Thursday, October 9, 2025
Home Blog Page 853

ສະພາບອາກາດ ປະຈໍາວັນທີ 15 ທັນວາ 2022

0

ມວນອາກາດເຢັນຍັງຈະສືບຕໍ່ແພ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນອອກ ສ່ຽງເໜືອພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະເຢັນລົງຢູ່ທົ່ວໄປໃນ ແຕ່ລະພາກ ແລະ ອາກາດຈະໜາວເຢັນ ຫາ ໜາວເຢັນຫລາຍຢູ່ແຂວງ ພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກ ໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ.

ພະຍາກອນອາກາດ ເວລາ 7:00 ໂມງວັນທີ 15/12/2022 ເຖິງເວລາ 7:00 ໂມງວັນທີ 16/12/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 08-20 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 18-27 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີ ໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 13-26 ອົງສາ.

-ແຂວງໄຊສົມບູນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມຢູ່ ທົ່ວໄປ. ອຸນຫະພູມໃນລະຫວ່າງ 10-22 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນຫາ ໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 13-29 ອົງສາ.

-ເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 05-25 ອົງສາ.

ສິ່ງທີ່ຕ້ອງເອົາໃຈໃສ່ ໂດຍສະເພາະໄລຍະງານມະຫະກຳກິລາແຫ່ງຊາດ

0

ພະຍາດໂຄວິດ-19 ຍັງບໍ່ໝົດໄປຈາກສັງຄົມເຮົາເທື່ອ ແລະ ມັນຍັງສາມາດເຮັດໃຫ້ເຮົາເຈັບປ່ວຍຮຸນແຮງໄດ້.

ສິ່ງທີ່ຕ້ອງເອົາໃຈໃສ່ ໂດຍສະເພາະໄລຍະງານມະຫະກຳກິລາແຫ່ງຊາດ ແມ່ນ:

– ໃສ້ຜ້າອັດປາກ-ດັງ

– ອັດປາກ-ດັງ ເວລາໄອ ແລະ ຈາມ

– ລ້າງມືໃສ່ສະບູ ຫລື ເຈວແອວກໍຮໍ ເປັນປະຈຳ

ພະຍາຍາມຮັກສາໄລຍະຫ່າງຈາກຄົນອື່ນປະມານ 1 ແມັດ

ສຳລັບຄຳແນະນຳເພີ່ມຕື່ມໃນການຮັກສາສຸຂະພາບ, ທ່ານສາມາດສະແກນ QR code ໃນຮູບໄດ້ເລີຍ.

ຂໍ້ມູນ: ສູນຂ່າວສານການແພດສຸຂະສຶກສາ

6 ທົດສະວັດ ແຫ່ງການພົວພັນ ລາວ-ມົງໂກລີ, ປະຫວັດສາດ ແລະ ຍຸກສະໄໝໃໝ່

0

ສະຖາບັນການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ມົງໂກລີ ປະຈໍາລາວ ຈັດປາຖະກະຖາ ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962-12 ກັນຍາ 2022) ໃນ ວັນທີ 13 ທັນວາ 2022, ພາຍໃຕ້ຫົວຂໍ້: “6 ທົດສະວັດ ແຫ່ງການພົວພັນລາວ-ມົງໂກລີ, ປະ ຫວັດສາດ ແລະ ຍຸກສະໄໝໃໝ່” ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ບັນຍາຍໂດຍ ທ່ານ ບຽມບາຊູເຣັນ ຈຳສຣັງ (J. BYAMBASUREN), ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ. ນອກນີ້, ຍັງມີບັນດາຜູ້ເຂົ້າຮ່ວມຈາກສະຖານທູດມົງໂກລີ, ນັກສຶກສາ ແລະ ຄົນເຊື້ອຊາດມົງໂກລີ, ຄະນະກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຜູ້ຕ່າງໜ້າຈາກບັນດາກະຊວງອ້ອມຂ້າງສູນກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດປາຖະກະຖາໃນຄັ້ງນີ້, ເປັນການປະກອບສ່ວນໃນຂະບວນການສະເຫລີມສະ ຫລອງປີແຫ່ງການພົວພັນການທູດ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຄົບຮອບ 60 ປີ ໃຫ້ມີຄວາມແໜ້ນແຟ້ນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ. ພ້ອມນັ້ນ, ກໍເປັນການແລກປ່ຽນທັດສະນະຮ່ວມກັນ ດ້ານນະໂຍບາຍການຕ່າງປະເທດ ທີ່ທັງສອງຝ່າຍ ລາວ ແລະ ມົງໂກລີ ຮ່ວມກັນຈັດຕັ້ງປະຕິບັດ ຕະຫລອດ 60 ປີ ທີ່ຜ່ານມາ ແລະ ມີຄວາມຊົງຈໍາທີ່ດີດ້ານການທູດຮ່ວມກັນ ຢ່າງສະເໝີຕົ້ນສະເໝີປາຍ. ນອກນີ້, ຍັງເປັນການຮັບຟັງນະໂຍບາຍການຕ່າງປະເທດຂອງມົງໂກລີ ຕໍ່ພາກພື້ນ ອາຊຽນ ກໍຄື ສປປ ລາວ.

ພິທີປາຖະກະຖາໃນຄັ້ງນີ້, ເປັນໜຶ່ງໃນ 12 ກິດຈະກໍາຮ່ວມກັນ ລະຫວ່າງ ລາວ-ມົງໂກລີ ເພື່ອຮັດແໜ້ນການຮ່ວມມືຂອງສອງຊາດ. ສະນັ້ນ, ໃນພິທີກ່າວເປີດກອງປະຊຸມ, ທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສໍາຄັນຂອງສອງຊາດ ທີ່ເປັນທັງປະຫວັດສາດ ແລະ ການຮ່ວມມືກັນພັດທະນາໃນຍຸກສະໄໝໃໝ່ ຕະຫລອດ 6 ທົດສະວັດ ຜ່ານມາ ແລະ ຈະສືບຕໍ່ຮັດແໜ້ນຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຕໍ່ໜ້າ ອັນໄດ້ສະແດງອອກ ຈາກການເດີນທາງຢ້ຽມ ຢາມສັນຖະວະໄມຕີ ແລະ ພົບປະທາງລັດຖະການຂອງການນໍາຂັ້ນສູງສອງຝ່າຍ ລາວ-ມົງໂກລີ ຢ່າງເປັນປົກກະຕິ, ເພື່ອປຶກສາຫາລື ແລະ ແລກປ່ຽນບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາ ລາວ ຍັງໄດ້ເລົ່າຄືນປະຫວັດສາດທີ່ດີງາມຂອງສອງຊາດ ແລະ ເຜີຍແຜ່ແນວທາງນະໂຍບາຍການຮ່ວມມືໃນດ້ານຕ່າງໆ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເພື່ອເປັນແຮງຊຸກຍູ້ ແລະ ສະໜັບກະໜູນກັນໃນເວທີພາກພື້ນ ແລະ ສາກົນ ຢ່າງຕໍ່ເນື່ອງ; ດ້ານການສຶກສາ ລັດຖະບານ ມົງໂກລີ ກໍໄດ້ເອົາໃຈໃສ່ຊຸກຍູ້ການພັດທະນາຊັບພະຍາກອນມະນຸດ ໂດຍໄດ້ໃຫ້ທຶນ ແກ່ນັກຮຽນລາວເປັນປະຈໍາທຸກປີ ໃນຫລາຍສາ ຂາວິຊາ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມ ຕໍ່ໄປໃນອະນາຄົດ.

ໂອກາດດຽວກັນ, ທ່ານ ໄມ ໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ S. ENKHBOLD, ລັດຖະມົນຕີກະຊວງສາທາລະນະສຸກມົງໂກລີ, ພ້ອມດ້ວຍ ທ່ານ ເອກອັກຄະລັດຖະທູດແຫ່ງ ມົງໂກລີ ປະຈໍາລາວ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ, ກະຊວງອ້ອມຂ້າງສູນກາງ ແລະ ຂະແໜງການກ່ຽວຂ້ອງອື່ນໆ ທີ່ໄດ້ມາຮ່ວມຮັບຟັງ 6 ທົດສະວັດ ແຫ່ງການພົວພັນການທູດ ທີ່ມີປະຫວັດສາດອັນດີງາມ ແລະ ການຮ່ວມມືໃນຍຸກສະໄໝໃໝ່ ຂອງສອງຊາດ ທີ່ຈະຍັງຄົງສືບຕໍ່ ແລະ ຍາວນານຕໍ່ໆໄປ.

ກະຊວງ ຖວທ ສະເໜີສ້າງກົດໝາຍໃໝ່ວ່າດ້ວຍພິພິທະພັນ

0

ກົດໝາຍວ່າດ້ວຍພິພິທະພັນມີຄວາມສຳຄັນໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານພິພິທະພັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງເປັນລະບົບຖືກຕ້ອງແນໃສ່ສະສົມທ້ອນໂຮມ, ອະນຸລັກ, ປົກປັກຮັກສາ, ຟື້ນຟູວັດຖຸພັນ, ພັດທະນາ ແລະ ສົ່ງເສີມວຽກງານພິພິທະພັນ ແລະ ປູກຈິດສຳນຶກໃຫ້ປະຊາຊົນລາວບັນດາເຜົ່າມີນໍ້າໃຈຮັກຊາດ, ຮັກມູນເຊື້ອອັນດີງາມຂອງຊາດເປັນພື້ນຖານທາງດ້ານຈິດໃຈສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຂຶ້ນສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍພິພິທະພັນ ຊຶ່ງເປັນກົດໝາຍສ້າງໃໝ່ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 14 ທັນວາ ນີ້ ພາຍໃຕ້ການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍວ່າດ້ວຍພິພິທະພັນ, ໃນຂະບວນວິວັດຂອງການເຊື່ອມໂຍງກັບສາກົນ, ການເຂົ້າເປັນສະມາຄົມອາຊຽນ ແລະ ການເຂົ້າເປັນສະມາຊິກຂອງອົງການການຄ້າໂລກໂດຍສະເພາະໃນທ້າຍປີ 2015 ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍການເກືອດຫ້າມ, ສະກັດກັ້ນ, ການນຳເຂົ້າ-ສົ່ງອອກ ແລະ ປ່ຽນໂອນກຳມະສິດຊັບສິນທາງວັດທະນະທໍາທີ່ຜິດກົດໝາຍ ຫຼື (ສົນທິສັນຍາສາກົນ 1970 ) ແລະ ສົນທິສັນຍາສາກົນວ່າດ້ວຍຊັບສິນທາງວັດທະນະທໍາທີ່ຖືກລັກລອບ ຫຼື ສົ່ງອອກຜິດກົດໝາຍ ຫຼື (ສົນທິສັນ ຍາສາກົນ 1995 ) ສະນັ້ນ, ມັນຈຶ່ງເລັ່ງທວງໃຫ້ລັດເຮົາມີຄວາມຈຳເປັນຕ້ອງມີກົດໝາຍວ່າດ້ວຍພິພິທະພັນທີ່ສອດຄ່ອງ, ຮັດກຸມ, ຄົບຖ້ວນ, ສາມາດແຂ່ງຂັນ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍຫັນເອົາເນື້ອໃນຂອງສົນທິສັນຍາດັ່ງກ່າວເຂົ້າມາໃສ່ໃນການສ້າງຮ່າງກົດໝາຍວ່າດ້ວຍພິພິທະພັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພິພິທະພັນມີຄວາມສອດຄ່ອງ, ຮັດກຸມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າໃນຂົງເຂດວຽກງານພິພິທະພັນ, ຮ່າງກົດໝາຍວ່າດ້ວຍພິພິທະພັນປະກອບມີ: 10 ພາກ 10 ໝວດ 66 ມາດຕາ,

ທ່ານກ່າວຕື່ມວ່າ: ຖ້າຫາກວ່າຮ່າງກົດໝາຍສະບັບນີ້ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຄາດວ່າຈະໄດ້ຮັບຜົນດັ່ງນີ້: 1) ເປັນບ່ອນອີງທາງດ້ານນິຕິກຳທີ່ເປັນເອກະພາບໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານພິພິທະພັນໃຫ້ມີຄວາມສອດຄ່ອງ, ຮັດກຸມ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ການດຶງດູດການຮ່ວມມື ແລະ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງ ປະເທດເຂົ້າໃນຂົງເຂດວຽກງານພິພິທະພັນ; 2) ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ແລະ ສາກົນເຫັນໄດ້ເຖິງນະໂຍບາຍອັນຈະແຈ້ງຂອງພັກ ແລະ ລັດຖະບານໃນການຄຸ້ມຄອງພິພິທະພັນໃນການສະສົມທ້ອນໂຮມວັດຖຸພັນ, ການອະນຸລັກປົກປັກຮັກສາວັດຖຸພັນ, ຈັດວາງສະແດງວັດຖຸພັນ ແລະ ໂຄສະນາເຜີຍແຜ່ວັດຖຸພັນລວມທັງມາດຕະການຕ່າງໆເພື່ອຮັກສາວັດຖຸພັນທີ່ມີຄຸນຄ່າສູງ, ໂດດເດັ່ນທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ; 3) ເປັນບ່ອນອີງໃນການຕ້ານ, ສະກັດກັ້ນ ແລະ ຈຳກັດການລັກລອບຄ້າຂາຍວັດຖຸບູຮານອັນລໍ້າລ່າທີ່ຫາຍາກ ແລະ ຊັບສົມບັດທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດໃຫ້ເປັນສົມບັດຂອງວົງຄະນາຍາດຂອງຊາດສືບຕໍ່ໄປ; 4) ເປັນເຄື່ອງມື ແລະ ບ່ອນອີງທີ່ສຳຄັນ, ເໝາະສົມໃຫ້ອົງການທີ່ຮັບຜິດຊອບວຽກງານການຄຸ້ມຄອງພິພິທະພັນມະຫາພາກໃນການທວງຄືນບັນດາວັດຖຸພັນ, ວັດຖຸບູຮານອັນລ້ຳຄ່າທີ່ຫາຍາກ ແລະ ຊັບສົມບັດທີ່ມີຄຸນຄ່າສູງທາງດ້ານວັດທະນະທຳ, ປະຫວັດສາດຂອງຊາດຖືກລັກລອບ ຫຼື ຖືກນໍາອອກໄປນອກປະເທດແບບຜິດກົດໝາຍກັບບັນດາປະເທດລັດພາຄີທີ່ສປປ ລາວ ໄດ້ເຂົ້າຢູ່ໃນສົນທິສັນຍາສາກົນ; 5) ສາມາດຍາດແຍ່ງການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີ່ຈະໃຫ້ການປະກອບສ່ວນທຶນຮອນໃຫ້ແກ່ວຽກງານພິພິທະພັນດ້ວຍຄວາມໝັ້ນໃຈ.

ຂ່າວ: ພູວັນ, ພາບ: ສຳນານ

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີສົນທະນາການຄ້າ ແລະ ການລົງທຶນ

0

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີສົນທະນາການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຊຶ່ງຈັດຂຶ້ນໃນວັນທີ 13 ທັນວາ ຜ່ານມາ ທີ່ນະຄອນໂຮ່ຈິມິນ ໂດຍມີທ່ານ ຫງວຽນ ວັນ ເນນ ເລຂາຄະນະພັກ ນະຄອນໂຮ່ຈິມິນ; ທ່ານ ຟາມ ວັນມາຍ ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ພ້ອມດ້ວຍ ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ຂອງ ສປປ ລາວ, ການນຳຂອງແຂວງຫົວພັນ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ ແລະ ຈຳປາສັກ ຕະຫຼອດຮອດ ບັນດານັກທຸລະກິດ ຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ການຈັດກອງປະຊຸມເວທີສົນທະນາຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນພິເສດ ເນື່ອງຈາກເປັນໄລຍະເວລາ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກຳລັງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ, ເປັນການປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເກີດດອກອອກຜົນບໍ່ຢຸດຢັ້ງ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນໂອກາດອັນດີໃຫ້ແກ່ພາກລັດຂອງລາວ ໄດ້ຮັບຟັງຄຳສະເໜີ ແລະ ເກັບກໍາເອົາບັນດາຄໍາຄິດຄຳເຫັນຕ່າງໆ ຈາກພາກທຸລະກິດ, ຜູ້ລົງທຶນຈາກ ສສ ຫວຽດນາມ ນໍາໄປຄົ້ນຄວ້າ ເພື່ອປັບປຸງສະພາບແວດລ້ອມ ແລະ ການອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ການລົງທຶນ ຢູ່ໃນ ສປປ ລາວ, ລວມທັງຊຸກຍູ້ຕິດຕາມ ແລະ ຊ່ວຍເຫຼືອ ໃຫ້ບັນດານັກທຸລະກິດ ສາມາດເຂົ້າມາລົງທຶນໃນ ສປປ ລາວ ໄດ້ຢ່າງສະດວກວ່ອງໄວຂຶ້ນ; ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງກອງປະຊຸມຄັ້ງນີ້ ບັນດາບໍລິສັດ ຈະໄປຮ່ວມມື ລົງທຶນ ຢູ່ ສປປ ລາວ ຫຼາຍຂຶ້ນ ສົມກັບການຮ່ວມມືດ້ານການເມືອງ ຂອງສອງປະເທດ ທີ່ຢູ່ໃນລະດັບສູງ ໃນປັດຈຸບັນ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນສະເໜີ ແລະ ແລກປ່ຽນຕໍ່ກອງປະຊຸມຕື່ມບາງດ້ານ ເປັນຕົ້ນ ໃນເງື່ອນໄຂປັດຈຸບັນ ສປປ ລາວ ໄດ້ນໍາໃຊ້ທີ່ຕັ້ງ ແລະ ທ່າແຮງຫຼາຍດ້ານ ເພື່ອດຶງດູດການລົງທຶນທັງຈາກ ທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການປັບປຸງຂອດຂັ້ນ, ກົນໄກ ແລະ ບັນດານິຕິກຳ ໃນການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ມີຄວາມຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ໂປ່ງໄສ ລວມທັງ ໄດ້ກໍານົດໄວ້ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ໄດ້ມີຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງ ໃຫ້ດີຂຶ້ນເປັນກ້າວໆ ເປັນຕົ້ນ ລະບົບເສັ້ນທາງ, ທາງດ່ວນ, ທາງລົດໄຟ, ສະໜາມບິນ, ທ່າບົກ, ຂົວຂ້າມ ລະຫວ່າງປະເທດ ແລະ ອື່ນໆ ເພື່ອເຮັດໃຫ້ການເຊື່ອມໂຍງ-ເຊື່ອມຈອດ ກັບບັນດາປະເທດ ໃນພາກພື້ນ, ວຽກງານໂລຈິດສະຕິກ, ການຂົນສົ່ງສິນຄ້າ ແລະ ການເດີນທາງຂອງປະຊາຊົນ ມີຄວາມສະດວກ ແລະ ວ່ອງໄວຂຶ້ນ, ເປັນປັດໄຈສໍາຄັນໃຫ້ແກ່ການຂັບເຄື່ອນເສດຖະກິດ ແລະ ຊຸກຍູ້ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວ, ສາມາດດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ ເຂົ້າມາໃນ ສປປ ລາວ ຫຼາຍຂຶ້ນ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ເຖິງວ່າສະພາບແວດລ້ອມຫຼາຍດ້ານຈະບໍ່ອໍານວຍ, ແຕ່ໂດຍລວມແລ້ວ ກໍມີຫຼາຍດ້ານ ທີ່ມີຄວາມຕັ້ງໜ້າ ແລະ ຜົນສໍາເລັດເປັນຢ່າງດີ ລວມທັງເປົ້າໝາຍການພັດທະນາ ຕາມທິດສີຂຽວ ແລະ ຍືນຍົງ ຊຶ່ງລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການລົງທຶນ ໃນຂະແໜງກະສິກໍາສະອາດ, ອຸດສາຫະກໍາປຸງແຕ່ງ, ການທ່ອງທ່ຽວວັດທະນະທໍາ ແລະ ອະນຸລັກທໍາມະຊາດ, ພະລັງງານສະອາດ (ເປັນຕົ້ນ ພະລັງງານໄຟຟ້ານໍ້າຕົກ, ພະລັງງານລົມ ແລະ ແສງຕາເວັນ) ລວມເຖິງ ການຊຸກຍູ້ຂະແໜງອຸດສາຫະກໍາຜະລິດພາຫະນະຂົນສົ່ງທີ່ນໍາໃຊ້ພະລັງງານສະອາດ; ພ້ອມທັງ ໄດ້ພະຍາຍາມສົ່ງເສີມຂະແໜງນະວັດຕະກໍາໃໝ່ ໃຫ້ສອດຄ່ອງກັບອຸດສາຫະກໍາ 4.0 ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຜະລິດ, ໂລຈິສຕິກ, ຕົວເມືອງທັນສະໄໝ (Smart City), ການອໍານວຍຄວາມສະດວກ ດ້ານການຂົນສົ່ງ ແລະ ຂະແໜງ SME.

ນອກຈາກນີ້, ໃນວາລະດໍາເນີນກອງປະຊຸມ ຍັງໄດ້ມີການສົນທະນາ ແລກປ່ຽນຄຳຄິດເຫັນ ລະຫວ່າງ ພາກທຸລະກິດ ຂອງຫວຽດນາມ ແລະ ພາກລັດ ຂອງ ສປປ ລາວ ຕື່ມອີກ. ຫຼັງຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງ ຂອງຝ່າຍລາວ ແລະ ຫວຽດນາມ ຍັງໄດ້ເປັນສັກຂີພິຍານ ພິທີລົງນາມ ເຊັນບົດບັນທຶກ (MOU) ຈຳນວນ 17 ໂຄງການ, ລວມມູນຄ່າ 3.825,45 ຕື້ດົງ (ສະກຸນເງິນຫວຽດນາມ).

ໃນໄລຍະເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວໄປຢ້ຽມຢາມສະພາບການພັດທະນາເສດຖະກິດ-ສັງຄົມ ຂອງຕົວເມືອງຖູດຶກ ຊຶ່ງໄດ້ຮັບການສ້າງຕັ້ງເປັນຕົວເມືອງ ທີ່ຂຶ້ນກັບສູນກາງ ຕາມມະຕິຕົກລົງຂອງສະພາແຫ່ງຊາດ ສສ ຫວຽດນາມ ໃນທ້າຍປີ 2020.

ຂ່າວ: ຫສນຍ

ຣັດເຊຍ ສືບຕໍ່ຮ່ວມມືກັບ ສປຊ ເພື່ອຄ້ຳປະກັນດ້ານສະບຽງອາຫານໂລກ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຣັດເຊຍ ສືບຕໍ່ຮ່ວມມືກັບ ສປຊ ເພື່ອຄ້ຳປະກັນດ້ານສະບຽງອາຫານໃນໂລກ, ເຖິງຢ່າງໃດກໍຕາມຕ້ອງປັບປຸງຂໍ້ລິເລີ່ມທັນຍາຫານທະເລດຳ ເພື່ອແນໃສ່ຮັບປະກັນວ່າຈະມີແຫຼ່ງສະໜອງທັນຍາຫານ ໄປຍັງບັນດາປະເທດທຸກຍາກທີ່ສຸດໃນໂລກ ຢູ່ອາຊີ ແລະ ອາຟຣິກາ.

ຂ່າວລະບຸວ່າ: ປະກາດໃນການຖະແຫຼງຂ່າວ ພາຍຫຼັງການປຶກສາຫາລືດ້ານການເມືອງ ລະຫວ່າງ ຣັດເຊຍ ແລະ ຕວັກກີ ໃນວັນທີ 12 ທັນວາ ຜ່ານມາ ຢູ່ນະຄອນ ອິສຕັນບູລ (ຕວັກກີ), ທ່ານ ເຊີເກ ເວີຊິນິນ ຮອງລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ໃຫ້ຮູ້ວ່າ: ຣັດເຊຍ ຢັ້ງຢືນຄວາມພະຍາຍາມຂອງ ສປຊ, ແຕ່ຕ້ອງມີການກະທຳຕົວຈິງ ເພື່ອລຶບລ້າງຂໍ້ຈຳກັດໃນການສົ່ງອອກຜະລິດຕະພັນກະເສດຂອງຣັດເຊຍ. ຣັດເຊຍ ຄວນມີໝາກຜົນທີ່ລະອຽດເພື່ອຮັບປະກັນການສົ່ງອອກຜະລິດຕະພັນກະເສດ, ໃນນັ້ນມີການເຊື່ອມຕໍ່ ບັນດາທະນາຄານຂອງ ຣັດເຊຍ ກັບລະບົບຊຳລະສາກົນ (SWIFT) ຄືນໃໝ່ ເພື່ອແນໃສ່ຮັບປະກັນທຸລະກິດທາງການເງິນ ແລະ ຮັບປະກັນການສົ່ງອອກຜະລິດຕະພັນກະເສດ. ທ່ານ ເຊີເກ ເວີຊິນິນ ຊີ້ແຈ້ງວ່າ: ມົດສະກູ ຈະສືບຕໍ່ເຮັດວຽກກັບຜູ້ຕາງໜ້າ ສປຊ ກ່ຽວກັບບັນຫານີ້.

ອຸດົມໄຊ ຄອງເຈົ້າຫຼຽນຄໍາກິລາໝາກແລ້ ໃນຊຽງຂວາງ ເກມ

0

ແຂວງອຸດົມໄຊ ເປັນເຈົ້າຫຼຽນຄຳ ຍາດໄດ້ 4 ຫຼຽນຄໍາ ຈາກກິລາໝາກແລ້ ເປັນອັນດັບທີ 1, ສ່ວນແຂວງຫົວພັນ ໄດ້ອັນດັບທີ 2 ຍາດໄດ້ 3 ຫຼຽນຄຳ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ 2022 ທີ່ໄດ້ປິດລົງຢ່າງເປັນທາງການໃນວັນທີ 13 ທັນວາ ຜ່ານມາ.

ການແຂ່ງຂັນກິລາໝາກແລ້ໄດ້ເລີ່ມການແຂ່ງຂັນມາຕັ້ງແຕ່ວັນທີ 8 ທັນວາ 2022 ທີ່ສະໜາມກິລາໃນຮົ່ມວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ຊຶ່ງມີ 12 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ, ແຂວງຜົ້ງສາລີ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫົວພັນ, ແຂວງໄຊຍະບູລີ, ແຂວງວຽງຈັນ, ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ, ແຂວງອັດຕະປື ແລະ ນະຄອນຫຼວງວຽງຈັນ, ມີການຊີງໄຊທັງໝົດ 12 ຫຼຽນຄຳ ໃນ 12 ລາຍການຄື: ປະເພດ ທີມ 4 ລາຍການ, ຄູ່ 4 ລາຍການ ແລະ ປະເພດດ່ຽວ 4 ລາຍການ.

ຜ່ານການແຂ່ງຂັນປະກົດວ່າ: ແຂວງອຸດົມໄຊ ສາມາດຄອງເຈົ້າຫຼຽນຄໍາກິລາປະເພດນີ້ດ້ວຍການຍາດໄດ້ເຖິງ 4 ຫຼຽນຄໍາ ແລະ 2 ຫຼຽນທອງ ຄອງເຈົ້າຫຼຽນຄໍາກິລາໝາກແລ້, ທີ 2 ແຂວງຫົວພັນ ທີ່ຍາດໄດ້ 3 ຫຼຽນຄໍາ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ແລະ ທີ 3 ເຈົ້າພາບ ແຂວງຊຽງຂວາງ ຍາດໄດ້ 1 ຫຼຽນ ຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ.

ຂ່າວ: Larh Creators (ຄໍາສອນ) ທີມຂ່າວເສດຖະກິດ-ການຄ້າ

ບໍລິສັດລາວສຳພັນພັດທະນາ ຈໍາກັດ ມອບເງິນ 100.000.000 ກີບ ອຸປະຖຳງານກິລາແຫ່ງຊາດ

0

ວັນທີ 12 ທັນວາ 2022 ທີ່ຫ້ອງວ່າການແຂວງຊຽງຂວາງ, ທ່ານ ສາຍສຳພັນ ຈັນມະວົງ ປະທານບໍລິສັດລາວສຳພັນ ຈຳກັດ ໄດ້ມອບເງິນ 100.000.000 ກີບ, ທ່ານ ດອນສະຖຽນ ບຸນມີອາໄພ ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວພາກເໜືອແຂວງຊຽງຂວາງ ມອບ 50.000.000 ກີບ, ທ່ານ ດວງຈັນ ດວງປະເສີດ ບໍລິສັດ ສະຫວັນໄຊກຣຸບມອບ 50,000.000 ກີບ ແລະ ທ່ານ ສົມພອນ ອຸດົມສຸກ ບໍລິສັດອຸດົມສຸກ ຄອນກຣີດ ມອບ 5.000.000 ກີບ ໃຫ້ແກ່ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ເພື່ອອຸປະຖຳງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ.

ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຂອບໃຈບໍລິລັດ ລາວສຳພັນ ພັດທະນາ, ທະນາຄານແຫ່ງ ສປປລາວ, ບໍລິສັດ ສະຫວັນໄຊກຣຸບ ແລະ ບໍລິສັດ ອຸດົມສຸກ ຄອນກຣີດ ທີ່ອຸປະຖຳ ແລະ ໃນຕໍ່ໜ້າຫວັງວ່າຈະໄດ້ຮັບການຮ່ວມມືຊ່ວຍເຫລືອຕື່ມອີກ. ເງິນຈຳນວນເງິນດັ່ງກ່າວຈະນຳໃຊ້ເຂົ້າໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11. ຂ່າວ:

ນ. ໄມສຸກ

ການນຳ ພັກ-ລັດ ວາງກະຕ່າດອກໄມ້ ຕ້ອນຮັບຊຽງຂວາງ ເກມ ແລະ ວັນເກີດປະທານໄກສອນ ພົມວິຫານ

0

ຕອນເຊົ້າຂອງວັນທີ 14 ທັນວາ 2022 ການນຳຂັ້ນສູງ ພັກ-ລັດ ແລະ ການນຳຂັ້ນສູງ ຂອງແຂວງຊຽງຂວາງ ນຳໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງຂວາງ, ທັງເປັນປະທານຈັດມະຫາກຳກິລາແຫ່ງຊາດຄັ້ງທີ XI, ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສາ ວະລີປະທານ ໄກສອນ ພົມວິຫານ, ອານຸສາວະລີ ທ່ານ ພູມີ ວົງວິຈິດ ແລະ ອານຸສາວະລີ ຕູ້ຢ່າ ໄຊຈູ ເນື່ອງໃນໂອກາດສະເຫລີມສະຫລອງ ແລະ ຕ້ອນຮັບມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ, ເພື່ອອະນາຄົດຂອງລູກຫລານບັນດາເຜົ່າ, ທ່ານໄດ້ສຸມສະຕິປັນຍາເຂົ້າໃນການນຳພາຂະບວນການຕໍ່ສູ້ ຕ້ານການຮຸກຮານຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າ ຕະຫລອດກາລະນານ.

ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫລາດຫລັກແຫລມ, ມີໄຫວພິບອັນແຫລມຄົມ, ມີນ້ຳໃຈຕໍ່ສູ້ເດັດດ່ຽວ ໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

ພ້ອມນີ້, ທັງເປັນການສະແດງເຖິງຄວາມເຄົາລົບຮັກ, ລະນຶກເຖິງຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງຂອງ ທ່ານ ພູມີ ວົງວິຈິດ ໃນພາລະກິດຕໍ່ສູ້ກູ້ຊາດ ທ່ານເປັນຜູ້ນໍາທີ່ມີບົດບາດສໍາຄັນໃນຂົງເຂດການສຶກສາຂອງລາວ ທັງເປັນນັກກະວີ, ນັກອັກສອນສາດ, ນັກການເມືອງທີ່ດີເດັ່ນຂອງຊາດ ໃນພາລະກິດຕໍ່ສູ້ກູ້ຊາດ ແລະ ໄລຍະປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ພ້ອມນັ້ນ, ຍັງເປັນການສະແດງຄວາມເຄົາ ລົບຮັກ, ກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ທ່ານ ຕູ້ຢ່າ ໄຊຈູ ໃນພາລະກິດຕໍ່ສູ້ກູ້ຊາດ, ທ່ານ ຕູ້ຢ່າ ໄຊຈູ ເປັນວິລະຊົນແຫ່ງ ຊາດລາວ, ເປັນນາຍທະຫານຜູ້ມີໄຫວພິບ, ສະຫລາດສ່ອງ ໃສ ແລະ ວ່ອງໄວ, ທ່ານໄດ້ທຸ່ມເທສະຕິປັນຍາ ແລະ ເສຍສະລະເລືອດເນື້ອເຫື່ອໄຄເພື່ອປະເທດຊາດ, ເພື່ອປະຊາຊົນ, ເພື່ອການປະຕິວັດລາວ.

ກິລາເປຕັງ ຊຽງຂວາງເກມ ຈະໄດ້ຊິງໄຊ 11 ຫຼຽນຄຳ

0

ການແຂ່ງຂັນກິລາເປຕັງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງເກມ) ຈະໄດ້ມີການຊິງໄຊກັນທັງໝົດ 11 ຫຼຽນຄໍາ, 11 ຫຼຽນເງີນ ແລະ 22 ຫຼຽນທອງ ແລະ ເປີດການແຂ່ງຂັນຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວາ 2022 ຢູ່ສະໜາມກິລາສວນມອນ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ແລະ ຈະດໍາເນີນການແຂ່ງຂັນຈົນເຖິງທີ 22 ທັນວາ 2022 ຈຶ່ງຈະສໍາເລັດ.

ການແຂ່ງຂັນກິລາເປຕັງຊຽງຂວາງເກມຄັ້ງນີ້ ມີທັງໝົດ 21 ພາກສວ່ນເຂົ້າຮວ່ມແຂ່ງຂັນ ຄື: ນະຄອນຫຼວງວຽງຈັນ, ແຂວງຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມວ່ນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື, ໄຊສົມບູນ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງສາທາລະ ນະສຸກ; ໃນນີ້ ມີການແຂ່ງຂັນ 11 ລາຍການ ປະກອບມີ: ປະເພດດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ທີມຍິງ, ທີມຊາຍ, ຊຸດຕິງຍິງ, ຊຸດຕິງຊາຍ, ຄູ່ປະສົມ, ທີມປະສົມ ຊາຍ 2 ຍິງ 1 ແລະ ທີມປະສົມ ຊາຍ 1 ຍິງ 2.

ສໍາລັບ ກະຊວງປ້ອງກັນຄວາມສະຫງົບ ໄດ້ສົ່ງນັກກິລາເປຕັງເຂົ້າຮວ່ມແຂ່ງຂັນທັງໝົດ 8 ສະຫາຍ, ຍິງ 4 ສະຫາຍ ໃນ 9 ລາຍການແຂ່ງຂັນ ແລະ ຄາດໝາຍໃນຄັ້ງນີ້ ທັບນັກກິລາ ປກສ ຈະສູ້ຊົນຊິງໄຊໃຫ້ໄດ້ 2 ຫຼຽນຄໍາ.