Thursday, October 9, 2025
Home Blog Page 855

ກຳປູເຈຍ ຈັດເທດສະການມະຫາສະໝຸດ ຢ່າງຄຶກຄື້ນ

0

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເທດສະການມະຫາສະໝຸດກໍາປູເຈຍ ຄັ້ງທີ 9 ໄດ້ຈັດຂຶ້ນ ຢູ່ທ່າກຳປັ່ນສີຫະນຸ ປະເທດກຳປູເຈຍ ໃນລະຫວ່າງ ວັນທີ 10-14 ທັນວານີ້, ໂດຍໄດ້ດຶງດູດນັກທ່ອງທ່ຽວ ຈາກ 20 ກວ່າປະເທດ ເຂົ້າຮ່ວມ ຢ່າງຄຶກຄື້ນ ​ໂດຍ​ມີ ກິດຈະກໍາຫລາກຫລາຍສີສັນ, ລວມທັງການວາງສະແດງ ອາຫານພື້ນເມືອງ ທີ່ມີເອກະລັກ, ກິດຈະກໍາແຂ່ງຂັນຂີ່ລົດຖີບ, ການສະແດງບັ້ງໄຟດອກ, ການສະແດງສິລະປະ ປະເພດຕ່າງໆ, ງານດົນຕີ ແລະ ອື່ນໆ.

ໃນໄລຍະ ຈັດເທດສະການ ມະຫາສະໝຸດ, ຖະໜົນຫົນທາງຕ່າງໆ ຢູ່ທ່າກຳປັ່ນ ສີຫະນຸ ມີຜູ້ເຂົ້້າຮ່ວມ​ ຢ່າງຫລວງຫລາຍ, ພາຫະນະ ແລະ ພໍ່ຄ້າ ຊາວຂາຍ, ຄຽງຄູ່ກັບ ການຈັດ ເທດສະການ ມະຫາສະໝຸດ ຄືນໃໝ່ ພາຍຫລັງຖືກງົດຈັດມາ ເປັນເວລາ 2 ປີ, ເຮັດໃຫ້ ທ່າກຳປັ່ນ ສີຫະນຸ ໄດ້ກັບຄືນສູ່ ຄວາມຄຶກຄື້ນ ຄືກັບ ໄລຍະຜ່ານມາ.

(ບັນນາ ທິການຂ່າວ: ຕ່າງ ປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

ບໍລິຄໍາໄຊ ຍາດໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນກິລາໝາກເສິກ

0

ນາງ ຄອນສະຫວັນ ສີປະເສີດ ນຳທີມນັກກິລາ ບໍລິຄໍາໄຊ ສາມາດສ້າງຜົນງານລື່ນເປົ້າໝາຍທີ່ວາງໄວ້ຍາດໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫຼື “ຊຽງຂວາງ ເກມ” ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ການແຂ່ງຂັນກິລາໝາກເສິກ ໄດ້ເລີ່ມແຂ່ງຂັນໃນວັນທີ 7-11 ທັນວາ 2022 ທີ່ສະໜາມໂຮງຮຽນພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີນັກກິລາເຂົ້າຮ່ວມ 7 ພາກສ່ວນ ກໍຄື: ບໍລິຄໍາໄຊ, ອຸດົມໄຊ, ນະຄອນຫຼວງວຽງຈັນ, ຊຽງຂວາງ, ຫຼວງພະບາງ ແລະ ຈໍາປາສັກ. ຜົນການແຂ່ງຂັນ ທີມນັກກິລາບໍລິຄໍາໄຊ ສາມາດຍາດໄດ້ 3 ຫຼຽນຄຳ ຈາກປະເພດໝາກເສິກ 3 ນາທີ, 25 ນາທີ ດ່ຽວຊາຍ ຜົນງານຂອງ ທ້າວ ຄອນສະຫວັນ ແສງເລກ ແລະ ທີມປະສົມ (ຊາຍ+ຍິງ) ສ່ວນ 1 ຫຼຽນທອງ ເປັນຂອງຄູ່ທີມຍິງ ໄລຍະເວລາ 5 ນາທີ.

ທ່ານ ນາງ ນຸດ ຄຸນພະໄຊ ປະທານສະຫະພັນ ໝາກເສີກ ບໍລິຄໍາໄຊ ໃຫ້ສຳພາດວ່າ: ທາງສະຫະພັນໄດ້ຕັ້ງເປົ້າໝາຍ ໃນການເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດໃນຄັ້ງນີ້ໄວ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ແຕ່ນັກກິລາຂອງພວກເຮົາຍາດມາໄດ້ 3 ຫຼຽນຄຳ ແລະ 1 ຫຼຽນທອງ ຖືໄດ້ວ່ານັກກິລາເຮົາສາມາດເຮັດໃຫ້ເກີນເປົ້າໝາຍທີ່ວາງໄວ້.

ນາງ ຄອນສະຫວັນ ສີປະເສີດ ໃຫ້ສຳພາດວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ສ້າງຜົນງານໃຫ້ນັກກິລາ ໝາກເສິກ ແຂວງບໍລິຄໍາໄຊ ກໍຄື ຊາວ ແຂວງບໍລິຄໍາໄຊ ຈາກນີ້ ກໍຈະສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໄປເລື້ອຍໆ ເພື່ອຈະຮັກສາມູນເຊື້ອ ເພື່ອກຽມ ເຂົ້າແຂ່ງຂັນ ໃນຄັ້ງຕໍ່ໄປ. ໃຫ້ກຽດມອບຫຼຽນລາງວັນຂອງທ່ານ ພຸດ ສິມມະລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ຂ່າວ: ສີສຸພັນ ສີສົມພອນ (ສກຂ ບໍລິຄໍາໄຊ)

ພິທີມອບລາງວັນໂນເບວປີ 2022

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ພິທີມອບລາງວັນໂນເບວ ສາຂາຟິຊິກສາດ, ເຄມີສາດ, ສະລີລະສາດ ຫຼື ແພດສາດ, ວັນນະຄະດີ ແລະ ເສດຖະສາດ ປະຈຳປີ 2022 ໄດ້ຈັດຂຶ້ນຢູ່ນະຄອນຫຼວງສະຕອກໂຮມ ຂອງຊູແອັດ.

ຜູ້ທີ່ໄດ້ຮັບລາງວັນໂນເບວ ສາຂາຟີຊິກສາດໃນປີນີ້ແມ່ນ ທ່ານ ອາລານ ອັສເປັກ ນັກວິທະຍາ ສາດຝຣັ່ງ, ທ່ານ ຈອນ ຄລາວເຊີ ນັກວິທະຍາສາດອາເມຣິກາ ແລະ ທ່ານ ອັນຕອນ ເຊລິນເກີ ນັກວິ ທະຍາສາດໂອຕຣິສ. ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາເຄມີສາດແມ່ນ ທ່ານນາງ ຄາໂຣລິນ ເບີໂຕຊີ ແລະ ທ່ານ ຄາ ບາຣີ ຊັບລີສ ນັກວິທະຍາສາດອາເມຣິກາ ແລະ ທ່ານ ໂມເຕັນ ເມວດາ ນັກວິທະຍາສາດດານມາກ; ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາສະລີລະສາດ ຫຼື ແພດສາດແມ່ນ ທ່ານ ສວານເຕ ເປໂບ ນັກວິທະຍາສາດຊູແອັດ; ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາເສດຖະສາດແມ່ນທ່ານ ເບັນ ຊາໂລມ ເບີນານເຄ, ທ່ານ ໂດກລັສ ດາຍມອນ ແລະ ທ່ານ ຟີລິບ ດິບວິກ ຊຶ່ງທັງ 3 ທ່ານລ້ວນແຕ່ເປັນນັກເສດຖະສາດອາເມຣິກາ; ສ່ວນຜູ້ທີ່ໄດ້ຮັບລາງວັນໂນເບວສາຂາວັນນະຄະດີແມ່ນທ່ານນາງ ອັນນີ ເອີນອກ ນັກປະພັນຂອງປະເທດຝຣັ່ງ.

ພາຍຫຼັງຜູ້ຕາງໜ້າຄະນະກຳມະການປະກວດລາງວັນໂນເບວສາຂາຕ່າງໆໄດ້ແຈ້ງຜົນງານທີ່ຜູ້ໄດ້ຮັບລາງວັນເຫຼົ່ານີ້ສ້າງໄດ້ແລ້ວ, ສົມເດັດ ຄາ XVI ກຸສຕັຟ ເຈົ້າຊີວິດຊູແອັດ ໄດ້ມອບໃບຢັ້ງຢືນລາງວັນໂນເບວ, ຫຼຽນ ແລະ ເງິນລາງວັນໃຫ້ແກ່ບັນດາທ່ານທີ່ໄດ້ຮັບລາງວັນໂນເບວໃນຄັ້ງນີ້ ຊຶ່ງຜູ້ໄດ້ຮັບລາງວັນໂນເບວທຸກສາຂາໃນປີນີ້ແມ່ນໄດ້ຮັບເງິນລາງວັນ 10 ລ້ານເຊັກຊູແອັດ ຫຼືເທົ່າກັບປະມານ 9,7 ແສນໂດລາ.

ສກລ ປາຖະກະຖາ ມູນເຊື້ອ 2 ວັນສຳຄັນຂອງຊາດ

0

ສູນກາງສະຫະພັນກຳມະບານລາວ (ສກລ) ໄດ້ຈັດພິທີປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຂຶ້ນໃນວັນທີ 12 ທັນວາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ມີທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສກລ ແລະ ມີສະມາຊິກກຳມະບານຈາກບັນດາກະຊວງ – ອົງການອ້ອມຂ້າງສູນກາງ ເຂົ້າຮ່ວມຮັບຟັງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມສຳຄັນຂອງວັນຊາດທີ 2 ທັນວາ ຊຶ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ, ເປັນວັນທີ່ປະຊາຊົນບັນດາເຜົ່າໄດ້ມີອິດສະຫຼະພາບເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນ ໂດຍການສືບທອດມູນເຊື້ອອັນອົງອາດຂອງບັນພະບູລຸດ, ປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານພວກຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ສາມາດປົດປ່ອຍປະເທດຢ່າງມີໄຊ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພ້ອມນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ປາຖະກະຖາວັນວັນເກີດຂອງປະທານ ໄກສອນ ພົມວິຫານ ໂດຍໄດ້ຍົກໃຫ້ເຫັນ ຊີວິດ, ການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ໃນພາລະກິດປົກປັກຮັກສາປະເທດຊາດ.

ການປະຖະກະຖາໃນຄັ້ງນີ້, ເພື່ອໃຫ້ສະມາຊິກກຳມະບານຈາກບັນດາກະຊວງ-ອົງການ ແລະ ອ້ອມຂ້າງ ສກລ ໄດ້ທົບທວນຄືນມູນເຊື້ອ ແລະ ໄຊຊະນະຂອງພາລະກິດແຫ່ງການປົດປ່ອຍຊາດໃນເມື່ອກ່ອນ ກໍຄືຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາຂອງພັກ-ລັດ ແລະ ຖືເອົາໂອກາດນີ້, ເປັນການເພີ່ມທະວີສຶກສາອົບຮົມພະນັກງານ, ສະມາຊິກພັກ, ສະມາຊິກກຳມະບານ ກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວ, ເພື່ອຮໍ່າຮຽນເອົາຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດ, ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ.

(ຂ່າວ-ພາບ: ວັນເພັງ)

ສະໜາມກິລາແຂວງຊຽງຂວາງ

0

ສະໜາມກິລາແຂວງຊຽງຂວາງ ທີ່ນໍາໃຊ້ເຂົ້າໃນການຈັດພິທີເປີດ-ປິດ ແລະ ແຂ່ງຂັນກິລາໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ເປັນສະໜາມກິລາທີ່ສ້າງຂຶ້ນໃໝ່ ຕັ້ງຢູ່ຄັງໜອງຫຼວງ ເມືອງແປກ ໂດຍໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນຕຸລາ ປີ 2015, ໃນເນື້ອທີ່ທັງໝົດ 35 ກວ່າເຮັກຕາ ຊຶ່ງເປັນງົບປະມານຂອງລັດຖະບານ ມູນຄ່າ 215 ຕື້ກວ່າກີບ ໂດຍແມ່ນ ບໍລິສັດດາວພວນ ສໍາຫຼວດອອກແບບ-ກໍ່ສ້າງເຄຫາສະຖານ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງໄດ້ສໍາເລັດໃນທ້າຍປີ 2018. ສະໜາມກິລາແຫ່ງນີ້ ສາມາດຮອງຮັບມວນຊົນໄດ້ເຖິງ 11.000 ກວ່າຄົນ ແລະ ມີລານຈອດລົດທີ່ກວ້າງຂວາງ ສາມາດບັນຈຸໄດ້ເຖິງ 6 ພັນກວ່າຄັນ.

ສະໜາມກິລາແຂວງຊຽງຂວາງ, ນອກຈາກນໍາໃຊ້ເຂົ້າໃນການຈັດພິທີເປີດ-ປິດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11, ຍັງນໍາໃຊ້ເຂົ້າໃນການແຂ່ງຂັນກິລາ 3 ປະເພດຄື: ບານເຕະຊາຍ, ແລ່ນ-ລານ ແລະ ໝາກຂ່າງ.

Amazon ບໍລິສັດຫຼ້າສຸດ ສົນໃຈຊື້ແມນເຊສເຕີ ຢູໄນເຕັດ

0

ລາຍງານຂ່າວຈາກ The Athletic ເປີດເຜີຍວ່າ ອາເມຊອນ (Amazon) ເປັນບໍລິສັດຫຼ້າສຸດທີ່ສະແດງຄວາມສົນໃຈເຂົ້າຊື້ ແມນເຊສເຕີ ຢູໄນເຕັດ ຫຼັງມີຂ່າວຕະກູນ ເກລເຊີ ກໍາລັງພິຈາລະນາຂາຍສະໂມສອນ.

ຕະກູນເກລເຊີ ອອກມາປະກາດເມື່ອເດືອນທີ່ຜ່ານມານີ້ວ່າ ກໍາລັງຊອກຫານັກລົງທຶນເຂົ້າຊື້ສະໂມສອນ ໂດຍເຊື່ອກັນວ່າຕັ້ງລາຄາເອົາໄວ້ສູງເຖິງລະດັບ 6-7 ຕື້ປອນ ມູນຄ່າຫາກໍຂຶ້ນມະຫາສານກວ່າຕອນທີ່ພວກເຂົາເຂົ້າຊື້ກິດຈະການເມື່ອ 17 ປີທີ່ຜ່ານມາ ທີ່ລາຄາພຽງແຕ່ 790 ລ້ານປອນ.

ລາຍງານຈາກ The Athletic ອ້າງອີງແຫຼ່ງຂ່າວທີ່ໃກ້ຊິດກັບການຂາຍສະໂມສອນໃນຄັ້ງນີ້ ເປີດເຜີຍວ່າ Amazon ບໍລິສັດ ອີ-ຄອມເມິຊລະດັບໂລກ ກໍາລັງສົນໃຈເຂົ້າຊື້ ແມນເຊັສເຕີ ຢູໄນເຕັດ ຫຼັງຈາກເລີ່ມເຂົ້າມາລົງທຶນໃນທຸລະກິດບານເຕະຫຼາຍຂຶ້ນ ທັງເປັນຜູ້ສະໜັບສະໜູນໃຫ້ສະໂມສອນດັງ ແລະ ຊື້ລິຂະສິດ ພຣີເມຍລີກ ແລະ ແຊມປຽນ ລີກ ມາຄອບຄອງ

ຢ່າງໃດກໍຕາມ The Athletic ລາຍງານອີກວ່າ ຜູ້ຊ່ຽວຊານດ້ານອຸດສາຫະກໍາໃນລອນດອນເບິ່ງວ່າ ລາຄາທີ່ ເກລເຊີ ຕັ້ງໄວ້ຢູ່ທີ່ 6-7 ຕື້ປອນ ເປັນລາຄາທີ່ເກີນຄວາມຈິງໄປຫຼາຍ.

ຂະນະທີ່ ຂໍ້ມູນຈາກ Football Benchmark ແພລດຟອມທີ່ໃຫ້ຂໍ້ມູນຂອງບໍລິສັດທາງບັນຊີຢ່າງKPMG ປະເມີນມູນຄ່າຂອງສະໂມສອນເອົາໄວ້ທີ່ 2,425 ຕື້ປອນເທົ່ານັ້ນ.

ຮອງປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະພາຜູ້ແທນປະຊາຊົນອິນໂດເນເຊຍ

0

(ສພຊ) ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກິລັງ ດິລາຟາຣາເຣດ ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ, ສະພາຜູ້ແທນປະຊາຊົນ ແຫ່ງ ສ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນວັນທີ 12 ທັນວາ ຜ່ານມາ ທີ່ສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ຕາງໜ້າສະພາແຫ່ງຊາດລາວ ສະແດງຄວາມຍິນດີຕ້ອນຮັບ ທ່ານ ກິລັງ ດິລາຟາຣາເຣດ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃນບັນຍາກາດທີ່ສອງປະເທດພວມມີການຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ (30/8/1957-30/8/2022) ແລະ ໄດ້ຕີລາຄາວ່າການມາຢ້ຽມຢາມຂອງ ຄະນະຄັ້ງນີ້ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອ ລະຫວ່າງ 2 ປະເທດ ກໍຄື 2 ອົງການນິຕິບັນຍັດລາວ-ອິນໂດເນເຊຍ; ທ່ານຮອງປະທານສະພາແຫ່ງຊາດຍັງໄດ້ສະແດງຄວາມຊົມເຊີຍສະພາປະຊາຊົນ ອິນໂດເນເຊຍ ທີ່ໄດ້ຮັບການມອບໝາຍເປັນປະທານ AIPA ຄັ້ງທີ 44 ໃນປີ 2023 ໜ້ານີ້.

ໂອກາດດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ແຈ້ງໃຫ້ຊາບສະພາບການພົ້ນເດັ່ນໃນ ສປປ ລາວ, ເປັນຕົ້ນແມ່ນ ສະພາແຫ່ງຊາດລາວ ພວມດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 4 ເພື່ອພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາທີ່ສໍາຄັນຂອງຊາດຕາມພາລະບົດບາດຂອງຕົນ.

ທ່ານ ກິລັງ ດິລາຟາຣາເຣດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງປະທານສະພາແຫ່ງຊາດ ທີ່ໄດ້ສະຫຼະເວລາຕ້ອນຮັບຄະນະ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ແລະ ສອງອົງການນິຕິບັນຍັດ ໃຫ້ມີການຂະຫຍາຍຕົວ ແລະ ເພື່ອພົບປະແລກປ່ຽນ ລະຫວ່າງ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ແລະ ກໍາມາທິການຮ່ວມມືລັດຖະສະພາສາກົນສະພາຜູ້ແທນປະຊາຊົນອິນໂດເນເຊຍ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ໃນວັນດຽວກັນນີ້, ທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສປປ ລາວ ກໍໄດ້ມີການພົບປະສອງຝ່າຍກັບ ທ່ານ ກິລັງ ດິລາຟາຣາເຣດ ຮອງປະທານກໍາມາທິການຮ່ວມມືລັດຖະສະພາສາກົນ ສະພາຜູ້ແທນປະຊາຊົນ ແຫ່ງ ສ ອິນໂດເນເຊຍ ຊຶ່ງທັງສອງຝ່າຍໄດ້ແຈ້ງໃຫ້ກັນ ແລະ ກັນຊາບ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວຂອງ 2 ອົງການນິຕິບັນຍັດໂດຍຫຍໍ້, ທັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື 2 ຝ່າຍລາວ-ອິນໂດເນເຊຍ, ໂດຍໄດ້ເຫັນດີໃຫ້ມີການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ 2 ສະພາແຫ່ງຊາດ ກໍຄື 2 ກໍາມາທິການຕ່າງປະເທດ ຂອງ 2 ປະເທດ ໃນຕໍ່ໜ້າ, ສືບຕໍ່ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ແລະ ບັນຫາອື່ນໆທີ່ສອງຝ່າຍໃຫ້ຄວາມສົນໃຈອີກຈຳນວນໜຶ່ງ.

(ຂ່າວ-ພາບ: ນາງ ປາກາລັກ ພົມມີໄຊ)

ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 12 ທັນວາ ຜ່ານມາ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດພິທີສະເຫຼີມສະຫຼອງວັນສິດທິມະນຸດສາກົນ (10 ທັນວາ). ທ່ານ ຮ່າ ກິມ ງອກ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນໃນພິທີເປີດ ວ່າ: 74 ປີຜ່ານມາ, ນັບແຕ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ຖະແຫຼງການສິດທິມະນຸດສາກົນ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາຖະໜາ, ເປົ້າໝາຍລວມ ແລະ ຄວາມຕ້ອງການຂອງມວນມະນຸດກ່ຽວກັບສິດທິມະສຸດ. ນັ້ນແມ່ນ, ເພື່ອໃຫ້ແຕ່ລະຄົນ ແລະ ທຸກຄົນໄດ້ດຳລົງຊີວິດໃນກຽດສັດສີ, ຊົມໃຊ້ບັນດາສິດ ແລະ ເພື່ອໃຫ້ທຸກປະເທດ, ທຸກຊົນຊາດລ້ວນແຕ່ດຳລົງຊີວິດດ້ວຍຄວາມສັນຕິສຸກ, ສະເໝີພາບ, ມິດຕະພາບ ແລະ ການພັດທະນາ. ທ່ານ ຮ່າ ກິມ ງອກ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍຕັດສິນໃຈ, ພະຍາຍາມສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍກ່ຽວກັບການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ, ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງ ຊຶ່ງປະຊາຄົມສາກົນຮັບຮູ້ ແລະ ຕີລາຄາສູງ; ສະແດງໃຫ້ເຫັນ ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025.

ໃນບົດກ່າວປາໄສເປີດພິທີ, ທ່ານ ພໍລີນ ທາເມຊີສ ຜູ້ປະສານງານປະຈຳສະຫະປະຊາຊາດ ຢູ່ ຫວຽດນາມ ກໍໄດ້ກ່າວຊົມເຊີຍຕໍ່ ຫວຽດນາມ ໃນການໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ອາຍຸການ 2023 – 2025 ແລະ ໃຫ້ຮູ້ວ່າ, ນີ້ແມ່ນກາລະໂອກາດສຳຄັນເພື່ອສະແດງໃຫ້ເຫັນບັນດາຄວາມ ພະຍາຍາມໃນການປົກປ້ອງ ແລະ ຊຸກຍູ້ບັນດາສິດເສດຖະກິດ, ສັງຄົມ, ວັດທະນະທຳ, ພົນລະເຮືອນ ແລະ ການເມືອງ ທີ່ສອດຄ່ອງກັບບັນດາມາດຕະຖານສາກົນກ່ຽວກັບສິດທິມະນຸດ.

ຣັດເຊຍ ແລະ ຕວັກກີ ເພີ່ມທະວີການຮ່ວມມືບັນດາໂຄງການພະລັງງານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຖະແຫຼງການຂອງ ວັງ ເຄຣມລິນ ເມື່ອບໍ່ດົນຜ່ານມາ ໃຫ້ຮູ້ວ່າ: ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ແລະ ຄູ່ຕຳແໜ່ງຂອງ ຕວັກກີ ທ່ານ ໄຕຢິບ ແອໂດກັນ ໄດ້ມີການໂອ້ລົມທາງໂທລະສັບ. ໃນນັ້ນ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດ ກວ້າງການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ຂ່າວລະບຸວ່າ: ຖະແຫຼງການໄດ້ຊີ້ແຈ້ງວ່າ: ສອງຝ່າຍປຶກສາຫາລືລາຍລະອຽດການເປີດກວ້າງການຮ່ວມມືສອງຝ່າຍ, ພິເສດ, ສອງຝ່າຍໄດ້ຮັບຮູ້ກ່ຽວກັບວົງເງິນການຄ້າເຕີບໂຕຢູ່ໃນລະດັບສະຖິຕິສູງ. ສອງຝ່າຍໄດ້ປຶກສາຫາລືບັນດາໂຄງການດ້ານພະລັງງານ ກໍຄືປຶກສາຫາລືທັດສະນະກ່ຽວກັບການສ້າງຕັ້ງສູນອາຍແກັສພາກພື້ນ ຢູ່ ຕວກກີ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວສົ່ງອອກອາຍແກັສທຳມະຊາດຂອງຣັດເຊຍ.

ການນຳສອງທ່ານກໍໄດ້ແລກປ່ຽນກ່ຽວກັບວິວັດການປະຕິບັດຂໍ້ຕົກລົງສະບັບວັນທີ 22 ກໍລະກົດ ກ່ຽວກັບການສົ່ງອອກທັນຍາຫານຂອງ ອູແກຣນ ຈາກບັນດາທ່າກ່ຳປັ່ນຢູ່ທະເລດຳ ແລະ ການສົ່ງອອກບັນດາຜະລິດຕະພັນກະສິກຳ ແລະ ຝຸ່ນ ຂອງ ຣັດເຊຍ.

ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ

0

ປະທານ ໄກສອນ ພົມວິຫານ ບໍ່ເຄີຍເປັນຄົນນ້ໍາເຕັມແກ້ວ ຄືຄົນຈໍານວນໜຶ່ງທີ່ມັກເວົ້າແຕ່ວ່າຮູ້ ໝົດແລ້ວ ແຕ່ສຸດທ້າຍແລ້ວ ກໍເປັນພຽງນໍ້າເຕົ້າເປົ່າ ເຮັດຫຍັງບໍ່ເປັນ. ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນ ບຸລິມະສິດໃນການພັດທະນາ ຕົວຢ່າງເຊັ່ນ: ພໍແຕ່ປະເທດຊາດໄດ້ຮັບການປົດປ່ອຍ ປະທານກໍຮີບຮ້ອນປັບປຸງລະບົບການສຶກສາແບບເກົ່າ ທີ່ໃຊ້ພາສາຕ່າງປະເທດ ຫັນມາສູ່ລະບົບການສຶກສາແບບໃໝ່ ໂດຍເອົາພາສາລາວເປັນພາສາກາງ ແລະ ໃຊ້ພາສາລາວເຂົ້າໃນການສິດສອນໃນທຸກຊັ້ນຮຽນ ຈຶ່ງເຮັດໃຫ້ລາວມີພາສາແມ່ທີ່ງົດງາມຄືດວງມາລາເປັນຂອງຕົນເອງ ແລະ ເອກອ້າງທະນົງໃຈ, ເພາະມີຫຼາຍປະເທດ ທີ່ບໍ່ມີພາສາຂຽນເປັນຂອງຕົນເອງ, ປະທານປຸກລະດົມເພື່ອ ລຶບລ້າງການກືກໜັງສື ແລະ ໃນປີ 1978 ປະທານ ໄກສອນ ພົມວິຫານ ຊີ້ນໍາວ່າ “ນໍາເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ, ຂະຫຍາຍການສຶກສາຢ່າງແຂງແຮງໃນດ້ານປະລິມານ ແລະ ຕັ້ງໜ້າຍົກຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ… ຄົນແມ່ນປັດໄຈຕັດສິນນໍ້າເບີໜຶ່ງ…ຍຸດທະສາດການສຶກສາແມ່ນເປັນໃຈກາງຂອງຍຸດທະສາດກ່ຽວກັບຄົນ. ໜ້າທີ່ ຂອງການສຶກສາປະເທດເຮົາ ແມ່ນສ້າງເຫງົ້າພະລັງແຮງ ແຫ່ງຄວາມບົ່ມຊ້ອນດ້ານສະຕິປັນຍາ, ຂະຫຍາຍຄຸນຄ່າ ດ້ານຈິດໃຈ ແລະ ວັດຖຸໃຫ້ແກ່ສັງຄົມ, ເສດຖະກິດ ແລະ ການປ້ອງກັນຊາດ… ຢາກຍົກຄຸນນະພາບຂອງການສຶກສາ ກ່ອນອື່ນໝົດຕ້ອງມີຄູທີ່ດີ, ຄູທີ່ດີຕ້ອງມີຄວາມສາມາດ…

ປະທານ ໄກສອນ ພົມວິຫານ ເປັນຄົນມັກຮຽນຮູ້ ແລະ ມັກສັງເກດ ມັກໃຊ້ຄວາມພາກພຽນຮ່ໍາຮຽນເປັນພື້ນຖານ ຄື ດັ່ງຄໍາເວົ້າຂອງປະທານເອງທີ່ວ່າ “ທໍາຕົວເປັນນັກຮຽນນ້ອຍ ທີ່ສອດຫ້ອຍ ດັ່ງສາຍໃຍແດງ ຮັກແພງ! ຮຽນຈາກປະຊາຊົນ” ເພື່ອກ້າວຕາມສັດຈະທໍາຍຸກສະໄໝແຫ່ງແນວທາງປ່ຽນແປງໃໝ່ຢ່າງຈິງໃຈ ແລະ ຈິງຈັງ, ປະທານ ໄກສອນ ພົມວິຫານ ຍັງມັກກ່າວຢ້ໍາຢູ່ເລື້ອຍໆວ່າ “ການປ່ຽນແປງໃໝ່ ກ່ອນອື່ນຕ້ອງປົດປ່ອຍຄວາມຄິດອອກຈາກລັດທິຄໍາພີ, ແຂງກະດ້າງ, ປົດປ່ອຍທັດສະນະແນວຄິດທີ່ບໍສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດລາວເຮົາ”.

ປະທານ ໄກສອນ ພົມວິຫານ ເລີ່ມນໍາພາປະເທດລາວໄປສູ່ການປ່ຽນແປງໃໝ່, ນີ້ຈຶ່ງເປັນການສ່ອງແສງ ເຖິງຄວາມສະດຸ້ງໄວ, ຄວາມກ້າຫານ, ຄວາມເປັນເອກະລາດໃນການກໍານົດແນວທາງກໍຄືມານະຈິດປ່ຽນແປງໃໝ່ໄວກວ່າຄົນອື່ນຂອງປະທານ ໄກສອນ ພົມວິຫານ, ແຖມການປ່ຽນແປງໃໝ່ ຍັງດໍາເນີນໄປແບບມີການສືບທອດ, ຫັນປ່ຽນໄປສູ່ອັນໃໝ່ ໂດຍປາສະຈາກຄວາມວຸ້ນວາຍ ເຮັດໃຫ້ລາວ ເຮົາຍັງຮັກສາລະບອບໃໝ່ໄວ້ໄດ້ ເພາະວ່າຖ້າການປ່ຽນແປງໃໝ່ ທີ່ເຮັດບໍ່ຖືກ ຈະເຮັດໃຫ້ເກີດຄວາມວຸ້ນວາຍ ຈົນເຖິງຂັ້ນ ສູນເສຍລະບອບ.

ມີນັກຂ່າວໜັງສືພິມລາຍສັບປະດາເປັນພາສາອັງກິດ ເດີເນເຊິນ ບາງກອກ (The Nation) ລາຍງານວ່າ “ປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງວິທີການໃໝ່ຂຶ້ນມາ ຊຶ່ງເອີ້ນວ່າ “ຈິນຕະນາການໃໝ່” ເພິ່ນເຄີຍເວົ້າວ່າ ເພິ່ນເປັນຜູ້ຈົງຮັກພັກດີຕໍ່ເລນິນ ແຕ່ເພິ່ນກໍຮ່ໍາຮຽນເອົາບົດຮຽນຂອງບັນດາປະເທດ ເອັນໄອຊີ ຫຼື NIC (Newly industrialized country) ທີ່ເປັນ ປະເທດອຸດສາຫະກໍາໃໝ່ ລວມມີປະເທດສິງກະໂປ, ສາທາລະນະລັດ ເກົາຫຼີ, ຈີນໄຕ້ຫວັນ ແລະ ຮົງກົງ”.

ມີຄັ້ງໜຶ່ງ ທ່ານ ສີຊະນະ ສີສານ ຖາມປະທານ ໄກສອນ ພົມວິຫານ ໃນໄລຍະທີ່ປະທານກໍາລັງປິ່ນປົວຢູ່ທີ່ໂຮງໝໍ ປີ 1992 ກ່ອນທີ່ປະທານຈະຈາກພວກເຮົາໄປວ່າ “ເຮັດການປະຕິວັດມາເຄິ່ງສະຕະວັດຈົນເຖົ້າແກ່ ປັດຈຸບັນນີ້ ປະທານດີໃຈ ນໍາຫຍັງຫຼາຍກວ່າໝູ່?” ປະທານ ໄກສອນ ພົມວິຫານ ຕອບວ່າ “ອັນຂ້ອຍດີໃຈຫຼາຍກວ່າໝູ່ແມ່ນພວກເຮົາສາມາດປ່ຽນແປງແນວທາງເສດຖະກິດໄດ້ ແລະ ພາລະກິດປ່ຽນແປງໃຫມ່ ຂອງພວກເຮົາ ພວມໄດ້ຮັບການສະໜັບສະໜູນ ແລະ ປະຕິບັດຢ່າງຫ້າວຫັນໃນຖັນແຖວພະນັກງານ, ປະຊາຊົນເຜົ່າຕ່າງໆ, ພາລະກິດນັ້ນ ຢູ່ໃນທ່າກ້າວຂຶ້ນຢ່າງໜັກແໜ້ນ”.

ສ່ວນເລື່ອງທີ່ປະທານ ໄກສອນ ພົມວິຫານ ເປັນຫ່ວງທີ່ສຸດ ກ່ອນເພິ່ນຈະຈາກພວກເຮົາໄປນັ້ນ ກໍຄື ເປັນຫ່ວງນໍາການ ສ້າງພະນັກງານສືບທອດທີ່ບໍ່ທັນຕາມສະພາບການ ຊຶ່ງໄດ້ກ່າວມາແລ້ວໃນກ່ອນໜ້ານີ້.

ເມື່ອມາເຖິງຕອນນີ້ ພວກເຮົາປະຊາຊົນລາວ ໂດຍສະເພາະຊາວໜຸ່ມລາວເກີດໃໝ່ໃຫຍ່ລຸນ ຖືວ່າໂຊກດີທີ່ເກີດໃນຍຸກໃໝ່, ອາດຈະບໍ່ໄດ້ຍິນສຽງປືນພໍປານຫ່າຝົນ, ສຽງລູກບົ່ມບີ້, ສຽງຕາລຸມບອນ ປະຈັນບານຊຶ່ງໜ້າກັບສັດຕູ ຄືດັ່ງຊີວິດ ຂອງປະທານ ໄກສອນ ພົມວິຫານ, ແຕ່ພວກເຮົາສາມາດ ຮຽນຮູ້ຄຸນສົມບັດຄວາມເປັນຜູ້ນໍາທີ່ສະດຸ້ງໄວ, ກ້າຄິດ, ກ້າ ປະດິດສ້າງ ແລະ ປ່ຽນແປງໃໝ່ ໂດຍປະທານ ໄກສອນ ພົມວິຫານ ແລະ ປະທານເປັນຜູ້ອະທິບາຍ, ປຸກລະດົມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ດ້ວຍຕົນເອງ ຈົນເຮັດໃຫ້ປະເທດ ລາວເຮົາໄດ້ຮັບການພັດທະນາ ໃຫ້ຈະເລີນຂຶ້ນເປັນກ້າວໆໂສມໜ້າຂອງປະເທດລາວເຮົາໄດ້ມີການປ່ຽນແປງຢ່າງເລິກເຊິ່ງ ແລະ ຍິ່ງໃຫຍ່ກວ່າທຸກຍຸກທຸກສະໄໝ.

ໂດຍ: ວັນໄຊ ຕະວິນຍານ

(ຄັດຈາກປຶ້ມ ໄກສອນ ພົມວິຫານ ພົມທັງ 4 ດ້ານ)