Thursday, October 9, 2025
Home Blog Page 854

ຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ ຮ່ວມກັບເມືອງຈໍາພອນ ຈັດປະຊຸມຫາລື ການຈັດງານເທດສະການ ອາຫານລີງ ທີ່ບ້ານດົງເມືອງ

0

ເພື່ອສົ່ງເສີມການທ່ອງທ່ຽວ ຂອງເມືອງຈໍາພອນ ໃຫ້ເປັນຈຸດໝາຍປາຍທາງຂອງການທ່ອງທ່ຽວ ຕິດພັນກັບການບໍລິການ,ດຶງດູດເອົານັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງສະຫວັນນະເຂດ ໃຫ້ຫຼາຍຂຶ້ນ ທັງເປັນການສົ່ງເສີມ ຟື້ນຟູວັດທະນະທໍາ ແລະວິຖີການດໍາລົງຊີວິດຂອງຊຸມຊົນໃນທ້ອງຖິ່ນ;ດັ່ງນັ້ນໃນວັນທີ 13 ທັນວາ 2022 ນີ້ ທ່ານ ປອ ໂພໄຊ ສິດທິຊົນ ຮອງຫົວໜ້າ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວແຂວງ ພ້ອມຫົວໜ້າຂະແໜງທ່ອງທ່ຽວ ແລະວິຊາການ ໄດ້ຮ່ວມປະຊຸມເພື່ອປຶກສາຫາລື ກະກຽມການຈັດງານ ເທດສະການອາຫານລີງ ທີ່ບ້ານດົງເມືອງ ເມືອງຈໍາພອນ ໂດຍມີທ່ານ ດວງຈັນ ວຽງວິໄລ ຮອງເລຂາພັກເມືອງ,ທ່ານ ຄໍາຕາ ສິນນະສອນ ຮອງເຈົ້າເມືອງ ພ້ອມບັນດາຂະແໜງການ,ໜ່ວຍງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ມີການປຶກສາຫາລື ແລະມີຄວາມເປັນເອກະພາບ ໃນເບື້ອງຕົ້ນ ທາງດ້ານ ວັນ ເວລາ ສະຖານທີ່ ເຊິ່ງຄາດວ່າ ວັນທີ 24 ຫາ 26 ມີນາ 2023 , ຂະໜາດຂອງງານ ແລະ ບັນດາກິຈະກໍາ ທີ່ຈະຈັດໃນງານ ເຊິ່ງໄດ້ວາງໂຄງປະກອບຫຼາຍດ້ານ ເປັນຕົ້ນ ຂະບວນແຫ່ກວຽນໝາກໄມ້,ຂະບວນຫາບກະຕ່າໝາກໄມ້ ທີ່ເປັນອາຫານລີງ,ການອອກຮ້ານວາງສະແດງ ຈໍາໜ່າຍຜະລິດຕະພັນສິນຄ້າກຸ່ມບ້ານ,ອາຫານພື້ນເມືອງ,ການແຂ່ງຂັນກິລາພື້ນເມືອງ,ການປະກວດຮູບແຕ້ມຂອງນ້ອງນັກຮຽນ, ຊົມການຮ້ອງເພງ ຈາກນັກຮ້ອງທີ່ມີຊື່ສຽງຂອງຊາວແຂວງສະຫວັນນະເຂດ,ນອກນີ້ກໍ່ຈະມີຄາຣາວານລົດໃຫຍ່,ລົດຖີບ ທ່ຽວຊົມວົງຈອການທ່ອງທ່ຽວ ຂອງເມືອງຈໍາພອນ,ສ່ວນລາຍລະອຽດ ຍັງຈະມີການປຶກສາຫາລືກັນອີກຄັ້ງໜຶ່ງ ເຊິ່ງໃນເບື້ອງຕົ້ນ ທ່ານຮອງຫົວໜ້າພະແນກ ຖວທ ແຂວງໄດ້ເນັ້ນໃຫ້ເມືອງ ຕ້ອງໄດ້ແຕ່ງຕັ້ງອະນຸກໍາມະການຕ່າງໆ ໃຫ້ໄວແລະເລີ່ມຈັດຕັ້ງປະຕິບັດໜ້າວຽກຂອງຕົນ.

ງານເທດສະການອາຫານລີງ ແມ່ນໜຶ່ງໃນ 4 ກິຈະກໍາຂອງການທ່ອງທ່ຽວ ທີ່ການນໍາຂອງແຂວງອະນຸມັດໃຫ້ຈັດຂຶ້ນ ຄື:ຄາຣາວານລົດຖີບ ສອງຝັ່ງຂອງ ທີ່ໄດ້ຈັດສໍາເລັດແລ້ວ ໃນທ້າຍເດືອນຕຸລາ ຜ່ານມາ, ກິດຈະກໍາອາຫານ 4 ແຜ່ນດິນ,ກິຈະກໍາແຂ່ງຂັນ ແຈັສກີ ແລະ ກິຈະກໍາ ເທດສະການອາຫານລີງ.ເຊິ່ງງານດັ່ງກ່າວຄາດວ່າຈະຈັດຂຶ້ນໃນທຸກໆປີ ໃຫ້ເປັນປະເພນີ ໃນປີຕໍ່ໆໄປ.

#Savannakhet#Medialaos

ກອງພົນທະຫານຮາບທີ 4 ເຂົ້າຊົມຫໍພິພິທະພັນຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ

0

ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ໃນວັນທີ 09 ທັນວາ 2022 ນີ້, ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ກຳມະການຄະນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທີ 4 ພ້ອມດ້ວຍ ພະນັກງານຫຼັກແຫຼ່ງທົ່ວກອງພົນ ເຂົ້າຮ່ວມຊົມຫໍມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ ບໍລິເວນທາງເລກ9 ບ້ານດົງ, ເມືອງເຊໂປນ, ແຂວງສະຫວັນນະເຂດ.

ສະຫາຍ ພັນເອກຈັນແດງ ຂຸນຍຸລາດ ກຳມະການຄະນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ກ່າວສະແດງຄວາມຮູ້ສຶກຕໍ່ປີ ສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄື: ວັນເຊັນສົນທິສັນຍາມິດຕະພາບຮ່ວມມືຮອບດ້ານ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ເເມ່ນເຫດການທາງການເມືອງ, ປະຫວັດສາດທີ່ສຸດມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ, ສ້າງໝາກຜົນແຫ່ງການເພີ່ມພູນຄູນສ້າງສາຍສຳພັນການພົວພັນມິດຕະພາບອັນຍິ່ງໃຫຍ່, ສາຍພົວພັນຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານແບບພິເສດທີ່ຫາຍາກ ແລະ ບໍ່ມີອີກແລ້ວໃນໂລກ, ລາວຫວຽດນາມແມ່ນສອງປະເທດອ້າຍນ້ອງທີ່ມີຊາຍແດນຕິດຈອດກັນ, ກອງທັບ ແລະ ປະຊາຊົນສອງຊາດມີມູນນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ດົນນານ, ພ້ອມກັນຄຽງບາຄຽງໄລ່ຕໍ່ສູ້ກັບສັດຕູໂຕດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມຂຸມຄອງອັນດຽວກັນທີ່ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ນັບທັງຊີວິດ ແລະ ຊັບສິນ, ຍາດເຫື່ອ, ເລືອດເນື້ອ ແລະ ນ້ຳຕາຂອງນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າຜູ້ຮັກຊາດ ບໍ່ຈັກວ່າເທົ່າໃດເພື່ອແລກເອົາຄວາມເປັນເອກະລາດ, ອິດສະຫຼະພາບ ມາໃຫ້ສອງຊາດ ເຮັດໃຫ້ຄວາມສຳພັນຍິ່ງເພີ່ມທະວີຄວາມສາມັກຄີຂຶ້ນກວ່າເກົ່າ ກ່າຍເປັນມູນເຊື້ອຄວາມສາມັກຄີແບບພິເສດຍິ່ງກວ່າເກົ່າ, ມີຄວາມບໍລິສຸດສັດຊື່, ຜ່ອງໃສ, ໄວ້ເນື້ອເຊື່ອໃຈ ແລະ ເປັນມູນມໍລະດົກກ້ອນລ້ຳຄ່າຂອງສອງຊາດຄືດັ່ງຄຳເວົ້າຂອງ ທ່ານ ໂຮ່ຈິມິນ ໄດ້ກ່າວໄວ້ວ່າ: ຮັກຫອມກັນໝາຍໝັ້ນຫຼາຍສັນພູກໍ່ປີນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍ່ດຸ່ງໄປ ສອງຊາດລາວ-ຫວຽດນາມໄດ້ ເປັງຄວາມຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງ ບໍເລິກປຸງປານໄດ້ ແລະ ປະທານ ໄກສອນ ພົມວິຫານ ກ່າວໄວ້: ເຖີງພູອາດຈະຖືກເຊາະເຈື່ອນ ແມ່ນ້ຳລຳເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຊົ່ວກາລະນານ ຢືນຍົງຕະຫຼອດໄປ.

ເນື່ອງໃນໂອກາດປີ ສາມັກຄີຮ່ວມມືຮອບດ້ານແບບພິເສດ ລາວ-ຫວຽດນາມ ຂໍອວຍພອນໄຊອັນປະເສີດມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນທັງສອງຊາດ ຈົ່ງມີສຸຂະພາບເຂັ້ມເເຂງ, ສືບຕໍ່ຊີ້ນຳ-ນຳພາ ປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນແດ່ຄວາມສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານຂອງສອງຊາດ, ສອງພັກ, ສອງກອງທັບ ແລະ ປະຊາຊົນທັງສອງຊາດ ລາວ-ຫວຽດນາມ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ. ໂອກາດນີ້ພະນັກງານຫຼັກແຫຼ່ງກອງພົນທະຫານຮາບທີ 4 ໄດ້ທ່ຽວຊົມຫໍພິພິທະພັນ ຄັ້ງນີ້ ໄດ້ເຮັດໃຫ້ເຂົ້າໃຈປະຫວັດມູນເຊື້ອອັນດີງາມ ແລະ ການຕໍ່ສູ້ອັນພິລະອາດຫານນານາປະການຂອງສອງກອງທັບລາວ-ຫວຽດນາມ ໂດຍສະເພາະບັ້ນຮົບລາມເຊີນ 719 ບັ້ນຮົບທີ່ດຸເດືອດທີ່ສຸດໃນພາກກາງ ພ້ອມທັງຍາດເອົາໄຊຊະນະອັນໃຫຍ່ຫຼວງມາສູ່ປະຊາຊົນ 2 ຊາດ ໄດ້ຢ່າງໜ້າສັນລະເສີນ ແລະ ບັນທຶກໄວ້ເປັນມູນເຊື້ອຂອງສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ທ່ຽວຊົມ ແລະ ຈົດຈຳຕະຫຼອດໄປ.

ຂ່າວໂດຍ: ຮ້ອຍໂທ ໂພຄຳ ພອນປະເສີດ (ນັກຂ່າວກອງພົນທີ 4)

#Savannakhet#Medialaos

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ

0

ໃນວັນທີ 13 ທັນວາ 2022, ໂດຍການມອບໝາຍຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ ໂດຍການເປັນເຈົ້າພາບຂອງສະພາທຸລະກິດອາຊຽນ-ອີຢູທີ່ ບຣຸກແຊນ, ປະເທດແບນຊິກ.

ໃນໂອກາດນີ້, ຜູ້ນໍາອາຊຽນ ແລະຕົວແທນພາກທຸລະກິດ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສົ່ງເສີມພາກທຸລະກິດ ແລະ ການລົງທຶນລະຫວ່າງອາຊຽນ ແລະ ອີຢູ ໂດຍສະເພາະແມ່ນການຊອກຫາຊ່ອງທາງໃນການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຮ່ວມກັນຢ່າງໂລ່ງລ່ຽນ ແນໃສ່ຟື້ນຟູເສດຖະກິດພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19.

ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງພາກທຸລະກິດ ໃນການຂັບເຄື່ອນເສດຖະກິດ ແລະ ການຈ້າງງານໃນແຕ່ລະປະເທດ ພ້ອມທັງຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂອງອີຢູ ເຂົ້າມາລົງທຶນຢູ່ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ໃນຂົງເຂດທີ່ພາກທຸລະກິດມີຄວາມສົນໃຈ ແລະ ອາຊຽນມີທ່າແຮງ. ບັນດາຜູ້ນໍາອາຊຽນ ແລະ ພາກທຸລະກິດຂອງອີຢູຍັງໄດ້ປຶກສາຫາລື ກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຂໍ້ມູນ,ປະສົບການ, ສິ່ງທ້າທາຍ ແລະ ບົດຮຽນທີ່ດີໃນການດໍາເນີນທຸລະກິດໂດຍສຸມໃສ່ການຫັນເປັນເສດຖະກິດດິຈິຕອນທີ່ທັນສະໄໝ ໄປຄຽງຄູ່ກັບການຄໍານຶງເຖິງຜົນກະທົບຕໍ່ສີ່ງແວດລ້ອມ. ໃນຕອນທ້າຍຂອງງານລ້ຽງອາຫານທ່ຽງ, ອີຢູ ໄດ້ແຈ້ງຂໍ້ລິເລີ່ມໃໝ່ໃນການເຊື່ອມໂຍງສາກົນ (Global Gateway), ຊຶ່ງເປັນຂໍ້ລິເລີ່ມໃນການຊຸກຍູ້ການຮ່ວມມືເພື່ອການຫັນປ່ຽນທາງດ້ານພະລັງງານ ແລະ ການເຊື່ອມຈອດດ້ານດິຈິຕອນ ທີ່ຈະຊ່ວຍໃຫ້ຄູ່ຮ່ວມມືສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ.

ຂອບວ່າດ້ວຍຊີວະນາໆພັນທົ່ວໂລກຫຼັງຈາກປີ 2020 ໄດ້ຮັບຄວາມຄືບໜ້າ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ທ່ານ ຮວງຣຸ້ນຊິ່ວ ລັດຖະມົນຕີກະຊວງຊີວະພາບ ແລະ ສະພາບແວດລ້ອມຈີນ ປະທານກອງປະຊຸມປະເທດພາຄີ ສົນທິສັນຍາວ່າດ້ວຍຊີວະນາໆພັນຂອງອົງການ ສປຊ ຄັ້ງທີ 15 ຫຼື COP15, ໄດ້ເປັນເຈົ້າພາບຈັດກອງປະຊຸມ COP15, ກອງປະຊຸມໃຫຍ່ສະມາຊິກ “ອະນຸສັນຍາວ່າດ້ວຍຄວາມປອດໄພດ້ານຊີວະພາບຄາທາເກນາ (Cartagena)” ຄັ້ງທີ 10 ແລະ ກອງປະຊຸມຄົບຄະນະຂອງກອງປະຊຸມໃຫຍ່ປະເທດພາຄີ “ອະນຸສັນຍານາໂກຢາ” ຄັ້ງທີ 4 ຢູ່ນະຄອນມອນທຣີໂອ ຂອງການາດາ. ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການປຶກສາຫາລືຂອງໜ່ວຍງານຕ່າງໆ, ສະຫຼຸບຂະບວນການເຈລະຈາ, ພິຈາລະນາ ແລະ ຮັບຮອງຂໍ້ຕົກລົງ 23 ສະບັບ ຊຶ່ງກວມປະມານ 1 ສ່ວນ 3 ຂອງມະຕິຕົກລົງທັງໝົດຂອງກອງປະຊຸມ.

ທ່ານ ຮວງຣຸ້ນຊິ່ວ ກ່າວວ່າ: ນັບແຕ່ເປີດກອງປະຊຸມເປັນຕົ້ນມາ, ວາລະປະຊຸມຕ່າງໆທີ່ກ່ຽວຂ້ອງກັບການປຶກສາຫາລືກ່ຽວກັບຂອບວ່າດ້ວຍຊີວະນາໆພັນທົ່ວໂລກຫຼັງຈາກປີ 2020 ໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ຫວັງໃຫ້ຝ່າຍຕ່າງໆຈົ່ງສົ່ງເສີມນ້ຳໃຈຮ່ວມມືດ້ວຍຄວາມເປັນເຈົ້າການກວ່າເກົ່າຕໍ່ບັນຫາທີ່ປຶກສາຫາລືທີ່ເປັນຈຸດສົນໃຈຮ່ວມກັນ, ຊຸກຍູ້ໃຫ້ກອງປະຊຸມໄດ້ຮັບໝາກຜົນຕາມທີ່ຄາດໝາຍໄວ້ທຸກປະການ ໂດຍມີຜູ້ແທນປະມານ 6.000 ຄົນ ທີ່ມາຈາກ 193 ປະເທດ, ອົງການຈັດຕັ້ງສາກົນ ແລະ ຝ່າຍຕ່າງໆທີ່ມີສ່ວນກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມ.

ສະຫະລັດ ອາຣັບເອມິເຣດ ແລະ ອິດສະຣາແອນ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນຜ່ານມາ, ທ່ານ ທານີ ເອວ ເຊຢູດີ ລັດຖະມົນຕີຮັບຜິດຊອບດ້ານການຄ້າຕ່າງປະເທດຂອງສະຫະລັດ ອາຣັບເອມິເຣດ (UAE) ໄດ້ປະກາດວ່າ: ລັດຖະບານ UAE ແລະ ອິດສະຣາແອນ ໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະຫວ່າງສອງປະເທດ.

ຂ່າວລະບຸວ່າ: ສັນຍາການຄ້າເສລີ (FTA) ສະບັບນີ້ໄດ້ອະນຸຍາດໃຫ້ຍົກເລີກພາສີອາກອນສຳລັບ 96% ບັນດາຜະລິດຕະພັນສິນຄ້າທີ່ໄດ້ແລກປ່ຽນ, ຊື້-ຂາຍລະຫວ່າງສອງປະເທດ ຊຶ່ງລວມມີ: ທັນຍາ ຫານ, ອາຫານ, ຜະລິດຕະພັນກະເສດ, ເຄື່ອງສຳອາງ, ອຸປະກອນການແພດ ແລະ ຢາປິ່ວປົວ. ໃນຈຳນວນສິນຄ້າດັ່ງກ່າວ, ມີບາງຜະລິດຕະພັນຈະໄດ້ຍົກເວັ້ນພາສີອາກອນໃນທັນທີ, ໃນຂະນະທີ່ບາງຜະລິດຕະພັນຈະໄດ້ຫຼຸດຜ່ອນພາສີຕາມຂັ້ນຕອນ (ເປັນຕົ້ນແມ່ນສິນຄ້າອຸດສາຫະກຳ). ສັນຍາສະບັບນີ້ຈະຊຸກຍູ້ການຄ້າລະຫວ່າງສອງປະເທດໃນຂະນະທີ່ມີຫຼາຍກາລະໂອກາດໃນຂົງເຂດຕົ້ນຕໍ ຄື: ອຸດສາຫະກຳທັນສະໄໝ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

ມວນຊົນ ຫລວງຫລາຍຫລັ່ງໄຫລສູ່ງານມະຫະກຳກິລາແຫ່ງຊາດ​ ຄັ້ງທີ​ XI

0

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື​ ຊຽງຂວາງເກມ​ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ທີ່ສະໜາມກິລາໄຫຫີນ ເມືອງແປກ ແຂວງຊຽງຂວາງ ມີມວນຊົນທັງພາຍໃນ ແລະ ຕ່າງປະເທດ ລວມໄປເຖິງ ຊາວແຂວງ ຊຽງຂວາງ ໄດ້ຫລັ່ງໄຫລເຂົ້າຮ່ວມຮັບຊົມງານຄັ້ງນີ້ ຢ່າງຄັບຄາໜາແໜ້ນ.

ງານກິລາ ຊຽງຂວາງເກມໄດ້ດຳເນີນການແຂ່ງຂັນກ່ອນພິທີເປີດຢ່າງເປັນທາງການ ແຕ່ລະສະໜາມການແຂ່ງຂັນ ມວນຊົນ ໄດ້ເດີນທາງມາຮ່ວມຊົມຮ່ວມເຊຍການແຂ່ງຂັນ ຢ່າງຄຶກຄືນມ່ວນຊື່ນ ຂະນະທີ່ ໃນພິທີເປີດຢ່າງເປັນທາງການມວນຊົນ ໄດ້ຫລັ່ງໄຫລເຂົ້າຮັບຊົມຢ່າງຄັບຄາໜາແໜ້ນ.

ຄະນະນຳ ແຂວງຊຽງຂວາງ ລວມໄປເຖິງ ປະຊາຊົນຊາວແຂວງຊຽງຂວາງທຸກທົ່ວໜ້າ ມີຄວາມພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດງານຄັ້ງນີ້ ແລະ ຍິນດີຕ້ອນຮັບ ບັນດາຄະນະນັກກິລາ ແລະ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມຮັບຊົມງານກິລາ ແລະ ທ່ອງທ່ຽວ ຢ້ຽມຢາມ ແຂວງຊຽງຂວາງຄັ້ງນີ້ ເປັນຈຳນວນຫລວງຫລາຍ ເຊິ່ງແຂວງຊຽງຂວາງ ກໍໄດ້ມີການຫ້າງຫາກະກຽມ, ອຳນວຍຄວາມສະດວກທັງ ສະຖານທີ່ພັກເຊົາ, ອາຫານໃຫ້ແກ່ ແຂກຄົນທີ່ມາຊົມກິລາ ແລະ ທ່ອງທ່ຽວ ໃຫ້ສະດວກສະບາຍ , ພ້ອມດຽວກັນນັ້ນ ຊາວແຂວງຊຽງຂວາງ ກໍຂໍເຊີນຊວນ ມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມຮັບຊົມງານກິລາຄັ້ງນີ້ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ .

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ ຫລັງຈາກຖືກເລື່ອນເຖິງສອງຄັ້ງ ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາໃນປີ 2022 ນີ້ ສະພາບການແຜ່ລະບາດຂອງພະຍາດດັ່ງກ່າວໄດ້ຫລຸດໜ້ອຍຖ້ອຍລົງ, ພັກ-ລັດຖະບານເຫັນໄດ້ຄວາມສໍາຄັນໃນການຈັດງານ ດັ່ງກ່າວ ໂດຍຕິດພັນກັບການປ້ອງກັນພະຍາດໂຄວິດ-19 ເພື່ອເປັນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນ ໂດຍຜ່ານຂະບວນການກິລາ, ເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກວ້າງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີ ເປັນປຶກແຜ່ນຂອງ ປວງຊົນ ລາວ ທັງຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນ ຂະ ບວນການຫລິ້ນກິລາ ແລະ ແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປາກົດການຫຍໍ້ທໍ້ ຕ່າງໆ ພ້ອມນັ້ນຍັງ ເປັນການເຝິກຝົນຮ່າງກາຍ ແລະ ຈິດໃຈໃຫ້ເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນ ເຊື້ອ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.

# ໜັງສືພິມ ກອງທັບປະຊາຊົນລາວ

ສະພາບອາກາດ ປະຈໍາວັນທີ 14 ທັນວາ 2022

0

ມວນອາກາດເຢັນຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດເຢັນ ຫາ ໜາວເຢັນ ຢູ່ຕື່ມອີກຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີ ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 14/12/2022 ເຖິງເວລາ 7:00 ໂມງວັນທີ 15/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 08-15 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຍັງຈະເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ບາງບໍລິເວນ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 19-29 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 14-29 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 11-23 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນຫາ ໜາວເຢັນຢູ່ບາງທ້ອງຖິ່ນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມ ໃນລະຫວ່າງ 14-29 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 5%. ອຸນຫະພູມໃນລະຫວ່າງ 06-20 ອົງສາ.

ຊຽງຂວາງ ຈັດຫລາຍກິດຈະກຳ ໃນມື້ເປີດມະຫາກຳກິລາແຫ່ງຊາດ ຄັ້ງທີ XI

0

ມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ ແລະ ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022, ເຊິ່ງແຂວງຊຽງຂວາງ ໄດ້ຈັດໃຫ້ມີຫລາຍກິດຈະກຳ ຢ່າງຄຶກຄື້ນ ເຊິ່ງເລີ່ມຕົ້ນດ້ວຍການສະແດງບິນຂອງເຮືອບິນ LE500 ແລະ ເຮືອບິນຍັກ 130, ການໂດດຈ້ອງ ຈາກກອງທັບປະຊາຊົນລາວ (ກອງຮ້ອຍໂດດຈ້ອງ) ແລະ ການສະແດງສິລະປະວັນນະຄະດີ ຫລາຍຮູບແບບ ເປັນຕົ້ນ ບົດຟ້ອນ, ຮ້ອງເພງ, ຂັບລຳ ແລະ ການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງມີທັງໝົດ 31 ກ້ອນກຳລັງ ຂອງບັນດາແຂວງ ໃນຂອບເຂດທົ່ວປະເທດ ແລະ ຂອງບັນດາກະຊວງ, ອົງການ ທີ່ກ່ຽວຂ້ອງ.

ໃນພິທີມີການສະແດງທັງໝົດ 11 ລາຍການ, ໃນນັ້ນມີ 5 ລາຍການສະແດງຫລັກ, ມີຈໍານວນນັກສະແດງທັງໝົດ 1 ພັນຄົນ ໃນນັ້ນ, ມີຫລາກຫລາຍລາຍການສະແດງ ເປັນຕົ້ນ, ລາຍການສະແດງຍິນດີຕ້ອນຮັບ (ນຳໃຊ້ນັກສະແດງທັງໝົດ 1 ພັນຄົນ), ຮ້ອງເພັງລວມໝູ່ຍິງ-ຊາຍ (ເພັງໄຊຊະນະຊຽງຂວາງ, ຫວນຄືນເມືອງຊຽງ ແລະ ຊົມເຊີຍຊຽງຂວາງເກມ), ມີນັກສະແດງ 150 ຄົນ, ສະແດງມວຍລາຍລາວ (ມີນັກສະແດງ 200 ຄົນ), ລາຍການສະແດງ ນົກແອ່ນນ້ອຍລອຍລົມ (ມີນັກສະແດງ 200 ຄົນ) ແລະ ລາຍການສະແດງມ່ວນຊື່ນງານມະຫະກໍາກິລາແຫ່ງຊາດ (ມີນັກສະແດງ 1 ພັນຄົນ).

ນອກນັ້ນ, ຍັງມີລາຍການສະແດງ ຮ້ອງເພງລວມໝູ່ຍິງ-ຊາຍ (ບົດເພງ ສະບາຍດີຊຽງຂວາງເກມ, ຊຽງຂວາງເກມ, ຂັບຊຽງຂວາງ (ພາທ່ຽວຊຽງຂວາງ), ຊາວພວນຊຽງຂວາງ, ການສະແດງຮ້ອງດ່ຽວຍິງ (ບົດເພງຈົດຈຳບຸນຄຸນຂອງພັກ, ລາຍການສະແດງຮ້ອງຄູ່ ຍິງ-ຊາຍ (ບົດເພງຮັກສາວມົ້ງຊຽງຂວາງ, ອ້າຍນັກຮ້ອງຖາມຮັກສາວນັກເຈີມ), ລາຍການສະແດງ ຮ້ອງດ່ຽວ ຍິງ-ຊາຍ (ບົດເພງເຊີນທ່ຽວຊຽງຂວາງ, ຊຽງຂວາງເກມ, ປະເທດລາວສວຍງາມແທ້ໆ, ນ້ຳໃຈນັກກິລາ) ແລະ ລາຍການສະແດງ ນົກແອ່ນນ້ອຍລອຍລົມ ແລະ ໃນຕອນທ້າຍໄດ້ມີການຈຸດບັ້ງໄຟດອກຈຳນວນໜຶ່ງ ເພື່ອເຮັດໃຫ້ງານດັ່ງກ່າວ, ເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ມີຄວາມໝາຍສຳຄັນ.

ສ່ວນລາຍການສະແດງ ໃນພິທີປິດການແຂ່ງຂັນ ໃນວັນທີ 22 ທັນວາ 2022 ຈະມີທັງໝົດ 3 ລາຍການ, ມີນັກສະແດງທັງໝົດ 1 ພັນຄົນ. ໃນນັ້ນ, ມີລາຍການສະແດງຂອງເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ກໍຄື ນະຄອນຫລວງວຽງຈັນ ເປັນເຈົ້າພາບໃນຄັ້ງຕໍ່ໄປ, ລາຍການສະແດງ ບັ້ງໄຟກ່ານເມືອງພວນ (ນຳໃຊ້ນັກສະແດງ 1 ພັນຄົນ), ລາຍການສະແດງ ນັດພົບກັນໃໝ່ (ນຳໃຊ້ນັກສະແດງ 1 ພັນຄົນ). ສຳລັບກ້ອນກຳລັງເດີນສວນສະໜາມ ຈໍານວນ 31 ກ້ອນກຳລັງ ໃນນັ້ນ, ມາຈາກບັນດາແຂວງ, ນະຄອນຫລວງວຽງຈັນ ແລະ ຈາກບັນດາຂະແໜງການທີ່ ກ່ຽວຂ້ອງ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ເປີດຂຶ້ນເປັນທາງການ

0

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນເປັນທາງການຢ່າງຍິ່ງໃຫຍ່ ຢູ່ສະໜາມກິລາໄຫຫີນ ທີ່ບ້ານຄັງໜອງຫຼວງ ເມືອງແປກ ໃນວັນທີ 13 ທັນວານີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະນັກກິລາ, ລວມເຖິງມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ກ່ອນພິທີເປີດງານຢ່າງເປັນທາງການເລີ່ມຂຶ້ນ ໄດ້ມີການສະແດງບິນຂອງເຮືອບິນ LE500 ແລະ ເຮືອບິນຍັກ 13O ຕໍ່ດ້ວຍການໂດດຈ້ອງຈາກກອງທັບປະຊາຊົນລາວ, ການສະແດງສິລະປະວັນນະຄະດີຫຼາຍຮູບແບບ ເປັນຕົ້ນ ບົດຟ້ອນ, ຮ້ອງເພັງ, ຂັບລຳ ມີທັງໝົດ 11 ລາຍການ. ພ້ອມນີ້, ກໍມີການເດີນສວນສະໜາມຂອງກ້ອນກໍາລັງຕ່າງໆ ຊື່ງມີທັງໝົດ 31 ກ້ອນກຳລັງຂອງບັນດາແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ. ໃນນີ້, ມີກ້ອນກຳລັງປອດຄວັນຢາສູບ, ກ້ອນກຳລັງຕ້ານສານຕ້ອງຫ້າມໃນກິລາ ແລະ ກ້ອນກຳລັງມໍລະດົກໂລກ ໄຫຫີນ.

ກ້າວເຂົ້າສູ່ພິທີທາງການ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ລາຍງານວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ປະກອບມີໝວດກິລາສາກົນ ແລະ ກິລາພື້ນເມືອງ ຊຶ່ງຕາມກຳນົດໄດ້ຈັດຂຶ້ນທຸກໆ 3 ປີ ໂດຍຄັດເລືອກແຂວງຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການກິລາກາຍະກຳຢູ່ພາຍໃນປະເທດ ທັງເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກວ້າງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນຂະບວນການຫຼິ້ນກິລາ ແລະ ແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປະກົດການຍໍ້ທໍ້ຕ່າງໆ ທັງເປັນການຝຶກຝົນຮ່າງກາຍ ແລະ ຈິດໃຈເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນເຊື້ອພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ເຈົ້າແຂວງຍັງກ່າວວ່າ: ພາຍຫຼັງໄດ້ຮັບການມອບໝາຍຈາກພັກ-ລັດຖະບານ ໃຫ້ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ໄດ້ມີຄວາມປິຕິຊົມຊື່ນ, ມີຄວາມກະຕືລືລົ້ນ, ເອກອ້າງທະນົງໃຈເປັນຢ່າງຍິ່ງ, ດ້ວຍຄວາມຮັບຜິດຊອບສູງ ໂດຍສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງສະໜາມກິລາ, ເສັ້ນທາງ, ສະຖານທີ່ພັກຄູຝຶກ, ນັກກິລາ ແລະ ອື່ນໆ ເພື່ອກຽມຄວາມພ້ອມເປັນເຈົ້າພາບທີ່ດີຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ໃນປີ 2017 ແຕ່ເນື່ອງຈາກເກີດໄພພິບັດທໍາມະຊາດຢ່າງໜັກໜ່ວງໃນທົ່ວປະເທດ ໂດຍສະເພາະແມ່ນ 3 ແຂວງພາກໃຕ້ ຈຶ່ງໄດ້ເລື່ອນມາໃສ່ປີ 2020 ແຕ່ເກີດການລະບາດຂອງພະຍາດໂຄວິດ -19 ຈຶ່ງໄດ້ສືບຕໍ່ເລື່ອນມາໃນປີ 2022 ນີ້. ຜ່ານຂະບວນການກະກຽມໃນແຕ່ລະໄລຍະເຖິງແມ່ນວ່າພວກເຮົາຈະພົບກັບຄວາມຫຍຸ້ງຍາກນາໆ ປະການ, ແຕ່ດ້ວຍຄວາມພະຍາຍາມສູ້ຊົນບຸກບືນຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າຊາວຊຽງຂວາງ, ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງພັກ, ລັດຖະບານ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນ ພວກເຮົາຈຶ່ງສາມາດຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ຂຶ້ນໄດ້ຢ່າງເປັນທາງການ ຊຶ່ງການຈັດພິທີເປີດໃນມື້ນີ້ ກໍກົງກັບວັນຄ້າຍວັນເກີດຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ (13/12/1920-13/12/2022) ກໍຄື ປະທານ ໄກສອນ ພົມວິຫານ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ວ່າ: ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ຈັດຂຶ້ນຢູຸ່ແຂວງຊຽງຂວາງ ວິລະຊົນ ໄດ້ມີຄວາມພ້ອມຢ່າງຮອບດ້ານ ຄົບຖ້ວນສົມບູນແລ້ວ. ຂ້າພະເຈົ້າ ຂໍອວຍພອນໃຫ້ບັນດາທ່ານ ລວມທັງນັກກິລາທຸກໆຄົນ ຈົ່ງໂຊກດີ ມິໄຊ. ໃນໂອກາດອັນເປັນເລີກງາມຍາມດີ ແລະ ເປັນສິລິມົງຄຸນນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ປວງຊົນລາວທຸກທົ່ວໜ້າ, ຂໍປະກາດ ເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ນັບແຕ່ວິນາທີນີ້ເປັນຕົ້ນໄປ. ຊົມເຊີຍ, ຊົມເຊີຍ, ຊົມເຊີຍ….

ຈາກນັ້ນ, ນັກກິລາແລ່ນທວນໄຟ ໄດ້ເຂົ້າສູ່ສະໜາມ ເພື່ອຈຸດອ່າງໄຟເປີດການແຂ່ງຂັນຢ່າງເປັນທາງການ, ຕໍ່ດ້ວຍການກ່າວປະຕິຍານຂອງຕາງໜ້າກຳມະການຕັດສິນ ແລະ ຕາງໜ້ານັກກິລາ ກໍໄດ້ກ່າວປະຕິຍານ.

ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ ແຂ່ງຂັນທັງໝົດ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກັອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ແລະ ມີນັກກິລາ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 2.598 ຫຼຽນ. ສຳລັບບາງປະເພດກິລາ ໄດ້ແຂ່ງຂັນມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນຄື: ກິລາລອຍນ້ຳ ແລະ ກິລາຍິງປືນ; ສ່ວນຢູ່ແຂວງຊຽງຂວາງ ໄດ້ເລີ່ມມາແຕ່ວັນທີ 1 ທັນວາ 2022 ແລະ ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກິລາແຂ່ງສໍາເລັດແລ້ວ ຄື: ກິລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້. ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ນີ້, ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ຈຶ່ງຈະສໍາເລັດ ແລະ ຈະໄດ້ມີພິທີປິດຢ່າງເປັນທາງການ.

ກອງປະຊຸມສຸດຍອດ ສ.ອາເມລິກາ-ອາຟຣິກາ

0
2GK9738 President Barack Obama and African leaders participate in the U.S.-Africa Leaders Summit at the U.S. Department of State in Washington, D.C., Aug. 6, 2014. (Official White House Photo by Chuck Kennedy) This official White House photograph is being made available only for publication by news organizations and/or for personal use printing by the subject(s) of the photograph. The photograph may not be manipulated in any way and may not be used in commercial or political materials, advertisements, email

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ກອງ​ປະຊຸມ​ສຸດ​ຍອດ ສ.ອາ​ເມ​ລິ​ກາ-ອາ​ຟຣິກາ ໄດ້ຈັດ​ຂຶ້ນ​​​ເລີ່​ມ​ແຕ່ ​ວັນ​ທີ 13 ​ທັນວາ​ນີ້ ​ເປັນ​ເວລາ 3 ວັນ ​​ພາຍ​ໃຕ້​ການ​ເປັນປະທານ ​ຂອງ​ ທ່ານ ​ໂຈ​ ໄບ​ເດັນ (Joe Biden), ປະທານາທິບໍດີ ສ.ອາ​ເມ​ລິ​ກາ, ໂດຍມີບັນດາປະມຸກ​ລັດ ​ແລະ ຜູ້ນຳ​ລັດຖະບານ ບັນດາປະ​ເທດໃນ​ອາ​ຟຣິກາ ປະມານ 50 ທ່ານ ​ເຂົ້າຮ່ວມ ​ເພື່ອ​ປຶກສາຫາລື​ກັນບັນດາຂໍ້ລິເລີ່ມໃໝ່ເພື່ອເພີ່ມທະວີການເຂົ້າຮ່ວມ ຂອງ ສ.ອາ​ເມ​ລິ​ກາ ເຂົ້າສັນຍາໃນພາກພື້ນການຄ້າເສລີອາຟຣິກາ (AfCFTA) ກໍຄືຂໍ້ລິເລີ່ມຊຸກຍູ້ການຟື້ນຟູ ຂອງພື້ນຖານເສດຖະກິດອາຟຣິກາ ຈາກພະຍາດໂຄວິດ-19, ຊຸກຍູ້ການຮັບປະກັນ ສະບຽງອາຫານ ແລະ ເພີ່ມທະວີການລົງທຶນ ເຂົ້າໂຄງການພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ພະລັງງານຜະລິດຄືນໃໝ່ ຂອງ ທະວີບ.

ກອງ​ປະຊຸມດັ່ງກ່າວ ​ໄດ້ຈັດຂຶ້ນຄັ້ງທຳ​ອິດ ໃນປີ 2014, ໃນສະໄໝ ຂອງ ທ່ານ ບາຣັກ ​ໂອ​ບາ​ມາ (Barack Obama) ອະ​ດິດ ປະທານາທິບໍດີ ສ.ອາ​ເມ​ລິ​ກາ ໄດ້ປະກາດບັນດາຄຳໝັ້ນສັນຍາ ຂອງພາກພື້ນລົງທຶນພາກເອກະຊົນ ແລະ ເພີ່ມທະວີການຮ່ວມມື ກັບບັນດາປະເທດອາຟຣິກາ ໃນຂໍ້ລິເລີ່ມກ່ຽວກັບພະລັງງານ, ການບໍລິການດ້ານການເງິນ, ການປ່ຽນແປງ ຂອງດິນຟ້າອາກາດ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ການເບິ່ງແຍງສຸຂະພາບ.

(ບັນນາ ທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ