Thursday, October 9, 2025
Home Blog Page 852

ຄຈສພ ຍ້ອງຍໍຜົນງານ 5 ປີ ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”

0

ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ວາງທິດທາງແຜນການ ປະຈຳປີ 2023, ຍ້ອງຍໍຜົນງງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຮອດປີ 2025 ຂຶ້ນເມື່ອບໍ່ດົນມານີ້ ທີ່ ຄຈສພ ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າ ຄຈສພ, ມີການນຳ ຄຈສພ, ມີພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄຈສພ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ທັງເປັນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄຈສພ ຄັ້ງທີ IX ແລະ ຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂົງເຂດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ຊຶ່ງໃນປີ 2022 ນີ້ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະແມ່ນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງຢູ່ບັນດາອົງຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ; ໄດ້ປັບປຸງ ແລະ ສ້າງນິຕິກໍາຈໍານວນໜຶ່ງ; ປັບປຸງພາລະບົດບາດ ແລະ ຫຼຸດກົງຈັກການຈັດຕັ້ງບາງຂະແໜງການ; ແຕ່ຄຽງຄູ່ກັນນັ້ນ ກໍຍັງມີຫຼາຍບັນຫາທີ່ບໍ່ທັນຕອບສະໜອງໄດ້ກັບການເລັ່ງທວງ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງຂອງພັກ-ລັດໃນເງື່ອນໄຂໃໝ່.

ກອງປະຊຸມຄັ້ງນີ້ໄດ້ທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ມີບັນຫາໃດແດ່ທີ່ບໍ່ທັນໄດ້ເຮັດ ຫຼືວ່າເຮັດບໍ່ທັນສໍາເລັດຕາມແຜນການກໍານົດໄວ້ ຫຼື ໄດ້ເຮັດແຕ່ບໍ່ທັນຄົບຖ້ວນເລິກເຊິ່ງ, ພ້ອມກັນຊອກຫາສາເຫດ ແລະ ປຶກສາຫາລື, ຊອກຫາວິທີການ, ມາດຕະການໃນການຈັດຕັ້ງປະຕິບັດໃນປີຕໍ່ໜ້າ, ແນໃສ່ປັບປຸງກົນໄກລະບົບການເຮັດວຽກ, ການນໍາພາ-ຊີ້ນໍາທີ່ແທດເໝາະກັບການປະຕິບັດວຽກງານຕົວຈິງໃຫ້ດີ ກວ່າເກົ່າ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມຢ່າງກົງໄປກົງມາແບບສ້າງສັນ.

ໃນຕອນບ່າຍຂອງວັນດຽວກັນ ໄດ້ມີພິທີຍ້ອງຍໍຜົນງານ 5 ປີ (2016-2020) ແລະ ເປີດຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ເພື່ອເປັນການຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ມີຄວາມບຸກບືນຫ້າວຫັນສືບຕໍ່ປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງຈົບງາມ. ຜ່ານຂະບວນດັ່ງກ່າວ ມີພະນັກງານ-ລັດຖະກອນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ຈຳນວນ 10 ທ່ານ ຍິງ 2 ທ່ານ, ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 32 ທ່ານ ຍິງ 6 ທ່ານ, ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 22 ທ່ານ ຍິງ 5 ທ່ານ, ຫຼຽນກາແຮງງານ ຈຳນວນ 52 ທ່ານ ຍິງ 21 ທ່ານ, ໃບຍ້ອງຍໍລັດຖະບານ ຈຳນວນ 41 ທ່ານ ຍິງ 21 ທ່ານ ແລະ ໃບຍ້ອງຍໍ ຄຈສພ ຈຳນວນ 21 ທ່ານ ຍິງ 7 ທ່ານ.

ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜູ້ທີ່ໄດ້ຮັບການຍ້ອງຍໍ ແລະ ຮຽກຮ້ອງໃຫ້ບັນດາສະຫາຍເຫຼົ່ານັ້ນ ຈົ່ງສືບຕໍ່ເອົາໃຈໃສ່ເປັນແບບຢ່າງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນຍິ່ງກວ່າເກົ່າ, ພ້ອມດຽວກັນ ຍັງຮຽກຮ້ອງໃຫ້ຄະນະພັກ, ຄະນະນຳ ຄຈສພ ຊຸກຍູ້-ຕິດຕາມກໍ່ສ້າງພະນັກງານທີ່ຍັງບໍ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ຢ່າງໃກ້ຊິດ ເພື່ອເຮັດໃຫ້ເຂົາເຈົ້າກາຍເປັນພະນັກງານທີ່ດີເດັ່ນໃນຕໍ່ໜ້າ ແລະ ເຮັດໃຫ້ຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ແຕ່ນີ້ຫາປີ 2025 ບັນລຸຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ: ຄຈສພ

ຮອງເຈົ້າແຂວງຜົ້ງສາລີ ເນັ້ນໃຫ້ຮັກສານ້ຳໃຈນັກກິລາ ສ້າງຜົນງານໃຫ້ບັນລຸເປົ້າໝາຍ ໃນ ຊຽງຂວາງ ເກມ

0

ທ່ານ ຄໍາເຫຼັກ ໃຈອີສານ ຮອງເຈົ້າແຂວງຜົ້ງສາລີ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາແຂວງຜົ້ງສາລີ ໄດ້ພົບປະໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາເປຕັງແຂວງຜົ້ງສາລີ ໃນວັນທີ 14 ທັນວາ 2022 ທີ່ສະໜາມກິລາເປຕັງບ້ານໂງຍ ເມືອງແປກ ແຂວງຊຽງຂວາງ ໂອກາດທີ່ເດີນທາງມາເຂົ້າຮ່ວມພິທີເປີດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ໂອກາດດັ່ງກ່າວ, ຄູຝຶກກິລາເປຕັງຍິງ-ຊາຍແຂວງຜົ້ງສາລີ ໄດ້ລາຍງານສະພາບກ່ຽວກັບການເຄື່ອນໄຫວຊິວິດປະຈໍາວັນພາຍໃນສູນ, ການຝຶກຊ້ອມກ່ອນລົງແຂ່ງຂັນ ແລະ ການແຂ່ງຂັນໃນສະໜາມຕົວຈິງ ຊຶ່ງມີທັງຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ແຕ່ໂດຍລວມແລ້ວຢູ່ພາຍໃນສູນມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ປອດໄພດີ. ພ້ອມນັ້ນ, ຄະນະຮັບຜິດຊອບຍັງໄດ້ລາຍງານໃຫ້ຮູ້ອີກວ່າ: ສໍາລັບກິລາເປຕັງທີ່ສົ່ງເຂົ້າແຂ່ງຂັນໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລວມມີ 8 ລາຍການຄື: ດ່ຽວຊາຍ-ຍິງ, ຄູ່ຊາຍ-ຍິງ, ຄູ່ຍິງ-ຊາຍ, ທີມປະສົມຊາຍ 2 ຍິງ 1, ທີມຊຸດຊາຍ ແລະ ຊຸດຕິ້ງຊາຍ. ໃນນັ້ນ, ໄດ້ແຂ່ງຂັນສໍາເລັດແລ້ວ 2 ລາຍການ ຄື: ດ່ຽວຊາຍ-ຍິງ ແລະ ກໍາລັງແຂ່ງຂັນຢູ່ 2 ລາຍການຄື: ຄູ່ຊາຍ-ຍິງ ແລະ 2 ລາຍການຄູ່ຊາຍ-ຍິງ ແມ່ນໄດ້ເຂົ້າຮອບ 8 ທີມທັງສອງແລ້ວ. ຊຶ່ງໃນວັນທີ 15 ທັນວາ 2022 ແມ່ນໄດເ້ແຂ່ງຂັນຮອບ 4 ທີມ ສ່ວນຜົນການແຂ່ງຂັນຈະເປັນແນວໃດນັ້ນຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ໂອກາດນີ້, ທ່ານ ຄໍາເຫຼັກ ໃຈອີສານ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາເປຕັງແຂວງຜົ້ງສາລີ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງຄະນະຮັບຜິດຊອບ, ຄະນະຄູຝຶກ ແລະ ນັກກິລາເປຕັງ ລວມທັງນັກກິລາປະເພດອື່ນໆ ທີ່ສາມາດຍາດໄດ້ຫຼຽນລາງວັນມາໃຫ້ກັບແຂວງຜົ້ງສາລີພວກເຮົາໃນຄັ້ງນີ້. ພ້ອມນັ້ນ, ທ່ານຍັງໄດ້ກ່າວອວຍພອນ ແລະ ໃຫ້ກຳລັງໃຈບັນດານັກກິລາທີ່ຈະສືບຕໍ່ແຂ່ງຂັນຈົ່ງຮັກສາສຸຂະພາບ, ຮັກສາຈັນຍາບັນ, ຮັກສານໍ້າໃຈນັກກິລາ ກໍຄືທາດແທ້ຄຸນສົມບັດ ນັບທັງໃນສະໜາມ ແລະ ນອກສະໜາມ, ແຂ່ງຂັນຢ່າງສຸດຄວາມສາມາດຕາມທີ່ໄດ້ຮັບການຝຶກຊ້ອມບວກກັບປະສົບການທີ່ມີ ເພື່ອເປັນການສ້າງກຽດສັກສີໃຫ້ກັບຕົນເອງ-ກົມກອງ, ສ້າງຜົນງານໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ນີ້ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

ຂ່າວໂດຍ: ຄໍາວອນ ສກຂ ຜົ້ງສາລີ (ສຶກສາ, ວິທະຍາສາດ ແລະ ກິລາ)

ປະທານສະຫະພັນມວຍແຂວງວຽງຈັນ ຫວັງເພີ່ມ 2 ຫຼຽນຄໍາ ເພື່ອບັນລຸເປົ້າໝາຍ ຊຽງຂວາງເກມ

0

ປະທານສະຫະພັນມວຍແຂວງວຽງຈັນ ຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້ 4 ຫຼຽນຄໍາ ການແຂ່ງຂັນກິລາມວຍ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ພາຍຫຼັງຍາດໄດ້ແລ້ວ 2 ຫຼຽນຄໍາ.

ທ່ານ ພັທ ຄໍາສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ປະທານສະຫະພັນມວຍແຂວງວຽງຈັນ ໃນການເຂົ້າຮ່ວມຊຽງຂວາງເກມ ໃຫ້ສໍາພາດວັນທີ 14 ທັນວາ 2022 ວ່າ: ແຂວງວຽງຈັນ ໄດ້ສົ່ງນັກກິລາເຂົ້າຮ່ວມງານຊຽງຂວາງ ເກມ ຈໍານວນ 14 ປະເພດກິລາ ໃນນີ້ກິລາມວຍໄດ້ສົ່ງເຂົ້າຮ່ວມ 5 ປະພດ ຄື: ມວຍປໍ້າ 12 ຮຸ່ນ, ປັນຈັກສີລັດ 4 ຮຸ່ນ, ຄາຣາເຕໂດ 2 ຮຸ່ນ, ຢູໂດ 7 ຮຸ່ນາ ແລະ ມວຍລາຍລາວ 11 ຮຸ່ນ ລວມນັກກິລາ 36 ຄົນ ຕັ້ງເປົ້າໝາຍໄວ້ທີ່ 4 ຫຼຽນຄໍາ. ຊຶ່ງຜ່ານການແຂ່ງຂັນມາຮອດປັດ ຈຸບັນສໍາເລັດແລ້ວ 3 ປະເພດ ຄື: ມວຍປ້ຳ, ປັນຈັກສີລັດ ແລະ ຄາຣາເຕໂດ ໃນນີ້, ນັກກິລາພວກເຮົາໄດ້ຮັບຜົນສໍາເລັດ 50% ແລ້ວ ຄືຍາດໄດ້ 2 ຫຼຽນຄໍາ ຈາກມວຍປໍ້າ ຮຸ່ນນໍ້າໜັກ 84 ກິໂລ ແລະ ປັນຈັກສີລັດ ຮຸ່ນນໍ້າໜັກ 45 ກິໂລ ນອກນີ້ຍັງຍາດໄດ້ 3 ຫຼຽນເງິນ ແລະ 9 ຫຼຽນທອງ.

ສໍາລັບແຜນຕໍ່ໜ້າ ພວກເຮົາຍັງຈະສືບຕໍ່ແຂ່ງຂັນມວຍ 2 ປະເພດທີ່ຍັງເຫຼືອ ຄື: ຢູໂດ 7 ຮຸ່ນ ແລະ ມວຍລາຍລາວ 11 ຮຸ່ນ ໃນນີ້ພວກເຮົາຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ຈາກມວຍລາຍລາວ (ລວມ 4 ຫຼຽນຄໍາ ຕາມຄາດໝາຍ) ໃນນາມຕາງໜ້າໃຫ້ນັກກິລາ ແລະ ສະຫະພັນມວຍແຂວງວຽງຈັນ ກໍຂໍເຊີນຊວນເຊີນປວງຊົນລາວທັງຊາດ ກໍຄືຊາວແຂວງວຽງຈັນ ຮ່ວມຊົມຮ່ວມເຊຍ ແລະ ໃຫ້ກໍາລັງໃຈນັກກິລາມວຍແຂວງວຽງຈັນ ສືບຕໍ່ແຂ່ງຂັນໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ສະຫະພັນມວຍແຂວງວຽງຈັນ ຕັ້ງເປົ້າ 4 ຫຼຽນຄຳ ປະຈຸບັນຍາດໄດ້ 2 ຫຼຽນຄໍາ

0

ປະທານສະຫະພັນມວຍແຂວງວຽງຈັນ ຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ເພື່ອໃຫ້ບັນລຸເປົ້າໝາຍທີ່ຕັ້ງໄວ້ 4 ຫຼຽນຄໍາ ການແຂ່ງຂັນກີລາມວຍໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 (ຊຽງຂວາງ ເກມ 2022) ພາຍຫຼັງຍາດໄດ້ແລ້ວ 2 ຫຼຽນຄໍາ.

ທ່ານ ຄໍາສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ປະທານສະຫະພັນມວຍແຂວງວຽງຈັນ ໃນການເຂົ້າຮ່ວມ ຊຽງຂວາງ ເກມ 2022 ໃຫ້ສໍາພາດວັນທີ 14 ທັນວາ 2022 ວ່າ: ແຂວງວຽງຈັນ ໄດ້ສົ່ງນັກກີລາເຂົ້າຮ່ວມງານຊຽງຂວາງ ເກມ 2022 ຈໍານວນ 14 ປະເພດກີລາ ໃນນີ້ກີລາມວຍໄດ້ສົ່ງເຂົ້າຮ່ວມ 5 ປະພດ ຄື: ມວຍປໍ້າ 12 ຮຸ່ນ ປັນຈັກສີລັດ 4 ຮຸ່ນ ຄາຣາເຕໂດ 2 ຮຸ່ນ ຢູໂດ 7 ຮຸ່ນ ມວຍລາຍລາວ 11 ຮຸ່ນ ລວມນັກກີລາ 36 ຄົນ ຕັ້ງເປົ້າໝາຍໄວ້ທີ່ 4 ຫຼຽນຄໍາ ເຊິ່ງຜ່ານການແຂ່ງຂັນມາຮອດປັດ ຈຸບັນສໍາເລັດແລ້ວ 3 ປະເພດ ຄື: ມວຍເປົ້າ ປັນຈາສີລັດ ຄາຣາເຕໂດ ໃນນີ້ນັກກີລາພວກເຮົາໄດ້ຮັບຜົນສໍາເລັດ 50% ແລ້ວ ຄືຍາດໄດ້ 2 ຫຼຽນຄໍາ ຈາກມວຍປໍ້າ ຮຸ່ນນໍ້າໜັກ 84 ກິໂລ ແລະປັນຈາສີລັດ ຮຸ່ນນໍ້າໜັກ 45 ກິໂລ ນອກນີ້ຍັງຍາດໄດ້ 3 ຫຼຽນເງິນ ແລະ 9 ຫຼຽນທອງ.

ສໍາລັບແຜນຕໍ່ໜ້າ ພວກເຮົາຍັງຈະສືບຕໍ່ແຂ່ງຂັນມວຍ 2 ປະເພດທີ່ຍັງເຫຼືອ ຄື: ຢູໂດ 7 ຮຸ່ນ ແລະ ມວຍລາຍລາວ 11 ຮຸ່ນ ໃນນີ້ພວກເຮົາຕັ້ງເປົ້າຍາດໃຫ້ໄດ້ເພີ່ມອີກ 2 ຫຼຽນຄໍາ ຈາກມວຍລາຍລາວ (ລວມ 4 ຫຼຽນຄໍາ ຕາມຄາດໝາຍ) ໃນນາມຕາງໜ້າໃຫ້ນັກກີລາ ແລະ ສະຫະພັນມວຍແຂວງວຽງຈັນ ກໍຂໍເຊີນຊວນເຊີນປວງຊົນລາວທັງຊາດ ກໍຄືຊາວແຂວງວຽງຈັນ ຮ່ວມຊົມຮ່ວມເຊຍ ແລະໃຫ້ກໍາລັງໃຈນັກກີລາມວຍແຂວງວຽງຈັນ ສືບຕໍ່ແຂ່ງຂັນໃຫ້ປະສົບຜົນສໍາເລັດຕາມເປົ້າໝາຍທີ່ຕັ້ງໄວ້.

ຂ່າວ: ບຸນນິກ ມະນີ-ເສດຖະກິດສັງຄົມ

ເປີດການແຂ່ງຂັນບານເຕະຍິງ ຊຽງຂວາງເກມ 2022

0

ກິລາບານເຕະຍິງ ໃນມະຫາກຳກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ 2022 ເລີ່ມແຂ່ງຂັນແລ້ວ ໃນວັນທີ 14 ທັນວາ 2022 ໂດຍມີ 4 ທີມເຂົ້າຮ່ວມແຂ່ງຂັນ ຄື: ແຂວງຊຽງຂວາງເຈົ້າພາບ, ນະຄອນຫລວງວຽງຈັນ (ນວ), ຫລວງພະບາງ ແລະ ແຂວງຈຳປາສັກ ເຊິ່ງແຂ່ງຂັນຢູ່ເດີ່ນກິລາໄຊຊະນະ ແລະ ເດີ່ນກິລາໄຫຫີນ ໃນວັນທີ 14, ວັນທີ 16, ວັນທີ 18 ແລະ ຮອບຊີງຊະນະເລີດ ໃນວັນທີ 20 ທັນວາ 2022.

ມື້ທຳອິດນະຄອນຫລວງວຽງຈັນ (ນວ) ຊະນະແຂວງຫລວງພະບາງ 1-0 ໄດ້ 3 ຄະແນນ. ຂະນະທີ່ແຂວງຊຽງຂວາງ ຊະນະ ແຂວງຈຳປາສັກ 3-1 ໄດ້ 3 ຄະແນນເຊັ່ນດຽວກັນ ສຳລັບຮູບແບບການແຂ່ງຂັນທຸກທີມແຂ່ງຂັນກັນໝົດເພື່ອເກັບຄະແນນ ແລະ ຈະເອົາທີມຄະແນນຫລາຍສຸດ ອັນດັບ 1 ແລະ 2 ເຂົ້າຊີງເອົາຫລຽນຄໍາ, ສ່ວນອັນດັບ 3 ຈະຕັດສິນຕາມຄະແນນທີ່ໄດ້ຈາກການແຂ່ງຂັນຄົບກັນທຸກທີມ.

ຕາຕະລາງແຂ່ງຂັນ, ວັນທີ 16 ທັນວາ 2022 ແຂວງຈຳປາສັກ ພົບ ນະຄອນຫລວງວຽງຈັນ, ແຂວງຫລວງພະບາງ ພົບ ແຂວງຊຽງຂວາງ ຢູ່ສະໜາມກິລາໄຊຊະນະ, ວັນທີ 18 ທັນວາ 2022 ແຂວງຊຽງຂວາງ ພົບ ນະຄອນຫລວງ ຢູ່ສະໜາມໄຊຊະນະ, ແຂວງຫລວງພະບາງ ພົບ ແຂວງຈຳປາສັກຢູ່ສະໜາມກິລາໄຫຫີນ ບ້ານຄັງໜອງຫລວງ. ສ່ວນຮອບຊີງຊະນະເລີດ ຈະແຂ່ງຂັນຢູ່ສະໜາມກິລາໄຊຊະນະ ໃນວັນທີ 20 ທັນວາ 2022.

ພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ

0

ພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງກຳມາທິການເສດ ຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງ ອຸດສາຫະກຳ ແລະ ການຄ້າຈັດຂຶ້ນໃນວັນທີ 14 ທັນວາ 2022 ທີ່ສະພາແຫ່ງຊາດ ຮ່ວມລົງນາມໃນສັນຍາຄັ້ງນີ້ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ລິນຄຳ ດວງສະຫວັນ ມີຄໍາເຫັນວ່າ: ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດກັບກະຊວງອຸດສາຫະກຳ ແລະ ການຄ້າ ເປັນບົດບັນທຶກສະບັບທໍາອິດທີ່ສະພາແຫ່ງຊາດ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ລົງນາມຮ່ວມກັນເປັນລາຍລັກອັກສອນ ເຖິງວ່າໄລຍະຜ່ານມາກຳມາທິການ ແລະ ກະຊວງໄດ້ມີການພົວພັນ, ປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ສິດມາໂດຍຕະຫຼອດ ໂດຍສະເພາະການຄົ້ນຄວ້າບັນຫາຕ່າງໆ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ, ສະໄໝວິສາມັນຂອງສະພາແຫ່ງຊາດ ແຕ່ຍັງບໍ່ມີນິຕິກໍາສະເພາະທີ່ເປັນບ່ອນອີງໃນການພົວພັນປະສານງານເຊິ່ງກັນ ແລະ ກັນ.

ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານສະບັບນີ້ ຍັງຈະເປັນເຄື່ອງມືໜຶ່ງ ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານ-ລັດຖະກອນຂອງກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ມີຄວາມໃກ້ສິດ, ສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນໃຫ້ຫລາຍຂຶ້ນກວ່າເກົ່າ.

ສະຫລຸບຫລຽນ ຊຽງຂວາງເກມສ໌ 2022 ປະຈຳວັນທີ 14/12/2022

0

ສະຫລຸບຫລຽນ ຊຽງຂວາງເກມສ໌ 2022 ປະຈຳວັນທີ 14/12/2022 ເວລາ 18:00 ເເຂ່ງຂັນ ແລະ ມອບຫລຽນສຳເລັດແລ້ວ 12 ປະເພດກິລາ

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ

0

ຕອນຄ່ຳວັນທີ 14 ທັນວາ 2022, ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດແຫ່ງ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ມົງໂກລີ ຄົບຮອບ 60 ປີ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ແລະ ທ່ານ ບຽມບາຊູເຣັນ ຈຳສຣັງ (Jamsran BYAMBASUREN), ເອກອັກຄະລັດຖະທູດ ແຫ່ງ ມົງໂກລີ ປະຈໍາ ສປປລາວ. ໃນງານດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມເປັນແຂກກິດຕິມະສັກ. ນອກຈາກນັ້ນ, ຍັງມີບັນດາຄະນະພັກ, ຄະນະນຳຈາກກະຊວງຕ່າງໆທີ່ກ່ຽວຂ້ອງ, ບັນດາທູຕານຸທູດ, ແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໃນພີທີອັນມີຄວາມໝາຍສຳຄັນນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ແລະ ທ່ານທູດ ບຽມບາຊູເຣັນ ຈຳສຣັງ ໄດ້ຂຶ້ນກ່າວຄຳເຫັນໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ-ມົງໂກລີ ຕະຫຼອດໄລຍະ 60 ປີ (12 ກັນຍາ 1962-12 ກັນຍາ 2022) ຜ່ານມາ, ເຊິ່ງການພົວພັນສອງຝ່າຍ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆມາ, ສະແດງອອກໃນການພົບປະ ແລກປ່ຽນການຢ້ຽມຢາມສອງຝ່າຍ ຢ່າງເປັນປົກກະຕິ ໃນຫຼາຍລະດັບ; ສອງຝ່າຍໄດ້ສ້າງຕັ້ງກົນໄກ ການຮ່ວມມືນໍາກັນ ໂດຍການດໍາເນີນກອງປະຊຸມຄະນະກໍາມາທິການຮ່ວມມື ດ້ານເສດຖະກິດ, ການຄ້າ, ວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງຖືເປັນກົນໄກການຮ່ວມມືທີ່ສໍາຄັນ ເພື່ອພ້ອມກັນຊຸກຍູ້, ທົບທວນຄືນຫມາກຜົນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຕົກລົງເປັນເອກະພາບກັນ ແລະ ພ້ອມກັນກໍານົດທິດທາງໃນຕໍ່ຫນ້າ ເພື່ອແນ່ໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ໃນຕໍ່ໜ້າໃຫ້ເກີດດອກອອກຜົນ ແລະ ເປັນຮູບປະທໍາໃນແຕ່ລະໄລຍະ.ນອກຈາກນັ້ນ, ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສັນຍາລັກແຫ່ງມິດຕະພາບ ຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ໂຄງການຮ່ວມມືກໍ່ສ້າງໂຮງໝໍມິດຕະພາບ ລາວ-ມົງໂກລີ ແລະ ນິຄົມລ້ຽງແກະ ຢູ່ແຂວງຊຽງຂວາງ ໃນຊຸມປີ 80 ລວມທັງການສົ່ງຊ່ຽວຊານແພດໝໍມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ; ລັດຖະບານມົງໂກລີຍັງໄດ້ມອບແກະເປັນຂອງຂວັນໃຫ້ແກ່ ລັດຖະບານລາວ ຈໍານວນ 1050 ໂຕ ໂດຍນໍາໄປລ້ຽງຢູ່ ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ ເເລະ ຈໍາປາສັກ; ດ້ານການສຶກສາ, ສອງຝ່າຍ ໄດ້ສືບຕໍ່ແລກປ່ຽນນັກສຶກສາຮ່ວມກັນຢ່າງເປັນປົກກະຕິ, ເຊິ່ງຝ່າຍລາວ ໄດ້ສົ່ງນັກສຶກສາໄປຮຽນຕໍ່ຢູ່ ມົງໂກລີ ແລະ ຍັງໄດ້ຮັບເອົານັກສຶກສາຈາກ ມົງໂກລີ ມາສຶກສາຕໍ່ຢູ່ ສປປ ລາວ ນຳອີກ, ເຊິ່ງທັງໝົດນີ້ ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.

ໃນໂອກາດດຽວກັນນີ້, ສອງຝ່າຍ ກໍ່ໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງແລະຮັດແໜ້ນສາຍພົວພັນຮ່ວມມືອັນດີຂອງສອງຝ່າຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ ໂດຍສະເພາະ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ,ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ອື່ນໆ ໃຫ້ຫຼາຍຂຶ້ນກວ່າເກົ່າ,ຊຸກຍູ້ບັນດາຂະແໜງການກ່ຽວຂ້ອງສອງຝ່າຍ ໂດຍນຳໃຊ້ທ່າແຮງທີ່ມີຮ່ວມກັນ ເພື່ອສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ການຮ່ວມມືໂດຍສະເພາະ ຂອດການເຊື່ອມຈອດດ້ານການຂົນສົ່ງສິນຄ້າທາງບົກ ໂດຍແນ່ໃສ່ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເພື່ອສາມາດເຊື່ອມຕໍ່ໄປຍັງ ມົງໂກລີ ໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງລັດຖະບານ ແລະ ປະຊາຊົນມົງໂກລີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດມາ, ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ-ມົງໂກລີ ຈົ່ງໝັ້ນຄົງຂະໜົງແກ່ນ ຕະຫຼອດໄປ. ພິທີສະເຫລີມສະຫລອງໃນຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

ຈີນ ຜະລິດແກັສລາຍວັນບັນລຸ 100 ລ້ານແມັດກ້ອນ

0

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ວັນທີ 13 ທັນວາ ບໍລິສັດ ປິໂຕຣໄຊນ່າ ສາງຊິ່ງ ອອຍຟີລດ (PetroChina Changqing Oilfield), ຜູ້ດຳເນີນງານ ແຫລ່ງອາຍແກັສ ຊູຫລີ່ເກີ໋ ສັງກັດ ປິໂຕຣໄຊນ່າ ເປັນຜູ້ຜະລິດນໍ້າມັນ ແລະ ອາຍແກັສ ຂະໜາດໃຫຍ່ ທີ່ສຸດ ຂອງ ຈີນ ເປີດເຜີຍວ່າ: ຜົນຜະລິດລາຍວັນ ຂອງແຫລ່ງອາຍແກັສ ຊູຫລີ່ເກີ໋ ສາມາດບັນລຸເຖິງ 100 ລ້ານແມັດກ້ອນ, ຊຶນີ້ຖືເປັນປະຫວັດການ ແລະ ກວມເອົາປະມານ 1 ໃນ 8 ຂອງປະລິມານການຜະລິດອາຍແກັສລາຍວັນທັງໝົດ ຂອງ ປະເທດ. ແຫລ່ງແກັສຊູຫລີ່ເກີ໋ ໄດ້ຕັ້ງຢູ່ເມືອງເອີ້ເອີຣຕົວຊື ເຂດປົກຄອງຕົນເອງ ມົງໂກເລຍໃນທາງພາກເໜືອ ຂອງ ຈີນ, ໂດຍມີຜົນຜະລິດອາຍແກັສສະສົມ 3 ແສນລ້ານແມັດກ້ອນ, ຈາກຂໍ້ມູນການປ່ຽນແປງຄ່າຄວາມຮ້ອນ ກວດພົບວ່າ ປະລິມານຜົນຜະລິດໃນເບື້ອງຕົ້ນສາມາດທົດແທນຖ່ານຫີນ 360 ລ້ານໂຕນ.

ເຕະບານຊາຍ ຊຽງຂວາງເກມ ໄດ້ 4 ທີມເຂົ້າຮອບ 8 ທີມສຸດທ້າຍແລ້ວ

0

ເຕະບານຊາຍຊຽງຂວາງເກມ ມາຮອດວັນທີ 14 ທັນວາ ໄດ້ທີມແຂງແກ່ນເຂົ້າຮອບ 8 ທີມສຸດທ້າຍແລ້ວ ໂດຍສະເພາະສາຍ ຂ ທີ່ແຂ່ງຂັນນັດສຸດທ້າຍ ຊຶ່ງແຂວງເຊກອງ ຜົນງານດີຕໍ່ເນື່ອງ ຊະນະກະຊວງສາທາລະນະສຸກ 3-1 ຂະນະທີ່ແຂວງຊຽງຂວາງ ເຈົ້າພາບສະເໝີແຂວງບໍ່ແກ້ວ 0-0.

ຈາກຜົນນັດສຸດທ້າຍຂອງສາຍ ຂ, ແຂວງເຊກອງ ແລະ ຊຽງຂວາງ ເຈົ້າພາບເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ. ສ່ວນ ສາຍ ກ ນັດສຸດທ້າຍ, ແຂວງວຽງຈັນ ສະເໝີກະຊວງປ້ອງກັນປະເທດ (ກອງທັບ) 4-4 ແລະ ນະຄອນຫລວງວຽງຈັນ ສະເໝີແຂວງໄຊຍະບູລີ 0-0 ໂດຍສາຍນີ້ແຂວງວຽງຈັນ ແລະ ນະຄອນຫລວງ ເຂົ້າຮອບ 8 ທີມສຸດທ້າຍ.

ສຳລັບ ວັນທີ 15 ທັນວາ ຈະແຂ່ງຂັນ 4 ຄູ່ ເປັນນັດສຸດທ້າຍຂອງ ສາຍ ຄ ແລະ ສາຍ ງ ໂດຍສາຍ ຄ ແຂວງຄຳມ່ວນ ພົບ ອັດຕະປື ຢູ່ສະໜາມໄຊຊະນະ ແລະ ແຂວງຈຳປາສັກ ພົບບໍລິຄຳໄຊ ຢູ່ສະໜາມໄຫຫີນແຂ່ງພ້ອມກັນ ເວລາ 13:00 ໂມງ. ສາຍ ງ ສາລະວັນ ພົບ ຫົວພັນ ຢູ່ສະໜາມໄຊຊະນະ ແລະ ຫລວງພະບາງ ພົບສະຫວັນນະເຂດຢູ່ສະໜາມໄຫຫີນ ແຂ່ງພ້ອມກັນ ເວລາ 15:15 ໂມງ. ສໍາລັບຮອບ 8 ທີມສຸດທ້າຍຈະແຂ່ງຂັນໃນວັນທີ 17 ທັນວາ