Thursday, October 9, 2025
Home Blog Page 856

ປະທານປະເທດເດີນທາງມາເຖິງແຂວງຊຽງຂວາງເພື່ອຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI

0

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງມາເຖິງແຂວງຊຽງຂວາງ ໃນວັນທີ 13 ທັນວາ ນີ້ ເພື່ອເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ ທີ່ຈະຈັດຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນດັ່ງກ່າວນີ້.

ທ່ານປະທານປະເທດ ໄດ້ມາເຖິງສະໜາມບິນແຂວງຊຽງຂວາງ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມການນໍາຂອງແຂວງ.

ການມາເຂົ້າຮ່ວມພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ຫລື ຊຽງຂວາງເກມ ຂອງ ທ່ານ ປະທານປະເທດ ຄັ້ງນີ້ ຈະເປັນອີກໜຶ່ງປະຫວັດສາດທີ່ສຳຄັນຂອງງານມະຫະກຳກິລາແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ກໍເປັນປະຫວັດສາດອັນສຳຄັນຂອງແຂວງຊຽງຂວາງ ເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດຄັ້ງນີ້.

ເຈົ້າພາບຄອງເຈົ້າຫຼຽນຄຳກິລາໜ້າເກັກ “ຊຽງຂວາງເກມ 2022”

0

ທັບນັກກິລາໜ້າເກັກແຂວງຊຽງຂວາງ ເຈົ້າພາບສ້າງຜົນງານໄດ້ຢ່າງໂດດເດັ່ນ ຫລັງສາມາດຍາດມາໄດ້ 3 ຫລຽນຄຳ, 1 ຫລຽນເງິນ ແລະ 4 ຫລຽນທອງ ລວມ 8 ຫລຽນ ຄອງເຈົ້າຫລຽນຄຳ ໃນການແຂ່ງຂັນກິລາໜ້າເກັກ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື “ຊຽງຂວາງເກມ 2022”ທີ່ ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ.  ຂະນະທີ່ແຂວງອຸດົມໄຊ ຍາດໄດ້ 3 ຫລຽນຄໍາ 1 ຫລຽນເງິນ ແລະ 1 ຫລຽນທອງ ລວມ 5 ຫລຽນ ເປັນອັນດັບ 2 ຂອງຕາຕະລາງ.

ການແຂ່ງຂັນກິລາ ໜ້າເກັກໃນ ງານມະຫະກຳກິລາແຫ່ງຊາດ ຄັ້ງ ທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນຈັດຂຶ້ນລະຫວ່າງ ວັນທີ 2-7 ທັນວາ 2022 ທີ່ສະໜາມ ກິລາ ໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ມີ 10 ແຂວງ ເຂົ້າ ຮ່ວມຊີງໄຊ ປະກອບມີ: ແຂວງຊຽງ ຂວາງເຈົ້າພາບ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ນະຄອນຫລວງວຽງຈັນ, ອັດຕະປື, ຫລວງພະບາງ, ຫລວງນ້ຳທາ, ເຊກອງ ແລະ ແຂວງວຽງຈັນ. ຜ່ານການແຂ່ງຂັນຕະຫລອດ 6 ວັນ ຜົນປາກົດວ່າ ທີມ ນັກກິລາໜ້າເກັກ ແຂວງຊຽງຂວາງ ເຈົ້າພາບສ້າງຜົນງານ ໄດ້ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 3 ຫລຽນຄຳ, 1 ຫລຽນເງິນ ແລະ 4 ຫລຽນທອງ ລວມທັງໝົດ 8 ຫລຽນ ຄອງເຈົ້າຫລຽນຄຳ ກິລາໜ້າເກັກຊຽງຂວາງເກມ 2022. ຂະນະທີ່ ອັນດັບທີ 2 ຕົກເປັນຂອງ ແຂວງອຸດົມໄຊ ຍາດ ໄດ້ 3 ຫລຽນຄຳ, 1 ຫລຽນເງິນ ແລະ 1 ຫລຽນທອງ ລວມ 5ຫລຽນ; ອັນດັບທີ 3 ແຂວງໄຊຍະບູລີຍາດໄດ້ 2 ຫລຽນຄຳ, 1 ຫລຽນເງິນ ແລະ 2 ຫລຽນທອງ ລວມ 5 ຫລຽນ; ອັນດັບທີ 4 ແຂວງຫົວພັນ ຍາດໄດ້ 1 ຫລຽນຄຳ, 2 ຫລຽນເງິນ ແລະ4 ຫລຽນທອງ ລວມ 7 ຫລຽນ; ອັນດັບທີ 5 ນະຄອນຫລວງວຽງຈັນ ຍາດໄດ້ 1 ຫລຽນຄຳ ແລະ 2 ຫລຽນເງິນ ລວມ 3 ຫລຽນ; ອັນດັບທີ 6 ແຂວງອັດຕະປື ຍາດໄດ້ 1 ຫລຽນຄຳ ແລະ 1 ຫລຽນເງິນລວມ 2 ຫລຽນ; ອັນດັບທີ 7 ແຂວງຫລວງພະບາງ ຍາດໄດ້ 1 ຫລຽນຄຳ ແລະ 1 ຫລຽນ ເງິນ ລວມ 2 ຫລຽນ; ອັນດັບທີ 8 ແຂວງຫລວງນ້ຳທາ ຍາດໄດ້ 2 ຫລຽນເງິນ ລວມ 2 ຫລຽນ; ອັນດັບທີ 9 ແຂວງເຊກອງ ຍາດໄດ້ 1 ຫລຽນເງິນ ລວມ 1 ຫລຽນ; ແຂວງວຽງຈັນ ຍາດໄດ້ 1 ຫລຽນທອງ ລວມ 1 ຫລຽນທອງ.

ໃຫ້ກຽດເຂົ້າຮ່ວມ ແລະ ມອບ ຫລຽນລາງວັນ ໃນຄັ້ງນີ້ໂດຍ ທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກ ແຂວງຊຽງຂວາງ, ທ່ານ ຫວາຢ່າ ໝອກພູເຂົາ ຫົວໜ້າພະແນກເຕັກໂນ ໂລຊີ ແລະ ການສື່ສານແຂວງ, ປະທານສະຫະພັນກິລາ ໜ້າເກັກ ແຂວງຊຽງຂວາງ ແລະ ທ່ານ ຊົງ ເລົາ ຍົງນູ ຫົວໜ້າຄະນະໂຄສະນາ ອົບຮົມນະຄອນຫລວງວຽງຈັນ, ມີຄະນະສະຫະພັນ ກິລາໜ້າເກັກແຕ່ລະແຂວງ, ຄູຝຶກ ແລະ ນັກກິລາ ແຕ່ລະແຂວງຢ່າງພ້ອມພຽງ.

ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການກວດກາລັດ

0

ໃນຕອນເຊົ້າວັນທີ 13 ທັນວາ 2022 ໃນກອງປະ ຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໂດຍການເປັນປະທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳພັນ ພົມມະທັດປະທານອົງການກວດກາແຫ່ງລັດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍ ການກວດກາລັດ ສະບັບປັບປຸງ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄ້ວາ ປະກອບຄຳເຫັນ ເຮັດໃຫ້ເນື້ອໃນຂອງບາງພາກ, ບາງໝວດ ແລະ ບາງມາດຕາ ຈະແຈ້ງ, ສອດຄ່ອງ, ກະທັດຮັດ ແລະ ສົມບູນກວ່າເກົ່າ.

ຮ່າງກົດໝາຍ ວ່າດ້ວຍ ການກວດກາລັດ ໄດ້ຮັບຮອງ ແລະ ປະກາດນຳໃຊ້ໃນປີ 2007 ເຊິ່ງກົດໝາຍດັ່ງກ່າວ ໄດ້ປັບປຸງເທື່ອທີ 1 ໃນປີ 2017 ໂດຍປະກອບມີ 10 ພາກ, 6 ໝວດ, 80 ມາດຕາ. ສຳລັບການປັບປຸງໃໝ່ມີ 9 ພາກ, 9 ໝວດ ແລະ 81 ມາດຕາ, ຕັດອອກ 1 ພາກ ແລະ ເພີ່ມໃໝ່ 3 ໝວດ. ກົດໝາຍສະບັບນີ້ ມີຈຸດປະສົງເພື່ອກໍານົດ ຫລັກ ການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ, ການຄຸ້ມຄອງການກວດກາລັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມເຂັ້ມແຂງ, ສາມາດດຳເນີນໄດ້ຢ່າງມີປະສິດ ທິພາບ, ປະສິດທິຜົນ ແນໃສ່ເຮັດໃຫ້ອໍານາດລັດເຂັ້ມແຂງ, ມີຄວາມສັກສິດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ລວມທັງສິດ ແລະ ຜົນປະໂຫຍດອັນຊອບ ທຳຂອງພົນລະເມືອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານ ຄຳພັນ ພົມມະທັດ ກ່າວຕື່ມວ່າ: ການກວດກາລັດ ແມ່ນການເຄື່ອນໄຫວຂອງ ອົງການກວດກາລັດ ໃນການກວດກາ, ເກັບກໍາຂໍ້ມູນການກວດກາລັດ ແລະ ຫລັກ ຖານ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ກົດໝາຍ, ລະບຽບການ, ພາລະບົດບາດ, ສິດ,ໜ້າທີ່, ຄວາມຮັບຜິດ ຊອບ ຂອງການຈັດຕັ້ງ ແລະ ບຸກຄົນ ຢູ່ໃນອົງການລັດ ແລະ ອົງການອື່ນ ເພື່ອພິຈາລະນາ, ຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມທັງສະເໜີວິ ທີການ ແລະ ມາດຕະການແກ້ໄຂ ໃຫ້ການຈັດຕັ້ງຂັ້ນເທິງ ຂອງເປົ້າໝາຍ ຖືກກວດກາພິຈາລະນາ ຕາມກົດໝາຍ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ສະພາແຫ່ງຊາດ ສະເຫນີລັດຖະບານ ເພີ່ມທະວີການສ້າງວິຊາຊີບ ແລະ ແກ້ໄຂການວ່າງງານ

0

ໃນວັນທີ 13 ທັນວາ 2022 ທີ່ສະພາແຫ່ງຊາດ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບຜົນສຳເລັດການພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນຫາການວ່າງງານ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 9 ທັນວາ 2022 ທີ່ຜ່ານມາ, ພາຍຫລັງໄດ້ຮັບຟັງການລາຍງານໂດຍສັງເຂບຈາກລັດຖະບານ ໂດຍທ່ານ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຜູ້ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນມີຄໍາເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄວາມຄິດເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າ, ພ້ອມທັງສະເໜີວິທີການ ແລະ ມາດຕະການເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງນຳໄປຄົ້ນຄວ້າ, ປັບປຸງວຽກງານດັ່ງກ່າວ ໃຫ້ມີຜົນສໍາເລັດດີຂຶ້ນກວ່າເກົ່າ.

ໃນການປະກອບຄຳເຫັນຂອງບັນດາຜູ້ແທນ ສ່ວນຫລາຍ ແມ່ນເຫັນດີເປັນເອກະພາບ ແລະ ຊົມເຊີຍຕໍ່ລັດ ຖະບານ ທີ່ໄດ້ເອົາໃຈໃສ່ວຽກງານສ້າງວິຊາຊີບ, ການພັດ ທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂບັນຫາການວ່າງງານ ຊຶ່ງໄລຍະຜ່ານມາ ເຫັນວ່າອັດຕາການວ່າງງານຫລຸດລົງເຫລືອພຽງ 18%. ແຕ່ເຖິງຢ່າງໃດກໍຕາມ ຜ່ານການຕິດຕາມກວດກາຕົວຈິງຂອງສະພາແຫ່ງຊາດ, ຜູ້ແທນຍັງສະແດງຄວາມເປັນຫ່ວງເປັນໃຍ ແລະ ສະເໜີໃຫ້ລັດຖະບານ ເອົາໃຈໃສ່ແກ້ໄຂບາງດ້ານ ດັ່ງນີ້: ການສ້າງ, ປັບປຸງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງ ກັບການສ້າງວິຊາ ຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳທີ່ມີແລ້ວ ໃຫ້ສອດຄ່ອງກັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມໃນປັດຈຸບັນ ໃຫ້ເປັນລະບົບຄົບຊຸດຕື່ມ; ສະເໜີລັດຖະບານ ຄົ້ນຄວ້າ, ພິຈາລະນາການລົງ ທຶນສ້າງ ແລະ ປັບປຸງລະບົບຖານຂໍ້ມູນ-ຂ່າວສານ ກ່ຽວກັບແຮງງານ, ອັດຕາການວ່າງງານ, ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດ ໃຫ້ລວມສູນ, ເປັນເອກະພາບ, ຊັດເຈນ ແລະ ເປັນລະບົບທັນສະໄໝ, ສາມາດເຊື່ອມໂຍງ ແລະ ເຂົ້າເຖິງໄດ້ງ່າຍ ໃນຂອບເຂດທົ່ວປະເທດ. ພ້ອມນີ້ ຍັງໄດ້ສະ ເໜີໃຫ້ລັດຖະບານ ຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າ ເພື່ອເປັນການປັບປຸງຊີວິດການເປັນຢູ່ ຂອງຜູ້ອອກແຮງງານໃຫ້ດີຂຶ້ນ, ທັງເປັນແຮງຈູງໃຈໃຫ້ຜູ້ອອກແຮງງານ ແລະ ຮັບ ປະກັນການມີສະຫວັດດີການທີ່ດີ ໃຫ້ແກ່ຜູ້ອອກແຮງງານ ຕາມກົດໝາຍກຳນົດ ໂດຍສະເພາະ ສະເໜີເພີ່ມອັດຕາເບ້ຍລ້ຽງໃຫ້ນັກຮຽນຢູ່ໂຮງຮຽນກິນນອນຊົນເຜົ່າ, ໂຮງຮຽນເຕັກນິກວິຊາຊີບໃຫ້ແທດເໝາະກັບຄ່າຄອງຊີບແຕ່ລະໄລຍະ, ພ້ອມທັງສະໜອງງົບປະມານໃຫ້ທັນກຳນົດເວລາ.

ນອກຈາກນີ້, ໃຫ້ຄົ້ນຄວ້າສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ສະໜອງອຸປະກອນການຮຽນ-ການສອນ, ສ້າງສະ ພາບແວດລ້ອມທີ່ເອື້ອອຳນວຍ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນ ມາຮຽນ, ລວມທັງຈັດສັນຄູສອນໃຫ້ພຽງພໍ; ປັບ ປຸງ ແລະ ພັດທະນາຫລັກສູດ, ວິທີການຮຽນ-ການສອນ, ການຝຶກວິຊາຊີບ ແລະ ການພັດທະນາສີມືແຮງງານ ໃຫ້ໄດ້ມາດຕະຖານ ສອດຄ່ອງກັບຍຸກການພັດທະນາອຸດສາຫະກໍາ 4.0, ເຕັກໂນໂລຊີດ້ານຂໍ້ມູນ ແລະ ການສື່ສານ, ທັກສະດ້ານພາສາຕ່າງປະເທດ; ຊຸກຍູ້ ແລະ ສົ່ງເສີມໃຫ້ພາກເອກະຊົນມີສ່ວນຮ່ວມໃນການລົງທຶນໃສ່ວຽກງານການຝຶກວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ແກ່ປະຊາຊົນລາວບັນດາເຜົ່າ ໂດຍສະ ເພາະຢູ່ເຂດຊົນນະບົດ, ຫ່າງໄກສອກຫລີກ; ຊຸກຍູ້ໃຫ້ມີສ່ວນຮ່ວມຂອງບັນດາຫົວໜ່ວຍທຸລະກິດ ກັບ ໂຮງຮຽນເຕັກນິກ-ວິຊາຊີບ, ສູນ, ສະຖາບັນພັດທະນາສີມືແຮງງານ ເພື່ອສ້າງແຜນພັດທະນາ ສີມືແຮງງານຮ່ວມກັນ, ພ້ອມທັງສ້າງເງື່ອນໄຂທີ່ເໝາະສົມໃນການເຂົ້າເຖິງແຫລ່ງທຶນ ເພື່ອປະກອບອາຊີບດ້ວຍຕົນເອງ; ຈັດງານຕະຫລາດນັດແຮງ ງານ ໂດຍການມີສ່ວນຮ່ວມຂອງຫລາຍພາກສ່ວນ ເປັນແຕ່ລະໄລຍະ ຢູ່ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຮງງານລາວ ໄດ້ມີໂອກາດເຂົ້າເຖິງຕະຫລາດແຮງງານ ຫລາຍຂຶ້ນກວ່າເກົ່າ; ເອົາໃຈໃສ່ພັດທະນາລະບົບ ການສະໜອງຂໍ້ມູນຂ່າວສານ ໂດຍຜ່ານພາຫະນະສື່ມວນຊົນ, ອອນລາຍ ກ່ຽວກັບການຮຽນວິຊາຊີບ ແລະ ໂຄສະນາເຜີຍແຜ່ໃຫ້ຜູ້ປົກຄອງ, ນັກ ຮຽນເຫັນໄດ້ຄວາມສໍາຄັນຂອງການຮຽນວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງອາຊີບ ພ້ອມທັງສົ່ງເສີມໃຫ້ມີການພັດທະນາປື້ມແບບຮຽນ, ສົ່ງເສີມວັດທະນະທໍາການອ່ານ ແລະ ການຮຽນຮູ້ກ່ຽວ ກັບ ການສ້າງວິຊາ ຊີບ, ສ້າງວຽກເຮັດງານທຳໃຫ້ຫລາຍຂຶ້ນ; ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາ ກ່ຽວກັບບັນຫາແຮງງານ, ການປົກປ້ອງສັງຄົມ ເພື່ອໃຫ້ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ໄດ້ຮັບການປົກປ້ອງຕາມກົດໝາຍກຳນົດ.

ທ່ານ ໃບຄຳ ດຳລັດ ກ່າວຕື່ມວ່າ: ທັງໝົດນີ້, ແມ່ນໄດ້ສະແດງເຖິງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງລັດຖະບານ ໃນການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ການສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາວ່າງງານ ແລະ ຫລຸດຜ່ອນອັດຕາການວ່າງງານ ໃຫ້ຍັງເຫລືອ 15% ໃນປີ 2025.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ຍິງ-ຊາຍ ຊຽງຂວາງ ເກມ ເລີ່ມແລ້ວ

0

ການແຂ່ງຂັນກິລາບານສົ່ງໃນຮົ່ມ ແລະ ຫາດຊາຍ ທັງປະເພດທີມຍິງ ແລະ ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເລີ່ມຂຶ້ນໃນຕອນເຊົ້າວັນທີ 12 ທັນວາ 2022 ທີ່ບານສົ່ງໃນຮົ່ມ ບ້ານໂພນມີໄຊ ເມືອງແປກ ແຂວງຊຽງຂວາງ.

ລາຍການດັ່ງກ່າວ ຈະມີການຊີງໄຊທັງໝົດ 4 ຫຼຽນຄຳ ສຳລັບບານສົ່ງໃນຮົ່ມມີການຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-21 ທັນວາ 2022 ແລະ ບານສົ່ງຫາດຊາຍ ຊີງໄຊ 2 ຫຼຽນຄຳ ເລີ່ມແຂ່ງຂັນລະຫວ່າງວັນທີ 12-18 ທັນວາ 2022 ສະເພາະກິລາບານສົ່ງຮົ່ມທີມຍິງມີ 4 ພາກສ່ວນ, ໃນນັ້ນ ມີ 1 ກະຊວງ ແລະ 3 ແຂວງ ຈັດກຸ່ມດຽວແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1 ໄປພົບກັບ ທີ 4 ແລະ ທີ 2 ພົບກັບ ທີ 3 ທີມໃດຊະນະໄປຊີງຫຼຽນຄຳ ປະກອບມີ: ກະຊວງປ້ອງກັນປະເທດ, ແຂວງຊຽງຂວາງ ເຈົ້າພາບ, ແຂວງສະຫວັນນະເຂດ ແລະ ແຂວງໄຊຍະບູລີ. ສ່ວນທີມຊາຍ ມີ 9 ພາກສ່ວນເຂົ້າຮ່ວມ ປະກອບມີ 1 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ກ ແຊ໋ມເກົ່າ ກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ; ກຸ່ມ ຂ ປະກອບມີ ແຂວງບໍ່ແກ້ວ, ແຂວງຊຽງຂວາງ ເຈົ້າພາບ, ແຂວງຫຼວງພະບາງ ແລະ ແຂວງຄຳມ່ວນ.

ຂະນະທີ່ ບານສົ່ງຫາດຊາຍ ທີມຊາຍ ປະກອບມີ 10 ພາກສ່ວນ ຄື: 2 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ ແບ່ງອອກເປັນສອງກຸ່ມ ກຸ່ມ ກ ປະກອບມີ ແຂວງເຊກອງ, ແຂວງຄຳມ່ວນ, ແຂວງອັດຕະປື, ແຂວງບໍ່ແກ້ວ ແລະ ກະຊວງປ້ອງກັນປະເທດ. ສ່ວນກຸ່ມ ຂ ປະກອບມີ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ແຂວງໄຊຍະບູລີ, ແຂວງຈຳປາສັກ ແລະ ເຈົ້າພາບ ແຂວງຊຽງຂວາງ; ບານສົ່ງຫາດຊາຍ ທີມຍິງ ມີ 2 ກະຊວງ ແລະ 5 ແຂວງ ແບ່ງສອງກຸ່ມ ກຸ່ມ ກ ກະຊວງປ້ອງກັນປະເທດ, ແຂວງຈຳປາສັກ, ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ; ກຸ່ມ ຂ ເຈົ້າພາບ ແຂວງຊຽງຂວາງ, ກະຊວງສາທາລະນະສຸກ ແລະ ແຂວງອັດຕະປື.

ພາບ: ສົງການ ພັນແພງດີ

ເຈົ້າພາບຊຽງຂວາງ ແຊງຫນ້າ ນະຄອນຫລວງວຽງຈັນແລ້ວ

0

ສະຫລຸບຫລຽນຮາງວັນ ປະຈຳວັນທີ 12/12/2022 ເວລາ 18:00

ມະຫະກຳກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ 2022

ອັນດັບທີ 1 ຊຽງຂວາງ ຄວ້າມາແລ້ວ 35 ຫລຽນຄຳ

ອັນດັບທີ 2 ນະຄອນຫລວງວຽງຈັນ 30 ຫຽນຄຳ

ແລະ ອັນດັບທີ 3 ນະຊວງປ້ອງກັນປະເທດ 23 ຫລຽນຄຳ

ຫລຽນລວມນີ້ນັບສະເພາະປະເພດທີ່ທຳການມອບຫລຽນເປັນທາງການເທົ່ານັ້ນ

ກອງພົນທີ 4 ເຜີຍແຜ່ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI ແລະ ເອກະສານການເມືອງ-ແນວຄິດ

0

ໃນວັນທີ 07-09 ທັນວາ 2022 ນີ້, ກອງພົນທະຫານຮາບທີ 4 ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ເອກະສານການເມືອງ-ແນວຄິດ ຢູ່ທີ່ສະໂມສອນກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະພັກ-ຄະນະຫ້ອງ ອົງການ 5 ຫ້ອງ, ພະແນກການ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວຄະນະພັກ-ຄະນະບັນຊາກອງພົນ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານໃຫ້ພະນັກງານຫຼັກແຫຼ່ງທົ່ວກອງພົນໄດ້ເຊື່ອມຊຶມໃນຄັ້ງນີ້ລວມມີ: ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບທົ່ວກອງພົນໃນໄລຍະໃໝ່, ເອກະສານສຶກສາອົບຮົມກ່ຽວກັບກົດໝາຍຂອງລັດ ແລະ ລະບຽບວິໄນຂອງກອງທັບ, ເອກະສານການຜັນຂະຫຍາຍມະຕິ ແລະ ການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ເອກະສານເພີ່ມທະວີການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະສານຢຸດທະສາດ ແລະ ການຫັນປ່ຽນໂດຍສັນຕິ ຕິດພັນກັບການຕ້ານປະກົດການຫຍໍ້ທໍ້ພາຍໃນກອງທັບ, ເອກະສານບົດສະຫຼຸບວຽກງານການເມືອງ-ແນວຄິດ ທົ່ວກອງທັບ ແລະ ຜ່ານແຈ້ງການຂອງກະຊວງປ້ອງກັນປະເທດວ່າດ້ວຍການຍ້າຍພະແນກກົດໝາຍໃຫ້ຂຶ້ນກັບຫ້ອງການເມືອງ ກອງພົນທະຫານຮາບທີ 4. ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້ ເຊື່ອມຊຶມ ແລະ ກຳແໜ້ນກ່ຽວກັບບັນດາເອກະສານແຕ່ລະເອກະສານ, ບັນດາພື້ນຖານທິດສະດີຫຼັກການເມືອງ-ແນວຄິດ, ການເຄື່ອນໄຫວ ແລະ ການກະທຳຂອງພັກ-ລັດ, ສ້າງຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ສ້າງທັດສະນະຫຼັກໝັ້ນການເມືອງໃຫ້ຖືກຕ້ອງໃຫ້ພະນັກງານສະມາຊິກພັກຮັບຮູ້ເຂົ້າໃຈແຈ້ງ ກ່ຽວກັບຢຸດທະສາດຫັນປ່ຽນໂດຍສັນຕິຕິດພັນກັບການຕ້ານປະກົດການຫຍໍ້ທໍ້ໃນກອງທັບ, ຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ກຳໄດ້ບັນດາກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບ, ເພີ່ມທະວີການປະຢັດ ແລະ ຕ້ານການຟຸມເຟືອຍ ພາຍໃນກອງທັບໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໃນໂອກາດຕອນທ້າຍກອງປະຊຸມ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ ຫົວໜ້າການເມືອງກອງພົນທີ 4 ໄດ້ໂອ້ລົມຊີ້ນຳໃຫ້ພະນັກງານຫຼັກແຫຼ່ງໃຫ້ນຳເອົາບັນດາເນື້ອໃນເອກະສານດັ່ງກ່າວ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານລວມຂອງກົມກອງ ໃຫ້ປະກົດຜົນເປັນຈິງ ແລະ ຮຽກຮ້ອງໃຫ້ຄະນະບັນຊາແຕ່ລະຂັ້ນນຳເອົາເອກະສານດັ່ງກ່າວນີ້ເຜີຍແຜ່ໃຫ້ພະນັກງານ-ນັກຮົບ ກົມກອງຂອງຕົນໃຫ້ທົ່ວເຖິງ.

ຂ່າວໂດຍ: ຮ້ອຍໂທ ໂພຄຳ ພອນປະເສີດ (ນັກຂ່າວກອງພົນທີ 4)

#Savannakhet#Medialaos

ສາທາລະນະສຸກຫຼຸບໂຄງການສົ່ງເສີມສຸຂະອະນາໄມແບບຍືນຍົງເພື່ອທຸກຄົນຢູ່ 03 ເມືອງເປົ້າໝາຍ ຈໍາພອນ, ພະລານໄຊ ແລະ ອາດສະພອນ ຂອງອົງການ SNV

0

ໃນຕອນເຊົ້າວັນທີ 08 ທັນວາ 2022 ທີ່ ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ແຂວງ ສະຫວັນນະເຂດ ທາງພະແນກສາທາລະນະສຸກແຂວງໄດ້ຈັດກອງປະຊຸມປິດທ້າຍໂຄງການສົ່ງເສີມສຸຂະອະນາໄມແບບຍືນຍົງເພື່ອທຸກຄົນ ຢູ່ 03 ເມືອງເປົ້າໝາຍ ຄື: ເມືອງ ຈໍາພອນ, ພະລານໄຊ ແລະ ເມືອງອາດສະພອນ ຂອງອົງການພັດທະນາຂອງປະເທດເນເທີແລນ( SNV )ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ,ຜູ້ຕາງໜ້າຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າ ກົມແຜນການ ແລະ ການຮ່ວມມື ກະຊວງສາທາລະນະສຸກ, ຮອງສູນນໍ້າສະອາດ ແລະ ອະນາໄມສິ່ງແວດລ້ອມ ກະຊວງສາທາລະນະສຸກ ນອກຈາກນີ້ກໍ່ມີ ທ່ານຮອງເຈົ້າເມືອງຈາກ 03 ເມືອງເປົ້າໝາຍ, ຕ່າງໜ້າຈາກ 07 ຫ້ອງການອ້ອມຂ້າງ ຂອງ 03 ເມືອງເປົ້າໝາຍ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອນໍາສະເໜີຄວາມຄືບໜ້າຂອງໂຄງການ,ຜົນໄດ້ຮັບ,ສິ່ງທ້າທາຍ, ບົດຮຽນຖອດຖອນໄດ້ ແລະ ຜົນສໍາເລັດອີງຕາມລະດັບຄາດໝາຍຕົວຊີ້ວັດນັບແຕ່ປີ 2019 ຮອດ ປີ 2022.

ໂອກາດນີ້ ທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຫລາຍ ເພື່ອຕີລາຄາຄືນຜົນໄດ້ຮັບໃນການຈັດຕັ້ງປະຕິບັດໂຄງການ ມາຮອດເດືອນ 12 ປີ 2022 ຊຶ່ງເປັນປິສຸດທ້າຍຂອງໂຄງການ, ຕີລາຄາການຈັດຕັ້ງປະຕິບັດຄືນ ອີງຕາມບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັນກັນລະຫວ່າງພະແນກສາທາລະນະສຸກແຂວງ ແລະ ອົງການພັດທະນາຂອງປະເທດເນເທີແລນ (SNV) ໂດຍສົມທຽບໃສ່ເປົ້າໝາຍທີ່ວາງໄວ້ ຢູ່ 3 ເມືອງ ໃຫ້ສາມາດປະກາດບ້ານ ຈຳນວນ 217 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ ແລະ ສາມາດປະກາດໃຫ້ໂຮງໝໍນ້ອຍ 34 ແຫ່ງ ເປັນແບບຢ່າງດ້ານການປັບປຸງລະບົບນໍ້າ ແລະ ສຸຂາພິບານ ແລະ ຫວັງຢ່າງຍິ່ງວ່າ ຜົນງານທີ່ໄດ້ຮັບ ກໍຄືຂໍ້ຄົງຄ້າງ ຊ່ອງຫວ່າງທີ່ມີຈະເປັນບ່ອນອີງໃຫ້ຄະນະກຳມະການຄຸ້ມຄອງການໂຄງການມີທິດຊີ້ນຳຕື່ມເພື່ອເສີມຂະຫຍາຍທ່າແຮງ ຈຸດດີ ແລະ ຫລຸດຜ່ອນ ເຮັດໃຫ້ປາດສະຈາກ ຈຸດອ່ອນຂໍ້ຄົງ ຄ້າງທີ່ເປັນອຸປະສັກໃນການສືບຕໍ່ດຳເນີນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ

ພາບ-ຂ່າວ: ກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ

#Savannakhet#Medialaos

ເຈົ້ົ້າພາບຊຽງຂວາງ ຄອງເຈົ້າຫຼຽນຄຳກິລາລອຍນໍ້າຊຽງຂວາງເກມ

0

ພິທີມອບຫຼຽນລາງວັນ ການແຂ່ງຂັນກິລາລອຍນໍ້າ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈັດຂຶ້ນວັນທີ 12 ທັນວາ 2022 ຢູ່ສະໜາມກິລາໄຊຊະນະ ແຂວງຊຽງຂວາງ, ໂດຍໃຫ້ກຽດມອບຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮັບ ຜິດຊອບຈັດການແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງ ຢ່າງພ້ອມພຽງ.

ການແຂ່ງຂັນຄັ້ງນີ້ ມີ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນ ຫຼວງວຽງຈັນ, ແຂວງຊຽງຂວາງ, ຫຼວງພະບາງ, ສະຫວັນນະເຂດ ແລະ ຈຳປາສັກ ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ ເປັນຍິງ 12 ຄົນ ຊາຍ 25 ຄົນ ຊີງ 27 ຫຼຽນຄຳ ປະເພດດ່ຽວ 26 ລາຍການ ແລະ ປະເພດທີມ 1 ລາຍການ ໂດຍນັກກິລາທີມຊາດ ສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ.

ຜ່ານການແຂ່ງຂັນ ແຂວງຊຽງຂວາງ ເຈົ້າພາບຄອງອັນ ດັບທີໜຶ່ງ ເປັນເຈົ້າຄອງຫຼຽນຄຳກິລາປະເພດນີ້ ໄດ້ມາທັງ ໝົດ 8 ຫຼຽນຄຳ, 1 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 15 ຫຼຽນ, ທີ 2 ແຂວງຈຳປາສັກ ໄດ້ 6 ຫຼຽນຄຳ ແລະ 8 ຫຼຽນເງິນ 8 ຫຼຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫຼຽນຄຳ, 7 ຫຼຽນເງິນ ແລະ 4 ຫຼຽນທອງ, ທີ 4 ນະຄອນ ຫຼວງວຽງຈັນ ໄດ້ 4 ຫຼຽນຄຳ, 8 ຫຼຽນເງິນ ແລະ 6 ຫຼຽນທອງ ແລະ ທີ 5 ແຂວງຫຼວງພະບາງ ຍາດມາໄດ້ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 3 ຫຼຽນທອງ.

ຄຳມ່ວນ ເອົາຊະນະ ຈຳປາສັກ 1-0 ປະຕູ ກິລາບານເຕະ ຊຽງຂວາງເກມ

0

ປະເພດກິລາບານເຕະ ໃນງານມະຫາກຳກິລາແຫ່ງຊາດ ຮອບແບ່ງກຸ່ມ ໃນວັນທີ 12 ທັນວາ 2022 ທີມນັກກິລາແຂວງຄຳມ່ວນ ພົບກັບ ແຂວງຈຳປາສັກ ທີ່ສະໜາມກິລາໄຫຫີນ ເຊິ່ງແຂວງຄຳມ່ວນ ສາມາດເອົາຊະນະ ແຂວງຈຳປາສັກ ດ້ວຍຄະແນນ 1-0 ປະຕູ ໂດຍການທໍາປະຕູໄດ້ຈາກ ທ. ວາດສະໜາ ວົງສະໝໍລະພູມ ນໍ້າເບີ 14 ໃນການທົດເວລາ 3 ນາທີສຸດທ້າຍ. ຫຼັງຈາກນັດກ່ອນໜ້ານີ້ ແຂວງຄຳມ່ວນ ສາມາດເອົາຊະນະ ແຂວງບໍລິຄຳໄຊ ດ້ວຍຄະແນນ 2-0 ປະຕູ ເຮັດໃຫ້ແຂວງຄໍາມ່ວນ ມີຄະແນນສະສົມ 6 ຄະແນນ ສາມາດຜ່ານເຂົ້າຮອບ 8 ທີມສຸດທ້າຍ. ສ່ວນນັດສຸດທ້າຍຂອງຮອບແບ່ງກຸ່ມ ແມ່ນຈະພົບກັບແຂວງອັດຕະປື ເຊິ່ງຈະໄດ້ລົງແຂ່ງຂັນໃນວັນທີ 14 ທັນວາ 2022.

ສະເພາະໃນວັນທີ 12 ທັນວາ ແຂວງຄຳມ່ວນ ແມ່ນໄດ້ມີການແຂ່ງຂັນທັງໝົດ 5 ປະເພດກິລາ ຄື: ປັນຈັກສີລັດ, ມວຍສາກົນ, ກະຕໍ້, ບານສົ່ງ ແລະ ກິລາບານເຕະ ໃນນີ້ ກິລາປັນຈັກສີລັດ ແມ່ນສາມາດຍາດໄດ້ 2 ຫຼຽນຄໍາ, 2 ຫຼຽນເງິນ ແລະ 2 ຫຼຽນທອງແດງ ແລະ ກິລາມວຍສາກົນ ຍາດໄດ້ອີກ 1 ຫຼຽນຄຳ ແລະ 1 ຫຼຽນເງິນ. ປະຈຸບັນແຂວງຄຳມ່ວນ ສາມາດຍາດໄດ້ທັງໝົດ 20 ຫຼຽນຄຳ, 11 ຫຼຽນເງິນ ແລະ 19 ຫຼຽນທອງແດງ ຕົກຢູ່ໃນອັບດັບທີ 4 ຮອງຈາກແຂວງຊຽງຂວາງ ເຈົ້າພາບ, ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນຄວາມສະຫງົບ.

#Medialaos#ມີເດຍລາວ#khammouanenews#ຊຽງຂວາງເກມ#ກິລາ