ສຳນັກຂ່າວ ຊິນຮວາຂອງ ສປຈີນ ວັນທີ 15 ເດືອນທັນວາ ສຳນັກງານສະຖິຕິແຫ່ງຊາດ ຈີນ ເປີດເຜີຍວ່າ: ເດືອນພະຈິກ ຜ່ານມາ, ອັດຕາການວ່າງງານໃນເຂດຕົວເມືອງ ຂອງຈີນ ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ ເດືອນຕຸລາຜ່ານມາ. ສ່ວນຕົວເລກ ໃນໄລຍະ 11 ເດືອນຂອງປີນີ້ ສະເລ່ຍ 5,6%. ໂດຍອັດຕາການວ່າງງານທີ່ສຳຫລວດໃນກຸ່ມຄົນທີ່ມີອາຍຸ ລະຫວ່າງ 25-59 ປີ ຊຶ່ງຖືເປັນກຸ່ມຫລັກ ຂອງຕະຫລາດແຮງງານ ກວມເອົາ 5% ໃນເດືອນພະຈິກ ເພີ່ມຂຶ້ນຈາກ 4,7% ໃນເດືອນຕຸລາ . ສ່ວນ ອັດຕາການວ່າງງານໃນບັນດາເມືອງໃຫຍ່ 31 ແຫ່ງ ກວມເອົາ 6,7%. ແລະ ອື່ນໆ.
ຈີນ ມີອັດຕາການວ່າງງານ ເກືອບ 6 %

ອູແກຣນ ຮັບຮອງກົດໝາຍ ຊຸກຍູ້ເຈລະຈາເຂົ້າຮ່ວມ ສະຫະພາບເອີຣົບ
ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 15 ທັນວາ, ທ່ານ ຣຸສລັນ ສະເຕຟານຊຸກ ປະທານລັດຖະສະພາອູແກຣນ ປະກາດວ່າ: ລັດຖະສະພາ ໄດ້ຮັບຮອງກົດໝາຍຈຳເປັນທັງໝົດ ເພື່ອເລີ່ມການເຈລະຈາເຂົ້າເປັນສະມາຊິກສະຫະພາບເອີຣົບ. ສຳນັກປະຊາສຳພັນລັດຖະສະພາອູແກຣນ ໄດ້ອ້າງອິງຕາມຄຳກ່າວ ຂອງ ທ່ານ ຣຸສລັນ ສະເຕຟານຊຸກ ລະບຸວ່າ: ລັດຖະສະພາ ໄດ້ປະຕິບັດງານໃນສ່ວນຂອງຕົນ ແລະ ຮັບຮອງຮ່າງກົດໝາຍ ທີ່ຈຳເປັນທັງໝົດເພື່ອປະຕິບັດຕາມຄຳແນະນຳ ຂອງຄະນະກຳມະທິການເອີຣົບ.
ຈີນຕ້ານກັບພະຍາດໂຄວິດ-19 ເປັນເວລາ 3 ປີ ແມ່ນເພື່ອບັນລຸການພັດທະນາທີ່ດີກວ່າເກົ່າ
ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ບາງຄົນຖາມວ່າ: ໃນເມື່ອບໍ່ສາມາດດັບສູນເຊື້ອພະຍາດໄດ້ ຖ້າຊັ້ນການຮ່ວມແຮງຮ່ວມໃຈກັນຕ້ານກັບພະຍາດໂຄວິດ-19 ມາເປັນເວລາ 3 ປີແມ່ນເຮັດເພື່ອຫຍັງ?
ໃນໄລຍະ 3 ປີຜ່ານມານີ້, ລະບົບສາທາລະນະສຸກ ແລະ ການຄວບຄຸມພະຍາດຂອງຈີນ ໄດ້ຜ່ານການທົດສອບຈາກການແພ່ລະບາດຂອງພະຍາດໂຄວິດ-19, ໄດ້ຮັກສາສະພາບພື້ນຖານແຫ່ງການພັດທະນາເສດຖະກິດສັງຄົມໃຫ້ໝັ້ນທ່ຽງໃນລະດັບສູງສຸດ.

ປີ 2020, ຈີນໄດ້ນຳໜ້າຄວບຄຸມການແພ່ລະບາດຂອງພະຍາດໂຄວິດໄວ້, ໄດ້ຟື້ນຟູການເຮັດວຽກ ແລະ ການຜະລິດກ່ອນໝູ່, ໄດ້ນຳໜ້າບັນລຸການເຕີບໂຕດ້ານເສດຖະກິດຈາກລົບເປັນບວກ, ກາຍເປັນກຸ່ມເສດຖະກິດສຳຄັນພຽງໜຶ່ງດຽວຢູ່ໃນໂລກທີ່ບັນລຸການເຕີບໂຕໃນທາງບວກ; ປີ 2021, ຍອດມູນຄ່າເສດຖະກິດຂອງຈີນບັນລຸເຖິງ 114.400 ຕື້ຢວນ, ກວມອັດຕາຫລາຍກວ່າ 18% ຂອງຍອດມູນຄ່າເສດຖະກິດໂລກ; ປີ 2022, ເສດຖະກິດແຫ່ງຊາດຈີນໄດ້ສືບຕໍ່ຮັກສາທ່າອ່ຽງຟື້ນຕົວຄືນໃໝ່, ການພັດທະນາເສດຖະກິດສັງຄົມໄດ້ຮັກສາຄວາມໝັ້ນທ່ຽງໂດຍລວມ. ໂດຍສະເພາະແມ່ນໃນຫລາຍມື້ມໍ່ໆມານີ້, ແຫ່ງຕ່າງໆຂອງຈີນໄດ້ປັບປຸງມາດຕະການປ້ອງກັນ ແລະຄວບຄຸມພະຍາດໃຫ້ສົມເຫດສົມຜົນກວ່າເກົ່າ, ໄດ້ນຳໃຊ້ຫລາຍມາດຕະການເພື່ອເລັ່ງລັດຟື້ນຟູການເຮັດວຽກ ແລະ ການຜະລິດ, ຕະຫລາດມີຮ່ອງຮອຍຟື້ນຕົວຄືນໃໝ່, ແລະ ມີພະລັງຊີວິດຊີວາພົ້ນເດັ່ນຂຶ້ນຕື່ມ.
ໃນເວລາພຽງເດືອນດຽວ, ຢູ່ແຂວງ ແລະ ເຂດປົກຄອງຕົນເອງຕ່າງໆຂອງຈີນ, ພາຍໃຕ້ການຈັດຕັ້ງຂອງອົງການປົກຄອງທ້ອງຖິ່ນ, ວິສາຫະກິດ 100 ກວ່າແຫ່ງໄດ້ເໝົາຍົນເດີນທາງໄປຫລາຍປະເທດເຊັ່ນ: ຍີ່ປຸ່ນ, ເຢຍລະມັນ, ຝຣັ່ງ, ອິນໂດເນເຊຍ, ມະເລເຊຍ, ສິງກະໂປ ແລະອື່ນໆ, ເພື່ອຊອກຫາໂອກາດໃໝ່ດ້ານການພັດທະນາ.

ວິສາຫະກິດໄດ້ຟື້ນຟູການຜະລິດໃຫ້ຫ້າວຫັນຂຶ້ນ, ການບໍລິໂພກແບບເຊິ່ງໜ້າ ຫລື ທາງອອຟລາຍເລີ່ມມີຄວາມອົບອຸ່ນຂຶ້ນ, ການຈໍລະຈອນສິນຄ້າໄດ້ເລັ່ງລັດໄວຂຶ້ນ, ຈີນໄດ້ຈັດກອງປະຊຸມສົນທະນາລະດັບສູງກ່ຽວກັບການພັດທະນາຂອງໂລກຄັ້ງທຳອິດ ໂດຍມຸ່ງໜ້າສູ່ປະເທດພວມພັດທະນາ, ໄດ້ດຳເນີນການເຄື່ອນໄຫວທາງການທູດຂະໜາດໃຫຍ່ທີ່ສຸດ ແລະລະດັບສູງທີ່ສຸດຕໍ່ປະເທດອາຣັບ, ສິ່ງຕ່າງໆເຫລົ່ານີ້ໄດ້ສະແດງໃຫ້ເຫັນວ່າ, ຈີນມີຄວາມຮຽກຮ້ອງຕ້ອງການອັນຮີບດ່ວນກວ່າເກົ່າຕໍ່ການພັດທະນາຢ່າງມີຄຸນນະພາບສູງ.
ໃນໄລຍະ 3 ປີທີ່ ຈີນຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19, ສະພາບແວດລ້ອມພາຍນອກບໍ່ແມ່ນມີແຕ່ຄວາມສະຫງົບ, ແຕ່ປະເທດຈີນຍຶດໝັ້ນຊອກຫາຄວາມຫວັງໃນການໄປມາຫາສູ່ກັນກັບປະເທດໃຫຍ່, ພ້ອມທັງສ້າງວົງເພື່ອນມິດຢູ່ໃນໂລກທ່າມກາງຟ້າຝົນລົມແຮງ.
ສະພາບອາກາດ ປະຈໍາວັນທີ 17 ທັນວາ 2022
ມວນອາກາດໜາວເຢັນທີ່ປະເທດຈີນ ຈະແພ່ລົງມາປົກຄຸມຢູ່ທົ່ວທຸກ ພາກຂອງປະເທດລາວ ດ້ວຍກໍາລັງແຮງ ສົມທົບກັບກະແສລົມຕາເວັນ ອອກສ່ຽງເໜືອທີ່ມີກຳລັງແຮງພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດ ຈະເຢັນລົງຕື່ມອີກ ພ້ອມຈະມີລົມພັດແຮງຢູ່ທົ່ວໄປຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫລາຍຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ໃນຕອນເຊົ້າ.
ພະຍາກອນອາກາດ ເວລາ 7:00 ໂມງວັນທີ 17/12/2022 ເຖິງເວລາ 7:00 ໂມງວັນທີ 18/12/2022
-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດໜາວເຢັນ ຫາ ໜາວເຢັນຫລາຍ ພ້ອມມີໝອກ ໜາປົກຫຸ້ມຢູ່ໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມ ໃນລະຫວ່າງ 05-18 ອົງສາ.
-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດໜາວເຢັນ ພ້ອມມີໝອກບາງ ປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ. ອຸນຫະພູມໃນລະຫວ່າງ 10-28 ອົງສາ.
-ນະຄອນຫລວງວຽງຈັນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມ ໃນລະຫວ່າງ 15-28 ອົງສາ.
-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີ ລົມພັດແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.
-ແຂວງໄຊສົມບູນ: ອາກາດໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມ ໃນລະຫວ່າງ 05-23 ອົງສາ.
-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດເຢັນຈະເຢັນລົງຕື່ມອີກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 15-31 ອົງສາ.
-ເຂດພູພຽງບໍລະເວນ: ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາ ປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ. ອຸນຫະພູມ ໃນລະຫວ່າງ 07-22 ອົງສາ
ບັນດາ ສສຊ ສຸມໃສ່ປະກອບຄຳເຫັນ ຮ່າງກົດໝາຍວ່າດ້ວຍ ອົງການໄອຍະການທະຫານ
ໃນວັນທີ 15 ທັນວາ 2022, ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍ ອົງການໄອຍະການທະຫານ ສະບັບປັບປຸງ ເຊິ່ງສະເໜີໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໂດຍໄດ້ລົງເລິກບາງໝວດ, ບາງພາກ ແລະ ບາງມາດຕາ ເພື່ອໃຫ້ມີເນື້ອໃນຮັດກຸມ, ຄົບຖ້ວນສົມບູນ ແລະ ສອດຄ່ອງກັບກັບສະພາບໃນປັດຈຸ ບັນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ທ່ານ ວຽງໄຊ ສີວິໄລ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ກໍໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເໜີໃຫ້ ໃຫ້ເບິ່ງຄືນໃນມາດຕາ 6 ຂອບເຂດການດຳ ເນີນຄະດີຂອງ ອົງການໄອຍະການທະຫານ ຕໍ່ການກະທຳຜິດທາງອາຍາຂອງບຸກຄົນນອກກອງທັບ ທີ່ກໍ່ຄວາມເສຍຫາຍຕໍ່ຄວາມໝັ້ນຄົງຂອງຊາດ, ມາດຕາ 19 ສິດ ແລະ ໜ້າທີ່ຂອງອົງການໄອຍະການທະ ຫານ ແຂວງ, ນະຄອນຫລວງ ໂດຍສະເໜີໃຫ້ເອົາ ການຄຸ້ມຄອງທາງດ້ານການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂຶ້ນໄປແທນໃນຂໍ້ທີ 1.

ທາງດ້ານທ່ານ ກົງເພັດ ແກ້ວບົວພາ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ໄດ້ປະກອບຄຳເຫັນໃສ່ມາດຕາ 21 ຄະນະກຳມະການອົງການໄອຍະການທະຫານຂັ້ນສູງ ສະເໜີໃຫ້ເບິ່ງຄືນກ່ຽວກັບສະມາຊິກຂອງຄະນະກຳມະການທະຫານ ແລະ ເບິ່ງຕາມກົງຈັກຕົວຈິງ, ມາດຕາ 24 ມາດຖານຂອງຫົວໜ້າ, ຮອງຫົວໜ້າ ແລະ ພະນັກງານໄອຍະການທະຫານ ໂດຍສະເໜີໃຫ້ມີມາດຖານເງື່ອນໄຂລວມຂອງອົງການໄອຍະການທະຫານ ແລະ ມາດຖານເງື່ອນໄຂສະເພາະ.
ບັນດາສະມາຊິກສະພາແຫ່ງຊາດ ຫລາຍເຂດເລືອກຕັ້ງ ກໍໄດ້ມີຄວາມສົນໃຈ ແລະ ສຸມໃສ່ປະ ກອບຄຳເຫັນໃນຫລາຍໝວດ ຫລາຍມາດຕາ ຂອງການປັບປຸງກົດໝາຍສະບັບນີ້ ເພື່ອໃຫ້ມີເນື້ອໃນ ຄົບຖ້ວນ ຈະແຈ້ງ ແລະ ສົມບູນຂຶ້ນກວ່າເກົ່າ.
ຂ່າວ ສົມຫວັງ ພາບ: ເກດສະໜາ
ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ວ່າດ້ວຍການກວດສອບ ແຫ່ງລັດ
ໃນຕອນບ່າຍຂອງວັນທີ 15 ທັນວາ 2022, ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ເຊິ່ງປກອບມີ XII ພາກ, ເພີ່ມຂຶ້ນ 2 ພາກ, 13 ໝວດ ເພີ່ມຂຶ້ນ 6 ໝວດ ແລະ ມີ 96 ມາດຕາ ເພີ່ມຂຶ້ນ 21 ມາດຕາ. ໃນນີ້, ມີການປັບປຸງ 64 ມາດຕາ, ສ້າງໃໝ່ 25 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 7 ມາດຕາ. ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ການປັບປຸງກົດໝາຍໃນຄັ້ງນີ້ ມີຄຸນນະພາບ, ຖືກຕ້ອງ, ຄົບຖ້ວນ, ສົມບູນ ສອດຄ່ອງກັບຫລັກການແຫ່ງກົດໝາຍ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງໂລ່ງລ່ຽນ ປະກອບສ່ວນຊຸກຍູ້ການຈັດເກັບລາຍຮັບໃຫ້ຄົບຖ້ວນ, ປ້ອງກັນ ແລະ ຈໍາກັດການຮົ່ວໄຫລ ຂອງລາຍຮັບ; ພ້ອມທັງຄຸ້ມຄອງລາຍຈ່າຍງົບ ປະມານແຫ່ງລັດ ໄດ້ຢ່າງມີປະສິດທິຜົນ.
ທ່ານ ວຽງທະວີສອນ ເທບພະຈັນ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການກວດສອບ ແຫ່ງລັດ ເປັນໜຶ່ງໃນບັນດາກົດໝາຍຂອງ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງປະສິດທິພາບ ຂອງການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເປັນເຄື່ອງມືໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະ ເພາະອົງການກວດສອບແຫ່ງລັດ, ນໍາໃຊ້ເປັນບ່ອນອີງໃນການນຳພາ-ຊີ້ນຳ ວຽກງານກວດສອບ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ. ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ປະກົດເຫັນວ່າການກຳນົດເນື້ອໃນບາງມາດຕາ ຍັງບໍ່ຄົບຖ້ວນ, ບໍ່ຮັດກຸມ, ບໍ່ຈະແຈ້ງ, ບໍ່ຊັດເຈນ ເຮັດໃຫ້ການຕີຄວາມໝາຍຕໍ່ບາງເນື້ອໃນ ບໍ່ເປັນເອກະພາບກັນ ຫລື ບໍ່ໄປໃນທິດທາງດຽວກັນ, ການກຳນົດສາຍພົວພັນພາລະບົດບາດ ລະຫວ່າງອົງການກວດສອບແຫ່ງລັດ ແລະ ບາງອົງການອຳນາດລັດ ທີ່ເຄື່ອນໄຫວໃນວຽກງານທີ່ກ່ຽວພັນກັນ ໂດຍສະເພາະໃນວຽກງານແກ້ໄຂຜົນການກວດສອບຍັງບໍ່ຊັດເຈນ ເຮັດໃຫ້ການນຳໄປຈັດຕັ້ງຜັນຂະຫຍາຍພົບຂໍ້ຫຍຸ້ງຍາກ ຫລື ບໍ່ໄດ້ດີເທົ່າທີ່ຄວນ.
ທ່ານ ວຽງທະວີສອນ ເທບພະຈັນ ຍັງກ່າວວ່າ: ພາຍຫລັງກົດໝາຍສະບັບນີ້ຖືກປັບປຸງ ແລະ ຮັບ ຮອງແລ້ວ ຈະເຮັດໃຫ້ວຽກງານກວດສອບແຫ່ງລັດ ມີປະສິດທິພາບ, ປະສິດທິຜົນ ສູງຂຶ້ນກວ່າເກົ່າ; ສະ ພາແຫ່ງຊາດ ມີຂໍ້ມູນທີ່ຊັດເຈນຂຶ້ນກວ່າເກົ່າ ເພື່ອເປັນບ່ອນອີງໃນການພິຈາລະນາ ຫລື ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ; ເຮັດໃຫ້ ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາ ຜົນກໍາໄລ ຫລື ເປົ້າໝາຍຖືກກວດສອບ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ສະກັດກັ້ນ ປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ; ປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ, ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງງົບປະມານ-ການເງິນ ມີສະຕິ ເຄົາລົບກົດໝາຍ.
ພ້ອມນີ້, ຍັງມີຄວາມສຳຄັນໃນການສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ການຈັດຕັ້ງ ມີຄວາມໜັກແໜ້ນ ເຂັ້ມແຂງ; ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຫມັ້ນຄົງ, ໜັກແໜ້ນ; ປະກອບສ່ວນເຂົ້າໃນການ ຍົກສູງຄຸນນະ ພາບ ໃນການແກ້ໄຂຜົນການກວດສອບ ເປັນຕົ້ນ ແມ່ນ ການເກັບກູ້ເງິນຄືນເຂົ້າງົບປະມານແຫ່ງລັດ ຕາມຜົນການກວດສອບ ໄດ້ຫລາຍຂຶ້ນກວ່າເກົ່າ; ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ແກ້ໄຂບັນຫາກ່ຽວ ຂ້ອງຕ່າງໆທີ່ເກີດຂຶ້ນ ໃນໄລຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ.
ຂ່າວ ສົມຫວັງ; ພາບ: ເກດສະໜາ
ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ ພົບປະກັນ ທີ່ນະຄອນຫລວງ ບຣຸກແຊນ
ໃນໂອກາດເຂົ້າຮ່ວມກອງປະຊຸມສູດຍອດ ສະເຫລີມສະຫລອງການພົວພັນ ອາຊຽນ-ອີຢູ ຄົບຮອບ 45 ປີ, ທີ່ ນະຄອນຫລວງ ບຣຸກແຊນ, ປະເທດ ແບນຊິກ, ແຕ່ວັນທີ 12-16 ທັນວາ 20 22, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໄດ້ຮ່ວມກັນຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ຕາມຄຳເຊື້ອເຊີນຂອງ ທ່ານ ຟາມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນຕອນເຊົ້າຂອງວັນທີ 14 ທັນວາ 2022.

ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະສາມຝ່າຍ ອີກຄັ້ງຫນຶ່ງ, ການພົບປະໃນຮູບແບບນີ້ກໍມີແຕ່ 3 ປະເທດ ລາວ, ຫວຽດນາມ ແລະ ກໍາປູເຈຍ ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດ ສະໜິດສະໜົມ ແລະ ຄວາມຮັກແພງ ທັງເປັນການຢືນຢັນໃຫ້ສາກົນ ໄດ້ເຫັນວ່າ 3 ປະເທດ ມີມູນເຊື້ອຄວາມສາມັກຄີຮັກແພງ ຊ່ວຍເຫລືອ ຊຶ່ງກັນ ຖານສະຫາຍອ້າຍນ້ອງມາແຕ່ດົນນານ ຢ່າງສະເຫມີຕົ້ນສະເຫມີປາຍຕະຫລອດມາ. ພ້ອມນີ້, ກໍສະແດງຄວາມເຊື່ອໝັ້ນວ່າ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ຈະສືບຕໍ່ຮ່ວມມືກັນກັນຢ່າງໃກ້ຊິດໃນທຸກການເຄື່ອນໄຫວ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຮ່ວມກັນ, ທັງຈະຊ່ວຍເພີ່ມກໍາລັງແຮງ ແລະ ສຽງໜັກແໜ້ນໃຫ້ແກ່ 3 ປະເທດ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນ, ຝ່າຍລາວ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ ການຊ່ວຍເຫລືອແກ່ໃນການຮັບມື ກັບການແຜ່ລະບາດຂອງພະຍາດ ໂຄວິດ 19 ໃນໄລຍະທີ່ມີການແຜ່ລະບາດຢ່າງຫນັກຫນ່ວງ ຢູ່ລາວ ເຊິ່ງເຮັດໃຫ້ ສປປ ລາວສາມາດຄວບຄຸມການແຜ່ລະບາດ ແລະສາມາດເປີດປະເທດໄດ້ຢ່າງເຕັມຮູບແບບໃນປັດຈຸບັນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຊົມເຊີຍ ກຳປູເຈຍ ທີ່ໄດ້ສໍາເລັດໜ້າທີ່ການເປັນປະທານອາຊຽນ ໃນປີ 2022 ຢ່າງມີຜົນສໍາເລັດຈົບງາມ. ພ້ອມດຽວກັນນີ້, ສາມຝ່າຍ ກໍໄດ້ທົບທວນຄືນການພົວພັນຮ່ວມມື ລະຫວ່າງ ສາມປະເທດ ໃນຂອບການຮ່ວມມື ກຳປູເຈຍ-ລາວ-ຫວຽດນາມ (CLV) ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ທັງປຶກສາຫາລືເຖິງທິດທາງແຜນການ ພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະ ຫວ່າງສາມປະເທດ. ນອກຈາກນີ້, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ໃຫ້ກັນຊາບ ແລະ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນຕອນທ້າຍຂອງການພົບປະໂອ້ລົມ, ທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ອວຍ ພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງຂະໜົງແກ່ນ, ອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດ ໃນການເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້.
ຂ່າວ-ພາບ: ກົມການຂ່າວ
ເຢຍລະມັນ ນຳເຂົ້າສິນຄ້າ ຈາກຈີນ ຂະຫຍາຍຕົວ 27%
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 13 ທັນວາ, ສຳນັກງານ ສະຖິຕິກາງ ແຫ່ງ ເຢຍລະມັນ ເປີດເຜີຍວ່າ: ໃນໄລຍະເດືອນ ຕຸລາ, ຈີນ ຍັງສືບຕໍ່ ເປັນຄູ່ການຄ້າ ສຳຄັນທີ່ສຸດ ໃນການນຳເຂົ້າສິນຄ້າ ລວມມີ 1,73 ໝື່ນລ້ານເອີໂຣ, ເພີ່ມຂຶ້ນ 27,4% ເມື່ອທຽບໃສ່ປີຕໍ່ປີ ໂດຍປະລິມານ ການນຳເຂົ້າ ອຸປະກອນ ປະມວນຜົນ ຂໍ້ມູນ, ຜະລິດຕະພັນ ເອເລັກໂຕຣນິກ ແລະ ອອບຕິກຈາກຈີນ ລວມມີ 5,8 ຕື້ເອີໂຣ, ເພີ່ມຂຶ້ນ 23,1% ເມື່ອທຽບໃສ່ປີຕໍ່ປີ ສ່ວນສິນຄ້າ ນຳເຂົ້າ ອັນດັບຕົ້ນອື່ນໆ ປະກອບດ້ວຍ ອຸປະກອນ ເອເລັກໂຕຣນິກ, ເຄື່ອງຈັກ ແລະ ເສື້ອຜ້າ. ມູນຄ່າການ ນໍາເຂົ້າທັງໝົດ ຂອງ ເຢຍລະມັນ ຊຶ່ງມີ ເສດຖະກິດ ຂະໜາດໃຫຍ່ສຸດ ໃນເອີຣົບ ໃນໄລຍະ ເດືອນຕຸລາ ບັນລຸ 1,3 ແສນລ້ານເອີໂຣ, ເພີ່ມຂຶ້ນ 19,4% ເມື່ອທຽບໃສ່ປີຕໍ່ປີ.
ສ.ເກົາຫລີ ຈ້າງງານເພີ່ມຂຶ້ນຫລາຍກວ່າ 6,2 ແສນອັດຕາ
ສຳນັກຂ່າວ ຊິນຮວາຂອງ ສປຈີນ ລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດ ສ.ເກົາຫລີ ເປີດເຜີຍວ່າ: ການຈ້າງງານ ຂອງ ປະເທດນີ້ ລວມມີ 626.000 ຕຳແໜ່ງໃນເດືອນພະຈິກ ເພີ່ມຂຶ້ນເມື່ອທຽບໃສ່ປີຜ່ານມາ ການຈ້າງງານ ໃນສ.ເກົາຫລີ ໄດ້ຫລຸດລົງ ຕິດຕໍ່ກັນ 6 ເດືອນ ເມື່ອທຽບໃສ່ປີຕໍ່ປີ ຈາກ 935.000 ຕຳແໜ່ງ ໃນເດືອນພືດສະພາ ເຫລືອ 841.000 ຕຳແໜ່ງ ໃນເດືອນມິຖຸນາ, 826.000 ອັດຕາໃນເດືອນກໍລະກົດ, 807.000 ຕຳແໜ່ງ ໃນເດືອນສິງຫາ, 707.000 ຕຳແໜ່ງ ໃນເດືອນກັນຍາ ແລະ 677.000 ຕຳແໜ່ງ ໃນເດືອນຕຸລາ ຕາມລຳດັບ.
ມາເລເຊຍ ຜະລິດຢາງພາລາ ຫລຸດລົງ 10,3%
ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 14 ທັນວາ, ສຳນັກງານ ສະຖິຕິ ຂອງ ມາເລເຊຍ ເປີດເຜີຍວ່າ ເດືອນຕຸລາ, ມາເລເຊຍ ຜະລິດ ຢາງພາລາ ລວມມີ 31.795 ໂຕນ ຫລຸດລົງ 10,3% ແລະ ຫລຸດລົງ 26,3% ເມື່ອທຽບ ໃສ່ປີຕໍ່ປີ. ໃນຂະນະດຽວກັນ, ປະລິມານ ຢາງພາລາໃນສາງ ຫລຸດລົງ 0,3% ເຫລືອ 198.122 ໂຕນ. ສ່ວນປະລິມານ ການສົ່ງອອກ ຢາງພາລາ ລວມມີ 41.548 ໂຕນ ຫລຸດລົງ 23,8% ຈາກ 54.542 ໂຕນ ໃນເດືອນກັນຍາ. ໃນນັ້ນ ຈີນ ຍັງສືບຕໍ່ເປັນ ຜູ້ນຳເຂົ້າ ຢາງພາລາຫລັກ ຂອງ ມາເລເຊຍ, ໂດຍກວມເອົາ ອັດຕາສ່່ວນ 56,2% ຂອງການ ສົ່ງອອກທັງໝົດ ໃນເດືອນຕຸລາ, ຖັດມາແມ່ນ ເຢຍລະມັນ (8,2%), ບຣາຊິນ(3,3%), ແຟງລັງ (3,2%) ແລະ ອີຣານ (3%).