອບດ້ານ, ໃຫຍ່ຫລວງ ແລະ ໜັກແໜ້ນໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີXX ກໍຄື ບັນລຸເປົ້າໝາຍ “100 ປີເຫດການທີສອງ” ໃນການສ້າງປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມທີ່ທັນສະໄໝເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມຢ່າງແນ່ນອນ.

ສະຫາຍ ທອງລຸນ ສີສຸລິດ ໄດ້ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍ ໃນການເສີມຂະຫຍາຍມິດ ຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ພວມນໍາເອົາຜົນປະໂຫຍດຕົວຈິງ ມາສູ່ແກ່ປະຊາຊົນທັງສອງປະເທດ, ທັງໄດ້ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອອັນໃຫຍ່ຫລວງ ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍຄື ພາລະກິດສ້າງສາພັດທະນາປະເທດຊາດໃນປັດຈຸບັນ ຂອງປະຊາຊົນລາວ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການລະບາດຂອງ ພະຍາດໂຄວິດ-19 ໃນໄລຍະ 3 ປີຜ່ານມາ.

ສະຫາຍ ສີຈິ້ນຜິງ ໄດ້ແຈ້ງໃຫ້ຝ່າຍລາວຊາບ ກ່ຽວກັບບົດຮຽນໃນການກໍ່ສ້າງພັກ, ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຂອງພັກກອມມູນິດຈີນ ໃນການຊີ້ນໍາ-ນໍາພາ ລັດຖະບານ ແລະ ປະຊາຊົນຈີນ ໃນພາລະກິດກໍ່ສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່ ແລະ ໄດ້ແລກປ່ຽນທັດສະນະກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນຈໍານວນໜຶ່ງ. ພ້ອມນີ້, ສະຫາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ ຂອງພັກ ປປ ລາວ ທີ່ມີ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນຜູ້ນໍາໜ້າ, ປະຊາຊົນລາວບັນດາເຜົ່າ ຈະສາມາດບັນລຸໄດ້ ບັນດາເປົ້າໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດອອກຢ່າງມີໄຊ, ຊຸກຍູ້ພາລະກິດການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ ຕາມເສັ້ນທາງສັງຄົມນິຍົມ ໃຫ້ມີບາດກ້າວໃໝ່ ແລະ ຍາດໄດ້ຜົນສຳເລັດໃໝ່ທີ່ໃຫຍ່ຫລວງກວ່າເກົ່າຢ່າງບໍ່ຢຸດຢັ້ງ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ເປັນເອກະພາບກັນຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໜັກແໜ້ນ ເຖິງແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ສອງຝ່າຍກໍໄດ້ຮັກສາກົນໄກການພົວພັນ, ປະສານສົມທົບ ແລະ ສະໜັບສະໜູນທາງດ້ານການເມືອງເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ເຊິ່ງກາຍເປັນທິດນໍາ ໃນການຊຸກຍູ້ໃຫ້ຂະແໜງການຕ່າງໆຂອງສອງຝ່າຍ ມີການຮ່ວມມືນໍາກັນຢ່າງເປັນປົກກະຕິ, ສືບຕໍ່ເກີດດອກອອກຜົນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນ ໄດ້ເຫັນດີເປັນເອກະພາບກັນໃນການກໍານົດທິດນໍາ ພ້ອມກັນລົງເລິກການສ້າງເປັນຄູ່ຮ່ວມຊະຕາກຳລາວ-ຈີນ ຕື່ມອີກບາດກ້າວໜຶ່ງ, ສອງຝ່າຍໄດ້ເນັ້ນໜັກວ່າ: ຈະສືບຕໍ່ອີງຕາມທິດນຳ “ໝັ້ນຄົງຍາວນານ, ໄມຕີຈິດຖານບ້ານໃກ້ເຮືອນຄຽງ, ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ສືບຕໍ່ຢຶດໝັ້ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອກັນທາງດ້ານຄວາມໝັ້ນຄົງປອດໄພ, ຮັບຮູ້ເຂົ້າໃຈກັນ ແລະ ສະໜິດສະໜົມກັນທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ; ສອງຝ່າຍ ເຫັນດີຈະສືບຕໍ່ຮັກສາການພົວພັນທາງດ້ານການເມືອງ ທີ່ດີຢູ່ແລ້ວໃຫ້ດີຂຶ້ນໄປເລື້ອຍໆ, ຮ່ວມມືກັນແລກປ່ຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດໃຫ້ແໜ້ນແຟ້ນກວ່າເກົ່າ. ພ້ອມດຽວກັນນັ້ນ, ກໍຈະຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຂຶ້ນຕື່ມ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ພາຍຫລັງການພົບປະ, ສະຫາຍເລຂາທິການໃຫຍ່ ຂອງສອງພັກ ໄດ້ຢ້ຽມຊົມການວາງສະແດງ ບັນດາເອກະສານຮ່ວມມືສອງຝ່າຍ ທີ່ກວມເອົາການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ກະສິກຳ,ການສຶກສາ, ເຕັກໂນໂລຊີການສື່ສານ, ສື່ມວນຊົນ ແລະ ອື່ນໆຈຳນວນ 20 ກວ່າສະບັບ ທີ່ໄດ້ຮ່ວມລົງນາມກັນ ໃນໂອກາດຢ້ຽມຢາມລັດຖະກິດໃນຄັ້ງນີ້ ແລະ ຖະແຫລງການຮ່ວມ 1 ສະບັບ.

ໃນຕອນຄໍ່າວັນດຽວກັນ, ສະຫາຍ ສີ ຈິ້ນຜິງ ຍັງໄດ້ຈັດງານລ້ຽງຕ້ອນຮັບ ໃຫ້ແກ່ ສະຫາຍ ທອງລຸນ ສີສຸລິດດ້ວຍບັນຍາກາດທີ່ຮັກແພງ, ສະໜິດສະໜົມ ແລະ ອົບອຸ່ນ.

ພາບ: ຂັນໄຊ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພົບປະການນໍາຂັ້ນສູງ ສປ ຈີນ

0

ວັນທີ 30 ພະຈິກ 2022 ນີ້, ທີ່ຫໍສະພາປະຊາຊົນ ນະຄອນຫລວງປັກກິ່ງ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ໃນໂອກາດການເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໂດຍ ສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດຖະບານລາວ-ຈີນ ໃນໄລຍະຜ່ານມາ ເຫັນວ່າບັນດາທິດທາງການຮ່ວມມືສອງຝ່າຍ ທີ່ໄດ້ເປັນເອກະພາບກັນນັ້ນ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີໝາກມີຜົນຕົວຈິງ, ອັນພົ້ນເດັ່ນກວ່າໝູ່ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ເຊິ່ງເປັນໝາກຜົນຂອງໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ ແລະ ເປັນສັນຍາລັກຂອງການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ, ສ່ວນການຮ່ວມມືທາງດ້ານການຄ້າ-ການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດໃນ ສປປ ລາວ ແລະ ສືບຕໍ່ເປັນຄູ່ຄ້າໃຫຍ່ ອັນດັບ 2 ຂອງ ສປປ ລາວ ເຊິ່ງມູນຄ່າການຄ້າສອງຝ່າຍສືບຕໍ່ມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວມາໂດຍຕະຫລອດ ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີຜົນສໍາເລັດ ເຊິ່ງໄດ້ເປັນການສະແດງໃຫ້ເຫັນເຖິງມິດຈິດມິດໃຈ ແລະ ນ້ຳໃຈແຫ່ງການສ້າງເປັນຄູ່ຮ່ວມຊະຕາກຳດຽວກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສອງລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຮ່ວມມືກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາທິດທາງ, ກົນໄກການຮ່ວມມື, ຂໍ້ຕົກລົງ ແລະ ແຜນງານຮ່ວມມືທີ່ສອງຝ່າຍໄດ້ເປັນເອກະພາບກັນແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະສໍາເລັດຕາມແຜນການ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ກ້າວຂຶ້ນສູ່ລະດັບໃໝ່.

ໂອກາດນີ້, ສະຫາຍ ຫລີເຄີ້ສຽງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໃນຄັ້ງນີ້ ເຊິ່ງສອງປະເທດ ມີການພົວພັນຮ່ວມມືອັນສະໜິດແໜ້ນທາງດ້ານການເມືອງ, ມີທ່າແຮງການຮ່ວມມືດ້ານເສດຖະກິດທີ່ດີ ແລະ ມີໝາກຜົນການຮ່ວມມືທີ່ເປັນຮູບປະທຳຕົວຈິງນັບມື້ນັບຫລາຍຂຶ້ນ. ຝ່າຍຈີນ ຍິນດີຈະສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວ ພັນໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ; ສືບຕໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ຕາມເນື້ອໃນຈິດໃຈຂອງການສ້າງເປັນຄູ່ຮ່ວມຊະຕາກໍາລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ຈັດຕັ້ງປະຕິບັດການເຊື່ອມໂຍງລະຫວ່າງຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດການພັດທະນາຂອງລາວ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບກັບສະຫາຍຫລີ້ ຈ້ານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ ເຊິ່ງສອງຝ່າຍ ໄດ້ແລກປຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ ລາວ-ຈີນ ໃນໄລຍະຜ່ານມາ ແລະ ຕີລາຄາສູງ ຕໍ່ບັນດາໝາກຜົນທີ່ສອງຝ່າຍ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງສະເໜີໃຫ້ສອງອົງການສືບຕໍ່ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີໝາກມີຜົນຫລາຍຂຶ້ນ; ສືບຕໍ່ຮ່ວມມືກັນໃນການຕິດຕາມ, ກວດກາຄວາມຄືບໜ້າຂອງບັນດາໂຄງການຮ່ວມມື ແລະ ໂຄງການຊ່ວຍເຫລືອທີ່ສອງຝ່າຍໄດ້ຕົກລົງກັນ ໃຫ້ສໍາເລັດຕາມແຜນການ ແລະ ມີປະສິດທິຜົນສູງສຸດ.

ພ້ອມນີ້, ສະຫາຍ ຫລີ້ ຈ້ານຊູ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງອົງການນິຕິບັນຍັດ ລາວ-ຈີນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ການພົວພັນຮ່ວມມື ລະ ຫວ່າງ ສະພາປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງຊາດລາວ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເປັນຮູບປະທໍາຫລາຍຂຶ້ນ, ສອງອົງການນິຕິບັນຍັດ ຍັງໄດ້ໃຫ້ການສະໜັບສະໜູນ ແລະ ປຶກສາຫາລືກັນຢ່າງໃກ້ຊິດ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ຢ່າງແໜ້ນແຟ້ນ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ.

ພາບ: ຂັນໄຊ

ອອປສ ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງພັກ ສະໄໝທີ XI

0

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະ ນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃນວັນທີ 30 ພະຈິກ 2022 ໂດຍພາຍການເຜີຍແຜ່ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະປະຈຳພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຊື່ອມຊຶມເອກະສານສຳຄັນຂອງພັກ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 9 ເດືອນ, ວຽກຈຸດສຸມທ້າຍປີ 2022 ແລະ ທິດທາງແຜນການ ປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ, ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ ແລະ ວຽກງານຕ່າງປະ ເທດ, ການຕີລາຄາການປະຕີບັດມະຕິວ່າດ້ວຍເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ແລະ ບັນດາເອກະສານທີ່ສຳຄັນເຊັ່ນ: ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 01/ກມສພ ລົງວັນທີ 7/1/2022 ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນ-ຍ້ອງຍໍໄລຍະໃໝ່, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ລົງວັນທີ 9/11/2022 ວ່າດ້ວຍການຕີລາຄາພະນັກງານ, ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 233/ຄລສພ ລົງວັນທີ 7/11/2022 ກ່ຽວກັບການຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ, ແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 322/ຄຈສພ ລົງວັນທີ 2/11/2022 ກ່ຽວກັບການປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ. ອັນໄດ້ເຮັດໃຫ້ບັນດາສະຫາຍຄະນະບໍລິຫານງານພັກ, ບັນດາສະຫາຍຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ໄດ້ເຂົ້າໃຈ, ກໍາ ແໜ້ນເນື້ອໃນຈິດໃຈຕົ້ນຕໍຢ່າງເລິກເຊິ່ງ ແລະ ເປັນເອກະພາບສູງ ກ່ຽວກັບມະຕິດັ່ງກ່າວ ເປັນຢ່າງດີ ເພື່ອພ້ອມກັນຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຢ່າງມີປະສິດທິຜົນສູງ.

ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະ ກອນ ອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນເປັນເຈົ້າການ, ທຸ້ມເທສະຕິປັນຍາ, ເຫື່ອແຮງ, ຍົກສູງຄວາມຮັບຜິດຊອບການເມືອງ ເພື່ອນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດໃຫ້ຖືກທິດ, ປັບປຸງແກ້ໄຂຂໍ້ຄົງຄ້າງຜ່ານມາ, ເສີມຂະຫຍາຍດ້ານດີ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດ ຕາມມະຕິກອງປະຊຸມໃຫຍ່ສະມາຊິກພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ V, ຜັນຂະຫຍາຍແຜນງານ, ໂຄງການ ເຂົ້າເປັນກິດຈະກໍາປະຈໍາວັນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ທິດຊີ້ນໍາທາງຂັ້ນເທິງວາງອອກໃນແຕ່ລະໄລຍະ ໃຫ້ເປັນລະບົບຕໍ່ເນື່ອງ, ມີປະສິດທິພາບ, ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການປະຕິບັດສິດກ່າວຟ້ອງຂອງອົງການໄອຍະການປະຊາຊົນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ.

ຂ່າວ: ອອປສ

ສະພາບອາກາດ ປະຈໍາວັນທີ 01 ທັນວາ 2022

0

ມວນອາກາດເຢັນທີ່ປະເທດຈີນ ຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນ ອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະເຢັນລົງ ຢູ່ໃນແຕ່ລະພາກ ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ແລະ ຈະມີລົມ ພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 01/12/2022 ເຖິງເວລາ 7:00 ໂມງວັນທີ 02/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນຈະໜາວເຢັນລົງຕື່ມອີກ ພ້ອມຈະມີຝົນຕົກ ຟ້າຮ້ອງໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 12-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຈະເຢັນ ຫາ ໜາວເຢັນລົງ ພ້ອມຈະ ມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແລະ ມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 50% ຂອງ ພາກ. ອຸນຫະພູມໃນລະຫວ່າງ 15-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມ ພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຈະເຢັນລົງ ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງ ທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ປົກຫຸຸ້ມ ຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 21-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມຈະມີຝົນຕົກຟ້າຮ້ອງ ໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 40%. ອຸນຫະພູມ ໃນລະຫວ່າງ 11-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 21-35 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ຫລື ເນື້ອທີ່ປົກຫຸຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມ ໃນລະຫວ່າງ 13-26 ອົງສາ.

ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຮັບຫຼຽນຄຳທີ່ລະນຶກກຳແພງເມືອງຈີນ ເປັນຄົນທຳ ອິດຂອງ ສປປ ລາວ

0

ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູງກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ເປັນຄົນທຳອິດ ຂອງ ສປປ ລາວ ທີ່ຮັບ “ຫຼຽນຄຳ ທີ່ລະນຶກກຳແພງເມືອງຈີນ” ເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງກະຊວງປ້ອງກັນຄວາມສະຫງົບ ສປ ຈີນ. ພິທີປະດັບຫຼຽນດັ່ງກ່າວໄດ້ຈັດຂຶ້ນໃນວາລະການດຳເນີນກອງປະຊຸມ ເວທີປຶກສາຫາລືຫຼຽນຢູນກາງ ໃນຫົວຂໍ້: “ ການຮ່ວມມືສ້າງປະຊາຄົມຄວາມໝັ້ນຄົງສາກົນ ເພື່ອຕອບສະໝອງການປ່ຽນແປງຂອງໂລກ” ໃນວັນທີ 29 ພະຈິກ 2022 ໃນຮູບແບບກອງປະຊຸມທາງໄກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫວາງ ສ່ຽວ ຫົງ ເລຂາທິການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປ ຈີນ, ສະຫາຍ ເຈິງ ເຫວີຍ ຊູງ ຮອງປະທານຄະນະກຳມະການສະກັດກັ້ນ ແລະ ຕ້ານຢາເສບຕິດແຫ່ງຊາດຈີນ ປະທານກອງປະຊຸມເວທີປຶກສາຫາລືຫຼຽນຢູນກາງ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ພົນເອກ ວິໄລ ຫຼ້າຄຳຟອງ ກ່າວສະ ແດງຄວາມຮູ້ສຶກປຶ້ມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ເຖິງຄວາມໄວ້ເນື້ອເຊື່ອໃຈ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ, ທັງເປັນການຢັ້ງຢືນຕໍ່ຜົນງານ ແລະ ໄຊຊະນະຂອງການຊີ້ນຳ-ນຳພາ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ, ທ່ານ ກ່າວວ່າ: “ຂ້າພະເຈົ້າຮູ້ສຶກ ພາກພູມໃຈ ທີ່ໄດ້ຮັບກຽດ ເປັນຄົນທຳອິດ ຂອງ ສປປ ລາວ ເພື່ອຮັບ “ຫຼຽນຄຳ ທີ່ລະນຶກກຳແພງເມືອງຈີນ” ເຊິ່ງເປັນຫຼຽນທີ່ສະແດງເຖິງການ ຍ້ອງຍໍຊົມເຊີຍສູງສຸດ ຂອງກະຊວງປ້ອງ ກັນຄວາມສະຫງົບ ສປ ຈີນ ຕໍ່ເພື່ອນມິດສາກົນ ຜູ້ທີ່ປະກອບສ່ວນອັນພົ້ນເດັ່ນ ໃນການຊຸກຍູ້ການຮ່ວມມືສາກົນ ໃນດ້ານປະຕິບັດກົດໝາຍ ແລະ ການຮັກສາຄວາມສະຫງົບປອດໄພ, ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ”.

“ຂ້າພະເຈົ້າ ເຊື່ອໝັ້ນວ່າ ໂດຍຄວາມພະຍາຍາມຮ່ວມກັນຂອງທຸກຝ່າຍ ເວທີປຶກສາຫາລືຫຼຽນຢູນກາງ ຈະກາຍເປັນເວທີສຳຄັນໜຶ່ງໃນການເຕົ້າໂຮມບັນດາການນຳລັດຖະບານປະເທດຕ່າງໆ, ທັງພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນສ້າງຕັ້ງ, ຮ່ວມກັນຄຸ້ມຄອງ, ຮ່ວມກັນສົ່ງເສີມການປະຕິບັດກົດໝາຍ ແນໃສ່ສ້າງຄວາມປອດໄພໃນການດໍາລົງຊີວິດຂອງປະຊາຊົນ ແລະ ສ້າງສະພາບແວດລ້ອມອັນເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບດີຂຶ້ນ” ພົນເອກ ວິໄລ ຫຼ້າຄຳຟອງ ກ່າວ.

ພາບ-ຂ່າວ: ບຸນພະຈັນ

ການຮ່ວມມືສື່ມວນຊົນ ລາວ-ຫວຽດນາມ ມີມູນເຊື້ອຍາວນານ

0

ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງຂະແໜງສື່ມວນຊົນລາວ-ຫວຽດນາມ ແມ່ນມີມູນເຊື້ອຊ່ວຍເຫລືອຊຶ່ງກັນ ແລະ ກັນມາຍາວນານ ບໍ່ວ່າໃນສະໄຫມການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ສອງຝ່າຍໄດ້ມີການຊ່ວຍເຫຼືອກັນດ້ານວິຊາການ ແລະ ອຸປະກອນເຕັກນິກ ການແລກປ່ຽນຂໍ້ມູນຂ່າວສານ ໂດຍສະເພາະແມ່ນການຊ່ອຍເຫຼືອສ້າງບຸກຄະລາກອນໃຫ້ແກ່ສື່ມວນຊົນລາວ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫລື VOV ເມື່ອບໍ່ດົນມານີ້ວ່າ: ປະຈຸບັນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໄດ້ມີສັນຍາການຮ່ວມມື ກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວີທະຍຸ, ໂທລະພາບຫວຽດນາມ ແຕ່ລະປີໄດ້ມີການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນຫລາຍລະດັບເຊັ່ນ: ການນໍາລະດັບຂັ້ນສູງຂອງກະຊວງ ໄປຮອດລະດັບວິຊາການ, ໂດຍໄດ້ປຶກສາຫາລືການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫລືອກັນຕາມຄວາມສາມາດຂອງແຕ່ລະຝ່າຍ ເຊິ່ງໃນຕໍ່ໜ້າກະຊວງ ຖວທ ຂອງ ສປປ ລາວ ຈະສືບຕໍ່ຮ່ວມມື ກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວິທະຍຸກະຈາຍສຽງ ແລະ ໂທລະພາບຫວຽດນາມ ເພື່ອຮັດແໜ້ນສາຍພົວພັນທີ່ມີມູນເຊື້ອມາແລ້ວນັ້ນໃຫ້ໃກ້ສິດຕິດແທດ ແລະ ແໜ້ນແຟ້ນຂຶ້ນກ່ວາເກົ່າ ໃນຖານະທີ່ເປັນເພື່ອນມິດຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ໂດຍຈະລົງເລິກໃນການແລກປ່ຽນຂໍ້ມູນຂ່າວສານໃນຍຸກແຫ່ງການຂະຫຍາຍຕົວທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານນີ້ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນກໍຄືໃນເວທີໂລກ.

ໂອກາດສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີນີ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃນການເຮັດໃຫ້ປີທີ່ມີຄວາມຫມາຍນີ້ໃຫ້ຟົດຟື້ນ ໂດຍສະເພາະໃນວຽກງານຖະແຫລງຂ່າວທຸກສື່ຂອງລາວໄດ້ສຸມໃສ່ໂຄສະນາຫລາຍຮູບຫລາຍແບບບໍ່ວ່າຈະເປັນວິທະຍຸ-ໂທລະພາບ, ສື່ສິ່ງພິມ ແລະ ສື່ໃຫມ່ສື່ອອນລາຍ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າຄື: ຊາວໂລກໄດ້ຮັບຮູ້ສາຍພົວພັນແບບພິເສດ ລະຫວ່າງສອງຊາດເປັນສາຍພົວພັນທີ່ຫາຍາກໃນໂລກ, ຜະລິດລາຍການພິເສດທາງວິທະຍຸ-ໂທລະພາບ ເພື່ອໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບສາຍພົວພັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ໃນໜັງສືພິມສະບັບຕ່າງໆ ກໍ່ໄດ້ເອົາວຽກການພົວພັນລະຫວ່າງສອງຊາດພວກເຮົາເປັນບຸລິມະສິດອອກໃນໜ້າທີ່ສຳຄັນ. ໃນດ້ານສິລະປະ-ວັດທະນະທຳ ກໍໄດ້ຊີ້ນໍາໃຫ້ພາກສ່ວນວິຊາສະເພາະ ແຕ່ງບົດເພງ, ບົດຟ້ອນ, ກາບກອນ, ບົດລະຄອນ, ຮູບເງົາ, ງານວາງສະແດງຮູບພາບ ແລະ ກິດຈະກຳອື່ນໆ ເພື່ອຈັດງານສະແດງໃນພິທີການສຳຄັນຕ່າງໆ ເພື່ອສະເຫລີມສະຫລອງສອງວັນປະຫວັດຊາດ ມີດຕະພາບລາວ-ຫວຽດນາມ ທີ່ຈັດຂຶ້ນຢູ່ລາວ ແລະ ຫວຽດນາມ.

ໃນໄລຍະຜ່ານມາ ຝ່າຍຫວຽດນາມໄດ້ໃຫ້ການຊ່ອຍເຫຼືອແກ່ວຽກງານຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຢ່າງຫລວງຫລາຍ ແລະ ສະເໝີຕົ້ນສະເໝີປາຍ ໃຫ້ແກ່ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຊັ່ນ: ໃນວຽງານສື່ມວນຊົນແຕ່ລະອົງການສື່ມວນຊົນຂອງລາວ ແລະ ຫວຽດນາມກໍໄດ້ມີສັນຍາຮ່ວມມືຊຶ່ງກັນ ແລະ ກັນ, ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍໂຄສະນາໃຫ້ກັນ ແລະ ກັນ ພິເສດທາງຝ່າຍຫວຽດນາມໄດ້ຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ກະຊວງ ຖວທ ຂອງພວກຂ້າພະເຈົ້າຕະຫລອດມາ, ຊ່ວຍກໍ່ສ້າງ ພື້ນຖານໂຄງລ່າງເຊັ່ນ: ກໍ່ສ້າງ ແລະ ຕິດຕັ້ງອຸປະກອນສຳລັບໂທລະພາບແຫ່ງຊາດລາວຊ່ອງ1 ເລີ່ມປີ 2000 ເປັນຕົ້ນມາ ລັດຖະບານຫວຽດນາມ ໄດ້ຊ່ວຍສ້າງເຄືອຄ່າຍສົ່ງຕໍ່ວິທະຍຸ-ໂທລະພາບຢູ່ແຂວງອຸດົມໄຊ ແລະ ສະຫວັນນະເຂດ, ໄດ້ສຳເລັດການກໍ່ສ້າງວິທະຍຸ-ໂທລະພາບແຂວງບໍ່ແກ້ວ ແລະ ປະຈຸບັນກໍາລັງເລີ່ມດຳເນີນຢູ່ຫລວງພະບາງ, ປາກຊ່ອງແຂວງຈຳປາສັກ, ອຸດົມໄຊ, ດໍາເນີນການຊ່ວຍເຫລືອກໍ່ສ້າງວິທະຍຸ-ໂທລະພາບ ແຂວງຫົວພັນ.ອັນໄດ້ເຮັດໃຫ້ຄື້ນວິທະຍຸຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ຄື້ນຂອງໂທລະພາບແຫ່ງຊາດລາວ ໄດ້ກະຈາຍໄປສູ້ຜູ້ເບີ່ງ, ຜູ້ຟັງໄດ້ກວ້າງໄກກວ່າເກົ່າ.

ທາງດ້ານວຽກງານວັດທະນາທໍາ ສສ ຫວຽດນາມ ໄດ້ຊ່ວຍສ້າງຕຶກອາຄານໂຮງຮຽນສີລະປະແຫ່ງຊາດ, ຊ່ວຍຝຶກອົບຮົມຄູອາຈານ ແລະ ຊ່ວຍກໍ່ສ້າງນັກສະແດງກາຍຍະສິນຂອງລາວ ໂດຍໄປສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ຈຳນວນຫລາຍຊຸດຊຶ່ງສັງລວມມູນຄ່າການຊ່ວຍເຫລືອແລ້ວແມ່ນເປັນມູນຄ່າອັນມະຫາສານ.

ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮູ້ເຖິງການຊ່ວຍເຫລືອດ້ານວິທະຍຸຂອງຫວຽດນາມ ຕໍ່ວິທະຍຸລາວວ່າ: ຂ້າພະເຈົ້າໃນນາມການນຳ ຂອງກະຊວງຮູ້ສຶກປະທັບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງເພາະ VOV ໄດ້ຊ່ວຍເຫລືອ ວສສ ໃຫ້ເຕີບໃຫຍ່ຂະຫຍາຍຕົວມາແຕ່ສະໄຫມການປະຕິວັດຕໍ່ສູ້ກູ້ຊາດ ຍາດເອົາເອກກະລາດຂັບໄລ່ຈັກກະພັດຕ່າງດ້າວ ແລະ ພວກລູກແຫຼ້ງຕີນມືຈົນສຳເລັດ ໃນສະໄຫມກ່ອນວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຊ່ວຍສ້າງສະຖານີວິທະຍຸຝ່າຍປະເທດລາວ, ອຸປະກອນເຕັກນິກ ແລະ ສ້າງນາຍຊ່າງເຕັກນິກ, ນັກຂ່າວ, ໂຄສົກ ຢູ່ທີ່ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ແລະ ທັງຢູ່ໃນດິນແດນຫວຽດນາມ ທີ່ເອີ້ນວ່າເບໂມດ (B1) ຈົນກາຍເປັນກະບອກສຽງໂຄສະນາທີ່ແຫຼມຄົມຂອງພັກ ແລະ ແນວລາວຮັກຊາດກະຈາຍສຽງໄປທົ່ວປະເທດ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກໍສືບຕໍ່ຊ່ວຍເຫຼືອ ວສລ ໃນດ້ານຕ່າງໆຢ່າງເປັນປົກກະຕິ ໂດຍສະເພາະນັບແຕ່ ປີ1990 ເປັນຕົ້ນມາຈົນຮອດປັດຈຸບັນ ໄດ້ມີການແລກປ່ຽນຢ້ຽມຢາມຖອດຖອນບົດຮຽນ, ປຶກສາຫາລືລະຫວ່າງການນຳຂອງສອງຝ່າຍປີລະເທື່ອ ແລະ ແລກປ່ຽນນັກຂ່າວປີລະ 1 ຄະນະ ນອກຈາກນັ້ນ VOV ຍັງໄດ້ຊ່ວຍຝຶກອົບຮົບນາຍຊ່າງເຕັກນິກໃຫ້ ວສລ ແລະ ວິທະຍຸທ້ອງຖິ່ນ ປິລະ 15-20 ຄົນ ຫລ້າສຸດລັດຖະບານຫວຽດນາມໄດ້ມອບໝາຍໃຫ້ວິທະຍຸກະຈາຍສຽງຫວຽດນາມ VOV ປະຕິບັດໂຄງການຊ່ວຍເຫລືອເພື່ອຍົກລະດັບເຕັກນິກວິທະຍຸໃຫ້ເປັນທັນສະໄຫມຄົບຊຸດ ເລີ່ມປະຕິບັດມາແຕ່ປີ 2019 ແລະ ສໍາເລັດສົມບູນໃນປີ 2021 ລວມມີການປັບປຸງຍົກລະດັບຫ້ອງອັດສຽງ, ຫ້ອງຄວບຄຸມສຽງທີ່ມີອຸປະກອນດິຈິຕອນທີ່ທັນສະໄຫມລໍ້າຍຸກ ພ້ອມທັງຊ່ວຍເຄື່ອງສົ່ງໃຫມ່ຄວາມແຮງ 20 ກິໂລວັດໃຫ້ FM 103,7 Mhz ອັນໄດ້ເຮັດໃຫ້ ວສລ ດຽວນີ້ມີໃບຫນ້າໃຫມ່ທັນຍຸກທັນສະໄຫມ ຊຶ່ງຄິດເປັນມູນຄ່າມະຫາສານ.

ໂດຍ: ຄໍາກອງ

ທິມເຕະບານ ຍິງ ແລະຊາຍ ຂອງແຂວງຈຳປາສັກ ໄດ້ເປັນແຊັມເຕະບານ ນັກ ຮຽນສຶກສາທົ່ວປະເທດຍິງ-ຊາຍ Copa coca cola lao ປະຈຳປີ 2022

0

ການຈັດການແຂ່ງຂັນບານເຕະ ນັກຮຽນມັດທະຍົມສຶກສາທົ່ວປະເທດຍິງ-ຊາຍ COPA COCA COLA LAO ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການແລະ ກິລາ ປະຈຳປີ 2022 ໄດ້ສິ້ນສຸດລົງໃນວັນທີ24 ພະຈິກ 2022 ທີ່ເດີ່ນບານລ້ານຊ້າງ ສະເຕດ້ຽມ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຈັດງານແຂ່ງຂັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຮອງປະທານຈັດການແຂ່ງຂັນ , ທ່ານ ລີແອນໂດ ມາຕິນ ຄາຊາເຣຕ້າ ຜູ້ຈັດການທົ່ວໄປ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອດຕລິ້ງ ຈຳກັດ ກໍ່ໃຫ້ກຽດເຂົ້າຮ່ວມ, ທ່ານ ພະສິນ ປັ້ນດີ ຜູ້ຈັດການສາຍງານຂາຍ ທົ່ວປະເທດ ບໍລິສັດ ລາວໂຄຄາ-ໂຄລາ ບ໊ອດຕລິ້ງ ຈຳກັດ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ຮອງກົມ, ອ້ອມຂ້າງກະຊວງສຶກສາທິການ ແລະ ກິລາກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ເຂົ້າຮ່ວມ.

ການແຂ່ງຂັນເຕະບານ ລາຍການ COPA COCA COLA LAO 2022 ຊີງຂັນທ່ານລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ເລີ່ມແຂ່ງຂັນແຕ່ວັນທີ 12 ຕຸລາ 2002 ເປັນຕົ້ນມາ ແມ່ນຮອບຄັດເລືອກທົ່ວນະຄອນຫຼວງວຽງຈັນ ເພື່ອຄັດເລືອກເອົາທິມຊະນະເລີດ ທິມຊາຍ 2 ທິມ ແລະ ທິມຍິງ 2 ທິມ ເປັນຕົວແທນຂອງນະ ຄອນຫຼວງວຽງຈັນ.

ວັນທີ 3-8 ພະຈິກ 2022 ຮອບຄັດເລືອກເຂດພາກເໜືອ(ຈັດຢູ່ ແຂວງຫຼວງພະບາງ) ເພື່ອຄັດເລືອກເອົາ ທິມຊາຍ1 ແລະ ທິມຍິງ1 ເປັນຕົວແທນເຂດພາກເໜືອ

ວັນທີ 9-15 ພະຈິກ 2022 ຮອບຄັດ ເລືອກເຂດພາກໃຕ້ (ຈັດຢູ່ແຂວງ ຈໍາປາສັກ) ເພື່ອຄັດເລືອກເອົາ ທິມຊາຍ1 ແລະ ທິມຍິງ1 ເປັນຕົວແທນເຂດພາກໃຕ້

ເຊິ່ງຜົນຂອງການແຂ່ງຂັນຮອບຄັດເລືອກມີດັ່ງນີ້:

1. ຕົວແທນໃຫ້ແກ່ນະຄອນຫຼວງມີ 2 ທິມຊາຍຄື ມສ ຫງວຽນຢູ (ເມືອງ ຈັນທະບູລີ) ແລະ ມສ ສາລາຄໍາ(ເມືອງຫາດຊາຍຟອງ) ແລະ 2 ທິມຍິງ ມສ ໂຄກສີວິໄລ (ເມືອງໄຊທານີ ) ແລະ ມສ ສົມສະຫວາດ(ເມືອງປາກງື່ມ)

2. ຕົວແທນໃຫ້ແກ່ພາກເໜືອ ທິມຊາຍ 1 ທິມ ແຂວງ ໄຊຍະບູລີ ທິມຍິງ1ທິມ ແຂວງຫຼວງພະບາງ

3. ຕົວແທນໃຫ້ແກ່ພາກໃຕ້ ທິມຊາຍ 1 ທິມ ແຂວງ ຈໍາປາສັກ ແລະ ທິມຍິງ 1 ທິມ ແຂວງ ຈໍາປາສັກ

ແລະໃນວັນທີ 21-24 ພະຈິກ 2022 ແມ່ນຮອບແຂ່ງຂັນທົ່ວປະເທດຊຶ່ງໄດ້ຈັດຂຶ້ນຢູ່ສະໜາມກິລາລ້ານຊ້າງສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍເອົາທິມທີ່ຊະນະເລີດໃນແຕ່ລະພາກມາແຂ່ງຂັນກັນ. ໂດຍນໍາໃຊ້ລະບົບການແຂ່ງຂັນແບບເສຍຄັດອອກ ຫຼື ນ໊ອກອ໋າວ.

ສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້:

ລາງວັນ ຜູ້ຮັກສາປະຕູດີເດັ່ນ

– ນາງ ປານິຕາ ລາວສະວົງ ທີມແຂວງຈຳປາສັກ

– ທ້າວ ທິດສາຄອນ ສາລີວົງວັດ ທີມແຂວງຈຳປາສັກ

ລາງວັນ ຜູ້ຊ່ວຍຍິງປະຕູ

– ນາງ ເຮມາ ແສງປະເສີດ ທີມແຂວງຈຳປາສັກ

– ທ້າວ ກິຕ້າ ເຮືອງວິໄລ ທີມ ຮຮ ມສ ຫງວຽນຢູ ຕົວແທນນະຄອນຫຼວງວຽງຈັນ

ລາງວັນ ຜູ້ຍິງປະຕູສູງສຸດ

– ນາງ ສາຍຝົນ ທະມະນີ ທີມແຂວງຫຼວງພະບາງ

– ທ້າວ ທົງໄຊ ຫອມສົມບັດ ທີມແຂວງຈຳປາສັກ

ລາງວັນ ນັກກິລາດີເດັ່ນ

– ນາງ ຟ້າ ພົມມາ ທີມແຂວງຫຼວງພະບາງ

– ທ້າວ ວັນນະສັກ ອິນທິລາດ ທີມແຂວງຈຳປາສັກ

1. ປະເພດທີມຊາຍ:

– ລາງວັນຊະນະເລີດ ອັນດັບທີ 1 ໄດ້ແກ່ທີມ: ແຂວງ ຈຳປາສັກ ເງິນລາງວັນໄດ້ຮັບຂັນ 1 ໜ່ວຍ ມູນຄ່າ 70.000.000 ກີບ(ເປັນເງີນສົດ 56.000.000 ກີບ ແລະເປັນຜະລິດຕະພັນໂຄຄາໂຄລາ 14.000.000 ກີບ.

– ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ທີມ: ໂຮງຮຽນ ມ.ສ ຫງວຽນຢູ ຕົວແທນນະຄອນຫຼວງວຽງຈັນ ໄດ້ຮັບຫຼຽນ ລາງວັນ ແລະ ເງິນສົດມູນຄ່າ 40.000.000 ກີບ (ເປັນເງິນສົດ 32.000.000 ກີບ ແລະ ເປັນຜະລິດຕະພັນໂຄຄາໂຄລາ 8.000.000 ກີບ)

– ຮອງຊະນະເລີດ ອັນດັບທີ 3 ໄດ້ແກ່ທິມ: ໂຮງຮຽນ ມ.ສ ສາລາຄຳ, ໄດ້ຮັບຫຼຽນ ລາງວັນ ແລະ ເງິນລາງວັນມູນຄ່າ 20.000.000 ກີບ (ເປັນເງິນສົດ 16.000.000 ກີບ ແລະ ເປັນຜະລິດ ຕະພັນ ໂຄຄາໂຄລາ 4.000.000 ກີບ)

2. ປະເພດທິມຍິງ

– ຊະນະເລີດ ອັນດັບທີ 1 ໄດ້ແກ່ທີມຈາກໂຮງຮຽນແຂວງຈໍາປາສັກໄດ້ຮັບຂັນ 1ໜ່ວຍ, ຫຼຽນລາງວັນ ແລະ ເງິນລາງວັນມູນຄ່າ 70.000.000 ກີບ(ເປັນເງີນສົດ 56.000.000 ກີບ ແລະ ເປັນຜະລິດຕະພັນໂຄຄາໂຄລາ 14.000.000 ກີບ.

– ຮອງຊະນະເລີດ ອັນດັບທີ 2 ໄດ້ແກ່ທິມຈາກໂຮງຮຽນແຂວງຫຼວງພະບາງ

ໄດ້ຮັບ ຫຼຽນລາງວັນ ແລະ ເງິນສົດມູນຄ່າ 40.000.000 ກີບ (ເປັນເງິນສົດ 32.000.000 ກີບ ແລະ ເປັນຜະລິດຕະພັນໂຄຄາໂຄລາ 8.000.000 ກີບ)

– ຮອງຊະນະເລີດ ອັນດັບທີ 3 ໄດ້ແກ່ທີມໂຮງຮຽນ ມ.ສ ໂຄກສີວິໄລໄດ້ຮັບຫຼຽນລາງວັນ ແລະ ເງິນລາງວັນມູນຄ່າ 20.000.000 ກີບ (ເປັນເງິນສົດ 16.000.000 ກີບ ແລະ ເປັນຜະລິດຕະພັນ ໂຄຄາໂຄລາ 4.000.000 ກີບ)

ການຈັດການແຂ່ງຂັນບານເຕະ ນັກຮຽນມັດທະຍົມສຶກສາທົ່ວປະເທດຍິງ-ຊາຍ COPA COCA COLA LAO ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການແລະ ກິລາ ປະຈຳປີ 2022ໄດ້ປິດລົງຢ່າງສວຍງາມ

ພວກເຮົາເຊື່ອວ່າ “ກິລາມີພະລັງທີ່ຈະປ່ຽນແປງໂລກ” ທີມໄວໜຸ່ມທີ່ພວກເຮົາກຳລັງເຫັນໃນມື້ນີ້ ແມ່ນເປັນອານາຄົດຂອງກິລາລາວໃນມື້ໜ້າ.ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈຳກັດ, ຫວັງວ່າການແຂ່ງຂັນໃນປີນີ້ຈະເປັນແຮງບັນດານໃຈທີ່ແທ້ຈິງໃຫ້ຫຼາຍໆຄົນມີຄວາມສົນໃຈ ແລະ ຕັ້ງໃຈຝຶກຊ້ອມກິລາໃຫ້ຫລາຍຂຶ້ນ.

ໃນການແຂ່ງຂັນຄັ້ງຕໍ່ໄປ, ພວກເຮົາຄາດຫວັງວ່າຈະມີທີມເພີ່ມຂຶ້ນຈາກຫຼາຍແຂວງໃນ ສປປ ລາວ. ເພື່ອເປີດໂອກາດໃຫ້ແກ່ໄວໜຸ່ມຜູ້ທີ່ມີພອນສະຫວັນຈາກທົ່ວປະເທດເຂົ້າຮ່ວມ ແລະ ສະແດງຄວາມສາມາດໃນງານນີ້ໃຫ້ນັບມື້ນັບຫລາຍຂຶ້ນ.

ນວ ປາຖະກະຖາວັນຊາດ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ

0

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຕັ້ງປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຂຶ້ນໃນວັນທີ 30 ພະຈິກ ນີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດ ແຫ່ງ ສປປ ລາວ, ມີ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ມີບັນດາການນຳພັກ-ລັດ ແລະ ພະນັກງານຫຼັກແຫຼ່ງນະຄອນຫຼວງວຽງຈັນ ແລະ ເມືອງອ້ອມຂ້າງ ນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນການປາຖະກະຖາດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ຍົກໃຫ້ເຫັນປະເທດລາວພາຍຫຼັງພວກລ່າເມືອງຂຶ້ນແບບໃໝ່ ເຂົ້າແຊກແຊງຮຸກຮານ, ຄວາມໝາຍພຶດຕິກຳໃນພາລະກິດການປະຕິວັດປົດປ່ອຍຊາດ, ຜົນງານການສ້າງສາພັດທະນາປະເທດຊາດ 47 ປີ ແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ ຄື:ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນັ້ນ ໄດ້ຍົກໃຫ້ເຫັນຊີວິດ ແລະ ການເຄື່ອນ ໄຫວປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ, ຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ, ເສີມຂະຫຍາຍ ແລະ ສືບທອດມໍລະດົກອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້.

ໃນການຈັດຕັ້ງປາຖະກະຖາຄັ້ງນີ້ ແມ່ນເພື່ອເປັນການຫວນຄືນມູນເຊື້ອການຊີ້ນຳ-ນຳພາຕໍ່ສູ້ປົດປ່ອຍຊາດຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດສະຖາປະນາສ້າງຕັ້ງ ປະເທດ ສປປ ລາວ ໃນ ວັນທີ 2 ທັນວາ 1975 ມາເຖິງປັດຈຸບັນ ກໍເປັນເວລາ 47 ປີ ຊຶ່ງໃນຂະບວນການນັ້ນກໍມີ ຫຼາຍສະຫາຍ ການນຳທີ່ກໍ່ຕັ້ງການປະຕິວັດຮຸ້ນທຳອິດ ແຕ່ທີ່ໂດດເດັ່ນກວ່າໝູ່ກໍແມ່ນມີ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ສະຫຼາດສ່ອງໃສຂອງພວກເຮົາທີ່ເປັນຜູ້ນຳພາວາງແນວທາງ ແລະ ຂີດໝາຍຍຸດທະສາດໃນການກ້າວສູ່ເສັ້ນທາງສັງຄົມນິຍົມໄວ້ໃຫ້ພວກເຮົາ.

ໃນໂອກາດດັ່ງກ່າວ ທ່ານ ອານຸພາບ ຕຸນາລົມ ໄດ້ລາຍງານໂດຍຫຍໍ້ ການຊີ້ນຳ-ນຳພາຂອງອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນໃນໄລຍະ 1 ປີຜ່ານມາ ຊຶ່ງປັດຈຸບັນທົ່ວອົງຄະນະພັກ ນະຄອນຫຼວງວຽງຈັນ ປະກອບມີ 9 ອົງຄະນະພັກເມືອງ, 2 ອົງຄະນະພັກກອງບັນຊາການ (ທະຫານ ແລະ ປກສ ນະຄອນຫຼວງວຽງຈັນ), ມີ 95 ຄະນະພັກຮາກຖານ, 1.205 ໜ່ວຍພັກ (ໜ່ວຍພັກຮາກຖານ 517 ໜ່ວຍພັກ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 693 ໜ່ວຍພັກ) ມີສະມາຊິກພັກທັງໝົດ 23.364 ສະຫາຍ ຍິງ 7.652 ສະຫາຍ, ທົ່ວນະຄອນຫຼວງວຽງຈັນ ປະກອບມີ 9 ເມືອງ ມີ 481 ບ້ານມີ 166.705 ຄົວເຮືອນ ມີ ພົນລະເມືອງ 829.190 ຄົນ ຍິງ 416.721 ຄົນ, ໃນ 1 ປີຜ່ານມາ ນະຄອນຫຼວງວຽງຈັນມີວຽກງານ ແລະ ເຫດການສຳຄັນຫຼາຍປະການເກີດຂຶ້ນ.

ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ໃຫ້ການພົບປະໂອ້ລົມຕໍ່ພະນັກງານການນຳ ແລະ ພະນັກງານຫຼັກແຫຼ່ງນະຄອນຫຼວງວຽງຈັນຕື່ມອີກ.

(ຂ່າວ-ພາບ: ສຳນານ)