Friday, October 10, 2025
Home Blog Page 859

ລັດຖະບານ ຈະເລັ່ງແກ້ໄຂຄວາມບອບບາງດ້ານເສດຖະກິດ ໃຫ້ກັບສູ່ປົກກະຕິໂດຍໄວ

0

ພາຍຫລັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ແລ້ວ, ລັດຖະບານ ຈະຮີບຮ້ອນນໍາໄປຈັດຕັ້ງຜັນຂະຫຍາຍ ໂດຍຈະໄດ້ກໍານົດເປັນໜ້າວຽກລະອຽດ ແລະ ແບ່ງຄວາມຮັບຜິດຊອບ, ທັງກໍານົດຄາດໝາຍທາງດ້ານເວລາໃນການຈັດຕັ້ງປະຕິບັດໃຫ້ ລະອຽດ. ພ້ອມທັງ ເລັ່ງແກ້ໄຂສະພາບຄວາມບອບບາງ ດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດ ແມ່ນ: ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫລື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ໄຂບັນຫາ, ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງ ຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍກວ່າເກົ່າ; ສືບຕໍ່ປະຕິບັດບັນດານິຕິກາ ທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ລາຍງານໃນຕອນເຊົ້າວັນທີ 5 ທັນວາ 2022 ໃນວາລະຂອງການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ພ້ອມທັງໄດ້ສະເໜີບາງວຽກຈຸດສຸມ ທີ່ລັດຖະບານຈະເລັ່ງຈັດຕັ້ງປະຕິບັດ ໃນປີ 2023 ເປັນຕົ້ນ ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ໄດ້. ພ້ອມທັງຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດສືບຕໍ່ດໍາເນີນທຸລະກິດໄດ້. ນອກນັ້ນ ຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ໂດຍຫັນທຶນໄປສຸມໃສ່ໂຄງການລົງທຶນເພື່ອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາ ມາດຄວບຄຸມໄດ້. ພ້ອມນັ້ນ, ຈະສືບຕໍ່ແກ້ໄຂບັນຫາການສະໜອງ ນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫລາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງດ້ານເສດຖະກິດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ໂດຍ ສະເພາະ ຫົວໜ່ວຍລັດວິສາຫະກິດທີ່ໄດ້ກໍານົດໃນແຜນຂອງການປະຕິຮູບຂອງລັດຖະບານ; ສືບຕໍ່ປັບປຸງແກ້ໄຂໂຄງສ້າງໜີ້ສິນ ຂອງລັດວິສາຫະກິດໂດຍໄວ ດ້ວຍຫລາຍຮູບແບບ ລວມທັງການເຈລະຈາເລື່ອນການຊໍາລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫລ່ງກູ້ຢືມທີ່ມີດອກເບັ້ຍຕ່ໍາ, ຫລຸດການສ້າງໜີ້ໃໝ່ທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ເລັ່ງປັບປຸງກົນໄກອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານ ຈະກໍານົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດ ຊອບໃນການປັບປຸງໃຫ້ລະອຽດ. ນອກນັ້ນ ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງ ຕາມແຜນທີ່ວາງໄວ້; ຄົ້ນ ຄວ້າ ແລະ ຈັດສັນແຫລ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ປະກອບການທີ່ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ ເພື່ອສົ່ງອອກ ໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດນະໂຍບາຍດັ່ງ ກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ.

ທ່ານ ນາຍົກລັດຖະມົນຕີ ຢືນຢັນຈະສືບຕໍ່ເອົາໃຈໃສ່ຕໍ່ວຽກງານສັງຄົມ ໂດຍສະເພາະ ການປັບປຸງການບໍລິການທາງດ້ານສາທາລະນະສຸກ ແລະ ການປະກັນສຸຂະພາບ; ການປັບປຸງຫລັກສູດການສຶກສາ ໂດຍສະເພາະ ຫລັກສູດຊັ້ນປະຖົມສຶກສາ; ການສ້າງສີມືແຮງງານ ທີ່ມີສີມືດີ ເພື່ອສົ່ງອອກແຮງງານໄປຕ່າງປະເທດໃຫ້ເພີ່ມຂຶ້ນ; ການປັບປຸງສື່ທາງການຂອງລັດ ໂດຍສະເພາະປັບປຸງ ທາງດ້ານເນື້ອໃນ ແລະ ຮູບແບບໃນການນໍາສະເໜີຂ່າວຕ່າງໆ ໃຫ້ເຂົ້າໃຈງ່າຍ, ທັນການ ແລະ ຫລາກຫລາຍຮູບແບບ; ສືບຕໍ່ຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ຂອງພັກ ໃຫ້ແຂງແຮງກວ່າເກົ່າ ທັງສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ ຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ.

ຂ່າວ: ມະນີທອນ, ພາບ: ຂັນໄຊ, ອ່າຍຄຳ

ໃສ່ບາດ ຖວາຍກອງບຸນ ແລະ ເຄື່ອງສັງຄະທານອຸທິດສ່ວນບຸນກຸສົນ ແດ່ອະດີດການນຳທີ່ລ່ວງລັບ

0

ໃນຕອນເຊົ້າວັນທີ 3 ທັນວາ 2022 ຢູ່ທີ່ຫໍສະພາແຫ່ງຊາດ ໄດ້ມີພິທີໃສ່ບາດ ຖວາຍກອງບຸນ ແລະ ເຄື່ອງສັງຄະທານ ແດ່ພະສົງ 49 ອົງ ແລະ ຟັງອະນຸໂມທະນາກະຖາ, ຄາລະວະ ຮັບພອນ ຢາດນໍ້າ ອຸທິດສ່ວນ ບຸນກຸສົນແດ່ອະດີດການນຳທີ່ລ່ວງລັບ ໂດຍການເປັນເຈົ້າພາບ-ເຈົ້າສັດທາຂອງສະພາແຫ່ງຊາດ, ສູນກາງແນວລາວ ສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຈິດໃຈໃສສັດທາ, ທັງນີ້ ກໍເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນດາອະດີດການນນໍາ, ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ທີ່ເຄີຍປະຕິບັດໜ້າທີ່ວຽກງານຢູ່ ສະພາປະຊາຊົນສູງສຸດ ກໍຄື ສະພາແຫ່ງຊາດ ທີ່ໄດ້ເສຍຊີວິດໄປແລ້ວນັ້ນ. ໃນພິທີຄັ້ງນີ້, ມີ ພຣະອາຈານໃຫຍ່ ມະຫາບຸນມາ ສິມມະພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ມີບັນດາອະດີດການນໍາຂັ້ນສູງ, ບັນດາທ່ານການນຳພັກ-ລັດ, ພະເຖລານຸເຖລະ, ອົງການຈັດຕັ້ງຕ່າງໆ, ສະມາຊິກສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ບໍລິສັດຕ່າງໆ ແລະ ມວນຊົນພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫຼວງຫຼາຍ.

ພິທີອຸທິດສ່ວນບຸນກຸສົນຄັ້ງນີ້, ປະກອບມີກອງບຸນ ແລະ ກອງອັດຖະ ຈໍານວນ 31 ກອງ ເຊິ່ງອຸທິດ ເຖິງບັນດາທ່ານຄື: ປະທານ ໄກສອນ ພົມວິຫານ; ປະທານ ສຸພານຸວົງ; ທ່ານ ໜູຮັກ ພູມສະຫວັນ; ທ່ານ ສະໝານ ວິຍະເກດ; ທ່ານ ສີສົມພອນ ລໍວັນໄຊ; ທ່ານ ສີທົນ ກົມມະດຳ; ທ່ານ ໄຟດ່າງ ລໍເບຼຍຢາວ; ທ່ານ ຄຳສຸກ ແກ້ວລາ; ທ່ານ ຄຳບູ່ ສຸນິໄຊ; ທ່ານ ວົງເພັດ ໄຊເກີຢາຈົງຕົວ; ທ່ານ ອຸ່ນເນື້ອ ພິມມະສອນ; ທ່ານ ເຫລື່ອມ ອິນສີຊຽງໃໝ່; ທ່ານ ສຸວັນນະລາດ ໄຊຍະວົງ; ທ່ານ ສົມພະວັນ ອິນທະວົງ; ທ່ານ ໄຊ ເພັດລາສີ; ທ່ານ ທິດມ່ວນ ສາວຈັນທະລາ; ທ່ານ ນາງ ຄຳແພງ ບຸບຜາ; ທ່ານ ສີເມີຍ ນາມລາຊາ; ທ່ານ ຄຳລຽງ ພົນເສນາ; ທ່ານ ເກຍຸນ ຍົດໄຊວິບູນ; ທ່ານ ບົວສີ ລໍວັນໄຊ; ທ່ານ ທອງສາ ປັນຍາສິດ; ທ່ານ ພົວ. ໄຊສົມແພງ ສຸລິຍະວົງ; ທ່ານ ສົມພອນ ຂະຫຍອງເອກ; ທ່ານ ພົຕ. ບຸນທອນ ຈິດວິລະພົນ; ທ່ານ ຄຳສິງ ໄຊຍະກອນ; ທ່ານ ດວງດີ ອຸດທະຈັກ; ທ່ານ ພົວ. ວິໄລ ດວງມະນີ; ບັນດາທ່ານອະດີດສະມາຊິກສະພາແຫ່ງຊາດ; ອະດີດພະນັກງານ-ລັດຖະກອນ; ເຈົ້າຖິ່ນ ເຈົ້າຖານ, ເຈົ້າກຳນາຍເວນ ແລະ ເຈົ້າພໍ່ມະຫາທາ.

ຂ່າວ: ສພຊ

ທ່ານຮອງນາຍົກລັດຖະມົນຕີລາວ: ເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ

0

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 3 ທັນວານີ້, ລັດຖະບານລາວ ໄດ້ຈັດພິທີ ສະຫລຸບຜົນງານການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຄົບຮອບ 1 ປີ, ທ່ານ ສອນໄຊ ສີພັນດອນ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວ ໄດ້ກ່າວໃນພິທີດັ່ງກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຄວາມພາກພູມໃຈຂອງປະຊາຊົນລາວ ແລະ ປະເທດລາວ. ນັບແຕ່ເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນເວລາ 1 ປີເປັນຕົ້ນມາ, ໂດຍຜ່ານການດໍາເນີນທຸລະກິດທີ່ມີປະລິມານຫລາຍ ແລະ ຜ່ານການທົດສອບໜັກໜ່ວງຈາກສະພາບແວດລ້ອມພາຍນອກ, ຈິ່ງໄດ້ສະແດງໃຫ້ເຫັນຄຸນນະພາບການກໍ່ສ້າງ ແລະ ມາດຕະຖານຈີນ, ໄດ້ສະແດງໃຫ້ເຫັນເຖິງປະສິດທິພາບຂອງການຄຸ້ມຄອງທາງລົດໄຟຈີນ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າອີກວ່າ: ການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟ ລາວ-ຈີນ, ມັນໄດ້ປ່ຽນໂສມໜ້າໃໝ່ຂອງການຄົມມະນາຄົມຂົນສົ່ງຂອງ ສປປ ລາວ ສາມາດບັນລຸຄວາມມຸ່ງມາດປາຖະໜາໃນການຫັນຈາກ

ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຕໍ່ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟ ລາວ-ຈີນ.

ໄລຍະທາງເສັ້ນທາງລົດໄຟສະເລ່ຍຕໍ່ຫົວຄົນຂອງລາວໄດ້ຈາກອັນດັບສຸດທ້າຍຂຶ້ນເປັນອັນດັບ 28 ໃນຈໍານວນ 149 ປະເທດ ໃນໂລກທີ່ມີເສັ້ນທາງລົດໄຟ ແລະ ເປັນອັນດັບ 1 ຂອງອາຊຽນ, ກາຍເປັນຈຸດເຊື່ອມຕໍ່ດ້ານຄົມມະນາຄົມຂົນສົ່ງທີ່ສໍາຄັນຂອງແຫລມອິນດູຈີນ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ໄລຍະເວລາ 1 ປີ ທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟ ລາວ-ຈີນ, ມັນເປັນທັງຂອດສໍາຄັນ ທັງເປັນຈຸດເລີ່ມຕົ້ນໃໝ່. ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວ ຈະສືບຕໍ່ສະໜັບສະໜູນບັນດາວຽກງານຂອງບໍລິສັດທາງລົດໄຟ ລາວ-ຈີນ, ເພີ່ມທະວີການຮ່ວມມື, ດໍາເນີນການປັກປັກຮັກສາ, ດໍາເນີນທຸລະກິດ ແລະ ພັດທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ໄດ້ດີ, ນໍາເອົາຜົນປະໂຫຍດທີ່ແທ້ຈິງ ແລະ ນໍາເອົາຄວາມຮັ່ງມີມາສູ່ປະຊາຊົນສອງປະເທດ, ປະກອບສ່ວນສໍາຄັນໃໝ່ເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ!

ທ່ານ ຊ້ຽງຟັງຊຽງ ອຸປະທູດຂອງສະຖານທູດຈີນ ປະຈຳລາວ ກ່າວວ່າ ໃນຖານະເປັນໂຄງການສຳຄັນຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະຍຸດທະສາດ ຫັນປະເທດ Landlock ເປັນປະເທດ Landlink, ເສັ້ນທາງລົດໄຟ ຈີນ-ລາວ ແມ່ນສີລາລຶກອັນສຳຄັນໃນການກໍ່ສ້າງພື້ນຖານໂຄງລ່າງທີ່ທັນສະໄໝຂອງລາວ, ຝ່າຍຈີນຍິນດີຈະຮ່ວມກັບຝ່າຍລາວ ໃນການຜັນຂະຫຍາຍຄວາມເປັນເອກະພາບກັນຂອງການນຳສູງສຸດ ສອງພັກສອງລັດ, ປະຕິບັດຕາມເປົ້າໝາຍ ຊຸກຍູ້ຄວາມຄິດການເຊື່ອມຈອດກັນຂອງສາມປະເທດ ຈີນ, ລາວ ແລະ ໄທ, ປະຕິບັດການບຳລຸງຮັກສາທາງລົດໄຟໃຫ້ດີ, ສ້າງສາແລວທາງເສດຖະກິດລຽບຕາມ ທີ່ມີມາດຕະຖານສູງ, ສາມາດດຳເນີນແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທີ່ກຳນົດໃນຖະແຫລງຂ່າວຮ່ວມໃນການລົງເລິກກໍ່ສ້າງຄຸ່ຮ່ວມຊາຕາກຳເປັນອີກກ້າວໜຶ່ງ, ພະຍາຍາມຮັບປະກັນຄວາມປອດໄພຂອງທາງລົດໄຟ ແລະການດຳເນີນງານຢ່າງມີປະສິດທິພາບ, ປະກອບສ່ວນອັນໃຫຍ່ກວ່າເກົ່າເຂົ້າໃນການຊຸກຍູ້ການເຊື່ອມຈອດກັນ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ!

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ, ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການແລະຂົນສົ່ງ, ກໍຄືຜູ້ຮັບຜິດຊອບອື່ນໆຂອງສຳນັກງານນາຍົກ, ສະພາແຫ່ງຊາດ, ກະຊວງກົມກອງຕ່າງໆ, ຜູ້ນຳບັນດາແຂວງລຽບຕາມເສັ້ນທາງລົດໄຟ, ທ່ານ ຈູ່ໂກຈ່ຽງ ປະທານບໍລິສັດເສັ້ນທາງລົດໄຟ ລາວ-ຈີນ, ຜູ້ຕາງໜ້າກຳມະກອນຂອງໜ່ວຍງານຕ່າງໆທີ່ເຂົ້າຮ່ວມການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ລວມທັງໝົດປະມານ 400 ຄົນໄດ້ເຂົ້າຮ່ວມພິທີຄັ້ງນີ້.

ໃນພິທີດັ່ງກ່າວ, ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ໄດ້ນຳສະເໜີການບໍລິການໃໝ່ສອງຢ່າງ, ເພື່ອຊ່ວຍຍົກລະດັບການບໍລິການຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າຂອງເສັ້ນທາງລົດໄຟລາວ-ຈີນ ໃຫ້ສູງກວ່າເກົ່າ. ໃນນັ້ນ, “LCR ticket APP” ສາມາດໂຫລດໃນຮ້ານ android, ກວດຫາຂໍ້ມູນສະຖານີລົດໄຟ. ໃນທ້າຍເດືອນທັນວາປີນີ້, ສາມາດໂຫລດໃນຮ້ານແອເປິນ, ທັງສາມາດຊື້ປີ້ຜ່ານທາງອິນເຕີເນັດໄດ້. ການບໍລິການໃໝ່ດ້ານການຂົນສົ່ງສິນຄ້າ ຄື “ປີ້ດຽວສຳລັບການຂົນສົ່ງທາງລົດໄຟແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”, ຄືໃຊ້ໃບຂົນສົ່ງທາງລົດໄຟສາກົນ ຫລື ໃບຂົນສົ່ງແບບປະສົມຫລາຍຮູບການ, ໃຊ້ຫລາຍຮູບການເພື່ອຂົນສົ່ງສິນຄ້າຂ້າມຊາດດ້ວຍປີ້ດຽວ, ປະສານງານບັນດາຂອດທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າຂອງຂະບວນລົດໄຟສາກົນ, ຊຸກຍູ້ການຂົນສົ່ງສິນຄ້າລະຫວ່າງສອງປະເທດລາວ-ຈີນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ ມາຮອດວັນທີ 3 ທັນວາ 2022, ເສັ້ນທາງລົດໄຟ ລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 8,5 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ 11,2 ລ້ານໂຕນ, ບົດບາດທີ່ເປັນເສັ້ນທາງຄຳພົ້ນເດັ່ນຂຶ້ນ, ກາຍເປັນຜະລິດຕະພັນສາທາລະນະສາກົນ ແລະ ເວທີຮ່ວມມືສາກົນທີ່ໄດ້ຮັບຄວາມນິຍົມຊົມຊອບຢ່າງຫລວງຫລາຍ.

ສະພາບອາກາດ ປະຈໍາວັນທີ 05 ທັນວາ 2022

0

ມວນອາກາດເຢັນທີ່ປະເທດຈີນ ຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວ ທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມ ຕາເວັນອອກພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນຕື່ມອີກ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 05/12/2022 ເຖິງເວລາ 7:00 ໂມງວັນທີ 06/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຈະເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 14-25 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 15-31 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 21-32 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 16-33 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 12-26 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 20-34 ອົງສາ.

-ເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

0

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 5 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນ, ມີບັນດາອະດີດການນຳພັກ-ລັດ, ຄະນະລັດຖະບານ, ສະມາຊິກສະແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມາຫາຊົນ ແລະ ສະຫະພັນນັກຮົບເກົ່າ ເຂົ້າຮ່ວມ. ກອງປະຊຸມແມ່ນຈະດຳເນີນໄປຮອດວັນທີ 30 ທັນວາ 2022.

ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ ຈະໄດ້ຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງລັດຖະບານ ເປັນຕົ້ນ: ການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023; ການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດສະຫລຸບຂາດຕົວການ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 2021; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງ ການສ້າງແຜນງົບປະມານແຫ່ງລັດ 2023; ການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການປີ 2023; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈໍາປີ 2022 ແລະ ແຜນການປີ 2023; ການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ.

ກອງປະຊຸມ ຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2023; ບົດລາຍງານ ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ; ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງອົງການໄອຍະການປະຊາຊົນສູງສຸດ.

ພ້ອມນັ້ນ ຍັງຈະໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 12 ສະບັບ ປະ ກອບມີ ຮ່າງກົດໝາຍສ້າງໃໝ່ 3 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ; ຮ່າງກົດໝາຍວ່າດ້ວຍການທາງນໍ້າ ແລະ ຮ່າງກົດໝາຍວ່າດ້ວຍພິພິທະພັນ. ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍ ທະນາຍຄວາມ; ກົດໝາຍວ່າດ້ວຍ ທະບຽນສານ; ກົດໝາຍວ່າດ້ວຍການ ກັນ ແລະ ຄວບຄຸມພະຍາດຕິດຕໍ່; ກົດໝາຍວ່າດ້ວຍ ວິສາຫະກິດ; ກົດໝາຍວ່າດ້ວຍ ວິທະຍາສາດ ແລະ ເຕັກໂນໂລຊີ; ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ; ກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ; ກົດໝາຍວ່າດ້ວຍ ການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍ ການກວດກາລັດ.

ກອງປະຊຸມ ຈະຮັບຟັງບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ຂອງສະພາແຫ່ງຊາດ; ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມມະຕິສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022; ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025; ລວມທັງບົດປະກອບຄໍາເຫັນຄະນະປະຈໍາສະພາແຫ່ງຊາດ ຕໍ່ບັນດາບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊົນສູງສຸດ; ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ.

ຂ່າວ ສົມຫວັງ

ພາບ ຂັນໄຊ-ອ່າຍຄຳ

ລົດໄຟລາວ – ຈີນ ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟລາວ-ຈີນ, ຍົກສູງຖານະຍຸດທະສາດຂອງ ລາວ ໃນເວທີສາກົນ ໃຫ້ສູງເດັ່ນຂື້ນ

0

ພິທີໂຮມຊຸມນຸມສະຫຼຸບຜົນງານການເປີດນໍາໃຊ້ທາງລົດໄຟລາວ-ຈີນຄົບຮອບ 1 ປີ ຈັດຂື້ນໃນຕອນເເລງວັນທີ 3 ທັນວາ 2022 ຢູ່ສະຖານນີລົດໄຟລາວ-ຈີນ ນະຄອນຫລວງວຽງຈັນ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ທັງເປັນຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານຊ້ຽງຟັງຊຽງ ອຸປະທູດຂອງສະຖານທູດຈີນປະຈຳລາວ, ທ່ານ ຈູ່ ໂກຈ່ຽງປະທານສະພາຜູ້ບໍລິຫານບໍລິສັດທາງລົດໄຟລາວ-ຈີນ, ການນໍາຂັ້ນສູງພັກ-ລັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.

ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ກ່າວປາໃສຕໍ່ພີທີໂຮມຊຸມນຸມຄັ້ງນີ້ວ່າ: 1 ປີຜ່ານມາ, ພາຍໃຕ້ການນໍາພາອັນຖືກຕ້ອງແລະການສະໜັບສະໜູນຈາກພາກສ່ວນກ່ຽວຂ້ອງຂອງສອງລັດຖະບານລາວ-ຈີນ ແລະ ກຸ່ມບໍລິສັດລັດວິສາຫະກິດທາງລົດໄຟແຫ່ງຊາດຈີນຈໍາກັດ, ບໍລິສັດທາງລົດໄຟລາວ-ຈີນໄດ້ເອົາໃຈໃສ່ປະຕິບັດແນວຄວາມຄິດຮ່ວມປຶກສາຫາລື, ຮ່ວມກໍ່ສ້າງແລະຮ່ວມຊົມໃຊ້, ຄຸ້ມຄອງແບບມີວິທະຍາສາດ, ສຸມຈິດໃຈໃສ່ການປົກປັກຮັກສາ, ເອົາໃຈໃສ່ຮັກສາຄວາມປອດໄພຂອງທາງລົດໄຟລາວ-ຈີນໃຫ້ມີຄວາມໝັ້ນທ່ຽງ, ການຂົນສົ່ງໂດຍສານ ແລະ ສິນຄ້າເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ, ເສັ້ນທາງຂົນສົ່ງສິນຄ້າສາກົນນັບມື້ພົ້ນເດັ່ນຂຶ້ນ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົາໃນການພັດທະນາເສດຖະກິດສັງຄົມ ຂອງ ລາວ ແລະ ການບໍລິການໂດຍສານ ແລະ ສິນຄ້າແກ່ປະຊາຊົນສອງປະເທດການເປີດນໍາໃຊ້ ແລະ ດໍາເນີນທຸລະກິດບໍລິການຂອງທາງລົດໄຟລາວ-ຈີນ, ໄດ້ປ່ຽນໂສມໜ້າໃຫມ່ຂອງການຄົມມະນາຄົມຂົນສົ່ງຂອງລາວ, ສາມາດບັນລຸຄວາມມຸ່ງມາດປາຖະໜາໃນການ ” ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມຕໍ່ ” ຂອງລາວ, ໄດ້ເປີດສັງກາດໃໝ່ແຫ່ງການຂົນສົ່ງທາງລົດໄຟລາວ-ຈີນ, ໄດ້ຍົກສູງຖານະຍຸດທະສາດຂອງລາວ ໃນເວທີສາກົນໃຫ້ສູງເດັ່ນຂື້ນ ເຊີ່ງໃນໄລຍະຜ່ານມາປະເທດລາວມີເສັ້ນທາງລົດໄຟພຽງ 3,5 ກມ, ຈາກອັນດັບສຸດທ້າຍໃນຈໍານວນ 149 ປະເທດ ໃນໂລກ ແລະ ໃນປະຈຸບັນມີໄລຍະທາງງລົດໄຟສະເລ່ຍຕໍ່ຄົນກາຍມາເປັນອັນດັບທີ 28 ແລະເປັນອັນດັບ 1 ຂອງອາຊຽນ, ລາວໄດ້ກ້າວກະໂດດເປັນຈຸດເຊື່ອມໂຍງການຄົມມະນາຄົມຂົນສົ່ງທີ່ສໍາຄັນຂອງແຫຼມອິນດູຈີນທັນທີ (ກຸ່ມປະເທດອາຊຽນ).

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ຕື່ມວ່າ: ໄລຍະເວລາ 1 ປີທີ່ເປີດນໍາໃຊ້ ແລະ ດໍາເນີນທຸລະກິດຂອງທາງລົດໄຟລາວ-ຈີນ ເປັນຕົ້ນມາ, ໄດ້ສ້າງຄວາມສະດວກສະບາຍໃນການເດີນທາງໃຫ້ແກ່ປະຊາຊົນລາວຢ່າງຫຼວງຫຼາຍ, ເປັນການກະຕຸກຊຸກຍູ້ໃຫ້ການຄ້າມີຄວາມສະດວກໂລ່ງລ່ຽນ, ເສີມກໍາລັງທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງລາວ ລົດໄຟ EMU ” ຂະບວນລ້ານຊ້າງ ” ໄດ້ກາຍເປັນ ” ໃບໜ້າໃໝ່ ” ຂອງປະເທດລາວ, ການພັດທະນາຊັບພະຍາກອນທ່ອງທ່ຽວ, ກະສິກໍາ, ແຮ່ທາດ ແລະ ການກໍ່ສ້າງຕົວເມືອງໄດ້ຮັບການພັດທະນາຈະເລີນຂຶ້ນຕາມແລວທາງ, ຊາວໜຸ່ມທີ່ເກັ່ງ ແລະ ມີຄວາມສາມາດພົ້ນເດັ່ນໄດ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນການກໍ່ສ້າງ, ດໍາເນີນທຸລະກິດ ແລະ ບໍາລຸງຮັກສາເສັ້ນທາງລົດໄຟ, ເປັນການຫວ່ານແນວພັນທີ່ດີໃຫ້ແກ່ການຫັນເປັນອຸດສາຫະກໍາທັນສະໄໝຂອງລາວ.

ເສັ້ນທາງລົດໄຟລາວ-ຈີນ, ເປັນທັງເສັ້ນທາງມິດຕະພາບ, ເສັ້ນທາງພັດທະນາທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນສອງຊາດ, ທັງເປັນເສັ້ນທາງແຫ່ງຄວາມປອດໄພ.

ຂ່າວ : ເດດອາລຸນ ແກ້ວວິໄລ

ພາບ : ບຸນອູ້ມ

ແຂວງໄຊສົມບູນ ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ

0

ໃນຕອນເຊົ້າຂອງວັນທີ 4 ທັນວາ 2022 ນີ້ ແຂວງໄຊສົມບູນ ໄດ້ຈັດພິທີບວງສວງຮູບປັ້ນເຈົ້າອະນຸວົງ ແລະ ເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ເປັນສະຖານທີ່ທ່ອງທ່ຽວ ຢ່າງເປັນທາງການ ຂຶ້ນຢູ່ຕໍ່ໜ້າອະນຸສາວະລີ ຮູບປັ້ນເຈົ້າອະນຸວົງ ສວນສາທາລະນະຖໍ້າເຈົ້າອະນຸວົງ ໂດຍມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ທ່ານ ປ້າ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພຣະອາຈານໃຫຍ່ ມາຫາບຸນມາ ສິມມາພົມ ປະທານສູນກາງ ອົງການພຸດທະສາສະໜາ ສັມພັນ ແຫ່ງ ສປປ ລາວ ພ້ອມດ້ວຍພຣະເຖລາ-ນຸເຖລະ, ການນໍາພັກ-ລັດ, ຄອບຄົວການນໍາຂັ້ນສູງ, ຕະຫຼອດຮອດພຸດທະບໍລິສັດ, ອອກຕົນຍາດໂຍມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກ່ອນເຂົ້າສູ່ພິທີທາງສາສະໜາ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ກ່າວໃຫ້ຮູ້ວ່າ ຈຸດປະສົງຂອງການກໍ່ສ້າງສວນສາທາລະນະຖໍ້າເຈົ້າອະນຸວົງ (ຮູບປັ້ນເຈົ້າອະນຸວົງ) ແຫ່ງນີ້ ກໍຍ້ອນວ່າສະຖານທີ່ດັ່ງກ່າວ ແມ່ນມີຄວາມສວຍງາມທາງດ້ານທິວທັດທໍາມະຊາດ ແລະ ມີຄວາມໝາຍທາງປະຫວັດຢູ່ແລ້ວ ສະນັ້ນ ການນໍາແຂວງໄຊສົມບູນ ຈຶ່ງໄດ້ຕັດສິນໃຈກໍ່ສ້າງສະຖານແຫ່ງນີ້ ໃຫ້ເປັນສະຖານທີ່ທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ມີຄວາມປະທັບໃຈ ແລະ ຢາກເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ນັບມື້ນັບຫຼາຍຂຶ້ນ ແລະ ທີ່ສໍາຄັນທີ່ສຸດ ແມ່ນເພື່ອໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນຫຼັງ ໄດ້ຈາລຶກເຖິງບຸນຄຸນ, ຄຸນງາມຄວາມດີ ຂອງເຈົ້າອະນຸວົງ ແລະ ເຫຼົ່າທະຫານ, ເສນາອາມາດ ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ເວົ້າລວມ ເວົ້າສະເພາະກໍຄື ແຂວງໄຊສົມບູນ ຂອງພວກເຮົາ ໃນໄລຍະຜ່ານມາ. ໂອກາດດຽວກັນນີ້ ທ່ານ ປ້າ ນາລີ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ພິທີໃນຄັ້ງນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມັກຄີ ທີ່ທຸກພາກສ່ວນ ກໍຄືການນໍາພັກ-ລັດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຊຶ່ງເປັນຜົນສໍາເລັດ (ໄຊຊະນະ) ອັນຍິ່ງໃຫຍ່ ທີ່ທາງແຂວງສາມາດຍາດມາໄດ້ ໂດຍສະຖານທີ່ດັ່ງກ່າວ ຍັງໄດ້ສ່ອງແສງເຖິງມູນເຊື້ອວັດທະນະທໍາ, ຄຸນງາມຄວາມດີ ທີ່ບັນພະບູລຸດຂອງພວກເຮົາ ໄດ້ຮ່ວມກັນສ້າງຂຶ້ນມາ ເພື່ອໃຫ້ລູກຫຼານໄດ້ຈາລຶກ ແລະ ສັກກາລະບູຊາ. ຈາກນັ້ນ ໄດ້ມີພິທີຕັດຣິບບິ້ນ ເພື່ອເປີດສວນສາທາລະນະຖໍ້າເຈົ້າອະນຸວົງ ຢ່າງເປັນທາງການ ພ້ອມທັງດຳເນີນພິທີທາງສາສະໜາ ເພື່ອສັກກາລະບູຊາ (ບວງສວງ) ເພື່ອໃຫ້ດວງວິນຍານຂອງເຈົ້າອະນຸວົງ, ເຫຼົ່າທະຫານ, ເສນາອາມາດ ແລະ ບັນພະບຸລຸດ ໄດ້ຮັບຮູ້ ແລະ ລົງມາຕ້ອນຮັບຈັບໂຈມເອົາຂອງໄຫວ້ ເພື່ອຊ່ວຍປົກປັກຮັກສາ, ຄຸ້ມຄອງ ຊາວແຂວງໄຊສົມບູນ ໃຫ້ມີແຕ່ຄວາມຜາສຸກ, ສິວິໄລ ແລະ ຈະເລີນກ້າວໜ້າຂຶ້ນ ເລື້ອຍໆ. ນອກນີ້ ໃນຕອນແລງຂອງມື້ດຽວກັນ ຍັງມີພິທີໄຫວ້ພຣະຮັບສິນ, ສູດປະລິຕະມຸງຄຸນ ຟັງທັມມະເທສະໜາ, ຖວາຍປັດໄຈໃຫ້ແກ່ພຣະສົງ ແລະ ຮັບພອນຢາດນໍ້າ ນໍາອີກ.

___________________________________

#Media Laos

#xaysomboun

ບ.ກ: ຄໍາສາວ ເລືອງຄໍາທິບ ພາບ-ຂ່າວ: ພາພອນ ນະວົງໄຊ

ງານແຂ່ງຂັນເທດສະການອາຫານ ປະຈຳປີ 2022 ຢູ່ແຂວງໄຊສົມບູນ

0

ເນື່ອງໃນງານສົມໂພດຫໍຫລັກເມືອງ ແລະ ຮູບປັ້ນຫລໍ່ເຈົ້າອະນຸວົງ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ຄະນະກຳມະການງານຕະຫລາດນັດວາງສະແດງສິນຄ້າ ແລະ ເທດສະການອາຫານ ໄດ້ຈັດງານແຂ່ງຂັນເທດສະການອາຫານຂຶ້ນ ໃນຕອນເຊົ້າຂອງວັນທີ 3 ທັນວາ 2022 ນີ້ ຢູ່ທີ່ໜ້າຫໍຫລັກເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ, ພ້ອມດ້ວຍຄະນະກຳມະການແຂ່ງຂັນ ຕະຫລອດຮອດສະຫະພັນແມ່ຍິງເມືອງ 5 ເມືອງ ແລະ ຕົວແທນຈາກຮ້ານອາຫານ ເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ສຸກຊົ່ງ ຕົ່ງສື ຮອງປະທານສະຫະພັນແມ່ຍິງແຂວງ ໄດ້ຂຶ້ນລາຍງານການຈັດງານການແຂ່ງຂັນ ເທດສະການອາຫານ ປະຈຳປີ 2022 ເພື່ອເປັນການສົ່ງເສີມອາຫານທີ່ເປັນເອກະລັກຂອງຊາວແຂວງໄຊສົມບູນ ຄັ້ງທີ 2 ຊຶ່ງການແຂ່ງຂັນປຸງແຕ່ງອາຫານໃນຄັ້ງນີ້ ມີຕົວແທນເຂົ້າຮ່ວມແຂ່ງຂັນ 12 ພາກສ່ວນ ແລະ ມີອາຫານທີ່ເປັນເອກະລັກຂອງ 5 ເມືອງຄື: ສະຫະພັນແມ່ຍິງເມືອງຮົ່ມ ເມນູຕົ້ມໝູລາດໃສ່ຂີງ, ສະຫະພັນແມ່ຍິງເມືອງລ້ອງຊານ ຕົ້ມໄກ່ລາດໃສ່ຢາພື້ນເມືອງ, ສະຫະພັນແມ່ຍິງເມືອງອະນຸວົງ ປິ້ງໄກ່ລາດທາປາແດກ, ສະຫະພັນແມ່ຍິງເມືອງທ່າໂທມ ລາບໄກ່ງວງ, ສະຫະພັນແມ່ຍິງໜ່ວຍສະພາປະຊາຊົນແຂວງ ໜຶ້ງໄກ່ລາດສະໝຸນໄພ, ຮ້ານອາຫານສາຍພູດອຍ ໝົກປາໃສ່ບັ້້ງໄມ້ໄຜ່, ສະຫະພັນແມ່ຍິງເມືອງລ້ອງແຈ້ງ ເອາະເຄື່ອງສ້ອນ, ສະຫະພັນແມ່ຍິງໜ່ວຍພະແນກແຮງງານ ແລະ ສະຫວັດດີການສັງຄົມ ເອາະນົກຊີດ, ສະຫະພັນແມ່ຍິງ ໜ່ວຍພະແນກກະສິກຳ ແລະ ປ່າໄມ້ ແມ່ນສຸບຜັກ, ຮ້ານອາຫານສົມວິໄລ ໝົກເຄື່ອງໃນປາ, ແກງປາ, ກ້ອຍປາ, ຮ້ານອາຫານຄຳພາ ຕົ້ມໝູລາດສະໝຸນໄພ, ສະຫະພັນແມ່ຍິງ ໜ່ວຍພະແນກສຶກສາທິການ ແລະ ກິລາ ເຂົ້າໜຽວອົບໄກ່ລາດ, ທັງ 12 ພາກສ່ວນຈະໄດ້ປຸງແຕ່ງອາຫານໃຫ້ແກ່ຄະນະກຳມະການຊິມ ພ້ອມທັງຕັດສິນຈາກຄວາມແຊບ, ຄວາມສະອາດ ທີ່ຖືກຫລັກອານາໄມ ແລະ ຄວາມສວຍງາມໃນການແຕ່ງຈານ.

ພ້ອມດຽວກັນນີ້ ຄະນະກຳມະການໄດ້ຮັບຊິມອາຫານ ແລະ ລົງຄະແນນໃຫ້ແຕ່ລະພາກສ່ວນ ເພື່ອຄັດເລືອກເອົາຜູ້ທີ່ຊະນະເລີດ, ຊຶ່ງຜົນການຕັດສິນລາງວັນທີ 1 ໄດ້ແກ່ສະຫະພັນແມ່ຍິງເມືອງລ້ອງແຈ້ງ ເມນູເອາະເຄື່ອງສ້ອນ ໃຫ້ກຽດມອບລາງວັນໂດຍທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ໄດ້ຮັບເງິນຈຳນວນ 3,000,000 ກີບ, ລາງວັນທີ 2 ໄດ້ແກ່ຮ້ານອາຫານສາຍພູດອຍ ເມນູໝົກປາໃສ່ບັ້້ງໄມ້ໄຜ່ ໃຫ້ກຽດມອບໂດຍທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງເຈົ້າແຂວງໄຊສົມບູນ ໄດ້ຮັບເງິນຈຳນວນ 2,000,000 ກີບ, ລາງວັນທີ 3 ໄດ້ແກ່ຮ້ານອາຫານສົມວິໄລ ໝົກເຄື່ອງໃນປາ, ແກງປາ, ກ້ອຍປາ ໃຫ້ກຽດມອບໂດຍທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຮັບເງິນຈຳນວນ 1,000,000 ກີບ ແລະ ອີກ 9 ພາກສ່ວນແມ່ນໄດ້ຮັບລາງວັນຊົມເຊີຍ ໃຫ້ກຽດມອບໂດຍ ທ່ານ ນາງ ສາຄອນ ຮຸ່ງບຸນຍວງ ຕາງໜ້າຄອບຄົວການນຳແຂວງ ໄດ້ຮັບເງິນຈຳນວນ 500,000 ກີບ. ທັງນີ້ກໍເພື່ອເປັນການສະເຫລີມສະຫລອງງານສົມໂພດຫໍຫລັກເມືອງ ແລະ ຮູບປັ້ນຫລໍ່ເຈົ້າອະນຸວົງ ແລະ ທັງເປັນການສົ່ງເສີມການທ່ອງທ່ຽວ ແຂວງໄຊສົມບູນ ໃຫ້ມີຂະບວນການຟົດຟື້ນ. ຊຶ່ງງານເທດສະການອາຫານ ຈະໄດ້ດຳເນີນເປັນເວລາ 7 ວັນ, ເລີ້ມແຕ່ວັນທີ 2 ທັນວາ ຫາ ວັນທີ 8 ທັນວາ 2022.

_________________________

#Media Laos

#xaysomboun

ບກ: ຄຳສາວ ເລືອງຄຳທິບ

ພາບ- ຂ່າວ: ສີລິພອນ ສົງຄຳ

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ ເວລາ 06:00 ໂມງເຊົ້າຂອງວັນທີ 01 ທັນວາ 2022

0

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ ເວລາ 06:00 ໂມງເຊົ້າຂອງວັນທີ 01 ທັນວາ 2022 ນີ້, ຕາມແຈ້ງການຈາກ ກຊ ອຸດສະຫະກຳ ແລະການຄ້າ ເລກທີ 1761/ອຄ ລົງວັນທີ 30 ພຈ 2022. ສະເພາະຈຸດນະຄອນຫຼວງ ແລະບາງແຂວງຕາມເທດສະບານເມືອງຕ່າງໆ.

ທ່ຽວອຸດົມໄຊ ໄປຊົມທໍາມະຊາດ ນໍ້າຕົກຕາດຫົວນໍ້າກັດ

0

“ທ່ຽວອຸດົມໄຊ ຊົມທໍາມະຊາດ ນໍ້າຕົກຕາດຫົວນໍ້າກັດ ຊົມວັດທະນະທໍາຊົນເຜົ່າ ໄຫວ້ພະເຈົ້າສິງຄໍາ ດື່ມນ້ຳຊາພັນປີ ຂີ່ເຮືອທ່ອງທ່ຽວຊົມທໍາມະຊາດແຄມຂອງ” ເປັນຄໍາຂວັນປະຈໍາແຂວງອຸດົມໄຊທີ່ມີປະຫວັດ ຄວາມເປັນມາອັນຍາວນານ. ແຂວງອຸດົມໄຊໄດ້ແຍກອອກມາຈາກແຂວງຫຼວງພະບາງ ໃນປີ ຄ.ສ 1963 ໂດຍໃສ່ຊື່ວ່າ ແຂວງລ້ານຊ້າງ ແລະ ຕໍ່ມາໃນປີ 1965 ກໍປຽນຊື່ເປັນແຂວງເມືອງໄຊ ແລະ ສຸດທ້າຍກໍປ່ຽນຊື່ມາເປັນແຂວງອຸດົມໄຊ ໃນປີ 1969 ຈົນມາຮອດທຸກມື້ນີ້.

ແຂວງອຸດົມໄຊ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດເຮົາ, ມີເນື້ອທີ່ທັງ​ໝົດຫຼາຍກວ່າ 15.000 ກິໂລຕາແມັດ ແລະ ມີພົນລະເມືອງຫຼາຍຊົນເຜົ່າອາ​ໄສຢູ່ເກືອບ 2 ແສນຄົນ ແຂວງດັ່ງກ່າວ ປະກອບມີ 7 ເມືອງຄື: ເມືອງໄຊ, ເມືອງຫຼາ, ເມືອງນາໝໍ້, ເມືອງງາ, ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ, ຈຸດພິເສດຂອງແຂວງອຸດົມໄຊກໍແມ່ນທີ່ຕັ້ງພູມສັນຖານ ໂດຍທິດເ​ໜືອຕິດກັບແຂວງຫຼວງ ນໍ້າທາ ແລະ ສປ ຈີນ, ທິດຕາເວັນອອກ ຕິດກັບແຂວງຜົ້ງສາລີ, ທິດໃຕ້ຕິດກັບແຂວງຫຼວງພະບາງ ແລະ ທິດຕາເວັນຕົກຕິດກັບແຂວງບໍ່ແກ້ວ, ຈຶ່ງເຮັດໃຫ້ແຂວງອຸດົມໄຊເປັນຈຸດໃຈກາງ ແລະ ເປັນທາງຜ່ານໄປ-ມາຂອງຄົນຈໍານວນຫຼາຍກາຍເປັນທ່າແຮງບົ່ມຊ້ອນໜຶ່ງ ໃຫ້ແກ່ການທ່ອງທ່ຽວພາຍໃນແຂວງທີ່ກໍາລັງຈະ ເລີນເຕີບໂຕ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ