Friday, October 10, 2025
Home Blog Page 858

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະໜອງທຶນບ້ວງເງີນ ປະກອບທຶນຂອງລັດຖະບານໃຫ້ 5 ທະນາຄານທຸລະກິດ

0

ລັດຖະບານໄດ້ປະກອບທຶນ ຈຳນວນ 100 ຕື້ກີບ ເປັນງວດທີ II ຂອງປີ 2022 ໃຫ້ກອງທຶນສົ່ງເສີມວິ ສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໃນນັ້ນ 91 ຕື້ກີບ ຈັດສັນເພື່ອສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ (ຈນກ) ທີ່ນອນໃນ 4 ຂະແໜງບູລິມະສິດ ໃນອັດຕາດອກເບ້ຍ 3% ຕໍ່ປີ ຜ່ານ 5 ທະນາຄານທຸລະກິດ.

ພິທີເຊັນສັນຍາສະຫນອງທຶນຈັດຂຶ້ນໃນຕອນເຊົ້າຂອງວັນທີ 06 ທັນວາ 2022 ທີ່ ຫ້ອງປະຊຸມໃຫຍ່ ກະຊວງອຸດ ສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ.

5 ທະນາຄານທຸລະກິດດັ່ງກ່າວ ລວມມີ: ທະນາຄານ ໄຊງ່ອນເທືອງຖິ່ນລາວ ມູນຄ່າ 20 ຕື້ກີບ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ມູນຄ່າ 20 ຕື້ກີບ, ທະນາຄານ ມາຣູຮານເຈແປນ ລາວ ມູນຄ່າ 15 ຕື້ກີບ, ທະນາຄານພັດທະ ນາລາວ ມູນຄ່າ 15 ຕື້ກີບ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ຄູ່ຮ່ວມມືໃໝ່) ມູນຄ່າ 21 ຕື້ກີບ.

ເຂົ້າຮ່ວມເປັນສັກຂີພະຍານໃນພິທີເຊັນສັນຍາຄັ້ງນີ້ມີ ສະມາຊິກສະພາບໍລິຫານ ທສວ, ຜູ້ຕາງໜ້າຈາກ ກະຊວງ ຂະແໜງການກ່ຽວຂ້ອງຂອງພາກລັດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ແລະ ບັນດາ ສະມາຄົມທຸລະກິດ ລວມທັງໝົດ 85 ທ່ານ.

ສໍາລັບຈຸນລະວິສະຫະກິດ, ວິສະຫະກິດຂະຫນາດນ້ອຍ ແລະ ກາງ ທີ່ມີຄວາມສົນໃຈກູ້ຢືມໃນບ້ວງທຶນດັ່ງກ່າວ ສາມາດປະສານກັບ 5 ທະນາຄານທີ່ເຊັນສັນຍາໃນຄັ້ງນີ້ໄດ້ໂດຍກົງ.

ນັກກິລາເທຄວັນໂດ ແຂວງຄຳມ່ວນ ມາແຮງຍາດໄດ້ 6 ຫຼຽນຄຳ

0

ປີນີ້ ນັກກິລາເທຄວັນໂດ ແຂວງຄຳມ່ວນ ມາແຮງຍາດໄດ້ 6 ຫຼຽນຄຳ ແຊງ ແຊ໋ມເກົ່າເຈົ້າຫຼຽນຄຳ ກະຊວງປ້ອງກັນປະເທດ ຂຶ້ນຄອງເຈົ້າຫຼຽນຄຳ ຄັ້ງປະຫວັດສາດກິລາເທຄວັນໂດ ງານກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ

ເທຄວັນໂດ ຊຽງຂວາງ ເກມ ມີການຊິງໄຊ 25 ຫຼຽນຄຳ, 25 ຫຼຽນເງິນ ແລະ 50 ຫຼຽນທອງ ມີ 7 ແຂວງ, 1 ນະຄອນຫຼວງ ແລະ 3 ກະຊວງເຂົ້າຮ່ວມ ປະກົດວ່າ:

1. ແຂວງຄຳມ່ວນ 6 ຫຼຽນຄຳ, 4 ຫຼຽນເງິນ, 5 ຫຼຽນທອງ

2. ແຂວງຊຽງຂວາງ 5 ຫຼຽນຄຳ, 4 ຫຼຽນເງິນ, 8 ຫຼຽນທອງ

3. ກະຊວງປ້ອງກັນປະເທດ 3 ຫຼຽນຄຳ, 3 ຫຼຽນເງິນ, 3 ຫຼຽນທອງ

4. ນະຄອນຫຼວງ 3 ຫຼຽນຄຳ, 2 ຫຼຽນເງິນ, 6 ຫຼຽນທອງ

5. ກະຊວງສາທາລະນະສຸກ 2 ຫຼຽນຄຳ, 3 ຫຼຽນເງິນ, 1 ຫຼຽນທອງ

6. ແຂວງຈຳປາສັກ 2 ຫຼຽນຄຳ, 1 ຫຼຽນເງິນ, 6 ຫຼຽນທອງ

7. ແຂວງອຸດົມໄຊ 2 ຫຼຽນຄຳ, 1 ຫຼຽນເງິນ, 3 ຫຼຽນທອງ

8. ແຂວງສະຫວັນນະເຂດ 1 ຫຼຽນຄຳ, 4 ຫຼຽນເງິນ, 1 ຫຼຽນທອງ

9. ແຂວງບໍ່ແກ້ວ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ

10 ແຂວງຫຼວງພະບາງ 2 ຫຼຽນເງິນ ແລະ 7 ຫຼຽນທອງ

11. ກະຊວງປ້ອງກັນຄວາມສະຫງົບ 2 ຫຼຽນທອງ.

ຂ່າວ: ສົງການ

ລັດຖະບານ ຈະປັບປຸງການປະຕິບັດແຜນພັດທະນາຕິດພັນກັບສອງວາລະແຫ່ງຊາດ

0

ການຕີລາຄາ ກ່ຽວກັບໝາກຜົນຕົວຈິງ ຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ຕິດພັນກັບສອງວາລະແຫ່ງຊາດໃນປີ 2022 ຜ່ານມາ ເຫັນວ່າ ຍັງມີວຽກງານບາງດ້ານທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ການຊີ້ນໍາ-ບັນຊາ ຂອງບາງຂະແຫນງການສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເດັດຂາດ ແລະ ເຂັ້ມງວດ, ຄວາມສະດຸ້ງໄວຕໍ່ຜົນກະທົບຈາກພາຍນອກ ແລະ ການວາງມາດຕະການແກ້ໄຂ ຍັງບໍ່ສອດຄ່ອງ ແລະ ທັນການ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຍັງບໍ່ທັນເຂົ້າສູ່ລວງເລິກ, ຫລາຍຂະແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຊຸກຍູ້ຂອດການຈັດຕັ້ງຜັນຂະຫຍາຍ ໄປສູ່ຕົວຈິງຢ່າງເປັນຮູບປະທໍາ ໂດຍສະເພາະ ການເລັ່ງປັບປຸງຂອດຂັ້ນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນ, ກົນໄກການຄຸ້ມຄອງ, ການເກັບລາຍຮັບເປັນທັນສະໄໝ ຍັງຊັກຊ້າ, ຄວາມເປັນເຈົ້າການໃນການປະສານງານລະຫວ່າງຂະແໜງການດ້ວຍກັນ ແລະ ລະຫວ່າງຂະແໜງການຢູ່ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນດີ ຍັງມີລັກສະນະເອື່ອຍອີງໃສ່ຂັ້ນເທິງ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 5 ທັນວາ 2022, ພ້ອມທັງຊີ້ໃຫ້ເຫັນເຖິງບັນຫາການແກ້ໄຂໜີ້ສິນສາທາລະນະ ຍັງສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການຊໍາລະຫລັງໄລຍະການ ຜ່ອນຜັນ. ຂະນະທີ່ການປະຕິຮູບ ແລະ ແກ້ໄຂໜີ້ສິນຂອງບັນດາລັດວິສາຫະກິດ ຍັງມີຄວາມຄືບໜ້າຊັກຊ້າ ແລະ ກວມເອົາ ພຽງແຕ່ຈໍານວນໜ້ອຍ; ສ່ວນລາຄານໍ້ມັນເຊື້ອໄຟກໍຖີບຕົວສູງຂຶ້ນ ແລະ ອັດຕາແລກປ່ຽນມີການເໜັງຕີງແຮງ ເຮັດໃຫ້ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ໃນໄລຍະ 11 ເດືອນຕົ້ນປີ 2022 ມີຈັງຫວະກ້າວກະໂດດ ຈາກລະດັບ 6,3% ໃນເດືອນ ມັງກອນ 2022 ເປັນ 38,46% ໃນເດືອນພະຈິກ 2022 ສະເລ່ຍ ໃນລະດັບ 20%.

ສຳລັບການສົ່ງອອກສິນຄ້າ ເຖິງວ່າເກີນດູນ, ແຕ່ເມັດເງິນຕາຕ່າງປະເທດຕົວຈິງ ທີ່ເຂົ້າມາປະເທດ ຍັງບໍ່ທັນເຂົ້າສູ່ລະບົບທະນາຄານ ເຮັດໃຫ້ເງິນຕາຕ່າງປະເທດຢູ່ນອກລະບົບມີຈໍານວນບໍ່ໜ້ອຍ; ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງດ້ານສັງຄົມ ຍັງສືບຕໍ່ເປັນສິ່ງທ້າທາຍ ເປັນຕົ້ນ: ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ການປຸ້ນຈີ້, ການຄາດຕະກໍາ, ຂີ້ລັກງັດແງະ ຍັງບໍ່ຫລຸດລົງ. ພ້ອມກັນນັ້ນ ສະພາບການ ສ້າງຂ່າວປອມ, ຂ່າວບິດເບືອນ ແລະ ຂ່າວລື ຜ່ານສື່ສັງຄົມອອນລາຍ ທີ່ມີເນື້ອໃນໂຈມຕີລະບອບການ ເມືອງ-ການປົກຄອງ ແລະ ການນໍາພັກ-ລັດ ນັບມື້ມີຫລາຍຮູບແບບຂະຫຍາຍເປັນວົງກວ້າງ ອັນໄດ້ສ້າງຄວາມສັບສົນໃນສັງຄົມ ກະທົບຕໍ່ບົດບາດການນໍາພາຂອງພັກບໍ່ຫລາຍກໍໜ້ອຍ, ແຕ່ການແກ້ໄຂ ແລະ ຊີ້ແຈງຍັງບໍ່ທັນກັບສະພາບການ.

ຂ່າວ: ມະນີທອນ, ພາບ: ຂັນໄຊ, ອ່າຍຄຳ

ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ

0

ໃນວັນທີ 5 ທັນວາ 2022 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ແຕ່ວັນທີ 4-6 ທັນ ວາ 2022.

ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນຊວນ ຖັງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກອອກຜົນ ຍິ່ງຂຶ້ນໄປເລື້ອຍໆ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສປປ ລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ທີ່ໄດ້ເຄື່ອນໄຫວເຮັດວຽກ ຮ່ວມກັນຢ່າງເປັນປົກກະຕິຕໍ່ເນື່ອງ ເຊິ່ງເຫັນໄດ້ວ່າມີຜົນສຳເລັດຫລາຍດ້ານ ແລະ ມີບາດກ້າວອັນໃໝ່.

ໂອກາດດຽວກັນນີ້, ສະຫາຍ ຫງວຽນຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ.

ຂ່າວ: ພາບ: ກິດຕາ

ຈີນ – ຍີ່ປຸ່ນ – ສ ເກົາຫຼີ ປຶກສາຫາລືກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ຈີນ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ຈັດກອງປະຊຸມລັດຖະມົນຕີສິ່ງແວດລ້ອມ 3 ຝ່າຍ ແບບທາງໄກ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມພະຍາຍາມ ເພື່ອແນໃສ່ຫຼຸດຜ່ອນມົນລະພິດ ແລະ ມຸ່ງໄປເຖິງການຫຼຸດການປ່ອຍທາດກາກບອນລົງເປັນ 0.

ຂ່າວລະບຸວ່າ: ໃນກອງປະຊຸມ, ເຊອູນ ໄດ້ຮຽກຮ້ອງໃຫ້ ປັກກິ່ງ ແລະ ໂຕກຽວ ເຂົ້າຮ່ວມສັບປະດັບທົ່ວໂລກຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກ່ຽວກັບສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ທີ່ຈະດຳເນີນຢູ່ ສ ເກົາຫຼີ ໃນເດືອນສິງຫາ ປີ 2023. ນີ້ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດ ກ່ຽວກັບການຮັບມືກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ສ່ວນ ຈີນ ໄດ້ສະເໜີ ສ ເກົາຫຼີ ແລະ ຢີ່ປຸ່ນ ສົມທົບກັນໃນບັນດາຄວາມພະຍາຍາມເພື່ອແນໃສ່ຮັບຮອງເອົາຊີວະນາໆພັນທົ່ວໂລກ ຫຼັງ 2020 ໃນກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາກ່ຽວກັບຊີວະນາໆພັນ (Cop15) ຢູ່ ປະເທດການາດາ ໃນວັນທີ 7 ທັນວາ ຈະມາເຖິງ ຊຶ່ງ ຈີນ ແມ່ນປະທານກອງປະຊຸມ. ກອງປະຊຸມລັດຖະສະພາສິ່ງແວດລ້ອມ ຈີນ – ສ ເກົາຫຼີ – ຍີ່ປຸ່ນ ໄດ້ຈັດຕັ້ງນັບແຕ່ປີ 1999 ເພື່ອແນໃສ່ປຶກສາຫາລື ແລະ ແກ້ໄຂບັນດາບັນຫາສິ່ງແວດລ້ອມລວມຂອງພາກພື້ນ, ຊຸກຍູ້ພາກພື້ນພັດທະນາແບບຍືນຍົງ.

ຕາດນ້ຳກັດເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ

0

ຕາດນ້ຳກັດ ຕັ້ງຢູ່ເຂດບ້ານແຟນ ເມືອງໄຊ ຫ່າງຈາກເທດສະບານເມືອງ ປະມານ 24 ກິໂລແມັດ, ຢູ່ໃນເຂດປ່າສະຫງວນຂອງພູຫີຜີ ທີ່ມີປ່າດົງດິບດົກໜາ, ເຕັມໄປດ້ວຍຕົ້ນໄມ້ໃຫຍ່ ແລະ ຊີວະນາໆ ພັນອັນອຸດົມສົມບູນ ກາຍເປັນສິ່ງດຶງດູດໃຈຂອງນັກທ່ອງທ່ຽວ. ຕາດນ້ຳກັດເປັນຕາດຊັ້ນດຽວ ສູງປະມານ 15-20 ແມັດ ແລະ ກວ້າງປະມານ 20-50 ແມັດ, ມີອ່າງອາບນໍ້າທໍາມະຊາດທີ່ເຢັນສະບາຍຢູ່ດ້ານໜ້າຂອງຕາດ, ເໝາະແກ່ການພັກຜ່ອນຢ່ອນໃຈຕາມໂງ່ນຫີນ ແລະ ສາຍນ້ຳ ພ້ອມທັງກິນເຂົ້າສາມັກຄີກັບຄອບຄົວ.

ຕາດນີ້ຖືກຄົ້ນພົບໃນປີ ຄ.ສ 1999 ແລະ ເປີດໃຫ້ບໍລິການໃນປີ 2006. ສຳລັບຊື່ຕາດນ້ຳກັດນີ້ ໝາຍເຖິງນ້ຳທີ່ເຢັນທີ່ສຸດ (ເຢັນຈັດ) ແລະ ໄດ້ມີການພັດທະນາດ້ານພື້ນຖານໂຄງລ່າງ ສິ່ງອຳນວຍຄວາມສະດວກເຊັ່ນ: ທາງຍ່າງ, ຂົວຂ້າມນ້ຳ, ຂົວອູ່ມີຄວາມຍາວ ປະມານ 1.500 ແມັດ ຊຶ່ງເນັ່ງລະຫວ່າງຕົ້ນໄມ້ໃສ່ກັນ ເມື່ອທ່ານເຂົ້າຊົມຕາດນ້ຳກັດກໍຈະໄດ້ສໍາຜັດກັບການຍ່າງເທິງຂົວອູ່ ເພື່ອຊົມຄວາມງົດງາມຂອງທໍາມະຊາດ ໃນເຂດປ່າສະຫງວນແຫ່ງນີ້ຢ່າງເບີກບານໃຈ ແລະ ບໍ່ຫຼົງລືມໄດ້. ຕາດແຫ່ງນີ້ເປີດໃຫ້ນັກທ່ອງທ່ຽວເຂົ້າຊົມທຸກມື້ ເວລາ 8:00-16:00 ໂມງ.

ຂໍ້ມູນຈາກກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ ພິມເມືອງ

ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເດີນທາງເຖິງ ສປປ ລາວ

0

ໃນຕອນບ່າຍຂອງວັນທີ 5 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ (Grand Duke Henri of Luxembourg) ພ້ອມດ້ວຍຄະນະໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ສປປ ລາວ ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ຫົວໜ້າຫ້ອງວ່າການປະທານປະເທດ ແຫ່ງສປປ ລາວ ພ້ອມດ້ວຍຄະນະ.

ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະຈະດໍາເນີນການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022 ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ.

ແຫຼ່ງຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ປກສ ຍາດໄດ້ເພີ່ມ 2 ຫຼຽນຄໍາ ແລະ 3 ຫຼຽນທອງ ຈາກຊຽງຂວາງ ເກມ

0

ທັບນັກກິລາກະຊວງ ປກສ ສາມາດຍາດໄດ້ເພີ່ມ 2 ຫຼຽນຄໍາ ແລະ 3 ຫຼຽນທອງ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ ທີ່ລົງແຂ່ງຂັນໃນວັນທີ 2 ທັນວາ 2022 ປະເພດກິລາມວຍປໍ້າ, ແລ່ນ-ລານ (ເຕັ້ນສູງ, ຍ່າງໄວ 5.000 ແມັດ) ແລະ ມວຍເທຄວັນໂດ ທີ່ໄດ້ເປີດການແຂ່ງຂັນເລີ່ມວັນທີ 1 ທັນວາ 2022 ທີ່ເດີ່ນສະໜາມໄຊຊະນະ, ສະໂມສອນດອກປີກໄກ່ ແລະ ສະໜາມທົ່ງໄຫຫີນ ແຂວງຊຽງຂວາງ.

ໃນນີ້, ກິລາມວຍປໍ້າ ໄດ້ 1 ຫຼຽນຄໍາ ໂດຍ ຮ້ອຍໂທ ພອນຄໍາ ແສງບໍລິບູນ ແຂ່ງຂັນໃນລຸ່ນຟຣີສະໄຕ ນໍ້າໜັກ 84 ກິໂລ, ເຕັ້ນສູງ 1 ຫຼຽນຄໍາ ຮ້ອຍໂທ ໂຕເລ້ ຄຽມວິໄຊ, 1 ຫຼຽນທອງ ຍ່າງໄວ 5.000 ແມັດຊາຍ ຮ້ອຍເອກ ບຸນຕ້ອມ ສິງລໍຄໍາ ແລະ 2 ຫຼຽນທອງ ຈາກມວຍເທຄວັນໂດ ໂດຍ ຮ້ອຍໂທ ພູວົງ ສິມມະໂນວົງ ແຂ່ງຂັນປະເພດລຸ່ນຕໍ່ສູ້ ນໍ້າໜັກ +78 ກິໂລ ແລະ ສິບໂທ ນາງ ກຸ້ງກິ້ງ ບຸດດາໄຊ ແຂ່ງຂັນປະເພດລຸ່ນຕໍ່ສູ້ ນໍ້າໜັກ 42 ກິໂລ, ຜ່ານມາ, ທັບນັກກິລາກະຊວງ ປກສ ແມ່ນສາມາດຍາດໄດ້ 8 ຫຼຽນຄໍາ, 7 ຫຼຽນ​ເງິນ ແລະ 9 ຫຼຽນທອງ ຈາກກິລາຍິງປືນ ທີ່ໄດ້ເປີດການແຂ່ງຂັນ (ກ່ອນເກມ 13-22 ທັນວາ 2022) ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ນະຄອນຫຼວງວຽງຈັນ.

ສະເພາະທັບນັກກິລາກະຊວງ ປກສ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈໍານວນ 11 ປະເພດກິລາຄື: ກິລາກະຕໍ້, ກິລາເປຕັງ, ກິລາແລ່ນ-ລານ, ກິລາມວຍເທຄວັນໂດ, ກິລາມວຍລາວ, ກິລາມວຍສາກົນ, ກິລາມວຍປັນຈັກສີລັດ, ກິລາມວຍປໍ້າ, ກິລາກ໋ອບ, ກິລາຍິງປືນ, ກິລາຍິງທະນູ ແລະ ໄດ້ຕັ້ງເປົ້າຍາດໃຫ້ໄດ້ລວມ 14 ຫຼຽນຄໍາ, ມາຮອດປັດຈຸບັນຍາດໄດ້ມາແລ້ວ 10 ຫຼຽນຄຳ.

ຂ່າວ: ຄວາມສະຫງົບ Lao Security News

ອິນເດຍ ຍົກເລີກມາດຕະການຈຳກັດການສົ່ງອອກເຂົ້າສານ

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ອົງການການຄ້າຕ່າງປະເທດອິນເດຍໄດ້ອອກແຈ້ງການໂດຍລະບຸວ່າ: ໄດ້ຍົກເລີກມາດຕະການຈຳກັດການສົ່ງອອກເຂົ້າສານບາງປະເພດທີ່ເລີ່ມປະຕິບັດໃນເດືອນກັນຍາປີນີ້. ໂດຍນັບແຕ່ວັນທີ 9 ກັນຍາ 2022 ນີ້ເປັນຕົ້ນມາ, ລັດຖະບານອິນເດຍໄດ້ເພີ່ມການເກັບພາສີສົ່ງອອກ 20% ແລະ ເຂົ້າຫອມອິນເດຍພ້ອມທັງຫ້າມບໍ່ໃຫ້ສົ່ງອອກເຂົ້າບາງປະເພດ ເພື່ອຮັບປະກັນການສະໜອງເຂົ້າສານພາຍໃນປະເທດອິນເດຍ. ຂ່າວແຈ້ງວ່າ: ໃນ 6 ເດືອນທຳອິດຂອງສົກປີງົບປະມານ ຄື ນັບແຕ່ເດືອນເມສາຫາເດືອນກັນຍາປີນີ້, ຍອດມູນຄ່າການສົ່ງອອກເຂົ້າສານຂອງອິນເດຍໄດ້ບັນລຸເຖິງ 5,5 ຕື້ໂດລາ ສ່ວນໃນສົກງົບປະມານທີ່ຜ່ານມາແມ່ນ 9,7 ຕື້ໂດລາ.

ສ້າງບັ້ນຂົນຂວາຍໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດລະບົບຄຸນຄ່າຂອງຫວຽດນາມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກອງປະຊຸມສຳມະນາແຫ່ງຊາດ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານຂອງປະຊາຊົນ ຫວຽດນາມ ໃນໄລຍະໃໝ່” ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ພ້ອມທັງເຊື່ອມຕໍ່ທາງໄກກັບນະຄອນເຫວ້ ແລະ ນະຄອນໂຮ່ຈິມິນ.

ຂ່າວລະບຸວ່າ: ກອງປະຊຸມໄດ້ເຫັນດີຄວນຫັນບັນດາຄຸນຄ່າດັ່ງກ່າວໃນການດຳລົງຊີວິດຕົວຈິງ ຜ່ານການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງ – ສັງຄົມ, ຂອງປະຊາຊົນທຸກຖ້ວນໜ້າ. ພ້ອມທັງ, ສ້າງບັ້ນຂົນຂວາຍຂະໜາດໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດບັນດາລະບົບຄຸນຄ່າຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ຂະບວນການທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳ.

ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ໃນລະບົບການເມືອງ ສົມທົບກັນເພື່ອສ້າງກົນໄກ, ນະໂຍບາຍ, ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ, ຈຳເປັນ ເພື່ອສ້າງບາດກ້າວບຸກທະລຸໃນການຜັນຂະຫຍາຍ, ປະຕິບັດບັນດາລະບົບຄຸນຄ່າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາສຸກ.