Thursday, October 9, 2025
Home Blog Page 851

ຄະນະກຳມະການແນວໂຮມແຫ່ງຊາດ ແຂວງດຽນບຽນ ເຮັດວຽກ ຢູ່ແຂວງອຸດົມໄຊ

0

ແຫລ່ງຂ່າວຈາກແຂວງອຸດົມໄຊ ໃຫ້ຮູ້ວ່າ: ຄະນະກຳມະການແນວໂຮມແຫ່ງຊາດ ແຂວງ ດຽນບຽນ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ສປປ ລາວ ເຊິ່ງນຳໂດຍ ສະຫາຍ ຟາມ ຫວຽດ ຢຸງ ກຳມະການປະຈຳພັກແຂວງ, ຮອງປະທານແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນຕອນບ່າຍວັນທີ 14 ທັນວາ 2022 ໂດຍມີ ສະຫາຍ ວັນນາ ແກ້ວສັນຕິ ກຳມະການປະຈຳພັກແຂວງ, ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມຄະນະ ໃຫ້ການຕ້ອນຮັບ. ຈາກນັ້ນ, ຄະ ນະຜູ້ແທນສອງຝ່າຍ ໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີສາມັກຄີສູ້ຮົບລາວ-ຫວຽດ ເພື່ອສະແດງຄວາມຮູ້ບຸນຄຸນ ແລະ ລະນຶກດວງວິນຍານຂອງນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດເພື່ອປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ.

ວັນທີ 15 ທັນວາ 2022, ຄະນະກຳມະການແນວໂຮມແຫ່ງຊາດ ແຂວງດຽນບຽນ ກໍໄດ້ເຂົ້າພົບປະ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດ ແຂວງອຸດົມໄຊ ສະຫາຍໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ຂອງຄະນະຜູ້ແທນແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເຊິ່ງເປັນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງພັກ ສອງລັດ ໂດຍສະເພາະ ແມ່ນແຂວງອຸດົມໄຊ ກັບ ແຂວງດຽນບຽນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຈາກນັ້ນ ຄະນະກຳມະການແນວໂຮມແຫ່ງຊາດ ຫວຽດນາມ ແຂວງດຽນບຽນ ແລະ ຄະນະກຳມະການແນວລາວສ້າງຊາດ ແຂວງອຸດົມໄຊ ກໍໄດ້ເຂົ້າພົບປະແລກປ່ຽນບົດຮຽນຮ່ວມກັນ ເພື່ອສືບຕໍ່ການພົວພັນຮ່ວມມືໃນຕໍ່ໜ້າ ແຕ່ປີ 2022-2024 ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳຮ່ວມກັນ ໂດຍຈະສຶບຕໍ່ເພີ່ມທະວີໂຄສະນາສຶກສາອົບຮົມກ່ຽວກັບມູນເຊື້ອການປະຕິວັດ, ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ໂດຍສະເພາະລະຫວ່າງ ແຂວງອຸດົມໄຊ-ດຽນບຽນ; ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື, ແລກ ປ່ຽນຂໍ້ມູນ, ບົດຮຽນໃນການເຄື່ອນໄຫວວຽກງານແນວ ເພື່ອຍົກສູງພາລະບົດບາດ, ຄວາມຮັບຜິດຊອບໃນການນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງວຽກງານແນວສອງແຂວງ ແລະ ພະນັກງານ-ລັດຖະກອນ ຂອງແຕ່ລະຝ່າຍ, ເຫັນດີເປັນເອກະພາບ ສືບຕໍ່ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ແນວສອງແຂວງ, ສອງປີຕໍ່ຄັ້ງ ຕາມຮູບແບບ ແລະ ພັດປ່ຽນກັນເປັນເຈົ້າພາບ.

ຂ່າວ: ໄມພອນ

ກະຊວງການເງິນ ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນ ພັກຮັບອຸດໜູນບຳນານ

0

ໃນວັນທີ 15 ທັນວາ 2022 ນີ້, ກະຊວງການເງິນ ໄດ້ຈັດພິທີປະກາດປະຕິບັດນະໂຍບາຍຕໍ່ ພະນັກງານ-ລັດຖະກອນ ຂອງບັນດາກົມອ້ອມຂ້າງກະຊວງການເງິນ ຈໍານວນ 11 ທ່ານ ພັກຮັບອຸດໜູນບຳນານ, ນັບແຕ່ງວດ I ປະຈຳປີ 2023 ເປັນຕົ້ນໄປ. ໃຫ້ກຽດເປັນປະທານ ຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານກົງຄຳ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ພັກການຮັບອຸດໜູນບຳນານຈໍານວນ 11 ທ່ານຂອງບັນດາກົມອ້ອມຂ້າງກະຊວງ ຕາມທີ່ລັດຖະມົນຕີກະຊວງການເງິນ ຕົກລົງເຫັນດີອະນຸມັດໃຫ້ ຄື: ທ່ານ ທຸມ ຄໍາພານິດ ຫົວໜ້າກົມຂອງກະຊວງການເງິນ; ທ່ານ ນາງ ຄອນມະນີ ພິມມະສັກ ຮອງຫົວໜ້າຄັງເງິນແຫ່ງຊາດ; ທ່ານ ນາງ ແກ້ວພູທອນ ອິນທະວົງ ຫົວໜ້າພະແນກຫ້ອງການກະຊວງ; ທ່ານ ນາງ ໄລວັນ ຮອງຫົວໜ້າພະແນກກົມງົບປະມານແຫ່ງລັດ; ທ່ານ ສຸກັນ ພະນະຄອນ ຮອງຫົວໜ້າພະແນກ ກົມພາສີ; ທ່ານ ສຸກສະໄໝ ແກ້ວອ່ອນສີ ຮອງຫົວໜ້າພະແນກ ກົມສ່ວຍສາອາກອນ; ທ່ານ ອະນຸລັກ ແກ້ວຈັນເພັງ ຮອງຫົວໜ້າພະແນກ ກົມສ່ວຍສາອາກອນ; ທ່ານ ໂອລົດ ບຸດຍະສານ ວິຊາການ, ທ່ານ ຖາວອນ ຄຳປະເສີດ ວິຊາການ ແລະ ທ່ານ ນາງ ພູຂັນ ພົມພິທັກ ວິຊາການ ກົມສ່ວຍສາອາກອນ; ທ່ານ ນາງ ສີສະໝອນ ວິຊາການ ຄັງເງິນແຫ່ງຊາດ ກະຊວງການເງິນ ເຂົ້າຮັບອຸດໜູນບຳນານ ນັບແຕ່ງວດ I ປະຈຳປີ 2023.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນໂອ້ລົມ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອຸດໜູນບຳນານໃນຄັ້ງນີ້, ຜ່ານມາໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ, ຜ່ານຜ່າຄວາມຫຍຸ້ງຍາກ ຢູ່ໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະ ແມ່ນການປະຕິບັດຕາມສິດ ແລະ ໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້ໃນແຕ່ລະໄລຍະຈົນສຳເລັດຜົນຢ່າງຈົບງງາມ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງກະຊວງການເງິນ, ເມື່ອຮອດເວລາແລ້ວກໍຕ້ອງໄດ້ພັກຜ່ອນຮັກສາສຸຂະພາບຢູ່ນຳຄອບຄົວໃຫ້ມີຄວາມສຸກກາຍສຸກໃຈຕະຫລອດໄປ.

ເປີດການແຂ່ງຂັນເຕັນນິສ ຊຽງຂວາງເກມ

0

ການແຂ່ງຂັນກິລາເທັນນິສ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວາ 2022 ທີ່ສະໜາມກິລາເຕັນນິສ ໄຊຊະນະ ບານໂພນມີໄຊ ເມືອງແປກ.

ກິລາ ເຕັນນິສ ມີຊີງໄຊທັງໝົດ 7 ຫຼຽນຄໍາ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 39 ຄົນ, ຍິງ 18 ຄົນ ມາຈາກ 5 ພາກສ່ວນ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຊຽງຂວາງເຈົ້າພາບ.

ການແຂ່ງຂັນຈະດຳເນີນໄປຮອດວັນທີ 15 ໄປຈົນຮອດ ວັນທີ 19 ທັນວາ 2022 ຈິ່ງຈະສໍາເລັດ.

ເປີດນຳໃຊ້ເສັ້ນທາງ ໂຄງການປັບປຸງເສັ້ນທາງປູຢາງ 2 ຊັ້ນເທດສະບານໂພນສະຫວັນ

0

ພິທີເປີດນຳໃຊ້ເສັ້ນທາງໂຄງການປັບປຸງ, ຍົກລະດັບເສັນທາງປູຢາງ 2 ຊັ້ນ ເສັ້ນທາງສາຍຫຼັກເທດສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 12 ທັນວາ 2022 ຢູ່ເສັ້ນທາງຕໍ່ໜ້າຫ້ອງວ່າການປົກຄອງແຂວງຊຽງຂວາງ ໂດຍການເຂົ້າຮ່ວມຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ.

ໂຄງການປັບປຸງ, ຍົກລະດັບເສັ້ນທາງປູຢາງ 2 ຊັ້ນ ເສັ້ນທາງດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 2 ພະຈິກ 2022 ມາເຖິງວັນທີ 29 ພະຈິກ 2022 ແມ່ນປະຕິບັດສໍາເລັດ 63,68%; ຍັງຄ້າງ 36,32% ຢູ່ໃນໄລຍະການແຂ່ງຂັນງານມະຫະກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ.

ກອງປະຊຸມໄດ້ຄົ້ນຄວ້າຮ່ວມກັບຜູ້ຮັບເໝົາ ຄັ້ງວັນທີ 30 ພະຈິກ 2022 ແມ່ນເຫັນດີໃຫ້ຢຸດຊົ່ວ ຄາວກ່ອນ, ພາຍຫຼັງສໍາເລັດການແຂ່ງຂັນງານມະຫະກໍາກິລາແຫ່ງຊາດຄັ້ງທີ 11 ແລ້ວ ທບໍລິສັດຈະສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດ ໂດຍມີບັນດາໜ້າວຽກຄື: ສີດຢາງຊັ້ນ 2, ປັບປຸງທາງຂຶ້ນໂຮງແຮມຊຽງຂວາງວີວ, ສີດຢາງກັນຊຶມ, ເຮັດຝາປິດຂຸມລະບາຍນໍ້າຄືນໃໝ່, ແຕ້ມເສັ້ນ ແລະ ທາສີຂອບທາງ ໂດຍແມ່ນບໍລິສັດ 20 ມັງກອນພັດທະນາ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 3 ລ້ານໂດລາ, ມີຄວາມຍາວ 20 ກິໂລແມັດ, ໄດ້ຮັບທຶນຊ່ວຍເຫຼືອລ້າຈາກບໍລິສັດ ຄຸນໝິງເຈີ່ນຊຽນບໍ່ແຮ່ຈໍາກັດ ແລະ ບໍລິສັດ ລາວຮົວເຢ ວິສາວະກຳກໍ່ສ້າງບໍ່ແຮ່ຈຳກັດ ເພື່ອເປັນການຍົກລະດັບ, ປັບປຸງເສັ້ນທາງສາຍຫຼັກຂອງເທດສະບານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໃຫ້ມີຄວາມສະດວກ ແລະ ໄດ້ມາດຕະຖານເຕັກນິກໃນການກໍ່ສ້າງ

ເປີດການແຂ່ງຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດຄັ້ງທີ່ XI ທີ່ແຂວງຊຽງຂວາງ

0

ໃນຕອນເຊົ້າຂອງວັນທີ 14 ທັນວາ 2022, ຢູ່ທີ່ສະໜາມກິລາໄຫຫີນ ແຂວງຊຽງຂວາງ ໄດ້ຈັດໃ“ພິທີເປີດການແຂ່ງ ຂັນກິລາໝາກຂ່າງໃນງານມະຫະກຳກິລາແຫ່ງຊາດຄັ້ງທີ່ XI ແຂວງຊຽງຂວາງ ຂຶ້ນຢ່າງເປັນທາງການ.

ການແຂ່ງຂັນກິລາໝາກຂ່າງ ເລີ່ມແຕ່ວັນທີ 14 – 20 ທັນວາ 2022 ໂດຍມີຊິງຫຼຽນທັງໝົດ 27 ຫຼຽນ ໃນນີ້, ມີ 9 ຫຼຽນຄຳ, 9 ຫຼຽນເງິນ ແລະ 9 ຫຼຽນທອງ, ມີ 10 ແຂວງເຂົ້າຮ່ວມຄື: ແຂວງຜົ້ງສາລີ, ແຂວງຫຼວງນໍ້າ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫົວພັນ, ແຂວງໄຊສົມບູນ, ແຂວງຈຳປາສັກ, ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງເຈົ້າພາບ, ມີນັກກິລາທັງໝົດ 100 ກ່ວາຄົນ.

ນາງ ກັນຕະນາ ໄດ້ 2 ຫຼຽນຄຳ ຍິງປືນ ດ່ຽວຍິງ ແລະ ທີມຍິງ ໃນຊຽງຂວາງເກມ

0

ນາງ ກັນຕະນາ ໄຊຍະລາດ ນັກກິລາຍິງ ປືນນ້ອງໃໝ່ຂອງນັກກິລາຍິງປືນ ນະຄອນຫຼວງວຽງຈັນ ໄດ້ 2 ຫຼຽນຄຳ ເປັນຜົນງານຄັ້ງທຳອິດ ໃຫ້ກັບຕົນເອງ ແລະ ນະຄອນຫຼວງວຽງຈັນ ໃນການແຂ່ງຂັນປືນສັ້ນແກັບກາງ ໄລຍະ 15 ແມັດ ດ່ຽວຍິງ-ທີມຍິງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ຈັດຂຶ້ນລະຫວ່າງວັນທີ 14-16 ທັນວາ 2022 ທີ່ໂຮງຮຽນປ້ອງກັນຄວາມສະຫງົບ ຫຼື ປກສ ຊັ້ນຕົ້ນ ເລກ 03 ເມືອງແປກ ແຂວງຊຽງຂວາງ.

ຜ່ານການແຂ່ງຂັນຜົນປະກົດວ່າ: ປະເພດຍິງປືນສັ້ນແກັບກາງ 2 ຫຼຽນຄຳ ທັງດ່ຽວຍິງ ແລະ ທີມຍິງ ຕົກເປັນຂອງນັກກິລາຈາກນະຄອນຫຼວງວຽງຈັນ ກໍຄື ປະເພດດ່ຽວຍິງເປັນຂອງ ນາງ ກັນຕະນາ ໄຊຍະລາດ ນັກກິລາຍິງປືນນ້ອງໃໝ່ ທີ່ສາມາດເອົາຊະນະ ນາງ ໄພວອນ ວົງພະຈັນ ນັກກິລາຈາກກະຊວງປ້ອງກັນຄວາມສະຫງົບ 289-284 ຄະແນນ ໄດ້ຫຼຽນຄຳ ໄປຄອງ ສ່ວນ ນາງ ໄພວອນ ວົງພະຈັນ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງຮ່ວມ ເປັນຂອງ ນາງ ວຽງສະຫວັນ ພົມມະກອງ ຈາກ ປກສ ແລະ ນາງ ມະນີບົດ ວົງໄຊ ຈາກ ນະຄອນຫຼວງວຽງຈັນ.

ຂະນະທີ່ ປະເພດທີມຍິງ ຫຼຽນຄຳ ເປັນຂອງນະຄອນຫຼວງວຽງຈັນ ນາງ ກົງຄຳ ບົວແສງພະຈັນ, ນາງ ມະນີບົດ ວົງໄຊ ແລະ ນາງ ກັນຕະນາ ໄຊຍະລາດ ຊ່ວຍກັນຍິງເປົ້າໄດ້ຢ່າງແມ້ນຍຳໄລ່ເອົາຊະນະ ນາງ ວຽງສະຫວັນ ພົມມະກອງ, ນາງ ແປັກ ບົວລີພອນ ແລະ ນາງ ມະນີວອນ ວົງໄຊ ຈາກກະຊວງປ້ອງກັນຄວາມສະຫງົບ 852-843 ຄະແນນ ໄດ້ຫຼຽນຄຳ ເປັນຫຼຽນທີ 4 ໃນປະເພດກິລາຍິງປືນແກັບກາງ ໄລຍະ 15 ແມັດທີມຍິງ.

Cr: ສົງການ

ລົດຖີບ ຊຽງຂວາງເກມ ມີການຊີງໄຊ 12 ຫຼຽນຄຳ

0

ການແຂ່ງຂັນລົດຖີບໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ຈັດຂຶ້ນລະຫວ່າງ 15-20 ທັນວາ 2022 ທີ່ອ່າງນໍ້າຫງຳ ເມືອງແປກ ແຂວງຊຽງຂວາງ ຊື່ງມີການຊີງໄຊທັງໝົດ 12 ຫຼຽນຄຳ, 12 ຫຼຽນເງິນ ແລະ 12 ຫຼຽນທອງ ມີນັກກິລາ ຈຳນວນ 48 ຄົນ, ຍິງ 9 ຄົນ ຈາກ 1 ກະຊວງ, 1 ນະຄອນຫຼວງ ແລະ 7 ແຂວງ.

ການແຂ່ງຂັນດັ່ງກ່າວ ມີນັກກິລາທັງໝົດ 48 ຄົນ ຍິງ 9 ຄົນ ຈາກກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ ແລະ 7 ແຂວງ ມີການຊິງໄຊທັງໝົດ 12 ຫຼຽນຄຳ.

ເລີ່ມແຂ່ງຂັນກິລາກ໋ອຟ ໃນຊຽງຂວາງເກມ 2022

0

ການແຂ່ງຂັນກິລາກ໋ອຟ ໃນງານມະຫາກິກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ເລີ່ມຂຶ້ນໃນວັນທີ 15 ທັນວາ ແລະ ຈະດໍາເນີນໄປຈົນຮອດ ວັນທີ 17 ທັນວານີ້ ຢູ່ສະໜາມກ໋ອຟພູກູດທອງຄຳ ເມືອງແປກ, ແຂວງຊຽງຂວາງ ໂດຍໄດ້ແບ່ງອອກເປັນ 2 ປະເພດ ຄື: ປະເພດດ່ຽວ ແລະ ປະເພດທີມ ແລະ ຈະຊີງໄຊທັງໝົດ 10 ຫລຽນຄຳ, 10 ຫລຽນເງິນ ແລະ 10 ຫລຽນທອງ.

ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 74 ຄົນຈາກ 14 ແຂວງ, 1 ນະຄອນຫລວງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ເຂົ້າຮ່ວມແບ່ງອອກ ເປັນ 18 ກຸ່ມໆ ລະ 4 ຄົນ ແລະ ແຂ່ງຂັນມື້ລະ 18 ຂຸມ. ສຳລັບ ຜົນການແຂ່ງຂັນຈະໄດ້ສະຫລຸບໃນມື້ສຸດທ້າຍຂອງການແຂ່ງຂັນ (ຮອບຊິງສະນະເລີດ) ແລະ ການມອບຫລຽນໃຫ້ຜູ້ຊະນະເລີດຈະຈັດຂຶ້ນໃນຕອນແລງວັນທີ 17 ທັນວານີ້ ຢູ່ສະໜາມກ໋ອຟພູກູດທອງຄຳ.

ຫົວໜ້າກົມທະຫານຊາຍແດນ ເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງຊາຍແດນ ທີ່ກອງບັນຊາການທະຫານແຂວງສະຫວັນນະເຂດ

0

ໃນຕອນເຊົ້າຂອງວັນທີ 12 ທັນວາ 2022 ນີ້ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຄະນະພັກອົງການ ກົມໃຫຍ່ເສນາທິການກອງທັບ ຫົວໜ້າກົມຊາຍແດນ ພ້ອມດ້ວຍພະນັກງານວິຊາການ ໄດ້ລົງເຄື່ອນໄຫວຊຸກຫຍູ້ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊາຍແດນ ແລະ ບັນດາເກາະດອນຕ່າງໆຕາມແມ່ນໍ້າຂອງ ທີ່ຂື້ນກັບ ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໃນເບື້ອງຕົ້ນສະຫາຍໄດ້ເຂົ້າຮ່ວມຮັບຟັງການລາຍງານສະພາບທີ່ພົ້ນເດັ່ນລຽບຕາມຊາຍແດນໃນໄລຍະຜ່ານມາ ທີ່ຫ້ອງປະຊຸມເຮືອນຮັບຕ້ອນ ກອງບັນຊາການທະຫານແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ຄໍາຜົງ ພັດທະນາ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ,ມີສະຫາຍ ພັນໂທ ແກ້ວ ຄໍາບຸນເລີຍ ຮອງຫົວໜ້າຫ້ອງເສນາທິການ ຜູ້ຊີ້ນໍາວຽກງານຊາຍແດນ ແລະ ຫົວໜ້າພະແນກຊາຍແດນ ຕະຫຼອດຮອດພະນັກງານວິຊາການ ຂອງພະແນກຊາຍ ແດນກອງບັນຊາການທະຫານແຂວງເຂົ້າຮ່ວມ.

ໃນການລາຍງານ ສະຫາຍ ພັນໂທ ບຸນໃສ ແກ້ວພິຈິດ ຫົວໜ້າພະແນກຊາຍແດນ ກອງບັນຊາການທະຫານແຂວງໄດ້ຍົກໃຫ້ເຫັນທີ່ຕັ້ງ,ຈຸດພິເສດ,ພາລະບົດບາດ ແລະ ບັນດາສະພາບການຕ່າງໆທີ່ເກີດຂື້ນຢູ່ຕາມຊາຍແດນ, ໄດ້ຈັດຕັ້ງກໍາລັງຮັບຜິດຊອບ ຈໍານວນ 8 ກອງຮ້ອຍ ໂດຍແບ່ງຄວາມຮັບຜິດຊອບເປັນ2ທິດຄື: ທິດຕາເວັນອອກ ແລະ ທິດຕາເວັນຕົກ,ສ່ວນທິດຕາເວັນອອກຕິດກັບຫວຽດນາມ ໄດ້ຈັດຕັ້ງກໍາລັງ3ກອງຮ້ອຍຮັບຜິດຊອບ ແລະ ທິດຕາເວັກຕົກ ຕິດກັບລາຊາອານາຈັກໄທ ໄດ້ຈັດຕັ້ງກໍາລັງ5ກອງຮ້ອຍຮັບຜິດຊອບ ແລະ ມີການປ້ອງກັນເວນຍາມ ພ້ອມທັງສາລະເວຢ່າງເປັນປົກກະຕິ ແລະ ຕະຫຼອດ24ຊົ່ວໂມງ ເພື່ອເຮັດໃຫ້ສະພາບການຢູ່ຕາມຊາຍແດນມີຄວາມສະຫງົບປອດໄພ ໃນໄລຍະຜ່ານມາ ສະພາບການຂອງກຸ່ມຄົນບໍ່ດີບໍລິເວນຊາຍແດນ ເຫັນວ່າຍັງມີການເຄື່ອນໄຫວຢູ່ບາງພື້ນທີ່ເປັນປະຈໍາ ໂດຍສະເພາແມ່ນການລັກລອບຄ້າຂາຍເຖື່ອນ,ສໍາຄັນແມ່ນການລັກລອບຄ້າຂາຍຢາເສບຕິດ,ລົດເຖື່ອນ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ໃນນີ້ສາມາດຢຶດໄມ້ຂະຍຸງໄດ້1ຄັ້ງ ເທົ່າກັບ4,768ກິໂລ,ຢຶດຢາໄອສໄດ້1ຄັ້ງ ເທົ່າກັບ60ກຼາມ,ຢຶດຢາບ້າໄດ້5ຄັ້ງເທົ່າກັບ3.448.000ເມັດ,ຢຶດໃບກະທ້ອມໄດ້ 137ກິໂລ,ຢຶດລົດຈັກໄດ້4ຄັ້ງ ເທົ່າກັບ5ຄັນ,ຢຶດລົດໃຫຍ່ໄດ້1ຄັ້ງ ເທົ່າກັບ1ຄັນ,ຢຶດປືນຍາວ ຈໍານວນ1ກະບອກ,ຢຶດເຮືອໄດ້7ຄັ້ງ ຈໍານວນ8ລໍາ ພ້ອມເຄື່ອງຈັກ7ເຄື່ອງ,ກັກຄົນໄດ້111ຄົນ,ຍິງ43ຄົນ,ກັກຄົນລາວຄະດີຢາເສບຕິດຈໍານວນ8ຄົນ,ຄະດີລົດເຖື່ອນ1ຄົນ,ຄະດີນໍາຄົນເຂົ້າເມືອງ1ຄົນ,ກັກຄົນໄທຄະດີເຂົ້າເມືອງຜິດກົດໝາຍ ແລະ ນໍາເຂົ້າລົດເຖື່ອນ4ຄົນ,ກັກຄົນຈີນຄະດີລັກລອບເຂົ້າເມືອງຜິດກົດໝາຍ3ຄົນ ແລະ ກັກຄົນລາວລັກລອບອອກ-ເຂົ້າເມືອງບໍ່ຖືກຕ້ອງ92ຄົນ,ຍິງ43ຄົນ. ນອກຈາກນັ້ນສະຫາຍຍັງໄດ້ລາຍງານຂໍ້ສະດວກ,ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ສະພາບຊາຍແດນມີຄວາມສະຫງົບ ແລະ ປອດໄພ.

ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມຊາຍແດນ ກໍ່ໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊາຍແດນຢ່າງມີຫຼັກການ ແລະ ມີແບບແຜນ ໂດຍໃຫ້ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າຊ່ວຍໃນວຽກງານ,ພ້ອມດຽວກັນສະຫາຍກໍ່ໄດ້ເໜັນໜັກເລື່ອງການຄຸ້ມຄອງບັນດາເກາະດອນຕ່າງໆທີ່ມີຢູ່ແລ້ວ ແລະ ເກີດຂື້ນໃໝ່ ຢູ່ພາຍໃນແຂວງ ເພື່ອໃຫ້ປະຊາຊົນໄດ້ໃຊ້ປະໂຫຍດ ໃນການທໍາມາຫາກິນ ແລະ ຍັງໄດ້ໃຫ້ວິຊາການ ທີ່ມາຈາກກົມຊາຍແດນ ຝຶກສອນການເຂົ້ານໍາໃຊ້ແຜນທີ່ ແລະ ການຄິດໄລ່ເນື້ອທີ່,ລວງກວ້າງ,ລວງຍາວຂອງດອນຕ່າງໆດ້ວຍເຄື່ອງມືທີ່ທັນສະໄໝ ແລະ ການລົງມາຊຸກຍູ້ວຽກງານຊາຍແດນຢູ່ແຂວງສະຫວັນນະເຂດ ສະຫາຍ ພ້ອມວິຊາການ ແລະ ພາກສ່ວນກ່ຽວຂອງຍັງໄດ້ລົງໄປຢ້ຽມຢາມບັນດາເກາະດອນ ແລະ ຊາຍແດນນໍາອີກ.

ຂ່າວ-ພາບ:ວິລະພົງ

#savannakhet#medialaos

7 ຄາດໝາຍ ໃນການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານ

0

ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປີ 2013 ມາເຖິງປັດຈຸບັນເຫັນວ່າມີຫຼາຍຂໍ້ຄົງຄ້າງ, ຂອບເຂດໃນການດໍາເນີນຄະດີຂອງອົງການໄອຍະການທະຫານຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງ, ພະແນກ, ຂະແໜງໄອຍະການທະຫານທີ່ຂຶ້ນກັບກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ, ການຕິດຕາມກວດກາການປະຕິບັດກົດໝາຍຍັງບໍ່ທັນມີປະສິດທິພາບ-ປະສິດທິຜົນສູງ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຂຶ້ນສະເໜີໃຫ້ມີການປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 15 ທັນວານີ້, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະເໜີບາງຕອນວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອົງການໄອຍະການທະຫານ ສະບັບປີ 2013 ມາເຖິງປັດຈຸບັນກົດໝາຍດັ່ງກ່າວໄດ້ກາຍເປັນເຄື່ອງມືອັນສຳຄັນໃຫ້ແກ່ອົງການໄອຍະການທະຫານສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ແຕ່ຄຽງຄູ່ກັນນັ້ນຍັງມີຂໍ້ຄົງຄ້າງບາງດ້ານທີ່ຈໍາເປັນຕ້ອງໄດ້ສືບຕໍ່ຄົ້ນຄວ້າແກ້ໄຂເປັນຕົ້ນ: ຂອບເຂດໃນການດໍາເນີນຄະດີຂອງອົງການໄອຍະການທະຫານຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງ, ພະແນກ, ຂະແໜງໄອຍະການທະຫານທີ່ຂຶ້ນກັບກອງພົນ, ກອງພັນໃຫຍ່, ກອງບັນຊາການທະຫານແຂວງ, ນະຄອນຫຼວງ, ວິທະຍາຄານ, ໂຮງຮຽນ ແລະ ໂຮງໝໍ, ເນື່ອງຈາກພາກສ່ວນດັ່ງກ່າວແມ່ນບໍ່ມີພາລະບົດບາດ, ສິດ ແລະ ໜ້າທີ່ສັ່ງຟ້ອງ, ຖະແຫຼງຂຶ້ນສານທະຫານ ແລະ ການຕິດຕາມກວດກາການປະຕິບັດກົດໝາຍຍັງບໍ່ທັນມີປະສິດທິພາບ-ປະສິດທິຜົນສູງເພາະວ່າຜ່ານຫຼາຍຂັ້ນຕອນຂອງສາຍຕັ້ງ ແລະ ສາຍຂວາງ, ນອກຈາກນີ້ອົງການໄອຍະການທະຫານຍັງບໍ່ທັນມີຄະນະກໍາມະການໄອຍະການທະຫານເພື່ອຄົ້ນຄວ້າຕົກລົງບັນຫາທີ່ມີຄວາມສຳຄັນ ແລະ ມີລັກສະນະຍຸດທະສາດກ່ຽວກັບວຽກງານອົງການໄອຍະການທະຫານ.

ຍ້ອນເຫດຜົນດັ່ງກ່າວຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍອົງການໄອຍະການທະຫານປີ 2013 ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ກົດໝາຍ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັດຈຸບັນມີ ທັງໝົດ IX ພາກ, 9 ໝວດ, 65 ມາດຕາ; ສ່ວນຮ່າງກົດໝາຍວ່າດ້ວຍອົງການໄອຍະການທະຫານສະບັບປັບປຸງປະກອບມີ IX ພາກ, 9 ໝວດ, 66 ມາດຕາ, ໃນນີ້ຮັກສາໄວ້ມີ 22 ມາດຕາ, ຂຽນໃໝ່ 6 ມາດຕາ, ປັບປຸງ 38 ມາດຕາ.

ທ່ານກ່າວຕື່ມວ່າ: ຄາດໝາຍຜົນໄດ້ຮັບພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າມີຜົນໄດ້ຮັບດັ່ງນີ້: 1. ເປັນບ່ອນອີງທີ່ສຳຄັນໃນການເຄື່ອນໄຫວວຽກງານໄອຍະການທະຫານເຮັດໃຫ້ການແກ້ໄຂອາຊະຍາກຳຢູ່ໃນກອງທັບມີຄວາມເປັນເອກະພາບສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະ ໃໝ່, ລັດຖະທຳມະນູນ ແລະ ກົດໝາຍອື່ນໆທີ່ໄດ້ປັບປຸງ; 2. ກົດໝາຍມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ; 3. ການສະກັດກັ້ນ ແລະ ຕ້ານອາຊະຍາກໍາ, ການດຳເນີນຄະດີໃນກອງທັບຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ວ່ອງໄວ ແລະ ມີປະສິດທິຜົນດີກວ່າເກົ່າ; 4. ອົງການໄອຍະການທະຫານຈະໄດ້ຮັບການປັບປຸງທາງດ້ານກົງຈັກການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວທັງຍົກສູງພາລະບົດບາດຂອງອົງການໄອຍະການທະຫານເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກສາມາດປະຕິບັດໜ້າທີ່ຂອງຕົນໄດ້ຢ່າງເຕັ້ມສ່ວນຕາມການກໍານົດຂອງກົດໝາຍ; 5. ອົງການໄອຍະການທະຫານຈະໄດ້ຮັບການບັນຈຸບຸກຄາລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້, ຄວາມສາມາດ, ມີຄວາມຊຳນານງານ, ເປັນຜູ້ຊ່ຽວຊານ ແລະ ກາຍເປັນມືອາຊີບໃນວຽກງານດັ່ງກ່າວ; 6. ເຮັດໃຫ້ການຄຸ້ມຄອງ, ຊີ້ນຳ ແລະ ກວດກາວຽກງານໄອຍະການທະຫານເປັນລະບົບ, ບໍ່ຜ່ານຫຼາຍຂັ້ນຕອນ ແລະ ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; 7. ເປັນການກຳນົດລະອຽດຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງອົງການໄອຍະການທະຫານແຕ່ລະຂັ້ນເຮັດໃຫ້ການປະສານສົມທົບມີຄວາມຄ່ອງຕົວດີຂຶ້ນກວ່າເກົ່າ. ຂ່າວ: ພູວັນ, ພາບ: ສຳນານ